ບົດທີ 24

ເວລາຫຍັບໃກ້ເຂົ້າມາຫຼາຍແລ້ວ. ຈົ່ງຕື່ນຂຶ້ນ! ໄພ່ພົນທຸກຄົນ! ເຮົາຈະກ່າວກັບພວກເຈົ້າ ແລະ ທຸກຄົນທີ່ໄດ້ຍິນຈົ່ງຕື່ນຂຶ້ນ. ເຮົາເປັນພຣະເຈົ້າທີ່ພວກເຈົ້າມີຄວາມເຊື່ອໃນໄລຍະຫຼາຍປີຜ່ານມາ. ໃນປັດຈຸບັນນີ້, ເຮົາໄດ້ກາຍມາເປັນເນື້ອໜັງ ແລະ ມາຢູ່ຕໍ່ໜ້າພວກເຈົ້າ, ສະນັ້ນຈຶ່ງເປັນການເປີດເຜີຍໃຫ້ເຫັນວ່າໃຜທີ່ຕ້ອງການເຮົາຢ່າງແທ້ຈິງ, ໃຜທີ່ເຕັມໃຈຍອມຈ່າຍລາຄາທຸກຢ່າງສຳລັບເຮົາ, ໃຜທີ່ຟັງພຣະທຳຂອງເຮົາຢ່າງແທ້ຈິງ ແລະ ໃຜທີ່ເຕັມໃຈນໍາຄວາມຈິງເຂົ້າສູ່ການປະຕິບັດ. ຍ້ອນເຮົາເປັນພຣະເຈົ້າທີ່ມີລິດທານຸພາບສູງສຸດ, ເຮົາສາມາດເຫັນຄວາມລຶກລັບທຸກຢ່າງຂອງມະນຸດທີ່ລີ້ລັບໃນຄວາມມືດ, ເຮົາຮູ້ຈັກວ່າໃຜຕ້ອງການເຮົາຢ່າງແທ້ຈິງ ແລະ ເຮົາຮູ້ຈັກຜູ້ໃດທີ່ຕໍ່ຕ້ານເຮົາ; ເຮົາສັງເກດເຫັນທຸກສິ່ງ.

ບັດນີ້ ເຮົາປາຖະໜາທີ່ຈະສ້າງກຸ່ມຄົນທີ່ພໍໃຈຂອງເຮົາ ເຊິ່ງເປັນກຸ່ມຄົນທີ່ສາມາດຄຳນຶງເຖິງພາລະຂອງເຮົາໃຫ້ໄວເທົ່າທີ່ຈະໄວໄດ້. ເຖິງຢ່າງໃດກໍຕາມ, ເຮົາບໍ່ສາມາດລະເວັ້ນຈາກການເຮັດໃຫ້ຄຣິດຕະຈັກຂອງເຮົາສະອາດ ແລະ ບໍລິສຸດ; ຄຣິດຕະຈັກແມ່ນຫົວໃຈຂອງເຮົາ. ເຮົາກຽດຊັງຄົນຊົ່ວຮ້າຍທຸກຄົນທີ່ຂັດຂວາງພວກເຈົ້າຈາກການກິນ ແລະ ດື່ມພຣະທຳຂອງເຮົາ. ນີ້ກໍຍ້ອນວ່າ ມີຄົນອື່ນໆຈຳນວນໜຶ່ງທີ່ບໍ່ຕ້ອງການເຮົາຢ່າງແທ້ຈິງ. ຄົນເຫຼົ່ານີ້ເຕັມໄປດ້ວຍຄວາມຫຼອກລວງ, ພວກເຂົາບໍ່ເຂົ້າໃກ້ເຮົາດ້ວຍຫົວໃຈທີ່ແທ້ຈິງ; ພວກເຂົາຊົ່ວຮ້າຍ ແລະ ພວກເຂົາເປັນຄົນທີ່ຂັດຂວາງການປະຕິບັດຄວາມປະສົງຂອງເຮົາ; ພວກເຂົາບໍ່ແມ່ນຄົນທີ່ນໍາຄວາມຈິງເຂົ້າສູ່ການປະຕິບັດ. ຜູ້ຄົນເຫຼົ່ານີ້ເຕັມໄປດ້ວຍຄວາມຄິດທີ່ວ່າ ຕົນເອງຊອບທຳ ແລະ ຄວາມອວດດີ, ພວກເຂົາທະເຍີທະຍານຢ່າງບ້າປ່ວງ, ພວກເຂົາມັກທີ່ຈະໂອ້ອວດ ແລະ ເຖິງແມ່ນວ່າຖ້ອຍຄຳທີ່ພວກເຂົາກ່າວເປັນຕາຟັງ, ລັບຫຼັງ ພວກເຂົາບໍ່ປະຕິບັດຄວາມຈິງ. ຄົນຊົ່ວຮ້າຍເຫຼົ່ານີ້ຈະຖືກຕັດອອກ ແລະ ຖືກກວາດອອກໄປ; ພວກເຂົາຈະທົນທຸກຢູ່ທ່າມກາງໄພພິບັດ. ພຣະທຳເຫຼົ່ານີ້ແມ່ນເພື່ອເຕືອນພວກເຈົ້າ ແລະ ເພື່ອຕັກເຕືອນພວກເຈົ້າໃຫ້ພວກເຈົ້າຍ່າງຢູ່ໃນເສັ້ນທາງທີ່ເຮົາພໍໃຈ. ຈົ່ງ ມືສະຕິລະວັງໂຕຢູ່ສະເໝີ, ເພາະເຮົາຮັກຄົນເຫຼົ່ານັ້ນທີ່ຮັກເຮົາຢ່າງສຸດຫົວໃຈ. ຍ້ອນວ່າ ພວກເຈົ້າຫຍັບເຂົ້າໃກ້ເຮົາ, ເຮົາຈະປົກປ້ອງພວກເຈົ້າ ແລະ ຮັກສາພວກເຈົ້າຈາກຄົນເຫຼົ່ານັ້ນທີ່ຊົ່ວຮ້າຍ; ເຮົາຈະເຮັດໃຫ້ພວກເຈົ້າໝັ້ນຄົງໃນເຮືອນຂອງເຮົາ ແລະ ເຝົ້າຮັກສາພວກເຈົ້າຈົນເຖິງທີ່ສຸດ.

ກ່ອນນີ້: ບົດທີ 23

ຕໍ່ໄປ: ບົດທີ 25

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້