ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ບົດທີ 27

ຄວາມປະພຶດຂອງມະນຸດບໍ່ເຄີຍຈັບໃຈເຮົາຈັກເທື່ອ ຫຼື ມັນບໍ່ເຄີຍເຮັດໃຫ້ເຮົາຮູ້ສຶກວ່າມີຄ່າເລີຍ. ໃນສາຍຕາຂອງມະນຸດ, ເຮົາເຄັ່ງຄັດກັບເຂົາຢູ່ສະເໝີ ແລະ ເຮົາໃຊ້ສິດອຳນາດເໜືອເຂົາຢູ່ສະເໝີ. ໃນການກະທຳທຸກຢ່າງຂອງມະນຸດ, ເກືອບຈະບໍ່ມີຫຍັງເລີຍທີ່ປະຕິບັດເພື່ອເຫັນແກ່ເຮົາ, ເກືອບຈະບໍ່ມີຫຍັງເລີຍທີ່ຕັ້ງໝັ້ນຢູ່ໃນສາຍຕາຂອງເຮົາ. ໃນທີ່ສຸດແລ້ວ, ທຸກສິ່ງທີ່ກ່ຽວຂ້ອງກັບມະນຸດກໍລົ້ມສະຫຼາຍຢູ່ຕໍ່ໜ້າເຮົາໂດຍບໍ່ມີສຽງຫຍັງເລີຍ; ມີແຕ່ຫຼັງຈາກນັ້ນ ເຮົາຈຶ່ງເຮັດໃຫ້ການກະທຳຂອງເຮົາເປັນທີ່ປະຈັກ, ເຮັດໃຫ້ທຸກຄົນຮູ້ຈັກເຮົາຜ່ານຄວາມລົ້ມເຫຼວຂອງພວກເຂົາເອງ. ທຳມະຊາດຂອງມະນຸດຍັງຄົງບໍ່ປ່ຽນແປງ. ສິ່ງທີ່ຢູ່ໃນຫົວໃຈຂອງພວກເຂົາກໍບໍ່ສອດຄ່ອງກັບຄວາມປະສົງຂອງເຮົາ, ມັນບໍ່ແມ່ນສິ່ງທີ່ເຮົາຕ້ອງການ. ສິ່ງທີ່ເຮົາກຽດຊັງທີ່ສຸດແມ່ນຄວາມດື້ດ້ານ ແລະ ຄວາມຜິດຊໍ້າຊາກຂອງມະນຸດ, ແຕ່ແມ່ນຫຍັງຄືອຳນາດທີ່ເຮັດໃຫ້ມະນຸດສືບຕໍ່ລົ້ມເຫຼວໃນການຮູ້ຈັກເຮົາ, ຢູ່ຫ່າງເຮົາຕະຫຼອດເວລາ ແລະ ບໍ່ເຄີຍປະຕິບັດຕາມຄວາມປະສົງຂອງເຮົາເມື່ອຢູ່ຕໍ່ໜ້າເຮົາ ແຕ່ກົງກັນຂ້າມ ເຮັດໃຫ້ພວກເຂົາຕໍ່ຕ້ານເຮົາເມື່ອຢູ່ລັບຫຼັງເຮົາ? ນີ້ແມ່ນຄວາມຊື່ສັດຂອງພວກເຂົາບໍ? ນີ້ແມ່ນຄວາມຮັກທີ່ພວກເຂົາມີສຳລັບເຮົາບໍ? ເປັນຫຍັງພວກເຂົາຈຶ່ງບໍ່ສາມາດກັບໃຈ ແລະ ເກີດໃໝ່ໄດ້? ເປັນຫຍັງຜູ້ຄົນຈຶ່ງເຕັມໃຈທີ່ຈະດຳລົງຊີວິດຢູ່ໃນບຶງຕະຫຼອດໄປ ແທນທີ່ຈະຢູ່ໃນບ່ອນທີ່ປາສະຈາກຂີ້ຕົມ? ເປັນໄປໄດ້ບໍວ່າ ຍ້ອນເຮົາປະຕິບັດບໍ່ດີຕໍ່ພວກເຂົາ? ເປັນໄປໄດ້ບໍວ່າຍ້ອນເຮົາເຮົາຊີ້ນໍາທິດທາງທີ່ຜິດໃຫ້ແກ່ພວກເຂົາ? ເປັນໄປໄດ້ບໍວ່າ ຍ້ອນເຮົາຊີ້ກຳລັງນໍາພວກເຂົາໄປສູ່ນະຮົກ? ທຸກຄົນເຕັມໃຈທີ່ຈະດຳລົງຊີວິດຢູ່ໃນ “ນະຮົກ”. ເມື່ອແສງສະຫວ່າງມາເຖິງ, ຕາຂອງພວກເຂົາກໍຈະບອດທັນທີ ຍ້ອນວ່າ ທຸກສິ່ງທີ່ມີໃນພວກເຂົາແມ່ນມາຈາກນະຮົກ. ແຕ່ມະນຸດບໍ່ໃສ່ໃຈໃນສິ່ງນີ້ ແລະ ພຽງແຕ່ໄດ້ຮັບ “ພອນຈາກນະຮົກ” ເຫຼົ່ານີ້. ພວກເຂົາເຖິງກັບຍຶດຖືຊັບສົມບັດເຫຼົ່ານີ້ທັນທີ, ຢ້ານວ່າເຮົາຈະຍາດຊິງຊັບສົມບັດເຫຼົ່ານີ້ໄປ ປ່ອຍໃຫ້ພວກເຂົາບໍ່ມີ “ແຫຼ່ງກຳເນີດຊີວິດຂອງພວກເຂົາ”. ຜູ້ຄົນຢ້ານເຮົາ ເຊິ່ງນັ້ນຄືເຫດຜົນທີ່ວ່າ ເມື່ອເຮົາມາເທິງແຜ່ນດິນໂລກ, ພວກເຂົາຢູ່ຫ່າງຈາກເຮົາ, ບໍ່ຢາກຍັບເຂົ້າໃກ້ເຮົາ ຍ້ອນພວກເຂົາບໍ່ເຕັມໃຈທີ່ຈະ “ນຳບັນຫາມາສູ່ພວກເຂົາເອງ”, ແຕ່ກົງກັນຂ້າມ ປາຖະໜາທີ່ຈະຮັກສາຄວາມປອງດອງພາຍໃນຄອບຄົວຂອງພວກເຂົາ ເພື່ອວ່າພວກເຂົາອາດໄດ້ຮັບ “ຄວາມສຸກເທິງແຜ່ນດິນໂລກ”. ແຕ່ເຮົາບໍ່ສາມາດປ່ອຍໃຫ້ມະນຸດເຮັດໃນສິ່ງທີ່ພວກເຂົາຕ້ອງການ, ເພາະວ່າ ການທຳລາຍຄອບຄົວຂອງມະນຸດແມ່ນສິ່ງທີ່ເຮົາມາເຮັດໃນທີ່ນີ້ແທ້ໆ. ຈາກຊ່ວງເວລາທີ່ເຮົາມາເຖິງ, ສັນຕິສຸກຈະຫາຍໄປຈາກເຮືອນຂອງພວກເຂົາ. ເຮົາເຈດຕະນາທີ່ຈະທຳລາຍບັນດາປະຊາຊາດໃຫ້ກາຍເປັນເສດສ່ວນນ້ອຍໆ, ສໍາລັບຄອບຄົວຂອງມະນຸດແມ່ນບໍ່ຕ້ອງເອີ່ຍເຖິງເລີຍ. ແມ່ນໃຜສາມາດຫຼົບໜີຈາກກໍາມືຂອງເຮົາໄດ້ແດ່? ເປັນໄປໄດ້ບໍວ່າ ຄົນທີ່ຮັບພອນອາດຫຼົບໜີໄດ້ຍ້ອນວ່າຄວາມບໍ່ເຕັມໃຈຂອງພວກເຂົາ? ເປັນໄປໄດ້ບໍວ່າ ຄົນທີ່ທົນທຸກກັບການຂ້ຽນຕີອາດໄດ້ຮັບຄວາມເຫັນອົກເຫັນໃຈຂອງເຮົາ ຍ້ອນຄຸນນະທຳແຫ່ງຄວາມຢໍາເກງຂອງພວກເຂົາ? ໃນບັນດາພຣະທຳຂອງເຮົາ, ຜູ້ຄົນໄດ້ເຫັນຄວາມປະສົງຂອງເຮົາ ແລະ ການກະທຳຂອງເຮົາ, ແຕ່ແມ່ນໃຜສາມາດເປັນອິດສະຫຼະຈາກຄວາມຄິດຂອງພວກເຂົາເອງໄດ້? ແມ່ນໃຜສາມາດຄົ້ນພົບທາງອອກ ບໍ່ວ່າຈະຢູ່ພາຍໃນພຣະທຳຂອງເຮົາ ຫຼື ຈາກພຣະທຳຂອງເຮົາ?

