ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ບົດທີ 44

ຜູ້ຄົນເຫັນພາລະກິດຂອງເຮົາເປັນພຽງສິ່ງປະກອບ, ພວກເຂົາບໍ່ໄດ້ສະຫຼະອາຫານ ຫຼື ການນອນເພື່ອປະໂຫຍດຂອງສິ່ງນີ້ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງບໍ່ມີທາງເລືອກ ນອກຈາກສ້າງຄວາມຮຽກຮ້ອງຢ່າງເໝາະສົມຈາກມະນຸດ ຕາມຄວາມເໝາະສົມກັບທັດສະນະຄະຕິຂອງເຂົາທີ່ມີຕໍ່ເຮົາ. ເຮົາຈື່ໄດ້ວ່າ ຄັ້ງໜຶ່ງເຮົາໄດ້ມອບພຣະຄຸນ ແລະ ພອນຢ່າງຫຼວງຫຼາຍໃຫ້ແກ່ມະນຸດ ແຕ່ຫຼັງຈາກຄວ້າເອົາສິ່ງເຫຼົ່ານີ້ແລ້ວ ເຂົາກໍຈາກເຮົາໄປທັນທີ. ມັນເປັນຄືກັບວ່າ ເຮົາໄດ້ມອບສິ່ງເຫຼົ່ານັ້ນໃຫ້ກັບເຂົາໂດຍບໍ່ຮູ້ສຶກຕົວ. ດ້ວຍເຫດນັ້ນ ມະນຸດຈຶ່ງຮັກເຮົາສະເໝີໃນທ່າມກາງແນວຄິດຂອງພວກເຂົາເອງ. ເຮົາຕ້ອງການໃຫ້ມະນຸດຮັກເຮົາຢ່າງແທ້ຈິງ ແຕ່ໃນປັດຈຸບັນ ຜູ້ຄົນຍັງຊັກຊ້າເສຍເວລາ ໂດຍບໍ່ສາມາດມອບຄວາມຮັກຢ່າງແທ້ຈິງຂອງເຂົາໃຫ້ກັບເຮົາ. ໃນຈິນຕະນາການຂອງພວກເຂົາ, ພວກເຂົາເຊື່ອວ່າ ຖ້າພວກເຂົາມອບຄວາມຮັກທີ່ແທ້ຈິງຂອງພວກເຂົາໃຫ້ກັບເຮົາ ພວກເຂົາຈະບໍ່ມີຫຍັງເຫຼືອເລີຍ. ເມື່ອເຮົາຄັດຄ້ານ, ຮ່າງກາຍທັງໝົດຂອງພວກເຂົາກໍສັ່ນເຊັນດ້ວຍຄວາມຢ້ານກົວ. ແຕ່ພວກເຂົາຍັງບໍ່ເຕັມໃຈທີ່ຈະມອບຄວາມຮັກທີ່ແທ້ຈິງຂອງພວກເຂົາໃຫ້ກັບເຮົາ. ມັນເປັນຄືກັບວ່າ ພວກເຂົາກໍາລັງລໍຖ້າບາງຢ່າງ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງເບິ່ງໄປທາງໜ້າ ໂດຍບໍ່ເຄີຍບອກເຮົາວ່າ ແມ່ນຫຍັງກໍາລັງເກີດຂຶ້ນກັນແທ້. ມັນຄ້າຍຄືກັບວ່າ ມີເທັບຕິດປາກຂອງພວກເຂົາ ດັ່ງນັ້ນ ພວກເຂົາຈຶ່ງບໍ່ສາມາດເວົ້າໄດ້ຢ່າງເປີດເຜີຍ. ມັນເບິ່ງຄືກັບວ່າ ເຮົາໄດ້ກາຍເປັນນາຍທຶນທີ່ໂຫດຮ້າຍຢູ່ຕໍ່ໜ້າມະນຸດ. ຜູ້ຄົນແມ່ນຢ້ານເຮົາສະເໝີ: ເມື່ອເຫັນເຮົາ, ພວກເຂົາຈະຫາຍໄປທັນທີຢ່າງບໍ່ມີຮ່ອງຮອຍ ໂດຍຢ້ານວ່າເຮົາຈະຖາມພວກເຂົາກ່ຽວກັບສະຖານະການຂອງພວກເຂົາ. ເຮົາບໍ່ຮູ້ເຫດຜົນວ່າ ເປັນຫຍັງຜູ້ຄົນຈຶ່ງສາມາດຮັກ “ຄົນບ້ານດຽວກັນ” ຂອງພວກເຂົາຢ່າງຈິງໃຈ ແຕ່ບໍ່ສາມາດຮັກເຮົາ ຜູ້ທີ່ທ່ຽງທໍາໃນຈິດໃຈ. ຍ້ອນສິ່ງນີ້ ເຮົາຈຶ່ງເວົ້າດ້ວຍຄວາມກັງວົນໃຈວ່າ: ເປັນຫຍັງຜູ້ຄົນຈຶ່ງປ່ອຍຄວາມຮັກຂອງພວກເຂົາຢູ່ໃນໂລກມະນຸດຕະຫຼອດເວລາ? ເປັນຫຍັງເຮົາຈຶ່ງບໍ່ສາມາດຊິມຄວາມຮັກຂອງມະນຸດ? ມັນເປັນຍ້ອນວ່າ ເຮົາບໍ່ແມ່ນມະນຸດບໍ? ຜູ້ຄົນປະຕິບັດຕໍ່ເຮົາຄືກັບສິ່ງທີ່ປ່າເຖື່ອນໃນພູເຂົາຕະຫຼອດເວລາ. ມັນເປັນຄືກັບວ່າ ເຮົາຂາດສ່ວນປະກອບຂອງຄົນປົກກະຕິ ແລະ ດ້ວຍເຫດນັ້ນ ເມື່ອຢູ່ຕໍ່ໜ້າເຮົາ ຜູ້ຄົນຈຶ່ງສະແດງຄໍາເວົ້າແບບໂວຫານ. ພວກເຂົາມັກດຶງເຮົາໄປຢູ່ຕໍ່ໜ້າພວກເຂົາ ເພື່ອຕໍານິເຮົາ, ຮ້າຍເຮົາປານກັບຮ້າຍເດັກນ້ອຍນັກຮຽນອະນຸບານ; ຍ້ອນວ່າ ໃນຄວາມຊົງຈໍາຂອງຜູ້ຄົນ ເຮົາຄືບາງຄົນທີ່ບໍ່ມີເຫດຜົນ ແລະ ບໍ່ມີການສຶກສາ, ພວກເຂົາຈຶ່ງຫຼິ້ນບົດບາດເປັນຄົນທີ່ມີການສຶກສາຕະຫຼອດເມື່ອຢູ່ຕໍ່ໜ້າເຮົາ. ເຮົາບໍ່ຂ້ຽນຕີຜູ້ຄົນຍ້ອນຄວາມລົ້ມເຫຼວຂອງພວກເຂົາ ແຕ່ໃຫ້ການຊ່ວຍເຫຼືອທີ່ເໝາະສົມສໍາລັບພວກເຂົາ ໂດຍອະນຸຍາດໃຫ້ພວກເຂົາໄດ້ຮັບ “ການຊ່ວຍເຫຼືອດ້ານເສດຖະກິດ” ຢ່າງປົກກະຕິ. ຍ້ອນມະນຸດດໍາລົງຊີວິດໃນທ່າມກາງໄພພິບັດຕະຫຼອດ ແລະ ພົບເຫັນວ່າ ມັນລໍາບາກທີ່ຈະຫຼົບໜີ ແລະ ໃນທ່າມກາງຄວາມພິນາດນີ້ ເຂົາໄດ້ເອີ້ນຫາເຮົາຕະຫຼອດ, ເຮົາໄດ້ມອບ “ສະບຽງເຂົ້າສານ” ໃສ່ມືຂອງເຂົາຢ່າງກົງເວລາ ເຮັດໃຫ້ທຸກຄົນດໍາລົງຊີວິດໃນຄອບຄົວທີ່ດີຂອງຍຸກໃໝ່ ແລະ ປະສົບກັບຄວາມອົບອຸ່ນຂອງຄອບຄົວທີ່ດີ. ເມື່ອເຮົາສັງເກດເບິ່ງພາລະກິດໃນທ່າມກາງມະນຸດ ເຮົາໄດ້ຄົ້ນພົບຂໍ້ບົກຜ່ອງຂອງມະນຸດຢ່າງຫຼວງຫຼາຍ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງໃຫ້ຄວາມຊ່ວຍເຫຼືອແກ່ມະນຸດ. ແມ່ນແຕ່ໃນເວລານີ້ ຍັງມີຄວາມທຸກຍາກຢ່າງໃຫຍ່ໃນທ່າມກາງມະນຸດ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງໄດ້ມອບການເບິ່ງແຍງຢ່າງເໝາະສົມໃຫ້ກັບ “ພື້ນທີ່ດ້ອຍພັດທະນາ” ໂດຍຍົກພວກເຂົາຂຶ້ນຈາກຄວາມທຸກຍາກ. ນີ້ແມ່ນວິທີການທີ່ເຮົາປະຕິບັດພາລະກິດ ໂດຍເຮັດໃຫ້ທຸກຄົນມີຄວາມສຸກກັບພຣະຄຸນຂອງເຮົາໃຫ້ຫຼາຍທີ່ສຸດເທົ່າທີ່ພວກເຂົາຈະສາມາດມີ.

ຜູ້ຄົນເທິງແຜ່ນດິນໂລກແມ່ນທົນທຸກກັບການຂ້ຽນຕີໂດຍບໍ່ຮູ້ຕົວ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງຍື່ນມືອັນຍິ່ງໃຫຍ່ຂອງເຮົາ ແລະ ດຶງພວກເຂົາມາຢູ່ຂ້າງເຮົາ ໂດຍເຮັດໃຫ້ພວກເຂົາໄດ້ຮັບໂອກາດທີ່ດີເພື່ອມີຄວາມສຸກກັບພຣະຄຸນຂອງເຮົາຢູ່ເທິງແຜ່ນດິນໂລກ. ເທິງແຜ່ນດິນໂລກ ມີສິ່ງໃດແດ່ທີ່ເປົ່າວ່າງ ແລະ ບໍ່ມີຄຸນຄ່າ? ເຮົາຍ່າງທ່າມກາງທຸກບ່ອນໃນໂລກມະນຸດ ແລະ ເຖິງແມ່ນວ່າ ຈະມີອານຸສາວະລີທີ່ໂດ່ງດັງ ແລະ ທິວທັດທໍາມະຊາດທີ່ໜ້າພໍໃຈຢ່າງຫຼວງຫຼາຍ ແຕ່ທຸກບ່ອນທີ່ເຮົາໄປແມ່ນໄດ້ສູນເສຍພະລັງແຫ່ງຊີວິດແຕ່ດົນນານແລ້ວ. ດັ່ງນັ້ນ ເຮົາຈຶ່ງຮູ້ສຶກເຖິງຄວາມເສົ້າໝອງ ແລະ ຄວາມວ່າງເປົ່າເທິງແຜ່ນດິນໂລກ: ຢູ່ເທິງແຜ່ນດິນໂລກ ຊີວິດໄດ້ຫາຍໄປແຕ່ດົນນານແລ້ວ, ຍັງເຫຼືອພຽງແຕ່ກິ່ນອາຍແຫ່ງຄວາມຕາຍ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງໄດ້ຮຽກຮ້ອງໃຫ້ມະນຸດຮີບຟ້າວອອກຈາກດິນແດນແຫ່ງຄວາມເຈັບປວດນີ້. ທຸກສິ່ງທີ່ເຮົາເຫັນແມ່ນມີກິ່ນອາຍແຫ່ງຄວາມວ່າງເປົ່າ. ເຮົາຖືເອົາໂອກາດນີ້ໂຍນຊີວິດໃນກໍາມືຂອງເຮົາໄປໃຫ້ຜູ້ທີ່ເຮົາໄດ້ເລືອກ; ທັນທີທັນໃດກໍມີພື້ນທີ່ສີຂຽວຢູ່ເທິງດິນແດນ. ຜູ້ຄົນແມ່ນເຕັມໃຈທີ່ຈະມີຄວາມສຸກກັບສິ່ງທີ່ມີຊີວິດຊີວາເທິງແຜ່ນດິນໂລກ ແຕ່ເຮົາບໍ່ພົບເຫັນຄວາມສຸກໃນສິ່ງນີ້; ຜູ້ຄົນຖະໜຸຖະໜອມສິ່ງຕ່າງໆເທິງແຜ່ນດິນໂລກ ແລະ ບໍ່ເຄີຍເຫັນຄວາມເປົ່າວ່າງຂອງຕົວເອງ ຈົນມາເຖິງປັດຈຸບັນ ພວກເຂົາກໍຍັງບໍ່ເຂົ້າໃຈວ່າ ເປັນຫຍັງຈຶ່ງບໍ່ມີຊີວິດຢູ່ເທິງແຜ່ນດິນໂລກ. ປັດຈຸບັນນີ້ ໃນຂະນະທີ່ເຮົາຍ່າງໃນທ່າມກາງຈັກກະວານ ຜູ້ຄົນແມ່ນສາມາດມີຄວາມສຸກກັບພຣະຄຸນຂອງເຮົາໃນສະຖານທີ່ໆເຮົາອາໄສຢູ່ ແລະ ພວກເຂົາຖືເອົາສິ່ງນີ້ເປັນຕົ້ນທຶນໂດຍບໍ່ເຄີຍສະແຫວງຫາແຫຼ່ງທີ່ມາຂອງຊີວິດຈັກເທື່ອ. ພວກເຂົາທຸກຄົນໃຊ້ສິ່ງທີ່ເຮົາມອບໃຫ້ເປັນຕົ້ນທຶນ ແຕ່ບໍ່ມີຜູ້ໃດໃນບັນດາພວກເຂົາ ພະຍາຍາມປະຕິບັດພາລະໜ້າທີ່ດັ່ງເດີມຂອງຊີວິດ. ພວກເຂົາບໍ່ຮູ້ຈັກວິທີໃຊ້ ຫຼື ພັດທະນາຊັບພະຍາກອນທໍາມະຊາດ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງມີຄວາມທຸກຍາກ. ເຮົາອາໄສໃນທ່າມກາງມະນຸດ, ເຮົາດໍາລົງຊີວິດໃນທ່າມກາງມະນຸດ ແຕ່ໃນປັດຈຸບັນ ມະນຸດຍັງບໍ່ຮູ້ຈັກເຮົາ. ເຖິງແມ່ນວ່າ ຜູ້ຄົນໄດ້ໃຫ້ຄວາມຊ່ວຍເຫຼືອຫຼາຍຢ່າງແກ່ເຮົາ ຍ້ອນວ່າເຮົາຢູ່ຫ່າງໄກຈາກເຮືອນຊານ ແຕ່ມັນກໍຄືກັບວ່າ ເຮົາຍັງບໍ່ໄດ້ສ້າງມິດຕະພາບທີ່ຖືກຕ້ອງກັບມະນຸດ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງຍັງຮູ້ສຶກເຖິງຄວາມບໍ່ຍຸຕິທໍາຂອງໂລກມະນຸດ; ຢ່າງໃດກໍຕາມ ໃນສາຍຕາຂອງເຮົາ ມວນມະນຸດແມ່ນເປົ່າວ່າງ ແລະ ບໍ່ມີສິ່ງທີ່ມີຄຸນຄ່າໃດໆໃນທ່າມກາງມະນຸດ. ເຮົາບໍ່ຮູ້ວ່າ ຜູ້ຄົນມີທັດສະນະແນວໃດກ່ຽວກັບຊີວິດຂອງມະນຸດ ແຕ່ໂດຍລວມແລ້ວ ທັດສະນະຂອງເຮົາແມ່ນບໍ່ສາມາດແຍກອອກຈາກຄໍາວ່າ “ເປົ່າວ່າງ” ໄດ້. ເຮົາຫວັງວ່າ ຜູ້ຄົນຈະບໍ່ຄິດໃນທາງທີ່ບໍ່ດີກ່ຽວກັບເຮົາຍ້ອນສິ່ງນີ້. ນັ້ນຄືສິ່ງທີ່ເຮົາເປັນ, ເຮົາກົງໄປກົງມາ, ເຮົາບໍ່ພະຍາຍາມເປັນຄົນສຸພາບ. ແຕ່ຢ່າງໃດກໍຕາມ ເຮົາຂໍແນະນໍາຜູ້ຄົນໃຫ້ເອົາໃຈໃສ່ຢ່າງໃກ້ຊິດຕໍ່ສິ່ງທີ່ເຮົາຄິດ ເນື່ອງຈາກວ່າ ແທ້ຈິງແລ້ວ ພຣະທໍາຂອງເຮົາແມ່ນມີປະໂຫຍດແກ່ພວກເຂົາ. ເຮົາບໍ່ຮູ້ວ່າ ຜູ້ຄົນມີຄວາມເຂົ້າໃຈຫຍັງແດ່ກ່ຽວກັບ “ຄວາມເປົ່າວ່າງ”. ຄວາມຫວັງຂອງເຮົາກໍຄື ໃຫ້ພວກເຂົາໃຊ້ຄວາມພະຍາຍາມໜ້ອຍໜຶ່ງກັບພາລະກິດນີ້. ພວກເຂົາຈະເຮັດໄດ້ດີ ຖ້າພວກເຂົາປະສົບກັບຊີວິດຂອງມະນຸດຢ່າງແທ້ຈິງ ແລະ ເບິ່ງວ່າ ພວກເຂົາຈະສາມາດພົບເຫັນ “ແຮ່ທາດ” ທີ່ມີຄ່າໃນສິ່ງນີ້ໄດ້ບໍ່. ເຮົາບໍ່ໄດ້ພະຍາຍາມຂັດຂວາງຄວາມເປັນບວກຂອງຜູ້ຄົນ, ເຮົາພຽງແຕ່ຕ້ອງການໃຫ້ພວກເຂົາໄດ້ຮັບຄວາມຮູ້ໜ້ອຍໜຶ່ງໃນພຣະທໍາຂອງເຮົາ. ເຮົາເອົາໃຈໃສ່ຕໍ່ບັນຫາມະນຸດສະເໝີ ແຕ່ເຖິງຢ່າງນັ້ນກໍຕາມ ຈົນເຖິງປັດຈຸບັນ ຜູ້ຄົນກໍຍັງບໍ່ໄດ້ກ່າວຄໍາຂອບໃຈ ຄືກັບວ່າ ພວກເຂົາຫຍຸ້ງຫຼາຍ ແລະ ໄດ້ລືມສິ່ງນີ້ໄປແລ້ວ. ແມ່ນແຕ່ໃນປັດຈຸບັນ ເຮົາຍັງບໍ່ເຂົ້າໃຈວ່າ ການຫຍຸ້ງວຽກໝົດມື້ຂອງມະນຸດແມ່ນມີຜົນປະໂຫຍດຫຍັງແດ່. ຈົນຮອດປັດຈຸບັນ ເຮົາຍັງບໍ່ມີພື້ນທີ່ໃນຫົວໃຈຂອງມະນຸດ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງໄດ້ຄິດເລິກອີກຄັ້ງ. ເຮົາໄດ້ເລີ່ມຈັດຕັ້ງພາລະກິດໃນການຄົ້ນຄວ້າກ່ຽວກັບສາເຫດທີ່ວ່າ “ເປັນຫຍັງຜູ້ຄົນຈຶ່ງບໍ່ມີຫົວໃຈທີ່ຮັກເຮົາຢ່າງແທ້ຈິງ”: ເຮົາຈະຍົກມະນຸດຂຶ້ນໃສ່ “ໂຕະຜ່າຕັດ”, ເຮົາຈະວິເຄາະ “ຫົວໃຈ” ຂອງເຂົາຢ່າງລະອຽດ ແລະ ເບິ່ງສິ່ງທີ່ກີດກັ້ນຫົວໃຈຂອງເຂົາ ແລະ ສິ່ງທີ່ຢຸດເຂົາບໍ່ໃຫ້ຮັກເຮົາຢ່າງແທ້ຈິງ. ພາຍໃຕ້ “ມີດ”, ຜູ້ຄົນຫຼັບຕາລົງຢ່າງຊະນິດ, ລໍຖ້າໃຫ້ເຮົາເລີ່ມລົງມື ຍ້ອນວ່າ ໃນຕອນນີ້ ພວກເຂົາໄດ້ຍອມຈໍານົນຢ່າງສິ້ນເຊີງ; ໃນຫົວໃຈຂອງພວກເຂົາ ເຮົາໄດ້ພົບເຫັນສິ່ງເຈືອປົນອື່ນຈໍານວນຫຼາຍ. ໃນຫົວໃຈຂອງພວກເຂົາ ສິ່ງຕົ້ນຕໍແມ່ນສິ່ງຂອງພວກເຂົາເອງ. ເຖິງແມ່ນວ່າ ພວກເຂົາອາດຈະມີສິ່ງຂອງໜ້ອຍໜຶ່ງນອກຮ່າງກາຍຂອງພວກເຂົາ ແຕ່ສິ່ງເຫຼົ່ານັ້ນທີ່ຢູ່ພາຍໃນຮ່າງກາຍຂອງພວກເຂົາແມ່ນຫຼາຍຈົນນັບບໍ່ຖ້ວນ. ມັນເປັນຄືກັບວ່າ ຫົວໃຈຂອງມະນຸດແມ່ນກ່ອງເກັບເຄື່ອງທີ່ໃຫຍ່ຫຼາຍ ແລະ ເຕັມໄປດ້ວຍຄວາມອຸດົມສົມບູນ ເຊິ່ງມີທຸກສິ່ງທີ່ຜູ້ຄົນຕ້ອງການ. ເມື່ອນັ້ນ ເຮົາຈຶ່ງເຂົ້າໃຈວ່າ ເປັນຫຍັງຜູ້ຄົນຈຶ່ງບໍ່ເຄີຍນັບຖືເຮົາ: ມັນເປັນຍ້ອນວ່າ ພວກເຂົາມີຄວາມສາມາດເພິ່ງພາຕົນເອງຢ່າງສູງ ແລ້ວພວກເຂົາມີຄວາມຈໍາເປັນຫຍັງໃນການຊ່ວຍເຫຼືອຂອງເຮົາ? ດ້ວຍເຫດນັ້ນ ເຮົາຈຶ່ງຈາກມະນຸດໄປ ເນື່ອງຈາກຜູ້ຄົນບໍ່ມີຄວາມຈໍາເປັນກັບການຊ່ວຍເຫຼືອຂອງເຮົາ; ເຫດໃດເຮົາຕ້ອງເຮັດໜ້າດ້ານ ແລະ ເຮັດໃຫ້ພວກເຂົາຊັງເຮົາ?

ມີໃຜຮູ້ແດ່ວ່າ ເປັນຫຍັງເຮົາຈຶ່ງເຕັມໃຈເວົ້າໃນທ່າມກາງມະນຸດສະເໝີ. ມັນເປັນຄືກັບວ່າ ເຮົາຫ້າມຕົວເອງບໍ່ໄດ້. ສະນັ້ນ, ຜູ້ຄົນຈຶ່ງເບິ່ງເຮົາຄືກັບວ່າ ບໍ່ມີຄ່າ, ພວກເຂົາປະຕິບັດກັບເຮົາຄືກັບສິ່ງທີ່ບໍ່ມີຄຸນຄ່າ ແລະ ພວກເຂົາບໍ່ໄດ້ປະຕິບັດກັບເຮົາຄືກັບສິ່ງທີ່ຄວນເຄົາລົບນັບຖື. ພວກເຂົາບໍ່ຖະໜຸຖະໜອມເຮົາ ແລະ ພວກເຂົາດຶງເຮົາເມືອເຮືອນໃນເວລາໃດກໍໄດ້ ແລະ ຫຼັງຈາກນັ້ນກໍໂຍນເຮົາຖິ້ມອີກຄັ້ງໂດຍ “ເປີດເຜີຍ” ເຮົາຕໍ່ໜ້າສາທາລະນະຊົນ. ເຮົາມີຄວາມກຽດຊັງທີ່ສຸດຕໍ່ພຶດຕິກໍາທີ່ຕໍ່າຊ້າຂອງມະນຸດ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າຢ່າງຮ້າຍແຮງວ່າ ມະນຸດບໍ່ມີສາມັນສໍານຶກ. ແຕ່ຜູ້ຄົນຫົວແຂງ, ພວກເຂົາເອົາ “ດາບ ແລະ ຫອກ” ຂອງພວກເຂົາ ແລະ ຕໍ່ສູ້ກັບເຮົາ ໂດຍເວົ້າວ່າ ພຣະທໍາຂອງເຮົາບໍ່ຖືກກັບສະພາບຕົວຈິງ, ເວົ້າວ່າເຮົາປະນາມພວກເຂົາ ແຕ່ເຮົາກໍບໍ່ໄດ້ນໍາຜົນກໍາມາສູ່ພວກເຂົາຍ້ອນພຶດຕິກໍາທີ່ຮຸນແຮງເຫຼົ່ານີ້ຂອງພວກເຂົາ. ເຮົາພຽງແຕ່ໃຊ້ຄວາມຈິງຂອງເຮົາ ເພື່ອເອົາຊະນະຜູ້ຄົນ, ເພື່ອເຮັດໃຫ້ພວກເຂົາຮູ້ສຶກອັບອາຍກ່ຽວກັບຕົວເອງ ເຊິ່ງຫຼັງຈາກນັ້ນ ພວກເຂົາກໍຖອຍກັບຢ່າງງຽບໆ. ເຮົາບໍ່ຕໍ່ສູ້ກັບມະນຸດ ເນື່ອງຈາກວ່າ ບໍ່ມີປະໂຫຍດຫຍັງໃນສິ່ງນັ້ນ. ເຮົາຈະປະຕິບັດຕາມໜ້າທີ່ຂອງເຮົາ ແລະ ເຮົາຫວັງວ່າ ມະນຸດຍັງຈະສາມາດປະຕິບັດຕາມໜ້າທີ່ຂອງເຂົາ ແລະ ບໍ່ແມ່ນຈະຕໍ່ຕ້ານເຮົາ. ມັນຈະບໍ່ດີກວ່າບໍ ທີ່ຈະເປັນມິດກັນຢ່າງສັນຕິແບບນີ້? ເປັນຫຍັງຕ້ອງເຮັດໃຫ້ຄວາມສໍາພັນຂອງພວກເຮົາເຈັບປວດ? ພວກເຮົາເປັນມິດກັນໃນຫຼາຍປີທີ່ຜ່ານມາ ແລ້ວມີຄວາມຈໍາເປັນຫຍັງທີ່ຈະຕ້ອງສ້າງຄວາມວຸ້ນວາຍໃຫ້ກັບພວກເຮົາທັງສອງຝ່າຍ? ສິ່ງນັ້ນຈະບໍ່ມີປະໂຫຍດຫຍັງຕໍ່ຊື່ສຽງຂອງພວກເຮົາ ບໍ່ແມ່ນບໍ? ມິດຕະພາບຂອງພວກເຮົາແມ່ນ “ມິດຕະພາບທີ່ເກົ່າແກ່” ແລະ ເປັນ “ເພື່ອນມິດທີ່ເກົ່າແກ່” ນັບຫຼາຍປີ ແລ້ວມີຄວາມຈໍາເປັນຫຍັງ ທີ່ຈະຕ້ອງຈາກກັນດ້ວຍຄວາມເຈັບແສບ? ມີຫຍັງທີ່ເປັນປະໂຫຍດຕໍ່ສິ່ງນີ້ບໍ? ເຮົາຫວັງວ່າ ຜູ້ຄົນຈະເອົາໃຈໃສ່ຕໍ່ຜົນກະທົບ ແລະ ຫວັງວ່າ ພວກເຂົາຈະຮູ້ວ່າ ສິ່ງໃດດີຕໍ່ພວກເຂົາ. ທັດສະນະຄະຕິຂອງເຮົາທີ່ມີຕໍ່ມະນຸດໃນປັດຈຸບັນແມ່ນພຽງພໍສໍາລັບການປຶກສາຫາລືກ່ຽວກັບຊີວິດໂດຍມະນຸດ ແລ້ວເປັນຫຍັງຜູ້ຄົນຈຶ່ງບໍ່ສາມາດຮູ້ເຖິງຄວາມເມດຕາຂອງເຮົາສະເໝີ? ເປັນຍ້ອນວ່າ ພວກເຂົາຂາດພະລັງໃນການສະແດງອອກບໍ? ພວກເຂົາຂາດຄໍາສັບທີ່ພຽງພໍບໍ? ເປັນຫຍັງພວກເຂົາຈຶ່ງເວົ້າບໍ່ອອກຕະຫຼອດ? ມີໃຜແດ່ທີ່ບໍ່ຮູ້ຈັກວິທີທີ່ເຮົາປະພຶດຕົນເອງ? ຜູ້ຄົນແມ່ນຮັບຮູ້ເຖິງການກະທໍາຂອງເຮົາດີ. ມັນເປັນພຽງແຕ່ວ່າ ພວກເຂົາມັກເອົາປຽບຄົນອື່ນຕະຫຼອດເວລາ. ດ້ວຍເຫດນັ້ນ ພວກເຂົາຈຶ່ງບໍ່ຍອມວາງຜົນປະໂຫຍດຂອງຕົວເອງໄວ້ທາງຂ້າງ; ຖ້າພຣະທໍາໜຶ່ງຂໍ້ໄດ້ແຕະຕ້ອງຜົນປະໂຫຍດຂອງພວກເຂົາ ພວກເຂົາກໍຈະບໍ່ຍອມຈົນກວ່າພວກເຂົາຈະໄດ້ປຽບ, ແລ້ວສິ່ງນັ້ນມີປະໂຫຍດຫຍັງ? ແທນທີ່ຈະແຂ່ງຂັນກັນວ່າ ໃຜຈະສາມາດໃຫ້ຫຼາຍກວ່າກັນ ຜູ້ຄົນພັດແຂ່ງຂັນກັນວ່າ ໃຜຈະສາມາດໄດ້ຮັບຫຼາຍກວ່າກັນ. ເຖິງແມ່ນວ່າ ຈະບໍ່ມີຄວາມສຸກໃນສະຖານະຂອງພວກເຂົາ ແຕ່ພວກເຂົາກໍຖະໜຸຖະໜອມມັນຫຼາຍ ແລະ ເຖິງກັບຖືມັນເປັນສັບສົມບັດອັນລໍ້າຄ່າ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງຍອມທົນທຸກກັບການຂ້ຽນຕີຂອງເຮົາ ແຕ່ບໍ່ຍອມເສຍສະຫຼະຄວາມໂຊກລາບໃນສະຖານະຂອງຕົວເອງ. ຜູ້ຄົນຄິດວ່າ ຕົວເອງສູງຊົ່ງ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ຍອມວາງຕົວເອງໄວ້ທາງຂ້າງ. ບາງເທື່ອການປະເມີນມະນຸດຂອງເຮົາອາດຈະບໍ່ຖືກຕ້ອງເລັກນ້ອຍ ຫຼື ບາງເທື່ອມັນອາດຈະເໝາະສົມແລ້ວ ແຕ່ເຖິງຢ່າງໃດກໍຕາມ ໂດຍລວມແລ້ວ ຄວາມຫວັງຂອງເຮົາກໍຄື ຜູ້ຄົນຈະຮັບເອົາສິ່ງນີ້ເປັນການຕັກເຕືອນ.

ວັນທີ 21 ພຶດສະພາ 1992

​ກ່ອນ​ນີ້ :ບົດທີ 43

ຕໍ່​ໄປ:ບົດທີ 45

ທ່ານອາດຈະຍັງມັກ