ບົດທີ 69

ເມື່ອຄວາມປະສົງຂອງເຮົາຖືກປະກາດອອກມາ, ໃຜກໍຕາມທີ່ກ້າຕໍ່ຕ້ານ ແລະ ໃຜກໍຕາມທີ່ກ້າຕັດສິນ ຫຼື ສົງໄສ, ເຮົາຈະກຳຈັດໃນທັນທີ. ມື້ນີ້, ໃຜກໍຕາມທີ່ບໍ່ປະຕິບັດຕາມຄວາມປະສົງຂອງເຮົາ ຫຼື ໃຜກໍຕາມທີ່ເຮັດຜິດຄວາມປະສົງຂອງເຮົາ ຕ້ອງຖືກໂຍນອອກ ແລະ ກຳຈັດຈາກອານາຈັກຂອງເຮົາ. ໃນອານາຈັກຂອງເຮົາ ບໍ່ມີຄົນອື່ນອີກເລີຍ; ທຸກຄົນເປັນລູກຊາຍຂອງເຮົາ ນັ້ນກໍຄື ຄົນທີ່ເຮົາຮັກ ແລະ ຜູ້ທີ່ຄຳນຶງເຖິງເຮົາ. ຍິ່ງໄປກວ່ານັ້ນ, ພວກເຂົາເປັນຜູ້ທີ່ປະຕິບັດຕາມພຣະທຳຂອງເຮົາ ແລະ ສາມາດປົກຄອງໂດຍມີອຳນາດເພື່ອພິພາກສາທຸກຊົນຊາດ ແລະ ທຸກຄົນແທນເຮົາ. ຍິ່ງໄປກວ່ານັ້ນ, ພວກເຂົາເປັນກຸ່ມຂອງລູກຊາຍກົກ ຜູ້ທີ່ໄຮ້ດຽງສາ ແລະ ມີຊີວິດຊີວາ; ທຳມະດາ ແລະ ເປີດເຜີຍ; ແລະ ທັງຊື່ສັດ ແລະ ມີສະຕິປັນຍາ. ຄວາມປະສົງຂອງເຮົາຖືກເຮັດໃຫ້ສຳເລັດໃນພວກເຈົ້າ ແລະ ສິ່ງທີ່ເຮົາປາຖະໜາຢາກເຮັດແມ່ນຖືກບັນລຸໃນພວກເຈົ້າ, ໂດຍບໍ່ມີຂໍ້ຜິດພາດໃດໆ, ເປີດອອກ ແລະ ເປີດເຜີຍຢ່າງສົມບູນ. ຄົນທີ່ມີເຈດຕະນາ ແລະ ເປົ້າໝາຍຜິດໆ, ເຮົາໄດ້ເລີ່ມປະຖິ້ມພວກເຂົາ ແລະ ເຮົາຈະເຮັດໃຫ້ພວກເຂົາລົ້ມລົງເທື່ອລະຄົນ. ເຮົາຈະທຳລາຍພວກເຂົາເທື່ອລະຄົນຈົນເຖິງຈຸດທີ່ພວກເຂົາບໍ່ສາມາດຢູ່ລອດໄດ້, ແລະ ທຸກສິ່ງນີ້ໝາຍເຖິງຈິດໃຈຂອງພວກເຂົາ, ວິນຍານຂອງພວກເຂົາ ຫຼື ຮ່າງກາຍຂອງພວກເຂົາ.

