3. ສິ່ງທີ່ຄົນໆໜຶ່ງທີ່ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ຄຳພະຍານແຫ່ງຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າເປັນ
ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ:
“ໂນອາເປັນຊາຍທີ່ທ່ຽງທຳ ແລະ ສົມບູນໃນລຸ້ນຂອງລາວ ແລະ ໂນອາເດີນຕາມພຣະເຈົ້າ. ໂນອາມີລູກຊາຍສາມຄົນ ເຊມ, ຮາມ ແລະ ຢາເຟດ. ແຜ່ນດິນໂລກເສື່ອມຊາມຕໍ່ໜ້າພຣະເຈົ້າເຊັ່ນດຽວກັນ ແລະ ແຜ່ນດິນໂລກເຕັມໄປດ້ວຍຄວາມວຸ້ນວາຍ. ພຣະເຈົ້າເບິ່ງແຜ່ນດິນໂລກ ແລະ ເຫັນວ່າ ມັນເສື່ອມຊາມ; ຍ້ອນເນື້ອໜັງທັງໝົດໄດ້ເຮັດໃຫ້ຫົນທາງຂອງເຂົາທີ່ຢູ່ເທິງແຜ່ນດິນໂລກເສື່ອມໂຊມ. ພຣະເຈົ້າຈຶ່ງເວົ້າກັບໂນອາວ່າ ການສິ້ນສຸດຂອງເນື້ອໜັງທັງໝົດແມ່ນໄດ້ມາຢູ່ຕໍ່ໜ້າເຮົາແລ້ວ; ຍ້ອນແຜ່ນດິນໂລກເຕັມໄປດ້ວຍຄວາມວຸ້ນວາຍ ແລະ ຈົ່ງເບິ່ງ ເຮົາຈະທຳລາຍພວກເຂົາພ້ອມກັບແຜ່ນດິນໂລກ. ເຈົ້າຈົ່ງສ້າງເຮືອໃຫຍ່ຈາກໄມ້ໂກເຟີ ເຈົ້າຕ້ອງສ້າງເຮືອນັ້ນໃຫ້ມີຫຼາຍຫ້ອງ ແລະ ທາຂີ້ຊີໃສ່ພາຍໃນ ແລະ ພາຍນອກ... ແລະ ທຸກສິ່ງທີ່ມີເນື້ອໜັງທີ່ມີຊີວິດທັງໝົດ, ເຈົ້າຈົ່ງນໍາເອົາສັດສອງໂຕຈາກທຸກໆປະເພດເຂົ້າໃນເຮືອ ເພື່ອຮັກສາໃຫ້ພວກມັນຢູ່ລອດຄືກັບເຈົ້າ; ພວກມັນຕ້ອງເປັນໂຕຜູ້ ແລະ ໂຕແມ່. ສັດມີປີກຕາມປະເພດຂອງມັນ ແລະ ງົວຄວາຍຕາມປະເພດຂອງມັນ ແລະ ທຸກສິ່ງທີ່ເລືອຄານເທິງແຜ່ນດິນໂລກຕາມປະເພດຂອງມັນ, ສັດສອງໂຕຈາກທຸກໆປະເພດຈະມາຫາເຈົ້າ ເພື່ອຮັກສາໃຫ້ພວກມັນມີຊີວິດຢູ່ ແລະ ເຈົ້າຈົ່ງນໍາອາຫານທຸກຢ່າງທີ່ກິນໄດ້ ແລະ ເຈົ້າຄວນຮວບຮວມມັນໄວ້ກັບເຈົ້າ, ມັນຈະເປັນອາຫານສໍາລັບພວກເຈົ້າ ແລະ ສຳລັບພວກມັນ. ສະນັ້ນ ໂນອາກໍໄດ້ເຮັດຕາມທຸກຢ່າງທີ່ພຣະເຈົ້າໄດ້ສັ່ງໄວ້ກັບລາວ” (ປະຖົມມະການ 6:9-22).
“ແລະ ພຣະອົງໄດ້ກ່າວວ່າ ຈົ່ງນໍາເອົາລູກຊາຍຂອງເຈົ້າ ອີຊາກ ເຊິ່ງເປັນລູກຊາຍຄົນດຽວຂອງເຈົ້າ ຜູ້ທີ່ເຈົ້າຮັກ ແລະ ເຈົ້າຈົ່ງໄປໃນດິນແດນແຫ່ງໂມຣີຢາ ແລ້ວຖວາຍລາວໃນທີ່ນັ້ນເພື່ອເປັນເຄື່ອງເຜົາບູຊາຢູ່ເທິງພູເຂົາທີ່ເຮົາຈະບອກເຈົ້າ ແລະ ໃນຕອນເຊົ້າຂອງມື້ນັ້ນ ອັບຣາຮາມກໍລຸກຂຶ້ນແຕ່ເຊົ້າ ແລ້ວໃສ່ອານເທິງລາຂອງລາວ ແລະ ນໍາຊາຍໜຸ່ມສອງຄົນໄປກັບລາພ້ອມດ້ວຍອີຊາກ ເຊິ່ງເປັນລູກຊາຍຂອງລາວ ແລະ ຫັກເອົາໄມ້ສຳລັບເຄື່ອງເຜົາບູຊາ ແລະ ຂຶ້ນໄປ ເທິງສະຖານທີ່ທີ່ພຣະເຈົ້າໄດ້ບອກລາວ... ແລະ ພວກເຂົາມາເຖິງສະຖານທີ່ທີ່ພຣະເຈົ້າໄດ້ບອກລາວ ແລະ ອັບຣາຮາມກໍສ້າງແທ່ນບູຊາຂຶ້ນໃນທີ່ນັ້ນ ແລະ ວາງໄມ້ໄວ້ເປັນລະບຽບ ແລະ ມັດອີຊາກ ເຊິ່ງເປັນລູກຊາຍຂອງລາວ ແລະ ວາງລາວລົງເທິງແທ່ນບູຊາເທິງໄມ້. ແລ້ວອັບຣາຮາມໄດ້ເດ່ມືຂອງລາວອອກ ແລະ ເອົາມີດເພື່ອຂ້າລູກຊາຍຂອງລາວ”(ປະຖົມມະການ 22:1-10).
“ມີຊາຍຄົນໜຶ່ງໃນດິນແດນອູເຊ ມີຊື່ວ່າໂຢບ, ຊາຍຄົນນັ້ນເປັນຄົນທີ່ສົມບູນ, ຊື່ສັດ, ເປັນຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ” (ໂຢບ 1:1).
“ແລ້ວໂຢບກໍລຸກຂຶ້ນ ແລະ ຈີກເສື້ອຄຸມຂອງລາວອອກ ແລະ ໂກນຫົວຂອງລາວ ແລະ ລົ້ມລົງກັບພື້ນ ແລະ ນະມັດສະການ ພ້ອມກັບເວົ້າວ່າ ຂ້ານ້ອຍໄດ້ເປືອຍອອກມາຈາກທ້ອງຂອງແມ່ຂອງຂ້ານ້ອຍ ແລະ ຂ້ານ້ອຍກໍຈະກັບຄືນໄປຍັງບ່ອນນັ້ນຢ່າງເປືອຍກາຍ; ພຣະເຢໂຮວາໄດ້ມອບໃຫ້ ແລະ ພຣະເຢໂຮວາໄດ້ເອົາຄືນໄປ; ພອນປະເສີດຈົ່ງມີແກ່ພຣະນາມຂອງພຣະເຢໂຮວາເທີ້ນ” (ໂຢບ 1:20-21)
ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:
ຕອນນີ້ພະເຈົ້າໄດ້ລິເລີ່ມການເຮັດໃຫ້ຜູ້ຄົນສົມບູນຢ່າງເປັນທາງການແລ້ວ. ເພື່ອສາມາດຖືກເຮັດໃຫ້ສົມບູນ, ຜູ້ຄົນຕ້ອງໄດ້ຜ່ານການເປີດເຜີຍ, ການພິພາກສາ ແລະ ການຕິສອນໂດຍພຣະທໍາຂອງພຣະເຈົ້າ ແລະ ປະສົບກັບການທົດລອງ ແລະ ການຫຼໍ່ຫຼອມຕາມພຣະທໍາຂອງພຣະອົງ (ເຊັ່ນການທົດລອງຂອງຜູ້ຮັບໃຊ້). ນອກຈາກນັ້ນ, ຜູ້ຄົນຕ້ອງສາມາດອົດທົນກັບການທົດລອງດ້ວຍຄວາມຕາຍ. ນັ້ນໝາຍຄວາມວ່າ ທ່າມກາງການພິພາກສາ, ການຕິສອນ ແລະ ການທົດລອງຂອງພຣະເຈົ້າ, ຜູ້ຄົນທີ່ປະຕິບັດຕາມຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງຈະສາມາດສັນລະເສີນພຣະເຈົ້າຈາກສ່ວນເລິກໃນຫົວໃຈຂອງພວກເຂົາ ແລະ ສາມາດເຊື່ອຟັງພຣະເຈົ້າໄດ້ຢ່າງສົມບູນ ແລະ ປະຖິ້ມຕົນເອງ, ເພື່ອຮັກພຣະເຈົ້າດ້ວຍຄວາມຈິງໃຈ, ໃຈດຽວ ແລະ ດ້ວຍຄວາມບໍລິສຸດ; ຄົນດັ່ງກ່າວແມ່ນບຸກຄົນທີ່ສົມບູນ ເຊິ່ງມັນແມ່ນພາລະກິດທີ່ພຣະເຈົ້າຕ້ອງການເຮັດ ແລະ ເປັນສິ່ງທີ່ພຣະເຈົ້າຕ້ອງການເຮັດໃຫ້ສໍາເລັດ.
