ບົດທີ 37

ໃນທຸກພາລະກິດທີ່ເຮົາໄດ້ເຮັດຕະຫຼອດຍຸກຕ່າງໆ, ທຸກຂັ້ນຕອນຂອງພາລະກິດນັ້ນ ແມ່ນພົວພັນກັບວິທີການເຮັດພາລະກິດທີ່ເໝາະສົມຂອງເຮົາ. ດ້ວຍເຫດນີ້, ປະຊາຊົນທີ່ເປັນທີ່ຮັກຂອງເຮົາຈຶ່ງຖືກເຮັດໃຫ້ບໍລິສຸດຂຶ້ນ ແລະ ບໍລິສຸດຂຶ້ນ ແລະ ກໍເໝາະສົມສໍາລັບການນໍາໃຊ້ຂອງເຮົາຫຼາຍຂຶ້ນ ແລະ ຫຼາຍຂຶ້ນ. ຢ່າງໃດກໍຕາມ, ຍ້ອນເຫດຜົນດຽວກັນນີ້ “ສິ່ງທີ່ໜ້າເສຍດາຍ” ກໍຄື ເມື່ອວິທີການເຮັດພາລະກິດຂອງເຮົາເພີ່ມຂຶ້ນ ຈໍານວນຜູ້ຄົນກໍຫຼຸດລົງ ແລະ ນີ້ເຮັດໃຫ້ພວກເຂົາຕ້ອງພິຈາລະນາຢ່າງເລິກເຊິ່ງ. ແນ່ນອນຢູ່ແລ້ວວ່າ ພາລະກິດຂອງປັດຈຸບັນນີ້ຍັງບໍ່ຖືກຍົກເວັ້ນ ແລະ ຄົນສ່ວນໃຫຍ່ຍັງຕິດຢູ່ກັບການພິຈາລະນາອີກຄັ້ງ; ສະນັ້ນ, ເນື່ອງຈາກການປ່ຽນແປງຕໍ່ວິທີການຂອງເຮົາ ຈຶ່ງຍັງມີບາງຄົນທີ່ຕ້ອງໄດ້ຖອນໂຕ. ອາດຈະອະທິບາຍສິ່ງນີ້ດ້ວຍວິທີນີ້: ນີ້ແມ່ນສິ່ງທີ່ເຮົາໄດ້ກໍານົດໄວ້ລ່ວງໜ້າ ແຕ່ບໍ່ແມ່ນສິ່ງທີ່ເຮົາໄດ້ເຮັດ. ນັບແຕ່ການຊົງສ້າງ, ຫຼາຍຄົນໄດ້ເສື່ອມໂຊມ ແລະ ຫຼາຍຄົນໄດ້ສູນເສຍແນວທາງຂອງພວກເຂົາຍ້ອນວິທີການເຮັດພາລະກິດຂອງເຮົາ. ຢ່າງໃດກໍຕາມ, ເຮົາບໍ່ສົນໃຈໃນສິ່ງທີ່ຜູ້ຄົນເຮັດ. ເຖິງແມ່ນວ່າ ພວກເຂົາຈະຮູ້ສຶກວ່າ ເຮົາບໍ່ມີຄວາມກະລຸນາ ຫຼື ໂຫດຮ້າຍຫຼາຍກໍຕາມ ແລະ ເຖິງແມ່ນວ່າ ຄວາມເຂົ້າໃຈຂອງພວກເຂົາຈະຖືກຕ້ອງ ຫຼື ບໍ່ກໍຕາມ, ເຮົາຈະຫຼີກເວັ້ນໃນການອະທິບາຍ. ກ່ອນອື່ນ ໃຫ້ພວກເຮົາມາສົນທະນາ ກ່ຽວກັບປະເດັນຫຼັກຂອງການສົນທະນານີ້ ເພື່ອວ່າ ທຸກຄົນອາດຈະໄດ້ຮັບຄວາມເຂົ້າໃຈຢ່າງທົ່ວເຖິງ ແລະ ເພື່ອຫ້າມບໍ່ໃຫ້ພວກເຂົາບໍ່ມີຄວາມເຂົ້າໃຈວ່າ ເປັນຫຍັງພວກເຂົາຈຶ່ງທົນທຸກ. ເຮົາຈະບໍ່ບັງຄັບໃຫ້ຜູ້ຄົນທົນທຸກຢ່າງງຽບໆຄືກັບຄົນປາກກືກ; ກົງກັນຂ້າມ, ເຮົາຈະອະທິບາຍທຸກສິ່ງໃຫ້ຊັດເຈນ ເພື່ອບໍ່ໃຫ້ພວກເຂົາຈົ່ມໃຫ້ເຮົາ. ມື້ໜຶ່ງ ເຮົາຈະເຮັດໃຫ້ທຸກຄົນກ່າວສັນລະເສີນດ້ວຍຄວາມຈິງໃຈໃນທ່າມກາງການຂ້ຽນຕີພວກເຂົາ. ພວກເຈົ້າຕົກລົງເຫັນດີກັບວິທີນີ້ບໍ? ສິ່ງນີ້ຕອບສະໜອງຄວາມຕ້ອງການຂອງຜູ້ຄົນບໍ?

ກ່ອນຈະເລີ່ມຕົ້ນຂອງຍຸກແຫ່ງການຂ້ຽນຕີ, ກ່ອນອື່ນໝົດ ເຮົາຈະຂໍບອກຜູ້ຄົນເຖິງຄວາມໝາຍທົ່ວໄປທີ່ຢູ່ເບື້ອງຫຼັງຂອງ “ຍຸກ” ນີ້ເພື່ອວ່າ ພວກເຂົາຈະບໍ່ລ່ວງເກີນເຮົາ. ເປັນຕົ້ນແມ່ນເຮົາຈະເຮັດການຈັດແຈງສໍາລັບພາລະກິດຂອງເຮົາທີ່ຈະບໍ່ມີໃຜປ່ຽນແປງໄດ້ ແລະ ແນ່ນອນ ເຮົາຈະບໍ່ປ່ອຍຜູ້ໃດກໍຕາມທີ່ປ່ຽນແປງພາລະກິດເຫຼົ່ານັ້ນໄປຢ່າງງ່າຍດາຍ: ເຮົາຈະປະນາມພວກເຂົາ. ພວກເຈົ້າຈະຈື່ສິ່ງນັ້ນບໍ? ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ແມ່ນ “ການສັກຢາວັກຊີນ”. ດ້ວຍວິທີການໃໝ່ນີ້, ກ່ອນອື່ນໝົດ ທຸກຄົນຕ້ອງເຂົ້າໃຈວ່າ ເປົ້າໝາຍທໍາອິດທີ່ຕ້ອງບັນລຸແມ່ນການໄດ້ຮັບຄວາມເຂົ້າໃຈ ກ່ຽວກັບສະພາບຕົວຈິງຂອງພວກເຂົາເອງ. ກ່ອນໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບຕົວເອງ, ຈະບໍ່ມີຜູ້ໃດໄດ້ຮັບອະນຸຍາດໃຫ້ເວົ້າຢ່າງບໍ່ລະມັດລະວັງໃນຄຣິສຕະຈັກ ແລະ ເຮົາຈະຂ້ຽນຕີຜູ້ທີ່ລະເມີດກົດລະບຽບນີ້ຢ່າງແນ່ນອນ. ຈາກມື້ນີ້ເປັນຕົ້ນໄປ, ອັກຄະສາວົກທັງໝົດຈະຖືກຈົດຊື່ເຂົ້າໃນຄຣິສຕະຈັກ ແລະ ຈະຖືກຫ້າມບໍ່ໃຫ້ເຄື່ອນຍ້າຍໄປບ່ອນນັ້ນບ່ອນນີ້ຕາມໃຈ; ສິ່ງນັ້ນຈະມີໝາກຜົນພຽງເລັກໜ້ອຍ. ເບິ່ງຄືວ່າ ພວກເຂົາທຸກຄົນໄດ້ເຮັດໜ້າທີ່ຂອງຕົວເອງສໍາເລັດ ແຕ່ທີ່ຈິງແລ້ວແມ່ນກໍາລັງຫຼອກລວງເຮົາ. ບໍ່ວ່າຫຍັງເກີດຂຶ້ນກໍຕາມ, ມື້ນີ້ແມ່ນລ້ວນແລ້ວແຕ່ເປັນອະດີດໄປແລ້ວ ແລະ ບໍ່ຕ້ອງນໍາເອົາມັນຂຶ້ນມາອີກ. ນັບແຕ່ນີ້ເປັນຕົ້ນໄປ, ຄໍາສັບທີ່ວ່າ “ອັກຄະສາວົກ” ຈະຖືກລົບລ້າງ ແລະ ຈະບໍ່ຖືກໃຊ້ອີກຕໍ່ໄປ ເພື່ອວ່າ ທຸກຄົນຈະລົງມາຈາກ “ຕໍາແໜ່ງ” ຂອງພວກເຂົາ ແລະ ມາຮູ້ຈັກຕົວເອງ. ແນ່ນອນຢູ່ແລ້ວວ່າ ນີ້ກໍເພື່ອຄວາມລອດພົ້ນຂອງພວກເຂົາ. “ຕໍາແໜ່ງ” ບໍ່ແມ່ນມົງກຸດ; ມັນເປັນພຽງຄໍາສັບກ່ຽວກັບການທັກທາຍ. ພວກເຈົ້າເຂົ້າໃຈຄວາມໝາຍຂອງເຮົາບໍ? ຜູ້ທີ່ນໍາພາຄຣິສຕະຈັກຍັງຈະດໍາລົງຊີວິດແຫ່ງຄຣິສຕະຈັກພາຍໃນຄຣິສຕະຈັກຂອງພວກເຂົາເອງ ເຖິງແມ່ນວ່າ ນີ້ບໍ່ແມ່ນກົດລະບຽບທີ່ຕາຍຕົວຢ່າງແນ່ນອນກໍຕາມ. ເມື່ອຈໍາເປັນ ພວກເຂົາກໍອາດຈະຢ້ຽມຢາມຄຣິສຕະຈັກໂດຍປະສານກັບອະດີດອັກຄະສາວົກຄົນອື່ນໆ. ສິ່ງທີ່ສໍາຄັນທີ່ສຸດກໍຄື ຕ້ອງມີການສົນທະນາກ່ຽວກັບຄຣິສຕະຈັກຫຼາຍຂຶ້ນ ນອກຈາກວ່າ ບໍ່ມີສະມາຊິກຜູ້ໃດໃນພວກເຂົາດໍາລົງຊີວິດຂອງຄຣິສຕະຈັກຢ່າງແທ້ຈິງ. ຢ່າງໃດກໍຕາມ, ເຮົາຕ້ອງເນັ້ນອີກວ່າ ພວກເຈົ້າທຸກຄົນຕ້ອງມີຄວາມສາມັກຄີກັນໃນການຮູ້ຈັກຕົວເອງ ແລະ ໃນການຕໍ່ຕ້ານມັງກອນແດງທີ່ຍິ່ງໃຫຍ່: ນີ້ຄືຄວາມປະສົງຂອງເຮົາ. ຜູ້ຄົນຈະເວົ້າຫຼາຍສໍ່າໃດແມ່ນບໍ່ສໍາຄັນ; ກົງກັນຂ້າມ, ສໍາຄັນທີ່ສຸດ ຄືປະຊາຊົນຂອງເຮົາທຸກຄົນສາມາດມາຮ່ວມກັນເປັນໜຶ່ງດຽວ ເພາະວ່ານັ້ນແມ່ນວິທີດຽວ ທີ່ຈະເປັນພະຍານຢ່າງແທ້ຈິງ. ໃນອະດີດ, ທຸກຄົນໄດ້ເວົ້າວ່າ ພວກເຂົາຈະມາຮູ້ຈັກຕົວເອງ ແຕ່ເຮົາກໍໄດ້ກ່າວພຣະທໍາຢ່າງນັບບໍ່ຖ້ວນ, ແລ້ວ ພວກເຈົ້າໄດ້ເຂົ້າໃຈຕົວເອງຫຼາຍສໍ່າໃດແລ້ວ? ຍິ່ງຕໍາແໜ່ງສູງເທົ່າໃດ ຄົນກໍຍິ່ງຍາກທີ່ຈະປະວາງຕົວເອງຫຼາຍເທົ່ານັ້ນ, ຄວາມຫວັງກໍຍິ່ງຫຼາຍຂຶ້ນ ແລະ ຍິ່ງຈະທົນທຸກຫຼາຍຂື້ນເມື່ອຖືກຂ້ຽນຕີ. ນີ້ແມ່ນຄວາມລອດພົ້ນຂອງເຮົາທີ່ມີໃຫ້ແກ່ມະນຸດ. ພວກເຈົ້າເຂົ້າໃຈບໍ? ຢ່າໄດ້ພຽງຖືເບົາກັບສິ່ງນີ້; ການເຮັດເຊັ່ນນັ້ນຈະຕື້ນເກີນໄປ ແລະ ບໍ່ມີຄຸນຄ່າ. ພວກເຈົ້າເຂົ້າໃຈເຖິງຄວາມໝາຍທີ່ເຊື່ອງຢູ່ໃນນີ້ບໍ? ຖ້າສະມາຊິກຂອງຄຣິສຕະຈັກສາມາດເຂົ້າໃຈຕົວເອງຢ່າງແທ້ຈິງ ແລ້ວສິ່ງນີ້ຈະສະແດງໃຫ້ເຫັນວ່າ ຜູ້ຄົນປະເພດນັ້ນຮັກເຮົາຢ່າງແທ້ຈິງ. ເວົ້າໄດ້ວ່າ ຖ້າພວກເຈົ້າບໍ່ກິນເຂົ້າຮ່ວມພາກັບຜູ້ຄົນ ພວກເຈົ້າກໍຈະບໍ່ເຂົ້າໃຈເຖິງຄວາມຍາກລໍາບາກຂອງພວກເຂົາ. ພວກເຈົ້າຈະຕີຄວາມໝາຍຂອງຄໍາເວົ້ານີ້ແນວໃດ? ໃນທີ່ສຸດແລ້ວ, ເຮົາຈະເຮັດໃຫ້ທຸກຄົນຮູ້ຈັກຕົວເອງໃນຊ່ວງເວລາການຂ້ຽນຕີພວກເຂົາ ແລະ ເຮັດໃຫ້ພວກເຂົາຮ້ອງເພງ ແລະ ຫົວໃນຂະນະທີ່ສິ່ງນັ້ນເກີດຂຶ້ນ. ພວກເຈົ້າຈະມີຄວາມເຊື່ອທີ່ແທ້ຈິງເພື່ອເຮັດໃຫ້ເຮົາພໍໃຈບໍ? ສະນັ້ນ, ພວກເຈົ້າຄວນເຮັດຫຍັງໃນການປະຕິບັດຂອງພວກເຈົ້າ? ນັບແຕ່ນີ້ເປັນຕົ້ນໄປ, ວຽກງານຂອງແຕ່ລະຄຣິສຕະຈັກຈະຖືກຈັດການໂດຍບຸກຄົນທີ່ເໝາະສົມໃນຄຣິສຕະຈັກນັ້ນໆ ແລະ ອັກຄະສາວົກຈະພຽງແຕ່ດໍາລົງຊີວິດຂອງຄຣິສຕະຈັກ. ນີ້ແມ່ນເອີ້ນວ່າ “ການປະສົບກັບຊີວິດ”. ພວກເຈົ້າເຂົ້າໃຈບໍ?

