ບົດທີ 23

ເຖິງອ້າຍເອື້ອຍນ້ອງທຸກຄົນທີ່ໄດ້ຍິນສຽງຂອງເຮົາ, ພວກເຈົ້າໄດ້ຍິນສຽງແຫ່ງການພິພາກສາທີ່ຮຸນແຮງຂອງເຮົາ ແລະ ພວກເຈົ້າໄດ້ອົດທົນຕໍ່ການທົນທຸກຢ່າງຮຸນແຮງ. ເຖິງຢ່າງໃດກໍຕາມ, ພວກເຈົ້າຄວນຮູ້ວ່າ ຢູ່ເບື້ອງຫຼັງສຽງທີ່ເຂັ້ມງວດຂອງເຮົາຈະມີເຈດຕະນາທີ່ລີ້ລັບຂອງເຮົາ! ເຮົາລົງວິໄນພວກເຈົ້າເພື່ອວ່າ ພວກເຈົ້າຈະໄດ້ຮັບຄວາມລອດພົ້ນ. ພວກເຈົ້າຄວນຮູ້ວ່າ ສໍາລັບລູກຊາຍອັນເປັນທີ່ຮັກຂອງເຮົາ, ເຮົາຈະລົງວິໄນພວກເຈົ້າ, ລິຮານພວກເຈົ້າ ແລະ ເຮັດໃຫ້ພວກເຈົ້າສົມບູນໃນອີກບໍ່ດົນຢ່າງແນ່ນອນ. ຫົວໃຈຂອງເຮົາຮ້ອນຮົນຫຼາຍ, ແຕ່ພວກເຈົ້າບໍ່ເຂົ້າໃຈຫົວໃຈຂອງເຮົາ ແລະ ພວກເຈົ້າບໍ່ປະພຶດຕາມພຣະທຳຂອງເຮົາ. ພຣະທຳຂອງເຮົາໃນປັດຈຸບັນໄດ້ມາເຖິງພວກເຈົ້າແລ້ວ, ເຮັດໃຫ້ພວກເຈົ້າຮູ້ຢ່າງແທ້ຈິງວ່າ ພຣະເຈົ້າແມ່ນພຣະເຈົ້າແຫ່ງຄວາມຮັກ ແລະ ເຮັດໃຫ້ພວກເຈົ້າທຸກຄົນໄດ້ຜະເຊີນກັບຄວາມຮັກທີ່ແທ້ຈິງຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ, ຍັງມີຄົນຈຳນວນໜຶ່ງທີ່ກຳລັງທຳທ່າເຮັດ. ເມື່ອພວກເຂົາເຫັນຄວາມໂສກເສົ້າຂອງຄົນອື່ນ ພວກເຂົາກໍລອກຮຽນແບບ, ເຮັດໃຫ້ຕາຂອງພວກເຂົາເຕັມໄປດ້ວຍນ້ຳຕາເຊັ່ນກັນ. ແລ້ວກໍຍັງມີຄົນອື່ນທີ່ ເບິ່ງພາຍນອກຄືກັບວ່າຕິດໜີ້ບຸນຄຸນພຣະເຈົ້າ ແລະ ພວກເຂົາ ເບິ່ງຄືກັບວ່າ ພາກັນສຳນຶກຜິດ, ແຕ່ພາຍໃນພວກເຂົາ, ພວກເຂົາບໍ່ເຂົ້າໃຈພຣະເຈົ້າຢ່າງແທ້ຈິງ, ພວກເຂົາບໍ່ໝັ້ນໃຈກ່ຽວກັບພຣະອົງເລີຍ; ກົງກັນຂ້າມ, ພວກເຂົາພຽງແຕ່ທຳທ່າເຮັດເປັນສາກບັງໜ້າເທົ່ານັ້ນ. ເຮົາກຽດຊັງຄົນເຫຼົ່ານີ້ທີ່ສຸດ! ອີກບໍ່ດົນ, ຄົນເຫຼົ່ານີ້ກໍຈະຖືກຕັດອອກຈາກນະຄອນຂອງເຮົາ. ເຈດຕະນາຂອງເຮົາກໍຄື: ເຮົາຕ້ອງການຄົນທີ່ຕ້ອງການເຮົາຢ່າງແຮງກ້າ ແລະ ມີພຽງແຕ່ຄົນທີ່ສະແຫວງຫາເຮົາດ້ວຍຫົວໃຈທີ່ແທ້ຈິງເທົ່ານັ້ນ ທີ່ຈະສາມາດເຮັດໃຫ້ເຮົາພໍໃຈໄດ້. ຄົນເຫຼົ່ານີ້ແມ່ນຜູ້ທີ່ເຮົາຈະສະໜັບສະໜູນດ້ວຍມືຂອງເຮົາເອງຢ່າງແນ່ນອນ ແລະ ເຮົາຈະຮັບປະກັນວ່າ ພວກເຂົາຈະບໍ່ປະສົບກັບໄພພິບັດຢ່າງແນ່ນອນ. ຜູ້ຄົນທີ່ຕ້ອງການພຣະເຈົ້າຢ່າງແທ້ຈິງ ຈະຄຳນຶງເຖິງຫົວໃຈຂອງພຣະເຈົ້າດ້ວຍຄວາມເຕັມໃຈ ແລະ ເຮັດຕາມຄວາມປະສົງຂອງເຮົາ. ສະນັ້ນ, ພວກເຈົ້າຄວນເຂົ້າສູ່ຄວາມເປັນຈິງໃນອີກບໍ່ດົນ ແລະ ຍອມຮັບພຣະທຳຂອງເຮົາໃຫ້ເປັນຊີວິດຂອງພວກເຈົ້າ, ນີ້ແມ່ນພາລະທີ່ຍິ່ງໃຫຍ່ສຸດຂອງເຮົາ. ຖ້າຄຣິດຕະຈັກ ແລະ ໄພ່ພົນທັງຫຼາຍລ້ວນແລ້ວແຕ່ເຂົ້າສູ່ຄວາມເປັນຈິງ ແລະ ລ້ວນແລ້ວແຕ່ສາມາດສົນທະນາກັບເຮົາໂດຍກົງ, ມາຢູ່ຕໍ່ໜ້າເຮົາ ແລະ ປະຕິບັດຄວາມຈິງ ແລະ ຄວາມຊອບທຳ, ເມື່ອນັ້ນ ພວກເຂົາຈຶ່ງຈະເປັນລູກຊາຍອັນເປັນທີ່ຮັກຂອງເຮົາ, ຄົນທີ່ເຮົາພໍໃຈຢ່າງຍິ່ງ. ເຮົາຈະປະທານພອນປະເສີດທັງໝົດໃຫ້ກັບຄົນເຫຼົ່ານີ້.

ກ່ອນນີ້: ບົດທີ 22

ຕໍ່ໄປ: ບົດທີ 24

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້