ບົດທີ 34
ຄັ້ງໜຶ່ງເຮົາໄດ້ເຊີນມະນຸດມາເຮືອນຂອງເຮົາໃນຖານະແຂກ ແຕ່ເຂົາແລ່ນໄປບ່ອນນັ້ນ ແລະ ບ່ອນນີ້ຍ້ອນການຮຽກເອີ້ນຂອງເຮົາ ຄືກັບວ່າ ແທນທີ່ຈະເຊີນເຂົາໃນຖານະເປັນແຂກ ເຮົາໄດ້ນໍາເອົາເຂົາໄປສູ່ເດີ່ນປະຫານ. ສະນັ້ນ, ເຮືອນຂອງເຮົາຈຶ່ງຖືກປະໃຫ້ເປົ່າວ່າງ ເນື່ອງຈາກມະນຸດຫຼີກເວັ້ນເຮົາຕະຫຼອດ ແລະ ໄດ້ລະແວງເຮົາຢູ່ສະເໝີ. ສິ່ງນີ້ເຮັດໃຫ້ເຮົາບໍ່ມີຫົນທາງປະຕິບັດພາກສ່ວນຂອງພາລະກິດຂອງເຮົາ ເຊິ່ງໝາຍຄວາມວ່າ ເຮົາໄດ້ເອົາອາຫານທີ່ເຮົາໄດ້ຈັດຕຽມໄວ້ໃຫ້ເຂົານັ້ນກັບຄືນມາ ເນື່ອງຈາກວ່າມະນຸດບໍ່ເຕັມໃຈທີ່ຈະກິນອາຫານນີ້ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງບໍ່ໄດ້ບັງຄັບໃຫ້ເຂົາກິນ. ແຕ່ມະນຸດກໍພົບວ່າຕົນເອງຕົກຢູ່ໃນຄວາມອຶດຫີວຢ່າງກະທັນຫັນ ເຂົາຈຶ່ງມາເຄາະປະຕູຂອງເຮົາເພື່ອຂໍຄວາມຊ່ວຍເຫຼືອຈາກເຮົາ. ເມື່ອເຫັນເຂົາຢູ່ໃນຄວາມທຸກທີ່ຮ້າຍແຮງດັ່ງກ່າວ ເຮົາຈະບໍ່ຊ່ວຍເຂົາໄດ້ແນວໃດ? ສະນັ້ນ, ເຮົາຈຶ່ງຈັດວາງອາຫານໃຫ້ມະນຸດອີກຄັ້ງ ເພື່ອເຂົາຈະໄດ້ກິນມັນ ແລະ ພຽງຫຼັງຈາກນັ້ນ ເຂົາຈຶ່ງຮູ້ສຶກວ່າເຮົາເປັນຕາເຊີດຊູສໍ່າໃດ ແລະ ດ້ວຍເຫດນັ້ນ ເຂົາຈຶ່ງມາເພິ່ງພາເຮົາ. ຍ້ອນທັດສະນະຄະຕິຂອງເຮົາທີ່ມີຕໍ່ເຂົາ, ເຂົາຈຶ່ງມາຮັກເຮົາເທື່ອລະໜ້ອຍ “ໂດຍບໍ່ມີຂໍ້ຈໍາກັດ” ແລະ ເຂົາບໍ່ສົງໄສວ່າ ເຮົາຈະສົ່ງເຂົາໄປສູ່ “ດິນແດນແຫ່ງການເຜົາສົບ” ອີກຕໍ່ໄປ ຍ້ອນວ່າ ນີ້ບໍ່ແມ່ນຄວາມປະສົງຂອງເຮົາ. ສະນັ້ນ, ຫຼັງຈາກທີ່ໄດ້ເຫັນຫົວໃຈຂອງເຮົາ ມະນຸດຈຶ່ງເພິ່ງພາເຮົາຢ່າງແທ້ຈິງ ເຊິ່ງສະແດງໃຫ້ເຫັນວ່າເຂົາ “ລະມັດລະວັງ” ສໍ່າໃດ. ແຕ່ເຮົາກໍບໍ່ໄດ້ລະວັງມະນຸດ ຍ້ອນຄວາມຫຼອກລວງຂອງເຂົາ ແຕ່ກົງກັນຂ້າມ ເຮົາດົນໃຈຜູ້ຄົນດ້ວຍອ້ອມກອດທີ່ອົບອຸ່ນຂອງເຮົາ. ນີ້ບໍ່ແມ່ນສິ່ງທີ່ເຮົາກໍາລັງປະຕິບັດໃນປັດຈຸບັນບໍ? ນີ້ບໍ່ແມ່ນສິ່ງທີ່ສະແດງອອກໃນຜູ້ຄົນໃນປັດຈຸບັນບໍ? ເປັນຫຍັງພວກເຂົາຈຶ່ງສາມາດເຮັດສິ່ງດັ່ງກ່າວ? ເປັນຫຍັງພວກເຂົາຈຶ່ງມີຄວາມຮູ້ສຶກດັ່ງກ່າວ? ເປັນຍ້ອນພວກເຂົາຮູ້ຈັກເຮົາຢ່າງແທ້ຈິງບໍ? ເປັນຍ້ອນພວກເຂົາມີຄວາມຮັກທີ່ບໍ່ມີຂອບເຂດສໍາລັບເຮົາຢ່າງແທ້ຈິງບໍ? ເຮົາບໍ່ບັງຄັບຜູ້ໃດໃຫ້ຮັກເຮົາ, ພຽງແຕ່ມອບອິດສະຫຼະໃຫ້ແກ່ພວກເຂົາ ເພື່ອໃຫ້ພວກເຂົາຕັດສິນໃຈດ້ວຍຕົວເອງ; ດ້ວຍວິທີນີ້, ເຮົາຈະບໍ່ລົບກວນ ຫຼື ຊ່ວຍພວກເຂົາໃນການຕັດສິນໃຈກ່ຽວກັບຊະຕາກໍາຂອງພວກເຂົາ. ຜູ້ຄົນໄດ້ຕັ້ງໝັ້ນຢູ່ຕໍ່ໜ້າເຮົາ, ພວກເຂົາໄດ້ນໍາມັນມາຢູ່ຕໍ່ໜ້າເຮົາເພື່ອໃຫ້ເຮົາສໍາຫຼວດ ແລະ ເມື່ອເຮົາເປີດຖົງທີ່ມີ “ຄວາມຕັ້ງໝັ້ນຂອງມະນຸດ” ເຮົາກໍເຫັນສິ່ງຕ່າງໆຢູ່ຂ້າງໃນ ເຊິ່ງເຖິງແມ່ນວ່າຈະສັບສົນ ແຕ່ກໍຂ້ອນຂ້າງຈະ “ອຸດົມສົມບູນ”. ຜູ້ຄົນແນມເບິ່ງເຮົາດ້ວຍດວງຕາທີ່ເປີດກວ້າງ ໂດຍຢ້ານຢູ່ເລິກໆວ່າ ເຮົາຈະດຶງຄວາມຕັ້ງໝັ້ນຂອງພວກເຂົາອອກມາ. ແຕ່ຍ້ອນຄວາມອ່ອນແອຂອງມະນຸດ ເຮົາຈຶ່ງບໍ່ໄດ້ຕັດສິນແຕ່ທໍາອິດ ແລະ ກົງກັນຂ້າມ ເຮົາປິດຖົງ ແລະ ສືບຕໍ່ປະຕິບັດພາລະກິດທີ່ເຮົາຕ້ອງປະຕິບັດ. ຢ່າງໃດກໍຕາມ, ມະນຸດບໍ່ໄດ້ເຂົ້າສູ່ການນໍາພາຂອງເຮົາຍ້ອນພາລະກິດຂອງເຮົາ ແຕ່ສືບຕໍ່ໃສ່ໃຈຕົວເອງກັບເລື່ອງທີ່ວ່າ ເຮົາໄດ້ສັນລະເສີນຄວາມຕັ້ງໝັ້ນຂອງເຂົາແລ້ວ ຫຼື ບໍ່. ເຮົາໄດ້ປະຕິບັດພາລະກິດຫຼາຍຢ່າງ ແລະ ໄດ້ກ່າວພຣະທໍາຫຼາຍຂໍ້ ແຕ່ຈົນເຖິງປັດຈຸບັນ ມະນຸດກໍຍັງບໍ່ສາມາດເຂົ້າໃຈຄວາມປະສົງຂອງເຮົາ ແລະ ດ້ວຍເຫດນັ້ນ ທຸກການກະທໍາທີ່ສັບສົນຂອງເຂົາຈຶ່ງເຮັດໃຫ້ຫົວຂອງເຮົາປິ່ນ. ເປັນຫຍັງເຂົາຈຶ່ງບໍ່ສາມາດເຂົ້າໃຈຄວາມປະສົງຂອງເຮົາ ແລະ ເຮັດສິ່ງຕ່າງໆຕາມໃຈຕົວເອງຢ່າງບໍ່ຮອບຄອບ? ສະໝອງຂອງເຂົາໄດ້ຮັບການສະເທືອນບໍ? ເປັນໄປໄດ້ບໍທີ່ເຂົາບໍ່ເຂົ້າໃຈພຣະທໍາທີ່ເຮົາກ່າວ? ເປັນຫຍັງເຂົາຈຶ່ງປະຕິບັດດ້ວຍສາຍຕາຂອງເຂົາແນມຊື່ໄປທາງໜ້າສະເໝີ ແຕ່ກໍບໍ່ສາມາດປູທາງ ແລະ ເປັນຕົວຢ່າງໃຫ້ກັບຜູ້ຄົນໃນອະນາຄົດໄດ້? ມີຜູ້ໃດເປັນແບບຢ່າງກ່ອນເປໂຕບໍ? ບໍ່ແມ່ນພາຍໃຕ້ການນໍາພາຂອງເຮົາບໍທີ່ເປໂຕລອດຊີວິດ? ເປັນຫຍັງຜູ້ຄົນໃນປັດຈຸບັນຈຶ່ງບໍ່ສາມາດເຮັດສິ່ງນີ້? ຫຼັງຈາກມີຕົວຢ່າງເພື່ອໃຫ້ເຮັດຕາມ ແລ້ວເປັນຫຍັງພວກເຂົາຈຶ່ງຍັງບໍ່ສາມາດປະຕິບັດຕາມຄວາມປະສົງຂອງເຮົາ? ສິ່ງນີ້ສະແດງໃຫ້ເຫັນວ່າ ມະນຸດຍັງບໍ່ເຊື່ອໃຈເຮົາ ເຊິ່ງເປັນສິ່ງທີ່ນໍາໄປສູ່ສະພາບທີ່ໜ້າເສົ້າໃຈໃນປັດຈຸບັນ.
ເຮົາດີໃຈທີ່ໄດ້ສັງເກດເຫັນນົກໂຕນ້ອຍໆບິນໃນທ້ອງຟ້າ. ເຖິງວ່າພວກມັນຍັງບໍ່ໄດ້ມີຄວາມຕັ້ງໝັ້ນ ຢູ່ຕໍ່ໜ້າເຮົາ ແລະ ບໍ່ມີຄໍາເວົ້າທີ່ຈະ “ສະໜອງ” ໃຫ້ເຮົາ ແຕ່ພວກມັນກໍພົບຄວາມສຸກກັບໂລກທີ່ເຮົາມອບໃຫ້ພວກມັນ. ແຕ່ມະນຸດບໍ່ສາມາດເຮັດສິ່ງນີ້ ແລະ ໃບໜ້າຂອງເຂົາແມ່ນເຕັມໄປດ້ວຍຄວາມໂສກເສົ້າ. ເປັນໄປໄດ້ບໍທີ່ເຮົາຕິດໜີ້ເຂົາໂດຍທີ່ບໍ່ສາມາດຈ່າຍໄດ້? ເປັນຫຍັງໃບໜ້າຂອງເຂົາຈຶ່ງເຕັມໄປດ້ວຍນໍ້າຕາ? ເຮົາຊື່ນຊົມດອກລິລີ້ທີ່ບານຢູ່ເນີນພູ; ດອກໄມ້ ແລະ ຫຍ້າແຜ່ໄປທົ່ວເນີນ ແຕ່ດອກລິລີ້ເພີ່ມແສງສະຫວ່າງໃຫ້ກັບລັດສະໝີຂອງເຮົາເທິງແຜ່ນດິນໂລກກ່ອນລະດູໃບໄມ້ປົ່ງຈະມາຮອດ. ມະນຸດສາມາດບັນລຸສິ່ງດັ່ງກ່າວໄດ້ບໍ? ເຂົາສາມາດເປັນພະຍານໃຫ້ເຮົາເທິງແຜ່ນດິນໂລກກ່ອນການກັບມາຂອງເຮົາໄດ້ບໍ? ເຂົາສາມາດອຸທິດຕົນເອງເພື່ອນາມຂອງເຮົາໃນປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ໄດ້ບໍ? ມັນເປັນຄືກັບວ່າ ການກ່າວພຣະຄໍາຂອງເຮົາແມ່ນເຕັມໄປດ້ວຍການຮຽກຮ້ອງຕໍ່ມະນຸດ. ດັ່ງນັ້ນ ເຂົາຈຶ່ງກຽດຊັງເຮົາຍ້ອນການຮຽກຮ້ອງເຫຼົ່ານີ້; ເຂົາຢ້ານພຣະທໍາຂອງເຮົາຍ້ອນຮ່າງກາຍຂອງເຂົາອ່ອນແອເກີນໄປ ແລະ ໂດຍພື້ນຖານແລ້ວ ເຂົາບໍ່ສາມາດບັນລຸສິ່ງທີ່ເຮົາຂໍ. ເມື່ອເຮົາເປີດປາກຂອງເຮົາ, ເຮົາເຫັນຜູ້ຄົນເທິງແຜ່ນດິນໂລກແລ່ນໜີໄປທຸກທິດທາງ ຄືກັບວ່າ ກໍາລັງພະຍາຍາມໜີຈາກຄວາມອຶດຢາກ. ເມື່ອເຮົາປິດໜ້າຂອງເຮົາ ແລະ ເມື່ອເຮົາຫັນໂຕຂອງເຮົາ ຜູ້ຄົນກໍຖືກໂຈມຕີດ້ວຍຄວາມຕົກໃຈຢ້ານທັນທີ. ພວກເຂົາບໍ່ຮູ້ວ່າຈະເຮັດຫຍັງ ຍ້ອນພວກເຂົາຢ້ານການຈາກໄປຂອງເຮົາ; ໃນແນວຄິດຂອງພວກເຂົາ, ມື້ທີ່ເຮົາຈາກໄປຈະເປັນມື້ທີ່ຄວາມພິນາດໄດ້ລົງມາຈາກສະຫວັນ ເຊິ່ງກໍຄືມື້ທີ່ການລົງໂທດຂອງພວກເຂົາຈະເລີ່ມຕົ້ນຂຶ້ນ. ແຕ່ສິ່ງທີ່ເຮົາເຮັດແມ່ນກົງກັນຂ້າມກັບແນວຄິດຂອງມະນຸດ; ເຮົາບໍ່ເຄີຍປະຕິບັດຕາມແນວຄິດຂອງມະນຸດ ແລະ ບໍ່ເຄີຍອະນຸຍາດໃຫ້ແນວຄິດຂອງເຂົາສອດຄ່ອງກັບເຮົາ. ເວລາທີ່ເຮົາປະຕິບັດແມ່ນເວລາທີ່ມະນຸດຖືກເປີດເຜີຍຢ່າງແນ່ນອນ. ເວົ້າອີກຢ່າງໜຶ່ງກໍຄື ແນວຄິດຂອງມະນຸດບໍ່ສາມາດປະເມີນການກະທໍາຂອງເຮົາໄດ້. ນັບຕັ້ງແຕ່ເວລາແຫ່ງການຊົງສ້າງຈົນຮອດປັດຈຸບັນ, ບໍ່ມີຜູ້ໃດເຄີຍຄົ້ນພົບ “ທະວີບໃໝ່” ໃນສິ່ງຕ່າງໆທີ່ເຮົາເຮັດ; ບໍ່ມີຜູ້ໃດເຄີຍເຂົ້າໃຈກົດເກນທີ່ເຮົາປະຕິບັດຕາມ ແລະ ບໍ່ມີຜູ້ໃດເຄີຍເປີດທາງໃໝ່. ສະນັ້ນ, ຜູ້ຄົນໃນປັດຈຸບັນຈຶ່ງຍັງບໍ່ສາມາດເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໄດ້. ນີ້ແມ່ນສິ່ງທີ່ພວກເຂົາຂາດຢ່າງແນ່ນອນ ແລະ ນີ້ແມ່ນສິ່ງທີ່ພວກເຂົາຄວນເຂົ້າສູ່. ນັບຕັ້ງແຕ່ເວລາແຫ່ງການຊົງສ້າງຈົນຮອດປັດຈຸບັນ, ເຮົາບໍ່ເຄີຍດໍາເນີນກິດຈະການດັ່ງກ່າວມາກ່ອນ. ເຮົາພຽງແຕ່ເພີ່ມພາກສ່ວນໃໝ່ເຂົ້າໃນພາລະກິດຂອງເຮົາໃນຍຸກສຸດທ້າຍ. ແຕ່ເຖິງແມ່ນຢູ່ພາຍໃຕ້ສະຖານະການທີ່ແນ່ນອນດັ່ງກ່າວ, ຜູ້ຄົນກໍຍັງບໍ່ສາມາດເຂົ້າໃຈຄວາມປະສົງຂອງເຮົາ. ນີ້ບໍ່ແມ່ນສິ່ງທີ່ເຂົາຂາດຢ່າງແທ້ຈິງບໍ?
ຫຼັງຈາກເຮົາເຂົ້າສູ່ພາລະກິດໃໝ່, ເຮົາກໍມີຄວາມຕ້ອງການໃໝ່ສໍາລັບມະນຸດ. ສໍາລັບມະນຸດແລ້ວ, ມັນເປັນຄືກັບວ່າ ຄວາມຕ້ອງການໃນອະດີດແມ່ນບໍ່ມີຜົນຫຍັງ ເຊິ່ງຍ້ອນເຫດນັ້ນເຂົາຈຶ່ງລືມສິ່ງເຫຼົ່ານັ້ນ. ວິທີການໃໝ່ໃນການປະຕິບັດພາລະກິດຂອງເຮົາແມ່ນຫຍັງ? ເຮົາຂໍຫຍັງຈາກມະນຸດ? ຜູ້ຄົນເອງບໍ່ສາມາດປະເມີນວ່າ ສິ່ງທີ່ພວກເຂົາເຮັດໃນອະດີດແມ່ນເປັນໄປຕາມຄວາມປະສົງຂອງເຮົາ ຫຼື ບໍ່ ແລະ ການປະຕິບັດຂອງພວກເຂົາແມ່ນຢູ່ພາຍໃນຂອບເຂດທີ່ເຮົາຂໍ ຫຼື ບໍ່. ບໍ່ຈໍາເປັນທີ່ເຮົາຈະຕ້ອງກວດສອບທຸກຢ່າງເທື່ອລະອັນ; ພວກເຂົາມີຄວາມເຂົ້າໃຈກ່ຽວກັບວຸດທິພາວະຂອງພວກເຂົາເອງ ແລະ ດ້ວຍເຫດນັ້ນ ໃນຈິດໃຈຂອງພວກເຂົາ ພວກເຂົາແມ່ນມີຄວາມຊັດເຈນວ່າ ພວກເຂົາສາມາດປະຕິບັດໄດ້ໄກພຽງໃດ ແລະ ບໍ່ຈໍາເປັນທີ່ເຮົາຈະຕ້ອງບອກພວກເຂົາຢ່າງຊັດເຈນ. ບາງເທື່ອ ເມື່ອເຮົາກ່າວ ບາງຄົນຈະສະດຸດ; ສະນັ້ນ, ເຮົາຈຶ່ງໄດ້ຫຼີກເວັ້ນການກ່າວສ່ວນນີ້ຂອງພຣະທໍາຂອງເຮົາ ເພື່ອປ້ອງກັນບໍ່ໃຫ້ຜູ້ຄົນອ່ອນແອຍ້ອນສິ່ງດັ່ງກ່າວ. ນີ້ບໍ່ມີປະໂຫຍດຫຼາຍກວ່າບໍ ໃນການສະແຫວງຫາຂອງມະນຸດ? ມັນບໍ່ມີປະໂຫຍດຫຼາຍກວ່າບໍ ໃນຄວາມກ້າວໜ້າຂອງມະນຸດ? ຜູ້ໃດບໍ່ປາຖະໜາທີ່ຈະລືມອະດີດຂອງພວກເຂົາ ແລະ ພະຍາຍາມກ້າວໄປທາງໜ້າແດ່? ຍ້ອນ “ຄວາມມັກງ່າຍ” ຂອງເຮົາ, ເຮົາຈຶ່ງບໍ່ຮູ້ວ່າ ຜູ້ຄົນເຂົ້າໃຈວ່າ ວິທີການໃນການກ່າວຂອງເຮົາໄດ້ເຂົ້າສູ່ໂລກໃໝ່ແລ້ວ ຫຼື ບໍ່. ນອກຈາກນັ້ນ, ຍ້ອນເຮົາ “ຫຍຸ້ງ” ກັບພາລະກິດຂອງເຮົາຫຼາຍ ເຮົາຈຶ່ງບໍ່ມີເວລາສອບຖາມວ່າ ຜູ້ຄົນເຂົ້າໃຈນໍ້າສຽງໃນການກ່າວຂອງເຮົາ ຫຼື ບໍ່. ສະນັ້ນ, ເຮົາຈຶ່ງຂໍໃຫ້ຜູ້ຄົນມີຄວາມເຂົ້າໃຈເຮົາໃຫ້ຫຼາຍຂຶ້ນເທົ່ານັ້ນ. ຍ້ອນເຮົາ “ຫຍຸ້ງ” ກັບພາລະກິດຂອງເຮົາຫຼາຍ ເຮົາຈຶ່ງບໍ່ສາມາດຢ້ຽມຢາມຖານຂອງພາລະກິດຂອງເຮົາດ້ວຍຕົວເອງ ເພື່ອຊີ້ນໍາຜູ້ຄົນ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງມີ “ຄວາມເຂົ້າໃຈເລັກນ້ອຍ” ກ່ຽວກັບພວກເຂົາ. ຢ່າງໃດກໍຕາມ, ສະຫຼຸບກໍຄື ເຮົາໄດ້ເລີ່ມນໍາພາມະນຸດໃຫ້ເຂົ້າສູ່ການເລີ່ມຕົ້ນໃໝ່ ແລະ ເຂົ້າສູ່ວິທີການໃໝ່ຢ່າງເປັນທາງການ. ໃນການກ່າວພຣະທໍາທັງໝົດຂອງເຮົາ, ຜູ້ຄົນໄດ້ເຫັນວ່າ ມີຄວາມເປັນຕາຫົວ, ຕະຫຼົກ ແລະ ໂດຍສະເພາະແລ້ວ ແມ່ນມີນໍ້າສຽງຂອງການເຍາະເຍີ້ຍຢ່າງໜັກໃນສິ່ງທີ່ເຮົາກ່າວ. ສະນັ້ນ, ຄວາມປອງດອງລະຫວ່າງເຮົາ ແລະ ມະນຸດກໍຖືກລົບກວນໂດຍບໍ່ຮູ້ຕົວ ເຊິ່ງເຮັດໃຫ້ມີກ້ອນເມກປຶກໜາມາປິດບັງໜ້າຂອງຜູ້ຄົນ. ຢ່າງໃດກໍຕາມ, ເຮົາບໍ່ໄດ້ຖືກສິ່ງນີ້ຈໍາກັດ ແຕ່ສືບຕໍ່ປະຕິບັດພາລະກິດຂອງເຮົາ ເນື່ອງຈາກວ່າ ທຸກສິ່ງທີ່ເຮົາກ່າວ ແລະ ປະຕິບັດແມ່ນເປັນສ່ວນທີ່ຈໍາເປັນໃນແຜນການຂອງເຮົາ; ທຸກສິ່ງທີ່ຖືກກ່າວຈາກປາກຂອງເຮົາແມ່ນເພື່ອຊ່ວຍມະນຸດ ແລະ ບໍ່ມີສິ່ງໃດທີ່ເຮົາປະຕິບັດຄືສິ່ງທີ່ບໍ່ສໍາຄັນ; ທຸກສິ່ງທີ່ເຮົາປະຕິບັດແມ່ນເປັນການສິດສອນທຸກຄົນ. ມັນເປັນຍ້ອນວ່າ ມະນຸດຂາດເຂີນຈົນເຮົາຕ້ອງປ່ອຍລະບາຍອອກມາ ແລະ ສືບຕໍ່ກ່າວ. ບາງເທື່ອ ບາງຄົນກໍາລັງລໍຖ້າຢ່າງໝົດຫວັງ ເພື່ອໃຫ້ເຮົາສ້າງຄວາມຕ້ອງການໃໝ່ສໍາລັບພວກເຂົາ. ຖ້າເປັນເຊັ່ນນັ້ນ ເຮົາກໍໄດ້ຕອບສະໜອງຄວາມຕ້ອງການຂອງພວກເຂົາແລ້ວ. ແຕ່ມີສິ່ງໜຶ່ງທີ່ເຮົາຕ້ອງເຕືອນພວກເຈົ້າ: ເມື່ອເຮົາກ່າວ, ເຮົາຫວັງວ່າ ຜູ້ຄົນຈະມີການຢັ່ງຮູ້ຫຼາຍຂຶ້ນ. ເຮົາຫວັງວ່າ ພວກເຂົາຈະມີຄວາມຮູ້ແຈ້ງຫຼາຍຂຶ້ນ ເພື່ອວ່າພວກເຂົາຈະສາມາດໄດ້ຮັບຈາກພຣະທໍາຂອງເຮົາຫຼາຍຂຶ້ນ ແລະ ດ້ວຍເຫດນັ້ນ ກໍປະຕິບັດຕາມຄວາມຕ້ອງການຂອງເຮົາ. ກ່ອນໜ້ານັ້ນ ໃນຄຣິສຕະຈັກ ຄວາມສົນໃຈຂອງຜູ້ຄົນແມ່ນການຖືກຈັດການ ແລະ ການຖືກເຮັດໃຫ້ແຕກຫັກ. ການກິນ ແລະ ການດື່ມພຣະທໍາຂອງເຮົາແມ່ນຖືກປະຕິບັດບົນພື້ນຖານຂອງຄວາມເຂົ້າໃຈເປົ້າໝາຍ ແລະ ແຫຼ່ງທີ່ມາຂອງພຣະທໍາເຫຼົ່ານັ້ນ. ແຕ່ປັດຈຸບັນບໍ່ຄືກັນກັບອະດີດ ແລະ ຜູ້ຄົນບໍ່ສາມາດເຂົ້າສູ່ແຫຼ່ງທີ່ມາຂອງພຣະທໍາຂອງເຮົາຢ່າງແທ້ຈິງ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງບໍ່ມີໂອກາດໃນການຖືກເຮົາຈັດການ ແລະ ເຮັດໃຫ້ແຕກຫັກ ເນື່ອງຈາກວ່າພວກເຂົາໄດ້ໃຊ້ພະລັງທັງໝົດຂອງພວກເຂົາໃນການກິນ ແລະ ດື່ມພຣະທໍາຂອງເຮົາເທົ່ານັ້ນ. ແມ່ນແຕ່ພາຍໃຕ້ສະຖານະການເຫຼົ່ານີ້ ພວກເຂົາກໍຍັງບໍ່ສາມາດຕອບສະໜອງຄວາມຮຽກຮ້ອງຂອງເຮົາໄດ້ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງສ້າງຄວາມຮຽກຮ້ອງໃໝ່ສໍາລັບພວກເຂົາ: ເຮົາຂໍໃຫ້ພວກເຂົາເຂົ້າສູ່ການທົດລອງພ້ອມກັນກັບເຮົາ ແລະ ໃຫ້ພວກເຂົາເຂົ້າສູ່ການຂ້ຽນຕີ. ແຕ່ເຮົາຂໍເຕືອນພວກເຈົ້າກ່ຽວກັບສິ່ງໜຶ່ງ: ນີ້ບໍ່ແມ່ນການເຮັດໃຫ້ມະນຸດຕາຍ ແຕ່ກົງກັນຂ້າມ ນີ້ແມ່ນສິ່ງທີ່ພາລະກິດຂອງເຮົາຕ້ອງການ ເນື່ອງຈາກວ່າ ໃນຂັ້ນຕອນປັດຈຸບັນ ພຣະທໍາຂອງເຮົາແມ່ນເປັນສິ່ງທີ່ມະນຸດບໍ່ສາມາດເຂົ້າໃຈໄດ້ ແລະ ມະນຸດບໍ່ສາມາດຮ່ວມມືກັບເຮົາໄດ້. ບໍ່ມີຫຍັງຕ້ອງເຮັດ! ເຮົາສາມາດເຮັດໃຫ້ມະນຸດເຂົ້າສູ່ວິທີການໃໝ່ພ້ອມກັບເຮົາໄດ້. ມີຫຍັງແດ່ທີ່ຈະຕ້ອງເຮັດອີກ? ຍ້ອນການຂາດເຂີນຂອງມະນຸດ, ເຮົາຈຶ່ງຕ້ອງເຂົ້າສູ່ກະແສທີ່ມະນຸດເຂົ້າສູ່ເຊັ່ນກັນ. ເຮົາຖືກເອີ້ນມາເພື່ອເຮັດໃຫ້ມະນຸດສົມບູນ, ບໍ່ແມ່ນບໍ? ເຮົາຖືກເອີ້ນມາເພື່ອວາງແຜນການນີ້, ບໍ່ແມ່ນບໍ? ເຖິງແມ່ນວ່າຄວາມຕ້ອງການອື່ນຈະບໍ່ຍາກ ແຕ່ມັນກໍບໍ່ໄດ້ເປັນຮອງຄວາມຕ້ອງການທໍາອິດ. ພາລະກິດຂອງເຮົາໃນທ່າມກາງກຸ່ມຄົນຂອງຍຸກສຸດທ້າຍແມ່ນກິດຈະການທີ່ບໍ່ເຄີຍມີມາກ່ອນ ແລະ ດ້ວຍເຫດນັ້ນ ທຸກຄົນຕ້ອງທົນທຸກກັບຄວາມລໍາບາກສຸດທ້າຍເພື່ອເຮົາ ເພື່ອວ່າສະຫງ່າລາສີຂອງເຮົາຈະເຕີມເຕັມຈັກກະວານ. ພວກເຈົ້າເຂົ້າໃຈຄວາມປະສົງຂອງເຮົາບໍ? ນີ້ແມ່ນຄວາມຕ້ອງການສຸດທ້າຍທີ່ເຮົາຂໍຈາກມະນຸດ ເຊິ່ງເວົ້າໄດ້ວ່າ ເຮົາຫວັງວ່າທຸກຄົນຈະສາມາດເປັນພະຍານທີ່ເຂັ້ມແຂງ ແລະ ກຶກກ້ອງໃຫ້ກັບເຮົາຢູ່ຕໍ່ໜ້າມັງກອນແດງທີ່ຍິ່ງໃຫຍ່, ພວກເຂົາສາມາດຖວາຍຕົວເອງໃຫ້ກັບເຮົາເປັນຄັ້ງສຸດທ້າຍ ແລະ ປະຕິບັດຕາມຄວາມຕ້ອງການຂອງເຮົາເປັນເທື່ອສຸດທ້າຍ. ພວກເຈົ້າສາມາດເຮັດສິ່ງນີ້ໄດ້ແທ້ບໍ? ພວກເຈົ້າບໍ່ສາມາດເຮັດໃຫ້ຫົວໃຈຂອງເຮົາພໍໃຈໃນອະດີດ. ພວກເຈົ້າຈະສາມາດທໍາລາຍແບບແຜນນີ້ໃນເວລາສຸດທ້າຍໄດ້ບໍ? ເຮົາໃຫ້ໂອກາດຜູ້ຄົນໄຕ່ຕອງ; ເຮົາໃຫ້ພວກເຂົາພິຈາລະນາຢ່າງລະອຽດກ່ອນທີ່ຈະໃຫ້ຄໍາຕອບແກ່ເຮົາ. ມັນຜິດບໍທີ່ຈະເຮັດສິ່ງນີ້? ເຮົາລໍຖ້າຄໍາຕອບຂອງມະນຸດ, ເຮົາລໍຖ້າ “ໜັງສືຕອບກັບ”. ພວກເຈົ້າມີຄວາມເຊື່ອໃນການປະຕິບັດຕາມຄວາມຕ້ອງການຂອງເຮົາບໍ?
ວັນທີ 20 ເມສາ 1992