ບົດທີ 29
ເຈົ້າຮູ້ບໍວ່າ ເວລາກໍາລັງບີບຮັດ? ເວົ້າສັ້ນໆກໍຄື ເຈົ້າຈະອາໄສເຮົາ ແລະ ປະຖິ້ມທຸກສິ່ງຈາກຕົວເຈົ້າທີ່ບໍ່ເຂົ້າກັບອຸປະນິໄສຂອງເຮົາເຊັ່ນ: ຄວາມໂງ່ຈ້າ, ຄວາມຊັກຊ້າໃນການຕອບສະໜອງ, ຄວາມຄິດທີ່ບໍ່ຊັດເຈນ, ຄວາມໃຈອ່ອນ, ຄວາມຕັ້ງໃຈທີ່ອ່ອນແອ, ຄວາມບໍ່ມີສາລະ, ອາລົມທີ່ຕຶງຄຽດ, ຄວາມສັບສົນ ແລະ ການຂາດການຢັ່ງຮູ້. ສິ່ງເຫຼົ່ານີ້ຈະຕ້ອງຖືກປະຖິ້ມໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້. ເຮົາຄືພຣະເຈົ້າອົງຊົງລິດທານຸພາບສູງສຸດ! ຕາບໃດທີ່ເຈົ້າຍັງເຕັມໃຈທີ່ຈະຮ່ວມມືກັບເຮົາ, ເຮົາກໍຈະປິ່ນປົວຄວາມເຈັບປ່ວຍທັງໝົດຂອງເຈົ້າ. ເຮົາແມ່ນພຣະເຈົ້າທີ່ສາມາດເບິ່ງເຫັນເລິກເຂົ້າໄປໃນໃຈຂອງຜູ້ຄົນ, ເຮົາຮູ້ຄວາມເຈັບປ່ວຍທັງໝົດຂອງເຈົ້າ ແລະ ບ່ອນທີ່ເຈົ້າມີຂໍ້ບົກຜ່ອງ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ຫ້າມບໍ່ໃຫ້ເຈົ້າມີຄວາມກ້າວໜ້າໃນຊີວິດ ແລະ ພວກມັນຕ້ອງຖືກປະຖິ້ມໃຫ້ໄວທີ່ສຸດ. ບໍ່ສະນັ້ນ, ຄວາມປະສົງຂອງເຮົາຈະບໍ່ຖືກດໍາເນີນໃນຕົວເຈົ້າ. ຍ້ອນວ່າ ແສງສະຫວ່າງຂອງເຮົາທີ່ສ່ອງແສງໃຫ້ກັບເຈົ້າ, ເຈົ້າຕ້ອງອາໄສເຮົາ ເພື່ອປະຖິ້ມສິ່ງດັ່ງກ່າວນັ້ນ, ດໍາລົງຊີວິດຢູ່ຄຽງຂ້າງເຮົາສະເໝີ, ຢູ່ໃກ້ຊິດເຮົາ ແລະ ການກະທໍາຂອງເຈົ້າຕ້ອງມີຄວາມຄ້າຍຄືກັນກັບເຮົາ. ການສົນທະນາກັບເຮົາຫຼາຍຂຶ້ນ ກ່ຽວກັບສິ່ງທີ່ເຈົ້າບໍ່ເຂົ້າໃຈ ແລະ ເຮົາຈະນໍາພາເຈົ້າ ເພື່ອເຈົ້າຈະສາມາດກ້າວໄປທາງໜ້າໄດ້. ຖ້າເຈົ້າບໍ່ແນ່ໃຈ ກໍຈົ່ງຢ່າເຮັດຕາມອໍາເພີໃຈ; ໃຫ້ລໍຖ້າເວລາຂອງເຮົາ. ຈົ່ງຮັກສາອາລົມໃຫ້ໝັ້ນຄົງ ໂດຍຢ່າໃຫ້ອາລົມຂອງຕົວເອງປ່ຽນໄປປ່ຽນມາ; ເຈົ້າຕ້ອງມີໃຈທີ່ເຄົາລົບບູຊາເຮົາຕະຫຼອດເວລາ. ສິ່ງທີ່ເຈົ້າເຮັດຢູ່ຕໍ່ໜ້າເຮົາ ຫຼື ລັບຫຼັງເຮົາແມ່ນຕ້ອງເປັນໄປຕາມຄວາມປະສົງຂອງເຮົາສະເໝີ. ຈົ່ງຢ່າຜ່ອນຜັນໃຫ້ຜູ້ໃດແທນເຮົາ ບໍ່ວ່າຈະແມ່ນຜົວ ຫຼື ສະມາຊິກໃນຄອບຄົວຂອງເຈົ້າ ຍ້ອນວ່າ ມັນເປັນສິ່ງທີ່ຍອມຮັບບໍ່ໄດ້ ເຖິງແມ່ນວ່າ ພວກເຂົາຈະດີຊໍ່າໃດກໍຕາມ. ເຈົ້າຕ້ອງດໍາເນີນການໂດຍອີງໃສ່ຄວາມຈິງ. ຖ້າເຈົ້າຮັກເຮົາ, ເຮົາກໍຈະມອບພອນທີ່ຍິ່ງໃຫຍ່ໃຫ້ແກ່ເຈົ້າ. ເຮົາຈະບໍ່ອົດທົນກັບຜູ້ທີ່ຕໍ່ຕ້ານເຮົາ. ເຮົາຈະຮັກຜູ້ທີ່ເຮົາຮັກ ແລະ ຊັງຜູ້ທີ່ເຮົາຊັງ. ຈົ່ງຢ່າໄປສົນໃຈຄົນອື່ນ, ສິ່ງຂອງ ຫຼື ວັດຖຸໃດໜຶ່ງເລີຍ. ເບິ່ງດ້ວຍຈິດວິນຍານຂອງເຈົ້າ ແລະ ເບິ່ງຜູ້ຄົນທີ່ເຮົາໃຊ້ໃຫ້ຊັດເຈນ ແລະ ຕິດຕໍ່ພົວພັນກັບມະນຸດຝ່າຍຈິດວິນຍານໃຫ້ຫຼາຍຂຶ້ນ. ຈົ່ງຢ່າເປັນຄົນໂງ່ຈ້າ; ເຈົ້າຕ້ອງມີຄວາມແຕກຕ່າງ. ເຂົ້າສາລີຈະເປັນເຂົ້າສາລີສະເໝີ ແລະ ເມັດຖົ່ວຈະບໍ່ມີວັນກາຍເປັນເຂົ້າສາລີໄດ້ ແລະ ເຈົ້າຕ້ອງຈໍາແນກປະເພດຕ່າງໆຂອງຜູ້ຄົນໃຫ້ອອກ. ເຈົ້າຕ້ອງມີຄວາມລະມັດລະວັງໃນວາຈາຂອງເຈົ້າຢ່າງເປັນພິເສດ ແລະ ຢືນຢູ່ເສັ້ນທາງທີ່ສອດຄ່ອງກັບໃຈຂອງເຮົາ. ພຣະທໍາເຫຼົ່ານີ້ແມ່ນຕ້ອງໄດ້ຮັບການໄຕ່ຕອງຢ່າງຮອບຄອບ. ເຈົ້າຕ້ອງປະຖິ້ມຄວາມກະບົດຂອງເຈົ້າ ແລະ ເຮັດໃຫ້ຕົວເອງເໝາະກັບການນໍາໃຊ້ຂອງເຮົາໃຫ້ໄວທີ່ສຸດເທົ່າທີ່ເຈົ້າສາມາດເຮັດໄດ້ ເພື່ອເຮັດໃຫ້ໃຈຂອງເຮົາມີຄວາມພໍໃຈ.