ບົດທີ 42

ທັນທີທີ່ພາລະກິດໃໝ່ເລີ່ມຕົ້ນຂຶ້ນ, ທຸກຄົນກໍມີທາງເຂົ້າໃໝ່ ແລະ ພວກເຂົາກໍຈັບມືກັນກ້າວໄປກັບເຮົາ. ພວກເຮົາຍ່າງຢູ່ ຫົນທາງອັນຍິ່ງໃຫຍ່ແຫ່ງອານາຈັກຮ່ວມກັນ ແລະ ມີຄວາມສະໜິດສະໜົມກັນຫຼາຍລະຫວ່າງມະນຸດ ແລະ ເຮົາ. ເພື່ອສະແດງຄວາມຮູ້ສຶກຂອງເຮົາ ແລະ ເພື່ອສະແດງທ່າທີຂອງເຮົາຕໍ່ມະນຸດ, ເຮົາໄດ້ກ່າວຕໍ່ມະນຸດຢູ່ສະເໝີ. ເຖິງຢ່າງໃດກໍຕາມ ສ່ວນໜຶ່ງຂອງພຣະທຳເຫຼົ່ານີ້ອາດທຳຮ້າຍຜູ້ຄົນ ໃນຂະນະທີ່ພຣະທຳບາງຂໍ້ອາດມີປະໂຫຍດຫຼາຍສໍາລັບພວກເຂົາ ແລະ ສະນັ້ນ ເຮົາຈຶ່ງແນະນຳໃຫ້ຜູ້ຄົນຟັງຢ່າງໃກ້ຊິດຍິ່ງຂຶ້ນໃນສິ່ງທີ່ອອກມາຈາກປາກຂອງເຮົາ. ໂດຍສະເພາະແລ້ວ ຖ້ອຍຄຳຂອງເຮົາອາດບໍ່ສວຍງາມ ແລະ ສຸພາບຮຽບຮ້ອຍ, ແຕ່ຖ້ອຍຄຳເຫຼົ່ານັ້ນລ້ວນແລ້ວແຕ່ເປັນພຣະທຳທີ່ມາຈາກສ່ວນເລິກໃນຫົວໃຈຂອງເຮົາ. ຍ້ອນມະນຸດເປັນເພື່ອນຂອງເຮົາ, ເຮົາໄດ້ສືບຕໍ່ປະຕິບັດພາລະກິດຂອງເຮົາທ່າມກາງມະນຸດ ແລະ ມະນຸດກໍພະຍາຍາມເຖິງທີ່ສຸດເພື່ອຮ່ວມມືກັບເຮົາເຊັ່ນກັນ, ໂດຍຢ້ານຢ່າງເລິກໆວ່າຈະລົບກວນພາລະກິດຂອງເຮົາ. ໃນຊ່ວງເວລານີ້, ຫົວໃຈຂອງເຮົາແມ່ນເຕັມໄປດ້ວຍຄວາມດີອົກດີໃຈຢ່າງໃຫຍ່ ຍ້ອນເຮົາໄດ້ຮັບເອົາຄົນບາງສ່ວນ ແລະ ສະນັ້ນ “ທຸລະກິດ” ຂອງເຮົາກໍບໍ່ຕົກຕໍ່າອີກຕໍ່ໄປ; ມັນຈະບໍ່ປະກອບດ້ວຍພຣະທຳທີ່ວ່າງເປົ່າອີກຕໍ່ໄປ ແລະ “ຕະຫຼາດຜະລິດຕະພັນພິເສດ” ຂອງເຮົາກໍຈະບໍ່ດໍາເນີນໄປຢ່າງຊັກຊ້າອີກຕໍ່ໄປ. ໃນທີ່ສຸດແລ້ວ ຜູ້ຄົນແມ່ນສະຫຼາດ, ພວກເຂົາລ້ວນແລ້ວແຕ່ເຕັມໃຈທີ່ຈະ “ອຸທິດຕົນເອງ” ເພື່ອນາມຂອງເຮົາ ແລະ ສະຫງ່າລາສີຂອງເຮົາ ແລະ ມີພຽງແຕ່ໃນລັກສະນະນີ້ເທົ່ານັ້ນທີ່ “ຕະຫຼາດພິເສດ” ຂອງເຮົາຈຶ່ງຈະໄດ້ຮັບເອົາ “ສິນຄ້າ” ໃໝ່ບາງຢ່າງ ແລະ ດ້ວຍເຫດນັ້ນ ໃນໂລກຝ່າຍວິນຍານຂອງເຮົາ “ລູກຄ້າ” ຫຼາຍຄົນຈຶ່ງໄດ້ມາຊື້ “ສິນຄ້າ” ຂອງເຮົາ. ພຽງແຕ່ໃນຊ່ວງເວລານີ້ເປັນຕົ້ນມາ ເຮົາຈຶ່ງໄດ້ຮັບເອົາສະຫງ່າລາສີ, ພຽງແຕ່ເມື່ອນັ້ນ ພຣະທຳທີ່ອອກມາຈາກປາກຂອງເຮົາຈຶ່ງບໍ່ເປັນພຣະທຳທີ່ວ່າງເປົ່າອີກຕໍ່ໄປ. ເຮົາໄດ້ຮັບໄຊຊະນະ ແລະ ໄດ້ກັບມາດ້ວຍໄຊຊະນະ ແລະ ທຸກຄົນກໍສະເຫຼີມສະຫຼອງກັບເຮົາ. ໃນຊ່ວງເວລານີ້ ມັງກອນແດງທີ່ຍິ່ງໃຫຍ່ຍັງໄດ້ມາເພື່ອ “ສະຫຼອງ”, ເພື່ອສະແດງຄວາມຊື່ນຊົມທີ່ມັນມີຕໍ່ເຮົາ, ເພື່ອສະແດງວ່າມັນຍອມຂາບຕີນຂອງເຮົາ ແລະ ດ້ວຍເຫດນີ້ ເຮົາກໍໄດ້ຮັບສະຫງ່າລາສີ. ຕັ້ງແຕ່ເວລາແຫ່ງການເນລະມິດສ້າງຈົນເຖິງປັດຈຸບັນ, ເຮົາໄດ້ສູ້ຮົບໃນຫຼາຍສະໜາມຮົມຢ່າງມີໄຊຊະນະ ແລະ ໄດ້ເຮັດຫຼາຍສິ່ງທີ່ເປັນຕາເຊີດຊູ. ຄັ້ງໜຶ່ງ ຫຼາຍຄົນເຄີຍສະເຫຼີມສະຫຼອງກັບເຮົາ, ມອບຄຳສັນລະເສີນໃຫ້ກັບເຮົາ ແລະ ເຕັ້ນລຳເພື່ອເຮົາ. ເຖິງແມ່ນວ່າ ສິ່ງເຫຼົ່ານີ້ເປັນສາກທີ່ຕື່ນເຕັ້ນ ແລະ ບໍ່ສາມາດລືມໄດ້, ເຮົາກໍບໍ່ເຄີຍສະແດງຮອຍຍິ້ມຂອງເຮົາ ຍ້ອນເຮົາບໍ່ທັນໄດ້ເອົາຊະນະມະນຸດເທື່ອ ແລະ ພຽງແຕ່ປະຕິບັດສ່ວນໜຶ່ງຂອງພາລະກິດທີ່ຄ້າຍຄືກັບການເນລະມິດສ້າງ. ປັດຈຸບັນແມ່ນບໍ່ຄືກັບອະດີດ. ເຮົາໄດ້ມອບຮອຍຍິ້ມເທິງບັນລັງ, ເຮົາໄດ້ເອົາຊະນະມະນຸດ ແລະ ທຸກຄົນກໍກົ້ມລົງເພື່ອນະມັດສະການຕໍ່ໜ້າເຮົາ. ຜູ້ຄົນໃນປັດຈຸບັນບໍ່ຄືກັບຄົນທີ່ຢູ່ໃນອະດີດ. ພາລະກິດຂອງເຮົາບໍ່ແມ່ນເພື່ອປັດຈຸບັນໄດ້ແນວໃດ? ມັນບໍ່ແມ່ນເພື່ອສະຫງ່າລາສີຂອງເຮົາໄດ້ແນວໃດ? ເພື່ອອະນາຄົດທີ່ສົດໃສກວ່າເດີມ, ເຮົາຈະເຮັດໃຫ້ພາລະກິດທັງໝົດຂອງເຮົາໃນມະນຸດຊັດເຈນຂຶ້ນເລື້ອຍໆ ເພື່ອວ່າສະຫງ່າລາສີທັງໝົດຂອງເຮົາອາດ “ຢູ່” ໃນມະນຸດ ທີ່ຖືກສ້າງຂຶ້ນ. ເຮົາຈະຮັບເອົາສິ່ງນີ້ໃຫ້ເປັນຫຼັກການແຫ່ງພາລະກິດຂອງເຮົາ. ສໍາລັບຄົນທີ່ເຕັມໃຈຮ່ວມມືກັບເຮົາ ຈົ່ງລຸກຂຶ້ນ ແລະ ເຮັດວຽກຢ່າງໜັກ ເພື່ອວ່າສະຫງ່າລາສີຂອງເຮົາຈະໄດ້ເຕີມເຕັມທ້ອງຟ້າຫຼາຍຍິ່ງຂຶ້ນ. ປັດຈຸບັນນີ້ແມ່ນເວລາທີ່ຈະປະຕິບັດແຜນການທີ່ຍິ່ງໃຫຍ່. ທຸກຄົນທີ່ຢູ່ພາຍໃຕ້ການດູແລ ແລະ ການປົກປ້ອງຄວາມຮັກຂອງເຮົາ ແມ່ນມີໂອກາດທີ່ຈະນໍາໃຊ້ຄວາມສາມາດຂອງພວກເຂົາໃນນີ້ກັບເຮົາ ແລະ ເຮົາຈະນໍາພາທຸກສິ່ງໃຫ້ “ຕັ້ງໝັ້ນ” ເພື່ອພາລະກິດຂອງເຮົາ. ນົກທີ່ບິນຢູ່ໃນທ້ອງຟ້າແມ່ນສະຫງ່າລາສີຂອງເຮົາທີ່ຢູ່ໃນທ້ອງຟ້າ, ທະເລທີ່ຢູ່ເທິງແຜ່ນດິນໂລກແມ່ນການກະທຳຂອງເຮົາທີ່ຢູ່ເທິງແຜ່ນດິນໂລກ, ເຈົ້ານາຍຂອງທຸກສິ່ງແມ່ນການສະແດງຂອງເຮົາທ່າມກາງສິ່ງທັງປວງ ແລະ ເຮົານໍາໃຊ້ທຸກສິ່ງທີ່ຢູ່ເທິງແຜ່ນດິນໂລກໃຫ້ເປັນທຶນສຳລັບການຄຸ້ມຄອງຂອງເຮົາ, ເຮັດໃຫ້ທຸກສິ່ງເພີ່ມທະວີ, ຈະເລີນຮຸ່ງເຮືອງ ແລະ ເຕັມໄປດ້ວຍຊີວິດ.

