ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ເປັນຫຍັງເຈົ້າຈຶ່ງບໍ່ເຕັມໃຈທີ່ຈະເປັນຕົວປະກອບ?

ຄົນທີ່ຖືກເອົາຊະນະແມ່ນຕົວປະກອບ ແລະ ພຽງແຕ່ຫຼັງຈາກທີ່ຖືກເຮັດໃຫ້ສົມບູນ ຜູ້ຄົນຈຶ່ງເປັນແບບຢ່າງ ແລະ ຕົວຢ່າງຂອງພາລະກິດແຫ່ງຍຸກສຸດທ້າຍ. ກ່ອນທີ່ຈະຖືກເຮັດໃຫ້ຄົບຖ້ວນ, ພວກເຂົາເປັນເປັນຕົວປະກອບ, ເຄື່ອງມື ພ້ອມທັງເປັນວັດຖຸເພື່ອບໍລິການ. ຄົນທີ່ຖືກພຣະເຈົ້າເອົາຊະນະຢ່າງລະອຽດລະອໍກໍຄືແກ້ວຜະລຶກ ພ້ອມທັງເປັນແບບຢ່າງ ແລະ ຕົວຢ່າງຂອງແຜນການຄຸ້ມຄອງຂອງພຣະອົງ. ພຽງແຕ່ຕໍາແໜ່ງເລັກນ້ອຍເຫຼົ່ານີ້ທີ່ບໍ່ສຳຄັນສຳລັບຜູ້ຄົນກໍສຳແດງເຖິງເລື່ອງເລົ່າທີ່ເປັນຕາມ່ວນຫຼາຍແລ້ວ. ພວກເຈົ້າເຫຼົ່ານັ້ນທີ່ມີຄວາມເຊື່ອເລັກນ້ອຍກໍຈະໂຕ້ຖຽງກັນໃນຕໍາແໜ່ງທີ່ບໍ່ມີຄວາມໝາຍຢູ່ສະເໝີ ຈົນພວກເຈົ້າໜ້າແດງ ແລະ ບາງຄັ້ນ ມັນຈະຍິ່ງເຮັດໃຫ້ກະທົບຕໍ່ຄວາມສຳພັນຂອງພວກເຮົາ. ເຖິງແມ່ນສິ່ງນີ້ເປັນພຽງຕໍາແໜ່ງທີ່ເລັກນ້ອຍ, ແຕ່ໃນຄວາມຄິດຂອງພວກເຈົ້າ, ໃນຄວາມເຊື່ອຂອງພວກເຈົ້າ, ສິ່ງນີ້ເປັນເລື່ອງສຳຄັນທີ່ກ່ຽວກັບໂຊກຊະຕາຂອງພວກເຈົ້າ. ສະນັ້ນ ຄົນທີ່ບໍ່ມີເຫດຜົນກໍຈະໄດ້ທົນທຸກກັບສູນເສຍທີ່ຍິ່ງໃຫຍ່ໃນສິ່ງເລັກໆນ້ອຍໆແບບນີ້ຢູ່ເລື້ອຍໆ, ນັ້ນຄືການຂີ່ຊ້າງໄລ່ຈັບຕັກກະແຕນ ແລະ ພວກເຈົ້າຈະແລ່ນໜີ ແລະ ບໍ່ກັບຄືນຈັກເທື່ອ ເນື່ອງຈາກບາງຊື່ທີ່ເລັກນ້ອຍ. ນີ້ກໍຍ້ອນວ່າ ພວກເຈົ້າເຫັນຊີວິດເປັນສິ່ງບໍ່ສຳຄັນ ແລະ ພວກເຈົ້າໃສ່ຄຸນຄ່າຫຼາຍເກີນໄປໃນສິ່ງທີ່ພວກເຈົ້າຖືກເອີ້ນ. ສະນັ້ນ ໃນຊີວິດຝ່າຍວິນຍານຂອງພວກເຈົ້າ ແລະ ແມ່ນແຕ່ໃນຊີວິດຕົວຈິງຂອງພວກເຈົ້າ, ພວກເຈົ້າຈະມີເລື່ອງເລົ່າທີ່ສັບສົນ ແລະ ແປກປະຫຼາດຫຼາຍເລື່ອງຢູ່ເລື້ອຍໆ ຍ້ອນແນວຄິດຂອງພວກເຈົ້າທີ່ກ່ຽວກັບສະຖານະ. ບາງເທື່ອ ພວກເຈົ້າຈະບໍ່ຍອມຮັບສິ່ງນີ້, ແຕ່ເຮົາຈະບອກພວກເຈົ້າວ່າ ຄົນເຫຼົ່ານີ້ແມ່ນມີແທ້ໃນຊີວິດຕົວຈິງຂອງພວກເຈົ້າ. ເປັນພຽງວ່າ ພວກເຈົ້າບໍ່ໄດ້ຖືກເປີດເຜີຍເທື່ອລະຄົນ. ສິ່ງແບບນີ້ເກີດຂຶ້ນໃນຊີວິດຂອງພວກເຈົ້າແຕ່ລະຄົນ. ຖ້າເຈົ້າບໍ່ເຊື່ອ ກໍໃຫ້ສັງເກດເບິ່ງບົດຄວາມສັ້ນໆຈາກຊີວິດຂອງເອື້ອຍນ້ອງ (ຫຼື ອ້າຍນ້ອງ). ມັນເປັນໄປໄດ້ທີ່ບຸກຄົນນີ້ຈະເປັນເຈົ້າແທ້ໆ ຫຼື ບາງເທື່ອ ມັນອາດຈະເປັນບາງຄົນທີ່ເຈົ້າລຶ້ງເຄີຍໃນຊີວິດຂອງເຈົ້າ. ຖ້າເຮົາບໍ່ໄດ້ເຂົ້າໃຈຜິດ, ບົດຄວາມສັ້ນໆນີ້ຄືປະສົບການທີ່ເຈົ້າມີ ແລະ ບໍ່ມີຫຍັງທີ່ຂາດໄປໃນການອະທິບາຍ, ບໍ່ມີແມ່ນແຕ່ຄວາມຄິດ ຫຼື ແນວຄິດດຽວທີ່ຫຼົງເຫຼືອຢູ່, ແຕ່ສິ່ງເຫຼົ່ານັ້ນຖືກບັນທຶກໄວ້ໃນເລື່ອງເລົ່ານີ້ທັງໝົດ. ຖ້າເຈົ້າບໍ່ເຊື່ອ ກໍໃຫ້ສັງເກດເບິ່ງ.

ນີ້ແມ່ນປະສົບການເລັກນ້ອຍໜຶ່ງຢ່າງຈາກ “ບຸກຄົນຝ່າຍວິນຍານ”.

ເຂົາຮູ້ສຶກກັງວົນໃຈເມື່ອເຂົາເຫັນວ່າ ຫຼາຍໆສິ່ງທີ່ອ້າຍເອື້ອຍນ້ອງໃນຄຣິສຕະຈັກເຮັດນັ້ນບໍ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ ແລະ ເຂົາກໍເລີ່ມຮ້າຍດ່າພວກເຂົາວ່າ “ພວກທ່ານບໍ່ມີແມ່ນແຕ່ຄວາມສຳນຶກເລີຍ! ເປັນຫຍັງພວກທ່ານຈຶ່ງເຮັດໃນສິ່ງທີ່ບໍ່ມີເຫດມີຜົນແທ້ໆ? ເປັນຫຍັງພວກທ່ານຈຶ່ງບໍ່ສະແຫວງຫາຄວາມຈິງ, ແຕ່ເຮັດສິ່ງທີ່ພວກທ່ານຢາກເຮັດແທນ? … ເມື່ອຂ້ານ້ອຍເວົ້າສິ່ງນີ້ຕໍ່ພວກທ່ານ ຂ້ານ້ອຍກໍກຽດຊັງຕົນເອງເຊັ່ນດຽວກັນ. ຂ້ານ້ອຍເຫັນວ່າ ພຣະເຈົ້າເຜົາໄໝ້ດ້ວຍຄວາມຮ້ອນຮົນ ແລະ ຂ້ານ້ອຍກໍຮູ້ສຶກເຖິງໄຟທີ່ຢູ່ພາຍໃຕ້ຂ້ານ້ອຍ. ຂ້ານ້ອຍເຕັມໃຈທີ່ຈະປະຕິບັດພາລະກິດທີ່ພຣະເຈົ້າໄດ້ຝາກຝັງໄວ້ໃຫ້ກັບຂ້ານ້ອຍຈົນເຖິງທີ່ສຸດ ແລະ ຂ້ານ້ອຍຕ້ອງການໃຫ້ພວກທ່ານລຸກຂຶ້ນຜ່ານທາງບໍລິການຂອງຂ້ານ້ອຍຢ່າງແທ້ຈິງ. ເປັນພຽງແຕ່ວ່າ ກຳລັງໃນປັດຈຸບັນຂອງຂ້ານ້ອຍແມ່ນອ່ອນແຮງຫຼາຍ. ພຣະເຈົ້າໄດ້ໃຊ້ເວລາກັບພວກຂ້ານ້ອຍຢ່າງຫຼວງຫຼາຍ ແລະ ໄດ້ກ່າວພຣະທຳຢ່າງຫຼວງຫຼາຍ, ແຕ່ພວກຂ້ານ້ອຍກໍຍັງເປັນແບບນີ້. ໃນຫົວໃຈຂອງຂ້ານ້ອຍ, ຂ້ານ້ອຍຮູ້ສຶກຢູ່ສະເໝີວ່າ ຂ້ານ້ອຍຕິດໜີ້ພຣະເຈົ້າຢ່າງຫຼວງຫຼາຍ …” (ຮ້ອງໄຫ້ ແລະ ບໍ່ສາມາດເວົ້າຕໍ່ໄດ້.) ແລ້ວຫຼັງຈາກນັ້ນ ເຂົາກໍເລີ່ມຕົ້ນອະທິຖານວ່າ “ໂອ ພຣະເຈົ້າ! ຂ້ານ້ອຍຂໍໃຫ້ພຣະອົງປະທານກຳລັງໃຫ້ກັບຂ້ານ້ອຍ ແລະ ແມ່ນແຕ່ດົນບັນດານຂ້ານ້ອຍ ແລະ ຂໍໃຫ້ພຣະວິນຍານຂອງພຣະອົງປະຕິບັດພາລະກິດໃນຂ້ານ້ອຍ. ຂ້ານ້ອຍເຕັມໃຈທີ່ຮ່ວມມືກັບພຣະອົງ. ຕາບໃດທີ່ພຣະອົງໄດ້ຮັບສະຫງ່າລາສີໃນເວລາສຸດທ້າຍ, ໃນປັດຈຸບັນນີ້ ຂ້ານ້ອຍກໍເຕັມໃຈທີ່ຈະມອບທຸກສິ່ງຂອງຂ້ານ້ອຍໃຫ້ກັບພຣະອົງ, ເຖິງແມ່ນມັນໝາຍຄວາມວ່າ ຂ້ານ້ອຍຕ້ອງສະຫຼະຊີວິດຂອງຂ້ານ້ອຍ. ຂ້ານ້ອຍເຕັມໃຈ[ກ] ຕາບໃດທີ່ພວກຂ້ານ້ອຍສາມາດຖວາຍການສັນລະເສີນທີ່ຍິ່ງໃຫຍ່, ອ້າຍເອື້ອຍນ້ອງສາມາດຮ້ອງເພງ ແລະ ເຕັ້ນລຳດ້ວຍຄວາມປິຕິຍິນຍານເພື່ອສັນລະເສີນນາມອັນບໍລິສຸດຂອງພຣະອົງ, ເຮັດໃຫ້ພຣະອົງໄດ້ຮັບສະຫງ່າລາສີ, ສະແດງອອກເຖິງພຣະອົງ ແລະ ໝັ້ນໃຈໃນພາລະກິດຂອງພຣະອົງ ພ້ອມທັງເຕັມໃຈທີ່ຈະເອົາໃສ່ໃຈກັບພາລະຂອງພຣະອົງ….” ເຂົາອະທິຖານຢ່າງຈິງໃຈແບບນີ້ ແລະ ພຣະວິນຍານບໍລິສຸດກໍມອບພາລະໃຫ້ກັບເຂົາແທ້ໆ. ໃນລະຫວ່າງເວລານີ້ ເຂົາແບກຮັບພາລະຫຼາຍ ແລະ ໃຊ້ເວລາໝົດມື້ເພື່ອອ່ານ, ຂຽນ ແລະ ຟັງ. ເຂົາກໍຫຍຸ້ງຫຼາຍສໍ່າທີ່ເຂົາຈະສາມາດຫຍຸ້ງໄດ້. ສະພາວະຝ່າຍວິນຍານຂອງເຂົາກໍດີເລີດ ແລະ ໃນຫົວໃຈຂອງເຂົາ ເຂົາຮູ້ສຶກກະຕືລືລົ້ນ ແລະ ແບກຮັບພາລະຢູ່ສະເໝີ. ຄັ້ງແລ້ວຄັ້ງເລົ່າ ເຂົາອ່ອນແອ ແລະ ມາຮອດທາງຕັນ, ແຕ່ໃນອີກບໍ່ຊ້າ ເຂົາກໍກັບໄປສູ່ສະພາວະປົກກະຕິຂອງເຂົາ. ຫຼັງຈາກຊ່ວງໄລຍະເວລາໃດໜຶ່ງທີ່ເປັນແບບນີ້, ຄວາມຄືບໜ້າຂອງເຂົາກໍໄວ, ເຂົາສາມາດໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບພຣະທຳຫຼາຍຂໍ້ຂອງພຣະເຈົ້າ ແລະ ເຂົາໄດ້ຮຽນຮ້ອງເພງສັນລະເສີນຢ່າງໄວວາອີກດ້ວຍ, ໂດຍລວມແລ້ວ ສະພາວະຝ່າຍວິນຍານຂອງເຂົາແມ່ນດີເລີດ. ເມື່ອເຂົາເຫັນວ່າ ຫຼາຍສິ່ງໃນຄຣິສຕະຈັກບໍ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ, ເຂົາກໍກັງວົນໃຈ ແລະ ຕໍານິຕິເຕືອນອ້າຍເອື້ອຍນ້ອງຂອງເຂົາວ່າ “ນີ້ຄືການອຸທິດຕົນຕໍ່ໜ້າຂອງຂອງພວກເຈົ້າບໍ? ເປັນຫຍັງພວກເຈົ້າຈຶ່ງບໍ່ແມ່ນແຕ່ຈ່າຍລາຄາທີ່ເລັກນ້ອຍນີ້? ຖ້າພວກເຈົ້າບໍ່ຕ້ອງການເຮັດມັນ, ຂ້ານ້ອຍກໍຈະເຮັດ ….”

ເມື່ອເຂົາມີພາລະ, ຍິ່ງພຣະວິນຍານບໍລິສຸດປະຕິບັດພາລະກິດຫຼາຍສໍ່າໃດ ເຂົາຍິ່ງຮູ້ສຶກເຂັ້ມແຂງໃນຄວາມເຊື່ອຂອງເຂົາຫຼາຍສໍ່ານັ້ນ. ເຂົາຈະພົບພໍ້ກັບຄວາມລໍາບາກບາງຢ່າງ ແລະ ເລີ່ມທໍ້ຖອຍໃນບາງຄັ້ງບາງຄາວ, ແຕ່ເຂົາກໍສາມາດເອົາຊະນະມັນໄດ້. ນັ້ນກໍຄື ເມື່ອເຂົາຜະເຊີນກັບພາລະກິດຂອງພຣະວິນຍານບໍລິສຸດ, ຍິ່ງເມື່ອສະພາບການຂອງເຂົາມະຫັດສະຈັນ ເຂົາກໍບໍ່ສາມາດຫຼີກຫຼ່ຽງຄວາມລໍາບາກບາງຢ່າງ ຫຼື ຄວາມອ່ອນແອແມ່ນແຕ່ໜ້ອຍດຽວໄດ້. ສິ່ງເຫຼົ່ານີ້ແມ່ນບໍ່ສາມາດຫຼີກຫຼ່ຽງໄດ້, ແຕ່ໃນອີກບໍ່ດົນ ເຂົາກໍສາມາດອອກມາຈາກສະພາວະເຫຼົ່ານັ້ນ. ເມື່ອຜະເຊີນກັບຄວາມອ່ອນແອ, ຫຼັງຈາກທີ່ເຂົາອະທິຖານ ເຂົາກໍຮູ້ສຶກວ່າ ວຸດທິພາວະຂອງເຂົາເອງບໍ່ພຽງພໍແທ້ໆ ແຕ່ເຂົາກໍເຕັມໃຈທີ່ຈະຮ່ວມມືກັບພຣະເຈົ້າ. ບໍ່ວ່າພຣະເຈົ້າເຮັດຫຍັງກໍຕາມ, ເຂົາກໍເຕັມໃຈທີ່ຈະປະຕິບັດຕາມຄວາມປະສົງຂອງພຣະອົງ ແລະ ເຂົາກໍເຕັມໃຈທີ່ຈະເຊື່ອຟັງການຈັດກຽມທຸກຢ່າງຂອງພຣະເຈົ້າ. ບາງຄົນມີຄວາມຄິດເຫັນບາງຢ່າງ ແລະ ມີອະຄະຕິກ່ຽວກັບເຂົາ. ເຂົາສາມາດປ່ອຍວາງຕົນເອງ ແລະ ຮ່ວມສົນທະນາກັບພວກເຂົາຢ່າງຫ້າວຫັນ. ສິ່ງເຫຼົ່ານີ້ແມ່ນສະພາວະຂອງຜູ້ຄົນໃນລະຫວ່າງພາລະກິດປົກກະຕິຂອງພຣະວິນຍານບໍລິສຸດ. ຫຼັງຈາກຊ່ວງໄລຍະເວລາໃດໜຶ່ງ ພາລະກິດຂອງພຣະເຈົ້າກໍເລີ່ມປ່ຽນແປງ ແລະ ທຸກຄົນກໍເຂົ້າສູ່ອີກຂັ້ນຕອນໜຶ່ງຂອງພາລະກິດ ເຊິ່ງພຣະເຈົ້າມີເງື່ອນໄຂທີ່ແຕກຕ່າງສຳລັບພວກເຂົາ. ສະນັ້ນ ຈຶ່ງມີພຣະທຳໃໝ່ທີ່ຍົກລະດັບເງື່ອນໄຂສຳລັບຜູ້ຄົນ: “… ເຮົາມີພຽງແຕ່ຄວາມກຽດຊັງສຳລັບພວກເຈົ້າ, ບໍ່ແມ່ນການອວຍພອນ. ເຮົາບໍ່ເຄີຍຄິດທີ່ຈະອວຍພອນພວກເຈົ້າ ຫຼື ເຮົາບໍ່ມີຄວາມຄິດທີ່ຈະເຮັດໃຫ້ພວກເຈົ້າຄົບຖ້ວນ, ຍ້ອນພວກເຈົ້າກະບົດເກີນໄປ. ເພາະພວກເຈົ້າບໍ່ຊື່ສັດ ແລະ ຫຼອກລວງ ແລະ ຍ້ອນພວກເຈົ້າຂາດເຂີນໃນຄວາມສາມາດ ແລະ ພວກເຈົ້າມີສະຖານະທີ່ຕໍ່າ, ພວກເຈົ້າບໍ່ເຄີຍຢູໃນສາຍຕາຂອງເຮົາ ຫຼື ຢູ່ໃນຫົວໃຈຂອງເຮົາເລີຍ. ພາລະກິດຂອງເຮົາມີພຽງແຕ່ເຈດຕະນາທີ່ຈະປະນາມພວກເຈົ້າ; ມືຂອງເຮົາບໍ່ເຄີຍອອກຫ່າງພວກເຈົ້າຈັກເທື່ອ ຫຼື ການຕີສອນຂອງເຮົາກໍເຊັ່ນກັນ. ເຮົາໄດ້ສືບຕໍ່ພິພາກສາ ແລະ ສາບແຊ່ງພວກເຈົ້າ. ເພາະພວກເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບເຮົາ, ຄວາມໂກດຮ້າຍຂອງເຮົາໄດ້ມາເຖິງພວກເຈົ້າຢູ່ສະເໝີ. ເຖິງແມ່ນເຮົາປະຕິບັດພາລະກິດທ່າມກາງພວກເຈົ້າຢູ່ສະເໝີ, ພວກເຈົ້າກໍຄວນຮູ້ທ່າທີ່ຂອງເຮົາທີ່ມີຕໍ່ພວກເຈົ້າ. ມັນບໍ່ແມ່ນຫຍັງເລີຍ ນອກຈາກຄວາມລັງກຽດ, ບໍ່ມີທ່າທີ່ ຫຼື ຄວາມຄິດເຫັນອື່ນອີກເລີຍ. ເຮົາພຽງແຕ່ຕ້ອງການໃຫ້ພວກເຈົ້າເຮັດໜ້າທີ່ເປັນຕົວປະກອບສຳລັບສະຕິປັນຍາຂອງເຮົາ ແລະ ລິດອຳນາດທີ່ຍິ່ງໃຫຍ່ຂອງເຮົາ. ພວກເຈົ້າບໍ່ໄດ້ເປັນຫຍັງທີ່ຫຼາຍກວ່າຕົວປະກອບຂອງເຮົາ ເພາະຄວາມຊອບທຳຂອງເຮົາຖືກເປີດເຜີຍຜ່ານຄວາມກະບົດຂອງພວກເຈົ້າ. ເຮົາໃຫ້ພວກເຈົ້າເຮັດໜ້າທີ່ເປັນຕົວປະກອບສຳລັບພາລະກິດຂອງເຮົາ, ເພື່ອເປັນສ່ວນປະກອບໃນພາລະກິດຂອງເຮົາ….” ທັນທີທີ່ເຂົາເຫັນພຣະທຳທີ່ວ່າ[ຂ] “ສ່ວນປະກອບ” ແລະ “ຕົວປະກອບ”, ເຂົາກໍເລີ່ມຄິດວ່າ “ສິ່ງນີ້ຈະເຮັດໃຫ້ຂ້ານ້ອຍຕິດຕາມໄດ້ແນວໃດ? ເຖິງແມ່ນໄດ້ຈ່າຍລາຄາແບບນີ້, ຂ້ານ້ອຍກໍຍັງເປັນຕົວປະກອບ. ຕົວປະກອບບໍ່ແມ່ນພຽງຄົນບໍລິການບໍ? ໃນອະດີດ ມີການເວົ້າວ່າ ພວກຂ້ານ້ອຍຈະບໍ່ເປັນຜູ້ບໍລິການ, ແຕ່ຈະເປັນປະຊາຊົນຂອງພຣະເຈົ້າ, ແຕ່ແລ້ວໃນປັດຈຸບັນ ພວກຂ້ານ້ອຍກໍຍັງບໍ່ສາມາດອອກຈາກໝວກນັ້ນໄດ້? ຄົນບໍລິການບໍ່ແມ່ນປາສະຈາກຊີວິດບໍ? ບໍ່ວ່າເຮົາຕ້ອງອົດກັ້ນກັບການທົນທຸກຫຼາຍສໍ່າໃດກໍຕາມ, ພຣະເຈົ້າກໍຈະບໍ່ສັນລະເສີນ! ຫຼັງຈາກທີ່ຂ້ານ້ອຍເປັນຕົວປະກອບໃຫ້ກັບລິດອຳນາດທີ່ຍິ່ງໃຫຍ່ຂອງພຣະເຈົ້າແລ້ວ, ມັນຈະບໍ່ຜ່ານພົ້ນໄປບໍ? …” ຍິ່ງເຂົາຄິດກ່ຽວກັບສິ່ງນັ້ນຫຼາຍສໍ່າໃດ ເຂົາຍິ່ງທໍ້ຖອຍໃຈຫຼາຍສໍ່ານັ້ນ. ເຂົາມາຄຣິສຕະຈັກ ແລະ ເຫັນສະພາວະຂອງອ້າຍເອື້ອຍນ້ອງຂອງເຂົາ ແລະ ຍິ່ງຮູ້ສຶກບໍ່ດີກວ່າເກົ່າ: “ພວກເຈົ້າບໍ່ສະບາຍດີ! ຂ້ານ້ອຍກໍບໍ່ສະບາຍດີ! ຂ້ານ້ອຍທໍ້ຖອຍ. ໂອ້ຍ! ຈະສາມາດເຮັດຫຍັງໄດ້? ພຣະເຈົ້າຍັງບໍ່ຕ້ອງການພວກຂ້ານ້ອຍ. ໃນການປະຕິບັດພາລະກິດປະເພດນີ້, ບໍ່ມີທາງທີ່ພຣະອົງຈະບໍ່ເຮັດໃຫ້ພວກຂ້ານ້ອຍທໍ້ຖ້ອຍ. ຂ້ານ້ອຍບໍ່ຮູ້ວ່າແມ່ນຫຍັງຜິດປົກກະຕິກັບຂ້ານ້ອຍ. ຂ້ານ້ອຍບໍ່ຕ້ອງການແມ່ນແຕ່ຈະອະທິຖານ. ຢ່າງໃດກໍຕາມ, ຂ້ານ້ອຍບໍ່ສະບາຍດີໃນຕອນນີ້ ແລະ ຂ້ານ້ອຍບໍ່ສາມາດຮວບຮວມແຮງຜັກດັນພາຍໃນຂອງຂ້ານ້ອຍແທ້ໆ. ຂ້ານ້ອຍໄດ້ອະທິຖານຫຼາຍຄັ້ງ ແຕ່ຂ້ານ້ອຍກໍຍັງເຮັດບໍ່ໄດ້ ແລະ ຂ້ານ້ອຍບໍ່ເຕັມໃຈທີ່ຈະສືບຕໍ່. ນີ້ຄືສິ່ງທີ່ຂ້ານ້ອຍເຫັນ. ພຣະເຈົ້າກ່າວວ່າ ພວກຂ້ານ້ອຍເປັນຕົວປະກອບ, ແລ້ວຕົວປະກອບບໍ່ແມ່ນຜູ້ບໍລິການບໍ? ພຣະເຈົ້າກ່າວວ່າ ພວກຂ້ານ້ອຍແມ່ນຕົວປະກອບ, ບໍ່ແມ່ນລູກຊາຍ ຫຼື ພວກເຮົາບໍ່ແມ່ນຄົນຂອງພຣະອົງ. ພວກເຮົາບໍ່ແມ່ນລູກຊາຍຂອງພຣະອົງ, ແຮງໄກທີ່ຈະເປັນລູກຊາຍກົກຂອງພຣະອົງ. ພວກເຮົາບໍ່ໄດ້ເປັນຫຍັງເລີຍ ນອກຈາກຕົວປະກອບ. ດ້ວຍການເອີ້ນແບບນັ້ນ, ພວກຂ້ານ້ອຍຈະສາມາດໄດ້ຮັບຜົນຕາມມາທີ່ດີບໍ? ຕົວປະກອບບໍ່ມີຄວາມຫວັງ ເພາະພວກເຂົາບໍ່ມີຊີວິດ. ຖ້າພວກຂ້ານ້ອຍເປັນລູກຊາຍຂອງພຣະອົງ, ເປັນຄົນຂອງພຣະອົງ, ມັນກໍຈະມີຄວາມຫວັງໃນສິ່ງນັ້ນ ແລະ ພວກຂ້ານ້ອຍກໍສາມາດຖືກເຮັດໃຫ້ຄົບຖ້ວນໄດ້. ຕົວປະກອບສາມາດມີຊີວິດຂອງພຣະເຈົ້າຢູ່ພາຍໃນພວກເຂົາບໍ? ພຣະເຈົ້າສາມາດໃສ່ຊີວິດເຂົ້າໄປໃນຄົນທີ່ບໍລິການພຣະອົງບໍ? ຄົນທີ່ພຣະອົງຮັກແມ່ນຄົນທີ່ມີຊີວິດຂອງພຣະອົງ ແລະ ມີແຕ່ຄົນເຫຼົ່ານັ້ນທີ່ມີຊີວິດຂອງພຣະອົງຈຶ່ງເປັນລູກຊາຍຂອງພຣະອົງ, ເປັນຄົນຂອງພຣະອົງ. ເຖິງແມ່ນຂ້ານ້ອຍທໍ້ຖອຍ ແລະ ອ່ອນແອ, ຂ້ານ້ອຍກໍຫວັງວ່າ ພວກເຈົ້າທຸກຄົນບໍ່ທໍ້ຖອຍ. ຂ້ານ້ອຍຮູ້ວ່າການທົດຖອຍ ແລະ ການທໍ້ຖອຍແບບນີ້ຈະບໍ່ສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າໄດ້, ແຕ່ຂ້ານ້ອຍກໍບໍ່ເຕັມໃຈທີ່ຈະເປັນຕົວປະກອບ. ຂ້ານ້ອຍຢ້ານທີ່ຈະເປັນຕົວປະກອບ. ຢ່າງໃດກໍຕາມ, ຂ້ານ້ອຍພຽງແຕ່ມີກຳລັງຢ່າງຫຼວງຫຼາຍ ແລະ ຂ້ານ້ອຍບໍ່ສາມາດດຳເນີນຕໍ່ໄປໄດ້ໃນຕອນນີ້. ຂ້ານ້ອຍຫວັງວ່າ ພວກເຈົ້າທຸກຄົນຈະບໍ່ຮຽນຮູ້ຈາກຂ້ານ້ອຍ, ແຕ່ພວກເຈົ້າຈະສາມາດຮັບເອົາການສ່ອງສະຫວ່າງບາງຢ່າງຈາກຂ້ານ້ອຍ. ຂ້ານ້ອຍຄິດວ່າ ຂ້ານ້ອຍຄວນຕາຍໄປ! ຂ້ານ້ອຍຈະປະຖິ້ມຖ້ອຍຄຳສຸດທ້າຍບາງຢ່າງກ່ອນທີ່ຂ້ານ້ອຍຈະຕາຍ, ຂ້ານ້ອຍຫວັງວ່າ ພວກເຈົ້າສາມາດເຮັດໜ້າທີ່ເປັນຕົວປະກອບຈົນເຖິງເວລາສຸດທ້າຍ; ບາງເທື່ອໃນເວລາສຸດທ້າຍ ພຣະເຈົ້າຈະສັນລະເສີນຕົວປະກອບ….” ເມື່ອອ້າຍເອື້ອຍນ້ອງເຫັນສິ່ງນີ້, ພວກເຂົາກໍສົງໄສວ່າ[ຄ] ເຮັດແນວໃດເຂົາຈຶ່ງທໍ້ຖອຍແບບນັ້ນ? ເຂົາບໍ່ສະບາຍດີບໍໃນເວລາສອງສາມມື້ທີ່ຜ່ານມາ? ເປັນຫຍັງເຂົາຈຶ່ງເຢັນຊາກະທັນຫັນ? ເປັນຫຍັງເຂົາຈຶ່ງບໍ່ປົກກະຕິ? ເຂົາເວົ້າວ່າ “ຢ່າເວົ້າວ່າ ຂ້ານ້ອຍບໍ່ປົກກະຕິ. ຕາມຄວາມຈິງແລ້ວ, ຂ້ານ້ອຍຊັດເຈນກັບທຸກສິ່ງທີ່ຢູ່ໃນຫົວໃຈຂອງຂ້ານ້ອຍ. ຂ້ານ້ອຍຮູ້ວ່າ ຂ້ານ້ອຍບໍ່ໄດ້ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ມັນບໍ່ແມ່ນຍ້ອນຂ້ານ້ອຍບໍ່ເຕັມໃຈທີ່ຈະເຮັດໜ້າທີ່ເປັນຕົວປະກອບຂອງພຣະອົງບໍ? ຂ້ານ້ອຍບໍ່ໄດ້ເຮັດສິ່ງອື່ນເລີຍທີ່ຈິງຈັງເກີນໄປ. ບາງເທື່ອ ມື້ໜຶ່ງ ພຣະເຈົ້າຈະປ່ຽນຕໍາແໜ່ງຂອງ[ງ] ຕົວປະກອບໃຫ້ເປັນສິ່ງຖືກສ້າງຂອງພຣະອົງ ທີ່ພຣະອົງໃຊ້ໃນວິທີທີ່ສຳຄັນ. ບໍ່ມີຄວາມຫວັງບາງຢ່າງໃນສິ່ງນີ້ບໍ? ເຮົາຫວັງວ່າ ພວກເຈົ້າບໍ່ທໍ້ຖອຍ ຫຼື ໝົດກຳລັງໃຈ, ພວກເຈົ້າຈະສາມາດສືບຕໍ່ຕິດຕາມພຣະເຈົ້າ ແລະ ເປັນຕົວປະກອບທີ່ດີຂຶ້ນ. ບໍ່ວ່າແມ່ນຫຍັງຈະເກີດຂຶ້ນ, ຂ້ານ້ອຍກໍບໍ່ສາມາດສືບຕໍ່ໄດ້.” ຄົນອື່ນໄດ້ຍິນສິ່ງນັ້ນ ແລ້ວພວກເຂົາກໍເວົ້າວ່າ[ຈ] ເຖິງແມ່ນທ່ານບໍ່ສະບາຍດີ ພວກຂ້ານ້ອຍກໍຈະສືບຕໍ່ຕິດຕາມ ແລະ ພວກຂ້ານ້ອຍຈະບໍ່ຝືນໃຈ ເພາະເຈົ້າທໍ້ຖອຍ.

ຫຼັງຈາກທີ່ໄດ້ຜະເຊີນເປັນໄລຍະເວລາໃດໜຶ່ງ, ເຂົາກໍຍັງທໍ້ຖອຍກັບການເປັນຕົວປະກອບ, ສະນັ້ນ ເຮົາຈຶ່ງກ່າວກັບເຂົາວ່າ “ເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບພາລະກິດຂອງເຮົາເລີຍ. ເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບຄວາມຈິງພາຍໃນ, ແກ່ນແທ້ ຫຼື ຜົນທີ່ເຈດຕະນາໄວ້ຂອງພຣະທຳຂອງເຮົາ. ເຈົ້າບໍ່ຮູ້ຈັກເປົ້າໝາຍແຫ່ງພາລະກິດຂອງເຮົາ ຫຼື ສະຕິປັນຍາໃນພາລະກິດນັ້ນ. ພວກເຈົ້າບໍ່ມີຄວາມຢັ່ງຮູ້ກ່ຽວກັບຄວາມປະສົງຂອງເຮົາ. ເຈົ້າພຽງຮູ້ຈັກແຕ່ການທໍ້ຖອຍ ເພາະເຈົ້າເປັນຕົວປະກອບ, ຄວາມປາຖະໜາທີ່ເຈົ້າມີສຳລັບສະຖານະກໍຍິ່ງໃຫຍ່ເກີນໄປ! ເຈົ້າເປັນຄົນໂງ່! ເຮົາໄດ້ກ່າວຫຼາຍສິ່ງຕໍ່ເຈົ້າໃນອະດີດ ແລະ ເຮົາໄດ້ກ່າວວ່າ ເຮົາຈະເຮັດໃຫ້ເຈົ້າສົມບູນ. ເຈົ້າລືມແລ້ວບໍ? ກ່ອນທີ່ຈະເວົ້າເຖິງຕົວປະກອບ ບໍ່ໄດ້ເວົ້າເຖິງການຖືກເຮັດໃຫ້ສົມບູນກ່ອນບໍ?” “ຖ້າບຶດໜຶ່ງ, ຂ້ານ້ອຍຈະຄິດກ່ຽວກັບສິ່ງນັ້ນ! ກ່ອນທີ່ຈະເວົ້າເຖິງຕົວປະກອບ, ພຣະອົງໄດ້ກ່າວເຖິງສິ່ງນັ້ນຢ່າງແທ້ຈິງ; ມັນເປັນແບບນັ້ນ!” “ເມື່ອເຮົາເວົ້າເຖິງການຖືກເຮັດໃຫ້ສົມບູນ, ເຮົາບໍ່ໄດ້ເວົ້າບໍວ່າ ຫຼັງຈາກທີ່ຜູ້ຄົນຖືກເອົາຊະນະເທົ່ານັ້ນ ພວກເຂົາຈຶ່ງຈະຖືກເຮັດໃຫ້ສົມບູນ?” “ແມ່ນແລ້ວ!” “ພຣະທຳຂອງເຮົາບໍ່ຈິງໃຈບໍ? ເຮົາບໍ່ໄດ້ກ່າວພຣະທຳເຫຼົ່ານັ້ນດ້ວຍຄວາມບໍລິສຸດໃຈບໍ?” “ແມ່ນແລ້ວ! ພຣະອົງເປັນພຣະເຈົ້າທີ່ບໍ່ເຄີຍເວົ້າຫຍັງທີ່ບໍ່ຊື່ສັດ ແລະ ບໍ່ມີໃຜກ້າປະຕິເສດສິ່ງນີ້ໄດ້. ແຕ່ວິທີການກ່າວຂອງພຣະອົງກໍມີຫຼາຍ.” “ວິທີການກ່າວຂອງເຮົາບໍ່ປ່ຽນແປງຕາມຂັ້ນຕອນຂອງພາລະກິດບໍ? ສິ່ງທີ່ເຮົາເວົ້າບໍ່ໄດ້ຖືກປະຕິບັດ ແລະ ກ່າວໂດຍອີງຕາມຄວາມຕ້ອງການຂອງເຈົ້າບໍ?” “ພຣະອົງປະຕິບັດພາລະກິດຕາມຄວາມຕ້ອງການຂອງຜູ້ຄົນ ແລະ ພຣະອົງສະໜອງໃຫ້ກັບສິ່ງທີ່ພວກເຂົາຕ້ອງການ. ນີ້ເປັນຄວາມຈິງ!” “ແລ້ວສິ່ງທີ່ເຮົາກ່າວກັບເຈົ້າບໍ່ເປັນປະໂຫຍດບໍ? ການຕີສອນຂອງເຮົາບໍ່ແມ່ນເຫັນແກ່ເຈົ້າບໍ?” “ພຣະອົງຍັງເວົ້າວ່າ ມັນແມ່ນເຫັນແກ່ຕົວຂ້ານ້ອຍເອງ! ຂ້ານ້ອຍກຳລັງຈະຖືກພຣະອົງຕີສອນຈົນຕາຍ ແລະ ຂ້ານ້ອຍບໍ່ຕ້ອງການດຳລົງຊີວິດຢູ່ອີກຕໍ່ໄປແລ້ວ. ມື້ນີ້, ພຣະອົງກ່າວສິ່ງນີ້, ມື້ອື່ນ ພຣະອົງກໍເວົ້າສິ່ງນັ້ນ. ຂ້ານ້ອຍຮູ້ວ່າການທີ່ພຣະອົງເຮັດໃຫ້ຂ້ານ້ອຍສົມບູນແມ່ນເຫັນແກ່ຕົວຂ້ານ້ອຍເອງ, ແຕ່ພຣະອົງບໍ່ໄດ້ເຮັດໃຫ້ຂ້ານ້ອຍສົມບູນ, ພຣະອົງເຮັດໃຫ້ຂ້ານ້ອຍເປັນຕົວປະກອບ ແລະ ພຣະອົງຍັງຕີສອນຂ້ານ້ອຍ. ພຣະອົງບໍ່ກຽດຊັງຂ້ານ້ອຍບໍ? ບໍ່ມີໃຜກ້າເຊື່ອພຣະທຳຂອງພຣະອົງ ແລະ ມີແຕ່ຕອນນີ້ ຂ້ານ້ອຍກໍໄດ້ເຫັນຢ່າງຊັດເຈນແລ້ວວ່າ ມັນພຽງແຕ່ເປັນວິທີການແກ້ໄຂຄວາມກຽດຊັງທີ່ຢູ່ໃນຫົວໃຈຂອງພຣະອົງ, ບໍ່ແມ່ນເພື່ອຊ່ວຍຂ້ານ້ອຍໃຫ້ລອດພົ້ນ. ກ່ອນໜ້ານີ້ ພຣະອົງປິດບັງມັນຈາກຂ້ານ້ອຍ, ພຣະອົງກ່າວວ່າ ພຣະອົງຈະເຮັດໃຫ້ຂ້ານ້ອຍສົມບູນ ແລະ ການຕີສອນແມ່ນເພື່ອເຮັດໃຫ້ຂ້ານ້ອຍສົມບູນ. ສະນັ້ນ ຂ້ານ້ອຍໄດ້ເຊື່ອຟັງການຕີສອນຂອງພຣະອົງຢູ່ສະເໝີ; ຂ້ານ້ອຍບໍ່ເຄີຍຈິນຕະນາການຈັກເທື່ອວ່າ ມື້ນີ້ ຂ້ານ້ອຍຈະໄດ້ຊື່ວ່າ ຕົວປະກອບ. ພຣະເຈົ້າ, ມັນຈະບໍ່ດີກວ່າບໍ ຖ້າພຣະເຈົ້າໃຫ້ຂ້ານ້ອຍເຮັດໜ້າທີ່ເປັນສິ່ງອື່ນ? ພຣະອົງຕ້ອງໃຫ້ຂ້ານ້ອຍໃສ່ໝວກຂອງຕົວປະກອບບໍ? ມັນຈະດີຖ້າຂ້ານ້ອຍເປັນຜູ້ເຝົ້າປະຕູໃນສະຫວັນ. ຂ້ານ້ອຍແລ່ນໄປມາ, ບັດນີ້ ມືຂອງຂ້ານ້ອຍກໍວ່າງເປົ່າ; ຂ້ານ້ອຍບໍ່ມີເງິນຈັກອັດແທ້ໆ. ເຖິງຢ່າງໃດກໍຕາມ ແມ່ນແຕ່ໃນປັດຈຸບັນ ພຣະອົງກໍບອກຂ້ານ້ອຍ, ພຣະອົງກໍໃຫ້ຂ້ານ້ອຍເຮັດໜ້າທີ່ເປັນຕົວປະກອບຂອງພຣະອົງ. ຂ້ານ້ອຍຈະສາມາດແມ່ນແຕ່ສະເໜີໜ້າຂອງຂ້ານ້ອຍໄດ້ແນວໃດ?” “ເຮົາໄດ້ປະຕິບັດພາລະກິດແຫ່ງການຕີສອນຢ່າງຫຼວງຫຼາຍໃນອະດີດ ແລະ ເຈົ້າບໍ່ມີຄວາມເຂົ້າໃຈບໍ? ເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບຕົວເຈົ້າເອງບໍ? ການຕີສອນບໍ່ແມ່ນການພິພາກສາແຫ່ງພຣະທຳບໍ? ຕໍາແໜ່ງຂອງ ‘ຕົວປະກອບ’ ກໍບໍ່ແມ່ນການພິພາກສາແຫ່ງພຣະທຳເຊັ່ນກັນບໍ?” “ເມື່ອກ່າວເຖິງໃນລັກສະນະນັ້ນ, ຕົວປະກອບທີ່ພຣະອົງກຳລັງເວົ້າເຖິງແມ່ນວິທີການເຊັ່ນກັນບໍ? ມັນແມ່ນການພິພາກຂ້ານ້ອຍຜ່ານສິ່ງນີ້ບໍ? ຖ້າເປັນຄວາມຈິງ, ຂ້ານ້ອຍກໍຈະຕິດຕາມ.” “ແລ້ວເຈົ້າຈະຕິດຕາມເຮົາໄດ້ແນວໃດໃນຕອນນີ້?” “ຕິດຕາມພຣະອົງ, ຂ້ານ້ອຍຍັງບໍ່ໄດ້ວາງແຜນການທີ່ຈະຕິດຕາມພຣະອົງ. ຂ້ານ້ອຍຕ້ອງການໃຫ້ພຣະອົງກ່າວພຣະທຳ ເຊິ່ງບໍ່ແມ່ນວິທີການ. ຂ້ານ້ອຍເປັນຕົວປະກອບ ຫຼື ບໍ່? ຕົວປະກອບຈະຖືກເຮັດໃຫ້ສົມບູນເຊັ່ນກັນບໍ? ຊື່ຂອງ “ຕົວປະກອບ” ຈະຖືກປ່ຽນແປງບໍ? ຂ້ານ້ອຍສາມາດເປັນພະຍານທີ່ກຶກກ້ອງຜ່ານການເປັນຕົວປະກອບບໍ ແລະ ຫຼັງຈາກນັ້ນກໍກາຍເປັນຄົນທີ່ຖືກເຮັດໃຫ້ສົມບູນ ຜູ້ທີ່ເປັນຕົວຢ່າງໃນການຮັກພຣະເຈົ້າ ແລະ ເປັນມິດສະຫາຍຂອງພຣະເຈົ້າ? ຂ້ານ້ອຍຈະສາມາດຖືກເຮັດໃຫ້ຄົບຖ້ວນບໍ? ບອກຄວາມຈິງກັບຂ້ານ້ອຍເທີ້ນ!” “ເຈົ້າບໍ່ຮູ້ບໍວ່າ ສິ່ງຕ່າງໆພັດທະນາຢູ່ສະເໝີ, ປ່ຽນແປງຢູ່ສະເໝີ? ຕາບໃດທີ່ເຈົ້າເຕັມໃຈເຊື່ອຟັງໃນການເປັນຕົວປະກອບໃນປັດຈຸບັນ ເຈົ້າກໍຈະສາມາດປ່ຽນແປງໄດ້. ບໍ່ວ່າເຈົ້າຈະເປັນຕົວປະກອບ ຫຼື ບໍ່ ກໍບໍ່ໄດ້ກ່ຽວຂ້ອງກັບໂຊກຊະຕາຂອງເຈົ້າ, ປະເດັນສຳຄັນກໍຄື ເຈົ້າຈະສາມາດເປັນຄົນທີ່ມີການປ່ຽນແປງໃນຊີວິດ-ອຸປະນິໄສຂອງພວກເຂົາ ຫຼື ບໍ່.” “ບອກຂ້ານ້ອຍແດ່! ພຣະອົງສາມາດເຮັດໃຫ້ຂ້ານ້ອຍສົມບູນ ຫຼື ບໍ່?” “ຕາບໃດທີ່ເຈົ້າຕິດຕາມ ແລະ ເຊື່ອຟັງຈົນເຖິງທີ່ສຸດ, ເຮົາກໍຮັບປະກັນວ່າ ເຮົາສາມາດເຮັດໃຫ້ເຈົ້າສົມບູນໄດ້.” “ແລ້ວຂ້ານ້ອຍຈະຕ້ອງຜະເຊີນກັບຄວາມທົນທຸກແບບໃດ?” “ຄວາມລຳບາກຍາກແຄ້ນ ພ້ອມກັບການພິພາກສາ ແລະ ການຕີສອນແຫ່ງພຣະທຳ, ໂດຍສະເພາະແມ່ນການຕີສອນແຫ່ງພຣະທຳ ເຊິ່ງເປັນການຕີສອນແບບດຽວກັບຕົວປະກອບ!” “ການຕີສອນແບບດຽວກັບຕົວປະກອບບໍ? ແຕ່ຖ້າພຣະອົງສາມາດເຮັດໃຫ້ຂ້ານ້ອຍສົມບູນໄດ້ໂດຍການຜະເຊີນກັບຄວາມລຳບາກຍາກແຄ້ນ, ຖ້າມີຄວາມຫວັງ ມັນກໍຈະດີຫຼາຍ. ເຖິງແມ່ນມີພຽງແຕ່ຄວາມຫວັງໜ້ອຍດຽວ, ມັນກໍດີກວ່າການເປັນຕົວປະກອບ. ຕໍາແໜ່ງນັ້ນ “ຕົວປະກອບ” ຟັງເບິ່ງຄືເປັນຕາຢ້ານຫຼາຍ. ຂ້ານ້ອຍບໍ່ເຕັມໃຈທີ່ຈະເປັນຕົວປະກອບ!” “ມີແມ່ນຫຍັງຜິດປົກກະຕິກັບຕົວປະກອບບໍ? ຕົວປະກອບບໍ່ດີພໍສົມຄວນບໍ? ຕົວປະກອບບໍ່ສົມຄວນໄດ້ຮັບພອນບໍ? ຖ້າເຮົາເວົ້າວ່າ ຕົວປະກອບສາມາດໄດ້ຮັບພອນ ເຈົ້າກໍຈະສາມາດໄດ້ຮັບພອນ. ຕໍາແໜ່ງຂອງຜູ້ຄົນບໍ່ໄດ້ປ່ຽນແປງຍ້ອນພາລະກິດຂອງເຮົາບໍ? ຕໍາແໜ່ງຊື່ໆກໍລົບກວນເຈົ້າໄດ້ຫຼາຍສໍ່ານີ້ບໍ? ການເປັນຕົວປະກອບປະເພດນີ້ກໍເປັນສິ່ງທີ່ສົມຄວນໄດ້ຮັບແລ້ວ. ເຈົ້າເຕັມໃຈທີ່ຈະຕິດຕາມ ຫຼື ບໍ?” “ແລ້ວພຣະອົງສາມາດເຮັດໃຫ້ຂ້ານ້ອຍສົມບູນ ຫຼື ບໍ່? ພຣະອົງສາມາດເຮັດໃຫ້ຂ້ານ້ອຍໄດ້ຮັບພອນຂອງພຣະອົງບໍ?” “ເຈົ້າເຕັມໃຈທີ່ຈະຕິດຕາມຈົນເຖິງເວລາສຸດທ້າຍ ຫຼື ບໍ່? ເຈົ້າເຕັມໃຈທີ່ຈະຖວາຍຕົນເອງບໍ?” “ໃຫ້ຂ້ານ້ອຍຄິດທົບທວນຄືນໃໝ່. ຕົວປະກອບຍັງສາມາດໄດ້ຮັບພອນຂອງພຣະອົງ ແລະ ສາມາດຖືກເຮັດໃຫ້ຄົບຖ້ວນ. ຫຼັງຈາກທີ່ຖືດເຮັດໃຫ້ຄົບຖ້ວນ ຂ້ານ້ອຍກໍຈະເປັນມິດສະຫາຍຂອງພຣະອົງ ແລະ ເຂົ້າໃຈຄວາມປະສົງທຸກຢ່າງຂອງພຣະອົງ ແລະ ຂ້ານ້ອຍຈະມີສິ່ງທີ່ພຣະອົງມີ. ຂ້ານ້ອຍຈະສາມາດເພີດເພີນກັບສິ່ງທີ່ພຣະອົງເພີດເພີນ ແລະ ຂ້ານ້ອຍຈະຮູ້ໃນສິ່ງທີ່ພຣະອົງຮູ້. … ຫຼັງຈາກຜະເຊີນກັບຄວາມລໍາບາກຍາກແຄ້ນ ແລະ ຖືກເຮັດໃຫ້ສົມບູນ, ຂ້ານ້ອຍສາມາດໄດ້ຮັບພອນ. ແລ້ວຂ້ານ້ອຍຈະໄດ້ຮັບພອນຫຍັງແທ້ໆ?” “ຢ່າເປັນຫ່ວງນໍາພອນທີ່ເຈົ້າຈະໄດ້ຮັບ. ເຖິງແມ່ນວ່າ ເຮົາບອກເຈົ້າ, ເຈົ້າກໍຈະບໍ່ສາມາດຈິນຕະນາການສິ່ງເຫຼົ່ານັ້ນໄດ້. ຫຼັງຈາກເປັນຕົວປະກອບທີ່ດີ, ເຈົ້າຈະຖືກເອົາຊະນະ, ເຈົ້າຈະເປັນຕົວປະກອບທີ່ປະສົບຜົນສຳເລັດ. ນີ້ແມ່ນແບບຢ່າງ ແລະ ຕົວຢ່າງຂອງຄົນທີ່ຖືກເອົາຊະນະ, ແຕ່ແນ່ນອນ ເຈົ້າສາມາດເປັນສິ່ງນັ້ນໄດ້ຫຼັງຈາກທີ່ຖືກເອົາຊະນະເທົ່ານັ້ນ.” “ແບບຢ່າງ ແລະ ຕົວຢ່າງແມ່ນຫຍັງ?” “ມັນຄືແບບຢ່າງ ແລະ ຕົວຢ່າງສຳລັບຊາວຕ່າງຊາດທຸກຄົນ ນັ້ນກໍຄື ຄົນທີ່ຍັງບໍ່ຖືກເອົາຊະນະເທື່ອ.” “ມີເທົ່າໃດຄົນ?” “ມີຫຼາຍຄົນ. ບໍ່ແມ່ນແຕ່ພວກເຈົ້າສີ່ ຫຼື ຫ້າພັນຄົນເທົ່ານັ້ນ, ຄົນທີ່ຍອມຮັບເອົາຊື່ນີ້ພາຍໃນຈັກກະວານທັງປວງຈະຖືກເອົາຊະນະ.” “ແລ້ວມັນບໍ່ແມ່ນແຕ່ຫ້າ ຫຼື ສິບຫົວເມືອງ!” “ຢ່າກັງວົນກ່ຽວກັບສິ່ງນັ້ນໃນຕອນນີ້ເລີຍ, ຢ່າເປັນຫ່ວງຕົນເອງຫຼາຍເກີນໄປ. ມີແຕ່ໃຫ້ໃສ່ໃຈວິທີທີ່ເຈົ້າຄວນເຂົ້າສູ່ໃນຕອນນີ້! ເຮົາຮັບປະກັນວ່າ ເຈົ້າສາມາດຖືກເຮັດໃຫ້ຄົບຖ້ວນໄດ້.” “ໃນລະດັບໃດ? ແລ້ວຂ້ານ້ອຍຈະສາມາດໄດ້ຮັບພອນຫຍັງແດ່?” “ເຈົ້າກັງວົນກ່ຽວກັບຫຍັງຫຼາຍແທ້? ເຮົາຮັບປະກັນວ່າ ເຈົ້າສາມາດຖືກເຮັດໃຫ້ຄົບຖ້ວນໄດ້; ເຈົ້າລືມແລ້ວບໍວ່າ ເຮົາໄວ້ໃຈໄດ້?” “ມັນເປັນຄວາມຈິງທີ່ວ່າ ພຣະອົງໄວ້ໃຈໄດ້, ແຕ່ວິທີການບາງຢ່າງໃນການເວົ້າຂອງພຣະອົງກໍປ່ຽນແປງຢູ່ສະເໝີ. ມື້ນີ້ ພຣະອົງເວົ້າວ່າ ພຣະອົງຮັບປະກັນວ່າຂ້ານ້ອຍສາມາດຖືກເຮັດໃຫ້ຄົບຖ້ວນໄດ້, ແຕ່ມື້ອື່ນ ພຣະອົງອາດເວົ້າວ່າ ມັນກໍບໍ່ແນ່ນອນ. ແລ້ວສຳລັບບາງຄົນ ພຣະອົງເວົ້າວ່າ ‘ເຮົາຮັບປະກັນວ່າ ຄົນແບບເຈົ້າບໍ່ສາມາດຖືກເຮັດໃຫ້ຄົບຖ້ວນໄດ້.’ ຂ້ານ້ອຍບໍ່ຮູ້ວ່າແມ່ນຫຍັງກຳລັງເກີດຂຶ້ນກັບພຣະທຳຂອງພຣະອົງ. ຂ້ານ້ອຍບໍ່ກ້າເຊື່ອພຣະທຳນັ້ນແທ້ໆ.” “ແລ້ວເຈົ້າສາມາດຖວາຍຕົນເອງໄດ້ ຫຼື ບໍ່?” “ຖວາຍຫຍັງ?” “ຖວາຍອະນາຄົດຂອງເຈົ້າ, ຄວາມຫວັງຂອງເຈົ້າ.” “ໂອ້ຍ! ສິ່ງນັ້ນຂ້ານ້ອຍກໍສາມາດປະຖິ້ມໄດ້! ສິ່ງສຳຄັນກໍຄືຕໍາແໜ່ງຂອງ “ຕົວປະກອບ”, ຂ້ານ້ອຍບໍ່ຕ້ອງການສິ່ງນັ້ນແທ້ໆ. ຖ້າພຣະອົງເອົາຕໍາແໜ່ງຂອງ “ຕົວປະກອບ” ນີ້ອອກຈາກຂ້ານ້ອຍ, ຂ້ານ້ອຍຈະເປີດຮັບທຸກສິ່ງ, ຂ້ານ້ອຍຈະສາມາດເຮັດທຸກສິ່ງ. ສິ່ງເຫຼົ່ານີ້ບໍ່ແມ່ນເລື່ອງເລັກໆນ້ອຍໆບໍ? ພຣະອົງສາມາດນໍາການແຕ່ງຕັ້ງນັ້ນອອກໄປໄດ້ບໍ?” “ສິ່ງນັ້ນກໍງ່າຍຫຼາຍ ບໍ່ແມ່ນບໍ? ຖ້າເຮົາມອບຕໍາແໜ່ງນັ້ນໃຫ້ກັບເຈົ້າ ເຮົາກໍສາມາດນໍາມັນອອກເຊັ່ນດຽວກັນ. ແຕ່ໃນຕອນນີ້ຍັງບໍ່ແມ່ນເວລາ, ເຈົ້າຕ້ອງເຮັດໃຫ້ປະສົບການຂອງເຈົ້າທີ່ຢູ່ໃນຂັ້ນຕອນນີ້ຂອງພາລະກິດສຳເລັດ ແລະ ມີແຕ່ເມື່ອນັ້ນ ເຈົ້າຈຶ່ງໄດ້ຮັບຕໍາແໜ່ງໃໝ່. ຍິ່ງບາງຄົນເປັນຄືກັບເຈົ້າຫຼາຍສໍ່າໃດ, ພວກເຂົາກໍຍິ່ງຈຳເປັນຕ້ອງເປັນຕົວປະກອບຫຼາຍສໍ່ານັ້ນ. ຍິ່ງເຈົ້າຢ້ານທີ່ຈະເປັນຕົວປະກອບຫຼາຍສໍ່າໃດ, ເຮົາກໍຍິ່ງຈະເອີ້ນວ່າເຈົ້າເປັນແບບນັ້ນຫຼາຍສໍ່ານັ້ນ. ຄົນແບບເຈົ້າຕ້ອງຖືກລົງວິໄນ ແລະ ຖືກຈັດການຢ່າງເຄັ່ງຄັດ. ຍິ່ງຄົນໜຶ່ງກະບົດຫຼາຍສໍ່າໃດ, ພວກເຂົາກໍຍິ່ງເປັນຄົນບໍລິການຫຼາຍສໍ່ານັ້ນ ແລະ ໃນທີ່ສຸດແລ້ວ ພວກເຂົາກໍຈະບໍ່ໄດ້ຮັບຫຍັງເລີຍ.” “ດ້ວຍການສະແຫວງຫາແບບນີ້, ເປັນຫຍັງຂ້ານ້ອຍຈຶ່ງຈະບໍ່ສາມາດໂຍນຖິ້ມຊື່ຫຼິ້ນຂອງ “ຕົວປະກອບ”? ພວກຂ້ານ້ອຍໄດ້ຕິດຕາມພຣະອົງຕະຫຼອດເວລາຫຼາຍປີ ແລະ ບໍ່ໄດ້ທົນທຸກໃນຈຳນວນເລັກນ້ອຍ. ພວກຂ້ານ້ອຍເຮັດສິ່ງນີ້ເພື່ອພຣະອົງ ແລະ ພວກຂ້ານ້ອຍເຮັດສິ່ງນັ້ນເພື່ອພຣະອົງ, ພວກຂ້ານ້ອຍອອກໄປທ່າມກາງສາຍລົມ ແລະ ສາຍຝົນ. ພວກຂ້ານ້ອຍຊ້າໃນການເປັນໄວໜຸ່ມຂອງພວກຂ້ານ້ອຍ. ພວກຂ້ານ້ອຍບໍ່ໄດ້ແຕ່ງງານ ຫຼື ສ້າງຄອບຄົວ ແລະ ພວກຂ້ານ້ອຍທີ່ໄດ້ເຮັດແບບນັ້ນກໍຍັງອອກມາ. ຂ້ານ້ອຍຢູ່ໃນໂຮງຮຽນຕະຫຼອດເຖິງມັດທະຍົມຕອນປາຍ; ທັນທີທີ່ຂ້ານ້ອຍໄດ້ຍິນວ່າ ພຣະອົງໄດ້ມາ, ຂ້ານ້ອຍກໍສະຫຼະໂອກາດທີ່ຂ້ານ້ອຍຈະໄປມະຫາວິທະຍາໄລ. ແລ້ວພຣະອົງກໍເວົ້າວ່າພວກຂ້ານ້ອຍເປັນຕົວປະກອບ, ພວກຂ້ານ້ອຍໄດ້ທົນທຸກກັບການສູນເສຍເຫຼົ່ານັ້ນ! ພວກຂ້ານ້ອຍເຮັດທຸກສິ່ງເຫຼົ່ານີ້ ແຕ່ກາຍເປັນວ່າ ພຣະຂ້ານ້ອຍເປັນຕົວປະກອບຂອງພຣະອົງ. ສິ່ງນີ້ຈະເຮັດໃຫ້ເພື່ອນຮ່ວມຫ້ອງທີ່ຜ່ານມາ ແລະ ໝູ່ເພື່ອນຂອງຂ້ານ້ອຍຄິດແນວໃດກັບຂ້ານ້ອຍ? ເມື່ອພວກເຂົາເຫັນຂ້ານ້ອຍ ແລະ ຖາມກ່ຽວກັບຕໍາແໜ່ງຂອງຂ້ານ້ອຍ ແລະ ສະຖານະຂອງຂ້ານ້ອຍ, ຂ້ານ້ອຍຈະບໍ່ອັບອາຍບໍທີ່ບອກພວກເຂົາໄປ? ໃນຕອນແລກ, ຂ້ານ້ອຍຈ່າຍລາຄາຫຍັງກໍໄດ້ ຍ້ອນຄວາມເຊື່ອທີ່ຂ້ານ້ອຍມີໃນພຣະອົງ ແລະ ຄົນອື່ນກໍລ້ວນແລ້ວແຕ່ເຍາະເຍີ້ຍວ່າ ຂ້ານ້ອຍເປັນຄົນໂງ່. ແຕ່ຂ້ານ້ອຍກໍຍັງຕິດຕາມ ແລະ ປາຖະໜາໃຫ້ມື້ຂອງຂ້ານ້ອຍມາເຖິງ ແລະ ສະແດງໃຫ້ກັບທຸກຄົນທີ່ບໍ່ເຊື່ອ. ແຕ່ກົງກັນຂ້າມ, ໃນມື້ນີ້ ພຣະອົງບອກວ່າ ຂ້ານ້ອຍເປັນຕົວປະກອບ. ຖ້າພຣະອົງມອບຕໍາແໜ່ງທີ່ຕໍ່າຕ້ອຍທີ່ສຸດໃຫ້ກັບຂ້ານ້ອຍ, ຖ້າພຣະອົງອະນຸຍາດໃຫ້ຂ້ານ້ອຍເປັນໜຶ່ງໃນປະຊາຊົນແຫ່ງອານາຈັກ, ມັນກໍຈະດີຫຼາຍ! ເຖິງແມ່ນວ່າ ຂ້ານ້ອຍບໍ່ໄດ້ເປັນສາວົກຂອງພຣະອົງ ຫຼື ຄົນໄວ້ໃຈຂອງພຣະອົງ, ຂ້ານ້ອຍກໍດີໃຈທີ່ໄດ້ເປັນພຽງແຕ່ຜູ້ຕິດຕາມຂອງພຣະອົງ! ພວກຂ້ານ້ອຍໄດ້ຕິດຕາມພຣະອົງຕະຫຼອດເວລາທີ່ຜ່ານມາ, ສະຫຼະຄອບຄົວຂອງພວກຂ້ານ້ອຍ ແລະ ມັນກໍຍາກຫຼາຍທີ່ຈະສືບຕໍ່ສະແຫວງຫາຈົນຮອດປັດຈຸບັນ, ແຕ່ພວກຂ້ານ້ອຍມີພຽງຕໍາແໜ່ງຂອງ “ຕົວປະກອບ”! ຂ້ານ້ອຍປະຖິ້ມທຸກສິ່ງເພື່ອພຣະອົງ; ຂ້ານ້ອຍໄດ້ສະຫຼະຄວາມຮັ່ງມີທຸກຢ່າງເທິງແຜ່ນດິນໂລກ. ແຕ່ກ່ອນ ບາງຄົນແນະນຳຂ້ານ້ອຍຕໍ່ຄູ່ໝາຍຕາ. ເຂົາເຈົ້າຊູ້ ແລະ ແຕ່ງຕົວດີແທ້ໆ; ເຂົາເປັນລູກຊາຍຂອງກຸ່ມຄົນລະດັບສູງ. ໃນເວລານັ້ນ ຂ້ານ້ອຍກໍສົນໃຈໃນຕົວເຂົາ. ແຕ່ທັນທີທີ່ຂ້ານ້ອຍໄດ້ຍິນວ່າພຣະອົງປະກົດຕົວ ແລະ ກຳລັງປະຕິບັດພາລະກິດຂອງພຣະອົງ, ພຣະອົງກຳລັງຈະນໍາພາພວກຂ້ານ້ອຍເຂົ້າສູ່ອານາຈັກ ແລະ ເຮັດໃຫ້ພວກຂ້ານ້ອຍສົມບູນ ແລະ ພຣະອົງຂໍໃຫ້ພວກເຮົາເດັດດ່ຽວທີ່ຈະບໍ່ເສຍເວລາປະຖິ້ມທຸກສິ່ງໄວ້ເບື້ອງຫຼັງ, ຫຼັງຈາກທີ່ຂ້ານ້ອຍໄດ້ຍິນແບບນັ້ນ ຂ້ານ້ອຍກໍເຫັນວ່າ ຂ້ານ້ອຍຂາດຄວາມເດັດດ່ຽວແທ້ໆ. ແລ້ວຂ້ານ້ອຍກໍເຮັດໃຫ້ຕົນເອງເຂັ້ມແຂງ ແລະ ປະຕິເສດສິ່ງນັ້ນ. ຕໍ່ມາ ເຂົາກໍສົ່ງຂອງຂວັນມາໃຫ້ຄອບຄົວຂອງຂ້ານ້ອຍຫຼາຍຄັ້ງ, ແຕ່ຂ້ານ້ອຍບໍ່ໄດ້ເບິ່ງຂອງຂວັນເຫຼົ່ານັ້ນເລີຍ. ໃນເວລານັ້ນ, ພຣະອົງຈະເວົ້າວ່າ ຂ້ານ້ອຍເສຍໃຈບໍ? ບາງສິ່ງດີໆກໍລົ້ມເຫຼວໂດຍສິ້ນເຊີງ. ຂ້ານ້ອຍຈະບໍ່ເສຍໃຈໄດ້ແນວໃດ? ຂ້ານ້ອຍເສຍໃຈກ່ຽວກັບສິ່ງນັ້ນເປັນເວລາສອງສາມມື້ ຈົນເຖິງຈຸດທີ່ຂ້ານ້ອຍບໍ່ສາມາດນອນຫຼັບໃນຕອນກາງຄືນ, ແຕ່ໃນທີ່ສຸດ ຂ້ານ້ອຍກໍຍັງປ່ອຍໃຫ້ມັນໄປ. ທຸກຄັ້ງທີ່ຂ້ານ້ອຍອະທິຖານ ຂ້ານ້ອຍຖືກຂັບເຄື່ອນໂດຍພຣະວິນຍານບໍລິສຸດ ຜູ້ທີ່ກ່າວວ່າ ‘ເຈົ້າເຕັມໃຈທີ່ຈະເສຍສະຫຼະທຸກສິ່ງເພື່ອເຮົາບໍ? ເຈົ້າເຕັມໃຈທີ່ຈະເສຍສະຫຼະຕົນເອງເພື່ອເຮົາບໍ?’ ເມື່ອໃດກໍຕາມທີ່ຂ້ານ້ອຍຄິດກ່ຽວກັບພຣະທຳເຫຼົ່ານັ້ນຂອງພຣະອົງ ຂ້ານ້ອຍກໍຈະຮ້ອງໄຫ້. ຂ້ານ້ອຍຖືກດົນບັນດານ ແລະ ຮ້ອງໄກ້ດ້ວຍຄວາມໂສກເສົ້າຫຼາຍຄັ້ງຈົນຂ້ານ້ອຍບໍ່ຈື່. ໜຶ່ງປີຫຼັງຈາກນັ້ນ ຂ້ານ້ອຍກໍໄດ້ຍິນວ່າເຂົາແຕ່ງງານ. ແນ່ນອນ ຂ້ານ້ອຍທຸກທໍລະມານ, ແຕ່ຂ້ານ້ອຍກໍຍັງປ່ອຍໃຫ້ຜ່ານໄປເພື່ອເຫັນແກ່ພຣະອົງ. ບໍ່ຕ້ອງເອີຍເຖິງອາຫານ ແລະ ເສື້ອຜ້າຂອງຂ້ານ້ອຍທີ່ບໍ່ດີເລີຍ, ຂ້ານ້ອຍສະຫຼະການແຕ່ງດອງນັ້ນ, ຂ້ານ້ອຍສະຫຼະທຸກສິ່ງນີ້ ເພື່ອວ່າພຣະອົງຈະບໍ່ໃຫ້ຂ້ານ້ອຍເຮັດໜ້າທີ່ເປັນຕົວປະກອບ! ຂ້ານ້ອຍສະຫຼະການແຕ່ງດອງຂອງຂ້ານ້ອຍໂດຍເຫັນແກ່ການຖວາຍຕົນເອງໃຫ້ກັບພຣະອົງ ເຊິ່ງເປັນເຫດການທີ່ສຳຄັນທີ່ສຸດໃນຊີວິດຂອງຂ້ານ້ອຍ! ທັງຊີວິດຂອງຄົນໆໜຶ່ງບໍ່ມີຫຍັງເລີຍ ນອກຈາກຊອກຫາຄູ່ທີ່ດີ ແລະ ມີຄອບຄົວທີ່ມີຄວາມສຸກ. ຂ້ານ້ອຍປ່ອຍສິ່ງທີ່ດີທີ່ສຸດ ແລະ ບັດນີ້ ມືຂອງຂ້ານ້ອຍກໍວ່າງເປົ່າ ແລະ ຂ້ານ້ອຍກໍຢູ່ຄົນດຽວ. ພຣະອົງຈະໃຫ້ຂ້ານ້ອຍໄປໃສ? ຂ້ານ້ອຍທົນທຸກຕັ້ງແຕ່ຂ້ານ້ອຍເລີ່ມຕິດຕາມພຣະອົງ. ຂ້ານ້ອຍບໍ່ໄດ້ມີຊີວິດທີ່ດີ. ຂ້ານ້ອຍສະຫຼະຄອບຄົວຂອງຂ້ານ້ອຍ ແລະ ອາຊີບຂອງຂ້ານ້ອຍ ເຊັ່ນດຽວກັບຄວາມສຸກສະບາຍທຸກຢ່າງທາງເນື້ອໜັງ ແລະ ລາຄາທັງໝົດທີ່ພວກຂ້ານ້ອຍທຸກຄົນຈ່າຍກໍຍັງບໍ່ພຽງພໍທີ່ຈະໄດ້ຮັບພອນຂອງພຣະອົງບໍ? ແລ້ວບັດນີ້ ກໍມີ ‘ຕົວປະກອບ’ ນີ້ຂຶ້ນມາ. ພຣະເຈົ້າເອີຍ, ພຣະອົງໄດ້ເຮັດເກີນຂອບເຂດແທ້ໆ! ເບິ່ງພວກຂ້ານ້ອຍແມະ, ພວກຂ້ານ້ອຍບໍ່ມີຫຍັງໃຫ້ເພິ່ງພາໃນໂລກນີ້ເລີຍ. ພວກຂ້ານ້ອຍບາງຄົນສະຫຼະລູກຫຼານຂອງພວກຂ້ານ້ອຍ, ບາງຄົນສະຫຼະວຽກງານຂອງພວກຂ້ານ້ອຍ, ຄູ່ສົມລົດຂອງພວກຂ້ານ້ອຍ[ສ] ແລະ ອື່ນໆອີກ; ພວກຂ້ານ້ອຍໄດ້ສະຫຼະຄວາມສຸກສະບາຍທຸກຢ່າງທາງເນື້ອໜັງ. ພວກຂ້ານ້ອຍຕ້ອງຫວັງເພື່ອຫຍັງອີກ? ພວກຂ້ານ້ອຍຈະສືບຕໍ່ຢູ່ລອດໃນໂລກນີ້ໄດ້ແນວໃດ? ລາຄາເຫຼົ່ານີ້ທີ່ພວກຂ້ານ້ອຍໄດ້ຈ່າຍບໍ່ສົມຄວນຄ່າແມ່ນແຕ່ໜ້ອຍດຽວບໍ? ພຣະອົງບໍ່ສາມາດເຫັນສິ່ງນັ້ນເລີຍບໍ? ສະຖານະຂອງພວກຂ້ານ້ອຍກໍຕໍ່າຕ້ອຍ ແລະ ຄວາມສາມາດກໍຂາດເຂີນ, ພວກຂ້ານ້ອຍຍອມຮັບສິ່ງນີ້ ແຕ່ເມື່ອໃດແນ່ທີ່ພວກຂ້ານ້ອຍບໍ່ເຄີຍໃສ່ໃຈໃນສິ່ງທີ່ພຣະອົງຕ້ອງການໃຫ້ພວກຂ້ານ້ອຍເຮັດ? ບັດນີ້ ພຣະອົງປະຖິ້ມພວກຂ້ານ້ອຍຢ່າງໄຮ້ປານີດ້ວຍ ‘ການດູຖູກ’ ວ່າເປັນຕົວປະກອບເທົ່ານັ້ນບໍ? ລາຄາທີ່ພວກຂ້ານ້ອຍຈ່າຍພຽງແຕ່ຊື້ຕໍາແໜ່ງຂອງ[ຊ] ‘ຕົວປະກອບ’ ມາໃຫ້ພວກຂ້ານ້ອຍບໍ? ໃນທີ່ສຸດແລ້ວ ຖ້າຜູ້ຄົນຖາມຂ້ານ້ອຍວ່າ ຂ້ານ້ອຍໄດ້ຮັບຫຍັງຈາກການເຊື່ອໃນພຣະເຈົ້າ, ຂ້ານ້ອຍສາມາດວາງຄຳວ່າ[ຍ] ‘ຕົວປະກອບ’ ຕໍ່ໜ້າພວກເຂົາໄດ້ບໍ? ຂ້ານ້ອຍຈະສາມາດອ້າປາກຂອງຂ້ານ້ອຍເພື່ອເວົ້າວ່າ ຂ້ານ້ອຍເປັນຕົວປະກອບໄດ້ແນວໃດ? ຂ້ານ້ອຍບໍ່ສາມາດເລົ່າເລື່ອງພໍ່ແມ່ຂອງຂ້ານ້ອຍ ແລະ ຂ້ານ້ອຍບໍ່ສາມາດເລົ່າເລື່ອງຄູ່ໝາຍຕາທີ່ຜ່ານມາຂອງຂ້ານ້ອຍ. ຂ້ານ້ອຍໄດ້ຈ່າຍລາຄາຢ່າງສູງ ແລະ ສິ່ງທີ່ຂ້ານ້ອຍໄດ້ຮັບເປັນການຕອບແທນກໍຄືການເປັນຕົວປະກອບ! ໂອ້ຍ! ຂ້ານ້ອຍຮູ້ສຶກໂສກເສົ້າຫຼາຍ!” (ຕົບກົກຂາຂອງເຂົາ ແລະ ເລີ່ມຮ້ອງໄຫ້.) “ຖ້າເຮົາກ່າວວ່າ ເຮົາຈະມອບຕໍາແໜ່ງຂອງຕົວປະກອບໃຫ້ກັບເຈົ້າ ແຕ່ຈະເຮັດໃຫ້ເຈົ້າເປັນໜຶ່ງໃນປະຊາຊົນຂອງເຮົາ ແລະ ໃຫ້ເຈົ້າໄປເຜີຍແຜ່ຂ່າວປະເສີດ, ຖ້າເຮົາມອບສະຖານະເພື່ອເຮັດໃຫ້ເຈົ້າໄປປະຕິບັດພາລະກິດ, ເຈົ້າຈະສາມາດເຮັດມັນໄດ້ບໍ? ເຈົ້າໄດ້ຮັບຫຍັງແທ້ໆຈາກແຕ່ລະຂັ້ນຕອນຂອງພາລະກິດນີ້? ແລ້ວເຈົ້າຍິ່ງໄດ້ບັນລະຍາຍເລື່ອງເລົ່າຂອງເຈົ້າຄືນ, ເຈົ້າຊ່າງບໍ່ມີຢາງອາຍ! ເຈົ້າເວົ້າວ່າ ເຈົ້າໄດ້ຈ່າຍລາຄາ ແຕ່ບໍ່ໄດ້ຮັບຫຍັງເລີຍ. ເປັນໄປໄດ້ບໍວ່າເຮົາບໍ່ໄດ້ບອກເຈົ້າວ່າ ເງື່ອນໄຂຂອງເຮົາທີ່ຈະຮັບເອົາຄົນໆໜຶ່ງຄືຫຍັງ? ພາລະກິດຂອງເຮົາແມ່ນສຳລັບໃຜ? ເຈົ້າຮູ້ບໍ? ເຈົ້າກຳລັງຟື້ນຄືນຄຳຮ້ອງທຸກເດີມໆ! ເຈົ້າຍັງຖືວ່າເປັນມະນຸດອີກຕໍ່ໄປບໍ? ການທົນທຸກບໍ່ແມ່ນຄວາມສະໝັກໃຈຂອງເຈົ້າເອງບໍ? ແລ້ວຄວາມທົນທຸກຂອງເຈົ້າບໍ່ແມ່ນເພື່ອຮັບເອົາພອນບໍ? ເຈົ້າໄດ້ບັນລຸເງື່ອນໄຂຂອງເຮົາແລ້ວບໍ? ສິ່ງທີ່ເຈົ້າຕ້ອງການແມ່ນການຮັບເອົາພອນເທົ່ານັ້ນ. ເຈົ້າຊ່າງບໍ່ມີຢາງອາຍ! ເມື່ອໃດທີ່ເງື່ອນໄຂຂອງເຮົາກ່ຽວກັບເຈົ້າເປັນສ່ິງທີ່ຈຳເປັນ? ຖ້າເຈົ້າເຕັມໃຈທີ່ຈະຕິດຕາມເຮົາ ເຈົ້າຕ້ອງເຊື່ອຟັງເຮົາໃນທຸກສິ່ງ. ຢ່າເວົ້າເຖິງສະພາບການ. ໃນທີ່ສຸດແລ້ວ, ເຮົາໄດ້ບອກເຈົ້າກ່ອນໜ້າແລ້ວວ່າ ເສັ້ນທາງນີ້ແມ່ນເສັ້ນທາງແຫ່ງຄວາມທົນທຸກ. ມັນເຕັມໄປດ້ວຍຄວາມເປັນໄປໄດ້ທີ່ມືດມົວ, ຄວາມມົງຄຸນທີ່ເລັກນ້ອຍ. ເຈົ້າລືມແລ້ວບໍ? ເຮົາໄດ້ເວົ້າສິ່ງນີ້ຫຼາຍຄັ້ງແລ້ວ. ຖ້າເຈົ້າເຕັມໃຈທີ່ຈະທົນທຸກ ແລ້ວໃຫ້ຕິດຕາມເຮົາ ແລະ ຖ້າເຈົ້າບໍ່ເຕັມໃຈທີ່ຈະທົນທຸກ ກໍໃຫ້ຢຸດ. ເຮົາບໍ່ໄດ້ບັງຄັບເຈົ້າ, ເຈົ້າມີອິດສະຫຼະທີ່ຈະມາ ຫຼື ໄປ! ເຖິງຢ່າງໃດກໍຕາມ ນີ້ແມ່ນວິທີການປະຕິບັດພາລະກິດຂອງເຮົາ ແລະ ເຮົາບໍ່ສາມາດເຮັດໃຫ້ພາລະກິດຂອງເຮົາທັງໝົດລ່າຊ້າໄດ້ເນື່ອງຈາກຄວາມກະບົດສ່ວນຕົວຂອງເຈົ້າ. ເຈົ້າອາດບໍ່ເຕັມໃຈທີ່ຈະເຊື່ອຟັງ, ແຕ່ມີຄົນອື່ນທີ່ເຕັມໃຈ. ເຈົ້າລ້ວນແລ້ວແຕ່ເປັນຄົນທີ່ໝົດຫວັງ! ເຈົ້າບໍ່ຢ້ານຫຍັງເລີຍ! ເຈົ້າກຳລັງສົນທະນາເຖິງສະພາບການຂອງເຈົ້າກັບເຮົາ, ເຈົ້າຕ້ອງການດຳລົງຊີວິດຕໍ່ໄປ ຫຼື ບໍ່? ແຜນການຂອງເຈົ້າແມ່ນສຳລັບຕົວເຈົ້າເອງ ແລະ ປີນໄຕ່ຂຶ້ນເພື່ອຊື່ສຽງ ແລະ ຜົນປະໂຫຍດຂອງເຈົ້າເອງ. ພາລະກິດທັງໝົດຂອງເຮົາບໍ່ແມ່ນເພື່ອພວກເຈົ້າບໍ? ເຈົ້າຕາບອດບໍ? ກ່ອນທີ່ເຮົາກາຍມາເປັນເນື້ອໜັງ ເຈົ້າບໍ່ສາມາດເຫັນເຮົາໄດ້ ແລະ ຄຳເວົ້າເຫຼົ່ານັ້ນກໍສາມາດໃຫ້ອະໄພໄດ້, ແຕ່ບັດນີ້ ເຮົາບັງເກີດເປັນມະນຸດ ແລະ ເຮົາກຳລັງປະຕິບັດພາລະກິດທ່າມກາງພວກເຈົ້າ, ພວກເຈົ້າຍັງບໍ່ສາມາດເຫັນເທື່ອບໍ? ເຈົ້າບໍ່ເຂົ້າໃຈແມ່ນຫຍັງ? ເຈົ້າເວົ້າວ່າ ເຈົ້າໄດ້ທົນທຸກຕໍ່ການສູນເສຍ; ແລ້ວເຮົາກໍໄດ້ກາຍມາເປັນເນື້ອໜັງເພື່ອຊ່ວຍພວກເຈົ້າ ເຊິ່ງເປັນຄົນທີ່ໝົດຫວັງ ໃຫ້ລອດພົ້ນ ແລະ ໄດ້ປະຕິບັດພາລະກິດຢ່າງຫຼວງຫຼາຍ ແລະ ຈົນຮອດປັດຈຸບັນ ເຈົ້າກໍຍັງຕໍ່ວ່າ, ເຈົ້າຈະເວົ້າວ່າເຮົາໄດ້ທົນທຸກບໍ? ສິ່ງທີ່ເຮົາໄດ້ເຮັດບໍ່ແມ່ນເພື່ອພວກເຈົ້າບໍ? ເຮົາມີຕໍາແໜ່ງນີ້ສຳລັບຜູ້ຄົນ ໂດຍອີງຕາມວຸດທິພາວະໃນປັດຈຸບັນຂອງພວກເຂົາ. ຖ້າເຮົາເອີ້ນເຈົ້າວ່າ ‘ຕົວປະກອບ’, ເຈົ້າກໍເປັນຕົວປະກອບທັນທີ. ຖ້າເຮົາເອີ້ນເຈົ້າວ່າ ‘ປະຊາຊົນຂອງພຣະເຈົ້າ’, ເຈົ້າກໍເປັນປະຊາຊົນຂອງພຣະເຈົ້າທັນທີ. ບໍ່ວ່າເຮົາຈະເອີ້ນເຈົ້າວ່າຫຍັງກໍຕາມ, ເຈົ້າກໍເປັນແບບນັ້ນ. ມັນບໍ່ແມ່ນຕາມທີ່ເຮົາເວົ້າບໍ? ແລ້ວພຣະທຳຂໍ້ໃດໜຶ່ງຂອງເຮົາເຮັດໃຫ້ເຈົ້າຂຸ່ນເຄືອງຫຼາຍບໍ? ຖ້າເປັນແບບນັ້ນ ກໍອະໄພໃຫ້ກັບເຮົາດ້ວຍ! ຖ້າເຈົ້າບໍ່ເຊື່ອຟັງໃນຕອນນີ້, ໃນທີ່ສຸດແລ້ວ ເຈົ້າກໍຈະຖືກສາບແຊ່ງ, ເຈົ້າຈະມີຄວາມສຸກບໍໃນຕອນນັ້ນ? ເຈົ້າບໍ່ໃສ່ໃຈຕໍ່ຫົນທາງແຫ່ງຊີວິດ ພຽງແຕ່ໃສ່ໃຈກັບສະຖານະ ແລະ ຕໍາແໜ່ງຂອງເຈົ້າ; ຊີວິດຂອງເຈົ້າເປັນແບບໃດ? ເຮົາບໍ່ປະຕິເສດວ່າ ເຈົ້າໄດ້ຈ່າຍລາຄາທີ່ຍິ່ງໃຫຍ່, ແຕ່ໃຫ້ສັງເກດເຍິ່ງວຸດທິພາວະ ແລະ ການປະຕິບັດຂອງເຈົ້າເອງ ແລະ ແມ່ນແຕ່ຕອນນີ້ ເຈົ້າກໍຍັງສົນທະນາກ່ຽວກັບສະພາບການຂອງເຈົ້າ. ນີ້ແມ່ນວຸດທິພາວະທີ່ເຈົ້າໄດ້ຮັບສຳລັບຄວາມເດັດດ່ຽວຂອງເຈົ້າບໍ? ເຈົ້າຍັງມີຄວາມຊື່ສັດຢູ່ບໍ? ເຈົ້າມີຄວາມສຳນຶກບໍ? ແມ່ນເຮົາບໍທີ່ເຮັດຫຍັງຜິດ? ເງື່ອນໄຂທີ່ເຮົາມີສຳລັບເຈົ້ານັ້ນຜິດພາດບໍ? ມັນແມ່ນຫຍັງ? ເຮົາຈະໃຫ້ເຈົ້າເຮັດໜ້າທີ່ເປັນຕົວປະກອບເປັນເວລາສອງສາມມື້ ແລະ ເຈົ້າກໍບໍ່ເຕັມໃຈທີ່ຈະເຮັດ. ນັ້ນແມ່ນຄວາມເດັດດ່ຽວປະເພດໃດ? ເຈົ້າລ້ວນແລ້ວແຕ່ຂວັນອ່ອນ, ເຈົ້າຂີ້ຢ້ານ! ການລົງໂທດຄົນແບບເຈົ້າແມ່ນເລື່ອງປົກກະຕິ!” ຫຼັງຈາກທີ່ເຮົາໄດ້ກ່າວສິ່ງນີ້, ເຂົາກໍບໍ່ໄດກ່າວຫຍັງຕື່ມອີກ.

