ວິທີທີ່ຜົນຂອງບາດກ້າວທີສອງຂອງພາລະກິດແຫ່ງການເອົາຊະນະຖືກບັນລຸ

ພາລະກິດຂອງຜູ້ໃຫ້ບໍລິການແມ່ນບາດກ້າວທຳອິດໃນພາລະກິດແຫ່ງການເອົາຊະນະ. ປັດຈຸບັນແມ່ນບາດກ້າວທີສອງໃນພາລະກິດແຫ່ງການເອົາຊະນະ. ເປັນຫຍັງຈຶ່ງຍັງເວົ້າເຖິງການຖືກເຮັດໃຫ້ສົມບູນໃນພາລະກິດແຫ່ງການເອົາຊະນະ? ມັນແມ່ນເພື່ອສ້າງພື້ນຖານສຳລັບອະນາຄົດ. ປັດຈຸບັນແມ່ນຂັ້ນຕອນສຸດທ້າຍຂອງພາລະກິດແຫ່ງການເອົາຊະນະ; ເປັນເວລາແຫ່ງການຜະເຊີນກັບຄວາມລຳບາກຍາກແຄ້ນອັນຍິ່ງໃຫຍ່ ເຊິ່ງຈະສະແດງເຖິງຈຸດເລີ່ມຕົ້ນຢ່າງເປັນທາງການຂອງການເຮັດໃຫ້ມະນຸດຊາດສົມບູນ, ທີ່ຈະຕາມມາ. ປະເດັນຫຼັກໃນຕອນນີ້ແມ່ນການເອົາຊະນະ, ແຕ່ຕອນນີ້ຍັງເປັນເວລາຂອງບາດກ້າວທຳອິດໃນຂະບວນການເຮັດໃຫ້ສົມບູນ. ສິ່ງທີ່ບາດກ້າວທຳອິດນີ້ຈຳເປັນຕ້ອງເຮັດກໍຄືການເຮັດໃຫ້ຄວາມຮູ້ ແລະ ຄວາມເຊື່ອຟັງຂອງຜູ້ຄົນສົມບູນ ເຊິ່ງແນ່ນອນນີ້ຄືການສ້າງພື້ນຖານໃຫ້ແກ່ພາລະກິດແຫ່ງການເອົາຊະນະ. ຖ້າເຈົ້າຈະຖືກເຮັດໃຫ້ສົມບູນ, ແລ້ວເຈົ້າກໍຕ້ອງສາມາດທີ່ຈະຍຶດໝັ້ນໃນທ່າມກາງຄວາມລຳບາກຍາກແຄ້ນຂອງອະນາຄົດ ແລະ ມອບທຸກຢ່າງຂອງເຈົ້າເພື່ອຂະຫຍາຍບາດກ້າວຕໍ່ໄປຂອງພາລະກິດ; ນີ້ຄືຄວາມໝາຍຂອງການຖືກເຮັດໃຫ້ສົມບູນ ແລະ ເວລາດັ່ງກ່າວກໍຍັງເປັນເວລາທີ່ຜູ້ຄົນຖືກຮັບໂດຍພຣະເຈົ້າຢ່າງສິ້ນເຊີງ. ມື້ນີ້ ພວກເຮົາກຳລັງສົນທະນາກ່ຽວກັບການຖືກເອົາຊະນະ ເຊິ່ງກໍຄືກັນກັບການສົນທະນາກ່ຽວກັບການຖືກເຮັດໃຫ້ສົມບູນ. ແຕ່ພາລະກິດທີ່ປະຕິບັດໃນມື້ນີ້ແມ່ນພື້ນຖານສຳລັບການຖືກເຮັດໃຫ້ສົມບູນໃນອະນາຄົດ; ເພື່ອທີ່ຈະຖືກເຮັດໃຫ້ສົມບູນ, ຜູ້ຄົນຕ້ອງຜະເຊີນກັບຄວາມຍາກລຳບາກ ແລະ ປະສົບການແຫ່ງຄວາມຍາກລຳບາກນີ້ຕ້ອງມີພື້ນຖານໃນການຖືກເອົາຊະນະ. ຖ້າຜູ້ຄົນປາສະຈາກພື້ນຖານໃນປັດຈຸບັນ, ຖ້າພວກເຂົາບໍ່ໄດ້ຖືກເອົາຊະນະຢ່າງສິ້ນເຊີງ, ແລ້ວມັນກໍຈະຍາກສຳລັບພວກເຂົາທີ່ຈະຍຶດໝັ້ນໃນລະຫວ່າງບາດກ້າວຕໍ່ໄປຂອງພາລະກິດ. ການຖືກເອົາຊະນະພຽງຢ່າງດຽວບໍ່ແມ່ນເປົ້າໝາຍສຸດທ້າຍ. ມັນເປັນພຽງບາດກ້າວໜຶ່ງຂອງການເປັນພະຍານໃຫ້ແກ່ພຣະເຈົ້າຢູ່ຕໍ່ໜ້າຊາຕານ. ການຖືກເຮັດໃຫ້ສົມບູນແມ່ນເປົ້າໝາຍສຸດທ້າຍ ແລະ ຖ້າເຈົ້າບໍ່ຖືກເຮັດໃຫ້ສົມບູນ, ແລ້ວເຈົ້າກໍຄວນຖືກຕັດອອກຈະດີກວ່າ. ມີພຽງແຕ່ເມື່ອໄດ້ປະສົບກັບຄວາມລໍາບາກຍາກແຄ້ນໃນອະນາຄົດເທົ່ານັ້ນ ວຸດທິພາວະທີ່ແທ້ຈິງຂອງເຈົ້າຈຶ່ງຈະເປັນທີ່ປະຈັກ; ນັ້ນໝາຍຄວາມວ່າ ມີພຽງແຕ່ເມື່ອນັ້ນ ລະດັບຄວາມບໍລິສຸດຂອງຄວາມຮັກຂອງເຈົ້າສຳລັບພຣະເຈົ້າຈຶ່ງຈະຊັດເຈນ. ສິ່ງທີ່ຜູ້ຄົນເວົ້າໃນມື້ນີ້ກໍຄື: “ພວກຂ້ານ້ອຍຕ້ອງເຊື່ອຟັງພຣະເຈົ້າ ບໍ່ວ່າພຣະອົງເຮັດຫຍັງກໍຕາມ. ພວກຂ້ານ້ອຍເຕັມໃຈທີ່ຈະເປັນຕົວປະກອບທີ່ສາມາດສະແດງລິດອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະເຈົ້າ. ບໍ່ວ່າພຣະເຈົ້າຈະໃຈດີຕໍ່ພວກຂ້ານ້ອຍ ຫຼື ສາບແຊ່ງພວກຂ້ານ້ອຍ ຫຼື ບໍ່ວ່າພຣະອົງຈະພິພາກສາພວກຂ້ານ້ອຍ ຫຼື ບໍ່, ພວກຂ້ານ້ອຍກໍຈະຍັງຂອບຄຸນພຣະເຈົ້າ”. ແທ້ຈິງແລ້ວ ເຈົ້າເວົ້າແບບນີ້ແມ່ນສະແດງໃຫ້ເຫັນພຽງແຕ່ວ່າເຈົ້າມີຄວາມຮູ້ເລັກນ້ອຍບາງຢ່າງເທົ່ານັ້ນ, ແຕ່ບໍ່ວ່າຄວາມຮູ້ດັ່ງກ່າວຈະສາມາດຖືກໃຊ້ເຂົ້າໃນຄວາມເປັນຈິງ ຫຼື ບໍ່ ແມ່ນຂຶ້ນກັບວ່າຄວາມຮູ້ນີ້ເປັນຈິງ ຫຼື ບໍ່. ການທີ່ຜູ້ຄົນມີຄວາມເຂົ້າໃຈ ແລະ ຄວາມຮູ້ດັ່ງກ່າວໃນມື້ນີ້ແມ່ນຜົນຂອງພາລະກິດແຫ່ງການເອົາຊະນະ. ບໍ່ວ່າເຈົ້າຈະສາມາດຖືກເຮັດໃຫ້ສົມບູນ ຫຼື ບໍ່ແມ່ນສາມາດເຫັນໄດ້ເມື່ອມີການຜະເຊີນກັບຄວາມລຳບາກຍາກແຄ້ນເທົ່ານັ້ນ ແລະ ໃນເວລານັ້ນ ມັນຈະເປັນທີ່ປະຈັກວ່າເຈົ້າຮັກພຣະເຈົ້າຢ່າງແທ້ຈິງຈາກຫົວໃຈຂອງເຈົ້າ ຫຼື ບໍ່. ຖ້າຄວາມຮັກຂອງເຈົ້າບໍລິສຸດແທ້ຈິງ, ແລ້ວເຈົ້າກໍຈະເວົ້າວ່າ: “ພວກຂ້ານ້ອຍເປັນຕົວປະກອບ, ພວກຂ້ານ້ອຍເປັນສິ່ງຖືກສ້າງໃນມືຂອງພຣະເຈົ້າ”. ເມື່ອເຈົ້າເຜີຍແຜ່ຂ່າວປະເສີດຕໍ່ຊາວຕ່າງຊາດ, ເຈົ້າຈະເວົ້າວ່າ “ຂ້ານ້ອຍພຽງແຕ່ເຮັດບໍລິການ. ການໃຊ້ອຸປະນິໄສອັນເສື່ອມຊາມທີ່ຢູ່ພາຍໃນພວກຂ້ານ້ອຍ, ພຣະເຈົ້າໄດ້ເວົ້າທຸກສິ່ງເຫຼົ່ານີ້ເພື່ອສະແດງອຸປະນິໄສອັນຊອບທຳຂອງພຣະອົງແກ່ພວກເຮົາ; ຖ້າພຣະອົງບໍ່ໄດ້ກ່າວສິ່ງດັ່ງກ່າວ, ພວກເຮົາກໍຈະບໍ່ສາມາດເຫັນພຣະເຈົ້າໄດ້ ຫຼື ເຂົ້າໃຈສະຕິປັນຍາຂອງພຣະອົງ ຫຼື ຮັບຄວາມລອດພົ້ນອັນຍິ່ງໃຫຍ່ດັ່ງກ່າວ ແລະ ພອນອັນຍິ່ງໃຫຍ່ດັ່ງກ່າວ”. ຖ້າເຈົ້າມີຄວາມຮູ້ຈາກປະສົບການນີ້ຢ່າງແທ້ຈິງ, ແລ້ວມັນກໍຈະພຽງພໍ. ແຕ່ຫຼາຍສິ່ງທີ່ເຈົ້າເວົ້າໃນມື້ນີ້ແມ່ນຂາດຄວາມຮູ້ ແລະ ທຸກສິ່ງແມ່ນເປັນພຽງແຕ່ຄຳຂວັນທີ່ວ່າງເປົ່າເທົ່ານັ້ນ: “ພວກຂ້ານ້ອຍເປັນຕົວປະກອບ ແລະ ຜູ້ໃຫ້ບໍລິການ; ພວກຂ້ານ້ອຍປາຖະໜາທີ່ຈະຖືກເອົາຊະນະ ແລະ ເປັນພະຍານອັນກຶກກ້ອງໃຫ້ແກ່ພຣະເຈົ້າ...” ພຽງແຕ່ຮ້ອງຂຶ້ນຢ່າງດຽວບໍ່ໄດ້ໝາຍຄວາມວ່າເຈົ້າມີຄວາມເປັນຈິງ ຫຼື ມັນບໍ່ໄດ້ພິສູດວ່າເຈົ້າມີວຸດທິພາວະ; ເຈົ້າຕ້ອງມີຄວາມຮູ້ຢ່າງແທ້ຈິງ ແລະ ຄວາມຮູ້ຂອງເຈົ້າຕ້ອງຖືກທົດສອບ.