ໃນເວລາແຫ່ງການເນລະມິດສ້າງ, ເຮົາໄດ້ກຳນົດແລ້ວວ່າ ພາລະກິດຂອງເຮົາຢູ່ເທິງແຜ່ນດິນໂລກຈະມາເຖິງຈຸດສິ້ນສຸດຢ່າງສົມບູນໃນຍຸກສຸດທ້າຍ. ເວລາທີ່ພາລະກິດຂອງເຮົາສິ້ນສຸດລົງແມ່ນເປັນເວລາທີ່ການກະທຳທັງໝົດຂອງເຮົາຖືກສະແດງອອກໃນທ້ອງຟ້າ. ເຮົາຈະເຮັດໃຫ້ຜູ້ຄົນເທິງແຜ່ນດິນໂລກຮັບຮູ້ເຖິງການກະທຳຂອງເຮົາ ແລະ ການກະທໍາຂອງເຮົາຈະຕ້ອງຖືກພິສູດຢູ່ຕໍ່ໜ້າ “ທີ່ນັ່ງແຫ່ງການພິພາກສາ”, ເພື່ອວ່າພວກມັນຈະຖືກຮັບຮູ້ໃນທ່າມກາງຜູ້ຄົນທົ່ວແຜ່ນດິນໂລກ ເຊິ່ງເປັນຜູ້ທີ່ຈະຍິນຍອມ. ສະນັ້ນ ຫຼັງຈາກນັ້ນ ເຮົາຈະເລີ່ມຕົ້ນກິດຈະການຂອງເຮົາທີ່ບໍ່ເຄີຍຖືກປະຕິບັດມາກ່ອນໃນຍຸກທີ່ຜ່ານມາ. ຕັ້ງແຕ່ນີ້ເປັນຕົ້ນໄປ, ເຮົາຈະເຮັດໃຫ້ການກະທຳຂອງເຮົາຊັດເຈນເທື່ອລະຂັ້ນຕອນ ເພື່ອວ່າສະຕິປັນຍາຂອງເຮົາ, ຄວາມມະຫັດສະຈັນຂອງເຮົາ ແລະ ຄວາມບໍ່ສາມາດຢັ່ງເຖິງຂອງເຮົາ ຈະເປັນທີ່ຮັບຮູ້ ແລະ ຖືກພິສູດໃນທຸກດ້ານຂອງສັງຄົມ. ໂດຍສະເພາະແລ້ວ, ຝ່າຍປົກຄອງທັງໝົດເທິງແຜ່ນດິນໂລກຈະຖືກເຮັດໃຫ້ຮັບຮູ້ການກະທຳຂອງເຮົາ, ຈົນກວ່າການກະທຳຂອງເຮົາຈະຖືກພິພາກສາໂດຍ “ຜູ້ພິພາກສາ” ແລະ “ຖືກປົກປ້ອງ” ໂດຍ “ທະນາຍຄວາມ” ແລະ ດ້ວຍເຫດນັ້ນ ການກະທຳຂອງເຮົາຈະເປັນທີ່ຮັບຮູ້ ເຊິ່ງຈະເຮັດໃຫ້ທຸກຄົນກົ້ມຫົວຂອງພວກເຂົາລົງ ແລະ ຍິນຍອມ. ຈາກເວລານີ້ເປັນຕົ້ນໄປ, ການກະທຳຂອງເຮົາຈະເປັນທີ່ຍອມຮັບໂດຍທຸກດ້ານຂອງສັງຄົມ ແລະ ນີ້ຈະເປັນຊ່ວງເວລາທີ່ເຮົາຈະຮັບເອົາສະຫງ່າລາສີທັງໝົດເທິງແຜ່ນດິນໂລກ. ໃນເວລານັ້ນ, ເຮົາຈະປາກົດຕໍ່ມະນຸດ ແລະ ບໍ່ລີ້ລັບອີກຕໍ່ໄປ. ໃນປັດຈຸບັນ, ການກະທຳຂອງເຮົາຍັງບໍ່ທັນໄປເຖິງຈຸດສູງສຸດເທື່ອ. ພາລະກິດຂອງເຮົາກຳລັງກ້າວໄປຂ້າງໜ້າ ແລະ ເມື່ອມັນໄປເຖິງຈຸດສູງສຸດ ນັ້ນກໍຈະເປັນເວລາທີ່ມັນສຳເລັດລົງ. ເຮົາຈະເອົາຊະນະປະຊາຊົນຂອງທຸກຊົນຊາດຢ່າງສົມບູນ, ເຮົາຈະເຮັດໃຫ້ສັດຮ້າຍທີ່ປ່າເຖື່ອນເຊື່ອຟັງຄືກັບແກະຢູ່ຕໍ່ໜ້າເຮົາ ແລະ ເຮົາຈະເຮັດໃຫ້ມັງກອນແດງທີ່ຍິ່ງໃຫຍ່ອ່ອນນ້ອມຢູ່ຕໍ່ໜ້າເຮົາຄືກັບປະຊາຊົນເທິງແຜ່ນດິນໂລກ. ເຮົາຈະເອົາຊະນະສັດຕູທັງໝົດຂອງເຮົາຢູ່ໃນສະຫວັນ ແລະ ຈະເຮັດໃຫ້ຄູ່ຕໍ່ສູ້ຂອງເຮົາເທິງແຜ່ນດິນໂລກຖືກເອົາຊະນະ. ນີ້ແມ່ນແຜນການຂອງເຮົາ ແລະ ຄວາມມະຫັດສະຈັນແຫ່ງການກະທຳຂອງເຮົາ. ມະນຸດພຽງແຕ່ສາມາດດຳລົງຊີວິດຢູ່ພາຍໃຕ້ອິດທິພົນຂອງທຳມະຊາດ, ພາຍໃຕ້ການນໍາພາຂອງເຮົາ, ເຂົາບໍ່ສາມາດຕັດສິນໃຈດ້ວຍຕົນເອງ! ຜູ້ໃດສາມາດຫຼົບໜີຈາກມືຂອງເຮົາໄດ້ແດ່? ເຮົາໄດ້ຈັດປະເພດທຳມະຊາດທັງໝົດ, ເຮັດໃຫ້ມັນຢູ່ພາຍໃນກົດເກນ ແລະ ມັນເປັນຍ້ອນສິ່ງນີ້ເທົ່ານັ້ນ ຈຶ່ງມີກົດເກນດັ່ງກ່າວເທິງແຜ່ນດິນໂລກດັ່ງຄວາມອົບອຸ່ນແຫ່ງລະດູໃບໄມ້ປົ່ງ ແລະ ຄວາມເຢັນຂອງລະດູໃບໄມ້ລົ່ນ. ເຫດຜົນທີ່ວ່າເປັນຫຍັງດອກໄມ້ທີ່ຢູ່ເທິງແຜ່ນດິນໂລກຈຶ່ງແຫ່ວແຫ້ງໃນລະດູໜາວ ແລະ ອອກດອກໃນລະດູຮ້ອນ ກໍຍ້ອນຄວາມມະຫັດສະຈັນຈາກມືຂອງເຮົາ; ເຫດຜົນທີ່ວ່າເປັນຫຍັງຫ່ານຈຶ່ງບິນໄປທາງທິດໃຕ້ໃນລະດູໜາວກໍຍ້ອນເຮົາໄດ້ປັບອຸນຫະພູມ; ແລະ ເຫດຜົນທີ່ວ່າເປັນຫຍັງທະເລຈຶ່ງເປັນຄື້ນກໍຍ້ອນເຮົາຕ້ອງການຈົມສິ່ງຕ່າງໆທີ່ຢູ່ເທິງໜ້າທະເລ. ແມ່ນຫຍັງທີ່ບໍ່ໄດ້ຖືກຈັດແຈງໂດຍເຮົາ? ຕັ້ງແຕ່ເວລານີ້ເປັນຕົ້ນໄປ, “ເສດຖະກິດແຫ່ງທຳມະຊາດ” ຂອງມະນຸດກໍຫາຍໄປທັງໝົດໂດຍພຣະທຳຂອງເຮົາ ແລະ ຜູ້ຄົນຈະບໍ່ກຳຈັດການສະຖິດຢູ່ຂອງເຮົາອີກຕໍ່ໄປ ຍ້ອນການມີຢູ່ຂອງ “ກົດເກນທຳມະຊາດ”. ຜູ້ໃດຈະປະຕິເສດການເປັນຢູ່ຂອງພຣະຜູ້ປົກຄອງສິ່ງທັງປວງ? ໃນສະຫວັນ, ເຮົາເປັນຫົວໜ້າ; ທ່າມກາງສິ່ງທັງປວງ, ເຮົາເປັນພຣະຜູ້ເປັນເຈົ້າ; ແລະ ທ່າມກາງທຸກຄົນ, ເຮົາຄືອັນດັບໜຶ່ງ. ຜູ້ໃດກ້າປົກປິດສິ່ງນີ້ໂດຍການເອົາ “ສີທາ” ໃສ່ຢ່າງງ່າຍດາຍບໍ? ຄວາມບໍ່ຈິງສາມາດລົບກວນການມີຢູ່ຂອງຄວາມຈິງບໍ? ໃນໂອກາດທີ່ພິເສດນີ້, ເຮົາຈະເລີ່ມຕົ້ນພາລະກິດທີ່ຢູ່ໃນມືຂອງເຮົາອີກຄັ້ງ, ບໍ່ທົນທຸກກັບການແຊກແຊງຂອງມະນຸດອີກຕໍ່ໄປ ແລະ ສືບຕໍ່ “ຕິດ” ເຄື່ອງຈັກ.

ເຮົາໄດ້ເພີ່ມຫຼາກຫຼາຍ “ເຄື່ອງປຸງລົດ” ໃສ່ໃນພຣະທຳຂອງເຮົາ ແລະ ດ້ວຍເຫດນັ້ນ ມັນຈະຄືກັບວ່າ ເຮົາແມ່ນໜຶ່ງໃນພໍ່ຄົວສຸດຍອດຂອງມະນຸດ. ເຖິງແມ່ນວ່າ ຜູ້ຄົນບໍ່ຮູ້ຈັກວິທີປຸງອາຫານຂອງພວກ, ພວກເຂົາກໍພໍໃຈໃນລົດຊາດ; ດ້ວຍການຖື “ຈານ”, ພວກເຂົາທຸກຄົນໄດ້ຊີ່ມລົດຊາດ “ອາຫານ” ທີ່ເຮົາໄດ້ຈັດຕຽມໃຫ້. ເຮົາບໍ່ຮູ້ວ່າເປັນຫຍັງ, ຜູ້ຄົນຈຶ່ງຕ້ອງການກິນອາຫານທີ່ເຮົາໄດ້ຈັດຕຽມເປັນການສ່ວນຕົວຫຼາຍຂຶ້ນ. ມັນເປັນຄືກັບວ່າພວກເຂົາໃຫ້ກຽດເຮົາຢ່າງສູງ, ຄືກັບວ່າພວກເຂົາເບິ່ງເຮົາເປັນເຄື່ອງປຸງອາຫານທີ່ສູງສົ່ງທີ່ສຸດ ແລະ ບໍ່ຄຳນຶ່ງເຖິງຄົນອື່ນເລີຍ. ຍ້ອນເຮົາມີສັກສີໃນຕົນເອງຫຼາຍ, ເຮົາຈຶ່ງບໍ່ປາຖະໜາທີ່ຈະໂຈມຕີ “ຖ້ວຍເຂົ້າເຫຼັກ” ຂອງຄົນອື່ນຍ້ອນເຫດຜົນສ່ວນຕົວຂອງເຮົາ. ສະນັ້ນ ເຮົາຈຶ່ງຖືໂອກາດນັ້ນ ກ້າວອອກໄປຈາກ “ເຮືອນຄົວ” ແລະ ໃຫ້ຄົນອື່ນມີໂອກາດສ້າງຊື່ສຽງໃຫ້ກັບຕົນເອງ. ມີແຕ່ໃນລັກສະນະນີ້ເທົ່ານັ້ນ ຫົວໃຈຂອງເຮົາຈຶ່ງໝັ້ນຄົງ; ເຮົາບໍ່ຕ້ອງການເຮັດໃຫ້ຄົນເຊີດຊູເຮົາ ແລະ ດູຖູກຄົນອື່ນ, ນັ້ນບໍ່ແມ່ນສິ່ງທີ່ຖືກຕ້ອງ. ແມ່ນຫຍັງຄືຄຸນຄ່າຂອງການມີສະຖະນະໃນຫົວໃຈຂອງຜູ້ຄົນ? ເຮົາຫຍາບຄາຍ ແລະ ບໍ່ມີເຫດຜົນຂະໜາດນັ້ນແທ້ບໍ? ເຮົາເຕັມໃຈທີ່ຈະຮຽກຮ້ອງເອົາສະຖານະແທ້ບໍ? ຖ້າເປັນດັ່ງນັ້ນ, ແລ້ວເປັນຫຍັງເຮົາຈຶ່ງເລີ່ມຕົ້ນກິດຈະການທີ່ຍິ່ງໃຫຍ່ດັ່ງກ່າວ? ເຮົາບໍ່ໄດ້ປາຖະໜາທີ່ຈະດີ້ນລົນເພື່ອຊື່ສຽງ ແລະ ຊັບສິນກັບຄົນອື່ນ, ເຮົາລັງກຽດຊື່ສຽງ ແລະ ຊັບສິນເທິງແຜ່ນດິນໂລກ, ນີ້ບໍ່ແມ່ນສິ່ງທີ່ເຮົາສະແຫວງຫາ. ເຮົາບໍ່ຖືເອົາມະນຸດເປັນແບບຢ່າງ, ເຮົາບໍ່ຕໍ່ສູ້ ຫຼື ຍາດຊິງ, ແຕ່ຫາລ້ຽງຊີວິດໂດຍການເພິ່ງພາ “ຝີມື” ຂອງເຮົາ ແລະ ບໍ່ເຮັດສິ່ງທີ່ຜິດສິນທຳ. ດ້ວຍເຫດນັ້ນ, ເມື່ອເຮົາຍ່າງທົ່ວແຜ່ນດິນໂລກ, ເຮົາເຮັດກ່ອນ ແລະ ຫຼັງຈາກນັ້ນຈຶ່ງຮຽກຂໍ “ຄ່າຕອບແທນສຳລັບງານຝີມືຂອງເຮົາ”, ມີພຽງແຕ່ສິ່ງນີ້ເທົ່ານັ້ນຈຶ່ງເປັນຄວາມຍຸຕິທຳ ແລະ ຄວາມມີເຫດຜົນທີ່ມະນຸດກ່າວເຖິງ. ບໍ່ມີການເວົ້າໂອ້ອວດໃນສິ່ງນີ້, ບໍ່ໄດ້ເວົ້າຫຼຸດລົງແມ່ນແຕ່ໜ້ອຍດຽວ; ເຮົາກ່າວຕາມຄວາມໝາຍເດີມຂອງຄວາມຈິງ. ເຮົາຍ່າງກັບໄປກັບມາທ່າມກາງມະນຸດ, ຊອກຫາຄົນທີ່ຍຸຕິທຳ ແລະ ມີເຫດຜົນ, ແຕ່ກໍບໍ່ມີຜົນຫຍັງເລີຍ. ຍ້ອນຜູ້ຄົນຮັກໃນການຕໍ່ລອງ, ລາຄາຈຶ່ງສູງເກີນໄປ ຫຼື ຕໍ່າເກີນໄປ ແລະ ດ້ວຍເຫດນັ້ນ ເຮົາກໍຍັງປະຕິບັດໜ້າທີ່ຢູ່ໃນມືຂອງເຮົາທີ່ຖືກ “ມອບໝາຍໃຫ້ເຮົາເຮັດ”. ໃນປັດຈຸບັນ, ເຮົາຍັງບໍ່ຮູ້ວ່າເປັນຫຍັງມະນຸດຈຶ່ງບໍ່ປະຕິບັດຕາມໜ້າທີ່ຂອງເຂົາ ແລະ ເປັນຫຍັງເຂົາຈຶ່ງບໍ່ຮູ້ຈັກວ່າວຸດທິພາວະຂອງເຂົາສູງຫຼາຍສໍ່າໃດ. ຜູ້ຄົນແມ່ນແຕ່ບໍ່ຮູ້ຈັກວ່າວຸດທິພາວະຂອງພວກເຂົາໜັກສອງສາມກຣາມ ຫຼື ສອງສາມຫຼຽງ.[ກ] ດ້ວຍເຫດນັ້ນ ພວກເຂົາຍັງລໍ້ລວງເຮົາ. ມັນເປັນຄືກັບວ່າພາລະກິດຂອງເຮົານັ້ນສູນເປົ່າ ຄືກັບວ່າພຣະທຳຂອງເຮົາເປັນພຽງແຕ່ສຽງກ້ອງຢູ່ໃນພູເຂົາໃຫຍ່ ແລະ ບໍ່ມີຜູ້ໃດຮັບຮູ້ເຖິງຮາກຂອງພຣະທຳ ແລະ ຖ້ອຍຄຳຂອງເຮົາ. ດ້ວຍເຫດນັ້ນ ເຮົາຈຶ່ງໃຊ້ສິ່ງນີ້ໃຫ້ເປັນພື້ນຖານເພື່ອສະຫຼຸບຄຳພັງເພີຍທີສາມທີ່ວ່າ: “ຜູ້ຄົນບໍ່ຮູ້ຈັກເຮົາ ຍ້ອນພວກເຂົາບໍ່ເຫັນເຮົາ”. ມັນເປັນຄືກັບວ່າ ເມື່ອໄດ້ກິນພຣະທຳຂອງເຮົາ, ຜູ້ຄົນກໍກິນຢາບາງຢ່າງເພື່ອຊ່ວຍໃນການຍ່ອຍອາຫານ ແລະ ຍ້ອນຜົນຂ້າງຄຽງຂອງຢາຮຸນແຮງຫຼາຍ, ພວກເຂົາຈຶ່ງໄດ້ສູນເສຍຄວາມຊົງຈຳ ແລະ ສະນັ້ນ ພຣະທຳຂອງເຮົາຈຶ່ງກາຍເປັນສິ່ງທີ່ຖືກລືມໂດຍມະນຸດຊາດ ແລະ ບ່ອນທີ່ເຮົາອາໄສຢູ່ກໍກາຍເປັນແຈທີ່ພວກເຂົາລືມ. ຍ້ອນສິ່ງນີ້ ເຮົາຈຶ່ງເສົ້າໃຈ. ເປັນຫຍັງເຮົາໄດ້ປະຕິບັດພາລະກິດຫຼາຍຢ່າງ, ແຕ່ບໍ່ມີຫຼັກຖານກ່ຽວກັບພາລະກິດນັ້ນໃນຜູ້ຄົນ? ເຮົາບໍ່ໄດ້ພະຍາຍາມຢ່າງພຽງພໍບໍ? ຫຼື ມັນເປັນຍ້ອນເຮົາບໍ່ເຂົ້າໃຈວ່າມະນຸດຕ້ອງການຫຍັງບໍ? ບໍ່ມີສິ່ງໃດທີ່ເຮົາສາມາດເຮັດກ່ຽວກັບເລື່ອງນີ້ເລີຍ, ທາງເລືອກດຽວຂອງເຮົາກໍຄື ໃຊ້ບົດບັນຍັດແຫ່ງການບໍລິຫານຂອງເຮົາເພື່ອເອົາຊະນະທຸກຄົນ. ເຮົາຈະບໍ່ເປັນແມ່ທີ່ໜ້າຮັກອີກຕໍ່ໄປ ແຕ່ຈະຄຸ້ມຄອງມະນຸດຊາດທັງປວງດັ່ງພໍ່ທີ່ເຂັ້ມງວດ!

ວັນທີ 15 ພຶດສະພາ 1992

ໝາຍເຫດ:

ກ. “ຫຼຽງ” ແມ່ນໜ່ວຍວັດແທກນໍ້ານັກຂອງຈີນ, ໜຶ່ງຫຼຽງແມ່ນ 50 ກຣາມ.

ກ່ອນນີ້: ພວກເຈົ້າທຸກຄົນ ຈົ່ງປິຕິຍິນດີ!

ຕໍ່ໄປ: ບົດທີ 28

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ເປັນຫຍັງເຈົ້າຈຶ່ງບໍ່ເຕັມໃຈທີ່ຈະເປັນຕົວປະກອບ?

ຄົນທີ່ຖືກເອົາຊະນະແມ່ນຕົວປະກອບ ແລະ ພຽງແຕ່ຫຼັງຈາກທີ່ຖືກເຮັດໃຫ້ສົມບູນ ຜູ້ຄົນຈຶ່ງໄດ້ກາຍເປັນແບບຢ່າງ ແລະ ຕົວຢ່າງຂອງພາລະກິດແຫ່ງຍຸກສຸດທ້າຍ....

ຄົນຊົ່ວຈະຖືກລົງໂທດຢ່າງແນ່ນອນ

ການສໍາຫຼວດເບິ່ງວ່າເຈົ້າຢຶດຖືຄວາມຊອບທຳໃນທຸກສິ່ງທີ່ເຈົ້າກະທຳ ຫຼື ບໍ່ ແລະ ພຣະເຈົ້າໄດ້ເຝົ້າເບິ່ງການກະທໍາທັງໝົດຂອງເຈົ້າ ຫຼື ບໍ່...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້