2. ຄວາມແຕກຕ່າງລະຫວ່າງຄຳເວົ້າຂອງຜູ້ຄົນທີ່ພຣະເຈົ້າໃຊ້ທີ່ສອດຄ່ອງກັບຄວາມຈິງ ແລະ ພຣະທຳຂອງພຣະເຈົ້າເອງ
ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:
ພຣະທໍາຂອງພຣະເຈົ້າບໍ່ສາມາດກ່າວໄດ້ວ່າ ເປັນຄໍາເວົ້າຂອງມະນຸດ ແລະ ແຮງໄກທີ່ຄົນໃດໜຶ່ງຈະສາມາດເຮັດໃຫ້ຄຳເວົ້າຂອງມະນຸດເປັນພຣະທໍາຂອງພຣະເຈົ້າ. ມະນຸດຄົນໃດກໍຕາມທີ່ຖືກໃຊ້ໂດຍພຣະເຈົ້າຈະບໍ່ແມ່ນພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ພຣະເຈົ້າທີ່ບັງເກີດເປັນມະນຸດກໍບໍ່ແມ່ນມະນຸດທີ່ຖືກໃຊ້ໂດຍພຣະເຈົ້າ. ໃນສິ່ງນີ້ແມ່ນມີຄວາມແຕກຕ່າງທີ່ສຳຄັນ. ບາງເທື່ອ ຫຼັງຈາກອ່ານພຣະທໍາເຫຼົ່ານີ້ແລ້ວ ເຈົ້າບໍ່ຍອມຮັບວ່າສິ່ງເຫຼົ່ານີ້ຄືພຣະທໍາຂອງພຣະເຈົ້າ, ແຕ່ເປັນພຽງແສງສະຫວ່າງທີ່ມະນຸດໄດ້ຮັບ. ໃນກໍລະນີນີ້ ເຈົ້າກໍຕາບອດດ້ວຍຄວາມບໍ່ຮູ້. ພຣະທໍາຂອງພຣະເຈົ້າຈະຄືກັນກັບແສງສະຫວ່າງທີ່ມະນຸດໄດ້ຮັບແນວໃດ? ພຣະທໍາຂອງພຣະເຈົ້າຜູ້ບັງເກີດເປັນມະນຸດໄດ້ລິເລີ່ມຍຸກໃໝ່, ຊີ້ນໍາມວນມະນຸດຊາດ, ເປີດເຜີຍຄວາມເລິກລັບ ແລະ ສະແດງໃຫ້ມະນຸດເຫັນທິດທາງທີ່ເຂົາຕ້ອງຮັບເອົາໃນຍຸກໃໝ່. ແສງສະຫວ່າງທີ່ໄດ້ຮັບໂດຍມະນຸດແມ່ນເປັນພຽງຄຳແນະນໍາສຳລັບການປະຕິບັດ ຫຼື ຄວາມຮູ້ທີ່ທໍາມະດາ. ມັນບໍ່ສາມາດນໍາພາມວນມະນຸດຊາດໄປສູ່ຍຸກໃໝ່ໄດ້ ຫຼື ເປີດເຜີຍຄວາມເລິກລັບຂອງພຣະເຈົ້າເອງໄດ້. ເມື່ອທຸກຢ່າງຈົບສິ້ນລົງ, ພຣະເຈົ້າກໍຄືພຣະເຈົ້າ ແລະ ມະນຸດກໍຄືມະນຸດ. ພຣະເຈົ້າມີແກ່ນແທ້ຂອງພຣະເຈົ້າ ແລະ ມະນຸດກໍມີແກ່ນແທ້ຂອງມະນຸດ. ຖ້າມະນຸດເຫັນພຣະທໍາທີ່ກ່າວໂດຍພຣະເຈົ້າເປັນພຽງຄວາມສະຫວ່າງທໍາມະດາຂອງພຣະວິນຍານບໍລິສຸດ ແລະ ຖືເອົາຖ້ອຍຄໍາຂອງພວກອັກຄະສາວົກ ແລະ ຜູ້ປະກາດພຣະທຳເປັນພຣະທໍາທີ່ກ່າວໂດຍພຣະເຈົ້າເອງ, ນັ້ນຈະເປັນຄວາມຜິດພາດຂອງມະນຸດ. ຢ່າງໃດກໍຕາມ, ເຈົ້າບໍ່ຄວນປະສົມຄວາມຖືກຕ້ອງ ແລະ ຄວາມຜິດ ຫຼື ເຮັດໃຫ້ສູງກາຍເປັນຕໍ່າ ຫຼື ເຂົ້າໃຈຜິດວ່າສິ່ງທີ່ເລິກເຊິ່ງເປັນສິ່ງທີ່ຕື້ນ; ເຖິງຢ່າງໃດກໍຕາມ, ເຈົ້າບໍ່ຄວນຈົງໃຈໂຕ້ແຍ້ງສິ່ງທີ່ເຈົ້າຮູ້ໃຫ້ກາຍເປັນຄວາມຈິງ. ທຸກຄົນທີ່ເຊື່ອວ່າມີພຣະເຈົ້າກໍຄວນຄົ້ນຫາບັນຫາຈາກມຸມມອງທີ່ຖືກຕ້ອງ ແລະ ຄວນຮັບເອົາພາລະກິດໃໝ່ຂອງພຣະເຈົ້າ ແລະ ພຣະທໍາໃໝ່ຂອງພຣະອົງຈາກທັດສະນະຂອງສິ່ງທີ່ຖືກສ້າງໂດຍພຣະອົງ; ບໍ່ດັ່ງນັ້ນພວກເຂົາກໍຈະຖືກກໍາຈັດໂດຍພຣະເຈົ້າ.
(ຄັດຈາກບົດນໍາຂອງໜັງສືພຣະທຳປາກົດໃນຮ່າງກາຍ)
ຄວາມຈິງແມ່ນສິ່ງທີ່ແທ້ຈິງທີ່ສຸດຂອງຄຳພັງເພີຍແຫ່ງຊີວິດ ແລະ ສິ່ງທີ່ສູງສົ່ງທີ່ສຸດຂອງຄຳພັງເພີຍດັ່ງກ່າວຂອງມະນຸດຊາດທັງໝົດ. ຍ້ອນມັນເປັນສິ່ງທີ່ພຣະເຈົ້າຕ້ອງການໃນມະນຸດ ແລະ ເປັນພາລະກິດທີ່ພຣະເຈົ້າປະຕິບັດດ້ວຍຕົວເອງ, ສະນັ້ນ, ມັນຈຶ່ງຖືກເອີ້ນວ່າ ຄຳພັງເພີຍຂອງຊີວິດ. ມັນບໍ່ແມ່ນຄຳພັງເພີຍທີ່ສະຫຼຸບມາຈາກບາງສິ່ງ ຫຼື ມັນບໍ່ແມ່ນຄຳເວົ້າທີ່ມີຊື່ສຽງຈາກບຸກຄົນທີ່ຍິ່ງໃຫຍ່; ກົງກັນຂ້າມ, ມັນເປັນຖ້ອຍຄຳເຖິງມະນຸດຈາກຜູ້ເປັນເຈົ້ານາຍຂອງສວງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງ ແລະ ບໍ່ແມ່ນຄຳເວົ້າທີ່ມະນຸດສະຫຼຸບ ແຕ່ເປັນຊີວິດໂດຍທຳມະຊາດຂອງພຣະເຈົ້າ. ດ້ວຍເຫດນັ້ນ, ມັນຈຶ່ງຖືກເອີ້ນວ່າ ເປັນສິ່ງທີ່ສູງສົ່ງທີ່ສຸດຂອງຄຳພັງເພີຍຂອງຊີວິດທັງໝົດ.