ເຈົ້າຄວນອ່ານເພີ່ມເຕີມກ່ຽວກັບພຣະຄຳເຫຼົ່ານີ້ທີ່ພຣະເຈົ້າໄດ້ກ່າວໃນລະຫວ່າງຊ່ວງເວລານີ້ ແລະ ເບິ່ງການກະທຳຂອງເຈົ້າເພື່ອການປຽບທຽບ: ມັນເປັນຄວາມຈິງແທ້ທີ່ເຈົ້າສະບາຍດີ ແລະ ເປັນຕົວປະກອບຢ່າງແທ້ຈິງ! ແມ່ນຫຍັງຄືຂອບເຂດຂອງຄວາມຮູ້ຂອງເຈົ້າໃນມື້ນີ້? ແນວຄິດຂອງເຈົ້າ, ຄວາມຄິດຂອງເຈົ້າ, ພຶດຕິກຳຂອງເຈົ້າ, ຄຳເວົ້າ ແລະ ການກະທຳຂອງເຈົ້າ, ທຸກການສະແດງອອກເຫຼົ່ານີ້ບໍ່ເທົ່າກັບການເປັນຕົວປະກອບໃນຄວາມຊອບທຳ ແລະ ຄວາມບໍລິສຸດຂອງພຣະເຈົ້າບໍ? ການເວົ້າຂອງພວກເຈົ້າບໍ່ແມ່ນການສະແດງອອກເຖິງອຸປະນິໄສອັນເສື່ອມຊາມທີ່ຖືກເປີດເຜີຍໂດຍພຣະທຳຂອງພຣະເຈົ້າບໍ? ຄວາມຄິດ ແລະ ແນວຄິດຂອງເຈົ້າ, ແຮງຈູງໃຈຂອງເຈົ້າ ແລະ ຄວາມເສື່ອມຊາມທີ່ຖືກເປີດເຜີຍໃນຕົວເຈົ້າສະແດງເຖິງອຸປະນິໄສອັນຊອບທຳຂອງພຣະເຈົ້າ ພ້ອມທັງເປັນຄວາມບໍລິສຸດຂອງພຣະອົງ. ພຣະເຈົ້າກໍເກີດໃນດິນແດນທີ່ສົກກະປົກເຊັ່ນກັນ ແຕ່ພຣະອົງຍັງບໍ່ໄດ້ເປິເປື້ອນໄປດ້ວຍຄວາມສົກກະປົກ. ພຣະອົງດຳລົງຊີວິດໃນໂລກທີ່ສົກກະປົກແບບດຽວກັບເຈົ້າ, ແຕ່ພຣະອົງມີເຫດຜົນ, ມີຄວາມເຂົ້າໃຈ ແລະ ພຣະອົງກຽດຊັງຄວາມສົກກະປົກ. ເຈົ້າເຖິງກັບອາດຈະບໍ່ສາມາດຄົ້ນພົບສິ່ງທີ່ສົກກະປົກໃນຄຳເວົ້າ ແລະ ການກະທຳຂອງເຈົ້າ, ແຕ່ພຣະອົງສາມາດເຮັດໄດ້ ແລະ ພຣະອົງຊີ້ແຈງສິ່ງເຫຼົ່ານີ້ໃຫ້ກັບເຈົ້າ. ສິ່ງເດີມໆເຫຼົ່ານັ້ນຂອງເຈົ້າ, ການຂາດການປູກຝັງ, ຄວາມເຂົ້າໃຈ ແລະ ຄວາມຮູ້ສຶກຂອງເຈົ້າ ແລະ ວິທີການດຳລົງຊີວິດທີ່ຫຼ້າຫຼັງຂອງເຈົ້າ, ບັດນີ້ ສິ່ງເຫຼົ່ານີ້ຖືກເຮັດໃຫ້ປາກົດອອກສູ່ສາທາລະນະໂດຍການເປີດເຜີຍໃນປັດຈຸບັນ; ໂດຍການທີ່ພຣະເຈົ້າມາເທິງແຜ່ນດິນໂລກເພື່ອປະຕິບັດພາລະກິດແບບນີ້ເທົ່ານັ້ນ ຜູ້ຄົນຈຶ່ງຈະເຫັນເຖິງຄວາມບໍລິສຸດ ແລະ ອຸປະນິໄສອັນຊອບທຳຂອງພຣະອົງ. ພຣະອົງພິພາກສາ ແລະ ຂ້ຽນຕີເຈົ້າ, ເຮັດໃຫ້ເຈົ້າໄດ້ຮັບຄວາມເຂົ້າໃຈ; ບາງເທື່ອ ທຳມະຊາດແບບມານຮ້າຍຂອງເຈົ້າກໍສຳແດງອອກມາ ແລະ ພຣະອົງຊີ້ໃຫ້ເຈົ້າເຫັນສິ່ງນັ້ນ. ພຣະອົງຮູ້ຈັກທາດແທ້ຂອງມະນຸດຄືກັບຫຼັງມືຂອງພຣະອົງ. ພຣະອົງດຳລົງຊີວິດທ່າມກາງພວກເຈົ້າ, ພຣະອົງກິນອາຫານແບບດຽວກັບເຈົ້າ ແລະ ພຣະອົງດຳລົງຊີວິດໃນສະພາບແວດລ້ອມດຽວກັນ, ແຕ່ເຖິງຢ່າງນັ້ນກໍຕາມ ພຣະອົງຮູ້ຫຼາຍກວ່າ; ພຣະອົງສາມາດເປີດໂປງເຈົ້າ ແລະ ເບິ່ງເຫັນທາດແທ້ທີ່ເສື່ອມຊາມຂອງມະນຸດຊາດ. ບໍ່ມີຫຍັງທີ່ພຣະອົງກຽດຊັງໄປຫຼາຍກວ່າປັດຊະຍາໃນການດຳລົງຊີວິດຂອງມະນຸດ ແລະ ຄວາມບໍ່ຊື່ສັດ ແລະ ຄວາມກະບົດ. ໂດຍສະເພາະແລ້ວ ພຣະອົງກຽດຊັງປະຕິກິລິຍາທາງເນື້ອໜັງຂອງຜູ້ຄົນ. ພຣະອົງອາດບໍ່ຄຸ້ນເຄີຍກັບປັດຊະຍາໃນການດຳລົງຊີວິດຂອງມະນຸດ, ແຕ່ພຣະອົງສາມາດເຫັນໄດ້ຢ່າງຊັດເຈນ ແລະ ເປີດໂປງອຸປະນິໄສອັນເສື່ອມຊາມທີ່ຜູ້ຄົນເປີດເຜີຍອອກ. ພຣະອົງປະຕິບັດພາລະກິດເພື່ອກ່າວ ແລະ ສອນມະນຸດຜ່ານສິ່ງເຫຼົ່ານີ້, ພຣະອົງໃຊ້ສິ່ງເຫຼົ່ານີ້ເພື່ອພິພາກສາຜູ້ຄົນ ແລະ ເພື່ອເຮັດໃຫ້ອຸປະນິໄສອັນຊອບທຳ ແລະ ບໍລິສຸດຂອງພຣະອົງເອງເປັນທີ່ປະຈັກ. ດ້ວຍເຫດນັ້ນ ຜູ້ຄົນຈຶ່ງກາຍມາເປັນຕົວປະກອບໃນພາລະກິດຂອງພຣະອົງ. ມີພຽງແຕ່ພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນທີ່ສາມາດເຮັດໃຫ້ອຸປະນິໄສອັນເສື່ອມຊາມຂອງມະນຸດ ແລະ ໃບໜ້າອັນຂີ້ຮ້າຍທັງໝົດຂອງຊາຕານປາກົດອອກຢ່າງແຈ່ມແຈ້ງ. ເຖິງແມ່ນພຣະອົງບໍ່ລົງໂທດເຈົ້າ ແລະ ພຽງແຕ່ໃຊ້ເຈົ້າໃຫ້ເປັນຕົວປະກອບໃນຄວາມຊອບທຳ ແລະ ຄວາມບໍລິສຸດຂອງພຣະອົງ, ເຈົ້າກໍຮູ້ສຶກອັບອາຍ ແລະ ບໍ່ມີບ່ອນໃຫ້ປົກປິດຕົນເອງ ຍ້ອນເຈົ້າສົກກະປົກເກີນໄປ. ພຣະອົງກ່າວສິ່ງເຫຼົ່ານີ້ທີ່ຖືກເປີດໂປງໃນມະນຸດເທົ່ານັ້ນ ແລະ ມີແຕ່ເມື່ອສິ່ງເຫຼົ່ານີ້ຖືກເຮັດໃຫ້ປາກົດອອກສູ່ສາທາລະນະເທົ່ານັ້ນ ຜູ້ຄົນຈຶ່ງຈະຮູ້ຈັກວ່າພຣະເຈົ້າບໍລິສຸດສໍ່າໃດ. ພຣະອົງບໍ່ເບິ່ງຂ້າມຄວາມບໍ່ບໍລິສຸດແມ່ນແຕ່ເລັກນ້ອຍໃນຜູ້ຄົນ, ບໍ່ແມ່ນແຕ່ຄວາມຄິດອັນສົກກະປົກທີ່ຢູ່ໃນຫົວໃຈຂອງພວກເຂົາ; ຖ້າຄຳເວົ້າ ແລະ ການກະທຳຂອງຜູ້ຄົນບໍ່ສອດຄ່ອງກັບຄວາມປະສົງຂອງພຣະອົງ, ແລ້ວພຣະອົງກໍບໍ່ຍົກໂທດໃຫ້ພວກເຂົາ. ໃນພຣະທຳຂອງພຣະອົງ, ບໍ່ມີຫ້ອງສຳລັບຄວາມສົກກະປົກຂອງມະນຸດ ຫຼື ສິ່ງອື່ນໆ, ມັນຕ້ອງຖືກເຮັດໃຫ້ປາກົດສູ່ສາທາລະນະທັງໝົດ. ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະເຫັນວ່າພຣະອົງບໍ່ຄືກັບມະນຸດແທ້ໆ. ຖ້າມີຄວາມສົກກະປົກແມ່ນແຕ່ໜ້ອຍດຽວໃນຜູ້ຄົນ, ແລ້ວພຣະອົງກໍກຽດຊັງພວກເຂົາຢ່າງທີ່ສຸດ. ເຖິງກັບມີບາງເວລາທີ່ພວກເຂົາບໍ່ສາມາດເຂົ້າໃຈ ແລະ ເວົ້າວ່າ “ພຣະເຈົ້າເອີຍ ເປັນຫຍັງພຣະອົງຈຶ່ງໃຈຮ້າຍຫຼາຍແທ້? ເປັນຫຍັງພຣະອົງຈຶ່ງບໍ່ສົນໃຈຕໍ່ຄວາມອ່ອນແອຂອງມະນຸດ? ເປັນຫຍັງພຣະອົງຈຶ່ງບໍ່ສາມາດໃຫ້ອະໄພຜູ້ຄົນແດ່ເລັກນ້ອຍ? ເປັນຫຍັງພຣະອົງຈຶ່ງບໍ່ຄຳນຶງເຖິງມະນຸດຂະໜາດນັ້ນ? ພຣະອົງຮູ້ຈັກຢ່າງຊັດເຈນວ່າຜູ້ຄົນຖືກເສື່ອມຊາມໃນລະດັບໃດ, ແລ້ວເປັນຫຍັງພຣະອົງຈຶ່ງຍັງປະຕິບັດຕໍ່ພວກເຂົາແບບນີ້?” ພຣະອົງກຽດຊັງຄວາມຜິດບາບ, ພຣະອົງເບື່ອໜ່າຍມັນ ແລະ ໂດຍສະເພາະແລ້ວ ພຣະອົງເບື່ອໜ່າຍຖ້າມີຮ່ອງຮອຍຂອງຄວາມບໍ່ເຊື່ອຟັງໃນຕົວເຈົ້າ. ເມື່ອເຈົ້າເປີດເຜີຍອຸປະນິໄສທີ່ກະບົດ, ພຣະອົງກໍເຫັນມັນ ແລະ ເບື່ອໜ່າຍຢ່າງແຮງ, ເບື່ອໜ່າຍຫຼາຍແທ້ໆ. ຜ່ານສິ່ງເຫຼົ່ານີ້ທີ່ອຸປະນິໄສ ແລະ ສິ່ງທີ່ພຣະເຈົ້າເປັນໄດ້ຖືກສະແດງອອກ. ເມື່ອເຈົ້າຍົກຕົວເຈົ້າເອງຂຶ້ນມາປຽບທຽບ, ເຈົ້າຈະເຫັນວ່າ ເຖິງແມ່ນພຣະອົງກິນອາຫານແບບດຽວກັນກັບມະນຸດ, ນຸ່ງເຄື່ອງແບບດຽວກັນ, ເພີດເພີນໃນສິ່ງດຽວກັນກັບສິ່ງທີ່ພວກເຂົາເພີດເພີນ ແລະ ດຳລົງຊີວິດ ແລະ ອາໄສກັບພວກເຂົາ, ແຕ່ພຣະອົງກໍຍັງບໍ່ຄືມະນຸດ. ນີ້ບໍ່ແມ່ນຄວາມສຳຄັນຂອງຕົວປະກອບບໍ? ມັນແມ່ນຜ່ານສິ່ງຕ່າງໆເຫຼົ່ານີ້ຂອງມະນຸດ, ລິດອຳນາດຂອງພຣະເຈົ້າຈຶ່ງຖືກສະແດງອອກ; ມັນຄືຄວາມມືດມົວທີ່ກໍ່ໃຫ້ເກີດມີແສງສະຫວ່າງອັນລໍ້າຄ່າ.

ແນ່ນອນ ພຣະເຈົ້າບໍ່ເຮັດໃຫ້ພວກເຈົ້າເປັນຕົວປະກອບພຽງແຕ່ເພື່ອເຫັນແກ່ສິ່ງນັ້ນ. ກົງກັນຂ້າມ ມັນເປັນພຽງເມື່ອພາລະກິດນີ້ເກີດໝາກຜົນເທົ່ານັ້ນ ມັນຈຶ່ງຈະຊັດເຈນວ່າ ຄວາມກະບົດຂອງມະນຸດເປັນຕົວປະກອບຂອງອຸປະນິໄສອັນຊອບທຳຂອງພຣະເຈົ້າ ແລະ ມັນເປັນພຽງແຕ່ຍ້ອນພວກເຈົ້າເປັນຕົວປະກອບເທົ່ານັ້ນ ພວກເຈົ້າຈຶ່ງມີໂອກາດທີ່ຈະຮູ້ຈັກການສະແດງອອກໂດຍທຳມະຊາດຂອງອຸປະນິໄສອັນຊອບທຳຂອງພຣະເຈົ້າ. ພວກເຈົ້າຖືກພິພາກສາ ແລະ ຖືກຂ້ຽນຕີຍ້ອນຄວາມກະບົດຂອງພວກເຈົ້າ, ແຕ່ມັນຄືຄວາມກະບົດຂອງພວກເຈົ້າເຊັ່ນກັນທີ່ເຮັດໃຫ້ພວກເຈົ້າເປັນຕົວປະກອບ ແລະ ມັນເປັນຍ້ອນຄວາມກະບົດຂອງພວກເຈົ້າ, ພວກເຈົ້າຈຶ່ງໄດ້ຮັບຄວາມກະລຸນາອັນຍິ່ງໃຫຍ່ທີ່ພຣະເຈົ້າປະທານໃຫ້ແກ່ພວກເຈົ້າ. ຄວາມກະບົດຂອງພວກເຈົ້າເປັນຕົວປະກອບໃນອຳນາດອັນຍິ່ງໃຫຍ່ ແລະ ສະຕິປັນຍາຂອງພຣະເຈົ້າ ແລະ ມັນຍັງເປັນຍ້ອນຄວາມກະບົດຂອງພວກເຈົ້າ, ພວກເຈົ້າຈຶ່ງໄດ້ຮັບຄວາມລອດພົ້ນ ແລະ ພອນອັນຍິ່ງໃຫຍ່. ເຖິງແມ່ນພວກເຈົ້າຖືກເຮົາພິພາກສາຢູ່ຊໍ້າແລ້ວຊໍ້າອີກ, ພວກເຈົ້າກໍໄດ້ຮັບຄວາມລອດພົ້ນຢ່າງໃຫຍ່ຫຼວງທີ່ມະນຸດບໍ່ເຄີຍໄດ້ຮັບມາກ່ອນ. ພາລະກິດນີ້ມີຄວາມສຳຄັນທີ່ສຸດສຳລັບພວກເຈົ້າ. ການເປັນ “ຕົວປະກອບ” ຍັງມີຄຸນຄ່າຫຼາຍສຳລັບພວກເຈົ້າ: ພວກເຈົ້າຖືກຊ່ວຍໃຫ້ລອດພົ້ນ ແລະ ໄດ້ຮັບຄວາມກະລຸນາແຫ່ງການລອດພົ້ນ ຍ້ອນພວກເຈົ້າເປັນຕົວປະກອບ, ສະນັ້ນຕົວປະກອບດັ່ງກ່າວບໍ່ມີຄຸນຄ່າທີ່ສຸດບໍ? ມັນບໍ່ໄດ້ມີຄວາມສຳຄັນທີ່ສຸດບໍ? ມັນເປັນຍ້ອນພວກເຈົ້າດຳລົງຊີວິດໃນໂລກດຽວກັນ ນັ້ນກໍຄື ດິນແດນອັນສົກກະປົກຜືນດຽວກັນກັບພຣະເຈົ້າ, ພວກເຈົ້າຈຶ່ງເປັນຕົວປະກອບ ແລະ ໄດ້ຮັບຄວາມລອດພົ້ນອັນຍິ່ງໃຫຍ່ທີ່ສຸດ. ຖ້າພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງ, ຜູ້ໃດຈະມີຄວາມເມດຕາຕໍ່ພວກເຈົ້າ ແລະ ຜູ້ໃດຈະເບິ່ງແຍງພວກເຈົ້າ, ຜູ້ທີ່ເປັນຄົນຕ້ອຍຕໍ່າແບບນັ້ນ? ຜູ້ໃດຈະດູແລພວກເຈົ້າ? ຖ້າພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງເພື່ອປະຕິບັດພາລະກິດທ່າມກາງພວກເຈົ້າ, ເມື່ອໃດພວກເຈົ້າຈຶ່ງຈະໄດ້ຮັບຄວາມລອດພົ້ນນີ້ ທີ່ຜູ້ຄົນຢູ່ມາກ່ອນພວກເຈົ້າບໍ່ເຄີຍໄດ້ຮັບມາກ່ອນ? ຖ້າເຮົາບໍ່ໄດ້ກາຍມາເປັນເນື້ອໜັງເພື່ອດູແລພວກເຈົ້າ, ເພື່ອພິພາກສາຄວາມຜິດບາບຂອງພວກເຈົ້າ, ພວກເຈົ້າຈະບໍ່ຕົກລົງສູ່ດິນແດນມໍລະນາຕັ້ງແຕ່ດົນແລ້ວບໍ? ຖ້າເຮົາບໍ່ໄດ້ກາຍມາເປັນເນື້ອໜັງ ແລະ ຖ່ອມຕົນລົງທ່າມກາງພວກເຈົ້າ, ພວກເຈົ້າຈະມີຄຸນສົມບັດເພື່ອເປັນຕົວປະກອບໃນອຸປະນິໄສອັນຊອບທຳຂອງພຣະເຈົ້າໄດ້ແນວໃດ? ພວກເຈົ້າບໍ່ແມ່ນຕົວປະກອບ ຍ້ອນເຮົາສະຖິດໃນຮູບຮ່າງມະນຸດ ແລະ ມາຢູ່ທ່າມກາງພວກເຈົ້າເພື່ອເຮັດໃຫ້ພວກເຈົ້າສາມາດໄດ້ຮັບຄວາມລອດພົ້ນອັນຍິ່ງໃຫຍ່ທີ່ສຸດບໍ? ພວກເຈົ້າບໍ່ໄດ້ຮັບຄວາມລອດພົ້ນນີ້ ຍ້ອນເຮົາໄດ້ກາຍມາເປັນເນື້ອໜັງບໍ? ຖ້າພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງເພື່ອດຳລົງຊີວິດກັບພວກເຈົ້າ, ພວກເຈົ້າຈະຍັງຄົ້ນພົບຢູ່ບໍວ່າ ພວກເຈົ້າກຳລັງດຳລົງຊີວິດຕໍ່າກວ່າໝາ ແລະ ໝູຢູ່ໃນນະຮົກຂອງມະນຸດ? ພວກເຈົ້າບໍ່ໄດ້ຖືກຂ້ຽນຕີ ແລະ ຖືກພິພາກສາ ຍ້ອນພວກເຈົ້າເປັນຕົວປະກອບໃນພາລະກິດຂອງເຮົາທີ່ຢູ່ໃນເນື້ອໜັງບໍ? ບໍ່ມີພາລະກິດໃດທີ່ເໝາະສົມກັບພວກເຈົ້າຫຼາຍໄປກວ່າພາລະກິດຂອງຕົວປະກອບ, ເພາະມັນເປັນຍ້ອນພວກເຈົ້າເປັນຕົວປະກອບ, ພວກເຈົ້າຈຶ່ງໄດ້ຮັບຄວາມລອດພົ້ນທ່າມກາງການພິພາກສາ. ພວກເຈົ້າບໍ່ຮູ້ສຶກບໍວ່າ ການມີຄຸນສົມບັດເຮັດໜ້າທີ່ດັ່ງຕົວປະກອບຄືພອນອັນຍິ່ງໃຫຍ່ທີ່ສຸດໃນຊີວິດຂອງພວກເຈົ້າ? ພວກເຈົ້າພຽງແຕ່ປະຕິບັດພາລະກິດຂອງຕົວປະກອບ, ແຕ່ພວກເຈົ້າໄດ້ຮັບຄວາມລອດພົ້ນດັ່ງກ່າວດັ່ງທີ່ພວກເຈົ້າບໍ່ເຄີຍໄດ້ຮັບ ຫຼື ແມ່ນແຕ່ໄດ້ຈິນຕະນາການມາກ່ອນ. ມື້ນີ້, ໜ້າທີ່ຂອງພວກເຈົ້າຄືການເປັນຕົວປະກອບ ແລະ ລາງວັນທີ່ເໝາະສົມຂອງພວກເຈົ້າກໍຄືການໄດ້ຮັບພອນຕະຫຼອດໄປເປັນນິດໃນອະນາຄົດ. ຄວາມລອດພົ້ນທີ່ພວກເຈົ້າໄດ້ຮັບບໍ່ແມ່ນຄວາມຮູ້ບາງຢ່າງທີ່ຊົ່ວຄາວ ຫຼື ຄວາມຮູ້ບາງສ່ວນທີ່ຜ່ານໄປມາສໍາລັບປັດຈຸບັນ, ແຕ່ເປັນພອນອັນຍິ່ງໃຫຍ່ກວ່າ: ເປັນການສືບຕໍ່ຂອງຊີວິດຊົ່ວນິດນິລັນ. ເຖິງແມ່ນເຮົາໄດ້ໃຊ້ “ຕົວປະກອບ” ເພື່ອເອົາຊະນະພວກເຈົ້າ, ພວກເຈົ້າກໍຄວນຮູ້ຈັກວ່າ ຄວາມລອດພົ້ນ ແລະ ພອນນີ້ແມ່ນໄດ້ຖືກມອບໃຫ້ກໍເພື່ອຮັບເອົາພວກເຈົ້າ; ມັນແມ່ນເພື່ອເຫັນແກ່ການເອົາຊະນະ ແລະ ມັນຍັງເພື່ອວ່າ ເຮົາອາດຈະໄດ້ຮັບພວກເຈົ້າໄດ້ດີກວ່າ. “ຕົວປະກອບ” ຄືຄວາມຈິງ, ແຕ່ເຫດຜົນທີ່ພວກເຈົ້າເປັນຕົວປະກອບກໍຍ້ອນຄວາມກະບົດຂອງພວກເຈົ້າ ແລະ ມັນເປັນຍ້ອນສິ່ງນີ້ ພວກເຈົ້າຈຶ່ງໄດ້ຮັບພອນທີ່ບໍ່ມີຜູ້ໃດເຄີຍໄດ້ຮັບມາກ່ອນ. ມື້ນີ້ ພວກເຈົ້າຖືກສ້າງໃຫ້ເຫັນ ແລະ ໄດ້ຍິນ; ມື້ອື່ນ ພວກເຈົ້າຈະໄດ້ຮັບ ແລະ ຍິ່ງໄປກວ່ານັ້ນ ພວກເຈົ້າຈະໄດ້ຮັບພອນຢ່າງໃຫຍ່ຫຼວງ. ສະນັ້ນ ຕົວປະກອບບໍ່ໄດ້ມີຄຸນຄ່າທີ່ສຸດບໍ? ຜົນຂອງພາລະກິດແຫ່ງການເອົາຊະນະໃນປັດຈຸບັນແມ່ນຖືກບັນລຸຜ່ານອຸປະນິໄສທີ່ກະບົດຂອງພວກເຈົ້າ ທີ່ເຮັດໜ້າທີ່ເປັນຕົວປະກອບ. ນັ້ນກໍຄື ຈຸດສູງສຸດຂອງຂັ້ນຕອນທີສອງໃນການຂ້ຽນຕີ ແລະ ການພິພາກສາແມ່ນເພື່ອໃຊ້ຄວາມສົກກະປົກ ແລະ ຄວາມກະບົດຂອງພວກເຈົ້າທີ່ເປັນຕົວປະກອບ, ເຮັດໃຫ້ພວກເຈົ້າໄດ້ເບິ່ງເຫັນອຸປະນິໄສອັນຊອບທຳຂອງພຣະເຈົ້າ. ເມື່ອພວກເຈົ້າເຮັດໃຫ້ຕົນເອງເຊື່ອຟັງອີກຄັ້ງ ໃນລະຫວ່າງຂັ້ນຕອນທີສອງຂອງການພິພາກສາ ແລະ ການຂ້ຽນຕີ, ແລ້ວອຸປະນິໄສອັນຊອບທຳທັງໝົດຂອງພຣະເຈົ້າກໍຈະຖືກສະແດງອອກແກ່ພວກເຈົ້າຢ່າງເປີດເຜີຍ. ນີ້ໝາຍຄວາມວ່າ ເມື່ອການຍອມຮັບພາລະກິດແຫ່ງການເອົາຊະນະຂອງພວກເຈົ້າມາເຖິງຈຸດສິ້ນສຸດ, ນີ້ຍັງເປັນຕອນທີ່ພວກເຈົ້າສຳເລັດການປະຕິບັດໜ້າທີ່ຂອງຕົວປະກອບ. ມັນບໍ່ແມ່ນເຈດຕະນາຂອງເຮົາທີ່ຈະຕິດປ້າຍໃສ່ພວກເຈົ້າ. ກົງກັນຂ້າມ ເຮົາກຳລັງໃຊ້ບົດບາດຂອງພວກເຈົ້າດັ່ງຜູ້ໃຫ້ບໍລິການເພື່ອປະຕິບັດຂັ້ນຕອນທຳອິດຂອງພາລະກິດແຫ່ງການເອົາຊະນະ, ເພື່ອສະແດງອຸປະນິໄສອັນຊອບທຳ ແລະ ບໍ່ສາມາດລ່ວງເກີນໄດ້ຂອງພຣະເຈົ້າ. ຜ່ານຄວາມແຕກຕ່າງຂອງພວກເຈົ້າ, ຜ່ານຄວາມກະບົດຂອງພວກເຈົ້າທີ່ເຮັດໜ້າທີ່ເປັນຕົວປະກອບ, ຜົນຂອງຂັ້ນຕອນທີສອງຂອງພາລະກິດແຫ່ງການເອົາຊະນະຈຶ່ງໄດ້ຖືກບັນລຸ, ໄດ້ຖືກເປີດເຜີຍອຸປະນິໄສອັນຊອບທຳຂອງພຣະເຈົ້າໃຫ້ແກ່ພວກເຈົ້າຢ່າງສົມບູນ ເຊິ່ງບໍ່ໄດ້ຖືກເປີດເຜີຍອອກຢ່າງທັງໝົດໃນຂັ້ນຕອນທຳອິດ ແລະ ສະແດງໃຫ້ພວກເຈົ້າເຫັນເຖິງອຸປະນິໄສອັນຊອບທຳທັງໝົດຂອງພຣະເຈົ້າ, ທຸກສິ່ງທີ່ພຣະອົງເປັນ ເຊິ່ງປະກອບມີສະຕິປັນຍາ, ຄວາມອັດສະຈັນ ແລະ ຄວາມບໍລິສຸດດັ່ງເດີມແຫ່ງພາລະກິດຂອງພຣະອົງ. ຜົນຂອງພາລະກິດດັ່ງກ່າວແມ່ນຖືກບັນລຸຜ່ານການເອົາຊະນະໃນລະຫວ່າງເວລາທີ່ແຕກຕ່າງກັນ ແລະ ຜ່ານລະດັບຂອງການພິພາກສາທີ່ແຕກຕ່າງກັນ. ຍິ່ງການພິພາກສາໃກ້ຈຸດສູງສຸດສໍ່າໃດ, ມັນກໍຍິ່ງເປີດເຜີຍເຖິງອຸປະນິໄສທີ່ກະບົດຂອງຜູ້ຄົນຫຼາຍສໍ່ານັ້ນ ແລະ ການເອົາຊະນະກໍຍິ່ງມີປະສິດທິພາບສໍ່ານັ້ນ. ອຸປະນິໄສອັນຊອບທຳທັງໝົດຂອງພຣະເຈົ້າແມ່ນຖືກເປີດເຜີຍຢ່າງຊັດເຈນໃນລະຫວ່າງພາລະກິດແຫ່ງການເອົາຊະນະນີ້. ພາລະກິດແຫ່ງການເອົາຊະນະຖືກແບ່ງແຍກອອກເປັນສອງບາດກ້າວ ແລະ ມີຂັ້ນຕອນ ແລະ ລະດັບທີ່ແຕກຕ່າງກັນ ແລະ ແນ່ນອນ ຜົນທີ່ໄດ້ຖືກບັນລຸກໍແຕກຕ່າງເຊັ່ນກັນ. ນີ້ໝາຍຄວາມວ່າ ລະດັບຄວາມອ່ອນນ້ອມຖ່ອມຕົນຂອງຜູ້ຄົນຍິ່ງເລິກເຊິ່ງຫຼາຍຂຶ້ນ. ມີແຕ່ຫຼັງຈາກນີ້ເທົ່ານັ້ນ ຜູ້ຄົນຈຶ່ງສາມາດຖືກນໍາເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໄປສູ່ຄວາມສົມບູນ; ມີແຕ່ຫຼັງຈາກທີ່ພາລະກິດແຫ່ງການເອົາຊະນະທັງໝົດຖືກເຮັດໃຫ້ສຳເລັດ (ເວລາທີ່ຂັ້ນຕອນທີສອງຂອງການພິພາກສາໄດ້ບັນລຸຜົນສຸດທ້າຍຂອງມັນ), ຜູ້ຄົນຈຶ່ງບໍ່ຖືກພິພາກສາອີກຕໍ່ໄປ ແຕ່ຖືກອະນຸຍາດໃຫ້ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນການຜະເຊີນຊີວິດ. ດ້ວຍວ່າການພິພາກສາເປັນຕົວແທນຂອງການເອົາຊະນະ ແລະ ການເອົາຊະນະກໍຢູ່ໃນຮູບຮ່າງຂອງການພິພາກສາ ແລະ ການຂ້ຽນຕີ.

ພຣະເຈົ້າກາຍມາເປັນເນື້ອໜັງໃນສະຖານທີ່ໆຫຼ້າຫຼັງ ແລະ ສົກກະປົກທີ່ສຸດໃນບັນດາສະຖານທີ່ທັງປວງ ແລະ ດ້ວຍວິທີນີ້ເທົ່ານັ້ນ ພຣະເຈົ້າຈຶ່ງສາມາດສະແດງຢ່າງຊັດເຈນເຖິງອຸປະນິໄສອັນບໍລິສຸດ ແລະ ຊອບທຳທັງໝົດຂອງພຣະອົງ. ແລ້ວອຸປະນິໄສອັນຊອບທຳຂອງພຣະອົງຖືກສະແດງອອກຜ່ານຫຍັງ? ມັນຖືກສະແດງອອກ ເມື່ອພຣະອົງພິພາກສາຄວາມຜິດບາບຂອງມະນຸດ, ເມື່ອພຣະອົງພິພາກສາຊາຕານ, ເມື່ອພຣະອົງກຽດຊັງຄວາມຜິດບາບ ແລະ ເມື່ອພຣະອົງລັງກຽດສັດຕູທີ່ຕໍ່ຕ້ານ ແລະ ກະບົດຕໍ່ພຣະອົງ. ພຣະທຳທີ່ເຮົາກ່າວໃນມື້ນີ້ແມ່ນເພື່ອພິພາກສາຄວາມຜິດບາບຂອງມະນຸດ, ເພື່ອພິພາກສາຄວາມບໍ່ຊອບທຳຂອງມະນຸດ, ເພື່ອສາບແຊ່ງຄວາມບໍ່ເຊື່ອຟັງຂອງມະນຸດ. ຄວາມບໍ່ຊື່ສັດ ແລະ ຄວາມທໍລະຍົດຂອງມະນຸດ, ຄຳເວົ້າ ແລະ ການກະທຳຂອງມະນຸດ, ທຸກສິ່ງທີ່ບໍ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າຕ້ອງຕົກຢູ່ພາຍໃຕ້ການພິພາກສາ ແລະ ຄວາມບໍ່ເຊື່ອຟັງທັງໝົດຂອງມະນຸດແມ່ນໄດ້ຖືກປະນາມວ່າເປັນຄວາມຜິດບາບ. ພຣະທຳຂອງພຣະອົງກ່ຽວພັນກັບຫຼັກການແຫ່ງການພິພາກສາ; ພຣະອົງໃຊ້ການພິພາກສາແຫ່ງຄວາມບໍ່ຊອບທຳຂອງມະນຸດ, ຄຳສາບແຊ່ງແຫ່ງຄວາມກະບົດຂອງມະນຸດ ແລະ ການເປີດໂປງໃບໜ້າທີ່ຂີ້ຮ້າຍຂອງມະນຸດເພື່ອສະແດງອອກເຖິງອຸປະນິໄສອັນຊອບທຳຂອງພຣະອົງ. ຄວາມບໍລິສຸດເປັນຕົວແທນໃຫ້ແກ່ອຸປະນິໄສອັນຊອບທຳຂອງພຣະອົງ ແລະ ໃນຄວາມເປັນຈິງແລ້ວ ຄວາມບໍລິສຸດຂອງພຣະເຈົ້າຄືອຸປະນິໄສອັນຊອບທຳແທ້ຈິງຂອງພຣະອົງ. ອຸປະນິໄສອັນເສື່ອມຊາມຂອງພວກເຈົ້າແມ່ນບໍລິບົດແຫ່ງພຣະທຳໃນປັດຈຸບັນ, ເຮົາໃຊ້ພວກມັນເພື່ອກ່າວ ແລະ ພິພາກສາ ແລະ ເພື່ອປະຕິບັດພາລະກິດແຫ່ງການເອົາຊະນະ. ສິ່ງນີ້ເທົ່ານັ້ນຄືພາລະກິດທີ່ແທ້ຈິງ ແລະ ສິ່ງນີ້ເທົ່ານັ້ນທີ່ເຮັດໃຫ້ຄວາມບໍລິສຸດຂອງພຣະເຈົ້າແຈ້ງສະຫວ່າງຢ່າງສົມບູນ. ຖ້າບໍ່ມີຮ່ອງຮອຍຂອງອຸປະນິໄສອັນເສື່ອມຊາມໃນຕົວເຈົ້າ, ແລ້ວພຣະເຈົ້າຈະບໍ່ພິພາກສາເຈົ້າ ຫຼື ພຣະອົງຈະບໍ່ສະແດງອຸປະນິໄສອັນຊອບທຳຂອງພຣະອົງຕໍ່ເຈົ້າ. ຍ້ອນເຈົ້າມີອຸປະນິໄສອັນເສື່ອມຊາມ, ພຣະເຈົ້າຈະບໍ່ປ່ອຍເຈົ້າໄປ ແລະ ມັນແມ່ນຜ່ານສິ່ງນີ້ ຄວາມບໍລິສຸດຂອງພຣະອົງຈຶ່ງຖືກສະແດງອອກ. ຖ້າພຣະເຈົ້າເຫັນວ່າ ຄວາມສົກກະປົກ ແລະ ຄວາມກະບົດຂອງມະນຸດມີຫຼາຍເກີນໄປ ແຕ່ພຣະອົງບໍ່ໄດ້ກ່າວ ຫຼື ພິພາກສາເຈົ້າ ຫຼື ບໍ່ໄດ້ຂ້ຽນຕີເຈົ້າ ຍ້ອນຄວາມບໍ່ຊອບທຳຂອງເຈົ້າ, ແລ້ວສິ່ງນີ້ກໍຈະພິສູດວ່າພຣະອົງບໍ່ແມ່ນພຣະເຈົ້າ, ຍ້ອນວ່າພຣະອົງຈະບໍ່ມີຄວາມກຽດຊັງຄວາມຜິດບາບ; ພຣະອົງຈະສົກກະປົກຄືກັບມະນຸດ. ໃນປັດຈຸບັນ, ມັນເປັນຍ້ອນຄວາມສົກກະປົກຂອງເຈົ້າ ເຮົາຈຶ່ງພິພາກສາເຈົ້າ ແລະ ມັນເປັນຍ້ອນຄວາມເສື່ອມຊາມ ແລະ ຄວາມກະບົດຂອງເຈົ້າ ເຮົາຈຶ່ງຂ້ຽນຕີເຈົ້າ. ເຮົາບໍ່ໄດ້ໂອ້ອວດລິດອຳນາດຂອງເຮົາຕໍ່ພວກເຈົ້າ ຫຼື ຕັ້ງໃຈກົດຂີ່ພວກເຈົ້າ; ເຮົາເຮັດສິ່ງເຫຼົ່ານີ້ ກໍຍ້ອນພວກເຈົ້າຜູ້ທີ່ເກີດໃນດິນແດນອັນສົກກະປົກນີ້ ຖືກເຮັດໃຫ້ເປິເປື້ອນດ້ວຍຄວາມສົກກະປົກຢ່າງຮຸນແຮງ. ພວກເຈົ້າໄດ້ສູນເສຍຄວາມຊື່ສັດ ແລະ ຄວາມເປັນມະນຸດຂອງພວກເຈົ້າໄປແລ້ວ ແລະ ພວກເຈົ້າໄດ້ກາຍມາເປັນໝູທີ່ເກີດໃນມຸມທີ່ສົກກະປົກທີ່ສຸດຂອງໂລກ ແລະ ດ້ວຍເຫດນັ້ນ ມັນເປັນຍ້ອນສິ່ງນີ້ ພວກເຈົ້າຈຶ່ງຖືກພິພາກສາ ແລະ ເຮົາຈຶ່ງປ່ອຍຄວາມໂກດຮ້າຍຂອງເຮົາມາເຖິງພວກເຈົ້າ. ມັນເປັນຍ້ອນການພິພາກສານີ້ແທ້ໆ ພວກເຈົ້າຈຶ່ງສາມາດເຫັນວ່າພຣະເຈົ້າເປັນພຣະເຈົ້າທີ່ຊອບທຳ ແລະ ພຣະເຈົ້າເປັນພຣະເຈົ້າທີ່ບໍລິສຸດ; ມັນເປັນຍ້ອນຄວາມບໍລິສຸດຂອງພຣະອົງ ແລະ ຄວາມຊອບທຳຂອງພຣະອົງແທ້ໆ, ພຣະອົງຈຶ່ງພິພາກສາພວກເຈົ້າ ແລະ ປ່ອຍຄວາມໂກດຮ້າຍຂອງພຣະອົງໃສ່ພວກເຈົ້າ. ຍ້ອນພຣະອົງສາມາດເປີດເຜີຍອຸປະນິໄສອັນຊອບທຳຂອງພຣະອົງ ເມື່ອພຣະອົງເຫັນຄວາມກະບົດຂອງມະນຸດ ແລະ ຍ້ອນພຣະອົງສາມາດເປີດເຜີຍຄວາມບໍລິສຸດຂອງພຣະອົງ ເມື່ອພຣະອົງເຫັນຄວາມສົກກະປົກຂອງມະນຸດ, ສິ່ງນີ້ກໍພຽງພໍທີ່ຈະສະແດງວ່າ ພຣະອົງເປັນພຣະເຈົ້າເອງ ຜູ້ທີ່ບໍລິສຸດ ແລະ ສົມບູນ ແລະ ຍັງດຳລົງຊີວິດຢູ່ໃນດິນແດນທີ່ສົກກະປົກ. ຖ້າບຸກຄົນໃດໜຶ່ງ ກິ້ງເກືອກໃນບຶງໜອງກັບຄົນອື່ນ ແລະ ບໍ່ມີຫຍັງທີ່ບໍລິສຸດກ່ຽວກັບເຂົາ ແລະ ເຂົາບໍ່ມີອຸປະນິໄສທີ່ຊອບທຳ, ແລ້ວເຂົາກໍຈະບໍ່ມີຄຸນສົມບັດພິພາກສາຄວາມຊົ່ວຮ້າຍຂອງມະນຸດ ຫຼື ເຂົາຈະບໍ່ເໝາະສົມປະຕິບັດການພິພາກສາຂອງມະນຸດ. ຖ້າບຸກຄົນໜຶ່ງຈະຕັດສິນອີກຄົນໜຶ່ງ, ມັນຈະບໍ່ເປັນຄືກັບວ່າພວກເຂົາຕົບໜ້າກັນເອງບໍ? ຜູ້ຄົນທີ່ສົກກະປົກສໍ່າກັບອີກຄົນໜຶ່ງຈະສາມາດມີຄຸນສົມບັດພິພາກສາຄົນທີ່ເປັນຄືກັບພວກເຂົາໄດ້ແນວໃດ? ມີພຽງແຕ່ພຣະເຈົ້າອົງບໍລິສຸດເທົ່ານັ້ນທີ່ສາມາດພິພາກສາມະນຸດຊາດສົກກະປົກທັງປວງ. ມະນຸດຈະສາມາດພິພາກສາຄວາມຜິດບາບຂອງມະນຸດໄດ້ແນວໃດ? ມະນຸດຈະສາມາດເຫັນຄວາມຜິດບາບຂອງມະນຸດ ແລະ ມະນຸດຈະສາມາດມີຄຸນສົມບັດເພື່ອປະນາມຄວາມຜິດບາບເຫຼົ່ານີ້ໄດ້ແນວໃດ? ຖ້າພຣະເຈົ້າບໍ່ມີຄຸນສົມບັດພິພາກສາຄວາມຜິດບາບຂອງມະນຸດ, ແລ້ວພຣະອົງຈະເປັນພຣະເຈົ້າທີ່ຊອບທຳໄດ້ແນວໃດ? ເມື່ອອຸປະນິໄສອັນເສື່ອມຊາມຂອງຜູ້ຄົນຖືກເປີດເຜີຍອອກ, ພຣະເຈົ້າກໍກ່າວເພື່ອພິພາກສາຜູ້ຄົນ ແລະ ມີແຕ່ເມື່ອນັ້ນ ຜູ້ຄົນຈຶ່ງເຫັນວ່າພຣະອົງບໍລິສຸດ. ໃນຂະນະທີ່ພຣະອົງພິພາກສາ ແລະ ຂ້ຽນຕີມະນຸດຍ້ອນຄວາມຜິດບາບຂອງເຂົາ, ໃນຂະນະດຽວກັນກໍເປີດໂປງຄວາມຜິດບາບຂອງມະນຸດ, ບໍ່ມີຜູ້ໃດ ຫຼື ສິ່ງໃດສາມາດຫຼົບໜີການພິພາກສານີ້; ທຸກສິ່ງທີ່ສົກກະປົກແມ່ນຖືກພຣະອົງພິພາກສາ ແລະ ມັນແມ່ນດ້ວຍເຫດນີ້ເທົ່ານັ້ນ ອຸປະນິໄສຂອງພຣະອົງຈຶ່ງສາມາດເວົ້າໄດ້ວ່າຊອບທຳ. ຖ້າບໍ່ດັ່ງນັ້ນ, ມັນຈະສາມາດເວົ້າໄດ້ແນວໃດວ່າພວກເຈົ້າຄືຕົວປະກອບທັງໃນນາມ ແລະ ແທ້ຈິງ?

ມີຄວາມແຕກຕ່າງຢ່າງໃຫຍ່ຫຼວງລະຫວ່າງພາລະກິດທີ່ເກີດຂຶ້ນໃນອິດສະຣາເອນ ແລະ ພາລະກິດໃນປັດຈຸບັນ. ພຣະເຢໂຮວານໍາພາຊີວິດຂອງຊາວອິດສະຣາເອນ ແລະ ບໍ່ມີການຂ້ຽນຕີ ແລະ ການພິພາກສາຫຼາຍຢ່າງ, ຍ້ອນໃນເວລານັ້ນ ຜູ້ຄົນເຂົ້າໃຈໜ້ອຍດຽວກ່ຽວກັບໂລກ ແລະ ມີອຸປະນິໄສທີ່ເສື່ອມຊາມພຽງເລັກນ້ອຍ. ໃນຕອນນັ້ນ, ຊາວອິດສະຣາເອນເຊື່ອຟັງພຣະເຢໂຮວາໂດຍປະລິຍາຍ. ເມື່ອພຣະອົງບອກພວກເຂົາໃຫ້ສ້າງແທ່ນບູຊາ, ພວກເຂົາກໍສ້າງແທ່ນບູຊາທັນທີ; ເມື່ອພຣະອົງບອກພວກເຂົາໃຫ້ນຸ່ງເສື້ອຄຸມຂອງປະໂລຫິດ, ພວກເຂົາກໍເຊື່ອຟັງ. ໃນຕອນນັ້ນ, ພຣະເຢໂຮວາເປັນຄືກັບຄົນລ້ຽງແກະທີ່ເບິ່ງແຍງຝູງແກະ, ຝູງແກະກໍຕິດຕາມການນໍາພາຂອງຄົນລ້ຽງແກະ ແລະ ກິນຫຍ້າໃນທົ່ງຫຍ້າ; ພຣະເຢໂຮວານໍາພາຊີວິດຂອງພວກເຂົາ, ຊີ້ນໍາພວກເຂົາໃນວິທີທີ່ພວກເຂົາກິນ, ນຸ່ງເຄື່ອງ, ອາໄສ ແລະ ເດີນທາງ. ນັ້ນບໍ່ແມ່ນເວລາສະແດງອຸປະນິໄສຂອງພຣະເຈົ້າ, ຍ້ອນມະນຸດຊາດໃນເວລານັ້ນຫາກໍເກີດໃໝ່; ມີຄົນຈຳນວນເລັກນ້ອຍທີ່ກະບົດ ແລະ ຕໍ່ຕ້ານ, ບໍ່ມີຄວາມສົກກະປົກຫຼາຍໃນທ່າມກາງມະນຸດຊາດ ແລະ ດ້ວຍເຫດນັ້ນ ຜູ້ຄົນຈຶ່ງບໍ່ສາມາດເຮັດໜ້າທີ່ເປັນຕົວປະກອບໃນອຸປະນິໄສຂອງພຣະເຈົ້າ. ມັນແມ່ນຜ່ານຜູ້ຄົນທີ່ມາຈາກດິນແດນທີ່ສົກກະປົກ, ຄວາມບໍລິສຸດຂອງພຣະເຈົ້າຈຶ່ງຖືກສະແດງອອກ; ໃນປັດຈຸບັນ, ພຣະອົງໃຊ້ຄວາມສົກກະປົກທີ່ສະແດງອອກໃນຜູ້ຄົນເຫຼົ່ານີ້ທີ່ຢູ່ໃນດິນແດນແຫ່ງຄວາມສົກກະປົກນີ້ເພື່ອພິພາກສາ ແລະ ດັ່ງນັ້ນ ສິ່ງດັ່ງກ່າວຈຶ່ງເປັນສິ່ງທີ່ຖືກສະແດງອອກທ່າມກາງການພິພາກສາ. ເປັນຫຍັງພຣະອົງຈຶ່ງພິພາກສາ? ພຣະອົງສາມາດກ່າວພຣະທຳແຫ່ງການພິພາກສາກໍ ຍ້ອນພຣະອົງກຽດຊັງຄວາມຜິດບາບ; ພຣະອົງຈະສາມາດໃຈຮ້າຍແບບນັ້ນໄດ້ແນວໃດ ຖ້າພຣະອົງບໍ່ກຽດຊັງຄວາມກະບົດຂອງມະນຸດຊາດ? ຖ້າບໍ່ມີຄວາມເບື່ອໜ່າຍພາຍໃນພຣະອົງ, ບໍ່ມີຄວາມລັງກຽດຢ່າງແຮງ, ຖ້າພຣະອົງບໍ່ສົນໃຈຕໍ່ຄວາມກະບົດຂອງຜູ້ຄົນ, ແລ້ວນັ້ນກໍຈະພິສູດວ່າພຣະອົງສົກກະປົກສໍ່າກັບມະນຸດ. ການທີ່ພຣະອົງສາມາດພິພາກສາ ແລະ ຂ້ຽນຕີມະນຸດກໍແມ່ນຍ້ອນພຣະອົງກຽດຊັງຄວາມສົກກະປົກ ແລະ ສິ່ງທີ່ພຣະອົງກຽດຊັງແມ່ນບໍ່ມີຢູ່ໃນພຣະອົງ. ຖ້າມີຄວາມຕໍ່ຕ້ານ ແລະ ຄວາມກະບົດໃນພຣະອົງເຊັ່ນກັນ, ພຣະອົງຈະບໍ່ກຽດຊັງຄົນທີ່ຕໍ່ຕ້ານ ແລະ ກະບົດ. ຖ້າພາລະກິດແຫ່ງຍຸກສຸດທ້າຍຖືກປະຕິບັດໃນອິດສະຣາເອນ, ຈະບໍ່ມີຄວາມໝາຍຫຍັງໃນພາລະກິດນັ້ນເລີຍ. ເປັນຫຍັງພາລະກິດແຫ່ງຍຸກສຸດທ້າຍຈຶ່ງເກີດຂຶ້ນໃນປະເທດຈີນ ເຊິ່ງເປັນສະຖານທີ່ໆມືດມົວທີ່ສຸດ ແລະ ຫຼ້າຫຼັງທີ່ສຸດໃນບັນດາສະຖານທີ່ທັງປວງ? ມັນແມ່ນເພື່ອສະແດງຄວາມບໍລິສຸດ ແລະ ຄວາມຊອບທຳຂອງພຣະອົງ. ສະຫຼຸບກໍຄື ຍິ່ງສະຖານທີ່ມືດມົວສໍ່າໃດ, ຄວາມບໍລິສຸດຂອງພຣະເຈົ້າກໍຍິ່ງຖືກສະແດງອອກມາຢ່າງຊັດເຈນສໍ່ານັ້ນ. ໃນຄວາມເປັນຈິງແລ້ວ, ທຸກສິ່ງນີ້ແມ່ນເພື່ອເຫັນແກ່ພາລະກິດຂອງພຣະເຈົ້າ. ມີພຽງແຕ່ມື້ນີ້ເທົ່ານັ້ນ ພວກເຈົ້າຈຶ່ງຮັບຮູ້ວ່າພຣະເຈົ້າໄດ້ລົງມາຈາກສະຫວັນເພື່ອຢືນຢູ່ທ່າມກາງພວກເຈົ້າ, ສະແດງຄວາມສົກກະປົກ ແລະ ຄວາມກະບົດຂອງພວກເຈົ້າອອກມາ ແລະ ມີພຽງຕອນນີ້ເທົ່ານັ້ນ ພວກເຈົ້າຈຶ່ງຮູ້ຈັກພຣະເຈົ້າ. ນີ້ບໍ່ແມ່ນເປັນການຍົກຂຶ້ນຢ່າງຍິ່ງໃຫຍ່ທີ່ສຸດບໍ? ໃນຄວາມເປັນຈິງແລ້ວ, ພວກເຈົ້າເປັນກຸ່ມຄົນໃນປະເທດຈີນທີ່ຖືກເລືອກ. ແລ້ວຍ້ອນພວກເຈົ້າຖືກເລືອກ ແລະ ໄດ້ຮັບຄວາມກະລຸນາຂອງພຣະເຈົ້າ ແຕ່ ຍ້ອນພວກເຈົ້າບໍ່ສົມຄວນທີ່ຈະໄດ້ຮັບຄວາມກະລຸນາອັນຍິ່ງໃຫຍ່ດັ່ງກ່າວ, ສິ່ງນີ້ຈຶ່ງພິສູດວ່າ ທຸກສິ່ງນີ້ຄືການຍົກພວກເຈົ້າຂຶ້ນຢ່າງສູງສຸດ. ພຣະເຈົ້າໄດ້ປາກົດຕໍ່ພວກເຈົ້າ ແລະ ສະແດງໃຫ້ພວກເຈົ້າເຫັນເຖິງອຸປະນິໄສອັນບໍລິສຸດທັງໝົດຂອງພຣະອົງ ແລະ ພຣະອົງໄດ້ມອບທຸກສິ່ງນັ້ນໃຫ້ແກ່ພວກເຈົ້າ ແລະ ເຮັດໃຫ້ພວກເຈົ້າໄດ້ຮັບພອນທັງໝົດທີ່ພວກເຈົ້າສາມາດຮັບໄດ້. ບໍ່ພຽງແຕ່ພວກເຈົ້າໄດ້ຊີມລົດຊາດອຸປະນິໄສອັນຊອບທຳຂອງພຣະເຈົ້າ ແຕ່ຍິ່ງໄປກວ່ານັ້ນ ພວກເຈົ້າຍັງໄດ້ຊີມລົດຊາດແຫ່ງຄວາມລອດພົ້ນຂອງພຣະເຈົ້າ, ການໄຖ່ຂອງພຣະເຈົ້າ ແລະ ຄວາມຮັກທີ່ໄຮ້ຂອບເຂດ ແລະ ບໍ່ມີສິ້ນສຸດຂອງພຣະເຈົ້າ. ພວກເຈົ້າທີ່ເປັນຄົນທີ່ສົກກະປົກທີ່ສຸດໃນບັນດາຄົນທັງປວງໄດ້ຮັບຄວາມກະລຸນາອັນໃຫຍ່ຫຼວງ, ພວກເຈົ້າບໍ່ໄດ້ຮັບພອນບໍ? ນີ້ບໍ່ແມ່ນການທີ່ພຣະເຈົ້າຍົກພວກເຈົ້າຂຶ້ນບໍ? ພວກເຈົ້າເຊິ່ງເປັນຜູ້ຄົນທີ່ມີວຸດທິພາວະຕໍ່າຕ້ອຍທີ່ສຸດໃນບັນດາທຸກສິ່ງ; ໂດຍທໍາມະຊາດແລ້ວ ພວກເຈົ້າບໍ່ເໝາະສົມທີ່ຈະໄດ້ຮັບພອນອັນຍິ່ງໃຫຍ່ດັ່ງກ່າວ, ແຕ່ພຣະເຈົ້າໄດ້ຍົກເວັ້ນ ໂດຍຍົກເຈົ້າຂຶ້ນ. ເຈົ້າບໍ່ຮູ້ສຶກອັບອາຍບໍ? ຖ້າເຈົ້າບໍ່ສາມາດປະຕິບັດໜ້າທີ່ຂອງເຈົ້າ, ແລ້ວເຈົ້າກໍຈະລະອາຍໃຈຕົນເອງຢ່າງທີ່ສຸດ ແລະ ເຈົ້າຈະລົງໂທດຕົນເອງ. ມື້ນີ້, ເຈົ້າບໍ່ໄດ້ຖືກລົງວິໄນ ຫຼື ເຈົ້າບໍ່ໄດ້ຖືກລົງໂທດ; ເນື້ອໜັງຂອງເຈົ້າປອດໄພ ແລະ ເປັນປົກກະຕິດີ, ແຕ່ໃນທີ່ສຸດ ພຣະທຳເຫຼົ່ານີ້ຈະນໍາເຈົ້າໄປສູ່ຄວາມອັບອາຍ. ຈົນເຖິງປັດຈຸບັນ, ເຮົາຍັງບໍ່ໄດ້ຂ້ຽນຕີຜູ້ໃດຜູ້ໜຶ່ງຢ່າງເປີດເຜີຍ; ພຣະທຳຂອງເຮົາອາດຮຸນແຮງ, ແຕ່ຈະໃຫ້ເຮົາປະຕິບັດແນວໃດຕໍ່ຜູ້ຄົນ? ເຮົາຜະເຊີນກັບພວກເຂົາ ແລະ ຕໍານິຕິເຕືອນພວກເຂົາ ແລະ ຕັກເຕືອນພວກເຂົາ. ເຮົາເຮັດແບບນີ້ບໍ່ແມ່ນຍ້ອນເຫດຜົນອື່ນໃດ ນອກຈາກເພື່ອຊ່ວຍພວກເຈົ້າໃຫ້ລອດພົ້ນ. ພວກເຈົ້າບໍ່ເຂົ້າໃຈຄວາມປະສົງຂອງເຮົາແທ້ບໍ? ພວກເຈົ້າຄວນເຂົ້າໃຈໃນສິ່ງທີ່ເຮົາເວົ້າ ແລະ ຄວນຖືກກະຕຸ້ນໂດຍສິ່ງນັ້ນ. ມີພຽງແຕ່ຕອນນີ້ເທົ່ານັ້ນຈຶ່ງມີຫຼາຍຄົນທີ່ເຂົ້າໃຈ. ນີ້ບໍ່ແມ່ນພອນຂອງການເປັນຕົວປະກອບບໍ? ການເປັນຕົວປະກອບບໍ່ແມ່ນສິ່ງທີ່ໄດ້ຮັບພອນຫຼາຍທີ່ສຸດບໍ? ໃນທີ່ສຸດແລ້ວ ເມື່ອພວກເຈົ້າໄປເຜີຍແຜ່ຂ່າວປະເສີດ, ພວກເຈົ້າຈະເວົ້າແບບນີ້: “ພວກເຮົາເປັນຕົວປະກອບທຳມະດາ”. ພວກເຂົາຈະຖາມເຈົ້າວ່າ “ມັນໝາຍຄວາມວ່າແນວໃດທີ່ເຈົ້າເປັນຕົວປະກອບທີ່ທຳມະດາ?” ແລ້ວເຈົ້າຈະເວົ້າວ່າ: “ພວກເຮົາເປັນຕົວປະກອບໃນພາລະກິດຂອງພຣະເຈົ້າ ແລະ ໃນລິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ. ອຸປະນິໄສອັນຊອບທຳທັງໝົດຂອງພຣະເຈົ້າຖືກເປີດເຜີຍສູ່ສາທາລະນະຍ້ອນຄວາມກະບົດຂອງພວກເຮົາ; ພວກເຮົາຄືອຸປະກອນຮັບໃຊ້ໃນພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ, ພວກເຮົາເປັນສ່ວນຫ້ອຍທ້າຍໃນພາລະກິດຂອງພຣະອົງ ແລະ ຍັງເປັນເຄື່ອງມືຂອງພາລະກິດນັ້ນ”. ເມື່ອພວກເຂົາໄດ້ຍິນສິ່ງນັ້ນ, ພວກເຂົາກໍຈະປະຫຼາດໃຈ. ຕໍ່ໄປ ເຈົ້າກໍຈະເວົ້າວ່າ: “ພວກເຮົາແມ່ນຕົວຢ່າງ ແລະ ແບບຢ່າງສຳລັບການສຳເລັດພາລະກິດແຫ່ງຈັກກະວານທັງປວງຂອງພຣະເຈົ້າ ແລະ ສຳລັບການເອົາຊະນະມະນຸດຊາດທັງປວງຂອງພຣະອົງ. ສະຫຼຸບແລ້ວກໍຄື ບໍ່ວ່າພວກເຮົາບໍລິສຸດ ຫຼື ສົກກະປົກ, ພວກເຮົາກໍຍັງຈະໄດ້ຮັບພອນຫຼາຍກວ່າພວກເຈົ້າ, ຍ້ອນພວກເຮົາໄດ້ເຫັນພຣະເຈົ້າ ແລະ ຜ່ານທາງໂອກາດທີ່ພຣະອົງເອົາຊະນະພວກເຮົາ, ລິດອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າຖືກສະແດງອອກ; ມັນເປັນຍ້ອນພວກເຮົາສົກກະປົກ ແລະ ເສື່ອມຊາມເທົ່ານັ້ນ, ອຸປະນິໄສອັນຊອບທຳຂອງພຣະອົງຈຶ່ງປາກົດອອກມາ. ພວກເຈົ້າສາມາດເປັນພະຍານແບບນັ້ນຕໍ່ພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າບໍ? ພວກເຈົ້າບໍ່ມີຄຸນສົມບັດ! ນີ້ບໍ່ແມ່ນຫຍັງເລີຍ ນອກຈາກການທີ່ພຣະເຈົ້າຍົກພວກເຮົາໃຫ້ສູງຂຶ້ນ! ເຖິງແມ່ນພວກເຮົາອາດອວດດີ, ພວກເຮົາກໍສາມາດສັນລະເສີນພຣະເຈົ້າຢ່າງພູມໃຈ ຍ້ອນບໍ່ມີຜູ້ໃດສາມາດສືບທອດສັນຍາອັນຍິ່ງໃຫຍ່ດັ່ງກ່າວ ແລະ ບໍ່ມີຜູ້ໃດສາມາດໄດ້ຮັບພອນອັນຍິ່ງໃຫຍ່ດັ່ງກ່າວ. ພວກເຮົາຮູ້ສຶກດີໃຈຫຼາຍທີ່ພວກເຮົາ ຜູ້ທີ່ສົກກະປົກຫຼາຍ ໄດ້ສາມາດເຮັດໜ້າທີ່ເປັນຕົວປະກອບໃນລະຫວ່າງການຄຸ້ມຄອງຂອງພຣະເຈົ້າ”. ແລ້ວເມື່ອພວກເຂົາຖາມວ່າ “ແມ່ນຫຍັງຄືຕົວຢ່າງ ແລະ ແບບຢ່າງ?” ເຈົ້າກໍເວົ້າວ່າ “ພວກເຮົາແມ່ນຄົນທີ່ກະບົດທີ່ສຸດ ແລະ ສົກກະປົກທີ່ສຸດໃນບັນດາມະນຸດຊາດ; ພວກເຮົາຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງທີ່ສຸດ ແລະ ພວກເຮົາຫຼ້າຫຼັງ ແລະ ມີເນື້ອໜັງທີ່ຕໍ່າຕ້ອຍທີ່ສຸດ. ພວກເຮົາເປັນຕົວຢ່າງແທ້ຈິງຂອງຄົນທີ່ຖືກຊາຕານໃຊ້. ມື້ນີ້ ພວກເຮົາຖືກເລືອກໂດຍພຣະເຈົ້າໃຫ້ເປັນຜູ້ທຳອິດທ່າມກາງມະນຸດຊາດທີ່ຖືກເອົາຊະນະ ແລະ ພວກເຮົາເບິ່ງເຫັນອຸປະນິໄສອັນຊອບທຳຂອງພຣະເຈົ້າ ແລະ ສືບທອດສັນຍາຂອງພຣະອົງ; ພວກເຮົາຖືກໃຊ້ເພື່ອເອົາຊະນະອີກຫຼາຍຄົນ, ສະນັ້ນ ພວກເຮົາເປັນຕົວຢ່າງ ແລະ ແບບຢ່າງຂອງຄົນທີ່ຖືກເອົາຊະນະໃນບັນດາມະນຸດຊາດ”. ບໍ່ມີຄຳພະຍານໃດທີ່ດີໄປກວ່າຖ້ອຍຄຳເຫຼົ່ານີ້ ແລະ ນີ້ແມ່ນປະສົບການທີ່ດີທີ່ສຸດຂອງເຈົ້າ.

ກ່ອນນີ້: ເປັນຫຍັງເຈົ້າຈຶ່ງບໍ່ເຕັມໃຈທີ່ຈະເປັນຕົວປະກອບ?

ຕໍ່ໄປ: ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (2)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້