ບົດທີ 26
ແມ່ນໃຜອາໄສໃນເຮືອນຂອງເຮົາ? ແມ່ນໃຜໄດ້ຢືນຢັດເພື່ອເຮົາ? ແມ່ນໃຜໄດ້ທົນທຸກເພື່ອເຮົາ? ແມ່ນໃຜໃຫ້ຄຳໝັ້ນສັນຍາຕໍ່ໜ້າເຮົາ? ແມ່ນໃຜຕິດຕາມເຮົາຈົນມາເຖິງປັດຈຸບັນ ແລະ ຍັງບໍ່ໄດ້ຈືດຈາງ? ເປັນຫຍັງມະນຸດທຸກຄົນຈຶ່ງເຢັນຊາ ແລະ ໄຮ້ຄວາມຮູ້ສຶກ? ເປັນຫຍັງມະນຸດຊາດຈຶ່ງປະຖິ້ມເຮົາ? ເປັນຫຍັງມະນຸດຈຶ່ງເບື່ອໜ່າຍເຮົາ? ເປັນຫຍັງຈຶ່ງບໍ່ມີຄວາມອົບອຸ່ນໃນໂລກຂອງມະນຸດ? ໃນຂະນະທີ່ຢູ່ເທິງຊີໂອນ, ເຮົາໄດ້ຊີມລົດຊາດຄວາມອົບອຸ່ນທີ່ຢູ່ໃນສະຫວັນ ແລະ ໃນຂະນະທີ່ຢູ່ເທິງຊີໂອນ ເຮົາໄດ້ຮັບພອນທີ່ຢູ່ໃນສະຫວັນ. ອີກຄັ້ງ, ເຮົາໄດ້ດຳລົງຊີວິດຢູ່ທ່າມກາງມະນຸດຊາດ, ເຮົາໄດ້ຊີມລົດຊາດຄວາມຂົມຂືນຂອງໂລກມະນຸດ ແລະ ເຮົາໄດ້ເຫັນດ້ວຍຕາຂອງເຮົາເອງເຖິງສະພາບຕ່າງໆທີ່ແຕກຕ່າງກັນເຊິ່ງມີຢູ່ທ່າມກາງມະນຸດ. ມະນຸດໄດ້ປ່ຽນແປງເມື່ອເຮົາໄດ້ “ປ່ຽນແປງ” ໂດຍບໍ່ຮູ້ຕົວ ແລະ ໃນວິທີນີ້ເທົ່ານັ້ນ ເຂົາຈຶ່ງມາເຖິງປັດຈຸບັນນີ້ໄດ້. ເຮົາບໍ່ຕ້ອງການໃຫ້ມະນຸດເຮັດຫຍັງເພື່ອເຫັນແກ່ເຮົາ ຫຼື ເຮົາບໍ່ຕ້ອງການໃຫ້ເຂົາເຮັດຫຍັງເພີ່ມຂຶ້ນເນື່ອງຈາກເຮົາ. ເຮົາພຽງແຕ່ຕ້ອງການໃຫ້ເຂົາສາມາດປະຕິບັດຕາມແຜນການຂອງເຮົາ ແລະ ບໍ່ກະບົດຕໍ່ເຮົາ ຫຼື ກາຍເປັນເຄື່ອງໝາຍແຫ່ງຄວາມອັບອາຍໃຫ້ກັບເຮົາ ແຕ່ເພື່ອໃຫ້ເຂົາເປັນພະຍານທີ່ດັງກ້ອງໃຫ້ກັບເຮົາ. ໃນບັນດາມະນຸດ, ມີຄົນທີ່ເປັນພະຍານໃຫ້ກັບເຮົາເປັນຢ່າງດີ ແລະ ສັນລະເສີນນາມຂອງເຮົາ, ແຕ່ການປະຕິບັດຂອງມະນຸດ, ຄວາມປະພຶດຂອງມະນຸດຈະເຮັດໃຫ້ເຮົາພໍໃຈໄດ້ແນວໃດ? ເຂົາຈະສອດຄ່ອງກັບຫົວໃຈຂອງເຮົາ ຫຼື ຕອບສະໜອງຕໍ່ເຈດຕະນາຂອງເຮົາໄດ້ແນວໃດ? ນັບແຕ່ພູເຂົາ ແລະ ນໍ້າເທິງແຜ່ນດິນໂລກ ແລະ ດອກໄມ້, ຫຍ້າ ແລະ ຕົ້ນໄມ້ເທິງແຜ່ນດິນໂລກ, ທຸກສິ່ງສະແດງເຖິງການກະທໍາດ້ວຍມືຂອງເຮົາ, ທຸກສິ່ງເປັນຢູ່ເພື່ອນາມຂອງເຮົາ. ແຕ່ເປັນຫຍັງມະນຸດຈຶ່ງບໍ່ສາມາດບັນລຸມາດຕະຖານທີ່ເຮົາຮຽກຮ້ອງ? ນີ້ເປັນຍ້ອນຄວາມຕໍ່າຕ້ອຍທີ່ເປັນຕາສັງເວດຂອງເຂົາບໍ? ມັນເປັນຍ້ອນການທີ່ເຮົາຍົກຍ້ອງເຂົາບໍ? ເປັນໄປໄດ້ບໍວ່າ ເຮົາໂຫດຮ້າຍກັບເຂົາຫຼາຍເກີນໄປ? ເປັນຫຍັງມະນຸດຈຶ່ງຢ້ານຄວາມຮຽກຮ້ອງຂອງເຮົາຢູ່ສະເໝີ? ໃນປັດຈຸບັນ, ໃນບັນດາຝູງຊົນທີ່ຢູ່ໃນອານາຈັກ, ເປັນຫຍັງເຈົ້າຈຶ່ງພຽງແຕ່ຟັງສຽງຂອງເຮົາ ແຕ່ບໍ່ປາຖະໜາທີ່ຈະໄດ້ເຫັນໃບໜ້າຂອງເຮົາ? ເປັນຫຍັງເຈົ້າຈຶ່ງເບິ່ງພຽງແຕ່ພຣະທຳຂອງເຮົາໂດຍບໍ່ໄດ້ປຽບທຽບພຣະທຳເຫຼົ່ານັ້ນກັບພຣະວິນຍານຂອງເຮົາ? ເປັນຫຍັງເຈົ້າຈຶ່ງແຍກເຮົາອອກຈາກສະຫວັນ ແລະ ແຜ່ນດິນໂລກ? ເປັນໄປໄດ້ບໍວ່າ ເມື່ອເຮົາຢູ່ເທິງແຜ່ນດິນໂລກ ເຮົາບໍ່ໄດ້ເປັນຄືກັນກັບຕອນທີ່ເຮົາຢູ່ໃນສະຫວັນ? ເປັນໄປໄດ້ບໍວ່າ ເມື່ອເຮົາຢູ່ສະຫວັນ ເຮົາບໍ່ສາມາດລົງມາເທິງແຜ່ນດິນໂລກ? ເປັນໄປໄດ້ບໍວ່າ ເມື່ອເຮົາຢູ່ເທິງແຜ່ນດິນໂລກ, ເຮົາບໍ່ສົມຄວນຂຶ້ນສະຫວັນ? ມັນເປັນຄືກັບວ່າ ເມື່ອເຮົາຢູ່ເທິງແຜ່ນດິນໂລກ ເຮົາເປັນສິ່ງຖືກສ້າງທີ່ຕໍ່າຕ້ອຍ, ຄືກັບວ່າ ເມື່ອເຮົາຢູ່ໃນສະຫວັນ ເຮົາເປັນສິ່ງທີ່ສູງສົ່ງ ແລະ ຄືກັບວ່າມີເຫວເລິກທີ່ບໍ່ສາມາດເຊື່ອມກັນໄດ້ລະຫວ່າງສະຫວັນ ແລະ ແຜ່ນດິນໂລກ. ແຕ່ໃນໂລກມະນຸດ ພວກເຂົາເບິ່ງຄືກັບວ່າບໍ່ຮູ້ຫຍັງເລີຍກ່ຽວກັບຕົ້ນກຳເນີດຂອງສິ່ງເຫຼົ່ານີ້, ແຕ່ໄດ້ແລ່ນໄປທາງກົງກັນຂ້າມກັບເຮົາໂດຍສະເໝີມາ, ຄືກັບວ່າພຣະທຳຂອງເຮົາມີພຽງແຕ່ສຽງ ແລະ ບໍ່ມີຄວາມໝາຍ. ມະນຸດທຸກຄົນໃຊ້ຄວາມພະຍາຍາມໃນພຣະທຳຂອງເຮົາ, ດຳເນີນການຄົ້ນຄວ້າຮູບຮ່າງພາຍນອກຂອງເຮົາດ້ວຍຕົວພວກເຂົາເອງ ແຕ່ພວກເຂົາກໍລ້ວນແລ້ວແຕ່ພົບກັບຄວາມລົ້ມເຫຼວ ໂດຍທີ່ຄວາມພະຍາຍາມຂອງພວກເຂົາບໍ່ມີໝາກຜົນຫຍັງເລີຍ ແລະ ກົງກັນຂ້າມ ພວກເຂົາຖືກຕີໃຫ້ລົ້ມດ້ວຍພຣະທຳຂອງເຮົາ ແລະ ບໍ່ກ້າລຸກຂຶ້ນອີກເລີຍ.
ເມື່ອເຮົາທົດສອບຄວາມເຊື່ອຂອງຜູ້ຄົນ, ບໍ່ມີມະນຸດແມ່ນແຕ່ຄົນດຽວທີ່ເປັນພະຍານຢ່າງແທ້ຈິງ, ບໍ່ມີມະນຸດແມ່ນແຕ່ຄົນດຽວທີ່ສາມາດຖວາຍທຸກສິ່ງຂອງເຂົາໄດ້; ກົງກັນຂ້າມ ມະນຸດສືບຕໍ່ລີ້ ແລະ ປະຕິເສດທີ່ຈະເປີດເຜີຍຕົນເອງອອກ ຄືກັບວ່າເຮົາກຳລັງຈະຍາດຊິງຫົວໃຈຂອງເຂົາ. ແມ່ນແຕ່ໂຢບກໍບໍ່ເຄີຍຢືນຢັດໃນລະຫວ່າງການທົດລອງຂອງເພິ່ນຢ່າງແທ້ຈິງ ຫຼື ເພິ່ນບໍ່ເຄີຍປ່ອຍຄວາມຫວານຊື່ນໃນທ່າມກາງການທົນທຸກ. ທຸກຄົນປົ່ງຍອດສີຂຽວອ່ອນໆໃນຄວາມອົບອຸ່ນຂອງລະດູໃບໄມ້ປົ່ງ; ພວກມັນບໍ່ເຄີຍຢູ່ເປັນສີຂຽວຕະຫຼອດໃນຄວາມເຍືອກເຢັນໃນລະດູໜາວ. ດ້ວຍຮູບຮ່າງທີ່ມີແຕ່ກະດູກ ແລະ ຈ່ອຍເຫຼືອງຂອງເຂົາ, ມະນຸດບໍ່ສາມາດຕອບສະໜອງຕໍ່ເຈດຕະນາຂອງເຮົາໄດ້. ໃນບັນດາມະນຸດທັງປວງ, ບໍ່ມີໃຜທີ່ສາມາດຮັບໃຊ້ເຮົາໂດຍເປັນແບບຢ່າງໃຫ້ກັບຄົນອື່ນໄດ້, ເພາະໂດຍພື້ນຖານແລ້ວ ມະນຸດຄືກັນ ແລະ ບໍ່ໄດ້ແຕກຕ່າງຈາກກັນເລີຍແມ່ນແຕ່ໜ້ອຍ. ດ້ວຍເຫດຜົນນີ້, ແມ່ນແຕ່ໃນປັດຈຸບັນ ມະນຸດກໍຍັງບໍ່ສາມາດຮູ້ຈັກການກະທໍາຂອງເຮົາຢ່າງແທ້ຈິງ. ເມື່ອການຕີສອນຂອງເຮົາໄດ້ລົງມາເຖິງມະນຸດທຸກຄົນເທົ່ານັ້ນ, ພວກເຂົາຈຶ່ງຈະຮູ້ຈັກການກະທໍາຂອງເຮົາໂດຍບໍ່ຮູ້ຕົວ ແລະ ປາສະຈາກການທີ່ເຮົາກະທໍາສິ່ງໃດສິ່ງໜຶ່ງ ຫຼື ບັງຄັບຄົນໃດຄົນໜຶ່ງ, ມະນຸດກໍຈະມາຮູ້ຈັກເຮົາ ແລະ ດ້ວຍເຫດນັ້ນ ພວກເຂົາກໍເຫັນການກະທຳຂອງເຮົາ. ນີ້ແມ່ນແຜນການຂອງເຮົາ, ມັນເປັນລັກສະນະຂອງການກະທໍາຂອງເຮົາທີ່ໄດ້ຖືກເຮັດປະຈັກໃຫ້ເຫັນ ແລະ ມັນເປັນສິ່ງທີ່ມະນຸດຄວນຮູ້. ໃນອານາຈັກ ສິ່ງຊົງສ້າງທັງຫຼາຍໄດ້ເລີ່ມຟື້ນຟູຄືນມາໃໝ່ ແລະ ໄດ້ຮັບພະລັງຊີວິດຂອງພວກເຂົາຄືນໃໝ່. ເນື່ອງຈາກການປ່ຽນແປງໃນສະພາບຂອງແຜ່ນດິນໂລກ, ເຂດແດນລະຫວ່າງດິນແດນຫນຶ່ງ ກັບອີກດິນແດນໜຶ່ງເລີ່ມປ່ຽນໄປ. ເຮົາໄດ້ທໍານາຍວ່າ ເມື່ອດິນແດນຖືກແຍກອອກຈາກກັນ ແລະ ດິນແດນຖືກລວມເຂົ້າກັນ ມັນຈະເປັນເວລາທີ່ເຮົາຈະທໍາລາຍແຕ່ລະປະເທດເປັນຕ່ອນໆ. ໃນເວລານີ້ ເຮົາຈະປັບປຸງປ່ຽນແປງສິ່ງຊົງສ້າງທັງໝົດຄືນໃໝ່ ແລະ ແບ່ງແຍກຈັກກະວານທັງໝົດໃໝ່, ດ້ວຍການວາງຈັກກະວານຕາມລຳດັບ ແລະ ປ່ຽນແປງອັນເກົ່າໃຫ້ເປັນອັນໃໝ່. ນີ້ແມ່ນແຜນການຂອງເຮົາ ແລະ ສິ່ງເຫຼົ່ານີ້ແມ່ນພາລະກິດຂອງເຮົາ. ເມື່ອແຕ່ລະປະເທດ ແລະ ແຕ່ລະຄົນທີ່ເຮົາເລືອກໄດ້ກັບມາຢູ່ຕໍ່ໜ້າບັນລັງຂອງເຮົາ, ເຮົາຈະມອບຄວາມອຸດົມສົມບູນທັງໝົດຂອງສະຫວັນໃຫ້ໂລກຂອງມະນຸດ. ສະນັ້ນ ຈົ່ງຂອບໃຈເຮົາ, ເພາະໂລກຈະເຕັມໄປດ້ວຍຄວາມອຸດົມສົມບູນທີ່ບໍ່ມີສິ່ງໃດທຽບໄດ້. ໃນຂະນະທີ່ໂລກເກົ່າຍັງມີຢູ່, ເຮົາຈະໂຍນຄວາມໂກດຮ້າຍຂອງເຮົາລົງໃສ່ແຕ່ລະປະເທດ ແລະ ປະກາດພຣະບັນຍັດການປົກຄອງຂອງເຮົາທີ່ເປີດເຜີຍຕໍ່ສາທາລະນະໄປທົ່ວຈັກກະວານທັງໝົດ ແລະ ຜູ້ໃດກໍ່ຕາມທີ່ລະເມີດພຣະບັນຍັດດັ່ງກ່າວນັ້ນຈະຖືກຂ້ຽນຕີ:
ເມື່ອເຮົາກ່າວເພື່ອຈັກກະວານທັງໝົດ, ທຸກຄົນຈະໄດ້ຍິນສຽງຂອງເຮົາ, ເຊິ່ງກໍຄືທຸກຄົນຈະເຫັນທຸກການກະທໍາທີ່ເຮົາໄດ້ເຮັດໃນທົ່ວຈັກກະວານ. ຜູ້ໃດທີ່ຂັດຕໍ່ຄວາມປະສົງຂອງເຮົາ, ເວົ້າໄດ້ອີກວ່າ ຜູ້ໃດທີ່ຕໍ່ຕ້ານເຈດຕະນາຂອງເຮົາດ້ວຍການກະທໍາຂອງມະນຸດ ຈະຕົກຢູ່ພາຍໃຕ້ການລົງໂທດຂອງເຮົາ. ເຮົາຈະເຮັດໃຫ້ດວງດາວທີ່ຫຼວງຫຼາຍໃນສະຫວັນປ່ຽນຄືນໃໝ່; ເນື່ອງຈາກເຮົາ ຕາເວັນ ແລະ ເດືອນຈະຖືກປ່ຽນໃໝ່, ທ້ອງຟ້າຈະບໍ່ຄືເກົ່າອີກຕໍ່ໄປ; ແລະ ທຸກສິ່ງທີ່ຢູ່ເທິງແຜ່ນດິນໂລກຈະຖືກປ່ຽນຄືນໃໝ່. ສິ່ງນີ້ຈະບັນລຸຍ້ອນພຣະທໍາຂອງເຮົາ. ທຸກປະເທດພາຍໃນຈັກກະວານຈະຖືກຈັດແບ່ງຄືນໃໝ່ ແລະ ຖືກແທນທີ່ດ້ວຍອານາຈັກຂອງເຮົາ ເພື່ອໃຫ້ປະເທດຕ່າງໆໃນແຜ່ນດິນໂລກຫາຍໄປຕະຫຼອດການ ແລະ ຈະມີພຽງອານາຈັກທີ່ບູຊາເຮົາ, ທຸກປະເທດຂອງແຜ່ນດິນໂລກຈະຖືກທໍາລາຍ ແລະ ບໍ່ມີອີກຕໍ່ໄປ. ໃນບັນດາມະນຸດໃນຈັກກະວານ, ທຸກຄົນທີ່ເປັນຄົນຂອງມານຮ້າຍຈະຖືກກໍາຈັດ. ທຸກຄົນທີ່ບູຊາຊາຕານຈະຕົກຢູ່ພາຍໃຕ້ໄຟໄໝ້ເຜົາຂອງເຮົາ, ນັ້ນກໍຄື ຍົກເວັ້ນແຕ່ສໍາລັບຜູ້ທີ່ຢູ່ພາຍໃນກະແສ, ທັງໝົດຈະຖືກປ່ຽນເປັນເທົ່າຖ່ານ. ເມື່ອເຮົາລົງໂທດແຕ່ລະຄົນ, ຊຸມຊົນທາງສາສະໜາຈະຄືນມາຫາອານາຈັກຂອງເຮົາໃນລະດັບທີ່ຕ່າງກັນ ແລະ ຖືກເອົາຊະນະໂດຍຜ່ານການກະທໍາຂອງເຮົາ ເພາະວ່າພວກເຂົາຈະໄດ້ເຫັນວ່າ “ພຣະຜູ້ບໍລິສຸດໃນເທິງກ້ອນເມກສີຂາວ” ໄດ້ມາຮອດແລ້ວ. ທຸກຄົນຈະຖືກຈັດສັນຕາມປະເພດຂອງພວກເຂົາ ແລະ ຈະໄດ້ຮັບການຂ້ຽນຕີຕ່າງໆທີ່ເໝາະສົມກັບການກະທໍາຂອງພວກເຂົາ; ທຸກຄົນທີ່ຕໍ່ຕ້ານເຮົາຈະຖືກດັບສະຫຼາຍໄປ; ແລະ ສໍາລັບຜູ້ທີ່ມີການກະທໍາໃນແຜ່ນດິນໂລກທີ່ບໍ່ກ່ຽວຂ້ອງກັບເຮົາ, ຍ້ອນການປະພຶດຂອງພວກເຂົາ, ພວກເຂົາຈະສືບຕໍ່ຢູ່ເທິງແຜ່ນດິນໂລກພາຍໃຕ້ການປົກຄອງຂອງບຸດທັງຫຼາຍຂອງເຮົາ ແລະ ຜູ້ຄົນຂອງເຮົາ. ເຮົາຈະປາກົດຕໍ່ປະເທດທັງຫຼາຍ ແລະ ຜູ້ຄົນທັງຫຼາຍ ແລະ ເຮົາຈະເປັ່ງສຽງຂອງເຮົາເອງອອກມາເທິງແຜ່ນດິນໂລກ ເພື່ອປະກາດຄວາມສໍາເລັດຂອງພາລະກິດທີ່ຍິ່ງໃຫຍ່ຂອງເຮົາ ໂດຍເຮັດໃຫ້ຜູ້ຄົນທັງຫຼາຍໄດ້ເຫັນສິ່ງນີ້ດ້ວຍຕາຂອງພວກເຂົາເອງ.
ເມື່ອພຣະວັດຈະນະຂອງເຮົາມີຄວາມເລິກເຊິ່ງຍິ່ງຂຶ້ນ, ເຮົາໄດ້ສັງເກດສະພາວະຂອງຈັກກະວານອີກດ້ວຍ. ທຸກສິ່ງແມ່ນຖືກເຮັດໃຫ້ໃໝ່ຜ່ານພຣະທຳຂອງເຮົາ. ສະຫວັນປ່ຽນໄປ ແລະ ແຜ່ນດິນໂລກກໍປ່ຽນແປງເຊັ່ນກັນ. ມະນຸດຖືກເປີດໂປງໃນຮູບຮ່າງເດີມຂອງພວກເຂົາ ແລະ ຢ່າງຊ້າໆ ຜູ້ຄົນທັງໝົດຈະຖືກແຍກອອກຕາມປະເພດຂອງພວກເຂົາ ແລະ ໄດ້ກັບຄືນສູ່ “ຄອບຄົວ” ຂອງພວກເຂົາໂດຍທີ່ບໍ່ຮູ້ຕົວ. ສິ່ງນີ້ເຮັດໃຫ້ເຮົາພໍໃຈເປັນຢ່າງຍິ່ງ. ເຮົາປາສະຈາກການລົບກວນ ແລະ ພາລະກິດອັນຍິ່ງໃຫຍ່ຂອງເຮົາກໍຈະສໍາເລັດໂດຍບໍ່ຮູ້ຕົວ ແລະ ທຸກສິ່ງແມ່ນຖືກປ່ຽນແປງ. ເມື່ອເຮົາສ້າງແຜ່ນດິນໂລກ, ເຮົາໄດ້ແຍກທຸກສິ່ງຕາມປະເພດຂອງພວກມັນ, ໂດຍຈັດໝວດໃຫ້ທຸກສິ່ງທີ່ມີຮູບຮ່າງ. ເມື່ອເວລາສຸດທ້າຍຂອງແຜນການຄຸ້ມຄອງຂອງເຮົາຍັບເຂົ້າມາໃກ້, ເຮົາຈະຟື້ນຟູສະພາບດັ່ງເດີມຂອງການສ້າງ; ເຮົາຈະຟື້ນຟູທຸກສິ່ງໃຫ້ກັບຄືນສູ່ຮູບແບບທີ່ເປັນຢູ່ດັ່ງເດີມ, ໂດຍຜ່ານການປ່ຽນແປງທຸກສິ່ງຢ່າງລະອຽດຖີ່ຖ້ວນ ແລະ ເຮັດໃຫ້ທຸກສິ່ງຕົກຢູ່ພາຍໃນແຜນການຂອງເຮົາ. ເວລາໄດ້ມາເຖິງແລ້ວ! ຂັ້ນຕອນສຸດທ້າຍຂອງແຜນການຂອງເຮົາໃກ້ຈະສຳເລັດແລ້ວ. ໂອ້, ໂລກເກົ່າທີ່ສົກກະປົກເອີຍ! ມັນຈະລົ້ມລົງໃນທ່າມກາງພຣະທຳຂອງເຮົາຢ່າງແນ່ນອນ! ມັນຈະຖືກແຜນການຂອງເຮົາເຮັດໃຫ້ເຈົ້າຫຼຸດລົງສູ່ຄວາມວ່າງເປົ່າຢ່າງແນ່ນອນ! ໂອ້ ສັບພະສິ່ງທັງປວງເອີຍ! ພວກມັນຈະໄດ້ຮັບຊີວິດໃໝ່ທ່າມກາງພຣະທຳຂອງເຮົາ, ພວກມັນຈະມີພຣະຜູ້ປົກຄອງສູງສຸດຂອງພວກມັນ! ໂອ້ ໂລກໜ່ວຍໃໝ່ທີ່ບໍລິສຸດ ແລະ ບໍ່ມີມົນທິນເອີຍ! ມັນຈະຟື້ນຄືນໃໝ່ທ່າມກາງສະຫງ່າລາສີຂອງເຮົາຢ່າງແນ່ນອນ! ໂອ້ ພູເຂົາຊີໂອນເອີຍ! ຢ່າມິດງຽບອີກຕໍ່ໄປ. ເຮົາໄດ້ກັບຄືນມາຢ່າງມີໄຊຊະນະ! ເຮົາສັງເກດເບິ່ງແຜ່ນດິນໂລກທັງໝົດໃນທ່າມກາງທຸກສິ່ງ. ຜູ້ຄົນຢູ່ເທິງແຜ່ນດິນໂລກໄດ້ເລີ່ມຕົ້ນຊີວິດໃໝ່ ແລະ ໄດ້ມີຄວາມຫວັງໃໝ່. ໂອ້ ປະຊາກອນຂອງເຮົາເອີຍ! ເຈົ້າຈະບໍ່ກັບຄືນສູ່ຊີວິດທ່າມກາງແສງສະຫວ່າງຂອງເຮົາໄດ້ແນວໃດ? ເຈົ້າຈະບໍ່ໂດດເຕັ້ນດ້ວຍຄວາມປິຕິຍິນດີພາຍໃຕ້ການນໍາພາຂອງເຮົາໄດ້ແນວໃດ? ແຜ່ນດິນໂຫ່ຮ້ອງຂຶ້ນດ້ວຍຄວາມປິຕິຍິນດີ, ນໍ້າມີສຽງດັງກັງວານດ້ວຍສຽງຫົວຢ່າງເບີກບານ! ໂອ້, ອິດສະຣາເອນທີ່ຟື້ນຄືນເອີຍ! ເຈົ້າຈະບໍ່ຮູ້ສຶກເຖິງຄວາມພາກພູມໃຈຍ້ອນການກຳນົດໄວ້ລ່ວງໜ້າຂອງເຮົາໄດ້ແນວໃດ? ແມ່ນໃຜຮ້ອງໄຫ້? ແມ່ນໃຜຄໍ່າຄວນ? ອິດສະຣາເອນໃນອະດີດບໍ່ໄດ້ມີຢູ່ອີກແລ້ວ ແລະ ອິດສະຣາເອນໃນປັດຈຸບັນໄດ້ລຸກຂຶ້ນ, ຕັ້ງຂຶ້ນ ແລະ ສູງຂຶ້ນຫຼາຍໃນໂລກ ແລະ ໄດ້ຢືນຂຶ້ນໃນໃຈຂອງມະນຸດທຸກຄົນ. ອິດສະຣາເອນໃນປັດຈຸບັນຈະໄດ້ຮັບພື້ນຖານສໍາລັບການມີຊີວິດຜ່ານປະຊາຊົນຂອງເຮົາຢ່າງແນ່ນອນ! ໂອ້, ເອຢິບທີ່ເປັນຕາກຽດຊັງເອີຍ! ບໍ່ແມ່ນເຈົ້າຍັງຕໍ່ຕ້ານເຮົາຢູ່ບໍ? ເຈົ້າຈະເອົາປຽບຄວາມກະລຸນາຂອງເຮົາ ແລະ ພະຍາຍາມຫຼົບໜີຈາກການຂ້ຽນຕີຂອງເຮົາໄດ້ແນວໃດ? ເຈົ້າຈະບໍ່ມີຊີວິດຢູ່ພາຍໃນການຂ້ຽນຕີຂອງເຮົາໄດ້ແນວໃດ? ທຸກຄົນທີ່ເຮົາຮັກຈະມີຢູ່ຕະຫຼອດໄປ ແລະ ທຸກຄົນທີ່ຕໍ່ຕ້ານເຮົາຈະຖືກເຮົາຂ້ຽນຕີຕະຫຼອດການຢ່າງແນ່ນອນ. ເພາະວ່າເຮົາເປັນພຣະເຈົ້າທີ່ຫຶງຫວງ ແລະ ຈະບໍ່ລະປ່ອຍມະນຸດທຸກຄົນໄປງ່າຍໆສຳລັບທຸກສິ່ງທີ່ພວກເຂົາໄດ້ກະທໍາ. ເຮົາຈະກວດສອບທົ່ວແຜ່ນດິນໂລກ ແລະ ປາກົດຢູ່ທາງພາກຕາເວັນອອກຂອງໂລກດ້ວຍຄວາມຊອບທໍາ, ຄວາມສະຫງ່າຜ່າເຜີຍ, ຄວາມພິໂລດ ແລະ ການຂ້ຽນຕີ ເຮົາຈະເປີດເຜີຍຕົວເອງຕໍ່ຜູ້ຄົນທັງຫຼາຍທີ່ນັບບໍ່ຖ້ວນ!
ວັນທີ 29 ມີນາ 1992