ເປັນອິດສະຫຼະຈາກຄວາມອິດສາ
ໃນຕອນຕົ້ນປີ 2021, ຂ້ອຍຮັບໃຊ້ເປັນນັກເທດສະໜາ ແລະ ເປັນຄູ່ຮ່ວມງານກັບອ້າຍແມັດທິວເພື່ອຄວບຄຸມດູແລວຽກຂອງຄຣິສຕະຈັກ. ຂ້ອຍຫາກໍເລີ່ມຕົ້ນໃນໜ້າທີ່ນັ້ນ ແລະ ມີຫຼາຍຢ່າງທີ່ຂ້ອຍຍັງບໍ່ເຂົ້າໃຈ, ດັ່ງນັ້ນ ຂ້ອຍຈຶ່ງມາຫາລາວເລື້ອຍໆພ້ອມດ້ວຍຄຳຖາມ. ໃນຊ່ວງເວລານັ້ນ, ແມັດທິວມັກຈະບອກຂ້ອຍກ່ຽວກັບອຸປະນິໄສເສື່ອມຊາມທີ່ລາວສະແດງອອກໃນໜ້າທີ່ຂອງລາວ. ເມື່ອເວລາຜ່ານໄປ, ຂ້ອຍກໍດູຖູກລາວ. ຂ້ອຍຄິດວ່າຂ້ອຍບໍ່ໄດ້ເສື່ອມຊາມຄືກັບລາວ ແລະ ມັນບໍ່ເປັນປະໂຫຍດສຳລັບຂ້ອຍທີ່ຈະເປັນຄູ່ຮ່ວມງານກັບລາວ. ຂ້ອຍຄິດວ່າຂ້ອຍດີກວ່າລາວ. ຂ້ອຍເຖິງກັບຄິດວ່າ: “ລາວກາຍເປັນນັກເທດສະໜາກ່ອນໄດ້ແນວໃດ? ຂ້ອຍເຄີຍເປັນຜູ້ນຳຂອງລາວ. ຂ້ອຍຄວນຈະເປັນຄົນບອກລາວວ່າຈະເປັນນັກເທດສະໜາແນວໃດ, ບໍ່ແມ່ນໃນທາງກົງກັນຂ້າມ. ເນື່ອງຈາກວ່າລາວກາຍເປັນນັກເທດສະໜາກ່ອນ, ທຸກຄົນຈຶ່ງເທີດທູນລາວຫຼາຍຂຶ້ນ”. ຂ້ອຍບໍ່ສາມາດຍອມຮັບເລື່ອງນີ້ໄດ້ ແລະ ຂ້ອຍຮູ້ວ່າຂ້ອຍສາມາດເຮັດໄດ້ດີກວ່າລາວ. ເພື່ອໃຫ້ເໜືອກວ່າລາວ, ຂ້ອຍມັກຈະປຽບທຽບວຽກຂອງພວກເຮົາ. ຕົວຢ່າງ, ເມື່ອແມັດທິວບອກຂ້ອຍວ່າລາວບໍ່ມີເວລາພຽງພໍທີ່ຈະຕິດຕາມວຽກງານທັງໝົດຂອງລາວ, ຂ້ອຍກໍມີຄວາມສຸກ, ໂດຍຮູ້ວ່າ ຂ້ອຍໄດ້ຕິດຕາມທຸກວຽກທີ່ຂ້ອຍຮັບຜິດຊອບແລ້ວ ແລະ ດ້ວຍເຫດນີ້, ຜູ້ນຳຂັ້ນສູງຈະເທີດທູນຂ້ອຍ. ເຖິງຢ່າງໃດກໍຕາມ, ຂ້ອຍກໍປະຫຼາດໃຈວ່າ ແມັດທິວເຮັດໄດ້ດີໃນວຽກທີ່ລາວຮັບຜິດຊອບ. ມື້ໜຶ່ງ, ຜູ້ນຳໄດ້ມອບໝາຍໃຫ້ພວກເຮົາ ຜູ້ນໍາໄດ້ມອບໝາຍໃຫ້ພວກເຮົາເພື່ອກໍານົດເອົາບາງຄົນທີ່ສາມາດໄດ້ຮັບການຝຶກຝົນເປັນຜູ້ເຮັດການລ້ຽງດູ. ໃນພຽງສອງມື້, ແມັດທິວໄດ້ຫາຜູ້ສະໝັກໄດ້ 3 ຄົນແລ້ວ. ຂ້ອຍຕົກໃຈໂດຍຄິດວ່າ: “ຂ້ອຍຕ້ອງໄປ. ຢ່າງໜ້ອຍທີ່ສຸດຂ້ອຍຕ້ອງຫາໃຫ້ໄດ້ສ່ຳກັບຈຳນວນຂອງແມັດທິວ. ບໍ່ດັ່ງນັ້ນ, ລາວຈະໄດ້ຮັບຄຳຍົກຍ້ອງຫຼາຍກວ່າຂ້ອຍ”. ດັ່ງນັ້ນ, ໃນເວລາພຽງສາມມື້, ຂ້ອຍຫາໄດ້ເຈັດຄົນ. ຂ້ອຍຮູ້ສຶກພໍໃຈຫຼາຍ ຍ້ອນຂ້ອຍເຮັດໄດ້ດີກວ່າແມັດທິວ. ແຕ່ເມື່ອຜູ້ນຳມາຖາມຂ້ອຍກ່ຽວກັບສະພາບຂອງຜູ້ສະໝັກ, ລາວສະຫຼຸບວ່າບໍ່ມີໃຜທີ່ເໝາະສົມຈະຮັບໃຊ້ເປັນຜູ້ເຮັດການລ້ຽງດູ. ຂ້ອຍບໍ່ໄດ້ເຂົ້າໃຈສະພາບການຕົວຈິງຂອງພວກເຂົາເມື່ອຂ້ອຍກຳນົດໃຫ້ພວກເຂົາເປັນຜູ້ສະໝັກ. ແຕ່ຜູ້ສະໝັກທຸກຄົນຂອງແມັດທິວຖືວ່າເໝາະສົມ, ພວກເຂົາມີຄວາມສາມາດ, ມີຄວາມເປັນມະນຸດທີ່ດີ, ພວກເຂົາຮັກຄວາມຈິງ ແລະ ເຕັມໃຈທີ່ຈະເສຍສະຫຼະຕົວເອງເພື່ອພຣະເຈົ້າ. ວຽກງານທັງສາມມື້ທີ່ຜ່ານມາລ້ວນແລ້ວແຕ່ສູນເປົ່າ ແລະ ຂ້ອຍຮູ້ສຶກເສຍໃຈຫຼາຍ. ຂ້ອຍຍັງເລີ່ມຮູ້ສຶກອິດສາແມັດທິວອີກດ້ວຍ. ເປັນຫຍັງລາວຈຶ່ງມີຜົນຮັບທີ່ດີເຊັ່ນນັ້ນໃນໜ້າທີ່ຂອງລາວຢູ່ສະເໝີ? ແລ້ວເປັນຫຍັງຂ້ອຍຈຶ່ງບໍ່ເປັນແບບນັ້ນ? ລາວຈະແບ່ງປັນພຣະທຳຂອງພຣະເຈົ້າໃນກຸ່ມຂອງພວກເຮົາຢ່າງກະຕືລືລົ້ນ ແລະ ຈະເຖິງກັບຕິດຕາມວຽກທີ່ຂ້ອຍຮັບຜິດຊອບຢູ່, ບໍ່ມີທາງທີ່ຈະແຍກແຍະຕົວຂ້ອຍເອງກັບລາວໄດ້. ຂ້ອຍເບື່ອລາວຫຼາຍ ແລະ ເຖິງກັບເລີ່ມຊັງລາວ. ເປັນຫຍັງຂ້ອຍຕ້ອງປະຕິບັດໜ້າທີ່ຂອງຂ້ອຍກັບລາວ? ຂ້ອຍບໍ່ຕ້ອງການໃຫ້ລາວເປັນທີ່ສັງເກດຫຼາຍ ແລະ ຂ້ອຍປາຖະໜາໃຫ້ລາວບໍ່ໄດ້ຮັບຜົນໃນວຽກຂອງລາວ. ຂ້ອຍສືບຕໍ່ຍາດຊິງຊື່ສຽງ ແລະ ບໍ່ໄດ້ປ່ຽນແປງວິທີການຂອງຂ້ອຍ.
