ບົດທີ 35

ເຮົາໄດ້ເລີ່ມປະຕິບັດພາລະກິດຂອງເຮົາໃນທ່າມກາງມະນຸດ ໂດຍອະນຸຍາດໃຫ້ຜູ້ຄົນດໍາລົງຊີວິດໃນກະແສດຽວກັນຄືກັບເຮົາ. ເມື່ອເຮົາປະຕິບັດພາລະກິດຂອງເຮົາສໍາເລັດ, ເຮົາຍັງຈະຢູ່ໃນທ່າມກາງມະນຸດ ເນື່ອງຈາກພວກເຂົາແມ່ນສິ່ງທີ່ຖືກຄຸ້ມຄອງຕະຫຼອດແຜນການຄຸ້ມຄອງທັງໝົດຂອງເຮົາ ແລະ ມັນແມ່ນຄວາມປາຖະໜາຂອງເຮົາທີ່ຢາກໃຫ້ພວກເຂົາກາຍເປັນເຈົ້ານາຍໃນທຸກສິ່ງ. ຍ້ອນເຫດຜົນນີ້ ເຮົາຈຶ່ງສືບຕໍ່ຍ່າງໃນທ່າມກາງມະນຸດຊາດ. ໃນຂະນະທີ່ມະນຸດຊາດ ແລະ ເຮົາເຂົ້າສູ່ຍຸກປັດຈຸບັນ ເຮົາກໍຮູ້ສຶກສະບາຍ ຍ້ອນຄວາມໄວຂອງພາລະກິດຂອງເຮົາໄດ້ໄວຂຶ້ນ. ມະນຸດຈະສາມາດນໍາທັນໄດ້ແນວໃດ? ເຮົາໄດ້ປະຕິບັດພາລະກິດກັບຜູ້ຄົນທີ່ມືນຊາ ແລະ ໂງ່ຈ້າ ແຕ່ເຖິງຢາງນັ້ນ ພວກເຂົາກໍບໍ່ໄດ້ຮັບຫຍັງ ຍ້ອນພວກເຂົາບໍ່ຖະໜອມເຮົາ. ເຮົາອາໄສຢູ່ໃນທ່າມກາງທຸກຄົນ ແລະ ສັງເກດເບິ່ງທຸກການເຄື່ອນໄຫວຂອງພວກເຂົາ ບໍ່ວ່າພວກເຂົາຈະຢູ່ບ່ອນໃດກໍຕາມ ທັງເທິງພື້ນດິນ ແລະ ໃຕ້ດິນ. ທຸກຄົນທີ່ຖືກຈັດປະເພດເປັນ “ມະນຸດ” ແມ່ນຕໍ່ຕ້ານເຮົາ ຄືກັບວ່າ “ການຕໍ່ຕ້ານເຮົາ” ແມ່ນວຽກຂອງມະນຸດ, ຄືກັບວ່າ ການເຮັດວຽກນີ້ຈະເຮັດໃຫ້ພວກເຂົາເປັນຄົນກໍາພ້າພະເນຈອນ ທີ່ບໍ່ມີຜູ້ໃດເອົາໄປລ້ຽງ. ຢ່າງໃດກໍຕາມ, ເຮົາບໍ່ໄດ້ຕັດສິນພວກເຂົາຕາມອໍາເພີໃຈບົນພື້ນຖານຂອງການກະທໍາ ແລະ ການປະພຶດຂອງພວກເຂົາ. ກົງກັນຂ້າມ, ເຮົາສະໜັບສະໜູນ ແລະ ສະໜອງໃຫ້ພວກເຂົາຕາມວຸດທິພາວະຂອງພວກເຂົາ. ຍ້ອນມະນຸດແມ່ນຕົວລະຄອນຫຼັກຂອງແຜນການຄຸ້ມຄອງທັງໝົດຂອງເຮົາ, ເຮົາຈຶ່ງມອບການຊີ້ນໍາຫຼາຍຂຶ້ນໃຫ້ແກ່ຜູ້ທີ່ຖືກກໍານົດໃຫ້ມີບົດບາດເປັນ “ມະນຸດ” ເພື່ອວ່າພວກເຂົາຈະສາມາດຫຼິ້ນບົດບາດນັ້ນຢ່າງຈິງໃຈ ແລະ ຢ່າງສຸດຄວາມສາມາດຂອງພວກເຂົາ ແລະ ເພື່ອວ່າລະຄອນນີ້ທີ່ເຮົາກໍາລັງກໍາກັບຈະປະສົບຜົນສໍາເລັດຢ່າງໜ້າຕື່ນເຕັ້ນ. ນີ້ແມ່ນການຮ້ອງຂໍຂອງເຮົາທີ່ມີຕໍ່ມະນຸດ. ຖ້າເຮົາບໍ່ອະທິຖານເພື່ອມະນຸດ ແລ້ວພວກເຂົາຈະບໍ່ສາມາດຫຼິ້ນບົດບາດຂອງພວກເຂົາບໍ? ແລ້ວມັນກໍຈະເປັນກໍລະນີທີ່ວ່າ ເຮົາສາມາດບັນລຸສິ່ງທີ່ຜູ້ຄົນຂໍຈາກເຮົາ ແຕ່ພວກເຂົາບໍ່ສາມາດບັນລຸສິ່ງທີ່ເຮົາຂໍຈາກພວກເຂົາບໍ? ສາມາດເວົ້າໄດ້ວ່າ ເຮົາບໍ່ໄດ້ໃຊ້ອໍານາດຂອງເຮົາເພື່ອກົດຂີ່ມະນຸດ. ກົງກັນຂ້າມ, ນີ້ແມ່ນຄໍາຮ້ອງຂໍສຸດທ້າຍຂອງເຮົາ ທີ່ເຮົາຂໍຈາກພວກເຂົາດ້ວຍຄວາມຕັ້ງໃຈ ແລະ ຄວາມຈິງໃຈທັງໝົດ. ພວກເຂົາບໍ່ສາມາດເຮັດສິ່ງທີ່ເຮົາຂໍໄດ້ແທ້ບໍ? ເຮົາໄດ້ປະທານໃຫ້ຜູ້ຄົນເປັນເວລາຫຼາຍປີ ແຕ່ກໍບໍ່ໄດ້ຮັບຫຍັງເປັນການຕອບແທນ. ມີຜູ້ໃດແດ່ທີ່ເຄີຍມອບສິ່ງໃດໜຶ່ງໃຫ້ແກ່ເຮົາ? ເລືອດ, ເຮື່ອແຮງ ແລະ ນໍ້າຕາຂອງເຮົາເປັນຄືໝອກເທິງພູເຂົາບໍ? ເຮົາໄດ້ “ສັກຢາແວກຊີນ” ຜູ້ຄົນຫຼາຍຄັ້ງ ແລະ ໄດ້ບອກພວກເຂົາວ່າ ຄວາມຕ້ອງການຂອງເຮົາສໍາລັບພວກເຂົາບໍ່ແມ່ນການຮຽກຮ້ອງຄວາມເອົາໃຈໃສ່. ແລ້ວເປັນຫຍັງຜູ້ຄົນຈຶ່ງຫຼີກເວັ້ນເຮົາຕະຫຼອດ? ເປັນຍ້ອນເຮົາຈະປະຕິບັດຕໍ່ພວກເຂົາຄືລູກໄກ່ ທີ່ຈະຖືກຂ້າທັນທີທີ່ພວກມັນຖືກຈັບບໍ? ເຮົາໂຫດຮ້າຍ ແລະ ຂາດຄວາມເມດຕາແທ້ບໍ? ມະນຸດປະເມີນເຮົາດ້ວຍແນວຄິດຂອງພວກເຂົາເອງສະເໝີ. ໃນຂະນະທີ່ເຮົາຢູ່ໃນແນວຄິດຂອງພວກເຂົາ, ເຮົາຍັງຄືເກົ່າກັບຕອນທີ່ເຮົາຢູ່ສະຫວັນບໍ? ເຮົາບໍ່ຖືເອົາແນວຄິດຂອງຜູ້ຄົນເປັນວັດຖຸສໍາລັບຄວາມສຸກຂອງເຮົາ. ກົງກັນຂ້າມ, ເຮົາເຫັນຫົວໃຈຂອງພວກເຂົາເປັນສິ່ງທີ່ຕ້ອງຊື່ນຊົມ. ຢ່າງໃດກໍຕາມ, ເຮົາຮູ້ສຶກຂ້ອນຂ້າງໃຈຮ້າຍໜ້ອຍໜຶ່ງກັບສາມັນສໍານຶກຂອງພວກເຂົາ ຍ້ອນວ່າ ອີງຕາມພວກເຂົາແລ້ວ ເຮົາເອງແມ່ນບໍ່ມີສາມັນສໍານຶກເລີຍ. ສະນັ້ນ, ເຮົາຈຶ່ງມີຄວາມເຫັນຫຼາຍຂຶ້ນກ່ຽວກັບສາມັນສໍານຶກຂອງພວກເຂົາ. ຢ່າງໃດກໍຕາມ ເຮົາປະຕິເສດທີ່ຈະວິຈານສາມັນສໍານຶກຂອງພວກເຂົາໂດຍກົງ; ກົງກັນຂ້າມ, ເຮົາສືບຕໍ່ນໍາພາພວກເຂົາຢ່າງອົດທົນ ແລະ ເປັນລະບົບ. ບໍ່ວ່າຢ່າງໃດກໍຕາມ, ມະນຸດແມ່ນອ່ອນແອ ແລະ ບໍ່ສາມາດເຮັດພາລະກິດໃດໄດ້ເລີຍ.

ໃນປັດຈຸບັນ, ເຮົາໄດ້ກ້າວເຂົ້າໄປໃນໂລກແຫ່ງການຂ້ຽນຕີທີ່ບໍ່ມີຂອບເຂດຢ່າງເປັນທາງການແລ້ວ ເຊິ່ງເຮົາມີຄວາມສຸກຢູ່ຄຽງຂ້າງມະນຸດຊາດ. ດ້ວຍມືຂອງເຮົາ, ເຮົາຍັງຈະອອກຄໍາສັ່ງ ແລະ ພາຍໃຕ້ຄໍາສັ່ງຂອງເຮົາ ມະນຸດຈະປະພຶດຕົນດີ; ຈະບໍ່ມີຜູ້ໃດກ້າຕໍ່ຕ້ານເຮົາ. ທຸກຢ່າງແມ່ນຢູ່ພາຍໃຕ້ການນໍາພາຂອງເຮົາ ໂດຍປະຕິບັດພາລະກິດທີ່ເຮົາໄດ້ມອບໝາຍໃຫ້ ເນື່ອງຈາກນີ້ແມ່ນ “ວຽກງານ” ຂອງພວກເຂົາ. ໃນທ່າມກາງທຸກສິ່ງໃນສະຫວັນ ແລະ ພາຍໃຕ້ສະຫວັນ, ມີຜູ້ໃດກ້າທີ່ຈະບໍ່ອ່ອນນ້ອມຕໍ່ແຜນການຂອງເຮົາແດ່? ມີຜູ້ໃດທີ່ບໍ່ໄດ້ຢູ່ໃນກໍາມືຂອງເຮົາແດ່? ມີຜູ້ໃດທີ່ບໍ່ກ່າວຄໍາຍົກຍ້ອງ ແລະ ສັນລະເສີນພຣະທໍາຂອງເຮົາ ແລະ ພາລະກິດຂອງເຮົາແດ່? ມະນຸດເຊີດຊູການກະທໍາ ແລະ ການປະຕິບັດຂອງເຮົາ ແລະ ຍ້ອນທຸກການເຄື່ອນໄຫວຂອງເຮົາ ພວກເຂົາຈຶ່ງເອົາຕົວເອງເຂົ້າສູ່ກະແສຂອງພາລະກິດຂອງເຮົາ. ມີຜູ້ໃດສາມາດເຮັດໃຫ້ຕົວເອງຫຼຸດພົ້ນໄດ້ແດ່? ມີຜູ້ໃດສາມາດໜີຈາກພາລະກິດທີ່ເຮົາໄດ້ຈັດກຽມໄວ້ແດ່? ໂດຍບົດບັນຍັດແຫ່ງການບໍລິຫານຂອງເຮົາ, ມະນຸດແມ່ນຖືກບັງຄັບໃຫ້ຢູ່; ຖ້າບໍ່ມີສິ່ງນີ້ ພວກເຂົາທຸກຄົນກໍຈະລັກໜີຈາກ “ແຖວໜ້າ” ແລະ ກາຍເປັນ “ຜູ້ໂຕນໜີ”. ມີຜູ້ໃດທີ່ບໍ່ຢ້ານຄວາມຕາຍແດ່? ຜູ້ຄົນສາມາດເຮັດໃຫ້ຊີວິດຂອງຕົວເອງຕົກຢູ່ໃນອັນຕະລາຍແທ້ບໍ່? ເຮົາບໍ່ໄດ້ບັງຄັບຜູ້ໃດ ຍ້ອນເຮົາໄດ້ຮັບຄວາມເຂົ້າໃຈທີ່ທົ່ວເຖິງກ່ຽວກັບທໍາມະຊາດຂອງມະນຸດແຕ່ດົນນານແລ້ວ. ສະນັ້ນ, ເຮົາຈຶ່ງໄດ້ປະຕິບັດໂຄງການທີ່ຜູ້ຄົນບໍ່ເຄີຍເຮັດມາກ່ອນຕະຫຼອດ. ຍ້ອນບໍ່ມີຜູ້ໃດສາມາດປະຕິບັດພາລະກິດຂອງເຮົາ, ເຮົາຈຶ່ງໄດ້ເອົາຕີນຢຽບສະໜາມຮົບດ້ວຍຕົວເອງ ເພື່ອຮ່ວມໃນການຕໍ່ສູ້ແຫ່ງຊີວິດ ແລະ ຄວາມຕາຍກັບຊາຕານ. ທຸກມື້ນີ້ ຊາຕານແມ່ນອາລະວາດຢ່າງຮຸນແຮງຫຼາຍ. ເປັນຫຍັງເຮົາຈຶ່ງບໍ່ໃຊ້ໂອກາດນີ້ເພື່ອສະແດງຈຸດສຸມຂອງພາລະກິດຂອງເຮົາ ແລະ ເປີດເຜີຍອໍານາດຂອງເຮົາ? ດັ່ງທີ່ເຮົາໄດ້ກ່າວກ່ອນໜ້ານັ້ນ, ເຮົາໃຊ້ອຸບາຍຂອງຊາຕານເປັນຕົວປະກອບຂອງເຮົາ; ນີ້ບໍ່ແມ່ນໂອກາດທີ່ດີທີ່ສຸດບໍ? ພຽງຕອນນີ້ ເຮົາຈຶ່ງໄດ້ເປີດເຜີຍຮອຍຍິ້ມຢ່າງພູມໃຈ ເນື່ອງຈາກເຮົາໄດ້ບັນລຸເປົ້າໝາຍຂອງເຮົາແລ້ວ. ເຮົາຈະບໍ່ແລ່ນໄປມາ ແລະ ຂໍ “ຄວາມຊ່ວຍເຫຼືອ” ຈາກມະນຸດອີກຕໍ່ໄປ. ເຮົາໄດ້ຢຸດອຶກກະທຶກຄຶກໂຄມ ແລະ ບໍ່ໄດ້ດໍາລົງຊີວິດແບບຄົນພະເນຈອນອີກຕໍ່ໄປແລ້ວ. ນັບແຕ່ນີ້ເປັນຕົ້ນໄປ ເຮົາຈະດໍາລົງຊີວິດໃນຄວາມສະຫງົບ. ໃນທໍານອງດຽວກັນນັ້ນ ມະນຸດກໍຈະປອດໄພ ແລະ ສະບາຍດີ ເນື່ອງຈາກມື້ຂອງເຮົາໄດ້ມາເຖິງ. ຢູ່ເທິງແຜ່ນດິນໂລກ ເຮົາໄດ້ໃຊ້ຊີວິດທີ່ວຸ້ນວາຍຂອງມະນຸດ ເຊິ່ງເປັນຊີວິດທີ່ເບິ່ງຄືວ່າຄວາມບໍ່ຍຸຕິທໍາຫຼາຍຢ່າງໄດ້ເກີດຂຶ້ນ. ໃນສາຍຕາຂອງມະນຸດ, ເຮົາໄດ້ແບ່ງປັນຄວາມສຸກ ແລະ ຄວາມເສົ້າ ພ້ອມກັບຄວາມລໍາບາກຍາກແຄ້ນຂອງພວກເຂົາ. ເຮົາໄດ້ດໍາລົງຊີວິດຢູ່ແຜ່ນດິນໂລກ ແລະ ພາຍໃຕ້ສະຫວັນຄືກັນກັບມະນຸດ. ສະນັ້ນ, ພວກເຂົາຈຶ່ງເຫັນເຮົາເປັນສິ່ງທີ່ຖືກສ້າງຕະຫຼອດ. ຍ້ອນມະນຸດບໍ່ເຄີຍເຫັນເຮົາຄືກັບຕອນທີ່ເຮົາຢູ່ສະຫວັນ ພວກເຂົາຈຶ່ງບໍ່ເຄີຍໃຊ້ຄວາມພະຍາຍາມຢ່າງສູງເພື່ອໃນນາມຂອງເຮົາ. ຢ່າງໃດກໍຕາມ, ຕາມສະຖານະການໃນປັດຈຸບັນ ຜູ້ຄົນແມ່ນບໍ່ມີທາງເລືອກ ນອກຈາກຍອມຮັບວ່າເຮົາແມ່ນຜູ້ຄວບຄຸມຊະຕາກໍາຂອງພວກເຂົາ ແລະ ນັກເວົ້າທີ່ກ່າວຈາກກ້ອນເມກ. ສະນັ້ນ, ມະນຸດຈຶ່ງໄດ້ເອົາຫົວຂອງພວກເຂົາຂາບລົງພື້ນເພື່ອນະມັດສະການຢູ່ຕໍ່ໜ້າເຮົາ. ນີ້ບໍ່ແມ່ນຫຼັກຖານຂອງການກັບຄືນມາຢ່າງມີໄຊຊະນະຂອງເຮົາບໍ? ນີ້ບໍ່ແມ່ນການສະແດງເຖິງໄຊຊະນະຂອງເຮົາທີ່ມີເໜືອກອງກໍາລັງສັດຕູທັງໝົດບໍ? ທຸກຄົນມີລາງສັງຫອນວ່າ ໂລກກໍາລັງເຂົ້າສູ່ການສິ້ນສຸດ ແລະ ມະນຸດຈະຮັບການຊໍາລະລ້າງທີ່ຍິ່ງໃຫຍ່. ຢ່າງໃດກໍຕາມ, ໃນຄວາມຈິງແລ້ວ ພວກເຂົາບໍ່ສາມາດເຮັດສິ່ງທີ່ເຮົາຂໍຈາກພວກເຂົາຢ່າງມີສະຕິ, ສະນັ້ນ ພວກເຂົາຈຶ່ງບໍ່ມີທາງເລືອກນອກຈາກຮ້ອງໄຫ້ພາຍໃຕ້ການຂ້ຽນຕີຂອງເຮົາ. ສາມາດເຮັດຫຍັງໄດ້ແດ່? ຜູ້ໃດບອກມະນຸດບໍ່ໃຫ້ເຊື່ອຟັງ? ຜູ້ໃດບອກພວກເຂົາໃຫ້ເຂົ້າສູ່ຍຸກສຸດທ້າຍ? ເປັນຫຍັງພວກເຂົາຈຶ່ງເກີດໃນໂລກມະນຸດໃນຍຸກສຸດທ້າຍ? ທຸກສິ່ງແມ່ນຖືກເຮົາຈັດແຈງ ແລະ ວາງແຜນດ້ວຍຕົວເອງ. ຜູ້ໃດສາມາດຈົ່ມຕໍ່ວ່າໄດ້ແດ່?

