2. ຄວາມແຕກຕ່າງລະຫວ່າງຫົນທາງແຫ່ງການກັບໃຈ ແລະ ຫົນທາງແຫ່ງຊີວິດອັນຕະລອດໄປເປັນນິດ

ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ:

“ຈົ່ງສຳນຶກຜິດ ຍ້ອນອານາຈັກແຫ່ງສະຫວັນໃກ້ມາເຖິງແລ້ວ” (ມັດທາຍ 4:17).

“ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ ເພາະພຣະອົງຈະບໍ່ກ່າວເຖິງເລື່ອງພຣະອົງ ແຕ່ ຈະກ່າວໃນສິ່ງທີ່ພຣະອົງໄດ້ຍິນ ແລະ ສະແດງໃຫ້ພວກເຈົ້າເຫັນສິ່ງທີ່ຈະເກີດຂຶ້ນ” (ໂຢຮັນ 16:12-13).

“ແລະ ຖ້າມະມຸດຄົນໃດໄດ້ຍິນພຣະທຳຂອງເຮົາ ແລະ ບໍ່ເຊື່ອ, ເຮົາບໍ່ພິພາກສາເຂົາ ຍ້ອນເຮົາບໍ່ໄດ້ມາເພື່ອພິພາກສາໂລກ, ແຕ່ເພື່ອຊ່ວຍໂລກໃຫ້ພົ້ນ. ຜູ້ທີ່ປະຕິເສດເຮົາ ແລະ ບໍ່ຮັບເອົາພຣະທໍາຂອງເຮົາ ກໍຈະມີສິ່ງທີ່ຕັດສິນພວກເຂົາ, ພຣະທໍາທີ່ເຮົາໄດ້ກ່າວກໍຈະຕັດສິນພວກເຂົາໃນວັນສຸດທ້າຍເຊັ່ນກັນ” (ໂຢຮັນ 12:47-48).

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ພາລະກິດທີ່ພຣະເຢຊູໄດ້ກະທໍາແມ່ນສອດຄ່ອງກັບຄວາມຕ້ອງການຂອງມວນມະນຸດຊາດໃນສະໄຫມນັ້ນ. ໜ້າທີ່ຂອງພຣະອົງແມ່ນເພື່ອໄຖ່ບາບມະນຸດ, ໃຫ້ອະໄພບາບພວກເຂົາ ແລະ ດັ່ງນັ້ນ ບຸກຄະລິກຂອງພຣະອົງທັງໝົດກໍຄືຄວາມຖ່ອມຕົນ, ຄວາມອົດທົນ, ຄວາມຮັກ, ຄວາມສັດຊື່, ຄວາມອົດທົນ, ຄວາມເມດຕາ ແລະ ຄວາມຮັກກະລຸນາ. ພຣະອົງໄດ້ປະທານພອນໃຫ້ແກ່ມະນຸດຢ່າງຫລວງຫລາຍ ແລະ ນໍາຄວາມກະລຸນາມາສູ່ພວກເຂົາຢ່າງມາກມາຍກ່າຍກອງ ແລະ ທຸກສິ່ງທຸກຢ່າງທີ່ຈະເຮັດໃຫ້ພວກເຂົາມີຄວາມສຸກໄດ້ ພຣະອົງແມ່ນໄດ້ມອບໃຫ້ພວກເຂົາເພື່ອຄວາມສຸກຂອງພວກເຂົາ, ນັ້ນກໍຄື ຄວາມສັນຕິສຸກ, ຄວາມສຸກ, ຄວາມອົດທົນ, ຄວາມຮັກ, ຄວາມເມດຕາ ແລະ ຄວາມຮັກກະລຸນາຂອງພຣະອົງ. ໃນເວລານັ້ນ, ທຸກຢ່າງທີ່ມະນຸດປະສົບພົບພໍ້ ລ້ວນແຕ່ແມ່ນຄວາມອຸດົມສົມບູນທີ່ສາມາດເຮັດໃຫ້ມີຄວາມສຸກໄດ້: ຫົວໃຈຂອງພວກເຂົາຢູ່ໃນຄວາມສະຫງົບ ແລະ ໄວ້ວາງໃຈ, ຈິດໃຈຂອງພວກເຂົາໄດ້ຮັບການປອບໂຍນ ແລະ ພວກເຂົາໄດ້ຮັບການອຸ້ມຊູຈາກພຣະຜູ້ຊ່ອຍໃຫ້ລອດ ນັ້ນກໍຄືພຣະເຢຊູ. ພວກເຂົາສາມາດໄດ້ຮັບສິ່ງເຫລົ່ານີ້ເປັນຜົນມາຈາກພາລະກິດຂອງຍຸກທີ່ພວກເຂົາມີຊີວິດຢູ່. ໃນຍຸກແຫ່ງພຣະຄຸນ, ມວນມະນຸດໄດ້ຮັບຄວາມເສື່ອມໂຊມຈາກຊາຕານມາແລ້ວ ແລະ ດັ່ງນັນ, ພາລະກິດຂອງການໄຖ່ບາບມວນມະນຸດຊາດຈຶ່ງຕ້ອງການຄວາມກະລຸນາຢ່າງໃຫຍ່ຫຼວງ, ຄວາມອົດກັ້ນ ແລະ ອົດທົນຢ່າງໜັກ ແລະ ນອກຈາກນັ້ນ ເພື່ອປະສົບຄວາມສໍາເລັດຂອງຍຸກ ຈຶ່ງມີການຖວາຍຢ່າງພຽງພໍເພື່ອຊົດໃຊ້ບາບຂອງມະນຸດ. ສິ່ງທີ່ມວນມະນຸດໄດ້ເຫັນໃນຍຸກແຫ່ງພຣະຄຸນແມ່ນການຊົດເຊີຍບາບຂອງມວນມະນຸດຂອງເຮົາ, ນັ້ນຄື ພຣະເຍຊູ. ທັງຫມົດທີ່ພວກເຂົາຮູ້ກ່ຽວກັບພຣະເຈົ້າ ຄືຄວາມເມດຕາ ແລະ ອົດທົດ; ແລະ ທັງຫມົດທີ່ພວກເຂົາເຫັນຄືຄວາມເມດຕາ ແລະ ຄວາມຮັກກາລຸນາຂອງພຣະເຢຊູ. ທັງໝົດນີເປັນເພາະວ່າພວກເຂົາເກີດຢູ່ໃນຍຸກແຫ່ງພຣະຄຸນ. ດັ່ງນັ້ນ ກ່ອນທີ່ພວກເຂົາຈະໄດ້ຮັບການໄຖ່ບາບ ພວກເຂົາຕ້ອງພະເຊີນກັບຄວາມກະລຸນາຫຼາຍຮູບແບບ ທີ່ພຣະເຢຊູໄດ້ມອບໃຫ້ແກ່ພວກເຂົາ ເຊິ່ງມັນມີປະໂຫຍດຕໍ່ພວກເຂົາຫຼາຍ. ດ້ວຍວິທີນີ້, ພວກເຂົາສາມາດໄດ້ຮັບການອະໄພບາບທີ່ພວກເຂົາກະທຳໂດຍຜ່ານການເສບສຸກໃນຍຸກພຣະຄຸນ ແລະ ຍັງສາມາດໄດ້ຮັບການໄຖ່ບາບໂດຍຜ່ານຄວາມອົດທົນ ອົດກັ້ນຂອງພຣະເຢຊູອີກ. ມີພຽງການອົດທົນອົດກັ້ນຂອງພຣະເຢຊູເທົ່ານັ້ນ ພວກເຂົາຈຶ່ງມີສິດທີ່ຈະໄດ້ຮັບການໃຫ້ອະໄພ ແລະ ເສບສຸກຄວາມອຸດົມສົມບູນຂອງຄວາມກະລຸນາທີ່ໄດ້ຮັບຈາກພຣະເຢຊູ, ດັ່ງທີ່ພຣະອົງໄດ້ກ່າວວ່າ: ເຮົາບໍ່ໄດ້ມາໄຖ່ບາບໃຫ້ຄົນຊອບທໍາ ແຕ່ມາເພື່ອໄຖ່ບາບໃຫ້ຄົນຜິດບາບ, ເພື່ອເຮັດໃຫ້ຄົນບາບໄດ້ຮັບການອະໄພບາບ. ຖ້າຫາກວ່າພຣະເຢຊູບັງເກີດເປັນມະນຸດກັບການພິພາກສາລົງໂທດ, ການສາບແຊ່ງ ແລະ ຄວາມບໍອົດທົນຕໍ່ຄວາມຜິດຂອງມວນມະນຸດຊາດ, ມະນຸດຈະບໍ່ມີໂອກາດທີ່ຈະໄຖ່ບາບ ແລະ ຄົງຈະເປັນບາບຕະຫຼອດໄປ. ຖ້າເປັນດັ່ງນັ້ນ, ແຜນການຄຸ້ມຄອງຫົກພັນປີຄົງຈະສິ້ນສຸດໃນຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະບັນຍັດ ກໍ່ຈະແກ່ຍາວຕະຫຼອດຫົກພັນປີ. ບາບຂອງມະນຸດຈະເພີ່ມຫຼາຍຂຶ້ນ ແລະ ໂສກເສົ້າຫຼາຍຂຶ້ນ ແລະ ການສ້າງມະນຸດຈະບໍ່ມີຜົນປະໂຫຍດຫຍັງເລີຍ. ມະມຸດກໍ່ຈະສາມາດພຽງແຕ່ຮັບໃຊ້ພະເຢໂຮວາພາຍໃຕ້ພຣະບັນຍັດເທົ່ານັ້ນ, ແຕ່ບາບຂອງພວກເຂົາຈະຫຼາຍເກີນກວ່າ ບາບຂອງມະນຸດທີ່ຖືກສ້າງຂຶ້ນມາໃນຄັ້ງທໍາອິດ. ຍິ່ງພຣະເຢຊູຮັກມະນຸດຊາດເທົ່າໃດ, ໃຫ້ອະໄພບາບເຂົາເຈົ້າຫຼາຍເທົ່າໃດ ແລະ ມອບຄວາມເມດຕາ ແລະ ຄວາມຮັກກະລຸນາໃຫ້ພວກເຂົາຢ່າງພຽງພໍເທົ່າໃດ, ມວນມະນຸດກໍ່ຍິ່ງຈະໄດ້ຮັບການຊ່ວຍໃຫ້ລອດພົ້ນຫຼາຍເທົ່ານັ້ນ ແລະ ຖືກເອີ້ນວ່າລູກແກະທີ່ສູນຫາຍ ທີ່ພຣະເຢຊູໄດ້ຊື້ຄືນໃນລາຄາທີ່ແພງທີ່ສຸດ. ຊາຕານບໍ່ສາມາດເຂົ້າຮ່ວມໃນພາລະກິດນີ້ໄດ້ ເພາະວ່າພຣະເຢຊູປະຕິບັດຕໍ່ຜູ້ຕິດຕາມພຣະອົງຄືຜູ້ເປັນແມ່ທີ່ຮັກລູກປະຕິບັດຕໍ່ລູກໃນອ້ອມກອດອັນອົບອຸ່ນຂອງນາງ. ພຣະອົງບໍ່ໄດ້ໂກດເຄືອງພວກເຂົາ ຫລື ດູຫມິ່ນພວກເຂົາ ແຕ່ເຕັມໄປດ້ວຍຄວາມປອບໂຍນ; ພຣະອົງບໍ່ເຄີຍ ໂກດແຄ້ນໃນທ່າມກາງພວກເຂົາ ແຕ່ໄດ້ອົດທົນກັບບາບຂອງພວກເຂົາ ແລະ ມອງຂ້າມຄວາມໂງ່ຂອງພວກເຂົາ ແລະ ຄວາມໄຮ້ດຽງສາຂອງພວກເຂົາ ຈົນເຖິງຂັ້ນກ່າວວ່າ: “ໃຫ້ອະໄພຜູ້ອື່ນເຈັດສິບເທື່ອຄູນເຈັດເທື່ອ”. ດັ່ງນັ້ນຫົວໃຈຂອງພຣະອົງຫັນປ່ຽນຫົວໃຈຂອງຄົນອື່ນ. ແລ້ວມັນກໍແມ່ນວິທີນີ້ເອງທີ່ຜູ້ຄົນໄດ້ຮັບການໃຫ້ອະໄພບາບໂດຍຜ່ານການອົດທົນຂອງພຣະອົງ.

(ຄັດຈາກບົດ “ເລື່ອງຈິງທີ່ຢູ່ເບື້ອງຫຼັງພາລະກິດໃນຍຸກແຫ່ງການໄຖ່ບາບ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນຍຸກແຫ່ງພຣະຄຸນໄດ້ມີການເທດສະໜາເຖິງຂ່າວປະເສີດແຫ່ງການກັບໃຈ ແລະ ຕັ້ງເງື່ອນໄຂວ່າ ຖ້າມະນຸດເຊື່ອ ແລ້ວເຂົາກໍຈະລອດພົ້ນ. ໃນປັດຈຸບັນ ມີພຽງແຕ່ການສົນທະນາກ່ຽວກັບການເອົາຊະນະ ແລະ ການເຮັດໃຫ້ສົມບູນ ແທນເລື່ອງຄວາມລອດພົ້ນ. ບໍ່ເຄີຍມີການເວົ້າວ່າ ຖ້າບຸກຄົນໃດເຊື່ອ, ຄອບຄົວທັງໝົດຂອງພວກເຂົາກໍຈະໄດ້ຮັບພອນ ຫຼື ເມື່ອຖືກຊ່ວຍໃຫ້ລອດພົນກໍຈະຖືກຊ່ວຍໃຫ້ລອດພົ້ນສະເໝີ. ໃນປັດຈຸບັນ ບໍ່ມີໃຜກ່າວຄຳເວົ້າເຫຼົ່ານີ້ ແລະ ສິ່ງດັ່ງກ່າວກໍເປັນສິ່ງທີ່ຫຼ້າສະໄໝໄປແລ້ວ. ໃນເວລານັ້ນ ພາລະກິດຂອງພຣະເຢຊູແມ່ນການໄຖ່ບາບໃຫ້ກັບມວນມະນຸດຊາດ. ຄວາມຜິດບາບຂອງທຸກຄົນທີ່ເຊື່ອໃນພຣະອົງແມ່ນໄດ້ຮັບການອະໄພ; ຕາບໃດທີ່ເຈົ້າເຊື່ອໃນພຣະອົງ, ພຣະອົງກໍຈະໄຖ່ບາບໃຫ້ກັບເຈົ້າ; ຖ້າເຈົ້າເຊື່ອໃນພຣະອົງ ເຈົ້າກໍບໍ່ແມ່ນຄົນບາບອີກຕໍ່ໄປ ແລະ ເຈົ້າກໍໄດ້ພົ້ນຈາກຄວາມຜິດບາບຂອງເຈົ້າແລ້ວ. ນີ້ຄືຄວາມໝາຍທີ່ວ່າ ໄດ້ຮັບຄວາມລອດພົ້ນ ແລະ ເປັນຄົນຊອບທໍາເພາະດ້ວຍຄວາມເຊື່ອ. ແຕ່ເຖິງຢ່າງນັ້ນກໍຕາມ ໃນບັນດາຄົນທີ່ເຊື່ອກໍຍັງມີສິ່ງທີ່ກະບົດ ແລະ ຕໍ່ຕ້ານພຣະເຈົ້າ ເຊິ່ງຈໍາເປັນຕ້ອງຄ່ອຍໆຖືກກຳຈັດອອກໄປ. ຄວາມລອດພົ້ນບໍ່ໄດ້ໝາຍຄວາມວ່າ ມະນຸດໄດ້ຖືກພຣະເຢຊູຮັບເອົາຢ່າງສົມບູນ ແຕ່ໝາຍເຖິງ ມະນຸດບໍ່ມີຄວາມບາບອີກຕໍ່ໄປ, ມະນຸດໄດ້ຮັບການອະໄພຄວາມຜິດບາບຂອງເຂົາແລ້ວ ນັ້ນກໍຄື ຂໍພຽງແຕ່ເຈົ້າເຊື່ອ ເຈົ້າກໍຈະບໍ່ມີບາບອີກຕໍ່ໄປ. ໃນເວລານັ້ນ ພຣະເຢຊູປະຕິບັດພາລະກິດຫຼາຍຢ່າງ ເຊິ່ງສາວົກຂອງພຣະອົງບໍ່ສາມາດເຂົ້າໃຈໄດ້ ແລະ ກ່າວຫຼາຍຢ່າງທີ່ຜູ້ຄົນບໍ່ເຂົ້າໃຈ. ນີ້ກໍຍ້ອນວ່າ ໃນເວລານັ້ນ ພຣະອົງບໍ່ໄດ້ອະທິບາຍ. ສະນັ້ນ ຫຼາຍປີຫຼັງຈາກທີ່ພຣະອົງຈາກໄປ, ມັດທາຍກໍໄດ້ສ້າງລຳດັບເຊື້ອວົງຂອງພຣະອົງຂຶ້ນ ແລະ ຄົນອື່ນໆກໍປະຕິບັດພາລະກິດຫຼາຍຢ່າງທີ່ມາຈາກຄວາມປາຖະໜາຂອງມະນຸດ. ພຣະເຢຊູບໍ່ໄດ້ສະເດັດມາເພື່ອເຮັດໃຫ້ມະນຸດສົມບູນ ແລະ ຮັບເອົາພວກເຂົາ, ແຕ່ມາເພື່ອປະຕິບັດພາລະກິດຂັ້ນຕອນດຽວ ນັ້ນກໍຄື ການປະກາດຂ່າວປະເສີດແຫ່ງອານາຈັກສະຫວັນ ແລະ ການເຮັດໃຫ້ພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນສຳເລັດລົງ. ສະນັ້ນ ເມື່ອຣະເຢຊູຖືກຄຶງໃສ່ໄມ້ກາງແຂນ, ພາລະກິດຂອງພຣະອົງກໍສິ້ນສຸດລົງຢ່າງສົມບູນ. ແຕ່ໃນຂັ້ນຕອນປັດຈຸບັນ ນັ້ນກໍຄື ພາລະກິດແຫ່ງການເອົາຊະນະ, ຈຳເປັນຕ້ອງໄດ້ມີການກ່າວພຣະທຳຫຼາຍຂຶ້ນ, ຕ້ອງມີການປະຕິບັດພາລະກິດຫຼາຍຂຶ້ນ ແລະ ຕ້ອງມີຂະບວນການຫຼາຍຢ່າງ. ພ້ອມນັ້ນ ຄວາມລຶກລັບແຫ່ງພາລະກິດຂອງພຣະເຢຊູ ແລະ ພຣະເຢໂຮວາກໍຕ້ອງຖືກເປີດເຜີຍເຊັ່ນກັນ ເພື່ອທຸກຄົນອາດມີຄວາມເຂົ້າໃຈ ແລະ ຊັດເຈນໃນຄວາມເຊື່ອຂອງພວກເຂົາ, ຍ້ອນນີ້ແມ່ນພາລະກິດແຫ່ງຍຸກສຸດທ້າຍ ແລະ ຍຸກສຸດທ້າຍກໍແມ່ນເວລາສຸດທ້າຍຂອງພາລະກິດຂອງພຣະເຈົ້າ ເຊິ່ງເປັນເວລາແຫ່ງການສິ້ນສຸດລົງຂອງພາລະກິດນີ້.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນຍຸກສຸດທ້າຍ ພຣະຄຣິດໃຊ້ຫຼາກຫຼາຍຄວາມຈິງເພື່ອສັ່ງສອນມະນຸດ, ເປີດໂປງແກ່ນແທ້ຂອງມະນຸດ ແລະ ວິເຄາະຄໍາເວົ້າ ແລະ ການກະທຳຂອງມະນຸດ. ພຣະທໍາເຫຼົ່ານີ້ປະກອບດ້ວຍຄວາມຈິງຫຼາຍປະການ, ເຊັ່ນ: ໜ້າທີ່ຂອງມະນຸດ, ວິທີມະນຸດຄວນເຊື່ອຟັງພຣະເຈົ້າ, ວິທີມະນຸດຄວນຈົງຮັກພັກດີຕໍ່ພຣະເຈົ້າ, ວິທີທີ່ມະນຸດຄວນສະແດງຄວາມປະພຶດຕົນແບບມະນຸດປົກກະຕິທົ່ວໄປ ພ້ອມດ້ວຍສະຕິປັນຍາ ແລະ ອຸປະນິໄສຂອງພຣະເຈົ້າ ແລະ ອື່ນໆ. ພຣະທໍາເຫຼົ່ານີ້ແມ່ນເນັ້ນໃສ່ແກ່ນແທ້ ແລະ ອຸປະນິໄສທີ່ເສື່ອມຊາມຂອງມະນຸດໂດຍກົງ. ໂດຍສະເພາະແລ້ວ ພຣະທຳທີ່ເປີດໂປງວິທີມະນຸດທີ່ປະຕິເສດພຣະເຈົ້າໃນເລື່ອງທີ່ກ່ຽວກັບວິທີທີ່ມະນຸດເປັນຮູບຮ່າງປາກົດຂອງຊາຕານ ແລະ ເປັນກໍາລັງສັດຕູທີ່ຕໍ່ຕ້ານພຣະເຈົ້າ. ໃນການປະຕິບັດພາລະກິດພິພາກສາຂອງພຣະເຈົ້າ, ພຣະອົງບໍ່ພຽງແຕ່ເຮັດໃຫ້ທໍາມະຊາດຂອງມະນຸດຊັດເຈນດ້ວຍພຣະທໍາສອງສາມຂໍ້ເທົ່ານັ້ນ; ແຕ່ພຣະອົງເປີດໂປງ, ຈັດການ ແລະ ລິຮານມັນໃນໄລຍະຍາວ. ວິທີການເປີດໂປ່ງ, ຈັດການ ແລະ ລິຮານເຫຼົ່ານີ້ບໍ່ສາມາດທົດແທນດ້ວຍຄໍາກ່າວທໍາມະດາ ແຕ່ທົດແທນດ້ວຍຄວາມຈິງທີ່ມະນຸດບໍ່ມີແທ້ໆ. ມີພຽງວິທີການແບບນີ້ເທົ່ານັ້ນຈຶ່ງຖືກເອີ້ນວ່າເປັນການພິພາກສາ; ຜ່ານການພິພາກສາແບບນີ້ເທົ່ານັ້ນ ທີ່ຈະສາມາດເອົາຊະນະມະນຸດ ແລະ ເຮັດໃຫ້ມະນຸດຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຮັບເອົາຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະອົງ. ສິ່ງທີ່ພາລະກິດແຫ່ງການພິພາກສານໍາມາ ກໍຄືຄວາມເຂົ້າໃຈຂອງມະນຸດຕໍ່ໃບໜ້າທີ່ແທ້ຈິງຂອງພຣະເຈົ້າ ແລະ ຄວາມຈິງກ່ຽວກັບການກະບົດຂອງເຂົາເອງ. ພາລະກິດແຫ່ງການພິພາກສາເຮັດໃຫ້ມະນຸດເຂົ້າໃຈຈຸດປະສົງຂອງພຣະເຈົ້າຫຼາຍຂຶ້ນ, ເຂົ້າໃຈຈຸດປະສົງຂອງພາລະກິດຂອງພຣະອົງ ແລະ ເຂົ້າໃຈເຖິງຄວາມລຶກລັບທີ່ເຂົາບໍ່ອາດສາມາດເຂົ້າໃຈໄດ້. ພາລະກິດດັ່ງກ່າວຍັງສາມາດເຮັດໃຫ້ມະນຸດຮັບຮູ້ ແລະ ຮູ້ຈັກທາດແທ້ທີ່ເສື່ອມຊາມຂອງເຂົາ ແລະ ຕົ້ນຕໍຂອງຄວາມເສື່ອມຊາມຂອງຕົນ ພ້ອມທັງຄົ້ນພົບຄວາມໜ້າລັງກຽດຂອງມະນຸດອີກດ້ວຍ. ຜົນກະທົບເຫຼົ່ານີ້ແມ່ນເກີດຂຶ້ນໂດຍພາລະກິດແຫ່ງການພິພາກສາທັງໝົດ ເພາະວ່າທາດແທ້ຂອງພາລະກິດນີ້ຄືພາລະກິດແຫ່ງການເປີດເຜີຍຄວາມເປັນຈິງ, ຫົນທາງ ແລະ ຊີວິດຂອງພຣະເຈົ້າ ໃຫ້ກັບຜູ້ທີ່ມີຄວາມສັດທາໃນພຣະອົງແທ້ໆ. ພາລະກິດນີ້ແມ່ນພາລະກິດແຫ່ງການພິພາກສາທີ່ພຣະເຈົ້າໄດ້ປະຕິບັດ.

(ຄັດຈາກບົດ “ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນຍຸກແຫ່ງອານາຈັກ ພຣະເຈົ້າໃຊ້ພຣະທໍາເພື່ອນໍາໄປສູ່ຍຸກໃໝ່, ປ່ຽນແປງວິທີປະຕິບັດພາລະກິດຂອງພຣະອົງ ແລະ ເພື່ອປະຕິບັດພາລະກິດຂອງຍຸກທັງໝົດ. ນີ້ແມ່ນຫຼັກການທີ່ພຣະເຈົ້າປະຕິບັດພາລະກິດໃນຍຸກແຫ່ງພຣະທໍາ. ພຣະອົງບັງເກີດເປັນເນື້ອໜັງມະນຸດເພື່ອກ່າວຈາກຫຼາກຫຼາຍມຸມມອງ ເຊິ່ງຊ່ວຍໃຫ້ມະນຸດສາມາດເຫັນພຣະເຈົ້າຜູ້ທີ່ເປັນພຣະທໍາປາກົດໃນເນື້ອໜັງມະນຸດ, ສະຕິປັນຍາ ແລະ ຄວາມມະຫັດສະຈັນຂອງພຣະອົງຢ່າງແທ້ຈິງ. ການປະຕິບັດພາລະກິດດັ່ງກ່າວແມ່ນເພື່ອບັນລຸເປົ້າໝາຍຂອງການເອົາຊະນະມະນຸດ, ເຮັດໃຫ້ມະນຸດສົມບູນແບບ ແລະ ກໍາຈັດມະນຸດ. ນີ້ແມ່ນຄວາມໝາຍແທ້ຈິງຂອງການໃຊ້ພຣະທໍາເພື່ອດໍາເນີນພາລະກິດໃນຍຸກພຣະທໍາ. ຜ່ານພຣະທໍາ, ມະນຸດຈະຮູ້ຈັກພາລະກິດຂອງພຣະເຈົ້າ, ຮູ້ຈັກຈິດໃຈຂອງພຣະເຈົ້າ ແລະ ທາດແທ້ຂອງມະນຸດ ແລະ ສິ່ງທີ່ມະນຸດຄວນກະທໍາ. ຜ່ານພຣະທໍາ, ພາລະກິດທີ່ພຣະເຈົ້າຕ້ອງການກະທໍາໃນຍຸກແຫ່ງພຣະທໍາຈະສໍາເລັດຜົນທັງໝົດ. ຜ່ານພຣະທໍາ, ມະນຸດຈະຖືກເປີດເຜີຍ, ກໍາຈັດ ແລະ ທົດລອງ. ມະນຸດໄດ້ເຫັນພຣະທໍາ, ໄດ້ຍິນພຣະທໍາ ແລະ ຮູ້ວ່າພຣະທໍາມີຈິງ. ດ້ວຍເຫດນີ້, ມະນຸດຈຶ່ງເຊື່ອໃນການມີຕົວຕົນຂອງພຣະເຈົ້າ, ເຊື່ອໃນລິດອໍານາດທີ່ຍິ່ງໃຫຍ່ ແລະ ສະຕິປັນຍາພ້ອມດ້ວຍເຊື່ອໃນຄວາມຮັກທີ່ພຣະອົງມີຕໍ່ມະນຸດ ແລະ ຄວາມປາຖະໜາຂອງພຣະອົງເພື່ອຊ່ວຍໃຫ້ມະນຸດລອດພົ້ນ. ເຖິງແມ່ນວ່າ ຄໍາທີ່ວ່າ “ພຣະທໍາ” ຈະງ່າຍດາຍ ແລະ ທໍາມະດາ, ແຕ່ພຣະທໍາທີ່ອອກຈາກປາກຂອງພຣະເຈົ້າຜູ້ບັງເກີດເປັນມະນຸດຈະເຮັດໃຫ້ຈັກກະວານສັ່ນສະເທືອນໄປໝົດ; ຈະປ່ຽນແປງຈິດໃຈ, ແນວຄິດ, ນິໄສເດີມຂອງມະນຸດ ແລະ ເສັ້ນທາງແຫ່ງໂລກທີ່ເຄີຍເປັນມາ. ໃນຫຼາຍຍຸກຜ່ານມາ, ມີພຽງແຕ່ພຣະເຈົ້າໃນປັດຈຸບັນທີ່ປະຕິບັດພາລະກິດໃນລັກສະນະແບບນີ້, ກ່າວແບບນີ້ ແລະ ສະເດັດລົງມາຊ່ວຍມະນຸດໃຫ້ລອດພົ້ນແບບນີ້. ຕໍ່ຈາກນີ້ໄປ ມະນຸດຈະດໍາລົງຊີວິດຢູ່ພາຍໃຕ້ການຊີ້ນໍາ, ດູແລ ແລະ ການສະໜອງຈາກພຣະທໍາ. ມະນຸດທຸກຄົນໄດ້ມາຢູ່ໃນໂລກແຫ່ງພຣະທໍາພາຍໃຕ້ຄໍາສາບແຊ່ງ ແລະ ການໃຫ້ພອນຈາກພຣະທໍາຂອງພຣະເຈົ້າ. ນອກຈາກນີ້ຍັງມີມະນຸດອີກຫຼາຍຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ການພິພາກສາ ແລະ ການຕິສອນຈາກພຣະທໍາ. ພຣະທໍາເຫຼົ່ານີ້ ແລະ ພາລະກິດທັງໝົດນີ້ແມ່ນເພື່ອການໄຖ່ບາບໃຫ້ກັບມະນຸດ, ເພື່ອປະຕິບັດຕາມຈຸດປະສົງຂອງພຣະເຈົ້າ ແລະ ຜົນປະໂຫຍດໃນການປ່ຽນແປງພາບລັກຂອງໂລກດັ່ງເດີມແຫ່ງການສ້າງ. ພຣະເຈົ້າເນລະມິດສ້າງໂລກດ້ວຍພຣະທໍາ, ນໍາພາມະນຸດທົ່ວຈັກກະວານດ້ວຍພຣະທໍາ ແລະ ພ້ອມນັ້ນຍັງໄດ້ເອົາຊະນະ ແລະ ຊ່ວຍໃຫ້ພວກເຂົາລອດພົ້ນດ້ວຍພຣະທໍາ. ໃນທີ່ສຸດ, ພຣະອົງຈະໃຊ້ພຣະທໍາເພື່ອຈົບສິ້ນໂລກເກົ່ານີ້ທັງໝົດ. ແລ້ວເມື່ອນັ້ນ ແຜນການຄຸ້ມຄອງມະນຸດກໍຈະສໍາເລັດລົງຢ່າງສົມບູນ.

(ຄັດຈາກບົດ “ຍຸກແຫ່ງອານາຈັກແມ່ນຍຸກແຫ່ງພຣະທໍາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະຄຣິດແຫ່ງຍຸກສຸດທ້າຍນໍາພາຊີວິດ ແລະ ນໍາພາຫົນທາງແຫ່ງຄວາມຈິງທີ່ຍືນນານ ແລະ ບໍ່ສິ້ນສຸດ. ຄວາມຈິງນີ້ແມ່ນເສັ້ນທາງທີ່ມະນຸດຈະໄດ້ຮັບຊີວິດ ແລະ ເປັນເສັ້ນທາງດຽວທີ່ມະນຸດຈະຮູ້ຈັກພຣະເຈົ້າ ແລະ ເສັ້ນທາງທີ່ພຣະເຈົ້າເຫັນດີນໍາ. ຖ້າເຈົ້າບໍ່ສະແຫວງຫາຫົນທາງແຫ່ງຊີວິດທີ່ພຣະຄຣິດແຫ່ງຍຸກສຸດທ້າຍຈັດຕຽມໄວ້ໃຫ້ ແລ້ວເຈົ້າຈະບໍ່ໄດ້ຮັບການເຫັນດີຂອງພຣະເຢຊູຈັກເທື່ອ ແລະ ບໍ່ມີຄຸນສົມບັດໃນການເຂົ້າປະຕູຂອງອານາຈັກສະຫວັນຈັກເທື່ອ ຍ້ອນເຈົ້າເປັນທັງຫຸ່ນ ແລະ ນັກໂທດຂອງປະຫວັດສາດ. ຄົນເຫຼົ່ານັ້ນທີ່ຖືກຄວບຄຸມໂດຍຂໍ້ບັງຄັບ, ໂດຍຕົວໜັງສື ແລະ ຖືກປະຫວັດສາດໃສ່ໂສ້ ຈະບໍ່ສາມາດຮັບຊີວິດຈັກເທື່ອ ແລະ ຈະບໍ່ຮັບຫົນທາງແຫ່ງຊີວິດຕະຫຼອດໄປຈັກເທື່ອ. ນີ້ກໍຍ້ອນວ່າ ທຸກສິ່ງທີ່ພວກເຂົາມີແມ່ນນໍ້າສົກກະປົກທີ່ຂັງຢູ່ເປັນເວລາຫຼາຍພັນປີ ແທນທີ່ຈະເປັນນໍ້າແຫ່ງຊີວິດທີ່ຫຼັງໄຫລມາຈາກບັນລັງ. ຄົນເຫຼົ່ານັ້ນທີ່ບໍ່ໄດ້ຮັບການເຕີ່ມເຕັມໂດຍນໍ້າແຫ່ງຊີວິດຈະຍັງຄົງເປັນສາກສົບຕະຫຼອດໄປ, ເປັນຂອງຫຼິ້ນໃຫ້ກັບຊາຕານ ແລະ ເປັນບຸດຊາຍແຫ່ງນະຮົກ. ແລ້ວ ພວກເຂົາຈະສາມາດເຫັນພຣະເຈົ້າໄດ້ແນວໃດ? ຖ້າເຈົ້າພຽງແຕ່ພະຍາຍາມຍຶດຕິດກັບອະດີດ, ພຽງແຕ່ຮັກສາສິ່ງຕ່າງໆຄ້າຍຄືກັບວ່າພວກມັນຍັງບໍ່ເໜັງຕີງເລີຍ ແລະ ບໍ່ພະຍາຍາມປ່ຽນແປງສະຖານະພາບໃນປັດຈຸບັນ ແລະ ປະຖິ້ມປະຫວັດສາດ, ແລ້ວເຈົ້າຈະບໍ່ຕໍ່ຕ້ານພຣະເຈົ້າຢູ່ຕະຫຼອດເວລາບໍ? ຂັ້ນຕອນໃນພາລະກິດຂອງພຣະເຈົ້າກວ້າງໃຫຍ່ ແລະ ຍິ່ງໃຫຍ່ ຄືກັບຄື້ນທະເລຍື່ງຂຶ້ນ ແລະ ສຽງຟ້າຮ້ອງທີ່ດັງສະນັ່ນ, ແຕ່ເຈົ້ານັ່ງ ແລະ ລໍຖ້າຄວາມພິນາດໂດຍບໍ່ດີ້ນຮົນ, ຍຶດໝັ້ນໃນຄວາມໂງ່ຂອງເຈົ້າ ແລະ ບໍ່ເຮັດຫຍັງເລີຍ. ດ້ວຍວິທີນີ້ ເຈົ້າຈະສາມາດຖືກພິຈາລະນາໃຫ້ເປັນຄົນທີ່ຕິດຕາມບາດຍ່າງຂອງພຣະເມສານ້ອຍໄດ້ແນວໃດ? ເຈົ້າຈະສາມາດພິສູດຄວາມຖືກຕ້ອງຂອງພຣະເຈົ້າທີ່ເຈົ້າຍຶດໝັ້ນວ່າເປັນພຣະເຈົ້າທີ່ໃໝ່ຢູ່ສະເໝີ ແລະ ບໍ່ເກົ່າເລີຍໄດ້ແນວໃດ? ແລະພຣະທຳຂອງໜັງສືຫົວສີເຫຼືອງຂອງເຈົ້າຈະນໍາພາເຈົ້າເຂົ້າສູ່ຍຸກໃໝ່ໄດ້ແນວໃດ? ພຣະທໍາເຫຼົ່ານັ້ນຈະນໍາພາເຈົ້າໃຫ້ສະແຫວງຫາຂັ້ນຕອນໃນພາລະກິດຂອງພຣະເຈົ້າໄດ້ແນວໃດ? ແລະພຣະທໍານັ້ນຈະນໍາເຈົ້າຂຶ້ນສູ່ແຜ່ນດິນສະຫວັນໄດ້ແນວໃດ? ສິ່ງທີ່ເຈົ້າມີຢູ່ໃນມືຂອງເຈົ້າແມ່ນຕົວໜັງສືທີ່ສາມາດສະໜອງພຽງແຕ່ເຄື່ອງປອບໃຈຊົ່ວຄາວ ບໍ່ແມ່ນຄວາມຈິງທີ່ສາມາດໃຫ້ຊີວິດໄດ້. ຂໍ້ພຣະທຳທີ່ເຈົ້າອ່ານແມ່ນສິ່ງທີ່ສາມາດພຽງແຕ່ໃຫ້ເຈົ້າເພີ່ມພູນລີ້ນຂອງເຈົ້າ ບໍ່ແມ່ນພຣະທຳແຫ່ງສະຕິປັນຍາທີ່ສາມາດຊ່ວຍໃຫ້ເຈົ້າຮູ້ຈັກຊີວິດຂອງມະນຸດ ຢ່າວ່າແຕ່ຫົນທາງທີ່ສາມາດນໍາພາເຈົ້າໄປສູ່ຄວາມສົມບູນເລີຍ. ຄວາມບໍ່ກົງກັນນີ້ບໍ່ໄດ້ເຮັດໃຫ້ເຈົ້າໄຕ່ຕອງແດ່ບໍ? ມັນບໍ່ໄດ້ເຮັດໃຫ້ເຈົ້າເຂົ້າໃຈເຖິງສິ່ງລຶກລັບທີ່ຢູ່ພາຍໃນບໍ? ເຈົ້າສາມາດນໍາພາຕົນເອງໄປສະຫວັນເພື່ອພົບກັບພຣະເຈົ້າດ້ວຍຕົນເອງບໍ? ປາດສະຈາກການມາຂອງພຣະເຈົ້າ ເຈົ້າສາມາດນໍາຕົວເອງເຂົ້າສູ່ສະຫວັນເພື່ອມີຄວາມສຸກແບບຄອບຄົວດຽວກັບກັບພຣະເຈົ້າບໍ? ໃນຕອນນີ້ ເຈົ້າຍັງກຳລັງຝັນຢູ່ບໍ? ດ້ວຍເຫດນັ້ນ ເຮົາແນະນໍາໃຫ້ເຈົ້າຢຸດຝັນ ແລະ ເບິ່ງວ່າ ແມ່ນໃຜທີ່ກຳລັງປະຕິບັດພາລະກິດໃນຕອນນີ້, ໃຜທີ່ກຳລັງປະຕິບັດພາລະກິດໃນການຊ່ວຍມະນຸດໃນຍຸກສຸດທ້າຍ. ຖ້າເຈົ້າບໍ່ຢຸດ ເຈົ້າຈະບໍ່ໄດ້ຮັບຄວາມຈິງຈັກເທື່ອ ແລະ ຈະບໍ່ໄດ້ຮັບຊີວິດອີກຕໍ່ໄປ.

(ຄັດຈາກບົດ “ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 1. ສິ່ງທີ່ພຣະເຢຊູເຈົ້າເທດສະນາໃນຍຸກແຫ່ງພຣະຄຸນແມ່ນຫົນທາງດຽວແຫ່ງການກັບໃຈ

ຕໍ່ໄປ: 3. ຄວາມຈິງທີ່ສະແດງອອກໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍແມ່ນຫົນທາງແຫ່ງຊີວິດອັນຕະລອດໄປເປັນນິດ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້