ເສັ້ນທາງ... (6)
ມັນເປັນຍ້ອນພາລະກິດຂອງພຣະເຈົ້າ ພວກເຮົາຈຶ່ງໄດ້ຢູ່ມາເຖິງປັດຈຸບັນ ແລະ ດ້ວຍເຫດນັ້ນ ພວກເຮົາຈຶ່ງເປັນຜູ້ລອດຊີວິດໃນແຜນການຄຸ້ມຄອງຂອງພຣະເຈົ້າ. ການທີ່ພວກເຮົາຍັງຄົງຢູ່ໃນປັດຈຸບັນແມ່ນການຊ່ວຍເຫຼືອຢ່າງໃຫຍ່ຫຼວງຈາກພຣະເຈົ້າ, ຍ້ອນວ່າ ອີງຕາມແຜນການຂອງພຣະເຈົ້າແລ້ວ ປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ຄວນຖືກທຳລາຍ. ແຕ່ເຮົາຄິດວ່າ ບາງເທື່ອ ພຣະອົງໄດ້ສ້າງອີກແຜນການໜຶ່ງ ຫຼື ພຣະອົງປາຖະໜາທີ່ຈະປະຕິບັດອີກສ່ວນໜຶ່ງຂອງພາລະກິດຂອງພຣະອົງ, ສະນັ້ນ ແມ່ນແຕ່ໃນປັດຈຸບັນ ເຮົາກໍຍັງບໍ່ສາມາດອະທິບາຍສິ່ງນີ້ໄດ້ຢ່າງຊັດເຈນ, ມັນເປັນຄືກັບປິດສະໜາທີ່ບໍ່ສາມາດແກ້ໄດ້. ແຕ່ໂດຍລວມແລ້ວ, ພວກເຮົາກຸ່ມນີ້ແມ່ນຖືກກຳນົດໄວ້ລ່ວງໜ້າໂດຍພຣະເຈົ້າ ແລະ ເຮົາກໍສືບຕໍ່ເຊື່ອວ່າພຣະເຈົ້າມີອີກພາລະກິດອື່ນໃນພວກເຮົາ. ຂໍໃຫ້ພວກເຮົາທຸກຄົນອ້ອນວອນຕໍ່ສະຫວັນແບບນີ້: “ຂໍໃຫ້ຄວາມປະສົງຂອງພຣະອົງສຳເລັດ ແລະ ຂໍໃຫ້ພຣະອົງປາກົດຕໍ່ພວກຂ້ານ້ອຍອີກຄັ້ງ ແລະ ບໍ່ປິດບັງພຣະອົງເອງ ເພື່ອວ່າພວກຂ້ານ້ອຍຈະໄດ້ເຫັນສະຫງ່າລາສີຂອງພຣະອົງ ແລະ ໃບໜ້າຂອງພຣະອົງຢ່າງຊັດເຈນຂຶ້ນຕື່ມ”. ມັນແມ່ນຄວາມຮູ້ສຶກຂອງເຮົາຢູ່ຕະຫຼອດວ່າ ເສັ້ນທາງທີ່ພຣະເຈົ້ານໍາພາພວກເຮົາບໍ່ແມ່ນທາງຊື່, ແຕ່ເປັນເສັ້ນທາງຄົດລ້ຽວທີ່ເຕັມໄປດ້ວຍຂຸມ; ຍິ່ງໄປກວ່ານັ້ນ ພຣະເຈົ້າກ່າວວ່າ ຍິ່ງເສັ້ນທາງມີກ້ອນຫີນຫຼາຍສໍ່າໃດ, ມັນກໍຍິ່ງສາມາດເປີດເຜີຍຫົວໃຈແຫ່ງຄວາມຮັກຂອງພວກເຮົາຫຼາຍສໍ່ານັ້ນ. ແຕ່ບໍ່ມີຜູ້ໃດໃນບັນດາພວກເຮົາທີ່ສາມາດເປີດເສັ້ນທາງດັ່ງກ່າວນັ້ນໄດ້. ໃນປະສົບການຂອງເຮົາ, ເຮົາໄດ້ຍ່າງໃນເສັ້ນທາງຫຼາຍເສັ້ນທີ່ມີກ້ອນຫີນ ແລະ ກັນດານຫຼາຍ ແລະ ເຮົາໄດ້ອົດກັ້ນກັບການທົນທຸກຢ່າງໃຫຍ່; ບາງຄັ້ງ ເຮົາເຖິງກັບຫົດຫູ່ໃຈຫຼາຍ ຈົນເຮົາຢາກຮ້ອງໄຫ້ອອກມາ, ແຕ່ເຮົາກໍໄດ້ຍ່າງໃນເສັ້ນທາງນີ້ຈົນເຖິງມື້ນີ້. ເຮົາເຊື່ອວ່ານີ້ຄືເສັ້ນທາງທີ່ພຣະເຈົ້າໄດ້ນໍາພາ, ສະນັ້ນ ເຮົາຈຶ່ງອົດກັ້ນກັບຄວາມທໍລະມານທັງໝົດ ແລະ ສືບຕໍ່ໄປຂ້າງໜ້າ. ຍ້ອນນີ້ຄືສິ່ງທີ່ພຣະເຈົ້າໄດ້ກຳນົດໄວ້, ແລ້ວຜູ້ໃດຈະສາມາດຫຼົບໜີຈາກມັນໄດ້? ເຮົາບໍ່ໄດ້ຮຽກຮ້ອງເພື່ອຮັບເອົາພອນໃດໆ; ສິ່ງດຽວທີ່ເຮົາຮຽກຮ້ອງກໍເພື່ອພຽງໃຫ້ເຮົາໄດ້ສາມາດຍ່າງໃນເສັ້ນທາງທີ່ເຮົາຄວນຍ່າງຕາມຄວາມປະສົງຂອງພຣະເຈົ້າ. ເຮົາບໍ່ສະແຫວງຫາເພື່ອຮຽນແບບຄົນອື່ນ ໂດຍຍ່າງໃນເສັ້ນທາງທີ່ພວກເຂົາຍ່າງ; ສິ່ງດຽວທີ່ເຮົາສະແຫວງຫາກໍເພື່ອພຽງໃຫ້ເຮົາໄດ້ບັນລຸຄວາມປະສົງຂອງເຮົາທີ່ຈະຍ່າງໃນເສັ້ນທາງຂອງເຮົາທີ່ໄດ້ກໍານົດໄວ້ຈົນເຖິງທີ່ສຸດ. ເຮົາບໍ່ໄດ້ຂໍຄວາມຊ່ວຍເຫຼືອຈາກຄົນອື່ນ; ເວົ້າຕາມກົງກໍຄື, ເຮົາບໍ່ສາມາດຊ່ວຍຄົນອື່ນເຊັ່ນກັນ. ເບິ່ງຄືກັບວ່າ ເຮົາອ່ອນໄຫວຫຼາຍໃນເລື່ອງນີ້. ເຮົາບໍ່ຮູ້ວ່າຄົນອື່ນຄິດແນວໃດ. ນີ້ກໍຍ້ອນເຮົາເຊື່ອຢູ່ສະເໝີວ່າ ລະດັບທີ່ບຸກຄົນໜຶ່ງຕ້ອງທົນທຸກ ແລະ ໄລຍະທາງທີ່ພວກເຂົາຕ້ອງຍ່າງໃນເສັ້ນທາງຂອງພວກເຂົາແມ່ນຖືກກຳນົດໄວ້ໂດຍພຣະເຈົ້າ ແລະ ບໍ່ມີຜູ້ໃດສາມາດຊ່ວຍໃຜໄດ້. ອ້າຍເອື້ອຍນ້ອງຂອງພວກເຮົາບາງຄົນທີ່ກະຕືລືລົ້ນອາດເວົ້າວ່າ ເຮົາປາສະຈາກຄວາມຮັກ, ແຕ່ນີ້ເປັນພຽງສິ່ງທີ່ເຮົາເຊື່ອ. ຜູ້ຄົນຍ່າງໃນເສັ້ນທາງຂອງພວກເຂົາໂດຍອາໄສການນໍາພາຂອງພຣະເຈົ້າ ແລະ ເຮົາກໍເຊື່ອວ່າອ້າຍເອື້ອຍນ້ອງສ່ວນໃຫຍ່ຂອງເຮົາຈະເຂົ້າໃຈຫົວໃຈຂອງເຮົາ. ເຮົາຍັງຫວັງວ່າ ພຣະເຈົ້າຈະສະໜອງແສງສະຫວ່າງຢ່າງໃຫຍ່ໃຫ້ແກ່ພວກເຮົາໃນດ້ານນີ້, ເພື່ອວ່າຄວາມຮັກຂອງພວກເຮົາຈະບໍລິສຸດຍິ່ງຂຶ້ນ ແລະ ມິດຕະພາບຂອງພວກເຮົາຈະລໍ້າຄ່າຍິ່ງຂຶ້ນ. ຂໍໃຫ້ພວກເຮົາຈົ່ງຢ່າສັບສົນໃນຫົວຂໍ້ນີ້, ພຽງແຕ່ຮັບເອົາຄວາມແຈ່ມແຈ້ງຫຼາຍຍິ່ງຂຶ້ນ, ເພື່ອວ່າຄວາມສຳພັນລະຫວ່າງບຸກຄົນອາດຖືກສ້າງຂຶ້ນບົນພື້ນຖານຂອງການນໍາພາຂອງພຣະເຈົ້າ.
ພຣະເຈົ້າໄດ້ປະຕິບັດພາລະກິດໃນປະເທດຈີນແຜ່ນດິນໃຫຍ່ເປັນເວລາຫຼາຍປີ ແລະ ພຣະອົງໄດ້ຈ່າຍລາຄາຢ່າງແພງໃຫ້ກັບທຸກຄົນເພື່ອເຮັດໃຫ້ພວກເຮົາຢູ່ໄດ້ມາເຖິງທຸກມື້ນີ້. ເຮົາຄິດວ່າ ເພື່ອນໍາພາທຸກຄົນໄປສູ່ເສັ້ນທາງທີ່ຖືກຕ້ອງ, ພາລະກິດນີ້ກໍຕ້ອງເລີ່ມຕົ້ນຈາກຈຸດອ່ອນທີ່ສຸດຂອງທຸກຄົນ; ມີແຕ່ເມື່ອນັ້ນ ພວກເຂົາຈຶ່ງຈະສາມາດຜ່ານຜ່າອຸປະສັກຂັ້ນທຳອິດ ແລະ ສືບຕໍ່ໄປຂ້າງໜ້າໄດ້. ແລ້ວນັ້ນບໍ່ດີກວ່າບໍ? ຊົນຊາດຈີນຖືກເສື່ອມຊາມເປັນເວລາຫຼາຍພັນປີ, ໄດ້ຢູ່ລອດຈົນເຖິງປັດຈຸບັນ, “ຈຸລະໂລກ” ທຸກຮູບແບບໄດ້ພັດທະນາໂດຍບໍ່ຢຸດຢັ້ງ, ແຜ່ລາມໄປທົ່ວທຸກແຫ່ງຄືກັບໂລກລະບາດ; ພຽງແຕ່ເບິ່ງຄວາມສຳພັນຂອງຜູ້ຄົນກໍພຽງພໍແລ້ວທີ່ຈະຮູ້ວ່າ ມີ “ເຊື້ອໂລກ” ຫຼາຍສໍ່າໃດທີ່ລີ້ຊ້ອນຢູ່ໃນຜູ້ຄົນ. ມັນຍາກທີ່ສຸດທີ່ພຣະເຈົ້າຈະພັດທະນາພາລະກິດຂອງພຣະອົງໃນພື້ນທີ່ດັ່ງກ່າວທີ່ຖືກປິດຢ່າງໜາແໜ້ນ ແລະ ຕິດເຊື້ອຈຸລະໂລກ. ບຸກຄະລິກຂອງຜູ້ຄົນ, ນິໄສ, ວິທີທາງທີ່ພວກເຂົາເຮັດສິ່ງຕ່າງໆ, ທຸກສິ່ງທີ່ພວກເຂົາສະແດງອອກໃນຊີວິດຂອງພວກເຂົາ ແລະ ຄວາມສຳພັນລະຫວ່າງບຸກຄົນຂອງພວກເຂົາ, ພວກມັນຖືກທຳລາຍທັງໝົດ, ຈົນເຖິງຈຸດທີ່ຄວາມຮູ້ ແລະ ວັດທະນະທຳຂອງມະນຸດແມ່ນລ້ວນແລ້ວແຕ່ຖືກພຣະເຈົ້າປະນາມໃຫ້ຕາຍ. ນີ້ຍັງບໍ່ໄດ້ກ່າວເຖິງປະສົບການຕ່າງໆທີ່ພວກເຂົາໄດ້ຮຽນຮູ້ຈາກຄອບຄົວ ແລະ ສັງຄົມຂອງພວກເຂົາ, ສິ່ງເຫຼົ່ານີ້ກໍລ້ວນແລ້ວແຕ່ຖືກຕັດສິນວ່າຜິດໃນສາຍຕາຂອງພຣະເຈົ້າ. ນີ້ກໍຍ້ອນຄົນທີ່ດຳລົງຊີວິດໃນດິນແດນແຫ່ງນີ້ໄດ້ກືນກິນຈຸລະໂລກຫຼາຍເກີນໄປ. ມັນເປັນຄືຊີວິດປົກກະຕິສຳລັບພວກເຂົາ, ພວກເຂົາບໍ່ໄດ້ຄິດຫຍັງຫຼາຍກ່ຽວກັບມັນ. ສະນັ້ນ ຍິ່ງຜູ້ຄົນທີ່ເສື່ອມຊາມຢູ່ໃນສະຖານທີ່ໃດໜຶ່ງຫຼາຍສໍ່າໃດ, ຄວາມສຳພັນລະຫວ່າງບຸກຄົນຂອງພວກເຂົາກໍຍິ່ງບໍ່ປົກກະຕິຫຼາຍສໍ່ານັ້ນ. ຄວາມສຳພັນຂອງຜູ້ຄົນແມ່ນເຕັມໄປດ້ວຍກົນອຸບາຍ, ພວກເຂົາວາງແຜນປອງຮ້າຍກັນເອງ ແລະ ຂ້າກັນເອງ ຄືກັບຢູ່ໃນປ້ອມປາການບາງຢ່າງຂອງຜີຮ້າຍທີ່ກິນກັນເອງ. ໃນສະຖານທີ່ດັ່ງກ່າວທີ່ເຕັມໄປດ້ວຍຄວາມຢ້ານ, ບ່ອນທີ່ຜີຮ້າຍແລ່ນໄປມາຢ່າງແຜ່ຫຼາຍ, ມັນຍາກທີ່ສຸດທີ່ຈະປະຕິບັດພາລະກິດຂອງພຣະເຈົ້າ. ເຮົາອະທິຖານຫາພຣະເຈົ້າໂດຍບໍ່ຢຸດເຊົາ ເມື່ອເຮົາຕ້ອງພົບກັບຜູ້ຄົນ, ຍ້ອນເຮົາຢ້ານຫຼາຍທີ່ຈະພົບກັບພວກເຂົາ ແລະ ຢ້ານຢູ່ເລິກໆວ່າເຮົາຈະລ່ວງເກີນ “ສັກສີ” ຂອງພວກເຂົາດ້ວຍອຸປະນິໄສຂອງເຮົາ. ໃນຫົວໃຈຂອງເຮົາ, ເຮົາຍິ່ງຢ້ານວ່າວິນຍານທີ່ສົກກະປົກເຫຼົ່ານີ້ຈະປະພຶດໄປທົ່ວທີບ, ສະນັ້ນ ເຮົາຈຶ່ງອະທິຖານຫາພຣະເຈົ້າໃຫ້ປົກປ້ອງເຮົາຢູ່ສະເໝີ. ທຸກຮູບແບບຂອງຄວາມສຳພັນທີ່ບໍ່ປົກກະຕິແມ່ນຊັດແຈ້ງໃນທ່າມກາງພວກເຮົາ ແລະ ເມື່ອເຫັນທຸກສິ່ງນີ້ແລ້ວ ເຮົາກໍມີຄວາມກຽດຊັງໃນຫົວໃຈຂອງເຮົາຫຼາຍ, ຍ້ອນວ່າ ໃນທ່າມກາງພວກເຂົາ, ຜູ້ຄົນປະກອບສ່ວນໃນ “ທຸລະກິດ” ຂອງມະນຸດ ແລະ ບໍ່ເຄີຍສຳຮອງຄວາມຄິດໃດໄວ້ໃຫ້ກັບພຣະເຈົ້າ. ເຮົາກຽດຊັງພຶດຕິກຳຂອງພວກເຂົາຈົນເຂົ້າກະດູກດຳຂອງເຮົາ. ສິ່ງທີ່ສາມາດເຫັນໄດ້ໃນປະຊາຊົນໃນປະເທດຈີນແຜ່ນດິນໃຫຍ່ບໍ່ໄດ້ມີຫຍັງ ນອກຈາກອຸປະນິໄສທີ່ເສື່ອມຊາມຂອງຊາຕານ, ສະນັ້ນໃນພາລະກິດຂອງພຣະເຈົ້າທີ່ຢູ່ໃນຄົນເຫຼົ່ານີ້, ມັນຈຶ່ງເກືອບຈະບໍ່ຄົ້ນພົບສິ່ງມີຄ່າໃຫ້ເຫັນໃນພວກເຂົາ; ພາລະກິດທັງໝົດແມ່ນຖືກປະຕິບັດໂດຍພຣະວິນຍານບໍລິສຸດ ແລະ ມັນເປັນພຽງພຣະວິນຍານບໍລິສຸດທີ່ດົນບັນດານຜູ້ຄົນຍິ່ງຂຶ້ນ ແລະ ປະຕິບັດພາລະກິດໃນພວກເຂົາ. ມັນເກືອບເປັນໄປບໍ່ໄດ້ທີ່ຈະໃຊ້ຜູ້ຄົນເຫຼົ່ານັ້ນໃຫ້ເກີດປະໂຫຍດ; ນັ້ນກໍຄື ພາລະກິດທີ່ພຣະວິນຍານບໍລິສຸດດົນບັນດານຜູ້ຄົນ ປະກອບກັບການຮ່ວມມືຂອງຜູ້ຄົນຈຶ່ງບໍ່ສາມາດຖືກປະຕິບັດໄດ້. ພຣະວິນຍານບໍລິສຸດພຽງແຕ່ຍ່າງໜີເພື່ອດົນບັນດານຜູ້ຄົນ, ແຕ່ເຖິງຢ່າງນັ້ນກໍຕາມ, ຜູ້ຄົນກໍຍັງບໍ່ມີຄວາມຮູ້ສຶກ ແລະ ໄຮ້ຄວາມປານີ ແລະ ຄິດບໍ່ອອກວ່າພຣະເຈົ້າກຳລັງເຮັດຫຍັງຢູ່. ສະນັ້ນ ພາລະກິດຂອງພຣະເຈົ້າໃນປະເທດຈີນແຜ່ນດິນໃຫຍ່ຈຶ່ງສາມາດປຽບທຽບໄດ້ກັບພາລະກິດຂອງພຣະອົງໃນການສ້າງສະຫວັນ ແລະ ແຜ່ນດິນໂລກ. ພຣະອົງເຮັດໃຫ້ທຸກຄົນເກີດອີກຄັ້ງ ແລະ ປ່ຽນແປງທຸກຢ່າງກ່ຽວກັບພວກເຂົາ, ຍ້ອນບໍ່ມີຫຍັງທີ່ຄຸ້ມຄ່າພາຍໃນພວກເຂົາ. ມັນສະເທືອນໃຈຫຼາຍ. ເຮົາອະທິຖານດ້ວຍຄວາມໂສກເສົ້າສຳລັບຜູ້ຄົນເຫຼົ່ານີ້ຢູ່ສະເໝີວ່າ: “ພຣະເຈົ້າ, ຂໍໃຫ້ລິດອຳນາດອັນຍິ່ງໃຫຍ່ຂອງພຣະອົງຖືກເປີດເຜີຍໃນຜູ້ຄົນເຫຼົ່ານີ້, ເພື່ອວ່າພຣະວິນຍານຂອງພຣະອົງຈະໄດ້ດົນບັນດານພວກເຂົາຢ່າງຫຼາຍ ແລະ ເພື່ອວ່າຜູ້ທີ່ໄຮ້ຄວາມຮູ້ສຶກ ແລະ ໂງ່ຈ້າເຫຼົ່ານີ້ຈະຕື່ນຂຶ້ນ, ບໍ່ນອນຫຼັບຢ່າງງ່ວງເຫງົາອີກຕໍ່ໄປ ແລະ ເຫັນມື້ແຫ່ງສະຫງ່າລາສີຂອງພຣະອົງ”. ຂໍໃຫ້ພວກເຮົາທຸກຄົນອະທິຖານຕໍ່ໜ້າພຣະເຈົ້າ ແລະ ກ່າວວ່າ: ໂອ ພຣະເຈົ້າ! ຂໍໃຫ້ພຣະອົງເມດຕາ ແລະ ເບິ່ງແຍງພວກຂ້ານ້ອຍອີກຄັ້ງ ເພື່ອວ່າຫົວໃຈຂອງພວກຂ້ານ້ອຍຈະສາມາດຫັນເຂົ້າຫາພຣະອົງໄດ້ຢ່າງສົມບູນ ແລະ ເພື່ອວ່າພວກຂ້ານ້ອຍຈະສາມາດໜີອອກຈາກດິນແດນທີ່ສົກກະປົກນີ້, ຢືນຂຶ້ນ ແລະ ເຮັດໃຫ້ສິ່ງທີ່ພຣະອົງໄດ້ຝາກຝັງກັບພວກຂ້ານ້ອຍສຳເລັດ. ເຮົາຫວັງວ່າພຣະເຈົ້າຈະດົນບັນດານພວກເຮົາອີກຄັ້ງ ເພື່ອວ່າພວກເຮົາຈະໄດ້ຮັບແສງສະຫວ່າງຂອງພຣະອົງ ແລະ ເຮົາຫວັງວ່າພຣະອົງອາດມີຄວາມເມດຕາຕໍ່ພວກເຮົາ ເພື່ອວ່າຫົວໃຈຂອງພວກເຮົາຈະສາມາດຫັນເຂົ້າຫາພຣະອົງເທື່ອລະໜ້ອຍ ແລະ ພຣະອົງຈະໄດ້ຮັບເອົາພວກເຮົາ. ນີ້ຄືຄວາມປາຖະໜາທີ່ພວກເຮົາທຸກຄົນມີຮ່ວມກັນ.
ເສັ້ນທາງທີ່ພວກເຮົາຍ່າງແມ່ນຖືກກຳນົດໄວ້ໂດຍພຣະເຈົ້າທັງສິ້ນ. ສະຫຼຸບກໍຄື ເຮົາເຊື່ອວ່າ ເຮົາຈະຍ່າງໃນເສັ້ນທາງນີ້ຈົນເຖິງທີ່ສຸດຢ່າງແນ່ນອນ, ຍ້ອນພຣະເຈົ້າຍິ້ມໃສ່ເຮົາຢູ່ສະເໝີ ແລະ ມັນຄືກັບວ່າເຮົາຖືກນໍາພາໂດຍມືຂອງພຣະອົງ. ສະນັ້ນ ຫົວໃຈຂອງເຮົາຈຶ່ງບໍ່ມີມົນທິນຈາກສິ່ງໃດເລີຍ ແລະ ສະນັ້ນ ເຮົາຈຶ່ງເອົາໃສ່ໃຈໃນພາລະກິດຂອງພຣະເຈົ້າ. ເຮົາປະຕິບັດທຸກສິ່ງທີ່ພຣະເຈົ້າໄດ້ຝາກຝັງໄວ້ໃຫ້ກັບເຮົາ ດ້ວຍກຳລັງ ແລະ ການອຸທິດທັງໝົດຂອງເຮົາ ແລະ ເຮົາບໍ່ເຄີຍແຊກແຊງໃນໜ້າທີ່ທີ່ບໍ່ໄດ້ມອບໝາຍໃຫ້ແກ່ເຮົາ ຫຼື ເຮົາບໍ່ໄດ້ເຮັດໃຫ້ຕົນເອງພົວພັນກັບຜູ້ອື່ນທີ່ເຮັດໜ້າທີ່ນັ້ນ, ຍ້ອນເຮົາເຊື່ອວ່າ ແຕ່ລະຄົນຕ້ອງຍ່າງໃນເສັ້ນທາງຂອງພວກເຂົາເອງ ແລະ ບໍ່ລ່ວງລໍ້າຄົນອື່ນ. ນັ້ນແມ່ນວິທີທີ່ເຮົາເຂົ້າໃຈມັນ. ບາງເທື່ອ ນີ້ເປັນຍ້ອນບຸກຄະລິກຂອງເຮົາເອງ, ແຕ່ເຮົາຫວັງວ່າ ອ້າຍເອື້ອຍນ້ອງຂອງເຮົາຈະເຂົ້າໃຈ ແລະ ໃຫ້ອະໄພເຮົາ ຍ້ອນເຮົາບໍ່ກ້າຕໍ່ຕ້ານບົດບັນຍັດຂອງພຣະບິດາຂອງເຮົາຈັກເທື່ອ. ເຮົາບໍ່ກ້າຂັດຂືນຄວາມປະສົງຂອງສະຫວັນ. ເຈົ້າລືມແລ້ວບໍວ່າ “ຄວາມປະສົງຂອງສະຫວັນບໍ່ສາມາດຖືກຂັດຂືນໄດ້?” ບາງຄົນຄິດວ່າເຮົາເປັນຄົນເຫັນແກ່ຕົວ, ແຕ່ເຮົາເຊື່ອວ່າ ເຮົາໄດ້ມາເພື່ອປະຕິບັດສ່ວນໜຶ່ງຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າໂດຍສະເພາະ. ເຮົາບໍ່ໄດ້ມາເພື່ອມີສ່ວນຮ່ວມໃນຄວາມສຳພັນລະຫວ່າງບຸກຄົນ; ເຮົາຈະບໍ່ຮຽນຮູ້ວິທີເພື່ອເຂົ້າກັບຄົນອື່ນໄດ້. ເຖິງຢ່າງໃດກໍຕາມ, ໃນການຝາກຝັງຂອງພຣະເຈົ້າ ເຮົາມີການນໍາພາຂອງພຣະເຈົ້າ ແລະ ເຮົາມີຄວາມເຊື່ອ ແລະ ຄວາມເດັດດ່ຽວເພື່ອສືບຕໍ່ປະຕິບັດພາລະກິດນີ້ໃຫ້ສໍາເລັດ. ບາງເທື່ອເຮົາ “ເຫັນແກ່ຕົວ” ເກີນໄປ, ແຕ່ເຮົາຫວັງວ່າ ທຸກຄົນຈະພະຍາຍາມຮູ້ສຶກເຖິງຄວາມຮັກທີ່ຍຸຕິທຳ ແລະ ບໍ່ເຫັນແກ່ຕົວຂອງພຣະເຈົ້າ ແລະ ພະຍາຍາມຮ່ວມມືກັບພຣະເຈົ້າ. ຢ່າລໍຖ້າການມາເຖິງຄັ້ງທີສອງຂອງຄວາມສະຫງ່າຜ່າເຜີຍຂອງພຣະເຈົ້າ; ນັ້ນບໍ່ເປັນຜົນດີກັບໃຜເລີຍ. ເຮົາຄິດຢູ່ສະເໝີວ່າ ສິ່ງທີ່ພວກເຮົາຄວນພິຈາລະນາກໍຄືສິ່ງນີ້: “ພວກເຮົາຕ້ອງເຮັດທຸກສິ່ງທີ່ສາມາດເຮັດໄດ້ເພື່ອປະຕິບັດສິ່ງທີ່ພວກເຮົາຄວນເຮັດເພື່ອໃຫ້ພຣະເຈົ້າພໍໃຈ. ການຝາກຝັງຂອງພຣະເຈົ້າສຳລັບພວກເຮົາແຕ່ລະຄົນແມ່ນແຕກຕ່າງກັນ; ແລ້ວພວກເຮົາຄວນສຳເລັດມັນແນວໃດ?” ເຈົ້າຕ້ອງຮັບຮູ້ວ່າ ເຈົ້າຍ່າງໃນເສັ້ນທາງໃດກັນແທ້, ມັນຈຳເປັນທີ່ເຈົ້າຕ້ອງເຂົ້າໃຈຢ່າງຊັດເຈນກ່ຽວກັບສິ່ງນີ້. ຍ້ອນພວກເຈົ້າທຸກຄົນປາຖະໜາທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ, ເປັນຫຍັງຈຶ່ງບໍ່ມອບຖວາຍຕົນເອງໃຫ້ກັບພຣະອົງ? ຄັ້ງທຳອິດທີ່ເຮົາອະທິຖານຫາພຣະເຈົ້າ, ເຮົາມອບຫົວໃຈທັງໝົດຂອງເຮົາໃຫ້ແກ່ພຣະອົງ. ຜູ້ຄົນທີ່ຢູ່ອ້ອມຂ້າງເຮົາ, ພໍ່ແມ່, ເອື້ອຍນ້ອງ, ອ້າຍນ້ອງ ແລະ ເພື່ອນຮ່ວມງານ, ພວກເຂົາທຸກຄົນບໍ່ໄດ້ຢູ່ໃນຄວາມຄິດຂອງເຮົາ ເພາະວ່າເຮົາພຽງຕັ້ງໝັ້ນກັບພຣະເຈົ້າເທົ່ານັ້ນ, ມັນເປັນຄືກັບວ່າພວກເຂົາບໍ່ໄດ້ມີຢູ່ສຳລັບເຮົາເລີຍ. ຍ້ອນຄວາມຄິດຂອງເຮົາຢູ່ທີ່ພຣະເຈົ້າຢູ່ສະເໝີ ຫຼື ພຣະທຳຂອງພຣະເຈົ້າ ຫຼື ສະຕິປັນຍາຂອງພຣະອົງ; ສິ່ງເຫຼົ່ານີ້ຢູ່ໃນຫົວໃຈຂອງເຮົາຢູ່ສະເໝີ ແລະ ສິ່ງເຫຼົ່ານັ້ນໄດ້ຢູ່ບ່ອນທີ່ລໍ້າຄ່າທີ່ສຸດໃນຫົວໃຈຂອງເຮົາ. ສະນັ້ນ ສຳລັບຜູ້ຄົນທີ່ເຕັມໄປດ້ວຍປັດຊະຍາໃນການດຳລົງຊີວິດ, ເຮົາເປັນຄົນທີ່ເລືອດເຢັນ ແລະ ບໍ່ມີຄວາມຮູ້ສຶກຫຍັງໝົດ. ຫົວໃຈຂອງພວກເຂົາເຈັບປວດດ້ວຍວິທີທີ່ເຮົາວາງຕົວເອງ, ດ້ວຍວິທີທີ່ເຮົາເຮັດສິ່ງຕ່າງໆ ແລະ ທຸກການເຄື່ອນໄຫວຂອງເຮົາ. ພວກເຂົາທອດສາຍຕາເບິ່ງເຮົາແບບແປກໃຈ, ຄືກັບວ່າຕົວຕົນທີ່ເຮົາເປັນແມ່ນປິດສະໜາທີ່ບໍ່ສາມາດແກ້ໄດ້. ໃນຄວາມຄິດຂອງພວກເຂົາ, ພວກເຂົາກຳລັງວັດແທກຕົວຕົນທີ່ເຮົາເປັນຢ່າງລັບໆ ໂດຍບໍ່ຮູ້ວ່າເຮົາຈະເຮັດຫຍັງຕໍ່ໄປ. ສິ່ງທີ່ພວກເຂົາເຮັດຈະສາມາດຂວາງທາງຂອງເຮົາໄດ້ແນວໃດ? ບາງເທື່ອ ພວກເຂົາອິດສາ ຫຼື ເບື່ອໜ່າຍ ຫຼື