ໃນຊ່ວງເວລານັ້ນ, ຂ້ອຍກຳລັງດູແລຕິດຕາມວຽກຂອງເອື້ອຍອາໄນ ເຊິ່ງເປັນຜູ້ນຳຄຣິສຕະຈັກ. ລາວຢູ່ໃນສະພາວະທີ່ບໍ່ດີ ຍ້ອນວ່າລາວເຮັດບໍ່ໄດ້ດີໃນໜ້າທີ່ຂອງລາວ ແລະ ດ້ວຍເຫດນີ້ ຜູ້ນຳຂອງຂ້ອຍຈຶ່ງໃຫ້ຂ້ອຍໄປສະໜັບສະໜູນລາວ. ແຕ່ເມື່ອຂ້ອຍຕິດຕໍ່ກັບລາວ, ລາວບອກຂ້ອຍວ່າລາວໄດ້ໄປຫາແມັດທິວເພື່ອສະແຫວງຫາ ແລະ ໂອ້ລົມແລ້ວ ແລະ ແມັດທິວໄດ້ແບ່ງປັນພຣະທຳຂອງພຣະເຈົ້າກັບລາວ ແລະ ຊ່ວຍລາວແກ້ໄຂບັນຫາຂອງລາວ. ນີ້ເຮັດໃຫ້ຂ້ອຍຮູ້ສຶກຄືກັບວ່າຂ້ອຍບໍ່ມີໜ້າທີ່. ຂ້ອຍບໍ່ພໍໃຈຫຼາຍທີ່ແມັດທິວກ້າວກ່າຍໃນວຽກຂອງຂ້ອຍ. ຜູ້ນຳຄຣິສຕະຈັກຄົນນີ້ຢູ່ພາຍໃຕ້ການດູແລຕິດຕາມຂອງຂ້ອຍ ແລະ ຂ້ອຍບໍ່ຕ້ອງການໃຫ້ຜູ້ຄົນຄິດວ່າຂ້ອຍບໍ່ໄດ້ປະຕິບັດໜ້າທີ່ຂອງຂ້ອຍ ແລະ ແກ້ໄຂບັນຫາຕ່າງໆ. ຍິ່ງຂ້ອຍຄິດກ່ຽວກັບມັນຫຼາຍເທົ່າໃດ, ຂ້ອຍກໍຍິ່ງໃຈຮ້າຍຫຼາຍຂຶ້້ນສ່ຳນັ້ນ ແລະ ຂ້ອຍບໍ່ຕ້ອງການທີ່ຈະຮ່ວມງານກັບແມັດທິວອີກຕໍ່ໄປແທ້ໆ. ຂ້ອຍຕ້ອງການເຮັດວຽກດ້ວຍຕົນເອງ ຍ້ອນວ່າ ຂ້ອຍກໍຈະສາມາດເຮັດໃຫ້ຜູ້ຄົນສັງເຫດເຫັນຂ້ອຍ. ຫຼັງຈາກນັ້ນ, ຂ້ອຍກໍພະຍາຍາມຫຼີກລ້ຽງລາວໃນຂະນະທີ່ປະຕິບັດໜ້າທີ່ຂອງຂ້ອຍ. ຄັ້ງໜຶ່ງ, ແມັດທິວຂໍໃຫ້ຂ້ອຍສົນທະນາບັນຫາທີ່ພວກເຮົາຈະໂອ້ລົມໃນການເຕົ້າໂຮມ. ລາວໂທ ແລະ ສົ່ງຂໍ້ຄວາມຫາຂ້ອຍ, ແຕ່ຂ້ອຍເມີນເສີຍລາວໂດຍເຈດຕະນາ. ຂ້ອຍບໍ່ຕ້ອງການສົນທະນາຫຍັງກັບລາວ. ເມື່ອລາວຖາມຄຳຖາມກັບຂ້ອຍກ່ຽວກັບວຽກ, ຂ້ອຍກໍບໍ່ໄດ້ຕອບທັນທີ ແລະ ເມື່ອລາວຂໍໃຫ້ຂ້ອຍໂອ້ລົມໃນການເຕົ້າໂຮມ, ຂ້ອຍກໍມິດງຽບໂດຍເຈດຕະນາ ແລະ ບອກໃຫ້ລາວໂອ້ລົມດ້ວຍຕົວເອງ. ຂ້ອຍຄິດກັບຕົວເອງວ່າ: “ທ້າຍທີ່ສຸດແລ້ວ, ຕາບໃດທີ່ເຈົ້າຢູ່ທີ່ນີ້, ອ້າຍເອື້ອຍນ້ອງຈະບໍ່ສັງເກດເຫັນຂ້ອຍ. ແລ້ວຈະໂອ້ລົມໄປເພື່ອຫຍັງ?” ໃນລະຫວ່າງການເຕົ້າໂຮມຄັ້ງໜຶ່ງ, ແມັດທິວຂໍຄຳເຫັນຂອງຂ້ອຍຫຼັງຈາກທີ່ລາວໂອ້ລົມແລ້ວ. ຂ້ອຍຄິດວ່າລາວໂອ້ລົມຫຼາຍເກີນໄປ ແລະ ໄດ້ເວົ້າທຸກສິ່ງທີ່ຂ້ອຍຕ້ອງການເວົ້າ, ດັ່ງນັ້ນ ຂ້ອຍຈຶ່ງບໍ່ພໍໃຈຫຼາຍ. ດັ່ງນັ້ນ, ຂ້ອຍຈຶ່ງເວົ້າກັບລາວວ່າ: “ເຈົ້າໄດ້ໂອ້ລົມດ້ວຍອຸປະນິໄສທີ່ອວດດີ. ເຈົ້າບໍ່ໄດ້ເປີດໂປງທຳມະຊາດທີ່ເສື່ອມຊາມຂອງເຈົ້າເອງ ແລະ ພຽງແຕ່ສົນທະນາເຖິງຄວາມເຂົ້າໃຈບາງຢ່າງຂອງເຈົ້າຢ່າງຄຸມເຄື່ອ. ເຈົ້າພຽງແຕ່ໃຫ້ຮູບການ, ແຕ່ລົ້ມເຫຼວທີ່ຈະສົນທະນາເຖິງລາຍລະອຽດ”. ຂ້ອຍຮູ້ວ່າສິ່ງທີ່ຂ້ອຍໄດ້ເວົ້ານັ້ນບໍ່ຖືກຕ້ອງ, ຂ້ອຍເວົ້າມັນໂດຍເຈດຕະນາ. ຂ້ອຍພຽງຕ້ອງການລົດຄວາມກະຕືລືລົ້ນຂອງລາວລົງ, ເພື່ອວ່າລາວຈະບໍ່ເວົ້າຫຼາຍໃນການເຕົ້າໂຮມໃນອະນາຄົດ. ເມື່ອລາວສົ່ງຂໍ້ຄວາມມາຖາມຂ້ອຍວ່າຂ້ອຍເປັນແນວໃດ ຫຼື ກ່ຽວກັບເລື່ອງອື່ນໆ, ຂ້ອຍຈະບໍ່ຕອບ. ຂ້ອຍຄິດວ່າ ແລ້ວລາວຈະຮູ້ວ່າຂ້ອຍບໍ່້ຕ້ອງການຮ່ວມງານກັບລາວ. ຂ້ອຍເຖິງກັບຕ້ອງການໃຫ້ລາວເຊົາສົ່ງຂໍ້ຄວາມຫາຂ້ອຍ. ຂ້ອຍພຽງຕ້ອງການໃຫ້ລາວຈາກໄປ ແລະ ໃຫ້ຂ້ອຍມີພື້ນທີ່ສະແດງພອນສະຫວັນຂອງຂ້ອຍ. ຂ້ອຍຍັງຕ້ອງການເຮັດໜ້າທີ່ຂອງຂ້ອຍເຕັມເວລາແບບລາວອີກດ້ວຍ, ເພື່ອວ່າ ເມື່ອໃດກໍຕາມທີ່ອ້າຍເອື້ອຍນ້ອງຕ້ອງການຂ້ອຍ, ຂ້ອຍກໍຈະຢູ່ທີ່ນັ້ນເພື່ອພວກເຂົາທັນທີ. ດ້ວຍວິທີນັ້ນ ພວກເຂົາທັງໝົດກໍຈະເທີດທູນຂ້ອຍ. ຂ້ອຍຕ້ອງການອອກຈາກວຽກທາງໂລກຂອງຂ້ອຍ ແລະ ອຸທິດຕົນຢ່າງສົມບູນໃຫ້ແກ່ໜ້າທີ່ຂອງຂ້ອຍ, ແຕ່ຂ້ອຍຍັງຈຳເປັນຕ້ອງເຮັດວຽກເພື່ອຫາລ້ຽງຊີບ ແລະ ສະໜັບສະໜູນຄອບຄົວຂອງຂ້ອຍ. ຂ້ອຍຮູ້ສຶກຂ້ອນຂ້າງຫົດຫູໃຈຈົນຂ້ອຍບໍ່ສາມາດອຸທິດຕົວເຕັມເວລາ ໃຫ້ກັບໜ້າທີ່ຂອງຂ້ອຍຄືກັບແມັດທິວໄດ້. ຂ້ອຍເຖິງກັບຄິດວ່າ: “ຂ້ອຍອາດຈະເຊົາເປັນນັກເທດສະໜາ. ດ້ວຍວິທີນັ້ນ ຂ້ອຍຈຶ່ງຈະບໍ່ຕ້ອງຮ່ວມງານກັບແມັດທິວ. ຂ້ອຍຈະບໍ່ໄດ້ຮັບອິດທິພົນຈາກລາວ ຖ້າຂ້ອຍປ່ຽນໄປເຮັດໜ້າທີ່ອື່ນ ແລະ ຂ້ອຍຈະສາມາດແຍກແຍະຕົວເອງໄດ້”. ແຕ່ເມື່ອຂ້ອຍພິຈາລະນາທີ່ຈະອອກແທ້ໆ, ຂ້ອຍກໍຮູ້ສຶກຜິດໜ້ອຍໜຶ່ງ ແລະ ບໍ່ຮູ້ວ່າຈະເຮັດຫຍັງ. ຂ້ອຍຈຶ່ງອະທິຖານຫາພຣະເຈົ້າ, ຂໍໃຫ້ພຣະອົຊ່ວຍຂ້ອຍໃຫ້ເຂົ້າໃຈສະພາວະປັດຈຸບັນຂອງຂ້ອຍ.