ໃຫ້ເຂົ້າໃຈວ່າ ການກະທຳຂອງມືເຮົາ ນັ້ນຄື ການຊ່ວຍເຫຼືອຄົນທຸກຍາກ, ດູແລ ແລະ ປົກປ້ອງຄົນທີ່ຮັກເຮົາ, ຊ່ວຍຄົນທີ່ໂງ່ຈ້າ ແລະ ກະຕືລືລົ້ນທີ່ບໍ່ແຊກແຊງກັບການຄຸ້ມຄອງຂອງເຮົາ, ລົງໂທດຄົນທີ່ຕໍ່ຕ້ານເຮົາ ແລະ ຄົນທີ່ບໍ່ຮ່ວມມືກັບເຮົາຢ່າງຫ້າວຫັນ, ທຸກສິ່ງເຫຼົ່ານີ້ຈະຖືກຢືນຢັນເທື່ອລະຢ່າງ ໂດຍອີງຕາມພຣະຄຳຂອງເຮົາ. ເຈົ້າເປັນຄົນທີ່ຮັກເຮົາແທ້ໆບໍ? ເຈົ້າເປັນຄົນທີ່ເສຍສະຫຼະຕົນເອງເພື່ອເຮົາຢ່າງຊື່ສັດບໍ? ເຈົ້າເປັນຄົນທີ່ຟັງພຣະທຳຂອງເຮົາ ແລະ ປະຕິບັດຕາມນັ້ນບໍ? ເຈົ້າເປັນຄົນທີ່ຕໍ່ຕ້ານເຮົາບໍ ຫຼື ເຈົ້າເປັນຄົນທີ່ສາມາດເຂົ້າກັບເຮົາໄດ້? ເລິກລົງພາຍໃນ ເຈົ້າມີຄວາມຄິດທີ່ຊັດເຈນໃນສິ່ງເຫຼົ່ານີ້ບໍ? ເຈົ້າສາມາດຕອບຄຳຖາມແຕ່ລະຢ່າງທີ່ເຮົາໄດ້ເວົ້າບໍ? ຖ້າເຈົ້າບໍ່ສາມາດຕອບໄດ້, ແລ້ວເຈົ້າກໍເປັນຄົນທີ່ສະແຫວງຫາຢ່າງກະຕືລືລົ້ນ, ແຕ່ບໍ່ເຂົ້າໃຈຄວາມປະສົງຂອງເຮົາ. ຄົນດັ່ງກ່າວຈະແຊກແຊງກັບການຄຸ້ມຄອງຂອງເຮົາຢ່າງງ່າຍດາຍທີ່ສຸດ ແລະ ເຮັດຜິດຄວາມປະສົງຂອງເຮົາ. ຖ້າພວກເຂົາມີເຈດຕະນາຜິດໆແມ່ນແຕ່ໃນຊົ່ວໄລຍະໃດໜຶ່ງ, ພວກເຂົາກໍຈະຕົກຢູ່ໃນການກຳຈັດ ແລະ ການທຳລາຍຂອງເຮົາ.

