2. ຄຳພະຍານຂອງຄົນໆໜຶ່ງເປັນຈິງ ຫຼື ບໍ່ ຖ້າພວກເຂົາເຊື່ອໃນພຣະເຈົ້າພຽງແຕ່ເພື່ອໄດ້ຮັບຄວາມກະລຸນາຂອງພຣະອົງເທົ່ານັ້ນ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ໃນປັດຈຸບັນ ມະນຸດເຫັນວ່າ ດ້ວຍພຣະຄຸນ, ຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້າພຽງຢ່າງດຽວ, ເຂົາແມ່ນບໍ່ສາມາດຮູ້ຈັກຕົນເອງໄດ້ຢ່າງແທ້ຈິງ ແລະ ແຮງໄກທີ່ເຂົາຈະສາມາດຮູ້ຈັກທາດແທ້ຂອງມະນຸດ. ມີພຽງຜ່ານການຫຼໍ່ຫຼອມ ແລະ ການພິພາກສາຂອງພຣະເຈົ້າທັງສອງຢ່າງເທົ່ານັ້ນ ແລະ ໃນລະຫວ່າງຂະບວນການຫຼໍ່ຫຼອມດັ່ງກ່າວນັ້ນເອງ ມະນຸດຈຶ່ງສາມາດຮູ້ຈັກຂໍ້ບົກຜ່ອງຂອງເຂົາ ແລະ ຮູ້ວ່າເຂົາບໍ່ມີຫຍັງເລີຍ. ສະນັ້ນ, ຄວາມຮັກທີ່ມະນຸດມີໃຫ້ກັບພຣະເຈົ້າຈຶ່ງຖືກສ້າງຂຶ້ນບົນພື້ນຖານຂອງການຫຼໍ່ຫຼອມ ແລະ ການພິພາກສາຂອງພຣະເຈົ້າ. ຖ້າເຈົ້າພຽງແຕ່ມີຄວາມສຸກກັບພຣະຄຸນຂອງພຣະເຈົ້າ, ມີຊີວິດຄອບຄົວທີ່ສະຫງົບສຸກ ຫຼື ການອວຍພອນທາງວັດຖຸ, ແລ້ວເຈົ້າກໍບໍ່ໄດ້ຮັບເອົາພຣະເຈົ້າ ແລະ ຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າກໍບໍ່ສາມາດຖືໄດ້ວ່າເປັນຜົນສໍາເລັດ. ພຣະເຈົ້າໄດ້ດໍາເນີນຂັ້ນຕອນໜຶ່ງຂອງພາລະກິດແຫ່ງພຣະຄຸນໃນເນື້ອໜັງ ແລະ ໄດ້ປະທານພອນທາງວັດຖຸໃຫ້ກັບມະນຸດແລ້ວ, ແຕ່ມະນຸດບໍ່ສາມາດຖືກເຮັດໃຫ້ສົມບູນດ້ວຍພຣະຄຸນ, ຄວາມຮັກ ແລະ ຄວາມເມດຕາພຽງຢ່າງດຽວ. ໃນປະສົບການຂອງມະນຸດ ເຂົາຜະເຊີນກັບຄວາມຮັກບາງຢ່າງຂອງພຣະເຈົ້າ ແລະ ເຫັນຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້າ, ແຕ່ເມື່ອໄດ້ຜະເຊີນໃນໄລຍະເວລາໜຶ່ງ, ເຂົາເຫັນວ່າ ພຣະຄຸນຂອງພຣະເຈົ້າ, ຄວາມຮັກຂອງພຣະອົງ ແລະ ຄວາມເມດຕາ ບໍ່ສາມາດເຮັດໃຫ້ມະນຸດສົມບູນ, ບໍ່ສາມາດເປີດເຜີຍສິ່ງທີ່ເສື່ອມຊາມຢູ່ພາຍໃນມະນຸດ ແລະ ບໍ່ສາມາດກຳຈັດມະນຸດອອກຈາກອຸປະນິໄສອັນເສື່ອມຊາມຂອງເຂົາ ຫຼື ເຮັດໃຫ້ຄວາມຮັກ ແລະ ຄວາມເຊື່ອຂອງເຂົາສົມບູນ. ພາລະກິດແຫ່ງພຣະຄຸນຂອງພຣະເຈົ້າແມ່ນພາລະກິດພຽງໄລຍະໜຶ່ງ ແລະ ມະນຸດບໍ່ສາມາດອາໄສການໄດ້ຮັບພຣະຄຸນຂອງພຣະເຈົ້າເພື່ອທີ່ຈະຮູ້ຈັກພຣະເຈົ້າ.

