ບົດທີ 26

ລູກຊາຍຂອງເຮົາເອີຍ, ຈົ່ງໃສ່ໃຈໃນພຣະທຳຂອງເຮົາ, ຟັງສຽງຂອງເຮົາຢ່າງງຽບໆ ແລະ ເຮົາຈະໃຫ້ການເປີດເຜີຍແກ່ເຈົ້າ. ຈົ່ງງຽບສະຫງົບຢູ່ພາຍໃນເຮົາ ຍ້ອນເຮົາເປັນພຣະເຈົ້າຂອງເຈົ້າ ແລະ ເປັນພຣະຜູ້ໄຖ່ອົງດຽວຂອງເຈົ້າ. ພວກເຈົ້າຕ້ອງເຮັດໃຫ້ຫົວໃຈຂອງພວກເຈົ້າງຽບຢູ່ຕະຫຼອດເວລາ ແລະ ດຳລົງຊີວິດຢູ່ພາຍໃນເຮົາ; ເຮົາເປັນສິລາຂອງເຈົ້າ, ເປັນຜູ້ຄໍ້າເຈົ້າ. ຢ່າມີຄວາມຄິດອື່ນ, ແຕ່ຈົ່ງເພິ່ງພາເຮົາຢ່າງເຕັມໃຈຂອງເຈົ້າ ແລະ ເຮົາຈະປາກົດແກ່ພວກເຈົ້າຢ່າງແນ່ນອນ, ເຮົາເປັນພຣະເຈົ້າຂອງພວກເຈົ້າ! ໂອ້, ພວກຂີ້ສົງໄສເຫຼົ່ານັ້ນເອີຍ! ພວກເຂົາບໍ່ສາມາດຍຶດໝັ້ນຢ່າງແນ່ນອນ ແລະ ພວກເຂົາຈະບໍ່ໄດ້ຮັບຫຍັງເລີຍ. ເຈົ້າຕ້ອງຮູ້ວ່າໃນຕອນນີ້ແມ່ນເວລາໃດ, ມັນຊ່າງເປັນເວລາທີ່ສຳຄັນ! ມັນຊ່າງສຳຄັນ! ຢ່າວຸ້ນວາຍກັບຕົວເອງໃນສິ່ງທີ່ບໍ່ມີປະໂຫຍດ; ຫຍັບເຂົ້າມາໃກ້ເຮົາໄວໆ, ສົນທະນາກັບເຮົາ ແລະ ເຮົາຈະເປີດເຜີຍຄວາມເລິກລັບທຸກຢ່າງໃຫ້ກັບພວກເຈົ້າ.

ເຈົ້າຕ້ອງຟັງພຣະທຳແຫ່ງການຊີ້ນໍາທຸກຂໍ້ຈາກພຣະວິນຍານ ແລະ ໃຫ້ນຳມາໃສ່ໃຈ. ຫຼາຍຄັ້ງ ທີ່ເຈົ້າໄດ້ຍິນພຣະທຳຂອງເຮົາ ແລະ ຫຼັງຈາກນັ້ນກໍລືມພຣະທຳເຫຼົ່ານັ້ນ. ໂອ ຜູ້ເຊິ່ງບໍ່ມີຄວາມຄິດເອີຍ! ເຈົ້າໄດ້ສູນເສຍການອວຍພອນຢ່າງຫຼວງຫຼາຍ! ບັດນີ້ ເຈົ້າຕ້ອງຟັງຢ່າງລະມັດລະວັງ ແລະ ໃສ່ໃຈກັບພຣະທຳຂອງເຮົາ, ສົນທະນາກັບເຮົາຫຼາຍຂຶ້ນ ແລະ ຫຍັບເຂົ້າໃກ້ເຮົາຫຼາຍຂຶ້ນ. ເຮົາຈະຊີ້ນໍາເຈົ້າໃນທຸກສິ່ງທີ່ເຈົ້າບໍ່ເຂົ້າໃຈ ແລະ ເຮົາຈະນໍາພາພວກເຈົ້າກ້າວໄປຂ້າງໜ້າ. ຢ່າຄິດແຕ່ເລື່ອງສົນທະນາກັບຄົນອື່ນຫຼາຍ. ໃນປັດຈຸບັນ ມີຫຼາຍຄົນທີ່ເທດສະໜາຕາມຕົວອັກສອນ ແລະ ທິດສະດີ ແລະ ມີໜ້ອຍຄົນເກີນໄປທີ່ມີຄວາມເປັນຈິງຂອງເຮົາຢ່າງແທ້ຈິງ. ການສົນທະນາຂອງພວກເຂົາເຮັດໃຫ້ຄົນສັບສົນ ແລະ ມຶນ ໂດຍບໍ່ຮູ້ວິທີກ້າວໜ້າ. ການຟັງພວກເຂົາ ເຮັດໃຫ້ຄົນອາດພຽງເຂົ້າໃຈກ່ຽວກັບຕົວອັກສອນ ແລະ ທິດສະດີຂຶ້ນໜ້ອຍໜຶ່ງ. ເຈົ້າຕ້ອງເຝົ້າເບິ່ງບາດກ້າວຂອງເຈົ້າ ແລະ ເຮັດໃຫ້ຫົວໃຈຂອງພວກເຈົ້າດຳລົງຊີວິດຢູ່ຕໍ່ໜ້າເຮົາສະເໝີ, ເຈົ້າຕ້ອງສື່ສານກັບເຮົາ, ຫຍັບເຂົ້າໃກ້ເຮົາ ແລະ ເຮົາຈະໃຫ້ເຈົ້າເຫັນສິ່ງທີ່ເຈົ້າບໍ່ເຂົ້າໃຈ. ໃສ່ໃຈໃນການເວົ້າຂອງເຈົ້າ, ເຝົ້າສັງເກດເບິ່ງຫົວໃຈຂອງເຈົ້າຕະຫຼອດເວລາ ແລະ ຍ່າງຕາມເສັ້ນທາງທີ່ເຮົາຍ່າງ.

