ບົດທີ 68

ພຣະທຳຂອງເຮົາໄດ້ຖືກຈັດຕັ້ງປະຕິບັດໃນທຸກປະເທດ, ທຸກບ່ອນ, ທຸກຊາດ ແລະ ທຸກນິກາຍ; ແລະ ພຣະທຳຂອງເຮົາໄດ້ສຳເລັດລົງໃນທຸກມຸມຕາມເວລາທີ່ກຳນົດໄວ້. ໄພພິບັດຕ່າງໆທີ່ເກີດຂຶ້ນຢູ່ທຸກຫົນທຸກແຫ່ງບໍ່ແມ່ນການຕໍ່ສູ້ລະຫວ່າງຜູ້ຄົນ ຫຼື ພວກເຂົາຕໍ່ສູ້ກັນດ້ວຍອາວຸດ. ຫຼັງຈາກນີ້ຈະບໍ່ມີສົງຄາມອີກຕໍ່ໄປ. ທັງໝົດຢູ່ໃນກຳມືຂອງເຮົາ. ທຸກຄົນຈະພົບກັບການພິພາກສາຂອງເຮົາ ແລະ ຈະສະຫຼາຍໄປໃນທ່າມກາງໄພພິບັດຕ່າງໆ. ໃຫ້ບັນດາຜູ້ທີ່ຕໍ່ຕ້ານເຮົາ ລວມທັງບັນດາຜູ້ທີ່ບໍ່ເອົາໃຈໃສ່ທີ່ຈະຮ່ວມມືກັບເຮົາທົນທຸກກັບຄວາມເຈັບປວດຈາກໄພພິບັດຕ່າງໆ; ປ່ອຍໃຫ້ພວກເຂົາຮ້ອງໄຫ້ ແລະ ກັດແຂ້ວໄປຊົ່ວນິລັນດອນ ແລະ ຢູ່ໃນຄວາມມືດຕະຫຼອດໄປ. ພວກເຂົາຈະບໍ່ມີຊີວິດລອດ. ເຮົາປະຕິບັດດ້ວຍຄວາມກົງໄປກົງມາ ແລະ ດ້ວຍຄວາມຄ່ອງແຄ້ວ ແລະ ເຮົາບໍ່ໄດ້ພິຈາລະນາວ່າໃນອະດີດເຈົ້າເຄີຍມີຄວາມສັດທາຕໍ່ເຮົາຫຼາຍພຽງໃດ; ຕາບໃດທີ່ເຈົ້າຕໍ່ຕ້ານເຮົາ, ມືແຫ່ງການພິພາກສາຂອງເຮົາຈະປ່ອຍຄວາມໂກດຮ້າຍລົງໃສ່ເຈົ້າໂດຍໄວ ໂດຍບໍ່ມີການຊັກຊ້າໃດໆ, ບໍ່ແມ່ນແຕ່ວິນາທີດຽວ ແລະ ປາສະຈາກຄວາມເມດຕາໃດໆ. ເຮົາໄດ້ເວົ້າມາໂດຍຕະຫຼອດວ່າເຮົາແມ່ນພຣະເຈົ້າທີ່ຮັກສາສັດຈະຂອງເຮົາ. ທຸກໆພຣະທຳທີ່ເຮົາກ່າວຈະເປັນຈິງ ແລະ ເຮົາຈະເຮັດໃຫ້ພວກເຈົ້າເຫັນມັນທຸກປະການ. ນີ້ແມ່ນຄວາມໝາຍທີ່ແທ້ຈິງໃນການເຂົ້າສູ່ຄວາມເປັນຈິງໃນທຸກສິ່ງ.

