ບົດທີ 43

ບາງເທື່ອ ມັນເປັນຍ້ອນບົດບັນຍັດບໍລິຫານຂອງເຮົາເທົ່ານັ້ນ ຜູ້ຄົນຈຶ່ງ “ສົນໃຈຫຼາຍ” ໃນພຣະທຳຂອງເຮົາ. ຖ້າພວກເຂົາບໍ່ໄດ້ຖືກປົກຄອງດ້ວຍບົດບັນຍັດບໍລິຫານຂອງເຮົາ, ພວກເຂົາທຸກຄົນກໍຈະສົ່ງສຽງຄາງຄືກັບເສືອທີ່ຫາກໍຖືກລົບກວນ. ໃນແຕ່ລະມື້ ເຮົາພະເນຈອນຢູ່ທ່າມກາງກ້ອນເມກ ໂດຍເຝົ້າເບິ່ງມະນຸດຊາດທີ່ປົກຄຸມແຜ່ນດິນໂລກໃນຂະນະທີ່ພວກເຂົາວຸ້ນວາຍຢູ່ບໍ່ຢຸດ, ຖືກເຮົາຄວບຄຸມໂດຍຜ່ານບົດບັນຍັດບໍລິຫານຂອງເຮົາ. ໃນລັກສະນະນີ້ ມະນຸດຊາດແມ່ນຖືກຮັກສາໃຫ້ເປັນລະບົບລະບຽບ ແລະ ເຮົາຈຶ່ງເຮັດໃຫ້ບົດບັນຍັດບໍລິຫານຂອງເຮົາເປັນຢູ່ຢ່າງຖາວອນ. ຕັ້ງແຕ່ເວລານີ້ເປັນຕົ້ນໄປ, ຄົນທີ່ຢູ່ເທິງແຜ່ນດິນໂລກຈະຮັບການຂ້ຽນຕີທຸກຮູບແບບເນື່ອງຈາກບົດບັນຍັດບໍລິຫານຂອງເຮົາ ແລະ ເມື່ອການຂ້ຽນຕີນີ້ລົງມາເທິງພວກເຂົາ ມະນຸດທຸກຄົນສົ່ງສຽງດັງໂວຍວາຍ ແລະ ແຕກໜີໄປທົ່ວທຸກສາລະທິດ. ໃນຊ່ວງເວລານີ້, ປະຊາຊາດເທິງແຜ່ນດິນໂລກຈະດັບສະຫຼາຍໄປທັນທີ, ຊາຍແດນລະຫວ່າງປະຊາຊາດກໍຈະບໍ່ມີຢູ່, ສະຖານທີ່ໃດໜຶ່ງຈະບໍ່ຖືກແບ່ງແຍກອອກຈາກສະຖານທີ່ແຫ່ງໜຶ່ງອີກຕໍ່ໄປ ແລະ ຈະບໍ່ມີຄວາມເຫີນຫາງລະຫວ່າງມະນຸດອີກຕໍ່ໄປ. ເຮົາເລີ່ມຕົ້ນເຮັດ “ພາລະກິດຕາມອຸດົມຄະຕິ” ໃນທ່າມກາງມະນຸດ, ເພື່ອວ່າມະນຸດຈະຢູ່ຮ່ວມນໍາກັນຢ່າງສັນຕິສຸກ, ບໍ່ຕໍ່ສູ້ກັນອີກຕໍ່ໄປ ແລະ ເມື່ອເຮົາສ້າງຂົວ ແລະ ສ້າງຄວາມສຳພັນໃນທ່າມກາງມະນຸດຊາດ, ຜູ້ຄົນກໍຈະສາມັກຄີກັນ. ເຮົາຈະເຮັດໃຫ້ສະຫວັນວິມານເຕັມໄປດ້ວຍການສະແດງອອກເຖິງການກະທຳຂອງເຮົາ ແລະ ເຮັດໃຫ້ທຸກສິ່ງທີ່ຢູ່ເທິງແຜ່ນດິນໂລກຈະກົ້ມລົງຂາບຢູ່ພາຍໃຕ້ລິດອຳນາດຂອງເຮົາ, ແລ້ວນໍາແຜນການຂອງເຮົາໄປປະຕິບັດເພື່ອ “ຄວາມສາມັກຄີທົ່ວໂລກ” ແລະ ເຮັດໃຫ້ຄວາມປາຖະໜາໜຶ່ງດຽວຂອງເຮົານີ້ໃຫ້ເກີດໝາກຜົນ, ເພື່ອວ່າມະນຸດຈະບໍ່ “ທ່ອງທ່ຽວໄປມາ” ເທິງໂລກອີກຕໍ່ໄປ ແຕ່ຈະຄົ້ນພົບຈຸດໝາຍປາຍທາງທີ່ເໝາະສົມໂດຍບໍ່ຊັກຊ້າ. ເຮົາຄຳນຶງເຖິງມະນຸດຊາດໃນທຸກໆທາງ, ເຮັດແບບນັ້ນກໍເພື່ອວ່າມະນຸດຊາດຈະໄດ້ດຳລົງຊີວິດຢູ່ໃນດິນແດນແຫ່ງສັນຕິສຸກ ແລະ ຄວາມສຸກໂດຍໄວ, ເພື່ອວ່າມື້ແຫ່ງຊີວິດຂອງພວກເຂົາຈະບໍ່ໂສກເສົ້າ ແລະ ໂດດດ່ຽວອີກຕໍ່ໄປ ແລະ ເພື່ອວ່າແຜນການຂອງເຮົາຈະບໍ່ສູນເປົ່າເທິງແຜ່ນດິນໂລກ. ເພາະມະນຸດຢູ່ໃນທີ່ນັ້ນ, ເຮົາຈະສ້າງປະຊາຊາດຂອງເຮົາເທິງແຜ່ນດິນໂລກ, ຍ້ອນວ່າ ສ່ວນໜຶ່ງຂອງການສະແດງອອກເຖິງສະຫງ່າລາສີຂອງເຮົາແມ່ນຢູ່ເທິງແຜ່ນດິນໂລກ. ໃນສະຫວັນເບື້ອງເທິງ, ເຮົາຈະສ້າງຕັ້ງນະຄອນຂອງເຮົາໃຫ້ຖືກຕ້ອງ ແລະ ເຮັດໃຫ້ທຸກສິ່ງໃໝ່ທັງຢູ່ເບື້ອງເທິງ ແລະ ເບື້ອງລຸ່ມ. ເຮົາຈະເຮັດໃຫ້ທຸກສິ່ງທີ່ຢູ່ທັງເບື້ອງເທິງ ແລະ ເບື້ອງລຸ່ມສະຫວັນຮ່ວມກັນເປັນໜຶ່ງດຽວ, ເພື່ອວ່າທຸກສິ່ງເທິງແຜ່ນດິນໂລກຈະຮ່ວມກັນກັບທຸກສິ່ງທີ່ຢູ່ໃນສະຫວັນ. ນີ້ແມ່ນແຜນການຂອງເຮົາ; ມັນແມ່ນສິ່ງທີ່ເຮົາຈະເຮັດໃຫ້ສຳເລັດໃນຍຸກສຸດທ້າຍ, ບໍ່ໃຫ້ຜູ້ໃດຜູ້ໜຶ່ງແຊກແຊງກັບພາກສ່ວນນີ້ໃນພາລະກິດຂອງເຮົາ! ການຂະຫຍາຍພາລະກິດຂອງເຮົາໄປສູ່ປະຊາຊາດຂອງຄົນຕ່າງຊາດແມ່ນພາກສ່ວນສຸດທ້າຍຂອງພາລະກິດຂອງເຮົາເທິງແຜ່ນດິນໂລກ. ບໍ່ມີໃຜສາມາດຢັ່ງເຖິງພາລະກິດທີ່ເຮົາຈະປະຕິບັດ ແລະ ດ້ວຍເຫດນີ້ ຜູ້ຄົນຈຶ່ງສົບສົນພໍສົມຄວນ. ແລ້ວຍ້ອນເຮົາຫຍຸ້ງກັບພາລະກິດຂອງເຮົາທີ່ຢູ່ເທິງແຜ່ນດິນໂລກ, ຜູ້ຄົນຈຶ່ງຖຶໂອກາດ “ເຮັດຫຼິ້ນໆ”. ເພື່ອບໍ່ໃຫ້ພວກເຂົາຄວບຄຸມຍາກເກີນໄປ, ກ່ອນອື່ນ ເຮົາໄດ້ວາງພວກເຂົາໄວ້ພາຍໃຕ້ການຂ້ຽນຕີຂອງເຮົາເພື່ອອົດກັ້ນກັບການລົງວິໄນຈາກທະເລສາບແຫ່ງໄຟ. ນີ້ແມ່ນໜຶ່ງບາດກ້າວໃນພາລະກິດຂອງເຮົາ ແລະ ເຮົາຈະໃຊ້ກຳລັງຂອງທະເລສາບແຫ່ງໄຟເພື່ອເຮັດໃຫ້ພາລະກິດນີ້ຂອງເຮົາສຳເລັດລົງ; ຖ້າບໍ່ດັ່ງນັ້ນ ມັນກໍເປັນໄປບໍ່ໄດ້ທີ່ຈະປະຕິບັດພາລະກິດຂອງເຮົາ. ເຮົາຈະເຮັດໃຫ້ມະນຸດທົ່ວທັງຈັກກະວານຍອມຢູ່ພາຍໃຕ້ບັນລັງຂອງເຮົາ, ແບ່ງພວກເຂົາອອກເປັນປະເພດທີ່ແຕກຕ່າງກັນຕາມການພິພາກສາຂອງເຮົາ, ຈັດແບ່ງພວກເຂົາຕາມປະເພດເຫຼົ່ານີ້ ແລະ ຍິ່ງໄປກວ່ານັ້ນກໍຄືຈັດລຽງພວກເຂົາເຂົ້າສູ່ຄອບຄົວຂອງພວກເຂົາ, ເພື່ອວ່າມະນຸດທັງປວງຈະເຊົາບໍ່ເຊື່ອຟັງເຮົາ, ກົງກັນຂ້າມ ພວກເຂົາຈະຕົກລົງໃນການຈັດແຈງທີ່ຮຽບຮ້ອຍ ແລະ ເປັນລະບົບລະບຽບຕາມປະເພດຕ່າງໆທີ່ເຮົາໄດ້ຕັ້ງຊື່ໄວ້, ບໍ່ໃຫ້ຜູ້ໃດເຄື່ອນຍ້າຍໄປມາຕາມອຳເພີໃຈ! ທົ່ວທັງຈັກກະວານ, ເຮົາໄດ້ສ້າງພາລະກິດໃໝ່ຂຶ້ນ; ທົ່ວທັງຈັກກະວານ, ມະນຸດຊາດທັງປວງມຶນງົງ ແລະ ຕົກຕະລຶງຍ້ອນການປາກົດຕົວຢ່າງກະທັນຫັນຂອງເຮົາ, ຂອບເຂດຂອງພວກເຂົາຂະຫຍາຍອອກຢ່າງບໍ່ເຄີຍເປັນມາກ່ອນຍ້ອນການປາກົດຕົວຢ່າງເປີດເຜີຍຂອງເຮົາ. ປັດຈຸບັນບໍ່ແມ່ນແບບນີ້ແທ້ໆບໍ?