(ຄັດຈາກບົດ “ກ່ຽວກັບຂັ້ນຕອນຂອງພາລະກິດຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ພຣະເຢຊູສາມາດປະຕິບັດຕາມການມອບໝາຍຂອງພຣະເຈົ້າ ນັ້ນກໍຄື ພາລະກິດການໄຖ່ບາບຂອງມະນຸດຊາດ ຍ້ອນວ່າພຣະອົງເອົາໃຈໃສ່ທຸກຢ່າງ ຕໍ່ຄວາມປະສົງຂອງພຣະເຈົ້າ ແລະ ບໍ່ເຄີຍປະຕິບັດແຜນການ ຫຼື ຈັດແຈງເພື່ອພຣະອົງເອງ. ດັ່ງນັ້ນພຣະອົງກໍຄືຜູ້ໃກ້ຊິດຂອງພຣະເຈົ້າເຊັ່ນກັນ ແລະ ພຣະອົງເອງກໍຍັງເປັນພຣະເຈົ້ານໍາອີກ ເຊິ່ງເປັນສິ່ງທີ່ພວກເຈົ້າເຂົ້າໃຈເປັນຢ່າງດີ (ຄວາມຈິງແລ້ວ, ພຣະອົງກໍຄືພຣະເຈົ້ານັ້ນເອງທີ່ໄດ້ຖືກປະຈັກພະຍານໂດຍພຣະເຈົ້າ. ເຮົາຍົກເລຶ່ອງນີ້ຂຶ້ນມາກ່າວກໍເພື່ອ ເອົາຄວາມເປັນຈິງຂອງພຣະເຢຊູນັ້ນ ມາສະແດງໃຫ້ເຫັນເຖິງເລຶ່ອງນີ້). ພຣະອົງຖືເອົາແຜນການຄຸ້ມຄອງຂອງພຣະເຈົ້າ ເປັນໃຈກາງ, ອະທິຖານເຖິງພຣະບິດາແຫ່ງສະຫວັນສະເໝີ ແລະ ສະແຫວງຫາຄວາມປະສົງຂອງພຣະບິດາແຫ່ງສະຫວັນນັ້ນຕະຫຼອດເວລາ. ພຣະອົງເຄີຍອະທິຖານ ແລະກ່າວດັ່ງນີ້: “ແດ່ພຣະຜູ້ເປັນເຈົ້າ ພຣະບິດາ! ຂໍໃຫ້ສໍາເລັດຜົນຕາມພຣະປະສົງຂອງພຣະອົງເທີນ ແລະ ຢ່າໃຫ້ເປັນໄປຕາມຄວາມປະສົງຂອງຂ້ານ້ອຍເລີຍ. ຂໍໃຫ້ພຣະອົງປະຕິບັດຕາມແຜນງານຂອງພຣະອົງນັ້ນເທີດ. ມະນຸດອາດອ່ອນແອ, ແຕ່ເຫດໃດພຣະອົງຕ້ອງເປັນຫ່ວງພວກເຂົາດ້ວຍ? ມະນຸດຄືມົດໃນກໍາມືຂອງພຣະອົງ ແລ້ວພວກເຂົາຈະເໝາະສົມກັບຄວາມຫ່ວງໃຍຂອງພຣະອົງແນວໃດ? ໃນຈິດໃຈຂອງຂ້ານ້ອຍ, ຂ້ານ້ອຍປາຖະໜາພຽງແຕ່ໃຫ້ໄດ້ບັນລຸຜົນຕາມພຣະປະສົງຂອງພຣະອົງເທົ່ານັ້ນ ແລະ ຂ້ານ້ອຍຂໍໃຫ້ພຣະອົງສາມາດປະຕິບັດໃນສິ່ງທີ່ພຣະອົງຈະປະຕິບັດກັບຂ້ານ້ອຍໃຫ້ໄດ້ຕາມຄວາມປາຖະໜາຂອງພຣະອົງນັ້ນດ້ວຍເທີ້ນ”. ລະຫວ່າງເດີນທາງໄປເມືອງເຢຣູຊາເລັມ, ພຣະເຢຊູຮູ້ສຶກເຈັບປວດທີ່ສຸດເໝືອນດັ່ງກັບວ່າມີມີດມາສຽບແທງຫົວໃຈຂອງພຣະອົງ, ແຕ່ພຣະອົງກໍບໍ່ເຄີຍມີເຈດຕະນາ ແມ່ນແຕ່ພຽງໜ້ອຍດຽວທີ່ຈະຄືນຄໍາເວົ້າຂອງພຣະອົງ; ຈະມີພະລັງອໍານາດບາງຢ່າງບັງຄັບໃຫ້ພຣະອົງເດີນໜ້າໄປເລື້ອຍໆຈົນໄປເຖິງບ່ອນທີ່ພຣະອົງຖືກຄຶງໃສ່ເທິງໄມ້ກາງແຂນ. ໃນທີ່ສຸດ, ພຣະອົງກໍຖືກຕອກຄຶງໃສ່ໄມ້ກາງແຂນ ແລະກາຍເປັນເໝືອນເນື້ອໜັງທີ່ເຕັມໄປດ້ວຍຄວາມບາບ. ພຣະອົງໄດ້ສໍາເລັດພາລະກິດແຫ່ງການໄຖ່ບາບຂອງມະນຸດຊາດ. ແລະ ລອດພົ້ນຈາກໂສ້ເຫຼັກແຫ່ງຄວາມຕາຍ ແລະ ແດນແຫ່ງມໍລະນາ. ຕໍ່ໜ້າພຣະອົງ, ຄວາມຕາຍ, ນາຮົກ ແລະ ແດນແຫ່ງມໍລະນາກໍໝົດອໍານາດລົງແລະຖືກທໍາລາຍໂດຍພຣະອົງ. ພຣະອົງມີຊີວິດຢູ່ໄດ້ສາມສິບປີ, ຕະຫຼອດໄລຍະເວລາສາມສິບປີນັ້ນ ພຣະອົງໄດ້ປະຕິບັດສຸດຄວາມສາມາດຂອງພຣະອົງເພື່ອບັນລຸຕາມຄວາມປະສົງຂອງພຣະເຈົ້າ ໂດຍອີງຕາມພາລະກິດຂອງພຣະເຈົ້າໃນເວລານັ້ນ. ພຣະອົງບໍ່ເຄີຍຄິດສົນໃຈກ່ຽວກັບຜົນໄດ້ ຫຼື ຜົນເສຍຂອງພຣະອົງເອງ ແລະ ມີແຕ່ຄິດໃສ່ຄວາມປະສົງຂອງພຣະເຈົ້າ ພຣະຜູ້ເປັນບິດາສະເໝີ. ດັ່ງນັ້ນ, ຫລັງຈາກພຣະອົງໄດ້ຮັບບັບຕິສະມາ, ພຣະເຈົ້າໄດ້ກ່າວວ່າ: “ນີ້ຄືບຸດຊາຍອັນເປັນທີ່ຮັກຂອງເຮົາ ທີ່ເຮົາເພິ່ງພໍໃຈທີ່ສຸດ”. ເພາະວ່າການຮັບໃຊ້ຂອງພຣະອົງສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ, ພຣະເຈົ້າໄດ້ມອບພາລະອັນໜັກໜ່ວງໃນການໄຖ່ບາບໃຫ້ແກ່ມະນຸດຊາດໄວ້ເທິງບ່າໄລ່ຂອງພຣະອົງ ແລະ ບັງຄັບໃຫ້ພຣະອົງຈົ່ງໄປປະຕິບັດຕາມໃຫ້ສໍາເລັດ. ພຣະອົງແມ່ນຜູ້ທີ່ມີຄຸນວຸດທິ ແລະ ມີສິດ ທີ່ສາມາດປະຕິບັດພາລະໜ້າທີ່ອັນສໍາຄັນດັ່ງກ່າວນັ້ນໃຫ້ສໍາເລັດ. ຕະຫຼອດຊີວິດຂອງພຣະອົງ, ພຣະອົງອົດທົນກັບຄວາມເຈັບປວດຢ່າງມະຫາສານເພື່ອພຣະເຈົ້າ ແລະ ພຣະອົງເຄີຍຖືກຊາຕານຫຼອກລວງຈົນນັບບໍ່ຖ້ວນ, ແຕ່ພຣະອົງກໍບໍ່ເຄີຍທໍ້ຖອຍໃຈ. ພຣະເຈົ້າມອບໜ້າທີ່ໃຫ້ກັບພຣະອົງ ກໍເພາະວ່າພຣະເຈົ້າເຊື່ອໃຈແລະ ຮັກພຣະອົງ. ດ້ວຍເຫດນີ້, ພຣະເຈົ້າຈຶ່ງໄດ້ກ່າວເປັນສ່ວນຕົວວ່າ: “ນີ້ຄືບຸດຊາຍອັນເປັນທີ່ຮັກຂອງເຮົາ ທີ່ເຮົາເພິ່ງພໍໃຈທີ່ສຸດ”.
(ຄັດຈາກບົດ “ວິທີຮັບໃຊ້ໃຫ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ຄົນທີ່ຮັບໃຊ້ພຣະເຈົ້າຄວນເປັນຄົນທີ່ໃກ້ຊິດກັບພຣະເຈົ້າ, ພວກເຂົາຄວນເປັນຄົນທີ່ພຣະເຈົ້າຮັກແພງ ແລະ ມີຄວາມສາມາດທີ່ຈະຈົງຮັກພັກດີຕໍ່ພຣະເຈົ້າຢ່າງແທ້ຈິງ. ບໍ່ວ່າເຈົ້າຈະເຮັດລັບຫລັງຜູ້ຄົນ ຫຼື ຕໍ່ໜ້າພວກເຂົາກໍຕາມ, ເຈົ້າຈະສາມາດຮັບຄວາມປິຕິຍິນດີຈາກພຣະເຈົ້າຕໍ່ໜ້າພຣະອົງໄດ້, ເຈົ້າຈະສາມາດຢຶດໝັ້ນຕໍ່ພຣະເຈົ້າ ແລະ ບໍ່ວ່າຄົນອື່ນຈະປະຕິບັດຕໍ່ເຈົ້າດ້ວຍວິທີໃດກໍຕາມ ເຈົ້າຈະເດີນຕາມເສັ້ນທາງຂອງເຈົ້າ ແລະ ຮັບປະຕິບັດຕໍ່ພາລະຂອງພຣະເຈົ້າຢ່າງສຸດໃຈ. ນີ້ຄືຄວາມໃກ້ຊິດຕໍ່ພຣະເຈົ້າ ເຊິ່ງຄວາມໃກ້ຊິດນີ້ຈະສາມາດປະຕິບັດຮັບໃຊ້ພຣະອົງໂດຍກົງ ເພາະວ່າ ພວກເຂົາໄດ້ຮັບເອົາຫົວໃຈຂອງພຣະເຈົ້າມາເປັນຫົວໃຈຂອງຕົວເອງໄປແລ້ວ ແລະ ຍອມຮັບເອົາພາລະຂອງພຣະເຈົ້າເໝືອນດັ່ງພາລາຂອງຕົນເອງແລະບໍ່ໄດ້ສົນໃຈວ່າພວກເຂົາຈະໄດ້ຮັບຄວາມຫວັງ ຫຼື ບໍ່ມີຄວາມຫວັງໃດໆກໍຕາມ. ເຖິງແມ່ນວ່າເມື່ອພວກເຂົາຈະບໍ່ມີຄວາມຫວັງແລະ ຈະບໍ່ໄດ້ຮັບຜົນປະໂຫຍດຫຍັງ, ພວກເຂົາກໍຈະເຊື່ອຖືພຣະເຈົ້າດ້ວຍຈິດໃຈທີ່ເຕັມໄປດ້ວຍຄວາມຮັກຢ່າງແທ້ຈິງ. ນີ້ຄືປະເພດຂອງຄົນທີ່ໃກ້ຊິດຂອງພຣະເຈົ້າ. ຄວາມໃກ້ຊິດຂອງພຣະເຈົ້າຄືຄວາມໝັ້ນໃຈ ແລະ ມີພຽງມິດສະຫາຍຂອງພຣະເຈົ້າເທົ່ານັ້ນທີ່ຈະສາມາດແບ່ງປັນຄວາມກະວົນກະວາຍ ແລະ ຄວາມຄິດຂອງພຣະອົງໄດ້ ແລະ ເຖິງແມ່ນວ່າຮ່າງກາຍຂອງພວກເຂົາຈະເຈັບປວດ ແລະອິດເມື່ອຍພຽງໃດກໍ່ຕາມ, ພວກເຂົາກໍ່ຈະສາມາດອົດທົນຕໍ່ຄວາມເຈັບປວດ ແລະ ປັດເປົ່າສິ່ງເຫຼົ່ານັ້ນຖິ້ມໄປ ເພາະພວກເຂົາຮັກໃນສິ່ງທີ່ພຣະເຈົ້າເພິ່ງພໍໃຈ. ພຣະເຈົ້າຈະເອົາພາລະໃຫ້ກັບຜູ້ຄົນເຫຼົ່ານີ້ຫຼາຍຂຶ້ນ ແລະ ສິ່ງທີ່ພຣະເຈົ້າປາຖະໜາຈະເຮັດແມ່ນປາກົດອອກໃນຄຳພະຍານຂອງຜູ້ຄົນດັ່ງກ່າວ. ສະນັ້ນ ຜູ້ຄົນເຫຼົ່ານີ້ຄືຜູ້ຄົນທີ່ພຣະເຈົ້າຮັກ, ພວກເຂົາແມ່ນຄົນຮັບໃຊ້ພຣະເຈົ້າ ຜູ້ທີ່ສະແຫວງຫາຄວາມຮັກຈາກພຣະອົງ ແລະ ມີພຽງຜູ້ຄົນແບບນີ້ເທົ່ານັ້ນທີ່ສາມາດປົກຄອງຮ່ວມກັນກັບພຣະເຈົ້າໄດ້.
(ຄັດຈາກບົດ “ວິທີຮັບໃຊ້ໃຫ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ສຳລັບພຣະເຈົ້າ, ບໍ່ວ່າຄົນໆໜຶ່ງເປັນຜູ້ຍິ່ງໃຫຍ່ ຫຼື ຄົນບໍ່ສຳຄັນກໍຕາມ, ຕາບໃດທີ່ເຂົາສາມາດຟັງພຣະອົງ, ເຊື່ອຟັງຄຳສັ່ງຂອງພຣະອົງ ແລະ ສິ່ງທີ່ພຣະອົງມອບໝາຍໃຫ້ ພ້ອມທັງສາມາດຮ່ວມມືໃນພາລະກິດຂອງພຣະອົງ, ຄວາມປະສົງຂອງພຣະອົງ ແລະ ແຜນການຂອງພຣະອົງ ເພື່ອວ່າ ຄວາມປະສົງຂອງພຣະອົງ ແລະ ແຜນການຂອງພຣະອົງຈະສາມາດປະສົບຜົນສຳເລັດໄດ້ຢ່າງລາບລື້ນ, ແລ້ວການກະທໍາເຫຼົ່ານັ້ນກໍຄູ່ຄວນແກ່ການຈາລຶກຈາກພຣະອົງ ແລະ ໄດ້ຮັບພອນຂອງພຣະອົງ. ພຣະເຈົ້າຖະນຸຖະໜອມຄົນເຊັ່ນນັ້ນ ແລະ ພຣະອົງຮັກຫອມການກະທຳຂອງພວກເຂົາ ພ້ອມຄວາມຮັກ ແລະ ຄວາມສະເໜ່ຫາຂອງພວກເຂົາທີ່ມີຕໍ່ພຣະອົງ. ນີ້ແມ່ນທັດສະນະຂອງພຣະເຈົ້າ.
(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ I” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ເມື່ອໂຢບໄດ້ຜ່ານການທົດລອງຂອງເພິ່ນເປັນຄັ້ງທຳອິດ, ເພິ່ນກໍໄດ້ສູນເສຍຊັບສິນທຸກຢ່າງຂອງເພິ່ນ ແລະ ລູກໆທຸກຄົນຂອງເພິ່ນ, ແຕ່ເພິ່ນກໍບໍ່ໄດ້ລົ້ມລົງ ຫຼື ກ່າວສິ່ງໃດທີ່ເປັນຜົນບາບຕໍ່ພຣະເຈົ້າ. ເພິ່ນໄດ້ເອົາຊະນະການທົດລອງຂອງຊາຕານ ແລະ ເພິ່ນໄດ້ເອົາຊະນະວັດຖຸທີ່ເປັນຊັບສິນຂອງເພິ່ນ, ເຊື້ອສາຍຂອງເພິ່ນ ແລະ ການທົດລອງໃນການສູນເສຍຊັບສິນທາງໂລກຂອງເພິ່ນ, ເຊິ່ງເວົ້າໄດ້ວ່າ ເພິ່ນສາມາດເຊື່ອຟັງພຣະເຈົ້າໃນຂະນະທີ່ພຣະອົງເອົາສິ່ງຕ່າງໆໄປຈາກເພິ່ນ ແລະ ເພິ່ນຍັງສາມາດຂອບຄຸນ ແລະ ສັນລະເສີນພຣະເຈົ້າຍ້ອນສິ່ງທີ່ພຣະເຈົ້າໄດ້ເຮັດ. ນັ້ນແມ່ນຄວາມປະພຶດຂອງໂຢບໃນລະຫວ່າງການລໍ້ລວງຄັ້ງທຳອິດຂອງຊາຕານ ແລະ ນີ້ຍັງເປັນຄຳພະຍານຂອງໂຢບໃນລະຫວ່າງການທົດລອງຄັ້ງທຳອິດຂອງພຣະເຈົ້າ. ໃນການທົດລອງຄັ້ງທີສອງ, ຊາຕານເດ່ມືຂອງມັນອອກເພື່ອທໍາຮ້າຍໂຢບ ແລະ ເຖິງແມ່ນໂຢບໄດ້ຜະເຊີນກັບຄວາມເຈັບປວດຢ່າງຮຸນແຮງທີ່ເພິ່ນບໍ່ເຄີຍຮູ້ສຶກມາກ່ອນ, ຄຳພະຍານຂອງເພິ່ນກໍຍັງພຽງພໍທີ່ເຮັດໃຫ້ຜູ້ຄົນຕົກຕະລຶງ. ເພິ່ນໃຊ້ຄວາມອົດທົນຂອງເພິ່ນ, ຄວາມເຊື່ອ ແລະ ຄວາມເຊື່ອຟັງຕໍ່ພຣະເຈົ້າ ພ້ອມທັງຄວາມຢຳເກງຂອງເພິ່ນຕໍ່ພຣະເຈົ້າ ເພື່ອເອົາຊະນະຊາຕານອີກຄັ້ງ ແລະ ຄວາມປະພຶດຂອງເພິ່ນ ແລະ ຄຳພະຍານຂອງເພິ່ນກໍໄດ້ຮັບຄວາມເຫັນດີເຫັນພ້ອມ ແລະ ຄວາມນິຍົມຊົມຊອບຈາກພຣະເຈົ້າອີກຄັ້ງ. ໃນລະຫວ່າງການລໍ້ລວງ, ໂຢບໃຊ້ຄວາມປະພຶດທີ່ແທ້ຈິງຂອງເພິ່ນເພື່ອປະກາດຕໍ່ຊາຕານວ່າ ຄວາມເຈັບປວດຂອງເນື້ອໜັງບໍ່ສາມາດປ່ຽນແປງຄວາມເຊື່ອຂອງເພິ່ນ ແລະ ຄວາມເຊື່ອຟັງຕໍ່ພຣະເຈົ້າ ຫຼື ເອົາຄວາມອຸທິດຕໍ່ພຣະເຈົ້າ ແລະ ຄວາມຢຳເກງພຣະເຈົ້າໄປໄດ້; ເພິ່ນຈະບໍ່ປະຕິເສດພຣະເຈົ້າ ຫຼື ຍອມສະຫຼະຄວາມສົມບູນ ແລະ ຄວາມຊື່ສັດຂອງເພິ່ນ ຍ້ອນເພິ່ນໄດ້ຜະເຊີນກັບຄວາມຕາຍ. ຄວາມຕັ້ງໃຈຂອງໂຢບເຮັດໃຫ້ຊາຕານຢ້ານກົວ, ຄວາມເຊື່ອຂອງເພິ່ນເຮັດໃຫ້ຊາຕານຢ້ານ ແລະ ສັ່ນເຊັນ, ຄວາມຕັ້ງໝັ້ນທີ່ເພິ່ນຕໍ່ສູ້ກັບຊາຕານໃນລະຫວ່າງການສູ້ຮົບດ້ວຍຄວາມເປັນຄວາມຕາຍຂອງພວກເຂົາໄດ້ກໍ່ໃຫ້ເກີດຄວາມກຽດຊັງ ແລະ ຄວາມແຄ້ນໃຈຢ່າງຮຸນແຮງໃນຊາຕານ; ຄວາມສົມບູນ ແລະ ຄວາມຊື່ສັດຂອງເພິ່ນໄດ້ເຮັດໃຫ້ຊາຕານບໍ່ສາມາດເຮັດຫຍັງພິ່ນໄດ້, ຈົນໃນທີ່ສຸດ ຊາຕານກໍປະຖິ້ມການໂຈມຕີຂອງມັນ ແລະ ຍອມປະຖິ້ມຄຳກ່າວຫາຂອງມັນຕໍ່ກັບໂຢບທີ່ມັນໄດ້ວາງໄວ້ຕໍ່ໜ້າພຣະເຈົ້າເຢໂຮວາ. ນີ້ໝາຍຄວາມວ່າ ໂຢບໄດ້ເອົາຊະນະໂລກ, ເພິ່ນໄດ້ເອົາຊະນະເນື້ອໜັງ, ເພິ່ນໄດ້ເອົາຊະນະຊາຕານ ແລະ ເພິ່ນໄດ້ເອົາຊະນະຄວາມຕາຍ; ເພິ່ນເປັນຄົນຂອງພຣະເຈົ້າຢ່າງສົມບູນ ແລະ ຢ່າງແທ້ຈິງ. ໃນລະຫວ່າງການທົດລອງສອງຄັ້ງນີ້, ໂຢບຍຶດໝັ້ນໃນຄຳພະຍານຂອງເພິ່ນ, ດຳລົງຊີວິດຕາມຄວາມສົມບູນ ແລະ ຄວາມຊື່ສັດຂອງເພິ່ນຢ່າງແທ້ຈິງ ແລະ ຂະຫຍາຍຂອບເຂດຫຼັກການດຳລົງຊີວິດຂອງເພິ່ນໃນການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ. ຜ່ານການທົດລອງສອງຄັ້ງນີ້ ໄດ້ເຮັດໃຫ້ເກີດມີປະສົບການທີ່ອຸດົມສົມບູນຂຶ້ນ ແລະ ປະສົບການນີ້ກໍເຮັດໃຫ້ເພິ່ນເປັນຜູ້ໃຫຍ່ຂຶ້ນ ແລະ ມີປະສົບການຫຼາຍຂຶ້ນ, ມັນເຮັດໃຫ້ເພິ່ນເຂັ້ມແຂງຂຶ້ນ ແລະ ມີຄວາມເຊື່ອທີ່ຍິ່ງໃຫຍ່ຂຶ້ນ ແລະ ມັນເຮັດໃຫ້ເພິ່ນໝັ້ນໃຈໃນຄວາມຖືກຕ້ອງ ແລະ ຄຸນຄ່າຂອງຄວາມຊື່ສັດທີ່ເພິ່ນຍຶດໝັ້ນຫຼາຍຂຶ້ນ. ການທີ່ພຣະເຈົ້າເຢໂຮວາທົດລອງໂຢບໄດ້ເຮັດໃຫ້ເພິ່ນມີຄວາມເຂົ້າໃຈ ແລະ ຄວາມຮູ້ສຶກທີ່ເລິກເຊິ່ງກ່ຽວກັບຄວາມຫ່ວງໃຍຂອງພຣະເຈົ້າທີ່ມີຕໍ່ມະນຸດ ແລະ ເຮັດໃຫ້ເພິ່ນໄດ້ຮູ້ສຶກເຖິງຄວາມລໍ້າຄ່າຂອງຄວາມຮັກຂອງພຣະເຈົ້າ ເຊິ່ງໄດ້ເພີ່ມຄວາມເຫັນອົກເຫັນໃຈ ແລະ ຄວາມຮັກສຳລັບພຣະເຈົ້າເຂົ້າໃນຄວາມຢຳເກງພຣະເຈົ້າຂອງເພິ່ນ. ການທົດລອງຂອງພຣະເຈົ້າເຢໂຮວາບໍ່ພຽງແຕ່ບໍ່ເຮັດໃຫ້ໂຢບບາດໝາງຕໍ່ພຣະອົງ, ແຕ່ຍັງນໍາຫົວໃຈຂອງເພິ່ນເຂົ້າໃກ້ພຣະເຈົ້າຍິ່ງຂຶ້ນ. ເມື່ອຄວາມເຈັບປວດຝ່າຍເນື້ອໜັງທີ່ໂຢບອົດກັ້ນນັ້ນໄດ້ໄປເຖິງຈຸດສູງສຸດ, ຄວາມເປັນຫ່ວງທີ່ເພິ່ນຮູ້ສຶກຈາກພຣະເຈົ້າເຢໂຮວາເຮັດໃຫ້ເພິ່ນສາບແຊ່ງມື້ເກີດຂອງເພິ່ນ. ຄວາມປະພຶດດັ່ງກ່າວບໍ່ໄດ້ກະກຽມໄວ້ມາກ່ອນ, ແຕ່ເປັນການເປີດເຜີຍໂດຍທຳມະຊາດເຖິງຄວາມເຫັນອົກເຫັນໃຈ ແລະ ຄວາມຮັກຈາກພາຍໃນຫົວໃຈຂອງເພິ່ນທີ່ມີຕໍ່ພຣະເຈົ້າ, ມັນເປັນການເປີດເຜີຍໂດຍທຳມະຊາດທີ່ມາຈາກຄວາມເຫັນອົກເຫັນໃຈຂອງເພິ່ນ ແລະ ຄວາມຮັກສຳລັບພຣະເຈົ້າ. ນີ້ໝາຍຄວາມວ່າ ຍ້ອນເພິ່ນກຽດຊັງຕົນເອງ ແລະ ເພິ່ນບໍ່ເຕັມໃຈ ແລະ ບໍ່ສາມາດທົນຕໍ່ການທໍລະມານພຣະເຈົ້າ, ສະນັ້ນຄວາມເຫັນອົກເຫັນໃຈ ແລະ ຄວາມຮັກຂອງເພິ່ນຈຶ່ງໄປເຖິງຈຸດທີ່ບໍ່ມີຂອບເຂດ. ໃນເວລານີ້, ໂຢບໄດ້ຍົກການເຄົາລົບບູຊາເປັນເວລາດົນນານ ແລະ ຄວາມປາຖະໜາຫາພຣະເຈົ້າ ແລະ ຄວາມອຸທິດແກ່ພຣະເຈົ້າຂຶ້ນສູ່ລະດັບເຫັນອົກເຫັນໃຈ ແລະ ຄວາມຮັກ. ໃນເວລາດຽວກັນ, ເພິ່ນຍັງໄດ້ຍົກລະດັບຄວາມເຊື່ອຂອງເພິ່ນ ແລະ ຄວາມເຊື່ອຟັງພຣະເຈົ້າ ແລະ ຄວາມຢຳເກງພຣະເຈົ້າໄປເຖິງລະດັບທີ່ເຫັນອົກເຫັນໃຈ ແລະ ຮັກ. ເພິ່ນບໍ່ຍອມໃຫ້ຕົນເອງເຮັດຫຍັງທີ່ຈະກໍ່ຄວາມເສຍຫາຍແກ່ພຣະເຈົ້າ, ເພິ່ນບໍ່ອະນຸຍາດໃຫ້ຕົນປະພຶດຫຍັງກໍຕາມທີ່ຈະທຳຮ້າຍພຣະເຈົ້າ ແລະ ບໍ່ຍອມໃຫ້ຕົນເອງນໍາຄວາມໂສກເສົ້າ, ຄວາມເສຍໃຈ ຫຼື ແມ່ນແຕ່ຄວາມທຸກໃຈມາສູ່ພຣະເຈົ້າຍ້ອນເຫດຜົນຂອງເພິ່ນເອງ. ໃນສາຍຕາຂອງພຣະເຈົ້າ, ເຖິງແມ່ນໂຢບຍັງເປັນໂຢບຄືເກົ່າ, ຄວາມເຊື່ອ, ຄວາມເຊື່ອຟັງ ແລະ ຄວາມຢຳເກງພຣະເຈົ້າຂອງໂຢບໄດ້ນໍາຄວາມພໍໃຈ ແລະ ຄວາມສຸກມາໃຫ້ພຣະເຈົ້າຢ່າງສົມບູນ. ໃນເວລານີ້, ໂຢບໄດ້ຮັບເອົາຄວາມສົມບູນທີ່ພຣະເຈົ້າຄາດຫວັງໃຫ້ເພິ່ນໄດ້ຮັບ; ເພິ່ນໄດ້ກາຍມາເປັນຄົນທີ່ສົມຄວນແກ່ການຖືກເອີ້ນວ່າ “ສົມບູນ ແລະ ຊື່ສັດ” ໃນສາຍຕາຂອງພຣະເຈົ້າ. ການກະທຳທີ່ຊອບທຳຂອງເພິ່ນເຮັດໃຫ້ເພິ່ນໄດ້ເອົາຊະນະຊາຕານ ແລະ ຍຶດໝັ້ນໃນຄຳພະຍານຂອງເພິ່ນຕໍ່ພຣະເຈົ້າ. ພ້ອມນັ້ນ ການກະທຳທີ່ຊອບທຳຂອງເພິ່ນຍັງເຮັດໃຫ້ເພິ່ນສົມບູນ ແລະ ເຮັດໃຫ້ຄຸນຄ່າໃນຊີວິດຂອງເພິ່ນຖືກຍົກຂຶ້ນ ແລະ ດີກວ່າແຕ່ກ່ອນ ແລະ ພວກມັນຍັງເຮັດໃຫ້ເພິ່ນເປັນຄົນທຳອິດທີ່ຈະບໍ່ຖືກໂຈມຕີ ແລະ ລໍ້ລວງໂດຍຊາຕານອີກຕໍ່ໄປ. ຍ້ອນໂຢບຊອບທຳ, ເພິ່ນຈຶ່ງຖືກຊາຕານກ່າວໂທດ ແລະ ລໍ້ລວງ; ຍ້ອນໂຢບຊອບທຳ, ເພິ່ນຈຶ່ງຖືກມອບໃຫ້ແກ່ຊາຕານ; ແລະ ຍ້ອນໂຢບຊອບທຳ, ເພິ່ນຈຶ່ງໄດ້ເອົາຊະນະ ແລະ ເຮັດໃຫ້ຊາຕານປະລາໄຊ ແລະ ຍຶດໝັ້ນໃນຄຳພະຍານຂອງເພິ່ນ. ຕັ້ງແຕ່ນີ້ເປັນຕົ້ນໄປ ໂຢບຈຶ່ງກາຍມາເປັນມະນຸດຄົນທຳອິດທີ່ບໍ່ຖືກມອບໃຫ້ແກ່ຊາຕານອີກຈັກເທື່ອ, ເພິ່ນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ ແລະ ດຳລົງຊີວິດໃນແສງສະຫວ່າງຢ່າງແທ້ຈິງ, ພາຍໃຕ້ພອນຂອງພຣະເຈົ້າ ໂດຍປາສະຈາກການສອດແນມ ຫຼື ຄວາມພິນາດຂອງຊາຕານ... ເພິ່ນກາຍມາເປັນມະນຸດທີ່ແທ້ຈິງໃນສາຍຕາຂອງພຣະເຈົ້າ; ເພິ່ນຖືກປ່ອຍໃຫ້ເປັນອິດສະຫຼະ...
(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ແມ່ນຫຍັງກໍຕາມທີ່ຢູ່ໃນຊີວິດຂອງເປໂຕທີ່ບໍ່ປະຕິບັດຕາມຄວາມປາຖະໜາຂອງພຣະເຈົ້າແມ່ນຈະເຮັດໃຫ້ລາວຮູ້ສຶກບໍ່ສະບາຍໃຈ. ຖ້າມັນບໍ່ປະຕິບັດຕາມຄວາມປາຖະໜາຂອງພຣະເຈົ້າ, ລາວກໍຮູ້ສຶກສຳນຶກຜິດ ແລະ ຈະຊອກຫາຫົນທາງທີ່ເໝາະສົມທີ່ລາວສາມາດພະຍາຍາມເພື່ອເຮັດໃຫ້ພຣະເຈົ້າພໍໃຈໄດ້. ແມ່ນແຕ່ໃນດ້ານຊີວິດຂອງລາວຈະເລັກນ້ອຍທີ່ສຸດ ແລະ ບໍ່ມີຄວາມໝາຍຫຍັງ, ລາວກໍຍັງຮຽກຮ້ອງໃຫ້ຕົນເອງປະຕິບັດຕາມຄວາມປາຖະໜາຂອງພຣະເຈົ້າ. ລາວເຂັ້ມງວດຫຼາຍ ເມື່ອເວົ້າເຖິງອຸປະນິໄສເກົ່າຂອງລາວ, ເຄັ່ງຄັດໃນເງື່ອນໄຂທີ່ລາວມີຕໍ່ຕົນເອງເພື່ອພັດທະນາເຂົ້າສູ່ຄວາມຈິງໃຫ້ເລິກເຊິ່ງຫຼາຍຍິ່ງຂຶ້ນ... ໃນຄວາມເຊື່ອທີ່ລາວມີໃນພຣະເຈົ້າ, ເປໂຕສະແຫວງຫາເພື່ອເຮັດໃຫ້ພຣະເຈົ້າພໍໃຈໃນທຸກສິ່ງ ແລະ ສະແຫວງຫາເພື່ອເຊື່ອຟັງທຸກສິ່ງທີ່ມາຈາກພຣະເຈົ້າ. ລາວສາມາດຮັບເອົາການຕີສອນ ແລະ ການພິພາກສາໂດຍບໍ່ຕໍ່ວ່າແມ່ນແຕ່ໜ້ອຍດຽວ ພ້ອມທັງການຫຼໍ່ຫຼອມ, ຄວາມລຳບາກຍາກແຄ້ນ ແລະ ຄວາມຂາດເຂີນໃນຊີວິດຂອງລາວອີກດ້ວຍ ເຊິ່ງບໍ່ມີຫຍັງທີ່ສາມາດປ່ຽນແປງຄວາມຮັກທີ່ລາວມີໃຫ້ກັບພຣະເຈົ້າໄດ້. ນີ້ບໍ່ແມ່ນຄວາມຮັກພຣະເຈົ້າຢ່າງສູງສຸດບໍ? ນີ້ບໍ່ແມ່ນການປະຕິບັດຕາມໜ້າທີ່ຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າບໍ? ບໍ່ວ່າຈະເປັນການຕີສອນ, ການພິພາກສາ ຫຼື ຄວາມລໍາບາກຍາກແຄ້ນ, ເຈົ້າສາມາດບັນລຸຄວາມເຊື່ອຟັງຈົນຕາຍສະເໝີ ແລະ ນີ້ແມ່ນສິ່ງ ທີ່ສິ່ງຖືກສ້າງຂອງພຣະເຈົ້າຄວນບັນລຸໃຫ້ໄດ້, ນີ້ຄືຄວາມບໍລິສຸດແຫ່ງຄວາມຮັກສຳລັບພຣະເຈົ້າ. ຖ້າມະນຸດສາມາດບັນລຸຫຼາຍສໍ່ານີ້, ເຂົາກໍຈະເປັນສິ່ງຖືກສ້າງທີ່ມີຄຸນສົມບັດຂອງພຣະເຈົ້າ ແລະ ບໍ່ມີຫຍັງທີ່ປະຕິບັດຕາມຄວາມປາຖະໜາຂອງພຣະຜູ້ສ້າງໄດ້ດີກວ່ານີ້.
(ຄັດຈາກບົດ “ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ເມື່ອກ່າວເຖິງເປໂຕ, ຜູ້ຄົນແມ່ນມີແຕ່ສິ່ງດີໆທີ່ຈະເວົ້າກ່ຽວກັບລາວໂດຍບໍ່ມີວັນສິ້ນສຸດ. ພວກເຂົາສາມາດຈື່ໄດ້ເຖິງສາມຄັ້ງທີ່ລາວບໍ່ຍອມຮັບພຣະເຈົ້າ, ວິທີທີ່ລາວທົດສອບພຣະເຈົ້າໂດຍການໃຫ້ບໍລິການແກ່ຊາຕານ ແລະ ໃນທີ່ສຸດ ກໍຄືການຖືກຄຶງປີ້ນຫົວລົງຢູ່ເທິງໄມ້ກາງແຂນເພື່ອພຣະເຈົ້າ ແລະ ອື່ນໆ. ບັດນີ້ ເຮົາຈະສຸມໃສ່ການອະທິບາຍໃຫ້ພວກເຈົ້າຮູ້ວ່າ ເປໂຕຮູ້ຈັກເຮົາແນວໃດ ແລະ ຈຸດຈົບຂອງລາວເປັນແບບໃດ. ເປໂຕມີຄວາມສາມາດດີ ແຕ່ສະຖານະການຂອງລາວບໍ່ຄືກັນກັບໂປໂລ: ພໍ່ແມ່ຂອງລາວຂົ່ມເຫັງເຮົາ, ພວກເຂົາເປັນຜີສາດທີ່ຖືກຊາຕານຄອບງໍາ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງບໍ່ໄດ້ສອນຫຍັງກ່ຽວກັບພຣະເຈົ້າໃຫ້ເປໂຕ. ເປໂຕສະຫຼາດ, ມີພອນສະຫວັນ ແລະ ໄດ້ຮັບຄວາມຮັກຫຼາຍຈາກພໍ່ແມ່ຂອງລາວໃນຕອນອາຍຸຍັງນ້ອຍ. ແຕ່ເຖິງຢ່າງນັ້ນກໍຕາມ ໃນຕອນທີ່ເປັນຜູ້ໃຫຍ່ ລາວໄດ້ກາຍເປັນສັດຕູຂອງພວກເຂົາ ຍ້ອນລາວບໍ່ເຄີຍຢຸດທີ່ຈະສະແຫວງຫາຄວາມຮູ້ກ່ຽວກັບເຮົາ ແລະ ຕໍ່ມາກໍໄດ້ຫັນຫຼັງຂອງລາວໃຫ້ກັບພວກເຂົາ. ສໍາຄັນໄປກວ່ານັ້ນ ກໍຍ້ອນລາວເຊື່ອວ່າ ສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງແມ່ນຢູ່ໃນມືຂອງພຣະອົງຜູ້ຊົງລິດທານຸພາບສູງສຸດ ແລະ ທຸກສິ່ງທີ່ເປັນບວກແມ່ນມາຈາກພຣະເຈົ້າ ແລະ ອອກຈາກພຣະອົງໂດຍກົງ ໂດຍບໍ່ຖືກຄອບງໍາໂດຍຊາຕານ. ຄວາມຂັດແຍ້ງຂອງພໍ່ແມ່ຂອງເປໂຕໄດ້ມອບຄວາມຮູ້ທີ່ຍິ່ງໃຫຍ່ກ່ຽວກັບຄວາມເມດຕາ ແລະ ຄວາມກະລຸນາຂອງເຮົາໃຫ້ແກ່ລາວ ເຊິ່ງດ້ວຍເຫດນັ້ນ ລາວຈຶ່ງສະແຫວງຫາເຮົາຫຼາຍຂຶ້ນ. ພຣະອົງບໍ່ໄດ້ສຸມໃສ່ແຕ່ການກິນ ແລະ ການດື່ມພຣະທໍາ ແຕ່ຍິ່ງໄປກວ່ານັ້ນ ແມ່ນການເຂົ້າໃຈຄວາມປະສົງຂອງເຮົາ ແລະ ລະມັດລະວັງໃນໃຈຂອງພຣະອົງຕະຫຼອດເວລາ. ດ້ວຍເຫດນັ້ນ, ລາວຈຶ່ງມີຄວາມອ່ອນໄຫວໃນຈິດໃຈຂອງລາວສະເໝີ ແລະ ສະນັ້ນ ລາວຈຶ່ງປະຕິບັດຕາມໃຈເຮົາໃນທຸກສິ່ງທີ່ລາວເຮັດ. ລາວຕັ້ງໃຈຢ່າງໝັ້ນຄົງ ກ່ຽວກັບຄວາມລົ້ມເຫຼວຂອງຜູ້ຄົນໃນອະດີດ ເພື່ອກະຕຸ້ນຕົວເອງ ໂດຍມີຄວາມຢ້ານກົວຢູ່ເລິກໆວ່າຈະຕົກຢູ່ໃນຄວາມລົ້ມເຫຼວ. ພ້ອມນັ້ນ ລາວຍັງໄດ້ຕັ້ງໃຈກັບການຮັບເອົາຄວາມເຊື່ອ ແລະ ຄວາມຮັກຂອງທຸກຄົນ ທີ່ຮັກພຣະເຈົ້າຕະຫຼອດຍຸກຕ່າງໆເຊັ່ນກັນ. ບໍ່ພຽງແຕ່ໃນດ້ານລົບ ແຕ່ສໍາຄັນຫຼາຍໄປກວ່ານັ້ນ ແມ່ນໃນດ້ານບວກ, ລາວໄດ້ເຕີບໃຫຍ່ໄວຂຶ້ນ ຈົນຄວາມຮູ້ຂອງລາວໄດ້ກາຍເປັນສິ່ງທີ່ຍິ່ງໃຫຍ່ທີ່ສຸດເວລາຢູ່ຕໍ່ໜ້າເຮົາ. ໃນຕອນນັ້ນ ມັນບໍ່ຍາກທີ່ຈະຈິນຕະນາການເຖິງວິທີທີ່ລາວເອົາທຸກສິ່ງທີ່ລາວມີມາຢູ່ໃນມືຂອງເຮົາ, ແມ່ນແຕ່ວິທີທີ່ລາວຍອມສະຫຼະສິດໃນການຕັດສິນໃຈ ກ່ຽວກັບອາຫານ, ເຄື່ອງໜຸ່ງ, ການນອນ ແລະ ບ່ອນທີ່ລາວອາໄສຢູ່ ແລະ ກົງກັນຂ້າມ ມາມີຄວາມສຸກກັບຄວາມອຸດົມສົມບູນຂອງເຮົາ ບົນພື້ນຖານຂອງການເຮັດໃຫ້ເຮົາພໍໃຈໃນທຸກສິ່ງ. ເຮົາເຮັດໃຫ້ລາວໄດ້ຮັບການທົດລອງຈົນນັບບໍ່ຖ້ວນ ເຊິ່ງໂດຍທໍາມະຊາດແລ້ວ ແມ່ນການທົດລອງທີ່ເຮັດໃຫ້ລາວຕາຍໄປເຄີ່ງໜຶ່ງ ແຕ່ໃນທ່າມກາງການທົດລອງເປັນຮ້ອຍເຫຼົ່ານີ້ ລາວບໍ່ເຄີຍເສຍຄວາມເຊື່ອ ທີ່ມີໃນຕົວເຮົາ ຫຼື ຮູ້ສຶກຜິດຫວັງໃນຕົວເຮົາແມ່ນແຕ່ໜຶ່ງຄັ້ງ. ແມ່ນແຕ່ໃນເວລາທີ່ເຮົາໄດ້ເວົ້າວ່າ ເຮົາໄດ້ປະຖິ້ມລາວ, ລາວກໍຍັງບໍ່ໄດ້ໝົດກໍາລັງໃຈ ແລະ ໄດ້ສືບຕໍ່ຮັກເຮົາໃນທາງທີ່ເປັນຈິງ ແລະ ຕາມຫຼັກການຂອງການປະຕິບັດໃນອະດີດ. ເຮົາໄດ້ບອກລາວວ່າ ເຮົາຈະບໍ່ສັນລະເສີນລາວ ເຖິງແມ່ນວ່າ ລາວຈະໄດ້ຮັກເຮົາກໍຕາມ ແລະ ໃນທີ່ສຸດແລ້ວ ເຮົາຈະຂັບໄລ່ລາວໃຫ້ໄປຢູ່ໃນມືຂອງຊາຕານ. ແຕ່ໃນທ່າມກາງການທົດລອງດັ່ງກ່າວ ເຊິ່ງເປັນການທົດລອງທີ່ບໍ່ແມ່ນກັບເນື້ອໜັງຂອງລາວ ແຕ່ແມ່ນທາງພຣະທໍາ, ລາວຍັງອະທິຖານເຖິງເຮົາ ແລະ ເວົ້າວ່າ “ໂອ ພຣະເຈົ້າ! ໃນທ່າມກາງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງ ແມ່ນມີມະນຸດໃດໜຶ່ງ, ສິ່ງຊົງສ້າງໃດໜຶ່ງ ຫຼື ສິ່ງໃດໜຶ່ງບໍ ທີ່ບໍ່ໄດ້ຢູ່ໃນກໍາມືຂອງພຣະອົງຜູ້ຊົງລິດທານຸພາບສູງສຸດ? ເມື່ອພຣະອົງມີຄວາມເມດຕາຕໍ່ຂ້ານ້ອຍ, ຫົວໃຈຂອງຂ້ານ້ອຍກໍດີໃຈຫຼາຍກັບຄວາມເມດຕາຂອງພຣະອົງ. ໃນເວລາທີ່ພຣະອົງພິພາກສາຂ້ານ້ອຍ, ເຖິງວ່າ ຂ້ານ້ອຍຈະບໍ່ຄູ່ຄວນ ແຕ່ຂ້ານ້ອຍກໍໄດ້ຮັບຄວາມຮູ້ສຶກທີ່ຍິ່ງໃຫຍ່ ເຖິງຄວາມບໍ່ສາມາດຍັ່ງເຖິງການກະທໍາຂອງພຣະອົງ ຍ້ອນພຣະອົງແມ່ນເຕັມໄປດ້ວຍອໍານາດ ແລະ ສະຕິປັນຍາ. ເຖິງວ່າ ເນື້ອໜັງຂອງຂ້ານ້ອຍຈະທົນທຸກກັບຄວາມລໍາບາກ ແຕ່ຈິດວິນຍານຂອງຂ້ານ້ອຍກໍຢູ່ສຸກສະບາຍ. ຂ້ານ້ອຍຈະບໍ່ມອບຄໍາສັນລະເສີນໃຫ້ແກ່ສະຕິປັນຍາ ແລະ ການກະທໍາຂອງພຣະອົງໄດ້ແນວໃດ? ຖ້າວ່າ ຂ້ານ້ອຍຈະຕາຍຫຼັງຈາກຮູ້ຈັກພຣະອົງ ແລ້ວຂ້ານ້ອຍຈະບໍ່ຕາຍດ້ວຍຄວາມພໍໃຈ ແລະ ຍິນດີໄດ້ແນວໃດ? ພຣະອົງຜູ້ຊົງລິດທານຸພາບສູງສຸດ! ພຣະອົງບໍ່ປາດຖະໜາທີ່ຈະໃຫ້ຂ້ານ້ອຍເຫັນພຣະອົງແທ້ບໍ? ຂ້ານ້ອຍບໍ່ເໝາະສົມທີ່ຈະໄດ້ຮັບການພິພາກສາຂອງພຣະອົງແທ້ບໍ? ເປັນໄປໄດ້ບໍ ທີ່ມີບາງຢ່າງໃນຕົວຂ້ານ້ອຍ ທີ່ພຣະອົງບໍ່ປາດຖະໜາທີ່ຈະເຫັນ?” ໃນລະຫວ່າງການທົດລອງດັ່ງກ່າວ, ເຖິງວ່າ ເປໂຕບໍ່ສາມາດເຂົ້າໃຈຄວາມປະສົງຂອງເຮົາຢ່າງຖືກຕ້ອງ ແຕ່ມັນກໍສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ລາວພາກພູມໃຈ ແລະ ຮູ້ສຶກມີກຽດ ທີ່ຖືກເຮົາໃຊ້ (ເຖິງແມ່ນວ່າ ລາວຈະໄດ້ຮັບການພິພາກສາຈາກເຮົາ ເພື່ອວ່າ ມວນມະນຸດອາດຈະໄດ້ເຫັນລິດທານຸພາບ ແລະ ຄວາມໂກດຮ້າຍຂອງເຮົາ) ແລະ ລາວບໍ່ໂສກເສົ້າຈາກການທົດລອງເຫຼົ່ານີ້. ຍ້ອນຄວາມຈົງຮັກພັກດີຂອງລາວ ທີ່ມີຢູ່ຕໍ່ໜ້າເຮົາ ແລະ ຍ້ອນພອນຂອງເຮົາທີ່ມີໃຫ້ລາວ, ລາວຈຶ່ງເປັນຕົວຢ່າງ ແລະ ແບບຢ່າງໃຫ້ແກ່ມະນຸດເປັນພັນໆປີ.
(ຄັດຈາກ “ບົດທີ 6” ຂອງພາກພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)
ເມື່ອເປໂຕກຳລັງຖືກຕີສອນໂດຍພຣະເຈົ້າ, ເພິ່ນອະທິຖານວ່າ “ໂອ ພຣະເຈົ້າ! ເນື້ອໜັງຂອງຂ້ານ້ອຍບໍ່ເຊື່ອຟັງ ແລະ ພຣະອົງຕີສອນຂ້ານ້ອຍ ແລະ ພິພາກສາຂ້ານ້ອຍ. ຂ້ານ້ອຍຊື່ນຊົມຍິນດີໃນການຕີສອນ ແລະ ການພິພາກສາຂອງພຣະອົງ ແລະ ເຖິງແມ່ນວ່າພຣະອົງບໍ່ຕ້ອງການຂ້ານ້ອຍ, ຂ້ານ້ອຍກໍເຫັນເຖິງອຸປະນິໄສທີ່ສັກສິດ ແລະ ຊອບທຳຂອງພຣະອົງໃນການພິພາກສາຂອງພຣະອົງ. ເມື່ອພຣະອົງພິພາກສາຂ້ານ້ອຍ ເພື່ອຄົນອື່ນຈະໄດ້ເຫັນເຖິງອຸປະນິໄສທີ່ຊອບທຳຂອງພຣະອົງໃນການພິພາກສາຂອງພຣະອົງ, ຂ້ານ້ອຍກໍຮູ້ສຶກພໍໃຈ. ຖ້າມັນສາມາດສຳແດງອຸປະນິໄສຂອງພຣະອົງ ແລະ ປ່ອຍໃຫ້ອຸປະນິໄສອັນຊອບທຳຂອງພຣະອົງໄດ້ເປັນທີ່ປະຈັກໂດຍທຸກສິ່ງທີ່ມີຊີວິດ ແລະ ຖ້າມັນສາມາດເຮັດໃຫ້ຄວາມຮັກຂອງຂ້ານ້ອຍສຳລັບພຣະອົງບໍລິສຸດຍິ່ງຂຶ້ນ, ຈົນຂ້ານ້ອຍສາມາດບັນລຸໃນລັກສະນະຂອງຄົນທີ່ຊອບທຳ, ແລ້ວການພິພາກສາຂອງພຣະອົງນີ້ແມ່ນເໝາະສົມດີ ຍ້ອນສິ່ງດັ່ງກ່າວແມ່ນຄວາມປະສົງທີ່ເຕັມໄປດ້ວຍຄວາມເມດຕາຂອງພຣະອົງ. ຂ້ານ້ອຍຮູ້ວ່າ ຍັງມີຫຼາຍສິ່ງໃນຕົວຂ້ານ້ອຍທີ່ເປັນປໍລະປັກ ແລະ ຂ້ານ້ອຍຍັງບໍ່ສົມຄວນທີ່ຈະມາຢູ່ຕໍ່ໜ້າພຣະອົງ. ຂ້ານ້ອຍປາຖະໜາທີ່ຈະໃຫ້ພຣະອົງພິພາກສາຂ້ານ້ອຍຫຼາຍຍິ່ງຂຶ້ນ, ບໍ່ວ່າຜ່ານທາງສະພາບແວດລ້ອມທີ່ໂຫດຮ້າຍ ຫຼື ຄວາມທຸກຍາກລຳບາກທີ່ຍິ່ງໃຫຍ່; ບໍ່ວ່າພຣະອົງຈະກະທຳຫຍັງກໍຕາມ, ມັນກໍມີຄ່າສຳລັບຂ້ານ້ອຍ. ຄວາມຮັກຂອງພຣະອົງເລິກເຊິ່ງຫຼາຍ ແລະ ຂ້ານ້ອຍເຕັມໃຈທີ່ຈະໃຫ້ຕົນເອງຢູ່ໃນການປັ້ນແຕ່ງຂອງພຣະອົງໂດຍບໍ່ຕໍ່ວ່າແມ່ນແຕ່ໜ້ອຍດຽວ”. ນີ້ແມ່ນຄວາມຮູ້ຂອງເປໂຕຫຼັງຈາກທີ່ເພິ່ນໄດ້ມີປະສົບການໃນພາລະກິດຂອງພຣະອົງ ແລະ ຍັງເປັນຄຳພະຍານກ່ຽວກັບຄວາມຮັກທີ່ເພິ່ນມີໃຫ້ກັບພຣະເຈົ້າ... ເມື່ອໃກ້ເຖິງເວລາສຸດທ້າຍໃນຊີວິດຂອງເປໂຕ, ຫຼັງຈາກທີ່ເພິ່ນຖືກເຮັດໃຫ້ສົມບູນ, ເພິ່ນໄດ້ກ່າວວ່າ “ໂອ ພຣະເຈົ້າ! ຖ້າຂ້ານ້ອຍຕ້ອງມີຊີວິດອີກສອງສາມປີ, ຂ້ານ້ອຍປາຖະໜາທີ່ຈະບັນລຸຄວາມຮັກໃຫ້ພຣະອົງທີ່ບໍລິສຸດຍິ່ງຂຶ້ນ ແລະ ເລິກເຊິ່ງກວ່າເດີມ”. ເມື່ອເພິ່ນກຳລັງຈະຖືກຄຶງເທິງໄມ້ກາງແຂນ, ເພິ່ນໄດ້ອະທິຖານໃນຫົວໃຈຂອງເພິ່ນວ່າ “ໂອ ພຣະເຈົ້າ! ເວລາຂອງພຣະອົງໄດ້ມາເຖິງແລ້ວ, ເວລາທີ່ພຣະອົງໄດ້ຈັດກຽມໄວ້ໃຫ້ຂ້ານ້ອຍໄດ້ມາເຖິງແລ້ວ. ຂ້ານ້ອຍຕ້ອງຖືກຄຶງທີ່ໄມ້ກາງແຂນເພື່ອພຣະອົງ, ຂ້ານ້ອຍຕ້ອງເປັນພະຍານໃຫ້ກັບພຣະອົງ ແລະ ຂ້ານ້ອຍຫວັງວ່າ ຄວາມຮັກຂອງຂ້ານ້ອຍຈະສາມາດສະໜອງຕາມຄວາມຕ້ອງການຂອງພຣະອົງໄດ້ ແລະ ມັນຈະໄດ້ບໍລິສຸດຫຼາຍຍິ່ງຂຶ້ນ. ໃນປັດຈຸບັນ, ການທີ່ສາມາດຕາຍເພື່ອພຣະອົງ ແລະ ຖືກຄຶງເທິງໄມ້ກາງແຂນເພື່ອພຣະອົງນັ້ນ ເປັນສິ່ງທີ່ປອບໃຈ ແລະ ເຮັດໃຫ້ຂ້ານ້ອຍໝັ້ນໃຈ, ຍ້ອນບໍ່ມີຫຍັງທີ່ເປັນຕາຍິນດີໄປກວ່າການທີ່ສາມາດຖືກຄຶງເທິງໄມ້ກາງແຂນເພື່ອພຣະອົງ ແລະ ປະຕິບັດຄາມຄວາມປາຖະໜາຂອງພຣະອົງ ແລະ ການທີ່ສາມາດມອບຕົວຂ້ານ້ອຍເອງໃຫ້ກັບພຣະອົງ, ຖວາຍຊີວິດຂອງຂ້ານ້ອຍໃຫ້ກັບພຣະອົງອີກແລ້ວ. ໂອ ພຣະເຈົ້າ! ພຣະອົງຊ່າງເປັນຕາຮັກຫຼາຍ! ຖ້າພຣະອົງຍອມໃຫ້ຂ້ານ້ອຍມີຊີວິດຢູ່, ຂ້ານ້ອຍກໍຍິ່ງເຕັມໃຈທີ່ຈະຮັກພຣະອົງ. ຕາບໃດທີ່ຂ້ານ້ອຍມີຊີວິດຢູ່, ຂ້ານ້ອຍຈະຮັກພຣະອົງ. ຂ້ານ້ອຍປາຖະໜາທີ່ຈະຮັກພຣະອົງໃຫ້ເລິກເຊິ່ງຫຼາຍຍິ່ງຂຶ້ນ. ພຣະອົງພິພາກສາຂ້ານ້ອຍ ແລະ ຕີສອນຂ້ານ້ອຍ ແລະ ທົດລອງຂ້ານ້ອຍ ເພາະຂ້ານ້ອຍບໍ່ຊອບທຳ, ເພາະຂ້ານ້ອຍໄດ້ເຮັດບາບ. ແລ້ວອຸປະນິໄສທີ່ຊອບທຳຂອງພຣະອົງກໍຍິ່ງປາກົດແຈ້ງໃຫ້ຂ້ານ້ອຍເຫັນ. ນີ້ຄືພຣະພອນສໍາລັບຂ້ານ້ອຍ ຍ້ອນຂ້ານ້ອຍສາມາດຮັກພຣະອົງໄດ້ເລິກເຊິ່ງຫຼາຍຍິ່ງຂຶ້ນ ແລະ ຂ້ານ້ອຍເຕັມໃຈທີ່ຈະຮັກພຣະອົງແບບນີ້ ເຖິງແມ່ນວ່າພຣະອົງຈະບໍ່ຮັກຂ້ານ້ອຍ. ຂ້ານ້ອຍເຕັມໃຈທີ່ຈະເຫັນເຖິງອຸປະນິໄສທີ່ຊອບທຳຂອງພຣະອົງ ຍ້ອນສິ່ງນີ້ເຮັດໃຫ້ຂ້ານ້ອຍສາມາດດຳລົງຊີວິດທີ່ມີຄວາມໝາຍຫຼາຍທີ່ສຸດ. ຂ້ານ້ອຍຮູ້ສຶກວ່າ ບັດນີ້ ຊີວິດຂອງຂ້ານ້ອຍມີຄວາມໝາຍຫຼາຍຍິ່ງຂຶ້ນ, ຍ້ອນຂ້ານ້ອຍຖືກຄຶງເທິງໄມ້ກາງແຂນເພື່ອເຫັນແກ່ພຣະອົງ ແລະ ມັນມີຄວາມໝາຍທີ່ຈະຕາຍເພື່ອພຣະອົງ. ແຕ່ຂ້ານ້ອຍກໍຍັງຮູ້ສຶກບໍ່ພໍໃຈ, ຍ້ອນຂ້ານ້ອຍຮູ້ຈັກກ່ຽວກັບພຣະອົງພຽງແຕ່ໜ້ອຍດຽວ, ຂ້ານ້ອຍຮູ້ຈັກວ່າ ຂ້ານ້ອຍບໍ່ສາມາດປະຕິບັດຕາມຄວາມປາຖະໜາຂອງພຣະອົງຢ່າງຄົບຖ້ວນ ແລະ ໄດ້ຕອບແທນພຣະອົງພຽງແຕ່ເລັກນ້ອຍ. ໃນຊີວິດຂອງຂ້ານ້ອຍ, ຂ້ານ້ອຍບໍ່ສາມາດຕອບແທນໝົດທັງຕົວຕົນຂອງຂ້ານ້ອຍໃຫ້ກັບພຣະອົງ; ຂ້ານ້ອຍແຮງໄກຈາກສິ່ງນັ້ນ. ເມື່ອຂ້ານ້ອຍຫຼຽວເບິ່ງຄືນໃນຊ່ວງເວລານີ້, ຂ້ານ້ອຍຮູ້ສຶກຕິດໜີ້ບຸນຄຸນພຣະອົງຫຼາຍ ແລະ ຂ້ານ້ອຍມີພຽງແຕ່ຊ່ວງເວລານີ້ທີ່ຈະຊົດເຊີຍຄວາມຜິດພາດທຸກຢ່າງຂອງຂ້ານ້ອຍ ແລະ ຄວາມຮັກທັງໝົດທີ່ຂ້ານ້ອຍຍັງບໍ່ທັນໄດ້ຕອບແທນພຣະອົງເທື່ອ”.
(ຄັດຈາກບົດ “ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ໃນປັດຈຸບັນ, ເຈົ້າຄວນຮັບຮູ້ເຖິງວິທີທີ່ຈະຖືກເອົາຊະນະ ແລະ ວິທີທີ່ຜູ້ຄົນປະພຶດຕົນຫຼັງຈາກທີ່ພວກເຂົາຖືກເອົາຊະນະ. ເຈົ້າອາດເວົ້າວ່າ ເຈົ້າຖືກເອົາຊະນະ, ແຕ່ເຈົ້າສາມາດເຊື່ອຟັງຈົນຕາຍໄດ້ບໍ? ເຈົ້າຕ້ອງສາມາດຕິດຕາມຈົນເຖິງທີ່ສຸດ ບໍ່ວ່າຈະມີຄວາມຄາດຫວັງ ຫຼື ບໍ່ກໍຕາມ ແລະ ເຈົ້າຕ້ອງບໍ່ສູນເສຍຄວາມເຊື່ອທີ່ມີໃນພຣະເຈົ້າ ບໍ່ວ່າຈະມີສະພາບແວດລ້ອມແບບໃດກໍຕາມ. ໃນທີ່ສຸດ, ເຈົ້າຕ້ອງບັນລຸສອງດ້ານຂອງຄຳພະຍານ: ຄຳພະຍານຂອງໂຢບ ນັ້ນກໍຄືຄວາມເຊື່ອຟັງຈົນຕາຍ; ແລະ ຄຳພະຍານຂອງເປໂຕ ນັ້ນກໍຄືຄວາມຮັກອັນຍິ່ງໃຫຍ່ຕໍ່ພຣະເຈົ້າ. ໃນແງ່ໜຶ່ງ, ເຈົ້າຕ້ອງເປັນຄືໂຢບ: ລາວສູນເສຍຊັບສົມບັດທາງວັດຖຸທັງໝົດ ແລະ ອ້ອມລ້ອມໄປດ້ວຍຄວາມເຈັບປວດຂອງເນື້ອໜັງ ແຕ່ລາວບໍ່ເຄີຍປະຖິ້ມຊື່ຂອງພຣະເຢໂຮວາ. ນີ້ແມ່ນຄຳພະຍານຂອງໂຢບ. ເປໂຕສາມາດຮັກພຣະເຈົ້າຈົນຕາຍ. ເມື່ອລາວຖືກຄຶງໃສ່ໄມ້ກາງແຂນ ແລະ ພົບກັບຄວາມຕາຍ, ລາວກໍຍັງຮັກພຣະເຈົ້າ; ລາວບໍ່ໄດ້ຄິດເຖິງຄວາມຄາດຫວັງຂອງລາວເອງ ຫຼື ສະແຫວງຫາຄວາມຫວັງອັນສວຍງາມ ຫຼື ຄວາມຄິດທີ່ຫຼາຍເກີນຄວນ ແລະ ລາວສະແຫວງຫາພຽງແຕ່ເພື່ອຮັກພຣະເຈົາ ແລະ ເຊື່ອຟັງການຈັດແຈງທັງໝົດຂອງພຣະເຈົ້າເທົ່ານັ້ນ. ສິ່ງດັ່ງກ່າວແມ່ນມາດຕະຖານທີ່ເຈົ້າຕ້ອງບັນລຸກ່ອນເຈົ້າຈະສາມາດຖືກພິຈາລະນາໃຫ້ເປັນພະຍານ, ກ່ອນເຈົ້າຈະກາຍເປັນຄົນທີ່ຖືກເຮັດໃຫ້ສົມບູນພາຍຫຼັງທີ່ຖືກເອົາຊະນະ.
