ບົດທີ 67

ລູກຊາຍຂອງເຮົາປາກົດຢ່າງເປີດເຜີຍ ແລະ ຕໍ່ໜ້າທຸກຄົນ. ເຮົາຈະຂ້ຽນຕີຄົນໃດກໍຕາມທີ່ກ້າທ້າທາຍພວກເຂົາແບບເປີດເຜີຍຢ່າງຮຸນແຮງ; ນັ້ນເປັນສິ່ງທີ່ແນ່ນອນ. ມື້ນີ້, ທຸກຄົນທີ່ສາມາດລຸກຂຶ້ນ ແລະ ລ້ຽງດູຄຣິສຕະຈັກ ກໍໄດ້ບັນລຸສະຖານະຂອງລູກຊາຍກົກແລ້ວ ແລະ ຢູ່ຮ່ວມກັບເຮົາຢ່າງມີສະຫງ່າລາສີໃນຕອນນີ້, ທຸກສິ່ງທີ່ເປັນຂອງເຮົາກໍເປັນຂອງພວກເຈົ້າເຊັ່ນກັນ. ເຮົາປະທານຄວາມກະລຸນາຢ່າງເຫຼືອລົ້ນມາເຖິງທຸກຄົນທີ່ຍອມຕໍ່ເຮົາຢ່າງຈິງໃຈ, ເພື່ອເຈົ້າອາດຈະຍິ່ງໃຫຍ່, ຢູ່ເໜືອກຳລັງຂອງມະນຸດຄົນອື່ນໆ. ຄວາມປະສົງທັງໝົດຂອງເຮົາມາເຖິງພວກເຈົ້າ ຜູ້ເຊິ່ງເປັນລູກຊາຍກົກ ແລະ ເຮົາພຽງແຕ່ປາຖະໜາໃຫ້ພວກເຈົ້າເປັນຜູ້ໃຫຍ່ຢ່າງໄວເທົ່າທີ່ຈະໄວໄດ້ ແລະ ເຮັດສິ່ງທີ່ເຮົາຝາກຝັງໄວ້ກັບເຈົ້ານັ້ນໃຫ້ສຳເລັດ. ຈົ່ງຮູ້ສິ່ງນີ້ໄວ້! ສິ່ງທີ່ເຮົາໄດ້ຝາກຝັງໄວ້ກັບພວກເຈົ້າກໍຄືໂຄງການສຸດທ້າຍຂອງແຜນການຄຸ້ມຄອງຂອງເຮົາ. ເຮົາພຽງແຕ່ຫວັງໃຫ້ພວກເຈົ້າສາມາດຖວາຍການເປັນຢູ່ທັງໝົດຂອງເຈົ້າໃຫ້ກັບເຮົາ ດ້ວຍສຸດໃຈ, ສຸດຄວາມຄິດ ແລະ ສຸດກຳລັງຂອງເຈົ້າ ແລະ ເສຍສະຫຼະທຸກສິ່ງເພື່ອເຮົາ. ເວລາບໍ່ໄດ້ລໍຖ້າໃຜແທ້ໆ ແລະ ບໍ່ມີໃຜ, ບໍ່ມີເຫດການໃດ ແລະ ບໍ່ມີສິ່ງໃດສາມາດຂັດຂວາງພາລະກິດຂອງເຮົາໄດ້. ຈົ່ງຮູ້ສິ່ງນີ້ໄວ້! ພາລະກິດຂອງເຮົາຄືບໜ້າຢ່າງລາບລື່ນໂດຍບໍ່ມີການກີດຂວາງໃນທຸກບາດກ້າວ.

