ບົດທີ 39

ເປີດຕາຂອງເຈົ້າ ແລະ ເບິ່ງ ແລ້ວເຈົ້າຈະສາມາດເຫັນລິດອຳນາດທີ່ຍິ່ງໃຫຍ່ຂອງເຮົາຢູ່ທຸກຫົນທຸກແຫ່ງ! ເຈົ້າສາມາດໝັ້ນໃຈໄດ້ເລີຍວ່າເຮົາຢູ່ທຸກຫົນທຸກແຫ່ງ! ຈັກກະວານ ແລະ ທ້ອງຟ້າກຳລັງເຜີຍແຜ່ລິດອຳນາດທີ່ຍິ່ງໃຫຍ່ຂອງເຮົາ. ພຣະທຳທີ່ເຮົາໄດ້ກ່າວໄວ້ ກໍປະກົດເປັນຈິງໃນອາກາດທີ່ຮ້ອນຂຶ້ນ, ການປ່ຽນແປງຂອງສະພາບອາກາດ, ຄວາມຜິດປົກກະຕິຂອງຄົນ, ຄວາມບໍ່ເປັນລະບຽບໃນພົນລະວັດທາງສັງຄົມ ແລະ ການຫຼອກລວງໃນຫົວໃຈຂອງຄົນ. ດວງຕາເວັນກາຍເປັນສີຂາວຫຼາຍຂຶ້ນ ແລະ ດວງເດືອນກາຍເປັນສີແດງຫຼາຍຂຶ້ນ; ທຸກຢ່າງຂາດຄວາມສົມດຸນ. ພວກເຈົ້າຍັງບໍ່ເຫັນສິ່ງເຫຼົ່ານີ້ບໍ?

ລິດອຳນາດທີ່ຍິ່ງໃຫຍ່ຂອງພຣະເຈົ້າຖືກເປີດເຜີຍໃນເລື່ອງນີ້. ບໍ່ຕ້ອງສົງໄສເລີຍວ່າ ພຣະອົງເປັນພຣະເຈົ້າທີ່ແທ້ຈິງພຽງອົງດຽວ ຄື ອົງຊົງລິດທານຸພາບສູງສຸດ ທີ່ຜູ້ຄົນໄດ້ສະແຫວງຫາເປັນເວລາຫຼາຍປີ! ໃຜທີ່ສາມາດກ່າວອອກມາ ແລ້ວເຮັດໃຫ້ສິ່ງຕ່າງໆເກີດຂຶ້ນໄດ້? ມີແຕ່ພຣະເຈົ້າອົງຊົງລິດທານຸພາບສູງສຸດຂອງພວກເຮົາ. ຄວາມຈິງປະກົດຂຶ້ນທັນທີທີ່ພຣະອົງກ່າວອອກມາ. ເຈົ້າຈະບໍ່ເວົ້າວ່າ ພຣະອົງເປັນພຣະເຈົ້າທີ່ແທ້ຈິງ ໄດ້ແນວໃດ?