ໃນເຮົາແມ່ນມີຄວາມເລິກລັບທີ່ບໍ່ສິ້ນສຸດ ເຊິ່ງບໍ່ສາມາດຢັ່ງເຖິງໄດ້. ເຮົາຈະເປີດເຜີຍສິ່ງເຫຼົ່ານັ້ນເທື່ອລະຢ່າງໃຫ້ກັບຜູ້ຄົນຕາມແຜນການຂອງເຮົາ. ນັ້ນກໍຄື ເຮົາຈະເປີດເຜີຍແຜນການເຫຼົ່ານັ້ນຕໍ່ລູກຊາຍກົກຂອງເຮົາ. ສຳລັບຄົນທີ່ບໍ່ເຊື່ອ ແລະ ຄົນທີ່ຕໍ່ຕ້ານເຮົາ, ເຮົາພຽງແຕ່ຈະຍອມໄປຕາມກະແສນໍ້າ, ເຖິງຢ່າງໃດກໍຕາມ ໃນທີ່ສຸດແລ້ວ ເຮົາຈະຕ້ອງເຮັດໃຫ້ພວກເຂົາເຂົ້າໃຈວ່າ ເຮົາຄືຄວາມສະຫງ່າຜ່າເຜີຍ ແລະ ການພິພາກສາ. ຄົນບໍ່ເຊື່ອໃນປັດຈຸບັນພຽງແຕ່ມີຄວາມຮູ້ກ່ຽວກັບສິ່ງທີ່ເກີດຂຶ້ນຕໍ່ຕາຂອງພວກເຂົາ, ແຕ່ພວກເຂົາບໍ່ຮູ້ຈັກຄວາມປະສົງຂອງເຮົາ. ມີພຽງແຕ່ລູກຊາຍຂອງເຮົາເທົ່ານັ້ນ ເຊິ່ງເປັນຄົນທີ່ເຮົາຮັກ ຈຶ່ງຮູ້ຈັກ ແລະ ເຂົ້າໃຈຄວາມປະສົງຂອງເຮົາ. ສຳລັບລູກຊາຍຂອງເຮົາ, ເຮົາຖືກເປີດອອກຢ່າງເປີດເຜີຍ; ສຳລັບຊາຕານແລ້ວ ເຮົາຄືຄວາມສະຫງ່າຜ່າເຜີຍ ແລະ ການພິພາກສາ ແລະ ບໍ່ລີ້ລັບເລີຍ. ທຸກມື້ນີ້ ມີພຽງແຕ່ລູກຊາຍກົກຂອງເຮົາເທົ່ານັ້ນທີ່ສົມຄວນຮູ້ຈັກຄວາມປະສົງຂອງເຮົາ; ບໍ່ມີໃຜອີກທີ່ມີຄຸນສົມບັດ ແລະ ທຸກສິ່ງນີ້ແມ່ນເຮົາໄດ້ຈັດກຽມລ່ວງໜ້າໄວ້ກ່ອນການເນລະມິດສ້າງ. ກ່ອນໜ້ານັ້ນ ເຮົາຈັດແຈງຄົນທີ່ຈະໄດ້ຮັບພອນ ແລະ ຄົນທີ່ຖືກລົງໂທດຢ່າງເໝາະສົມ; ເຮົາຊັດເຈນກ່ຽວກັບສິ່ງນີ້ ແລະ ມື້ນີ້ ມັນຖືກເຮັດໃຫ້ເປັນທີ່ປະຈັກຢ່າງສົມບູນ: ຄົນທີ່ໄດ້ຮັບພອນແມ່ນໄດ້ເລີ່ມຮັບພອນຂອງພວກເຂົາ, ໃນຂະນະຄົນທີ່ຖືກລົງໂທດກໍໄດ້ເລີ່ມທົນທຸກກັບໄພພິບັດ. ຄົນທີ່ບໍ່ປາຖະໜາຈະຖືກລົງໂທດກໍຈະຖືກລົງໂທດ ເພາະນີ້ແມ່ນສິ່ງທີ່ເຮົາກຳນົດໄວ້ ແລະ ສິ່ງທີ່ມືແຫ່ງບົດບັນຍັດບໍລິຫານຂອງເຮົາໄດ້ຈັດແຈງໄວ້. ຄົນປະເພດໃດທີ່ໄດ້ຮັບພອນແທ້ໆ ແລະ ຄົນປະເພດໃດທີ່ຖືກລົງໂທດ? ເຮົາໄດ້ເປີດເຜີຍສິ່ງເຫຼົ່ານີ້ແລ້ວ; ນີ້ບໍ່ແມ່ນຄວາມເລິກລັບສຳລັບພວກເຈົ້າ, ກົງກັນຂ້າມ ມັນຢູ່ຂ້າງນອກໂດຍຖືກເປີດເຜີຍແລ້ວ: ຄົນທີ່ຍອມຮັບເຮົາ ແຕ່ມີເຈດຕະນາຜິດ; ຄົນທີ່ຍອມຮັບເຮົາ ແຕ່ບໍ່ສະແຫວງຫາເຮົາ; ຄົນທີ່ຮູ້ຈັກເຮົາ ແຕ່ບໍ່ຍອມ; ຄົນທີ່ມີສ່ວນຮ່ວມໃນຄວາມບໍ່ຊື່ສັດ ແລະ ຄວາມຫັກຫຼັງເພື່ອຫຼອກລວງເຮົາ; ຄົນທີ່ອ່ານພຣະທຳຂອງເຮົາ ແຕ່ສະແດງຄວາມຄິດລົບອອກມາ; ແລະ ຄົນທີ່ບໍ່ຮູ້ຈັກຕົນເອງ, ຄົນທີ່ບໍ່ຮູ້ວ່າພວກເຂົາແມ່ນຫຍັງ, ຄົນທີ່ຄິດວ່າຕົນເອງຍິ່ງໃຫຍ່ ແລະ ຄົນທີ່ຄິດວ່າພວກເຂົາໄດ້ເປັນຜູ້ໃຫຍ່ແລ້ວ (ຕົວຢ່າງຂອງຊາຕານ), ຄົນເຫຼົ່ານີ້ແມ່ນເປົ້າໝາຍແຫ່ງການລົງໂທດ. ຄົນທີ່ຍອມຮັບເຮົາ ແລະ ມີເຈດຕະນາທີ່ເຫັນແກ່ເຮົາ (ແລະ ຖ້າພວກເຂົາກໍ່ໃຫ້ເກີດການລົບກວນ, ເຮົາຈະບໍ່ຈື່ການລະເມີດຂອງພວກເຂົາ, ແຕ່ເຈດຕະນາຂອງພວກເຂົາຕ້ອງຖືກຕ້ອງ ແລະ ພວກເຂົາຕ້ອງຮອບຄອບຢູ່ສະເໝີ, ລະມັດລະວັງ ແລະ ບໍ່ເສເພ; ແລະ ພວກເຂົາຕ້ອງມີຄວາມປະສົງທີ່ຈະຟັງເຮົາ ແລະ ຍອມຕໍ່ເຮົາ); ຄົນທີ່ບໍລິສຸດ; ຄົນທີ່ເປີດເຜີຍ; ຄົນທີ່ຊື່ສັດ; ຄົນທີ່ບໍ່ຖືກຄວບຄຸມໂດຍຄົນໃດໜຶ່ງ, ສິ່ງໃດໜຶ່ງ ຫຼື ເລື່ອງໃດໜຶ່ງ; ແລະ ຄົນທີ່ມີລັກສະນະເປັນເດັກນ້ອຍ ເຖິງແມ່ນພວກເຂົາເປັນຜູ້ໃຫຍ່ໃນຊີວິດແລ້ວ, ຄົນເຫຼົ່ານີ້ເປັນທີ່ຮັກຂອງເຮົາ, ເປັນເປົ້າໝາຍແຫ່ງພອນຂອງເຮົາ. ບັດນີ້ ພວກເຈົ້າແຕ່ລະຄົນຈະມີຕໍາແໜ່ງທີ່ເໝາະສົມເຈົ້າ ໂດຍອີງຕາມສະພາບການຂອງເຈົ້າ. ຍິ່ງໄປກວ່ານັ້ນ ເຈົ້າຈະຮູ້ຈັກວ່າ ເຈົ້າໄດ້ຮັບພອນ ຫຼື ຖືກລົງໂທດ; ບໍ່ຈຳເປັນຕ້ອງໃຫ້ເຮົາເວົ້າອອກຢ່າງຊັດເຈນ. ຄົນທີ່ໄດ້ຮັບພອນຄວນຊື່ນຊົມຍິນດີ ແລະ ມີຄວາມສຸກ, ໃນຂະນະຄົນທີ່ທົນທຸກກັບການລົງໂທດບໍ່ຄວນໂສກເສົ້າ. ທັງສອງຖືກຈັດແຈງໂດຍມືຂອງເຮົາແລ້ວ, ແຕ່ໂທດເຮົາບໍ່ໄດ້: ມັນຄືການທີ່ເຈົ້າເອງຂາດການຮ່ວມມືກັບເຮົາ ພ້ອມທັງຄວາມລົ້ມເຫຼວຂອງເຈົ້າທີ່ຈະເຂົ້າໃຈວ່າ ເຮົາເປັນພຣະເຈົ້າທີ່ຄົ້ນຫາສ່ວນເລິກສຸດໃນຫົວໃຈຂອງມະນຸດ. ນີ້ແມ່ນສິ່ງທີ່ເຮົາໄດ້ກຳນົດລ່ວງໜ້າ ແລະ ເຈົ້າໄດ້ທຳຮ້າຍຕົນເອງຜ່ານອຸບາຍເລັກໆນ້ອຍໆທີ່ບໍ່ສຳຄັນຂອງເຈົ້າເອງ; ເຈົ້ານໍາສິ່ງນີ້ມາສູ່ຕົນເອງ! ການທີ່ເຈົ້າຄວນຕົກລົງສູ່ດິນແດນມໍລະນາກໍບໍ່ແມ່ນການປະຕິບັດຢ່າງທາລຸນຕໍ່ເຈົ້າ! ນີ້ແມ່ນຜົນໄດ້ຮັບຂອງເຈົ້າ; ນີ້ແມ່ນຜົນຕາມມາຂອງເຈົ້າ!

