ບົດທີ 8

ເມື່ອການເປີດເຜີຍຂອງເຮົາເຖິງຈຸດສູງສຸດ ແລະ ເມື່ອການພິພາກສາຂອງເຮົາໃກ້ຈຸດສິ້ນສຸດ, ມັນກໍຈະເປັນເວລາທີ່ປະຊາຊົນຂອງເຮົາທຸກຄົນຖືກເປີດເຜີຍ ແລະ ເຮັດໃຫ້ສົມບູນ. ເຮົາເດີນທາງໄປທຸກແຈມຸມຂອງໂລກຈັກກະວານໃນການຊອກຫາຢ່າງຕໍ່ເນື່ອງເຖິງຜູ້ທີ່ສອດຄ່ອງກັບຄວາມປະສົງຂອງເຮົາ ແລະ ເໝາະສົມສໍາລັບການໃຊ້ງານຂອງເຮົາ. ແມ່ນໃຜສາມາດລຸກຂຶ້ນ ແລະ ຮ່ວມມືກັບເຮົາແດ່? ຄວາມຮັກຂອງມະນຸດທີ່ມີຕໍ່ເຮົາແມ່ນໜ້ອຍຫຼາຍ ແລະ ສັດທາຂອງພວກເຂົາທີ່ມີໃນຕົວເຮົາກໍໜ້ອຍຢ່າງເປັນຕາສົມເພດເຊັ່ນກັນ. ຖ້າເຮົາບໍ່ໄດ້ແນການໂຈມຕີດ້ວຍພຣະທໍາຂອງເຮົາໃສ່ຈຸດອ່ອນຂອງມະນຸດ ພວກເຂົາກໍຈະໂອ້ອວດ ແລະ ເວົ້າເກີນຄວາມຈິງ, ເວົ້າຂີ້ຄຸຍ ແລະ ມີທິດສະດີທີ່ໂອ້ອວດ ຄືກັບວ່າ ພວກເຂົາຮອບຮູ້ ແລະ ຮູ້ໝົດທຸກຢ່າງ ກ່ຽວກັບບັນຫາທາງແຜ່ນດິນໂລກ. ໃນບັນດາຜູ້ທີ່ “ຈົງຮັກພັກດີ” ຕໍ່ເຮົາໃນອະດີດ ແລະ ໃນບັນດາຜູ້ທີ່ໃນປັດຈຸບັນໄດ້ “ຢືນຢັດ” ຕໍ່ໜ້າເຮົາ ມີໃຜກ້າທີ່ຈະເວົ້າຢ່າງໂອ້ອວດບໍ່? ມີໃຜທີ່ບໍ່ດີໃຈຢ່າງລັບໆສໍາລັບໂອກາດຂອງພວກເຂົາເອງບໍ່? ເມື່ອເຮົາບໍ່ໄດ້ເປີດເຜີຍຜູ້ຄົນໂດຍກົງ, ພວກເຂົາກໍຈະບໍ່ມີບ່ອນໃດໃຫ້ລີ້ ແລະ ຈະຖືກທາລຸນດ້ວຍຄວາມອັບອາຍ. ມັນຈະຮຸນແຮງຫຼາຍຂຶ້ນສໍ່າໃດ ຖ້າເຮົາເວົ້າດ້ວຍວິທີອື່ນ? ຜູ້ຄົນຍິ່ງຈະມີຄວາມຮູ້ສຶກເປັນໜີ້ບຸນຄຸນຫຼາຍຂຶ້ນ, ເຊື່ອວ່າບໍ່ມີຫຍັງຈະສາມາດຮັກສາພວກເຂົາໄດ້ ແລະ ທຸກຄົນຈະຖືກຜູກມັດຢ່າງແໜ້ນກັບການຂີ້ຄ້ານຂອງພວກເຂົາ. ເມື່ອຜູ້ຄົນສູນເສຍຄວາມຫວັງ, ການຄໍານັບຂອງອານາຈັກກໍດັງກ້ອງຂຶ້ນຢ່າງເປັນທາງການ ເຊິ່ງດັ່ງທີ່ຜູ້ຄົນໄດ້ກ່າວໄວ້ວ່າ “ເວລາທີ່ພຣະວິນຍານທີ່ຮຸນແຮງເຈັດເທົ່າໄດ້ເລີ່ມເຮັດພາລະກິດ”. ເວົ້າອີກແບບໜຶ່ງກໍຄື ນີ້ແມ່ນເວລາທີ່ຊີວິດຂອງອານາຈັກໄດ້ເລີ່ມຂຶ້ນຢູ່ແຜ່ນດິນໂລກຢ່າງເປັນທາງການ; ມັນແມ່ນເວລາທີ່ຄວາມເປັນພຣະເຈົ້າຂອງເຮົາໄດ້ປາກົດຂຶ້ນ ເພື່ອທໍາການໂດຍກົງ (ໂດຍປາສະຈາກ “ການມີ” ແນວຄິດໃດໆ). ທຸກຄົນຟ້າວໄປມາຢ່າງວຸ້ນວາຍ ຄືກັບວ່າ ພວກເຂົາຖືກເຮັດໃຫ້ຟື້ນຂຶ້ນ ຫຼື ປຸກໃຫ້ຕື່ນຈາກຄວາມຝັນ ແລະ ເມື່ອໄດ້ຕື່ນຂຶ້ນມາ ກໍຕົກຕະລຶງທີ່ພົບເຫັນຕົວເອງໃນສະຖານະການດັ່ງກ່າວ. ໃນອະດີດ, ເຮົາໄດ້ເວົ້າຫຼາຍກ່ຽວກັບການສ້າງຄຣິສຕະຈັກ; ເຮົາໄດ້ເປີດເຜີຍຄວາມລຶກລັບຫຼາຍຢ່າງ ແຕ່ເມື່ອພາລະກິດນັ້ນໄດ້ເຖິງຈຸດສູງສຸດຂອງມັນ ມັນກໍໄດ້ສິ້ນສຸດລົງຢ່າງກະທັນຫັນ. ຢ່າງໃດກໍຕາມ, ການສ້າງອານາຈັກນັ້ນແມ່ນມີຄວາມແຕກຕ່າງ. ເມື່ອສົງຄາມໃນໂລກແຫ່ງວິນຍານເຖິງຂັ້ນຕອນສຸດທ້າຍຂອງມັນເທົ່ານັ້ນ ເຮົາຈຶ່ງຈະເລີ່ມພາລະກິດໃໝ່ຂອງເຮົາເທິງແຜ່ນດິນໂລກ. ເວົ້າໄດ້ວ່າ ເມື່ອມະນຸດທຸກຄົນທໍ້ຖອຍເທົ່ານັ້ນ ເຮົາຈຶ່ງຈະເລີ່ມ ແລະ ຍົກພາລະກິດໃໝ່ຂອງເຮົາຂຶ້ນຢ່າງເປັນທາງການ. ຄວາມແຕກຕ່າງລະຫວ່າງການສ້າງອານາຈັກ ແລະ ການສ້າງຄຣິສຕະຈັກກໍຄື ໃນການສ້າງຄຣິສຕະຈັກ ເຮົາໄດ້ເຮັດພາລະກິດຜ່ານຄວາມເປັນມະນຸດ ທີ່ຖືກປົກຄອງດ້ວຍຄວາມເປັນພຣະເຈົ້າ; ເຮົາຈັດການກັບທໍາມະຊາດເກົ່າຂອງມະນຸດໂດຍກົງ ໂດຍການເປີດເຜີຍຄວາມຂີ້ຮ້າຍຂອງພວກເຂົາ ແລະ ເປີດໂປງທາດແທ້ຂອງພວກເຂົາໂດຍກົງ. ດ້ວຍເຫດນັ້ນ, ພວກເຂົາຈຶ່ງໄດ້ມາຮູ້ຈັກຕົວເອງບົນພື້ນຖານນີ້, ໄດ້ໝັ້ນໃຈໃນຕົວພວກເຂົາ ແລະ ໃນຄໍາເວົ້າຂອງພວກເຂົາ. ໃນການສ້າງອານາຈັກ, ເຮົາກະທໍາການໂດຍກົງຜ່ານຄວາມເປັນພຣະເຈົ້າຂອງເຮົາ ແລະ ເຮັດໃຫ້ທຸກຄົນຮູ້ຈັກສິ່ງທີ່ເຮົາມີ ແລະ ເປັນບົນພື້ນຖານຂອງຄວາມຮູ້ຂອງພວກເຂົາກ່ຽວກັບພຣະທໍາຂອງເຮົາ ເຊິ່ງໃນທີ່ສຸດ ກໍຈະເຮັດໃຫ້ພວກເຂົາໄດ້ຮັບຄວາມຮູ້ກ່ຽວກັບເຮົາໃນຖານະທີ່ເປັນເນື້ອໜັງທີ່ບັງເກີດເປັນມະນຸດ. ສຸດທ້າຍກໍຈະເຮັດໃຫ້ການສະແຫວງຫາພຣະເຈົ້າທີ່ເລື່ອນລອຍຂອງມະນຸດທຸກຄົນສິ້ນສຸດລົງ ແລະ ໃນຫົວໃຈຂອງພວກເຂົາ ພວກເຂົາກໍຈະເຊົາເຊື່ອພຣະເຈົ້າໃນສະຫວັນ; ນັ້ນກໍຄື ເຮົາໄດ້ເຮັດໃຫ້ມະນຸດຮູ້ຈັກການກະທໍາຂອງເຮົາ ໃນຂະນະທີ່ເຮົາເປັນເນື້ອໜັງທີ່ບັງເກີດເປັນມະນຸດ ແລະ ດ້ວຍເຫດນັ້ນ ເວລາຂອງເຮົາເທິງແຜ່ນດິນໂລກກໍຈະສິ້ນສຸດລົງ.

ການສ້າງອານາຈັກແມ່ນແນໃສ່ໂລກແຫ່ງວິນຍານໂດຍກົງ. ນັ້ນກໍຄື ສະພາບຂອງການຕໍ່ສູ້ຂອງໂລກແຫ່ງວິນຍານແມ່ນຖືກອະທິບາຍຢ່າງລະອຽດໂດຍກົງໃນທ່າມກາງປະຊາຊົນຂອງເຮົາທຸກຄົນ ແລະ ນີ້ກໍພຽງພໍທີ່ຈະສະແດງໃຫ້ເຫັນວ່າ ບໍ່ພຽງແຕ່ໃນຄຣິສຕະຈັກເທົ່ານັ້ນ ແຕ່ຍັງມີ ແລະ ຍິ່ງມີໃນຍຸກແຫ່ງອານາຈັກທີ່ທຸກຄົນສູ້ຮົບຢ່າງຕໍ່ເນື່ອງ. ເຖິງຈະເປັນຮ່າງກາຍຂອງພວກເຂົາ ແຕ່ໂລກແຫ່ງວິນຍານກໍຖືກເປີດເຜີຍໂດຍກົງ ແລະ ພວກເຂົາແມ່ນໄດ້ມາພົວພັນກັບຊີວິດຂອງໂລກແຫ່ງວິນຍານ. ສະນັ້ນ, ເມື່ອພວກເຈົ້າເລີ່ມມີຄວາມເຊື່ອ, ພວກເຈົ້າກໍຕ້ອງຕຽມຢ່າງຖືກຕ້ອງເພື່ອຂັ້ນຕອນຕໍ່ໄປຂອງພາລະກິດຂອງເຮົາ. ພວກເຈົ້າຄວນມອບຫົວໃຈທັງໝົດຂອງພວກເຈົ້າ; ພຽງເມື່ອນັ້ນ ພວກເຈົ້າຈຶ່ງຈະສາມາດເຮັດໃຫ້ເຮົາພໍໃຈ. ເຮົາບໍ່ສົນໃຈກັບສິ່ງເກີດຂຶ້ນທີ່ຜ່ານມາໃນຄຣິສຕະຈັກ; ໃນປັດຈຸບັນ ມັນແມ່ນຢູ່ໃນອານາຈັກ. ໃນແຜນການຂອງເຮົາ, ຊາຕານໄດ້ຍ່າງຢູ່ດ້ານຫຼັງທຸກບາດກ້າວຢ່າງມິດງຽບມາຕະຫຼອດ ແລະ ໃນຖານະທີ່ມັນເປັນຜູ້ຂັດຂວາງສະຕິປັນຍາຂອງເຮົາ ມັນໄດ້ພະຍາຍາມຊອກຫາວິທີທາງ ແລະ ວິທີການເພື່ອຂັດຂວາງແຜນການດັ່ງເດີມຂອງເຮົາຕະຫຼອດ. ແຕ່ເຮົາຈະສາມາດຍອມຈໍານົນຕໍ່ແຜນການອຸບາຍຂອງມັນໄດ້ບໍ? ທຸກຢ່າງຢູ່ສະຫວັນ ແລະ ແຜ່ນດິນໂລກແມ່ນຮັບໃຊ້ເຮົາ; ແຜນການອຸບາຍຂອງຊາຕານຈະມີຄວາມແຕກຕ່າງບໍ? ນີ້ແມ່ນຈຸດທີ່ສະຕິປັນຍາຂອງເຮົາຕັດຜ່ານຢ່າງແນ່ນອນ; ມັນແມ່ນສິ່ງທີ່ມະຫັດສະຈັນກ່ຽວກັບການກະທໍາຂອງເຮົາ ແລະ ມັນແມ່ນຫຼັກການຂອງການປະຕິບັດແຜນການຄຸ້ມຄອງທັງໝົດຂອງເຮົາ. ໃນຍຸກແຫ່ງການສ້າງອານາຈັກ, ເຮົາກໍຍັງບໍ່ຖືກລະເວັ້ນດ້ວຍແຜນການອຸບາຍຂອງຊາຕານ ແຕ່ເຮົາສືບຕໍ່ເຮັດພາລະກິດທີ່ເຮົາຕ້ອງເຮັດ. ໃນທ່າມກາງຈັກກະວານ ແລະ ທຸກສິ່ງ, ເຮົາໄດ້ເລືອກການກະທໍາຂອງຊາຕານເປັນສິ່ງກີດຂວາງຂອງເຮົາ. ນີ້ບໍ່ແມ່ນການສະແດງອອກຂອງສະຕິປັນຍາຂອງເຮົາບໍ? ນີ້ບໍ່ແມ່ນສິ່ງທີ່ມະຫັດສະຈັນຢ່າງແທ້ຈິງກ່ຽວກັບສະຕິປັນຍາຂອງເຮົາບໍ? ເນື່ອງໃນໂອກາດການເຂົ້າສູ່ຍຸກແຫ່ງອານາຈັກ, ທຸກສິ່ງຢູ່ສະຫວັນ ແລະ ແຜ່ນດິນໂລກແມ່ນຖືກປ່ຽນແປງຢ່າງສິ້ນເຊີງ, ສິ່ງເຫຼົ່ານັ້ນພາກັນສະເຫຼີມສະຫຼອງ ແລະ ປິຕິຍິນດີຢ່າງຍິ່ງ. ພວກເຈົ້າແຕກຕ່າງບໍ? ໃນຫົວໃຈຂອງໃຜທີ່ບໍ່ມີຄວາມຫວານຂອງນໍ້າເຜິ້ງແດ່? ແມ່ນໃຜທີ່ບໍ່ມີຄວາມສຸກແດ່? ແມ່ນໃຜທີ່ບໍ່ເຕັ້ນລໍາດ້ວຍຄວາມດີໃຈ? ແມ່ນໃຜທີ່ບໍ່ກ່າວຄໍາສັນລະເສີນ?

