ບົດທີ 32

ແມ່ນຫຍັງຄືແສງສະຫວ່າງ? ໃນອະດີດ ພວກເຈົ້າເຫັນການປ່ຽນແປງແຫ່ງພາລະກິດຂອງພຣະວິນຍານບໍລິສຸດເປັນແສງສະຫວ່າງ. ມີແສງສະຫວ່າງທີ່ແທ້ຈິງຢູ່ຕະລອດເວລາ ນັ້ນຄືການຮັບເອົາສິ່ງທີ່ພຣະເຈົ້າເປັນຜ່ານການຫຍັບເຂົ້າໃກ້ເຮົາ ແລະ ສົນທະນາກັບເຮົາ; ການມີຄວາມເຂົ້າໃຈໃນພຣະທຳຂອງພຣະເຈົ້າ ແລະ ການເຂົ້າໃຈຄວາມປະສົງຂອງພຣະເຈົ້າໃນພຣະທຳຂອງພຣະອົງ, ຄືວ່າ ໃນຂະນະທີ່ກຳລັງກິນ ແລະ ດື່ມ, ເຈົ້າຮູ້ສຶກເຖິງພຣະວິນຍານແຫ່ງພຣະທຳຂອງພຣະເຈົ້າ ແລະ ຮັບເອົາພຣະທຳຂອງພຣະເຈົ້າໃຫ້ຢູ່ຂ້າງໃນຕົວພວກເຈົ້າ; ເຈົ້າເຂົ້າໃຈສິ່ງທີ່ພຣະອົງເປັນຜ່ານປະສົບການ ແລະ ຮັບເອົາແສງເຍືອງທາງຂອງພຣະເຈົ້າໃນຂະນະທີ່ກຳລັງສື່ສານກັບພຣະອົງ; ທັງໝົດແມ່ນຄວາມສະຫວ່າງ. ເຈົ້າຍັງສາມາດຖືກສ່ອງແສງສະຫວ່າງ ແລະ ການມີຄວາມເຂົ້າໃຈໃນພຣະທຳຂອງພຣະເຈົ້າຕະລອດເວລາ ໃນຂະນະທີ່ກຳລັງຕຶກຕອງ ແລະ ໄຕ່ຕອງ. ຖ້າເຈົ້າເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ເຈົ້າຮູ້ສຶກເຖິງແສງສະຫວ່າງໃໝ່, ແລ້ວເຈົ້າບໍ່ໄດ້ມີລິດອຳນາດໃນການຮັບໃຊ້ຂອງເຈົ້າບໍ? ພວກເຈົ້າກັງວົນໃຈຫຼາຍໃນຂະນະທີ່ພວກເຈົ້າຮັບໃຊ້! ນັ້ນກໍຍ້ອນພວກເຈົ້າບໍ່ໄດ້ສຳຜັດຄວາມເປັນຈິງ, ເຈົ້າບໍ່ມີປະສົບການ ຫຼື ຄວາມເຂົ້າໃຈທີ່ແທ້ຈິງ. ຖ້າເຈົ້າມີຄວາມເຂົ້າໃຈທີ່ແທ້ຈິງ, ແລ້ວເຈົ້າຈະບໍ່ຮູ້ຈັກວິທີການຮັບໃຊ້ບໍ? ເມື່ອສິ່ງໃດໜຶ່ງເກີດຂຶ້ນກັບເຈົ້າ, ເຈົ້າຕ້ອງຜະເຊີນບັນຫາເຫຼົ່ານັ້ນຢ່າງພາກພຽນ. ຖ້າຢູ່ໃນສະພາບແວດລ້ອມທີ່ງ່າຍ ແລະ ສະດວກສະບາຍແລ້ວ, ເຈົ້າສາມາດດຳລົງຊີວິດໃນແສງສະຫວ່າງແຫ່ງໃບໜ້າຂອງພຣະເຈົ້າ, ແລ້ວເຈົ້າຈະເຫັນໜ້າຂອງພຣະເຈົ້າໃນແຕ່ລະມື້. ຖ້າເຈົ້າເຫັນໃບໜ້າຂອງພຣະເຈົ້າ ແລະ ສື່ສານກັບພຣະອົງ, ເຈົ້າຈະບໍ່ມີແສງສະຫວ່າງບໍ? ພວກເຈົ້າບໍ່ໄດ້ເຂົ້າສູ່ຄວາມເປັນຈິງ ແລະ ພວກເຈົ້າກໍຢູ່ທາງນອກເພື່ອສະແຫວງຫາຢູ່ສະເໝີ; ຜົນຕາມມາກໍຄື ພວກເຈົ້າບໍ່ໄດ້ຄົ້ນພົບຫຍັງເລີຍ ແລະ ຄວາມຄືບໜ້າຂອງພວກເຈົ້າໃນຊີວິດກໍໄດ້ຖືກລ້າຊ້າ.

ຢ່າໃສ່ໃຈກັບສິ່ງທີ່ຢູ່ພາຍນອກ; ຖ້າເຈົ້າພຽງແຕ່ຫຍັບເຂົ້າໃກ້ພຣະເຈົ້າຢູ່ພາຍໃນ, ສື່ສານໃຫ້ເລິກພໍ ແລະ ຮູ້ສຶກເຖິງຄວາມປະສົງຂອງພຣະເຈົ້າ, ແລ້ວເຈົ້າກໍຈະມີເສັ້ນທາງໃນການຮັບໃຊ້ຂອງເຈົ້າ? ພວກເຈົ້າຈຳເປັນຕ້ອງໃສ່ໃຈ ແລະ ເຊື່ອຟັງຢ່າງພາກພຽນ. ຖ້າເຈົ້າເຮັດທຸກສິ່ງຕາມພຣະທຳຂອງເຮົາເທົ່ານັ້ນ ແລະ ເຂົ້າສູ່ເສັ້ນທາງທີ່ເຮົາຊີ້ໃຫ້ເຫັນ, ແລ້ວເຈົ້າຈະບໍ່ມີເສັ້ນທາງບໍ? ຖ້າເຈົ້າຄົ້ນພົບເສັ້ນທາງເຂົ້າສູ່ຄວາມເປັນຈິງ, ແລ້ວເຈົ້າກໍຍັງມີເສັ້ນທາງທີ່ຈະຮັບໃຊ້ພຣະເຈົ້າ. ມັນງ່າຍດາຍ! ມາຢູ່ຕໍ່ໜ້າເຮົາໃຫ້ຫຼາຍຍິ່ງຂຶ້ນ, ໄຕ່ຕອງພຣະທຳຂອງເຮົາຫຼາຍຍິ່ງຂຶ້ນ ແລະ ເຈົ້າຈະຮັບເອົາສິ່ງທີ່ເຈົ້າຂາດເຂີນ. ເຈົ້າຈະຍັງມີຄວາມເຂົ້າໃຈໃໝ່, ການສ່ອງແສງສະຫວ່າງໃໝ່ ແລະ ເຈົ້າຈະມີແສງສະຫວ່າງ.

ກ່ອນນີ້: ບົດທີ 31

ຕໍ່ໄປ: ບົດທີ 33

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້