ບົດທີ 38

ບໍ່ແມ່ນວ່າຄວາມເຊື່ອຂອງເຈົ້າດີ ຫຼື ບໍລິສຸດ, ແຕ່ກົງກັນຂ້າມ ພາລະກິດຂອງເຮົາອັດສະຈັນ! ທຸກສິ່ງເປັນໄປຍ້ອນຄວາມເມດຕາຂອງເຮົາ! ເຈົ້າຕ້ອງບໍ່ມີອຸປະນິໄສທີ່ເສື່ອມຊາມໃນການເຫັນແກ່ຕົວ ຫຼື ຄວາມອວດດີແມ່ນແຕ່ໜ້ອຍດຽວ, ບໍ່ດັ່ງນັ້ນ ເຮົາຈະບໍ່ປະຕິບັດພາລະກິດໃນຕົວເຈົ້າ. ເຈົ້າຕ້ອງເຂົ້າໃຈຢ່າງແຈ່ມແຈ້ງວ່າ ການທີ່ມະນຸດຈະລົ້ມລົງ ຫຼື ຢຶນຢ່າງເຂັ້ມແຂງນັ້ນບໍ່ແມ່ນຍ້ອນພວກເຂົາ; ແຕ່ມັນເປັນຍ້ອນເຮົາ. ໃນປັດຈຸບັນ, ຖ້າເຈົ້າບໍ່ເຂົ້າໃຈຂັ້ນຕອນນີ້ຢ່າງແຈ່ມແຈ້ງ, ເຈົ້າກໍຈະລົ້ມເຫຼວໃນການເຂົ້າສູ່ອານາຈັກ! ເຈົ້າຕ້ອງເຂົ້າໃຈວ່າ ສິ່ງທີ່ຖືກເຮັດໃນປັດຈຸບັນແມ່ນພາລະກິດທີ່ອັດສະຈັນຂອງພຣະເຈົ້າ; ມັນບໍ່ກ່ຽວຂ້ອງກັບມະນຸດເລີຍ. ການກະທຳຂອງມະນຸດມີປະໂຫຍດຫຍັງແດ່? ເມື່ອພວກເຂົາບໍ່ເຫັນແກ່ຕົວ, ອວດດີ ແລະ ໂອຫັງ, ພວກເຂົາກໍຈະຂັດຂວາງການຄຸ້ມຄອງຂອງພຣະເຈົ້າ ແລະ ທຳລາຍແຜນການຂອງພຣະອົງ. ໂອ ຄົນເສື່ອມຊາມທັງຫຼາຍ! ເຈົ້າຕ້ອງມາເພິ່ງພາເຮົາໃນມື້ນີ້; ຖ້າເຈົ້າບໍ່ມາ, ມື້ນີ້ ເຮົາຈະບອກກັບເຈົ້າວ່າ ເຈົ້າຈະບໍ່ບັນລຸຫຍັງຈັກເທື່ອ! ທຸກສິ່ງຈະສູນເປົ່າ ແລະ ກິດຈະການຂອງເຈົ້າກໍຈະບໍ່ມີຄ່າຫຍັງເລີຍ!