ພວກເຈົ້າເຂົ້າໃຈເປົ້າໝາຍ ແລະ ຕົ້ນກໍາເນີດຂອງທຸກສິ່ງທີ່ເຮົາໄດ້ເວົ້າເຖິງ ແລະ ສົນທະນາຢູ່ຂ້າງເທິງນີ້ບໍ ຫຼື ພວກເຈົ້າບໍ່ເຂົ້າໃຈ? ຖ້າເຮົາບໍ່ຖາມສິ່ງນີ້ ແລ້ວຄົນສ່ວນໃຫຍ່ກໍຈະເຊື່ອວ່າ ເຮົາພຽງແຕ່ເວົ້າຢ່າງໄຮ້ສາລະ ແລະ ຈະບໍ່ສາມາດຢັ່ງເຖິງແຫຼ່ງທີ່ມາຂອງພຣະທໍາຂອງເຮົາ. ຖ້າພວກເຈົ້າພິຈາລະນາສິ່ງເຫຼົ່ານັ້ນຢ່າງລະອຽດ ພວກເຈົ້າຈະຮູ້ເຖິງຄວາມສໍາຄັນຂອງສິ່ງເຫຼົ່ານັ້ນ. ເຈົ້າຈະເຂົ້າໃຈໄດ້ດີຖ້າເຈົ້າອ່ານສິ່ງເຫຼົ່ານັ້ນຢ່າງໃກ້ຊິດ: ພຣະທໍາຂອງເຮົາຂໍ້ໃດທີ່ບໍ່ເປັນປະໂຫຍດແກ່ເຈົ້າແດ່? ຂໍ້ໃດທີ່ບໍ່ໄດ້ມີຄວາມໝາຍທີ່ເຮັດໃຫ້ຊີວິດຂອງເຈົ້າເຕີບໃຫຍ່ແດ່? ຂໍ້ໃດທີ່ບໍ່ເວົ້າເຖິງຄວາມເປັນຈິງຂອງໂລກແຫ່ງວິນຍານແດ່? ຄົນສ່ວນໃຫຍ່ເຊື່ອວ່າ ບໍ່ມີຄວາມຄ່ອງກັນ ຫຼື ເຫດຜົນໃນພຣະທໍາຂອງເຮົາ ວ່າພວກມັນຂາດການອະທິບາຍ ແລະ ການຕີຄວາມໝາຍ. ພຣະທໍາຂອງເຮົາເປັນທິດສະດີ ແລະ ບໍ່ສາມາດຢັ່ງຮູ້ແທ້ບໍ? ພວກເຈົ້າອ່ອນນ້ອມຕໍ່ພຣະທໍາຂອງເຮົາຢ່າງແທ້ຈິງບໍ? ພວກເຈົ້າຍອມຮັບເອົາພຣະທໍາຂອງເຮົາແທ້ບໍ? ພວກເຈົ້າບໍ່ໄດ້ປະຕິບັດກັບສິ່ງເຫຼົ່ານັ້ນຄືກັບຂອງຫຼິ້ນບໍ? ເຈົ້າບໍ່ໄດ້ໃຊ້ສິ່ງເຫຼົ່ານັ້ນເປັນເຄື່ອງນຸ່ງເພື່ອປົກປິດຮູບລັກອັນຂີ້ຮ້າຍຂອງເຈົ້າບໍ? ໃນໂລກທີ່ກວ້າງໃຫຍ່ໄພສານນີ້, ແມ່ນໃຜທີ່ຖືກເຮົາກວດສອບດ້ວຍຕົວເອງແດ່? ມີໃຜໄດ້ຍິນພຣະທໍາຂອງພຣະວິນຍານຂອງເຮົາດ້ວຍຕົວເອງບໍ່? ຫຼາຍຄົນຊອກຫາ ແລະ ຄົ້ນຫາຢູ່ໃນຄວາມມືດ; ຫຼາຍຄົນອະທິຖານໃນທ່າມກາງຄວາມລໍາບາກຍາກແຄ້ນ; ຫຼາຍຄົນຫິວ ແລະ ໜາວ, ແນມເບິ່ງດ້ວຍຄວາມສິ້ນຫວັງ; ແລະ ຫຼາຍຄົນຖືກຊາຕານຜູກມັດ; ແຕ່ຫຼາຍຄົນກໍບໍ່ຮູ້ວ່າຈະຫັນໄປບ່ອນໃດ, ຫຼາຍຄົນໄດ້ທໍລະຍົດເຮົາໃນທ່າມກາງຄວາມສຸກຂອງພວກເຂົາ, ຫຼາຍຄົນບໍ່ຮູ້ບຸນຄຸນ ແລະ ຫຼາຍຄົນຈົງຮັກພັກດີຕໍ່ແຜນການອຸບາຍຂອງຊາຕານ. ແມ່ນໃຜໃນບັນດາພວກເຈົ້າທີ່ແມ່ນໂຢບ? ແມ່ນໃຜແມ່ນເປໂຕ? ເປັນຫຍັງເຮົາຈຶ່ງກ່າວເຖິງໂຢບຊໍ້າແລ້ວຊໍ້າອີກ? ເປັນຫຍັງເຮົາຈຶ່ງເວົ້າເຖິງເປໂຕຫຼາຍຄັ້ງ? ພວກເຈົ້າເຄີຍຄົ້ນຫາບໍວ່າ ຄວາມຫວັງຂອງເຮົາທີ່ມີຕໍ່ພວກເຈົ້າແມ່ນຫຍັງ? ພວກເຈົ້າຄວນໃຊ້ເວລາໃນການພິຈາລະນາສິ່ງດັ່ງກ່າວນີ້ຫຼາຍຂຶ້ນ.