ກ່ອນການຂ້ຽນຕີຈະມາເຖິງມະນຸດຢ່າງເປັນທາງການ, ກ່ອນອື່ນໝົດ ເຮົາຈະເຮັດ “ພາລະກິດແຫ່ງການທັກທາຍ” ໃນຜູ້ຄົນ ເພື່ອວ່າໃນທີ່ສຸດ ພວກເຂົາທຸກຄົນອາດຈະເຮັດໃຫ້ເຮົາພໍໃຈ. ແມ່ນແຕ່ຜູ້ທີ່ຈະຖອນໂຕ, ພວກເຂົາກໍຕ້ອງທົນທຸກ ແລະ ສໍາເລັດໃນການເປັນພະຍານກ່ອນຈະອອກໄປ ບໍ່ສະນັ້ນ ເຮົາຈະບໍ່ປ່ອຍພວກເຂົາໄປຢ່າງງ່າຍດາຍ. ນີ້ສະແດງໃຫ້ເຫັນເຖິງອຸປະນິໄສຂອງເຮົາທີ່ບໍ່ສາມາດທົນຕໍ່ການລ່ວງເກີນຂອງຜູ້ຄົນ ພ້ອມກັບອຸປະນິໄສຂອງເຮົາທີ່ເຮັດໃນສິ່ງທີ່ເຮົາເວົ້າໃຫ້ສໍາເລັດ. ສະນັ້ນ, ເຮົາຈຶ່ງຈະບັນລຸຄໍາສັນຍາຂອງເຮົາທີ່ວ່າ “ເຮົາຈິງຈັງໃນສິ່ງທີ່ເຮົາເວົ້າ, ສິ່ງທີ່ເຮົາເວົ້າຈະຖືກເຮັດສໍາເລັດ ແລະ ສິ່ງທີ່ເຮົາເຮັດຈະມີຢູ່ຕະຫຼອດໄປ”. ເມື່ອພຣະທໍາອອກຈາກປາກຂອງເຮົາ, ພຣະວິນຍານຂອງເຮົາກໍເລີ່ມເຮັດພາລະກິດຂອງພຣະອົງເຊັ່ນກັນ. ໃຜຈະກ້າຫຼິ້ນກັບ “ຂອງຫຼິ້ນ” ທີ່ພວກເຂົາຖືໃນມືຂອງພວກເຂົາຢ່າງເຕັມໃຈບໍ? ທຸກຄົນຕ້ອງຍອມຮັບການຂ້ຽນຕີຂອງເຮົາຢ່າງເຄົາລົບ ແລະ ເຊື່ອຟັງ. ໃຜຈະສາມາດລົບໜີຈາກສິ່ງນີ້ໄດ້? ສາມາດເປັນໄປໄດ້ບໍ່ວ່າ ນອກຈາກເຮົາແລ້ວຈະມີເສັ້ນທາງອື່ນອີກ? ມື້ນີ້ເຮົາໄດ້ອະນຸຍາດໃຫ້ເຈົ້າຢູ່ເທິງແຜ່ນດິນໂລກ ແລະ ເຈົ້າກໍດີໃຈ; ມື້ອື່ນເຮົາຈະອະນຸຍາດໃຫ້ເຈົ້າມາຢູ່ໃນສະຫວັນ ແລະ ເຈົ້າຈະໃຫ້ການສັນລະເສີນ. ມື້ຮືເຮົາຈະວາງເຈົ້າໄວ້ຢູ່ໃຕ້ດິນ ເຊິ່ງເປັນບ່ອນທີ່ເຈົ້າຈະຖືກຂ້ຽນຕີ. ສິ່ງເຫຼົ່ານີ້ທັງໝົດບໍ່ແມ່ນຄວາມຕ້ອງການຈາກພາລະກິດຂອງເຮົາບໍ? ໃຜບໍ່ທົນທຸກກັບຄວາມໂຊກຮ້າຍ ແລະ ໄດ້ຮັບພອນເພື່ອຄວາມຕ້ອງການຂອງເຮົາແດ່? ພວກເຈົ້າສາມາດຖືກຍົກເວັ້ນບໍ? ໃນຖານະທີ່ເປັນປະຊາຊົນຂອງເຮົາຢູ່ເທິງແຜ່ນດິນໂລກ, ພວກເຈົ້າຄວນເຮັດຫຍັງແດ່ ເພື່ອຄວາມຕ້ອງການ ແລະ ຄວາມປະສົງຂອງເຮົາ? ເປັນໄປໄດ້ບໍວ່າ ພວກເຈົ້າສັນລະເສີນນາມທີ່ບໍລິສຸດຂອງເຮົາດ້ວຍຄໍາເວົ້າ ໃນຂະນະທີ່ໃນຫົວໃຈຂອງພວກເຈົ້າ, ພວກເຈົ້າກຽດຊັງເຮົາ? ການເຮັດພາລະກິດເພື່ອເຮົາ ແລະ ການເຮັດຕາມໃຈເຮົາ ພ້ອມກັບການເຂົ້າໃຈຕົວເອງ ແລະ ການຕໍ່ຕ້ານມັງກອນແດງທີ່ຍິ່ງໃຫຍ່, ສິ່ງເຫຼົ່ານີ້ບໍ່ແມ່ນວຽກງານທີ່ງ່າຍ ແລະ ພວກເຈົ້າຕ້ອງຈ່າຍລາຄາໃນການເຮັດສິ່ງດັ່ງກ່າວນັ້ນ. ເມື່ອເຮົາເວົ້າວ່າ “ລາຄາ”, ພວກເຈົ້າຄິດວ່າ ເຮົາໝາຍເຖິງຫຍັງ? ເຮົາຈະບໍ່ສົນທະນາກ່ຽວກັບສິ່ງນີ້ໃນຕອນນີ້ ແລະ ເຮົາຈະບໍ່ໃຫ້ຄໍາຕອບໂດຍກົງແກ່ຜູ້ຄົນ. ກົງກັນຂ້າມ, ເຮົາຈະອະນຸຍາດໃຫ້ພວກເຂົາພິຈາລະນາດ້ວຍຕົວເອງ ແລະ ຫຼັງຈາກນັ້ນ ແມ່ນໃຫ້ຕອບຄໍາຖາມຂອງເຮົາໃນທາງປະຕິບັດດ້ວຍວິທີການກະທໍາ ແລະ ການປະພຶດຂອງພວກເຂົາ. ພວກເຈົ້າສາມາດເຮັດສິ່ງນັ້ນໄດ້ບໍ?

