ບົດທີ 28

ເມື່ອເຈົ້າເຫັນວ່າ ເວລານັ້ນສັ້ນຫຼາຍ ແລະ ພາລະກິດຂອງພຣະວິນຍານບໍລິສຸດກໍກ້າວໄປຂ້າງໜ້າ ເຊິ່ງເຮັດໃຫ້ເຈົ້າໄດ້ຮັບພອນອັນຍິ່ງໃຫຍ່ ແລະ ໄດ້ຮັບກະສັດແຫ່ງຈັກກະວານ, ພຣະເຈົ້າອົງຊົງລິດທານຸພາບສູງສຸດ ຜູ້ທີ່ແມ່ນດວງຕາເວັນທີ່ຮຸ່ງແຈ້ງ ແລະ ກະສັດແຫ່ງອານາຈັກ; ນີ້ແມ່ນຄວາມກະລຸນາ ແລະ ຄວາມເມດຕາທັງໝົດຂອງເຮົາ. ມັນຈະມີສິ່ງໃດອີກທີ່ສາມາດຕັດເຈົ້າອອກຈາກຄວາມຮັກຂອງເຮົາໄດ້? ຈົ່ງໄຕ່ຕອງໃຫ້ລະອຽດ, ຈົ່ງຢ່າພະຍາຍາມທີ່ຈະຫລົບໜີ, ຈົ່ງລໍຖ້າຢ່າງງຽບໆຢູ່ຕໍ່ໜ້າເຮົາໃນທຸກເວລາ ແລະ ຈົ່ງຢ່າຍ່າງເລື່ອນລອຍໄປມາຢູ່ທາງນອກຕະຫຼອດເວລາ. ໃຈຂອງເຈົ້າຕ້ອງຢູ່ໃກ້ກັບໃຈຂອງເຮົາ ແລະ ບໍ່ວ່າຫຍັງຈະເກີດຂຶ້ນ ກໍຈົ່ງຢ່າຫຼັບຫູຫຼັບຕາເຮັດສິ່ງຕ່າງໆ ຫຼື ເຮັດຕາມອໍາເພີໃຈ. ເຈົ້າຕ້ອງເບິ່ງຄວາມປະສົງຂອງເຮົາ, ເຮັດທຸກສິ່ງຕາມທີ່ເຮົາຕ້ອງການ ແລະ ຈົ່ງມີຄວາມຕັ້ງໃຈທີ່ຈະປະຖິ້ມສິ່ງທີ່ເຮົາບໍ່ຕ້ອງການ. ເຈົ້າຕ້ອງບໍ່ເຮັດຕາມອາລົມຂອງຕົວເອງ ແຕ່ກົງກັນຂ້າມ ໃຫ້ປະຕິບັດຄວາມຊອບທໍາຄືກັນກັບເຮົາ ໂດຍປາສະຈາກຄວາມຮູ້ສຶກອ່ອນໄຫວ ແມ່ນແຕ່ກັບພໍ່ ແລະ ແມ່ຂອງເຈົ້າກໍຕາມ. ເຈົ້າຕ້ອງປະຖິ້ມທຸກສິ່ງທີ່ບໍ່ສອດຄ່ອງກັບຄວາມຈິງ ແລະ ເຈົ້າຕ້ອງຖວາຍຕົວເອງ ແລະ ເສຍສະຫຼະເພື່ອເຮົາດ້ວຍຫົວໃຈທີ່ຮັກເຮົາຢ່າງບໍລິສຸດ. ຈົ່ງຢ່າທົນທຸກກັບການບັງຄັບຂອງຄົນ, ເຫດການ ຫຼື ວັດຖຸໃດໜຶ່ງ; ຕາບໃດທີ່ມັນສອດຄ່ອງກັບຄວາມປະສົງຂອງເຮົາ ກໍຈົ່ງປະຕິບັດມັນຕາມພຣະທໍາຂອງເຮົາ. ຈົ່ງຢ່າຢ້ານກົວ ເພາະວ່າ ມືຂອງເຮົາຈະຊຸກຍູ້ເຈົ້າ ແລະ ເຮົາຈະປົກປ້ອງເຈົ້າຈາກຄົນຊົ່ວຮ້າຍທັງໝົດຢ່າງແນ່ນອນ. ເຈົ້າຄວນປົກປ້ອງຫົວໃຈຂອງຕົວເອງ ແລະ ຢູ່ພາຍໃນເຮົາຕະຫຼອດເວລາ ເນື່ອງຈາກວ່າ ຊີວິດຂອງເຈົ້າແມ່ນອາໄສຊີວິດຂອງເຮົາ; ຖ້າເຈົ້າໜີປະເຮົາ ເຈົ້າກໍຈະຫ່ຽວແຫ້ງທັນທີ.

ເຈົ້າຄວນຮູ້ວ່າ ດຽວນີ້ແມ່ນຍຸກສຸດທ້າຍ. ຊາຕານທີ່ຊົ່ວຮ້າຍ ທີ່ຄ້າຍຄືກັບສິງໂຕແຜດສຽງ ຍ່າງໄປມາ ເພື່ອຊອກຫາກິນຜູ້ຄົນ. ໂລກລະບາດທຸກປະເພດແມ່ນກໍາລັງລະບາດໃນຕອນນີ້ ແລະ ຍັງມີວິນຍານຊົ່ວຮ້າຍຫຼາກຫຼາຍປະເພດ. ມີແຕ່ເຮົາເທົ່ານັ້ນຄືພຣະເຈົ້າແທ້ຈິງ; ມີແຕ່ເຮົາເທົ່ານັ້ນທີ່ເປັນບ່ອນລີ້ໄພຂອງເຈົ້າ. ຕອນນີ້ເຈົ້າສາມາດລີ້ຢູ່ໃນສະຖານທີ່ລັບຂອງເຮົາເທົ່ານັ້ນ, ຢູ່ກັບເຮົາເທົ່ານັ້ນ ແລະ ໄພພິບັດກໍຈະບໍ່ເກີດຂຶ້ນກັບເຈົ້າ ແລະ ຄວາມຫາຍະນະກໍຈະບໍ່ມາໃກ້ເຕັ້ນຂອງເຈົ້າ. ເຈົ້າຕ້ອງເຂົ້າໃກ້ເຮົາໃຫ້ຫຼາຍຂຶ້ນ, ສົນທະນາກັບເຮົາໃນສະຖານທີ່ລັບ; ຢ່າສົນທະນາກັບຄົນອື່ນຕາມອໍາເພີໃຈຕົນເອງ. ເຈົ້າຕ້ອງເຂົ້າໃຈຄວາມໝາຍໃນພຣະທໍາຂອງເຮົາ. ເຮົາບໍ່ໄດ້ໝາຍຄວາມວ່າ ບໍ່ໃຫ້ເຈົ້າສົນທະນາ, ພຽງແຕ່ໝາຍຄວາມວ່າ ເຈົ້າຍັງບໍ່ມີການຢັ່ງຮູ້ໃນຕອນນີ້ເທື່ອ. ໃນໄລຍະເວລານີ້, ພາລະກິດທີ່ວິນຍານຊົ່ວຮ້າຍໄດ້ເຮັດແມ່ນກໍາລັງແລ່ນອາລະວາດໄປທົ່ວ. ພວກມັນສົນທະນາກັບເຈົ້າຜ່ານຜູ້ຄົນຫຼາຍປະເພດ. ຄໍາເວົ້າຂອງພວກມັນຟັງມ່ວນຫູ ແຕ່ກໍມີພິດຢູ່ດ້ານໃນ. ພວກມັນແມ່ນລູກປືນທີ່ອາບດ້ວຍນໍ້າຕານ ແລະ ກ່ອນທີ່ເຈົ້າຈະຮູ້ຕົວ ພວກມັນກໍຈະຝັງພິດຂອງພວກມັນເຂົ້າໄປໃນຕົວເຈົ້າແລ້ວ. ເຈົ້າຄວນຮູ້ວ່າ ຄົນສ່ວນໃຫຍ່ໃນປັດຈຸບັນແມ່ນບໍ່ໝັ້ນຄົງ ເໝືອນກັບວ່າ ພວກເຂົາພວມເມົາຢູ່. ເມື່ອເຈົ້າມີຄວາມລໍາບາກ ແລະ ເຈົ້າສົນທະນາກັບຜູ້ອື່ນ, ສິ່ງທີ່ພວກເຂົາບອກເຈົ້າແມ່ນພຽງແຕ່ກົດລະບຽບ ແລະ ທິດສະດີ ແລະ ມັນກໍບໍ່ດີເທົ່າກັບການສົນທະນາກັບເຮົາໂດຍກົງ. ຈົ່ງມາຢູ່ຕໍ່ໜ້າເຮົາ ແລະ ລະບາຍສິ່ງເກົ່າໆພາຍໃນຕົວເຈົ້າອອກມາໃຫ້ໝົດ, ເປີດໃຈຂອງເຈົ້າຕໍ່ເຮົາ ແລະ ໃຈຂອງເຮົາກໍຈະຖືກເປີດເຜີຍຕໍ່ເຈົ້າຢ່າງແນ່ນອນ. ໃຈຂອງເຈົ້າຕ້ອງພາກພຽນຕໍ່ໜ້າເຮົາ. ຈົ່ງຢ່າຂີ້ຄ້ານ ແຕ່ກົງກັນຂ້າມ ເຈົ້າຕ້ອງເຂົ້າໃກ້ເຮົາຫຼາຍຂຶ້ນ; ນີ້ແມ່ນວິທີທີ່ໄວທີ່ສຸດເພື່ອໃຫ້ຊີວິດຂອງເຈົ້າເຕີບໃຫຍ່. ເຈົ້າຕ້ອງອາໄສຢູ່ພາຍໃນຕົວເຮົາ ແລະ ເຮົາຈະອາໄສຢູ່ພາຍໃນຕົວເຈົ້າ ແລະ ເຮົາຍັງຈະເປັນກະສັດພາຍໃນຕົວເຈົ້າ, ຊີ້ນໍາເຈົ້າໃນທຸກສິ່ງ ແລະ ເຈົ້າຈະໄດ້ຮັບສ່ວນແບ່ງໃນອານາຈັກ.