ເຮົາໄດ້ຍ່າງກ້າວທຳອິດທ່າມກາງບັນດາປະຊາຊາດ ແລະ ປະຊາຊົນທັງປວງ ແລະ ເຮົາໄດ້ເລີ່ມຕົ້ນສ່ວນທຳອິດໃນພາລະກິດຂອງເຮົາ. ເຮົາຈະບໍ່ຂັດຂວາງແຜນການຂອງເຮົາທີ່ຈະເລີ່ມຕົ້ນໃໝ່: ລຳດັບຂອງພາລະກິດທີ່ຢູ່ທ່າມກາງປະຊາຊາດຂອງຄົນຕ່າງຊາດໄດ້ຖືກສ້າງຂຶ້ນຕາມຂະບວນການພາລະກິດຂອງເຮົາທີ່ຢູ່ໃນສະຫວັນ. ເມື່ອມະນຸດທຸກຄົນຫຼຽວເບິ່ງທ່າທາງ ແລະ ການກະທຳທຸກຢ່າງຂອງເຮົາ, ນັ້ນແມ່ນຕອນທີ່ເຮົາໄດ້ໂຍນໝອກລົງມາເທິງແຜ່ນດິນໂລກ. ຕາຂອງມະນຸດມືດມົວທັນທີ ແລະ ພວກເຂົາບໍ່ສາມາດເຫັນທິດທາງໄດ້ຢ່າງຊັດເຈນ ຄືກັບແກະທີ່ຢູ່ໃນທະເລຊາຍທີ່ແຫ້ງແລ້ງ ແລະ ເມື່ອສຽງລົມພາຍຸແຮງເລີ່ມດັງຂຶ້ນ, ສຽງຮ້ອງໄຫ້ຂອງພວກເຂົາກໍຈົມຢູ່ໃນລົມທີ່ພັດມາຢ່າງແຮງ. ທ່າມກາງຄື້ນລົມ, ຮູບຮ່າງຂອງມະນຸດແມ່ນສາມາດເຫັນໄດ້ພຽງເລັກນ້ອຍ, ແຕ່ສຽງຂອງມະນຸດແມ່ນບໍ່ສາມາດໄດ້ຍິນເລີຍ ແລະ ເຖິງແມ່ນມະນຸດກຳລັງຮ້ອງຂຶ້ນສຸດແຮງ, ຄວາມພະຍາຍາມນັ້ນກໍໄຮ້ປະໂຫຍດ. ໃນເວລານີ້, ມະນຸດຮ້ອງໄຫ້ ແລະ ຄໍ່າຄວນຢ່າງແຮງ, ຫວັງວ່າຜູ້ຊ່ວຍໃຫ້ພົ້ນຈະຕົກລົງມາຈາກທ້ອງຟ້າເພື່ອນໍາພາພວກເຂົາອອກຈາກທະເລຊາຍທີ່ກວ້າງໃຫຍ່ນີ້. ແຕ່ບໍ່ວ່າຄວາມເຊື່ອຂອງພວກເຂົາຈະຍິ່ງໃຫຍ່ສໍ່າໃດກໍຕາມ, ຜູ້ຊ່ວຍໃຫ້ພົ້ນກໍຍັງບໍ່ມີທ່າທີຈະເຄື່ອນໄຫວຫຍັງ ແລະ ຄວາມຫວັງຂອງມະນຸດກໍແຕກກະຈາຍ: ໄຟແຫ່ງຄວາມເຊື່ອທີ່ຖືກຈູດຂຶ້ນກໍຖືກເປົ່າໃຫ້ດັບໂດຍລົມພາຍຸທີ່ມາຈາກທະເລຊາຍ ແລະ ມະນຸດກໍນອນອ່ອນເພຍຢູ່ໃນສະຖານທີ່ໆແຫ້ງແລ້ງ ແລະ ບໍ່ມີຄົນຢູ່, ບໍ່ສາມາດຍົກກະບອງທີ່ເຜົາໄໝ້ຂຶ້ນໄດ້ອີກຕໍ່ໄປ ແລະ ເຂົາກໍລົ້ມລົງໝົດສະຕິໄປ... ເຮົາສວຍໂອກາດເອົາຊ່ວງເວລາດັ່ງກ່າວເພື່ອເຮັດໃຫ້ໜອງນໍ້າໃນທະເລຊາຍປາກົດຂຶ້ນຕໍ່ຕາຂອງມະນຸດ. ແຕ່ໃນຂະນະທີ່ຫົວໃຈຂອງເຂົາອາດດີໃຈຫຼາຍ, ຮ່າງກາຍຂອງມະນຸດກໍອ່ອນແອເກີນໄປທີ່ຈະຕອບໂຕ້ໄດ້, ອ່ອນເພຍ ແລະ ເມື່ອຍແຂນຂາ; ແລ້ວເຖິງແມ່ນເຂົາເຫັນໝາກໄມ້ທີ່ສວຍງາມກຳລັງເຕີບໃຫຍ່ຂຶ້ນໃນໜອງນໍ້າໃນທະເລຊາຍ, ເຂົາກໍຂາດກຳລັງທີ່ຈະເດັດໝາກໄມ້ເຫຼົ່ານັ້ນ, ຍ້ອນ “ຊັບພະຍາກອນພາຍໃນ” ຂອງມະນຸດແມ່ນຖືກທຳລາຍໄປໝົດທຸກຢ່າງສິ້ນເຊີງ. ເຮົາເອົາສິ່ງທີ່ມະນຸດຕ້ອງການ ແລະ ສະເໜີມອບສິ່ງເຫຼົ່ານັ້ນໃຫ້ກັບເຂົາ, ແຕ່ສິ່ງທີ່ເຂົາເຮັດກໍມີພຽງຍິ້ມຊົ່ວໄລຍະສັ້ນໆ, ໃບໜ້າຂອງເຂົາບໍ່ຊື່ນບານແທ້ໆ: ທຸກກຳລັງນ້ອຍໆຂອງເຂົາໄດ້ຫາຍໄປໂດຍບໍ່ມີຮ່ອງຮອຍ, ຫາຍໄປພ້ອມກັບອາກາດທີ່ເຄື່ອນໄຫວໄປ. ດ້ວຍເຫດຜົນນີ້, ໃບໜ້າຂອງມະນຸດແມ່ນປາສະຈາກສີໜ້າໂດຍສິ້ນເຊີງ ແລະ ມີພຽງແຕ່ແສງເລັກນ້ອຍຂອງຄວາມຮັກທີ່ປະກາຍອອກມາຈາກຕາທີ່ມີຮອຍເລືອດຂອງເຂົາເທົ່ານັ້ນ, ພ້ອມກັບຄວາມເມດຕາກະລຸນາອັນອ່ອນໂຍນຄືກັບແມ່ທີ່ກຳລັງເຝົ້າເບິ່ງລູກຂອງເຂົາ. ຄັ້ງແລ້ວຄັ້ງເລົ່າ, ສົບທີ່ແຫ້ງ ແລະ ແຕກຂອງມະນຸດສະແດງທ່າທາງເໜັງຕີງ, ຄືກັບວ່າກຳລັງຈະເວົ້າແຕ່ຂາດກຳລັງທີ່ຈະເວົ້າ. ເຮົາໄດ້ມອບນໍ້າບາງສ່ວນໃຫ້ກັບມະນຸດ, ແຕ່ສິ່ງທີ່ເຂົາເຮັດກໍຄືສັ່ນຫົວຂອງເຂົາເທົ່ານັ້ນ. ຈາກການກະທຳທີ່ບໍ່ປົກກະຕິ ແລະ ຄາດການບໍ່ໄດ້ເຫຼົ່ານີ້, ເຮົາຮຽນຮູ້ວ່າມະນຸດໄດ້ສູນເສຍຄວາມຫວັງທຸກຢ່າງໃນຕົວເຂົາເອງແລ້ວ ແລະ ພຽງແຕ່ຫຼຽວເບິ່ງເຮົາດ້ວຍແວວຕາອ້ອນວອນ, ຄືກັບວ່າກຳລັງອ້ອນວອນຂໍບາງສິ່ງ. ແຕ່ຍ້ອນບໍ່ຮູ້ຈັກປະເພນີ ແລະ ວັດທະນະທຳຂອງມະນຸດຊາດ, ເຮົາຈຶ່ງສັບສົນກັບສີໜ້າ ແລະ ການກະທຳຂອງມະນຸດ. ໃນຊ່ວງເວລານີ້ເອງ ເຮົາຄົ້ນພົບທັນທີທັນໃດວ່າ ມື້ແຫ່ງການເປັນຢູ່ຂອງມະນຸດກຳລັງມາເຖິງຕອນຈົບຢ່າງໄວວາ ແລະ ເຮົາໄດ້ຈ້ອງເບິ່ງເຂົາຢ່າງເຫັນອົກເຫັນໃຈ. ແລ້ວນໃຊ່ວງເວລານີ້ເອງ ມະນຸດສະແດງຮອຍຍິ້ມແຫ່ງຄວາມສຸກ, ງຶກຫົວຂອງເຂົາໃສ່ເຮົາ, ຄືກັບວ່າເຂົາໄດ້ສຳເລັດຄວາມປາຖະໜາທຸກຢ່າງຂອງເຂົາແລ້ວ. ມະນຸດຊາດບໍ່ໂສກເສົ້າອີກຕໍ່ໄປ; ເທິງແຜ່ນດິນໂລກ ຜູ້ຄົນບໍ່ຕໍ່ວ່າກ່ຽວກັບຄວາມວ່າງເປົ່າໃນຊີວິດອີກຕໍ່ໄປ ແລະ ຢຸດຈາກຄວາມສຳພັນທຸກຢ່າງກັບ “ຊີວິດ”. ຈາກນັ້ນມາ, ຈະບໍ່ມີການຖອນຫາຍໃຈເທິງແຜ່ນດິນໂລກອີກຕໍ່ໄປ ແລະ ມື້ທີ່ມະນຸດຊາດຈະດຳລົງຊີວິດຢູ່ກໍຈະເຕັມໄປດ້ວຍຄວາມປິຕິຍິນດີ...

