ບົດທີ 31
ເຮົາຮັກທຸກຄົນທີ່ຕ້ອງການເຮົາຢ່າງຈິງໃຈ. ຖ້າພວກເຈົ້າສຸມໃສ່ແຕ່ຮັກເຮົາ, ແນ່ນອນວ່າເຮົາຈະໃຫ້ພອນແກ່ພວກເຈົ້າຢ່າງມະຫາສານ. ພວກເຈົ້າເຂົ້າໃຈຄວາມຕັ້ງໃຈຂອງເຮົາບໍ? ໃນເຮືອນຂອງເຮົາ, ບໍ່ມີຄວາມແຕກຕ່າງລະຫວ່າງສະຖານະພາບສູງ ແລະ ຕໍ່າ. ທຸກຄົນແມ່ນລູກຊາຍຂອງເຮົາ ແລະ ເຮົາເປັນພຣະບິດາຂອງພວກເຈົ້າ ແລະ ເປັນພຣະເຈົ້າຂອງພວກເຈົ້າ. ເຮົາຄືຜູ້ສູງສຸດ ແລະ ເປັນເອກະລັກ. ເຮົາຄວບຄຸມຈັກກະວານ ແລະ ທຸກສິ່ງ!
ເຈົ້າຄວນ “ຮັບໃຊ້ເຮົາດ້ວຍຄວາມອ່ອນນ້ອມຖ່ອມຕົນ ແລະ ບໍ່ສະເໜີໜ້າ” ໃນເຮືອນຂອງເຮົາ. ວະລີນີ້ຄວນເຮັດໜ້າທີ່ເປັນຄະຕິປະຈຳໃຈຂອງເຈົ້າ. ຈົ່ງຢ່າເປັນໃບໄມ້ເທິງຕົ້ນໄມ້, ແຕ່ຈົ່ງເປັນຮາກຂອງຕົ້ນໄມ້ ແລະ ຢັ່ງຮາກເລິກເຂົ້າໄປໃນຊີວິດ. ຈົ່ງເຂົ້າສູ່ປະສົບການທີ່ແທ້ຈິງຂອງຊີວິດ, ດໍາລົງຊີວິດຕາມພຣະທໍາຂອງເຮົາ, ສະແຫວງຫາເຮົາຫຼາຍຂຶ້ນໃນທຸກອະລິຍະບົດ, ຫຍັບເຂົ້າໃກ້ເຮົາ ແລະ ສົນທະນາກັບເຮົາ. ບໍ່ຕ້ອງໃສ່ໃຈກັບສິ່ງທີ່ຢູ່ພາຍນອກ ແລະ ບໍ່ຕ້ອງໃຫ້ບຸກຄົນໃດ, ເຫດການ ຫຼື ສິ່ງໃດຄວບຄຸມ ແຕ່ຈົ່ງສົນທະນາກັບຜູ້ຄົນທາງວິນຍານກ່ຽວກັບສິ່ງທີ່ເຮົາເປັນເທົ່ານັ້ນ. ຈົ່ງເຂົ້າໃຈໃນຄວາມຕັ້ງໃຈຂອງເຮົາ, ປ່ອຍໃຫ້ຊີວິດຂອງເຮົາໄຫຼສູ່ທ່າມກາງພວກເຈົ້າ, ຈົ່ງດໍາລົງຊີວິດຕາມພຣະທໍາຂອງເຮົາ ແລະ ປະຕິບັດຕາມເງື່ອນໄຂຄວາມຕ້ອງການຂອງເຮົາ.
ຈົ່ງອຸທິດກຳລັງທັງຫມົດຂອງເຈົ້າໃຫ້ກັບເລື່ອງຕ່າງໆທີ່ເຮົາໄດ້ມອບໝາຍໃຫ້ເຈົ້າ; ຈົ່ງເຮັດສຸດຄວາມອາດສາມາດຂອງເຈົ້າເພື່ອຄວາມເພິ່ງພໍໃຈຂອງເຮົາ. ເຮົາແມ່ນອໍານາດຂອງເຈົ້າ ແລະ ເຮົາແມ່ນຄວາມສຸກຂອງເຈົ້າ... ເຮົາແມ່ນທຸກສິ່ງຂອງເຈົ້າ. ຈົ່ງສະແຫວງຫາແຕ່ເຮົາ. ເຮົາຮູ້ຄວາມປາຖະຫນາທີ່ແທ້ຈິງໃນຫົວໃຈຂອງເຈົ້າ ແລະ ຮູ້ວ່າ ເຈົ້າເສຍສະຫຼະຕົນເອງດ້ວຍຄວາມຈິງໃຈເພື່ອເຮົາ, ແຕ່ເຈົ້າຄວນຮູ້ວິທີສະແດງຄວາມຈົງຮັກພັກດີຕໍ່ເຮົາ ໃນເຮືອນຂອງເຮົາ ແລະ ວິທີທີ່ຈະຕິດຕາມເຮົາຈົນເຖິງທີ່ສຸດ.
ຄຣິດຕະຈັກແມ່ນຫົວໃຈຂອງເຮົາ ແລະ ເຮົາກໍາລັງຮ້ອນຮົນດ້ວຍຄວາມກັງວົນເພື່ອກໍ່ສ້າງຄຣິດຕະຈັກຂອງເຮົາ. ເຈົ້າຄວນສະຫລະຕົວເອງໃຫ້ແກ່ເຮົາດ້ວຍການຖວາຍຕົນຢ່າງບໍ່ຕ້ອງລັງເລໃຈແມ່ນແຕ່ໜ້ອຍດຽວ ແລະ ຄຳນຶງເຖິງຄວາມປະສົງຂອງເຮົາເພື່ອວ່າ ຫົວໃຈຂອງເຮົາຈະໄດ້ເພິ່ງພໍໃຈ.