ບົດທີ 41

ຄັ້ງໜຶ່ງເຮົາເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍໃນທ່າມກາງມະນຸດ ແຕ່ພວກເຂົາບໍ່ສັງເກດເຫັນ ເຮົາຈຶ່ງໄດ້ໃຊ້ພຣະທໍາຂອງເຮົາເພື່ອເປີດເຜີຍສິ່ງນັ້ນໃຫ້ແກ່ພວກເຂົາເທື່ອລະໜ້ອຍ. ເຖິງຢ່າງນັ້ນ ມະນຸດກໍຍັງບໍ່ສາມາດເຂົ້າໃຈພຣະທໍາຂອງເຮົາ ແລະ ເຂົາຍັງບໍ່ຮູ້ຈຸດປະສົງຂອງແຜນການຂອງເຮົາ. ສະນັ້ນ, ເນື່ອງຈາກຄວາມຂາດເຂີນ ແລະ ຄວາມບົກຜ່ອງຂອງພວກເຂົາ, ມະນຸດຈຶ່ງເຮັດສິ່ງທີ່ຂັດຂວາງການຄຸ້ມຄອງຂອງເຮົາ ແລະ ນີ້ເຮັດໃຫ້ວິນຍານທີ່ສົກກະປົກທຸກຮູບແບບມີໂອກາດເຂົ້າຫາ ເພື່ອວ່າມະນຸດຈະກາຍເປັນເຫຍື່ອຂອງພວກມັນ ແລະ ຖືກທໍລະມານໂດຍວິນຍານທີ່ສົກກະປົກເຫຼົ່ານີ້ຈົນພວກເຂົາເປິເປື້ອນຈົນໝົດ. ພຽງເມື່ອນັ້ນ ເຮົາຈຶ່ງເຫັນເຈດຕະນາ ແລະ ເປົ້າໝາຍຂອງມະນຸດຢ່າງຊັດເຈນ. ເຮົາເສົ້າໃຈພາຍໃນກ້ອນເມກ: ເປັນຫຍັງມະນຸດຈຶ່ງເຮັດເພື່ອຕົວເອງຕະຫຼອດ? ການຂ້ຽນຕີຂອງເຮົາບໍ່ໄດ້ມີເຈດຕະນາເຮັດໃຫ້ພວກເຂົາສົມບູນບໍ? ເຮົາຈົງໃຈໂຈມຕີທັດສະນະຄະຕິທີ່ດີຂອງພວກເຂົາບໍ? ພາສາຂອງມະນຸດແມ່ນງົດງາມ ແລະ ອ່ອນໂຍນຫຼາຍ ໃນຂະນະທີ່ການກະທໍາຂອງເຂົາແມ່ນຂາດລະບຽບຢ່າງສິ້ນເຊີງ. ເປັນຫຍັງການຮຽກຮ້ອງທີ່ເຮົາມີຕໍ່ມະນຸດຈຶ່ງບໍ່ມີຜົນຕະຫຼອດ? ເປັນໄປໄດ້ບໍວ່າ ເຮົາກໍາລັງຂໍໃຫ້ໝາປີນຕົ້ນໄມ້? ເຮົາກໍາລັງສ້າງຄວາມວຸ້ນວາຍກັບສິ່ງທີ່ບໍ່ມີຫຍັງບໍ? ໃນຊ່ວງໄລຍະຂອງແຜນການຄຸ້ມຄອງທັງໝົດຂອງເຮົາ, ເຮົາໄດ້ຕັດ “ແຜນການທົດລອງ” ປະເພດຕ່າງໆອອກ; ຢ່າງໃດກໍຕາມ, ເນື່ອງຈາກສະພາບທີ່ບໍ່ດີ ແລະ ການຂາດແສງແດດເປັນເວລາຫຼາຍປີ, ພູມີປະເທດກໍມີການປ່ຽນແປງຢູ່ຕະຫຼອດເວລາ ເຊິ່ງເຮັດໃຫ້ດິນ “ເສື່ອມໂຊມ”. ສະນັ້ນ, ພາຍໃນຄວາມຊົງຈໍາຂອງເຮົາ, ເຮົາໄດ້ປະຖິ້ມຕອນດິນດັ່ງກ່າວໂດຍນັບບໍ່ຖ້ວນ. ແມ່ນແຕ່ໃນຕອນນີ້, ດິນສ່ວນໃຫຍ່ກໍຍັງສືບຕໍ່ປ່ຽນແປງ. ໃນມື້ໃດມື້ໜຶ່ງ, ຖ້າດິນປ່ຽນແປງເປັນປະເພດອື່ນຢ່າງແທ້ຈິງ, ເຮົາກໍຈະປະຖິ້ມມັນໄວ້ທາງຂ້າງດ້ວຍການດີດມືຂອງເຮົາ. ນີ້ບໍ່ແມ່ນພາລະກິດຂອງເຮົາໃນຍຸກປັດຈຸບັນຢ່າງແທ້ຈິງບໍ? ແຕ່ມວນມະນຸດບໍ່ຮູ້ຈັກສິ່ງນີ້ແມ່ນແຕ່ໜ້ອຍເລີຍ; ພວກເຂົາພຽງແຕ່ຖືກ “ຂ້ຽນຕີ” ພາຍໃຕ້ “ການຊີ້ນໍາ” ຂອງເຮົາ. ນັ້ນມີປະໂຫຍດຫຍັງ? ເຮົາສາມາດເປັນພຣະເຈົ້າທີ່ມາຂ້ຽນຕີມະນຸດຢ່າງເປີດເຜີຍບໍ? ໃນສະຫວັນເບື້ອງເທິງ, ຄັ້ງໜຶ່ງເຮົາເຄີຍວາງແຜນວ່າ ເມື່ອເຮົາມາຢູ່ໃນທ່າມກາງມະນຸດ ເຮົາຈະກາຍເປັນໜຶ່ງໃນພວກເຂົາ ເພື່ອວ່າ ທຸກຄົນທີ່ເຮົາຮັກຈະສາມາດຢູ່ໃກ້ເຮົາ. ຢ່າງໃດກໍຕາມ, ຕອນນີ້ເມື່ອໄດ້ມາເຖິງຂັ້ນຕອນນີ້ໃນປັດຈຸບັນ, ມະນຸດບໍ່ພຽງແຕ່ບໍ່ຕິດຕໍ່ກັບເຮົາ ແຕ່ພັດຢູ່ຫ່າງຈາກເຮົາ ຍ້ອນການຂ້ຽນຕີຂອງເຮົາ. ເຮົາບໍ່ໄດ້ຮ້ອງໄຫ້ຍ້ອນການຫຼີກເວັ້ນຂອງເຂົາ. ສາມາດເຮັດຫຍັງກັບມັນໄດ້ແດ່? ມະນຸດລ້ວນແລ້ວແຕ່ເປັນນັກສະແດງທີ່ຮ້ອງເພງໄປຕາມທໍານອງເພງໃດກໍຕາມທີ່ຫຼິ້ນຢູ່. ເຮົາໝັ້ນໃຈໃນຄວາມສາມາດຂອງເຮົາໃນການປ່ອຍໃຫ້ມະນຸດ “ຫຼຸດ” ຈາກກໍາມືຂອງເຮົາ ແລະ ເຮົາຍິ່ງໝັ້ນໃຈໃນຄວາມສາມາດຂອງເຮົາໃນການນໍາເອົາພວກເຂົາກັບຄືນມາສູ່ “ໂຮງງານ” ຂອງເຮົາຈາກ “ພາກສ່ວນອື່ນ”. ໃນຕອນນີ້ ມະນຸດສາມາດມີຄວາມບໍ່ພໍໃຈຫຍັງແດ່? ມະນຸດຈະສາມາດເຮັດຫຍັງໃຫ້ເຮົາ? ມະນຸດບໍ່ຄືກັນກັບຫຍ້າທີ່ເຕີບໃຫຍ່ຢູ່ເທິງກໍາແພງບໍ? ແຕ່ເຖິງຢ່າງນັ້ນ ເຮົາກໍບໍ່ທໍາຮ້າຍມະນຸດຍ້ອນຄວາມຜິດນີ້ ແຕ່ກົງກັນຂ້າມເຮົາຈະໃຫ້ສານອາຫານຂອງເຮົາແກ່ພວກເຂົາ. ແມ່ນຜູ້ໃດເຮັດໃຫ້ມະນຸດອ່ອນແອ ແລະ ບໍ່ມີອໍານາດເຖິງຂະໜາດນີ້? ແມ່ນຜູ້ໃດເຮັດໃຫ້ພວກເຂົາຂາດສານອາຫານຫຼາຍຂະໜາດນີ້? ເຮົາປ່ຽນຫົວໃຈທີ່ເຢືອກເຢັນຂອງມະນຸດດ້ວຍໂອບກອດທີ່ອົບອຸ່ນຂອງເຮົາ: ມີຜູ້ໃດອີກທີ່ສາມາດເຮັດສິ່ງດັ່ງກ່າວນີ້ໄດ້? ເປັນຫຍັງເຮົາຈຶ່ງປະຕິບັດພາລະກິດດັ່ງກ່າວໃນທ່າມກາງມະນຸດ? ມະນຸດສາມາດເຂົ້າໃຈຫົວໃຈຂອງເຮົາແທ້ບໍ?