ໄພພິບັດຄັ້ງຍິ່ງໃຫຍ່ຈະບໍ່ເກີດຂຶ້ນກັບລູກຊາຍຂອງເຮົາ ແລະ ກັບຄົນທີ່ເຮົາຮັກຢ່າງແນ່ນອນ. ເຮົາຈະເບິ່ງແຍງລູກຊາຍທັງຫຼາຍຂອງເຮົາໃນທຸກຍາມ ແລະ ທຸກເວລາ. ແນ່ນອນ ພວກເຈົ້າຈະບໍ່ຕ້ອງທົນຕໍ່ຄວາມເຈັບປວດ ແລະ ຄວາມທຸກທໍລະມານດັ່ງກ່າວນັ້ນ. ກົງກັນຂ້າມ, ເຫດຜົນຂອງມັນກໍຄື ເພື່ອເຮັດໃຫ້ລູກຊາຍຂອງເຮົາສົມບູນແບບ ແລະ ເພື່ອຕື່ມເຕັມພຣະທຳຂອງເຮົາໃນຕົວພວກເຂົາ. ດ້ວຍເຫດນັ້ນ ພວກເຈົ້າອາດຈະຮັບຮູ້ຄວາມຍິ່ງໃຫຍ່ຂອງເຮົາ, ຈະເລີນເຕີບໂຕໃນຊີວິດຕໍ່ໄປ, ແບກຫາບພາລະຂອງເຮົາໄດ້ໄວຂຶ້ນ ແລະ ອຸທິດຕົວພວກເຈົ້າທັງໝົດສູ່ຄວາມສຳເລັດໃນແຜນການຄຸ້ມຄອງຂອງເຮົາ. ພວກເຈົ້າຄວນຈະດີໃຈໄປກັບຄວາມຍິນດີ ແລະ ຄວາມສຸກຍ້ອນສິ່ງນີ້. ເຮົາຈະມອບທຸກສິ່ງທຸກຢ່າງໃຫ້ພວກເຈົ້າ ແລະ ອະນຸຍາດໃຫ້ພວກເຈົ້າກຳອຳນາດ; ເຮົາຈະວາງມັນໄວ້ໃນກໍາມືຂອງພວກເຈົ້າ. ຖ້າມັນເປັນຄວາມຈິງທີ່ວ່າ ລູກຊາຍສືບທອດມໍລະດົກທັງໝົດຂອງພໍ່ເຂົາ, ແລ້ວມັນຍິ່ງຈະເປັນຈິງຫຼາຍສໍ່າໃດສໍາລັບພວກເຈົ້າຜູ້ເປັນລູກຊາຍກົກຂອງເຮົາ? ພວກເຈົ້າໄດ້ຮັບການອວຍພອນຢ່າງແທ້ຈິງ. ແທນທີ່ຈະທົນທຸກທໍລະມານກັບໄພພິບັດອັນຍິ່ງໃຫຍ່, ພວກເຈົ້າຈະຊື່ນຊົມກັບການອວຍພອນຢ່າງນິລັນດອນ. ຊ່າງສະຫງ່າລາສີ! ຊ່າງສະຫງ່າລາສີ!

ເພີ່ມຄວາມໄວຂອງເຈົ້າ ແລະ ຕິດຕາມບາດຍ່າງຂອງເຮົາໄປທຸກຫົນແຫ່ງ ແລະ ທຸກເວລາ; ຢ່າໄດ້ຫຼ້າຫຼັງ. ຈົ່ງປ່ອຍໃຫ້ຫົວໃຈຂອງພວກເຈົ້າເຮັດຕາມຫົວໃຈຂອງເຮົາ ແລະ ຈົ່ງປ່ອຍໃຫ້ຄວາມຄິດຂອງພວກເຈົ້າເປັນໄປຕາມຄວາມຄິດຂອງເຮົາ. ຈົ່ງຮ່ວມມືກັບເຮົາ ແລະ ເປັນໜຶ່ງດຽວດ້ວຍຫົວໃຈ ແລະ ຄວາມຄິດ. ກິນກັບເຮົາ, ອາໄສຢູ່ກັບເຮົາ ແລະ ຍິນດີຮ່ວມກັບເຮົາ. ພອນອັນປະເສີດກໍາລັງລໍຖ້າໃຫ້ພວກເຈົ້າໄດ້ຊື່ນຊົມ ແລະ ຮັບເອົາ. ມີຄວາມອຸດົມສົມບູນອັນຫາທີ່ປຽບບໍ່ໄດ້ຢູ່ພາຍໃນຕົວເຮົາ. ບໍ່ໄດ້ກຽມມັນໄວ້ສໍາລັບຄົນອື່ນແມ່ນແຕ່ໜ້ອຍດຽວ; ເຮົາເຮັດສິ່ງນີ້ທັງໝົດກໍເພື່ອບັນດາລູກຊາຍທັງຫຼາຍຂອງເຮົາ.