(ຄັດຈາກບົດ “ເມື່ອເຈົ້າປະສົບກັບການທົດລອງທີ່ເຈັບປວດເທົ່ານັ້ນ ເຈົ້າຈຶ່ງສາມາດຮູ້ຈັກຄວາມເປັນຕາຮັກຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເສັ້ນທາງທີ່ພຣະເຈົ້າເຮັດໃຫ້ມະນຸດສົມບູນແບບແມ່ນຫຍັງ? ລວມມີລັກສະນະໃດແດ່? ເຈົ້າເຕັມໃຈໃຫ້ພຣະເຈົ້າເຮັດໃຫ້ສົມບູນແບບບໍ? ເຈົ້າເຕັມໃຈຍອມຮັບການພິພາກສາ ແລະ ການລົງໂທດຂອງພຣະເຈົ້າບໍ? ເຈົ້າຮູ້ຫຍັງແດ່ກ່ຽວກັບຄຳຖາມເຫຼົ່ານີ້? ຖ້າເຈົ້າບໍ່ສາມາດເວົ້າກ່ຽວກັບຄວາມຮູ້ເຊັ່ນນີ້, ແລ້ວສິ່ງນີ້ສະແດງໃຫ້ເຫັນວ່າເຈົ້າຍັງບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ ແລະ ບໍ່ໄດ້ຖືກເຮັດໃຫ້ຮູ້ແຈ້ງໂດຍພຣະວິນຍານບໍລິສຸດແມ່ນແຕ່ໜ້ອຍດຽວ. ຄົນເຊັ່ນນີ້ບໍ່ສາມາດຖືກເຮັດໃຫ້ສົມບູນແບບໄດ້. ພວກເຂົາສາມາດຮັບພຣະຄຸນພຽງແຕ່ຈຳນວນໜ້ອຍເພື່ອຊື່ນຊົມມັນໃນເວລາສັ້ນໆເທົ່ານັ້ນ ແລະ ບໍ່ສາມາດຮັກສາມັນໄວ້ເປັນໄລຍະຍາວໄດ້. ຖ້າຄົນໆໜຶ່ງພຽງແຕ່ຊື່ນຊົມພຣະຄຸນຂອງພຣະເຈົ້າ, ເຂົາບໍ່ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນແບບໄດ້. ບາງຄົນອາດພໍໃຈກັບຄວາມສະຫງົບສຸກ ແລະ ຄວາມຊື່ນຊົມຍິນດີຂອງເນື້ອໜັງ, ຊີວິດທີ່ສະດວກສະບາຍໂດຍບໍ່ມີຄວາມທຸກຍາກ ຫຼື ຄວາມໂຊກຮ້າຍໃດໆ, ດຳລົງຊີວິດຢູ່ໃນຄວາມສະຫງົບສຸກກັບຄອບຄົວຂອງພວກເຂົາໂດຍບໍ່ມີການຕໍ່ສູ້ ຫຼື ການຂັດແຍ່ງ. ພວກເຂົາອາດເຊື່ອວ່ານີ້ແມ່ນພຣະພອນຂອງພຣະເຈົ້າ, ແຕ່ໃນຄວາມຈິງແລ້ວ ມັນເປັນພຽງພຣະຄຸນຂອງພຣະເຈົ້າເທົ່ານັ້ນ. ພວກເຈົ້າບໍ່ສາມາດເປັນທີ່ພໍໃຈໂດຍການຊື່ນຊົມພຽງພຣະຄຸນຂອງພຣະເຈົ້າເທົ່ານັ້ນ. ຄວາມຄິດແບບນີ້ແມ່ນຫຍາບຊ້າເກີນໄປ. ເຖິງແມ່ນວ່າເຈົ້າອ່ານພຣະທໍາຂອງພຣະເຈົ້າທຸກມື້, ອະທິຖານທຸກມື້ ແລະ ຈິດວິນຍານຂອງເຈົ້າຮູ້ສຶກເຖິງຄວາມຊື່ນຊົມຍິນດີ ແລະ ຄວາມສະຫງົບສຸກເປັນພິເສດ, ແຕ່ທ້າຍສຸດແລ້ວ ເຈົ້າກໍ່ບໍ່ສາມາດເວົ້າເຖິງຄວາມຮູ້ໃດໆກ່ຽວກັບພຣະເຈົ້າ ແລະ ພາລະກິດຂອງພຣະອົງ ຫຼື ບໍ່ມີປະສົບການກ່ຽວກັບເລື່ອງທີ່ກ່າວມານັ້ນເລີຍ, ແລະ ບໍ່ວ່າເຈົ້າໄດ້ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າຫຼາຍປານໃດກໍ່ຕາມ, ຖ້າເຈົ້າພຽງແຕ່ຮູ້ສຶກເຖິງຄວາມສະຫງົບສຸກ ແລະ ຄວາມຊື່ນຊົມຍິນດີໃນຈິດວິນຍານຂອງເຈົ້າ ແລະ ພຣະທໍາຂອງພຣະເຈົ້ານັ້ນຫວານເກີນກວ່າຈະປຽບທຽບໄດ້, ຄືກັບວ່າເຈົ້າບໍ່ສາມາດຊື່ນຊົມມັນໄດ້ຢ່າງພຽງພໍ, ແຕ່ເຈົ້າບໍ່ມີປະສົບການອັນແທ້ຈິງ ແລະ ບໍ່ມີຄວາມເປັນຈິງກ່ຽວກັບພຣະທໍາຂອງພຣະເຈົ້າ, ແລ້ວເຈົ້າຈະໄດ້ຮັບຫຍັງຈາກຄວາມສັດທາເຊັ່ນນີ້ໃນພຣະເຈົ້າ? ຖ້າເຈົ້າບໍ່ສາມາດດຳເນີນຊີວິດຕາມແກ່ນແທ້ຂອງພຣະທໍາພຣະເຈົ້າແລ້ວ, ການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ຄຳພາວະນາຂອງເຈົ້າແມ່ນກ່ຽວຂ້ອງກັບສາດສະໜາທັງໝົດ. ພຣະເຈົ້າບໍ່ສາມາດເຮັດຄົນເຊັ່ນນີ້ໃຫ້ສົມບູນແບບ ແລະ ບໍ່ສາມາດໄດ້ຮັບຄົນເຊັ່ນນີ້ໄດ້.

(ຄັດຈາກບົດ “ຄຳສັນຍາຕໍ່ບັນດາຜູ້ທີ່ຖືກເຮັດໃຫ້ສົມບູນແບບ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນແບບຜ່ານການເຊື່ອຟັງຂອງພວກເຂົາ, ຜ່ານການກິນຂອງພວກເຂົາ, ການດື່ມ ແລະ ຜ່ານການຊື່ນຊົມກັບພຣະທໍາຂອງພຣະເຈົ້າ ແລະ ຜ່ານຄວາມທຸກທໍລະມານ ແລະ ການຫຼໍ່ຫຼອມໃນຊີວິດຂອງພວກເຂົາ. ຜ່ານຄວາມເຊື່ອແບບນີ້ເທົ່ານັ້ນ ອຸປະນິໄສຂອງຜູ້ຄົນຈຶ່ງຈະສາມາດປ່ຽນແປງໄດ້ ແລະ ມີແຕ່ເມື່ອນັ້ນ ພວກເຂົາຈະສາມາດມີເອົາຄວາມຮູ້ທີ່ແທ້ຈິງຂອງພຣະເຈົ້າໄດ້. ການບໍ່ພໍໃຈກັບການມີຊີວິດທ່າມກາງຄວາມກະລຸນາຂອງພຣະເຈົ້າ, ການປາຖະໜາຢ່າງຫ້າວຫັນ ແລະ ການຄົ້ນຫາຄວາມຈິງ ແລະ ການສະແຫວງຫາເພື່ອຖືກຮັບເອົາໂດຍພຣະເຈົ້າ, ນີ້ຄືຄວາມໝາຍໃນການເຊື່ອຟັງພຣະເຈົ້າຢ່າງມີສະຕິ ແລະ ນີ້ແມ່ນປະເພດຂອງຄວາມເຊື່ອທີ່ພຣະອົງຕ້ອງການແທ້ໆ. ຜູ້ຄົນທີ່ບໍ່ເຮັດຫຍັງນອກຈາກຊື່ນຊົມກັບຄວາມກະລຸນາຂອງພຣະເຈົ້າແມ່ນບໍ່ສາມາດຖືກເຮັດໃຫ້ສົມບູນແບບ ຫຼື ຖືກປ່ຽນແປງໄດ້; ແລະ ຄວາມເຊື່ອຟັງ, ຄວາມກະຕັນຍູ, ຄວາມຮັກ ແລະ ຄວາມອົດທົນຂອງພວກເຂົາແມ່ນລ້ວນແລ້ວແຕ່ຢູ່ໃນຜິວເຜີນເທົ່ານັ້ນ. ຜູ້ທີ່ພຽງແຕ່ຊື່ນຊົມກັບຄວາມເມດຕາຂອງພຣະເຈົ້າບໍ່ສາມາດຮູ້ຈັກພຣະເຈົ້າຢ່າງແທ້ຈິງ ແລະ ແມ່ນແຕ່ເມື່ອພວກເຂົາຮູ້ຈັກພຣະເຈົ້າ, ຄວາມຮູ້ຂອງພວກເຂົາກໍຈະມີພຽງຜິວເຜີນ ແລະ ພວກເຂົາຈະເວົ້າປະມານວ່າ “ພຣະເຈົ້າຮັກມະນຸດ” ຫຼື “ພຣະເຈົ້າເຫັນອົກເຫັນໃຈມະນຸດ”. ສິ່ງນີ້ບໍ່ໄດ້ເປັນຕົວແທນໃຫ້ແກ່ຊີວິດຂອງມະນຸດ ແລະ ບໍ່ໄດ້ສະແດງໃຫ້ເຫັນວ່າ ຜູ້ຄົນຮູ້ຈັກພຣະເຈົ້າຢ່າງແທ້ຈິງ. ເມື່ອພຣະທໍາຂອງພຣະເຈົ້າຫຼໍ່ຫຼອມພວກເຂົາ ຫຼື ເມື່ອການທົດລອງຂອງພຣະອົງມາເຖິງພວກເຂົາ, ຖ້າຜູ້ຄົນຍັງບໍ່ສາມາດເຊື່ອຟັງພຣະເຈົ້າ, ກົງກັນຂ້າມ ຖ້າພວກເຂົາຍັງສົງໄສ ແລະ ຍັງລົ້ມຢູ່, ແລ້ວ ພວກເຂົາບໍ່ໄດ້ເຊື່ອຟັງແມ່ນແຕ່ໜ້ອຍດຽວ.

(ຄັດຈາກບົດ “ໃນຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າ ເຈົ້າຄວນເຊື່ອຟັງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເຈົ້າພໍໃຈທີ່ຈະດຳລົງຊີວິດພາຍໃຕ້ອິດທິພົນຂອງຊາຕານຢ່າງສັນຕິສຸກ ແລະ ດ້ວຍຄວາມປິຕິຍິນດີ ແລະ ຄວາມສະບາຍໃຈທາງເນື້ອໜັງທີ່ເລັກນ້ອຍນັ້ນບໍ? ເຈົ້າບໍ່ແມ່ນຄົນທີ່ຕ້ອຍຕໍ່າທີ່ສຸດໃນບັນດາຜູ້ຄົນບໍ? ບໍ່ມີໃຜທີ່ໂງ່ກວ່າຄົນທີ່ໄດ້ເຫັນຄວາມລອດພົ້ນ ແຕ່ບໍ່ສະແຫວງຫາທີ່ຈະຮັບເອົາມັນ; ຜູ້ຄົນເຫຼົ່ານີ້ຍຶດຕິດຢູ່ກັບຝ່າຍເນື້ອໜັງ ແລະ ມີຄວາມສຸກກັບຊາຕານ. ເຈົ້າຫວັງວ່າ ຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າຈະບໍ່ສົ່ງຜົນໃຫ້ມີການທ້າທາຍ ຫຼື ຄວາມຍາກລໍາບາກ ຫຼື ຄວາມຫຍຸ້ງຍາກແມ່ນແຕ່ໜ້ອຍດຽວ. ເຈົ້າສະແຫວງຫາສິ່ງທີ່ບໍ່ມີຄ່າຢູ່ສະເໝີ ແລະ ເຈົ້າບໍ່ໃຫ້ຄຸນຄ່າກັບຊີວິດ, ກົງກັນຂ້າມ ເຈົ້າຖືເອົາຄວາມຄິດທີ່ເກີນເຫດຜົນຂອງເຈົ້າເອງຫຼາຍກວ່າຄວາມຈິງ. ເຈົ້າຊ່າງໄຮ້ຄ່າຫຼາຍ! ເຈົ້າດຳລົງຊີວິດຄືກັບໝູ ແລ້ວແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງເຈົ້າ, ໝູ ແລະ ໝາ? ທຸກຄົນທີ່ບໍ່ສະແຫວງຫາຄວາມຈິງ ແລະ ກົງກັນຂ້າມຄືຮັກເນື້ອໜັງ ບໍ່ແມ່ນສັດບໍ? ຄົນຕາຍແລ້ວທີ່ປາສະຈາກວິນຍານບໍ່ແມ່ນຊາກສົບທີ່ຍ່າງໄດ້ບໍ? ມີພຣະທຳຫຼາຍສໍ່າໃດທີ່ໄດ້ກ່າວໄວ້ທ່າມກາງພວກເຈົ້າ? ມີພຽງແຕ່ພາລະກິດເລັກນ້ອຍບໍທີ່ຖືກປະຕິບັດທ່າມກາງພວກເຈົ້າ? ເຮົາໄດ້ຈັດກຽມທ່າມກາງພວກເຈົ້າຫຼາຍສໍ່າໃດ? ແລ້ວເປັນຫຍັງເຈົ້າຈຶ່ງຍັງບໍ່ຮັບເອົາມັນ? ເຈົ້າມີຫຍັງທີ່ຕ້ອງຕໍ່ວ່າບໍ? ເຫດຜົນທີ່ເຈົ້າບໍ່ໄດ້ຮັບຫຍັງເລີຍ ບໍ່ແມ່ນເພາະວ່າ ເຈົ້າຮັກເນື້ອໜັງຫຼາຍເກີນໄປບໍ? ແລ້ວບໍ່ແມ່ນຍ້ອນຄວາມຄິດຂອງເຈົ້າເກີນຂອບເຂດຫຼາຍໄປບໍ? ບໍ່ແມ່ນຍ້ອນເຈົ້າໂງ່ເກີນໄປບໍ? ຖ້າເຈົ້າສາມາດໄດ້ຮັບການອວຍພອນເຫຼົ່ານີ້ໄດ້, ແລ້ວເຈົ້າຈະໂທດພຣະເຈົ້າ ຍ້ອນບໍ່ໄດ້ຊ່ວຍເຈົ້າໃຫ້ລອດພົ້ນໄດ້ບໍ? ສິ່ງທີ່ເຈົ້າສະແຫວງຫາແມ່ນເພື່ອໄດ້ຮັບສັນຕິສຸກຫຼັງຈາກທີ່ເຊື່ອໃນພຣະເຈົ້າ ຄືໃຫ້ລູກຂອງເຈົ້າເປັນອິດສະລະຈາກຄວາມເຈັບປ່ວຍ, ໃຫ້ສາມີຂອງເຈົ້າມີອາຊີບທີ່ດີ, ໃຫ້ລູກຊາຍຂອງເຈົ້າພົບພັນລະຍາທີ່ດີ, ໃຫ້ລູກສາວຂອງເຈົ້າພົບສາມີທີ່ເໝາະສົມ, ໃຫ້ງົວ ແລະ ມ້າຂອງເຈົ້າຄາດດິນໄດ້ດີ, ໃຫ້ປີທີ່ມີສະພາບອາກາດດີສຳລັບຜົນປູກຂອງເຈົ້າ. ນີ້ແມ່ນສິ່ງທີ່ເຈົ້າສະແຫວງຫາ. ການສະແຫວງຫາຂອງເຈົ້າແມ່ນພຽງແຕ່ການດຳລົງຊີວິດຢ່າງສະບາຍ, ເພື່ອບໍ່ໃຫ້ເກີດອຸປະຕິເຫດກັບຄອບຄົວຂອງເຈົ້າ, ໃຫ້ລົມພັດຜ່ານເຈົ້າໄປ, ເພື່ອໃຫ້ໃບໜ້າຂອງເຈົ້າບໍ່ຖືກພັດດ້ວຍເມັດດິນຊາຍ, ເພື່ອໃຫ້ຜົນປູກຂອງຄອບຄົວຂອງເຈົ້າບໍ່ຖືກນໍ້າຖ້ວມ, ເພື່ອໃຫ້ເຈົ້າບໍ່ໄດ້ຜົນກະທົບຈາກໄພພິບັດໃດໆ, ເພື່ອດຳລົງຊີວິດໃນອ້ອມກອດຂອງພຣະເຈົ້າ, ເພື່ອດຳລົງຊີວິດໃນເຮືອນຮັງທີ່ອົບອຸ່ນ ແລະ ສະບາຍ. ຄົນຂີ້ຢ້ານແບບເຈົ້າ ຜູ້ເຊິ່ງສະແຫວງຫາເນື້ອໜັງຢູ່ສະເໝີ ເຈົ້າມີຫົວໃຈບໍ, ເຈົ້າມີວິນຍານບໍ? ເຈົ້າບໍ່ແມ່ນສັດບໍ? ເຮົາມອບຫົນທາງທີ່ແທ້ຈິງໃຫ້ກັບເຈົ້າໂດຍບໍ່ຮຽກຮ້ອງຫຍັງເປັນການຕອບແທນ, ແຕ່ເຈົ້າກໍບໍ່ສະແຫວງຫາ. ເຈົ້າເປັນໜຶ່ງໃນຄົນທີ່ເຊື່ອໃນພຣະເຈົ້າບໍ? ເຮົາປະທານຊີວິດມະນຸດທີ່ແທ້ຈິງໃຫ້ກັບເຈົ້າ, ແຕ່ເຈົ້າກໍບໍ່ສະແຫວງຫາ. ເຈົ້າບໍ່ໄດ້ແຕກຕ່າງຫຍັງຈາກໝູ ຫຼື ໝາບໍ? ໝູບໍ່ສະແຫວງຫາຊີວິດຂອງມະນຸດ, ພວກມັນບໍ່ສະແຫວງຫາເພື່ອຖືກຊໍາລະລ້າງ ແລະ ພວກມັນບໍ່ເຂົ້າໃຈວ່າ ຊີວິດແມ່ນຫຍັງ. ໃນແຕ່ລະມື້ ຫຼັງຈາກທີ່ກິນອີ່ມແລ້ວ, ພວກມັນກໍຈະມີແຕ່ນອນ. ເຮົາມອບຫົນທາງທີ່ແທ້ຈິງ, ແຕ່ເຈົ້າບໍ່ໄດ້ຮັບເອົາມັນ ນັ້ນຄື: ເຈົ້າມີແຕ່ມືເປົ່າ. ເຈົ້າເຕັມໃຈທີ່ຈະສືບຕໍ່ກັບຊີວິດແບບນີ້ບໍ ເຊິ່ງເປັນຊີວິດຂອງໝູ? ແມ່ນຫຍັງຄືຄວາມໝາຍທີ່ຄົນປະເພດນີ້ມີຊີວິດຢູ່? ຊີວິດຂອງເຈົ້າເປັນຕາລັງກຽດ ແລະ ເປັນຕາໜ້າອັບອາຍ, ເຈົ້າດຳລົງຊີວິດທ່າມກາງຄວາມສົກກະປົກ ແລະ ມີຕັນຫາຫຼາຍ ແລະ ເຈົ້າບໍ່ສະແຫວງຫາເປົ້າໝາຍໃດເລີຍ; ຊີວິດຂອງເຈົ້າບໍ່ແມ່ນຊີວິດທີ່ເປັນຕາໜ້າອັບອາຍທີ່ສຸດເລີຍບໍ? ເຈົ້າກ້າທີ່ຈະຫຼຽວເບິ່ງພຣະເຈົ້າຢູ່ບໍ? ຖ້າເຈົ້າສືບຕໍ່ມີປະສົບການໃນລັກສະນະນີ້, ເຈົ້າກໍຈະບໍ່ໄດ້ຮັບຫຍັງເລີຍ? ຫົນທາງທີ່ແທ້ຈິງຖືກມອບໃຫ້ກັບເຈົ້າແລ້ວ, ແຕ່ໃນທີ່ສຸດ ເຈົ້າຈະສາມາດຮັບເອົາມັນໄດ້ ຫຼື ບໍ່ ແມ່ນຂຶ້ນກັບການສະແຫວງຫາສ່ວນຕົວຂອງເຈົ້າເອງ.

(ຄັດຈາກບົດ “ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ດຽວນີ້ເຈົ້າເຂົ້າໃຈແລ້ວບໍວ່າຄວາມເຊື່ອໃນພຣະເຈົ້າແມ່ນຫຍັງ? ຄວາມເຊື່ອໃນພຣະເຈົ້າແມ່ນການເຫັນໝາຍສໍາຄັນ ແລະ ສິ່ງມະຫັດສະຈັນບໍ? ແມ່ນການຂຶ້ນສະຫວັນບໍ? ການເຊື່ອໃນພຣະເຈົ້ານ້ນ ບໍ່ແມ່ນເລື່ອງງ່າຍເລີຍ. ການປະຕິບັດທາງສາສະໜາເຫຼົ່ານັ້ນຄວນຖືກລົບລ້າງອອກ; ການສະແຫວງຫາການປິ່ນປົວຄົນເຈັບປ່ວຍ, ການຂັບໄລ່ຜີມານຮ້າຍ, ໃສ່ໃຈໝາຍສໍາຄັນ ແລະ ສິ່ງມະຫັດສະຈັນ, ການປາດຖະໜາເພື່ອຫວັງຮັບພຣະຄຸນຂອງພຣະເຈົ້າ, ຄວາມສະຫງົບສຸກ ແລະ ຄວາມສຸກໃຈ; ການສະແຫວງຫາຄວາມຄາດຫວັງ ແລະ ຄວາມສຸກສະບາຍທາງຝ່າຍເນື້ອໜັງ ເຊິ່ງສິ່ງເຫຼົ່ານີ້ແມ່ນການປະຕິບັດທາງສາສະໜາ ແລະ ການປະຕິບັດທາງສາສະໜາເຊັ່ນນັ້ນແມ່ນຮູບແບບຂອງຄວາມເຊື່ອທີ່ມືດມົວ. ແລ້ວໃນປັດຈຸບັນນີ້, ຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າແມ່ນຫຍັງ? ຄວາມເຊື່ອແທ້ຈິງກໍຄື ການຮັບເອົາພຣະທໍາຂອງພຣະເຈົ້າເປັນຄວາມຈິງຂອງຊີວິດເຈົ້າ ແລະ ຄວາມຮູ້ກ່ຽວກັບພຣະເຈົ້າຈາກພຣະທໍາຂອງພຣະອົງເພື່ອຈະໄດ້ຮັບຄວາມຮັກທີ່ແທ້ຈິງຈາກພຣະອົງ. ກ່າວຢ່າງຈະແຈ້ງກໍຄື: ການເຊື່ອໃນພຣະເຈົ້າກໍເພື່ອວ່າເຈົ້າຈະໄດ້ເຊື່ອຟັງພຣະເຈົ້າ, ຮັກພຣະເຈົ້າ ແລະ ປະຕິບັດໜ້າທີ່ທີ່ມະນຸດຄວນປະຕິບັດ. ນີ້ແມ່ນຈຸດປະສົງຂອງການເຊື່ອໃນພຣະເຈົ້າ. ເຈົ້າຕ້ອງບັນລຸຄວາມຮູ້ກ່ຽວກັບຄວາມໜ້າຮັກຂອງພຣະເຈົ້າ, ຮູ້ຈັກຄຸນຄ່າຂອງພຣະເຈົ້າທີ່ຄວນເຄົາລົບນັບຖື ແລະ ວິທີທີ່ພຣະເຈົ້າປະຕິບັດພາລະກິດແຫ່ງການໄຖ່ບາບ. ເຈົ້າຕ້ອງຮູ້ຈັກວິທີທີ່ພຣະເຈົ້າເຮັດໃຫ້ສິ່ງທີ່ມີຊີວິດທັງຫຼາຍຂອງພຣະອົງສົມບູນແບບ ເຊິ່ງນີ້ຄືພື້ນຖານໃນການເຊື່ອທີ່ເຈົ້າສົມຄວນມີ. ການເຊື່ອໃນພຣະເຈົ້າ ຄືການປ່ຽນຈາກຊີວິດຂອງເນື້ອໜັງໄປສູ່ຊີວິດແຫ່ງການຮັກພຣະເຈົ້າ ແລະ ປ່ຽນຈາກການດໍາລົງຊີວິດພາຍໃນຄວາມເຊື່ອມຊາມໄປສູ່ການດໍາລົງຊີວິດພາຍໃນຊີວິດຂອງພຣະທໍາພຣະເຈົ້າ. ການເຊື່ອໃນພຣະເຈົ້າຄືການໜີອອກຈາກພາຍໃຕ້ການຄວບຄຸມຂອງຊາຕານ, ໃຊ້ຊີວິດຢູ່ພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະເຈົ້າ; ການເຊື່ອໃນພຣະເຈົ້າຄືການຮັບເຊື່ອຟັງຕໍ່ພຣະເຈົ້າ ແລະ ບໍ່ເຊື່ອຟັງຕໍ່ເນື້ອໜັງ; ການເຊື່ອພຣະເຈົ້າຄືການອະນຸຍາດໃຫ້ພຣະເຈົ້າຮັບເອົາຫົວໃຈທັງໝົດຂອງເຈົ້າ, ອະນຸຍາດໃຫ້ພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບ ແລະ ປົດປ່ອຍຕົວເຈົ້າເອງອອກຈາກນິໄສຊາຕານ. ການເຊື່ອໃນພຣະເຈົ້າ ຕົ້ນຕໍແລ້ວກໍເພື່ອວ່າລິດອຳນາດ ແລະ ລັດສະໝີພາບຂອງພຣະເຈົ້າຈະໄດ້ປາກົດໃນຕົວເຈົ້າ ເພື່ອວ່າເຈົ້າຈະໄດ້ເຮັດຕາມຄວາມປະສົງຂອງພຣະເຈົ້າ, ສຳເລັດແຜນການຂອງພຣະເຈົ້າ ແລະ ສາມາດເປັນພະຍານໃຫ້ແກ່ພຣະອົງຕໍ່ໜ້າຊາຕານ. ການເຊື່ອໃນພຣະເຈົ້າບໍ່ຄວນເພື່ອເຫັນໝາຍສໍາຄັນ ແລະ ສິ່ງມະຫັດສະຈັນ ຫຼື ເພື່ອເຫັນແກ່ຜົນປະໂຫຍດສ່ວນຕົວຂອງຮ່າງກາຍຕົນເອງ. ການເຊື່ອໃນພຣະເຈົ້າ ຄວນເຊື່ອເພື່ອສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ເພື່ອສາມາດເຊື່ອຟັງພຣະເຈົ້າ ແລະ ເປັນເໝືອນດັ່ງເປໂຕທີ່ເຊື່ອຟັງພຣະອົງຈົນເຖິງແກ່ຄວາມຕາຍ. ນີ້ແມ່ນສິ່ງຕົ້ນຕໍທີ່ຕ້ອງໄດ້ບັນລຸຜົນ. ການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າກໍ່ເພື່ອຮູ້ຈັກພຣະເຈົ້າ ແລະ ເພື່ອເຮັດໃຫ້ເປັນທີ່ພໍໃຈພຣະເຈົ້າ. ການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າເຮັດໃຫ້ເຈົ້າມີຄວາມຮູ້ກ່ຽວກັບພຣະເຈົ້າຫຼາຍຂຶ້ນ, ພຽງວິທີນີ້ເທົ່ານັ້ນເຈົ້າຈິ່ງສາມາດເຊື່ອຟັງພຣະເຈົ້າໄດ້. ພຽງແຕ່ເຈົ້າຮູ້ຈັກພຣະເຈົ້າເທົ່ານັ້ນ ເຈົ້າກໍສາມາດຮັກພຣະອົງໄດ້ ແລະ ນີ້ຄືເປົ້າໝາຍດຽວທີ່ມະນຸດຄວນມີໃນການເຊື່ອຕໍ່ພຣະເຈົ້າ. ຖ້າໃນການເຊື່ອຂອງເຈົ້າ, ເຈົ້າພະຍາຍາມຫວັງເຫັນໝາຍສໍາຄັນ ແລະ ສິ່ງມະຫັດສະຈັນ, ຄວາມເຊື່ອຂອງເຈົ້າແມ່ນບໍ່ຖືກຕ້ອງ. ການເຊື່ອໃນພຣະເຈົ້າ ຕົ້ນຕໍແລ້ວ ແມ່ນການຍອມຮັບພຣະທໍາຂອງພຣະເຈົ້າເປັນຄວາມຈິງແຫ່ງຊີວິດ. ມີພຽງການເອົາພຣະທໍາຂອງພຣະເຈົ້າທີ່ອອກຈາກປາກຂອງພຣະອົງໄປປະຕິບັດ ແລະ ເຮັດຕາມພຣະທໍາດ້ວຍຕົວເຈົ້າເອງເທົ່ານັ້ນ ຈິ່ງຖືວ່າເຈົ້າໄດ້ບັນລຸຕາມຄວາມປະສົງຂອງພຣະເຈົ້າ. ໃນການເຊື່ອໃນພຣະເຈົ້າ, ມະນຸດຄວນສະແຫວງຫາການຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ, ສາມາດອ່ອນນ້ອມຕໍ່ພຣະເຈົ້າ ແລະ ການເຊື່ອຟັງພຣະເຈົ້າຢ່າງສົມບູນ. ຖ້າເຈົ້າສາມາດເຊື່ອຟັງພຣະເຈົ້າໂດຍບໍ່ມີການຈົ່ມວ່າໃດໆ, ໃສ່ໃຈຕໍ່ຄວາມປະສົງຂອງພຣະເຈົ້າ, ບັນລຸຕາມວຸດທິພາວະຂອງເປໂຕ, ມີແນວທາງແບບເປໂຕທີ່ພຣະເຈົ້າໄດ້ກ່າວໄວ້ ແລ້ວນັ້ນກໍແມ່ນເວລາທີ່ເຈົ້າໄດ້ບັນລຸຜົນສຳເລັດໃນການເຊື່ອໃນພຣະເຈົ້າ ແລະ ເປັນການສະແດງໃຫ້ເຫັນວ່າ ເຈົ້າໄດ້ຖືກຮັບໂດຍພຣະເຈົ້າແລ້ວ.

(ຄັດຈາກບົດ “ທຸກສິ່ງບັນລຸໂດຍພຣະທໍາຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 1. ການປະຕິບັດຕາມຄວາມປະສົງຂອງພຣະເຈົ້າແມ່ນຫຍັງ ແລະ ການປະຕິບັດຕາມຄວາມປະສົງຂອງພຣະເຈົ້າເປັນພຽງແຕ່ການເທດສະໜາ ແລະ ປະຕິບັດພາລະກິດເພື່ອພຣະຜູ້ເປັນເຈົ້າ ຫຼື ບໍ່

ຕໍ່ໄປ: 3. ສິ່ງທີ່ຄົນໆໜຶ່ງທີ່ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ຄຳພະຍານແຫ່ງຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າເປັນ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້