ມະນຸດໄດ້ຜະເຊີນກັບຄວາມອົບອຸ່ນຂອງເຮົາ, ມະນຸດຮັບໃຊ້ເຮົາຢ່າງຈິງໃຈ ແລະ ມະນຸດກໍເຊື່ອຟັງເຮົາຢ່າງຈິງໃຈ, ເຮັດທຸກສິ່ງເພື່ອເຮົາເມື່ອຢູ່ຕໍ່ໜ້າເຮົາ. ແຕ່ນີ້ກໍເໜືອກວ່າຜູ້ຄົນໃນປັດຈຸບັນ, ພວກເຂົາບໍ່ໄດ້ເຮັດຫຍັງ ພຽງແຕ່ຮ້ອງໄຫ້ໃນວິນຍານຂອງພວກເຂົາຄືກັບວ່າຖືກຍາດຊິງໂດຍໝາປ່າທີ່ຫິວໂຫຍ. ພວກເຂົາພຽງແຕ່ສາມາດຫຼຽວເບິ່ງເຮົາຢ່າງໝົດຫົນທາງ, ຮ້ອງໄຫ້ເພື່ອໃຫ້ເຮົາຊ່ວຍຢ່າງບໍ່ຢຸດຢັ້ງ, ແຕ່ໃນທີ່ສຸດແລ້ວ ພວກເຂົາກໍບໍ່ສາມາດຫຼົບໜີສະຖານະການທີ່ລຳບາກຂອງພວກເຂົາໄດ້. ເຮົາຫວນຄິດເຖິງວິທີທີ່ຜູ້ຄົນໃນອະດີດສັນຍາຕໍ່ໜ້າເຮົາ, ສາບານຕໍ່ສະຫວັນ ແລະ ແຜ່ນດິນໂລກຕໍ່ໜ້າເຮົາເພື່ອຕອບແທນຄວາມເມດຕາຂອງເຮົາດ້ວຍຄວາມຮັກຂອງພວກເຂົາ. ພວກເຂົາຮ້ອງໄຫ້ຢ່າງໂສກເສົ້າຕໍ່ໜ້າເຮົາ ແລະ ສຽງຮ້ອງໄຫ້ຂອງພວກເຂົາກໍເປັນຕາໂສກເສົ້າຫຼາຍ ແລະ ຮັບໄດ້ຍາກ. ຍ້ອນການຕັດສິນໃຈຂອງພວກເຂົາ ເຮົາຈຶ່ງມັກໃຫ້ຄວາມຊ່ວຍເຫຼືອກັບມະນຸດຢູ່ເລື້ອຍໆ. ຫຼາຍຄັ້ງ ຜູ້ຄົນໄດ້ມາຢູ່ຕໍ່ໜ້າເຮົາເພື່ອຍິນຍອມຕໍ່ເຮົາ ໃນຮູບແບບທີ່ເປັນຕາຮັກຫຼາຍຈົນລືມໄດ້ຍາກ. ຫຼາຍຄັ້ງ ພວກເຂົາຮັກເຮົາ ບໍ່ປ່ຽນແປງໃນຄວາມຊື່ສັດຂອງພວກເຂົາ, ຄວາມຮູ້ສຶກທີ່ຈິງໃຈຂອງພວກເຂົາກໍເປັນຕາຊື່ນຊົມ. ຫຼາຍຄັ້ງ ພວກເຂົາຮັກເຮົາຈົນເຖິງຈຸດທີ່ພວກເຂົາເສຍສະຫຼະຊີວິດຂອງຕົນເອງ. ພວກເຂົາຮັກເຮົາຫຼາຍກວ່າຕົວພວກເຂົາເອງ ແລະ ເຫັນເຖິງຄວາມຈິງໃຈຂອງພວກເຂົາ ເຮົາກໍເລີຍຮັບເອົາຄວາມຮັກຂອງພວກເຂົາ. ຫຼາຍຄັ້ງ ພວກເຂົາຖວາຍຕົນເອງຕໍ່ໜ້າເຮົາ ເພື່ອເຫັນແກ່ເຮົາ ເຖິງກັບບໍ່ສົນໃຈໃນເວລາຜະເຊີນກັບຄວາມຕາຍ ແລະ ເຮົາໄດ້ເຮັດໃຫ້ຄວາມກັງວົນຫາຍໄປຈາກຄິ້ວຂອງພວກເຂົາ ແລະ ສໍາຫຼວດໃບໜ້າຂອງພວກເຂົາຢ່າງລະອຽດ. ຫຼາຍຄັ້ງຈົນນັບບໍ່ຖ້ວນທີ່ເຮົາຮັກພວກເຂົາເໝືອນກັບຊັບສົມບັດທີ່ມີຄ່າ ແລະ ຫຼາຍຄັ້ງຈົນນັບບໍ່ຖ້ວນທີ່ເຮົາກຽດຊັງພວກເຂົາຄືກັບສັດຕູຂອງເຮົາເອງ. ເຖິງຢ່າງໃດກໍຕາມ, ສິ່ງທີ່ຢູ່ໃນຈິດໃຈຂອງເຮົາແມ່ນເກີນກວ່າທີ່ມະນຸດຈະເຂົ້າໃຈໄດ້. ເມື່ອຜູ້ຄົນໂສກເສົ້າ, ເຮົາມາເພື່ອປອບໃຈພວກເຂົາ ແລະ ເມື່ອພວກເຂົາອ່ອນແອ ເຮົາມາເພື່ອຊ່ວຍພວກເຂົາ. ເມື່ອພວກເຂົາຫຼົງທາງ ເຮົາໃຫ້ທິດທາງກັບພວກເຂົາ. ເມື່ອພວກເຂົາຮ້ອງໄຫ້ ເຮົາເຊັດນໍ້າຕາຂອງພວກເຂົາ. ເຖິງຢ່າງໃດກໍຕາມ ເມື່ອເຮົາໂສກເສົ້າ ແມ່ນໃຜສາມາດປອບໃຈເຮົາດ້ວຍຫົວໃຈຂອງພວກເຂົາໄດ້? ເມື່ອເຮົາເຈັບປ່ວຍ, ແມ່ນໃຜຄຳນຶງເຖິງຄວາມຮູ້ສຶກຂອງເຮົາ? ເມື່ອເຮົາໂສກເສົ້າ, ແມ່ນໃຜສາມາດຮັກສາບາດແຜທີ່ຢູ່ໃນຫົວໃຈຂອງເຮົາ? ເມື່ອເຮົາຕ້ອງການບາງຄົນ, ແມ່ນໃຜເຕັມໃຈທີ່ຈະສະເໜີເພື່ອປັດຕິບັດໃຫ້ສອດຄ່ອງກັບເຮົາ? ເປັນໄປໄດ້ບໍວ່າ ບັດນີ້ ທ່າທີຜ່ານມາຂອງຜູ້ຄົນທີ່ມີຕໍ່ເຮົາໄດ້ສູນເສຍໄປແລ້ວ, ບໍ່ກັບຄືນມາອີກ? ເປັນຫຍັງພວກເຂົາຈຶ່ງບໍ່ມີຄວາມຊົງຈຳແມ່ນແຕ່ໜ້ອຍດຽວ? ເປັນໄປໄດ້ແນວໃດທີ່ຜູ້ຄົນຫຼົງລືມທຸກສິ່ງເຫຼົ່ານີ້ແລ້ວ? ສິ່ງນີ້ບໍ່ແມ່ນຍ້ອນມະນຸດຊາດໄດ້ຖືກສັດຕູຂອງພວກເຂົາເຮັດໃຫ້ເສື່ອມຊາມບໍ?

