ບົດທີ 13

ພາຍໃນພຣະທໍາ ແລະ ພຣະວັດຈະນະຂອງເຮົາ ແມ່ນມີເຈດຕະນາຈໍານວນໜຶ່ງຂອງເຮົາທີ່ເຊື່ອງຊ້ອນຢູ່ ແຕ່ຜູ້ຄົນບໍ່ຮູ້ຈັກ ແລະ ເຂົ້າໃຈສິ່ງເຫຼົ່ານີ້; ພວກເຂົາໄດ້ຮັບພຣະທໍາຂອງເຮົາຈາກພາຍນອກ ແລະ ປະຕິບັດຕາມພຣະທໍາເຫຼົ່ານັ້ນຈາກພາຍນອກ ແລະ ພວກເຂົາບໍ່ສາມາດເຂົ້າໃຈຫົວໃຈຂອງເຮົາ ຫຼື ຢັ່ງຮູ້ຄວາມປະສົງຂອງເຮົາຈາກພາຍໃນພຣະທໍາຂອງເຮົາ. ເຖິງແມ່ນວ່າ ເຮົາໄດ້ເຮັດໃຫ້ພຣະທໍາຂອງເຮົາຊັດເຈນ ແຕ່ມີໃຜແດ່ທີ່ເຂົ້າໃນສິ່ງເຫຼົ່ານັ້ນ? ເຮົາລົງມາສູ່ມະນຸດຈາກພູເຂົາຊີໂອນ. ຍ້ອນເຮົາໄດ້ສວມໃສ່ຄວາມເປັນມະນຸດທໍາມະດາ ແລະ ໜັງຂອງມະນຸດ, ຜູ້ຄົນຈຶ່ງຮູ້ແຕ່ຮູບຮ່າງຂອງເຮົາຈາກພາຍນອກ ແຕ່ພວກເຂົາບໍ່ຮູ້ຈັກຊີວິດພາຍໃນຕົວເຮົາ ແລະ ພວກເຂົາບໍ່ຮູ້ພຣະເຈົ້າແຫ່ງພຣະວິນຍານ ແລະ ພຽງແຕ່ຮູ້ຈັກມະນຸດໃນເນື້ອໜັງເທົ່ານັ້ນ. ພຣະເຈົ້າທີ່ແທ້ຈິງແມ່ນບໍ່ຄູ່ຄວນກັບຄວາມພະຍາຍາມຂອງພວກເຈົ້າໃນການຮູ້ຈັກພຣະອົງບໍ? ພຣະເຈົ້າທີ່ແທ້ຈິງບໍ່ສາມາດຄູ່ຄວນກັບຄວາມພະຍາຍາມຂອງພວກເຈົ້າໃນການ “ວິເຄາະ” ພຣະອົງຢ່າງລະອຽດບໍ? ເຮົາກຽດຊັງຄວາມເສື່ອມຊາມຂອງເຜົ່າພັນມະນຸດທັງໝົດ ແຕ່ເຮົາຮູ້ສຶກເຫັນໃຈຄວາມອ່ອນແອຂອງພວກເຂົາ. ເຮົາຍັງຈັດການກັບທໍາມະຊາດເກົ່າຂອງເຜົ່າພັນມະນຸດທັງໝົດ. ໃນຖານະທີ່ເປັນໜຶ່ງໃນປະຊາຊົນຂອງເຮົາຢູ່ປະເທດຈີນ, ພວກເຈົ້າບໍ່ໄດ້ເປັນສ່ວນໜຶ່ງຂອງເຜົ່າພັນມະນຸດເຊັ່ນກັນບໍ? ໃນທ່າມກາງປະຊາຊົນຂອງເຮົາທຸກຄົນ ແລະ ໃນທ່າມກາງບຸດຊາຍຂອງເຮົາທຸກຄົນ ນັ້ນກໍຄືໃນທ່າມກາງຜູ້ທີ່ເຮົາໄດ້ເລືອກຈາກເຜົ່າພັນມະນຸດທັງໝົດ, ພວກເຈົ້າແມ່ນເປັນກຸ່ມທີ່ຕໍ່າຕ້ອຍທີ່ສຸດ. ດ້ວຍເຫດຜົນນີ້, ເຮົາຈຶ່ງໃຊ້ພະລັງສ່ວນໃຫຍ່ກັບພວກເຈົ້າ ເຊິ່ງເປັນຄວາມພະຍາຍາມທີ່ຫຼາຍທີ່ສຸດ. ພວກເຈົ້າຍັງບໍ່ຖະໜອມຊີວິດທີ່ໄດ້ຮັບພອນ ທີ່ພວກເຈົ້າມີຄວາມສຸກນໍາໃນປັດຈຸບັນບໍ? ພວກເຈົ້າຍັງເຮັດໃຫ້ຫົວໃຈຂອງພວກເຈົ້າແຂງກະດ້າງ ເພື່ອກະບົດຕໍ່ເຮົາ ແລະ ມຸ່ງໝັ້ນເຮັດຕາມຄວາມຕັ້ງໃຈຂອງຕົວເອງບໍ? ຖ້າບໍ່ແມ່ນຍ້ອນຄວາມເມດຕາ ແລະ ຄວາມຮັກອັນຕໍ່ເນື່ອງຂອງເຮົາ ມະນຸດຊາດທັງໝົດແມ່ນຖືກຊາຕານຈັບກຸມແຕ່ດົນນານແລ້ວ ແລະ ກາຍເປັນ “ອາຫານແຊບໜຶ່ງຄໍາ” ໃນປາກຂອງມັນ. ໃນປັດຈຸບັນ, ໃນທ່າມກາງທຸກຄົນ, ຜູ້ທີ່ສະຫຼະຕົວເອງເພື່ອເຮົາຢ່າງແທ້ຈິງ ແລະ ຮັກເຮົາຢ່າງແທ້ຈິງແມ່ນບໍ່ມີພໍ ທີ່ຈະນັບດ້ວຍນິ້ວມືຂ້າງໜຶ່ງໄດ້. ໃນປັດຈຸບັນ, ຕໍາແໜ່ງ “ປະຊາຊົນຂອງເຮົາ” ສາມາດເປັນຊັບສິນສ່ວນຕົວຂອງພວກເຈົ້າໄດ້ບໍ? ສາມັນສໍານຶກຂອງເຈົ້າໄດ້ເຢັນຄືນໍ້າກ້ອນແທ້ບໍ? ເຈົ້າຄູ່ຄວນທີ່ຈະເປັນປະຊາຊົນທີ່ເຮົາຕ້ອງການບໍ? ໃຫ້ຄິດຄືນຫຼັງໃນອະດີດ ແລະ ເບິ່ງປັດຈຸບັນອີກຄັ້ງ. ພວກເຈົ້າຜູ້ໃດທີ່ໄດ້ເຮັດໃຫ້ເຮົາພໍໃຈ? ພວກເຈົ້າຜູ້ໃດທີ່ໄດ້ສະແດງຄວາມເປັນຫ່ວງຢ່າງແທ້ຈິງຕໍ່ເຈດຕະນາຂອງເຮົາ? ຖ້າເຮົາບໍ່ໄດ້ເຕືອນພວກເຈົ້າ, ພວກເຈົ້າກໍຍັງຈະບໍ່ຕື່ນຕົວ ແຕ່ຍັງຈະຢູ່ຄືເກົ່າ ຄືກັບວ່າແຂງເປັນນໍ້າກ້ອນ ແລະ ອີກເທື່ອໜຶ່ງ ຄືກັບວ່າຢູ່ໃນການຈໍາສິນໃນລະດູໜາວ.

ໃນທ່າມກາງຄື້ນທະເລທີ່ປັ່ນປ່ວນ, ມະນຸດໄດ້ເຫັນຄວາມໂກດຮ້າຍຂອງເຮົາ; ໃນຄື້ນເມກສີດໍາທີ່ເລື່ອນໄຫຼໄປມາ, ມະນຸດຮູ້ສຶກຕົກໃຈ ແລະ ຢ້ານກົວ ແລະ ບໍ່ຮູ້ວ່າ ຈະໜີໄປບ່ອນໃດ ຄືກັບວ່າ ມີຄວາມຢ້ານກົວວ່າ ສຽງຟ້າຮ້ອງ ແລະ ຝົນຈະພັດເອົາພວກເຂົາໄປ. ຫຼັງຈາກນັ້ນ ເມື່ອພາຍຸຫິມະໄດ້ພັດຜ່ານໄປ ອາລົມຂອງພວກເຂົາກໍຮູ້ສຶກດີ ແລະ ແຈ່ມໃສຂຶ້ນ ໃນຂະນະທີ່ພວກເຂົາມີຄວາມສຸກກັບທິວທັດທີ່ງົດງາມຂອງທໍາມະຊາດ. ແຕ່ໃນຊ່ວງເວລາດັ່ງກ່າວ ຜູ້ໃດໃນບັນດາພວກເຂົາ ໄດ້ເຄີຍປະສົບກັບຄວາມຮັກທີ່ບໍ່ມີຂອບເຂດ ທີ່ເຮົາມີໃຫ້ແກ່ມວນມະນຸດບໍ່? ໃນໃຈຂອງພວກເຂົາແມ່ນມີແຕ່ຮູບຮ່າງຂອງເຮົາເທົ່ານັ້ນ ແຕ່ບໍ່ມີແກ່ນແທ້ຂອງພຣະວິນຍານຂອງເຮົາ: ມະນຸດບໍ່ໄດ້ຕໍ່ຕ້ານເຮົາຢ່າງເປີດເຜີຍບໍ? ເມື່ອລົມພາຍຸໄດ້ພັດຜ່ານໄປ, ມະນຸດທຸກຄົນກໍຄືກັບວ່າໄດ້ເກີດໃໝ່; ຄືກັບວ່າ ພາຍຫຼັງການເຮັດໃຫ້ບໍລິສຸດໂດຍຜ່ານຄວາມລໍາບາກຍາກແຄ້ນ ພວກເຂົາແມ່ນໄດ້ຮັບແສງສະຫວ່າງ ແລະ ຊີວິດຄືນມາ. ຫຼັງຈາກໄດ້ທົນກັບການໂຈມຕີຂອງເຮົາ, ພວກເຈົ້າບໍ່ໄດ້ມີໂຊກລາບມາຮອດປັດຈຸບັນນີ້ບໍ? ແຕ່ເມື່ອມື້ນີ້ໄດ້ຜ່ານໄປ ແລະ ມື້ອື່ນມາເຖິງ, ພວກເຈົ້າຈະສາມາດຮັກສາຄວາມບໍລິສຸດ ຫຼັງຈາກຝົນຕົກຢ່າງໜັກໄດ້ບໍ? ພວກເຈົ້າຈະສາມາດຮັກສາການອຸທິດ ຫຼັງຈາກການເຮັດໃຫ້ພວກເຈົ້າບໍລິສຸດໄດ້ບໍ? ພວກເຈົ້າຈະສາມາດຮັກສາຄວາມເຊື່ອຟັງຂອງປັດຈຸບັນໄດ້ບໍ? ການອຸທິດຂອງພວກເຈົ້າຍັງຈະໝັ້ນຄົງ ແລະ ບໍ່ປ່ຽນແປງບໍ? ນີ້ແມ່ນການຮຽກຮ້ອງ ທີ່ຢູ່ເກີນຂີດຄວາມສາມາດຂອງມະນຸດທີ່ຈະບັນລຸໄດ້ບໍ? ເຮົາດໍາລົງຊີວິດທຸກມື້ໃນທ່າມກາງມະນຸດ ແລະ ກະທໍາການຮ່ວມກັນກັບມະນຸດໃນທ່າມກາງພວກເຂົາ ແຕ່ກໍບໍ່ມີໃຜເຄີຍສັງເກດເຫັນສິ່ງນີ້ເລີຍ. ຖ້າບໍ່ແມ່ນຍ້ອນການຊີ້ນໍາຂອງພຣະວິນຍານຂອງເຮົາ, ແມ່ນໃຜຈາກເຜົ່າພັນມະນຸດທັງໝົດ ທີ່ຈະຍັງມີຊີວິດຢູ່ໃນຍຸກປັດຈຸບັນ? ເມື່ອເຮົາເວົ້າວ່າ ເຮົາມີຊີວິດ ແລະ ກະທໍາການຮ່ວມກັນກັບມະນຸດ, ເຮົາໄດ້ເວົ້າເກີນຄວາມຈິງບໍ່? ໃນອະດີດ, ເຮົາໄດ້ເວົ້າວ່າ “ເຮົາໄດ້ສ້າງມະນຸດ ແລະ ຊີ້ນໍາມະນຸດທັງໝົດ ແລະ ບັນຊາມະນຸດທັງໝົດ”; ນີ້ບໍ່ແມ່ນຄວາມຈິງບໍ? ເປັນໄປໄດ້ບໍ ທີ່ປະສົບການຂອງພວກເຈົ້າ ກ່ຽວກັບສິ່ງເຫຼົ່ານີ້ແມ່ນບໍ່ພຽງພໍ? ພຽງແຕ່ວະລີທີ່ວ່າ: “ຜູ້ເຮັດການບໍລິການ” ກໍຈະອະທິບາຍເຖິງຊີວິດທັງໝົດຂອງພວກເຈົ້າແລ້ວ. ຖ້າບໍ່ມີປະສົບການຕົວຈິງ, ມະນຸດຈະບໍ່ມີວັນມາຮູ້ຈັກເຮົາ. ພວກເຂົາຈະບໍ່ມີວັນສາມາດມາຮູ້ຈາກເຮົາຜ່ານພຣະທໍາຂອງເຮົາ. ຢ່າງໃດກໍຕາມ, ໃນປັດຈຸບັນ ເຮົາໄດ້ມາຢູ່ທ່າມກາງພວກເຈົ້າດ້ວຍຕົວເອງ. ສິ່ງນີ້ຈະບໍ່ເປັນປະໂຫຍດຫຼາຍຕໍ່ຄວາມເຂົ້າໃຈຂອງພວກເຈົ້າບໍ? ການບັງເກີດເປັນມະນຸດຂອງເຮົາຍັງບໍ່ແມ່ນຄວາມລອດພົ້ນສໍາລັບພວກເຈົ້າບໍ? ຖ້າເຮົາບໍ່ລົງມາສູ່ມະນຸດຊາດດ້ວຍຕົວຂອງເຮົາເອງ, ເຜົ່າພັນມະນຸດທັງໝົດກໍຈະເຕັມໄປດ້ວຍຄວາມຄິດ ທີ່ຖືກຊາຕານຄອບງຳແຕ່ດົນນານແລ້ວ ເພາະວ່າສິ່ງທີ່ເຈົ້າເຊື່ອແມ່ນເປັນພຽງພາບລັກຂອງຊາຕານ ແລະ ບໍ່ມີຫຍັງກ່ຽວຂ້ອງກັບພຣະເຈົ້າເອງເລີຍ. ນີ້ບໍ່ແມ່ນຄວາມລອດພົ້ນຂອງເຮົາບໍ?

ເມື່ອຊາຕານມາຢູ່ຕໍ່ໜ້າເຮົາ, ເຮົາບໍ່ໄດ້ຖອຍຫຼັງຈາກຄວາມໂຫດຮ້າຍປ່າເຖື່ອນຂອງມັນ ແລະ ເຮົາບໍ່ໄດ້ຕົກໃຈຈາກຄວາມສະຫຍົດສະຫຍອງຂອງມັນ: ເຮົາພຽງແຕ່ເມີນເສີຍກັບມັນ. ເມື່ອຊາຕານລໍ້ລວງເຮົາ, ເຮົາກໍເຫັນເຖິງເລ່ກົນຂອງມັນ ເຊິ່ງເຮັດໃຫ້ມັນຍ່າງຫຼົບໜ້າໄປດ້ວຍຄວາມລະອາຍໃຈ ແລະ ດ້ວຍຄວາມອັບອາຍຂາຍໜ້າ. ເມື່ອຊາຕານຕໍ່ສູ້ກັບເຮົາ ແລະ ພະຍາຍາມຍາດເອົາຜູ້ຄົນທີ່ເຮົາເລືອກ, ເຮົາກໍຕໍ່ສູ້ກັບມັນໃນເນື້ອໜັງຂອງເຮົາ; ແລະ ໃນເນື້ອໜັງຂອງເຮົາ ເຮົາກໍໄດ້ບໍາລຸງຮັກສາ ແລະ ດູແລປະຊາຊົນຂອງເຮົາ ເພື່ອວ່າ ພວກເຂົາຈະບໍ່ລົ້ມລົງ ຫຼື ຫຼົງທາງໄດ້ຢ່າງງ່າຍດາຍ ແລະ ເຮົາຈະນໍາພາພວກເຂົາໃນທຸກບາດກ້າວຂອງເສັ້ນທາງ. ເມື່ອຊາຕານຖອຍໄປດ້ວຍຄວາມພ່າຍແພ້ ເຮົາຈະໄດ້ຮັບສະຫງ່າລາສີຈາກປະຊາຊົນຂອງເຮົາ ແລະ ປະຊາຊົນຂອງເຮົາຈະເປັນພະຍານທີ່ງົດງາມ ແລະ ກຶກກ້ອງໃຫ້ແກ່ເຮົາ. ດັ່ງນັ້ນ, ເຮົາຈະເອົາສິ່ງທີ່ກີດຂວາງແຜນການຄຸ້ມຄອງຂອງເຮົາ ແລະ ຖິ້ມພວກມັນເປັນຄັ້ງສຸດທ້າຍລົງໃສ່ຂຸມທີ່ເລິກທີ່ສຸດ. ນີ້ແມ່ນແຜນການຂອງເຮົາ; ນີ້ແມ່ນພາລະກິດຂອງເຮົາ. ໃນຊີວິດຂອງພວກເຈົ້າ, ອາດຈະມີມື້ທີ່ເຈົ້າ ພົບກັບສະຖານະການດັ່ງກ່າວ: ເຈົ້າຈະເຕັມໃຈປ່ອຍໃຫ້ຕົວເອງຖືກຊາຕານຈັບກຸມໄປບໍ ຫຼື ຈະຍອມໃຫ້ເຮົາຮັບເອົາເຈົ້າ? ນີ້ແມ່ນຊາຕາກໍາຂອງເຈົ້າເອງ ແລະ ເຈົ້າຕ້ອງພິຈາລະນາມັນຢ່າງລະມັດລະວັງ.

ຊີວິດໃນອານາຈັກແມ່ນຊີວິດຂອງຜູ້ຄົນ ແລະ ພຣະເຈົ້າເອງ. ມະນຸດທຸກຄົນແມ່ນນອນຢູ່ພາຍໃຕ້ການເບິ່ງແຍງ ແລະ ການປົກປ້ອງຂອງເຮົາ ແລະ ທຸກຄົນແມ່ນເຮັດການຕໍ່ສູ້ຈົນຕາຍກັບມັງກອນແດງທີ່ຍິ່ງໃຫຍ່. ເພື່ອເອົາຊະນະການຕໍ່ສູ້ຄັ້ງສຸດທ້າຍນີ້, ເພື່ອກໍາຈັດມັງກອນແດງທີ່ຍິ່ງໃຫຍ່, ທຸກຄົນຄວນຖວາຍຊີວິດທັງໝົດຂອງພວກເຂົາໃຫ້ແກ່ເຮົາໃນອານາຈັກຂອງເຮົາ. “ອານາຈັກ” ທີ່ກ່າວຢູ່ບ່ອນນີ້ແມ່ນໝາຍເຖິງຊີວິດທີ່ດໍາລົງຢູ່ພາຍໃຕ້ການຄຸ້ມຄອງໂດຍກົງຈາກຄວາມເປັນພຣະເຈົ້າ ທີ່ເຮົາໄດ້ຊີ້ນໍາມະນຸດທຸກຄົນ, ຜູ້ທີ່ຍອມຮັບການຝຶກອົບຮົມຂອງເຮົາໂດຍກົງ ເພື່ອວ່າ ຊີວິດຂອງພວກເຂົາ ເຖິງແມ່ນວ່າ ຈະຍັງຢູ່ເທິງແຜ່ນດິນໂລກແຕ່ຄືກັບວ່າຢູ່ໃນສະຫວັນ ນັ້ນກໍຄືການເຂົ້າໃຈທີ່ແທ້ຈິງເຖິງຊີວິດໃນສະຫວັນຊັ້ນສາມ. ເຖິງແມ່ນວ່າ ເຮົາຈະຢູ່ໃນເນື້ອໜັງຂອງເຮົາ ແຕ່ເຮົາກໍບໍ່ໄດ້ທົນທຸກກັບຂໍ້ຈໍາກັດຂອງເນື້ອໜັງ. ຫຼາຍຄັ້ງທີ່ເຮົາໄດ້ມາຢູ່ໃນທ່າມກາງມະນຸດ ເພື່ອຟັງຄໍາອະທິຖານຂອງເຂົາ ແລະ ຫຼາຍຄັ້ງທີ່ເຮົາໄດ້ມາຍ່າງໃນທ່າມກາງມະນຸດ ແລະ ມີຄວາມສຸກກັບຄໍາສັນລະເສີນຂອງພວກເຂົາ; ເຖິງແມ່ນວ່າ ມະນຸດຈະບໍ່ເຄີຍຮູ້ເຖິງການມີຢູ່ຂອງເຮົາ ແຕ່ເຮົາກໍຍັງເຮັດພາລະກິດຂອງເຮົາດ້ວຍວິທີນີ້. ໃນບ່ອນພັກອາໄສຂອງເຮົາ ເຊິ່ງກໍຄືບ່ອນທີ່ເຮົາລີ້ຊ້ອນຢູ່. ຢ່າງໃດກໍຕາມ, ໃນບ່ອນພັກອາໄສຂອງເຮົາ, ເຮົາໄດ້ເອົາຊະນະສັດຕູທັງໝົດຂອງເຮົາ; ໃນບ່ອນພັກອາໄສຂອງເຮົາ, ເຮົາໄດ້ຮັບປະສົບການທີ່ແທ້ຈິງ ກ່ຽວກັບການດໍາລົງຊີວິດຢູ່ເທິງແຜ່ນດິນໂລກ; ໃນບ່ອນພັກອາໄສຂອງເຮົາ, ເຮົາສັງເກດເບິ່ງທຸກຄໍາເວົ້າ ແລະ ການກະທໍາຂອງມະນຸດ ແລະ ເຝົ້າເບິ່ງ ແລະ ນໍາພາເຜົ່າພັນມະນຸດທັງໝົດ. ຖ້າມະນຸດສາມາດຮູ້ສຶກເປັນຫ່ວງຕໍ່ເຈດຕະນາຂອງເຮົາ, ສາມາດເຮັດໃຫ້ເຮົາພໍໃຈ ແລະ ມອບຄວາມສຸກໃຫ້ແກ່ເຮົາ, ເຮົາກໍຈະໃຫ້ພອນແກ່ມະນຸດທຸກຄົນຢ່າງແນ່ນອນ. ນີ້ບໍ່ແມ່ນສິ່ງທີ່ເຮົາຕັ້ງໃຈສໍາລັບມະນຸດບໍ?

ໃນຂະນະທີ່ມະນຸດນອນໝົດສະຕິ, ມີແຕ່ສຽງຟ້າຮ້ອງຂອງເຮົາ ທີ່ປຸກໃຫ້ພວກເຂົາຕື່ນຈາກຄວາມຝັນຂອງພວກເຂົາ. ເມື່ອພວກເຂົາມືນຕາຂອງຕົວເອງ, ການເປັ່ງແສງທີ່ໜາວເຢັນເຫຼົ່ານີ້ເຮັດໃຫ້ຕາຂອງພວກເຂົາເຈັບປວດຈົນພວກເຂົາສັບສົນ ແລະ ບໍ່ຮູ້ຈັກວ່າ ພວກເຂົາແມ່ນມາແຕ່ໃສ ແລະ ບໍ່ຮູ້ວ່າ ພວກເຂົາກໍາລັງຈະໄປໃສ. ຄົນສ່ວນໃຫຍ່ແມ່ນຖືກໂຈມຕີດ້ວຍແສງທີ່ຄືກັບເລເຊີ ແລະ ລົ້ມລົງເປັນກອງພາຍໃຕ້ລົມພາຍຸ ເຊິ່ງຮ່າງກາຍຂອງພວກເຂົາກໍຖືກກະແສນໍ້າທີ່ໄຫຼແຮງພັດເອົາໄປ ໂດຍບໍ່ມີຮ່ອງຮອຍ. ໃນແສງສະຫວ່າງ, ໃນທີ່ສຸດຜູ້ທີ່ລອດຊີວິດກໍສາມາດເຫັນໃບໜ້າຂອງເຮົາຢ່າງຊັດເຈນ ແລະ ຫຼັງຈາກນັ້ນ ພວກເຂົາຈຶ່ງມາຮູ້ຈັກບາງສິ່ງ ກ່ຽວກັບຮູບລັກສະນະພາຍນອກຂອງເຮົາ ຈົນພວກເຂົາບໍ່ກ້າເບິ່ງໜ້າເຮົາໂດຍກົງອີກຕໍ່ໄປ ໂດຍຢ້ານຢູ່ເລິກໆວ່າ ເຮົາຈະຂ້ຽນຕີ ແລະ ສາບແຊ່ງເນື້ອໜັງຂອງພວກເຂົາອີກຄັ້ງ. ຫຼາຍຄົນຮ້ອງອອກ ແລະ ຮ້ອງໄຫ້ຢ່າງຂົມຂື່ນ; ຫຼາຍຄົນຕົກຢູ່ໃນຄວາມໝົດຫວັງ; ຫຼາຍຄົນສ້າງແມ່ນໍ້າດ້ວຍເລືອດຂອງພວກເຂົາ; ຫຼາຍຄົນກາຍເປັນຊາກສົບ ທີ່ໄຫຼໄປໂດຍບໍ່ມີຈຸດໝາຍໄປທາງ; ຫຼາຍຄົນພົບເຫັນແສງສະຫວ່າງ, ຮູ້ສຶກເຈັບຫົວຢ່າງແຮງທັນທີ ແລະ ຮ້ອງໄຫ້ຫຼັ່ງນໍ້າຕາຍ້ອນຄວາມທຸກທີ່ພວກເຂົາໄດ້ຮັບເປັນເວລາຫຼາຍປີ. ຫຼາຍຄົນພາຍໃຕ້ແສງສະຫວ່າງໄດ້ສາລະພາບຄວາມບໍ່ສະອາດຂອງພວກເຂົາ ແລະ ໄດ້ຕົກລົງໃຈທີ່ຈະປະຕິຮູບຕົວເອງ. ຫຼາຍຄົນທີ່ຖືກເຮັດໃຫ້ຕາບອດ ໄດ້ສູນເສຍຄວາມສຸກໃນການມີຊີວິດ ແລະ ຜົນທີ່ຕາມມາກໍຄື ບໍ່ມີຈິດໃຈທີ່ຈະສັງເກດເຫັນແສງສະຫວ່າງ ແລະ ດ້ວຍເຫດນັ້ນ ກໍພາກັນສືບຕໍ່ນີ້ງເສີຍ ລໍຖ້າຈຸດຈົບຂອງພວກເຂົາ. ຫຼາຍຄົນໄດ້ຊັກໃບເຮືອແຫ່ງຊີວິດຂຶ້ນ ແລະ ພາຍໃຕ້ການຊີ້ນໍາຂອງແສງສະຫວ່າງ ໄດ້ຄາດຫວັງຫາມື້ອື່ນຂອງພວກເຂົາດ້ວຍຄວາມຮ້ອນຮົນ. ໃນປັດຈຸບັນນີ້, ຜູ້ໃດໃນທ່າມກາງມະນຸດ ທີ່ບໍ່ມີຊີວິດໃນສະພາບດັ່ງກ່າວນີ້? ຜູ້ໃດທີ່ບໍ່ໄດ້ມີຊີວິດພາຍໃນແສງສະຫວ່າງຂອງເຮົາ? ເຖິງແມ່ນວ່າ ເຈົ້າຈະເຂັ້ມແຂງ ຫຼື ເຖິງແມ່ນວ່າ ເຈົ້າຈະອ່ອນແອ, ເຈົ້າຈະສາມາດຫຼີກເວັ້ນການມາຂອງແສງສະຫວ່າງຂອງເຮົາໄດ້ແນວໃດ?

ວັນທີ 10 ມີນາ 1992

ກ່ອນນີ້: ບົດທີ 12

ຕໍ່ໄປ: ບົດທີ 14

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້