ບົດທີ 30
ຈົ່ງຕື່ນຂຶ້ນມາ, ອ້າຍນ້ອງເອີຍ! ຈົ່ງຕື່ນຂຶ້ນມາ, ເອື້ອຍນ້ອງເອີຍ! ມື້ຂອງເຮົາຈະບໍ່ຊັກຊ້າ; ເວລາຄືຊີວິດ ແລະ ການຄວ້າເອົາເວລາແມ່ນການຊ່ວຍຊີວິດ! ເວລານັ້ນບໍ່ໄດ້ຢູ່ຫ່າງໄກເລີຍ! ຖ້າພວກເຈົ້າສອບເສັງເຂົ້າວິທະຍາໄລ ແລະ ພວກເຈົ້າເສັງບໍ່ຜ່ານ ພວກເຈົ້າກໍສາມາດລອງໃໝ່ ແລະ ເສັງຄືນ. ຢ່າງໃດກໍຕາມ, ມື້ຂອງເຮົາຈະບໍ່ມີຄວາມຊັກຊ້າດັ່ງກ່າວ. ຈົ່ງຈື່ໄວ້! ຈົ່ງຈື່ໄວ້! ເຮົາຂໍຊຸກຍູ້ເຈົ້າດ້ວຍພຣະທໍາທີ່ດີເຫຼົ່ານີ້. ຈຸດຈົບຂອງໂລກຈະຖືກເປີດເຜີຍຕໍ່ສາຍຕາພວກເຈົ້າ, ໄພທີ່ຮ້າຍແຮງຄືບຄານເຂົ້າມາໃກ້ຢ່າງໄວວາ; ຊີວິດຂອງພວກເຈົ້າມີຄວາມສໍາຄັນບໍ ຫຼື ການນອນ, ການກິນ, ການດື່ມ ແລະ ເຄື່ອງນຸ່ງຮົ່ມຂອງພວກເຈົ້າມີຄວາມສໍາຄັນກວ່າ? ມັນເຖິງເລວາແລ້ວທີ່ພວກເຈົ້າຕ້ອງພິຈາລະນາສິ່ງເຫຼົ່ານີ້. ຈົ່ງຢ່າສົງໄສອີກຕໍ່ໄປ ແລະ ຈົ່ງຢ່າຫຼົບໜີຄວາມແນ່ນອນ!
ຈັ່ງແມ່ນເປັນຕາສົງສານແທ້ເດ! ຈັ່ງແມ່ນທຸກຍາກ! ຈັ່ງແມ່ນຕາບອດ! ມະນຸດຈັ່ງແມ່ນໂຫດຮ້າຍ! ເຈົ້າເຮັດຕິບໍ່ໄດ້ຍິນພຣະທໍາຂອງເຮົາ. ເຮົາກໍາລັງເວົ້າກັບພວກເຈົ້າໂດຍບໍ່ມີປະໂຫຍດຫຍັງບໍ? ເປັນຫຍັງພວກເຈົ້າຄືຍັງເມີນເສີຍກັນຢູ່? ເປັນຫຍັງຄືເປັນແນວນັ້ນ? ພວກເຈົ້າບໍ່ເຄີຍຄິດກ່ຽວກັບສິ່ງນັ້ນມາກ່ອນບໍ? ເຮົາກໍາລັງເວົ້າສິ່ງເຫຼົ່ານີ້ເພື່ອໃຜ? ຈົ່ງເຊື່ອໃນຕົວເຮົາ! ເຮົາຄືພຣະຜູ້ຊ່ວຍໃຫ້ພວກເຈົ້າປອດໄພ! ເຮົາຄືພຣະຜູ້ຊົງລິດທານຸພາບສູງສຸດຂອງພວກເຈົ້າ! ຈົ່ງເຝົ້າເບິ່ງ! ຈົ່ງເຝົ້າເບິ່ງ! ຈົ່ງຈື່ໄວ້ວ່າ ເວລາທີ່ເສຍໄປຈະບໍ່ມີວັນກັບຄືນມາອີກຄັ້ງ! ໃນແຜ່ນດິນໂລກນີ້ແມ່ນບໍ່ມີບ່ອນທີ່ຈະໃຫ້ເຈົ້າສາມາດຊື້ຢາທີ່ຈະມາບັນເທົາຄວາມເສຍໃຈໄດ້! ແລ້ວເຮົາຈະເວົ້າສິ່ງດັ່ງກ່າວນີ້ກັບພວກເຈົ້າແນວໃດດີ? ພຣະທໍາຂອງເຮົາແມ່ນບໍ່ຄູ່ຄວນໃຫ້ພວກເຈົ້າພິຈາລະນາຢ່າງຮອບຄອບ ແລະ ໄຕ່ຕອງຢ່າງຊໍ້າໄປຊໍ້າມາເລີຍບໍ? ພວກເຈົ້າຈັ່ງແມ່ນບໍ່ສົນໃຈກັບພຣະທໍາຂອງເຮົາ ແລະ ບໍ່ມີຄວາມຮັບຜິດຊອບກັບຊີວິດຂອງຕົວເອງເລີຍ; ເຮົາຈະສາມາດທົນມັນໄດ້ຈັ່ງໃດ? ເຮົາຈະເຮັດໄດ້ຈັ່ງໃດ?
ເປັນຫຍັງຕະຫຼອດເວລານີ້, ຊີວິດແຫ່ງຄຣິສຕະຈັກທີ່ຖືກຕ້ອງຈຶ່ງບໍ່ສາມາດເກີດຂຶ້ນໃນບັນດາພວກເຈົ້າໄດ້? ນັ້ນກໍເພາະວ່າ ພວກເຈົ້າຂາດຄວາມເຊື່ອ, ພວກເຈົ້າບໍ່ເຕັມໃຈຮັບກໍາ, ພວກເຈົ້າບໍ່ເຕັມໃຈຖວາຍຕົວເອງໃຫ້ແກ່ເຮົາ ແລະ ບໍ່ເຕັມໃຈເສຍສະຫຼະຕົວເອງເມື່ອຢູ່ຕໍ່ໜ້າເຮົາ. ຈົ່ງຕື່ນຂຶ້ນ, ບຸດຂອງເຮົາ! ຈົ່ງເຊື່ອໃນຕົວເຮົາ, ບຸດຂອງເຮົາ! ຜູ້ເປັນທີ່ຮັກຂອງເຮົາເອີຍ, ເປັນຫຍັງເຈົ້າຈິ່ງບໍ່ສາມາດພິຈາລະນາສິ່ງທີ່ຢູ່ໃນໃຈຂອງເຮົາ?