ເມື່ອທູດສະຫວັນຫຼິ້ນດົນຕີເພື່ອສັນລະເສີນເຮົາ, ສິ່ງນີ້ໄດ້ບັນດານຄວາມເມດຕາທີ່ເຮົາມີສຳລັບມະນຸດ. ບາງຄັ້ງ ຫົວໃຈຂອງເຮົາກໍເຕັມໄປດ້ວຍຄວາມໂສກເສົ້າ ແລະ ມັນເປັນໄປບໍ່ໄດ້ທີ່ຈະກຳຈັດຄວາມຮູ້ສຶກທີ່ເຈັບປວດນີ້ອອກໄປຈາກຕົວເຮົາເອງ. ໃນຄວາມປິຕິຍິນດີ ແລະ ຄວາມໂສກເສົ້າຂອງການຖືກຕັດຂາດ ແລະ ຫຼັງຈາກນັ້ນກໍກັບມາຮ່ວມກັນໃໝ່ກັບມະນຸດ, ພວກເຮົາບໍ່ສາມາດແລກປ່ຽນຄວາມຮູ້ສຶກໄດ້. ຍ້ອນຖືກແຍກໃຫ້ຢູ່ໃນສະຫວັນເບື້ອງເທິງ ແລະ ແຜ່ນດິນໂລກເບື້ອງລຸ່ມ, ມະນຸດ ແລະ ເຮົາບໍ່ສາມາດພົບກັນໄດ້ເປັນປະຈຳ. ແມ່ນໃຜສາມາດຫຼົບໜີຈາກຄວາມອາວອນຫາຄວາມຮູ້ສຶກຜ່ານມາໄດ້ແດ່? ແມ່ນໃຜສາມາດຢຸດລະລຶກເຖິງອະດີດໄດ້ແດ່? ແມ່ນໃຜບໍ່ຄາດຫວັງເພື່ອຄວາມຮູ້ສຶກໃນອະດີດ? ແມ່ນໃຜຈະບໍ່ປາຖະໜາຫາການກັບມາຂອງເຮົາ? ແມ່ນໃຜຈະບໍ່ປາຖະໜາຫາການກັບມາຮ່ວມກັນໃໝ່ຂອງເຮົາກັບມະນຸດ? ຫົວໃຈຂອງເຮົາເປັນທຸກຫຼາຍ ແລະ ວິນຍານຂອງມະນຸດກໍກັງວົນຫຼາຍ. ເຖິງແມ່ນມີຄວາມຄ້າຍຄືກັນທາງຝ່າຍວິນຍານ, ພວກເຮົາກໍບໍ່ສາມາດຢູ່ນໍາກັນເລື້ອຍໆໄດ້ ແລະ ພວກເຮົາບໍ່ສາມາດເຫັນກັນ ແລະ ກັນຢູ່ເລື້ອຍໆ. ສະນັ້ນ ຊີວິດຂອງບັນດາມະນຸດຊາດຈຶ່ງເຕັມໄປດ້ວຍຄວາມໂສກເສົ້າ ແລະ ຂາດກຳລັງ, ຍ້ອນມະນຸດປາຖະໜາຫາເຮົາຢູ່ສະເໝີ. ມັນເປັນຄືກັບວ່າ ມະນຸດເປັນສິ່ງທີ່ຖືກໂຍນອອກຈາກສະຫວັນ; ພວກເຂົາຮ້ອງໄຫ້ຫານາມຂອງເຮົາຢູ່ເທິງແຜ່ນດິນໂລກ, ເຫຼືອກສາຍຕາຂອງພວກເຂົາມາຫາເຮົາຈາກພື້ນດິນ, ແຕ່ພວກເຂົາຈະສາມາດຫຼົບໜີຈາກປາກຂອງໝາປ່າທີ່ຫິວໂຫຍໄດ້ແນວໃດ? ພວກເຂົາຈະປົດປ່ອຍຕົນເອງໃຫ້ເປັນອິດສະຫຼະຈາກໄພອັນຕະລາຍຂອງມັນ ແລະ ການລໍ້ລວງຂອງມັນໄດ້ແນວໃດ? ມະນຸດຈະບໍ່ສາມາດສະຫຼະຕົນເອງຍ້ອນຄວາມເຊື່ອຟັງຕໍ່ການຈັດກຽມໃນແຜນການຂອງເຮົາໄດ້ແນວໃດ? ເມື່ອພວກເຂົາອ້ອນວອນສຽງດັງ, ເຮົາກໍຫັນໜ້າໜີຈາກພວກເຂົາ, ເຮົາບໍ່ສາມາດທົນຫຼຽວເບິ່ງອີກຕໍ່ໄປໄດ້; ແຕ່ເຮົາຈະບໍ່ໄດ້ຍິນສຽງຮ້ອງໄຫ້ທີ່ເຕັມໄປດ້ວຍນໍ້າຕາຂອງພວກເຂົາໄດ້ແນວໃດ? ເຮົາຈະແກ້ໄຂຄວາມບໍ່ຍຸຕິທຳໃນໂລກຂອງມະນຸດ. ເຮົາຈະປະຕິບັດພາລະກິດຂອງເຮົາດ້ວຍມືຂອງເຮົາເອງທົ່ວແຜ່ນດິນໂລກ, ຫ້າມບໍ່ໃຫ້ຊາຕານທຳຮ້າຍປະຊາຊົນຂອງເຮົາອີກຕໍ່ໄປ, ຫ້າມບໍ່ໃຫ້ສັດຕູເຮັດຫຍັງກໍໄດ້ຕາມທີ່ພວກເຂົາພໍໃຈອີກແລ້ວ. ເຮົາຈະກາຍເປັນກະສັດເທິງແຜ່ນດິນໂລກ ແລະ ຍ້າຍບັນລັງຂອງເຮົາໄປຢູ່ທີ່ນັ້ນ, ເຮັດໃຫ້ສັດຕູທຸກຄົນຂອງເຮົາລົ້ມລົງເທິງພື້ນດິນ ແລະ ສາລະພາບຄວາມຜິດຂອງພວກເຂົາຕໍ່ໜ້າເຮົາ. ໃນຄວາມໂສກເສົ້າຂອງເຮົາປະກອບດ້ວຍຄວາມໂມໂຫ, ເຮົາຈະຢຽບຢໍ່າຈັກກະວານທັງປວງໃຫ້ແປ, ບໍ່ປ່ອຍໃຫ້ເຫຼືອໃຜຈັກຄົນ ແລະ ໂຈມຕີສັດຕູຂອງເຮົາໃຫ້ເກີດຄວາມຕົກໃຈຢ້ານ. ເຮົາຈະທໍາລາຍແຜ່ນໂລກທັງໝົດໃຫ້ກາຍເປັນຊາກພັງທະລາຍ ແລະ ເຮັດໃຫ້ສັດຕູຂອງເຮົາຕົກລົງສູ່ຄວາມພິນາດ, ເພື່ອວ່າຕັ້ງແຕ່ນີ້ເປັນຕົ້ນໄປ ພວກເຂົາຈະບໍ່ເຮັດໃຫ້ມະນຸດຊາດເສື່ອມຊາມອີກຕໍ່ໄປ. ແຜນການຂອງເຮົາຖືກກຳນົດແນ່ນອນແລ້ວ ແລະ ບໍ່ມີໃຜ, ບໍ່ວ່າພວກເຂົາເປັນໃຜກໍຕາມ, ຈະສາມາດປ່ຽນແປງມັນໄດ້. ເມື່ອເຮົາທ່ອງທ່ຽວໄປມາດ້ວຍຄວາມສະຫງ່າຜ່າເຜີຍເໜືອຈັກກະວານ, ມະນຸດທຸກຄົນຈະຖືກສ້າງຂຶ້ນໃໝ່ ແລະ ທຸກສິ່ງຈະຖືກຟື້ນຄືນໃໝ່. ມະນຸດຈະບໍ່ຮ້ອງໄຫ້ອີກຕໍ່ໄປ ແລະ ເຂົາຈະບໍ່ຮ້ອງໄຫ້ຂໍຄວາມຊ່ວຍເຫຼືອຈາກເຮົາອີກຕໍ່ໄປ. ແລ້ວຫົວໃຈຂອງເຮົາກໍຈະຍິນດີ ແລະ ຜູ້ຄົນຈະກັບຄືນມາສະຫຼອງກັບເຮົາ. ຈັກກະວານທັງປວງ ຕັ້ງແຕ່ເທິງລົງລຸ່ມ ຈະຕື່ນເຕັ້ນດີໃຈ ...