ຂ້ອຍຄິດຫາຂໍ້ຄວາມຈາກພຣະທຳຂອງພຣະເຈົ້າທີ່ເວົ້າວ່າ: “ໜ້າທີ່ມາຈາກພຣະເຈົ້າ; ພວກມັນຄືຄວາມຮັບຜິດຊອບ ແລະ ການຝາກຝັງທີ່ພຣະອົງຍື່ນໃຫ້ກັບມະນຸດ. ແລ້ວມະນຸດຄວນເຂົ້າໃຈແນວໃດກ່ຽວກັບພວກມັນ? ‘ຍ້ອນນີ້ຄືໜ້າທີ່ຂອງຂ້ອຍ ແລະ ການຝາກຝັງຂອງພຣະເຈົ້າສຳລັບຂ້ອຍ, ມັນຄືພັນທະ ແລະ ຄວາມຮັບຜິດຊອບຂອງຂ້ອຍ. ມັນເປັນສິດດຽວທີ່ເຮົາຄວນຜູກມັດດ້ວຍກຽດທີ່ຈະຍອມຮັບມັນ. ຂ້ອຍບໍ່ສາມາດປະຕິເສດ ຫຼື ບໍ່ຍອມຮັບມັນ; ຂ້ອຍບໍ່ສາມາດຈັບເອົາ ແລະ ເລືອກໄດ້. ສິ່ງທີ່ເກີດຂຶ້ນກັບຂ້ອຍຄືສິ່ງທີ່ຂ້ອຍຄວນເຮັດຢ່າງແນ່ນອນ. ມັນບໍ່ແມ່ນວ່າຂ້ອຍບໍ່ມີຄຸນສົມບັດທີ່ຈະເລືອກ, ມັນຄືຂ້ອຍບໍ່ຄວນເລືອກ. ນີ້ຄືຄວາມສຳນຶກທີ່ສິ່ງຖືກສ້າງຄວນມີ’” (ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ພາກສາມ). ຜ່ານພຣະທຳຂອງພຣະເຈົ້າ, ຂ້ອຍຮັບຮູ້ວ່າ ໜ້າທີ່ຂອງພວກເຮົາຖືກປະທານໃຫ້ໂດຍພຣະເຈົ້າ. ຂ້ອຍຄວນຍຶດໝັ້ນໃນໜ້າທີ່ຂອງຂ້ອຍ ແລະ ປະຕິບັດຄວາມຮັບຜິດຊອບຂອງຂ້ອຍ. ຂ້ອຍບໍ່ຄວນຫຼົບຫຼີກຄວາມຮັບຜິດຊອບ ແລະ ຈູ້ຈີ້ຈຸກຈິກ. ນີ້ແມ່ນເຫດຜົນທີ່ຂ້ອຍຄວນມີ. ສຳລັບຂ້ອຍ, ເພາະຄວາມປາຖະໜາຢ່າງແຮງກ້າທີ່ຈະເອົາລື່ນກາຍແມັດທິວບໍ່ສຳເລັດຜົນ, ຂ້ອຍຈຶ່ງຕ້ອງການອອກຈາກໜ້າທີ່ຂອງຂ້ອຍ. ສິ່ງນີ້ເຈັບປວດຫຼາຍສຳລັບພຣະເຈົ້າ! ຂ້ອຍບໍ່ໄດ້ປະຕິບັດຕໍ່ໜ້າທີ່ຂອງຂ້ອຍດັ່ງຄວາມຮັບຜິດຊອບ, ແຕ່ກົງກັນຂ້າມກັບຖືມັນເປັນວິທີການແຍກແຍະຕົວເອງ ແລະ ເປັນວິທີການໄດ້ຮັບຄວາມເຄົາລົບ ແລະ ການຊົມເຊີຍ. ຂ້ອຍຕ້ອງການລາອອກຈາກວຽກຂອງຂ້ອຍ ແລະ ໄປເຮັດວຽກເຕັມເວລາໃນໜ້າທີ່ຂອງຂ້ອຍ ບໍ່ແມ່ນເພື່ອເຮັດໃຫ້ພຣະເຈົ້າພໍໃຈໃນການປະຕິບັດໜ້າທີ່ນັ້ນ, ແຕ່ກົງກັນຂ້າມ ແມ່ນເພື່ອຍາດຊິງເອົາສະຖານະກັບຄູ່ຮ່ວງານຂອງຂ້ອຍ ແລະ ລື່ນກາຍລາວ. ເມື່ອຂ້ອຍບໍ່ສາມາດເຮັດວໜ້າທີ່ຂອງຂ້ອຍໄດ້ເຕັມເວລາເນື່ອງຈາກຂໍ້ກັງວົນຕົວຈິງ, ຂ້ອຍກໍຕ້ອງການປ່ຽນໄປເຮັດໜ້າທີ່ອື່ນເພື່ອໄດ້ຮັບໂອກາດແຍກແຍະຕົງເອງ. ຄວາມເປັນຈິງສະແດງໃຫ້ຂ້ອຍເຫັນວ່າ ທຸກສິ່ງທີ່ຂ້ອຍເຮັດ ແທ້ຈິງແລ້ວບໍ່ແມ່ນເພື່ອປະຕິບັດໜ້າທີ່ຂອງຂ້ອຍ, ແຕ່ກົງກັນຂ້າມ ແມ່ນເພື່ອໃຊ້ໜ້າທີ່ຂອງຂ້ອຍເປັນໂອກາດເພື່ອຍາດຊິງເອົາສະຖານະ. ພຣະເຈົ້າກຽດຊັງພຶດຕິກຳດັ່ງກ່າວ.
ຕໍ່ມາ, ຂ້ອຍໄດ້ພົບພຣະທຳບາງຂໍ້ຂອງພຣະເຈົ້າ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ມວນມະນຸດຈັ່ງແມ່ນໂຫດຮ້າຍອໍາມະຫິດ! ການຮ່ວມມືກັນຢ່າງລັບໆ ແລະ ການມີກົນອຸບາຍ, ການຈ່ອງດືງກັນ, ການຈັບກຸມກັນແລະກັນ, ການຍາດແຍ່ງຊື່ສຽງ ແລະ ໂຊກລາບ, ການຂ້າຟັນກັນເອງ ມື້ໃດມັນຈະໝົດສິ້ນໄປ? ເຖິງແມ່ນວ່າ ພຣະເຈົ້າໄດ້ເວົ້າອອກມາເປັນຮ້ອຍພັນຄໍາ ແຕ່ກໍບໍ່ມີໃຜມີສະຕິ. ຜູ້ຄົນເຮັດເພື່ອປະໂຫຍດຂອງຄອບຄົວຂອງພວກເຂົາ, ລູກຊາຍ-ລູກສາວ, ເພື່ອອາຊີບວຽກງານ, ໂອກາດໃນອະນາຄົດ, ຕໍາແໜ່ງ, ຄວາມທະນົງຕົວ ແລະ ເງິນຄໍາຂອງພວກເຂົາ; ເພື່ອອາຫານ, ເພື່ອເຄື່ອງນູ່ງຫົ່ມ ແລະ ຮ່າງກາຍ. ແຕ່ມີການກະທໍາຂອງຜູ້ໃດທີ່ເຮັດເພື່ອປະໂຫຍດຂອງພຣະເຈົ້າຢ່າງແທ້ຈິງແດ່? ແມ່ນແຕ່ໃນຈໍານວນຄົນທີ່ກະທໍາເພື່ອປະໂຫຍດຂອງພຣະເຈົ້າ ກໍຍັງມີຄົນຈໍານວນໜ້ອຍທີ່ຮູ້ຈັກພຣະເຈົ້າ. ມີຈັກຄົນທີ່ບໍ່ກະທໍາເພື່ອຕົວເອງ? ມີຈັກຄົນທີ່ບໍ່ກົດຂີ່ ຫຼື ປະນາມຄົນອື່ນເພື່ອຮັກສາຕໍາແໜ່ງຂອງພວກເຂົາເອງ? ດ້ວຍເຫດນີ້, ພຣະເຈົ້າຈຶ່ງຖືກບັງຄັບຕັດສິນຈົນຕາຍຫຼາຍຄັ້ງ ແລະ ເປັນການຕັດສິນປະນາມພຣະເຈົ້າຢ່າງປ່າເຖື່ອນທີ່ນັບບໍ່ຖ້ວນ ແລະ ເຮັດໃຫ້ພຣະອົງຖືກຕອກໃສ່ໄມ້ກາງເເຂນອີກຄັ້ງ. ມີຈັກຄົນທີ່ສາມາດເອີ້ນໄດ້ວ່າເປັນຄົນຊອບທໍາ ຍ້ອນວ່າພວກເຂົາກະທໍາ ເພື່ອປະໂຫຍດຂອງພຣະເຈົ້າຢ່າງແທ້ຈິງ?” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄົນຊົ່ວຈະຖືກລົງໂທດຢ່າງແນ່ນອນ). “ມີບາງຄົນທີ່ຢ້ານຢູ່ສະເໝີວ່າ ຄົນອື່ນຈະເກັ່ງກວ່າພວກເຂົາ ແລະ ສູງສົ່ງກວ່າພວກເຂົາ, ຢ້ານວ່າຄົນອື່ນຈະໄດ້ຮັບການເຄົາລົບໃນຂະນະທີ່ພວກເຂົາຖືກເມີນເສີຍ. ສິ່ງນີ້ເຮັດໃຫ້ພວກເຂົາໂຈມຕີ ແລະ ກີດກັນຄົນອື່ນ. ນີ້ບໍ່ແມ່ນກໍລະນີການອິດສາຄົນທີ່ມີຄວາມສາມາດຫຼາຍກວ່າພວກເຂົາເອງບໍ? ພຶດຕິກຳດັ່ງກ່າວບໍ່ແມ່ນການເຫັນແກ່ຕົວ ແລະ ເປັນຕາລັງກຽດບໍ? ນີ້ແມ່ນອຸປະນິໄສແບບໃດ? ມັນຄືຄວາມມຸ່ງຮ້າຍ! ການຄິດເຖິງຜົນປະໂຫຍດຂອງຕົນເອງເທົ່ານັ້ນ, ການຕອບສະໜອງຄວາມປາຖະໜາຂອງຕົນເອງເທົ່ານັ້ນ, ການບໍ່ພິຈາລະນາເຖິງຄົນອື່ນ ຫຼື ຜົນປະໂຫຍດໃນເຮືອນຂອງພຣະເຈົ້າ, ຄົນແບບນີ້ມີອຸປະນິໄສທີ່ບໍ່ດີ ແລະ ພຣະເຈົ້າບໍ່ມີຄວາມຮັກສຳລັບພວກເຂົາ. ຖ້າເຈົ້າສາມາດຍອມຮັບການຄຳນຶງເຖິງຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງ, ເຈົ້າກໍຈະສາມາດປະຕິບັດຕໍ່ຄົນອື່ນຢ່າງຍຸຕິທຳ. ຖ້າເຈົ້າແນະນໍາຄົນດີ ແລະ ປ່ອຍໃຫ້ພວກເຂົາໄດ້ຜ່ານການຝຶກຝົນ ແລະ ປະຕິບັດໜ້າທີ່, ແລ້ວເພີ່ມຄົນທີ່ມີພອນສະຫວັນເຂົ້າໃນເຮືອນຂອງພຣະເຈົ້າ, ວຽກງານຂອງເຈົ້າບໍ່ເຮັດງ່າຍຂຶ້ນບໍ? ແລ້ວເຈົ້າຈະບໍ່ໄດ້ດໍາລົງຊີວິດຕາມຄວາມຈົງຮັກພັກດີຂອງເຈົ້າໃນໜ້າທີ່ນີ້ບໍ? ນີ້ຄືການກະທຳທີ່ດີຕໍ່ໜ້າພຣະເຈົ້າ; ມັນຄືຄວາມສຳນຶກ ແລະ ເຫດຜົນຢ່າງໜ້ອຍທີ່ສຸດ ທີ່ຄົນທີ່ເປັນຜູ້ນໍາຄວນມີ” (ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ອິດສະຫຼະພາບ ແລະ ເສລີພາບສາມາດຮັບເອົາໄດ້ໂດຍການປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງຄົນໆໜຶ່ງເທົ່ານັ້ນ). ຜ່ານພຣະທຳຂອງພຣະເຈົ້າ, ຂ້ອຍໄດ້ມາເຂົ້າໃຈສະພາວະປັດຈຸບັນຂອງຂ້ອຍ. ພຣະເຈົ້າຊົງກ່າວວ່າ: “ມີບາງຄົນທີ່ຢ້ານຢູ່ສະເໝີວ່າ ຄົນອື່ນຈະເກັ່ງກວ່າພວກເຂົາ ແລະ ສູງສົ່ງກວ່າພວກເຂົາ, ຢ້ານວ່າຄົນອື່ນຈະໄດ້ຮັບການເຄົາລົບໃນຂະນະທີ່ພວກເຂົາຖືກເມີນເສີຍ. ສິ່ງນີ້ເຮັດໃຫ້ພວກເຂົາໂຈມຕີ ແລະ ກີດກັນຄົນອື່ນ. ນີ້ບໍ່ແມ່ນກໍລະນີການອິດສາຄົນທີ່ມີຄວາມສາມາດຫຼາຍກວ່າພວກເຂົາເອງບໍ? ພຶດຕິກຳດັ່ງກ່າວບໍ່ແມ່ນການເຫັນແກ່ຕົວ ແລະ ເປັນຕາລັງກຽດບໍ? ນີ້ແມ່ນອຸປະນິໄສແບບໃດ? ມັນຄືຄວາມມຸ່ງຮ້າຍ!” ພຣະທຳເຫຼົ່ານີ້ເປັນຄວາມຈິງ ແລະ ພວກມັນເປີດໂປງສະພາວະຕົວຈິງຂອງຂ້ອຍ. ເມື່ອຂ້ອຍເຫັນວ່າຄູ່ຮ່ວມງານຂອງຂ້ອຍມີຜົນຮັບທີ່ດີກວ່າຂ້ອຍໃນໜ້າທີ່ຂອງລາວ ແລະ ເກັ່ງກວ່າໃນການແກ້ໄຂບັນຫາຂອງອ້າຍເອື້ອຍນ້ອງ, ຂ້ອຍກໍຮູ້ສຶກຄືກັບວ່າລາວດີກວ່າຂ້ອຍ ແລະ ຂ້ອຍຈະບໍ່ມີວັນແຍກແຍະຕົວເອງກັບລາວໄດ້ທີ່ນີ້. ດັ່ງນັ້ນ ຂ້ອຍຈຶ່ງອິດສາ ແລະ ກີດກັນລາວ ແລະ ບໍ່ຕ້ອງການເປັນຄູ່ຮ່ວມງານກັບລາວ. ຂ້ອຍຈົງໃຈເມີນເສີຍຂໍ້ຄວາມຂອງລາວ ແລະ ບໍ່ໄດ້ຮັບສາຍໂທລະສັບຂອງລາວ. ເມື່ອລາວໂອ້ລົມເຖິງປະສົບການ ແລະ ຄວາມເຂົ້າໃຈຂອງລາວ, ຂ້ອຍບໍ່ໄດ້ຮ່ວມມືກັບລາວເພື່ອປະຄັບປະຄອງຊີວິດຄຣິສຕະຈັກ, ແຕ່ພັດພະຍາຍາມຈັບຜິດລາວແທນ. ຂ້ອຍເຖິງກັບຈົງໃຈເອີ້ນລາວວ່າອວດດີ ແລະ ໂຈມຕີລາວ ເພື່ອວ່າລາວຈະກະຕືລືລົ້ນໜ້ອຍລົງ ແລະ ຈະເຊົາເຮັດໃຫ້ຕົວເອງໂດດເດັ່ນ ແລະ ແຊງໜ້າຂ້ອຍ. ຂ້ອຍເປັນຄົນບໍ່ດີຫຼາຍ. ທຸກຄັ້ງທີ່ຂ້ອຍຕ້ອງປະຕິບັດໜ້າທີ່ຂອງຂ້ອຍກັບລາວ, ຂ້ອຍຈະຮູ້ສຶກທໍລະມານຫຼາຍ. ຂ້ອຍຕ້ອງການທີ່ຈະແຂ່ງຂັນກັບລາວຢູ່ສະເໝີ ແລະ ບໍ່ສາມາດສະຫງົບຕົວເອງໄດ້ຢ່າງສົມບູນ. ມັນເປັນດັ່ງທີ່ພຣະເຈົ້າໄດ້ເວົ້າໄວ້ວ່າ: “ມວນມະນຸດຈັ່ງແມ່ນໂຫດຮ້າຍອໍາມະຫິດ! ການຮ່ວມມືກັນຢ່າງລັບໆ ແລະ ການມີກົນອຸບາຍ, ການຈ່ອງດືງກັນ, ການຈັບກຸມກັນແລະກັນ, ການຍາດແຍ່ງຊື່ສຽງ ແລະ ໂຊກລາບ, ການຂ້າຟັນກັນເອງ ມື້ໃດມັນຈະໝົດສິ້ນໄປ?” ຍ້ອນຄວາມປາຖະໜາຂອງຂ້ອຍສຳລັບຊື່ສຽງ ແລະ ສະຖານະບໍ່ເຄີຍສຳເລັດຜົນ, ຂ້ອຍຈຶ່ງເລີ່ມຊັງຄູ່ຮ່ວມງານຂອງຂ້ອຍ. ຂ້ອຍພຽງແຕ່ຕ້ອງການໜີໃຫ້ພົ້ນຈາກລາວ ເພື່ອໃຫ້ຂ້ອຍສາມາດເຮັດວຽກໄດ້ດ້ວຍຕົວເອງ. ຂ້ອຍເຖິງກັບຄິດກ່ຽວກັບການລາອອກຈາກໜ້າທີ່ຂອງຂ້ອຍ. ຂ້ອຍຮູ້ວ່າຂ້ອຍຊົ່ວຮ້າຍ ແລະ ໄຮ້ມະນຸດສ່ຳໃດ. ຂ້ອຍບໍ່ໄດ້ແຕກຕ່າງຫຍັງຈາກສັດຮ້າຍທີ່ລ່າເຍື່ອຂອງພວກມັນ, ພ້ອມທີ່ຈະຕໍ່ສູ້ ແລະ ຕະຄຸບເພື່ອຜົນປະໂຫຍດຂອງຕົວເອງ. ຂ້ອຍເຄີຍຄຳນຶງເຖິງແຕ່ຕົວເອງເທົ່ານັ້ນ, ບໍ່ໄດ້ຄຳນຶງເຖິງວຽກງານຂອງຄຣິສຕະຈັກ. ເຖິງແມ່ນວ່າວຽກງານຂອງຄຣິສຕະຈັກຊັກຊ້າ, ຂ້ອຍກໍຈະບໍ່ກັງວົນ ຫຼື ຕົກໃຈ. ຂ້ອຍຊ່າງເຫັນແກ່ຕົວ ແລະ ຊົ່ວຮ້າຍ! ຂ້ອຍຍັງຄິດກ່ຽວກັບວ່າ ເປັນຫຍັງຂ້ອຍຈຶ່ງບໍ່ສາມາດມີການຮ່ວມງານທີ່ຮຽບງ່າຍ ແລະ ກົມກຽວກັນກັບແມັດທິວ. ຂ້ອຍຮູ້ ວ່າໃນຄວາມເຊື່ອຂອງຂ້ອຍ, ຂ້ອຍໄດ້ວາງຕີນເທິງເສັ້ນທາງທີ່ຜິດ ຍ້ອນອຸປະນິໄສແບບຊາຕານຂອງຂ້ອຍ. ຖ້າຂ້ອຍບໍ່ສະແຫວງຫາຄວາມຈິງ ແລະ ແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງຂ້ອຍ, ຂ້ອຍກໍຈະສູນເສຍພາລະກິດຂອງພຣະວິນຍານບໍລິສຸດ ແລະ ລົງສູ່ຄວາມມືດມົນ. ຂ້ອຍອະທິຖານຫາພຣະເຈົ້າຫຼາຍຄັ້ງ, ຂໍໃຫ້ພຣະອົງຊ່ວຍໃຫ້ຂ້ອຍເຂົ້າໃຈຕົວເອງ ແລະ ແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງຂ້ອຍ.