ເປໂຕມີສັດທາຕໍ່ເຮົາເປັນເວລາຫຼາຍປີ ແຕ່ລາວບໍ່ເຄີຍຈົ່ມ ແລະ ບໍ່ເຄີຍມີຄວາມບໍ່ພໍໃຈ; ແມ່ນແຕ່ໂຢບກໍບໍ່ທຽບເທົ່າກັບລາວ ແລະ ຕະຫຼອດຍຸກຕ່າງໆ ພວກນັກບຸນກໍບໍ່ທຽບເທົ່າເປໂຕ. ລາວບໍ່ພຽງແຕ່ສະແຫວງຫາທີ່ຈະຮູ້ຈັກເຮົາ ແຕ່ຍັງມາຮູ້ຈັກເຮົາໃນຊ່ວງເວລາທີ່ຊາຕານສະແດງແຜນການອຸບາຍຂອງມັນ. ສິ່ງນີ້ເຮັດໃຫ້ເປໂຕຮັບໃຊ້ເຮົາເປັນເວລາຫຼາຍປີ ໂດຍສອດຄ່ອງກັບຄວາມປະສົງຂອງເຮົາ ແລະ ຍ້ອນເຫດຜົນນີ້ ລາວຈຶ່ງບໍ່ເຄີຍຖືກຊາຕານຫຼອກໃຊ້. ເປໂຕຖອດເອົາບົດຮຽນຈາກຄວາມເຊື່ອຂອງໂຢບ ແຕ່ກໍຍັງເຂົ້າໃຈຄວາມບົກຜ່ອງຂອງໂຢບໄດ້ຢ່າງຊັດເຈນ. ເຖິງໂຢບຈະມີຄວາມເຊື່ອອັນຍິ່ງໃຫຍ່ ແຕ່ລາວກໍຂາດຄວາມຮູ້ກ່ຽວກັບບັນຫາໃນໂລກແຫ່ງວິນຍານ ເຊິ່ງດ້ວຍເຫດນັ້ນ ລາວຈຶ່ງເວົ້າຫຼາຍຄໍາທີ່ບໍ່ສອດຄ່ອງກັບຄວາມເປັນຈິງ; ນິ້ສະແດງໃຫ້ເຫັນວ່າ ຄວາມຮູ້ຂອງໂຢບນັ້ນຕື້ນ ແລະ ບໍ່ສາມາດເຮັດໃຫ້ສົມບູນໄດ້. ດັ່ງນັ້ນ, ເປໂຕຈຶ່ງສຸມໃສ່ການຮັບຄວາມຮູ້ສຶກແຫ່ງວິນຍານຕະຫຼອດ ແລະ ເອົາໃຈໃສ່ກັບການສັງເກດເບິ່ງພະລັງຂອງໂລກແຫ່ງວິນຍານ. ດ້ວຍເຫດນັ້ນ, ລາວບໍ່ພຽງແຕ່ສາມາດຄົ້ນຫາບາງສິ່ງທີ່ເຮົາປາດຖະໜາເທົ່ານັ້ນ ແຕ່ຍັງມີຄວາມຮູ້ເລັກໜ້ອຍກ່ຽວກັບແຜນການອຸບາຍຂອງຊາຕານ. ຍ້ອນສິ່ງນີ້ ຄວາມຮູ້ຂອງລາວກ່ຽວກັບເຮົາຈຶ່ງມີຫຼາຍກວ່າຄົນອື່ນຕະຫຼອດຍຸກຕ່າງໆ.

