ບົດທີ 38

ບໍ່ເຄີຍມີຮ່ອງຮອຍຂອງເຮົາ ແລະ ບໍ່ເຄີຍມີການຊີ້ນໍາຂອງພຣະທໍາຂອງເຮົາໃນສິ່ງທີ່ມະນຸດຜະເຊີນ. ດ້ວຍເຫດນັ້ນ, ເຮົາຈຶ່ງເຮັດໃຫ້ມະນຸດຢູ່ຫ່າງຕະຫຼອດ ແລະ ຫຼັງຈາກນັ້ນກໍຈາກເຂົາໄປ. ເຮົາກຽດຊັງຄວາມບໍ່ເຊື່ອຟັງຂອງມະນຸດ. ເຮົາບໍ່ຮູ້ວ່າເປັນຫຍັງ; ເບິ່ງຄືວ່າເຮົາກຽດຊັງມະນຸດນັບແຕ່ຕອນຕົ້ນ ແລະ ເຖິງຢ່າງນັ້ນ ເຮົາກໍຮູ້ສຶກເຫັນອົກເຫັນໃຈເຂົາຢ່າງເລິກເຊິ່ງ. ສະນັ້ນ, ຜູ້ຄົນຈຶ່ງມີສອງທັດສະນະຕໍ່ເຮົາສະເໝີ ເນື່ອງຈາກວ່າ ເຮົາຮັກມະນຸດ ແລະ ເຮົາກໍຊັງມະນຸດເຊັ່ນກັນ. ຜູ້ໃດໃນບັນດາມະນຸດທີ່ສົນໃຈຄວາມຮັກຂອງເຮົາຢ່າງແທ້ຈິງ? ແລ້ວມີຜູ້ໃດທີ່ສົນໃຈຄວາມກຽດຊັງຂອງເຮົາ? ໃນສາຍຕາຂອງເຮົາ, ມະນຸດແມ່ນສິ່ງທີ່ຕາຍໄປແລ້ວ ທີ່ບໍ່ມີຊີວິດຄືກັບຮູບປັ້ນດິນໜຽວໃນທ່າມກາງທຸກສິ່ງ. ຍ້ອນຄວາມບໍ່ເຊື່ອຟັງຂອງເຂົາ, ມະນຸດຈຶ່ງໄດ້ກະຕຸ້ນຄວາມໂມໂຫຂອງເຮົາເປັນບາງຄັ້ງບາງຄາວ. ໃນເວລາທີ່ເຮົາດໍາລົງຊີວິດໃນທ່າມກາງມະນຸດ, ພວກເຂົາກໍມີຮອຍຍິ້ມເລັກນ້ອຍເມືອເຮົາມາຮອດຢ່າງກະທັນຫັນ ຍ້ອນພວກເຂົາ “ສະແຫວງຫາ” ເຮົາຢ່າງມີສະຕິຕະຫຼອດເວລາ ຄືກັບວ່າ ເຮົາກໍາລັງຫຼິ້ນກັບມະນຸດຢູ່ແຜ່ນດິນໂລກ. ພວກເຂົາບໍ່ເຄີຍຈິງຈັງກັບເຮົາ ແລະ ຍ້ອນທັດສະນະຂອງພວກເຂົາທີ່ມີຕໍ່ເຮົາ ເຮົາຈຶ່ງບໍ່ມີທາງເລືອກນອກຈາກ “ອອກບໍານານ” ຈາກ “ໜ່ວຍງານເຮັດວຽກ” ຂອງມະນຸດ. ເຖິງຢ່າງໃດກໍຕາມ, ເຮົາປາຖະໜາທີ່ຈະກ່າວວ່າ ເຖິງແມ່ນວ່າເຮົາຈະ “ອອກບໍານານ” ແຕ່ “ເບ້ຍບໍານານ” ຂອງເຮົາແມ່ນບໍ່ສາມາດຂາດເງິນແມ່ນແຕ່ກີບດຽວ. ຍ້ອນ “ຄວາມອາວຸໂສ” ຂອງເຮົາໃນ “ໜ່ວຍງານເຮັດວຽກ” ຂອງມະນຸດ, ເຮົາຈຶ່ງສືບຕໍ່ຮຽກຮ້ອງເງິນຈາກພວກເຂົາທີ່ຍັງຕິດໜີ້ເຮົາ. ເຖິງແມ່ນວ່າພວກເຂົາຈະໄດ້ຈາກເຮົາໄປ ແຕ່ພວກເຂົາຈະສາມາດໜີພົ້ນຈາກກໍາມືຂອງເຮົາໄດ້ແນວໃດ? ເຮົາເຄີຍວາງມືຂອງເຮົາຈາກການຈັບກຸມຜູ້ຄົນໃນລະດັບໃດໜຶ່ງ ໂດຍອະນຸຍາດໃຫ້ພວກເຂົາເຮັດຕາມໃຈຢ່າງເປັນອິດສະຫຼະໃນຄວາມປາຖະໜາທາງເນື້ອໜັງຂອງພວກເຂົາ ແລະ ຍ້ອນສິ່ງນີ້ ພວກເຂົາຈຶ່ງກ້າປະພຶດຕົນໃນລັກສະນະແບບດື້ດ້ານ ໂດຍບໍ່ມີການຄວບຄຸມໃດໆ ເຊິ່ງສາມາດເຫັນໄດ້ວ່າ ພວກເຂົາບໍ່ຮັກເຮົາຢ່າງແທ້ຈິງ ເນຶ່ອງຈາກພວກເຂົາທຸກຄົນກໍາລັງດໍາລົງຊີວິດໃນເນື້ອໜັງ. ເປັນໄປໄດ້ບໍວ່າຄວາມຮັກທີ່ແທ້ຈິງແມ່ນຖືກມອບໃຫ້ເພື່ອຕອບແທນສໍາລັບເນື້ອໜັງ? ເປັນໄປໄດ້ບໍວ່າສິ່ງທີ່ເຮົາຂໍຈາກມະນຸດແມ່ນເປັນພຽງ “ຄວາມຮັກ” ຂອງເນື້ອໜັງ? ຖ້ານີ້ແມ່ນກໍລະນີ້ແທ້ຈິງ ແລ້ວມະນຸດຈະມີຄຸນຄ່າຫຍັງ? ມະນຸດທຸກຄົນແມ່ນຂີ້ເຫຍື້ອທີ່ບໍ່ມີຄ່າ! ຖ້າບໍ່ແມ່ນຍ້ອນ “ພະລັງພິເສດ” ໃນການອົດທົນຂອງເຮົາ, ເຮົາຈາກມະນຸດໄປແຕ່ດົນນານແລ້ວ. ເປັນຫຍັງຕ້ອງທົນຢູ່ກັບພວກເຂົາເພື່ອຖືກ “ຂົ່ມເຫັງ”? ເຖິງຢ່າງນັ້ນ ເຮົາກໍຍັງອົດທົນ. ເຮົາຕ້ອງການຄໍາອະທິບາຍກ່ຽວກັບ “ທຸລະກິດ” ຂອງມະນຸດ. ເມື່ອພາລະກິດຂອງເຮົາຢູ່ແຜ່ນດິນໂລກສິ້ນສຸດລົງ, ເຮົາຈະຂຶ້ນສູງສູ່ທ້ອງຟ້າ ເພື່ອພິພາກສາ “ເຈົ້ານາຍ” ຂອງທຸກສິ່ງ; ນີ້ແມ່ນພາລະກິດຫຼັກຂອງເຮົາ ເນື່ອງຈາກຄວາມກຽດຊັງຂອງເຮົາທີ່ມີຕໍ່ມະນຸດໄດ້ຮອດລະດັບໃດໜຶ່ງແລ້ວ. ມີຜູ້ໃດທີ່ຈະບໍ່ກຽດຊັງສັດຕູຂອງເຂົາ? ມີຜູ້ໃດທີ່ຈະບໍ່ກໍາຈັດສັດຕູຂອງເຂົາ? ໃນສະຫວັນ, ຊາຕານແມ່ນສັດຕູຂອງເຮົາ; ຢູ່ແຜ່ນດິນໂລກ ມະນຸດແມ່ນສັດຕູຂອງເຮົາ. ຍ້ອນການຮ່ວມກັນລະຫວ່າງສະຫວັນ ແລະ ແຜ່ນດິນໂລກ, ເຮົາຈຶ່ງຖືວ່າພວກເຂົາທຸກຄົນມີຄວາມຜິດຈົນເຖິງເກົ້າຊົ່ວໂຄດ ແລະ ຈະບໍ່ໄດ້ຮັບການໃຫ້ອະໄພແມ່ນແຕ່ຄົນດຽວ. ແລ້ວຜູ້ໃດບອກພວກເຂົາໃຫ້ຕໍ່ຕ້ານເຮົາ? ຜູ້ໃດບອກພວກເຂົາບໍ່ໃຫ້ເຊື່ອຟັງເຮົາ? ເປັນຫຍັງຜູ້ຄົນຈຶ່ງບໍ່ສາມາດຕັດຂາດຄວາມສໍາພັນທີ່ຍັງເຫຼືອຢູ່ຂອງພວກເຂົາຈາກທໍາມະຊາດເກົ່າຂອງພວກເຂົາ? ເປັນຫຍັງເນື້ອໜັງຂອງພວກເຂົາຈຶ່ງອອກໜໍ່ພາຍໃນພວກເຂົາ? ທັງໝົດນີ້ແມ່ນຫຼັກຖານຂອງການພິພາກສາມະນຸດຂອງເຮົາ. ຜູ້ໃດກ້າທີ່ຈະບໍ່ອ່ອນນ້ອມຕໍ່ຄວາມຈິງແດ່? ຜູ້ໃດກ້າທີ່ຈະເວົ້າວ່າ ການພິພາກສາຂອງເຮົາແມ່ນຖືກຍ້ອມສີດ້ວຍອາລົມ? ເຮົາແຕກຕ່າງຈາກມະນຸດ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງຈາກເຂົາໄປ ເພາະເຮົາບໍ່ແມ່ນໜຶ່ງໃນເຜົ່າພັນມະນຸດ.

ສໍາລັບທຸກສິ່ງທີ່ເຮົາປະຕິບັດແມ່ນມີພື້ນຖານ ແລະ ຮາກຖານ; ເມື່ອມະນຸດ “ເປີດເຜີຍ” “ຄວາມແທ້ຈິງ” ໃຫ້ກັບເຮົາດ້ວຍປາກຂອງເຂົາ ເຮົາກໍຄຸ້ມກັນເຂົາໄປຍັງ “ລານປະຫານ” ເນື່ອງຈາກວ່າ ການລ່ວງເກີນຂອງມະນຸດແມ່ນພຽງພໍທີ່ຈະສົມຄວນໄດ້ຮັບການຂ້ຽນຕີຈາກເຮົາ. ສະນັ້ນ ເຮົາຈຶ່ງບໍ່ໄດ້ຕັດສິນໃຫ້ມີການຂ້ຽນຕີແບບຫຼັບຫູຫຼັບຕາ ແຕ່ຈະຂ້ຽນຕີຜູ້ຄົນຕາມສະຖານະການທີ່ແທ້ຈິງກ່ຽວກັບການລ່ວງເກີນຂອງພວກເຂົາ. ຖ້າບໍ່ແມ່ນຍ້ອນຄວາມກະບົດຂອງພວກເຂົາ, ມະນຸດຈະບໍ່ມີວັນກົ້ມລົງ ແລະ ຍອມຮັບຄວາມຜິດຂອງພວກເຂົາກັບເຮົາ. ມັນເປັນຍ້ອນວ່າພວກເຂົາໄດ້ມາເຖິງສະພາບທົ່ວໄປໃນປັດຈຸບັນ, ພວກເຂົາທຸກຄົນຈຶ່ງກົ້ມຫົວຂອງພວກເຂົາແບບບໍ່ເຕັມໃຈ ເພາະໃນໃຈຂອງພວກເຂົາ ພວກເຂົາຍັງບໍ່ເຊື່ອ. ເຮົາໄດ້ເອົາ “ນໍ້າແບຣຽມ” ໃຫ້ຜູ້ຄົນດື່ມ ແລະ ດ້ວຍເຫດນັ້ນ ອາໄວຍະວະພາຍໃນຂອງພວກເຂົາຈຶ່ງງາມ ແລະ ຊັດເຈນຢູ່ໃນ “ເຄື່ອງຖ່າຍພາບລັງສີ”. ຄວາມສົກກະປົກ ແລະ ຄວາມບໍ່ບໍລິສຸດບໍ່ໄດ້ຖືກລ້າງອອກຈາກທ້ອງຂອງຜູ້ຄົນ; ສິ່ງສົກກະປົກທຸກປະເພດໄຫຼຜ່ານເສັ້ນເລືອດຂອງພວກເຂົາ ແລະ ດ້ວຍເຫດນັ້ນ ພິດພາຍໃນຮ່າງກາຍຂອງພວກເຂົາຈຶ່ງເພີ່ມຂຶ້ນເລື້ອຍໆ. ຍ້ອນຜູ້ຄົນດໍາລົງຊີວິດໃນສະພາບດັ່ງກ່າວເປັນເວລາຫຼາຍປີ ພວກເຂົາຈຶ່ງລື້ງເຄີຍກັບສິ່ງເຫຼົ່ານັ້ນ ແລະ ບໍ່ພົບເຫັນວ່າສິ່ງເຫຼົ່ານັ້ນແປກ. ດ້ວຍເຫດນັ້ນ, ເຊື້ອພະຍາດພາຍໃນຮ່າງກາຍຂອງພວກເຂົາຈຶ່ງເຕີບໃຫຍ່ ໂດຍກາຍເປັນທໍາມະຊາດຂອງພວກເຂົາ ແລະ ທຸກຄົນກໍດໍາລົງຊີວິດພາຍໃຕ້ອໍານາດຂອງພວກມັນ. ນີ້ແມ່ນເຫດຜົນທີ່ຜູ້ຄົນແລ່ນໄປມາທົ່ວທຸກບ່ອນຄືກັບມ້າປ່າ. ແຕ່ພວກເຂົາກໍບໍ່ເຄີຍຮັບຮູ້ສິ່ງນີ້ໄດ້ຢ່າງຄົບຖ້ວນ; ພວກເຂົາພຽງແຕ່ງຶກຫົວຂອງພວກເຂົາເພື່ອບົ່ງບອກເຖິງການຍິນຍອມຂອງພວກເຂົາ. ຄວາມຈິງກໍຄື ມະນຸດບໍ່ເອົາໃຈໃສ່ກັບພຣະທໍາຂອງເຮົາ. ຖ້າພວກເຂົາຖືເອົາພຣະທໍາຂອງເຮົາເປັນການປິ່ນປົວທີ່ດີ ພວກເຂົາກໍຈະ “ເຮັດຕາມຄໍາສັ່ງຂອງທ່ານໝໍ” ແລະ ອະນຸຍາດໃຫ້ການປິ່ນປົວນີ້ຮັກສາອາການເຈັບປ່ວຍໃນຕົວພວກເຂົາ. ຢ່າງໃດກໍຕາມ, ໃນໃຈຂອງເຮົາແລ້ວ ວິທີທີ່ພວກເຂົາປະພຶດຕົນແມ່ນບໍ່ສາມາດເຮັດໃຫ້ຄວາມປາຖະໜານີ້ສໍາເລັດ ແລະ ດ້ວຍເຫດນັ້ນ ສິ່ງດຽວທີ່ເຮົາສາມາດເຮັດໄດ້ກໍຄື “ກັດລູກປືນ” ແລະ ສືບຕໍ່ກ່າວກັບພວກເຂົາ ເຖິງແມ່ນວ່າພວກເຂົາຈະຟັງ ຫຼື ບໍ່ກໍຕາມ: ເຮົາປະຕິບັດຕາມໜ້າທີ່ຂອງເຮົາເທົ່ານັ້ນ. ມະນຸດບໍ່ເຕັມໃຈຮັບເອົາພອນຂອງເຮົາ ແຕ່ຈະຮັບເອົາຄວາມທໍລະມານຂອງນະຮົກແທນ. ສະນັ້ນ, ສິ່ງດຽວທີ່ເຮົາສາມາດເຮັດໄດ້ກໍຄືຍອມຕາມຄໍາຂໍຮ້ອງຂອງພວກເຂົາ. ຢ່າງໃດກໍຕາມ, ເພື່ອວ່າຊື່ຂອງເຮົາ ແລະ ພຣະວິນຍານຂອງເຮົາຈະບໍ່ຖືກເຮັດໃຫ້ອັບອາຍໃນນະຮົກ, ກ່ອນອື່ນໝົດ ເຮົາຈະລົງວິໄນພວກເຂົາ ແລະ ຫຼັງຈາກນັ້ນກໍຈະ “ຍອມ” ຕໍ່ຄວາມປາຖະໜາຂອງພວກເຂົາ ໂດຍເຮັດໃຫ້ພວກເຂົາ “ເຕັມໄປດ້ວຍຄວາມເບີກບານໃຈ”. ໃນເວລາໃດກໍຕາມ ຫຼື ໃນສະຖານທີ່ໃດກໍຕາມ ເຮົາບໍ່ເຕັມໃຈທີ່ຈະອະນຸຍາດໃຫ້ມະນຸດເຮັດໃຫ້ເຮົາອັບອາຍ ໃນຂະນະທີ່ແກວ່ງທຸງຂອງເຮົາ ເຊິ່ງເປັນເຫດຜົນທີ່ເຮົາລົງວິໄນເຂົາຊໍ້າແລ້ວຊໍ້າອີກ. ຖ້າບໍ່ມີການຈໍາກັດພຣະວັດຈະນະທີ່ເຄັ່ງຄັດຂອງເຮົາ ແລ້ວມະນຸດຈະສາມາດສືບຕໍ່ຢືນຢູ່ຕໍ່ໜ້າເຮົາຈົນຮອດປັດຈຸບັນນີ້ໄດ້ແນວໃດ? ຜູ້ຄົນບໍ່ຢັບຢັ້ງຈາກບາບພຽງຍ້ອນພວກເຂົາຢ້ານເຮົາຈະຈາກໄປບໍ? ມັນບໍ່ແມ່ນຄວາມຈິງບໍ ທີ່ພວກເຂົາບໍ່ຈົ່ມວ່າພຽງຍ້ອນພວກເຂົາຢ້ານການຂ້ຽນຕີ? ມິຄົນທີ່ໄດ້ເຮັດການຕັດສິນໃຈຢ່າງເດັດຂາດເພື່ອປະໂຫຍດທັງໝົດຂອງແຜນການຂອງເຮົາບໍ? ທຸກຄົນຄິດວ່າແຜນການຂອງເຮົາແມ່ນສັກສິດໂດຍທໍາມະຊາດທີ່ຂາດ “ຄຸນນະພາບແຫ່ງສະຕິປັນຍາ” ແຕ່ມີຜູ້ໃດສາມາດເຂົ້າໃຈວ່າ ເຮົາສາມາດເຫັນທະລຸທຸກສິ່ງໃນຄວາມເປັນມະນຸດຂອງເຮົາ? ດັ່ງທີ່ຜູ້ຄົນກ່າວວ່າ “ເປັນຫຍັງຈຶ່ງໃຊ້ຄ້ອນຕີຂະໜາດໃຫຍ່ເພື່ອຕອກຕະປູ?” ມະນຸດ “ຮັກ” ເຮົາ ບໍ່ແມ່ນຍ້ອນຄວາມຮັກຂອງພວກເຂົາທີ່ມີຕໍ່ເຮົານັ້ນ ມີມາແຕ່ເກີດ ແຕ່ຍ້ອນວ່າພວກເຂົາຢ້ານການຂ້ຽນຕີ. ຜູ້ໃດແດ່ໃນທ່າມກາງມະນຸດທີ່ເກີດມາເພື່ອຮັກເຮົາ? ມີຜູ້ໃດແດ່ທີ່ປະຕິບັດກັບເຮົາຄືກັນກັບທີ່ພວກເຂົາປະຕິບັດກັບຫົວໃຈຂອງຕົວເອງ? ສະນັ້ນ, ເຮົາຈຶ່ງສະຫຼຸບສິ່ງນີ້ດ້ວຍສຸພາສິດສໍາລັບໂລກມະນຸດວ່າ: ໃນທ່າມກາງມະນຸດ ແມ່ນບໍ່ມີຜູ້ໃດທີ່ຮັກເຮົາ.

ມັນເປັນຍ້ອນວ່າເຮົາປາຖະໜາທີ່ຈະເຮັດພາລະກິດຂອງເຮົາຢູ່ແຜ່ນດິນໂລກໃຫ້ສິ້ນສຸດເທົ່ານັ້ນ ເຮົາຈຶ່ງໄດ້ເລັ່ງຄວາມໄວຂອງພາລະກິດຂອງເຮົາ ເພື່ອປ້ອງກັນບໍ່ໃຫ້ຜູ້ຄົນຖືກເຮົາໂຍນໄປໄກໆຈົນພວກເຂົາຕົກລົງສູ່ມະຫາສະໝຸດທີ່ບໍ່ມີຂອບເຂດ. ມັນເປັນຍ້ອນວ່າ ເຮົາໄດ້ບອກພວກເຂົາກ່ຽວກັບພື້ນຖານຄວາມຈິງໄວ້ລ່ວງໜ້າ ພວກເຂົາຈຶ່ງຂ້ອນຂ້າງມີຄວາມກຽມພ້ອມເລັກນ້ອຍ. ຖ້າບໍ່ແມ່ນຍ້ອນສິ່ງນີ້ ແລ້ວຈະມີຜູ້ໃດອອກແລ່ນເຮືອໃນສະພາບອາກາດທີ່ພາຍຸໃກ້ຈະມາບໍ? ທຸກຄົນແມ່ນລະມັດລະວັງໃນການເຮັດວຽກ. ໃນຫົວໃຈຂອງພວກເຂົາ ມັນເປັນຄືກັບວ່າ ເຮົາໄດ້ກາຍເປັນໂຈນ. ພວກເຂົາຢ້ານວ່າ ເຮົາຈະຍຶດເອົາທຸກສິ່ງຢູ່ໃນເຮືອນຂອງພວກເຂົາ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງດັນປະຕູຂອງພວກເຂົາດ້ວຍກໍາລັງທັງໝົດທີ່ພວກເຂົາສາມາດຮວບຮວມໄດ້ ໂດຍຢ້ານຫຼາຍວ່າ ເຮົາຈະພັງເຂົາໄປຢ່າງກະທັນຫັນ. ເມື່ອເຫັນພວກເຂົາປະພຶດຄືກັບໜູຂີ້ຢ້ານ ເຮົາກໍຈາກໄປຢ່າງງຽບໆ. ໃນຈິນຕະນາການຂອງຜູ້ຄົນ, ມັນເບິ່ງຄືວ່າ ໂລກກໍາລັງປະສົບກັບການທໍາລາຍລ້າງຄັ້ງສຸດທ້າຍ ແລະ ດ້ວຍເຫດນັ້ນ ພວກເຂົາທຸກຄົນຈຶ່ງພາກັນແລ່ນປົບໜີຢ່າງສົນລະວົນ ແລະ ມີຄວາມຢ້ານກົວຫຼາຍ. ໃນເວລານີ້ເທົ່ານັ້ນ ທີ່ເຮົາໄດ້ເຫັນຜີຍ່າງເລາະໄປທົ່ວທຸກບ່ອນຢູ່ແຜ່ນດິນໂລກ. ເຮົາບໍ່ສາມາດຊ່ວຍຫຍັງໄດ້ນອກຈາກໄດ້ແຕ່ຫົວຂວັນ ແລະ ໃນທ່າມກາງສຽງຫົວຂອງເຮົາ ມະນຸດກໍຕົກໃຈ ແລະ ມີຄວາມຢ້ານ. ພຽງຫຼັງຈາກນັ້ນ ເຮົາຈຶ່ງຮູ້ຄວາມຈິງ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງຢັບຢັ້ງຮອຍຍິ້ມຂອງເຮົາໄວ້ ແລະ ຢຸດເບິ່ງສິ່ງທີ່ກໍາລັງເກີດຂຶ້ນຢູ່ແຜ່ນດິນໂລກ ແລະ ໃນທາງກົງກັນຂ້າມ ກໍໄດ້ກັບຄືນໄປປະຕິບັດພາລະກິດຕາມແຜນການດັ່ງເດີມຂອງເຮົາ. ເຮົາບໍ່ຖືເອົາມະນຸດເປັນແບບຢ່າງສໍາລັບການຄົ້ນຄວ້າຂອງເຮົາອີກຕໍ່ໄປ ຍ້ອນພວກເຂົາບໍ່ແມ່ນຫຍັງນອກຈາກຂອງເສດເຫຼືອ. ເມື່ອເຮົາຖິ້ມພວກເຂົາ, ພວກເຂົາກໍຈະບໍ່ມີປະໂຫຍດອີກຕໍ່ໄປ. ພວກເຂົາແມ່ນເສດຂີ້ເຫຍື່ອ. ໃນຕອນນີ້ ເຮົາຈະກວາດລ້າງພວກເຂົາ ແລະ ຖິ້ມພວກເຂົາໃສ່ໃນກອງໄຟ. ໃນຈິດໃຈຂອງມະນຸດ, ຄວາມເມດຕາ ແລະ ຄວາມກະລຸນາຂອງເຮົາແມ່ນມີຢູ່ພາຍໃນການພິພາກສາ, ຄວາມຍິ່ງໃຫຍ່ ແລະ ຄວາມໂກດຮ້າຍຂອງເຮົາ. ແຕ່ພວກເຂົາບໍ່ຮູ້ເລີຍວ່າ ເຮົາບໍ່ສົນໃຈຄວາມອ່ອນແອຂອງພວກເຂົາແຕ່ດົນນານແລ້ວ ແລະ ເຮົາໄດ້ຖອນຄວາມເມດຕາ ແລະ ຄວາມກະລຸນາຂອງເຮົາແຕ່ດົນນານແລ້ວ ແລະ ນັ້ນແມ່ນເຫດຜົນທີ່ພວກເຂົາຢູ່ໃນສະພາບປັດຈຸບັນຂອງພວກເຂົາ. ບໍ່ມີຜູ້ໃດສາມາດຮູ້ຈັກເຮົາ ແລະ ພວກເຂົາບໍ່ສາມາດເຂົ້າໃຈພຣະທໍາຂອງເຮົາ ຫຼື ເຫັນໜ້າເຮົາ ຫຼື ເຂົ້າໃຈຄວາມປະສົງຂອງເຮົາໄດ້. ສິ່ງເຫຼົ່ານີ້ບໍ່ແມ່ນສະພາບປັດຈຸບັນຂອງມະນຸດບໍ? ແລ້ວສາມາດເວົ້າໄດ້ແນວໃດວ່າ ເຮົາມີຄວາມເມດຕາ ແລະ ຄວາມກະລຸນາ? ເຮົາບໍ່ຮັບພິຈາລະນາຄວາມອ່ອນແອຂອງມະນຸດ ແລະ ເຮົາບໍ່ “ເບິ່ງແຍງ” ຄວາມບໍ່ພຽງພໍຂອງພວກເຂົາ. ສິ່ງນີ້ຍັງສາມາດເປັນຄວາມເມດຕາ ແລະ ຄວາມກະລຸນາຂອງເຮົາບໍ? ຫຼື ສິ່ງນີ້ຍັງສາມາດເປັນຄວາມຮັກຂອງເຮົາທີ່ມີຕໍ່ມວນມະນຸດບໍ? ທຸກຄົນຄິດວ່າ ເຮົາກໍາລັງກ່າວ “ຄໍາຕະຫຼົກທີ່ວ່າງເປົ່າ” ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງບໍ່ເຊື່ອພຣະທໍາທີ່ເຮົາກ່າວ. ແຕ່ມີຜູ້ໃດທີ່ຮູ້ຈັກສິ່ງນີ້ບໍ ເຊັ່ນ: “ນີ້ແມ່ນຍຸກທີ່ແຕກຕ່າງ, ຄວາມເມດຕາ ແລະ ຄວາມກະລຸນາຂອງເຮົາແມ່ນບໍ່ໄດ້ມີຢູ່ໃນຍຸກປັດຈຸບັນ; ແຕ່ເຖິງຢ່າງໃດກໍຕາມ, ເຮົາແມ່ນພຣະເຈົ້າຕະຫຼອດໄປ ຜູ້ທີ່ເຮັດຕາມຄໍາກ່າວທີ່ພຣະອົງກ່າວ?” ເມື່ອເຮົາຢູ່ໃນທ່າມກາງມະນຸດ ຜູ້ຄົນກໍເຫັນເຮົາໃນຄວາມຄິດຂອງພວກເຂົາວ່າເປັນຜູ້ທີ່ສູງສົ່ງທີ່ສຸດ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງເຊື່ອວ່າ ເຮົາມັກທີ່ຈະກ່າວຈາກພາຍໃນສະຕິປັນຍາຂອງເຮົາ. ສິ່ງນີ້ເຮັດໃຫ້ພວກເຂົາຮັບເອົາພຣະທໍາຂອງເຮົາດ້ວຍຄວາມລະມັດລະວັງສະເໝີ. ແຕ່ມີຜູ້ໃດແດ່ທີ່ສາມາດເຂົ້າໃຈກົດເກນທີ່ຢູ່ເບື້ອງຫຼັງຂອງການກ່າວຂອງເຮົາ? ຫຼື ຕົ້ນກໍາເນີດຂອງພຣະທໍາຂອງເຮົາ? ມີຜູ້ໃດແດ່ທີ່ສາມາດຢັ່ງເຖິງສິ່ງທີ່ເຮົາປາຖະໜາຈະບັນລຸຢ່າງແທ້ຈິງ? ຫຼື ມີຜູ້ໃດແດ່ທີ່ສາມາດເຈາະເລິກລາຍລະອຽດຂອງການສະຫຼຸບແຜນການຄຸ້ມຄອງຂອງເຮົາ? ຜູ້ໃດສາມາດເປັນຜູ້ທີ່ໄດ້ຮັບຄວາມໄວ້ວາງໃຈຈາກເຮົາ? ໃນທ່າມກາງທຸກສິ່ງ, ນອກຈາກເຮົາແລ້ວ ມີຜູ້ໃດທີ່ສາມາດຮູ້ຈັກເຖິງສິ່ງທີ່ເຮົາກໍາລັງປະຕິບັດຢ່າງແທ້ຈິງບໍ່? ແລ້ວຜູ້ໃດສາມາດຮູ້ຈັກຈຸດປະສົງສຸດທ້າຍຂອງເຮົາບໍ່?

ວັນທີ 30 ເມສາ 1992

ກ່ອນນີ້: ບົດທີ 37

ຕໍ່ໄປ: ບົດທີ 39

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້