ນິມິດແຫ່ງພາລະກິດຂອງພຣະເຈົ້າ (2)

ໃນຍຸກແຫ່ງພຣະຄຸນໄດ້ມີການເທດສະໜາເຖິງຂ່າວປະເສີດແຫ່ງການກັບໃຈ ແລະ ຕັ້ງເງື່ອນໄຂວ່າ ຖ້າມະນຸດເຊື່ອ ແລ້ວເຂົາກໍຈະລອດພົ້ນ. ໃນປັດຈຸບັນ ມີພຽງແຕ່ການສົນທະນາກ່ຽວກັບການເອົາຊະນະ ແລະ ການເຮັດໃຫ້ສົມບູນ ແທນເລື່ອງຄວາມລອດພົ້ນ. ບໍ່ເຄີຍມີການເວົ້າວ່າ ຖ້າບຸກຄົນໃດເຊື່ອ, ຄອບຄົວທັງໝົດຂອງພວກເຂົາກໍຈະໄດ້ຮັບພອນ ຫຼື ເມື່ອຖືກຊ່ວຍໃຫ້ລອດພົນກໍຈະຖືກຊ່ວຍໃຫ້ລອດພົ້ນສະເໝີ. ໃນປັດຈຸບັນ ບໍ່ມີໃຜກ່າວຄຳເວົ້າເຫຼົ່ານີ້ ແລະ ສິ່ງດັ່ງກ່າວກໍເປັນສິ່ງທີ່ຫຼ້າສະໄໝໄປແລ້ວ. ໃນເວລານັ້ນ ພາລະກິດຂອງພຣະເຢຊູແມ່ນການໄຖ່ບາບໃຫ້ກັບມວນມະນຸດຊາດ. ຄວາມຜິດບາບຂອງທຸກຄົນທີ່ເຊື່ອໃນພຣະອົງແມ່ນໄດ້ຮັບການອະໄພ; ຕາບໃດທີ່ເຈົ້າເຊື່ອໃນພຣະອົງ, ພຣະອົງກໍຈະໄຖ່ບາບໃຫ້ກັບເຈົ້າ; ຖ້າເຈົ້າເຊື່ອໃນພຣະອົງ ເຈົ້າກໍບໍ່ແມ່ນຄົນບາບອີກຕໍ່ໄປ ແລະ ເຈົ້າກໍໄດ້ພົ້ນຈາກຄວາມຜິດບາບຂອງເຈົ້າແລ້ວ. ນີ້ຄືຄວາມໝາຍທີ່ວ່າ ໄດ້ຮັບຄວາມລອດພົ້ນ ແລະ ເປັນຄົນຊອບທໍາເພາະດ້ວຍຄວາມເຊື່ອ. ແຕ່ເຖິງຢ່າງນັ້ນກໍຕາມ ໃນບັນດາຄົນທີ່ເຊື່ອກໍຍັງມີສິ່ງທີ່ກະບົດ ແລະ ຕໍ່ຕ້ານພຣະເຈົ້າ ເຊິ່ງຈໍາເປັນຕ້ອງຄ່ອຍໆຖືກກຳຈັດອອກໄປ. ຄວາມລອດພົ້ນບໍ່ໄດ້ໝາຍຄວາມວ່າ ມະນຸດໄດ້ຖືກພຣະເຢຊູຮັບເອົາຢ່າງສົມບູນ ແຕ່ໝາຍເຖິງ ມະນຸດບໍ່ມີຄວາມບາບອີກຕໍ່ໄປ, ມະນຸດໄດ້ຮັບການອະໄພຄວາມຜິດບາບຂອງເຂົາແລ້ວ ນັ້ນກໍຄື ຂໍພຽງແຕ່ເຈົ້າເຊື່ອ ເຈົ້າກໍຈະບໍ່ມີບາບອີກຕໍ່ໄປ. ໃນເວລານັ້ນ ພຣະເຢຊູປະຕິບັດພາລະກິດຫຼາຍຢ່າງ ເຊິ່ງສາວົກຂອງພຣະອົງບໍ່ສາມາດເຂົ້າໃຈໄດ້ ແລະ ກ່າວຫຼາຍຢ່າງທີ່ຜູ້ຄົນບໍ່ເຂົ້າໃຈ. ນີ້ກໍຍ້ອນວ່າ ໃນເວລານັ້ນ ພຣະອົງບໍ່ໄດ້ອະທິບາຍ. ສະນັ້ນ ຫຼາຍປີຫຼັງຈາກທີ່ພຣະອົງຈາກໄປ, ມັດທາຍກໍໄດ້ສ້າງລຳດັບເຊື້ອວົງຂອງພຣະອົງຂຶ້ນ ແລະ ຄົນອື່ນໆກໍປະຕິບັດພາລະກິດຫຼາຍຢ່າງທີ່ມາຈາກຄວາມປາຖະໜາຂອງມະນຸດ. ພຣະເຢຊູບໍ່ໄດ້ສະເດັດມາເພື່ອເຮັດໃຫ້ມະນຸດສົມບູນ ແລະ ຮັບເອົາພວກເຂົາ, ແຕ່ມາເພື່ອປະຕິບັດພາລະກິດຂັ້ນຕອນດຽວ ນັ້ນກໍຄື ການປະກາດຂ່າວປະເສີດແຫ່ງອານາຈັກສະຫວັນ ແລະ ການເຮັດໃຫ້ພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນສຳເລັດລົງ. ສະນັ້ນ ເມື່ອຣະເຢຊູຖືກຄຶງໃສ່ໄມ້ກາງແຂນ, ພາລະກິດຂອງພຣະອົງກໍສິ້ນສຸດລົງຢ່າງສົມບູນ. ແຕ່ໃນຂັ້ນຕອນປັດຈຸບັນ ນັ້ນກໍຄື ພາລະກິດແຫ່ງການເອົາຊະນະ, ຈຳເປັນຕ້ອງໄດ້ມີການກ່າວພຣະທຳຫຼາຍຂຶ້ນ, ຕ້ອງມີການປະຕິບັດພາລະກິດຫຼາຍຂຶ້ນ ແລະ ຕ້ອງມີຂະບວນການຫຼາຍຢ່າງ. ພ້ອມນັ້ນ ຄວາມລຶກລັບແຫ່ງພາລະກິດຂອງພຣະເຢຊູ ແລະ ພຣະເຢໂຮວາກໍຕ້ອງຖືກເປີດເຜີຍເຊັ່ນກັນ ເພື່ອທຸກຄົນອາດມີຄວາມເຂົ້າໃຈ ແລະ ຊັດເຈນໃນຄວາມເຊື່ອຂອງພວກເຂົາ, ຍ້ອນນີ້ແມ່ນພາລະກິດແຫ່ງຍຸກສຸດທ້າຍ ແລະ ຍຸກສຸດທ້າຍກໍແມ່ນເວລາສຸດທ້າຍຂອງພາລະກິດຂອງພຣະເຈົ້າ ເຊິ່ງເປັນເວລາແຫ່ງການສິ້ນສຸດລົງຂອງພາລະກິດນີ້. ພາລະກິດຂັ້ນຕອນນີ້ຈະຊີ້ແຈງພຣະບັນຍັດຂອງພຣະເຢໂຮວາ ແລະ ການໄຖ່ບາບຂອງພຣະເຢຊູໃຫ້ກັບເຈົ້າ ແລະ ຫຼັກໆກໍເພື່ອວ່າເຈົ້າຈະໄດ້ເຂົ້າໃຈພາລະກິດທັງໝົດຂອງແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າ ແລະ ເຂົ້າໃຈເຖິງຄວາມໝາຍ ແລະ ທາດແທ້ທັງໝົດຂອງແຜນການຄຸ້ມຄອງຫົກພັນປີນີ້ ແລະ ເຂົ້າໃຈເຖິງເປົ້າໝາຍຂອງພາລະກິດທຸກຢ່າງທີ່ພຣະເຢຊູປະຕິບັດ ແລະ ພຣະທຳທຸກຂໍ້ທີ່ພຣະອົງກ່າວ ແລະ ແມ່ນແຕ່ຄວາມເຊື່ອຖືແບບຫຼັບຫູຫຼັບຕາ ແລະ ການບູຊາພຣະຄຳພີຂອງເຈົ້າ. ທຸກສິ່ງນີ້ຈະເຮັດໃຫ້ເຈົ້າເຂົ້າໃຈຢ່າງລະອຽດ. ເຈົ້າຈະໄດ້ເຂົ້າໃຈທັງພາລະກິດທີ່ພຣະເຢຊູປະຕິບັດ ແລະ ພາລະກິດຂອງພຣະເຈົ້າໃນປັດຈຸບັນ; ເຈົ້າຈະເຂົ້າໃຈ ແລະ ເບິ່ງເຫັນຄວາມຈິງ, ຊີວິດ ແລະ ຫົນທາງທັງໝົດ. ໃນຂັ້ນຕອນຂອງພາລະກິດທີ່ພຣະເຢຊູປະຕິບັດນັ້ນ ເປັນຫຍັງພຣະເຢຊູຈຶ່ງຈາກໄປໂດຍບໍ່ປະຕິບັດພາລະກິດແຫ່ງການສິ້ນສຸດ? ເພາະວ່າຂັ້ນຕອນຂອງພາລະກິດຂອງພຣະເຢຊູບໍ່ແມ່ນພາລະກິດຂັ້ນສຸດທ້າຍ. ເມື່ອພຣະເຢຊູຖືກຄຶງໃສ່ໄມ້ກາງແຂນ, ພຣະທຳຂອງພຣະອົງກໍສິ້ນສຸດລົງເຊັ່ນກັນ; ຫຼັງຈາກພຣະອົງຖືກຄຶງໃສ່ໄມ້ກາງແຂນ  ພາລະກິດຂອງພຣະອົງກໍສຳເລັດລົງຢ່າງສົມບູນ. ຂັ້ນຕອນໃນປັດຈຸບັນແມ່ນແຕກຕ່າງກັນ ນັ້ນກໍຄື ພຽງແຕ່ຫຼັງຈາກທີ່ພຣະທຳຖືກກ່າວຈົນເຖິງເວລາສຸດທ້າຍ ແລະ ພາລະກິດທັງໝົດຂອງພຣະເຈົ້າສິ້ນສຸດລົງ, ພາລະກິດຂອງພຣະອົງຈຶ່ງຈະສຳເລັດ. ໃນລະຫວ່າງຂັ້ນຕອນຂອງພາລະກິດຂອງພຣະເຢຊູ ມີພຣະທຳຫຼາຍຂໍ້ທີ່ຍັງບໍ່ໄດ້ກ່າວເຖິງ ຫຼື ບໍ່ໄດ້ອະທິບາຍຢ່າງຄົບຖ້ວນ. ແຕ່ເຖິງຢ່າງນັ້ນ ພຣະເຢຊູກໍບໍ່ສົນໃຈວ່າພຣະອົງກ່າວຫຍັງ ຫຼື ບໍ່ໄດ້ກ່າວຫຍັງ, ຍ້ອນພັນທະກິດຂອງພຣະອົງບໍ່ແມ່ນພັນທະກິດແຫ່ງພຣະທຳ ແລະ ສະນັ້ນ ຫຼັງຈາກທີ່ພຣະອົງຖືກຄຶງໃສ່ໄມ້ກາງແຂນ ພຣະອົງກໍຈາກໄປ. ພາລະກິດຂັ້ນຕອນນັ້ນຫຼັກໆແມ່ນເພື່ອການຖືກຄຶງໃສ່ໄມ້ກາງແຂນ ແລະ ບໍ່ຄືກັບຂັ້ນຕອນໃນປັດຈຸບັນ. ພາລະກິດຂັ້ນຕອນນີ້ຫຼັກໆແມ່ນເພື່ອການເຮັດໃຫ້ສຳເລັດ, ການເຮັດໃຫ້ທຸກສິ່ງຊັດເຈນຂຶ້ນ ແລະ ການສິ້ນສຸດພາລະກິດທັງໝົດ. ຖ້າພຣະທໍາບໍ່ໄດ້ຖືກກ່າວອອກຈົນເຖິງທີ່ສຸດ ກໍຈະບໍ່ມີທາງທີ່ຈະຈົບພາລະກິດນີ້ລົງໄດ້, ຍ້ອນໃນພາລະກິດຂັ້ນຕອນນີ້ ທຸກພາລະກິດແມ່ນຖືກນໍາມາສູ່ຈຸດສິ້ນສຸດ ແລະ ສຳເລັດລົງໂດຍໃຊ້ພຣະທຳ. ໃນເວລານັ້ນ ພຣະເຢຊູປະຕິບັດພາລະກິດຫຼາຍຢ່າງທີ່ມະນຸດບໍ່ສາມາດເຂົ້າໃຈໄດ້. ພຣະອົງຈາກໄປຢ່າງງຽບໆ ແລະ ໃນປັດຈຸບັນນີ້ກໍຍັງມີຫຼາຍຄົນທີ່ບໍ່ເຂົ້າໃຈພຣະທຳຂອງພຣະອົງ ເຊິ່ງພາກັນເຂົ້າໃຈແບບຜິດໆ ແຕ່ກໍຍັງເຊື່ອວ່າຖືກຕ້ອງ ແລະ ບໍ່ຮູ້ວ່າ ພວກເຂົານັ້ນຜິດ. ສຸດທ້າຍ ຂັ້ນຕອນໃນປັດຈຸບັນນີ້ຈະນໍາພາລະກິດຂອງພຣະເຈົ້າສິ້ນສຸດລົງຢ່າງສົມບູນ ແລະ ຈະໃຫ້ຜົນສະຫຼຸບຂອງມັນ. ທຸກຄົນຈະໄດ້ເຂົ້າໃຈ ແລະ ຮູ້ຈັກແຜນການຄຸ້ມຄອງຂອງພຣະເຈົ້າ. ແນວຄິດທີ່ຢູ່ພາຍໃນມະນຸດ, ເຈດຕະນາຂອງເຂົາ, ຄວາມເຂົ້າໃຈຜິດຂອງເຂົາ, ແນວຄິດຂອງເຂົາກ່ຽວກັບພາລະກິດຂອງພຣະເຢໂຮວາ ແລະ ພຣະເຢຊູ, ທັດສະນະຂອງເຂົາກ່ຽວກັບຄົນຕ່າງຊາດ ແລະ ການອອກນອກທິດນອກທາງ ແລະ ຄວາມຜິດພາດອື່ນໆຂອງເຂົາຈະໄດ້ຮັບການແກ້ໄຂໃຫ້ຖືກຕ້ອງ. ແລ້ວມະນຸດຈະເຂົ້າໃຈເສັ້ນທາງແຫ່ງຊີວິດທີ່ຖືກຕ້ອງທັງໝົດ ແລະ ພາລະກິດທັງໝົດທີ່ພຣະເຈົ້າປະຕິບັດ ແລະ ຄວາມຈິງທັງໝົດ. ເມື່ອສິ່ງນັ້ນເກີດຂຶ້ນ, ພາລະກິດຂັ້ນຕອນນີ້ກໍຈະມາເຖິງຈຸດສິ້ນສຸດ. ພາລະກິດຂອງພຣະເຢໂຮວາແມ່ນການສ້າງແຜ່ນດິນໂລກ, ມັນຄືຈຸດເລີ່ມຕົ້ນ; ພາລະກິດຂັ້ນຕອນນີ້ແມ່ນຈຸດສິ້ນສຸດຂອງພາລະກິດ ແລະ ມັນແມ່ນບົດສະຫຼຸບ. ໃນຕອນເລີ່ມຕົ້ນ, ພາລະກິດຂອງພຣະເຈົ້າຖືກປະຕິບັດທ່າມກາງປະຊາຊົນທີ່ຖືກເລືອກແຫ່ງອິດສະຣາເອັນ ແລະ ມັນແມ່ນຈຸດເລີ່ມຕົ້ນຂອງຍຸກໃໝ່ໃນສະຖານທີ່ສັກສິດທີ່ສຸດ. ພາລະກິດຂັ້ນຕອນສຸດທ້າຍແມ່ນຖືກປະຕິບັດໃນບັນດາປະເທດທີ່ບໍ່ບໍລິສຸດທີ່ສຸດ, ເພື່ອພິພາກສາໂລກ ແລະ ນໍາຍຸກດັ່ງກ່າວມາເຖິງຈຸດສິ້ນສຸດ. ໃນຂັ້ນຕອນທຳອິດ, ພາລະກິດຂອງພຣະເຈົ້າຖືກປະຕິບັດໃນສະຖານທີ່ໆສະຫວ່າງທີ່ສຸດ ແລະ ຂັ້ນຕອນສຸດທ້າຍແມ່ນຖືກປະຕິບັດໃນສະຖານທີ່ໆມືດມົນທີ່ສຸດ ແລະ ຄວາມມືດກໍຈະຖືກຂັບໄລ່ອອກໄປ, ນໍາມາດ້ວຍແສງສະຫວ່າງ ແລະ ທຸກຄົນກໍຈະຖືກເອົາຊະນະ. ເມື່ອຜູ້ຄົນໃນສະຖານທີ່ໆບໍ່ບໍລິສຸດ ແລະ ມືດມົນທີ່ສຸດໄດ້ຖືກເອົາຊະນະ ແລະ ປະຊາກອນທັງໝົດຮັບຮູ້ວ່າ ມີພຣະເຈົ້າ ເຊິ່ງເປັນພຣະເຈົ້າທີ່ແທ້ຈິງ ແລະ ທຸກຄົນໄດ້ເຊື່ອທັງໝົດ, ແລ້ວຄວາມຈິງນີ້ກໍຈະຖືກໃຊ້ເພື່ອປະຕິບັດພາລະກິດແຫ່ງການເອົາຊະນະທົ່ວຈັກກະວານທັງປວງ. ພາລະກິດຂັ້ນຕອນນີ້ເປັນສັນຍາລັກ ນັ້ນກໍຄື ເມື່ອພາລະກິດແຫ່ງຍຸກນີ້ສຳເລັດລົງ, ພາລະກິດແຫ່ງການຄຸ້ມຄອງ 6.000 ປີກໍຈະມາເຖິງຈຸດສິ້ນສຸດຢ່າງສົມບູນ. ເມື່ອທຸກຄົນທີ່ຢູ່ໃນສະຖານທີ່ມືດມົນທີ່ສຸດໄດ້ຖືກເອົາຊະນະ, ແນ່ນອນ ມັນກໍຈະເປັນແບບນັ້ນໃນບ່ອນອື່ນໆເຊັ່ນດຽວກັນ. ເມື່ອເປັນແນວນັ້ນ ມີພຽງພາລະກິດແຫ່ງການເອົາຊະນະໃນປະເທດຈີນເທົ່ານັ້ນທີ່ມີຄວາມໝາຍທາງສັນຍາລັກ. ປະເທດຈີນຄືຕົວຢ່າງຂອງອໍານາດແຫ່ງຄວາມມືດ ແລະ ປະຊາຊົນຈີນກໍເປັນຕົວແທນໃຫ້ກັບທຸກຄົນທີ່ເປັນເນື້ອໜັງ, ເປັນຊາຕານ, ເປັນເນື້ອໜັງ ແລະ ເລືອດ. ແມ່ນຄົນຈີນນີ້ເອງທີ່ຖືກມັງກອນແດງໃຫຍ່ເຮັດໃຫ້ເສື່ອມຊາມ, ຜູ້ເຊິ່ງຕໍ່ຕ້ານພຣະເຈົ້າຢ່າງໜັກໜ່ວງ, ຜູ້ເຊິ່ງມີຄວາມເປັນມະນຸດທີ່ຊົ່ວຊ້າ ແລະ ບໍ່ບໍລິສຸດ ແລະ ສະນັ້ນ ພວກເຂົາຈຶ່ງເປັນແມ່ພິມຂອງບັນດາມະນຸດຊາດທີ່ເສື່ອມຊາມ. ນີ້ບໍ່ໄດ້ເວົ້າວ່າ ປະເທດອື່ນບໍ່ມີບັນຫາຫຍັງເລີຍ; ແນວຄິດຂອງມະນຸດກໍຄືກັນໝົດ ແລະ ເຖິງແມ່ນວ່າ ປະຊາຊົນໃນປະເທດເຫຼົ່ານີ້ອາດມີຄວາມສາມາດສູງ, ຖ້າພວກເຂົາບໍ່ຮູ້ຈັກພຣະເຈົ້າ, ແລ້ວມັນກໍໝາຍຄວາມວ່າ ພວກເຂົາຕໍ່ຕ້ານພຣະເຈົ້າ. ເປັນຫຍັງຊາວຢິວຈຶ່ງຕໍ່ຕ້ານ ແລະ ທ້າທາຍພຣະເຈົ້າເຊັ່ນກັນ? ເປັນຫຍັງພວກຟາລີຊາຍຈຶ່ງຕໍ່ຕ້ານພຣະອົງເຊັ່ນກັນ? ເປັນຫຍັງຢູດາຈຶ່ງທໍລະຍົດພຣະເຢຊູ? ໃນເວລານັ້ນ, ສາວົກຫຼາຍຄົນບໍ່ໄດ້ຮູ້ຈັກພຣະເຢຊູ. ເປັນຫຍັງຫຼັງຈາກທີ່ພຣະເຢຊູຖືກຄຶງໃສ່ໄມ້ກາງແຂນ ແລະ ຟື້ນຄືນມາອີກ ຜູ້ຄົນກໍຍັງບໍ່ເຊື່ອໃນພຣະອົງ? ຄວາມບໍ່ເຊື່ອຟັງຂອງມະນຸດບໍ່ຄືກັນໝົດເລີຍບໍ? ພຽງແຕ່ວ່າ ປະຊາຊົນຈີນຖືກລົງໂທດໃຫ້ເປັນແບບຢ່າງ ແລະ ເມື່ອພວກເຂົາຖືກເອົາຊະນະ ພວກເຂົາກໍຈະກາຍເປັນແບບຢ່າງ ແລະ ຕົວຢ່າງ ແລະ ຈະເຮັດໜ້າທີ່ເປັນບ່ອນອ້າງອີງໃຫ້ກັບຄົນອື່ນໆ. ເປັນຫຍັງເຮົາຈຶ່ງເວົ້າຢູ່ສະເໝີວ່າ ພວກເຈົ້າເປັນສ່ວນປະກອບໃຫ້ກັບແຜນການຄຸ້ມຄອງຂອງເຮົາ? ມັນແມ່ນຢູ່ໃນປະຊາຊົນຈີນນີ້ເອງທີ່ການເສື່ອມຊາມ, ຄວາມບໍ່ບໍລິສຸດ, ຄວາມບໍ່ຊອບທຳ, ການຕໍ່ຕ້ານ ແລະ ຄວາມກະບົດຖືກສະແດງອອກຢ່າງຄົບຖ້ວນ ແລະ ຖືກເປີດເຜີຍໃນຮູບແບບຕ່າງໆນາໆ. ໃນດ້ານໜຶ່ງ ພວກເຂົາມີຄວາມສາມາດໜ້ອຍ ແລະ ໃນອີກດ້ານໜຶ່ງ ຊີວິດ ແລະ ແນວຄວາມຄິດຂອງພວກເຂົາກໍຫຼ້າຫຼັງ ແລະ ນິໄສ, ສະພາບແວດລ້ອມທາງສັງຄົມ ແລະ ຄອບຄົວທີ່ໃຫ້ກຳເນີດພວກເຂົາ, ທຸກສິ່ງນັ້ນແມ່ນບໍ່ດີ ແລະ ຫຼ້າຫຼັງທີ່ສຸດ. ສະຖານະຂອງພວກເຂົາກໍຕໍ່າຕ້ອຍເຊັ່ນດຽວກັນ. ພາລະກິດໃນສະຖານທີ່ແຫ່ງນີ້ເປັນສັນຍາລັກ ແລະ ຫຼັງຈາກທີ່ພາລະກິດທົດສອບນີ້ຖືກປະຕິບັດຢ່າງຄົບຖ້ວນ, ພາລະກິດຂອງພຣະອົງທີ່ເກີດຂຶ້ນພາຍຫຼັງກໍຈະດຳເນີນໄປໄດ້ດີກວ່າ. ຖ້າບາດກ້າວນີ້ຂອງພາລະກິດສາມາດເຮັດສຳເລັດໄດ້ ແລ້ວພາລະກິດຕໍ່ມາກໍຈະດຳເນີນໄປຢ່າງແນ່ນອນ. ເມື່ອບາດກ້າວນີ້ຂອງພາລະກິດຖືກເຮັດໃຫ້ສຳເລັດລົງ, ຄວາມສຳເລັດທີ່ຍິ່ງໃຫຍ່ກໍຈະຖືກບັນລຸຢ່າງສົມບູນ ແລະ ພາລະກິດແຫ່ງການເອົາຊະນະທົ່ວຈັກກະວານທັງປວງກໍຈະສິ້ນສຸດລົງຢ່າງສົມບູນ. ຄວາມຈິງແລ້ວ ເມື່ອພາລະກິດທ່າມກາງພວກເຈົ້າປະສົບຜົນສຳເລັດ, ສິ່ງນີ້ກໍເທົ່າກັບຄວາມສຳເລັດທົ່ວຈັກກະວານແລ້ວ. ນີ້ຄືຄວາມໝາຍທີ່ວ່າ ເປັນຫຍັງເຮົາຈຶ່ງໃຫ້ພວກເຈົ້າເຮັດໜ້າທີ່ເປັນແບບຢ່າງ ແລະ ຕົວຢ່າງ. ຄວາມກະບົດ, ການຕໍ່ຕ້ານ, ຄວາມບໍ່ບໍລິສຸດ, ຄວາມບໍ່ຊອບທຳ, ທຸກສິ່ງແມ່ນພົບເຫັນໄດ້ໃນຜູ້ຄົນເຫຼົ່ານີ້ ແລະ ຄວາມກະບົດທັງໝົດຂອງມະນຸດຊາດກໍຖືກສະແດງອອກໃນຕົວຂອງພວກເຂົາ. ພວກເຂົາຊ່າງໜ້າປະທັບໃຈແທ້ໆ. ສະນັ້ນ ພວກເຂົາຈຶ່ງຖືກຍົກຂຶ້ນໃຫ້ເປັນຕົວຢ່າງທີ່ດີທີ່ສຸດຂອງການເອົາຊະນະ ແລະ ເມື່ອພວກເຂົາຖືກເອົາຊະນະ ພວກເຂົາກໍຈະກາຍມາເປັນຕົວຢ່າງ ແລະ ແບບຢ່າງໃຫ້ກັບຄົນອື່ນໆໂດຍທຳມະຊາດ. ບໍ່ມີສິ່ງໃດທີ່ເປັນສັນຍາລັກຫຼາຍກວ່າຂັ້ນຕອນທຳອິດທີ່ຖືກປະຕິບັດໃນອິດສະຣາເອັນ ນັ້ນກໍຄື ຊາວອິດສະຣາເອັນເປັນຄົນທີ່ບໍລິສຸດທີ່ສຸດ ແລະ ເສື່ອມຊາມໜ້ອຍທີ່ສຸດໃນຜູ້ຄົນທັງໝົດ ແລະ ສະນັ້ນ ຈຸດເລີ່ມຕົ້ນຂອງຍຸກໃໝ່ໃນດິນແດນນີ້ແມ່ນມີຄວາມໝາຍຫຼາຍທີ່ສຸດ. ສາມາດເວົ້າໄດ້ວ່າ ບັນພະບຸລຸດຂອງມະນຸດຊາດແມ່ນມາຈາກອິດສະຣາເອັນ ແລະ ອິດສະຣາເອັນແມ່ນຈຸດກຳເນີດແຫ່ງພາລະກິດຂອງພຣະເຈົ້າ. ໃນຕອນເລີ່ມຕົ້ນ, ຄົນເຫຼົ່ານີ້ບໍລິສຸດທີ່ສຸດ ແລະ ພວກເຂົາທັງໝົດນະມັດສະການພຣະເຢໂຮວາ ແລະ ພາລະກິດຂອງພຣະເຈົ້າໃນພວກເຂົາກໍສາມາດເກີດຜົນຢ່າງຫຼວງຫຼາຍທີ່ສຸດ. ພຣະຄຳພີທັງໝົດບັນທຶກພາລະກິດຂອງສອງຍຸກ ນັ້ນກໍຄື ໜຶ່ງແມ່ນພາລະກິດໃນຍຸກແຫ່ງພຣະບັນຍັດ ແລະ ອີກຢ່າງໜຶ່ງແມ່ນພາລະກິດໃນຍຸກແຫ່ງພຣະຄຸນ. ພຣະສັນຍາເດີມບັນທຶກພຣະທຳຂອງພຣະເຢໂຮວາທີ່ມີຕໍ່ຊາວອິດສະຣາເອັນ ແລະ ພາລະກິດຂອງພຣະອົງທີ່ຢູ່ໃນອິດສະຣາເອັນ; ພຣະສັນຍາໃໝ່ບັນທຶກພາລະກິດຂອງພຣະເຢຊູທີ່ຢູ່ໃນຢູດາຍ. ແຕ່ເປັນຫຍັງພຣະຄຳພີຈຶ່ງບໍ່ມີຊື່ຈີນເລີຍ? ເພາະວ່າສອງສ່ວນທຳອິດຂອງພາລະກິດຂອງພຣະເຈົ້າແມ່ນຖືກປະຕິບັດໃນອິດສະຣາເອັນ, ເພາະປະຊາຊົນອິດສະຣາເອັນແມ່ນຄົນທີ່ຖືກເລືອກ, ເຊິ່ງເວົ້າໄດ້ວ່າ ພວກເຂົາແມ່ນຄົນທຳອິດທີ່ຍອມຮັບພາລະກິດຂອງພຣະເຢໂຮວາ. ພວກເຂົາເປັນຄົນທີ່ເສື່ອມຊາມໜ້ອຍທີ່ສຸດໃນບັນດາມະນຸດຊາດ ແລະ ໃນຕອນເລີ່ມຕົ້ນນັ້ນ ພວກເຂົາກໍມີຈິດໃຈທີ່ນັບຖືພຣະເຈົ້າ ແລະ ເຄົາລົບພຣະອົງ. ພວກເຂົາເຊື່ອຟັງພຣະທຳຂອງພຣະເຢໂຮວາ ແລະ ຮັບໃຊ້ໃນພຣະວິຫານຢູ່ຕະຫຼອດເວລາ ແລະ ນຸ່ງເສື້ອຄຸມ ຫຼື ສວມມົງກຸດຂອງປະໂລຫິດ. ພວກເຂົາແມ່ນຄົນກຸ່ມທຳອິດທີ່ນະມັດສະການພຣະເຈົ້າ ແລະ ເປັນເຄື່ອງມືທຳອິດໃນພາລະກິດຂອງພຣະເຈົ້າ. ຄົນເຫຼົ່ານີ້ເປັນຕົວຢ່າງ ແລະ ແບບຢ່າງໃຫ້ກັບມວນມະນຸດຊາດ. ພວກເຂົາເປັນຕົວຢ່າງ ແລະ ແບບຢ່າງຂອງຄວາມບໍລິສຸດ ແລະ ຄວາມຊອບທຳ. ຄົນແບບ ໂຢບ, ໂລດ ຫຼື ເປໂຕ ແລະ ທິໂມທຽວ, ພວກເຂົາເປັນຊາວອິດສະຣາເອັນ ແລະ ເປັນຕົວຢ່າງ ແລະ ແບບຢ່າງທີ່ບໍລິສຸດທີ່ສຸດ. ອິດສະຣາເອັນເປັນປະເທດທຳອິດທີ່ນະມັດສະການພຣະເຈົ້າທ່າມກາງມະນຸດຊາດ ແລະ ມີຄົນທີ່ຊອບທຳມາຈາກນີ້ຫຼາຍກວ່າຈາກບ່ອນອື່ນ. ພຣະເຈົ້າປະຕິບັດພາລະກິດໃນພວກເຂົາ ເພື່ອວ່າພຣະອົງຈະສາມາດຄຸ້ມຄອງມະນຸດທົ່ວດິນແດນໄດ້ດີຂຶ້ນໃນອະນາຄົດ. ຄວາມສຳເລັດຂອງພວກເຂົາ ແລະ ຄວາມຊອບທຳໃນການນະມັດສະການພຣະເຢໂຮວາຂອງພວກເຂົາໄດ້ຖືກບັນທຶກໄວ້ ເພື່ອພວກເຂົາຈະສາມາດເຮັດໜ້າທີ່ເປັນຕົວຢ່າງ ແລະ ແບບຢ່າງໃຫ້ກັບຜູ້ຄົນທີ່ຢູ່ນອກອິດສະຣາເອັນໃນລະຫວ່າງຍຸກແຫ່ງພຣະຄຸນ; ແລ້ວການກະທຳຂອງພວກເຂົາກໍໄດ້ສະໜັບສະໜູນພາລະກິດເປັນເວລາຫຼາຍພັນປີຈົນມາເຖິງປັດຈຸບັນ.

ຫຼັງຈາກການສ້າງໂລກ, ຂັ້ນຕອນທຳອິດແຫ່ງພາລະກິດຂອງພຣະເຈົ້າຖືກປະຕິບັດໃນອິດສະຣາເອັນ ແລະ ດ້ວຍເຫດນັ້ນ ອິດສະຣາເອັນຈຶ່ງເປັນຈຸດກຳເນີດ ແລະ ຖານຂອງພາລະກິດຂອງພຣະເຈົ້າເທິງແຜ່ນດິນໂລກ. ຂອບເຂດແຫ່ງພາລະກິດຂອງພຣະເຢຊູໄດ້ປົກຄຸມທົ່ວຢູດາຍ. ໃນລະຫວ່າງພາລະກິດຂອງພຣະອົງ, ມີພຽງຄົນສ່ວນໜ້ອຍຢູ່ນອກຢູດາຍທີ່ຮູ້ຈັກກ່ຽວກັບພາລະກິດນັ້ນ, ຍ້ອນພຣະອົງບໍ່ໄດ້ປະຕິບັດພາລະກິດນອກເໜືອຈາກຢູດາຍ. ໃນປັດຈຸບັນ, ພາລະກິດຂອງພຣະອົງໄດ້ຖືກນໍາມາສູ່ປະເທດຈີນ ແລະ ມັນກໍຖືກປະຕິບັດພາຍໃນຂອບເຂດນີ້ເທົ່ານັ້ນ. ໃນລະຫວ່າງຂັ້ນຕອນນີ້, ບໍ່ມີພາລະກິດໃດທີ່ເລີ່ມຕົ້ນຂຶ້ນຢູ່ນອກປະເທດຈີນ; ການຂະຫຍາຍພາລະກິດອອກນອກປະເທດຈີນແມ່ນເປັນພາລະກິດທີ່ຈະເກີດຂຶ້ນພາຍຫຼັງ. ພາລະກິດຂັ້ນຕອນນີ້ມາຕາມຫຼັງຂັ້ນຕອນຂອງພາລະກິດຂອງພຣະເຢຊູ. ພຣະເຢຊູປະຕິບັດພາລະກິດແຫ່ງການໄຖ່ບາບ ແລະ ຂັ້ນຕອນນີ້ແມ່ນພາລະກິດທີ່ມາຕາມຫຼັງພາລະກິດດັ່ງກ່າວ; ການໄຖ່ບາບແມ່ນຖືກເຮັດໃຫ້ສຳເລັດແລ້ວ ແລະ ໃນຂັ້ນຕອນນີ້ ບໍ່ຈຳເປັນຕ້ອງມີການປະຕິສົນທິຈາກພຣະວິນຍານບໍລິສຸດ ເພາະວ່າພາລະກິດຂັ້ນຕອນນີ້ບໍ່ຄືກັນກັບຂັ້ນຕອນທີ່ຜ່ານມາ ແລະ ຍິ່ງໄປກວ່ານັ້ນ ເພາະວ່າປະເທດຈີນບໍ່ຄືກັນກັບປະເທດອິດສະຣາເອັນ. ຂັ້ນຕອນຂອງພາລະກິດທີ່ພຣະເຢຊູປະຕິບັດແມ່ນພາລະກິດແຫ່ງການໄຖ່ບາບ. ມະນຸດໄດ້ເຫັນພຣະເຢຊູ ແລະ ຫຼັງຈາກນັ້ນບໍ່ດົນ ພາລະກິດຂອງພຣະອົງກໍເລີ່ມຂະຫຍາຍໄປສູ່ຊາວຕ່າງຊາດ. ໃນປັດຈຸບັນ, ມີຫຼາຍຄົນທີ່ເຊື່ອພຣະເຈົ້າໃນອາເມຣິກາ, ໃນປະເທດອັງກິດ ແລະ ຣັດເຊຍ, ແລ້ວເປັນຫຍັງຈຶ່ງມີຄົນຈໍານວນໜ້ອຍຄົນທີ່ເຊື່ອຢູ່ໃນປະເທດຈີນ? ເພາະວ່າ ປະເທດຈີນເປັນຊົນຊາດທີ່ປິດທີ່ສຸດ. ເມື່ອເປັນດັ່ງນັ້ນ, ປະເທດຈີນຈຶ່ງເປັນປະເທດສຸດທ້າຍທີ່ຍອມຮັບຫົນທາງຂອງພຣະເຈົ້າ ແລະ ແມ່ນແຕ່ໃນປັດຈຸບັນ ມັນຫາກໍເລີ່ມຍອມຮັບເປັນເວລາໜ້ອຍກວ່າຮ້ອຍປີ ເຊິ່ງຊ້າກວ່າອາເມຣິກາ ແລະ ປະເທດອັງກິດຫຼາຍ. ຂັ້ນຕອນສຸດທ້າຍຂອງພາລະກິດຂອງພຣະເຈົ້າແມ່ນຖືກປະຕິບັດໃນແຜ່ນດິນຈີນ ເພື່ອນໍາພາລະກິດຂອງພຣະອົງມາສູ່ຈຸດສິ້ນສຸດ ແລະ ເພື່ອວ່າ ພາລະກິດທັງໝົດຂອງພຣະອົງຈະຖືກເຮັດໃຫ້ສຳເລັດລົງ. ທຸກຄົນທີ່ຢູ່ໃນອິດສະຣາເອັນເອີ້ນພຣະເຢໂຮວາວ່າເປັນພຣະຜູ້ເປັນເຈົ້າຂອງພວກເຂົາ. ໃນເວລານັ້ນ, ພວກເຂົາຖືວ່າພຣະອົງເປັນຫົວໜ້າຄອບຄົວຂອງພວກເຂົາ ແລະ ອິດສະຣາເອັນທັງໝົດກໍກາຍເປັນຄອບຄົວທີ່ຍິ່ງໃຫຍ່ ເຊິ່ງທຸກຄົນກໍນະມັດສະການພຣະເຢໂຮວາພຣະຜູ້ເປັນເຈົ້າຂອງພວກເຂົາ. ພຣະວິນຍານຂອງພຣະເຢໂຮວາປາກົດຕົວຕໍ່ພວກເຂົາເລື້ອຍໆ ແລະ ພຣະອົງກ່າວ ແລະ ປະກາດພຣະສຸລະສຽງຂອງພຣະອົງໃຫ້ກັບພວກເຂົາ ແລະ ໃຊ້ເສົາເມກ ແລະ ສຽງເພື່ອນໍາພາຊີວິດຂອງພວກເຂົາ. ໃນເວລານັ້ນ, ພຣະວິນຍານຈັດກຽມການນຳພາຂອງພຣະອົງໃນອິດສະຣາເອັນໂດຍກົງ, ໂດຍກ່າວ ແລະ ປະກາດພຣະສຸລະສຽງຂອງພຣະອົງຕໍ່ຜູ້ຄົນ ແລະ ພວກເຂົາກໍໄດ້ເຫັນເມກ ແລະ ໄດ້ຍິນສຽງຟ້າຮ້ອງທີ່ດັງກ້ອງກັງວານ ແລະ ພຣະອົງນໍາພາຊີວິດຂອງພວກເຂົາໃນລັກສະນະນີ້ເປັນເວລາຫຼາຍພັນປີ. ສະນັ້ນ ມີພຽງແຕ່ປະຊາຊົນອິດສະຣາເອັນເທົ່ານັ້ນທີ່ນະມັດສະການພຣະເຢໂຮວາຢູ່ຕະຫຼອດ. ພວກເຂົາເຊື່ອວ່າ ພຣະເຢໂຮວາເປັນພຣະເຈົ້າຂອງພວກເຂົາ ແລະ ບໍ່ແມ່ນພຣະເຈົ້າຂອງຊາວຕ່າງຊາດ. ສິ່ງນີ້ບໍ່ແມ່ນເລື່ອງແປກໃຈເລີຍ: ເພາະວ່າ ພຣະເຢໂຮວາປະຕິບັດພາລະກິດທ່າມກາງພວກເຂົາເປັນເວລາເກືອບ 4.000 ປີ. ໃນແຜ່ນດິນຈີນ, ຫຼັງຈາກທີ່ນອນຫຼັບເປັນເວລາຫຼາຍພັນປີ, ມີພຽງແຕ່ຕອນນີ້ເທົ່ານັ້ນທີ່ຄົນເສື່ອມຊາມໄດ້ມາຮູ້ຈັກວ່າ ສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງບໍ່ໄດ້ເກີດຂຶ້ນໂດຍທຳມະຊາດ, ແຕ່ຖືກສ້າງຂຶ້ນໂດຍພຣະຜູ້ສ້າງ. ຍ້ອນຂ່າວປະເສີດນີ້ມາຈາກຕ່າງຖິ່ນ, ຄົນທີ່ມີຄວາມຄິດແບບສັກດິນາ ແລະ ປະຕິການເຊື່ອວ່າ ທຸກຄົນທີ່ຍອມຮັບເອົາຂ່າວປະເສີດນີ້ແມ່ນພວກຂາຍຊາດ, ພວກເຂົາແມ່ນຄົນຊົ່ວທີ່ທໍລະຍົດພຣະພຸດທະເຈົ້າ ເຊິ່ງເປັນບັນພະບຸລຸດຂອງພວກເຂົາ. ຍິ່ງໄປກວ່ານັ້ນ ຫຼາຍຄົນທີ່ມີຄວາມຄິດແບບສັກດິນາຖາມວ່າ “ປະຊາຊົນຈີນຈະເຊື່ອໃນພຣະເຈົ້າຂອງຊາວຕ່າງຊາດໄດ້ແນວໃດ? ພວກເຂົາບໍ່ໄດ້ທໍລະຍົດຕໍ່ບັນພະບຸລຸດຂອງພວກເຂົາບໍ? ພວກເຂົາບໍ່ແມ່ນກຳລັງເຮັດສິ່ງທີ່ຊົ່ວຮ້າຍບໍ?” ໃນປັດຈຸບັນ, ຜູ້ຄົນໄດ້ລືມໄປດົນແລ້ວວ່າ ພຣະເຢໂຮວາເປັນພຣະເຈົ້າຂອງພວກເຂົາ. ພວກເຂົາໄດ້ຍູ້ພຣະຜູ້ສ້າງໄປໄວ້ດ້ານຫຼັງຈິດໃຈຂອງພວກເຂົາດົນນານມາແລ້ວ ແລະ ພວກເຂົາກໍພາກັນເຊື່ອໃນດ້ານວິວັດທະນາການແທນ ເຊິ່ງໝາຍຄວາມວ່າ ມະນຸດໄດ້ວິວັດທະນາການມາຈາກທະນີ ແລະ ໂລກແຫ່ງທຳມະຊາດແມ່ນເກີດຂຶ້ນດ້ວຍໂຕມັນເອງ. ອາຫານທຸກຢ່າງດີໆທີ່ມະນຸດຊາດໄດ້ຮັບແມ່ນຖືກຈັດກຽມໃຫ້ໂດຍທຳມະຊາດ, ມີກົດເກນແຫ່ງຊີວິດ ແລະ ຄວາມຕາຍຂອງມະນຸດ ແລະ ບໍ່ມີພຣະເຈົ້າທີ່ປົກຄອງເໜືອທຸກສິ່ງທຸກຢ່າງ. ຍິ່ງໄປກວ່ານັ້ນ, ມີຜູ້ບໍ່ເຊື່ອວ່າມີພຣະເຈົ້າຫຼາຍຄົນທີ່ເຊື່ອວ່າ ພຣະເຈົ້າຜູ້ເຊິ່ງປົກຄອງເໜືອທຸກສິ່ງທຸກຢ່າງແມ່ນເປັນຄວາມເຊື່ອແບບງົມງວາຍ ແລະ ບໍ່ແມ່ນວິທະຍາສາດ. ແຕ່ວິທະຍາສາດສາມາດທົດແທນພາລະກິດຂອງພຣະເຈົ້າໄດ້ບໍ? ວິທະຍາສາດສາມາດປົກຄອງເໜືອມະນຸດຊາດໄດ້ບໍ? ການເທດສະໜາຂ່າວປະເສີດໃນປະເທດທີ່ຖືກປົກຄອງໂດຍລັດທິເທວະນິຍົມບໍ່ແມ່ນວຽກງານທີ່ງ່າຍເລີຍ ແລະ ປະກອບດ້ວຍອຸປະສັກຢ່າງຫຼວງຫຼາຍ. ໃນປັດຈຸບັນ ບໍ່ໄດ້ມີຫຼາຍຄົນທີ່ຕໍ່ຕ້ານພຣະເຈົ້າໃນລັກສະນະນີ້ບໍ?

