ບົດທີ 10

ໂດຍພື້ນຖານແລ້ວ, ຍຸກແຫ່ງອານາຈັກແມ່ນແຕກຕ່າງຈາກເວລາທີ່ຜ່ານມາ. ມັນບໍ່ກ່ຽວກັບການກະທໍາຂອງມະນຸດ; ກົງກັນຂ້າມ, ເຮົາໄດ້ລົງມາສູ່ແຜ່ນດິນໂລກ ເພື່ອປະຕິບັດພາລະກິດຂອງເຮົາດ້ວຍຕົວເອງ ເຊິ່ງແມ່ນບາງສິ່ງທີ່ມະນຸດບໍ່ສາມາດເຂົ້າໃຈ ແລະ ບໍ່ສາມາດບັນລຸໄດ້. ເປັນເວລາຫຼາຍປີ ນັບແຕ່ການຊົງສ້າງໂລກ, ພາລະກິດແມ່ນກ່ຽວກັບການສ້າງຄຣິສຕະຈັກເທົ່ານັ້ນ ແຕ່ບໍ່ມີຜູ້ໃດເຄີຍໄດ້ຍິນກ່ຽວກັບການສ້າງອານາຈັກ. ເຖິງແມ່ນວ່າ ເຮົາຈະເວົ້າກ່ຽວກັບສິ່ງນີ້ດ້ວຍປາກຂອງເຮົາເອງ ແຕ່ມີໃຜແດ່ທີ່ຮູ້ຈັກແກ່ນແທ້ຂອງມັນ? ຄັ້ງໜຶ່ງເຮົາເຄີຍລົງມາສູ່ໂລກມະນຸດ ແລະ ໄດ້ປະສົບກັບ ແລະ ໄດ້ສັງເກດເບິ່ງການທົນທຸກຂອງພວກເຂົາ ແຕ່ເຮົາເຮັດເຊັ່ນນັ້ນໂດຍທີ່ບໍ່ໄດ້ເຮັດໃຫ້ຈຸດປະສົງຂອງການບັງເກີດເປັນມະນຸດຂອງເຮົາສໍາເລັດ. ເມື່ອການສ້າງອານາຈັກໄດ້ເລີ່ມດໍາເນີນການ, ເນື້ອໜັງທີ່ບັງເກີດເປັນມະນຸດຂອງເຮົາກໍໄດ້ເລີ່ມປະຕິບັດພັນທະກິດຂອງເຮົາຢ່າງເປັນທາງການ; ນັ້ນກໍຄື ກະສັດຂອງອານາຈັກໄດ້ຖືເອົາອໍານາດສູງສຸດຂອງພຣະອົງຢ່າງເປັນທາງການ. ຈາກສິ່ງນີ້ ມັນຈຶ່ງເຫັນໄດ້ຢ່າງຊັດເຈນວ່າ ການລົງມາຂອງອານາຈັກສູ່ໂລກມະນຸດບໍ່ແມ່ນເປັນພຽງແຕ່ການສະແດງພຣະທໍາ ແລະ ການປາກົດຕົວເທົ່ານັ້ນ ແຕ່ມັນຄືໜຶ່ງໃນບັນດາຄວາມເປັນຈິງທີ່ແທ້ຈິງ; ນີ້ແມ່ນສ່ວນໜຶ່ງຂອງຄວາມໝາຍຂອງ “ຄວາມເປັນຈິງຂອງການປະຕິບັດ”. ມະນຸດບໍ່ເຄີຍເຫັນການກະທໍາຂອງເຮົາແມ່ນແຕ່ຢ່າງດຽວ ແລະ ພວກເຂົາບໍ່ເຄີຍໄດ້ຍິນພຣະວັດຈະນະຂອງເຮົາແມ່ນແຕ່ໜຶ່ງຄໍາ. ເຖິງແມ່ນວ່າ ພວກເຂົາໄດ້ເຫັນການກະທໍາຂອງເຮົາ ແຕ່ພວກເຂົາໄດ້ຄົ້ນພົບຫຍັງບໍ່? ຖ້າພວກເຂົາໄດ້ຍິນເຮົາເວົ້າ ແລ້ວພວກເຂົາຈະເຂົ້າໃຈຫຍັງບໍ່? ທົ່ວໂລກ ທຸກຄົນແມ່ນມີຊີວິດຢູ່ພາຍໃນຄວາມເມດຕາ ແລະ ຄວາມກະລຸນາຂອງເຮົາ ແຕ່ມະນຸດທຸກຄົນກໍຢູ່ພາຍໃຕ້ການພິພາກສາຂອງເຮົາເຊັ່ນກັນ ແລະ ໃນທໍານອງດຽວກັນນັ້ນກໍຢູ່ພາຍໃຕ້ການທົດລອງຂອງເຮົາ. ເຮົາໄດ້ມີຄວາມເມດຕາ ແລະ ຄວາມຮັກຕໍ່ຜູ້ຄົນ ເຖິງແມ່ນພວກເຂົາທຸກຄົນໄດ້ເສື່ອມຊາມໃນລະດັບໃດໜຶ່ງກໍຕາມ; ເຮົາໄດ້ຂ້ຽນຕີພວກເຂົາ ເຖິງແມ່ນພວກເຂົາທຸກຄົນໄດ້ອ່ອນນ້ອມຢູ່ຕໍ່ໜ້າບັນລັງຂອງເຮົາກໍຕາມ. ຢ່າງໃດກໍຕາມ, ມີມະນຸດຜູ້ໃດທີ່ບໍ່ໄດ້ຢູ່ໃນທ່າມກາງການທົນທຸກ ແລະ ການເຮັດໃຫ້ບໍລິສຸດທີ່ເຮົາໄດ້ວາງອອກ? ຫຼາຍຄົນແມ່ນກໍາລັງງົມຫາແສງສະຫວ່າງຜ່ານຄວາມມືດ ແລະ ຫຼາຍຄົນກໍາລັງດິ້ນຮົນຢ່າງຂົມຂື່ນຜ່ານການທົດລອງຂອງພວກເຂົາ. ໂຢບມີສັດທາ ແຕ່ເພິ່ນບໍ່ໄດ້ສະແຫວງຫາທາງອອກສໍາລັບຕົວເພິ່ນເອງບໍ? ເຖິງວ່າ ປະຊາຊົນຂອງເຮົາຈະສາມາດຢືນຢ່າງໝັ້ນຄົງໃນການຜະເຊີນກັບການທົດລອງ ແຕ່ມີໃຜແດ່ທີ່ຍັງມີສັດທາໃນສ່ວນເລິກຂອງເຂົາ ໂດຍບໍ່ໄດ້ກ່າວມັນອອກດັງໆ? ມັນບໍ່ແມ່ນວ່າ ຜູ້ຄົນໄດ້ເວົ້າກ່ຽວກັບຄວາມເຊື່ອຂອງພວກເຂົາ ໃນຂະນະທີ່ກໍາລັງມີຂໍ້ສົງໄສໃນໃຈຂອງພວກເຂົາບໍ? ບໍ່ມີມະນຸດຜູ້ໃດທີ່ໄດ້ຕັ້ງໝັ້ນໃນການທົດລອງ ຫຼື ມີຜູ້ໃດທີ່ອ່ອນນ້ອມຢ່າງແທ້ຈິງເມື່ອຖືກທົດລອງ. ຖ້າເຮົາບໍ່ໄດ້ປິດບັງໃບໜ້າຂອງເຮົາ ເພື່ອຫຼີກເວັ້ນການເບິ່ງໂລກນີ້,​ ເຜົ່າພັນມະນຸດທັງໝົດກໍຈະຕົກຢູ່ພາຍໃຕ້ການຈ້ອງເບິ່ງຢ່າງເຜົາໄໝ້ຂອງເຮົາ ເພາະເຮົາບໍ່ໄດ້ຂໍຫຍັງຈາກມະນຸດ.