ຢ່າທ່ວງດຶງເວລາ ຫຼື ລັງເລໃຈ; ໃນປັດຈຸບັນ ແຕ່ລະຄົນທີ່ຮັກເຮົາຈະໄດ້ຮັບພາລະກິດຢ່າງອັດສະຈັນຂອງເຮົາທີ່ປະຕິບັດຢູ່ໃນພວກເຂົາ. ເຮົາຈະບໍ່ໃຊ້ຄົນທີ່ບໍ່ຖ່ອມຕົວ ແລະ ໃນປັດຈຸບັນນີ້ ເຮົາຈະໃຊ້ພຽງແຕ່ຄົນທີ່ຖ່ອມຕົວໂດຍແທ້. ເຮົາຈະເປີດເຜີຍຢ່າງເຕັມທີ່ກັບເຈົ້າທີ່ຮັກເຮົາດ້ວຍໃຈຈິງ, ຄົນທີ່ຖືກຄົນອື່ນດູຖູກ ແລະ ຄົນທີ່ສາມາດເປີດເຜີຍຕົນເອງກັບເຮົາຢ່າງແທ້ຈິງ. ເຮົາຈະໃຫ້ເຈົ້າເຂົ້າໃຈເຈດຕະນາຂອງເຮົາ ແລະ ເຈົ້າຈະຢູ່ຕໍ່ໜ້າເຮົາເພື່ອຮັບພອນຈາກເຮົາຕະຫຼອດເວລາ. ໃນປັດຈຸບັນ, ເຮົາຈະບໍ່ປະຕິບັດກັບຄົນທີ່ເສຍສະຫຼະຕົນເອງເພື່ອເຮົາ, ຖວາຍຕົນເອງໃຫ້ກັບເຮົາ ແລະ ແບກຮັບພາລະເພື່ອເຮົາແບບບໍ່ຍຸຕິທຳ ເຊິ່ງດ້ວຍເຫດນັ້ນ ຄວາມຊອບທຳຂອງເຮົາກໍຈະຖືກເປີດເຜີຍອອກ. ຢ່າຕໍ່ວ່າກ່ຽວກັບເຮົາເລີຍ; ຄວາມເມດຕາຂອງເຮົາກໍພຽງພໍສຳລັບພວກເຈົ້າແລ້ວ. ເຈົ້າຄວນຈະມາ ແລະ ຮັບເອົາຄວາມເມດຕານັ້ນ ເພື່ອເຈົ້າຈະໄດ້ຊີມຄວາມຫວານທີ່ບໍ່ສາມາດປຽບປານໄດ້. ສິ່ງນີ້ຈະບໍ່ພຽງແຕ່ສ້າງຄວາມຮັກສຳລັບເຮົາພາຍໃຈຕົວເຈົ້າ, ແຕ່ມັນຈະເຮັດໃຫ້ຄວາມຮັກຂອງເຈົ້າເລິກເຊິ່ງຂຶ້ນອີກດ້ວຍ.

ພາລະກິດຂອງເຮົາໄດ້ປະຕິບັດຕາມຂັ້ນຕອນ ແລະ ບໍ່ໄດ້ປະຕິບັດດ້ວຍຄວາມປະໝາດ ຫຼື ດ້ວຍຄວາມບໍ່ແຈ່ມແຈ້ງຢ່າງແນ່ນອນ. ເພື່ອທີ່ຈະຕິດຕາມເຮົາ, ພວກເຈົ້າຕ້ອງເຮັດສິ່ງນີ້ເຊັ່ນກັນ. ຈົ່ງເບິ່ງການປະພຶດຂອງເຮົາ ແລະ ຮຽນຮູ້ຈາກເຮົາ; ດ້ວຍວິທີນີ້, ຖ້າເຈົ້າຕິດຕາມບາດກ້າວຂອງເຮົາ ເຈົ້າກໍຈະຖືກນໍາໄປສູ່ການປາກົດຂອງອານາຈັກ. ຈົ່ງຮ້ອງໂຮ່ເປັນສຽງດຽວກັນ! ບຸດຊາຍຂອງເຮົາເອີຍ! ພາລະກິດຂອງພຣະເຈົ້າຈະຖືກເຮັດໃຫ້ສຳເລັດໃນພວກເຈົ້າ, ໃນກຸ່ມຄົນນີ້. ພວກເຈົ້າບໍ່ຮູ້ສຶກໄດ້ຮັບພອນບໍ?

ມັນຍາກທີ່ຈະຢັ່ງເຖິງແທ້ໆ! ມື້ນີ້ ເຮົາໄດ້ນໍາພວກເຈົ້າມາຢູ່ບ່ອນນີ້ເພື່ອພວກເຈົ້າຈະໄດ້ເຫັນພາລະກິດທີ່ອັດສະຈັນຂອງເຮົາ!

ກ່ອນນີ້: ບົດທີ 37

ຕໍ່ໄປ: ບົດທີ 39

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້