ເຮົາຈະເປີດໂປງເລື່ອງຕ່າງໆຂອງມະນຸດຢ່າງເໝາະສົມກ່ອນທີ່ຈະເລີ່ມຕົ້ນພາລະກິດຂອງເຮົາເອງ, ເພື່ອບໍ່ໃຫ້ມະນຸດລ່ວງລໍ້າພາລະກິດຂອງເຮົາຢ່າງສະເໝີ. ສຳລັບເຮົາ, ເລື່ອງຕ່າງໆຂອງມະນຸດບໍ່ແມ່ນບັນຫາສຳຄັນ; ເລື່ອງຕ່າງໆຂອງມະນຸດຊາດແມ່ນເລັກນ້ອຍເກີນໄປ. ເພາະມະນຸດມີຈິດວິນຍານທີ່ນ້ອຍຫຼາຍ, ມັນຈຶ່ງປາກົດວ່າມະນຸດຊາດບໍ່ເຕັມໃຈທີ່ຈະສະແດງຄວາມເມດຕາແມ່ນແຕ່ກັບມົດ ຫຼື ມົດເປັນສັດຕູຂອງມະນຸດຊາດ, ມີຄວາມຂັດແຍ່ງກັນຢູ່ທ່າມກາງມະນຸດສະເໝີ. ເມື່ອໄດ້ຟັງຄວາມຂັດແຍ່ງຂອງມະນຸດ, ເຮົາຈຶ່ງຈາກໄປອີກຄັ້ງໜຶ່ງ ແລະ ບໍ່ໃສ່ໃຈກັບເລື່ອງລາວຂອງພວກເຂົາອີກຕໍ່ໄປ. ໃນສາຍຕາຂອງມະນຸດ, ເຮົາເປັນ “ກຳມະການຂອງຜູ້ຢູ່ອາໄສ” ເຊິ່ງຊ່ຽວຊານໃນການແກ້ໄຂ “ຂໍ້ຂັດແຍ້ງໃນຄອບຄົວ” ທີ່ຢູ່ທ່າມກາງ “ຜູ້ຢູ່ອາໄສ”. ເມື່ອຜູ້ຄົນມາຢູ່ຕໍ່ໜ້າເຮົາ, ພວກເຂົາກໍນໍາເຫດຜົນຂອງພວກເຂົາເອງມາພ້ອມຢູ່ສະເໝີ ແລະ ເລົ່າເລື່ອງ “ປະສົບການທີ່ບໍ່ທຳມະດາ” ຂອງພວກເຂົາເອງດ້ວຍຄວາມກະຕືລືລົ້ນຢ່າງສູງ, ໂດຍເພີ່ມຄຳບັນຍາຍຂອງພວກເຂົາເອງໄປພ້ອມໆກັນ. ເຮົາຫຼຽວເບິ່ງການປະພຶດຕົວຢ່າງພິເສດຂອງມະນຸດ: ໃບໜ້າຂອງພວກເຂົາຖືກປົກຄຸມດ້ວຍຂີ້ຝຸ່ນ ເຊິ່ງເປັນຂີ້ຝຸ່ນທີ່ຢູ່ພາຍໃຕ້ “ການຫຼັ່ງໄຫຼ” ຂອງເຫື່ອ, ສູນເສຍ “ຄວາມເປັນອິດສະຫຼະ” ຂອງມັນໃນຂະນະທີ່ມັນເຮັດໃຫ້ເກີດສານປະສົມກັບເຫື່ອ, ໃບໜ້າຂອງມະນຸດກໍ່ “ອຸດົມສົມບູນ” ຂຶ້ນຕື່ມ, ຄືກັບດິນຊາຍທີ່ຢູ່ເທິງຫາດຊາຍແຄມທະເລ, ເຊິ່ງສາມາດເຫັນຮອຍຕີນໄດ້ໃນບາງຄັ້ງບາງຄາວ. ຜົມຂອງພວກເຂົາຄ້າຍກັນກັບຜົມຂອງວິນຍານຂອງຄົນທີ່ຕາຍແລ້ວ, ປາສະຈາກແສງເຫຼື້ອມແວວວາວ, ຢືນກົງຄືກັບເຟືອງຈຳນວນນ້ອຍໆທີ່ຖືກຢັດເຂົາໃສ່ໜ່ວຍໂລກ. ຍ້ອນອາລົມຂອງເຂົາຮ້ອນເກີນໄປ, ຈົນຜົມທຸກເສັ້ນຂອງເຂົາລຸກຂຶ້ນດ້ວຍຄວາມໂກດຮ້າຍ, ໃບໜ້າຂອງເຂົາປ່ອຍ “ອາຍ” ອອກມາເປັນບາງຄັ້ງບາງຄາວ, ຄືກັບວ່າເຫື່ອຂອງເຂົາ “ກຳລັງຟົດ”. ເມື່ອໄດ້ວິເຄາະເຂົາຢ່າງໃກ້ຊິດ, ເຮົາເຫັນວ່າໜ້າຂອງມະນຸດແມ່ນເຕັມໄປດ້ວຍ “ແປວໄຟ” ຄືກັບດວງຕາເວັນທີ່ເຜົາໄໝ້ ເຊິ່ງນັ້ນກໍຄືເຫດຜົນທີ່ວ່າເປັນຫຍັງຈຶ່ງມີແກ໊ສອອກມາຈາກໃບໜ້າ ແລະ ເຮົາກໍກັງວົນແທ້ໆວ່າຄວາມໃຈຮ້າຍຂອງເຂົາອາດຈະເຜົາໄໝ້ໜ້າຂອງເຂົາ, ເຖິງແມ່ນເຂົາເອງບໍ່ໄດ້ສົນໃຈກັບສິ່ງນີ້. ໃນຈຸດນີ້, ເຮົາກະຕຸ້ນໃຫ້ມະນຸດຜ່ອນອາລົມຂອງເຂົາລົງໜ້ອຍໜຶ່ງ, ຍ້ອນສິ່ງນີ້ຈະມີປະໂຫຍດຫຍັງ? ເປັນຫຍັງຈຶ່ງທໍລະມານຕົນເອງແບບນັ້ນ? ຍ້ອນຄວາມໃຈຮ້າຍ, ກ້ານເຟືອງທີ່ຢູ່ເທິງໜ້າຂອງ “ໜ່ວຍໂລກ” ນີ້ແມ່ນຖືກເຜົາໄໝ້ດ້ວຍແປວໄຟຂອງດວງຕາເວັນແທ້ໆ; ໃນສະຖານະການແບບນີ້, ແມ່ນແຕ່ “ດວງເດືອນ” ກໍກາຍເປັນສີແດງ. ເຮົາກະຕຸ້ນໃຫ້ມະນຸດຫຼຸດຜ່ອນອາລົມຂອງເຂົາລົງ, ມັນສຳຄັນທີ່ຈະປົກປ້ອງສຸຂະພາບຂອງເຂົາ. ແຕ່ມະນຸດບໍ່ຟັງຄຳແນະນໍາຂອງເຮົາ; ກົງກັນຂ້າມ ເຂົາສືບຕໍ່ “ຕໍ່ວ່າ” ເຮົາ. ສິ່ງນີ້ຈະມີປະໂຫຍດຫຍັງ? ຄວາມໃຈບຸນຂອງເຮົາບໍ່ພຽງພໍໃຫ້ມະນຸດໄດ້ເພີດເພີນບໍ? ຫຼື