ບາດກ້າວຂອງເຮົາຢຽບໄປທົ່ວຈັກກະວານ ແລະ ສຸດປາຍແຜ່ນດິນໂລກ, ຕາຂອງເຮົາກວດສອບແຕ່ລະຄົນຢ່າງສະໝໍ່າສະເໝີ ແລະ ຍິ່ງໄປກວ່ານັ້ນ ເຮົາເຝົ້າເບິ່ງຈັກກະວານໂດຍລວມ. ໃນຄວາມເປັນຈິງແລ້ວ ພຣະທຳຂອງເຮົາດຳເນີນໄປທົ່ວທຸກມຸມຂອງຈັກກະວານ. ໃຜກໍຕາມທີ່ກ້າບໍ່ໃຫ້ບໍລິການແກ່ເຮົາ, ໃຜກໍຕາມທີ່ກ້າບໍ່ຊື່ສັດຕໍ່ເຮົາ, ໃຜກໍຕາມທີ່ກ້າຕັດສິນນາມຂອງເຮົາ ແລະ ໃຜກໍຕາມທີ່ກ້າດ່າ ແລະ ໃສ່ຮ້າຍປ້າຍສີລູກຊາຍຂອງເຮົາ, ຄົນທີ່ສາມາດເຮັດສິ່ງດັ່ງກ່າວແທ້ໆແມ່ນຕ້ອງຜະເຊີນກັບການພິພາກສາຢ່າງຮຸນແຮງ. ການພິພາກສາຂອງເຮົາຈະເກີດຂຶ້ນຢ່າງສົມບູນ ເຊິ່ງໝາຍຄວາມວ່າ ຕອນນີ້ເປັນຍຸກແຫ່ງການພິພາກສາ ແລະ ຜ່ານການສັງເກດຢ່າງລະມັດລະວັງ ເຈົ້າຈະພົບວ່າ ການພິພາກສາຂອງເຮົາແຜ່ຂະຫຍາຍອອກໄປທົ່ວໂລກຈັກກະວານ. ແນ່ນອນ ເຮືອນຂອງເຮົາກໍບໍ່ໄດ້ຖືກລະເວັ້ນ; ການພິພາກສາຈະມາເຖິງຄົນທີ່ມີຄວາມຄິດ, ຄຳເວົ້າ ແລະ ການກະທຳທີ່ບໍ່ສອດຄ່ອງກັບຄວາມປະສົງຂອງເຮົາ. ໃຫ້ເຂົ້າໃຈໄວ້! ການພິພາກສາຂອງເຮົາແນໃສ່ໂລກຈັກກະວານທັງປວງ, ບໍ່ແມ່ນໜຶ່ງກຸ່ມຄົນ ຫຼື ສິ່ງຂອງເທົ່ານັ້ນ. ເຈົ້າເຂົ້າໃຈສິ່ງນີ້ບໍ? ຖ້າເລິກໆໃນພາຍໃນ ເຈົ້າມີແນວຄິດທີ່ຂັດແຍ້ງກ່ຽວກັບເຮົາ, ແລ້ວເຈົ້າກໍຈະຖືກພິພາກສາຢູ່ພາຍໃນທັນທີ.

ການພິພາກສາຂອງເຮົາມາໃນທຸກຮູບແບບ ແລະ ທຸກລັກສະນະ. ຈົ່ງຮູ້ສິ່ງນີ້ໄວ້! ເຮົາເປັນພຣະເຈົ້າໜຶ່ງດຽວ ແລະ ມີສະຕິປັນຍາໃນໂລກຈັກກະວານ! ບໍ່ມີຫຍັງທີ່ຢູ່ເໜືອລິດອຳນາດຂອງເຮົາ. ການພິພາກສາທຸກຢ່າງຂອງເຮົາຖືກເປີດເຜີຍໃຫ້ກັບພວກເຈົ້າ: ຖ້າພວກເຈົ້າມີຄວາມຄິດທີ່ຂັດແຍ້ງກ່ຽວກັບເຮົາ, ເຮົາກໍຈະສ່ອງແສງສະຫວ່າງໃຫ້ແກ່ເຈົ້າ ເພື່ອເປັນການເຕືອນ. ຖ້າເຈົ້າບໍ່ຟັງ, ແລ້ວເຮົາກໍຈະປະຖິ້ມເຈົ້າທັນທີ (ໃນນີ້ ເຮົາບໍ່ໄດ້ໝາຍເຖິງການສົງໄສນາມຂອງເຮົາ, ແຕ່ສົງໄສພຶດຕິກຳພາຍນອກທີ່ກ່ຽວຂ້ອງກັບຄວາມສຸກທາງເນື້ອໜັງ). ຖ້າຄວາມຄິດຂອງເຈົ້າທ້າທາຍເຮົາ, ເຈົ້າຕໍ່ວ່າເຮົາ, ຖ້າເຈົ້າຍອມຮັບເອົາແນວຄິດຂອງຊາຕານຄັ້ງແລ້ວຄັ້ງເລົ່າ ແລະ ຖ້າເຈົ້າບໍ່ປະຕິບັດຕາມຄວາມຮູ້ສຶກແຫ່ງຊີວິດ, ແລ້ວວິນຍານຂອງເຈົ້າກໍຈະຢູ່ໃນຄວາມມືດ ແລະ ເນື້ອໜັງຂອງເຈົ້າກໍຈະທົນທຸກກັບຄວາມເຈັບປວດ. ເຈົ້າຕ້ອງຫຍັບເຂົ້າໃກ້ເຮົາຫຼາຍຂຶ້ນ. ເຈົ້າຈະບໍ່ສາມາດຟື້ນຟູສູ່ສະພາບປົກກະຕິຂອງເຈົ້າໃນເວລາໜຶ່ງມື້ ຫຼື ສອງມື້ຢ່າງແນ່ນອນ ແລະ ຊີວິດຂອງເຈົ້າຈະລ້າຊ້າຢ່າງເຫັນໄດ້ຊັດຫຼາຍ. ສຳລັບຄົນທີ່ເວົ້າຢ່າງເສເພ ເຮົາຈະລົງວິໄນປາກ ແລະ ລີ້ນຂອງພວກເຈົ້າ ແລະ ເຮັດໃຫ້ລີ້ນຂອງພວກເຈົ້າຜະເຊີນກັບການຈັດການ. ຄົນທີ່ກະທຳຢ່າງເສເພໂດຍບໍ່ມີຂອບເຂດ ເຮົາຈະເຕືອນພວກເຈົ້າໃນວິນຍານຂອງພວກເຈົ້າ ແລະ ເຮົາຈະຂ້ຽນຕີຄົນທີ່ບໍ່ຟັງຢ່າງຮຸນແຮງ. ຄົນທີ່ຕັດສິນ ແລະ ທ້າທາຍເຮົາຢ່າງເປີດເຜີຍ ໝາຍເຖິງຄົນທີ່ສະແດງຄວາມບໍ່ເຊື່ອຟັງດ້ວຍຄຳເວົ້າ ຫຼື ດ້ວຍການກະທຳ, ເຮົາຈະກຳຈັດ ແລະ ປະຖິ້ມພວກເຂົາໂດຍສິ້ນເຊີງ, ເຮັດໃຫ້ພວກເຂົາຈິບຫາຍ ແລະ ສູນເສຍພອນສູງສຸດ; ຄົນເຫຼົ່ານີ້ແມ່ນຄົນທີ່ຖືກກຳຈັດຫຼັງຈາກຖືກເລືອກ. ສຳລັບຄົນທີ່ເມີນເສີຍ ໝາຍເຖິງຄົນທີ່ມີນິມິດບໍ່ຊັດເຈນ, ເຮົາຈະສ່ອງແສງສະຫວ່າງໃຫ້ພວກເຂົາ ແລະ ຊ່ວຍພວກເຂົາໃຫ້ລອດພົ້ນ; ເຖິງຢ່າງໃດກໍຕາມ ຄົນທີ່ເຂົ້າໃຈຄວາມຈິງ ແຕ່ຍັງບໍ່ທັນນໍາໄປປະຕິບັດ ກໍຈະຖືກປົກຄອງຕາມກົດລະບຽບທີ່ກ່າວມາຂ້າງເທິງ ບໍ່ວ່າພວກເຂົາຈະເມີນເສີຍ ຫຼື ບໍ່ກໍຕາມ. ແຕ່ສຳລັບຄົນເຫຼົ່ານັ້ນທີ່ມີເຈດຕະນາຜິດຕັ້ງແຕ່ຕອນເລີ່ມຕົ້ນ, ເຮົາຈະເຮັດໃຫ້ພວກເຂົາບໍ່ສາມາດເຂົ້າໃຈຄວາມເປັນຈິງຕະຫຼອດໄປ ແລະ ໃນທີ່ສຸດແລ້ວ ພວກເຂົາກໍຈະຖືກກຳຈັດເທື່ອລະໜ້ອຍ, ເທື່ອລະຄົນ. ບໍ່ມີໃຜທີ່ຈະຄົງຢູ່, ເຖິງແມ່ນວ່າພວກເຂົາຄົງຢູ່ໃນຕອນນີ້ໂດຍການຈັດແຈງຂອງເຮົາ (ຍ້ອນເຮົາບໍ່ເຮັດສິ່ງຕ່າງໆຢ່າງຟ້າວຟັ່ງ, ແຕ່ໃນຮູບແບບທີ່ເປັນລະບົບລະບຽບ).

ການພິພາກສາຂອງເຮົາຖືກເປີດເຜີຍຢ່າງສົມບູນ; ມັນແນໃສ່ຫຼາກຫຼາຍຄົນ ຜູ້ທີ່ຕ້ອງຮັບຕໍາແໜ່ງທີ່ເໝາະສົມຂອງພວກເຂົາທັງໝົດ. ເຮົາຈະປົກຄອງ ແລະ ພິພາກສາຜູ້ຄົນຕາມກົດລະບຽບທີ່ພວກເຂົາໄດ້ທຳລາຍ. ແຕ່ສຳລັບຄົນທີ່ບໍ່ໄດ້ຢູ່ໃນນາມນີ້ ແລະ ບໍ່ຍອມຮັບພຣະຄຣິດແຫ່ງຍຸກສຸດທ້າຍ ກໍຈະພຽງກົດລະບຽບດຽວ: ເຮົາຈະເອົາຈິດໃຈ, ວິນຍານ ແລະ ຮ່າງກາຍຂອງຄົນທີ່ທ້າທາຍເຮົາທັນທີ ແລະ ໂຍນພວກເຂົາລົງໃນດິນແດນມໍລະນາ; ໃຜກໍຕາມທີ່ບໍ່ໄດ້ທ້າທາຍເຮົາ, ເຮົາຈະລໍຖ້າໃຫ້ພວກເຈົ້າເຕີບໂຕກ່ອນທີ່ຈະປະຕິບັດການພິພາກສາຄັ້ງທີສອງ. ພຣະທຳຂອງເຮົາອະທິບາຍທຸກສິ່ງຢ່າງຊັດເຈນທີ່ສຸດ ແລະ ບໍ່ມີຫຍັງທີ່ລີ້ລັບ. ເຮົາພຽງແຕ່ຫວັງວ່າ ພວກເຈົ້າຈະສາມາດຈື່ຂຶ້ນໃຈຢູ່ຕະຫຼອດເວລາ!

ກ່ອນນີ້: ບົດທີ 66

ຕໍ່ໄປ: ບົດທີ 68

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້