3. ຄວາມຈິງທີ່ສະແດງອອກໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍແມ່ນຫົນທາງແຫ່ງຊີວິດອັນຕະລອດໄປເປັນນິດ

ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ:

“ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ ເພາະພຣະອົງຈະບໍ່ກ່າວເຖິງເລື່ອງພຣະອົງ ແຕ່ ຈະກ່າວໃນສິ່ງທີ່ພຣະອົງໄດ້ຍິນ ແລະ ສະແດງໃຫ້ພວກເຈົ້າເຫັນສິ່ງທີ່ຈະເກີດຂຶ້ນ” (ໂຢຮັນ 16:12-13).

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້

(ບົດຄັດເລືອກຈາກພຣະທຳຂອງພຣະເຈົ້າ)

ຫົນທາງແຫ່ງຊີວິດບໍ່ແມ່ນສິ່ງທີ່ຄົນໃດກໍສາມາດມີໄດ້ ຫຼື ມັນບໍ່ແມ່ນສິ່ງທີ່ຄົນໃດກໍສາມາດຫາໄດ້ຢ່າງງ່າຍດາຍ. ນີ້ກໍຍ້ອນວ່າພຣະເຈົ້າເທົ່ານັ້ນທີ່ສາມາດໃຫ້ຊີວິດ ເຊິ່ງເວົ້າໄດ້ວ່າ ມີພຽງພຣະເຈົ້າເອງທີ່ມີທາດແທ້ຂອງຊີວິດ, ບໍ່ມີຫົນທາງແຫ່ງຊີວິດທີ່ປາດສະຈາກພຣະເຈົ້າເອງ ແລະ ດ້ວຍເຫດນັ້ນ ມີພຽງພຣະເຈົ້າທີ່ເປັນບໍ່ເກີດແຫ່ງຊີວິດ ແລະ ເປັນບໍ່ນໍ້າທີ່ມີນໍ້າແຫ່ງຊີວິດຫຼັ່ງໄຫຼຢູ່ຕະຫຼອດເວລາ. ນັບຕັ້ງແຕ່ພຣະອົງສ້າງແຜ່ນດິນໂລກ ພຣະເຈົ້າໄດ້ປະຕິບັດພາລະກິດຫຼາຍຢ່າງທີ່ກ່ຽວຂ້ອງກັບພະລັງແຫ່ງຊີວິດ, ປະຕິບັດພາລະກິດຫຼາຍຢ່າງທີ່ນໍາຊີວິດມາສູ່ມະນຸດ ແລະ ຈ່າຍດ້ວຍລາຄາທີ່ສູງເພື່ອມະນຸດອາດຈະໄດ້ຮັບຊີວິດ, ຍ້ອນພຣະເຈົ້າເອງເປັນຊີວິດຊົ່ວນິດນິລັນ ແລະ ພຣະເຈົ້າເອງເປັນຫົນທາງແຫ່ງການຟື້ນຟູຊີວິດຂອງມະນຸດ. ພຣະເຈົ້າບໍ່ເຄີຍຂາດໄປຈາກຫົວໃຈຂອງມະນຸດຈັກເທື່ອ ແລະ ອາໄສຢູ່ທ່າມກາງມະນຸດຕະຫຼອດເວລາ. ພຣະອົງໄດ້ເປັນກໍາລັງພັກດັນໃນການດຳລົງຊີວິດຂອງມະນຸດ, ເປັນຮາກຖານໃຫ້ກັບການມີຊີວິດຢູ່ຂອງມະນຸດ ແລະ ເປັນແຫຼ່ງທີ່ອຸດົມສົມບູນສໍາລັບການມີຊີວິດຢູ່ຂອງມະນຸດຫຼັງຈາກການກຳເນີດ. ພຣະອົງເຮັດໃຫ້ມະນຸດເກີດຂຶ້ນໃໝ່ ແລະ ເຮັດໃຫ້ມະນຸດສາມາດດຳລົງໃນທຸກບົດບາດຂອງຊີວິດຂອງເຂົາຢ່າງໜຽວແໜ້ນ. ຍ້ອນອຳນາດຂອງພຣະອົງ ແລະ ພະລັງຊີວິດທີ່ບໍ່ສາມາດດັບສູນໄດ້ຂອງພຣະອົງ, ມະນຸດຈຶ່ງສາມາດດຳລົງຊີວິດສືບຕໍ່ຈາກຮຸ່ນສູ່ຮຸ່ນ ເຊິ່ງພະລັງແຫ່ງຊີວິດຂອງພຣະເຈົ້າເປັນຮາກຖານໃນການມີຊີວິດຢູ່ຂອງມະນຸດ ແລະ ຍ້ອນພຣະເຈົ້າໄດ້ຈ່າຍດ້ວຍລາຄາແພງທີ່ບໍ່ມີມະນຸດທຳມະດາຄົນໃດເຄີຍຈ່າຍມາກ່ອນ. ພະລັງແຫ່ງຊີວິດຂອງພຣະເຈົ້າສາມາດເອົາໄຊຊະນະເໜືອລິດອຳນາດທັງປວງ; ນອກຈາກນັ້ນ ມັນຍັງຍິ່ງໃຫຍ່ກວ່າລິດອຳນາດໃດໆທັງປວງ. ຊີວິດຂອງພຣະອົງເປັນຢູ່ຊົ່ວນິດນິລັນ, ລິດອຳນາດຂອງພຣະອົງພິເສດ ແລະ ພະລັງແຫ່ງຊີວິດຂອງພຣະອົງບໍ່ສາມາດຖືກເອົາຊະນະໄດ້ໂດຍສິ່ງທີ່ຖືກສ້າງ ຫຼື ກໍາລັງໃດໆຂອງສັດຕູ. ພະລັງແຫ່ງຊີວິດຂອງພຣະເຈົ້າມີຢູ່ ແລະ ສ່ອງແສງເປັ່ງປະກາຍໄປທົ່ວ ບໍ່ວ່າຈະເປັນເວລາ ຫຼື ສະຖານທີ່ໃດກໍຕາມ. ສະຫວັນ ແລະ ແຜ່ນດິນໂລກອາດໄດ້ຜ່ານການປ່ຽນແປງຢ່າງໃຫຍ່ຫຼວງ, ແຕ່ຊີວິດຂອງພຣະເຈົ້າຢູ່ຄືເກົ່າຕະຫຼອດໄປ. ທຸກສິ່ງຢ່າງຈາກໄປ ແຕ່ຊີວິດຂອງພຣະເຈົ້າຍັງຄົງຢູ່ ຍ້ອນພຣະເຈົ້າເປັນບໍ່ເກີດແຫ່ງການມີຊີວິດຢູ່ຂອງທຸກສິ່ງຢ່າງ ແລະ ຮາກຖານຂອງການມີຊີວິດຢູ່ຂອງພວກເຂົາ. ຊີວິດຂອງມະນຸດເກີດມາຈາກພຣະເຈົ້າ, ການມີຢູ່ຂອງສະຫວັນກໍຍ້ອນພຣະເຈົ້າ ແລະ ການມີຢູ່ຂອງແຜ່ນດິນໂລກເກີດມາຈາກລິດອຳນາດແຫ່ງຊີວິດຂອງພຣະເຈົ້າ. ບໍ່ມີສິ່ງໃດທີ່ມີພະລັງທີ່ສາມາດຢູ່ເໜືອອຳນາດການປົກຄອງຂອງພຣະເຈົ້າໄດ້ ແລະ ບໍ່ມີສິ່ງໃດທີ່ແຂງແກ່ນສາມາດລອດພົ້ນຈາກຂອບເຂດອຳນາດຂອງພຣະເຈົ້າໄດ້. ດ້ວຍເຫດນີ້ ບໍ່ວ່າພວກເຂົາຈະເປັນໃຜ ທຸກຄົນຕ້ອງຍອມຢູ່ພາຍໃຕ້ການປົກຄອງຂອງພຣະເຈົ້າ, ທຸກຄົນຕ້ອງດຳລົງຊີວິດຢູ່ພາຍໃຕ້ຂໍ້ຄຳສັ່ງຂອງພຣະເຈົ້າ ແລະ ບໍ່ມີໃຜສາມາດຫຼີກໜີໄປຈາກການຄວບຄຸມຂອງພຣະອົງໄດ້.

ບາງເທື່ອ ໃນປັດຈຸບັນ ເຈົ້າຕ້ອງການຮັບຊີວິດ ຫຼື ບາງເທື່ອ ເຈົ້າຕ້ອງການຮັບຄວາມຈິງ. ບໍ່ວ່າຈະເປັນກໍລະນີໃດກໍຕາມ ເຈົ້າຕ້ອງການພົບພຣະເຈົ້າ, ພົບພຣະເຈົ້າທີ່ເຈົ້າສາມາດເພິ່ງພາໄດ້ ແລະ ຜູ້ທີ່ສາມາດຈັດກຽມຊີວິດຊົ່ວນິດນິລັນໃຫ້ກັບເຈົ້າ. ຖ້າເຈົ້າຕ້ອງການຮັບຊີວິດຊົ່ວນິດນິລັນ ເຈົ້າຕ້ອງເຂົ້າໃຈບໍ່ເກີດແຫ່ງຊີວິດຊົ່ວນິດນິລັນກ່ອນ ແລະ ຕ້ອງຮູ້ຈັກວ່າ ພຣະເຈົ້າຢູ່ໃສກ່ອນ. ເຮົາໄດ້ເວົ້າແລ້ວວ່າ ມີພຽງພຣະເຈົ້າທີ່ເປັນຊີວິດທີ່ບໍ່ສາມາດປ່ຽນແປງໄດ້ ແລະ ມີພຽງພຣະເຈົ້າທີ່ສາມາດມີຫົນທາງແຫ່ງຊີວິດໄດ້. ເມື່ອຊີວິດຂອງພຣະອົງບໍ່ສາມາດປ່ຽນແປງໄດ້ ສະນັ້ນ ມັນຈຶ່ງຢູ່ຊົ່ວນິດນິລັນ; ຍ້ອນມີພຽງພຣະເຈົ້າທີ່ເປັນຫົນທາງແຫ່ງຊີວິດ ສະນັ້ນ ພຣະເຈົ້າເອງຄືຫົນທາງແຫ່ງຊີວິດ. ເມື່ອເປັນດັ່ງນັ້ນ ເຈົ້າຄວນເຂົ້າໃຈກ່ອນວ່າ ພຣະເຈົ້າຢູ່ໃສ ແລະ ຈະຮັບຫົນທາງແຫ່ງຊີວິດຊົ່ວນິດນິລັນນີ້ໄດ້ແນວໃດ. ໃຫ້ພວກເຮົາມາສົນທະນາກ່ຽວກັບບັນຫາສອງຢ່າງທີ່ແຕກຕ່າງເຫຼົ່ານີ້.