ເມື່ອສຽງຄໍານັບຂອງອານາຈັກດັງຂຶ້ນ ເຊິ່ງຍັງແມ່ນເວລາທີ່ສຽງຟ້າຮ້ອງທັງເຈັດດັງກັງວານຂຶ້ນ, ສຽງດັ່ງກ່າວນີ້ສັ່ນສະທ້ານສະຫວັນ ແລະ ແຜ່ນດິນໂລກ, ເຮັດໃຫ້ສະຫວັນຊັ້ນສູງສຸດສັ່ນສະເທືອນ ແລະ ເຮັດໃຫ້ຄວາມຮູ້ສຶກໃນໃຈຂອງມະນຸດທຸກຄົນສັ່ນເຊັນ. ເພງແຫ່ງອານາຈັກດັງຂຶ້ນຢ່າງເປັນພິທີໃນດິນແດນຂອງມັງກອນແດງທີ່ຍິ່ງໃຫຍ່ ເຊິ່ງພິສູດໃຫ້ເຫັນວ່າ ເຮົາໄດ້ທໍາລາຍປະເທດນັ້ນ ແລະ ໄດ້ສ້າງອານາຈັກຂອງເຮົາຂຶ້ນ. ສໍາຄັນໄປກວ່ານັ້ນ, ອານາຈັກຂອງເຮົາຖືກສ້າງຂຶ້ນຢູ່ເທິງແຜ່ນດິນໂລກ. ໃນຊ່ວງເວລານີ້, ເຮົາໄດ້ເລີ່ມສົ່ງທູດສະຫວັນຂອງເຮົາອອກໄປຫາທຸກຄົນຂອງບັນດາປະເທດຕ່າງໆໃນໂລກ ເພື່ອວ່າ ພວກເຂົາຈະສາມາດເບິ່ງແຍງບຸດຂອງເຮົາ ແລະ ປະຊາຊົນຂອງເຮົາ; ສິ່ງນີ້ຍັງແມ່ນເພື່ອຕອບສະໜອງຄວາມຕ້ອງການຂອງຂັ້ນຕອນຕໍ່ໄປຂອງພາລະກິດຂອງເຮົາ. ຢ່າງໃດກໍຕາມ, ເຮົາໄປບ່ອນທີ່ມັງກອນແດງທີ່ຍິ່ງໃຫຍ່ນອນມ້ວນຕົວຢູ່ ແລະ ຕໍ່ສູ້ກັບມັນດ້ວຍຕົວເຮົາເອງ. ເມື່ອມະນຸດທຸກຄົນມາຮູ້ຈັກເຮົາໃນເນື້ອໜັງ ແລະ ສາມາດເຫັນການກະທໍາຂອງເຮົາໃນເນື້ອໜັງ, ຖໍ້າຂອງມັງກອນແດງທີ່ຍິ່ງໃຫຍ່ກໍຈະກາຍເປັນຂີ້ເທົ່າ ແລະ ຫາຍໄປໂດຍບໍ່ມີຮ່ອງຮອຍ. ໃນຖານະທີ່ເປັນປະຊາຊົນຂອງອານາຈັກຂອງເຮົາ, ໃນເມື່ອພວກເຈົ້າກຽດຊັງມັງກອນແດງທີ່ຍິ່ງໃຫຍ່ຈົນເຂົ້າກະດູກດໍາ, ພວກເຈົ້າຕ້ອງເຮັດໃຫ້ເຮົາພໍໃຈ ດ້ວຍການກະທໍາຂອງພວກເຈົ້າ ແລະ ດ້ວຍວິທີນີ້ ກໍເປັນການນໍາເອົາຄວາມອັບອາຍມາສູ່ມັງກອນ. ພວກເຈົ້າຮູ້ສຶກຢ່າງແທ້ຈິງບໍວ່າມັງກອນແດງທີ່ຍິ່ງໃຫຍ່ນັ້ນເປັນຕາກຽດຊັງ? ພວກເຈົ້າຮູ້ສຶກບໍວ່າມັນແມ່ນສັດຕູຂອງອານາຈັກຂອງກະສັດ? ພວກເຈົ້າເຊື່ອແທ້ບໍວ່າພວກເຈົ້າສາມາດເປັນພະຍານຢ່າງດີຕໍ່ເຮົາ? ພວກເຈົ້າມີຄວາມໝັ້ນໃຈແທ້ບໍວ່າພວກເຈົ້າສາມາດເອົາຊະນະມັງກອນແດງທີ່ຍິ່ງໃຫຍ່ໄດ້? ນີ້ແມ່ນສິ່ງທີ່ເຮົາຂໍຈາກພວກເຈົ້າ; ສິ່ງດຽວທີ່ເຮົາຕ້ອງການແມ່ນໃຫ້ພວກເຈົ້າສາມາດໄປຮອດຂັ້ນຕອນນີ້. ພວກເຈົ້າຈະສາມາດເຮັດສິ່ງນີ້ໄດ້ບໍ? ພວກເຈົ້າເຊື່ອວ່າ ພວກເຈົ້າສາມາດບັນລຸໃນສິ່ງນີ້ໄດ້ບໍ? ແມ່ນຫຍັງແທ້ທີ່ມະນຸດສາມາດເຮັດໄດ້? ບໍ່ແມ່ນເຮົາເຮັດມັນດ້ວຍຕົວເຮົາເອງບໍ? ເປັນຫຍັງເຮົາຈຶ່ງເວົ້າວ່າ ເຮົາລົງມາດ້ວຍຕົວເຮົາເອງສູ່ສະຖານທີ່ ທີ່ໄດ້ມີການຕໍ່ສູ້ເກີດຂຶ້ນ? ສິ່ງທີ່ເຮົາຕ້ອງການແມ່ນຄວາມເຊື່ອຂອງພວກເຈົ້າ, ບໍ່ແມ່ນການກະທໍາຂອງພວກເຈົ້າ. ມະນຸດທຸກຄົນແມ່ນບໍ່ສາມາດຍອມຮັບເອົາພຣະທໍາຂອງເຮົາຢ່າງກົງໄປກົງມາ ແລະ ພຽງແຕ່ເບິ່ງພຣະທໍາເຫຼົ່ານັ້ນຢູ່ທາງຂ້າງ. ສິ່ງນີ້ໄດ້ຊ່ວຍໃຫ້ພວກເຈົ້າບັນລຸເປົ້າໝາຍຂອງພວກເຈົ້າບໍ? ພວກເຈົ້າໄດ້ມາຮູ້ຈັກເຮົາດ້ວຍວິທີນີ້ບໍ? ເວົ້າຕາມກົງ, ໃນບັນດາມະນຸດຢູ່ເທິງແຜ່ນດິນໂລກ ບໍ່ມີຜູ້ໃດສາມາດເບິ່ງເຮົາຢ່າງເຊິ່ງໜ້າໄດ້ ແລະ ບໍ່ມີຜູ້ໃດສາມາດຍອມຮັບເອົາຄວາມໝາຍອັນບໍລິສຸດ ແລະ ຂາວສະອາດຂອງພຣະທໍາຂອງເຮົາ. ດັ່ງນັ້ນ, ເຮົາຈຶ່ງໄດ້ເລີ່ມປະຕິບັດໂຄງການທີ່ບໍ່ເຄີຍມີມາກ່ອນຢູ່ເທິງແຜ່ນດິນໂລກ ເພື່ອບັນລຸເປົ້າໝາຍຂອງເຮົາ ແລະ ເພື່ອສ້າງພາບລັກທີ່ແທ້ຈິງຂອງເຮົາໃນໃຈຂອງຜູ້ຄົນ. ດ້ວຍວີທີນີ້, ເຮົາຈະສິ້ນສຸດຍຸກທີ່ຄວາມຄິດຖືອໍານາດເໜືອຜູ້ຄົນ.

ປັດຈຸບັນ ເຮົາບໍ່ພຽງແຕ່ລົງມາສູ່ປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ເທົ່ານັ້ນ ແຕ່ເຮົາຍັງຫັນໄປຜະເຊີນກັບຈັກກະວານທັງປວງ ເຊິ່ງເຮັດໃຫ້ສະຫວັນຊັ້ນສູງສຸດສັ່ນສະເທືອນ. ມີບ່ອນໃດແດ່ທີ່ບໍ່ໄດ້ຢູ່ພາຍໃຕ້ການພິພາກສາຂອງເຮົາ? ມີບ່ອນໃດແດ່ທີ່ມີຢູ່ ທີ່ບໍ່ຢູ່ພາຍໃຕ້ໄພພິບັດ ທີ່ເຮົາໄດ້ສົ່ງລົງມາບໍ? ເຮົາໄດ້ຫວ່ານ “ເມັດພືດແຫ່ງໄພພິບັດ” ທຸກຊະນິດຢູ່ທຸກບ່ອນທີ່ເຮົາໄປ. ນີ້ແມ່ນໜຶ່ງໃນວິທີທີ່ເຮົາເຮັດພາລະກິດ ແລະ ແມ່ນການກະທໍາເພື່ອຊ່ວຍມະນຸດໃຫ້ລອດພົ້ນຢ່າງບໍ່ຕ້ອງສົງໄສ ແລະ ສິ່ງທີ່ເຮົາຍື່ນໃຫ້ພວກເຂົາຍັງແມ່ນຄວາມຮັກຊະນິດໜຶ່ງອີກດ້ວຍ. ເຮົາປາດຖະໜາທີ່ຈະໃຫ້ຫຼາຍຄົນຮູ້ຈັກເຮົາ ແລະ ສາມາດເຫັນເຮົາ ແລະ ດ້ວຍວິທີນີ້ ມາເຄົາລົບບູຊາພຣະເຈົ້າ ທີ່ພວກເຂົາບໍ່ສາມາດເຫັນເປັນເວລາຫຼາຍປີ ແຕ່ຜູ້ທີ່ມີຕົວຕົນແທ້ຈິງໃນປັດຈຸບັນ. ເຮົາໄດ້ສ້າງໂລກຍ້ອນເຫດຜົນຫຍັງ? ຫຼັງຈາກທີ່ມະນຸດໄດ້ເສື່ອມຊາມ, ເປັນຫຍັງເຮົາຈຶ່ງບໍ່ທໍາລາຍລ້າງພວກເຂົາຢ່າງສິ້ນເຊີງ? ຍ້ອນເຫດຜົນຫຍັງ ເຜົ່າພັນມະນຸດທັງໝົດຈຶ່ງດໍາລົງຊີວິດໃນທ່າມກາງໄພພິບັດ? ຈຸດປະສົງຂອງເຮົາໃນການສວມໃສ່ເນື້ອໜັງແມ່ນຫຍັງ? ເມື່ອເຮົາປະຕິບັດພາລະກິດຂອງເຮົາ, ມະນຸດບໍ່ພຽງແຕ່ໄດ້ຮຽນຮູ້ເຖິງລົດຊາດທີ່ຂົມຂື່ນ ແຕ່ຍັງໄດ້ຮຽນຮູ້ເຖິງລົດຊາດທີ່ຫວານຊື່ນອີກດ້ວຍ. ໃນບັນດາຜູ້ຄົນທັງໝົດໃນໂລກ, ມີຜູ້ໃດທີ່ບໍ່ໄດ້ດໍາລົງຊີວິດພາຍໃນພຣະຄຸນຂອງເຮົາ? ຖ້າເຮົາບໍ່ໄດ້ປະທານພອນແຫ່ງວັດຖຸໃຫ້ແກ່ມະນຸດ ແລ້ວຈະມີຜູ້ໃດໃນໂລກສາມາດມີຄວາມສຸກກັບຄວາມອຸດົມສົມບູນບໍ? ເປັນໄປໄດ້ບໍ ທີ່ການອະນຸຍາດໃຫ້ພວກເຈົ້າຮັບຕໍາແໜ່ງເປັນປະຊາຊົນຂອງເຮົາຄືການໃຫ້ພອນ? ຖ້າພວກເຈົ້າບໍ່ແມ່ນປະຊາຊົນຂອງເຮົາ ແຕ່ແມ່ນຜູ້ເຮັດການບໍລິການແທນ ແລ້ວພວກເຈົ້າຈະບໍ່ໄດ້ມີຊີວິດຢູ່ພາຍໃນການໃຫ້ພອນຂອງເຮົາບໍ? ບໍ່ມີຜູ້ໃດໃນທ່າມກາງພວກເຈົ້າ ສາມາດຢັ່ງເຖິງຕົ້ນກໍາເນີດຂອງພຣະທໍາຂອງເຮົາ. ມະນຸດບໍ່ຮູ້ຄຸນຄ່າຕໍາແໜ່ງທີ່ເຮົາໄດ້ມອບໃຫ້ພວກເຂົາ, ສະນັ້ນ ຫຼາຍຄົນໃນຕໍາແໜ່ງ “ຜູ້ເຮັດການບໍລິການ” ຈຶ່ງມີຄວາມບໍ່ພໍໃຈໃນໃຈຂອງພວກເຂົາ ແລະ ຫຼາຍຄົນໃນຕໍາແໜ່ງ “ປະຊາຊົນຂອງເຮົາ” ຈຶ່ງມີຄວາມຮັກຕໍ່ເຮົາໃນໃຈຂອງພວກເຂົາ. ບໍ່ມີຜູ້ໃດຄວນພະຍາຍາມຫຼອກລວງເຮົາ; ຕາຂອງເຮົາແມ່ນເຫັນທຸກຢ່າງ! ຜູ້ໃດໃນບັນດາພວກເຈົ້າ ທີ່ໄດ້ຮັບຢ່າງເຕັມໃຈ ແລະ ຜູ້ໃດໃນບັນດາພວກເຈົ້າທີ່ມອບຄວາມເຊື່ອຟັງຈົນໝົດ? ຖ້າສຽງຄໍານັບຕໍ່ອານາຈັກບໍ່ດັງຂຶ້ນ ແລ້ວພວກເຈົ້າຈະສາມາດອ່ອນນ້ອມຢ່າງແທ້ຈິງຈົນເຖິງທີ່ສຸດບໍ? ສິ່ງທີ່ມະນຸດສາມາດເຮັດ ແລະ ຄິດ ແລະ ພວກເຂົາສາມາດໄປໄກໄດ້ຊໍ່າໃດ ເຊິ່ງສິ່ງທັງໝົດເຫຼົ່ານີ້ ແມ່ນສິ່ງທີ່ເຮົາໄດ້ກໍານົດລ່ວງໜ້າແຕ່ດົນນານແລ້ວ.