ເມື່ອພຣະເຢຊູສະເດັດມາປະຕິບັດພາລະກິດຂອງພຣະອົງ, ມີຫຼາຍຄົນປຽບທຽບພາລະກິດຂອງພຣະອົງໃສ່ພາລະກິດຂອງພຣະເຢໂຮວາ ແລະ ເມື່ອພວກເຂົາພົບຄວາມບໍ່ສອດຄ່ອງກັນ ພວກເຂົາກໍຄຶງພຣະເຢຊູໃສ່ໄມ້ກາງແຂນ. ແຕ່ເປັນຫຍັງພວກເຂົາຈຶ່ງພົບຄວາມບໍ່ສອດຄ່ອງກັນລະຫວ່າງພາລະກິດຂອງພຣະເຢຊູ ແລະ ພຣະເຢໂຮວາ? ສ່ວນໜຶ່ງກໍຍ້ອນວ່າ ພຣະເຢຊູປະຕິບັດພາລະກິດໃໝ່ ແລະ ອີກສ່ວນກໍເປັນຍ້ອນວ່າ ກ່ອນທີ່ພຣະເຢຊູເລີ່ມຕົ້ນພາລະກິດຂອງພຣະອົງ, ບໍ່ມີໃຜຂຽນກ່ຽວກັບລຳດັບເຊື້ອວົງຕະກຸນຂອງພຣະອົງ. ຖ້າຄົນໃດຄົນໜຶ່ງໄດ້ຂຽນໄວ້ ແລ້ວກໍບໍ່ຈຳເປັນຕ້ອງກັງວົນ ແລະ ແມ່ນໃຜທີ່ຈະຍັງຄຶງພຣະເຢຊູໃສ່ໄມ້ກາງແຂນ? ຖ້າມັດທາຍໄດ້ຂຽນກ່ຽວກັບລຳດັບເຊື້ອວົງຕະກຸນຂອງພຣະເຢຊູເປັນເວລາຫຼາຍສິບປີກ່ອນໜ້ານັ້ນ ແລ້ວພຣະເຢຊູກໍຈະບໍ່ໄດ້ທົນທຸກກັບການຂົ່ມເຫັງຢ່າງຮຸນແຮງດັ່ງກ່າວ. ມັນບໍ່ແມ່ນແບບນັ້ນບໍ? ທັນທີທີ່ຜູ້ຄົນໄດ້ອ່ານກ່ຽວກັບວົງຕະກຸນຂອງພຣະເຢຊູ ວ່າພຣະອົງເປັນບຸດຊາຍຂອງອັບຣາຮາມ ແລະ ຮາກຖານຂອງເດວິດ, ແລ້ວພວກເຂົາກໍຈະເຊົາຂົ່ມເຫັງພຣະອົງ. ມັນບໍ່ໜ້າເສຍດາຍບໍທີ່ລຳດັບວົງຕະກຸນຂອງພຣະອົງຖືກຂຽນຊ້າເກີນໄປ? ເປັນເລື່ອງທີ່ໜ້າເສຍດາຍທີ່ພຣະຄຳພີພຽງແຕ່ບັນທຶກສອງຂັ້ນຕອນຂອງພາລະກິດຂອງພຣະເຈົ້າເທົ່ານັ້ນ ນັ້ນກໍຄື ຂັ້ນຕອນໜຶ່ງແມ່ນພາລະກິດໃນຍຸກແຫ່ງພຣະບັນຍັດ ແລະ ອີກຂັ້ນຕອນແມ່ນພາລະກິດໃນຍຸກແຫ່ງພຣະຄຸນ; ໜຶ່ງຂັ້ນຕອນແມ່ນພາລະກິດຂອງພຣະເຢໂຮວາ ແລະ ອີກໜຶ່ງຂັ້ນຕອນແມ່ນພາລະກິດຂອງພຣະເຢຊູ. ມັນຈະດີຫຼາຍພຽງໃດຖ້າຫາກຜູ້ປະກາດພຣະທຳທີ່ຍິ່ງໃຫຍ່ໄດ້ທຳນວາຍເຖິງພາລະກິດແຫ່ງປັດຈຸບັນ.​ ມັນກໍຈະມີພາກສ່ວນເພີ່ມເຕີມໃນພຣະຄຳພີ ທີ່ຊື່ວ່າ “ພາລະກິດແຫ່ງຍຸກສຸດທ້າຍ”, ນັ້ນຈະບໍ່ດີກວ່າບໍ? ເປັນຫຍັງມະນຸດຈຶ່ງຕ້ອງປະສົບກັບຄວາມຍາກລຳບາກຫຼາຍຢ່າງໃນປັດຈຸບັນ? ພວກເຈົ້າມີຄວາມຍຸ້ງຍາກຫຼາຍ! ຖ້າຄົນໃດຄົນໜຶ່ງສົມຄວນຖືກກຽດຊັງ, ຄົນນັ້ນກໍຈະເປັນເອຊາຢາ ແລະ ດານີເອັນ ຍ້ອນພວກເຂົາບໍ່ໄດ້ທຳນວາຍເຖິງພາລະກິດແຫ່ງຍຸກສຸດທ້າຍ ແລະ ຖ້າຕ້ອງໂທດຄົນໃດຄົນໜຶ່ງ, ຄົນນັ້ນກໍຈະເປັນພວກສາວົກໃນພຣະສັນຍາໃໝ່ ຜູ້ທີ່ບໍ່ໄດ້ບັນທຶກກ່ຽວກັບລຳດັບວົງຕະກຸນຂອງການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າກ່ອນໜ້ານັ້ນ. ເປັນຕາເສຍໃຈແທ້ເດ! ພວກເຈົ້າຕ້ອງຄົ້ນຫາຫຼັກຖານຈາກທຸກແຫ່ງ ແລະ ຍິ່ງໄປກວ່ານັ້ນ ຫຼັງຈາກທີ່ຄົ້ນພົບເສດສ່ວນໜຶ່ງຂອງພຣະທຳບາງຂໍ້ ພວກເຈົ້າກໍບໍ່ສາມາດບອກໄດ້ວ່າ ພວກມັນເປັນເຄື່ອງພິສູດແທ້ຈິງ ຫຼື ບໍ. ເປັນຕາອັບອາຍແທ້ເດ! ເປັນຫຍັງພຣະເຈົ້າຈຶ່ງລຶກລັບຫຼາຍໃນພາລະກິດຂອງພຣະອົງ? ໃນປັດຈຸບັນ, ຫຼາຍຄົນຍັງບໍ່ໄດ້ຄົ້ນພົບຫຼັກຖານທີ່ເຊື່ອຖືໄດ້ ແຕ່ພວກເຂົາກໍບໍ່ສາມາດປະຕິເສດສິ່ງນັ້ນໄດ້. ສະນັ້ນ ພວກເຂົາຄວນເຮັດແນວໃດ? ພວກເຂົາບໍ່ສາມາດຕິດຕາມພຣະເຈົ້າຢ່າງເດັດຂາດ, ແຕ່ພວກເຂົາກໍບໍ່ສາມາດກ້າວໄປຂ້າງໜ້າພ້ອມກັບຄວາມສົງໄສເຊັ່ນກັນ. ດ້ວຍເຫດນັ້ນ “ຜູ້ຊ່ຽວຊານທີ່ສະຫຼາດ ແລະ ມີພອນສະຫວັນ” ຫຼາຍຄົນຈຶ່ງມີທັດສະນະຄະຕິທີ່ວ່າ “ລອງ ແລະ ເບິ່ງ” ເມື່ອພວກເຂົາຕິດຕາມພຣະເຈົ້າ. ນີ້ຄືບັນຫາອັນໃຫຍ່ຫຼວງ! ທຸກສິ່ງທຸກຢ່າງຈະບໍ່ງ່າຍຂຶ້ນບໍ ຖ້າມັດທາຍ, ມາຣະໂກ, ລູກາ ແລະ ໂຢຮັນສາມາດທຳນວາຍອະນາຄົດໄດ້? ມັນຈະດີກວ່າຖ້າໂຢຮັນໄດ້ເຫັນຄວາມຈິງພາຍໃນກ່ຽວກັບຊີວິດໃນອານາຈັກ, ມັນເປັນຕາເສຍດາຍທີ່ລາວເຫັນພຽງແຕ່ນິມິດ ແລະ ບໍ່ໄດ້ເຫັນພາລະກິດທີ່ແທ້ຈິງ ແລະ ເປັນຈິງເທິງແຜ່ນດິນໂລກ. ເປັນຕາອັບອາຍແທ້ເດ! ເກີດຫຍັງຂຶ້ນກັບພຣະເຈົ້າ? ເປັນຫຍັງຫຼັງຈາກທີ່ພາລະກິດຂອງພຣະອົງດຳເນີນໄປດ້ວຍດີໃນອິດສະຣາເອັນ, ພຣະອົງຈຶ່ງສະເດັດມາສູ່ປະເທດຈີນ ແລະ ເປັນຫຍັງພຣະອົງຈຶ່ງຕ້ອງກາຍມາເປັນເນື້ອໜັງ ແລະ ປະຕິບັດພາລະກິດດ້ວຍຕົວພຣະອົງເອງ ແລະ ດຳລົງຊີວິດທ່າມກາງຜູ້ຄົນ? ພຣະເຈົ້າບໍ່ຄໍານືງເຖິງມະນຸດເລີຍ! ບໍ່ພຽງແຕ່ພຣະອົງບໍ່ບອກໃຫ້ຜູ້ຄົນຮູ້ລ່ວງໜ້າເທົ່ານັ້ນ, ແຕ່ພຣະອົງຍັງໄດ້ນໍາການຂ້ຽນຕີ ແລະ ການພິພາກສາຂອງພຣະອົງມາໃນທັນທີທັນໃດ. ມັນບໍ່ມີເຫດຜົນແທ້ໆ! ຄັ້ງທຳອິດທີ່ພຣະເຈົ້າກາຍມາເປັນມະນຸດ, ພຣະອົງທົນທຸກຕໍ່ຄວາມຍາກລຳບາກຫຼາຍ ເຊິ່ງເປັນຜົນມາຈາກການບໍ່ບອກມະນຸດລ່ວງໜ້າກ່ຽວກັບຄວາມຈິງພາຍໃນທັງໝົດ. ແນ່ນອນ ພຣະອົງຄົງບໍ່ສາມາດລືມສິ່ງນັ້ນໄດ້ ແມ່ນບໍ? ແລ້ວເປັນຫຍັງພຣະອົງຈຶ່ງບໍ່ບອກມະນຸດອີກໃນຄັ້ງນີ້? ໃນປັດຈຸບັນ, ຊ່າງເປັນເລື່ອງທີ່ໂຊກບໍ່ດີແທ້ໆທີ່ມີໜັງສືຫົກສິບຫົກເຫຼັ້ມໃນພຣະຄຳພີ. ມັນຕ້ອງມີອີກໜຶ່ງເຫຼັ້ມເພື່ອທຳນວາຍພາລະກິດແຫ່ງຍຸກສຸດທ້າຍ! ເຈົ້າຄິດວ່າບໍ່? ແມ່ນແຕ່ພຣະເຢໂຮວາ, ເອຊາຢາ ແລະ ເດວິດກໍບໍ່ໄດ້ກ່າວເຖິງພາລະກິດແຫ່ງປັດຈຸບັນ. ຍິ່ງໄປກວ່ານັ້ນ ພວກເຂົາຖືກລົບອອກຈາກປັດຈຸບັນ ເຊິ່ງເປັນເວລາທີ່ຫ່າງກັນຫຼາຍກວ່າ 4.000 ປີ. ພຣະເຢຊູກໍບໍ່ໄດ້ທຳນວາຍເຖິງພາລະກິດແຫ່ງປັດຈຸບັນຢ່າງສົມບູນ, ພຽງແຕ່ກ່າວເຖິງໜ້ອຍດຽວ ແລະ ມະນຸດກໍຍັງບໍ່ຄົ້ນພົບຫຼັກຖານທີ່ພຽງພໍ. ຖ້າເຈົ້າປຽບທຽບພາລະກິດແຫ່ງປັດຈຸບັນກັບພາລະກິດຜ່ານມາ, ທັງສອງພາລະກິດຈະສອດຄ່ອງກັນໄດ້ແນວໃດ? ພາລະກິດຂັ້ນຕອນຂອງພຣະເຢໂຮວາແມ່ນແນໃສ່ອິດສະຣາເອັນ ສະນັ້ນ ຖ້າເຈົ້າປຽບທຽບພາລະກິດແຫ່ງປັດຈຸບັນກັບພາລະກິດນັ້ນ ກໍຈະມີສິ່ງທີ່ບໍ່ສອດຄ່ອງກັນຫຼາຍພໍສົມຄວນ; ບໍ່ສາມາດປຽບທຽບທັງສອງພາລະກິດໃສ່ກັນໄດ້. ເຈົ້າກໍບໍ່ສາມາດປຽບທຽບກັບອິດສະຣາເອັນ ຫຼື ຊາວຢິວໄດ້ເຊັ່ນກັນ; ຄວາມສາມາດຂອງເຈົ້າ ແລະ ທຸກຢ່າງກ່ຽວກັບຕົວເຈົ້າແມ່ນຂາດເຂີນ ແລ້ວເຈົ້າຈະປຽບທຽບເຈົ້າເອງກັບພວກເຂົາໄດ້ແນວໃດ? ມັນເປັນໄປໄດ້ບໍ? ໃຫ້ຮູ້ວ່າ ປັດຈຸບັນນີ້ແມ່ນຍຸກແຫ່ງອານາຈັກ ແລະ ມັນກໍແຕກຕ່າງຈາກຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ. ຢ່າງໃດກໍຕາມ ຢ່າພະຍາຍາມ ແລະ ນໍາໃຊ້ສູດໃດສູດໜຶ່ງເລີຍ; ພຣະເຈົ້າບໍ່ໄດ້ຢູ່ໃນສູດດັ່ງກ່າວ.