ຖ້າເຈົ້າຕ້ອງການຮັບຫົນທາງແຫ່ງຊີວິດຊົ່ວນິດນິລັນຢ່າງແທ້ຈິງ ແລະ ຖ້າເຈົ້າກະຕືລືລົ້ນໃນການຊອກຫາມັນ ແລ້ວຈົ່ງຕອບຄຳຖາມນີ້ກ່ອນ: ໃນປັດຈຸບັນນີ້ ພຣະເຈົ້າຢູ່ໃສ? ບາງເທື່ອ ເຈົ້າຈະຕອບວ່າ ພຣະເຈົ້າອາໄສຢູ່ໃນສະຫວັນ, ແນ່ນອນ ພຣະອົງຈະບໍ່ໄດ້ອາໄສຢູ່ໃນເຮືອນຂອງເຈົ້າ ແມ່ນບໍ? ບາງເທື່ອ ເຈົ້າອາດເວົ້າວ່າ ພຣະເຈົ້າອາໄສທ່າມກາງທຸກສິ່ງຢ່າງແນ່ນອນ. ຫຼືເຈົ້າອາດເວົ້າວ່າ ພຣະເຈົ້າອາໄສຢູ່ໃນຫົວໃຈຂອງແຕ່ລະຄົນ ຫຼື ພຣະເຈົ້າຢູ່ໃນໂລກຝ່າຍວິນຍານ. ເຮົາບໍ່ປະຕິເສດໃນສິ່ງນີ້ເລີຍ ແຕ່ເຮົາຕ້ອງອະທິບາຍບັນຫາໃຫ້ຈະແຈ້ງ. ມັນບໍ່ຖືກທັງໝົດທີ່ຈະເວົ້າວ່າ ພຣະເຈົ້າອາໄສຢູ່ໃນຫົວໃຈຂອງມະນຸດ ແຕ່ມັນກໍບໍ່ຜິດທັງໝົດເຊັ່ນກັນ. ນັ້ນກໍຍ້ອນວ່າ ທ່າມກາງຄົນທີ່ເຊື່ອໃນພຣະເຈົ້າ ມີຜູ້ຄົນທີ່ມີຄວາມເຊື່ອທີ່ແທ້ຈິງ ແລະ ມີຜູ້ຄົນທີ່ມີຄວາມເຊື່ອຜິດ, ມີຜູ້ຄົນທີ່ພຣະເຈົ້າເຫັນດີ ແລະ ຜູ້ຄົນທີ່ພຣະອົງບໍ່ເຫັນດີ, ມີຜູ້ຄົນທີ່ເຮັດໃຫ້ພຣະອົງພໍໃຈ ແລະ ຜູ້ຄົນທີ່ພຣະອົງກຽດຊັງ ແລະ ມີຜູ້ຄົນທີ່ພຣະອົງຈະເຮັດໃຫ້ສົມບູນ ແລະ ຜູ້ຄົນທີ່ພຣະອົງຈະທຳລາຍ. ສະນັ້ນ ເຮົາຈຶ່ງເວົ້າວ່າ ພຣະເຈົ້າອາໄສຢູ່ໃນຫົວໃຈຂອງຄົນ ແຕ່ເປັນຄົນຈຳນວນໜ້ອຍ ແລະ ຄົນເຫຼົ່ານີ້ແມ່ນຄົນທີ່ເຊື່ອພຣະເຈົ້າຢ່າງແທ້ຈິງໂດຍບໍ່ມີຂໍ້ສົງໄສ, ຄົນທີ່ພຣະເຈົ້າເຫັນດີ, ຄົນທີ່ເຮັດໃຫ້ພຣະອົງພໍໃຈ ແລະ ຄົນທີ່ພຣະອົງຈະເຮັດໃຫ້ສົມບູນ. ພວກເຂົາແມ່ນຄົນທີ່ພຣະເຈົ້ານໍາພາ. ຍ້ອນວ່າພຣະເຈົ້ານໍາພາພວກເຂົາ, ພວກເຂົາຈຶ່ງເປັນຄົນທີ່ໄດ້ຍິນ ແລະ ເຫັນຫົນທາງແຫ່ງຊີວິດຊົ່ວນິດນິລັນຂອງພຣະເຈົ້າ. ຜູ້ຄົນທີ່ມີຄວາມເຊື່ອໃນພຣະເຈົ້າທີ່ຜິດ, ຜູ້ຄົນທີ່ພຣະເຈົ້າບໍ່ເຫັນດີ, ຜູ້ຄົນທີ່ຖືກພຣະເຈົ້າກຽດຊັງ, ຜູ້ຄົນທີ່ຖືກພຣະເຈົ້າທຳລາຍ, ພວກເຂົາຈະຖືກພຣະເຈົ້າປະຕິເສດ, ຖືກເຮັດໃຫ້ມີຊີວິດຢູ່ໂດຍປາດສະຈາກຫົນທາງແຫ່ງຊີວິດ ແລະ ຖືກເຮັດໃຫ້ເປັນຄົນບໍ່ຮູ້ວ່າ ພຣະເຈົ້າຢູ່ໃສ. ໃນທາງກົງກັນຂ້າມ ຜູ້ຄົນທີ່ມີພຣະເຈົ້າຢູ່ໃນຫົວໃຈຮູ້ຈັກວ່າ ພຣະອົງຢູ່ໃສ. ພວກເຂົາແມ່ນຄົນທີ່ພຣະເຈົ້າປະທານຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ ແລະ ພວກເຂົາເປັນຄົນທີ່ຕິດຕາມພຣະເຈົ້າ. ໃນປັດຈຸບັນນີ້ ເຈົ້າຮູ້ຈັກບໍວ່າ ພຣະເຈົ້າຢູ່ໃສ? ພຣະເຈົ້າທັງຢູ່ໃນຫົວໃຈຂອງມະນຸດ ແລະ ຢູ່ຄຽງຂ້າງມະນຸດ. ພຣະອົງບໍ່ພຽງແຕ່ຢູ່ໃນໂລກຝ່າຍວິນຍານ ແລະ ຢູ່ເໜືອສິ່ງທັງໝົດ ແຕ່ຢູ່ເທິງແຜ່ນດິນໂລກຫຼາຍກວ່າ ເຊິ່ງເປັນບ່ອນທີ່ມະນຸດອາໄສຢູ່. ດ້ວຍເຫດນັ້ນ ການມາເຖິງຂອງຍຸກແຫ່ງສຸດທ້າຍແມ່ນໄດ້ຮັບເອົາບາດກ້າວຂອງພາລະກິດຂອງພຣະເຈົ້າເຂົ້າສູ່ດິນແດນໃໝ່. ພຣະເຈົ້າມີອຳນາດປົກຄອງເໜືອທຸກສິ່ງໃນຈັກກະວານ ແລະ ພຣະອົງເປັນເສົ້າຫຼັກຂອງມະນຸດທີ່ຢູ່ໃນຫົວໃຈຂອງເຂົາ ແລະ ຍິ່ງໄປກວ່ານັ້ນ ພຣະອົງມີຊີວິດຢູ່ທ່າມກາງມະນຸດ. ດ້ວຍວິທີນີ້ເທົ່ານັ້ນ ພຣະອົງຈຶ່ງສາມາດນໍາຫົນທາງແຫ່ງຊີວິດມາສູ່ມະນຸດຊາດ ແລະ ນໍາມະນຸດເຂົ້າສູ່ຫົນທາງແຫ່ງຊີວິດ. ພຣະອົງໄດ້ລົງມາເທິງແຜ່ນດິນໂລກ ແລະ ອາໄສທ່າມກາງມະນຸດ ເພື່ອມະນຸດຈະໄດ້ຮັບຫົນທາງແຫ່ງຊີວິດ ແລະ ເພື່ອມະນຸດຈະມີຊີວິດຢູ່. ໃນເວລາດຽວກັນ ພຣະເຈົ້າສັ່ງທຸກສິ່ງໃນຈັກກະວານ ເພື່ອພວກເຂົາຈະຮ່ວມມືກັບການຄຸ້ມຄອງຂອງພຣະອົງທ່າມກາງມະນຸດ. ແລະ ດ້ວຍເຫດນັ້ນ ຖ້າເຈົ້າພຽງຮັບຮູ້ທິດສະດີທີ່ວ່າ ພຣະເຈົ້າຢູ່ໃນແຜ່ນດິນສະຫວັນ ແລະ ໃນຫົວໃຈຂອງມະນຸດ ແຕ່ບໍ່ໄດ້ຮັບຮູ້ຄວາມຈິງແຫ່ງການມີຊີວິດຢູ່ຂອງພຣະເຈົ້າທ່າມກາງມະນຸດ ແລ້ວເຈົ້າຈະບໍ່ໄດ້ຮັບຊີວິດຈັກເທື່ອ ແລະ ຈະບໍ່ໄດ້ຮັບຫົນທາງແຫ່ງຄວາມຈິງຈັກເທື່ອ.