(ຄັດຈາກບົດ “ມີພຽງຄົນທີ່ຮູ້ຈັກພຣະເຈົ້າ ແລະ ພາລະກິດຂອງພຣະອົງເທົ່ານັ້ນທີ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ຄວາມຈິງຄືຊີວິດຂອງພຣະເຈົ້າເອງ; ມັນເປັນຕົວແທນອຸປະນິໄສຂອງພຣະອົງ, ທາດແທ້ຂອງພຣະອົງ ແລະ ທຸກສິ່ງທີ່ຢູ່ໃນພຣະອົງ. ຖ້າເຈົ້າເວົ້າວ່າ ການມີປະສົບການເລັກນ້ອຍໝາຍເຖິງການມີຄວາມຈິງ, ແລ້ວເຈົ້າສາມາດເປັນຕົວແທນອຸປະນິໄສຂອງພຣະເຈົ້າໄດ້ບໍ? ເຈົ້າອາດມີປະສົບການບາງຢ່າງ ຫຼື ມີແສງສະຫວ່າງກ່ຽວກັບດ້ານໃດໜຶ່ງ ຫຼື ຂ້າງໃດໜຶ່ງຂອງຄວາມຈິງ, ແຕ່ເຈົ້າບໍ່ສາມາດສະໜອງສິ່ງນັ້ນໃຫ້ກັບຄົນອື່ນໄດ້ຕະຫຼອດໄປ, ສະນັ້ນ ແສງສະຫວ່າງນີ້ທີ່ເຈົ້າໄດ້ຮັບຈຶ່ງບໍ່ແມ່ນຄວາມຈິງ; ມັນເປັນພຽງຈຸດໃດໜຶ່ງທີ່ຜູ້ຄົນສາມາດບັນລຸໄດ້. ມັນເປັນພຽງປະສົບການທີ່ເໝາະສົມ ແລະ ຄວາມເຂົ້າໃຈທີ່ຖືກຕ້ອງທີ່ບຸກຄົນໜຶ່ງຄວນມີ: ເປັນປະສົບການຕົວຈິງບາງຢ່າງ ແລະ ຄວາມຮູ້ກ່ຽວກັບຄວາມຈິງ. ແສງສະຫວ່າງ, ຄວາມສະຫວ່າງ ແລະ ຄວາມເຂົ້າໃຈຈາກປະສົບການນີ້ບໍ່ສາມາດທົດແທນຄວາມຈິງໄດ້; ເຖິງແມ່ນທຸກຄົນໄດ້ປະສົບກັບຄວາມຈິງນີ້ຢ່າງສົມບູນ ແລະ ດຶງຄວາມເຂົ້າໃຈຈາກປະສົບການຂອງພວກເຂົາທັງໝົດມາຢູ່ຮ່ວມກັນ, ມັນກໍຍັງຈະບໍ່ສາມາດແທນທີ່ຄວາມຈິງດັ່ງກ່າວນັ້ນໄດ້. ດັ່ງທີ່ໄດ້ເວົ້າໃນອະດີດ “ເຮົາຂໍສະຫຼຸບສິ່ງນີ້ດ້ວຍຄະຕິພົດສຳລັບໂລກມະນຸດ: ໃນບັນດາມະນຸດ, ບໍ່ມີຜູ້ໃດຮັກເຮົາ”. ນີ້ແມ່ນຄຳເວົ້າແຫ່ງຄວາມຈິງ; ມັນຄືແກ່ນແທ້ທີ່ແທ້ຈິງຂອງຊີວິດ. ນີ້ແມ່ນສິ່ງທີ່ເລິກເຊິ່ງທີ່ສຸດໃນບັນດາສິ່ງຕ່າງໆ; ນີ້ແມ່ນການສະແດງເຖິງພຣະເຈົ້າເອງ. ເຈົ້າສາມາດສືບຕໍ່ຜະເຊີນກັບມັນໄດ້ ແລະ ຖ້າເຈົ້າຜະເຊີນກັບມັນເປັນເວລາສາມປີ ເຈົ້າກໍຈະມີຄວາມເຂົ້າໃຈແບບຜິວເຜີນກ່ຽວກັບມັນ; ຖ້າເຈົ້າຜະເຊີນກັບມັນເປັນເວລາເຈັດ ຫຼື ແປດປີ ເຈົ້າກໍຈະຍິ່ງໄດ້ຮັບຄວາມເຂົ້າໃຈກ່ຽວກັບມັນຫຼາຍຂຶ້ນ, ແຕ່ຄວາມເຂົ້າໃຈໃດໜຶ່ງທີ່ເຈົ້າໄດ້ຮັບຈະບໍ່ສາມາດທົດແທນຄຳເວົ້າແຫ່ງຄວາມຈິງດັ່ງກ່າວນັ້ນໄດ້ຈັກເທື່ອ. ອີກຄົນໜຶ່ງ ຫຼັງຈາກທີ່ຜະເຊີນກັບມັນເປັນເວລາສອງສາມປີ, ອາດໄດ້ຮັບຄວາມເຂົ້າໃຈເລັກໜ້ອຍ ແລະ ຫຼັງຈາກນັ້ນກໍຈະມີມີຄວາມເຂົ້າໃຈຢ່າງເລິກເຊິ່ງເພີ່ມຂຶ້ນເລັກໜ້ອຍ ຫຼັງຈາກທີ່ໄດ້ຜະເຊີນກັບມັນເປັນເວລາສິບປີ ແລະ ກໍຈະມີຄວາມເຂົ້າໃຈບາງຢ່າງເພີ່ມເຕີມຫຼັງຈາກທີ່ຜະເຊີນກັບມັນຕະຫຼອດຊີວິດ, ແຕ່ຖ້າເຈົ້າ ແລະ ຄົນນັ້ນຮວມຄວາມເຂົ້າໃຈທີ່ພວກເຈົ້າທັງສອງໄດ້ຮັບ, ແມ່ນແຕ່ໃນຕອນນີ້ ບໍ່ວ່າພວກເຈົ້າຈະມີຄວາມເຂົ້າໃຈຫຼາຍສໍ່າໃດກໍຕາມ, ມີປະສົບການຫຼາຍສໍ່າໃດກໍຕາມ, ມີຄວາມຢັ່ງເຖິງຫຼາຍສໍ່າໃດກໍຕາມ, ມີແສງສະຫວ່າງຫຼາຍສໍ່າໃດກໍຕາມ ຫຼື ພວກເຈົ້າທັງສອງມີຕົວຢ່າງຫຼາຍສໍ່າໃດກໍຕາມ, ທຸກສິ່ງເຫຼົ່ານັ້ນກໍຍັງບໍ່ສາມາດທົດແທນຄຳເວົ້າແຫ່ງຄວາມຈິງດັ່ງກ່າວນັ້ນ. ເຮົາໝາຍເຖິງຫຍັງໃນສິ່ງນີ້? ເຮົາໝາຍເຖິງຊີວິດມະນຸດຈະເປັນຊີວິດຂອງມະນຸດຢູ່ສະເໝີ ແລະ ບໍ່ວ່າຄວາມເຂົ້າໃຈຂອງເຈົ້າອາດຈະສອດຄ່ອງກັບຄວາມຈິງ, ກັບເຈດຕະນາຂອງພຣະເຈົ້າ ແລະ ເງື່ອນໄຂຂອງພຣະອົງຫຼາຍສໍ່າໃດກໍຕາມ, ມັນຈະບໍ່ສາມາດທົດແທນຄວາມຈິງໄດ້ຈັກເທື່ອ. ການເວົ້າວ່າຜູ້ຄົນໄດ້ຮັບຄວາມຈິງໝາຍຄວາມວ່າ ພວກເຂົາມີຄວາມເປັນຈິງບາງຢ່າງ, ພວກເຂົາໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບຄວາມຈິງ, ພວກເຂົາໄດ້ຮັບທາງເຂົ້າທີ່ເປັນຈິງບາງຢ່າງສູ່ພຣະທຳຂອງພຣະເຈົ້າ, ພວກເຂົາມີປະສົບການຕົວຈິງບາງຢ່າງກັບພຣະທຳເຫຼົ່ານັ້ນ ແລະ ພວກເຂົາຢູ່ໃນເສັ້ນທາງຖືກຕ້ອງໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ. ພຽງແຕ່ໜຶ່ງຄຳເວົ້າຈາກພຣະເຈົ້າກໍພຽງພໍສໍາລັບບຸກຄົນໃດໜຶ່ງຕ້ອງຜະເຊີນກັບມັນຕະຫຼອດຊີວິດ; ເຖິງແມ່ນຜູ້ຄົນຕ້ອງຜະເຊີນກັບມັນເປັນເວລາຫຼາຍຊາດ ຫຼື ແມ່ນແຕ່ຫຼາຍພັນປີ, ພວກເຂົາກໍຍັງບໍ່ສາມາດປະສົບກັບຄວາມຈິງໃດໜຶ່ງໄດ້ຢ່າງສົມບູນ ແລະ ຢ່າງທົ່ວເຖິງ...