ມັນຈະບໍ່ດົນອີກແລ້ວ; ຍັງເຫຼືອເວລາໜ້ອຍດຽວ. ໃຫ້ຮີບຟ້າວປະຖິ້ມທຸກສິ່ງ ຍົກເວັ້ນເຮົາ ແລະ ມາຕິດຕາມເຮົາ! ເຮົາຈະບໍ່ຂົ່ມເຫັງພວກເຈົ້າ. ຫຼາຍຄັ້ງທີ່ພວກເຈົ້າເຂົ້າໃຈຜິດກ່ຽວກັບການກະທຳຂອງເຮົາ, ແຕ່ເຈົ້າຮູ້ບໍວ່າ ເຮົາຮັກພວກເຈົ້າຫຼາຍສໍ່າໃດ? ໂອ້, ເຈົ້າພຽງແຕ່ບໍ່ເຂົ້າໃຈຫົວໃຈຂອງເຮົາ. ບໍ່ວ່າພວກເຈົ້າສົງໄສແນວໃດ, ບໍ່ວ່າພວກເຈົ້າຕິດໜີ້ເຮົາຫຼາຍສໍ່າໃດກໍຕາມ, ເຮົາກໍຈະບໍ່ຈົດຈໍາມັນ ແລະ ເຖິງຢ່າງໃດກໍຕາມ ເຮົາກໍຈະເລືອກເອົາພວກເຈົ້າເພື່ອກ້າວໄປຂ້າງໜ້າ ແລະ ປະຕິບັດຕາມຄວາມປະສົງຂອງເຮົາ.

ປັດຈຸບັນບໍ່ແມ່ນເວລາທີ່ຕ້ອງຊັກຊ້າ. ຕັ້ງແຕ່ນີ້ເປັນຕົ້ນໄປ ຖ້າພວກເຈົ້າມີເຈດຕະນາອື່ນ ແລ້ວການພິພາກສາຂອງເຮົາກໍຈະເກີດຂຶ້ນກັບພວກເຈົ້າ. ຖ້າເຈົ້າປະຖິ້ມເຮົາແມ່ນແຕ່ວິນາທີດຽວ ແລ້ວເຈົ້າກໍຈະກາຍເປັນຄືເມຍຂອງໂລດ. ບັດນີ້ ພາລະກິດຂອງພຣະວິນຍານບໍລິສຸດເລີ່ມໄວຂຶ້ນ ແລະ ຄົນທີ່ກ້າວບໍ່ທັນກັບແສງສະຫວ່າງໃໝ່ກໍຈະຢູ່ໃນອັນຕະລາຍ. ຄົນທີ່ບໍ່ເຝົ້າເບິ່ງຈະຖືກປະຖິ້ມ; ເຈົ້າຕ້ອງປົກປ້ອງຕົວເອງ. ເຈົ້າຮູ້ບໍ່ວ່າ ທຸກສິ່ງໃນສະພາບແວດລ້ອມອ້ອມຂ້າງເຈົ້າເກີດຂຶ້ນກໍຍ້ອນເຮົາອະນຸຍາດ, ທຸກສິ່ງແມ່ນຈັດກຽມໂດຍເຮົາ. ຈົ່ງເບິ່ງໃຫ້ຊັດເຈນ ແລະ ເຮັດໃຫ້ເຮົາພໍໃຈໃນສະພາບແວດລ້ອມທີ່ເຮົາໄດ້ມອບໃຫ້ກັບເຈົ້າ. ຢ່າຢ້ານ, ພຣະເຈົ້າອົງຊົງລິດທານຸພາບສູງສຸດແຫ່ງຈັກກະວານຈະຢູ່ກັບເຈົ້າຢ່າງແນ່ນອນ; ພຣະອົງໜູນຫຼັງພວກເຈົ້າ ແລະ ພຣະອົງເປັນແນວກຳບັງຂອງພວກເຈົ້າ. ໃນປັດຈຸບັນ ຜູ້ຄົນມີແນວຄິດຫຼາຍເກີນໄປ ເຊິ່ງເຮັດໃຫ້ເຮົາສະແດງຄວາມປະສົງຂອງເຮົາອອກຜ່ານຜູ້ຄົນທີ່ຖືກຄົນອື່ນດູຖູກ, ເພື່ອເຮັດໃຫ້ຄົນທີ່ອວດດີ, ຄົນທີ່ຄິດວ່າຕົນເອງຖືກສະເໝີ, ທະນົງຕົວ, ມັກໃຫຍ່ໄຝ່ສູງ ແລະ ມີຖານະສູງສົ່ງອັບອາຍ. ຕາບໃດທີ່ພວກເຈົ້າເອົາໃຈໃສ່ຕໍ່ພາລະຂອງເຮົາຢ່າງຈິງໃຈ ແລ້ວເຮົາກໍຈະຈັດກຽມທຸກສິ່ງໃຫ້ກັບພວກເຈົ້າ. ພຽງແຕ່ຕິດຕາມເຮົາ!

ກ່ອນນີ້: ບົດທີ 25

ຕໍ່ໄປ: ບົດທີ 27

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້