ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ບົດທີ 40

ຜູ້ຄົນຈ້ອງເບິ່ງທຸກການເຄື່ອນໄຫວຂອງເຮົາ ຄືກັບວ່າເຮົາກຳລັງຈະນໍາສະຫວັນລົງມາ ແລະ ພວກເຂົາກໍສັບສົນຍ້ອນການກະທຳຂອງເຮົາຢູ່ສະເໝີ ຄືກັບວ່າການກະທຳຂອງເຮົາບໍ່ສາມາດຢັ່ງເຖິງໂດຍພວກເຂົາແທ້ໆ. ສະນັ້ນ ພວກເຂົາຈຶ່ງຮັບເອົາຄຳແນະນໍາຈາກເຮົາໃນທຸກສິ່ງທີ່ພວກເຂົາເຮັດ ໂດຍຢ້ານວ່າພວກເຂົາຈະຝ່າຝືນສະຫວັນ ແລະ ຖືກໂຍນສູ່ “ໂລກມະນຸດ”. ເຮົາບໍ່ພະຍາຍາມຄົ້ນຫາຫຍັງທີ່ເຮົາສາມາດໃຊ້ຕໍ່ຜູ້ຄົນ ຫຼື ເຮັດໃຫ້ຄວາມບົກຜ່ອງຂອງພວກເຂົາເປັນເປົ້າໝາຍຂອງພາລະກິດຂອງເຮົາ. ໃນຊ່ວງເວລານີ້, ພວກເຂົາມີຄວາມສຸກຫຼາຍ ແລະ ມາເພິ່ງພາເຮົາ. ເມື່ອເຮົາມອບໃຫ້ກັບມະນຸດ, ຜູ້ຄົນຮັກເຮົາດັ່ງທີ່ພວກເຂົາຮັກຊີວິດຂອງພວກເຂົາເອງ, ແຕ່ເມື່ອເຮົາຂໍສິ່ງຕ່າງໆຈາກພວກເຂົາ, ພວກເຂົາກໍຫຼີກຫຼ່ຽງເຮົາ. ເປັນຫຍັງຈຶ່ງເປັນແບບນີ້? ພວກເຂົາບໍ່ສາມາດແມ່ນແຕ່ທີ່ຈະໃຊ້ “ຄວາມຍຸຕິທຳ ແລະ ຄວາມມີເຫດຜົນ” ຂອງໂລກມະນຸດເຂົ້າສູ່ການປະຕິບັດ? ເປັນຫຍັງເຮົາຈຶ່ງຮຽກຮ້ອງສິ່ງຕ່າງໆຈາກຜູ້ຄົນກັບໄປກັບມາ? ເປັນຄວາມຈິງແທ້ໆບໍວ່າເຮົາບໍ່ມີຫຍັງ? ຜູ້ຄົນປະຕິບັດຕໍ່ເຮົາຄືກັບຄົນຂໍທານ. ເມື່ອເຮົາຂໍສິ່ງຕ່າງໆຈາກພວກເຂົາ, ພວກເຂົາກໍຍື່ນ “ຂອງເຫຼືອ” ຂອງພວກເຂົາຕໍ່ໜ້າເຮົາເພື່ອໃຫ້ເຮົາ “ໄດ້ກິນ” ແລະ ເຖິງແມ່ນເຮົາເວົ້າວ່າພວກເຂົາດູແລເຮົາເປັນພິເສດ. ເຮົາຫຼຽວເບິ່ງໃບໜ້າທີ່ຂີ້ຮ້າຍ ແລະ ຄວາມຜິດປົກກະຕິຂອງພວກເຂົາ ແລ້ວເຮົາກໍຈາກມະນຸດໄປອີກຄັ້ງ. ພາຍໃຕ້ສະຖານະການດັ່ງກ່າວ, ຜູ້ຄົນຍັງບໍ່ເຂົ້າໃຈ ແລະ ນຳສິ່ງທີ່ເຮົາໄດ້ປະຕິເສດພວກເຂົານັ້ນກັບຄືນມາອີກຄັ້ງ, ລໍຖ້າການກັບມາຂອງເຮົາ. ເຮົາໄດ້ສະຫຼະເວລາຢ່າງຫຼວງຫຼາຍ ແລະ ໄດ້ຈ່າຍລາຄາສູງ ຍ້ອນເຫັນແກ່ມະນຸດ, ແຕ່ໃນເວລານີ້ ຍ້ອນເຫດຜົນທີ່ບໍ່ສາມາດຮູ້ໄດ້, ຄວາມສຳນຶກຂອງຜູ້ຄົນກໍຍັງບໍ່ສາມາດປະຕິບັດໜ້າທີ່ເດີມຂອງພວກເຂົາໄດ້. ຜົນຕາມມາກໍຄື ເຮົາຂຽນລາຍການຂອງຂໍ້ສົງໄສທີ່ດື້ດ້ານຂອງພວກເຂົາໃນທ່າມກາງ “ພຣະທຳແຫ່ງຄວາມເລິກລັບ” ເພື່ອເຮັດໜ້າທີ່ເປັນ “ບ່ອນອ້າງອີງ” ສຳລັບຄົນຮຸ່ນອະນາຄົດ, ເພາະພຣະທຳເຫຼົ່ານີ້ເປັນ “ຜົນຂອງການຄົ້ນຄວ້າທາງວິທະຍາສາດ” ທີ່ເກີດຈາກ “ການເຮັດວຽກໜັກ” ຂອງຜູ້ຄົນ; ເຮົາຈະລຶບພຣະທຳເຫຼົ່ານີ້ຖິ້ມແບບເສີຍໆໄດ້ແນວໃດ? ການເຮັດແບບນີ້ຈະບໍ່ເປັນ “ການປ່ອຍໃຫ້ເຈດຕະນາທີ່ດີຂອງຜູ້ຄົນຕົກຕໍ່າລົງ” ບໍ? ໃນທີ່ສຸດແລ້ວ, ຍ້ອນເຮົາມີຄວາມສຳນຶກ, ເຮົາບໍ່ຮ່ວມໃນການກະທຳທີ່ມີເລ່ຫຼ່ຽມ ແລະ ສົມຄົບຄິດກັບມະນຸດ, ການກະທຳຂອງເຮົາບໍ່ໄດ້ເປັນແບບນັ້ນບໍ? ນີ້ບໍ່ແມ່ນ “ຄວາມຍຸຕິທຳ ແລະ ຄວາມມີເຫດຜົນ” ທີ່ມະນຸດກ່າວເຖິງບໍ? ໃນທ່າມກາງມະນຸດ, ເຮົາໄດ້ປະຕິບັດພາລະກິດຢ່າງບໍ່ຢຸດເຊົາຈົນເຖິງປັດຈຸບັນ. ດ້ວຍການມາເຖິງຂອງເວລາແບບມື້ນີ້, ຜູ້ຄົນຍັງບໍ່ຮູ້ຈັກເຮົາ, ພວກເຂົາຍັງປະຕິບັດຕໍ່ເຮົາຄືກັບຄົນແປກໜ້າ ແລະ ເຖິງກັບກຽດຊັງເຮົາຫຼາຍຂຶ້ນ ຍ້ອນເຮົາໄດ້ນໍາພວກເຂົາໄປເຖິງ “ທາງຕັນ”. ໃນເວລານີ້, ຄວາມຮັກທີ່ຢູ່ໃນຫົວໃຈຂອງພວກເຂົາກໍໄດ້ຫາຍໄປແຕ່ດົນໂດຍບໍ່ປະຮ່ອງຮອຍໄວ້. ເຮົາບໍ່ໄດ້ເວົ້າເກີນ, ແຮງໄກທີ່ເຮົາຈະດູຖູກມະນຸດ. ເຮົາສາມາດຮັກມະນຸດຊົ່ວນິດນິລັນ ແລະ ເຮົາຍັງສາມາດຊັງມະນຸດຊົ່ວນິດນິລັນ ແລະ ສິ່ງນີ້ຈະບໍ່ປ່ຽນແປງຈັກເທື່ອ, ຍ້ອນເຮົາມີຄວາມພາກພຽນ. ແຕ່ມະນຸດກໍບໍ່ໄດ້ມີຄວາມພາກພຽນນີ້, ເຂົາບໍ່ແນ່ນອນຕໍ່ເຮົາຢູ່ສະເໝີ, ເຂົາພຽງແຕ່ໃສ່ໃຈເຮົາໜ້ອຍດຽວເມື່ອເຮົາເປີດປາກຂອງເຮົາ ແລະ ເມື່ອເຮົາຫຸບປາກຂອງເຮົາ ແລະ ບໍ່ເວົ້າຫຍັງ, ແລ້ວເຂົາກໍຫຼົງຫາຍທ່າມກາງຄື້ນຂອງໂລກໃຫຍ່. ສະນັ້ນ ເຮົາຈຶ່ງຫຍໍ້ສິ່ງນີ້ໃຫ້ເປັນສຸພາສິດສັ້ນໆ: ຜູ້ຄົນຂາດຄວາມພາກພຽນ ແລະ ສະນັ້ນ ພວກເຂົາຈຶ່ງບໍ່ສາມາດເຮັດໃຫ້ເຮົາພໍໃຈໄດ້.

ໃນຂະນະທີ່ຜູ້ຄົນກຳລັງຝັນ, ເຮົາກໍເດີນທາງໄປປະເທດຕ່າງໆເທິງແຜ່ນດິນໂລກ ໂດຍໂຮຍ “ກິ່ນແຫ່ງຄວາມຕາຍ” ທີ່ຢູ່ໃນມືຂອງເຮົາທ່າມກາງມະນຸດ. ທຸກຄົນປະຖິ້ມພາລະກຳລັງໄວ້ເບື້ອງຫຼັງທັນທີ ແລະ ເຂົ້າສູ່ຊັ້ນຕໍ່ໄປຂອງຊີວິດມະນຸດ. ໃນທ່າມກາງມະນຸດຊາດ, ສິ່ງທີ່ມີຊີວິດໃດກໍຕາມແມ່ນບໍ່ສາມາດເຫັນໄດ້ອີກຕໍ່ໄປ, ຊາກສົບແມ່ນກະຈັດກະຈາຍໄປທົ່ວທີບ, ສິ່ງຕ່າງໆທີ່ເຕັມໄປດ້ວຍຊີວິດຊີວາກໍຫາຍໄປທັນທີ ໂດຍບໍ່ຖິ້ມຮ່ອງຮອຍໄວ້ ແລະ ກິ່ນຂອງຊາກສົບທີ່ເຮັດໃຫ້ຫາຍໃຈບໍ່ອອກກໍແຜ່ຄຸມໄປທົ່ວແຜ່ນດິນ. ເຮົາກໍອັດໜ້າຂອງເຮົາທັນທີ ແລະ ຈາກມະນຸດໄປ, ຍ້ອນເຮົາກຳລັງເລີ່ມຕົ້ນຂັ້ນຕອນຕໍ່ໄປຂອງພາລະກິດ, ມອບບ່ອນຢູ່ອາໄສໃຫ້ກັບຄົນທີ່ກັບມາມີຊີວິດ ແລະ ເຮັດໃຫ້ທຸກຄົນເທິງແຜ່ນດິນໂລກດຳລົງຊີວິດຢູ່ໃນດິນແດນຕາມອຸດົມຄະຕິ. ນີ້ແມ່ນດິນແດນທີ່ຖືກອວຍພອນ, ດິນແດນທີ່ບໍ່ມີຄວາມໂສກເສົ້າ ຫຼື ການຖອນຫາຍໃຈ ເຊິ່ງເຮົາໄດ້ຈັດກຽມໃຫ້ກັບມະນຸດ. ນໍ້າທີ່ພຸ່ງອອກຈາກນໍ້າພຸໃນຮ່ອມພູກໍບໍລິສຸດ ແລະ ໃສຈົນສາມາດເຫັນພື້ນໄດ້, ມັນຫຼັ່ງໄຫຼໂດຍບໍ່ເຊົາ ແລະ ບໍ່ເຄີຍເຫືອດແຫ້ງຈັກເທື່ອ, ຜູ້ຄົນດຳລົງຊີວິດຢ່າງສະຫງົບສຸກກັບພຣະເຈົ້າ, ນົກກໍຮ້ອງເພງ ແລະ ໃນທ່າມກາງລົມທີ່ພັດຄ່ອຍໆ ແລະ ຕາເວັນທີ່ອົບອຸ່ນ, ທັງສະຫວັນ ແລະ ແຜ່ນດິນໂລກກໍສະຫງົບລົງ. ມື້ນີ້ ໃນທີ່ນີ້, ຊາກສົບຂອງທຸກຄົນກໍນອນຢ່າງບໍ່ເປັນລະບົບລະບຽບ. ໂດຍທີ່ຜູ້ຄົນບໍ່ຮູ້, ເຮົາໄດ້ປ່ອຍໂຣກຕິດຕໍ່ຮ້າຍແຮງທີ່ຢູ່ໃນມືຂອງເຮົາ ແລະ ຮ່າງກາຍຂອງມະນຸດກໍເນົ່າເປື່ອຍ, ບໍ່ເຫຼືອຮ່ອງຮອຍຂອງເນື້ອໜັງຕັ້ງແຕ່ຫົວຮອດນິ້ວຕີນ ແລະ ເຮົາກໍຈາກມະນຸດໄປໄກ. ເຮົາຈະບໍ່ເຕົ້າໂຮມກັນກັບມະນຸດອີກຈັກເທື່ອ, ເຮົາຈະບໍ່ຢູ່ທ່າມກາງມະນຸດຈັກເທື່ອ, ຍ້ອນຂັ້ນຕອນສຸດທ້າຍຂອງການຄຸ້ມຄອງທັງໝົດຂອງເຮົາໄດ້ມາເຖິງຈຸດຈົບແລ້ວ ແລະ ເຮົາຈະບໍ່ສ້າງມະນຸດຊາດອີກຄັ້ງ, ບໍ່ໃສ່ໃຈມະນຸດອີກຈັກເທື່ອ. ຫຼັງຈາກທີ່ໄດ້ອ່ານພຣະທຳຈາກປາກຂອງເຮົາ, ທຸກຄົນກໍສູນເສຍຄວາມຫວັງ, ຍ້ອນພວກເຂົາບໍ່ຕ້ອງການຕາຍ, ແຕ່ຜູ້ໃດຈະບໍ່ “ຕາຍ” ເພື່ອ “ກັບມາມີຊີວິດ”? ເມື່ອເຮົາບອກຜູ້ຄົນວ່າ ເຮົາບໍ່ມີເວດມົນທີ່ຈະເຮັດໃຫ້ພວກເຂົາກັບຄືນມາມີຊີວິດ, ພວກເຂົາກໍຮ້ອງໄຫ້ຂຶ້ນດ້ວຍຄວາມເຈັບປວດ; ແນ່ນອນ ເຖິງແມ່ນເຮົາເປັນພຣະຜູ້ສ້າງ, ເຮົາກໍມີພຽງລິດອຳນາດທີ່ຈະເຮັດໃຫ້ຄົນຕາຍ ແລະ ບໍ່ມີຄວາມສາມາດທີ່ຈະເຮັດໃຫ້ພວກເຂົາກັບມາມີຊີວິດ. ໃນສິ່ງນີ້, ເຮົາກໍຂໍໂທດກັບມະນຸດ. ສະນັ້ນ ເຮົາຈຶ່ງບອກມະນຸດກ່ອນລ່ວງໜ້າວ່າ “ເຮົາຕິດໜີ້ເຂົາເຊິ່ງເປັນໜີ້ທີ່ບໍ່ສາມາດໃຊ້ຄືນໄດ້”, ແຕ່ເຂົາກໍຄິດວ່າເຮົາກຳລັງເຮັດຕົວສຸພາບ. ໃນປັດຈຸບັນ, ດ້ວຍການມາເຖິງຂອງຄວາມຈິງ, ເຮົາກໍຍັງເວົ້າເຖິງສິ່ງນີ້. ເຮົາຈະບໍ່ທໍລະຍົດຄວາມຈິງທີ່ເຮົາກ່າວ. ໃນແນວຄິດຂອງພວກເຂົາ, ຜູ້ຄົນເຊື່ອວ່າມີຫຼາຍວິທີການທີ່ເຮົາເວົ້າ ແລະ ສະນັ້ນ ພວກເຂົາຈຶ່ງເກາະຕິດພຣະທຳທີ່ເຮົາມອບໃຫ້ກັບພວກເຂົາຢູ່ສະເໝີ ໃນຂະນະທີ່ຫວັງອີກສິ່ງໜຶ່ງຕ່າງຫາກ. ສິ່ງເຫຼົ່ານີ້ບໍ່ແມ່ນແຮງຜັກດັນທີ່ບໍ່ຖືກຕ້ອງຂອງມະນຸດບໍ? ມັນຢູ່ພາຍໃຕ້ສະຖານະການເຫຼົ່ານີ້, ເຮົາຈຶ່ງກ້າເວົ້າ “ຢ່າງໝັ້ນໃຈ” ວ່າມະນຸດບໍ່ຮັກເຮົາແທ້ໆ. ເຮົາຈະບໍ່ຫັນຫຼັງຂອງເຮົາໃຫ້ຄວາມສຳນຶກ ແລະ ບິດເບືອນຄວາມຈິງ, ຍ້ອນເຮົາຈະບໍ່ນໍາຜູ້ຄົນໄປສູ່ດິນແດນໃນອຸດົມຄະຕິຂອງພວກເຂົາ; ໃນທີ່ສຸດແລ້ວ ເມື່ອພາລະກິດຂອງເຮົາສຳເລັດລົງ, ເຮົາຈະນໍາພາພວກເຂົາໄປສູ່ດິນແດນແຫ່ງຄວາມຕາຍ. ແລ້ວຈະດີທີ່ສຸດ ຖ້າຜູ້ຄົນບໍ່ຕໍ່ວ່າເຮົາ, ມັນບໍ່ແມ່ນຍ້ອນຜູ້ຄົນ “ຮັກ” ເຮົາບໍ? ມັນບໍ່ແມ່ນຍ້ອນຄວາມປາຖະໜາຂອງພວກເຂົາທີ່ມີສຳລັບພອນນັ້ນຮຸນແຮງເກີນໄປບໍ? ຖ້າຜູ້ຄົນບໍ່ຕ້ອງການສະແຫວງຫາພອນ, ມັນຈະມີ “ຄວາມໂຊກຮ້າຍ” ນີ້ໄດ້ແນວໃດ? ຍ້ອນ “ຄວາມຊື່ສັດ” ຂອງຜູ້ຄົນທີ່ມີຕໍ່ເຮົາ, ຍ້ອນພວກເຂົາໄດ້ຕິດຕາມເຮົາເປັນເວລາຫຼາຍປີ, ເຮັດວຽກໜັກໂດຍບໍ່ເຄີຍປະກອບສ່ວນຫຍັງເລີຍ, ເຮົາຈຶ່ງເປີດເຜີຍສິ່ງທີ່ກຳລັງເກີດຂຶ້ນໃນ “ຫ້ອງລັບ” ແກ່ພວກເຂົາເລັກນ້ອຍ: ປັດຈຸບັນນີ້ ໃນເມື່ອວ່າພາລະກິດຂອງເຮົາຍັງບໍ່ໄດ້ເຖິງຈຸດໃດໜຶ່ງ ແລະ ຜູ້ຄົນຍັງບໍ່ໄດ້ຖືກໂຍນສູ່ເຫວເລິກທີ່ກຳລັງລຸກໄໝ້, ເຮົາແນະນໍາໃຫ້ພວກເຂົາຈາກໄປໃຫ້ໄວເທົ່າທີ່ຈະໄວໄດ້, ທຸກຄົນທີ່ຄົງຢູ່ອາດຈະທົນທຸກກັບຄວາມໂຊກຮ້າຍ ແລະ ຄວາມໂຊກດີໜ້ອຍໜຶ່ງໃນເວລາສຸດທ້າຍ, ພວກເຂົາຈະບໍ່ສາມາດຫຼີກຫຼ່ຽງຄວາມຕາຍໄດ້ອີກດ້ວຍ. ເຮົາເປີດ “ປະຕູສູ່ຄວາມຮັ່ງມີ” ອອກກວ້າງໃຫ້ແກ່ພວກເຂົາ; ໃຜກໍຕາມທີ່ເຕັມໃຈຈາກໄປກໍຄວນເລີ່ມຕົ້ນເດີນທາງໃຫ້ໄວເທົ່າທີ່ຈະໄວໄດ້, ຖ້າພວກເຂົາລໍຖ້າຈົນຮອດການມາເຖິງຂອງການຂ້ຽນຕີ, ມັນກໍຈະຊ້າເກີນໄປ. ພຣະທຳເຫຼົ່ານີ້ບໍ່ແມ່ນການເຍາະເຍີ້ຍ, ພວກມັນແມ່ນຄວາມຈິງແທ້ໆ. ພຣະທຳຂອງເຮົາແມ່ນຖືກກ່າວຕໍ່ມະນຸດດ້ວຍຄວາມປາຖະໜາດີ ແລະ ຖ້າເຈົ້າບໍ່ໄປໃນຕອນນີ້, ເມື່ອໃດເຈົ້າຈະໄປ ຜູ້ຄົນສາມາດໄວ້ໃຈໃນພຣະທຳຂອງເຮົາແທ້ໆບໍ?

ເຮົາບໍ່ເຄີຍຄິດຫຼາຍກ່ຽວກັບໂຊກຊະຕາຂອງມະນຸດ; ເຮົາພຽງປະຕິບັດຕາມຄວາມປະສົງຂອງເຮົາເອງ, ບໍ່ໄດ້ຖືກຈຳກັດໂດຍຜູ້ຄົນ. ເຮົາຈະສາມາດດຶງມືຂອງເຮົາຄືນຍ້ອນຄວາມຢ້ານຂອງພວກເຂົາໄດ້ແນວໃດ? ທົ່ວແຜນການຄຸ້ມຄອງທັງໝົດຂອງເຮົາ, ເຮົາບໍ່ເຄີຍຈັດກຽມເພີ່ມເຕີ່ມສຳລັບປະສົບການຂອງມະນຸດ. ເຮົາພຽງແຕ່ເຮັດຕາມແຜນການເດີມຂອງເຮົາເທົ່ານັ້ນ. ໃນອະດີດ ຜູ້ຄົນ “ຖວາຍ” ຕົນເອງເພື່ອເຮົາ ແລະ ເຮົາກໍບໍ່ໄດ້ຮ້ອນ ຫຼື ໜາວຕໍ່ພວກເຂົາ. ໃນປັດຈຸບັນ, ພວກເຂົາໄດ້ “ສະຫຼະ” ຕົນເອງເພື່ອເຮົາ ແລະ ເຮົາກໍຍັງບໍ່ຮ້ອນ ຫຼື ໜາວຕໍ່ພວກເຂົາ. ເຮົາບໍ່ລືມຕົນເອງ ຍ້ອນຜູ້ຄົນສະຫຼະຊີວິດຂອງພວກເຂົາເພື່ອເຮົາ ຫຼື ເຮົາບໍ່ໄດ້ຖືກເອົາຊະນະດ້ວຍຄວາມປິຕິຍິນດີຢ່າງໃຫຍ່ຫຼວງ, ແຕ່ສືບຕໍ່ສົ່ງພວກເຂົາໄປທີ່ແດນປະຫານຕາມແຜນການຂອງເຮົາ. ເຮົາບໍ່ໃສ່ໃຈຕໍ່ທ່າທີ່ຂອງພວກເຂົາໃນລະຫວ່າງການສາລະພາບ, ຫົວໃຈທີ່ເຢືອກເຢັນ ແລະ ເຢັນຊາຂອງເຮົາຈະຖືກສຳຜັດໂດຍຫົວໃຈຂອງມະນຸດໄດ້ແນວໃດ? ເຮົາເປັນໜຶ່ງໃນສັດເຈົ້າອາລົມທີ່ຢູ່ທ່າມກາງມະນຸດຊາດບໍ? ຫຼາຍຄັ້ງ ເຮົາໄດ້ເຕືອນຜູ້ຄົນວ່າເຮົາບໍ່ມີຄວາມຮູ້ສຶກ, ພວກເຂົາພຽງແຕ່ຍິ້ມ ໂດຍເຊື່ອວ່າເຮົາພຽງແຕ່ເຮັດຕົວສຸພາບ. ເຮົາໄດ້ເວົ້າວ່າ “ເຮົາບໍ່ຮູ້ຈັກປັດຊະຢາຊີວິດຂອງໂລກມະນຸດ”, ແຕ່ຜູ້ຄົນກໍບໍ່ເຄີຍຄິດແບບນັ້ນ ແລະ ເວົ້າວ່າວິທີການທີ່ເຮົາເວົ້ານັ້ນກໍມີຫຼາຍ. ຍ້ອນຂໍ້ຈຳກັດຂອງແນວຄິດນີ້ຂອງມະນຸດ, ເຮົາຈຶ່ງບໍ່ຮູ້ວ່າດ້ວຍນໍ້າສຽງໃດ ແລະ ດ້ວຍວິທີການໃດທີ່ຈະເວົ້າກັບຜູ້ຄົນ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງພຽງແຕ່ສາມາດເວົ້າແບບກົງໄປກົງມາດ້ວຍນໍ້າສຽງບອກພວກເຂົາ ໂດຍບໍ່ມີທາງເລືອກອື່ນ. ເຮົາສາມາດເຮັດຫຍັງອີກແດ່? ວິທີການທີ່ຜູ້ຄົນເວົ້າກໍມີຫຼາຍຄືກັນ, ພວກເຂົາເວົ້າວ່າ “ເຮົາບໍ່ເພິ່ງພາຄວາມຮູ້ສຶກ ແຕ່ປະຕິບັດຄວາມຊອບທຳ” ເຊິ່ງເປັນຄຳຂວັນປະເພດທີ່ພວກເຂົາຮ້ອງໄຫ້ເປັນເວລາຫຼາຍປີ, ແຕ່ພວກເຂົາກໍບໍ່ສາມາດເຮັດຕາມຄຳເວົ້າຂອງພວກເຂົາໄດ້, ຄຳເວົ້າຂອງພວກເຂົາວ່າງເປົ່າ, ສະນັ້ນ ເຮົາຈຶ່ງເວົ້າວ່າ ຜູ້ຄົນຂາດຄວາມສາມາດ ຍ້ອນ “ຄຳເວົ້າ ແລະ ຄວາມສຳເລັດຂອງພວກເຂົາເກີດຂຶ້ນພ້ອມໆກັນ”. ໃນຫົວໃຈຂອງພວກເຂົາ, ຜູ້ຄົນເຊື່ອວ່າການເຮັດແບບນັ້ນແມ່ນເປັນການຮຽນແບບເຮົາ, ແຕ່ເຮົາກໍບໍ່ສົນໃຈໃນການຮຽນແບບຂອງພວກເຂົາ, ເຮົາເບື່ອໜ່າຍ ແລະ ເມື່ອຍກັບສິ່ງນັ້ນ. ເປັນຫຍັງຜູ້ຄົນຈຶ່ງຫັນມາຕໍ່ຕ້ານຜູ້ທີ່ລ້ຽງພວກເຂົາຢູ່ສະເໝີ? ເຮົາໄດ້ມອບໃຫ້ມະນຸດໜ້ອຍເກີນໄປບໍ? ເປັນຫຍັງຜູ້ຄົນຈຶ່ງນະມັດສະການຢ່າງລັບໆຢູ່ລັບຫຼັງເຮົາຢູ່ສະເໝີ? ມັນເປັນຄືກັບວ່າພວກເຂົາເຮັດວຽກໃຫ້ເຮົາ ແລະ ເງິນເດືອນທີ່ເຮົາໃຫ້ພວກເຂົາແມ່ນບໍ່ພຽງພໍທີ່ຈະຄວບຄຸມຄ່າຄອງຊີບຂອງພວກເຂົາ, ຍ້ອນແບບນັ້ນ ພວກເຂົາຈຶ່ງຊອກຫາວຽກອື່ນທີ່ຢູ່ນອກຊົ່ວໂມງເຮັດວຽກເພື່ອເພີ່ມຄ່າຈ້າງຂອງພວກເຂົາຂຶ້ນເປັນສອງເທົ່າ, ຍ້ອນຄ່າໃຊ້ຈ່າຍຂອງຜູ້ຄົນແມ່ນມີຫຼາຍເກີນໄປ ແລະ ພວກເຂົາເບິ່ງຄືກັບບໍ່ຮູ້ວິທີທີ່ຈະມີຊີວິດຢູ່ຕໍ່ໄປ. ຖ້າມັນເປັນແບບນັ້ນແທ້ໆ, ເຮົາຈະຂໍໃຫ້ພວກເຂົາຈາກ “ໂຮງງານ” ຂອງເຮົາໄປ. ດົນນານມາແລ້ວ ເຮົາໄດ້ອະທິບາຍຕໍ່ມະນຸດວ່າ ການເຮັດວຽກໃຫ້ເຮົາບໍ່ໄດ້ປະກອບມີການປະຕິບັດພິເສດ: ໂດຍບໍ່ມີຂໍ້ຍົກເວັ້ນ, ເຮົາປະຕິບັດຕໍ່ຜູ້ຄົນຢ່າງຍຸຕິທຳ ແລະ ມີເຫດຜົນ, ນໍາໃຊ້ລະບົບຂອງ “ເຮັດວຽກໜັກກໍໄດ້ຫຼາຍຂຶ້ນ, ເຮັດວຽກໜ້ອຍກໍໄດ້ຮັບໜ້ອຍລົງ, ບໍ່ເຮັດວຽກກໍບໍ່ໄດ້ຮັບຫຍັງເລີຍ”. ເມື່ອເຮົາເວົ້າ, ເຮົາກໍບໍ່ໄດ້ປິດບັງຫຍັງໄວ້; ຖ້າຄົນໃດກໍຕາມເຊື່ອວ່າ “ກົດລະບຽບໃນໂຮງງານ” ຂອງເຮົາເຄັ່ງຄັດເກີນໄປ, ພວກເຂົາກໍຄວນອອກໄປທັນທີ, ເຮົາກໍຈະຈ່າຍສຳລັບ “ຄ່າເດີນທາງ” ຂອງພວກເຂົາ. ເຮົາ “ຜ່ອນຜັນ” ໃນການທີ່ເຮົາຈັດການກັບຄົນດັ່ງກ່າວ, ເຮົາບໍ່ບັງຄັບພວກເຂົາໃຫ້ຢູ່. ໃນທ່າມກາງບັນດາຄົນຈຳນວນຫຼວງຫຼາຍທີ່ນັບບໍ່ຖ້ວນເຫຼົ່ານີ້, ເຮົາບໍ່ສາມາດຊອກຫາ “ພະນັກງານ“ ທີ່ເຮັດໃຫ້ເຮົາພໍໃຈບໍ? ຜູ້ຄົນບໍ່ຄວນດູຖູກເຮົາ! ຖ້າຜູ້ຄົນຍັງບໍ່ເຊື່ອຟັງເຮົາ ແລະ ຕ້ອງການສະແຫວງຫາ “ການຈ້າງງານ” ທີ່ບ່ອນອື່ນ, ເຮົາຈະບໍ່ບັງຄັບພວກເຂົາ, ເຮົາຍິນດີ, ເຮົາບໍ່ມີທາງເລືອກ! ມັນບໍ່ແມ່ນຍ້ອນເຮົາມີ “ກົດລະບຽບ ແລະ ລະບຽບການ” ຫຼາຍເກີນໄປບໍ?

ວັນທີ 8 ພຶດສະພາ 1992

​ກ່ອນ​ນີ້ :ບົດທີ 39

ຕໍ່​ໄປ:ບົດທີ 42

ທ່ານອາດຈະຍັງມັກ