ຜູ້ຄົນສ່ວນໃຫຍ່ຍອມຮັບເອົາການເຜົາໄໝ້ຂອງເຮົາຍ້ອນໃບໜ້າຂອງເຮົາ. ຄົນສ່ວນໃຫຍ່ທີ່ດົນບັນດານດ້ວຍກໍາລັງໃຈຂອງເຮົາກະຕຸ້ນຕົວເອງໄປຂ້າງໜ້າໃນການສະແຫວງຫາ. ເມື່ອກອງກໍາລັງຂອງຊາຕານໂຈມຕີປະຊາຊົນຂອງເຮົາ, ເຮົາແມ່ນຢູ່ບ່ອນນັ້ນ ເພື່ອກັນພວກມັນອອກ; ເມື່ອຊາຕານວາງແຜນສ້າງຄວາມຈິບຫາຍໃນຊີວິດຂອງພວກເຂົາ ເຮົາກໍຈະເຮັດໃຫ້ມັນແລ່ນໜີດ້ວຍຄວາມຜ່າຍແພ້, ໜີໄປໂດຍບໍ່ກັບຄືນມາອີກເລີຍ. ຢູ່ເທິງແຜ່ນດິນໂລກ ວິນຍານທີ່ຊົ່ວຮ້າຍທຸກປະເພດອອກຫາບ່ອນພັກຜ່ອນຢູ່ຕະຫຼອດເວລາ ແລະ ຊອກຫາຊາກສົບຂອງມະນຸດ ທີ່ມັນສາມາດກິນໄດ້ຢ່າງບໍ່ມີສິ້ນສຸດ. ປະຊາຊົນຂອງເຮົາເອີຍ! ພວກເຈົ້າຕ້ອງຄົງຢູ່ພາຍໃນການເບິ່ງແຍງ ແລະ ການປົກປ້ອງຂອງເຮົາ. ຈົ່ງຢ່າໄຮ້ສິນທໍາເດັດຂາດ! ຈົ່ງຢ່າປະພຶດຕົນໂດຍບໍ່ລະວັງ! ເຈົ້າຄວນຖວາຍຄວາມຈົງຮັກພັກດີຂອງເຈົ້າໃນເຮືອນຂອງເຮົາ ແລະ ດ້ວຍຄວາມຈົງຮັກພັກດີເທົ່ານັ້ນ ເຈົ້າຈຶ່ງຈະສາມາດຕອບໂຕ້ຕໍ່ກົນອຸບາຍຂອງຜີຮ້າຍໄດ້. ພວກເຈົ້າບໍ່ຄວນປະພຶດດັ່ງທີ່ພວກເຈົ້າເຮັດໃນອະດີດ ບໍ່ວ່າ ຈະຢູ່ພາຍໃຕ້ສະຖານະການໃດກໍຕາມ ໂດຍເຮັດສິ່ງໜຶ່ງຕໍ່ໜ້າເຮົາ ແລ້ວເຮັດອີກສິ່ງລັບຫຼັງເຮົາ; ຖ້າພວກເຈົ້າເຮັດເຊັ່ນນີ້, ພວກເຈົ້າກໍເກີນທີ່ຈະໄດ້ຮັບການໄຖ່ບາບແລ້ວ. ເຮົາບໍ່ໄດ້ກ່າວພຣະທໍາເຫຼົ່ານີ້ຢ່າງພຽງພໍບໍ? ມັນເປັນຍ້ອນວ່າ ທໍາມະຊາດເດີມໆຂອງມະນຸດແກ້ໄຂບໍ່ໄດ້, ເຮົາຈຶ່ງຕ້ອງໄດ້ເຕືອນຜູ້ຄົນຊໍ້າແລ້ວຊໍ້າອີກ. ຈົ່ງຢ່າເບື່ອໜ່າຍ! ທຸກສິ່ງທີ່ເຮົາເວົ້າແມ່ນເພື່ອຮັບປະກັນຊາຕາກໍາຂອງພວກເຈົ້າ! ບ່ອນທີ່ເປິະເປື້ອນ ແລະ ສົກກະປົກແມ່ນສິ່ງທີ່ຊາຕານຕ້ອງການຢ່າງແທ້ຈິງ; ຍິ່ງພວກເຈົ້າບໍ່ສາມາດໄຖ່ບາບຢ່າງສິ້ນຫວັງ ແລະ ຍິ່ງພວກເຈົ້າໄຮ້ສິນທໍາ ໂດຍປະຕິເສດທີ່ຈະຍອມຢັບຢັ້ງໃຈ, ວິນຍານທີ່ສົກກະປົກເຫຼົ່ານັ້ນຍິ່ງຈະສວຍໂອກາດໃນການແຊກຊຶມເຂົ້າໄປໃນພວກເຈົ້າ. ຖ້າພວກເຈົ້າໄດ້ມາຮອດຈຸດນີ້, ຄວາມຈົງຮັກພັກດີຂອງພວກເຈົ້າກໍຈະບໍ່ມີຫຍັງ ນອກຈາກເປັນການເວົ້າຫຼິ້ນລ້າໆ ໂດຍບໍ່ມີຄວາມເປັນຈິງໃດໆ ແລະ ວິນຍານທີ່ສົກກະປົກກໍຈະກືນກິນຄວາມຕັ້ງໃຈຂອງພວກເຈົ້າ ແລະ ປະຕິຮູບມັນໃຫ້ເປັນຄວາມບໍ່ເຊື່ອຟັງ ແລະ ເປັນ ແຜນການຊົ່ວຮ້າຍ ເພື່ອໃຊ້ທໍາລາຍພາລະກິດຂອງເຮົາ. ຈາກນັ້ນ, ພວກເຈົ້າກໍຈະສາມາດຖືກເຮົາຂ້ຽນຕີໃນເວລາໃດກໍໄດ້. ບໍ່ມີໃຜເຂົ້າໃຈຄວາມຮ້າຍແຮງຂອງສະຖານະການນີ້; ທຸກຄົນພຽງແຕ່ເຮັດທໍາທ່າບໍ່ໄດ້ຍິນໃນສິ່ງທີ່ພວກເຂົາໄດ້ຍິນ ແລະ ບໍ່ໄດ້ລະວັງຕົວແມ່ນແຕ່ໜ້ອຍດຽວ. ເຮົາບໍ່ໄດ້ຈື່ໃນສິ່ງທີ່ຖືກເຮັດໃນອະດີດ; ເຈົ້າຍັງລໍຖ້າໃຫ້ເຮົາຜ່ອນຜັນຕໍ່ເຈົ້າໃນການ “ລືມ” ອີກຄັ້ງແທ້ບໍ? ເຖິງວ່າ ມະນຸດໄດ້ຕໍ່ຕ້ານເຮົາ ແຕ່ເຮົາກໍຈະບໍ່ຕໍາໜິພວກເຂົາ ເນື່ອງຈາກພວກເຂົາມີວຸດທິພາວະທີ່ຕໍ່າຫຼາຍ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງບໍ່ໄດ້ຮຽກຮ້ອງຫຼາຍເກີນໄປຈາກພວກເຂົາ. ສິ່ງດຽວທີ່ເຮົາຕ້ອງການກໍຄືບໍ່ໃຫ້ພວກເຂົາເສເພ ແລະ ໃຫ້ພວກເຂົາຍອມຕໍ່ເງື່ອນໄຂ. ແນ່ນອນມັນບໍ່ເກີນຄວາມສາມາດຂອງພວກເຈົ້າໃນການຕອບສະໜອງເງື່ອນໄຂຂໍ້ດຽວນີ້, ແມ່ນບໍ? ຄົນສ່ວນໃຫຍ່ແມ່ນລໍຖ້າໃຫ້ເຮົາເປີດເຜີຍຄວາມລຶກລັບຍິ່ງຂຶ້ນ ເພື່ອພວກເຂົາຈະໄດ້ລ້ຽງສາຍຕາຂອງພວກເຂົາ. ຢ່າງໃດກໍຕາມ, ເຖິງວ່າ ເຈົ້າຈະເຂົ້າໃຈຄວາມລຶກລັບທັງໝົດຂອງສະຫວັນ ແຕ່ເຈົ້າຈະສາມາດເຮັດຫຍັງໄດ້ດ້ວຍຄວາມຮູ້ນັ້ນ? ມັນຈະເພີ່ມຄວາມຮັກຂອງເຈົ້າທີ່ມີຕໍ່ເຮົາບໍ? ມັນຈະປຸກຄວາມຮັກຂອງເຈົ້າທີ່ມີຕໍ່ເຮົາບໍ? ເຮົາບໍ່ປະໝາດມະນຸດ ຫຼື