ບົດທີ 66

ພາລະກິດຂອງເຮົາສືບຕໍ່ຈົນເຖິງຂັ້ນຕອນນີ້ ແລະ ທັງໝົດລ້ວນແລ້ວແຕ່ປະຕິບັດຕາມການຈັດແຈງທີ່ເຕັມໄປດ້ວຍສະຕິປັນຍາຈາກກໍາມືຂອງເຮົາ ແລະ ທັງໝົດມັນເປັນຄວາມສຳເລັດທີ່ຍິ່ງໃຫຍ່ຂອງເຮົາ. ແມ່ນໃຜທ່າມກາງມະນຸດຊາດທີ່ສາມາດເຮັດສິ່ງດັ່ງກ່າວນັ້ນໄດ້ແດ່? ກົງກັນຂ້າມ ມັນບໍ່ແມ່ນໃນກໍລະນີທີ່ຜູ້ຄົນລົບກວນການຈັດການຂອງເຮົາບໍ? ເຖິງຢ່າງໃດກໍຕາມ ເຈົ້າຕ້ອງຮູ້ວ່າ ບໍ່ມີຄົນໃດສາມາດປະຕິບັດພາລະກິດຂອງເຮົາແທນເຮົາໄດ້, ແລ້ວແຮງໄກທີ່ຈະຂັດຂວາງພາລະກິດນັ້ນໄດ້ ນັ້ນກໍຍ້ອນວ່າ ບໍ່ມີຜູ້ໃດເລີຍທີ່ສາມາດກ່າວ ຫຼື ເຮັດສິ່ງຕ່າງໆທີ່ເຮົາເຮັດ ແລະ ກ່າວໄດ້. ເຖິງສິ່ງນີ້ເປັນຄວາມຈິງ, ຜູ້ຄົນກໍຍັງບໍ່ຮູ້ຈັກເຮົາ, ເຮົາຜູ້ທີ່ມີສະຕິປັນຍາ, ຜູ້ທີ່ເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດ! ພາຍນອກ ເຈົ້າບໍ່ກ້າທ້າທາຍເຮົາຢ່າງເປີດເຜີຍ, ແຕ່ໃນຫົວໃຈຂອງເຈົ້າ ແລະ ໃນຄວາມຄິດຂອງເຈົ້າ, ເຈົ້າຕັ້ງຕົນເອງເປັນປໍລະປັກຕໍ່ເຮົາ. ຄົນໂງ່ເອີຍ! ເຈົ້າບໍ່ຮູ້ບໍວ່າ ເຮົາເປັນພຣະເຈົ້າທີ່ເຝົ້າເບິ່ງສ່ວນເລິກສຸດໃນຫົວໃຈຂອງມະນຸດ? ເຈົ້າບໍ່ຮູ້ບໍວ່າ ເຮົາເຝົ້າເບິ່ງຄຳເວົ້າ ແລະ ການກະທຳທຸກຢ່າງຂອງເຈົ້າ? ເຮົາຂໍເວົ້າກັບເຈົ້າດັ່ງນີ້: ເຮົາຈະບໍ່ກ່າວພຣະທຳອັນອ່ອນໂຍນອອກຈາກຮີມສົບຂອງເຮົາອີກຕໍ່ໄປ. ກົງກັນຂ້າມ ມັນຈະເປັນພຣະທຳແຫ່ງການພິພາກສາຢ່າງໜັກ ແລະ ເຮົາຈະເບິ່ງວ່າ ເຈົ້າສາມາດທົນຕໍ່ພຣະທຳເຫຼົ່ານັ້ນໄດ້ ຫຼື ບໍ່. ຕັ້ງແຕ່ນີ້ຕໍ່ໄປ, ຄົນທີ່ມີຫົວໃຈທີ່ບໍ່ໃກ້ຊິດກັບເຮົາ ໝາຍເຖິງຄົນທີ່ບໍ່ມີຄວາມຮັກຢ່າງຈິງໃຈສຳລັບເຮົາແມ່ນຄົນທີ່ທ້າທ້າຍເຮົາຢ່າງເປີດເຜີຍ.