ໃນທ່າມກາງຜູ້ທີ່ເຮົາໄດ້ຊົງເລືອກ, ເຮົາໄດ້ເຮັດ “ທຸລະກິດ” ເພື່ອໃຫ້ມີການໄປມາຂອງຜູ້ຄົນໃນເຮືອນຂອງເຮົາໂດຍຫຼັ່ງໄຫຼຢູ່ຕະຫຼອດເວລາຢ່າງບໍ່ມີວັນສິ້ນສຸດ. ພວກເຂົາທຸກຄົນເຮັດພິທີກໍາຕ່າງໆນາໆຢູ່ບ່ອນຂອງເຮົາ ຄືກັບວ່າ ພວກເຂົາກໍາລັງສົນທະນາເລື່ອງທຸລະກິດກັບເຮົາ ເຊິ່ງເຮັດໃຫ້ພາລະກິດຂອງເຮົາວຸ້ນວາຍຫຼາຍ ແລະ ບາງເທື່ອກໍຫຍຸ້ງຫຼາຍຈົນເຮົາບໍ່ມີໂອກາດຈັດການກັບການຜິດຖຽງກັນໃນທ່າມກາງພວກເຂົາ. ເຮົາແນະນໍາຜູ້ຄົນບໍ່ໃຫ້ເພີ່ມພາລະໃຫ້ກັບເຮົາ; ແທນທີ່ຈະອາໄສເຮົາຕະຫຼອດເວລາ ພວກເຂົາຄວນປະຕິບັດຕາມແນວທາງຂອງພວກເຂົາເອງ. ພວກເຂົາບໍ່ສາມາດເປັນເດັກນ້ອຍຢູ່ໃນເຮືອນຂອງເຮົາຕະຫຼອດ; ມັນຈະມີປະໂຫຍດຫຍັງໃນນັ້ນ? ສິ່ງທີ່ເຮົາເຮັດແມ່ນທຸລະກິດທີ່ສໍາຄັນ; ເຮົາບໍ່ໄດ້ເປີດ “ຮ້ານຂາຍອາຫານຫວ່າງໃນຄຸ້ມບ້ານ” ຫຼື “ຮ້ານສະດວກຊື້” ນ້ອຍໆ. ມະນຸດທຸກຄົນບໍ່ສາມາດເຂົ້າໃຈກອບຄວາມຄິດຂອງເຮົາ ຄືກັບວ່າພວກເຂົາຈົງໃຈເວົ້າຕະຫຼົກກັບເຮົາ, ຄືກັບວ່າພວກເຂົາທຸກຄົນແມ່ນເປັນເດັກນ້ອຍຂີ້ດື້ທີ່ມີຄວາມຢາກຫຼິ້ນຢ່າງບໍ່ຮູ້ຈັກພໍ ໂດຍບໍ່ເຄີຍຄໍານຶງເຖິງເລື່ອງທີ່ສໍາຄັນ, ດ້ວຍເຫດນັ້ນ ຈຶ່ງເຮັດໃຫ້ຫຼາຍຄົນບໍ່ສາມາດເຮັດສໍາເລັດ “ວຽກບ້ານ” ທີ່ເຮົາໄດ້ມອບໝາຍໃຫ້ພວກເຂົາ. ຜູ້ຄົນແບບນີ້ຈະສາມາດມີຄວາມກ້າສະແດງໃບໜ້າຂອງພວກເຂົາຕໍ່ໜ້າ “ຄູ” ຂອງພວກເຂົາໄດ້ແນວໃດ? ເປັນຫຍັງພວກເຂົາຈຶ່ງບໍ່ເອົາໃຈໃສ່ໃນສິ່ງທີ່ພວກເຂົາຄວນເຮັດ? ຫົວໃຈຂອງມະນຸດແມ່ນວັດຖຸປະເພດໃດ? ຈົນຮອດປັດຈຸບັນ ເຮົາກໍຍັງບໍ່ມີຄວາມຊັດເຈນກັບສິ່ງນີ້. ເປັນຫຍັງຫົວໃຈຂອງມະນຸດຈຶ່ງປ່ຽນໄປໂດຍບໍ່ມີສິ້ນສຸດ? ມັນເປັນຄືກັບມື້ໜຶ່ງໃນເດືອນມິຖຸນາ: ບຶດໜຶ່ງແສງແດດເຜົາໄໝ້, ບຶດໜຶ່ງເຕັມໄປດ້ວຍກ້ອນເມກປຶກໜາ ແລະ ບຶດໜຶ່ງກໍມີລົມພັດສຽງດັງຢ່າງຮຸນແຮງ. ແລ້ວເປັນຫຍັງມະນຸດຈຶ່ງບໍ່ສາມາດຮຽນຮູ້ຈາກປະສົບການ? ບາງເທື່ອສິ່ງທີ່ເຮົາກ່າວກໍແມ່ນການກ່າວເກີນຄວາມຈິງ. ມະນຸດບໍ່ຮູ້ແມ່ນແຕ່ຈະຖືຄັນຫົ່ມໄປນໍາໃນຊ່ວງລະດູຝົນ ແລະ ເນື່ອງຈາກຄວາມໂງ່ຈ້າຂອງພວກເຂົາ, ຝົນທີ່ຕົກໜັກຢ່າງກະທັນຫັນຈຶ່ງເຮັດໃຫ້ພວກເຂົາປຽກໄປທົ່ວໂຕຫຼາຍຄັ້ງຈົນນັບບໍ່ຖ້ວນ ຄືກັບວ່າເຮົາຈົງໃຈຢອກພວກເຂົາ ແລະ ພວກເຂົາກໍຖືກຝົນທີ່ຕົກຈາກສະຫວັນຖູະລົ່ມຢູ່ຕະຫຼອດ. ບາງເທື່ອເຮົາ “ໂຫດຮ້າຍ” ເກີນໄປ ເຊິ່ງເຮັດໃຫ້ມະນຸດສັບສົນ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ຮອບຄອບ ແລະ ບໍ່ຮູ້ວ່າຈະເຮັດຫຍັງ. ບໍ່ມີມະນຸດຜູ້ໃດທີ່ເຄີຍເຂົ້າໃຈເປົ້າໝາຍ ຫຼື ຄວາມສໍາຄັນຂອງພາລະກິດຂອງເຮົາຢ່າງແທ້ຈິງ. ເມື່ອເປັນເຊັ່ນນັ້ນ ພວກເຂົາທຸກຄົນກໍເຮັດພາລະກິດແຫ່ງການຂັດຂວາງ ແລະ ການຂ້ຽນຕີນີ້ດ້ວຍຕົວພວກເຂົາເອງ. ເຮົາຕັ້ງໃຈທີ່ຈະຂ້ຽນຕີມະນຸດແທ້ບໍ? ເປັນຫຍັງມະນຸດຈຶ່ງເຮັດໃຫ້ຕົວເອງວຸ້ນວາຍ? ເປັນຫຍັງພວກເຂົາຈຶ່ງຍ່າງເຂົ້າຫາແຮ້ວຕະຫຼອດ? ເປັນຫຍັງພວກເຂົາບໍ່ເຈລະຈາກັບເຮົາ ແຕ່ກົງກັນຂ້າມ ພາກັນຊອກຫາວິທີທາງເຮັດພາລະກິດເພື່ອຕົວພວກເຂົາເອງ? ເປັນໄປໄດ້ບໍວ່າ ທຸກສິ່ງທີ່ເຮົາມອບໃຫ້ແກ່ມະນຸດແມ່ນບໍ່ພຽງພໍ?

