ບົດທີ 12
ເມື່ອຟ້າແມບເຫຼື້ອມຈາກທິດຕາເວັນອອກ ເຊິ່ງຍັງແມ່ນຊ່ວງເວລາ ທີ່ເຮົາໄດ້ເລີ່ມກ່າວພຣະທໍາຂອງເຮົາ. ເມື່ອຟ້າແມບເຫຼື້ອມ ເຮັດໃຫ້ຈັກກະວານທັງໝົດມີແສງສະຫວ່າງ ແລະ ມີການປ່ຽນແປງເກີດຂຶ້ນໃນດວງດາວທັງໝົດ. ມັນຄືກັບວ່າ ເຜົ່າພັນມະນຸດທັງໝົດຖືກຈັດແຈງ. ພາຍໃຕ້ການເຮືອງແສງສະຫວ່າງນີ້ຈາກທິດຕາເວັນອອກ, ມະນຸດທຸກຄົນຖືກເປີດເຜີຍຮູບຮ່າງທີ່ແທ້ຈິງຂອງພວກເຂົາ, ຕາຂອງພວກເຂົາມືດມົວ ໂດຍບໍ່ແນ່ໃຈວ່າຈະເຮັດແນວໃດ ແລະ ຍິ່ງບໍ່ແນ່ໃຈວ່າ ຈະປິດບັງໜ້າຕາອັນຂີ້ຮ້າຍຂອງພວກເຂົາແນວໃດດີ. ພວກເຂົາຍັງຄືກັບສັດທີ່ແລ່ນໜີຈາກແສງສະຫວ່າງຂອງເຮົາ ແລະ ໄປລີ້ໄພຢູ່ໃນຖໍ້າເທິງພູເຂົາ ແຕ່ບໍ່ມີຜູ້ໃດໃນບັນດາພວກເຂົາສາມາດຫຼົບໜີຈາກແສງສະຫວ່າງຂອງເຮົາໄດ້. ມະນຸດທຸກຄົນແມ່ນພາກັນຕື່ນຕົກໃຈ, ທຸກຄົນກໍາລັງລໍຖ້າ, ທຸກຄົນກໍາລັງເຝົ້າເບິ່ງ; ພ້ອມກັບການມາຂອງແສງສະຫວ່າງຂອງເຮົາ, ທຸກຄົນດີໃຈໃນມື້ທີ່ພວກເຂົາເກີດ ແລະ ໃນທໍານອງດຽວກັນ ທຸກຄົນກໍສາບແຊ່ງມື້ທີ່ພວກເຂົາເກີດ. ຄວາມຮູ້ສຶກຢ່າງສັບສົນແມ່ນບໍ່ສາມາດອະທິບາຍໄດ້; ນໍ້າຕາຈາກການລົງໂທດຕົວເອງກາຍເປັນແມ່ນໍ້າ ແລະ ທັນທີໃດກໍຖືກກະແສນໍ້າພັດຫາມໄປໂດຍບໍ່ມີຮ່ອງຮອຍ. ມື້ຂອງເຮົາໄດ້ເຂົ້າມາໃກ້ມະນຸດທຸກຄົນອີກຄັ້ງ, ມັນໄດ້ປຸກເຜົ່າພັນມະນຸດໃຫ້ຕື່ນອີກຄັ້ງ ໂດຍມອບການເລີ່ມຕົ້ນໃໝ່ໃຫ້ແກ່ມະນຸດຊາດ. ຫົວໃຈຂອງເຮົາເຕັ້ນ ແລະ ພູເຂົາກໍໂດດຂຶ້ນເຕັ້ນດ້ວຍຄວາມດີໃຈຕາມຈັງວະເຕັ້ນຂອງຫົວໃຈຂອງເຮົາ, ແມ່ນໍ້າເຕັ້ນລໍາດ້ວຍຄວາມດີໃຈ ແລະ ຄື້ນທະເລກໍຟັດເຟືອນໃສ່ໂງ່ນຫີນ. ມັນຍາກທີ່ຈະອະທິບາຍເຖິງສິ່ງທີ່ຢູ່ໃນໃຈຂອງເຮົາ. ເຮົາຕ້ອງການເຮັດໃຫ້ສິ່ງທີ່ສົກກະປົກຖືກເຜົາໄໝ້ເປັນຂີ້ເທົ່າພາຍໃຕ້ສາຍຕາຂອງເຮົາ; ເຮົາຕ້ອງການເຮັດໃຫ້ບຸດຊາຍທີ່ບໍ່ເຊື່ອຟັງທຸກຄົນຫາຍໄປຈາກສາຍຕາຂອງເຮົາ ໂດຍບໍ່ມີວັນລັງເລໃນການມີຊີວິດຢູ່ອີກ. ເຮົາບໍ່ພຽງແຕ່ໄດ້ສ້າງການເລີ່ມຕົ້ນໃໝ່ໃນບ່ອນອາໄສຂອງມັງກອນແດງທີ່ຍິ່ງໃຫຍ່ ແຕ່ເຮົາຍັງໄດ້ເລີ່ມພາລະກິດໃໝ່ໃນຈັກກະວານ. ອີກບໍ່ດົນ ອານາຈັກຕ່າງໆຂອງແຜ່ນດິນໂລກຈະກາຍເປັນອານາຈັກຂອງເຮົາ; ອີກບໍ່ດົນ ອານາຈັກຕ່າງໆຂອງແຜ່ນດິນໂລກຈະບໍ່ມີຢູ່ອີກຕະຫຼອດການ ຍ້ອນອານາຈັກຂອງເຮົາ, ຍ້ອນເຮົາໄດ້ຮັບໄຊຊະນະແລ້ວ ແລະ ຍ້ອນເຮົາໄດ້ກັບມາຢ່າງມີໄຊ. ມັງກອນແດງທີ່ຍິ່ງໃຫຍ່ໄດ້ພະຍາຍາມທຸກວິທີການທີ່ເປັນໄປໄດ້ ເພື່ອທໍາລາຍແຜນການຂອງເຮົາ ໂດຍຫວັງທີ່ຈະລົບລ້າງພາລະກິດຂອງເຮົາອອກຈາກແຜ່ນດິນໂລກ ແຕ່ກົນອຸບາຍອັນຫຼອກລວງຂອງມັນຈະສາມາດເຮັດໃຫ້ເຮົາໝົດກໍາລັງໃຈໄດ້ບໍ? ການຂົ່ມຂູ່ຂອງມັນຈະສາມາດເຮັດໃຫ້ເຮົາຕົກໃຈຈົນສູນເສຍຄວາມໝັ້ນໃຈບໍ? ບໍ່ເຄີຍມີສິ່ງມີຊີວິດແມ່ນແຕ່ໜຶ່ງຊີວິດໃນສະຫວັນ ຫຼື ຢູ່ເທິງແຜ່ນດິນໂລກ ທີ່ເຮົາບໍ່ໄດ້ກໍາໄວ້ໃນກໍາມືຂອງເຮົາ; ສິ່ງນີ້ຍິ່ງເປັນຈິງຫຼາຍສໍ່າໃດກັບມັງກອນແດງທີ່ຍິ່ງໃຫຍ່, ອຸປະກອນນີ້ທີ່ຮັບໃຊ້ເປັນຕົວປະກອບໃຫ້ເຮົາ? ມັນບໍ່ແມ່ນວັດຖຸທີ່ຖືກຄວບຄຸມດ້ວຍມືຂອງເຮົາເຊັ່ນກັນບໍ?
ໃນລະຫວ່າງການບັງເກີດເປັນມະນຸດຂອງເຮົາໃນໂລກມະນຸດ, ພາຍໃຕ້ການຊີ້ນໍາຂອງເຮົາ ມະນຸດໄດ້ມາຮອດຍຸກນີ້ໂດຍທີ່ບໍ່ຮູ້ຕົວ ແລະ ໄດ້ຮູ້ຈັກເຮົາໂດຍບໍ່ຮູ້ຕົວ. ແຕ່ສໍາລັບວິທີຍ່າງເສັ້ນທາງທີ່ຢູ່ຂ້າງໜ້ານັ້ນບໍ່ມີຜູ້ໃດມີແນວຄິດແມ່ນແຕ່ໜ້ອຍດຽວ ຫຼື ບໍ່ມີຜູ້ໃດຮູ້ເລີຍ ແລະ ແຮງໄກທີ່ຈະມີຜູ້ໃດຮູ້ວ່າ ເສັ້ນທາງນັ້ນຈະພາພວກເຂົາໄປໃນທິດທາງໃດ. ມີພຽງການເຝົ້າເບິ່ງຂອງພຣະອົງຜູ້ຊົງລິດທານຸພາບສູງສຸດເທົ່ານັ້ນ ພວກເຂົາຈຶ່ງຈະສາມາດຍ່າງຕາມເສັ້ນທາງໄປເຖິງທີ່ສຸດໄດ້; ມີພຽງການຊີ້ນໍາໂດຍຟ້າແມບເຫຼື້ອມໃນທິດຕາເວັນອອກເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດຜ່ານທາງເຂົ້າທີ່ນໍາໄປສູ່ອານາຈັກຂອງເຮົາໄດ້. ໃນທ່າມກາງມະນຸດ ແມ່ນບໍ່ເຄີຍມີຜູ້ໃດທີ່ໄດ້ເຫັນໃບໜ້າຂອງເຮົາ, ບໍ່ມີຜູ້ໃດເຫັນສາຍຟ້າແມບໃນທິດຕາເວັນອອກ; ແລ້ວຈະມີຄົນໜ້ອຍສໍ່າໃດທີ່ໄດ້ຍິນພຣະວັດຈະນະຈາກບັນລັງຂອງເຮົາ? ທີ່ຈິງແລ້ວ ນັບຕັ້ງແຕ່ຍຸກບູຮານ ບໍ່ມີມະນຸດແມ່ນແຕ່ຄົນດຽວ ທີ່ໄດ້ມາພົວພັນໂດຍກົງກັບຕົວຕົນຂອງເຮົາ; ມີພຽງໃນປັດຈຸບັນເທົ່ານັ້ນ ເມື່ອເຮົາໄດ້ມາສູ່ໂລກ ມະນຸດຈຶ່ງມີໂອກາດເຫັນເຮົາ. ແຕ່ເຖິງຕອນນີ້ ມະນຸດກໍຍັງບໍ່ຮູ້ຈັກເຮົາ, ພວກເຂົາພຽງແຕ່ເບິ່ງໜ້າເຮົາ ແລະ ໄດ້ຍິນສຽງຂອງເຮົາເທົ່ານັ້ນ ແຕ່ຍັງບໍ່ເຂົ້າໃຈຄວາມໝາຍຂອງເຮົາ. ມະນຸດທຸກຄົນແມ່ນເປັນແບບນີ້. ໃນຖານະທີ່ເປັນໜຶ່ງໃນບັນດາປະຊາຊົນຂອງເຮົາ, ພວກເຈົ້າບໍ່ຮູ້ສຶກພາກພູມໃຈຢ່າງຍິ່ງບໍ ເມື່ອພວກເຈົ້າເຫັນໜ້າຂອງເຮົາ? ພວກເຈົ້າບໍ່ຮູ້ສຶກອັບອາຍຢ່າງໜ້າສົງສານບໍ ທີ່ພວກເຈົ້າບໍ່ຮູ້ຈັກເຮົາ? ເຮົາຍ່າງຢູ່ທ່າມກາງມະນຸດ ແລະ ເຮົາດໍາລົງຊີວິດໃນທ່າມກາງມະນຸດ ເພາະວ່າເຮົາໄດ້ກາຍເປັນເນື້ອໜັງ ແລະ ເຮົາໄດ້ມາສູ່ໂລກມະນຸດ. ເປົ້າໝາຍຂອງເຮົາບໍ່ພຽງແຕ່ເຮັດໃຫ້ມະນຸດສາມາດເບິ່ງເນື້ອໜັງຂອງເຮົາ; ຍິ່ງສໍາຄັນໄປກວ່ານັ້ນ, ມັນແມ່ນເພື່ອເຮັດໃຫ້ມະນຸດສາມາດຮູ້ຈັກເຮົາ. ຍິ່ງໄປກວ່ານັ້ນ, ເຮົາຈະລົງໂທດມະນຸດຍ້ອນບາບຂອງພວກເຂົາຜ່ານເນື້ອໜັງທີ່ບັງເກີດເປັນມະນຸດຂອງເຮົາ; ເຮົາຈະດັບສູນມັງກອນແດງທີ່ຍິ່ງໃຫຍ່ ແລະ ທໍາລາຍລ້າງຖໍ້າຂອງມັນຜ່ານເນື້ອໜັງທີ່ບັງເກີດເປັນມະນຸດຂອງເຮົາ.
ເຖິງວ່າ ມະນຸດທີ່ອາໄສຢູ່ໃນແຜ່ນດິນໂລກຈະມີຫຼາຍຄືກັບດວງດາວ ແຕ່ເຮົາກໍຮູ້ພວກເຂົາທຸກຄົນຢ່າງຊັດເຈນຄືກັບຝາມືເຮົາເອງ. ເຖິງວ່າ ມະນຸດທີ່ “ຮັກ” ເຮົາຈະມີຫຼາຍຈົນນັບບໍ່ຖ້ວນຄືກັບເມັດຊາຍໃນທະເລ ແຕ່ຈະມີບາງຄົນເທົ່ານັ້ນທີ່ຈະຖືກເຮົາເລືອກ: ມີພຽງແຕ່ຜູ້ທີ່ສະແຫວງຫາແສງສະຫວ່າງເທົ່ານັ້ນ ທີ່ຈະຖືກແຍກອອກຈາກຜູ້ທີ່ “ຮັກ” ເຮົາ. ເຮົາບໍ່ໄດ້ປະເມີນຄ່າມະນຸດສູງເກີນໄປ ແລະ ເຮົາບໍ່ໄດ້ປະເມີນຄ່າເຂົາຕໍ່າເກີນໄປ; ກົງກັນຂ້າມ, ເຮົາຮຽກຮ້ອງມະນຸດຕາມລັກສະນະທໍາມະຊາດຂອງເຂົາ ແລະ ດ້ວຍເຫດນັ້ນ ສິ່ງທີ່ເຮົາຕ້ອງການແມ່ນຄົນປະເພດທີ່ສະແຫວງຫາເຮົາຢ່າງຈິງໃຈ ຜູ້ທີ່ຈະເຮັດໃຫ້ເຮົາບັນລຸເປົ້າໝາຍຂອງເຮົາໃນການເລືອກຜູ້ຄົນ. ມີສັດຮ້າຍຢ່າງຫຼວງຫຼາຍເທິງພູເຂົາ ແຕ່ພວກມັນທຸກໂຕເຊື່ອຟັງເຮົາຄືດັ່ງໂຕແກະທີ່ຢູ່ຕໍ່ໜ້າເຮົາ; ມີຄວາມລຶກລັບທີ່ຢັ່ງບໍ່ເຖິງນອນຢູ່ກ້ອງຄື້ນທະເລ ແຕ່ພວກມັນສະແດງຕົວເອງຕໍ່ເຮົາຢ່າງຊັດເຈນຄືກັບທຸກສິ່ງທີ່ຢູ່ເທິງແຜ່ນດິນໂລກ; ໃນສະຫວັນເບື້ອງເທິງແມ່ນອານາຈັກທີ່ມະນຸດບໍ່ມີວັນຈະໄປເຖິງ ແຕ່ເຮົາກໍຍ່າງໄປມາຢ່າງອິດສະຫຼະໃນອານາຈັກເຫຼົ່ານັ້ນທີ່ບໍ່ສາມາດເຂົ້າເຖິງໄດ້. ມະນຸດບໍ່ເຄີຍຮູ້ຈັກເຮົາໃນແສງສະຫວ່າງ ແຕ່ເຫັນເຮົາໃນໂລກແຫ່ງຄວາມມືດເທົ່ານັ້ນ. ພວກເຈົ້າບໍ່ໄດ້ຢູ່ໃນສະພາບດຽວກັນກັບໃນປັດຈຸບັນບໍ? ມັນແມ່ນໃນຈຸດສູງສຸດຂອງການອາລະວາດຂອງມັງກອນແດງທີ່ຍິ່ງໃຫຍ່ ທີ່ເຮົາໄດ້ກາຍມາເປັນເນື້ອໜັງຢ່າງເປັນທາງການເພື່ອປະຕິບັດພາລະກິດຂອງເຮົາ. ເມື່ອມັງກອນແດງທີ່ຍິ່ງໃຫຍ່ເປີດເຜີຍຮູບຮ່າງທີ່ແທ້ຈິງຂອງມັນເປັນຄັ້ງທໍາອິດ ເຮົາກໍເປັນພະຍານໃຫ້ແກ່ນາມຂອງເຮົາ. ເມື່ອເຮົາຍ່າງໄປມາຢູ່ຖະໜົນຂອງມະນຸດຊາດ, ບໍ່ມີສິ່ງມີຊີວິດແມ່ນແຕ່ໜຶ່ງຊີວິດ ແລະ ມະນຸດແມ່ນແຕ່ໜຶ່ງຄົນ ທີ່ຕົກໃຈຈົນສະດຸ້ງຕື່ນ ແລະ ດ້ວຍເຫດນັ້ນ ເມື່ອເຮົາບັງເກີດເປັນມະນຸດໃນໂລກມະນຸດ ຈຶ່ງບໍ່ມີໃຜຮູ້ເຖິງສິ່ງນີ້. ແຕ່ເມື່ອເຮົາເລີ່ມປະຕິບັດພາລະກິດຂອງເຮົາໃນເນື້ອໜັງທີ່ບັງເກີດເປັນມະນຸດຂອງເຮົາ, ສຽງຂອງເຮົາທີ່ດັງຄືສຽງຟ້າຮ້ອງກໍໄດ້ປຸກມວນມະນຸດ ແລະ ເຮັດໃຫ້ພວກເຂົາຕື່ນຈາກຄວາມຝັນຂອງພວກເຂົາ ແລະ ນັບແຕ່ນັ້ນມາ ພວກເຂົາກໍໄດ້ເລີ່ມຕົ້ນຊີວິດຂອງພວກເຂົາພາຍໃຕ້ການຊີ້ນໍາຂອງເຮົາ. ໃນທ່າມກາງຜູ້ຄົນ ເຮົາໄດ້ເລີ່ມພາລະກິດຂອງເຮົາອີກຄັ້ງ. ການທີ່ໄດ້ເວົ້າວ່າ ພາລະກິດຂອງເຮົາຍັງບໍ່ສໍາເລັດ ແມ່ນພຽງພໍທີ່ຈະສະແດງໃຫ້ເຫັນວ່າ ປະຊາຊົນຂອງເຮົາທີ່ເຮົາໄດ້ກ່າວເຖິງນັ້ນບໍ່ແມ່ນຜູ້ທີ່ເຮົາຕ້ອງການໃນໃຈຂອງເຮົາ ແຕ່ຢ່າງໃດກໍຕາມ ເຮົາຍັງຈະເລືອກບາງຄົນຈາກທ່າມກາງພວກເຂົາ. ຈາກສິ່ງນີ້ມັນຊັດເຈນແລ້ວວ່າ ເຮົາບໍ່ພຽງແຕ່ເຮັດໃຫ້ປະຊາຊົນຂອງເຮົາສາມາດຮູ້ຈັກພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນ ແຕ່ຍັງຊໍາລະລ້າງພວກເຂົາອີກດ້ວຍ. ເນື່ອງຈາກຄວາມຮຸນແຮງຂອງພຣະດໍາລັດແຫ່ງການປົກຄອງຂອງເຮົາ, ຄົນສ່ວນໃຫຍ່ຈຶ່ງຍັງຢູ່ໃນອັນຕະລາຍຈາກການຖືກເຮົາກໍາຈັດ. ນອກຈາກວ່າ ພວກເຈົ້າຈະໃຊ້ຄວາມພະຍາຍາມຢ່າງໜັກ ເພື່ອຈັດການກັບຕົວເອງ, ເພື່ອເອົາຊະນະຕົວເອງ ເຊິ່ງນອກຈາກວ່າ ພວກເຈົ້າຈະເຮັດສິ່ງນີ້ ພວກເຈົ້າຈະກາຍເປັນສິ່ງທີ່ເຮົາລັງກຽດ ແລະ ປະຕິເສດຢ່າງແນ່ນອນ ໂດຍຈະຖືກຖິ້ມລົງໄປນະຮົກຢ່າງບໍ່ມີທາງໜີພົ້ນໄດ້ ຄືກັບໂປໂລຜູ້ທີ່ໄດ້ຮັບການຂ້ຽນຕີຈາກມືຂອງເຮົາ. ພວກເຈົ້າໄດ້ຮຽນຮູ້ບາງສິ່ງຈາກພຣະທໍາຂອງເຮົາບໍ? ດັ່ງທີ່ຜ່ານມາ, ມັນແມ່ນເຈດຕະນາຂອງເຮົາທີ່ຈະຊໍາລະລ້າງຄຣິສຕະຈັກ ເພື່ອສືບຕໍ່ເຮັດໃຫ້ຜູ້ຄົນທີ່ເຮົາຕ້ອງການບໍລິສຸດ ເພາະວ່າເຮົາຄືພຣະເຈົ້າ ຜູ້ທີ່ບໍລິສຸດ ແລະ ສົມບູນທີ່ສຸດ. ເຮົາຈະສ້າງພຣະວິຫານຂອງເຮົາ ບໍ່ແມ່ນພຽງເພື່ອເຮັດໃຫ້ມັນມີສີຮຸ້ງເທົ່ານັ້ນ ແຕ່ຍັງຈະເຮັດໃຫ້ມັນຂາວສະອາດທັງພາຍໃນ ແລະ ພາຍນອກ. ເມື່ອຢູ່ຕໍ່ໜ້າເຮົາ, ພວກເຈົ້າທຸກຄົນຄວນຄິດຄືນຫຼັງ ກ່ຽວກັບສິ່ງທີ່ພວກເຈົ້າໄດ້ເຮັດໃນອະດີດ ແລະ ຕັດສິນໃຈວ່າ ໃນປັດຈຸບັນພວກເຈົ້າສາມາດຕັ້ງໃຈ ມອບຄວາມເພິ່ງພໍໃຈທີ່ສົມບູນໃຫ້ແກ່ເຮົາໄດ້ ຫຼື ບໍ່.
ມະນຸດບໍ່ພຽງແຕ່ຈະບໍ່ຮູ້ຈັກເຮົາໃນເນື້ອໜັງເທົ່ານັ້ນ; ຍິ່ງໄປກວ່ານັ້ນ, ເຂົາບໍ່ສາມາດເຂົ້າໃຈຕົວເອງທີ່ອາໄສຢູ່ໃນຮ່າງກາຍທີ່ເປັນເນື້ອໜັງ. ເປັນເວລາຫຼາຍປີ, ມະນຸດໄດ້ຫຼອກລວງເຮົາ ໂດຍປະຕິບັດກັບເຮົາຄືກັບແຂກພາຍນອກ. ຫຼາຍຄັ້ງ ພວກເຂົາໄດ້ “ອັດປະຕູເຮືອນຂອງພວກເຂົາ” ໂດຍປ່ອຍໃຫ້ເຮົາຢູ່ຂ້າງນອກ; ຫຼາຍຄັ້ງ ເມື່ອຢືນຢູ່ຕໍ່ໜ້າເຮົາ, ພວກເຂົາບໍ່ສົນໃຈເຮົາ; ຫຼາຍຄັ້ງ ພວກເຂົາໄດ້ປະຖິ້ມເຮົາໃນທ່າມກາງຄົນອື່ນໆ; ຫຼາຍຄັ້ງ ພວກເຂົາໄດ້ປະຕິເສດເຮົາເມື່ອຢູ່ຕໍ່ໜ້າຜີຮ້າຍ; ແລະ ຫຼາຍຄັ້ງທີ່ພວກເຂົາໄດ້ໂຈມຕີເຮົາດ້ວຍປາກແຂງຂອງພວກເຂົາ. ແຕ່ເຮົາບໍ່ໄດ້ບັນທຶກຄວາມອ່ອນແອຂອງມະນຸດ ແລະ ເນື່ອງຈາກຄວາມບໍ່ເຊື່ອຟັງຂອງເຂົາ ເຮົາກໍບໍ່ຂໍເອົາແຂ້ວມາແລກກັບແຂ້ວ. ສິ່ງດຽວທີ່ເຮົາໄດ້ເຮັດແມ່ນໃຫ້ຢາກັບຄວາມເຈັບເປັນຂອງເຂົາ ເພື່ອຮັກສາພະຍາດທີ່ຮັກສາບໍ່ໄດ້ຂອງເຂົາເພື່ອເປັນການຟື້ນຟູສຸຂະພາບຂອງເຂົາ ເພື່ອວ່າເຂົາອາດຈະຮູ້ຈັກເຮົາ. ແລ້ວທຸກສິ່ງທີ່ເຮົາເຮັດບໍ່ແມ່ນເພື່ອການຢູ່ລອດຂອງມະນຸດ ແລະ ເພື່ອໃຫ້ໂອກາດຊີວິດແກ່ມະນຸດບໍ? ເຮົາໄດ້ມາສູ່ໂລກຂອງມະນຸດເປັນເວລາຫຼາຍຄັ້ງ ແຕ່ມະນຸດບໍ່ໄດ້ນັບຖືເຮົາ ຍ້ອນເຮົາໄດ້ມາສູ່ໂລກດ້ວຍຕົວຕົນຂອງເຮົາເອງ; ກົງກັນຂ້າມ, ແຕ່ລະຄົນເຮັດຕາມທີ່ເຂົາເຫັນວ່າເໝາະສົມ ແລະ ຊອກຫາທາງອອກເພື່ອຕົວເອງ. ພວກເຂົາບໍ່ຮູ້ເລີຍວ່າ ທຸກເສັ້ນທາງທີ່ຢູ່ລຸ່ມສະຫວັນແມ່ນມາຈາກມືຂອງເຮົາ! ພວກເຂົາບໍ່ຮູ້ເລີຍວ່າ ທຸກສິ່ງທີ່ຢູ່ລຸ່ມສະຫວັນແມ່ນຢູ່ພາຍໃຕ້ການບັນຊາຂອງເຮົາ! ຜູ້ໃດໃນບັນດາພວກເຈົ້າທີ່ກ້າມີຄວາມບໍ່ພໍໃຈໃນຫົວໃຈຂອງຕົນເອງບໍ່? ຜູ້ໃດໃນບັນດາພວກເຈົ້າທີ່ກ້າເຫັນດີແບບບໍ່ຈິງຈັງບໍ່? ເຮົາພຽງແຕ່ປະຕິບັດພາລະກິດຂອງເຮົາໃນທ່າມກາງມະນຸດຢ່າງງຽບໆ ເທົ່ານັ້ນເອງ. ໃນໄລຍະຂອງການບັງເກີດເປັນມະນຸດຂອງເຮົາ, ຖ້າເຮົາບໍ່ເຫັນອົກເຫັນໃຈຕໍ່ຄວາມອ່ອນແອຂອງມະນຸດ ແລ້ວຄວາມເປັນມະນຸດທຸກຄົນກໍຈະຕົກໃຈຈົນເຮັດຫຍັງບໍ່ຖືກຍ້ອນການບັງເກີດເປັນມະນຸດຂອງເຮົາ ແລະ ດ້ວຍເຫດນັ້ນ ກໍຈະຕົກສູ່ແດນມໍລະນາ. ມັນເປັນຍ້ອນວ່າເຮົາຖ່ອມຕົນເອງ ແລະ ໄດ້ເຊື່ອງຊ້ອນຕົນເອງ ມະນຸດຈຶ່ງໄດ້ລອດພົ້ນຈາກຄວາມຫາຍະນະ, ໄດ້ລອດພົ້ນຈາກການຂ້ຽນຕີຂອງເຮົາ ແລະ ດັ່ງນັ້ນ ຈຶ່ງໄດ້ມາເຖິງປັດຈຸບັນ. ເມື່ອຮູ້ແລ້ວວ່າມັນລໍາບາກພຽງໃດກ່ອນຈະມາເຖິງປັດຈຸບັນ, ແລ້ວພວກເຈົ້າຍິ່ງບໍ່ຄວນຖະໜອມອະນາຄົດທີ່ຍັງບໍ່ທັນມາເຖິງໃຫ້ຫຼາຍກວ່ານີ້ບໍ?
ວັນທີ 8 ມີນາ 1992