ໃນປັດຈຸບັນ, ພາລະກິດຂອງພຣະວິນຍານບໍລິສຸດໄດ້ມາເຖິງຈຸດທີ່ຈະບໍ່ມີການນໍາໃຊ້ວິທີການແບບເກົ່າອີກຕໍ່ໄປ; ກົງກັນຂ້າມ ວິທີການໃໝ່ແມ່ນກໍາລັງຖືກປະຕິບັດແທນ. ຄົນທີ່ບໍ່ຮ່ວມມືກັບເຮົາຢ່າງເດັດຂາດ ແລະ ຢ່າງຫ້າວຫັນຈະຕົກລົງສູ່ແດນມໍລະນາ ເຊິ່ງເປັນເຫວເລິກແຫ່ງຄວາມຕາຍ (ແລະ ຄົນເຫຼົ່ານີ້ຈະທົນທຸກຈາກການຕົກນະຮົກຕະຫຼອດໄປ). ວິທີການໃໝ່ເປັນຄືດັ່ງນີ້: ຖ້າຫົວໃຈ ແລະ ຄວາມຄິດຂອງເຈົ້າບໍ່ຖືກຕ້ອງ ແລ້ວການພິພາກສາຂອງເຮົາກໍຈະເກີດຂຶ້ນກັບເຈົ້າທັນທີ. ນີ້ລວມທັງການຍຶດຕິດຢູ່ກັບໂລກ, ຄວາມຮັ່ງມີ, ຄອບຄົວ, ສາມີ, ພັນລະຍາ, ລູກໆ, ພໍ່ແມ່, ການກິນ ແລະ ດື່ມ, ເຄື່ອງນຸ່ງ ແລະ ທຸກສິ່ງທີ່ບໍ່ແມ່ນພາກສ່ວນຂອງຂອບເຂດຝ່າຍວິນຍານ. ຄວາມສະຫວ່າງຂອງໄພ່ພົນຈະສາມາດເຫັນແຈ້ງຫຼາຍຍິ່ງຂຶ້ນ ນັ້ນກໍຄື ຄວາມຮູ້ສຶກກ່ຽວກັບຊີວິດຈະຍິ່ງຈະແຈ້ງຫຼາຍຂຶ້ນ ແລະ ຈະເຄື່ອນຍ້າຍຢູ່ຕະຫຼອດເວລາ. ໃຜກໍຕາມທີ່ກໍ່ໃຫ້ເກີດການລົບກວນແມ່ນແຕ່ໜ້ອຍດຽວຈະໄດ້ຮັບຄວາມພິນາດລົ້ມລົງຢ່າງຮ້າຍແຮງ ແລະ ຈະລ້າຊ້າຫຼາຍໃນສະໜາມແຂ່ງຂັນແຫ່ງຊີວິດ. ຄົນທີ່ເສີຍເມີຍ ຜູ້ທີ່ບໍ່ສະແຫວງຫາດ້ວຍຄວາມອຸທິດຕົນ ເຮົາຈະປະຖິ້ມໝົດທຸກຄົນ ແລະ ເບິ່ງຂ້າມພວກເຂົາທຸກຄົນໂດຍບໍ່ລະເວັ້ນ. ພວກເຂົາຈະຕ້ອງຖືກເຮັດໃຫ້ທົນທຸກຢູ່ກັບຄວາມພິນາດເປັນເວລາພັນປີ. ສໍາລັບຄົນທີ່ສະແຫວງຫາຢ່າງກະຕືລືລົ້ນ ນັ້ນກໍຄື ຄົນທີ່ມຸ່ງໝັ້ນຢູ່ສະເໝີ ເຮົາຈະໂຍນຖິ້ມຄວາມໄຮ້ດຽງສາຂອງພວກເຂົາ ແລະ ເຮັດໃຫ້ພວກເຂົາຊື່ສັດຕໍ່ເຮົາ. ຍິ່ງໄປກວ່ານັ້ນ ພວກເຂົາຈະມີສະຕິປັນຍາ ແລະ ຄວາມສະຫຼາດ ແລະ ດ້ວຍເຫດນັ້ນພວກເຂົາກໍຈະສະແຫວງຫາດ້ວຍຄວາມເຊື່ອຫຼາຍຂຶ້ນ. ເຮົາເພີ່ມການອວຍພອນຂອງເຮົາໃຫ້ກັບລູກຊາຍກົກຂອງເຮົາທຸກຄົນເປັນສອງເທົ່າ ແລະ ຄວາມຮັກຂອງເຮົາຈະມາເຖິງເຈົ້າຢູ່ຕະຫຼອດເວລາ. ເຮົາເຝົ້າເບິ່ງດູແລເຈົ້າ ແລະ ປົກປ້ອງເຈົ້າຢູ່ສະເໝີ ແລະ ເຮົາຈະບໍ່ຍອມໃຫ້ພວກເຈົ້າຕົກຢູ່ໃນດາງແຫຂອງຊາຕານ. ເຮົາໄດ້ເລີ່ມລົງມືປະຕິບັດພາລະກິດຂອງເຮົາທ່າມກາງທຸກຄົນ; ນັ້ນກໍຄື ເຮົາໄດ້ເພີ່ມໂຄງການພາລະກິດອື່ນອີກ. ຄົນເຫຼົ່ານີ້ເປັນຄົນທີ່ຈະໃຫ້ການຮັບໃຊ້ພຣະຄຣິດເປັນເວລາຫຼາຍພັນປີ ແລະ ຜູ້ຄົນຈຳນວນຫຼວງຫຼາຍຈະບຽດກັນເຂົ້າສູ່ອານາຈັກຂອງເຮົາ.

