1. ການປະຕິບັດຕາມຄວາມປະສົງຂອງພຣະເຈົ້າແມ່ນຫຍັງ ແລະ ການປະຕິບັດຕາມຄວາມປະສົງຂອງພຣະເຈົ້າເປັນພຽງແຕ່ການເທດສະໜາ ແລະ ປະຕິບັດພາລະກິດເພື່ອພຣະຜູ້ເປັນເຈົ້າ ຫຼື ບໍ່

ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ:

“ເຈົ້າຄວນຮັກພຣະຜູ້ເປັນເຈົ້າ ເຊິ່ງເປັນພຣະເຈົ້າຂອງເຈົ້າ ດ້ວຍທັງໝົດຂອງຫົວໃຈຂອງເຈົ້າ ແລະ ດ້ວຍທັງໝົດຂອງຈິດວິນຍານຂອງເຈົ້າ ແລະ ດ້ວຍທັງໝົດຂອງຈິດໃຈຂອງເຈົ້າ. ສິ່ງນີ້ຄືພຣະບັນຍັດຂໍ້ທຳອິດ ແລະ ຂໍ້ຍິ່ງໃຫຍ່. ແລະ ຂໍ້ທີສອງກໍມີຄືກັນ ນັ້ນຄື ເຈົ້າຄວນຮັກເພື່ອນບ້ານຄືກັບຕົວເຈົ້າເອງ” (ມັດທາຍ 22:37-39).

“ບໍ່ແມ່ນໝົດທຸກຄົນທີ່ໄດ້ເວົ້າກັບເຮົາວ່າ ‘ພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າ’ ຈະໄດ້ເຂົ້າສູ່ອານາຈັກແຫ່ງສະຫວັນ, ມີພຽງແຕ່ຜູ້ທີ່ປະຕິບັດຕາມຄວາມປະສົງຂອງພຣະບິດາຂອງເຮົາຜູ້ເຊິ່ງຢູ່ໃນສະຫວັນເທົ່ານັ້ນ. ໃນມື້ນັ້ນ ຫຼາຍຄົນຈະເວົ້າກັບເຮົາວ່າ ພຣະຜູ້ເປັນເຈົ້າ, ພຣະຜູ້ເປັນເຈົ້າ, ພວກຂ້າພຣະເຈົ້າບໍ່ໄດ້ທຳນາຍດ້ວຍນາມຂອງພຣະອົງບໍ? ແລະ ໃນນາມຂອງພຣະອົງ ໄດ້ຂັບໄລ່ມານຮ້າຍອອກໄປບໍ? ແລະ ໃນນາມຂອງພຣະອົງ ໄດ້ປະຕິບັດພາລະກິດທີ່ໜ້າອັດສະຈັນຫຼາຍຢ່າງບໍ? ແລະ ຫຼັງຈາກນັ້ນ ເຮົາຈະປະກາດຕໍ່ພວກເຂົາວ່າ, ເຮົາບໍ່ເຄີຍຮູ້ຈັກພວກເຈົ້າ: ຈົ່ງໄປຈາກເຮົາເສຍ, ພວກເຈົ້າທີ່ກະທຳການຊົ່ວຊ້າເອີຍ” (ມັດທາຍ 7:21-23).

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ໃນທຸກໆຍຸກ, ໃນຂະນະທີ່ປະຕິບັດພາລະກິດທ່າມກາງມະນຸດ, ພຣະເຈົ້າຈະປະທານພຣະທຳບາງຢ່າງໃຫ້ກັບພວກເຂົາ ແລະ ບອກພວກເຂົາກ່ຽວກັບຄວາມຈິງບາງຢ່າງ. ຄວາມຈິງເຫຼົ່ານີ້ເຮັດໜ້າທີ່ເປັນຫົນທາງທີ່ຜູ້ຄົນຄວນຍຶດໝັ້ນ, ຫົນທາງທີ່ພວກເຂົາຄວນຍ່າງ, ຫົນທາງທີ່ຈະເຮັດໃຫ້ພວກເຂົາສາມາດຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ ແລະ ຫົນທາງທີ່ຜູ້ຄົນຄວນນໍາເຂົ້າສູ່ການປະຕິບັດ ແລະ ຄວນຍຶດໝັ້ນໃນຊີວິດຂອງພວກເຂົາ ແລະ ຕະຫຼອດການເດີນທາງທັງຊີວິດຂອງພວກເຂົາ. ມັນແມ່ນຍ້ອນເຫດຜົນເຫຼົ່ານີ້ ພຣະເຈົ້າຈຶ່ງສະແດງຖ້ອຍຄຳເຫຼົ່ານີ້ໃຫ້ກັບມະນຸດຊາດ. ພຣະທຳເຫຼົ່ານີ້ທີ່ມາຈາກພຣະເຈົ້າຄວນຖືກຍຶດໝັ້ນໂດຍຜູ້ຄົນ ແລະ ການຍຶດໝັ້ນຕໍ່ພຣະທຳເຫຼົ່ານີ້ກໍຄືການຮັບເອົາຊີວິດ. ຖ້າບຸກຄົນໃດໜຶ່ງບໍ່ຍຶດໝັ້ນຕໍ່ພຣະທຳເຫຼົ່ານີ້, ບໍ່ນໍາພຣະທຳເຫຼົ່ານີ້ເຂົ້າສູ່ການປະຕິບັດ ແລະ ບໍ່ດຳລົງຊີວິດຕາມພຣະທຳຂອງພຣະເຈົ້າໃນຊີວິດຂອງພວກເຂົາ, ແລ້ວບຸກຄົນນີ້ກໍບໍ່ໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດ. ຍິ່ງໄປກວ່ານັ້ນ, ຖ້າຜູ້ຄົນບໍ່ນໍາຄວາມຈິງເຂົ້າສູ່ການປະຕິບັດ, ແລ້ວພວກເຂົາກໍບໍ່ໄດ້ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ ຫຼື ພວກເຂົາບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້. ຜູ້ຄົນທີ່ບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້ແມ່ນບໍ່ສາມາດຮັບເອົາການຍົກຍ້ອງຂອງພຣະອົງ ແລະ ຄົນດັ່ງກ່າວບໍ່ມີຜົນຕາມມາ.

(ຄັດຈາກບົດ “ວິທີການຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ຜົນທີ່ພາລະກິດຂອງພຣະອົງຈະບັນລຸ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ການຍ່າງໃນຫົນທາງຂອງພຣະເຈົ້າບໍ່ແມ່ນກ່ຽວກັບການສັງເກດພຽງກົດລະບຽບພາຍນອກ; ກົງກັນຂ້າມ ມັນໝາຍເຖິງວ່າ ເມື່ອເຈົ້າຜະເຊີນກັບບັນຫາ, ກ່ອນອື່ນໝົດ ເຈົ້າຄວນເບິ່ງວ່າມັນເປັນສະຖານະການທີ່ຖືກຈັດແຈງໂດຍພຣະເຈົ້າ ຫຼື ບໍ່, ມັນແມ່ນຄວາມຮັບຜິດຊອບທີ່ພຣະອົງໄດ້ມອບໃຫ້ແກ່ເຈົ້າ ຫຼື ເປັນໜ້າທີ່ໆພຣະອົງໄດ້ມອບໝາຍໃຫ້ກັບເຈົ້າ ຫຼື ບໍ່. ເມື່ອພົບກັບບັນຫານີ້ ເຈົ້າຄວນເຫັນມັນເປັນການທົດລອງທີ່ພຣະເຈົ້າໄດ້ວາງໄວ້ໃຫ້ກັບເຈົ້າ. ເມື່ອເຈົ້າຜະເຊີນກັບບັນຫານີ້, ເຈົ້າຕ້ອງມີມາດຕະຖານໃນຫົວໃຈຂອງເຈົ້າ ແລະ ເຈົ້າຕ້ອງຄິດວ່າ ເລື່ອງນີ້ມາຈາກພຣະເຈົ້າ. ເຈົ້າຕ້ອງຄິດກ່ຽວກັບວິທີຈັດການກັບມັນໃນທາງທີ່ເຈົ້າສາມາດປະຕິບັດຕາມໜ້າທີ່ຂອງເຈົ້າໄດ້ ໃນຂະນະທີ່ຍັງຊື່ສັດກັບພຣະເຈົ້າຢູ່, ພ້ອມທັງຄິດໃສ່ວິທີທີ່ຈະປະຕິບັດໂດຍບໍ່ເຮັດໃຫ້ພຣະອົງໃຈຮ້າຍ ຫຼື ລ່ວງເກີນອຸປະນິໄສຂອງພຣະອົງ.

(ຄັດຈາກບົດ “ວິທີການຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ຜົນທີ່ພາລະກິດຂອງພຣະອົງຈະບັນລຸ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເມື່ອເວົ້າເຖິງພາລະກິດ, ມະນຸດເຊື່ອວ່າພາລະກິດແມ່ນຕ້ອງແລ່ນໄປມາເພື່ອພຣະເຈົ້າ, ເທດສະໜາໃນທຸກບ່ອນ ແລະ ໃຊ້ເວລາເພື່ອຜົນປະໂຫຍດຂອງພຣະອົງ. ເຖິງແມ່ນຄວາມເຊື່ອນີ້ຖືກຕ້ອງ, ມັນກໍເປັນພຽງດ້ານດຽວ; ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດບໍ່ແມ່ນການເດີນທາງໄປໆມາໆເພື່ອພຣະອົງເທົ່ານັ້ນ; ນອກເໜືອຈາກນີ້, ພາລະກິດນີ້ແມ່ນກ່ຽວຂ້ອງກັບພັນທະກິດ ແລະ ການຕອບສະໜອງພາຍໃນຈິດວິນຍານ. ອ້າຍເອື້ອຍນ້ອງຫຼາຍຄົນບໍ່ເຄີຍຄິດເຖິງການປະຕິບັດພາລະກິດເພື່ອພຣະເຈົ້າ ແມ່ນແຕ່ຫຼັງຈາກມີປະສົບການຫຼາຍປີ, ຍ້ອນວ່າ ພາລະກິດທີ່ມະນຸດຄິດຂຶ້ນແມ່ນບໍ່ສອດຄ່ອງກັບສິ່ງທີ່ພຣະເຈົ້າຮຽກຮ້ອງ. ສະນັ້ນ ມະນຸດຈຶ່ງບໍ່ສົນໃຈສິ່ງໃດໃນເລື່ອງພາລະກິດ ແລະ ນີ້ກໍຄືເຫດຜົນຢ່າງແທ້ຈິງທີ່ວ່າ ເປັນຫຍັງທາງເຂົ້າຂອງມະນຸດຈຶ່ງຍັງຢູ່ໃນດ້ານດຽວມາຕະຫຼອດ. ພວກເຈົ້າທຸກຄົນຄວນເລີ່ມຕົ້ນເຂົ້າສູ່ໂດຍການປະຕິບັດພາລະກິດເພື່ອພຣະເຈົ້າ ເພື່ອວ່າ ພວກເຈົ້າຈະມີປະສົບການທີ່ດີຂຶ້ນໃນທຸກດ້ານ. ນີ້ແມ່ນສິ່ງທີ່ພວກເຈົ້າຄວນເຂົ້າສູ່. ພາລະກິດບໍ່ໄດ້ໝາຍເຖິງການແລ່ນໄປມາເພື່ອພຣະເຈົ້າ; ແຕ່ມັນໝາຍຄວາມວ່າ ຊີວິດຂອງມະນຸດ ແລະ ສິ່ງທີ່ມະນຸດດຳລົງຊີວິດຕາມແມ່ນເພື່ອມອບຄວາມສຸກໃຫ້ແກ່ພຣະເຈົ້າ ຫຼື ບໍ່. ພາລະກິດໝາຍເຖິງການທີ່ມະນຸດໃຊ້ຄວາມຊື່ສັດທີ່ພວກເຂົາມີຕໍ່ພຣະເຈົ້າ ແລະ ຄວາມຮູ້ທີ່ພວກເຂົາມີກ່ຽວກັບພຣະເຈົ້າເພື່ອເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ຄອຍຮັບໃຊ້ມະນຸດ. ນີ້ແມ່ນຄວາມຮັບຜິດຊອບຂອງມະນຸດ ແລະ ນີ້ແມ່ນສິ່ງທີ່ມະນຸດຄວນເຂົ້າໃຈ. ເວົ້າອີກແບບໜຶ່ງກໍຄື