ຈາກປະສົບການຂອງເປໂຕ, ມັນບໍ່ຍາກທີ່ຈະເຫັນວ່າ ຖ້າມະນຸດປາດຖະໜາທີ່ຈະຮູ້ຈັກເຮົາ ພວກເຂົາຕ້ອງສຸມໃສ່ກັບການພິຈາລະນາຢ່າງລະອຽດພາຍໃນຈິດໃຈຂອງພວກເຂົາ. ເຮົາບໍ່ໄດ້ຂໍໃຫ້ເຈົາ “ອຸທິດ” ດ້ານພາຍນອກບາງສ່ວນໃຫ້ກັບເຮົາ; ນີ້ແມ່ນເລື່ອງສໍາຮອງ. ຖ້າເຈົ້າບໍ່ຮູ້ຈັກເຮົາ ແລ້ວຄວາມເຊື່ອ, ຄວາມຮັກ ແລະ ຄວາມຈົງຮັກພັກດີທັງໝົດ ທີ່ເຈົ້າເວົ້າເຖິງກໍຈະເປັນຄວາມເພີ້ຝັນ; ສິ່ງເຫຼົ່ານັ້ນແມ່ນສິ່ງທີ່ບໍ່ມີສາລະ ແລະ ເຈົ້າກໍຈະກາຍເປັນຄົນທີ່ໂອ້ອວດຕໍ່ໜ້າເຮົາ ແຕ່ບໍ່ຮູ້ຈັກຕົວເອງຢ່າງແນ່ນອນ. ແລ້ວເຈົ້າກໍຈະຕິດກັບດັກຂອງຊາຕານອີກຄັ້ງ ແລະ ຈະບໍ່ສາມາດປົດປ່ອຍຕົວເອງໄດ້; ເຈົ້າຈະກາຍເປັນບຸດແຫ່ງອະເວຈີ ແລະ ເປັນສິ່ງທີ່ຕ້ອງຖືກທໍາລາຍ. ຢ່າງໃດກໍຕາມ, ຖ້າເຈົ້າເຢັນຊາ ແລະ ບໍ່ໃສ່ໃຈກັບພຣະທໍາຂອງເຮົາ ເຈົ້າກໍຈະຕໍ່ຕ້ານເຮົາໂດຍທີ່ບໍ່ຕ້ອງສົງໄສເລີຍ. ນີ້ແມ່ນຄວາມຈິງ ແລະ ເຈົ້າຈະເຮັດໄດ້ດີຖ້າເຈົ້າໄດ້ເບິ່ງວິນຍານທັງຫຼາຍ ແລະ ຕ່າງໆນາໆ ທີ່ຖືກເຮົາຂ້ຽນຕີ ຜ່ານປະຕູໂຂງຂອງໂລກແຫ່ງວິນຍານ. ໃນບັນດາພວກເຂົາ ແມ່ນມີວິນຍານໃດທີ່ໄດ້ຜະເຊີນກັບພຣະທໍາຂອງເຮົາ ແລ້ວນິ້ງເສີຍ, ບໍ່ໃສ່ໃຈ ແລະ ບໍ່ຍອມຮັບ? ໃນບັນດາພວກເຂົາ ມີວິນຍານໃດທີ່ບໍ່ເຍາະເຍີ້ຍພຣະທໍາຂອງເຮົາ? ໃນບັນດາພວກເຂົາ ມີວິນຍານໃດທີ່ບໍ່ໄດ້ພະຍາຍາມທີ່ຈະຊອກຫາຄວາມຜິດໃນພຣະທໍາຂອງເຮົາ? ໃນບັນດາພວກເຂົາ ມີວິນຍານໃດທີ່ບໍ່ໄດ້ໃຊ້ພຣະທໍາຂອງເຮົາເປັນ “ອາວຸດປ້ອງກັນ” ເພື່ອ “ປົກປ້ອງ” ຕົວເອງ? ພວກເຂົາບໍ່ໄດ້ໃຊ້ເນື້ອຫາຂອງພຣະທໍາຂອງເຮົາເປັນວິທີທາງໃນການຮູ້ຈັກເຮົາ ແຕ່ພຽງເປັນຂອງຫຼິ້ນເພື່ອຫຼິ້ນນໍາ. ໃນສິ່ງນີ້ ພວກເຂົາບໍ່ໄດ້ຂັດຂືນເຮົາໂດຍກົງບໍ? ພຣະທໍາຂອງເຮົາແມ່ນເພື່ອໃຜ? ໃຜຄືພຣະວິນຍານຂອງເຮົາ? ເຮົາໄດ້ຖາມຄໍາຖາມດັ່ງກ່າວກັບພວກເຈົ້າຫຼາຍຄັ້ງ ແຕ່ພວກເຈົ້າເຄີຍປະສົບກັບສິ່ງເຫຼົ່ານັ້ນຢ່າງແທ້ຈິງບໍ? ເຮົາຂໍເຕືອນພວກເຈົ້າອີກຄັ້ງ: ຖ້າພວກເຈົ້າບໍ່ຮູ້ຈັກພຣະທໍາຂອງເຮົາ ແລະ ບໍ່ຍອມຮັບພວກມັນ ແລະ ເອົາພວກມັນມາປະຕິບັດ, ພວກເຈົ້າກໍຈະກາຍເປັນເປົ້າໝາຍແຫ່ງການຂ້ຽນຕີຂອງເຮົາຢ່າງຫຼີກເວັ້ນບໍ່ໄດ້! ພວກເຈົ້າຈະກາຍເປັນເຫຍື່ອຂອງຊາຕານຢ່າງແນ່ນອນ!