ມະນຸດປະຕິເສດສິ່ງທີ່ເຮົາໄດ້ມອບໃຫ້ກັບເຂົາບໍ? ດ້ວຍຄວາມໃຈຮ້າຍຢ່າງກະທັນຫັນ, ເຮົາປີ້ນໂຕະ ແລະ ມະນຸດບໍ່ກ້າບັນຍາຍເພິ່ມເຕີມສິ່ງທີ່ເປັນຕາຕື່ນເຕັ້ນຈາກເລື່ອງລາວຂອງເຂົາອີກຕໍ່ໄປ; ເຂົາຢ້ານວ່າເຮົາອາດຈະນໍາພາເຂົາເຂົ້າສູ່ “ສູນກັກຂັງ” ເພື່ອເຮັດໃຫ້ສົ້ນນ່ອງຂອງເຂົາເຢັນລົງຈັກສອງສາມມື້ ແລະ ເຂົາກໍສວຍໂອກາດທີ່ເຮົາໂກດຮ້າຍເພື່ອຫຼົບໜີໄປຢ່າງງຽບໆ. ຖ້າບໍ່ດັ່ງນັ້ນ ມະນຸດຈະບໍ່ເຕັມໃຈປ່ອຍໃຫ້ເລື່ອງລາວມັນຈົບສິ້ນລົງຈັກເທື່ອ, ແຕ່ຈະສືບຕໍ່ເວົ້າໄປເລື້ອຍກ່ຽວກັບຄວາມກັງວົນຂອງເຂົາເອງ. ສຽງຈາກການເວົ້າໄປເລື້ອຍນີ້ເຮັດໃຫ້ເຮົາໃຈຮ້າຍຫຼາຍ. ເປັນຫຍັງມະນຸດຈຶ່ງສັບສົນຫຼາຍໃນສ່ວນເລິກຂອງຫົວໃຈຂອງພວກເຂົາ? ເປັນໄປໄດ້ບໍວ່າຍ້ອນເຮົາໄດ້ໃສ່ “ອົງປະກອບ” ຫຼາຍເກີນໄປເຂົ້າໃນມະນຸດ? ເປັນຫຍັງເຂົາຈຶ່ງທຳທ່າສະແດງເມື່ອຢູ່ຕໍ່ໜ້າເຮົາຢູ່ສະເໝີ? ແນ່ນອນ ມັນບໍ່ແມ່ນວ່າເຮົາເປັນ “ທີ່ປຶກສາ” ເພື່ອແກ້ໄຂ “ຂໍ້ຂັດແຍ້ງໃນສັງຄົມ” ແມ່ນບໍ? ເຮົາຂໍໃຫ້ມະນຸດມາຫາເຮົາບໍ? ແນ່ນອນ ເຮົາບໍ່ແມ່ນຜູ້ພິພາກສາຂອງເຂດປົກຄອງໃດໜຶ່ງ ແມ່ນບໍ? ເປັນຫຍັງເລື່ອງລາວຕ່າງໆຂອງຜູ້ຄົນຈຶ່ງຖືກລາຍງານຕໍ່ໜ້າເຮົາຢູ່ສະເໝີ? ເຮົາຫວັງວ່າ ມະນຸດຈະເຫັນເຖິງຄວາມເໝາະສົມໃນການຄວບຄຸມຕົນເອງ ແລະ ບໍ່ລົບກວນເຮົາ, ເພາະເຮົາກໍມີພາລະກິດຫຼາຍຢ່າງໃຫ້ປະຕິບັດເຊັ່ນກັນ.

ວັນທີ 18 ພຶດສະພາ 1992

ກ່ອນນີ້: ບົດທີ 42

ຕໍ່ໄປ: ບົດທີ 44

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້