ແລ້ວຂ້ອຍກໍເຫັນຂໍ້ຄວາມຈາກພຣະທຳຂອງພຣະເຈົ້າ: “ບໍ່ວ່າພວກເຂົາຈະຢູ່ໃນກຸ່ມໃດກໍ່ຕາມ, ແມ່ນຫຍັງຄຳຂວັນຂອງຜູ້ຕໍ່ຕ້ານພຣະຄຣິດ? ‘ຂ້ານ້ອຍຕ້ອງແຂ່ງຂັນ! ແຂ່ງຂັນ! ແຂ່ງຂັນ! ຂ້ານ້ອຍຕ້ອງແຂ່ງຂັນເພື່ອເປັນຜູ້ສູງສຸດ ແລະ ຍິ່ງໃຫຍ່ທີ່ສຸດ!’ ນີ້ຄືອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິດ; ທຸກບ່ອນທີ່ພວກເຂົາໄປ, ພວກເຂົາກໍ່ແຂ່ງຂັນ ແລະ ພະຍາຍາມບັນລຸຈຸດປະສົງຂອງພວກເຂົາ. ພວກເຂົາເປັນລູກນ້ອງຂອງຊາຕານ ແລະ ພວກເຂົາລົບກວນວຽກງານໃນຄຣິສຕະຈັກ. ອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິດເປັນແບບນີ້: ພວກເຂົາເລີ່ມຕົ້ນໂດຍການເຝົ້າເບິ່ງໃນຄຣິສຕະຈັກເພື່ອຫາວ່າຜູ້ໃດເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ ແລະ ມີທຶນ, ຄົນທີ່ມີພອນສະຫວັນ ຫຼື ທັກສະພິເສດບາງຢ່າງ, ຄົນທີ່ມີຜົນປະໂຫຍດຕໍ່ອ້າຍເອື້ອຍນ້ອງໃນການເຂົ້າສູ່ຊີວິດຂອງພວກເຂົາ, ຄົນທີ່ໄດ້ຮັບຄວາມເຄົາລົບເປັນຢ່າງດີ, ຄົນທີ່ມີຄວາມອາວຸໂສ, ຄົນທີ່ຖືກເວົ້າເຖິງເປັນຢ່າງດີໃນບັນດາອ້າຍເອື້ອຍນ້ອງ, ຄົນທີ່ມີສິ່ງດີໆ. ຄົນເຫຼົ່ານີ້ຈະເປັນຄູ່ແຂ່ງຂອງພວກເຂົາ. ສະຫຼຸບແລ້ວ ທຸກຄັ້ງທີ່ຜູ້ຕໍ່ຕ້ານພຣະຄຣິດຢູ່ທ່າມກາງກຸ່ມຄົນ, ນີ້ແມ່ນສິ່ງທີ່ພວກເຂົາເຮັດຢູ່ສະເໝີ. ພວກເຂົາແຂ່ງຂັນສໍາລັບສະຖານະ, ແຂ່ງຂັນສຳລັບຊື່ສຽງທີ່ດີ, ແຂ່ງຂັນສໍາລັບການຕັດສິນໃຈເປັນຄົນສຸດທ້າຍໃນເລື່ອງຕ່າງໆ ແລະ ອໍານາດສູງສຸດໃນການຕັດສິນໃຈກຸ່ມ ເຊິ່ງຫຼັງຈາກທີ່ພວກເຂົາໄດ້ຮັບມັນແລ້ວ ມັນກໍ່ເຮັດໃຫ້ພວກເຂົາມີຄວາມສຸກ... ນັ້ນຄືອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິດທີ່ຊ່າງອວດດີ, ເປັນຕາລັງກຽດ ແລະ ບໍ່ມີເຫດຜົນຫຼາຍສໍ່າໃດ. ພວກເຂົາບໍ່ມີຄວາມສຳນຶກ ຫຼື ເຫດຜົນ ຫຼື ບໍ່ມີຄວາມຈິງແມ່ນແຕ່ໜ້ອຍດຽວ. ຄົນໆໜຶ່ງສາມາດເຫັນໃນການດຳເນີນການ ແລະ ການກະທຳຂອງຜູ້ຕໍ່ຕ້ານພຣະຄຣິດວ່າສິ່ງທີ່ພວກເຂົາເຮັດບໍ່ມີເຫດຜົນຂອງຄົນທຳມະດາ ແລະ ເຖິງແມ່ນຄົນໆໜຶ່ງອາດໂອ້ລົມກ່ຽວກັບຄວາມຈິງກັບພວກເຂົາ, ພວກເຂົາກໍບໍ່ຍອມຮັບມັນ. ບໍ່ວ່າເຈົ້າຈະເວົ້າຖືກຕ້ອງສໍ່າໃດກໍຕາມ, ມັນບໍ່ໄດ້ສອດຄ່ອງກັບພວກເຂົາ. ສິ່ງດຽວທີ່ພວກເຂົາມັກສະແຫວງຫາຄືຊື່ສຽງ ແລະ ສະຖານະ, ເຊິ່ງພວກເຂົາເທີດທູນດ້ວຍຄວາມເຄົາລົບ. ສະນັ້ນ, ຕາບໃດທີ່ພວກເຂົາສາມາດມີຄວາມສຸກກັບຜົນປະໂຫຍດຂອງສະຖານະ, ພວກເຂົາກໍພໍໃຈ. ພວກເຂົາເຊື່ອວ່າ ນີ້ຄືຄຸນຄ່າຂອງການເປັນຢູ່ຂອງພວກເຂົາ. ບໍ່ວ່າພວກເຂົາຈະຢູ່ທ່າມກາງຄົນກຸ່ມໃດກໍ່ຕາມ, ພວກເຂົາຕ້ອງສະແດງໃຫ້ຜູ້ຄົນເຫັນເຖິງ ‘ແສງສະຫວ່າງ’ ແລະ ‘ຄວາມອົບອຸ່ນ’ ທີ່ພວກເຂົາສະໜອງໃຫ້, ພອນສະຫວັນທີ່ພິເສດຂອງພວກເຂົາ, ຄວາມເປັນເອກະລັກຂອງພວກເຂົາ. ແລ້ວມັນເປັນຍ້ອນພວກເຂົາເຊື່ອວ່າພວກເຂົາພິເສດ, ພວກເຂົາຈຶ່ງຄິດໂດຍທຳມະຊາດວ່າພວກເຂົາຄວນຖືກປະຕິບັດໃຫ້ດີກວ່າຄົນອື່ນ, ພວກເຂົາຄວນຮັບການສະໜັບສະໜູນ ແລະ ການຊົມເຊີຍຈາກຜູ້ຄົນ, ຜູ້ຄົນຄວນແຫງນເບິ່ງພວກເຂົາ, ນະມັດສະການພວກເຂົາ, ພວກເຂົາຄິດວ່າທຸກສິ່ງນີ້ແມ່ນສິ່ງທີ່ພວກເຂົາຄວນໄດ້ຮັບ. ຜູ້ຄົນດັ່ງກ່າວບໍ່ໄດ້ໜ້າດ້ານ ແລະ ໄຮ້ຢາງອາຍບໍ? ມັນບໍ່ເປັນບັນຫາບໍທີ່ຈະມີຄົນເຊັ່ນນັ້ນຢູ່ໃນຄຣິສຕະຈັກ?” (ພຣະທຳ, ເຫຼັ້ມທີ 4. ການເປີດໂປງຜູ້ຕໍ່ຕ້ານພຣະຄຣິດ. ລາຍການທີເກົ້າ (ພາກທີສາມ)). ຜ່ານພຣະທຳຂອງພຣະເຈົ້າ, ຂ້ອຍໄດ້ຮູ້ເຖິງຄວາມຮ້າຍແຮງຂອງການກະທຳຂອງຂ້ອຍ. ມັນກັບກາຍເປັນວ່າ, ໃນການສະແຫວງຫາຊື່ສຽງ, ສະຖານະ ແລະ ການຊົມເຊີຍຈາກຄົນອື່ນໃນໜ້າທີ່ຂອງຂ້ອຍ, ຂ້ອຍກຳລັງສະແດງອຸປະນິໄສຜູ້ຕໍ່ຕ້ານພຣະຄຣິດອອກມາ. ເມື່ອຂ້ອຍເຫັນວ່າການໂອ້ລົມຄວາມຈິງຂອງແມັດທິວສ່ອງແສງສະຫວ່າງ, ລາວມີຜົນຮັບໃນໜ້າທີ່ຂອງລາວ ແລະ ອ້າຍເອື້ອຍນ້ອງທຸກຄົນກໍຍົກຍ້ອງລາວ ແລະ ໄປຫາລາວພ້ອມດ້ວຍຄຳຖາມຕ່າງໆ, ຂ້ອຍກໍອິດສາລາວ. ເພື່ອທີ່ຈະເໜືອກວ່າລາວ ແລະ ໄດ້ຮັບສະຖານະໃນຫົວໃຈຂອງຄົນອື່ນ, ຂ້ອຍເຖິງກັບຄິດກ່ຽວກັບການລາອອກຈາກວຽກຂອງຂ້ອຍເພື່ອໄປເຮັດວຽກເຕັມເວລາໃນໜ້າທີ່ຂອງຂ້ອຍ ເພື່ອໃຫ້ຂ້ອຍສາມາດຢູ່ທີ່ນັ້ນໃນເວລາທີ່ຄົນໃດໜຶ່ງຕ້ອງການຂ້ອຍ ເພື່ອແກ້ໄຂບັນຫາຂອງພວກເຂົາ. ດ້ວຍວິທີນັ້ນ ຄົນອື່ນຈະເທີດທູນຂ້ອຍ ແລະ ຈະບໍ່ມີບ່ອນພິເສດສຳລັບຄູ່ຮ່ວມງານຂອງຂ້ອຍໃນຫົວໃຈຂອງພວກເຂົາອີກຕໍ່ໄປ. ທຸກຄັ້ງທີ່ຂ້ອຍປະຕິບັດໜ້າທີ່ຂອງຂ້ອຍກັບແມັດທິວ, ຂ້ອຍຮູ້ສຶກຄືກັບວ່າຂ້ອຍຢູ່ໃນຮົ່ມເງົາຂອງລາວຢູ່ສະເໝີ ແລະ ຂ້ອຍບໍ່ມີໂອກາດທີ່ຈະເຮັດໃຫ້ໂຕເອງໂດດເດັ່ນ. ຂ້ອຍບໍ່ມັກວິທີການທີ່ລາວໄດ້ຮັບຄຳຊື່ນຊົມ ແລະ ຄຳຍ້ອງຍໍຈາກອ້າຍເອື້ອຍນ້ອງຢູ່ສະເໝີ ແລະ ຂ້ອຍເຖິງກັບຫວັງວ່າຈະບໍ່ມີໃຜຕອບລາວເມື່ອລາວສົ່ງຂໍ້ຄວາມລົງໃນກຸ່ມແຊັດ. ຍ້ອນລາວ ຈຶ່ງບໍ່ມີອ້າຍເອື້ອຍນ້ອງຄົນໃດສັງເກດເຫັນຂ້ອຍ, ດັ່ງນັ້ນ ຂ້ອຍຈຶ່ງໃຊ້ເວລາທັງໝົດຂອງຂ້ອຍຕໍ່ສູ່ກັບລາວ, ຫວັງທີ່ຈະເໜືອກວ່າລາວ ແລະ ເຮັດໃຫ້ອ້າຍເອື້ອຍນ້ອງຊື່ນຊົມ ແລະ ບູຊາຂ້ອຍ. ນີ້ແມ່ນປະເພດຂອງພຶດຕິກຳທີ່ຂ້ອຍມັກສະແດງອອກເລື້ອຍໆໃນຄວາມພະຍາຍາມຂອງຂ້ອຍທີ່ຈະໄດ້ຮັບຊື່ສຽງ ແລະ ສະຖານະ. ເມື່ອຄວາມທະເຍີທະຍານ ແລະ ຄວາມປາຖະນາຂອງຂ້ອຍບໍ່ເປັນຈິງ, ຂ້ອຍກໍຄິດວ່າ ຂ້ອຍບໍ່ມີໂອກາດໃດໆທີ່ຈະເຮັດໃຫ້ໂຕເອງໂດດເດັ່ນ ແລະ ຕ້ອງການທີ່ຈະລາອອກຈາກການເປັນນັກເທດສະໜາ ໂດຍຄິດວ່າ ຂ້ອຍຈະມີໂອກາດສ້າງຊື່ສຽງສຳລັບຕົວເອງໃນໜ້າທີ່ອື່ນ. ຂ້ອຍຮູ້ວ່າຄວາມຫຼົງໄຫຼຂອງຂ້ອຍໃນຊື່ສຽງ ແລະ ສະຖານະຢູ່ເໜືອການຄວບຄຸມ. ຂ້ອຍເປັນຄືກັບຜູ້ຕໍ່ຕ້ານພຣະຄຣິດໃນຄວາມຮັກຂອງຂ້ອຍສຳລັບຊື່ສຽງ ແລະ ສະຖານະ, ຄວາມປາຖະໜານີ້ໄດ້ຝັງຮາກເລິກລົງພາຍໃນຕົວຂ້ອຍ, ມັນເປັນທຳມະຊາດທີ່ຢູ່ພາຍໃນຂອງຂ້ອຍ. ຂ້ອຍຮູ້ວ່າເສັ້ນທາງທີ່ຂ້ອຍກຳລັງຍ່າງນັ້ນອັນຕະລາຍທີ່ສຸດ. ອຸປະນິໄສຂອງພຣະເຈົ້າແມ່ນບໍ່ສາມາດລ່ວງເກີນໄດ້, ພຣະອົງຊອບທຳ. ຖ້າຂ້ອຍບໍ່ສະແຫວງຫາທີ່ຈະປ່ຽນແປງ ແລະ ມີແຕ່ສຸມໃສ່ການຍາດຊິງຊື່ສຽງ ແລະ ສະຖານະໂດຍບໍ່ຄິດແມ່ນແຕ່ໜ້ອຍດຽວເຖິງວຽກງານຂອງຄຣິສຕະຈັກ, ຂ້ອຍກໍຈະຖືກພຣະເຈົ້າປະຕິເສດ ແລະ ຂັບໄລ່. ຂ້ອຍຮູ້ສຶກເບື່ອໜ່າຍຫຼາຍສຳລັບການກະທຳຂອງຂ້ອຍ ແລະ ບໍ່ຕ້ອງການຍາດຊິງເອົາສະຖານະກັບຄູ່ຮ່ວມງານຂອງຂ້ອຍອີກຕໍ່ໄປ. ຂ້ອຍອະທິຖານຫາພຣະເຈົ້າ, ຂໍໃຫ້ພຣະອົງຊ່ວຍຂ້ອຍໃຫ້ຫຼຸດພົ້ນຈາກພັນທະນາການ ແລະ ຂໍ້ຈຳກັດຂອງອຸປະນິໄສແບບຊາຕານຂອງຂ້ອຍ.