ພຣະເຈົ້າເອງເປັນຊີວິດ ແລະ ເປັນຄວາມຈິງ ແລະ ຊີວິດ ແລະ ຄວາມຈິງຂອງພຣະອົງດໍາລົງຢູ່ຮ່ວມກັນ. ຜູ້ຄົນທີ່ບໍ່ສາມາດຮັບຄວາມຈິງໄດ້ຈະບໍ່ສາມາດຮັບຊີວິດໄດ້ຈັກເທື່ອ. ຖ້າປາດສະຈາກການນໍາ, ການສະໜັບສະໜູນ ແລະ ການສະໜອງຄວາມຈິງ ເຈົ້າຈະຮັບພຽງຕົວໜັງສື, ທິດສະດີ ແລະ ຍິ່ງໄປກວ່ານັ້ນກໍຄື ຄວາມຕາຍ. ຊີວິດຂອງພຣະເຈົ້າມີຢູ່ຕະຫຼອດໄປ ແລະ ຄວາມຈິງ ແລະ ຊີວິດຂອງພຣະອົງດໍາລົງຢູ່ຮ່ວມກັນ. ຖ້າເຈົ້າບໍ່ສາມາດຄົ້ນພົບບໍ່ເກີດແຫ່ງຄວາມຈິງ ແລ້ວເຈົ້າຈະບໍ່ໄດ້ຮັບການບໍາລຸງແຫ່ງຊີວິດ; ຖ້າເຈົ້າບໍ່ສາມາດຮັບການສະໜອງຂອງຊີວິດ ແລ້ວເຈົ້າຈະບໍ່ມີຄວາມຈິງຢ່າງແນ່ນອນ ແລະ ນອກຈາກຈິດຕະນາການ ແລະ ແນວຄວາມຄິດແລ້ວ ຮ່າງກາຍທັງໝົດຂອງເຈົ້າຈະບໍ່ມີຫຍັງເລິຍ ນອກຈາກເນື້ອໜັງ, ເນື້ອໜັງທີ່ເນົ່າເໝັນຂອງເຈົ້າ. ຈົ່ງຮູ້ວ່າ ຄຳເວົ້າໃນໜັງສືບໍ່ນັບເປັນຊີວິດ, ການບັນທຶກປະຫວັດສາດບໍ່ສາມາດຈັດເປັນຄວາມຈິງ, ທິດສະດີຈາກອະດີດບໍ່ສາມາດເຮັດໜ້າທີ່ເປັນພຣະທຳທີ່ພຣະເຈົ້າກ່າວໃນປັດຈຸບັນໄດ້. ມີພຽງແຕ່ສິ່ງທີ່ພຣະເຈົ້າໄດ້ສຳແດງ ໃນເວລາທີ່ພຣະອົງລົງມາເທິງແຜ່ນດິນໂລກ ແລະ ອາໄສທ່າມກາງມະນຸດ ທີ່ເປັນຄວາມຈິງ, ເປັນຊີວິດ, ເປັນຄວາມປະສົງຂອງພຣະເຈົ້າ ແລະ ຫົນທາງແຫ່ງການປະຕິບັດພາລະກິດໃນປັດຈຸບັນ. ຖ້າເຈົ້ານໍາການບັນທຶກຂອງພຣະທຳທີ່ພຣະເຈົ້າໄດ້ກ່າວໄວ້ໃນລະຫວ່າງຍຸກອະດີດຈົນຮອດປັດຈຸບັນໄປໃຊ້, ເຈົ້າກໍເປັນນັກບູຮານຄະດີ ແລະ ທາງດຽວທີ່ຈະໃຫ້ອະທິບາຍກ່ຽວກັບເຈົ້າກໍຄື ເຈົ້າບໍ່ແຕກຕ່າງຫຍັງກັບພວກຊ່ຽວຊານກ່ຽວກັບມໍລະດົກທາງປະຫວັດສາດ. ນັ້ນກໍຍ້ອນວ່າ ເຈົ້າເຊື່ອສະເໝີໃນຮ່ອງຮອຍຂອງພາລະກິດທີ່ພຣະເຈົ້າໄດ້ປະຕິບັດໃນອະດີດຜ່ານມາ, ພຽງແຕ່ເຊື່ອໃນເງົາຂອງພຣະເຈົ້າທີ່ພຣະອົງປະໄວ້ໃຫ້ກັບຜູ້ຕິດຕາມພຣະອົງໃນເວລາທີ່ພຣະອົງໄດ້ປະຕິບັດພາລະກິດທ່າມກາງມະນຸດ. ເຈົ້າບໍ່ເຊື່ອໃນທິດທາງຂອງພາລະກິດຂອງພຣະເຈົ້າໃນປັດຈຸບັນ, ບໍ່ເຊື່ອໃນຮູບລັກສະນະອັນສະຫງ່າລາສີຂອງພຣະເຈົ້າໃນປັດຈຸບັນ ແລະ ບໍ່ເຊື່ອໃນຫົນທາງແຫ່ງຄວາມຈິງທີ່ພຣະເຈົ້າສຳແດງໃນປັດຈຸບັນ. ດ້ວຍເຫດນັ້ນ ເຈົ້າກໍເປັນຄົນທີ່ຝັນກາງເວັນໂດຍບໍ່ສາມາດປະຕິເສດໄດ້ ເຊິ່ງເປັນຄົນທີ່ບໍ່ໄດ້ຢູ່ໃນຄວາມເປັນຈິງເລີຍ. ຖ້າໃນປັດຈຸບັນ ເຈົ້າຍັງຍຶດຕິດກັບຄຳເວົ້າທີ່ບໍ່ສາມາດນໍາຊີວິດມາໃຫ້ກັບມະນຸດໄດ້ ແລ້ວເຈົ້າກໍເປັນທ່ອນໄມ້ຕາຍທີ່ໝົດຫວັງທ່ອນໜຶ່ງ[ກ], ຍ້ອນວ່າເຈົ້າຫົວບູຮານເກີນໄປ, ຫົວແຂງເກີນໄປ, ບໍ່ຍອມຮັບເຫດຜົນຫຍັງເລີຍ!