ນັບແຕ່ການຊົງສ້າງໂລກ, ເຮົາຍ່າງໄປມາໃນທ່າມກາງມະນຸດຊາດ ໂດຍເປັນໝູ່ກັບພວກເຂົາໃນການໃຊ້ຊີວິດຢູ່ໃນໂລກຂອງພວກເຂົາ. ຢ່າງໃດກໍຕາມ, ໃນຮຸ່ນກ່ອນນັ້ນ ແມ່ນບໍ່ມີຄົນໃດເຄີຍຖືກເຮົາເລືອກ; ທຸກຄົນຖືກປະຕິເສດໂດຍໜັງສືທີ່ມິດງຽບຂອງເຮົາ. ນີ້ກໍຍ້ອນວ່າ ຜູ້ຄົນໃນອະດີດບໍ່ໄດ້ຮັບໃຊ້ເຮົາໂດຍສະເພາະ, ສະນັ້ນ ໃນການຕອບແທນ ເຮົາຈຶ່ງບໍ່ຮັກພວກເຂົາໂດຍສະເພາະ. ພວກເຂົາເອົາ “ຂອງຂວັນ” ຂອງຊາຕານ ແລະ ຫຼັງຈາກນັ້ນກໍຫັນໜ້າມາ ແລະ ຖວາຍສິ່ງເຫຼົ່ານັ້ນໃຫ້ເຮົາ. ນີ້ບໍ່ແມ່ນການກ່າວຮ້າຍເຮົາບໍ? ໃນຂະນະທີ່ພວກເຂົາກໍາລັງຖວາຍ, ເຮົາບໍ່ໄດ້ເປີດເຜີຍຄວາມລັງກຽດຂອງເຮົາ; ກົງກັນຂ້າມ, ເຮົາໄດ້ປ່ຽນກົນອຸບາຍຂອງພວກເຂົາມາເປັນຜົນປະໂຫຍດຂອງເຮົາເອງໂດຍການເພີ່ມ “ຂອງຂວັນ” ເຫຼົ່ານີ້ໃສ່ວັດຖຸແຫ່ງການຄຸ້ມຄອງຂອງເຮົາ. ຫຼັງຈາກນັ້ນ, ເມື່ອພວກເຂົາໄດ້ຖືກເຄື່ອງຈັກແປຮູບ, ເຮົາກໍຈະເຜົາຂີ້ເຫຼັກທີ່ຢູ່ຂ້າງໃນ. ໃນຍຸກປັດຈຸບັນ, ມະນຸດບໍ່ໄດ້ຖວາຍ “ຂອງຂວັນ” ຫຼາຍໃຫ້ແກ່ເຮົາ ແຕ່ເຮົາກໍບໍ່ໄດ້ຕໍາໜິຕິເຕືອນພວກເຂົາຍ້ອນສິ່ງນີ້. ຜູ້ຄົນເຫຼົ່ານີ້ທຸກຍາກ ແລະ ມືເປົ່າຕະຫຼອດ; ສະນັ້ນ, ເມື່ອໄດ້ສັງເກດເຫັນສະຖານະການຕົວຈິງຂອງພວກເຂົາ, ເຮົາກໍບໍ່ເຄີຍເຮັດໃຫ້ພວກເຂົາຖືກຮຽກຮ້ອງຢ່າງບໍ່ມີເຫດຜົນໃດໆນັບແຕ່ເຮົາມາໂລກມະນຸດ. ກົງກັນຂ້າມ, ຫຼັງຈາກທີ່ໄດ້ມອບ “ວັດຖຸ” ໃຫ້ພວກເຂົາ, ເຮົາໄດ້ຊອກຫາ “ຜະລິດຕະພັນທີ່ສໍາເລັດຮູບ” ທີ່ເຮົາຕ້ອງການ ເນື່ອງຈາກວ່ານີ້ແມ່ນຂອບເຂດທີ່ມະນຸດສາມາດບັນລຸໄດ້. ເຮົາໃຊ້ເວລາຫຼາຍປີໃນຄວາມລໍາບາກ ໂດຍຮຽນຮູ້ເຖິງຄວາມໝາຍຂອງການດໍາລົງຊີວິດໃນຖານະທີ່ເປັນມະນຸດກ່ອນເຮັດການຮຽກຮ້ອງທີ່ເໝາະສົມ. ຖ້າເຮົາບໍ່ປະສົບກັບຊີວິດມະນຸດ, ເຮົາຈະສາມາດເຂົ້າໃຈບັນຫາທີ່ຜູ້ຄົນພົບວ່າຍາກໃນການສົນທະນາໄດ້ແນວໃດ? ຢ່າງໃດກໍຕາມ, ມະນຸດບໍ່ເຫັນສິ່ງນີ້ເລີຍ; ພວກເຂົາເວົ້າວ່າ ເຮົາແມ່ນພຣະເຈົ້າທີ່ມີອໍານາດເໜືອທຸກສິ່ງ ແລະ ເໜືອທໍາມະຊາດ. ນີ້ບໍ່ແມ່ນແນວຄິດທີ່ມະນຸດທຸກຄົນມີຕະຫຼອດປະຫວັດສາດ ທີ່ພວກເຂົາມີຈົນຮອດປັດຈຸບັນນີ້ບໍ? ເຮົາກ່າວວ່າ ຢູ່ແຜ່ນດິນໂລກແມ່ນບໍ່ມີຜູ້ໃດສາມາດຮູ້ຈັກເຮົາໄດ້ຢ່າງແທ້ຈິງ ແລະ ຄົບຖ້ວນ. ຄໍາເວົ້ານີ້ມີຄວາມໝາຍທີ່ແອບແຝງຂອງມັນ; ມັນບໍ່ແມ່ນຄໍາເວົ້າທີ່ວ່າງເປົ່າເທົ່ານັ້ນ. ເຮົາໄດ້ປະສົບກັບມັນ ແລະ ສັງເກດເບິ່ງສິ່ງນີ້ດ້ວຍຕົວເຮົາເອງ, ສະນັ້ນ ເຮົາຈຶ່ງມີຄວາມເຂົ້າໃຈກ່ຽວກັບລາຍລະອຽດຕ່າງໆ. ຖ້າເຮົາບໍ່ໄດ້ລົງມາຍັງໂລກມະນຸດ, ຜູ້ໃດຈະມີໂອກາດຮູ້ຈັກເຮົາແດ່? ມີຜູ້ໃດສາມາດຟັງພຣະທໍາຂອງເຮົາດ້ວຍຕົວເອງແດ່? ມີຜູ້ໃດສາມາດເຫັນຮູບຮ່າງຂອງເຮົາໃນທ່າມກາງພວກເຂົາແດ່? ຕະຫຼອດຍຸກຕ່າງໆ, ເຮົາໄດ້ລີ້ລັບໃນກ້ອນເມກຕະຫຼອດ. ໃນເບື້ອງຕົ້ນ ເຮົາໄດ້ທໍານວາຍວ່າ: “ເຮົາຈະລົງມາຍັງໂລກມະນຸດໃນຍຸກສຸດທ້າຍເພື່ອເຮັດໜ້າທີ່ເປັນຕົວຢ່າງຂອງພວກເຂົາ”. ນີ້ຄືເຫດຜົນທີ່ວ່າ ມີແຕ່ຜູ້ຄົນໃນປັດຈຸບັນເທົ່ານັ້ນ ທີ່ໂຊກດີໃນການສາມາດເຮັດໃຫ້ຂອບເຂດຂອງພວກເຂົາກວ້າງຂວາງຂຶ້ນ. ນີ້ບໍ່ແມ່ນຄວາມເມດຕາທີ່ເຮົາໄດ້ປະທານໃຫ້ແກ່ພວກເຂົາບໍ? ພວກເຂົາບໍ່ສາມາດເຂົ້າໃຈພຣະຄຸນຂອງເຮົາແທ້ໆເລີຍບໍ? ເປັນຫຍັງມະນຸດຈຶ່ງບໍ່ມີຄວາມຮູ້ສຶກ ແລະ ໂງ່ຈ້າແທ້? ພວກເຂົາໄດ້ມາໄກຂະໜາດນີ້; ເປັນຫຍັງພວກເຂົາຍັງບໍ່ຕື່ນເທື່ອ? ເຮົາໄດ້ຢູ່ໃນໂລກນີ້ເປັນເວລາຫຼາຍປີແລ້ວ ແຕ່ມີຜູ້ໃດທີ່ຮູ້ຈັກເຮົາແດ່? ບໍ່ແປກໃຈເລີຍທີ່ເຮົາຂ້ຽນຕີຜູ້ຄົນ. ມັນເບິ່ງຄືວ່າພວກເຂົາຄືເປົ້າໝາຍທີ່ເຮົາຈະໃຊ້ອໍານາດຂອງເຮົາ; ມັນເບິ່ງຄືວ່າພວກເຂົາແມ່ນລູກປືນຂອງເຮົາ ເຊິ່ງເມື່ອຖືກຍິງອອກໄປ ທຸກຄົນກໍຈະ “ໜີ” ໄປໝົດ. ຜູ້ຄົນຈິນຕະນາການເປັນເຊັ່ນນັ້ນ. ເຮົາເຄົາລົບມະນຸດສະເໝີ; ເຮົາບໍ່ເຄີຍຂູດຮີດພວກເຂົາຕາມອໍາເພີໃຈ ຫຼື ຄ້າພວກເຂົາຄືກັບຂ້າທາດ. ນີ້ກໍຍ້ອນວ່າ ເຮົາບໍ່ສາມາດຈາກພວກເຂົາໄປໄດ້ ແລະ ພວກເຂົາກໍບໍ່ສາມາດຈາກເຮົາໄປໄດ້. ສະນັ້ນ, ຄວາມສໍາພັນແຫ່ງຊີວິດ ແລະ ຄວາມຕາຍຈຶ່ງຖືກສ້າງຂຶ້ນລະຫວ່າງພວກເຮົາ. ເຮົາຖະໜອມມະນຸດຊາດສະເໝີ. ເຖິງແມ່ນວ່າມະນຸດຊາດບໍ່ເຄີຍຖະໜອມເຮົາ, ແຕ່ພວກເຂົາກໍແນມເບິ່ງເຮົາຕະຫຼອດ ເຊິ່ງເປັນເຫດຜົນທີ່່ເຮົາສືບຕໍ່ໃຊ້ຄວາມພະຍາຍາມກັບພວກເຂົາ. ເຮົາຮັກຜູ້ຄົນຄືກັບຊັບສົມບັດຂອງເຮົາເອງ ຍ້ອນພວກເຂົາແມ່ນ “ທຶນ” ຂອງການຄຸ້ມຄອງຂອງເຮົາຢູ່ເທິງແຜ່ນດິນໂລກ; ດັ່ງນັ້ນ, ເຮົາຈະບໍ່ກໍາຈັດພວກເຂົາຢ່າງແນ່ນອນ. ຄວາມປະສົງຂອງເຮົາທີ່ມີຕໍ່ມະນຸດຈະບໍ່ມີວັນປ່ຽນແປງ. ພວກເຂົາສາມາດເຊື່ອຄໍາສາບານຂອງເຮົາໄດ້ຢ່າງແທ້ຈິງບໍ? ພວກເຂົາສາມາດເຮັດໃຫ້ເຮົາພໍໃຈເພື່ອປະໂຫຍດຂອງເຮົາໄດ້ແນວໃດ? ນີ້ແມ່ນໜ້າວຽກທີ່ເຮົາໄດ້ກໍານົດໃຫ້ມະນຸດຊາດທຸກຄົນ; ມັນແມ່ນ “ວຽກບ້ານ” ທີ່ເຮົາໄດ້ມອບໝາຍໃຫ້ພວກເຂົາ. ມັນແມ່ນຄວາມຫວັງຂອງເຮົາ ທີ່ພວກເຂົາທຸກຄົນຈະພະຍາຍາມຢ່າງໜັກເພື່ອເຮັດມັນໃຫ້ສໍາເລັດ.

ວັນທີ 23 ເມສາ 1992

ກ່ອນນີ້ : ບົດທີ 47

ຕໍ່ໄປ : ບົດທີ 38

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ໃນຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າ ເຈົ້າຄວນເຊື່ອຟັງພຣະເຈົ້າ

ເປັນຫຍັງເຈົ້າຈິ່ງເຊື່ອໃນພຣະເຈົ້າ? ຄົນສ່ວນໃຫຍ່ຈະສັບສົນກັບຄໍາຖາມນີ້. ພວກເຂົາຈະມີຄວາມຄິດເຫັນທີ່ແຕກຕ່າງກັນສະເໝີກ່ຽວກັບພຣະເຈົ້າທີ່ແທ້ຈິງ ແລະ...

ມະນຸດພຽງແຕ່ສາມາດໄດ້ຮັບຄວາມລອດພົ້ນທ່າມກາງການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ

ທຸກຄົນຮູ້ສຶກວ່າການຄຸ້ມຄອງຂອງພຣະເຈົ້າແມ່ນແປກທີ່ສຸດ ຍ້ອນຜູ້ຄົນຄິດວ່າການຄຸ້ມຄອງຂອງພຣະເຈົ້າແມ່ນບໍ່ກ່ຽວຂ້ອງກັບມະນຸດ....

ພາລະກິດ ແລະ ທາງເຂົ້າ (3)

ພຣະເຈົ້າໄດ້ມອບໝາຍຫຼາຍຢ່າງໃຫ້ກັບມະນຸດ ແລະ ຍັງໄດ້ຈັດການທາງເຂົ້າຂອງພວກເຂົາໃນຫຼາຍວິທີຈົນນັບບໍ່ຖ້ວນ. ແຕ່ຍ້ອນຄວາມສາມາດຂອງຜູ້ຄົນຕໍ່າຫຼາຍ,...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້