ເມື່ອຜະເຊີນກັບພາລະກິດປະເພດນີ້ໃນປັດຈຸບັນ, ພວກເຈົ້າຕ້ອງມີຄວາມເຂົ້າໃຈບາງຢ່າງກ່ຽວກັບຂັ້ນຕອນໃນພາລະກິດຂອງພຣະເຈົ້າ ແລະ ວິທີການປ່ຽນແປງຜູ້ຄົນຂອງພຣະອົງ. ນີ້ແມ່ນວິທີດຽວທີ່ຈະບັນລຸຜົນໃນການປ່ຽນແປງ. ໃນການສະແຫວງຫາຂອງພວກເຈົ້າ, ພວກເຈົ້າມີແນວຄິດ, ຄວາມຫວັງ ແລະ ອະນາຄົດສ່ວນຕົວຫຼາຍເກີນໄປ. ພາລະກິດໃນປັດຈຸບັນແມ່ນເພື່ອຈັດການກັບຄວາມປາຖະໜາຂອງພວກເຈົ້າສຳລັບສະຖານະ ແລະ ຄວາມປາຖະໜາທີ່ເກີນຂອບເຂດຂອງພວກເຈົ້າ. ຄວາມຫວັງ, ຄວາມປາຖະໜາສຳລັບ[ດ] ສະຖານະ ແລະ ແນວຄິດຕ່າງໆລ້ວນແລ້ວແຕ່ເປັນການສະແດງອອກພື້ນຖານເຖິງອຸປະນິໄສຂອງຊາຕານ. ເຫດຜົນທີ່ສິ່ງເຫຼົ່ານີ້ມີຢູ່ໃນຫົວໃຈຂອງຜູ້ຄົນຫຼັກໆກໍແມ່ນຍ້ອນພິດຂອງຊາຕານກັດເຊາະຄວາມຄິດຂອງຜູ້ຄົນຢ່າງສະເໝີ ແລະ ຜູ້ຄົນກໍບໍ່ສາມາດກຳຈັດການລໍ້ລວງເຫຼົ່ານີ້ທີ່ມາຈາກຊາຕານຢູ່ສະເໝີ. ພວກເຂົາດຳລົງຊີວິດທ່າມກາງຄວາມບາບ ແຕ່ບໍ່ເຊື່ອວ່າ ມັນເປັນຄວາມບາບ ແລະ ພວກເຂົາຍັງເຊື່ອວ່າ “ພວກຂ້ານ້ອຍເຊື່ອໃນພຣະເຈົ້າ, ສະນັ້ນ ພຣະອົງຕ້ອງປະທານພອນມາຍັງພວກຂ້ານ້ອຍ ແລະ ຈັດກຽມທຸກສິ່ງສຳລັບພວກຂ້ານ້ອຍຢ່າງເໝາະສົມ. ພວກຂ້ານ້ອຍເຊື່ອໃນພຣະເຈົ້າ, ສະນັ້ນ ພວກຂ້ານ້ອຍຕ້ອງດີກວ່າຄົນອື່ນ ແລະ ພວກຂ້ານ້ອຍຕ້ອງມີສະຖານະທີ່ສູງກວ່າ ແລະ ອະນາຄົດທີ່ດີກວ່າຄົນອື່ນໆ. ຍ້ອນພວກຂ້ານ້ອຍເຊື່ອໃນພຣະເຈົ້າ, ພຣະອົງຕ້ອງມອບພອນຢ່າງຫຼວງຫຼາຍໃຫ້ກັບພວກຂ້ານ້ອຍ. ບໍ່ດັ່ງນັ້ນ, ສິ່ງນັ້ນກໍບໍ່ຖືກເອີ້ນວ່າເປັນການເຊື່ອໃນພຣະເຈົ້າ.” ເປັນເວລາຫຼາຍປີ, ຄວາມຄິດທີ່ຜູ້ຄົນໄດ້ເພິ່ງພາສຳລັບການຢູ່ລອດຂອງພວກເຂົາໄດ້ກັດເຊາະຫົວໃຈຂອງພວກເຂົາຈົນເຖິງຈຸດທີ່ວ່າພວກເຂົາທໍລະຍົດ, ຂີ້ຢ້ານ ແລະ ຊົ່ວຊ້າ. ບໍ່ແມ່ນແຕ່ພວກເຂົາຂາດຄວາມຕັ້ງໃຈ ແລະ ຄວາມເດັດດ່ຽວເທົ່ານັ້ນ, ແຕ່ພວກເຂົາຍັງໂລບ, ອວດດີ ແລະ ດື້ດານອີກດ້ວຍ. ພວກເຂົາຂາດຄວາມເດັດດ່ຽວທີ່ຈະຢູ່ເໜືອຕົນເອງແທ້ໆ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ມີຄວາມກ້າຫານແມ່ນແຕ່ໜ້ອຍດຽວທີ່ຈະກຳຈັດການຄວບຄຸມຕ່າງໆຂອງອິດທິພົນດ້ານມືດເຫຼົ່ານີ້. ຄວາມຄິດ ແລະ ຊີວິດຂອງຜູ້ຄົນໄດ້ເນົ່າເປື່ອຍ, ທັດສະນະຂອງພວກເຂົາກ່ຽວກັບການເຊື່ອໃນພຣະເຈົ້າກໍເປັນຕາລັງກຽດເຫຼືອທົນເຊັ່ນກັນ ແລະ ແມ່ນແຕ່ເມື່ອພວກເຂົາເວົ້າກ່ຽວກັບທັດສະນະຂອງພວກເຂົາໃນຄວາມເຊື່ອທີ່ມີໃນພຣະເຈົ້າ ມັນກໍທົນຟັງບໍ່ໄດ້ແທ້ໆ. ຜູ້ຄົນລ້ວນແລ້ວແຕ່ຂີ້ຢ້ານ, ບໍ່ມີຄວາມສາມາດ, ຊົ່ວຊ້າ ພ້ອມທັງຍັງອ່ອນແອອີກດ້ວຍ. ພວກເຂົາບໍ່ຮູ້ສຶກລັງກຽດອຳນາດມືດ ແລະ ພວກເຂົາບໍ່ຮູ້ສຶກຮັກແສງສະຫວ່າງ ແລະ ຄວາມຈິງ; ກົງກັນຂ້າມ ພວກເຂົາເຮັດສຸດຄວາມພະຍາຍາມທີ່ສຸດຂອງພວກເຂົາເພື່ອຂັບໄລ່ສິ່ງເຫຼົ່ານັ້ນ. ຄວາມຄິດ ແລະ ທັດສະນະໃນປັດຈຸບັນຂອງພວກເຈົ້າບໍ່ແມ່ນແບບນີ້ບໍ? “ຍ້ອນຂ້ານ້ອຍເຊື່ອໃນພຣະເຈົ້າ ຂ້ານ້ອຍຄວນໄດ້ຮັບພອນຢ່າງຫຼາຍ ແລະ ຄວນຮັບປະກັນວ່າ ສະຖານະຂອງຂ້ານ້ອຍຈະບໍ່ຫຼຸດໄປຈັກເທື່ອ ແລະ ມັນຈະສູງສົ່ງກວ່າຄົນທີ່ບໍ່ເຊື່ອ.” ເຈົ້າມີທັດສະນະແບບນັ້ນພາຍໃນພວກເຈົ້າເປັນເວລາພຽງແຕ່ໜຶ່ງ ຫຼື ສອງປີ; ມັນຢູ່ນັ້ນເປັນເວລາຫຼາຍປີ. ແນວຄິດໃນການດຳເນີນງານຂອງພວກເຈົ້າພັດທະນາຫຼາຍເກີນໄປ. ເຖິງແມ່ນພວກເຈົ້າໄດ້ມາເຖິງຂັ້ນຕອນນີ້ໃນປັດຈຸບັນ, ພວກເຈົ້າກໍຍັງບໍ່ປ່ອຍຖິ້ມສະຖານະ, ແຕ່ດີ້ນລົນທີ່ຈະສອບຖາມກ່ຽວກັບມັນ ແລະ ສັງເກດມັນທຸກໆມື້ຢູ່ສະເໝີ ໂດຍມີຄວາມຢ້ານຢູ່ໃນສ່ວນເລິກວ່າ ມື້ໜຶ່ງ ສະຖານະຂອງພວກເຈົ້າຈະສູນເສຍໄປ ແລະ ຊື່ຂອງພວກເຈົ້າຈະຖືກທຳລາຍ. ຜູ້ຄົນບໍ່ເຄີຍປ່ອຍວາງຄວາມປາຖະໜາສຳລັບຄວາມສະບາຍຂອງພວກເຂົາ. ໃນປັດຈຸບັນ ພວກເຈົ້າຖືກພິພາກສາແບບນີ້ ແລະ ໃນທີ່ສຸດ ພວກເຈົ້າຈະມີຄວາມຮູ້ໃນລະດັບໃດ? ພວກເຈົ້າຈະເວົ້າວ່າ ເຖິງແມ່ນ ສະຖານະຂອງພວກເຈົ້າບໍ່ໄດ້ສູງ, ພວກເຈົ້າກໍໄດ້ຮັບການຍົກຂຶ້ນຈາກພຣະເຈົ້າ. ພວກເຈົ້າບໍ່ມີສະຖານະ ເພາະພວກເຈົ້າເກີດມາຢ່າງຕໍ່າຕ້ອຍ ແລະ ມີສະຖານະກໍຍ້ອນການຍົກຂຶ້ນຂອງພຣະເຈົ້າ, ນັ້ນແມ່ນສິ່ງທີ່ພຣະອົງປະທານໃຫ້ພວກເຈົ້າ. ໃນປັດຈຸບັນ ພວກເຈົ້າສາມາດຮັບເອົາການຝຶກຝົນຂອງພຣະອົງ, ການຕີສອນຂອງພຣະອົງ ແລະ ການພິພາກສາຂອງພຣະອົງເປັນການສ່ວນຕົວ. ນີ້ຍິ່ງເປັນການຍົກຂຶ້ນຂອງພຣະອົງ. ພວກເຈົ້າສາມາດຮັບເອົາການຊໍາລະລ້າງ ແລະ ການເຜົາໄໝ້ຂອງພຣະອົງເປັນການສ່ວນຕົວ. ນີ້ຄືຄວາມຮັກທີ່ຍິ່ງໃຫຍ່ຂອງພຣະເຈົ້າ. ຕະຫຼອດທັງຍຸກຕ່າງໆ ຍັງບໍ່ມີແມ່ນແຕ່ຄົນດຽວທີ່ເຄີຍຮັບການຊໍາລະລ້າງ ແລະ ການເຜົາໄໝ້ຂອງພຣະອົງ ແລະ ບໍ່ມີແມ່ນແຕ່ຄົນດຽວທີ່ເຄີຍສາມາດໄດ້ຮັບການຖືກເຮັດໃຫ້ສົມບູນໂດຍພຣະທຳຂອງພຣະອົງ. ບັດນີ້ ພຣະເຈົ້າກຳລັງເວົ້າກັບພວກເຈົ້າຕໍ່ໜ້າ, ຊໍາລະລ້າງພວກເຈົ້າ, ເປີດເຜີຍຄວາມກະບົດທີ່ຢູ່ພາຍໃນພວກເຈົ້າ, ນີ້ແມ່ນການຍົກຂຶ້ນຂອງພຣະອົງທີ່ແທ້ຈິງ. ຜູ້ຄົນສາມາດເຮັດຫຍັງໄດ້? ສະຫຼຸບກໍຄື ບໍ່ວ່າພວກເຂົາເປັນລູກຊາຍຂອງເດວິດ ຫຼື ເຊື້ອສາຍຂອງໂມອາບ, ຜູ້ຄົນກໍເປັນສິ່ງຖືກສ້າງ ເຊິ່ງບໍ່ມີຫຍັງໃຫ້ໂອ້ອວດ. ຍ້ອນພວກເຈົ້າເປັນສິ່ງຖືກສ້າງຂອງພຣະເຈົ້າ, ພວກເຈົ້າຕ້ອງປະຕິບັດໜ້າທີ່ຂອງສິ່ງຖືກສ້າງ. ບໍ່ມີເງື່ອນໄຂອື່ນອີກສຳລັບພວກເຈົ້າ. ແລ້ວເຈົ້າຈະອະທິຖານ ແລະ ເວົ້າວ່າ “ໂອ ພຣະເຈົ້າ! ບໍ່ວ່າຂ້ານ້ອຍມີສະຖານະ ຫຼື ບໍ່, ບັດນີ້ ຂ້ານ້ອຍກໍເຂົ້າໃຈຕົນເອງແລ້ວ. ຖ້າສະຖານະຂອງຂ້ານ້ອຍສູງສົ່ງ ມັນກໍຍ້ອນການຍົກຂຶ້ນຂອງພຣະອົງ ແລະ ຖ້າມັນຕໍ່າຕ້ອຍ ມັນກໍຍ້ອນການແຕ່ງຕັ້ງຂອງພຣະອົງ. ທຸກສິ່ງຢູ່ໃນມືຂອງພຣະອົງ. ຂ້ານ້ອຍບໍ່ມີທາງເລືອກ ຫຼື ການຕໍ່ວ່າໃດເລີຍ. ພຣະອົງກຳນົດວ່າ ຂ້ານ້ອຍຈະເກີດໃນປະເທດນີ້ ແລະ ທ່າມກາງຄົນເຫຼົ່ານີ້ ແລະ ຂ້ານ້ອຍຄວນເຊື່ອຟັງຢູ່ພາຍໃຕ້ອຳນາດຂອງພຣະອົງຢ່າງສົມບູນເທົ່ານັ້ນ ເພາະທຸກສິ່ງຢູ່ພາຍໃນສິ່ງທີ່ພຣະອົງກຳນົດ. ຂ້ານ້ອຍບໍ່ໃສ່ໃຈກັບສະຖານະ; ໃນທີ່ສຸດແລ້ວ ຂ້ານ້ອຍເປັນພຽງໜຶ່ງຄົນໃນສັບພະສິ່ງທັງປວງ. ຖ້າພຣະອົງວາງຂ້ານ້ອຍໄວ້ໃນເຫວເລິກເຊິ່ງບໍ່ມີທີ່ສິ້ນສຸດ, ໃນທະເລສາບແຫ່ງໄຟ ແລະ ມາດ, ຂ້ານ້ອຍກໍບໍ່ໄດ້ເປັນຫຍັງ ນອກຈາກສິ່ງຖືກສ້າງ. ຖ້າພຣະອົງໃຊ້ຂ້ານ້ອຍ, ຂ້ານ້ອຍເປັນສິ່ງຖືກສ້າງ. ຖ້າພຣະອົງເຮັດໃຫ້ຂ້ານ້ອຍສົມບູນ, ຂ້ານ້ອຍກໍຍັງເປັນສິ່ງຖືກສ້າງ. ຖ້າພຣະອົງບໍ່ເຮັດໃຫ້ຂ້ານ້ອຍສົມບູນ, ຂ້ານ້ອຍກໍຍັງຈະຮັກພຣະອົງ ເພາະຂ້ານ້ອຍບໍ່ໄດ້ເປັນຫຼາຍກວ່າສິ່ງຖືກສ້າງ. ຂ້ານ້ອຍບໍ່ໄດ້ເປັນຫຼາຍກວ່າສິ່ງຖືກສ້າງເລັກນ້ອຍທີ່ຖືກເນລະມິດສ້າງຂຶ້ນໂດຍພຣະຜູ້ເປັນເຈົ້າແຫ່ງການເນລະມິດສ້າງ, ເປັນພຽງໜຶ່ງຄົນທ່າມກາງມະນຸດທັງປວງ. ເປັນພຣະອົງທີ່ສ້າງຂ້ານ້ອຍ ແລະ ບັດນີ້ ພຣະອົງໄດ້ວາງຂ້ານ້ອຍໄວ້ໃນມືຂອງພຣະອົງອີກຄັ້ງເພື່ອເປັນການປັ້ນແຕ່ງຂອງພຣະອົງ. ຂ້ານ້ອຍເຕັມໃຈທີ່ຈະເປັນເຄື່ອງມືຂອງພຣະອົງ ແລະ ຕົວປະກອບຂອງພຣະອົງ ເພາະທຸກສິ່ງແມ່ນສິ່ງທີ່ພຣະອົງໄດ້ກຳນົດໄວ້. ບໍ່ມີໃຜສາມາດປ່ຽນແປງມັນໄດ້. ທຸກສິ່ງ ແລະ ທຸກເຫດການແມ່ນຢູ່ໃນມືຂອງພຣະອົງ.” ເມື່ອເວລານັ້ນມາເຖິງ, ເຈົ້າຈະບໍ່ໃສ່ໃຈກັບສະຖານະອີກຕໍ່ໄປ ແລະ ເຈົ້າຈະກຳຈັດສິ່ງນັ້ນອອກ. ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະສາມາດສະແຫວງຫາຢ່າງໝັ້ນໃຈ, ຢ່າງກ້າຫານ ແລະ ມີແຕ່ເມື່ອນັ້ນ ຫົວໃຈຂອງເຈົ້າຈຶ່ງເປັນອິດສະຫຼະຈາກຂໍ້ຈຳກັດຕ່າງໆ. ຫຼັງຈາກທີ່ຜູ້ຄົນຫຼຸດພົ້ນຈາກສິ່ງນັ້ນ, ພວກເຂົາຈຶ່ງຈະບໍ່ກັງວົນອີກຕໍ່ໄປ. ແມ່ນຫຍັງຄືຄວາມກັງວົນສຳລັບສ່ວນໃຫຍ່ໃນພວກເຈົ້າໃນຕອນນີ້? ພວກເຈົ້າຖືກຈຳກັດໂດຍສະຖານະຢູ່ສະເໝີ ແລະ ຊອກຫາໂອກາດຂອງພວກເຈົ້າເອງຢູ່ສະເໝີ. ພວກເຈົ້າເບິ່ງຜ່ານໜັງສືແຫ່ງພຣະທຳ ແລະ ໜ້າເຈ້ຍຂອງພຣະເຈົ້າ ໂດຍບໍ່ເບິ່ງວ່າ ມັນເວົ້າຫຍັງກ່ຽວກັບຈຸດໝາຍປາຍທາງຂອງມະນຸດຊາດ; ພວກເຈົ້າເບິ່ງຫຼາຍຂຶ້ນຕື່ມອີກໜ້ອຍໜຶ່ງ ແຕ່ກໍຍັງຊອກຫາມັນບໍ່ພົບ. “ບໍ່ມີໂອກາດໄດ້ແນວໃດ? ເປັນໄປໄດ້ບໍວ່າ ພຣະເຈົ້າໄດ້ເອົາໂອກາດເຫຼົ່ານັ້ນອອກໄປ? ມັນເປັນໄປບໍ່ໄດ້! ແລ້ວເປັນຫຍັງຈຶ່ງບໍ່ມີຫຍັງເລີຍ? ພຣະເຈົ້າພຽງແຕ່ເວົ້າກ່ຽວກັບຕົວປະກອບ, ແລ້ວບໍ່ມີສິ່ງອື່ນອີກເລີຍບໍ?” ບັດນີ້ ພວກເຈົ້າເປັນຜູ້ຕິດຕາມ ແລະ ພວກເຈົ້າມີຄວາມເຂົ້າໃຈບາງຢ່າງກ່ຽວກັບພາລະກິດຂັ້ນຕອນນີ້. ເຖິງຢ່າງໃດກໍຕາມ, ພວກເຈົ້າກໍຍັງບໍ່ໄດ້ປະຖິ້ມຄວາມປາຖະໜາສຳລັບສະຖານະຂອງພວກເຈົ້າ. ເມື່ອສະຖານະຂອງພວກເຈົ້າສູງ ພວກເຈົ້າກໍສະແຫວງຫາເປັນຢ່າງດີ, ແຕ່ເມື່ອສະຖານະຂອງພວກເຈົ້າຕໍ່າ ພວກເຈົ້າກໍບໍ່ສະແຫວງຫາອີກຕໍ່ໄປ. ພອນຂອງສະຖານະຢູ່ໃນຄວາມຄິດຂອງພວກເຈົ້າຢູ່ສະເໝີ. ເປັນຫຍັງຜູ້ຄົນສ່ວນໃຫຍ່ງຈຶ່ງບໍ່ສາມາດອອກຈາກຄວາມຄິດດ້ານລົບ? ມັນບໍ່ແມ່ນຍ້ອນໂອກາດທີ່ໝົດຫວັງຢູ່ສະເໝີບໍ? ທັນທີທີ່ຖ້ອຍຄຳຂອງພຣະເຈົ້າຖືກປະກາດອອກມາ ພວກເຈົ້າກໍຮີບໄປເບິ່ງວ່າ ສະຖານະ ແລະ ຕົວຕົນຂອງພວກເຈົ້າແມ່ນຫຍັງແທ້ໆ. ພວກເຈົ້າວາງສະຖານະ ແລະ ຕົວຕົນເປັນສິ່ງສຳຄັນທຳອິດ ແລະ ນິມິດເປັນສິ່ງທີສອງມາ. ສິ່ງທີສາມແມ່ນສິ່ງທີ່ພວກເຈົ້າຄວນເຂົ້າສູ່ ແລະ ສິ່ງທີສີ່ແມ່ນຄວາມປະສົງໃນປັດຈຸບັນຂອງພຣະເຈົ້າ. ກ່ອນອື່ນ ພວກເຈົ້າເບິ່ງວ່າ ຕໍາແໜ່ງຂອງ “ຕົວປະກອບ” ທີ່ພຣະເຈົ້າໃຫ້ກັບພວກເຈົ້ານັ້ນໄດ້ປ່ຽນແປງ ຫຼື ບໍ່. ພວກເຈົ້າອ່ານ ແລະ ອ່ານ ແລະ ເມື່ອພວກເຈົ້າເຫັນວ່າຕໍາແໜ່ງຂອງ “ຕົວປະກອບ” ໄດ້ຖືກນໍາອອກໄປ ພວກເຈົ້າກໍມີຄວາມສຸກ ແລະ ຂອບຄຸນພຣະເຈົ້າຢ່າງຕໍ່ເນື່ອງ, ພວກເຈົ້າສັນລະເສີນລິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ. ແຕ່ທັນທີທີ່ພວກເຈົ້າເຫັນແວັບໜຶ່ງວ່າພວກເຈົ້າຍັງເປັນຕົວປະກອບ, ພວກເຈົ້າກໍເສຍໃຈ ແລະ ທັນໃດນັ້ນ ພວກເຈົ້າກໍບໍ່ມີແຮງຜັກດັນໃນຫົວໃຈຂອງພວກເຈົ້າ. ຍິ່ງເຈົ້າສະແຫວງຫາໃນລັກສະນະນີ້ຫຼາຍສໍ່າໃດ ເຈົ້າຍິ່ງຈະເກັບກ່ຽວໄດ້ໜ້ອຍສໍ່ານັ້ນ. ຍິ່ງຄວາມປາຖະໜາສຳລັບສະຖານະຂອງຜູ້ຄົນຍິ່ງໃຫຍ່ຫຼາຍສໍ່າໃດ ພວກເຂົາຍິ່ງຕ້ອງຖືກຈັດການຢ່າງຈິງຈັງຫຼາຍສໍ່ານັ້ນ ແລະ ພວກເຂົາຍິ່ງຕ້ອງຜະເຊີນກັບການຫຼໍ່ຫຼອມຫຼາຍສໍ່ານັ້ນ. ຄົນປະເພດນັ້ນໄຮ້ຄ່າຫຼາຍ! ພວກເຂົາຕ້ອງຖືກຈັດການ ແລະ ຖືກພິພາກສາຢ່າງພ-ງພໍ ເພື່ອພວກເຂົາຈະປະຖິ້ມສິ່ງນັ້ນໂດຍສິ້ນເຊີງ. ຖ້າພວກເຈົ້າສະແຫວງຫາໃນລັກສະນະນີ້ຈົນເຖິງເວລາສຸດທ້າຍ, ພວກເຈົ້າກໍຈະບໍ່ໄດ້ເກັບກ່ຽວຫຍັງເລີຍ. ຄົນທີ່ບໍ່ສະແຫວງຫາຊີວິດແມ່ນບໍ່ສາມາດຖືກປ່ຽນແປງໄດ້; ຄົນທີ່ບໍ່ກະຫາຍຫາຄວາມຈິງແມ່ນບໍ່ສາມາດໄດ້ຮັບຄວາມຈິງ. ເຈົ້າບໍ່ໃສ່ໃຈໃນການສະແຫວງຫາການປ່ຽນແປງສ່ວນຕົວ ແລະ ການເຂົ້າສູ່; ເຈົ້າໃສ່ໃຈໃນຄວາມປາຖະໜາທີ່ເກີນຂອບເຂດຢູ່ສະເໝີ ແລະ ສິ່ງຕ່າງໆທີ່ຈຳກັດຄວາມຮັກທີ່ເຈົ້າມີສຳລັບພຣະເຈົ້າ ແລະ ຈຳກັດເຈົ້າບໍ່ໃຫ້ຍັບເຂົ້າໃກ້ພຣະອົງ. ສິ່ງເຫຼົ່ານັ້ນສາມາດປ່ຽນແປງເຈົ້າໄດ້ບໍ? ສິ່ງເຫຼົ່ານັ້ນສາມາດນໍາເຈົ້າເຂົ້າສູ່ອານາຈັກໄດ້ບໍ? ຖ້າເປົ້າໝາຍຂອງການສະແຫວງຫາຂອງເຈົ້າບໍ່ແມ່ນເພື່ອສະແຫວງຫາຄວາມຈິງ, ແລ້ວເຈົ້າກໍຄວນສວາຍໃຊ້ໂອກາດນີ້ ແລະ ກັບຄືນສູ່ໂລກເພື່ອພະຍາຍາມເຮັດໃຫ້ມັນສຳເລັດ. ການເສຍເວລາຂອງເຈົ້າແບບນີ້ບໍ່ຄຸ້ມຄ່າເລີຍແທ້ໆ, ເປັນຫຍັງຕ້ອງທໍລະມານຕົນເອງ? ເຈົ້າບໍ່ສາມາດເພີດເພີນກັບສິ່ງປະເພດຕ່າງໆໃນໂລກທີ່ສວຍງາມບໍ? ເງິນທອງ, ແມ່ຍິງທີ່ສວຍງາມ, ສະຖານະ, ຄວາມທະນົງຕົວ, ຄອບຄົວ, ລູກຫຼານ ແລະ ອື່ນໆອີກ, ຜົນຜະລິດເຫຼົ່ານີ້ທີ່ຢູ່ໃນໂລກບໍ່ແມ່ນສິ່ງທີ່ດີທີ່ສຸດທີ່ເຈົ້າສາມາດໄດ້ຮັບບໍ? ຈຳເປັນຫຍັງຕ້ອງພະເນຈອນໃນບ່ອນນີ້ເພື່ອຊອກຫາສະຖານທີ່ໆເຈົ້າສາມາດມີຄວາມສຸກໄດ້? ບຸດມະນຸດບໍ່ມີບ່ອນໃຫ້ວາງຫົວລົງນອນເລີຍ, ແລ້ວເຈົ້າຈະສາມາດມີສະຖານທີ່ເພື່ອຄວາມສະບາຍໄດ້ແນວໃດ? ພຣະອົງຈະສ້າງສະຖານທີ່ສວຍງາມເພື່ອຄວາມສະບາຍໃຫ້ກັບເຈົ້າໄດ້ແນວໃດ? ນັ້ນເປັນໄປໄດ້ບໍ? ນອກຈາກການພິພາກສາຂອງເຮົາ, ມື້ນີ້ ເຈົ້າພຽງແຕ່ຮັບຄຳສັ່ງສອນບົນຄວາມຈິງ. ເຈົ້າບໍ່ສາມາດຮັບຄວາມສະບາຍຈາກເຮົາ ຫຼື ເຈົ້າບໍ່ສາມາດຮັບເອົາຮັງທີ່ມີຄວາມສຸກ ທີ່ເຈົ້າຄິດຫາທັງເວັນ ແລະ ຄືນ. ເຮົາຈະບໍ່ປະທານຄວາມຮັ່ງມີເທິງແຜ່ນດິນໂລກໃຫ້ກັບເຈົ້າ. ຖ້າເຈົ້າສະແຫວງຫາຢ່າງແທ້ຈິງ, ເຮົາກໍເຕັມໃຈທີ່ຈະມອບຫົນທານແຫ່ງຊີວິດທັງໝົດໃຫ້ກັບເຈົ້າ, ເພື່ອໃຫ້ເຈົ້າເປັນຄືກັບປາທີ່ກັບຄືນສູ່ແມ່ນໍ້າ. ຖ້າເຈົ້າບໍ່ສະແຫວງຫາຢ່າງແທ້ຈິງ, ເຮົາຈະເອົາທຸກສິ່ງຄືນ. ເຮົາບໍ່ເຕັມໃຈທີ່ຈະມອບພຣະທຳຈາກປາກຂອງເຮົາໃຫ້ກັບຄົນເຫຼົ່ານີ້ທີ່ໂລບເພື່ອຄວາມສະບາຍ ແລະ ເປັນຄືກັບໝູ ແລະ ໝາ!