ໃນປັດຈຸບັນ, ໃນບັນດາປະຊາຊາດເທິງແຜ່ນດິນໂລກ, ເຮົາກຳລັງປະຕິບັດພາລະກິດທີ່ເຮົາຕັ້ງໃຈເຮັດໃຫ້ສຳເລັດ. ເຮົາເຄື່ອນໄຫວໄປມາທ່າມກາງມະນຸດຊາດ, ປະຕິບັດພາລະກິດທຸກຢ່າງທີ່ຢູ່ພາຍໃນແຜນການຂອງເຮົາ ແລະ ມະນຸດທຸກຄົນກຳລັງແຍກປະຊາຊາດຕ່າງໆເທິງແຜ່ນດິນໂລກຕາມຄວາມປະສົງຂອງເຮົາ. ຜູ້ຄົນເທິງແຜ່ນດິນໂລກສົນໃຈໃສ່ແຕ່ຈຸດໝາຍປາຍທາງຂອງພວກເຂົາເອງ, ຍ້ອນມື້ນັ້ນກໍຍັບໃກ້ເຂົ້າມາ ແລະ ທູດສະຫວັນກຳລັງເປົ່າແກຂອງພວກເຂົາ. ຈະບໍ່ມີການຊັກຊ້າອີກຕໍ່ໄປ ແລະ ດັ່ງນັ້ນ ບັນດາສັບພະສິ່ງທັງປວງຈະເລີ່ມເຕັ້ນດ້ວຍຄວາມຕື່ນເຕັ້ນດີໃຈ. ແມ່ນໃຜສາມາດເລື່ອນມື້ຂອງເຮົາອອກໄປຕາມຄວາມປະສົງຂອງພວກເຂົາໄດ້? ຄົນທໍາມະດາສາມັນບໍ? ຫຼື ດວງດາວທີ່ຢູ່ໃນທ້ອງຟ້າສາມາດເຮັດໄດ້ບໍ? ຫຼື ທູດສະຫວັນເດ? ເມື່ອເຮົາກ່າວຖ້ອຍຄຳເພື່ອເລີ່ມຕົ້ນຄວາມລອດພົ້ນຂອງປະຊາຊົນອິດສະຣາເອັນ, ມື້ຂອງເຮົາໄດ້ໃກ້ມາເຖິງມະນຸດຊາດທຸກຄົນແລ້ວ. ທຸກຄົນຢ້ານການກັບມາຂອງອິດສະຣາເອັນ. ເມື່ອອິດສະຣາເອັນກັບຄືນມາ, ນັ້ນຈະເປັນມື້ແຫ່ງສະງ່າລາສີຂອງເຮົາ ແລະ ມັນຍັງຈະເປັນມື້ທີ່ທຸກສິ່ງປ່ຽນແປງ ແລະ ກາຍເປັນສິ່ງໃໝ່. ເມື່ອການພິພາກສາທີ່ຊອບທຳກຳລັງເຂົ້າມາໃກ້ຈັກກະວານທັງປວງ, ມະນຸດທຸກຄົນເລີ່ມບໍ່ກ້າ ແລະ ຢ້ານ, ເພາະໃນໂລກຂອງມະນຸດແມ່ນບໍ່ເຄີຍໄດ້ຍິນຄວາມຊອບທຳເລີຍ. ເມື່ອດວງຕາເວັນແຫ່ງຄວາມຊອບທຳປະກົດຂຶ້ນ, ພາກຕະເວັນອອກຈະຖືກສ່ອງແສງ ແລະ ຫຼັງຈາກນັ້ນ ມັນກໍຈະສ່ອງແສງໃຫ້ກັບຈັກກະວານທັງປວງ, ສ່ອງແສງໄປເຖິງທຸກຄົນ. ຖ້າມະນຸດສາມາດປະຕິບັດຄວາມຊອບທຳຂອງເຮົາຢ່າງແທ້ຈິງ, ຈະມີຫຍັງໃຫ້ຢ້ານ? ປະຊາຊົນຂອງເຮົາທຸກຄົນລໍຖ້າການມາເຖິງແຫ່ງມື້ຂອງເຮົາ, ພວກເຂົາລ້ວນແລ້ວແຕ່ປາຖະໜາການມາເຖິງແຫ່ງມື້ຂອງເຮົາ. ພວກເຂົາລໍຖ້າໃຫ້ເຮົານໍາຜົນກຳສະໜອງມາເຖິງມະນຸດຊາດທຸກຄົນ ແລະ ຈັດແຈງຈຸດໝາຍປາຍທາງຂອງມະນຸດຊາດ ໃນຖານະທີ່ເຮົາເປັນດວງຕາເວັນແຫ່ງຄວາມຊອບທຳ. ອານາຈັກຂອງເຮົາກຳລັງເຂົ້າສູ່ຮູບຮ່າງ ເໜືອຈັກກະວານທັງປວງ ແລະ ບັນລັງຂອງເຮົາຢູ່ໃນຫົວໃຈຂອງຫຼາຍຮ້ອຍລ້ານຄົນ. ດ້ວຍການຊ່ວຍເຫຼືອຂອງເທວະດາທັງຫຼາຍ, ຄວາມສໍາເລັດອັນຍິ່ງໃຫຍ່ຂອງເຮົາຈະບັນລຸໃນໄວໆນີ້. ລູກໆທັງໝົດຂອງເຮົາ ແລະ ປະຊາຊົນຂອງເຮົາລໍຖ້າການກັບຄືນມາຂອງເຮົາ ປາດຖະໜາໃຫ້ເຮົາລວມຕົວກັບພວກເຂົາຄືນໃໝ່ ແລະ ຈະບໍ່ຖືກແຍກອອກຈາກກັນອີກ. ເຫດໃດປະຊາຊົນຈຳນວນຫຼວງຫຼາຍແຫ່ງອານາຈັກຂອງເຮົາຈຶ່ງບໍ່ພາກັນສະເຫຼີມສະຫຼອງຢ່າງປິຕິຍິນດີກັບການທີ່ເຮົາໄດ້ຢູ່ຮ່ວມກັນກັບພວກເຂົາ? ສິ່ງນີ້ຈະສາມາດເປັນການລວມຕົວຄັ້ງໃໝ່ທີ່ບໍ່ຕ້ອງການຄ່າຈ້າງບໍ? ເຮົາເປັນທີ່ນັບຖືໃນສາຍຕາຂອງມະນຸດທັງປວງ, ເຮົາຖືກປະກາດໄວ້ໃນຄໍາກ່າວຂອງທຸກຄົນ. ຍິ່ງໄປກວ່ານັ້ນ, ເມື່ອເຮົາກັບມາ ເຮົາຈະເອົາຊະນະກໍາລັງຂອງສັດຕູທັງໝົດ. ເຖິງເວລາແລ້ວ! ເຮົາຈະດຳເນີນພາລະກິດຂອງເຮົາ, ເຮົາຈະປົກຄອງເປັນກະສັດຂອງມວນມະນຸດ! ເຮົາຢູ່ໃນຈຸດແຫ່ງການກັບຄືນມາ! ແລະ ເຮົາກໍາລັງຈະອອກເດີນທາງ! ນີ້ແມ່ນສິ່ງທີ່ທຸກຄົນຄາດຫວັງ, ມັນແມ່ນສິ່ງທີ່ພວກເຂົາຕ້ອງການ. ເຮົາຈະໃຫ້ມະນຸດທຸກຄົນເຫັນການມາເຖິງແຫ່ງວັນຂອງເຮົາ ແລະ ໃຫ້ພວກເຂົາຍິນດີຕ້ອນຮັບການມາເຖິງແຫ່ງວັນຂອງເຮົາດ້ວຍຄວາມສຸກ!

ວັນທີ 2 ເມສາ 1992

​ກ່ອນ​ນີ້ :ບົດທີ 26

ຕໍ່​ໄປ:ບົດທີ 28

ທ່ານອາດຈະຍັງມັກ