ເຮົາຮູ້ຢ່າງເລິກເຊິ່ງວ່າ ພວກເຈົ້າທຸກຄົນເຕັມໃຈທີ່ຈະຮ່ວມມືກັບເຮົາ ແລະ ເຮົາເຊື່ອວ່າ ຄົນທີ່ຖືກເລືອກຂອງເຮົາ, ອ້າຍເອື້ອຍນ້ອງອັນເປັນທີ່ຮັກຂອງເຮົາ ລ້ວນແລ້ວແຕ່ມີຄວາມປາຖະໜາແບບນີ້, ພຽງແຕ່ເຈົ້າບໍ່ສາມາດເຂົ້າສູ່ ຫຼື ປະຕິບັດຕົວຈິງ, ບໍ່ສາມາດໃຈເຢັນ ແລະ ສະຫງົບອາລົມ ເມື່ອເຈົ້າພົບກັບປະກົດການແຫ່ງຄວາມເປັນຈິງ. ເຈົ້າບໍ່ເຄີຍເອົາໃຈໃສ່ເຈດຕະນາຂອງພຣະເຈົ້າຈັກເທື່ອ ແລະ ເຈົ້າເອົາຜົນປະໂຫຍດສ່ວນຕົວຂອງເຈົ້າມາກ່ອນ ແລະ ລົງມືເຮັດໂດຍບໍ່ຕ້ອງຖ້າ. ເຮົາຢາກບອກພວກເຈົ້າວ່າ ຫົນທາງນີ້ຈະບໍ່ບັນລຸເຈດຕະນາຂອງເຮົາຈັກເທື່ອ! ເດັກນ້ອຍເອີຍ! ຈົ່ງມອບຫົວໃຈຂອງເຈົ້າທັງໝົດໃຫ້ກັບເຮົາ. ໃຫ້ຊັດເຈນ! ເຮົາບໍ່ຕ້ອງການເງິນຂອງເຈົ້າ ຫຼື ສິ່ງຕ່າງໆຂອງເຈົ້າ ຫຼື ໃຫ້ເຈົ້າມາຢູ່ຕໍ່ໜ້າເຮົາເພື່ອຮັບໃຊ້ ຢ່າງກະຕືລືລົ້ນ, ຫຼອກລວງ ຫຼື ດ້ວຍຄວາມຄິດແຄບໆ. ຈົ່ງງຽບສະຫງົບ ແລະ ມີໃຈທີ່ບໍລິສຸດ, ລໍຖ້າ ແລະ ສະແຫວງຫາເມື່ອເກີດບັນຫາຂຶ້ນ ແລະ ເຮົາຈະມອບຄຳຕອບໃຫ້ກັບເຈົ້າ. ຢ່າສົງໄສ! ເປັນຫຍັງເຈົ້າຈຶ່ງບໍ່ເຊື່ອຈັກເທື່ອວ່າ ພຣະທຳຂອງເຮົາເປັນຈິງ? ເປັນຫຍັງເຈົ້າຈຶ່ງບໍ່ເຊື່ອໃນພຣະທຳຂອງເຮົາ? ເຈົ້າດື້ດຶງຈົນສຸດຂີດ ແລະ ກໍຍັງເປັນແບບນີ້ໃນເວລານີ້, ເຈົ້າໂງ່ຈ້າເກີນໄປ ແລະ ບໍ່ໄດ້ຮັບແສງສະຫວ່າງເລີຍ! ພວກເຈົ້າຈື່ຄວາມຈິງທີ່ສຳຄັນຫຼາຍສໍ່າໃດ? ເຈົ້າໄດ້ປະສົບກັບມັນແທ້ໆບໍ? ເຈົ້າເລີ່ມສັບສົນ ແລະ ປະພຶດຢ່າງເລິນເລີ້ ແລະ ຢ່າງຟ້າວຟັ່ງ ເວລາທີ່ພົບກັບບັນຫາ! ສິ່ງສຳຄັນໃນປັດຈຸບັນແມ່ນການທີ່ເຈົ້າເຂົ້າສູ່ວິນຍານ ແລະ ສື່ສານກັບເຮົາຫຼາຍຂຶ້ນ, ໃນທຳນອງດຽວກັນກັບທີ່ຫົວໃຈຂອງເຈົ້າມັກຄິດຕຶກຕ້ອງຄຳຖາມຕ່າງໆເຈົ້າເຂົ້າໃຈບໍ? ນີ້ແມ່ນກະແຈ! ການປະຕິບັດທີ່ລ້າຊ້າແມ່ນບັນຫາແທ້ໆ. ໄວແດ່, ຢ່າຊັກຊ້າເລີຍ! ຜູ້ຄົນທີ່ໄດ້ຍິນພຣະທຳຂອງເຮົາ ແລະ ບໍ່ຊັກຊ້າ ແຕ່ປະຕິບັດພຣະທຳເຫຼົ່ານັ້ນທັນທີ ຈະໄດ້ຮັບການອວຍພອນຢ່າງຫຼວງຫຼາຍ! ເຮົາຈະປະທານໃຫ້ກັບພວກເຈົ້າສອງເທົ່າ! ຢ່າກັງວົນເລີຍ! ເຮັດຄືກັບທີ່ເຮົາເວົ້າ ໂດຍບໍ່ຕ້ອງຊັກຊ້າແມ່ນແຕ່ວິນາທີດຽວ! ແນວຄິດມະນຸດຂອງພວກເຈົ້າເປັນແບບນີ້ຢູ່ເລື້ອຍໆ ແລະ ເຈົ້າກໍມັກຜັດມື້ຜັດຍາມ, ມັກເລື່ອນສິ່ງທີ່ຄວນເຮັດໃຫ້ແລ້ວໃນມື້ນີ້ເປັນມື້ຕໍ່ໄປຢູ່ສະເໝີ. ຂີ້ຄ້ານ ແລະ ງຸ່ມງາມຫຼາຍ. ຄຳເວົ້າກໍບໍ່ສາມາດບັນລະຍາຍໄດ້! ມັນບໍ່ແມ່ນວ່າ ເຮົາເວົ້າເກີນຄວາມຈິງ ແຕ່ນັ້ນຄືຄວາມຈິງ. ຖ້າເຈົ້າບໍ່ເຊື່ອສິ່ງນີ້, ແລ້ວໃຫ້ກວດສອບຕົນເອງຢ່າງຮອບຄອບ ແລະ ກວດສະຖານະການຂອງເຈົ້າ ແລະ ເຈົ້າກໍຈະຄົ້ນພົບວ່າ ມັນເປັນແບບນີ້ແທ້ໆ!

ກ່ອນນີ້: ບົດທີ 38

ຕໍ່ໄປ: ບົດທີ 40

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້