ພຣະເຢຊູດຳລົງຊີວິດເປັນເວລາ 29 ປີຫຼັງຈາກການບັງເກີດຂອງພຣະອົງໄດ້ແນວໃດ? ພຣະຄຳພີບໍ່ໄດ້ບັນທຶກຫຍັງເລີຍກ່ຽວກັບໄວເດັກ ແລະ ໄວໜຸ່ມຂອງພຣະອົງ; ເຈົ້າຮູ້ບໍ່ວ່າທັງສອງໄວເປັນຄືແນວໃດ? ເປັນໄປໄດ້ບໍວ່າ ພຣະອົງບໍ່ມີໄວເດັກ ຫຼື ໄວໜຸ່ມ ແລະ ເມື່ອພຣະອົງກໍາເນີດ  ພຣະອົງແມ່ນມີອາຍຸ 30 ປີເລີຍ? ເຈົ້າຮູ້ໜ້ອຍເກີນໄປ, ສະນັ້ນ ຢ່າໄດ້ປະໝາດໃນການສະແດງທັດສະນະຂອງເຈົ້າ. ມັນບໍ່ໄດ້ສົ່ງຜົນດີໃຫ້ກັບເຈົ້າເລີຍ! ພຣະຄຳພີພຽງແຕ່ບັນທຶກວ່າ ກ່ອນພຣະເຢຊູມີອາຍຸ 30 ປີ, ພຣະອົງໄດ້ຮັບບັບຕິດສະມາ ແລະ ຖືກນໍາພາໂດຍພຣະວິນຍານບໍລິສຸດໄປໃນຖິ່ນກັນດານເພື່ອປະສົບກັບການທົດລອງຈາກມານຮ້າຍ. ແລ້ວພຣະກິດຕິຄຸນທັງສີ່ກໍບັນທຶກພາລະກິດໃນເວລາສາມປີເຄິ່ງຂອງພຣະອົງ. ບໍ່ມີການບັນທຶກກ່ຽວກັບໄວເດັກ ແລະ ໄວໜູ່ມຂອງພຣະອົງ, ແຕ່ນັ້ນກໍບໍ່ໄດ້ພິສູດວ່າ ພຣະອົງບໍ່ມີໄວເດັກ ແລະ ໄວໜຸ່ມ; ມັນເປັນພຽງແຕ່ວ່າ ໃນຈຸດເລີ່ມຕົ້ນ ພຣະອົງບໍ່ໄດ້ປະຕິບັດພາລະກິດຫຍັງເລີຍ ແລະ ເປັນບຸກຄົນທຳມະດາ. ແລ້ວເຈົ້າສາມາດເວົ້າໄດ້ບໍ່ວ່າ ພຣະອົງດຳລົງຊີວິດເປັນເວລາ 33 ປີ ໂດຍປາສະຈາກໄວໜູ່ມ ຫຼື ໄວເດັກ? ຢູ່ຊື່ໆ ພຣະອົງກໍມີອາຍຸ 33 ປີເຄິ່ງໂລດບໍ?  ທຸກສິ່ງທີ່ມະນຸດຄິດກ່ຽວກັບພຣະອົງແມ່ນເປັນເລື່ອງທີ່ເໜືອທຳມະຊາດ ແລະ ບໍ່ມີຄວາມເປັນຈິງ! ແນ່ນອນວ່າ ພຣະເຈົ້າທີ່ບັງເກີດເປັນມະນຸດປະກອບດ້ວຍຄວາມເປັນມະນຸດທໍາມະດາ ແລະ ປົກກະຕິ, ແຕ່ເມື່ອພຣະອົງປະຕິບັດພາລະກິດຂອງພຣະອົງ ມັນແມ່ນດ້ວຍຄວາມເປັນມະນຸດທີ່ບໍ່ສົມບູນ ແລະ ຄວາມເປັນພຣະເຈົ້າທີ່ສົມບູນຂອງພຣະອົງໂດຍກົງ. ຍ້ອນສິ່ງນີ້ ຜູ້ຄົນຈຶ່ງສົງໄສກ່ຽວກັບພາລະກິດໃນປັດຈຸບັນ ແລະ ຍິ່ງສົງໄສກ່ຽວກັບພາລະກິດຂອງພຣະເຢຊູ. ເຖິງແມ່ນວ່າພາລະກິດຂອງພຣະເຈົ້າແຕກຕ່າງກັນໃນສອງຄັ້ງທີ່ພຣະອົງກາຍມາເປັນເນື້ອໜັງ, ແຕ່ທາດແທ້ຂອງພຣະອົງບໍ່ໄດ້ແຕກຕ່າງເລີຍ. ແນ່ນອນ ຖ້າເຈົ້າອ່ານການບັນທຶກໃນພຣະກິດຕິຄຸນທັງສີ່, ຄວາມແຕກຕ່າງກໍຈະມີຫຼາຍ. ເຈົ້າສາມາດຫວນຄືນສູ່ຊີວິດຂອງພຣະເຢຊູໃນລະຫວ່າງໄວເດັກ ແລະ ໄວໜຸ່ມຂອງພຣະອົງໄດ້ແນວໃດ? ເຈົ້າສາມາດເຂົ້າໃຈເຖິງຄວາມເປັນມະນຸດທີ່ປົກກະຕິຂອງພຣະເຢຊູບໍ? ບາງເທື່ອ ເຈົ້າອາດມີຄວາມເຂົ້າໃຈຢ່າງໜັກແໜ້ນກ່ຽວກັບຄວາມເປັນມະນຸດຂອງພຣະເຈົ້າໃນປັດຈຸບັນ, ແຕ່ເຈົ້າບໍ່ເຂົ້າໃຈເຖິງຄວາມເປັນມະນຸດຂອງພຣະເຢຊູ, ແຮງໄກທີ່ເຈົ້າຈະເຂົ້າໃຈຄວາມເປັນມະນຸດ. ຖ້າບໍ່ມີການບັນທຶກໂດຍມັດທາຍ, ເຈົ້າກໍຈະບໍ່ມີວີ່ແວວກ່ຽວກັບຄວາມເປັນມະນຸດຂອງພຣະເຢຊູເລີຍ. ບາງເທື່ອ ເມື່ອເຮົາບອກເຈົ້າກ່ຽວກັບເລື່ອງລາວຂອງພຣະເຢຊູໃນລະຫວ່າງຊີວິດຂອງພຣະອົງ ແລະ ບອກເຈົ້າກ່ຽວກັບຄວາມຈິງພາຍໃນກ່ຽວກັບໄວເດັກ ແລະ ໄວໜຸ່ມຂອງພຣະເຢຊູ, ເຈົ້າກໍຈະແກວ່ງຫົວ ແລ້ວເວົ້າວ່າ “ບໍ່ແມ່ນ! ພຣະອົງບໍ່ໄດ້ເປັນແບບນັ້ນ. ພຣະອົງບໍ່ສາມາດມີຄວາມອ່ອນແອໄດ້ ແຮງໄກທີ່ພຣະອົງຈະມີຄວາມເປັນມະນຸດ!” ຍິ່ງໄປກວ່ານັ້ນ ເຈົ້າຈະຮ້ອງຂຶ້ນ ແລະ ໂວຍວາຍ. ນັ້ນກໍຍ້ອນວ່າ ເຈົ້າບໍ່ເຂົ້າໃຈພຣະເຢຊູ ເຈົ້າຈຶ່ງມີແນວຄິດກ່ຽວກັບເຮົາ. ເຈົ້າເຊື່ອວ່າພຣະເຢຊູສັກສິດຫຼາຍ ແລະ ພຣະອົງບໍ່ມີຫຍັງກ່ຽວຂ້ອງກັບຝ່າຍເນື້ອໜັງ. ແຕ່ຄວາມຈິງກໍຄືຄວາມຈິງ. ບໍ່ມີໃຜປາຖະໜາທີ່ຈະເວົ້າທ້າທາຍຄວາມເປັນຈິງແຫ່ງຄວາມຈິງ, ຍ້ອນວ່າ ເມື່ອເຮົາເວົ້າອອກໄປ ມັນກໍກ່ຽວພັນກັບຄວາມຈິງ; ມັນບໍ່ແມ່ນການຄາດເດົາ ຫຼື ເປັນການທຳນວາຍ. ໃຫ້ຮູ້ວ່າ ພຣະເຈົ້າສາມາດລຸກຂຶ້ນຢ່າງສູງ ແລະ ຍິ່ງໄປກວ່ານັ້ນ ພຣະອົງກໍສາມາດລີ້ໄດ້ຢ່າງເລິກ. ຄວາມສະຫຼາດຂອງເຈົ້າບໍ່ສາມາດຈິນຕະນາການເຖິງພຣະອົງໄດ້, ພຣະອົງເປັນພຣະເຈົ້າຂອງສິ່ງຊົງສ້າງທັງປວງ ແລະ ບໍ່ແມ່ນພຣະເຈົ້າສ່ວນຕົວທີ່ບຸກຄົນໃດໜຶ່ງຄິດຂຶ້ນເອງ.

ກ່ອນນີ້ : ນິມິດແຫ່ງພາລະກິດຂອງພຣະເຈົ້າ (1)

ຕໍ່ໄປ : ກ່ຽວກັບພຣະຄຳພີ (2)

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ສຽງຟ້າຮ້ອງທັງເຈັດກໍາລັງທໍານວາຍວ່າ ຂ່າວປະເສີດແຫ່ງອານາຈັກຈະແຜ່ຂະຫຍາຍໄປທົ່ວຈັກກະວານ

ເຮົາເຜີຍແຜ່ພາລະກິດຂອງເຮົາທ່າມກາງຊາວຕ່າງຊາດ. ລັດສະໝີພາບຂອງເຮົາແມບເຫຼື້ອມທົ່ວຈັກກະວານ, ຄວາມປະສົງຂອງເຮົາສະຖິດຢູ່ພາຍໃນດາວ-ດາວ-ຈຸດ-ຈຸດ,...

ເນື່ອງຈາກເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຄວນດຳລົງຊີວິດຢູ່ເພື່ອຄວາມຈິງ

ບັນຫາທົ່ວໄປທີ່ເກີດຂຶ້ນກັບມະນຸດທຸກຄົນກໍຄື ພວກເຂົາເຂົ້າໃຈຄວາມຈິງ ແຕ່ບໍ່ສາມາດເຮັດຕາມໄດ້. ປັດໄຈຢ່າງໜຶ່ງແມ່ນຍ້ອນມະນຸດບໍ່ເຕັມໃຈທີ່ຈະຮັບຜົນຕາມມາ...

ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍທີ່ສຸດ

ພຣະເຈົ້າກາຍເປັນເນື້ອໜັງກໍຍ້ອນວ່າ ເປົ້າໝາຍແຫ່ງພາລະກິດຂອງພຣະອົງບໍ່ແມ່ນວິນຍານຂອງຊາຕານ ຫຼື ສິ່ງທີ່ບໍ່ມີຮູບຮ່າງ, ແຕ່ເປັນມະນຸດ ຜູ້ເຊິ່ງມີເນື້ອໜັງ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້