ວັນທີ 27 ເມສາ 1992

ກ່ອນນີ້: ບົດທີ 34

ຕໍ່ໄປ: ບົດທີ 39

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ຄໍານໍາ

ເຖິງແມ່ນວ່າມີຫຼາຍຄົນເຊື່ອໃນພຣະເຈົ້າ, ມີໜ້ອຍຄົນທີ່ເຂົ້າໃຈຄວາມໝາຍຂອງຄວາມເຊື່ອໃນພຣະເຈົ້າ ແລະ...

ການຮູ້ຈັກພຣະເຈົ້າແມ່ນເສັ້ນທາງໃນການຍໍາເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ

ພວກເຈົ້າທຸກຄົນຄວນກວດສອບຊີວິດຂອງພວກເຈົ້າໃໝ່ ໃນການເຊື່ອໃນພຣະເຈົ້າ ເພື່ອເບິ່ງວ່າ ໃນການຕິດຕາມພຣະເຈົ້ານັ້ນ ເຈົ້າໄດ້ເຂົ້າໃຈຢ່າງແທ້ຈິງ,...

ເຈົ້າຄວນໃຫ້ຄວາມສົນໃຈກັບພາລະກິດໃນອະນາຄົດຂອງເຈົ້າແນວໃດ?

ເຈົ້າສາມາດສື່ສານເຖິງອຸປະນິໃສທີ່ພຣະເຈົ້າສະແດງອອກໃນແຕ່ລະຍຸກ ໃນລັກສະນະທີ່ເປັນຮູບປະທຳ, ດ້ວຍພາສາທີ່ເໝາະສົມທີ່ມີຄວາມສຳຄັນຂອງຍຸກສະໄໝໄດ້ບໍ? ເຈົ້າ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້