ເສັ້ນທາງ... (7)
ໃນປະສົບການຕົວຈິງຂອງພວກເຮົາ, ພວກເຮົາໄດ້ເຫັນວ່າມີຫຼາຍຄັ້ງທີ່ພຣະເຈົ້າໄດ້ເປີດເສັ້ນທາງອອກໃຫ້ແກ່ພວກເຮົາດ້ວຍຕົວພຣະອົງເອງ, ເພື່ອວ່າເສັ້ນທາງທີ່ພວກເຮົາຍ່າງຈະໝັ້ນຄົງຍິ່ງຂຶ້ນ ແລະ ເປັນຈິງຍິ່ງຂຶ້ນ. ຍ້ອນນີ້ແມ່ນເສັ້ນທາງທີ່ພຣະເຈົ້າໄດ້ເປີດອອກໃຫ້ແກ່ພວກເຮົາຕັ້ງແຕ່ດົນນານມາແລ້ວ ແລະ ຖືກສົ່ງຕໍ່ສູ່ຮຸ່ນຂອງພວກເຮົາຫຼັງຈາກຫຼາຍສິບພັນປີ. ສະນັ້ນ ພວກເຮົາຈຶ່ງໄດ້ຍ່າງໃນເສັ້ນທາງຂອງບັນພະບຸລຸດຂອງພວກເຮົາ ຜູ້ເຊິ່ງບໍ່ໄດ້ຍ່າງໃນເສັ້ນທາງນັ້ນຈົນເຖິງທີ່ສຸດ. ພວກເຮົາໄດ້ຖືກເລືອກໂດຍພຣະເຈົ້າໃຫ້ຍ່າງໃນຂັ້ນຕອນສຸດທ້າຍຂອງເສັ້ນທາງ. ດ້ວຍເຫດນັ້ນ ເສັ້ນທາງນີ້ຈຶ່ງຖືກພຣະເຈົ້າຈັດຕຽມໃຫ້ແກ່ພວກເຮົາເປັນພິເສດ ແລະ ບໍ່ວ່າພວກເຮົາຈະໄດ້ຮັບພອນ ຫຼື ທົນທຸກຢູ່ກັບຄວາມໂຊກຮ້າຍກໍຕາມ, ບໍ່ມີຜູ້ໃດທີ່ສາມາດຍ່າງໃນເສັ້ນທາງນີ້. ໃຫ້ເຮົາເພີ່ມຄວາມເຂົ້າໃຈຂອງເຮົາເອງໃສ່ໃນສິ່ງນີ້: ຢ່າຄິດທີ່ຈະພະຍາຍາມໜີໄປບ່ອນອື່ນ ຫຼື ພະຍາຍາມທີ່ຈະຄົ້ນຫາເສັ້ນທາງອື່ນ ແລະ ຢ່າປາຖະໜາຢາກໄດ້ສະຖານະ ຫຼື ພະຍາຍາມສ້າງຕັ້ງອານາຈັກຂອງເຈົ້າເອງ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຄວາມເພີ້ຝັນ. ເຈົ້າອາດມີແນວຄິດໃດໜຶ່ງທີ່ໄດ້ຄິດໄວ້ກ່ອນລ່ວງໜ້າກ່ຽວກັບພຣະທຳຂອງເຮົາ ເຊິ່ງໃນກໍລະນີນີ້ ເຮົາແນະນຳໃຫ້ເຈົ້າເຊົາສັບສົນ. ມັນຈະດີກວ່າຖ້າເຈົ້າໃສ່ໃຈໃນສິ່ງນີ້ຫຼາຍຂຶ້ນ; ຢ່າພະຍາຍາມເຮັດເປັນສະຫຼາດ ແລະ ຢ່າສັບສົນລະຫວ່າງຄວາມດີ ແລະ ຄວາມຊົ່ວ. ເຈົ້າຈະເສຍໃຈ ຫຼັງຈາກທີ່ແຜນການຂອງພຣະເຈົ້າໄດ້ສຳເລັດແລ້ວ. ສິ່ງທີ່ເຮົາກຳລັງໝາຍເຖິງກໍຄື ເມື່ອອານາຈັກຂອງພຣະເຈົ້າໄດ້ມາເຖິງ, ທຸກຊາດເທິງແຜ່ນດິນໂລກຈະຖືກຕີໃຫ້ແຕກມຸ່ນເປັນເສດສ່ວນນ້ອຍໆ. ໃນເວລານັ້ນ ເຈົ້າຈະໄດ້ເຫັນວ່າ ແຜນການຂອງເຈົ້າເອງແມ່ນໄດ້ຖືກທຳລາຍລ້າງເຊັ່ນກັນ ແລະ ຄົນທີ່ຖືກຂ້ຽນຕີກໍຈະຖືກຟາດຕີ ແລະ ໃນນີ້ ພຣະເຈົ້າຈະສະແດງໃຫ້ເຫັນອຸປະນິໄສຂອງພຣະອົງຢ່າງສົມບູນ. ເຮົາຄິດວ່າ ຍ້ອນສິ່ງເຫຼົ່ານີ້ຊັດເຈນສໍາລັບເຮົາຫຼາຍ, ເຮົາຈຶ່ງຄວນບອກສິ່ງເຫຼົ່ານີ້ໃຫ້ແກ່ເຈົ້າ, ເພື່ອເຈົ້າຈະບໍ່ກ່າວໂທດເຮົາຫຼັງຈາກນັ້ນ. ການທີ່ພວກເຮົາສາມາດຍ່າງໃນເສັ້ນທາງນີ້ຈົນເຖິງປັດຈຸບັນແມ່ນຖືກກຳນົດໄວ້ໂດຍພຣະເຈົ້າແລ້ວ, ສະນັ້ນ ຢ່າຄິດວ່າເຈົ້າເປັນສິ່ງທີ່ພິເສດ ຫຼື ເຈົ້າໂຊກຮ້າຍ, ບໍ່ມີຜູ້ໃດສາມາດຢືນຢັນກ່ຽວກັບພາລະກິດໃນປັດຈຸບັນຂອງພຣະເຈົ້າ ເພາະຢ້ານເຈົ້າຖືກຕີໃຫ້ແຕກມຸ່ນເປັນເສດສ່ວນນ້ອຍໆ. ເຮົາໄດ້ຮັບແສງສະຫວ່າງໂດຍພາລະກິດຂອງພຣະເຈົ້າ: ບໍ່ວ່າຫຍັງກໍຕາມ, ພຣະເຈົ້າຈະເຮັດໃຫ້ຜູ້ຄົນກຸ່ມນີ້ບໍລິບູນ, ພາລະກິດຂອງພຣະອົງຈະບໍ່ປ່ຽນແປງອີກ ແລະ ພຣະອົງຈະພາຜູ້ຄົນກຸ່ມນີ້ໄປສູ່ປາຍທາງ ແລະ ສິ້ນສຸດພາລະກິດຂອງພຣະອົງເທິງແຜ່ນດິນໂລກ. ພວກເຮົາທຸກຄົນຄວນເຂົ້າໃຈກ່ຽວກັບສິ່ງນີ້. ຄົນສ່ວນໃຫຍ່ມັກຈະ “ເບິ່ງໄປທາງໜ້າ” ແລະ ບໍ່ມີຈຸດຈົບໃນຄວາມຫິວກະຫາຍຂອງພວກເຂົາ. ບໍ່ມີຜູ້ໃດໃນບັນດາພວກເຂົາທີ່ເຂົ້າໃຈຄວາມປະສົງອັນຮີບດ່ວນຂອງພຣະເຈົ້າໃນປັດຈຸບັນ ແລະ ດ້ວຍເຫດນັ້ນ ພວກເຂົາທຸກຄົນຈຶ່ງຄິດທີ່ຈະຫຼົບໜີ. ພວກເຂົາແລ່ນໜີຄືກັບມ້າທີ່ຕ້ອງການພຽງແລ່ນຕະລອນໃນຖິ່ນແຫ້ງແລ້ງກັນດານ; ມີໜ້ອຍຄົນທີ່ປາຖະໜາຈະປັກຫຼັກໃນດິນແດນການາອານທີ່ອຸດົມສົມບູນເພື່ອສະແຫວງຫາຫົນທາງແຫ່ງຊີວິດຂອງມະນຸດ. ເມື່ອໄດ້ເຂົ້າສູ່ດິນແດນທີ່ຫຼັ່ງໄຫຼໄປດ້ວຍນໍ້ານົມ ແລະ ນໍ້າເຜິ້ງ, ຖ້າຜູ້ຄົນບໍ່ມີຄວາມສຸກກັບສິ່ງນັ້ນ, ແລ້ວພວກເຂົາຈະຕ້ອງການຫຍັງອີກ? ຄວາມຈິງກໍຄື, ນອກເໜືອຈາກດິນແດນການາອານທີ່ອຸດົມສົມບູນແລ້ວ ກໍມີພຽງແຕ່ຖິ່ນແຫ້ງແລ້ງກັນດານເທົ່ານັ້ນ. ເຖິງແມ່ນວ່າ ເມື່ອຜູ້ຄົນໄດ້ເຂົ້າສູ່ສະຖານທີ່ພັກຜ່ອນ, ພວກເຂົາກໍບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້; ພວກເຂົາບໍ່ແມ່ນພຽງໂສເພນີບໍ? ຖ້າເຈົ້າສູນເສຍໂອກາດທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າໃນທີ່ນີ້, ເຈົ້າຈະເສຍດາຍມັນຕະຫຼອດຊີວິດຂອງເຈົ້າ, ຄວາມເສຍໃຈຂອງເຈົ້າຈະບໍ່ມີວັນສິ້ນສຸດ. ເຈົ້າຈະເປັນຄືກັບໂມເຊ ຜູ້ທີ່ຈ້ອງເບິ່ງດິນແດນການາອານ ແຕ່ບໍ່ສາມາດຊື່ນຊົມມັນໄດ້, ເພິ່ນໄດ້ແຕ່ກຳກໍາປັ້ນ ແລະ ຕາຍໄປດ້ວຍຄວາມເສຍໃຈ, ເຈົ້າບໍ່ຄິດວ່າສິ່ງນີ້ເປັນຕາລະອາຍບໍ? ເຈົ້າບໍ່ຄິດວ່າມັນເປັນຕາອັບອາຍບໍທີ່ຖືກເຍາະເຍີ້ຍໂດຍຄົນອື່ນ? ເຈົ້າເຕັມໃຈທີ່ຈະຖືກຄົນອື່ນເຮັດໃຫ້ອັບອາຍບໍ? ເຈົ້າບໍ່ປາຖະໜາທີ່ຈະເຮັດດີສຳລັບຕົນເອງບໍ? ເຈົ້າບໍ່ຕ້ອງການກາຍມາເປັນບຸກຄົນທີ່ມີກຽດ ແລະ ປະພຶດດີ ທີ່ຖືກພຣະເຈົ້າເຮັດໃຫ້ສົມບູນບໍ? ເຈົ້າປາຖະໜາຫາຄວາມວ່າງເປົ່າແທ້ບໍ? ເຈົ້າບໍ່ເຕັມໃຈທີ່ຈະຍ່າງໃນເສັ້ນທາງອື່ນ; ເຈົ້າຍັງບໍ່ປາຖະໜາທີ່ຈະຍ່າງໃນເສັ້ນທາງທີ່ພຣະເຈົ້າໄດ້ກຳນົດໄວ້ໃຫ້ແກ່ເຈົ້າບໍ? ເຈົ້າກ້າຂັດຂືນຄວາມປະສົງຂອງສະຫວັນບໍ? ບໍ່ວ່າ “ທັກສະ” ຂອງເຈົ້າຈະມີຫຼາຍສໍ່າໃດກໍຕາມ, ເຈົ້າສາມາດທ້າທາຍສະຫວັນໄດ້ແທ້ບໍ? ເຮົາເຊື່ອວ່າພວກເຮົາຄວນພະຍາຍາມຮູ້ຈັກຕົນເອງຢ່າງເໝາະສົມຈະດີກວ່າ. ພຣະທຳໜຶ່ງຂໍ້ຈາກພຣະເຈົ້າສາມາດປ່ຽນສະຫວັນ ແລະ ແຜ່ນດິນໂລກ, ແລ້ວບຸກຄົນນ້ອຍໆທີ່ຈ່ອຍແຫ້ງມີແຕ່ກະດູກຈະເປັນຫຍັງໄດ້ໃນສາຍຕາຂອງພຣະເຈົ້າ?
ໃນປະສົບການຂອງເຮົາເອງ, ເຮົາໄດ້ເຫັນວ່າຍິ່ງເຈົ້າຕໍ່ສູ້ກັບພຣະເຈົ້າຫຼາຍສໍ່າໃດ, ພຣະເຈົ້າຍິ່ງຈະສະແດງອຸປະນິໄສທີ່ສະຫງ່າຜ່າເຜີຍຂອງພຣະອົງຫຼາຍສໍ່ານັ້ນ ແລະ ການຂ້ຽນຕີທີ່ພຣະອົງ “ມອບ” ໃຫ້ແກ່ເຈົ້າກໍຈະຮຸນແຮງຫຼາຍສໍ່ານັ້ນ; ຍິ່ງເຈົ້າເຊື່ອຟັງພຣະອົງຫຼາຍສໍ່າໃດ, ພຣະອົງກໍຍິ່ງຈະຮັກເຈົ້າ ແລະ ປົກປ້ອງເຈົ້າຫຼາຍສໍ່ານັ້ນ. ອຸປະນິໄສຂອງພຣະເຈົ້າເປັນຄືກັບເຄື່ອງມືແຫ່ງການລົງໂທດ: ຖ້າເຈົ້າເຊື່ອຟັງ ເຈົ້າກໍຈະປອດໄພ ແລະ ສະບາຍດີ; ເມື່ອເຈົ້າບໍ່ເຊື່ອຟັງ, ເມື່ອເຈົ້າພະຍາຍາມໂອ້ອວດຢູ່ສະເໝີ ແລະ ຫຼອກຫຼິ້ນຢູ່ສະເໝີ, ອຸປະນິໄສຂອງພຣະເຈົ້າກໍຈະປ່ຽນແປງທັນທີ. ພຣະອົງເປັນຄືກັບດວງຕາເວັນໃນມື້ທີ່ມືດຄຶ້ມ, ພຣະອົງຈະລີ້ຈາກເຈົ້າ ແລະ ສະແດງຄວາມໂກດຮ້າຍຂອງພຣະອົງຕໍ່ເຈົ້າ. ເຊັ່ນກັນ ອຸປະນິໄສຂອງພຣະອົງກໍເປັນຄືກັບສະພາບອາກາດໃນເດືອນມິຖຸນາອີກດ້ວຍ, ເວລາທີ່ທ້ອງຟ້າແຈ່ມໃສໃນລັດສະໝີຫຼາຍຫຼັກ ແລະ ຄື້ນກໍເປັນພຽງຄື້ນນ້ອຍໆທີ່ຢູ່ເທິງໜ້ານໍ້າ, ຈົນກະແສນໍ້າໄດ້ພັດແຮງຂຶ້ນຢ່າງກະທັນຫັນ ແລະ ນໍ້າກໍກາຍເປັນຄື້ນຂະໜາດໃຫຍ່. ເຈົ້າກ້າປະໝາດເມື່ອຢູ່ຕໍ່ໜ້າອຸປະນິໄສດັ່ງກ່າວຂອງພຣະເຈົ້າບໍ? ໃນປະສົບການຂອງພວກເຈົ້າ, ພວກເຈົ້າສ່ວນໃຫຍ່ທີ່ເປັນອ້າຍເອື້ອຍນ້ອງເມື່ອໄດ້ເຫັນ ພຣະວິນຍານບໍລິສຸດປະຕິບັດພາລະກິດໃນສະທາລະນະ, ພວກເຈົ້າກໍເຕັມໄປດ້ວຍຄວາມເຊື່ອ, ແຕ່ຫຼັງຈາກນັ້ນ ທັນທີໃດທີ່ພຣະວິນຍານຂອງພຣະເຈົ້າປະຖິ້ມພວກເຈົ້າຢ່າງກະທັນຫັນ, ພວກເຈົ້າກໍທໍລະມານໃຈຫຼາຍຈົນພວກເຈົ້ານອນບໍ່ຫຼັບ, ຄິດຫາທິດທາງທີ່ພຣະວິນຍານຂອງພຣະອົງຫາຍໄປ. ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ເຈົ້າກໍບໍ່ສາມາດຄົ້ນພົບໄດ້ວ່າ ພຣະວິນຍານຂອງພຣະອົງໄປໃສ, ແຕ່ຫຼັງຈາກນັ້ນ ທັນທີໃດ ພຣະອົງກໍປາກົດຕໍ່ເຈົ້າອີກຄັ້ງ ແລະ ເຈົ້າດີໃຈຢ່າງເຫຼືອລົ້ນເຊັ່ນດຽວກັບຕອນທີ່ເປໂຕໄດ້ເຫັນພຣະເຢຊູເຈົ້າຂອງເພິ່ນອີກຄັ້ງ, ດີໃຈຢ່າງເຫຼືອລົ້ນຈົນເຈົ້າເກືອບຮ້ອງໄຫ້ອອກມາ. ເຈົ້າລືມສິ່ງນີ້ແທ້ບໍ ຫຼັງຈາກທີ່ໄດ້ຜະເຊີນກັບເຫດການນີ້ຫຼາຍຄັ້ງ? ພຣະເຢຊູຄຣິດເຈົ້າ, ຜູ້ທີ່ກາຍມາເປັນເນື້ອໜັງ, ຜູ້ທີ່ຖືກຄຶງເທິງໄມ້ກາງແຂນ ແລ້ວກໍຟື້ນຄືນ ແລະ ຂຶ້ນສູ່ສະຫວັນ ພຣະອົງລີ້ລັບຕໍ່ເຈົ້າບາງເວລາ ແລະ ບາງເວລາກໍປາກົດຕໍ່ເຈົ້າ. ພຣະອົງເປີດເຜີຍຕົນເອງຕໍ່ເຈົ້າ ຍ້ອນຄວາມຊອບທຳຂອງເຈົ້າ ແລະ ພຣະອົງໃຈຮ້າຍ ແລະ ຈາກເຈົ້າໄປ ຍ້ອນຄວາມຜິດບາບຂອງເຈົ້າ, ແລ້ວເປັນຫຍັງເຈົ້າຈຶ່ງບໍ່ອະທິຖານຫາພຣະອົງຫຼາຍຂຶ້ນ? ເຈົ້າບໍ່ຮູ້ບໍວ່າ ຫຼັງຈາກວັນເພັນເຕຄໍສະເຕ ພຣະເຢຊູຄຣິດເຈົ້າກໍໄດ້ມີການຝາກຝັງອີກຢ່າງໜຶ່ງເທິງແຜ່ນດິນໂລກ? ເຈົ້າຮູ້ຈັກພຽງແຕ່ຂໍ້ແທ້ຈິງທີ່ພຣະເຢຊູຄຣິດເຈົ້າໄດ້ກາຍມາເປັນເນື້ອໜັງ, ມາເທິງແຜ່ນດິນໂລກ ແລະ ຖືກຄຶງເທິງໄມ້ກາງແຂນ. ເຈົ້າບໍ່ເຄີຍເຂົ້າໃຈວ່າພຣະເຢຊູທີ່ເຈົ້າເຊື່ອເມື່ອກ່ອນແມ່ນໄດ້ມອບໝາຍພາລະກິດຂອງພຣະອົງໃຫ້ແກ່ອີກຄົນຕັ້ງແຕ່ດົນແລ້ວ ແລະ ມັນຖືກເຮັດໃຫ້ສຳເລັດຕັ້ງແຕ່ດົນແລ້ວ, ສະນັ້ນ ພຣະວິນຍານຂອງພຣະເຢຊູຄຣິດເຈົ້າຈຶ່ງໄດ້ມາເທິງແຜ່ນດິນໂລກອີກຄັ້ງໃນຮູບຮ່າງຂອງເນື້ອໜັງເພື່ອປະຕິບັດອີກສ່ວນຂອງພາລະກິດຂອງພຣະອົງ. ເຮົາຕ້ອງການທີ່ຈະເພີ່ມເຕີມບາງສິ່ງໃນນີ້, ເຖິງແມ່ນໃນປັດຈຸບັນ ເຈົ້າຢູ່ໃນກະແສນີ້, ເຮົາກ້າເວົ້າວ່າ ມີໜ້ອຍຄົນໃນບັນດາພວກເຈົ້າທີ່ເຊື່ອວ່າບຸກຄົນນີ້ເປັນຜູ້ທີ່ພຣະເຢຊູຄຣິດເຈົ້າໄດ້ປະທານໃຫ້ແກ່ພວກເຈົ້າ. ພວກເຈົ້າຮູ້ພຽງແຕ່ຊື່ນຊົມພຣະອົງ; ພວກເຈົ້າບໍ່ຮັບຮູ້ວ່າ ພຣະວິນຍານຂອງພຣະເຈົ້າໄດ້ມາເທິງແຜ່ນດິນໂລກອີກຄັ້ງ ແລະ ພວກເຈົ້າບໍ່ຮັບຮູ້ວ່າ ພຣະເຈົ້າໃນປັດຈຸບັນແມ່ນພຣະເຢຊູຄຣິດທີ່ຜ່ານມາຫຼາຍພັນປີ. ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ພວກເຈົ້າທຸກຄົນກຳລັງຫຼັບຕາຍ່າງ, ພວກເຈົ້າຍອມຮັບສະພາບການທີ່ພວກເຈົ້າຕົກຢູ່ ແລະ ພວກເຈົ້າບໍ່ຈິງຈັງກ່ຽວກັບສິ່ງນີ້ເລີຍ. ສະນັ້ນ ພວກເຈົ້າຈຶ່ງເຊື່ອແຕ່ປາກໃນພຣະເຢຊູ, ແຕ່ກ້າທີ່ຈະຕໍ່ຕ້ານຜູ້ທີ່ພຣະເຈົ້າເປັນພະຍານໃຫ້ໃນປັດຈຸບັນຢ່າງເປີດເຜີຍ. ເຈົ້າບໍ່ໄດ້ເປັນຄົນໂງ່ບໍ? ພຣະເຈົ້າໃນປັດຈຸບັນບໍ່ສົນໃຈກ່ຽວກັບຄວາມຜິດພາດຂອງເຈົ້າ, ພຣະອົງບໍ່ໄດ້ປະນາມເຈົ້າ. ເຈົ້າເວົ້າວ່າ ເຈົ້າເຊື່ອໃນພຣະເຢຊູ, ແລ້ວພຣະເຢຊູຄຣິດເຈົ້າຂອງເຈົ້າສາມາດປ່ອຍເຈົ້າໄປໄດ້ບໍ? ເຈົ້າຄິດວ່າ ພຣະເຈົ້າເປັນບ່ອນທີ່ໃຫ້ເຈົ້າໄດ້ລ່າເລີງ, ເວົ້າຕົວະ ແລະ ຫຼອກລວງບໍ? ເມື່ອພຣະເຢຊູຄຣິດເຈົ້າຂອງເຈົ້າເປີດເຜີຍພຣະອົງເອງອີກຄັ້ງ, ພຣະອົງຈະກຳນົດວ່າເຈົ້າຊອບທຳ ຫຼື ບໍ່ ຫຼື ເຈົ້າຊົ່ວຮ້າຍ ຫຼື ບໍ່ ໂດຍອີງຕາມວິທີທີ່ເຈົ້າປະພຶດໃນຕອນນີ້. ຄົນສ່ວນໃຫຍ່ມີແນວຄິດກ່ຽວກັບສິ່ງທີ່ເຮົາກ່າວວ່າເປັນ “ອ້າຍເອື້ອຍນ້ອງຂອງເຮົາ” ແລະ ເຊື່ອວ່າວິທີການປະຕິບັດພາລະກິດຂອງພຣະເຈົ້າຈະປ່ຽນແປງ. ຜູ້ຄົນດັ່ງກ່າວບໍ່ໄດ້ກຳລັງສ່ຽງຕາຍບໍ? ພຣະເຈົ້າຈະສາມາດເປັນພະຍານຕໍ່ຊາຕານໃນຖານະພຣະເຈົ້າເອງໄດ້ບໍ? ໃນນີ້, ເຈົ້າບໍ່ໄດ້ກຳລັງກ່າວໂທດພຣະເຈົ້າບໍ? ເຈົ້າເຊື່ອວ່າ ຜູ້ໃດກໍສາມາດກາຍມາເປັນພຣະເຈົ້າເອງໄດ້ບໍ? ຖ້າເຈົ້າຮູ້ຈັກຢ່າງແທ້ຈິງ, ແລ້ວເຈົ້າກໍຈະບໍ່ມີແນວຄິດໃດເລີຍ. ມີຂໍ້ຄວາມດັ່ງຕໍ່ໄປນີ້ໃນພຣະຄຳພີ: ທຸກສິ່ງແມ່ນສຳລັບພຣະອົງ ແລະ ທຸກສິ່ງແມ່ນມາຈາກພຣະອົງ. ພຣະອົງຈະນໍາພາລູກຊາຍຫຼາຍຄົນໄປສູ່ສະຫງ່າລາສີ ແລະ ພຣະອົງຄືຫົວໜ້າຂອງພວກເຮົາ... ສະນັ້ນ ພຣະອົງຈຶ່ງບໍ່ມີຄວາມລະອາຍໃຈທີ່ຈະເອີ້ນພວກເຮົາວ່າອ້າຍນ້ອງ. ເຈົ້າອາດຈະສາມາດທ່ອງຂຶ້ນໃຈພຣະທຳເຫຼົ່ານີ້ໄດ້ຢ່າງງ່າຍດາຍ, ແຕ່ເຈົ້າບໍ່ເຂົ້າໃຈວ່າພວກມັນໝາຍເຖິງຫຍັງກັນແທ້. ແລ້ວເຈົ້າບໍ່ໄດ້ຫຼັບຕາເຊື່ອໃນພຣະເຈົ້າບໍ?
ເຮົາເຊື່ອວ່າຮຸ່ນຂອງພວກເຮົາໄດ້ຮັບພອນເພື່ອທີ່ຈະສາມາດຍ່າງໃນເສັ້ນທາງທີ່ຜູ້ຄົນໃນຮຸ່ນກ່ອນບໍ່ສາມາດເຮັດສຳເລັດໄດ້ ແລະ ເພື່ອປະຈັກການປາກົດຕົວອີກຄັ້ງຂອງພຣະເຈົ້າຫຼັງຈາກທີ່ຜ່ານໄປສອງສາມພັນປີ ເຊິ່ງເປັນພຣະເຈົ້າທີ່ຢູ່ທ່າມກາງພວກເຮົາ ແລະ ເຕັມໄປດ້ວຍສິ່ງທັງປວງ. ເຈົ້າບໍ່ສາມາດຈິນຕະນາການໄດ້ຈັກເທື່ອວ່າເຈົ້າຈະຍ່າງໃນເສັ້ນທາງນີ້, ວ່ານີ້ຄືສິ່ງທີ່ເຈົ້າສາມາດເຮັດໄດ້? ເສັ້ນທາງນີ້ຖືກນໍາພາໂດຍພຣະວິນຍານບໍລິສຸດໂດຍກົງ, ມັນຖືກນໍາພາໂດຍພຣະວິນຍານທີ່ຮຸນແຮງເຈັດເທົ່າຂອງພຣະເຢຊູຄຣິດເຈົ້າ ແລະ ມັນແມ່ນເສັ້ນທາງທີ່ພຣະເຈົ້າໃນປັດຈຸບັນໄດ້ເປີດອອກສຳລັບເຈົ້າ. ແມ່ນແຕ່ໃນຄວາມຝັນທີ່ແປກປະຫຼາດທີ່ສຸດຂອງເຈົ້າ, ເຈົ້າກໍບໍ່ສາມາດຈິນຕະນາການໄດ້ວ່າພຣະເຢຊູທີ່ຜ່ານໄປສອງສາມພັນປີຈະປາກົດອີກຄັ້ງຕໍ່ໜ້າເຈົ້າ. ເຈົ້າບໍ່ຮູ້ສຶກຍິນດີບໍ? ຜູ້ໃດຈະສາມາດມາຢູ່ຊ່ອງໜ້າພຣະເຈົ້າໄດ້? ເຮົາອະທິຖານຢູ່ເລື້ອຍໆໃຫ້ກຸ່ມຂອງພວກເຮົາໄດ້ຮັບເອົາພອນອັນຍິ່ງໃຫຍ່ຈາກພຣະເຈົ້າ, ໃຫ້ພວກເຮົາເປັນທີ່ນິຍົມຊົມຊອບຂອງພຣະເຈົ້າ ແລະ ຖືກຮັບເອົາໂດຍພຣະອົງ, ແຕ່ຍັງມີອີກຫຼາຍຄັ້ງຈົນນັບບໍ່ຖ້ວນທີ່ເຮົາໄດ້ຫຼັ່ງນໍ້າຕາອັນຂົມຂື່ນສຳລັບພວກເຮົາ, ຂໍໃຫ້ພຣະເຈົ້າສ່ອງແສງສະຫວ່າງໃຫ້ແກ່ພວກເຮົາ, ເພື່ອວ່າພວກເຮົາອາດໄດ້ເຫັນການເປີດເຜີຍທີ່ຍິ່ງໃຫຍ່ກວ່າເກົ່າ. ເມື່ອເຮົາເຫັນຜູ້ຄົນທີ່ພະຍາຍາມລໍ້ລວງພຣະເຈົ້າຢູ່ເລື້ອຍໆ ແລະ ບໍ່ປາຖະໜາຈະເຮັດສິ່ງອື່ນຈັກເທື່ອ ຫຼື ຜູ້ທີ່ເອົາໃຈໃສ່ໃນເນື້ອໜັງ ຫຼື ພະຍາຍາມຫາຜົນປະໂຫຍດ ແລະ ຊື່ສຽງເພື່ອເຮັດໃຫ້ຕົນເອງເປັນສູນກາງຂອງເວທີ, ເຮົາຈະບໍ່ຮູ້ສຶກເຖິງຄວາມເຈັບປວດຢ່າງໃຫຍ່ທີ່ຢູ່ໃນຫົວໃຈຂອງເຮົາໄດ້ແນວໃດ? ຜູ້ຄົນໄຮ້ຄວາມຮູ້ສຶກແບບນັ້ນໄດ້ແນວໃດ? ພາລະກິດຂອງເຮົາບໍ່ມີຜົນກະທົບແທ້ບໍ? ຖ້າລູກໆຂອງເຈົ້າກະບົດ ແລະ ເນລະຄຸນເຈົ້າ, ຖ້າພວກເຂົາຂາດຄວາມສຳນຶກ, ຖ້າພວກເຂົາສົນໃຈແຕ່ຕົນເອງ ແລະ ບໍ່ຄຳນຶງເຖິງຄວາມຮູ້ສຶກຂອງເຈົ້າ ແລະ ພວກເຂົາໄລ່ເຈົ້າອອກຈາກເຮືອນຫຼັງຈາກທີ່ພວກເຂົາເຕີບໃຫຍ່ຂຶ້ນ, ເຈົ້າຈະຮູ້ສຶກແນວໃດໃນຈຸດນັ້ນ? ເຈົ້າຈະບໍ່ມີນໍ້າຕາໄຫຼລົງອາບແກ້ມຂອງເຈົ້າ ໃນຂະນະທີ່ເຈົ້າທົບທວນເຖິງເລືອດ, ເຫື່ອແຮງ ແລະ ຄວາມເສຍສະຫຼະທີ່ເຈົ້າໄດ້ທຸ້ມເທເພື່ອລ້ຽງພວກເຂົາບໍ? ສະນັ້ນ ເຮົາຈຶ່ງອະທິຖານຫຼາຍຄັ້ງຈົນນັບບໍ່ຖ້ວນຫາພຣະເຈົ້າ ແລະ ກ່າວວ່າ “ພຣະເຈົ້າເອີຍ! ມີພຽງພຣະອົງເທົ່ານັ້ນທີ່ຮູ້ວ່າຂ້ານ້ອຍແບກພາລະສຳລັບພາລະກິດຂອງພຣະອົງ. ບ່ອນໃດທີ່ການກະທຳຂອງຂ້ານ້ອຍບໍ່ສອດຄ່ອງກັບຄວາມປະສົງຂອງພຣະອົງ, ພຣະອົງກໍລົງວິໄນຂ້ານ້ອຍ, ເຮັດໃຫ້ຂ້ານ້ອຍສົມບູນ ແລະ ເຮັດໃຫ້ຂ້ານ້ອຍໄດ້ຮູ້ຕົວ. ສິ່ງດຽວທີ່ຂ້ານ້ອຍຮຽກຮ້ອງຈາກພຣະອົງກໍຄື ຂໍໃຫ້ພຣະອົງດົນບັນດານຜູ້ຄົນເຫຼົ່ານີ້ຫຼາຍຂຶ້ນ, ເພື່ອວ່າພຣະອົງອາດໄດ້ຮັບສະຫງ່າລາສີໂດຍໄວ ແລະ ພວກເຂົາອາດຈະຖືກຮັບເອົາໂດຍພຣະອົງ, ເພື່ອວ່າພາລະກິດຂອງພຣະອົງອາດບັນລຸຄວາມປະສົງຂອງພຣະອົງ ແລະ ແຜນການຂອງພຣະອົງອາດຖືກເຮັດໃຫ້ສຳເລັດກ່ອນກຳນົດ”. ພຣະເຈົ້າບໍ່ຕ້ອງການເອົາຊະນະຜູ້ຄົນຜ່ານການຂ້ຽນຕີ, ພຣະອົງບໍ່ຕ້ອງການນໍາພາຜູ້ຄົນດ້ວຍການຈູງດັງຢູ່ສະເໝີ. ພຣະອົງຕ້ອງການໃຫ້ຜູ້ຄົນເຊື່ອຟັງພຣະທຳຂອງພຣະອົງ ແລະ ປະຕິບັດພາລະກິດໃນຮູບແບບທີ່ມີວິໄນ ແລະ ໂດຍຜ່ານສິ່ງນີ້ຈຶ່ງຈະພໍໃຈຄວາມປະສົງຂອງພຣະອົງ. ແຕ່ຜູ້ຄົນບໍ່ມີຄວາມລະອາຍ ແລະ ກະບົດຕໍ່ພຣະອົງຢູ່ຕະຫຼອດເວລາ. ເຮົາເຊື່ອວ່າມັນດີທີ່ສຸດສຳລັບພວກເຮົາທີ່ຈະຄົ້ນຫາວິທີທີ່ງ່າຍທີ່ສຸດໃນການເຮັດໃຫ້ພຣະອົງພໍໃຈ ນັ້ນກໍຄື