ບົດທີ 27

ພຣະເຈົ້າທີ່ແທ້ຈິງອົງດຽວຜູ້ທີ່ປົກຄອງເໜືອຈັກກະວານ ແລະ ທຸກສິ່ງ ນັ້ນກໍຄື ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະຄຣິດແຫ່ງຍຸກສຸດທ້າຍ! ນີ້ແມ່ນຄໍາພະຍານຂອງພຣະວິນຍານບໍລິສຸດ ເຊິ່ງເປັນຫຼັກຖານທີ່ບໍ່ສາມາດໂຕ້ຖຽງໄດ້! ພຣະວິນຍານບໍລິສຸດກຳລັງປະຕິບັດພາລະກິດເພື່ອເປັນພະຍານຢູ່ທົ່ວທຸກບ່ອນ ເພື່ອຈະບໍ່ມີໃຜມີຄວາມສົງໄສອີກ. ກະສັດຜູ້ມີໄຊຊະນະ, ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ພຣະອົງໄດ້ມີໄຊຊະນະເໜືອໂລກ, ພຣະອົງໄດ້ມີໄຊເໜືອຄວາມຜິດບາບ ແລະ ພຣະອົງໄດ້ສຳເລັດການໄຖ່ບາບຂອງພຣະອົງ! ພຣະອົງໄດ້ຊ່ວຍພວກເຮົາໃຫ້ລອດພົ້ນ ນັ້ນກໍຄື ຄົນກຸ່ມນີ້ທີ່ໄດ້ຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ ແລະ ໄດ້ເຮັດໃຫ້ພວກເຮົາສົມບູນເພື່ອປະຕິບັດຕາມຄວາມປະສົງຂອງພຣະອົງ. ພຣະອົງມີອຳນາດປົກຄອງດັ່ງກະສັດທົ່ວທັງແຜ່ນດິນໂລກ, ຍຶດເອົາດິນແດນນີ້ຄືນມາ ແລະ ຂັບໄລ່ຊາຕານລົງສູ່ຂຸມເລິກທີ່ບໍ່ສິ້ນສຸດ. ພຣະອົງນັ່ງຕັດສິນໂລກ ແລະ ບໍ່ມີໃຜສາມາດໜີພົ້ນຈາກກໍາມືຂອງພຣະອົງໄດ້. ພຣະອົງຂຶ້ນຄອງລາດເປັນກະສັດ.

ທົ່ວທັງແຜ່ນດິນໂລກຮ້ອງອອກມາດ້ວຍຄວາມປິຕິຍິນດີ! ສັນລະເສີນກະສັດຜູ້ມີໄຊຊະນະ ນັ້ນກໍຄື ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ຕະຫຼອດນິລັນດອນ! ພຣະອົງຄູ່ຄວນໄດ້ຮັບກິດຕິມະສັກ ແລະ ການສັນລະເສີນ. ລິດອຳນາດ ແລະ ສະຫງ່າລາສີ ເປັນຂອງກະສັດຜູ້ຍິ່ງໃຫຍ່ແຫ່ງຈັກກະວານ!

ເວລາມັນສັ້ນ, ຈົ່ງຕິດຕາມບາດກ້າວຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ສືບຕໍ່ເດີນໜ້າຕໍ່ໄປ. ຈົ່ງລະມັດລະວັງຕໍ່ຄວາມຜິດພາດ, ຈົ່ງຄຳນຶງເຖິງພາລະຂອງພຣະອົງ, ຈົ່ງເປັນຈິດໜຶ່ງໃຈດຽວກັບພຣະອົງ ແລະ ເສຍສະຫຼະຕົວເຈົ້າເອງໃຫ້ກັບແຜນການຄຸ້ມຄອງຂອງພຣະອົງ. ເຈົ້າບໍ່ຕ້ອງເກັບຮັກສາຊັບສົມບັດຂອງເຈົ້າໄວ້ ເພາະວ່າ ເວລາເຫຼືອໜ້ອຍຫຼາຍແລ້ວ. ຈົ່ງຖວາຍມັນ! ຢ່າຍຶດຕິດກັບມັນ! ຈົ່ງຖວາຍມັນ! ຢ່າຍຶດຕິດກັບມັນ!

ກ່ອນນີ້: ບົດທີ 26

ຕໍ່ໄປ: ບົດທີ 28

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້