ທາງເຂົ້າຂອງພວກເຈົ້າແມ່ນພາລະກິດຂອງພວກເຈົ້າ ແລະ ພວກເຈົ້າກຳລັງສະແຫວງຫາເພື່ອເຂົ້າສູ່ລະຫວ່າງເສັ້ນທາງການປະຕິບັດພາລະກິດເພື່ອພຣະເຈົ້າ. ການມີປະສົບການກັບພາລະກິດຂອງພຣະເຈົ້າບໍ່ໄດ້ໝາຍຄວາມວ່າ ເຈົ້າຮູ້ຈັກວິທີການກິນ ແລະ ດື່ມພຣະທຳຂອງພຣະອົງເທົ່ານັ້ນ; ທີ່ສຳຄັນໄປກວ່ານັ້ນກໍຄື ພວກເຈົ້າຕ້ອງຮູ້ວິທີການເປັນພະຍານກ່ຽວກັບພຣະເຈົ້າ, ສາມາດຮັບໃຊ້ພຣະເຈົ້າ, ສາາດຄອຍຮັບໃຊ້ ແລະ ຕອບສະໜອງໃຫ້ກັບມະນຸດ. ນີ້ແມ່ນພາລະກິດ ແລະ ຍັງເປັນທາງເຂົ້າຂອງພວກເຈົ້າ; ນີ້ແມ່ນສິ່ງທີ່ທຸກຄົນຄວນເຮັດໃຫ້ສຳເລັດ. ມີຫຼາຍຄົນທີ່ພຽງແຕ່ໃສ່ໃຈກັບການເດີນທາງໄປມາເພື່ອພຣະເຈົ້າ ແລະ ເທດສະໜາໃນທຸກບ່ອນ, ແຕ່ພາກັນເບິ່ງຂ້າມປະສົບການສ່ວນຕົວຂອງພວກເຂົາ ແລະ ເບິ່ງຂ້າມທາງເຂົ້າສູ່ຊີວິດຝ່າຍວິນຍານຂອງພວກເຂົາ. ນີ້ແມ່ນສິ່ງທີ່ນໍາພາໃຫ້ຄົນທີ່ຮັບໃຊ້ພຣະເຈົ້າກາຍເປັນຄົນຕໍ່ຕ້ານພຣະເຈົ້າ.

(ຄັດຈາກບົດ “ພາລະກິດ ແລະ ທາງເຂົ້າ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນຄວາມເຊື່ອທີ່ລາວມີໃນພຣະເຈົ້າ, ເປໂຕສະແຫວງຫາເພື່ອເຮັດໃຫ້ພຣະເຈົ້າພໍໃຈໃນທຸກສິ່ງ ແລະ ສະແຫວງຫາເພື່ອເຊື່ອຟັງທຸກສິ່ງທີ່ມາຈາກພຣະເຈົ້າ. ລາວສາມາດຮັບເອົາການຕີສອນ ແລະ ການພິພາກສາໂດຍບໍ່ຕໍ່ວ່າແມ່ນແຕ່ໜ້ອຍດຽວ ພ້ອມທັງການຫຼໍ່ຫຼອມ, ຄວາມລຳບາກຍາກແຄ້ນ ແລະ ຄວາມຂາດເຂີນໃນຊີວິດຂອງລາວອີກດ້ວຍ ເຊິ່ງບໍ່ມີຫຍັງທີ່ສາມາດປ່ຽນແປງຄວາມຮັກທີ່ລາວມີໃຫ້ກັບພຣະເຈົ້າໄດ້. ນີ້ບໍ່ແມ່ນຄວາມຮັກພຣະເຈົ້າຢ່າງສູງສຸດບໍ? ນີ້ບໍ່ແມ່ນການປະຕິບັດຕາມໜ້າທີ່ຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າບໍ? ບໍ່ວ່າຈະເປັນການຕີສອນ, ການພິພາກສາ ຫຼື ຄວາມລໍາບາກຍາກແຄ້ນ, ເຈົ້າສາມາດບັນລຸຄວາມເຊື່ອຟັງຈົນຕາຍສະເໝີ ແລະ ນີ້ແມ່ນສິ່ງ ທີ່ສິ່ງຖືກສ້າງຂອງພຣະເຈົ້າຄວນບັນລຸໃຫ້ໄດ້, ນີ້ຄືຄວາມບໍລິສຸດແຫ່ງຄວາມຮັກສຳລັບພຣະເຈົ້າ. ຖ້າມະນຸດສາມາດບັນລຸຫຼາຍສໍ່ານີ້, ເຂົາກໍຈະເປັນສິ່ງຖືກສ້າງທີ່ມີຄຸນສົມບັດຂອງພຣະເຈົ້າ ແລະ ບໍ່ມີຫຍັງທີ່ປະຕິບັດຕາມຄວາມປາຖະໜາຂອງພຣະຜູ້ສ້າງໄດ້ດີກວ່ານີ້. ໃຫ້ຈິນຕະນາການເບິ່ງວ່າ ເຈົ້າສາມາດປະຕິບັດພາລະກິດເພື່ອພຣະເຈົ້າ ແຕ່ເຈົ້າບໍ່ເຊື່ອຟັງພຣະເຈົ້າ ແລະ ບໍ່ສາມາດຮັກພຣະເຈົ້າຢ່າງແທ້ຈິງໄດ້. ໃນລັກສະນະນີ້ ບໍ່ພຽງແຕ່ເຈົ້າບໍ່ປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າເທົ່ານັ້ນ ແຕ່ເຈົ້າຍັງຈະຖືກພຣະເຈົ້າຕຳນິ ຍ້ອນເຈົ້າເປັນຄົນທີ່ບໍ່ມີຄວາມຈິງ, ຄົນທີ່ບໍ່ສາມາດເຊື່ອຟັງພຣະເຈົ້າໄດ້ ແລະ ຄົນທີ່ບໍ່ເຊື່ອຟັງພຣະເຈົ້າເລີຍ. ເຈົ້າພຽງແຕ່ສົນໃຈກັບການປະຕິບັດພາລະກິດເພື່ອພຣະເຈົ້າ ແລະ ບໍ່ສົນໃຈກັບການນໍາຄວາມຈິງເຂົ້າສູ່ການປະຕິບັດ ຫຼື ການຮູ້ຈັກຕົນເອງ. ເຈົ້າບໍ່ເຂົ້າໃຈ ຫຼື ຮູ້ຈັກພຣະຜູ້ສ້າງ ແລະ ບໍ່ເຊື່ອຟັງ ຫຼື ຮັກພຣະຜູ້ສ້າງ. ເຈົ້າເປັນຄົນທີ່ບໍ່ເຊື່ອຟັງພຣະເຈົ້າມາຕັ້ງແຕ່ເກີດ, ແລ້ວດ້ວຍເຫດນັ້ນຜູ້ຄົນດັ່ງກ່າວຈຶ່ງບໍ່ເປັນທີ່ຮັກຂອງພຣະຜູ້ສ້າງ.