ປັດຈຸບັນນີ້ ສິ່ງທີ່ເຮົາມີຢູ່ໃນໃຈຂອງເຮົາແມ່ນສິ່ງທີ່ຈະເກີດເປັນຈິງ. ເມື່ອເຖິງເວລາທີ່ເຮົາກ່າວກັບພວກເຈົ້າຈົບລົງ, ເລື່ອງເຫຼົ່ານັ້ນກໍຄົງຈະໄດ້ເຮັດສຳເລັດແລ້ວ. ແທ້ຈິງແລ້ວ, ພາລະກິດດຳເນີນໄປຢ່າງໄວວາ ແລະ ປ່ຽນແປງໄດ້ທຸກໆເວລາ. ຖ້າຄວາມຕັ້ງໃຈຂອງເຈົ້າຊັດເຊພຽງແຕ່ເວລາດຽວ, ປະກົດການ “ຫ່າງເຫີນ” ຈະເກີດຂຶ້ນ ແລະ ເຈົ້າຈະຖືກໂຍນອອກໄປໄກແສນໄກ ແລ້ວສຸດທ້າຍກໍຈະຫ່າງອອກຈາກກະແສນີ້. ຖ້າພວກເຈົ້າບໍ່ສະແຫວງຫາຢ່າງຈິງຈັງ ພວກເຈົ້າຈະເຮັດໃຫ້ຄວາມພະຍາຍາມຢ່າງເຈັບປວດຂອງເຮົານັ້ນເຮັດໄປດ້ວຍໄຮ້ຜົນປະໂຫຍດ. ໃນອະນາຄົດ, ຜູ້ຄົນຈາກປະເທດຕ່າງໆຈະຫຼັ່ງໄຫຼກັນເຂົ້າມາຕະຫຼອດເວລາ: ໃນລະດັບປັດຈຸບັນຂອງພວກເຈົ້າ, ພວກເຈົ້າສາມາດນຳພາພວກເຂົາໄດ້ບໍ? ເຮົາຈະຝຶກພວກເຈົ້າຢ່າງຖີ່ຖ້ວນເພື່ອໃຫ້ກາຍເປັນທະຫານທີ່ດີພາຍໃນເວລາອັນສັ້ນນີ້ ເພື່ອເຮັດໃຫ້ການຝາກຝັງຂອງເຮົາເປັນຈິງ. ເຮົາປາຖະໜາໃຫ້ພວກເຈົ້າສັນລະເສີນພຣະນາມຂອງເຮົາໃນທຸກປະການ ແລະ ເປັນປະຈັກພະຍານອັນປະເສີດໃຫ້ແກ່ເຮົາ. ໃຫ້ບັນດາພວກທີ່ຖືກພວກເຂົາດູຖູກຢືນຢູ່ເໜືອພວກເຂົາໃນວັນນີ້ ເພື່ອນຳພາພວກເຂົາ ແລະ ປົກຄອງພວກເຂົາ. ເຈົ້າເຂົ້າໃຈເຈດຕະນາຂອງເຮົາບໍ? ເຈົ້າຮັບຮູ້ເຖິງຄວາມພະຍາຍາມຢ່າງເຈັບປວດຂອງເຮົາບໍ? ເຮົາເຮັດສິ່ງນີ້ທັງໝົດເພື່ອພວກເຈົ້າ. ມັນພຽງຂຶ້ນຢູ່ກັບວ່າພວກເຈົ້າຈະສາມາດໄດ້ຮັບພອນຂອງເຮົາໄດ້ ຫຼື ບໍ່.