(ຄັດຈາກບົດ “ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ແມ່ນຫຍັງຄືຄຳພະຍານທີ່ແທ້ຈິງ? ຄຳພະຍານທີ່ກ່າວເຖິງໃນນີ້ມີສອງສ່ວນ: ສ່ວນໜຶ່ງແມ່ນຄຳພະຍານຂອງການຖືກເອົາຊະນະ ແລະ ອີກສ່ວນໜຶ່ງແມ່ນຄຳພະຍານຂອງການຖືກເຮັດໃຫ້ສົມບູນ (ເຊິ່ງຈະເປັນຄຳພະຍານຫຼັງຈາກການທົດລອງທີ່ຍິ່ງໃຫຍ່ ແລະ ຄວາມລຳບາກຍາກແຄ້ນໃນອະນາຄົດຢ່າງແນ່ນອນ). ເວົ້າອີກຢ່າງໜຶ່ງກໍຄື ຖ້າເຈົ້າສາມາດຍຶດໝັ້ນໃນລະຫວ່າງຄວາມລຳບາກຍາກແຄ້ນ ແລະ ການທົດລອງ, ແລ້ວເຈົ້າກໍຈະມີຂັ້ນຕອນທີສອງຂອງການເປັນພະຍານ. ສິ່ງທີ່ສຳຄັນໃນປັດຈຸບັນແມ່ນຂັ້ນຕອນທໍາອິດຂອງກັນເປັນພະຍານ: ນັ້ນກໍຄື ການສາມາດຍຶດໝັ້ນທຸກສະຖານະການຂອງການທົດລອງແຫ່ງການຂ້ຽນຕີ ແລະ ການພິພາກສາ. ນີ້ແມ່ນການເປັນພະຍານໃນການຖືກເອົາຊະນະ. ນັ້ນກໍຍ້ອນວ່າ ປັດຈຸບັນນີ້ແມ່ນເວລາແຫ່ງການເອົາຊະນະ. (ເຈົ້າຄວນຮູ້ຈັກວ່າ ປັດຈຸບັນນີ້ແມ່ນເວລາແຫ່ງພາລະກິດຂອງພຣະເຈົ້າເທິງແຜ່ນດິນໂລກ; ພາລະກິດຫຼັກຂອງພຣະເຈົ້າທີ່ບັງເກີດເປັນມະນຸດຢູ່ເທິງແຜ່ນດິນໂລກແມ່ນການເອົາຊະນະຄົນກຸ່ມນີ້ຢູ່ເທິງແຜ່ນດິນໂລກ ຜູ້ເຊິ່ງຕິດຕາມພຣະອົງຜ່ານການພິພາກສາ ແລະ ການຂ້ຽນຕີ). ບໍ່ວ່າເຈົ້າຈະສາມາດເປັນພະຍານເຖິງການຖືກເອົາຊະນະ ຫຼື ບໍ່ ແມ່ນບໍ່ໄດ້ຂຶ້ນຢູ່ກັບວ່າ ເຈົ້າຈະສາມາດຕິດຕາມຈົນເຖິງທີ່ສຸດ ຫຼື ບໍ່, ແຕ່ສຳຄັນໄປກວ່ານັ້ນກໍຄື ເຈົ້າໄດ້ຜະເຊີນແຕ່ລະຂັ້ນຕອນຂອງພາລະກິດຂອງພຣະເຈົ້າ ຫຼື ບໍ່, ເຈົ້າສາມາດເຂົ້າໃຈເຖິງການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າຢ່າງແທ້ຈິງ ຫຼື ບໍ່ ແລະ ເຈົ້າຮັບຮູ້ພາລະກິດທັງໝົດນີ້ຢ່າງແທ້ຈິງ ຫຼື ບໍ່. ເຈົ້າຈະບໍ່ສາມາດຜ່ານໄປໄດ້ຢ່າງງຽບໆໂດຍການຕິດຕາມຈົນເຖິງທີ່ສຸດເທົ່ານັ້ນ. ເຈົ້າຕ້ອງສາມາດເຕັມໃຈທີ່ຈະຍອມທຸກສະຖານະການຂອງການຂ້ຽນຕີ ແລະ ການພິພາກສາ, ຕ້ອງສາມາດເຂົ້າໃຈແຕ່ລະຂັ້ນຕອນຂອງພາລະກິດທີ່ເຈົ້າໄດ້ຜະເຊີນຢ່າງແທ້ຈິງ ແລະ ຕ້ອງສາມາດຮັບເອົາຄວາມຮູ້ ແລະ ຄວາມເຊື່ອຟັງອຸປະນິໄສຂອງພຣະເຈົ້າ. ນີ້ແມ່ນການເປັນພະຍານທີ່ແທ້ຈິງຂອງການຖືກເອົາຊະນະ ເຊິ່ງເຈົ້າຈຳເປັນຕ້ອງແບກຮັບ. ການເປັນພະຍານໃນການຖືກເອົາຊະນະ ຕົ້ນຕໍແລ້ວ ແມ່ນໝາຍເຖິງຄວາມຮູ້ຂອງເຈົ້າກ່ຽວກັບການບັງເກີດເປັນມະນຸດຂອງພຣະເຈົ້າ. ສິ່ງທີ່ສຳຄັນກໍຄື ຂັ້ນຕອນນີ້ຂອງການເປັນພະຍານແມ່ນການບັງເກີດເປັນມະນຸດຂອງພຣະເຈົ້າ. ມັນບໍ່ສຳຄັນວ່າເຈົ້າເຮັດຫຍັງ ຫຼື ເວົ້າຫຍັງຕໍ່ໜ້າຜູ້ຄົນເທິງແຜ່ນດິນໂລກ ຫຼື ຄົນທີ່ມີອຳນາດ; ສິ່ງທີ່ສຳຄັນເໜືອສິ່ງອື່ນໃດກໍຄືເຈົ້າສາມາດເຊື່ອຟັງພຣະທຳທຸກຂໍ້ທີ່ມາຈາກປາກຂອງພຣະເຈົ້າ ແລະ ພາລະກິດທັງໝົດຂອງພຣະອົງ ຫຼື ບໍ່. ສະນັ້ນ ຂັ້ນຕອນນີ້ຂອງການເປັນພະຍານຈຶ່ງແນໃສ່ຊາຕານ ແລະ ສັດຕູຂອງພຣະເຈົ້າທັງໝົດ ນັ້ນກໍຄື ມານຮ້າຍ ແລະ ສັດຕູທີ່ບໍ່ເຊື່ອວ່າພຣະເຈົ້າຈະກາຍມາເປັນເນື້ອໜັງຄັ້ງທີສອງ ແລະ ມາເພື່ອປະຕິບັດພາລະກິດທີ່ຍິ່ງໃຫຍ່ກວ່າເດີມ ແລະ ຍິ່ງໄປກວ່ານັ້ນ ບໍ່ເຊື່ອໃນຄວາມຈິງຂອງການກັບມາສູ່ເນື້ອໜັງຂອງພຣະເຈົ້າ. ເວົ້າອີກຢ່າງກໍຄື ຂັ້ນຕອນນີ້ແມ່ນແນໃສ່ຜູ້ຕໍ່ຕ້ານພຣະຄຣິດທັງໝົດ, ສັດຕູທັງໝົດທີ່ບໍ່ເຊື່ອໃນການບັງເກີດເປັນມະນຸດຂອງພຣະເຈົ້າ.
............
ຂັ້ນຕອນສຸດທ້າຍໃນການເປັນພະຍານກໍຄື ເຈົ້າສາມາດຖືກເຮັດໃຫ້ສົມບູນ ຫຼື ບໍ່ ເຊິ່ງໝາຍຄວາມວ່າ ເມື່ອເຂົ້າໃຈພຣະທຳທັງໝົດທີ່ກ່າວອອກມາຈາກປາກຂອງພຣະເຈົ້າທີ່ບັງເກີດເປັນມະນຸດແລ້ວ ເຈົ້າກໍຈະມີຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ຍິ່ງໝັ້ນໃຈກ່ຽວກັບພຣະອົງ, ເຈົ້າປະຕິບັດຕາມພຣະທຳທຸກຂໍ້ທີ່ມາກຈາກປາກຂອງພຣະເຈົ້າ ແລະ ບັນລຸເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກເຈົ້າຄືກັບລັກສະນະຂອງເປໂຕ ແລະ ຄວາມເຊື່ອຂອງໂຢບ, ນັ້ນກໍຄື ເຈົ້າຕ້ອງສາມາດເຊື່ອຟັງຈົນຕາຍ, ມອບຕົນເອງໃຫ້ກັບພຣະອົງທັງໝົດ ແລະ ໃນທີ່ສຸດ ກໍບັນລຸໃນຮູບແບບຂອງຄົນທີ່ມີມາດຕະຖານ ເຊິ່ງໝາຍຄວາມວ່າ ໃນຮູບລັກສະນະຂອງຄົນທີ່ຖືກເອົາຊະນະ ແລະ ຖືກເຮັດໃຫ້ສົມບູນຫຼັງຈາກທີ່ໄດ້ຜະເຊີນກັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ. ນີ້ແມ່ນການເປັນພະຍານທີ່ແທ້ຈິງ, ມັນແມ່ນການເປັນພະຍານທີ່ຄວນມີໃນຜູ້ຄົນທີ່ຖືກເຮັດໃຫ້ສົມບູນຢ່າງແທ້ຈິງ. ສິ່ງເຫຼົ່ານີ້ແມ່ນການເປັນພະຍານສອງຂັ້ນຕອນທີ່ເຈົ້າຄວນມີ ແລະ ທັງສອງຢ່າງແມ່ນກ່ຽວພັນກັນ ເຊິ່ງແຕ່ລະຢ່າງແມ່ນບໍ່ສາມາດຕັດອອກຈາກກັນໄດ້. ແຕ່ມີສິ່ງໜຶ່ງທີ່ເຈົ້າຕ້ອງຮູ້: ການເປັນພະຍານທີ່ເຮົາຮຽກຮ້ອງຈາກເຈົ້າໃນປັດຈຸບັນນີ້ ບໍ່ໄດ້ແນໃສ່ຜູ້ຄົນເທິງແຜ່ນດິນໂລກ ຫຼື ບຸກຄົນໃດຄົນໜຶ່ງ, ແຕ່ແນໃສ່ສິ່ງທີ່ເຮົາຮຽກຮ້ອງຈາກເຈົ້າ. ມັນວັດແທກໂດຍຄວາມສາມາດຂອງເຈົ້າ ວ່າເຈົ້າຈະສາມາດເຮັດໃຫ້ເຮົາພໍໃຈ ຫຼື ບໍ່ ແລະ ເຈົ້າຈະສາມາດບັນລຸຕາມມາດຕະຖານຂອງເງື່ອນໄຂທີ່ເຮົາຮຽກຮ້ອງຈາກພວກເຈົ້າແຕ່ລະຄົນໄດ້ ຫຼື ບໍ່. ນີ້ແມ່ນສິ່ງທີ່ພວກເຈົ້າຄວນເຂົ້າໃຈ.