ລູກຊາຍຂອງເຮົາເອີຍ, ພວກເຈົ້າຕ້ອງເພີ່ມທະວີການຝຶກຝົນຂອງພວກເຈົ້າ. ມີພາລະກິດຢ່າງຫຼວງຫຼາຍທີ່ກຳລັງລໍຖ້າພວກເຈົ້າ, ພາລະກິດທີ່ພວກເຈົ້າຕ້ອງປະຕິບັດ ແລະ ເຮັດໃຫ້ສຳເລັດ. ເຮົາພຽງແຕ່ປາຖະໜາໃຫ້ພວກເຈົ້າຮີບຟ້າວເຕີບໂຕເປັນຜູ້ໃຫຍ່ ເພື່ອວ່າພວກເຈົ້າຈະ ສຳເລັດພາລະກິດທີ່ເຮົາໄດ້ຝາກຝັງໄວ້ກັບພວກເຈົ້າ. ນີ້ແມ່ນຄວາມຮັບຜິດຊອບອັນສັກສິດຂອງພວກເຈົ້າ ແລະ ມັນຄືໜ້າທີ່ໆພວກເຈົ້າ ຜູ້ທີ່ເປັນລູກຊາຍກົກຂອງເຮົາຄວນປະຕິບັດ. ເຮົາຈະປົກປ້ອງພວກເຈົ້າຈົນພວກເຈົ້າໄປເຖິງປາຍທາງ ແລະ ເຮົາຈະປົກປ້ອງພວກເຈົ້າ ເພື່ອວ່າພວກເຈົ້າຈະໄດ້ຮັບຄວາມສຸກຄຽງຂ້າງເຮົາຕະຫຼອດໄປ! ພວກເຈົ້າແຕ່ລະຄົນຄວນມີຄວາມເຂົ້າໃຈໃນຄວາມຈິງທີ່ເຮົາໄດ້ຈັດກຽມການເສຍສະຫຼະຫຼາຍຢ່າງ ແລະ ຈັດແຈງສະພາບແວດລ້ອມຫຼາຍປະການ, ທຸກຢ່າງແມ່ນເພື່ອເຮັດໃຫ້ພວກເຈົ້າສົມບູນ. ພວກເຈົ້າຕ້ອງຮູ້ຈັກວ່າ ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນການອວຍພອນຂອງເຮົາ, ບໍ່ແມ່ນບໍ? ພວກເຈົ້າລ້ວນແລ້ວແຕ່ເປັນລູກຊາຍອັນເປັນທີ່ຮັກຂອງເຮົາ. ຕາບໃດທີ່ພວກເຈົ້າຮັກເຮົາຢ່າງຈິງໃຈ ແລ້ວເຮົາກໍຈະບໍ່ປະຖິ້ມພວກເຈົ້າແມ່ນແຕ່ຄົນດຽວ, ແຕ່ວ່າສິ່ງນີ້ແມ່ນຂຶ້ນຢູ່ກັບວ່າ ພວກເຈົ້າຈະສາມາດຮ່ວມມືກັບເຮົາໄດ້ຢ່າງສັນຕິ ຫຼື ບໍ່.

ກ່ອນນີ້: ບົດທີ 65

ຕໍ່ໄປ: ບົດທີ 67

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້