ເຮົາຄືພຣະເຈົ້າຜູ້ຄົ້ນຫາຄວາມຄິດ ແລະ ຫົວໃຈຂອງມະນຸດຊາດ, ເດີນທາງໄປຈົນສຸດຂອບໂລກ. ໃຜແດ່ທີ່ຈະກ້າບໍ່ຮັບໃຊ້ເຮົາ? ມີຄວາມກົດດັນຢ່າງສູງທ່າມກາງບັນດາປະເທດຕ່າງໆ ແລະ ພວກເຂົາຕໍ່ສູ້ຢ່າງຂົມຂື່ນ, ແຕ່ຢ່າງໃດກໍຕາມ ສຸດທ້າຍແລ້ວ ພວກເຂົາຈະບໍ່ໜີພົ້ນຈາກເງື່ອມມືຂອງເຮົາໄດ້. ແນ່ນອນ ເຮົາຈະບໍ່ປ່ອຍໃຫ້ພວກເຂົາອອກໄປຢ່າງງ່າຍດາຍ. ເຮົາຈະນຳພວກເຂົາໄປສູ່ການພິພາກສາເທື່ອລະຄົນອີງຕາມການກະທໍາຂອງພວກເຂົາ, ຕາມສະຖານະທາງໂລກ ແລະ ຄວາມເພິ່ງພໍໃຈທາງໂລກ. ເຮົາຈະບໍ່ຍົກເວັ້ນຜູ້ໃດ. ຄວາມໂກດຮ້າຍຂອງເຮົາໄດ້ເລີ່ມຖືກເປີດເຜີຍ ແລະ ມັນຈະຕົກລົງໃສ່ພວກເຂົາທຸກຄົນ. ທັງໝົດຈະເກີດເປັນຈິງກັບພວກເຂົາເທຶ່ອລະຄົນ ແລະ ພວກເຂົາແມ່ນໄດ້ນຳເອົາສິ່ງເຫຼົ່ານີ້ທັງໝົດມາສູ່ຕົວພວກເຂົາເອງ. ຜູ້ຄົນທີ່ບໍ່ໄດ້ຮູ້ຈັກເຮົາ ແລະ ໝີ່ນປະໝາດເຮົາໃນອະດີດ ຕອນນີ້ຈະພົບກັບການພິພາກສາຂອງເຮົາ. ສ່ວນບັນດາຜູ້ທີ່ໄດ້ຂົ່ມເຫັງລູກໆຂອງເຮົາ, ເຮົາຈະຕີສອນພວກເຂົາເປັນພິເສດອີງຕາມສິ່ງທີ່ພວກເຂົາໄດ້ເວົ້າ ແລະ ໄດ້ເຮັດຜ່ານມາ. ເຮົາຈະບໍ່ຍົກເວັ້ນແມ່ນແຕ່ເດັກນ້ອຍ. ຜູ້ຄົນເຫຼົ່ານີ້ທັງໝົດແມ່ນຕະກູນຂອງຊາຕານ. ເຖິງແມ່ນວ່າພວກເຂົາບໍ່ໄດ້ເວົ້າ ແລະ ເຮັດຫຍັງກໍຕາມ, ຖ້າສ່ວນເລິກໆພວກເຂົາເຊື່ອງຊ້ອນຄວາມກຽດຊັງຕໍ່ລູກໆຂອງເຮົາ, ເຮົາຈະບໍ່ເກັບພວກເຂົາໄວ້ແມ່ນແຕ່ຄົນດຽວ. ເຮົາຈະເຮັດໃຫ້ພວກເຂົາທັງໝົດເຫັນວ່າ ພວກເຮົາບັນດາກຸ່ມຄົນເຫຼົ່ານີ້ຄືຜູ້ທີ່ປົກຄອງ ແລະ ຜູ້ມີອຳນາດໃນວັນນີ້; ມັນບໍ່ແມ່ນພວກເຂົາຢ່າງແນ່ນອນ. ດ້ວຍເຫດນີ້, ມັນຍິ່ງສໍາຄັນຫຼາຍກວ່າທີ່ເຈົ້າຈະອຸທິດກໍາລັງທັງໝົດຂອງພວກເຈົ້າ ແລະ ສະຫຼະຕົວພວກເຈົ້າເອງໃຫ້ແກ່ເຮົາຢ່າງຈິງໃຈ ເພື່ອພວກເຈົ້າຈະສັນລະເສີນ ແລະ ເປັນພະຍານໃຫ້ແກ່ພຣະນາມຂອງເຮົາໃນທຸກແຫ່ງຫົນ, ທຸກມຸມ, ທຸກສາສະໜາ, ທຸກນິກາຍ ແລະ ເຜີຍແຜ່ມັນໄປຈົນສຸດຂອບຈັກກະວານທັງໝົດ ແລະ ສຸດແຜ່ນດິນໂລກ!

ກ່ອນນີ້: ບົດທີ 67

ຕໍ່ໄປ: ບົດທີ 69

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້