ບົດທີ 33

ອານາຈັກຂອງເຮົາຕ້ອງການຄົນທີ່ຊື່ສັດ, ບໍ່ໜ້າຊື່ໃຈຄົດ ແລະ ບໍ່ຫຼອກລວງ. ຄົນທີ່ຈິງໃຈ ແລະ ຊື່ສັດບໍ່ແມ່ນຄົນທີ່ບໍ່ເປັນທີ່ນິຍົມໃນໂລກບໍ? ເຮົາພຽງຢູ່ກົງກັນຂ້າມ. ມັນເປັນເລື່ອງທີ່ຮັບໄດ້ທີ່ຈະໃຫ້ຄົນຊື່ສັດມາຫາເຮົາ; ເຮົາປິຕິຍິນດີໃນຄົນປະເພດນີ້ ແລະ ເຮົາກໍ່ຍັງຕ້ອງການຄົນປະເພດນີ້ດ້ວຍ. ນີ້ແມ່ນຄວາມຊອບທຳຂອງເຮົາແທ້ໆ. ບາງຄົນກໍບໍ່ຮູ້; ພວກເຂົາບໍ່ສາມາດຮູ້ສຶກເຖິງພາລະກິດຂອງພຣະວິນຍານບໍລິສຸດ ແລະ ພວກເຂົາບໍ່ສາມາດເຂົ້າໃຈຄວາມປະສົງຂອງເຮົາ. ພວກເຂົາບໍ່ສາມາດເຫັນສະພາບແວດລ້ອມເຊິ່ງຄອບຄົວຂອງພວກເຂົາ ແລະ ຄົນອ້ອມຂ້າງພວກເຂົາດຳລົງຢູ່ຢ່າງຊັດເຈນ, ພວກເຂົາເຮັດສິ່ງຕ່າງໆຢ່າງຫຼັບຫູຫຼັບຕາ ແລະ ສູນເສຍໂອກາດທີ່ຈະໄດ້ຮັບພຣະຄຸນຫຼາຍຄັ້ງ. ເທື່ອແລ້ວເທື່ອເລົ່າ, ພວກເຂົາກໍກິນແໜງກັບການກະທຳຂອງພວກເຂົາ ແລະ ເມື່ອພວກເຂົາຜະເຊີນກັບບັນຫາ, ພວກເຂົາກໍບໍ່ສາມາດເຫັນບັນຫານັ້ນຢ່າງຊັດເຈນໄດ້. ບາງເທື່ອ ພວກເຂົາສາມາດເພິ່ງພາພຣະເຈົ້າເພື່ອເພີ່ມຕື່ມໄຊຊະນະ, ແຕ່ເມື່ອພວກເຂົາຜະເຊີນກັບບັນຫາທີ່ຄ້າຍຄືກັນຫຼັງຈາກນັ້ນ, ຄວາມເຈັບປ່ວຍແບບເກົ່າໆກໍກັບຄືນມາ ແລະ ພວກເຂົາບໍ່ສາມາດເຂົ້າໃຈຄວາມປະສົງຂອງເຮົາ. ແຕ່ເຮົາບໍ່ໄດ້ເບິ່ງໃນສິ່ງເຫຼົ່ານີ້ ແລະ ເຮົາບໍ່ຈື່ການຝ່າຝືນຂອງພວກເຈົ້າ. ກົງກັນຂ້າມ ເຮົາຕ້ອງການຊ່ວຍເຫຼືອພວກເຈົ້າຈາກດິນແດນທີ່ສັບສົນປົນເປກັນນີ້ ແລະ ຍອມໃຫ້ພວກເຈົ້າເລີ່ມຕົ້ນໃໝ່ຊີວິດຂອງພວກເຈົ້າ. ເຮົາໄດ້ອະໄພໂທດໃຫ້ກັບພວກເຈົ້າເທື່ອແລ້ວເທື່ອເລົ່າ. ເຖິງຢ່າງໃດກໍຕາມ, ຕອນນີ້ແມ່ນບາດກ້າວທີ່ສຳຄັນຫຼາຍທີ່ສຸດ. ພວກເຈົ້າບໍ່ສາມາດສັບສົນໄດ້ອີກແລ້ວ ແລະ ບໍ່ສາມາດດັນຕໍ່ໄປແບບນັ້ນອີກ, ແບບໄປໆ ແລະ ຢຸດໆ. ເມື່ອໃດເຈົ້າຈຶ່ງຈະສາມາດໄປເຖິງຈຸດໝາຍປາຍທາງ? ພວກເຈົ້າຕ້ອງເຮັດສຸດຄວາມສາມາດຂອງພວກເຈົ້າເພື່ອແລ່ນສູ່ຫຼັກໄຊໂດຍບໍ່ຢຸດ. ຢ່າຜ່ອນຄວາມໄວລົງໃນເວລາທີ່ສຳຄັນທີ່ສຸດ, ຈົ່ງກ້າວໄປທາງໜ້າຢ່າງກ້າຫານ ແລະ ງານລ້ຽງສະຫຼອງທີ່ອຸດົມສົມບູນກໍຢູ່ຕໍ່ໜ້າພວກເຈົ້າ. ຈົ່ງນຸ່ງເສື້ອຜ້າແຕ່ງດອງ ແລະ ເສື້ອຄຸມອັນຊອບທຳຂອງເຈົ້າໄວໆ ແລະ ເຂົ້າຮ່ວມອາຫານຄໍ່າຂອງງານດອງຂອງພຣະຄຣິດ; ເພີດເພີນກັບຄວາມສຸກໃນຄອບຄົວຊົ່ວນິດນິລັນ! ເຈົ້າຈະບໍ່ເສົ້າໃຈ, ໂສກເສົ້າ ແລະ ເມື່ອຍຄືແຕ່ກ່ອນອີກຕໍ່ໄປ. ໃນເວລານັ້ນ ທຸກສິ່ງຈະຫາຍໄປຄືກັບຄວັນ ແລະ ມີພຽງແຕ່ຊີວິດຂອງພຣະຄຣິດທີ່ໄດ້ຟື້ນຄືນຈະມີລິດອຳນາດໃນຕົວເຈົ້າ. ຈະມີພຣະວິຫານທີ່ຖືກຊໍາລະລ້າງ ແລະ ເຮັດໃຫ້ສະອາດຢູ່ຂ້າງໃນຕົວເຈົ້າ ແລະ ຊີວິດແຫ່ງການຟື້ນຄືນທີ່ເຈົ້າໄດ້ຮັບກໍຈະອາໄສຢູ່ໃນຕົວເຈົ້າຈາກນີ້ ແລະ ຕະລອດໄປ!

ກ່ອນນີ້: ບົດທີ 32

ຕໍ່ໄປ: ບົດທີ 34

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້