ເຍາະເຍີ້ຍ; ຢ່າງໃດກໍຕາມ, ເຮົາອະທິຖານຕໍ່ໜ້າພຣະເຈົ້າຕະຫຼອດເວລາ ຄືກັບວ່າເຮົາຫິວ ແລະ ກະຫາຍຫຼາຍ, ຄືກັບວ່າມີພຽງເຮົາ ແລະ ພຣະອົງຢູ່ໃນໂລກດຽວກັນ ແລະ ບໍ່ມີຄົນອື່ນຢູ່ເລີຍ. ອໍານາດໂລກພາຍນອກອ້ອມລ້ອມເຮົາຢ່າງແໜ້ນໜາ, ແຕ່ຄວາມຮູ້ສຶກຖືກດົນບັນດານໂດຍພຣະເຈົ້າກໍຊັດສາດຢູ່ພາຍໃນເຮົາເຊັ່ນກັນ. ເມື່ອຕົກຢູ່ໃນສະພາວະລຳບາກນີ້, ເຮົາກໍກົ້ມຂາບລົງຕໍ່ໜ້າພຣະເຈົ້າ: “ໂອ ພຣະເຈົ້າ! ຂ້ານ້ອຍຈະບໍ່ເຕັມໃຈຕໍ່ຄວາມປະສົງຂອງພຣະອົງແນວໃດ? ຕາຂອງພຣະອົງເຝົ້າເບິ່ງຂ້ານ້ອຍຢ່າງມີກຽດ, ດັ່ງທອງຄຳທີ່ປານີດ, ແຕ່ຂ້ານ້ອຍກໍບໍ່ສາມາດຫຼົບໜີຈາກອໍານາດແຫ່ງຄວາມມືດ. ຂ້ານ້ອຍຈະທົນທຸກເພື່ອພຣະອົງຕະຫຼອດຊີວິດຂອງຂ້ານ້ອຍ, ຂ້ານ້ອຍຈະເຮັດໃຫ້ພາລະກິດຂອງພຣະອົງເປັນອາຊີບໃນຊີວິດຂອງຂ້ານ້ອຍ ແລະ ຂ້ານ້ອຍຂໍໃຫ້ພຣະອົງມອບສະຖານທີ່ພັກຜ່ອນທີ່ເໝາະສົມໃຫ້ແກ່ຂ້ານ້ອຍເພື່ອອຸທິດຕົນເອງໃຫ້ກັບພຣະອົງ. ໂອ ພຣະເຈົ້າ! ຂ້ານ້ອຍປາຖະໜາທີ່ຈະມອບຖວາຍຕົນເອງໃຫ້ກັບພຣະອົງ. ພຣະອົງຮູ້ຈັກຈຸດອ່ອນຂອງມະນຸດເປັນຢ່າງດີ, ແລ້ວເປັນຫຍັງພຣະອົງຈຶ່ງປິດບັງຕົນເອງຈາກຂ້ານ້ອຍ?” ທັນທີໃດ, ມັນຄືກັບວ່າເຮົາເປັນດອກລິລີ້ເທິງພູເຂົາ, ກິ່ນຫອມຂອງມັນຖືກລົມອ່ອນພັດໄປມາ ໂດຍທີ່ທຸກຄົນບໍ່ຮູ້ຈັກ. ເຖິງແມ່ນສະຫວັນຈະສະອື້ນ ແລະ ຫົວໃຈຂອງເຮົາຮ້ອງໄຫ້, ມັນຮູ້ສຶກຄືກັບວ່າ ຫົວໃຈຂອງເຮົາເຈັບປວດຫຼາຍທີ່ສຸດ. ອໍານາດທັງໝົດ ແລະ ການອ້ອມລ້ອມມະນຸດ, ພວກມັນເປັນຄືກັບຟ້າຮ້ອງໃນມື້ທີ່ແຈ່ມໃສ. ຜູ້ໃດຈະສາມາດເຂົ້າໃຈຫົວໃຈຂອງເຮົາໄດ້? ແລ້ວສະນັ້ນ ເຮົາຈຶ່ງມາຢູ່ຕໍ່ໜ້າພຣະເຈົ້າອີກຄັ້ງ ແລະ ເວົ້າວ່າ “ໂອ ພຣະເຈົ້າ! ບໍ່ມີວິທີທີ່ຈະປະຕິບັດພາລະກິດຂອງພຣະອົງໃນດິນແດນທີ່ສົກກະປົກນີ້ບໍ? ເປັນຫຍັງຄົນອື່ນຈຶ່ງບໍ່ສາມາດເອົາໃສ່ໃຈກັບຫົວໃຈຂອງພຣະອົງໃນສະພາບແວດລ້ອມທີ່ສະດວກສະບາຍ ແລະ ສະໜັບສະໜູນ ເຊິ່ງປາສະຈາກການຂົ່ມເຫັງ? ຂ້ານ້ອຍຕ້ອງການກາງປີກຂອງຂ້ານ້ອຍອອກ, ແຕ່ເປັນຫຍັງມັນຈຶ່ງຍາກຫຼາຍທີ່ຈະບິນໜີ? ພຣະອົງບໍ່ເຫັນດີເຫັນພ້ອມບໍ?” ເປັນເວລາຫຼາຍມື້ ເຮົາໄດ້ຮ້ອງໄຫ້ນໍາສິ່ງນີ້, ແຕ່ເຮົາກໍເຊື່ອໃຈຢູ່ສະເໝີວ່າພຣະເຈົ້າຈະນໍາການປອບໂຍນມາສູ່ຫົວໃຈທີ່ໂສກເສົ້າຂອງເຮົາ. ບໍ່ມີຜູ້ໃດເຄີຍເຂົ້າໃຈຄວາມກະວົນກະວາຍຂອງເຮົາ. ບາງເທື່ອ ມັນເປັນການຮັບຮູ້ໂດຍກົງຈາກພຣະເຈົ້າ, ເຮົາຈຶ່ງມີໄຟໃນຕົວເຮົາສຳລັບພາລະກິດຂອງພຣະອົງຢູ່ສະເໝີ ແລະ ເກືອບບໍ່ມີເວລາທີ່ຈະຫາຍໃຈເລີຍ. ຈົນເຖິງປັດຈຸບັນ, ເຮົາຍັງອະທິຖານ ແລະ ເວົ້າວ່າ “ໂອ ພຣະເຈົ້າ! ຖ້າມັນຄືຄວາມປະສົງຂອງພຣະອົງ, ຂໍໃຫ້ພຣະອົງນໍາພາຂ້ານ້ອຍໃຫ້ປະຕິບັດພາລະກິດທີ່ຍິ່ງໃຫຍ່ກວ່າເກົ່າຂອງພຣະອົງ ເພື່ອວ່າມັນຈະໄດ້ແຜ່ຂະຫຍາຍໄປທົ່ວຈັກກະວານ ແລະ ມັນຈະເປີດເຜີຍຕໍ່ທຸກຊົນຊາດ ແລະ ທຸກນິກາຍ, ເພື່ອວ່າສັນຕິສຸກເລັກນ້ອຍຈະຖືກນໍາມາສູ່ຫົວໃຈຂອງຂ້ານ້ອຍ ແລະ ດ້ວຍເຫດນັ້ນ ຂ້ານ້ອຍຈຶ່ງຈະດຳລົງຊີວິດຢູ່ໃນສະຖານທີ່ພັກຜ່ອນສຳລັບພຣະອົງ ແລະ ຂ້ານ້ອຍຈຶ່ງຈະປະຕິບັດພາລະກິດສຳລັບພຣະອົງ ໂດຍບໍ່ມີການແຊກແຊງ ແລະ ສາມາດຮັບໃຊ້ພຣະອົງຢ່າງສັນຕິສຸກຕະຫຼອດຊີວິດຂອງຂ້ານ້ອຍ”. ນີ້ຄືຄວາມປາຖະໜາໃນຫົວໃຈຂອງເຮົາ. ບາງເທື່ອ ອ້າຍເອື້ອຍນ້ອງຈະເວົ້າວ່າເຮົາອວດດີ ແລະ ທະນົງຕົວ; ເຮົາຮັບຮູ້ເຖິງສິ່ງນີ້ເຊັ່ນກັນ, ຍ້ອນມັນຄືຂໍ້ແທ້ຈິງ, ສິ່ງທີ່ຄົນໜຸ່ມມີກໍເປັນພຽງຄວາມອວດດີ. ສະນັ້ນ ເຮົາຈຶ່ງເວົ້າຕາມທີ່ເຮົາເຫັນວ່າເປັນຈິງໂດຍບໍ່ມີຂໍ້ຂັດແຍ້ງໃດໆ. ໃນຕົວເຮົາ ເຈົ້າອາດຈະເຫັນບຸກຄະລິກທັງໝົດຂອງຄົນໜຸ່ມ, ແຕ່ເຈົ້າຍັງຈະສາມາດເຫັນວ່າເຮົາແຕກຕ່າງຈາກຄົນໜຸ່ມຄົນອື່ນໆ ເຊັ່ນ: ຄວາມສະຫງົບ ແລະ ຄວາມມິດງຽບຂອງເຮົາ. ເຮົາຈະບໍ່ເຮັດສິ່ງນີ້ໃຫ້ເປັນເລື່ອງໃຫຍ່; ເຮົາເຊື່ອວ່າພຣະເຈົ້າຮູ້ຈັກເຮົາດີກວ່າທີ່ເຮົາຮູ້ຈັກຕົນເອງ. ສິ່ງເຫຼົ່ານີ້ແມ່ນພຣະທຳຈາກຫົວໃຈຂອງເຮົາ ແລະ ເຮົາຫວັງວ່າອ້າຍເອື້ອຍນ້ອງຈະບໍ່ໂກດເຄືອງ. ຂໍໃຫ້ພວກເຮົາເວົ້າອອກຈາກຫົວໃຈຂອງພວກເຮົາ, ເບິ່ງສິ່ງທີ່ພວກເຮົາແຕ່ລະຄົນສະແຫວງຫາ, ປຽບທຽບຫົວໃຈແຫ່ງຄວາມຮັກຂອງພວກເຮົາສຳລັບພຣະເຈົ້າ, ຟັງຄຳເວົ້າທີ່ພວກເຮົາສິ່ມໃສ່ພຣະເຈົ້າ, ຮ້ອງບົດເພງທີ່ສວຍງາມທີ່ສຸດໃນຫົວໃຈຂອງພວກເຮົາ ແລະ ສະແດງເຖິງຄວາມພາກພູມໃຈທີ່ຢູ່ໃນຫົວໃຈຂອງພວກເຮົາ, ເພື່ອວ່າຊີວິດຂອງພວກເຮົາຈະສວຍງາມຍິ່ງຂຶ້ນ. ໃຫ້ລືມອະດີດ ແລະ ຫຼຽວເບິ່ງໃນອະນາຄົດ. ພຣະເຈົ້າຈະເປີດເສັ້ນທາງອອກໃຫ້ແກ່ພວກເຮົາ!