ໝາຍເຫດ:

ກ. ເອກະສານຕົ້ນສະບັບບໍ່ມີວະລີ “ຂ້ານ້ອຍເຕັມໃຈ.”

ຂ. ເອກະສານຕົ້ນສະບັບບໍ່ມີວະລີ “ພຣະທຳທີ່ວ່າ”.

ຄ. ເອກະສານຕົ້ນສະບັບບໍ່ມີວະລີ “ພວກເຂົາກໍສົງໄສວ່າ.”

ງ. ເອກະສານຕົ້ນສະບັບບໍ່ມີວະລີ “ຕໍາແໜ່ງຂອງ.”

ຈ. ເອກະສານຕົ້ນສະບັບບໍ່ມີວະລີ “ແລ້ວພວກເຂົາກໍເວົ້າວ່າ.”

ສ. ເອກະສານຕົ້ນສະບັບອ່ານວ່າ “ພັນລະຍາ.”

ຊ. ເອກະສານຕົ້ນສະບັບບໍ່ມີວະລີ “ຕໍາແໜ່ງຂອງ.”

ຍ. ເອກະສານຕົ້ນສະບັບບໍ່ມີວະລີ “ຄຳວ່າ.”

ດ. ເອກະສານຕົ້ນສະບັບບໍ່ມີວະລີ “ຄວາມປາຖະໜາສຳລັບ.”

​ກ່ອນ​ນີ້ :ການປະຕິບັດ (6)

ຕໍ່​ໄປ:ຮັບໃຊ້ດັ່ງທີ່ຊາວອິດສະຣາເອັນເຮັດ

ທ່ານອາດຈະຍັງມັກ