ນິມິດແຫ່ງພາລະກິດຂອງພຣະເຈົ້າ (1)

ໂຢຮັນປະຕິບັດພາລະກິດເປັນເວລາເຈັດປີໃຫ້ກັບພຣະເຢຊູ ແລະ ໄດ້ບຸກເບີກຫົນທາງແລ້ວເມື່ອພຣະເຢຊູມາເຖິງ. ກ່ອນໜ້ານີ້ ຂ່າວປະເສີດແຫ່ງອານາຈັກສະຫວັນທີ່ໂຢຮັນເທດສະໜານັ້ນເປັນທີ່ໄດ້ຍິນທົ່ວດິນແດນ ຍ້ອນວ່າມັນໄດ້ຂະຫຍາຍໄປທົ່ວຢູດາຍ ແລະ ທຸກຄົນກໍເອີ້ນເພິ່ນວ່າ ຜູ້ປະກາດພຣະທຳ. ໃນເວລານັ້ນ, ກະສັດເຮໂຣດປາຖະໜາທີ່ຈະຂ້າໂຢຮັນ ແຕ່ເພິ່ນກໍບໍ່ກ້າ ຍ້ອນຜູ້ຄົນນັບຖືໂຢຮັນໃຫ້ເປັນບຸກຄົນສູງສົ່ງ ແລະ ເຮໂຣດກໍຢ້ານວ່າ ຖ້າເພິ່ນຂ້າໂຢຮັນ ພວກເຂົາກໍຈະກໍ່ກະບົດຕໍ່ເພິ່ນ. ພາລະກິດທີ່ໂຢຮັນປະຕິບັດໄດ້ວາງຮາກຖານທ່າມກາງຄົນສາມັນ ແລະ ເພິ່ນກໍໄດ້ເຮັດໃຫ້ຊາວຢິວກາຍເປັນຜູ້ເຊື່ອ. ເປັນເວລາເຈັດປີທີ່ເພິ່ນໄດ້ບຸກເບີກຫົນທາງໃຫ້ກັບພຣະເຢຊູ, ຈົນເຖິງເວລາທີ່ພຣະເຢຊູໄດ້ເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ. ດ້ວຍເຫດນີ້ ໂຢຮັນຈຶ່ງເປັນຜູ້ປະກາດພຣະທຳທີ່ຍິ່ງໃຫຍ່ທີ່ສຸດ. ພຣະເຢຊູພຽງແຕ່ເລີ່ມຕົ້ນປະຕິບັດພາລະກິດຂອງພຣະອົງຢ່າງເປັນທາງການຫຼັງຈາກທີ່ໂຢຮັນຖືກຂັງຄຸກ. ກ່ອນໜ້າໂຢຮັນ, ບໍ່ເຄີຍມີໃຜເປັນຜູ້ປະກາດພຣະທຳທີ່ບຸກເບີກຫົນທາງໃຫ້ກັບພຣະເຈົ້າ ເພາະວ່າກ່ອນໜ້າພຣະເຢຊູນັ້ນ ພຣະເຈົ້າບໍ່ເຄີຍມາເປັນເນື້ອໜັງຈັກເທື່ອ. ດ້ວຍເຫດນັ້ນ ຈາກຜູ້ປະກາດພຣະທຳທັງໝົດຈົນເຖິງໂຢຮັນ ເພິ່ນຈຶ່ງເປັນພຽງຄົນດຽວທີ່ບຸກເບີກຫົນທາງໃຫ້ກັບພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ດ້ວຍວິທີນີ້ ໂຢຮັນກໍກາຍເປັນຜູ້ປະກາດພຣະທຳທີ່ຍິ່ງໃຫຍ່ທີ່ສຸດໃນພຣະສັນຍາເດີມ ແລະ ໃໝ່. ໂຢຮັນເລີ່ມເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນເປັນເວລາເຈັດປີກ່ອນການຮັບບັບຕິດສະມາຂອງພຣະເຢຊູ. ສຳລັບປະຊາຊົນແລ້ວ ພາລະກິດທີ່ເພິ່ນປະຕິບັດເບິ່ງຄືເໜືອກວ່າພາລະກິດຂອງພຣະເຢຊູທີ່ເກີດຂຶ້ນພາຍຫຼັງ ແຕ່ຢ່າງໃດກໍຕາມ ເພິ່ນກໍຍັງເປັນພຽງຜູ້ປະກາດພຣະທຳເທົ່ານັ້ນ. ເພິ່ນບໍ່ໄດ້ປະຕິບັດພາລະກິດ ແລະ ກ່າວຢູ່ໃນພຣະວິຫານ ແຕ່ຢູ່ທີ່ເມືອງ ແລະ ໝູ່ບ້ານທີ່ຢູ່ນອກພຣະວິຫານ. ແນ່ນອນ ເພິ່ນກະທຳສິ່ງນີ້ທ່າມກາງຊົນຊາດຢິວ ໂດຍສະເພາະຄົນທີ່ທຸກຍາກ. ມີໜ້ອຍເທື່ອທີ່ໂຢຮັນຈະຕິດຕໍ່ພົວພັນກັບຄົນຊັ້ນສູງໃນສັງຄົມ ເພິ່ນພຽງແຕ່ເຜີຍແຜ່ຂ່າວປະເສີດທ່າມກາງປະຊາຊົນສາມັນໃນຢູດາຍ. ນີ້ແມ່ນເພື່ອຈັດກຽມຄົນທີ່ເໝາະສົມໃຫ້ກັບພຣະເຢຊູເຈົ້າ ແລະ ຈັດກຽມສະຖານທີ່ເໝາະສົມໃຫ້ພຣະອົງປະຕິບັດພາລະກິດ. ຍ້ອນມີຜູ້ປະກາດພຣະທຳເຊັ່ນ ໂຢຮັນທີ່ໄດ້ປູຫົນທາງ, ພຣະເຢຊູເຈົ້າຈຶ່ງສາມາດເລີ່ມລົງມືປະຕິບັດຫົນທາງແຫ່ງໄມ້ກາງແຂນຂອງພຣະອົງທັນທີທີ່ພຣະອົງມາເຖິງ. ເມື່ອພຣະເຈົ້າກາຍມາເປັນເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງ, ພຣະອົງບໍ່ຈຳເປັນຕ້ອງປະຕິບັດພາລະກິດແຫ່ງການເລືອກເອົາຜູ້ຄົນ ແລະ ບໍ່ຈຳເປັນຕ້ອງສະແຫວງຫາຜູ້ຄົນ ຫຼື ສະຖານທີ່ເພື່ອປະຕິບັດພາລະກິດດ້ວຍຕົວພຣະອົງເອງ. ພຣະອົງບໍ່ໄດ້ປະຕິບັດພາລະກິດດັ່ງກ່າວໃນຕອນທີ່ພຣະອົງສະເດັດມາ; ຄົນທີ່ເໝາະສົມຖືກຈັດກຽມໃຫ້ກັບພຣະອົງແລ້ວ ກ່ອນທີ່ພຣະອົງຈະມາເຖິງ. ໂຢຮັນໄດ້ສຳເລັດພາລະກິດນີ້ແລ້ວກ່ອນທີ່ພຣະເຢຊູເລີ່ມພາລະກິດຂອງພຣະອົງ ຍ້ອນເມື່ອພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ມາເຖິງເພື່ອປະຕິບັດພາລະກິດຂອງພຣະອົງ, ພຣະອົງກໍເລີ່ມປະຕິບັດພາລະກິດໃນຄົນທີ່ລໍຖ້າພຣະອົງເປັນເວລາດົນທັນທີ. ພຣະເຢຊູບໍ່ໄດ້ສະເດັດມາເພື່ອປະຕິບັດພາລະກິດແຫ່ງການແກ້ໄຂຂອງມະນຸດ. ພຣະອົງພຽງແຕ່ສະເດັດມາເພື່ອປະຕິບັດພັນທະກິດທີ່ພຣະອົງຕ້ອງປະຕິບັດ ແລະ ສິ່ງອື່ນໆແມ່ນບໍ່ມີສ່ວນກ່ຽວຂ້ອງກັບພຣະອົງເລີຍ. ເມື່ອໂຢຮັນມາ, ເພິ່ນບໍ່ໄດ້ເຮັດຫຍັງເລີຍ ນອກຈາກນໍາເອົາກຸ່ມຄົນທີ່ຍອມຮັບຂ່າວປະເສີດແຫ່ງອານາຈັກສະຫວັນອອກຈາກພຣະວິຫານ ແລະ ທ່າມກາງຊາວຢິວ ເພື່ອວ່າພວກເຂົາຈະກາຍເປັນເປົ້າໝາຍແຫ່ງພາລະກິດຂອງພຣະເຢຊູເຈົ້າ. ໂຢຮັນປະຕິບັດພາລະກິດເປັນເວລາເຈັດປີ ເຊິ່ງເວົ້າໄດ້ວ່າ ເພິ່ນເຜີຍແຜ່ຂ່າວປະເສີດເປັນເວລາເຈັດປີ. ໃນລະຫວ່າງພາລະກິດຂອງໂຢຮັນ, ເພິ່ນບໍ່ໄດ້ສະແດງອິດທິລິດຫຼາຍຢ່າງ, ຍ້ອນພາລະກິດຂອງເພິ່ນແມ່ນການບຸກເບີກຫົນທາງ, ມັນເປັນພາລະກິດແຫ່ງການຈັດກຽມ. ພາລະກິດອື່ນໆທັງໝົດ ເຊິ່ງເປັນພາລະກິດທີ່ພຣະເຢຊູກຳລັງຈະປະຕິບັດ ແມ່ນບໍ່ກ່ຽວຂ້ອງກັບເພິ່ນເລີຍ; ເພິ່ນພຽງແຕ່ຮຽກຮ້ອງໃຫ້ມະນຸດສາລະພາບຄວາມຜິດບາບຂອງເຂົາ ແລະ ກັບໃຈໃໝ່ ແລະ ໃຫ້ບັບຕິດສະມາກັບຜູ້ຄົນ ເພື່ອພວກເຂົາຈະໄດ້ລອດພົ້ນ. ເຖິງແມ່ນເພິ່ນປະຕິບັດພາລະກິດໃໝ່ ແລະ ເປີດເສັ້ນທາງທີ່ບໍ່ມີມະນຸດຄົນໃດເຄີຍຍ່າງມາກ່ອນຈັກເທື່ອ, ເພິ່ນກໍພຽງແຕ່ບຸກເບີກຫົນທາງໃຫ້ກັບພຣະເຢຊູ. ເພິ່ນເປັນພຽງຜູ້ປະກາດພຣະທຳທີ່ປະຕິບັດພາລະກິດແຫ່ງການຈັດກຽມ ແລະ ເພິ່ນບໍ່ສາມາດປະຕິບັດພາລະກິດຂອງພຣະເຢຊູໄດ້. ເຖິງແມ່ນວ່າພຣະເຢຊູບໍ່ແມ່ນຜູ້ທຳອິດທີ່ເທດສະໜາກ່ຽວກັບຂ່າວປະເສີດແຫ່ງອານາຈັກສະຫວັນ ແລະ ເຖິງແມ່ນພຣະອົງສືບຕໍ່ຕາມເສັ້ນທາງທີ່ໂຢຮັນໄດ້ເລີ່ມຕົ້ນ, ແຕ່ກໍບໍ່ມີຜູ້ໃດທີ່ສາມາດປະຕິບັດພາລະກິດຂອງພຣະອົງໄດ້ ແລະ ພາລະກິດນັ້ນກໍຢູ່ເໜືອພາລະກິດຂອງໂຢຮັນ. ພຣະເຢຊູບໍ່ສາມາດຈັດກຽມຫົນທາງຂອງພຣະອົງເອງ; ພາລະກິດຂອງພຣະອົງແມ່ນຖືກປະຕິບັດແທນພຣະເຈົ້າໂດຍກົງ. ດ້ວຍເຫດນັ້ນ ບໍ່ວ່າໂຢຮັນຈະປະຕິບັດພາລະກິດເທົ່າໃດປີ, ເພິ່ນກໍຍັງເປັນຜູ້ປະກາດພຣະທຳ ແລະ ຍັງເປັນຜູ້ທີ່ບຸກເບີກຫົນທາງ. ພາລະກິດສາມປີທີ່ພຣະເຢຊູປະຕິບັດລື່ນເກີນພາລະກິດເຈັດປີຂອງໂຢຮັນ, ຍ້ອນແກ່ນແທ້ແຫ່ງພາລະກິດຂອງພຣະອົງບໍ່ຄືກັນ. ເມື່ອພຣະເຢຊູເລີ່ມປະຕິບັດພັນທະກິດຂອງພຣະອົງ ເຊິ່ງກໍເປັນເວລາທີ່ພາລະກິດຂອງໂຢຮັນມາເຖິງຈຸດສິ້ນສຸດ, ໂຢຮັນໄດ້ຈັດກຽມຜູ້ຄົນ ແລະ ສະຖານທີ່ຢ່າງພຽງພໍໃຫ້ພຣະເຢຊູເຈົ້ານໍາໃຊ້ ແລະ ສິ່ງເຫຼົ່ານັ້ນກໍພຽງພໍສໍາລັບພຣະເຢຊູເຈົ້າເພື່ອເລີ່ມພາລະກິດສາມປີ. ດ້ວຍເຫດນັ້ນ ທັນທີທີ່ພາລະກິດຂອງໂຢຮັນສຳເລັດລົງ, ພຣະເຢຊູເຈົ້າກໍເລີ່ມພາລະກິດຂອງພຣະອົງເອງຢ່າງເປັນທາງການ ແລະ ຄຳເວົ້າທີ່ໂຢຮັນໄດ້ເວົ້າໄວ້ກໍຖືກປະຖິ້ມ. ນັ້ນກໍຍ້ອນວ່າ ພາລະກິດທີ່ໂຢຮັນກະທຳແມ່ນເພື່ອການປ່ຽນແປງເທົ່ານັ້ນ ແລະ ຄຳເວົ້າຂອງເພິ່ນກໍບໍ່ແມ່ນພຣະທຳແຫ່ງຊີວິດທີ່ຈະນໍາພາມະນຸດໄປສູ່ການເຕີບໂຕໃໝ່; ສຸດທ້າຍແລ້ວ ຄຳເວົ້າຂອງເພິ່ນກໍພຽງແຕ່ເພື່ອນໍາໃຊ້ຊົ່ວຄາວເທົ່ານັ້ນ.

ພາລະກິດທີ່ພຣະເຢຊູປະຕິບັດບໍ່ແມ່ນສິ່ງທີ່ເໜືອທຳມະຊາດ; ມີຂະບວນການໃນພາລະກິດດັ່ງກ່າວ ແລະ ພາລະກິດນັ້ນກໍດຳເນີນໄປຕາມກົດເກນປົກກະຕິຂອງທຸກສິ່ງ. ໃນຊ່ວງເວລາຫົກເດືອນສຸດທ້າຍຂອງຊີວິດຂອງພຣະອົງ, ພຣະເຢຊູຮູ້ຢ່າງໝັ້ນໃຈວ່າ ພຣະອົງໄດ້ສະເດັດມາເພື່ອປະຕິບັດພາລະກິດນີ້ ແລະ ຮູ້ວ່າ ພຣະອົງໄດ້ສະເດັດມາເພື່ອຖືກຄຶງໃສ່ໄມ້ກາງແຂນ. ກ່ອນທີ່ພຣະອົງຈະຖືກຄຶງໃສ່ໄມ້ກາງແຂນ, ພຣະເຢຊູອະທິຖານຢ່າງຕໍ່ເນື່ອງຫາພຣະເຈົ້າພຣະບິດາ ເໝືອນກັບທີ່ພຣະອົງອະທິຖານສາມຄັ້ງໃນສວນເກັດເສມາເນ. ຫຼັງຈາກທີ່ພຣະອົງໄດ້ຮັບບັບຕິດສະມາ, ພຣະເຢຊູກໍປະຕິບັດພັນທະກິດຂອງພຣະອົງເປັນເວລາສາມປີເຄິ່ງ ແລະ ພາລະກິດທີ່ເປັນທາງການຂອງພຣະອົງກໍກິນເວລາສອງປີເຄິ່ງ. ໃນລະຫວ່າງປີທຳອິດນັ້ນ ພຣະອົງຖືກຊາຕານກ່າວຫາ ແລະ ຖືກມະນຸດລົບກວນ ແລະ ຕ້ອງປະສົບກັບການລໍ້ລວງຂອງມະນຸດ. ພຣະອົງເອົາຊະນະການລໍ້ລວງຫຼາຍຢ່າງໃນຂະນະທີ່ປະຕິບັດພາລະກິດຂອງພຣະອົງ. ໃນຊ່ວງເວລາຫົກເດືອນສຸດທ້າຍ, ເມື່ອພຣະເຢຊູໃກ້ຈະຖືກຄຶງໃສ່ໄມ້ກາງແຂນ, ໄດ້ມີຄຳເວົ້າອອກຈາກປາກຂອງເປໂຕວ່າ ພຣະອົງເປັນພຣະບຸດຂອງພຣະເຈົ້າຜູ້ຊົງມີຊີວິດຢູ່ ແລະ ພຣະອົງເປັນພຣະຄຣິດ. ພຽງແຕ່ເມື່ອນັ້ນພາລະກິດຂອງພຣະອົງຈຶ່ງເປັນທີ່ຮູ້ຈັກກັບທຸກຄົນ ແລະ ພຽງແຕ່ເມື່ອນັ້ນຕົວຕົນຂອງພຣະອົງຈຶ່ງຖືກເປີດເຜີຍສູ່ສາທາລະນະ. ຫຼັງຈາກນັ້ນ, ພຣະເຢຊູກໍບອກສາວົກຂອງພຣະອົງວ່າ ພຣະອົງກຳລັງຈະຖືກຄຶງໃສ່ໄມ້ກາງແຂນເພື່ອມະນຸດ ແລະ ໃນວັນຖ້ວນສາມຫຼັງຈາກນັ້ນ ພຣະອົງຈະຟື້ນຄືນມາອີກຄັ້ງ; ພຣະອົງໄດ້ສະເດັດມາເພື່ອປະຕິບັດພາລະກິດແຫ່ງການໄຖ່ບາບ ແລະ ພຣະອົງເປັນພຣະຜູ້ໄຖ່. ມີພຽງແຕ່ໃນເວລາຫົກເດືອນສຸດທ້າຍ ພຣະອົງຈຶ່ງເປີດເຜີຍຕົວຕົນຂອງພຣະອົງ ແລະ ພາລະກິດທີ່ພຣະອົງເຈດຕະນາທີ່ຈະກະທຳ. ນີ້ກໍເປັນເວລາຂອງພຣະເຈົ້າເຊັ່ນດຽວກັນ ແລະ ນີ້ຄືວິທີທີ່ພາລະກິດຕ້ອງຖືກປະຕິບັດ. ໃນເວລານັ້ນ, ສ່ວນໜຶ່ງຂອງພາລະກິດຂອງພຣະເຢຊູແມ່ນສອດຄ່ອງກັບພຣະສັນຍາເດີມ ພ້ອມທັງສອດຄ່ອງກັບກົດລະບຽບຂອງໂມເຊ ແລະ ພຣະທຳຂອງພຣະເຢໂຮວາໃນລະຫວ່າງຍຸກແຫ່ງພຣະບັນຍັດ. ພຣະເຢຊູນໍາໃຊ້ທຸກສິ່ງເຫຼົ່ານີ້ເພື່ອປະຕິບັດສ່ວນໜຶ່ງຂອງພາລະກິດຂອງພຣະອົງ. ພຣະອົງເທດສະໜາໃຫ້ກັບຜູ້ຄົນ ແລະ ສັ່ງສອນພວກເຂົາໃນທຳມະສາລາ ແລະ ພຣະອົງກໍນໍາໃຊ້ການທຳນາຍຂອງພວກຜູ້ປະກາດພຣະທຳໃນພຣະສັນຍາເດີມເພື່ອຕຳໜິຕິຕຽນພວກຟາຣີຊາຍທີ່ເປັນສັດຕູກັບພຣະອົງ ແລະ ນໍາໃຊ້ພຣະທຳໃນພຣະຄຳພີເພື່ອເປີດໂປງຄວາມບໍ່ເຊື່ອຟັງຂອງພວກເຂົາ ແລ້ວກໍກ່າວໂທດພວກເຂົາ. ຍ້ອນພວກເຂົາກຽດຊັງໃນສິ່ງທີ່ພຣະເຢຊູໄດ້ກະທຳ; ໂດຍສະເພາະແລ້ວ ພາລະກິດສ່ວນໃຫຍ່ຂອງພຣະເຢຊູແມ່ນບໍ່ສອດຄ່ອງກັບກົດລະບຽບໃນພຣະຄຳພີ ແລະ ຍິ່ງໄປກວ່ານັ້ນ ສິ່ງທີ່ພຣະອົງສັ່ງສອນກໍສູງສົ່ງກວ່າຄຳເວົ້າຂອງພວກເຂົາເອງ ແລະ ຍິ່ງສູງສົ່ງກວ່າສິ່ງທີ່ພວກຜູ້ປະກາດພຣະທຳໄດ້ທຳນາຍໄວ້ໃນພຣະຄຳພີ. ພາລະກິດຂອງພຣະເຢຊູແມ່ນພຽງແຕ່ເພື່ອການໄຖ່ມະນຸດ ແລະ ການຖືກຄຶງໃສ່ໄມ້ກາງແຂນ. ສະນັ້ນຈຶ່ງບໍ່ຈຳເປັນສໍາລັບພຣະອົງທີ່ຈະກ່າວພຣະທຳເພີ່ມເພື່ອເອົາຊະນະມະນຸດຄົນໃດຄົນໜຶ່ງ. ຫຼາຍສິ່ງທີ່ພຣະອົງສັ່ງສອນມະນຸດກໍອອກມາຈາກພຣະທຳໃນພຣະຄຳພີ ແລະ ເຖິງແມ່ນພາລະກິດຂອງພຣະອົງຈະບໍ່ໄດ້ໃຫຍ່ກວ່າພຣະຄຳພີ, ແຕ່ພຣະອົງກໍຍັງສາມາດເຮັດໃຫ້ພາລະກິດແຫ່ງການຖືກຄຶງໃສ່ໄມ້ກາງແຂນສຳເລັດລົງ. ພາລະກິດຂອງພຣະອົງບໍ່ແມ່ນພາລະກິດແຫ່ງພຣະທຳ ຫຼື ບໍ່ແມ່ນເພື່ອເອົາຊະນະມະນຸດຊາດ, ແຕ່ແມ່ນເພື່ອໄຖ່ມະນຸດຊາດ. ພຣະອົງພຽງແຕ່ເຮັດໜ້າທີ່ເປັນເຄື່ອງຖວາຍບູຊາແທນຄວາມຜິດບາບໃຫ້ກັບມະນຸດຊາດເທົ່ານັ້ນ ແລະ ບໍ່ໄດ້ເຮັດໜ້າທີ່ເປັນແຫຼ່ງກໍາເນີດແຫ່ງພຣະທຳສຳລັບມະນຸດຊາດ. ພຣະອົງບໍ່ໄດ້ປະຕິບັດພາລະກິດຂອງຊາວຕ່າງຊາດ ເຊິ່ງເປັນພາລະກິດແຫ່ງການເອົາຊະນະມະນຸດ, ແຕ່ປະຕິບັດພາລະກິດແຫ່ງການຄຶງກາງແຂນ, ເຊິ່ງເປັນພາລະກິດທີ່ກະທຳທ່າມກາງຄົນທີ່ເຊື່ອວ່າມີພຣະເຈົ້າ. ເຖິງແມ່ນພາລະກິດຂອງພຣະອົງໄດ້ຮັບການປະຕິບັດບົນພື້ນຖານແຫ່ງພຣະຄຳພີ ແລະ ພຣະອົງນໍາໃຊ້ສິ່ງທີ່ພວກຜູ້ປະກາດພຣະທຳທີ່ເກົ່າແກ່ໄດ້ກ່າວໄວ້ລ່ວງໜ້າເພື່ອປະນາມພວກຟາຣີຊາຍ, ນີ້ກໍພຽພໍທີ່ຈະເຮັດໃຫ້ພາລະກິດແຫ່ງການຖືກຄຶງໃສ່ໄມ້ກາງແຂນຂອງພຣະອົງສຳເລັດລົງແລ້ວ. ຖ້າພາລະກິດໃນປັດຈຸບັນຍັງຖືກປະຕິບັດບົນພື້ນຖານຂອງຄຳທຳນາຍຂອງພວກຜູ້ປະກາດພຣະທຳທີ່ຜ່ານມາ ເຊິ່ງຢູ່ໃນພຣະຄຳພີ, ແລ້ວມັນກໍເປັນໄປບໍ່ໄດ້ເລີຍທີ່ຈະເອົາຊະນະພວກເຈົ້າ, ຍ້ອນພຣະສັນຍາເດີມບໍ່ໄດ້ມີການບັນທຶກກ່ຽວກັບຄວາມບໍ່ເຊື່ອຟັງ ແລະ ຄວາມຜິດບາບຂອງພວກເຈົ້າ ເຊິ່ງເປັນປະຊາຊົນຈີນ ແລະ ບໍ່ມີປະຫວັດສາດກ່ຽວກັບຄວາມຜິດບາບຂອງພວກເຈົ້າເລີຍ. ດ້ວຍເຫດນັ້ນ ຖ້າພາລະກິດນີ້ຍັງຄ້າງຢູ່ໃນພຣະຄຳພີ ພວກເຈົ້າກໍຈະບໍ່ຍອມຕາມຈັກເທື່ອ. ພຣະຄໍາພີບັນທຶກແຕ່ປະຫວັດສາດທີ່ຈໍາກັດຂອງປະຊາຊົນອິດສະຣາເອນ ເຊິ່ງເປັນສິ່ງທີ່ບໍ່ສາມາດພິສູດວ່າພວກເຈົ້າຊົ່ວຮ້າຍ ຫຼື ດີ ຫຼື ສາມາດຕັດສິນພວກເຈົ້າໄດ້. ໃຫ້ຈິນຕະນາການເບິ່ງວ່າ ຖ້າເຮົາຕ້ອງຕັດສິນພວກເຈົ້າຕາມປະຫວັດສາດຂອງປະຊາຊົນອິດສະຣາເອນ ແລ້ວພວກເຈົ້າຍັງຈະຕິດຕາມເຮົາເໝືອນກັບທີ່ພວກເຈົ້າກຳລັງເຮັດໃນປັດຈຸບັນນີ້ບໍ? ພວກເຈົ້າຮູ້ຢູ່ບໍວ່າ ພວກເຈົ້າເອົາໃຈຍາກຫຼາຍສໍ່າໃດ? ຖ້າບໍ່ມີພຣະທຳທີ່ຖືກກ່າວໃນລະຫວ່າງຂັ້ນຕອນນີ້ ແລ້ວມັນກໍເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ພາລະກິດແຫ່ງການເອົາຊະນະນັ້ນສຳເລັດລົງ. ເພາະເຮົາບໍ່ໄດ້ສະເດັດມາເພື່ອຖືກຄຶງທີ່ໄມ້ກາງແຂນ, ເຮົາຕ້ອງກ່າວພຣະທຳທີ່ແຕກຕ່າງຈາກພຣະຄຳພີ ເພື່ອວ່າພວກເຈົ້າອາດຈະຖືກເອົາຊະນະ. ພາລະກິດທີ່ພຣະເຢຊູກະທຳເປັນພຽງຂັ້ນຕອນໜຶ່ງທີ່ສູງກວ່າພຣະສັນຍາເດີມ; ພາລະກິດດັ່ງກ່າວແມ່ນຖືກໃຊ້ເພື່ອເລີ່ມຕົ້ນຍຸກໜຶ່ງ ແລະ ເພື່ອນໍາພາຍຸກດັ່ງກ່າວ. ເປັນຫຍັງພຣະອົງຈຶ່ງກ່າວວ່າ: “ເຮົາບໍ່ໄດ້ມາເພື່ອທຳລາຍພຣະບັນຍັດ ແຕ່ເພື່ອເຮັດໃຫ້ມັນສຳເລັດ”? ແຕ່ໃນພາລະກິດຂອງພຣະອົງກໍມີຫຼາຍຢ່າງທີ່ແຕກຕ່າງຈາກກົດລະບຽບທີ່ນໍາໃຊ້ ແລະ ພຣະບັນຍັດທີ່ປະຊາຊົນອິດສະຣາເອນແຫ່ງພຣະສັນຍາເດີມໄດ້ຕິດຕາມ, ຍ້ອນພຣະອົງບໍ່ໄດ້ມາເພື່ອເຊື່ອຟັງກົດລະບຽບ ແຕ່ເພື່ອເຮັດໃຫ້ມັນສຳເລັດ. ຂະບວນການທີ່ເຮັດໃຫ້ມັນສຳເລັດລວມມີຫຼາຍສິ່ງທີ່ເປັນຄວາມຈິງ ນັ້ນກໍຄື: ພາລະກິດຂອງພຣະອົງແມ່ນຕາມຄວາມເປັນຈິງ ແລະ ແທ້ຈິງຫຼາຍຂຶ້ນ ແລະ ຍິ່ງໄປກວ່ານັ້ນ ມັນມີຊີວິດຊີວາ ແລະ ບໍ່ໄດ້ຍຶດໝັ້ນກັບກົດລະບຽບຢ່າງຫຼັບຫູຫຼັບຕາ. ປະຊາຊົນອິດສະຣາເອນບໍ່ໄດ້ຮັກສາວັນຊະບາໂຕບໍ? ເມື່ອພຣະເຢຊູສະເດັດມາ ພຣະອົງບໍ່ໄດ້ຮັກສາວັນຊະບາໂຕ ຍ້ອນພຣະອົງກ່າວວ່າ ບຸດມະນຸດເປັນພຣະຜູ້ເປັນເຈົ້າແຫ່ງວັນຊະບາໂຕ ແລະ ເມື່ອພຣະຜູ້ເປັນເຈົ້າແຫ່ງວັນຊະບາໂຕສະເດັດມາເຖິງ, ພຣະອົງກໍຈະເຮັດຕາມທີ່ພຣະອົງປາຖະໜາ. ພຣະອົງສະເດັດມາເພື່ອເຮັດໃຫ້ກົດລະບຽບແຫ່ງພຣະສັນຍາເດີມສຳເລັດ ແລະ ເພື່ອປ່ຽນແປງກົດລະບຽບເຫຼົ່ານັ້ນ. ທຸກສິ່ງທີ່ກະທຳໃນປັດຈຸບັນແມ່ນອີງຕາມປັດຈຸບັນ ແຕ່ມັນກໍຍັງຕັ້ງຢູ່ບົນພື້ນຖານແຫ່ງພາລະກິດຂອງພຣະເຢໂຮວາໃນຍຸກແຫ່ງພຣະບັນຍັດ ແລະ ບໍ່ໄດ້ລະເມີດຂອບເຂດນີ້. ຕົວຢ່າງເຊັ່ນ: ການລະມັດລະວັງຄຳເວົ້າຂອງພວກເຈົ້າ ແລະ ບໍ່ລ່ວງເກີນຜົວເມຍຜູ້ອື່ນ, ສິ່ງເຫຼົ່ານີ້ບໍ່ແມ່ນກົດລະບຽບໃນພຣະສັນຍາເດີມບໍ? ໃນປັດຈຸບັນ, ສິ່ງທີ່ຮຽກຮ້ອງຈາກເຈົ້າບໍ່ໄດ້ຖືກຈຳກັດແຕ່ພຽງໃນພຣະບັນຍັດສິບປະການ ແຕ່ປະກອບດ້ວຍພຣະບັນຍັດ ແລະ ກົດລະບຽບທີ່ມີຄຳສັ່ງສູງກວ່າສິ່ງເຫຼົ່ານັ້ນທີ່ກຳນົດໃນອະດີດ, ແຕ່ນີ້ບໍ່ໄດ້ໝາຍຄວາມວ່າ ສິ່ງທີ່ກຳນົດໄວ້ກ່ອນໜ້ານີ້ແມ່ນຖືກລົບລ້າງ, ຍ້ອນແຕ່ລະຂັ້ນຕອນຂອງພາລະກິດຂອງພຣະເຈົ້າແມ່ນຖືກປະຕິບັດບົນພື້ນຖານຂອງຂັ້ນຕອນທີ່ເກີດຂຶ້ນກ່ອນໜ້າ. ສຳລັບພາລະກິດທີ່ພຣະເຢໂຮວາເຮັດໃນອິດສະຣາເອນນັ້ນ ເຊັ່ນ: ຮຽກຮ້ອງໃຫ້ປະຊາຊົນຖວາຍເຄື່ອງບູຊາ, ນັບຖືບິດາມານດາ, ບໍ່ບູຊາຮູບປັ້ນ, ບໍ່ທຳຮ້າຍ ຫຼື ສາບແຊ່ງຄົນອື່ນ, ບໍ່ລ່ວງເກີນຜົວເມຍຄົນອື່ນ, ບໍ່ສູບຢາ ຫຼື ດື່ມເຫຼົ້າ ແລະ ບໍ່ກິນສິ່ງທີ່ຕາຍ ຫຼື ດື່ມເລືອດ, ສິ່ງນີ້ບໍ່ໄດ້ປະກອບເປັນພື້ນຖານສຳລັບການປະຕິບັດຂອງເຈົ້າແມ່ນແຕ່ໃນປັດຈຸບັນບໍ? ພາລະກິດໄດ້ຮັບການປະຕິບັດບົນພື້ນຖານແຫ່ງອະດີດຈົນມາເຖິງປັດຈຸບັນ. ເຖິງແມ່ນວ່າກົດລະບຽບຂອງອະດີດບໍ່ໄດ້ຖືກກ່າວເຖິງອີກຕໍ່ໄປແລ້ວ ແລະ ໄດ້ມີການຮຽກຮ້ອງໃໝ່ສຳລັບເຈົ້າ, ແຕ່ກົດລະບຽບເຫຼົ່ານີ້ກໍບໍ່ໄດ້ຖືກລົບລ້າງ ແລະ ກົງກັນຂ້າມ ມັນຖືກຍົກໃຫ້ສູງຂຶ້ນ. ການເວົ້າວ່າກົດລະບຽບເຫຼົ່ານັ້ນຖືກລົບລ້າງໝາຍຄວາມວ່າຍຸກທີ່ຜ່ານມາແມ່ນຫຼ້າສະໄໝ, ໃນຂະນະທີ່ມີພຣະບັນຍັດບາງຂໍ້ທີ່ພວກເຈົ້າຕ້ອງເຄົາລົບຊົ່ວນິດນິລັນ. ພຣະບັນຍັດໃນອະດີດແມ່ນຖືກນໍາເຂົ້າໃນການປະຕິບັດຕົວຈິງແລ້ວ, ໄດ້ກາຍເປັນຊີວິດຂອງມະນຸດ ແລະ ບໍ່ຈຳເປັນຕ້ອງເນັ້ນເຖິງຂໍ້ພຣະບັນຍັດທີ່ວ່າ “ບໍ່ໃຫ້ສູບຢາ” ແລະ “ບໍ່ໃຫ້ດື່ມເຫຼົ້າ” ແລະ ອື່ນໆອີກ. ບົນພື້ນຖານນີ້, ພຣະບັນຍັດໃໝ່ຖືກວາງອອກຕາມຄວາມຕ້ອງການຂອງພວກເຈົ້າໃນປັດຈຸບັນ, ຕາມວຸດທິພາວະຂອງພວກເຈົ້າ ແລະ ຕາມພາລະກິດແຫ່ງປັດຈຸບັນ. ການກຳນົດພຣະບັນຍັດສຳລັບຍຸກໃໝ່ບໍ່ໄດ້ໝາຍເຖິງການລົບລ້າງພຣະບັນຍັດໃນຍຸກເກົ່າ, ແຕ່ເປັນການຍົກພຣະບັນຍັດເຫຼົ່ານັ້ນໃຫ້ສູງຂຶ້ນໂດຍຢູ່ບົນພື້ນຖານນີ້, ເພື່ອເຮັດໃຫ້ການກະທຳຂອງມະນຸດສົມບູນຫຼາຍຍິ່ງຂຶ້ນ ແລະ ສອດຄ່ອງກັບຄວາມເປັນຈິງຫຼາຍຂຶ້ນ. ໃນປັດຈຸບັນ ຖ້າພວກເຈົ້າພຽງແຕ່ຖືກຮຽກຮ້ອງໃຫ້ປະຕິບັດພຣະບັນຍັດ ແລະ ປະຕິບັດຕາມກົດລະບຽບແຫ່ງພຣະສັນຍາເດີມ ໃນລັກສະນະດຽວກັນກັບຊາວອິດສະຣາເອນ ແລະ ຖ້າເຈົ້າຖືກຮຽກຮ້ອງໃຫ້ທ່ອງກົດລະບຽບທີ່ພຣະເຢໂຮວາວາງອອກ ມັນກໍເປັນໄປບໍ່ໄດ້ທີ່ພວກເຈົ້າຈະສາມາດປ່ຽນແປງ. ຖ້າພວກເຈົ້າຕ້ອງປະຕິບັດຕາມພຣະບັນຍັດທີ່ຈຳກັດພຽງແຕ່ໜ້ອຍດຽວ ຫຼື ທ່ອງກົດລະບຽບຢ່າງຫຼວງຫຼາຍຈົນນັບບໍ່ຖ້ວນ, ອຸປະນິໄສເດີມຂອງພວກເຈົ້າກໍ່ຈະຍັງຄົງຝັງເລິກ ແລະ ບໍ່ມີທາງທີ່ຈະຖອນຮາກມັນໄດ້ເລີຍ. ສະນັ້ນ ພວກເຈົ້າກໍຍິ່ງຈະຊົ່ວຊ້າຂຶ້ນເລື້ອຍໆ ແລະ ບໍ່ມີພວກເຈົ້າຄົນໃດທີ່ຈະເຊື່ອຟັງ. ເວົ້າໄດ້ວ່າ ພຣະບັນຍັດທໍາມະດາຈຳນວນໜ້ອຍດຽວ ຫຼື ກົດລະບຽບທີ່ນັບບໍ່ຖ້ວນນັ້ນບໍ່ສາມາດຊ່ວຍໃຫ້ພວກເຈົ້າຮູ້ຈັກເຖິງການກະທຳຂອງພຣະເຢໂຮວາໄດ້. ພວກເຈົ້າບໍ່ຄືກັບປະຊາຊົນອິດສະຣາເອນ ນັ້ນກໍຄື: ດ້ວຍການປະຕິບັດກົດລະບຽບ ແລະ ທ່ອງພຣະບັນຍັດ, ພວກເຂົາສາມາດເປັນພະຍານເຖິງການກະທໍາຂອງພຣະເຢໂຮວາ ແລະ ອຸທິດພວກເຂົາໃຫ້ກັບພຣະອົງເທົ່ານັ້ນ, ແຕ່ພວກເຈົ້າບໍ່ສາມາດບັນລຸແບບນີ້ໄດ້ ແລະ ພຣະບັນຍັດຈຳນວນໜ້ອຍດຽວໃນຍຸກພຣະສັນຍາເດີມບໍ່ພຽງແຕ່ຈະບໍ່ສາມາດເຮັດໃຫ້ພວກເຈົ້າຍອມມອບຫົວໃຈຂອງພວກເຈົ້າ ຫຼື ປົກປ້ອງພວກເຈົ້າເທົ່ານັ້ນ, ແຕ່ກົງກັນຂ້າມ ມັນຈະເຮັດໃຫ້ພວກເຈົ້າບໍ່ມີລະບຽບ ແລະ ຈະເຮັດໃຫ້ພວກເຈົ້າຕົກສູ່ດິນແດນມໍລະນາ. ຍ້ອນພາລະກິດຂອງເຮົາແມ່ນພາລະກິດແຫ່ງການເອົາຊະນະ ແລະ ແນໃສ່ຄວາມບໍ່ເຊື່ອຟັງ ແລະ ອຸປະນິໄສເດີມຂອງພວກເຈົ້າ. ພຣະທຳທີ່ກະລຸນາຂອງພຣະເຢໂຮວາ ແລະ ພຣະເຢຊູແຕກຕ່າງຈາກພຣະທຳທີ່ຮ້າຍແຮງແຫ່ງການພິພາກສາໃນປັດຈຸບັນ. ຫາກປາສະຈາກພຣະທຳທີ່ຮ້າຍແຮງດັ່ງກ່າວ, ມັນກໍເປັນໄປບໍ່ໄດ້ທີ່ຈະເອົາຊະນະພວກເຈົ້າ “ຜູ້ຊ່ຽວຊານທັງຫຼາຍ” ຜູ້ເຊິ່ງບໍ່ເຊື່ອຟັງເປັນເວລາຫຼາຍພັນປີ. ກົດລະບຽບໃນພຣະສັນຍາເດີມໄດ້ສູນເສຍອໍານາດໃນພວກເຈົ້າດົນນານມາແລ້ວ ແລະ ການພິພາກສາໃນປັດຈຸບັນກໍຍິ່ງເປັນຕາຢ້ານຫຼາຍກວ່າກົດລະບຽບທີ່ເກົ່າແກ່ເຫຼົ່ານັ້ນ. ສິ່ງທີ່ເໝາະສົມກັບພວກເຈົ້າທີ່ສຸດແມ່ນການພິພາກສາ ແລະ ບໍ່ແມ່ນຂໍ້ກຳນົດຂອງກົດລະບຽບທີ່ບໍ່ສຳຄັນ, ຍ້ອນພວກເຈົ້າບໍ່ແມ່ນມະນຸດຊາດແຫ່ງການເລີ່ມຕົ້ນ, ແຕ່ເປັນມະນຸດຊາດທີ່ເສື່ອມຊາມເປັນເວລາຫຼາຍພັນປີ. ສິ່ງທີ່ມະນຸດຕ້ອງບັນລຸໃນປັດຈຸບັນແມ່ນອີງຕາມສະພາວະທີ່ເປັນຈິງຂອງມະນຸດໃນປັດຈຸບັນ, ອີງຕາມຄວາມສາມາດ ແລະ ວຸດທິພາວະທີ່ແທ້ຈິງຂອງມະນຸດໃນຍຸກປັດຈຸບັນ ແລະ ມັນບໍ່ໄດ້ຈຳເປັນທີ່ເຈົ້າຕ້ອງປະຕິບັດຕາມຄຳສັ່ງສອນ. ນີ້ກໍເພື່ອວ່າການປ່ຽນແປງອາດໄດ້ຮັບການບັນລຸໃນອຸປະນິໄສເດີມຂອງເຈົ້າ ແລະ ເພື່ອໃຫ້ເຈົ້າປະຖິ້ມແນວຄິດຂອງເຈົ້າ. ເຈົ້າຄິດວ່າພຣະບັນຍັດແມ່ນກົດລະບຽບບໍ? ສາມາດເວົ້າໄດ້ວ່າ ພວກມັນເປັນເງື່ອນໄຂທົ່ວໄປຂອງມະນຸດ. ພວກມັນບໍ່ແມ່ນກົດລະບຽບທີ່ເຈົ້າຕ້ອງປະຕິບັດຕາມ. ຍົກຕົວຢ່າງເຊັ່ນ: ຂໍ້ຫ້າມສູບຢາ, ສິ່ງນັ້ນແມ່ນກົດລະບຽບບໍ? ມັນບໍ່ແມ່ນກົດລະບຽບ! ມັນເປັນສິ່ງທີ່ຈຳເປັນສຳລັບການເປັນມະນຸດປົກກະຕິ; ມັນບໍ່ແມ່ນກົດລະບຽບ, ແຕ່ເປັນສິ່ງທີ່ຈໍາເປັນສຳລັບມະນຸດຊາດທັງປວງ. ໃນປັດຈຸບັນ, ມີພຣະບັນຍັດຈຳນວນຫຼາຍຂໍ້ທີ່ຖືກວາງອອກກໍບໍ່ແມ່ນກົດລະບຽບ, ແຕ່ເປັນສິ່ງທີ່ຈຳເປັນໃນການບັນລຸຄວາມເປັນມະນຸດປົກກະຕິ. ຜູ້ຄົນບໍ່ມີ ຫຼື ຮູ້ຈັກສິ່ງດັ່ງກ່າວໃນອະດີດ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງຈຳເປັນຕ້ອງບັນລຸພວກມັນໃນປັດຈຸບັນ ແລະ ສິ່ງດັ່ງກ່າວກໍບໍ່ໄດ້ຖືວ່າເປັນກົດລະບຽບ. ກົດໝາຍບໍ່ຄືກັນກັບກົດລະບຽບ. ກົດລະບຽບທີ່ເຮົາກ່າວເຖິງແມ່ນໝາຍເຖິງພິທີກຳ, ພິທີການ ຫຼື ການປະຕິບັດທີ່ຜິດປົກກະຕິ ແລະ ບໍ່ຖືກຕ້ອງຂອງມະນຸດ; ມັນເປັນກົດລະບຽບທີ່ບໍ່ຊ່ວຍຫຍັງຕໍ່ມະນຸດ, ບໍ່ມີຜົນປະໂຫຍດກັບເຂົາ ແລະ ມັນເປັນວິທີທາງການປະຕິບັດທີ່ບໍ່ມີຄວາມໝາຍເລີຍ. ນີ້ແມ່ນຕົວຢ່າງທີ່ດີສຸດຂອງກົດລະບຽບ ແລະ ກົດລະບຽບດັ່ງກ່າວຕ້ອງຖືກໂຍນຖິ້ມ, ຍ້ອນມັນບໍ່ມີຜົນປະໂຫຍດຫຍັງເລີຍຕໍ່ມະນຸດ. ມີແຕ່ສິ່ງທີ່ເປັນປະໂຫຍດຕໍ່ມະນຸດເທົ່ານັ້ນທີ່ຕ້ອງນໍາເຂົ້າສູ່ການປະຕິບັດ.

ກ່ອນນີ້: ພາລະກິດ ແລະ ທາງເຂົ້າ (10)

ຕໍ່ໄປ: ນິມິດແຫ່ງພາລະກິດຂອງພຣະເຈົ້າ (2)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້