ວັນທີ 29 ກຸມພາ 1992

ກ່ອນນີ້: ບົດທີ 7

ຕໍ່ໄປ: ບົດທີ 9

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ອານາຈັກພັນປີມາຮອດແລ້ວ

ພວກເຈົ້າເຄີຍເຫັນບໍ່ວ່າພຣະເຈົ້າຈະບັນລຸພາລະກິດໃດໃນກຸ່ມຄົນເຫຼົ່ານີ້? ພຣະເຈົ້າເຄີຍກ່າວໄວ້ຄັ້ງໜຶ່ງວ່າ ເຖິງແມ່ນຢູ່ໃນອານາຈັກພັນປີ...

ວິທີການຮູ້ຈັກຄວາມເປັນຈິງ

ພຣະເຈົ້າແມ່ນພຣະເຈົ້າຕາມຄວາມເປັນຈິງ ນັ້ນກໍຄື ພາລະກິດທຸກຢ່າງຂອງພຣະອົງແມ່ນຕາມຄວາມເປັນຈິງ, ພຣະທຳທຸກຂໍ້ທີ່ພຣະອົງກ່າວອອກມາແມ່ນຕາມຄວາມເປັນຈິງ ແລະ...

ຄົນທີ່ຮັກພຣະເຈົ້າຈະດຳລົງຊີວິດຢູ່ພາຍໃນແສງສະຫວ່າງຂອງພຣະອົງຕະຫຼອດໄປ

ທາດແທ້ຂອງຄວາມເຊື່ອໃນພຣະເຈົ້າຂອງຄົນສ່ວນໃຫຍ່ແມ່ນຄວາມເຊື່ອໃນສາສະໜາ ນັ້ນກໍຄື ພວກເຂົາບໍ່ສາມາດຮັກພຣະເຈົ້າໄດ້ ແລະ...

ຄວາມແຕກຕ່າງລະຫວ່າງພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໜ້າທີ່ຂອງມະນຸດ

ພວກເຈົ້າຕ້ອງມາຮູ້ຈັກນິມິດແຫ່ງພາລະກິດຂອງພຣະເຈົ້າ ແລະ ເຂົ້າໃຈທິດທາງໂດຍທົ່ວໄປແຫ່ງພາລະກິດຂອງພຣະອົງ. ນີ້ແມ່ນການເຂົ້າສູ່ທີ່ເປັນບວກ....

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້