ແລ້ວຂ້ອຍກໍເຫັນພຣະທຳຂໍ້ນີ້ຂອງພຣະເຈົ້າ: “ບໍ່ວ່າທິດທາງ ຫຼື ເປົ້າໝາຍການສະແຫວງຫາຂອງເຈົ້າຈະແມ່ນຫຍັງກໍຕາມ, ຖ້າເຈົ້າບໍ່ໄຕ່ຕອງກ່ຽວກັບການສະແຫວງຫາສະຖານະ ແລະ ກຽດສັກສີ ແລະ ຖ້າເຈົ້າຄິດວ່າມັນຍາກຫຼາຍທີ່ຈະປ່ອຍວາງສິ່ງເຫຼົ່ານີ້, ແລ້ວພວກມັນຈະສົ່ງຜົນກະທົບຕໍ່ການເຂົ້າສູ່ຊີວິດຂອງເຈົ້າ. ຕາບໃດທີ່ສະຖານະມີບ່ອນຢູ່ໃນຫົວໃຈຂອງເຈົ້າ, ມັນຈະຄວບຄຸມ ແລະ ມີອິດທິພົນຕໍ່ທິດທາງຊີວິດຂອງເຈົ້າ ແລະ ເປົ້າໝາຍທີ່ເຈົ້າພະຍາຍາມຢາກໄດ້ຢ່າງສົມບູນ, ເຊິ່ງໃນກໍລະນີນັ້ນ ມັນຈະຍາກຫຼາຍສຳລັບເຈົ້າທີ່ຈະເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ, ບໍ່ຕ້ອງເວົ້າເຖິງການບັນລຸການປ່ຽນແປງໃນອຸປະນິໄສຂອງເຈົ້າເລີຍ; ແນ່ນອນ, ບໍ່ຕ້ອງເວົ້າເຖິງເລີຍວ່າເຈົ້າຈະສາມາດຮັບການເຫັນດີຂອງພຣະເຈົ້າໃນທີ່ສຸດ ຫຼື ບໍ່. ຍິ່ງໄປກວ່ານັ້ນ, ຖ້າເຈົ້າບໍ່ເຄີຍສາມາດປ່ອຍວາງການທີ່ເຈົ້າສະແຫວງຫາສະຖານະ, ສິ່ງນີ້ຈະສົ່ງຜົນກະທົບຕໍ່ຄວາມສາມາດຂອງເຈົ້າໃນການປະຕິບັດໜ້າທີ່ຂອງເຈົ້າຢ່າງພຽງພໍ, ເຊິ່ງຈະເຮັດໃຫ້ມັນຍາກຫຼາຍທີ່ເຈົ້າຈະເປັນສິ່ງຖືກສ້າງຂອງພຣະເຈົ້າທີ່ສາມາດຍອມຮັບໄດ້. ເປັນຫຍັງເຮົາຈຶ່ງເວົ້າສິ່ງນີ້? ພຣະເຈົ້າບໍ່ກຽດຊັງຫຍັງຫຼາຍໄປກວ່າເມື່ອຜູ້ຄົນສະແຫວງຫາສະຖານະ, ເພາະການສະແຫວງຫາສະຖານະຄືອຸປະນິໄສຂອງຊາຕານ, ມັນເປັນເສັ້ນທາງທີ່ຜິດ, ມັນເກີດມາຈາກຄວາມເສື່ອມຊາມຂອງຊາຕານ, ມັນເປັນສິ່ງທີ່ພຣະເຈົ້າປະນາມ ແລະ ມັນເປັນສິ່ງທຳອິດທີ່ພຣະເຈົ້າພິພາກສາ ແລະ ຊໍາລະລ້າງ. ພຣະເຈົ້າບໍ່ລັງກຽດຫຍັງຫຼາຍໄປກວ່າເມື່ອຜູ້ຄົນສະແຫວງຫາສະຖານະ ແລະ ເຈົ້າຍັງແຂ່ງຂັນເພື່ອສະຖານະຢ່າງດື້ດ້ານ, ເຈົ້າເຊີດຊູ ແລະ ປົກປ້ອງມັນຢ່າງບໍ່ຢຸດຢັ້ງ, ພະຍາຍາມຢາກໄດ້ມັນເພື່ອເຈົ້າເອງຢູ່ສະເໝີ. ແລ້ວໂດຍທຳມະຊາດແລ້ວ, ທຸກສິ່ງນີ້ບໍ່ໄດ້ເປັນປໍລະປັກກັບພຣະເຈົ້າບໍ? ພຣະເຈົ້າບໍ່ໄດ້ກຳນົດສະຖານະໃຫ້ກັບຜູ້ຄົນ; ພຣະເຈົ້າໃຫ້ຄວາມຈິງ, ຫົນທາງ ແລະ ຊີວິດແກ່ຜູ້ຄົນ ແລະ ໃນທີ່ສຸດແລ້ວກໍເຮັດໃຫ້ພວກເຂົາກາຍມາເປັນສິ່ງຖືກສ້າງຂອງພຣະເຈົ້າທີ່ສາມາດຍອມຮັບໄດ້, ເປັນສິ່ງຖືກສ້າງໂຕນ້ອຍໆ ແລະ ບໍ່ສຳຄັນຂອງພຣະເຈົ້າ, ບໍ່ແມ່ນຄົນທີ່ມີສະຖານະ ແລະ ກຽດສັກສີ ແລະ ເປັນທີ່ເຄົາລົບໂດຍຫຼາຍພັນຄົນ. ແລ້ວດ້ວຍເຫດນັ້ນ, ບໍ່ວ່າມັນຈະເບິ່ງຈາກທັດສະນະຫຍັງກໍຕາມ, ການສະແຫວງຫາສະຖານະຄືທາງຕັນ. ບໍ່ວ່າຂໍ້ອ້າງຂອງເຈົ້າສຳລັບການສະແຫວງຫາສະຖານະຈະສົມເຫດສົມຜົນສໍ່າໃດກໍຕາມ, ເສັ້ນທາງນີ້ຍັງເປັນເສັ້ນທາງທີ່ຜິດ ແລະ ພຣະເຈົ້າບໍ່ໄດ້ຍົກຍ້ອງ. ບໍ່ວ່າເຈົ້າຈະຍາຍາມໜັກສໍ່າໃດ ຫຼື ບໍ່ວ່າເຈົ້າຈະຈ່າຍລາຄາຫຼາຍສໍ່າໃດກໍຕາມ, ຖ້າເຈົ້າປາດຖະໜາຫາສະຖານະ, ພຣະເຈົ້າຈະບໍ່ມອບມັນໃຫ້ກັບເຈົ້າ; ຖ້າພຣະເຈົ້າບໍ່ມອບມັນໃຫ້ກັບເຈົ້າ, ເຈົ້າຈະລົ້ມເຫຼວໃນການຕໍ່ສູ້ເພື່ອທີ່ຈະຮັບເອົາມັນ ແລະ ຖ້າເຈົ້າຕໍ່ສູ້ຢ່າງຕໍ່ເນື່ອງ, ມັນຈະມີພຽງແຕ່ຜົນໄດ້ຮັບໜຶ່ງຢ່າງ: ເຈົ້າຈະຖືກເປີດໂປງ ແລະ ຖືກຂັບໄລ່, ເຊິ່ງເປັນທາງຕັນ” (ພຣະທຳ, ເຫຼັ້ມທີ 4. ການເປີດໂປງຜູ້ຕໍ່ຕ້ານພຣະຄຣິດ. ລາຍການທີເກົ້າ (ພາກທີສາມ)). ຜ່ານພຣະທຳຂອງພຣະເຈົ້າ, ຂ້ອຍເຫັນວ່າ ການສະແຫວງຫາສະຖານະຢ່າງຕໍ່ເນື່ອງຂອງຂ້ອຍບໍ່ພຽງແຕ່ຂັດຂວາງຄວາມສາມາດຂອງຂ້ອຍໃນການເຮັດໜ້າທີ່ຂອງຂ້ອຍເທົ່ານັ້ນ, ມັນຍັງຫ້າມບໍ່ໃຫ້ຂ້ອຍມີຄຸນສົມບັດເປັນສິ່ງຖືກສ້າງ. ເພາະຂ້ອຍສະແຫວງຫາສະຖານະຢູ່ສະເໝີ, ພະຍາຍາມທີ່ຈະເໜືອກວ່າແມັດທິວຢູ່ສະເໝີ ແລະ ໄດ້ຮັບການຍົກຍ້ອງຈາກທຸກຄົນ ແລະ ຍາດຊິງ ແລະ ແຂ່ງຂັນຢູ່ສະເໝີ, ຂ້ອຍຈຶ່ງຊົ່ວຮ້າຍຫຼາຍຂຶ້ນເລື້ອຍໆ ແລະ ຂາດຄວາມເປັນມະນຸດປົກກະຕິ. ຂ້ອຍເຫັນວ່າການສະແຫວງຫາຊື່ສຽງ ແລະ ສະຖານະບໍ່ແມ່ນເສັ້ນທາງທີ່ຖືກຕ້ອງແນວໃດ ແລະ ເປັນຫົນທາງສູ່ຄວາມພິນາດທີ່ຂັດຕໍ່ພຣະເຈົ້າແນວໃດ. ເນື່ອງຈາກວ່າຂ້ອຍຖືວ່າຕົວເອງເປັນຜູ້ເຊື່ອ ແລະ ເປັນສິ່ງຖືກສ້າງ, ຂ້ອຍຄວນສຸມໃສ່ການສະແຫວງຫາຄວາມຈິງ ແລະ ເຊົາດິ້ນຮົນກັບບາງສິ່ງທີ່ໄຮ້ປະໂຫຍດເຊັ່ນ ການສະແຫວງຫາຊື່ສຽງ ແລະ ສະຖານະ. ເມື່ອນັ້ນເອງ ຂ້ອຍຈຶ່ງສາມາດຫຼີກເວັ້ນຈາກການເຮັດຊົ່ວ ແລະ ຕໍ່ຕ້ານພຣະເຈົ້າ. ດັ່ງນັ້ນ ຂ້ອຍຈຶ່ງອະທິຖານຫາພຣະເຈົ້າ ໂດຍເວົ້າວ່າ: “ຂ້າແຕ່ພຣະເຈົ້າ! ຂ້ານ້ອຍໄດ້ມາຮັບຮູ້ທຳມະຊາດຊາຕານຂອງຂ້ານ້ອຍເອງ. ເນື່ອງຈາກຄວາມຫຼົງໄຫຼຂອງຂ້ອຍຕໍ່ກັບຊື່ສຽງ ແລະ ສະຖານະ, ຂ້ານ້ອຍຈຶ່ງມັກຮູ້ສຶກອິດສາແມັດທິວ ແລະ ບໍ່ຕ້ອງການເປັນຄູ່ຮ່ວມງານກັບລາວ. ຂ້າແຕ່ພຣະເຈົ້າ! ນັບແຕ່ນີ້ໄປ, ຂ້ານ້ອຍຈະກັບໃຈມາຫາພຣະອົງ ແລະ ບໍ່ສະແຫວງຫາຊື່ສຽງ ແລະ ສະຖານະ. ຂ້ານ້ອຍຈະສະແຫວງຫາແຕ່ຄວາມຈິງ ແລະ ເຮັດໜ້າທີ່ຂອງຂ້ານ້ອຍໃຫ້ດີເທົ່ານັ້ນ. ພຣະເຈົ້າ, ກະລຸນາຊີ້ນຳ ແລະ ຊ່ວຍຂ້ານ້ອຍດ້ວຍ”.