ເຮົາເຜີຍແຜ່ “ພາລະກິດໃໝ່” ຂອງເຮົາໃນທ່າມກາງມວນມະນຸດທຸກຄົນ ແລະ ຍ້ອນການເຜີຍແຜ່ຂອງເຮົາໄດ້ປຸກຄວາມເຫຼື້ອມໃສຫຼາຍໃນມະນຸດ, ພວກເຂົາທຸກຄົນຈຶ່ງສຶກສາມັນຢ່າງລະອຽດ ແລະ ລະມັດລະວັງ ແລະ ຜ່ານການສຶກສາຢ່າງເອົາໃຈໃສ່ນີ້ ພວກເຂົາຈຶ່ງໄດ້ເຂົ້າໃຈຫຼາຍຂຶ້ນ. ເບິ່ງຄືວ່າບົດຂຽນຂອງເຮົາແມ່ນເປັນນະວະນິຍາຍທີ່ມະຫັດສະຈັນ ແລະ ຊັບຊ້ອນຫຼາຍ; ເບິ່ງຄືວ່າເປັນບົດກະວີຮ້ອຍແກ້ວກ່ຽວກັບຄວາມຮັກ; ເບິ່ງຄືວ່າເປັນການສົນທະນາກ່ຽວກັບຫຼັກສູດການເມືອງ; ເບິ່ງຄືວ່າເປັນບົດສະຫຼຸບກ່ຽວກັບຄວາມຮອບຮູ້ດ້ານເສດຖະກິດ. ເນື່ອງຈາກບົດຂຽນຂອງເຮົາອຸດົມສົມບູນຫຼາຍ ຈຶ່ງມີຫຼາຍຄວາມຄິດເຫັນກ່ຽວກັບມັນ ແລະ ບໍ່ມີຜູ້ໃດສາມາດສະໜອງຄໍານໍາທີ່ສະຫຼຸບພາລະກິດນີ້ຂອງເຮົາໄດ້. ມະນຸດອາດມີຄວາມຮູ້ ແລະ ພອນສະຫວັນທີ່ “ດີເລີດ” ແຕ່ພາລະກິດນີ້ຂອງເຮົາແມ່ນພຽງພໍທີ່ຈະເຮັດໃຫ້ທຸກຄົນທີ່ມີຄວາມສາມາດ ແລະ ພອນສະຫວັນສັບສົນໄດ້. ແມ່ນແຕ່ໃນຂະນະທີ່ພວກເຂົາເວົ້າວ່າ “ເລືອດອາດຈະໄຫຼ, ນໍ້າຕາຈະຫຼັ່ງ ແຕ່ຄົນເຮົາບໍ່ຄວນກົ້ມຫົວຂອງຕົນ”, ພວກເຂົາກໍໄດ້ກົ້ມຫົວຂອງພວກເຂົາໂດຍທີ່ບໍ່ຮູ້ໂຕ ເພື່ອສະແດງເຖິງການຍອມຈໍານົນຂອງພວກເຂົາຕໍ່ບົດຂຽນຂອງເຮົາ. ຈາກບົດຮຽນກ່ຽວກັບປະສົບການຂອງເຂົາ, ມະນຸດໄດ້ສະຫຼຸບບົດຂຽນຂອງເຮົາວ່າ ເປັນໜັງສືສະຫວັນທີ່ຕົກຈາກທ້ອງຟ້າ. ແຕ່ເຖິງຢ່າງນັ້ນ ເຮົາກໍຊຸກຍູ້ມະນຸດບໍ່ໃຫ້ອ່ອນໄຫວງ່າຍເກີນໄປ. ໃນມຸມມອງຂອງເຮົາ, ສິ່ງທີ່ເຮົາໄດ້ກ່າວລ້ວນແລ້ວແຕ່ທໍາມະດາ; ຢ່າງໃດກໍຕາມ, ເຮົາຫວັງວ່າໃນໜັງສື “ສາລານຸກົມແຫ່ງຊີວິດ” ທີ່ປະກອບຢູ່ໃນພາລະກິດຂອງເຮົາ ຜູ້ຄົນຈະສາມາດພົບເຫັນບາງຢ່າງກ່ຽວກັບວິທີທາງແຫ່ງການດໍາລົງຊີວິດ; ໃນໜັງສື “ປາຍທາງຂອງມະນຸດ” ພວກເຂົາອາດສະແຫວງຫາຄວາມໝາຍຂອງຊີວິດ; ໃນໜັງສື “ຄວາມລັບຂອງສະຫວັນ” ພວກເຂົາອາດສະແຫວງຫາຄວາມປະສົງຂອງເຮົາ; ແລະ ໃນໜັງສື “ເສັ້ນທາງຂອງມະນຸດ” ພວກເຂົາອາດສະແຫວງຫາສີລະປະໃນການດໍາລົງຊີວິດ. ຖ້າສິ່ງຕ່າງໆເປັນແບບນີ້ຈະບໍ່ດີກວ່າບໍ? ເຮົາບໍ່ບັງຄັບມະນຸດ; ຖ້າຄົນ “ບໍ່ສົນໃຈ” ໃນບົດຂຽນຂອງເຮົາ, ເຮົາຈະ “ສົ່ງເງິນຄືນ” ໃຫ້ພວກເຂົາສໍາລັບໜັງສືຂອງເຮົາ ພ້ອມກັບ “ຄ່າບໍລິການ”. ເຮົາບໍ່ບັງຄັບຜູ້ໃດ. ໃນຖານະທີ່ເປັນຜູ້ຂຽນໜັງສືເຫຼັ້ມນີ້, ຄວາມຫວັງດຽວຂອງເຮົາກໍຄື ຫວັງວ່າຜູ້ອ່ານຈະຮັກບົດຂຽນຂອງເຮົາ ແຕ່ວ່າຄວາມຖືກໃຈຂອງຜູ້ຄົນແມ່ນແຕກຕ່າງກັນສະເໝີ. ດ້ວຍເຫດນັ້ນ ເຮົາຈຶ່ງຊຸກຍູ້ມະນຸດບໍ່ໃຫ້ເຮັດໃຫ້ໂອກາດໃນອະນາຄົດຂອງພວກເຂົາມີອັນຕະລາຍພຽງແຕ່ຍ້ອນວ່າ ພວກເຂົາບໍ່ສາມາດປະຖິ້ມການຄໍານຶງເຖິງໜ້າຕາ. ຖ້າພວກເຂົາເຮັດເຊັ່ນນັ້ນ ແລ້ວເຮົາ ເຊິ່ງກໍຄືຜູ້ທີ່ໃຈດີຄືເຮົາ ຈະສາມາດທົນຕໍ່ຄວາມອັບອາຍທີ່ຍິ່ງໃຫຍ່ໄດ້ແນວໃດ? ຖ້າຜູ້ອ່ານບໍ່ຮັກບົດຂຽນຂອງເຮົາ, ເຮົາກໍຫວັງວ່າ ພວກເຈົ້າຈະສົ່ງຄໍາແນະນໍາທີ່ມີຄ່າຂອງພວກເຈົ້າມາຫາເຮົາ ເພື່ອເຮັດໃຫ້ການຂຽນຂອງເຮົາກ້າວໜ້າ ແລະ ດ້ວຍເຫດນັ້ນ ກໍເຮັດໃຫ້ເນື້ອຫາຂອງການຂຽນຂອງເຮົາດີຂຶ້ນຜ່ານຂໍ້ຜິດພາດຂອງມະນຸດ. ນີ້ຈະເປັນປະໂຫຍດທັງຜູ້ຂຽນ ແລະ ຜູ້ອ່ານ, ບໍ່ແມ່ນບໍ? ເຮົາບໍ່ຮູ້ວ່າ ການກ່າວຂອງເຮົາຖືກຕ້ອງ ຫຼື ບໍ່ ແລະ ບາງເທື່ອ ດ້ວຍວິທີນີ້ ເຮົາຈະສາມາດເຮັດໃຫ້ຄວາມສາມາດໃນການຂຽນຂອງເຮົາດີຂຶ້ນ ຫຼື ບາງເທື່ອເຮັດໃຫ້ມິດຕະພາບລະຫວ່າງພວກເຮົາເຂັ້ມແຂງຂຶ້ນ. ໂດຍທົ່ວໄປແລ້ວ, ເຮົາຫວັງວ່າ ທຸກຄົນຈະສາມາດຮ່ວມມືກັບພາລະກິດຂອງເຮົາໂດຍບໍ່ລົບກວນສິ່ງນີ້ ເພື່ອວ່າພຣະທໍາຂອງເຮົາອາດຈະຖືກສົ່ງຕໍ່ເຖິງທຸກຄອບຄົວ ແລະ ທຸກເຮືອນ ແລະ ເພື່ອວ່າທຸກຄົນຢູ່ເທິງແຜ່ນດິນໂລກຈະສາມາດດໍາລົງຊີວິດຢູ່ພາຍໃນພຣະທໍາຂອງເຮົາ. ນີ້ແມ່ນເປົ້າໝາຍຂອງເຮົາ. ດ້ວຍການອ່ານໜັງສື “ບົດເລື່ອງກ່ຽວກັບຊີວິດ” ໃນພຣະທໍາຂອງເຮົາ, ເຮົາຫວັງວ່າ ທຸກຄົນຈະໄດ້ຮັບບາງສິ່ງ, ບໍ່ວ່າຈະເປັນຄະຕິຊີວິດ ຫຼື ຄວາມຮູ້ກ່ຽວກັບຄວາມຜິດພາດທີ່ເກີດຂຶ້ນກັບໂລກມະນຸດ ຫຼື ສິ່ງທີ່ເຮົາຕ້ອງການຈາກມະນຸດ ຫຼື “ຄວາມລັບ” ຂອງຜູ້ຄົນກ່ຽວກັບອານາຈັກໃນປັດຈຸບັນ. ຢ່າງໃດກໍຕາມ, ເຮົາຊຸກຍູ້ໃຫ້ມະນຸດເບິ່ງໜັງສື “ເລື່ອງເສຍຫາຍຂອງມະນຸດໃນປັດຈຸບັນ”; ນີ້ຈະເປັນປະໂຫຍດແກ່ທຸກຄົນ ຫຼື ມັນບໍ່ໄດ້ເສຍຫາຍຫຍັງທີ່ຈະອ່ານຈາກໜັງສື “ຄວາມລັບຫຼ້າສຸດ” ເປັນປະຈໍາ ເຊິ່ງຍິ່ງຈະມີປະໂຫຍດສໍາລັບຊີວິດຂອງມະນຸດ. ນອກຈາກນີ້, ຈົ່ງອ່ານບົດຄວາມ “ເລື່ອງຍອດນິຍົມ” ເປັນປະຈໍາ. ນີ້ຍິ່ງຈະບໍ່ມີປະໂຫຍດສໍາລັບຊີວິດຂອງມະນຸດບໍ? ການຮັບພິຈາລະນາເອົາຄໍາແນະນໍາຂອງເຮົາແມ່ນບໍ່ໄດ້ເປັນອັນຕະລາຍຫຍັງ, ການເບິ່ງວ່າມັນມີຜົນໃດໜຶ່ງ ຫຼື ບໍ່ ແລະ ຫຼັງຈາກນັ້ນກໍເລົ່າໃຫ້ເຮົາຟັງ ກ່ຽວກັບຄວາມຮູ້ສຶກຂອງພວກເຈົ້າຫຼັງຈາກທີ່ໄດ້ອ່ານສິ່ງນີ້ ເພື່ອວ່າເຮົາອາດຈະສາມາດສັ່ງຢາທີ່ຖືກຕ້ອງໄດ້ດີຂຶ້ນ ແລະ ໃນທີ່ສຸດ ກໍຈະກໍາຈັດພະຍາດຂອງມະນຸດທຸກຄົນຢ່າງສົມບູນ. ເຮົາບໍ່ຮູ້ສິ່ງທີ່ພວກເຈົ້າຄິດກ່ຽວກັບຄໍາແນະນໍາຂອງເຮົາ ແຕ່ເຮົາຫວັງວ່າ ພວກເຈົ້າຈະຖືເອົາສິ່ງເຫຼົ່ານັ້ນເປັນຂໍ້ມູນສໍາລັບການອ້າງອີງຂອງພວກເຈົ້າ. ນັ້ນຈະເປັນແນວໃດ?

ວັນທີ 12 ພຶດສະພາ 1992

ກ່ອນນີ້: ບົດທີ 40

ຕໍ່ໄປ: ບົດທີ 43

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ຜູ້ທີ່ເຊື່ອຟັງພຣະເຈົ້າດ້ວຍໃຈຈິງ ຈະຖືກພຣະເຈົ້າຮັບເອົາຢ່າງແນ່ນນອນ

ພາລະກິດຂອງພຣະວິນຍານບໍລິສຸດປ່ຽນໄປໃນແຕ່ລະມື້, ສູງສົ່ງຂຶ້ນຕາມແຕ່ລະບາດກ້າວ; ການເປີດເຜີຍແຫ່ງວັນໃໝ່ຍິ່ງສູງສົ່ງກວ່າວັນນີ້ ແລະ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້