(ຄັດຈາກບົດ “ການປະຕິບັດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ການເຊື່ອໃນພຣະເຈົ້າຈໍາເປັນຕ້ອງມີ ການເຊື່ອຟັງຕໍ່ພຣະອົງ ແລະ ປະສົບກັບພາລະກິດຂອງພຣະອົງ. ພຣະເຈົ້າໄດ້ປະຕິບັດພາລະກິດຢ່າງຫຼວງຫຼາຍ, ມັນສາມາດເວົ້າໄດ້ວ່າ ສຳລັບມະນຸດ ທັງໝົດແມ່ນຄວາມສົມບູນແບບ, ການເຮັດໃຫ້ບໍລິສຸດ ແລະ ຍິ່ງໄປກວ່ານັ້ນ, ມັນແມ່ນການຕິສອນ. ບໍ່ເຄີຍມີແມ່ນແຕ່ຂັ້ນຕອນດຽວແຫ່ງພາລະກິດຂອງພຣະເຈົ້າທີ່ສອດຄ່ອງກັບແນວຄິດຂອງມະນຸດ; ສິ່ງທີ່ມະນຸດໄດ້ຊື່ນຊົມແມ່ນພຣະທຳທີ່ຮຸນແຮງຂອງພຣະເຈົ້າ. ເມື່ອພຣະເຈົ້າມາເຖິງ, ຄົນຄວນຊື່ນຊົມຄວາມສະຫງ່າງາມ ແລະ ຄວາມໂກດຮ້າຍຂອງພຣະອົງ. ເຖິງຢ່າງໃດກໍຕາມ, ບໍ່ວ່າພຣະທຳຂອງພຣະອົງນັ້ນຮຸນແຮງພຽງໃດ, ພຣະອົງກໍມາເພື່ອຊ່ວຍມວນມະນຸດໃຫ້ລອດ ແລະ ເຮັດໃຫ້ມະນຸດສົມບູນແບບ. ໃນຖານະເປັນສິ່ງຊົງສ້າງ, ຜູ້ຄົນຄວນປະຕິບັດໃຫ້ສໍາເລັດໜ້າທີ່ທີ່ພວກເຂົາຄວນປະຕິບັດ ແລະ ຢືນເປັນພະຍານໃຫ້ແກ່ພຣະເຈົ້າຢູ່ທ່າມກາງການເຮັດໃຫ້ບໍລິສຸດ. ໃນທຸກໆການທົດລອງ ພວກເຂົາຄວນຮັກສາພະຍານທີ່ພວກເຂົາຄວນເປັນ ແລະ ເປັນພະຍານທີ່ດັງກ້ອງສະນັ່ນໃຫ້ແກ່ພຣະເຈົ້າ. ບຸກຄົນທີ່ເຮັດສິ່ງນີ້ ແມ່ນຜູ້ມີໄຊ. ບໍ່ວ່າພຣະເຈົ້າເຮັດໃຫ້ເຈົ້າບໍລິສຸດແນວໃດ, ເຈົ້າຍັງຄົງມີຄວາມໝັ້ນໃຈທີ່ເຕັມປ່ຽມ ແລະ ບໍ່ເຄີຍສູນເສຍຄວາມໝັ້ນໃຈໃນພຣະເຈົ້າ. ເຈົ້າປະຕິບັດສິ່ງທີ່ມະນຸດຄວນປະຕິບັດ. ນີ້ແມ່ນສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ ແລະ ຫົວໃຈຂອງມະນຸດຄວນສາມາດກັບມາຫາພຣະອົງໄດ້ຢ່າງເຕັມທີ່ ແລະ ກັບມາຫາພຣະອົງໃນທຸກຊ່ວງເວລາ. ນີ້ແມ່ນຜູ້ມີໄຊ. ບັນດາຜູ້ທີ່ພຣະເຈົ້າອ້າງອີງເຖິງວ່າເປັນ “ຜູ້ມີໄຊ” ແມ່ນບັນດາຜູ້ທີ່ຍັງສາມາດຢືນຢັດເປັນພະຍານ ແລະ ຮັກສາຄວາມໝັ້ນໃຈ ແລະ ຄວາມຈົງຮັກພັກດີຂອງພວກເຂົາຕໍ່ພຣະເຈົ້າເມື່ອຕົກຢູ່ພາຍໃຕ້ອິດທິພົນຂອງຊາຕານ ແລະ ຖືກຄອບງຳໂດຍຊາຕານ, ນັ້ນຄື ເມື່ອຕົກຢູ່ໃນອຳນາດຂອງຄວາມມືດ. ເມື່ອເຈົ້າຍັງສາມາດຮັກສາຫົວໃຈທີ່ບໍລິສຸດ ແລະ ຄວາມຮັກແທ້ທີ່ມີຕໍ່ພຣະເຈົ້າໄດ້ ບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ ເຈົ້າຢືນຢັດເປັນພະຍານຢູ່ຕໍ່ໜ້າພຣະເຈົ້າ ແລະ ນີ້ແມ່ນສິ່ງທີ່ພຣະເຈົ້າອ້າງອີງເຖິງວ່າ ເປັນ “ຜູ້ມີໄຊ”. ຖ້າການສະແຫວງຫາຂອງເຈົ້ານັ້ນດີເລີດເມື່ອພຣະເຈົ້າອວຍພອນເຈົ້າ, ແຕ່ເຈົ້າທໍ້ຖອຍໂດຍບໍ່ໄດ້ຮັບພອນພຣະອົງ, ນີ້ແມ່ນຄວາມບໍລິສຸດບໍ? ໃນເມື່ອເຈົ້າແນ່ໃຈວ່າ ເສັ້ນທາງນີ້ເປັນຈິງ, ເຈົ້າຕ້ອງຕິດຕາມມັນຈົນເຖິງທີ່ສຸດ; ເຈົ້າຄວນຮັກສາໄວ້ເຊິ່ງຄວາມຈົງຮັກພັກດີຂອງເຈົ້າຕໍ່ພຣະເຈົ້າ. ໃນເມື່ອເຈົ້າໄດ້ເຫັນວ່າ ພຣະເຈົ້ງເອງໄດ້ມາໃນໂລກເພື່ອເຮັດໃຫ້ເຈົ້າສົມບູນແບບ, ເຈົ້າຄວນມອບຫົວໃຈທັງໝົດໃຫ້ພຣະອົງ. ຖ້າເຈົ້າຍັງສາມາດຕິດຕາມພຣະອົງບໍ່ວ່າພຣະອົງຈະກະທຳສິ່ງໃດ, ເຖິງແມ່ນວ່າພຣະອົງກຳນົດຜົນໄດ້ຮັບທີ່ບໍ່ພໍໃຈສຳລັບເຈົ້າໃນຕອນສຸດທ້າຍ, ກໍນີ້ແມ່ນການຮັກສາຄວາມບໍລິສຸດຂອງເຈົ້າຢູ່ຕໍ່ໜ້າພຣະເຈົ້າ. ຖວາຍຮ່າງກາຍຝ່າຍວິນຍານອັນບໍລິສຸດ ແລະ ພົມມະຈັນອັນບໍລິສຸດໃຫ້ແກ່ພຣະເຈົ້າ ໝາຍເຖິງການຮັກສາຫົວໃຈແຫ່ງຄວາມຈິງໃຈຕໍ່ໜ້າພຣະເຈົ້າ. ສຳລັບມວນມະນຸດ, ຄວາມຈິງໃຈແມ່ນຄວາມບໍລິສຸດ ແລະ ການສາມາດມີຄວາມຈິງໃຈຕໍ່ພຣະເຈົ້ານັ້ນ ແມ່ນການຮັກສາຄວາມບໍລິສຸດ. ນີ້ແມ່ນສິ່ງທີ່ເຈົ້າຄວນນຳເອົາໄປປະຕິບັດ. ເມື່ອເຈົ້າຄວນອະທິຖານ ກໍຈົ່ງອະທິຖານ; ເມື່ອເຈົ້າຄວນຊຸມນຸມເພື່ອໂອ້ລົມກັນ ກໍຈົ່ງເຮັດເຊັ່ນນັ້ນ; ເມື່ອເຈົ້າຄວນຮ້ອງເພງສັນລະເສີນ ກໍຈົ່ງຮ້ອງເພງສັນລະເສີນ ແລະ ເມື່ອເຈົ້າຄວນປະຖິ້ມເນື້ອໜັງ ກໍຈົ່ງປະຖິ້ມເນື້ອໜັງ. ເມື່ອເຈົ້າປະຕິບັດໜ້າທີ່ຂອງເຈົ້າ ເຈົ້າຈະບໍ່ເບິ່ງຂ້າມມັນ; ເມື່ອເຈົ້າຜະເຊີນກັບການທົດລອງ ກໍຈົ່ງໝັ້ນຄົງ. ນີ້ແມ່ນຄວາມຈົງຮັກພັກດີຕໍ່ພຣະເຈົ້າ.
(ຄັດຈາກບົດ “ເຈົ້າຄວນຮັກສາຄວາມອຸທິດຂອງເຈົ້າຕໍ່ພຣະເຈົ້າໄວ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ການເປັນພະຍານຢ່າງກຶກກ້ອງໃຫ້ກັບພຣະເຈົ້າ ຕົ້ນຕໍແລ້ວ ແມ່ນກ່ຽວຂ້ອງກັບວ່າ ເຈົ້າມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າແຫ່ງຄວາມເປັນຈິງ ຫຼື ບໍ່ ແລະ ເຈົ້າສາມາດເຊື່ອຟັງຢູ່ຕໍ່ໜ້າບຸກຄົນນີ້ທີ່ບໍ່ພຽງແຕ່ເປັນຄົນທຳມະດາ ແຕ່ເປັນບຸກຄົນສາມັນອີກດ້ວຍ ແລະ ເຖິງກັບເຊື່ອຟັງຈົນຕາຍ ຫຼື ບໍ່. ຖ້າເຈົ້າເປັນພະຍານໃຫ້ກັບພຣະເຈົ້າຢ່າງແທ້ຈິງຜ່ານຄວາມເຊື່ອຟັງນີ້, ນັ້ນກໍໝາຍຄວາມວ່າ ເຈົ້າໄດ້ຖືກພຣະເຈົ້າຮັບເອົາແລ້ວ. ຄວາມສາມາດໃນການເຊື່ອຟັງຈົນຕາຍ ແລະ ການປາສະຈາກຄຳຕໍ່ວ່າຢູ່ຕໍ່ໜ້າພຣະອົງ, ບໍ່ຕັດສິນ, ບໍ່ໃສ່ຮ້າຍປ້າຍສີ, ບໍ່ມີແນວຄິດ ແລະ ບໍ່ມີເຈດຕະນາອື່ນ, ດ້ວຍວິທີນີ້ ພຣະເຈົ້າກໍຈະໄດ້ຮັບສະຫງ່າລາສີ. ການເຊື່ອຟັງຢູ່ຕໍ່ໜ້າບຸກຄົນທຳມະດາ ຜູ້ທີ່ຖືກມະນຸດດູຖູກ ແລະ ສາມາດເຊື່ອຟັງຈົນຕາຍໂດຍບໍ່ມີແນວຄິດໃດໆ, ນີ້ຄືການເປັນພະຍານຢ່າງແທ້ຈິງ. ຄວາມເປັນຈິງທີ່ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນເຂົ້າສູ່ ແມ່ນການທີ່ເຈົ້າສາມາດເຊື່ອຟັງພຣະທຳຂອງພຣະອົງ, ສາມາດນໍາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດ, ສາມາດກົ້ມລົງຕໍ່ໜ້າພຣະເຈົ້າແຫ່ງຄວາມເປັນຈິງ ແລະ ຮູ້ຈັກຄວາມເສື່ອມຊາມຂອງເຈົ້າເອງ, ສາມາດເປີດຫົວໃຈຂອງເຈົ້າຕໍ່ໜ້າພຣະອົງ ແລະ ໃນທີ່ສຸດກໍຖືກພຣະອົງຮັບເອົາຜ່ານທາງພຣະທຳເຫຼົ່ານີ້ຂອງພຣະອົງ. ພຣະເຈົ້າໄດ້ຮັບສະຫງ່າລາສີເມື່ອພຣະທຳເຫຼົ່ານີ້ເອົາຊະນະເຈົ້າ ແລະ ເຮັດໃຫ້ເຈົ້າເຊື່ອຟັງພຣະອົງໂດຍສົມບູນ; ຜ່ານສິ່ງນີ້ ພຣະອົງເຮັດໃຫ້ຊາຕານອັບອາຍ ແລະ ສຳເລັດພາລະກິດຂອງພຣະອົງ. ເມື່ອເຈົ້າບໍ່ມີແນວຄິດກ່ຽວກັບຄວາມເປັນຈິງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ນັ້ນກໍຄື ເມື່ອເຈົ້າຍຶດໝັ້ນໃນການທົດລອງນີ້, ແລ້ວເຈົ້າກໍເປັນພະຍານທີ່ດີ. ຖ້າມື້ໃດທີ່ເຈົ້າມີຄວາມເຂົ້າໃຈຢ່າງສົມບູນກ່ຽວກັບພຣະເຈົ້າແຫ່ງຄວາມເປັນຈິງ ແລະ ເຈົ້າສາມາດເຊື່ອຟັງຈົນຕາຍຄືກັບເປໂຕ, ເຈົ້າກໍຈະຖືກພຣະເຈົ້າຮັບເອົາ ແລະ ຖືກພຣະອົງເຮັດໃຫ້ສົມບູນ. ສິ່ງທີ່ພຣະເຈົ້າກະທໍາທີ່ບໍ່ສອດຄ່ອງກັບແນວຄິດຂອງເຈົ້າ ກໍຄືການທົດລອງເຈົ້າ. ຖ້າມັນສອດຄ່ອງກັບແນວຄິດຂອງເຈົ້າ, ມັນກໍຈະບໍ່ຮຽກຮ້ອງໃຫ້ເຈົ້າທົນທຸກ ຫຼື ຖືກຫຼໍ່ຫຼອມ. ຍ້ອນພາລະກິດຂອງພຣະອົງມີຄວາມເປັນຈິງ ແລະ ບໍ່ສອດຄ່ອງກັບແນວຄິດຂອງເຈົ້າ, ມັນຈຶ່ງຮຽກຮ້ອງໃຫ້ເຈົ້າປະຖິ້ມແນວຄິດຂອງເຈົ້າ. ນີ້ຄືເຫດຜົນໃນການທົດລອງເຈົ້າ. ຍ້ອນຄວາມເປັນຈິງຂອງພຣະເຈົ້າ, ທຸກຄົນຈຶ່ງຢູ່ທ່າມກາງການທົດລອງຕ່າງໆ; ພາລະກິດຂອງພຣະອົງແມ່ນຄວາມເປັນຈິງ, ບໍ່ແມ່ນເໜືອທຳມະຊາດ. ຖ້າເຈົ້າເຂົ້າໃຈພຣະທຳທີ່ເປັນຈິງຂອງພຣະອົງຢ່າງແທ້ຈິງ, ເຂົ້າໃຈຖ້ອຍຄຳທີ່ເປັນຈິງຂອງພຣະອົງໂດຍປາສະຈາກແນວຄິດໃດໆ ແລະ ຍິ່ງພາລະກິດຂອງພຣະອົງເປັນຈິງຫຼາຍສໍ່າໃດ ເຈົ້າມີຄວາມສາມາດຮັກພຣະອົງຢ່າງແທ້ຈິງຍິ່ງຂຶ້ນຫຼາຍສໍ່ານັ້ນ, ແລ້ວເຈົ້າກໍຈະຖືກພຣະອົງຮັບເອົາ. ກຸ່ມຄົນທີ່ພຣະເຈົ້າຈະຮັບເອົາແມ່ນຄົນທີ່ຮູ້ຈັກພຣະເຈົ້າ ນັ້ນກໍຄື ຜູ້ທີ່ຮູ້ຈັກຄວາມເປັນຈິງຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ພວກເຂົາແມ່ນຄົນທີ່ສາມາດເຊື່ອຟັງພາລະກິດຕົວຈິງຂອງພຣະເຈົ້າ.
(ຄັດຈາກບົດ “ຄົນທີ່ຮັກພຣະເຈົ້າແທ້ຈິງແມ່ນຄົນທີ່ສາມາດຍອມຮັບຄວາມເປັນຈິງຂອງພຣະອົງທັງໝົດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)