ຕັດສິນພວກເຂົາຢ່າງເບົາໆ. ຖ້າສິ່ງເຫຼົ່ານີ້ບໍ່ແມ່ນສະຖານະການຕົວຈິງຂອງມະນຸດ, ເຮົາກໍຈະບໍ່ມີວັນສວມເຄື່ອງໝາຍດັ່ງກ່າວໃຫ້ພວກເຂົາຢ່າງງ່າຍດາຍ. ຈົ່ງຄິດຄືນເຖິງອະດີດ: ຈັກເທື່ອແລ້ວທີ່ເຮົາໄດ້ກ່າວຮ້າຍພວກເຈົ້າ? ຈັກເທື່ອແລ້ວທີ່ເຮົາໄດ້ປະໝາດພວກເຈົ້າ? ຈັກເທື່ອແລ້ວທີ່ເຮົາໄດ້ແນມເບິ່ງພວກເຈົ້າໂດຍບໍ່ຄໍານຶງເຖິງສະຖານະການຕົວຈິງຂອງພວກເຈົ້າ? ຈັກເທື່ອແລ້ວທີ່ພຣະວັດຈະນະຂອງເຮົາບໍ່ສາມາດເອົາຊະນະພວກເຈົ້າຢ່າງໝົດໃຈ? ຈັກເທື່ອແລ້ວທີ່ເຮົາໄດ້ເວົ້າ ໂດຍບໍ່ໄດ້ດີດສາຍສົ່ງສຽງສະທ້ອນດັງກັງວານພາຍໃນພວກເຈົ້າ? ມີຜູ້ໃດໃນບັນດາພວກເຈົ້າທີ່ໄດ້ອ່ານພຣະທໍາຂອງເຮົາ ໂດຍທີ່ບໍ່ຢ້ານກົວ ແລະ ມີອາການສັ່ນເຊັນ ໂດຍຢ້ານຢູ່ເລິກໆວ່າ ເຮົາຈະໂຈມຕີພວກເຈົ້າໃຫ້ຕົກລົງສູ່ຂຸມເລິກທີ່ສຸດ? ເປັນຫຍັງຈຶ່ງບໍ່ອົດທົນກັບການທົດລອງຈາກພຣະທໍາຂອງເຮົາ? ພາຍໃນພຣະວັດຈະນະຂອງເຮົາມີສິດອໍານາດ ແຕ່ນີ້ບໍ່ແມ່ນເພື່ອການພິພາກສາມະນຸດແບບງ່າຍໆ; ກົງກັນຂ້າມ, ເຮົາໄດ້ສະແດງຄວາມໝາຍທີ່ມີຢູ່ໃນພຣະທໍາຂອງເຮົາຕໍ່ພວກເຂົາຢູ່ສະເໝີ ໂດຍໃສ່ໃຈກັບສະຖານະການຕົວຈິງຂອງພວກເຂົາ. ແທ້ຈິງແລ້ວ ມີຜູ້ໃດ ທີ່ສາມາດຮູ້ເຖິງອໍານາດອັນຍິ່ງໃຫຍ່ຂອງເຮົາທີ່ຢູ່ໃນພຣະທໍາຂອງເຮົາບໍ່? ມີຜູ້ໃດ ທີ່ສາມາດຮັບກ້ອນຄໍາທີ່ບໍລິສຸດທີ່ສຸດ ທີ່ສ້າງພຣະທໍາຂອງເຮົາບໍ່? ເຮົາໄດ້ກ່າວພຣະທໍາຫຼາຍຊໍ່າໃດແລ້ວ? ມີຜູ້ໃດເຄີຍເຫັນຄຸນຄ່າພຣະທໍາເຫຼົ່ານັ້ນບໍ່?

ວັນທີ 3 ມີນາ 1992

ກ່ອນນີ້: ບົດທີ 9

ຕໍ່ໄປ: ບົດທີ 11

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ

ພາລະກິດການຄຸ້ມຄອງມະນຸດຊາດແມ່ນຖືກຈັດແບ່ງອອກເປັນສາມຂັ້ນຕອນ ເຊິ່ງກໍໝາຍຄວາມວ່າ ພາລະກິດແຫ່ງການໄຖ່ມະນຸດຊາດຖືກແບ່ງອອກເປັນສາມຂັ້ນຕອນ....

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້