(ຄັດຈາກບົດ “ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຫຼາຍຄົນທີ່ຕິດຕາມພຣະເຈົ້າພຽງສົນໃຈໃນວິທີການຮັບພອນ ຫຼື ກຳຈັດໄພພິບັດ. ທັນທີທີ່ກ່າວເຖິງພາລະກິດ ແລະ ການຄຸ້ມຄອງຂອງພຣະເຈົ້າ, ພວກເຂົາພາກັນມິດງຽບ ແລະ ບໍ່ສົນໃຈຫຍັງທັງໝົດ. ພວກເຂົາຄິດວ່າ ການເຂົ້າໃຈບັນຫາທີ່ໜ້າເບື່ອດັ່ງກ່າວຈະບໍ່ຊ່ວຍໃຫ້ຊີວິດຂອງພວກເຂົາຈະເລີນເຕີບໂຕຂຶ້ນ ຫຼື ມີຜົນປະໂຫຍດຫຍັງ. ດ້ວຍເຫດນັ້ນ ເຖິງແມ່ນວ່າ ພວກເຂົາໄດ້ຍິນກ່ຽວກັບການຄຸ້ມຄອງຂອງພຣະເຈົ້າ, ພວກເຂົາກໍສົນໃຈມັນພຽງໜ້ອຍດຽວ. ພວກເຂົາບໍ່ເຫັນວ່າມັນເປັນສິ່ງທີ່ມີຄຸນຄ່າທີ່ຈະຮັບເອົາ ແຮງໄກທີ່ພວກເຂົາຈະຮັບເອົາມັນໃຫ້ກາຍເປັນສ່ວນໜຶ່ງໃນຊີວິດຂອງພວກເຂົາ. ຜູ້ຄົນດັ່ງກ່າວມີພຽງຈຸດປະສົງໜຶ່ງດຽວໃນການຕິດຕາມພຣະເຈົ້າ ແລະ ຈຸດປະສົງນັ້ນກໍຄືການຮັບພອນ. ຜູ້ຄົນດັ່ງກ່າວບໍ່ສາມາດໃສ່ໃຈກັບສິ່ງອື່ນໃດທີ່ບໍ່ພົວພັນກັບຈຸດປະສົງນີ້ໂດຍກົງ. ສໍາລັບພວກເຂົາແລ້ວ, ບໍ່ມີເປົ້າໝາຍໃດທີ່ຖືກຕ້ອງເກີນກວ່າການເຊື່ອໃນພຣະເຈົ້າເພື່ອການຮັບພອນ, ມັນເປັນຄຸນຄ່າທີ່ແທ້ຈິງແຫ່ງຄວາມເຊື່ອຂອງພວກເຂົາ. ຖ້າມີສິ່ງໃດໜຶ່ງບໍ່ໄດ້ປະກອບສ່ວນໃນເປົ້າໝາຍນີ້, ພວກເຂົາກໍຈະບໍ່ໄດ້ຮັບການດົນບັນດານຈາກມັນທັງສິ້ນ. ນີ້ຄືກໍລະນີຂອງຄົນສ່ວນໃຫຍ່ທີ່ເຊື່ອໃນພຣະເຈົ້າໃນປັດຈຸບັນ. ເປົ້າໝາຍ ແລະ ເຈດຕະນາຂອງພວກເຂົາເບິ່ງຄືວ່າຖືກຕ້ອງ ຍ້ອນວ່າໃນຂະນະທີ່ພວກເຂົາເຊື່ອໃນພຣະເຈົ້າ ພວກເຂົາຍັງເສຍສະຫຼະເພື່ອພຣະເຈົ້າ, ອຸທິດຕົນຕໍ່ພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົາ. ພວກເຂົາຍອມສະຫຼະຄວາມໜຸ່ມຂອງພວກເຂົາ, ປະຖິ້ມຄອບຄົວ ແລະ ອາຊີບ ແລະ ເຖິງກັບໃຊ້ເວລາຫຼາຍປີອອກຈາກເຮືອນເພື່ອເຮັດໃຫ້ຕົນເອງຫຍຸ້ງ. ເພື່ອເຫັນແກ່ເປົ້າໝາຍອັນສູງສຸດຂອງພວກເຂົາ, ພວກເຂົາປ່ຽນຄວາມສົນໃຈຂອງພວກເຂົາເອງ, ມຸມມອງກ່ຽວກັບຊີວິດຂອງພວກເຂົາ ແລະ ເຖິງກັບປ່ຽນທິດທາງທີ່ພວກເຂົາສະແຫວງຫາ; ແຕ່ເຖິງຢ່າງໃດກໍຕາມ ພວກເຂົາກໍບໍ່ສາມາດປ່ຽນແປງຈຸດປະສົງແຫ່ງຄວາມເຊື່ອຂອງພວກເຂົາໃນພຣະເຈົ້າໄດ້. ພວກເຂົາວຸ້ນວາຍຫາການຄຸ້ມຄອງອຸດົມຄະຕິຂອງພວກເຂົາເອງ; ບໍ່ວ່າຫົນທາງຈະຍາວໄກພຽງໃດ ແລະ ບໍ່ວ່າລະຫວ່າງທາງຈະມີຄວາມລໍາບາກ ແລະ ອຸປະສັກຫຼາຍພຽງໃດກໍຕາມ ພວກເຂົາກໍບໍ່ຍອມຖອຍ ແລະ ບໍ່ຢ້ານຄວາມຕາຍ. ອໍານາດຫຍັງທີ່ເຮັດໃຫ້ພວກເຂົາສືບຕໍ່ອຸທິດຕົນໃນລັກສະນະນີ້? ມັນແມ່ນຄວາມສໍານຶກຂອງພວກເຂົາບໍ? ມັນແມ່ນລັກສະນະທີ່ຍິ່ງໃຫຍ່ ແລະ ສູງສົ່ງຂອງພວກເຂົາບໍ? ມັນແມ່ນຄວາມຕັ້ງໃຈເພື່ອຕໍ່ສູ້ກັບກອງກຳລັງຊົ່ວຮ້າຍຈົນເຖິງທີ່ສຸດບໍ? ມັນແມ່ນຄວາມສັດທາຂອງພວກເຂົາທີ່ຈະເປັນພະຍານໃຫ້ກັບພຣະເຈົ້າໂດຍບໍ່ຫວັງຜົນຕອບແທນບໍ? ມັນແມ່ນຄວາມຊື່ສັດຂອງພວກເຂົາທີ່ຈະເຕັມໃຈສະຫຼະທຸກສິ່ງເພື່ອບັນລຸຄວາມປະສົງຂອງພຣະເຈົ້າບໍ? ຫຼື ມັນແມ່ນຈິດວິນຍານແຫ່ງການອຸທິດຕົນ ທີ່ຍອມປະຖິ້ມຄວາມຕ້ອງການສ່ວນຕົວທີ່ເກີນຂອບເຂດບໍ? ສໍາລັບຜູ້ຄົນທີ່ບໍ່ເຄີຍເຂົ້າໃຈພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າທີ່ມອບຢ່າງຫຼວງຫຼາຍຂະໜາດນັ້ນ ກໍຖືວ່າເປັນສິ່ງມະຫັດສະຈັນ ໄດ້ຂ້ອນຂ້າງງ່າຍ! ສໍາລັບຊ່ວງເວລານີ້, ໃຫ້ພວກເຮົາບໍ່ສົນທະນາກັນກ່ຽວກັບວິທີທີ່ຜູ້ຄົນເຫຼົ່ານີ້ໄດ້ມອບ. ເຖິງຢ່າງໃດກໍຕາມ, ພຶດຕິກໍາຂອງພວກເຂົາແມ່ນສົມຄວນເປັນຢ່າງສູງແກ່ການວິເຄາະຂອງພວກເຮົາ. ນອກຈາກຜົນປະໂຫຍດທີ່ກ່ຽວພັນກັບພວກເຂົາຢ່າງໃກ້ຊິດແລ້ວ, ຍັງຈະມີເຫດຜົນໃດອີກທີ່ຜູ້ຄົນທີ່ບໍ່ເຄີຍເຂົ້າໃຈພຣະເຈົ້າ ຈະມອບໃຫ້ແກ່ພຣະອົງຫຼາຍຂະໜາດນັ້ນ? ໃນນີ້ ພວກເຮົາກໍຄົ້ນພົບບັນຫາທີ່ບໍ່ໄດ້ລະບຸມາກ່ອນ: ຄວາມສໍາພັນຂອງມະນຸດກັບພຣະເຈົ້າເປັນພຽງຜົນປະໂຫຍດສ່ວນຕົວທົ່ວໆໄປເທົ່ານັ້ນ. ມັນເປັນຄວາມສໍາພັນລະຫວ່າງຜູ້ຮັບ ແລະ ຜູ້ໃຫ້ພອນ. ເວົ້າງ່າຍໆກໍຄື ມັນຄ້າຍຄືຄວາມສໍາພັນລະຫວ່າງພະນັກງານ ແລະ ນາຍຈ້າງ. ພະນັກງານເຮັດວຽກເພື່ອໄດ້ຮັບລາງວັນທີ່ນາຍຈ້າງປະທານໃຫ້. ບໍ່ມີຄວາມຮັກໄຄ່ໃນຄວາມສຳພັນດັ່ງກ່າວ, ມີພຽງແຕ່ການຕິດຕໍ່ທາງທຸລະກິດ. ບໍ່ມີການຮັກ ຫຼື ການບໍ່ຖືກຮັກ, ມີພຽງການກຸສົນ ແລະ ຄວາມເມດຕາ. ບໍ່ມີຄວາມເຂົ້າໃຈ, ມີແຕ່ຄວາມໂກດແຄ້ນທີ່ຖືກປາບປາມ ແລະ ການຫຼອກລວງເທົ່ານັ້ນ. ບໍ່ມີຄວາມສະໜິດສະໜົມ, ມີແຕ່ອ່າວທະເລທີ່ບໍ່ສາມາດຂ້າມຜ່ານໄດ້. ບັດນີ້ເມື່ອສິ່ງຕ່າງໆໄດ້ມາເຖິງຈຸດນີ້ແລ້ວ, ຜູ້ໃດຈະສາມາດປີ້ນກັບເສັ້ນທາງດັ່ງກ່າວໄດ້? ແລ້ວມີຈັກຄົນທີ່ສາມາດເຂົ້າໃຈວ່າ ຄວາມສໍາພັນແບບນີ້ໄດ້ຊົ່ວຮ້າຍຫຼາຍສໍ່າໃດ? ເຮົາເຊື່ອວ່າເມືອຜູ້ຄົນເຮັດໃຫ້ຕົນເອງຈົມປັກຢູ່ກັບຄວາມສຸກໃນການຮັບພອນ, ບໍ່ມີໃຜສາມາດຈິນຕະນາການໄດ້ວ່າ ຄວາມສຳພັນດັ່ງກ່າວກັບພຣະເຈົ້າເປັນຕາອັບອາຍ ແລະ ເປັນຕາລັງກຽດພຽງໃດ.

(ຄັດຈາກບົດ “ມະນຸດພຽງແຕ່ສາມາດໄດ້ຮັບຄວາມລອດພົ້ນທ່າມກາງການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຜູ້ຄົນເວົ້າວ່າ ພຣະເຈົ້າເປັນພຣະເຈົ້າທີ່ຊອບທຳ ແລະ ຕາບໃດທີ່ມະນຸດຕິດຕາມພຣະອົງຈົນເຖິງເວລາສຸດທ້າຍ, ພຣະອົງກໍຈະບໍ່ລໍາອຽງຕໍ່ມະນຸດຢ່າງແນ່ນອນ ຍ້ອນວ່າພຣະອົງຊອບທຳທີ່ສຸດ. ຖ້າມະນຸດຕິດຕາມພຣະອົງຈົນເຖິງເວລາສຸດທ້າຍ, ແລ້ວພຣະອົງຈະສາມາດປະຖິ້ມມະນຸດໄດ້ແນວໃດ? ເຮົາບໍ່ລໍາອຽງຕໍ່ມະນຸດທັງໝົດ ແລະ ພິພາກສາມະນຸດທຸກຄົນດ້ວຍອຸປະນິໄສທີ່ຊອບທຳຂອງເຮົາ, ແຕ່ມີສະພາບການທີ່ເໝາະສົມໃນສິ່ງທີ່ເຮົາຮຽກຮ້ອງຈາກມະນຸດ ແລະ ສິ່ງທີ່ເຮົາຮຽກຮ້ອງກໍຕ້ອງຖືກເຮັດໃຫ້ສຳເລັດໂດຍມະນຸດທຸກຄົນ ບໍ່ວ່າພວກເຂົາຈະເປັນໃຜກໍຕາມ. ເຮົາບໍ່ສົນໃຈວ່າ ຄຸນສົມບັດຂອງເຈົ້າກວ້າງຂວາງ ຫຼື ເປັນຕານັບຖືຫຼາຍສໍ່າໃດ; ເຮົາສົນໃຈພຽງແຕ່ວ່າ ເຈົ້າຍ່າງໃນຫົນທາງຂອງເຮົາ ຫຼື ບໍ່ ແລະ ເຈົ້າຮັກ ແລະ ກະຫາຍຫາຄວາມຈິງ ຫຼື ບໍ່. ຖ້າເຈົ້າຂາດຄວາມຈິງ ແລະ ກົງກັນຂ້າມ ນໍາຄວາມອັບອາຍມາສູ່ພຣະນາມຂອງເຮົາ ແລະ ບໍ່ປະຕິບັດຕາມຫົນທາງຂອງເຮົາ, ພຽງແຕ່ປະຕິບັດໂດຍບໍ່ສົນໃຈ ຫຼື ກັງວົນຫຍັງເລີຍ, ແລ້ວໃນເວລານັ້ນ ເຮົາຈະຕີເຈົ້າຈົນລົ້ມລົງ ແລະ ລົງໂທດເຈົ້າສຳລັບຄວາມຊົ່ວຮ້າຍຂອງເຈົ້າ ແລ້ວຕອນນັ້ນເຈົ້າຈະເວົ້າແກ້ຕົວແນວໃດ? ເຈົ້າຈະສາມາດເວົ້າໄດ້ວ່າ ພຣະເຈົ້າບໍ່ຊອບທຳໄດ້ບໍ? ໃນປັດຈຸບັນ, ຖ້າເຈົ້າປະຕິບັດຕາມພຣະທຳທີ່ເຮົາກ່າວໄວ້, ແລ້ວເຈົ້າກໍເປັນຄົນປະເພດທີ່ເຮົາເຫັນດີນໍາ. ເຈົ້າເວົ້າວ່າ ເຈົ້າໄດ້ທົນທຸກຢູ່ສະເໝີໃນຂະນະທີ່ຕິດຕາມພຣະເຈົ້າ, ເຈົ້າໄດ້ຕິດຕາມພຣະອົງຜ່ານຮ້ອນຜ່ານໜາວ ແລະ ໄດ້ແບ່ງປັນເວລາທີ່ດີ ແລະ ບໍ່ດີກັບພຣະອົງ, ແຕ່ເຈົ້າບໍ່ໄດ້ດຳລົງຊີວິດຕາມພຣະທຳທີ່ພຣະເຈົ້າກ່າວໄວ້ເລີຍ; ເຈົ້າພຽງແຕ່ປາຖະໜາທີ່ຈະເຮັດນັ້ນເຮັດນີ້ໃຫ້ພຣະເຈົ້າ ແລະ ເສຍສະລະຕົນເອງໃຫ້ກັບພຣະເຈົ້າໃນແຕ່ລະມື້ ແລະ ບໍ່ເຄີຍຄິດທີ່ຈະດຳລົງຊີວິດທີ່ມີຄວາມໝາຍ. ເຈົ້າຍັງເວົ້າວ່າ “ໃນກໍລະນີໃດກໍຕາມ, ຂ້ານ້ອຍເຊື່ອວ່າ ພຣະເຈົ້າຊອບທຳ. ຂ້ານ້ອຍໄດ້ທົນທຸກເພື່ອພຣະອົງ, ແລ່ນໄປມາເພື່ອພຣະອົງ ແລະ ອຸທິດຕົນເອງໃຫ້ກັບພຣະອົງ ແລະ ຂ້ານ້ອຍໄດ້ເຮັດວຽກໜັກ ເຖິງແມ່ນວ່າຈະບໍ່ໄດ້ຮັບການຮັບຮູ້ໃດເລີຍ; ພຣະອົງຈະຈື່ຂ້ານ້ອຍຢ່າງແນ່ນອນ”. ເປັນຄວາມຈິງທີ່ວ່າ ພຣະເຈົ້າຊອບທຳ, ແຕ່ຄວາມຊອບທຳນີ້ບໍ່ໄດ້ມີມົນທິນຈາກຄວາມບໍ່ບໍລິສຸດເລີຍ ນັ້ນຄື: ມັນບໍ່ມີຄວາມປະສົງຂອງມະນຸດ ແລະ ມັນບໍ່ໄດ້ມີມົນທິນຈາກເນື້ອໜັງ ຫຼື ການຈັດການຂອງມະນຸດ. ທຸກຄົນທີ່ເປັນປໍລະປັກ ແລະ ຕໍ່ຕ້ານ ແລະ ບໍ່ປະຕິບັດຕາມຫົນທາງຂອງພຣະອົງ ຈະຖືກລົງໂທດ; ບໍ່ມີໃຜໄດ້ຮັບການອະໄພໂທດ ແລະ ບໍ່ມີໃຜໄດ້ຮັບການລະເວັ້ນ! ບາງຄົນເວົ້າວ່າ “ໃນປັດຈຸບັນ, ຂ້ານ້ອຍແລ່ນໄປມາເພື່ອພຣະອົງ; ເມື່ອເວລາສຸດທ້າຍມາເຖິງ ພຣະອົງມອບການອວຍພອນເລັກນ້ອຍໃຫ້ກັບຂ້ານ້ອຍໄດ້ບໍ?” ແລ້ວເຮົາຈະຖາມເຈົ້າວ່າ “ເຈົ້າໄດ້ປະຕິບັດຕາມພຣະທຳຂອງເຮົາແລ້ວບໍ?” ຄວາມຊອບທຳທີ່ເຈົ້າເວົ້າເຖິງແມ່ນອີງຕາມການຈັດການຂອງມະນຸດ. ເຈົ້າຄິດພຽງແຕ່ວ່າ ເຮົາຊອບທຳ ແລະ ບໍ່ລໍາອຽງຕໍ່ມະນຸດທຸກຄົນ ແລະ ທຸກຄົນທີ່ຕິດຕາມເຮົາຈົນເຖິງເວລາສຸດທ້າຍກໍຈະຖືກຊ່ວຍໃຫ້ລອດພົ້ນ ແລະ ຮັບເອົາການອວຍພອນຂອງເຮົາຢ່າງແນ່ນອນ. ມີຄວາມໝາຍລຶກລັບໃນພຣະທຳຂອງເຮົາທີ່ວ່າ “ທຸກຄົນທີ່ຕິດຕາມເຮົາເຖິງຈົນເວລາສຸດທ້າຍຈະຖືກຊ່ວຍໃຫ້ລອດພົ້ນຢ່າງແນ່ນອນ” ເຊິ່ງໝາຍຄວາມວ່າ: ຄົນທີ່ຕິດຕາມເຮົາຈົນເຖິງເວລາສຸດທ້າຍເປັນຄົນທີ່ຈະຖືກເຮົາຮັບເອົາຢ່າງສົມບູນ, ພວກເຂົາເປັນຄົນທີ່ສະແຫວງຫາຄວາມຈິງ ຫຼັງຈາກທີ່ຖືກເຮົາເອົາຊະນະ ແລະ ຖືກເຮັດໃຫ້ສົມບູນ. ເຈົ້າໄດ້ບັນລຸເງື່ອນໄຂໃດແດ່? ເຈົ້າພຽງແຕ່ບັນລຸໃນການຕິດຕາມເຮົາຈົນເຖິງເວລາສຸດທ້າຍ, ແຕ່ສິ່ງອື່ນໆເດ? ເຈົ້າໄດ້ປະຕິບັດຕາມພຣະທຳຂອງເຮົາບໍ? ເຈົ້າໄດ້ສຳເລັດການຮຽກຮ້ອງໜຶ່ງໃນຫ້າຢ່າງຂອງເຮົາ, ແຕ່ເຈົ້າບໍ່ມີເຈດຕະນາທີ່ຈະສຳເລັດອີກສີ່ຢ່າງທີ່ເຫຼືອ. ເຈົ້າພຽງແຕ່ຄົ້ນພົບເສັ້ນທາງທີ່ງ່າຍສຸດ ແລະ ສະບາຍສຸດ ແລະ ສະແຫວງຫາມັນ ດ້ວຍທັດສະນະຄະຕິພຽງແຕ່ຫວັງວ່າຈະໄດ້ໂຊກດີ. ສຳລັບຄົນແບບເຈົ້າ, ອຸປະນິໄສຂອງເຮົາແມ່ນການຕີສອນ ແລະ ການພິພາກສາ, ມັນແມ່ນຜົນກຳສະໜອງທີ່ຊອບທຳ ແລະ ມັນເປັນການລົງໂທດທີ່ຊອບທຳຕໍ່ຜູ້ກະທຳການຊົ່ວຊ້າທຸກຄົນ; ທຸກຄົນທີ່ບໍ່ເຕີນຕາມຫົນທາງຂອງເຮົາຈະຖືກລົງໂທດຢ່າງແນ່ນອນ ເຖິງແມ່ນພວກເຂົາຕິດຕາມຈົນເຖິງເວລາສຸດທ້າຍ. ນີ້ແມ່ນຄວາມຊອບທຳຂອງພຣະເຈົ້າ.

(ຄັດຈາກບົດ “ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ບາງເທື່ອພວກເຈົ້າຈິນຕະນາການວ່າ ໃນການເປັນຜູ້ຕິດຕາມເປັນເວລາຫຼາຍປີ ພວກເຈົ້າແມ່ນໄດ້ເຮັດວຽກຢ່າງໜັກບໍ່ວ່າໃນກໍລະນີໃດກໍຕາມ, ດ້ວຍເຫດນັ້ນ ເຖິງຢ່າງໃດກໍຕາມ ພວກເຈົ້າແມ່ນສາມາດເອົາຖ້ວຍເຂົ້າໃນເຮືອນຂອງພຣະເຈົ້າ ເພາະວ່າ ພວກເຈົ້າເປັນຜູ້ບໍລິການ. ເຮົາຈະເວົ້າວ່າ ພວກເຈົ້າສ່ວນໃຫຍ່ຄິດແບບນີ້ ຍ້ອນວ່າ ພວກເຈົ້າໄດ້ສະແຫວງຫາຫຼັກທໍາມາຕະຫຼອດຈົນຮອດປະຈຸບັນ ກ່ຽວກັບວິທີຫາຜົນປະໂຫຍດຈາກບາງສິ່ງບາງຢ່າງ ແລະ ວິທີທີ່ບໍ່ໃຫ້ຕົວເອງຖືກເອົາປຽບ. ດ້ວຍເຫດນັ້ນ ເຮົາຈິ່ງກໍາລັງບອກພວກເຈົ້າຕອນນີ້ດ້ວຍຄວາມຈິງຈັງວ່າ: ເຮົາບໍ່ສົນວ່າ ວຽກໜັກຂອງເຈົ້າແມ່ນຄວນໄດ້ຮັບການສັນລະເສີນສໍ່າໃດ, ຄຸນວຸດທິຂອງເຈົ້າແມ່ນເປັນສິ່ງທີ່ໜ້າປະທັບໃຈພຽງໃດ, ເຈົ້າໄດ້ຕິດຕາມເຮົາຢ່າງໃກ້ຊິດ, ເຈົ້າມີຊື່ສຽງ ຫຼື ທັດສະນະຄະຕິຂອງເຈົ້າໄດ້ປັບປຸງຂຶ້ນຊໍ່າໃດກໍຕາມ; ຖ້າເຈົ້າບໍ່ໄດ້ເຮັດຕາມທີ່ເຮົາຮຽກຮ້ອງ, ເຈົ້າກໍຈະບໍ່ສາມາດໄດ້ຮັບການຍ້ອງຍໍຈາກເຮົາ. ຈົ່ງຢຸດມີຄວາມຄິດ ແລະ ການຄໍານວນເຫຼົ່ານັ້ນຂອງພວກເຈົ້າໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້ ແລະ ຈົ່ງເລີ່ມປະຕິບັດກັບຄວາມຮຽກຮ້ອງຂອງເຮົາດ້ວຍຄວາມຈິງຈັງ. ບໍ່ສະນັ້ນ, ເຮົາຈະຫັນປ່ຽນທຸກໆຄົນໃຫ້ເປັນຂີ້ເຖົ່າ ເພື່ອສິ້ນສຸດພາລະກິດຂອງເຮົາ ແລະ ຢ່າງໜ້ອຍກໍປ່ຽນແປງພາລະກິດ ແລະ ຄວາມທຸກທໍລະມານຂອງເຮົາທີ່ມີມາເປັນເວລາຫຼາຍປີໃຫ້ກາຍເປັນສິ່ງທີ່ໄຮ້ຄວາມໝາຍ ເນື່ອງຈາກວ່າ ເຮົາບໍ່ສາມາດນໍາສັດຕູ ແລະ ຜູ້ຄົນທີ່ມີກິ່ນອາຍຂອງຄວາມຊົ່ວຮ້າຍຄືດັ່ງຊາຕານເຂົ້າມາໃນອານາຈັກຂອງເຮົາ ແລະ ເຂົ້າໄປສູ່ຍຸກຕໍ່ໄປ.

(ຄັດຈາກບົດ “ການເຮັດຜິດຈະນໍາພາມະນຸດໄປສູ່ນາຮົກ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ບາງຄົນອາດຈະລົງເອີຍດ້ວຍຄໍາເວົ້າທີ່ວ່າ “ຂ້ານ້ອຍໄດ້ປະຕິບັດພາລະກິດຫຼາຍຢ່າງເພື່ອພຣະອົງ ແລະ ເຖິງແມ່ນອາດບໍ່ມີຜົນສຳເລັດທີ່ມີຊື່ສຽງ, ຂ້ານ້ອຍກໍຍັງດຸໝັ່ນໃນຄວາມພະຍາຍາມຂອງຂ້ານ້ອຍ. ພຣະອົງໃຫ້ຂ້ານ້ອຍເຂົ້າໄປໃນສະຫວັນເພື່ອກິນໝາກໄມ້ແຫ່ງຊີວິດໄດ້ບໍ?” ເຈົ້າຕ້ອງຮູ້ຈັກວ່າ ເຮົາປາຖະໜາຄົນປະເພດໃດ; ຄົນທີ່ບໍ່ບໍລິສຸດບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າໃນອານາຈັກ, ຄົນທີ່ບໍ່ບໍລິສຸດບໍ່ໄດ້ຮັບອະນຸຍາດໃຫ້ເຮັດພື້ນດິນທີ່ສັກສິດຂອງເຮົາເປິເປື້ອນ. ເຖິງແມ່ນວ່າ ເຈົ້າອາດຈະປະຕິບັດພາລະກິດຫຼາຍຢ່າງ ແລະ ໄດ້ປະຕິບັດພາລະກິດຫຼາຍປີ, ໃນທີ່ສຸດແລ້ວ ຖ້າເຈົ້າຍັງເປິເປື້ອນຢ່າງໜ້າລັງກຽດ, ມັນກໍເຫຼືອທົນຕໍ່ກົດເກນແຫ່ງສະຫວັນທີ່ຈະປ່ອຍໃຫ້ເຈົ້າເຂົ້າສູ່ອານາຈັກຂອງເຮົາ! ຕັ້ງແຕ່ປະຖົມມະການຂອງໂລກຈົນເຖິງປັດຈຸບັນ, ເຮົາບໍ່ເຄີຍເຮັດໃຫ້ຄົນທີ່ປະຈົບປະແຈງເຮົາເຂົ້າສູ່ອານາຈັກຂອງເຮົາຢ່າງງ່າຍດາຍຈັກເທື່ອ. ນີ້ຄືກົດເກນແຫ່ງສະຫວັນ ແລະ ບໍ່ມີໃຜສາມາດທຳລາຍມັນໄດ້! ເຈົ້າຕ້ອງສະແຫວງຫາຊີວິດ. ໃນປັດຈຸບັນ, ຄົນທີ່ຈະຖືກເຮັດໃຫ້ສົມບູນກໍເປັນຄົນປະເພດດຽວກັນກັບເປໂຕ: ພວກເຂົາເປັນຄົນທີ່ສະແຫວງຫາການປ່ຽນແປງໃນອຸປະນິໄສຂອງພວກເຂົາ ແລະ ເຕັມໃຈທີ່ຈະເປັນພະຍານໃຫ້ກັບພຣະເຈົ້າ ແລະ ປະຕິບັດໜ້າທີ່ໃນຖານະເປັນສິ່ງທີ່ຖືກສ້າງຂອງພຣະເຈົ້າ. ມີພຽງແຕ່ຄົນແບບນີ້ເທົ່ານັ້ນທີ່ຈະຖືກເຮັດໃຫ້ສົມບູນ. ຖ້າເຈົ້າພຽງແຕ່ຄົ້ນຫາລາງວັນ ແລະ ບໍ່ສະແຫວງຫາເພື່ອປ່ຽນແປງຊີວິດ-ອຸປະນິໄສຂອງເຈົ້າເອງ, ແລ້ວຄວາມພະຍາຍາມທັງໝົດຂອງເຈົ້າກໍຈະສູນເປົ່າ ແລະ ນີ້ຄືຄວາມຈິງທີ່ບໍ່ສາມາດປ່ຽນແປງໄດ້!

(ຄັດຈາກບົດ “ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 3. ຜົນຕາມມາຂອງການເພິ່ງພາຄວາມຮູ້ໃນພຣະຄຳພີ ແລະ ທິດສະດີດ້ານສາສະໜາສາດໃນຄວາມເຊື່ອຂອງຄົນໆໜຶ່ງ

ຕໍ່ໄປ: 2. ຄຳພະຍານຂອງຄົນໆໜຶ່ງເປັນຈິງ ຫຼື ບໍ່ ຖ້າພວກເຂົາເຊື່ອໃນພຣະເຈົ້າພຽງແຕ່ເພື່ອໄດ້ຮັບຄວາມກະລຸນາຂອງພຣະອົງເທົ່ານັ້ນ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້