ລູກຊາຍກົກທີ່ໄດ້ຮັບພອນເອີຍ! ຈົ່ງລຸກຂຶ້ນ ແລະ ຮ້ອງໂຮຢ່າງໄວ! ຈົ່ງລຸກຂຶ້ນ ແລະ ສັນລະເສີນຢ່າງໄວ! ຕັ້ງແຕ່ນີ້ຕໍ່ໄປ, ຈະບໍ່ມີຄວາມຂົມຂື່ນອີກຕໍ່ໄປ ແລະ ບໍ່ມີການທົນທຸກອີກຕໍ່ໄປ; ທຸກສິ່ງແມ່ນຢູ່ໃນມືຂອງພວກເຮົາແລ້ວ. ໃຜກໍຕາມທີ່ມີຄວາມຄິດເຂົ້າກັນກັບເຮົາຢ່າງສົມບູນກໍເປັນຄົນທີ່ເຮົາຮັກ ແລະ ຈະບໍ່ຕ້ອງທົນທຸກໄພພິບັດ. ແມ່ນຫຍັງກໍຕາມທີ່ຫົວໃຈຂອງເຈົ້າປາຖະໜາ, ເຮົາຈະເຮັດໃຫ້ມັນສຳເລັດ (ເຖິງແມ່ນມັນບໍ່ສາມາດເປັນໄປຕາມອຳເພີໃຈໄດ້); ນີ້ແມ່ນພາລະກິດຂອງເຮົາ.

ກ່ອນນີ້: ບົດທີ 68

ຕໍ່ໄປ: ບົດທີ 70

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້