ໃນລະຫວ່າງການເຝົ້າດ່ຽວຂອງຂ້ອຍ, ຂ້ອຍໄດ້ເຫັນພຣະທຳຂອງພຣະເຈົ້າຂໍ້ນີ້: “ແມ່ນຫຍັງຄືຫຼັກການຂອງພວກເຈົ້າສຳລັບການປະພຶດຕົນເອງ? ເຈົ້າຄວນປະພຶດຕົນເອງຕາມສະຖານະຂອງເຈົ້າ, ຊອກຫາສະຖານະທີ່ເໝາະສົມສຳລັບເຈົ້າ ແລະ ປະຕິບັດໜ້າທີ່ທີ່ເຈົ້າຄວນປະຕິບັດ; ມີພຽງແຕ່ຄົນເຊັ່ນນີ້ຈຶ່ງເປັນຄົນທີ່ມີຄວາມສຳນຶກ. ເພື່ອເປັນຕົວຢ່າງ, ມີຄົນທີ່ເກ່ງໃນວິຊາຊີບ ແລະ ສາມາດເຂົ້າໃຈຫຼັກການຂອງມັນ ແລະ ພວກເຂົາຄວນຮັບຄວາມຮັບຜິດຊອບນັ້ນ ແລະ ກວດຄັ້ງສຸດທ້າຍໃນພື້ນທີ່ນັ້ນ; ມີຄົນທີ່ສາມາດໃຫ້ແນວຄິດ ແລະ ຄວາມເຂົ້າໃຈ, ແລ້ວເຮັດໃຫ້ທຸກຄົນສາມາດສ້າງບົນແນວຄິດຂອງພວກເຂົາ ແລະ ປະຕິບັດໜ້າທີ່ຂອງພວກເຂົາໄດ້ດີຂຶ້ນ, ແລ້ວພວກເຂົາກໍຄວນໃຫ້ແນວຄິດ. ຖ້າເຈົ້າສາມາດຊອກຫາສະຖານະທີ່ເໝາະສົມສຳລັບເຈົ້າ ແລະ ເຮັດວຽກຢ່າງກົມກຽວກັນກັບອ້າຍເອື້ອຍນ້ອງຂອງເຈົ້າ, ເຈົ້າກໍຈະກຳລັງປະຕິບັດໜ້າທີ່ຂອງເຈົ້າ ແລະ ເຈົ້າຈະດຳເນີນຕົນເອງຕາມສະຖານະຂອງເຈົ້າ” (ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ຫຼັກການທີ່ຄົນໆໜຶ່ງຄວນມີໃນການປະພຶດຕົນເອງ). ພຣະທຳຂອງພຣະເຈົ້າໄດ້ມອບເສັ້ນທາງແຫ່ງການປະຕິບັດໃຫ້ແກ່ຂ້ອຍ. ຂ້ອຍຄິດວ່າ: “ຂ້ອຍເປັນຄົນທຳມະດາ, ຂ້ອຍຄວນສະແຫວງຫາທີ່ຈະກາຍເປັນສິ່ງຖືກສ້າງທີ່ແທ້ຈິງ, ຢືນຢູ່ບ່ອນຂອງຂ້ອຍ, ເຮັດວຽກຢ່າງກົມກຽວກັນກັບຄົນອື່ນ ແລະ ເຮັດໜ້າທີ່ຂອງຂ້ອຍຈົນສຸດຄວາມສາມາດຂອງຂ້ອຍ. ມີພຽງສິ່ງນີ້ທີ່ເປັນເສັ້ນທາງທີ່ຖືກຕ້ອງ”. ຂ້ອຍຄິດເຖິງຕອນທີ່ພຣະເຈົ້າໃຫ້ອາດາມຕັ້ງຊື່ໃຫ້ສັດຕ່າງໆ, ພຣະອົງໄດ້ຮັບເອົາຊື່ທີ່ອາດາມຄິດຂຶ້ນ, ພຣະອົງບໍ່ໄດ້ປະຕິເສດອາດາມ ແລະ ຄິດຊື່ຂອງພຣະອົງເອງຂຶ້ນມາ ເພື່ອສະແດງໃຫ້ເຫັນວ່າພຣະອົງຍິ່ງໃຫຍ່ກວ່າສ່ຳໃດ, ແຕ່ຍອມຮັບຕົວເລືອກຂອງອາດາມ. ສິ່ງນີ້ສະແດງໃຫ້ຂ້ອຍເຫັນວ່າ ຄວາມຖ່ອມຕົວຂອງພຣະເຈົ້າ ແລະ ຄວາມເຊື່ອງຊ້ອນຂອງພະເຈົ້າເປັນທີ່ໜ້າຮັກແທ້ໆ. ພຣະເຈົ້າແມ່ນຜູ້ສູງສຸດ, ພຣະຜູ້ເປັນເຈົ້າຂອງການສ້າງທັງປວງ, ແຕ່ພຣະອົງຍັງຊົງປິດບັງພຣະອົງເອງຢ່າງຖ່ອມຕົວ. ສຳລັບຂ້ອຍ, ຂ້ອຍເປັນພຽງສິ່ງຖືກສ້າງທົ່ວໄປ, ແຕ່ຂ້ອຍຕ້ອງການທີ່ຈະໂອ້ອວດຢູ່ສະເໝີ ແລະ ໄດ້ຮັບຄວາມເຄົາລົບຈາກຄົນອື່ນ ແລະ ເຖິງກັບພະຍາຍາມສະກັດກັ້ນຜູ້ທີ່ໄດ້ຮັບຜົນດີໃນໜ້າທີ່ຂອງພວກເຂົາ ເພື່ອເຫັນແກ່ສະຖານະ ແລະ ຊື່ສຽງຂອງຂ້ອຍເອງ. ຂ້ອຍພຽງແຕ່ອວດດີ ແລະ ໄຮ້ເຫດຜົນຫຼາຍເກີນໄປ! ຂ້ອຍຮູ້ສຶກສຳນຶກຜິດຫຼາຍສຳລັບສິ່ງທີ່ຂ້ອຍໄດ້ເຮັດ, ດັ່ງນັ້ນ ຂ້ອຍຈຶ່ງມາຢູ່ຕໍ່ໜ້າພຣະເຈົ້າເພື່ອກັບໃຈ ແລະ ອະທິຖານຫາພຣະອົງ, ຂໍໃຫ້ພຣະອົງປະທານຄວາມກ້າຫານໃຫ້ຂ້ອຍເປີດເຜີຍຕົວເອງຕໍ່ໜ້າຄູ່ຮ່ວມງານຂອງຂ້ອຍ.
ຕໍ່ມາ, ຂ້ອຍຮວບຮວມຄວາມກ້າຂອງຂ້ອຍ ແລະ ຂໍໂທດແມັດທິວ, ເປີດເຜີຍອຸປະນິໄສຜູ້ຕໍ່ຕ້ານພຣະຄຣິດຂອງຂ້ອຍທີ່ສະແດງອອກໃນຄວາມປາຖະໜາຂອງຂ້ອຍທີ່ຍາດຊິງຊື່ສຽງ ແລະ ສະຖານະກັບລາວຢ່າງລັບໆ. ຫຼັງຈາກທີ່ປະຕິບັດໃນລັກສະນະນີ້, ຂ້ອຍກໍຮູ້ສືກສະຫງົບສຸກຫຼາຍຂຶ້ນ. ຕໍ່ມາ, ແມັດທິວໄດ້ພົບພຣະທຳຂອງພຣະເຈົ້າບາງຂໍ້ທີ່ກ່ຽວຂ້ອງກັບສະພາວະຂອງຂ້ອຍ ແລະ ພວກມັນເປັນປະໂຫຍດສຳລັບຂ້ອຍແທ້ໆ. ຂ້ອຍຮູ້ສຶກຂອບໃຈພະເຈົ້າຫຼາຍ! ຂ້ອຍກ່າວຄຳສາບານກັບພຣະອົງວ່າຂ້ອຍຈະປະພຶດຕົນຕາມທີ່ພຣະອົງຂໍ. ຫຼັງຈາກນັ້ນ, ຂ້ອຍກໍເຊົາເມີນເສີຍຕໍ່ຂໍ້ຄວາມຂອງຄູ່ຮ່ວມງານຂອງຂ້ອຍ ແລະ ເລີ່ມລາຍງານລາວຢ່າງຫ້າວຫັນກ່ຽວກັບສະຖານະການຂອງໂຄງການຕ່າງໆທີ່ຂ້ອຍຮັບຜິດຊອບ, ອະນຸຍາດໃຫ້ລາວຮັບຮູ້ວຽກຂອງຂ້ອຍ ແລະ ເພື່ອດູແລຕິດຕາມ ແລະ ຊ່ວຍເຫຼືອຂ້ອຍ. ພວກເຮົາປຶກສາຫາລືວຽກຂອງພວກເຮົາ ແລະ ຮ່ວມມືກັນໃນການເຕົ້າໂຮມ ແລະ ການໂອ້ລົມ. ພວກເຮົາເສີມສ້າງເຊິ່ງກັນ ແລະ ກັນ ແລະ ສະໜັບສະໜູນວຽກຂອງຄຣິສຕະຈັກເປັນທີມ. ຂອບໃຈພຣະເຈົ້າ!
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?