ເພື່ອເຊື່ອຟັງການຈັດແຈງທັງໝົດຂອງພຣະອົງ. ຖ້າເຈົ້າສາມາດບັນລຸສິ່ງນີ້ໄດ້ຢ່າງແທ້ຈິງ, ເຈົ້າກໍຈະຖືກເຮັດໃຫ້ສົມບູນ. ນີ້ບໍ່ແມ່ນສິ່ງທີ່ງ່າຍ ແລະ ໜ້າປະຕິຍິນດີບໍ? ໃຫ້ຍ່າງໃນເສັ້ນທາງທີ່ເຈົ້າຄວນຍ່າງ; ບໍ່ໃຫ້ໃສ່ໃຈກັບສິ່ງທີ່ຄົນອື່ນເວົ້າ ແລະ ບໍ່ໃຫ້ຄິດຫຼາຍເກີນໄປ. ອະນາຄົດຂອງເຈົ້າ ແລະ ໂຊກຊະຕາຂອງເຈົ້າຢູ່ໃນກໍາມືຂອງເຈົ້າເອງບໍ? ເຈົ້າພະຍາຍາມຫຼົບໜີຢູ່ສະເໝີ, ປາຖະໜາທີ່ຈະຍ່າງໃນເສັ້ນທາງໆໂລກ, ແຕ່ເປັນຫຍັງເຈົ້າຈຶ່ງບໍ່ສາມາດອອກໄປໄດ້? ເປັນຫຍັງເຈົ້າຈຶ່ງສອງຈິດສອງໃຈຢືນຢູ່ທາງແຍກເປັນເວລາຫຼາຍປີ ແລະ ຫຼັງຈາກນັ້ນກໍຈົບລົງດ້ວຍການເລືອກເອົາເສັ້ນທາງນີ້ອີກຄັ້ງ? ຫຼັງຈາກທີ່ໄດ້ພະເນຈອນເປັນເວລາຫຼາຍປີ, ເປັນຫຍັງບັດນີ້ ເຈົ້າຈຶ່ງໄດ້ກັບຄືນມາສູ່ເຮືອນຫຼັງນີ້ ເຖິງແມ່ນເຈົ້າເອງບໍ່ຕ້ອງການ? ສິ່ງນີ້ແມ່ນຂຶ້ນຢູ່ກັບເຈົ້າບໍ? ສຳລັບພວກເຈົ້າທີ່ຢູ່ໃນກະແສນີ້, ຖ້າເຈົ້າບໍ່ເຊື່ອເຮົາ ແລ້ວໃຫ້ຟັງສິ່ງນີ້: ຖ້າເຈົ້າວາງແຜນທີ່ຈະຈາກໄປ, ໃຫ້ເບິ່ງວ່າພຣະເຈົ້າຈະອະນຸຍາດເຈົ້າ ຫຼື ບໍ່, ໃຫ້ເບິ່ງວ່າພຣະວິນຍານບໍລິສຸດຈະດົນບັນດານເຈົ້າແນວໃດ, ໃຫ້ຜະເຊີນກັບມັນດ້ວຍຕົວເຈົ້າເອງ. ເວົ້າແບບກົງໄປກົງມາກໍຄື ເຖິງແມ່ນວ່າເຈົ້າໄດ້ທົນທຸກກັບຄວາມໂຊກຮ້າຍ, ເຈົ້າກໍຕ້ອງທົນທຸກມັນໃນກະແສນີ້ ແລະ ຖ້າມີການທົນທຸກ, ເຈົ້າກໍຕ້ອງທົນທຸກໃນທີ່ນີ້, ໃນມື້ນີ້; ເຈົ້າບໍ່ສາມາດໄປບ່ອນອື່ນໄດ້ອີກ. ສິ່ງນີ້ແມ່ນຊັດເຈນຕໍ່ເຈົ້າບໍ? ເຈົ້າຈະໄປໃສ? ນີ້ຄືບົດບັນຍັດແຫ່ງການບໍລິຫານຂອງພຣະເຈົ້າ. ເຈົ້າຄິດວ່າການທີ່ພຣະເຈົ້າຄັດເລືອກເອົາຜູ້ຄົນກຸ່ມນີ້ ແມ່ນບໍ່ມີຄວາມໝາຍຫຍັງບໍ? ໃນພາລະກິດຂອງພຣະອົງໃນປັດຈຸບັນ, ພຣະເຈົ້າບໍ່ໄດ້ໃຈຮ້າຍງ່າຍ, ແຕ່ຖ້າຜູ້ຄົນພະຍາຍາມລົບກວນແຜນການຂອງພຣະອົງ, ໃບໜ້າຂອງພຣະອົງກໍຈະປ່ຽນໄປທັນທີ, ປ່ຽນຈາກສົດໃສກາຍມາເປັນມືດຄຶ້ມ. ສະນັ້ນ ເຮົາຈຶ່ງແນະນໍາເຈົ້າໃຫ້ປັກຫຼັກ ແລະ ຍອມຕໍ່ການປັ້ນແຕ່ງຂອງພຣະເຈົ້າ ແລະ ຍອມໃຫ້ພຣະອົງເຮັດໃຫ້ເຈົ້າສົມບູນ. ມີແຕ່ຜູ້ຄົນທີ່ເຮັດແບບນີ້ເທົ່ານັ້ນຈຶ່ງຈະເປັນຄົນສະຫຼາດ.