ຈົ່ງຢ່າດູຖູກຕົວເອງ ເພາະວ່າ ເຈົ້າຍັງໜຸ່ມຢູ່; ເຈົ້າຄວນຖວາຍຕົວເອງແກ່ເຮົາ. ເຮົາບໍ່ເບິ່ງຜູ້ຄົນພຽງຜິວເຜີນແລ້ວຕັດສິນວ່າພວກເຂົາເປັນແນວໃດ ຫຼື ຕັດສິນວ່າ ອາຍຸຂອງພວກເຂົາແມ່ນເທົ່າໃດ. ເຮົາເບິ່ງພຽງແຕ່ວ່າ ພວກເຂົາຮັກເຮົາດ້ວຍຄວາມຈິງໃຈ ຫຼື ບໍ ແລະ ພວກເຂົາປະຕິບັດຕາມວິທີທາງຂອງເຮົາ ແລະ ປະຕິບັດຄວາມຈິງ ໂດຍບໍ່ຄໍານຶງເຖິງສິ່ງອື່ນໆ ຫຼື ບໍ. ຈົ່ງຢ່າກັງວົນວ່າ ມື້ອື່ນຈະເປັນແນວໃດ ຫຼື ອະນາຄົດຈະເປັນແນວໃດ. ຕາບໃດທີ່ເຈົ້າອາໄສເຮົາເພື່ອດໍາລົງຊີວິດທຸກມື້ ເຮົາກໍຈະນໍາພາເຈົ້າຢ່າງແນ່ນອນ. ຈົ່ງຢ່າທົນຢູ່ກັບຄວາມຄິດທີ່ວ່າ “ຊີວິດຂອງຂ້ອຍຍັງບໍ່ບັນລຸນິຕິພາວະເທື່ອ, ຂ້ອຍບໍ່ເຂົ້າໃຈຫຍັງເລີຍ” ເຊິ່ງນີ້ແມ່ນແນວຄວາມຄິດທີ່ຊາຕານສົ່ງມາໃຫ້. ພຽງແຕ່ໃຊ້ຫົວໃຈຂອງເຈົ້າເພື່ອເຂົ້າໃກ້ເຮົາຕະຫຼອດເວລາ ແລະ ຈົ່ງຕິດຕາມບາດກ້າວຂອງເຮົາຈົນຮອດຈຸດສຸດທ້າຍຂອງເສັ້ນທາງ. ເມື່ອເຈົ້າໄດ້ຍິນພຣະທໍາຂອງເຮົາກ່ຽວກັບການຕໍານິ ແລະ ຕິເຕືອນ ຈົ່ງລຸກຂຶ້ນ ແລະ ແລ່ນໄປທາງໜ້າທັນທີ; ຈົ່ງຢ່າຢຸດເຂົ້າໃກ້ເຮົາ, ຈົ່ງຍ່າງນໍາບາດກ້າວຂອງຝູງແກະໃຫ້ທັນ ແລະ ຈົ່ງເບິ່ງໄປທາງໜ້າ. ເມື່ອຢູ່ຕໍ່ໜ້າເຮົາ, ເຈົ້າຕ້ອງຮັກພຣະເຈົ້າຂອງເຈົ້າດ້ວຍໃຈ ແລະ ຈິດວິນຍານທັງໝົດ. ພະຍາຍາມຄິດຄໍານວນຫາພຣະທໍາຂອງເຮົາກ່ຽວກັບເສັ້ນທາງຂອງການຮັບໃຊ້ໃຫ້ຫຼາຍຂຶ້ນ. ໃນການປະຕິບັດຄວາມຈິງ ຫົວໃຈຂອງເຈົ້າຕ້ອງບໍ່ອ່ອນແອ ແຕ່ຕ້ອງມີຈິດໃຈທີ່ເຂັ້ມແຂງ, ມີຄວາມເດັດດ່ຽວ ແລະ ຄວາມຕັ້ງໃຈຂອງເດັກຊາຍ ແລະ ມີຫົວໃຈທີ່ແຂງແຮງ. ຖ້າເຈົ້າຕ້ອງການທີ່ຈະຮັກເຮົາ ເຈົ້າກໍຕ້ອງເຮັດໃຫ້ເຮົາພໍໃຈໃນທຸກສິ່ງທີ່ເຮົາຕ້ອງການເຮັດໃຫ້ສໍາເລັດໃນຕົວເຈົ້າ. ຖ້າເຈົ້າຕ້ອງການຕິດຕາມເຮົາ ເຈົ້າກໍຕ້ອງປະຖິ້ມທຸກສິ່ງທີ່ເຈົ້າມີ, ທຸກສິ່ງທີ່ເຈົ້າຮັກ, ເຈົ້າຕ້ອງເຊື່ອຟັງຢ່າງຖ່ອມຕົວເມື່ອຢູ່ຕໍ່ໜ້າເຮົາ ດ້ວຍຈິດໃຈທີ່ຊື່. ຈົ່ງຢ່າຄົ້ນຄວ້າ ຫຼື ພິຈາລະນາສິ່ງຕ່າງໆ ໂດຍລໍາພັງໃຈ ແຕ່ຈົ່ງຢູ່ຄ່ຽງຂ້າງພາລະກິດຂອງພຣະວິນຍານບໍລິສຸດສະເໝີ.

ເຮົາຂໍແນະນໍາເຈົ້າດັ່ງນີ້: ເຈົ້າຕ້ອງຮັບເອົາທຸກສິ່ງທີ່ເຮົາໄດ້ໃຫ້ຄວາມສະຫວ່າງພາຍໃນຕົວເຈົ້າ ແລະ ຢ່າລືມປະຕິບັດສິ່ງດັ່ງກ່າວນັ້ນ!

ກ່ອນນີ້: ບົດທີ 27

ຕໍ່ໄປ: ບົດທີ 29

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້