ພຣະເຈົ້າທີ່ບັງເກີດເປັນມະນຸດຖືກເອີ້ນວ່າ ພຣະຄຣິດ ແລະ ດ້ວຍເຫດນັ້ນ ພຣະຄຣິດທີ່ສາມາດມອບຄວາມຈິງໃຫ້ກັບຜູ້ຄົນຖືກເອີ້ນວ່າ ພຣະເຈົ້າ. ບໍ່ມີຫຍັງທີ່ຫຼາຍເກີນໄປກວ່າສິ່ງນີ້ ຍ້ອນພຣະອົງມີທາດແທ້ຂອງພຣະເຈົ້າ ແລະ ມີຈິດໃຈຂອງພຣະເຈົ້າ, ສະຕິປັນຍາໃນພາລະກິດຂອງພຣະອົງ ເຊິ່ງມະນຸດບໍ່ສາມາດຢັ່ງເຖິງໄດ້. ຜູ້ຄົນທີ່ເອີ້ນຕົນເອງວ່າ ພຣະຄຣິດ ແຕ່ບໍ່ສາມາດປະຕິບັດພາລະກິດຂອງພຮະເຈົ້າໄດ້ ແມ່ນນັກຫຼອກລວງ. ພຣະຄຣິດບໍ່ແມ່ນພຽງແຕ່ເປັນການປາກົດຕົວຂອງພຣະເຈົ້າເທິງແຜ່ນດິນໂລກເທົ່ານັ້ນ ແຕ່ພຣະອົງຍັງເຮັດໜ້າທີ່ເປັນເນື້ອໜັງພິເສດ ໃນຂະນະທີ່ພຣະອົງປະຕິບັດ ແລະ ເຮັດໃຫ້ພາລະກິດຂອງພຣະອົງໃຫ້ສຳເລັດທ່າມກາງມະນຸດ. ເນື້ອໜັງນີ້ບໍ່ແມ່ນສິ່ງທີ່ມະນຸດຄົນໃດສາມາດທົດແທນໄດ້ ແຕ່ແມ່ນສິ່ງທີ່ສາມາດແບກຫາບພາລະກິດຂອງພຣະເຈົ້າເທິງແຜ່ນດິນໂລກໄດ້ຢ່າງເຕັມທີ່ ແລະ ສຳແດງຈິດໃຈຂອງພຣະເຈົ້າ ແລະ ເປັນຕົວແທນຂອງພຣະເຈົ້າໄດ້ຢ່າງຖືກຕ້ອງ ແລະ ສະໜອງຊີວິດໃຫ້ກັບມະນຸດ. ບໍ່ໄວກໍຊ້າ ຜູ້ທີ່ປອມແປງເປັນພຣະຄຣິດເຫຼົ່ານັ້ນຈະລົ້ມລະລາຍໄປໝົດ, ເຖິງພວກເຂົາຈະອ້າງວ່າເປັນພຣະຄຣິດ ພວກເຂົາບໍ່ມີທາດແທ້ຂອງພຣະຄຣິດເລີຍ. ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ມະນຸດບໍ່ສາມາດອະທິບາຍຄວາມແທ້ຈິງຂອງພຣະຄຣິດໄດ້, ມີແຕ່ພຣະເຈົ້າເອງທີ່ສາມາດຕອບຄຳຖາມ ແລະ ຕັດສິນໃຈໄດ້. ດ້ວຍເຫດນີ້ ຖ້າເຈົ້າຕ້ອງການສະແຫວງຫາຫົນທາງແຫ່ງຊີວິດຢ່າງແທ້ຈິງ ກ່ອນອື່ນເຈົ້າຕ້ອງຮັບຮູ້ມັນໂດຍການເຂົ້າມາຢູ່ເທິງແຜ່ນດິນໂລກທີ່ພຣະເຈົ້າປະຕິບັດພາລະກິດໃນການປະທານຫົນທາງແຫ່ງຊີວິດໃຫ້ກັບມະນຸດ ແລະ ເຈົ້າຕ້ອງຮັບຮູ້ມັນວ່າ ມັນແມ່ນຍຸກສຸດທ້າຍທີ່ພຣະອົງມາເທິງແຜ່ນດິນໂລກເພື່ອປະທານຫົນທາງແຫ່ງຊີວິດໃຫ້ກັບມະນຸດ. ນີ້ບໍ່ແມ່ນອະດີດ; ມັນກຳລັງເກີດຂຶ້ນໃນປັດຈຸບັນ.

ພຣະຄຣິດແຫ່ງຍຸກສຸດທ້າຍນໍາພາຊີວິດ ແລະ ນໍາພາຫົນທາງແຫ່ງຄວາມຈິງທີ່ຍືນນານ ແລະ ບໍ່ສິ້ນສຸດ. ຄວາມຈິງນີ້ແມ່ນເສັ້ນທາງທີ່ມະນຸດຈະໄດ້ຮັບຊີວິດ ແລະ ເປັນເສັ້ນທາງດຽວທີ່ມະນຸດຈະຮູ້ຈັກພຣະເຈົ້າ ແລະ ເສັ້ນທາງທີ່ພຣະເຈົ້າເຫັນດີນໍາ. ຖ້າເຈົ້າບໍ່ສະແຫວງຫາຫົນທາງແຫ່ງຊີວິດທີ່ພຣະຄຣິດແຫ່ງຍຸກສຸດທ້າຍຈັດຕຽມໄວ້ໃຫ້ ແລ້ວເຈົ້າຈະບໍ່ໄດ້ຮັບການເຫັນດີຂອງພຣະເຢຊູຈັກເທື່ອ ແລະ ບໍ່ມີຄຸນສົມບັດໃນການເຂົ້າປະຕູຂອງອານາຈັກສະຫວັນຈັກເທື່ອ ຍ້ອນເຈົ້າເປັນທັງຫຸ່ນ ແລະ ນັກໂທດຂອງປະຫວັດສາດ. ຄົນເຫຼົ່ານັ້ນທີ່ຖືກຄວບຄຸມໂດຍຂໍ້ບັງຄັບ, ໂດຍຕົວໜັງສື ແລະ ຖືກປະຫວັດສາດໃສ່ໂສ້ ຈະບໍ່ສາມາດຮັບຊີວິດຈັກເທື່ອ ແລະ ຈະບໍ່ຮັບຫົນທາງແຫ່ງຊີວິດຕະຫຼອດໄປຈັກເທື່ອ. ນີ້ກໍຍ້ອນວ່າ ທຸກສິ່ງທີ່ພວກເຂົາມີແມ່ນນໍ້າສົກກະປົກທີ່ຂັງຢູ່ເປັນເວລາຫຼາຍພັນປີ ແທນທີ່ຈະເປັນນໍ້າແຫ່ງຊີວິດທີ່ຫຼັງໄຫລມາຈາກບັນລັງ. ຄົນເຫຼົ່ານັ້ນທີ່ບໍ່ໄດ້ຮັບການເຕີ່ມເຕັມໂດຍນໍ້າແຫ່ງຊີວິດຈະຍັງຄົງເປັນສາກສົບຕະຫຼອດໄປ, ເປັນຂອງຫຼິ້ນໃຫ້ກັບຊາຕານ ແລະ ເປັນບຸດຊາຍແຫ່ງນະຮົກ. ແລ້ວ ພວກເຂົາຈະສາມາດເຫັນພຣະເຈົ້າໄດ້ແນວໃດ? ຖ້າເຈົ້າພຽງແຕ່ພະຍາຍາມຍຶດຕິດກັບອະດີດ, ພຽງແຕ່ຮັກສາສິ່ງຕ່າງໆຄ້າຍຄືກັບວ່າພວກມັນຍັງບໍ່ເໜັງຕີງເລີຍ ແລະ ບໍ່ພະຍາຍາມປ່ຽນແປງສະຖານະພາບໃນປັດຈຸບັນ ແລະ ປະຖິ້ມປະຫວັດສາດ, ແລ້ວເຈົ້າຈະບໍ່ຕໍ່ຕ້ານພຣະເຈົ້າຢູ່ຕະຫຼອດເວລາບໍ? ຂັ້ນຕອນໃນພາລະກິດຂອງພຣະເຈົ້າກວ້າງໃຫຍ່ ແລະ ຍິ່ງໃຫຍ່ ຄືກັບຄື້ນທະເລຍື່ງຂຶ້ນ ແລະ ສຽງຟ້າຮ້ອງທີ່ດັງສະນັ່ນ, ແຕ່ເຈົ້ານັ່ງ ແລະ ລໍຖ້າຄວາມພິນາດໂດຍບໍ່ດີ້ນຮົນ, ຍຶດໝັ້ນໃນຄວາມໂງ່ຂອງເຈົ້າ ແລະ ບໍ່ເຮັດຫຍັງເລີຍ. ດ້ວຍວິທີນີ້ ເຈົ້າຈະສາມາດຖືກພິຈາລະນາໃຫ້ເປັນຄົນທີ່ຕິດຕາມບາດຍ່າງຂອງພຣະເມສານ້ອຍໄດ້ແນວໃດ? ເຈົ້າຈະສາມາດພິສູດຄວາມຖືກຕ້ອງຂອງພຣະເຈົ້າທີ່ເຈົ້າຍຶດໝັ້ນວ່າເປັນພຣະເຈົ້າທີ່ໃໝ່ຢູ່ສະເໝີ ແລະ ບໍ່ເກົ່າເລີຍໄດ້ແນວໃດ? ແລະພຣະທຳຂອງໜັງສືຫົວສີເຫຼືອງຂອງເຈົ້າຈະນໍາພາເຈົ້າເຂົ້າສູ່ຍຸກໃໝ່ໄດ້ແນວໃດ? ພຣະທໍາເຫຼົ່ານັ້ນຈະນໍາພາເຈົ້າໃຫ້ສະແຫວງຫາຂັ້ນຕອນໃນພາລະກິດຂອງພຣະເຈົ້າໄດ້ແນວໃດ? ແລະພຣະທໍານັ້ນຈະນໍາເຈົ້າຂຶ້ນສູ່ແຜ່ນດິນສະຫວັນໄດ້ແນວໃດ? ສິ່ງທີ່ເຈົ້າມີຢູ່ໃນມືຂອງເຈົ້າແມ່ນຕົວໜັງສືທີ່ສາມາດສະໜອງພຽງແຕ່ເຄື່ອງປອບໃຈຊົ່ວຄາວ ບໍ່ແມ່ນຄວາມຈິງທີ່ສາມາດໃຫ້ຊີວິດໄດ້. ຂໍ້ພຣະທຳທີ່ເຈົ້າອ່ານແມ່ນສິ່ງທີ່ສາມາດພຽງແຕ່ໃຫ້ເຈົ້າເພີ່ມພູນລີ້ນຂອງເຈົ້າ ບໍ່ແມ່ນພຣະທຳແຫ່ງສະຕິປັນຍາທີ່ສາມາດຊ່ວຍໃຫ້ເຈົ້າຮູ້ຈັກຊີວິດຂອງມະນຸດ ຢ່າວ່າແຕ່ຫົນທາງທີ່ສາມາດນໍາພາເຈົ້າໄປສູ່ຄວາມສົມບູນເລີຍ. ຄວາມບໍ່ກົງກັນນີ້ບໍ່ໄດ້ເຮັດໃຫ້ເຈົ້າໄຕ່ຕອງແດ່ບໍ? ມັນບໍ່ໄດ້ເຮັດໃຫ້ເຈົ້າເຂົ້າໃຈເຖິງສິ່ງລຶກລັບທີ່ຢູ່ພາຍໃນບໍ? ເຈົ້າສາມາດນໍາພາຕົນເອງໄປສະຫວັນເພື່ອພົບກັບພຣະເຈົ້າດ້ວຍຕົນເອງບໍ? ປາດສະຈາກການມາຂອງພຣະເຈົ້າ ເຈົ້າສາມາດນໍາຕົວເອງເຂົ້າສູ່ສະຫວັນເພື່ອມີຄວາມສຸກແບບຄອບຄົວດຽວກັບກັບພຣະເຈົ້າບໍ? ໃນຕອນນີ້ ເຈົ້າຍັງກຳລັງຝັນຢູ່ບໍ? ດ້ວຍເຫດນັ້ນ ເຮົາແນະນໍາໃຫ້ເຈົ້າຢຸດຝັນ ແລະ ເບິ່ງວ່າ ແມ່ນໃຜທີ່ກຳລັງປະຕິບັດພາລະກິດໃນຕອນນີ້, ໃຜທີ່ກຳລັງປະຕິບັດພາລະກິດໃນການຊ່ວຍມະນຸດໃນຍຸກສຸດທ້າຍ. ຖ້າເຈົ້າບໍ່ຢຸດ ເຈົ້າຈະບໍ່ໄດ້ຮັບຄວາມຈິງຈັກເທື່ອ ແລະ ຈະບໍ່ໄດ້ຮັບຊີວິດອີກຕໍ່ໄປ.

ຜູ້ຄົນທີ່ຕ້ອງການໄດ້ຮັບຊີວິດໂດຍບໍ່ເພິ່ງພາຄວາມຈິງທີ່ພຣະຄຣິດກ່າວໄວ້ ແມ່ນຄົນທີ່ເປັນຕາໜ່າຍທີ່ສຸດໃນແຜ່ນດິນໂລກ ແລະ ຄົນທີ່ບໍ່ຍອມຮັບຫົນທາງແຫ່ງຊີວິດທີ່ພຣະຄຣິດນໍາມາໃຫ້ ແມ່ນຄົນທີ່ຫຼົງໃນຄວາມເພີ້ຝັນ. ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ຄົນທີ່ບໍ່ຍອມຮັບພຣະຄຣິດໃນຍຸກສຸດທ້າຍຈະຖືກພຣະເຈົ້າກຽດຊັງຕະຫຼອດໄປ. ພຣະຄຣິດເປັນປະຕູໃຫ້ມະນຸດເຂົ້າສູ່ອານາຈັກໃນຍຸກສຸດທ້າຍ ເຊິ່ງບໍ່ມີໃຜທີ່ສາມາດຜ່ານໄປໄດ້. ບໍ່ມີໃຜທີ່ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນ ນອກຈາກຜ່ານທາງພຣະຄຣິດ. ເຈົ້າເຊື່ອໃນພຣະເຈົ້າ ແລະ ດ້ວຍເຫດນີ້ ເຈົ້າຕ້ອງຍອມຮັບພຣະທຳຂອງພຣະອົງ ແລະ ເຊື່ອຟັງຫົນທາງຂອງພຣະອົງ. ເຈົ້າຕ້ອງບໍ່ຄິດເຖິງພຽງແຕ່ການຮັບພອນ ໂດຍບໍ່ມີການຮັບຄວາມຈິງ ຫຼື ການຮັບການຈັດກຽມຂອງຊີວິດ. ພຣະຄຣິດມາໃນລະຫວ່າງຍຸກສຸດທ້າຍ ເພື່ອທຸກຄົນທີ່ເຊື່ອໃນພຣະອົງຢ່າງແທ້ຈິງຈະໄດ້ຮັບການສະໜອງຂອງຊີວິດ. ພາລະກິດຂອງພຣະອົງແມ່ນເພື່ອຜົນປະໂຫຍດຂອງການສິ້ນສຸດຍຸກເກົ່າ ແລະ ເລີ່ມຕົ້ນຍຸກໃໝ່ ແລະ ເປັນເສັ້ນທາງທີ່ທຸກຄົນຕ້ອງໄດ້ຮັບເອົາເພື່ອເຂົ້າສູ່ຍຸກໃໝ່. ຖ້າເຈົ້າບໍ່ສາມາດຮັບຮູ້ພຣະອົງ ແລະ ກົງກັນຂ້າມ ເຈົ້າກ່າວໂທດ, ກ່າວໝິ່ນປະໝາດ ຫຼື ແມ່ນແຕ່ຂົ່ມເຫັງພຣະເຈົ້າ ແລ້ວເຈົ້າກໍຈະຖືກເຜົາໄໝ້ຕະຫຼອດໄປເປັນນິດ, ແລະ ຈະບໍ່ໄດ້ເຂົ້າອານາຈັກຂອງພຣະເຈົ້າຈັກເທື່ອ. ຍ້ອນພຣະຄຣິດອົງນີ້ເອງເປັນການສະແດງຂອງພຣະວິນຍານບໍລິສຸດ, ການສະແດງຂອງພຣະເຈົ້າ, ຂອງຜູ້ທີ່ພຣະເຈົ້າໄວ້ໃຈໃຫ້ປະຕິບັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ຖ້າເຈົ້າບໍ່ສາມາດຍອມຮັບທຸກສິ່ງທີ່ພຣະຄຣິດແຫ່ງຍຸກສຸດທ້າຍໄດ້ກະທຳ ແລ້ວເຈົ້າກ່າວໝິ່ນປະໝາດພຣະວິນຍານບໍລິສຸດ. ຜົນກຳທີ່ຄົນເຫຼົ່ານັ້ນທີ່ກ່າວໝິ່ນປະໝາດພຣະວິນຍານບໍລິສຸດຈະໄດ້ຮັບແມ່ນເຮັດໃຫ້ທຸກຄົນເຫັນໄດ້ຊັດເຈນໂດຍຕົວມັນເອງຢູ່ແລ້ວ. ພ້ອມນີ້ ເຮົາຂໍບອກເຈົ້າວ່າ ຖ້າເຈົ້າຕໍ່ຕ້ານພຣະຄຣິດແຫ່ງຍຸກສຸດທ້າຍ ແລະ ປະຕິເສດພຣະອົງ ແລ້ວຈະບໍ່ມີໃຜທີ່ສາມາດແບກຮັບຜົນຕາມມາແທນເຈົ້າໄດ້. ຍິ່ງໄປກວ່ານັ້ນ ນັບຕັ້ງແຕ່ມື້ນີ້ເປັນຕົ້ນໄປ ເຈົ້າຈະບໍ່ມີໂອກາດໃນການໄດ້ຮັບຄວາມເຫັນໃຈຂອງພຣະເຈົ້າອີກແລ້ວ; ເຖິງແມ່ນເຈົ້າພະຍາຍາມໄຖ່ຕົນເອງ ເຈົ້າກໍຈະບໍ່ໄດ້ເຫັນໃບໜ້າຂອງພຣະເຈົ້າອີກຕໍ່ໄປ. ຍ້ອນສິ່ງທີ່ເຈົ້າຕໍ່ຕ້ານບໍ່ແມ່ນມະນຸດ, ສິ່ງທີ່ເຈົ້າປະຕິເສດບໍ່ແມ່ນສິ່ງມີຊີວິດທີ່ອ່ອນແອ ແຕ່ເປັນພຣະຄຣິດ. ເຈົ້າຮູ້ສຶກຕົວກ່ຽວກັບຜົນຕາມມານີ້ບໍ? ເຈົ້າບໍ່ໄດ້ເຮັດຄວາມຜິດພາດນ້ອຍໆ ແຕ່ເປັນການກະທຳຄວາມຜິດອາຊະຍາກຳທີ່ຊົ່ວຮ້າຍຫຼາຍ. ດ້ວຍເຫດນີ້ ເຮົາແນະນຳໃຫ້ທຸກຄົນຍິ່ງແຂ້ວຂອງເຈົ້າຕໍ່ໜ້າຄວາມຈິງ ຫຼື ວິຈານຢ່າງບໍ່ລະໝັດລະວັງ ຍ້ອນມີພຽງແຕ່ຄວາມຈິງເທົ່ານັ້ນທີ່ສາມາດນໍາຊີວິດມາໃຫ້ເຈົ້າໄດ້ ແລະ ບໍ່ມີຫຍັງ ນອກຈາກຄວາມຈິງ ທີ່ສາມາດເຮັດໃຫ້ເຈົ້າເກີດໃໝ່ ແລະ ເຫັນໃບໜ້າຂອງພຣະເຈົ້າໄດ້.

(ຈາກໜັງສື ພຣະທໍາປາກົດໃນຮ່າງກາຍ)

ໝາຍເຫດ:

ກ. ທ່ອນໄມ້ຕາຍ: ສຳນວນພາສາຈີນທີ່ໝາຍເຖິງ “ເກີນຄວາມຊ່ວຍເຫຼືອ”.

ກ່ອນນີ້: 2. ຄວາມແຕກຕ່າງລະຫວ່າງຫົນທາງແຫ່ງການກັບໃຈ ແລະ ຫົນທາງແຫ່ງຊີວິດອັນຕະລອດໄປເປັນນິດ

ຕໍ່ໄປ: 1. ຄວາມແຕກຕ່າງທີ່ສຳຄັນລະຫວ່າງພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້