(“ເຈົ້າຮູ້ບໍ່ວ່າຄວາມຈິງແມ່ນຫຍັງແທ້?” ໃນການບັນທຶກບົດສົນທະນາຂອງພຣະຄຣິດ)
ຈົດໝາຍຂອງເປົາໂລໃນພຣະສັນຍາໃໝ່ຈຶ່ງເປັນຈົດໝາຍທີ່ເປົາໂລຂຽນຂຶ້ນສຳລັບຄຣິສຕະຈັກ ແລະ ບໍ່ໄດ້ຮັບການດົນບັນດານຈາກພຣະວິນຍານບໍລິສຸດ ຫຼື ພວກມັນແມ່ນຖ້ອຍຂອງພຣະວິນຍານບໍລິສຸດໂດຍກົງ. ພວກມັນເປັນພຽງຄຳເວົ້າແຫ່ງການຕັກເຕື່ອນ, ການປອບໃຈ ແລະ ຊູໃຈທີ່ເພິ່ນຂຽນຂຶ້ນສຳລັບຄຣິສຕະຈັກໃນລະຫວ່າງຊ່ວງເວລາຂອງພາລະກິດຂອງເພິ່ນ. ດ້ວຍເຫດນັ້ນ ພວກມັນກໍຍັງເປັນການບັນທຶກກ່ຽວກັບພາລະກິດສ່ວນໃຫຍ່ຂອງເປົາໂລໃນເວລານັ້ນ. ພວກມັນຖືກຂຽນຂຶ້ນສໍາລັບທຸກຄົນທີ່ເປັນອ້າຍເອື້ອຍນ້ອງໃນພຣະຜູ້ເປັນເຈົ້າທຸກຄົນ ເພື່ອວ່າອ້າຍເອື້ອຍນ້ອງໃນຄຣິສຕະຈັກທັງໝົດໃນເວລານັ້ນຈະຕິດຕາມຄຳແນະນໍາຂອງເພິ່ນ ແລະ ປະຕິບັດຕາມວິທີແຫ່ງການກັບໃຈຂອງພຣະເຢຊູເຈົ້າ. ເປົາໂລບໍ່ໄດ້ເວົ້າວ່າ ທຸກຄຣິສຕະຈັກ ບໍ່ວ່າໃນອະດີດ ຫຼື ໃນອະນາຄົດຕ້ອງກິນ ແລະ ດື່ມທຸກສິ່ງທີ່ເພິ່ນຂຽນຂຶ້ນ ຫຼື ເພິ່ນບໍ່ໄດ້ເວົ້າວ່າ ຄຳເວົ້າຂອງເພິ່ນທຸກຄຳແມ່ນມາຈາກພຣະເຈົ້າ. ຕາມສະພາບການຂອງຄຣິສຕະຈັກໃນເວລານັ້ນ, ເພິ່ນພຽງແຕ່ສົນທະນາກັບອ້າຍເອື້ອຍນ້ອງ ແລະ ຕັກເຕືອນພວກເຂົາ ແລະ ກໍ່ໃຫ້ເກີດຄວາມເຊື່ອໃນພວກເຂົາ; ແລະ ເພິ່ນພຽງແຕ່ເທດສະໜາ ຫຼື ເຕືອນຜູ້ຄົນ ແລະ ຕັກເຕືອນພວກເຂົາ. ຄຳເວົ້າຂອງເພິ່ນແມ່ນອີງຕາມພາລະຂອງເພິ່ນເອງ ແລະ ເພິ່ນສົ່ງເສີມຜູ້ຄົນຜ່ານທາງຄຳເວົ້າເຫຼົ່ານີ້. ເພິ່ນປະຕິບັດພາລະກິດຂອງອັກຄະສາວົກໃນຄຣິສຕະຈັກໃນເວລານັ້ນ, ເພິ່ນເປັນເພື່ອນຮ່ວມງານທີ່ຖືກໃຊ້ໂດຍພຣະເຢຊູເຈົ້າ ແລະ ດ້ວຍເຫດນັ້ນ ເພິ່ນຈຶ່ງຕ້ອງຮັບເອົາໜ້າທີ່ສຳລັບຄຣິສຕະຈັກ ແລະ ຕ້ອງດຳເນີນພາລະກິດໃນຄຣິສຕະຈັກ, ເພິ່ນຕ້ອງຮຽນຮູ້ກ່ຽວກັບສະພາວະຕ່າງໆຂອງອ້າຍເອື້ອຍນ້ອງ ແລະ ຍ້ອນສິ່ງນີ້ ເພິ່ນຈຶ່ງຂຽນຈົດໝາຍຂຶ້ນໃຫ້ກັບອ້າຍເອື້ອຍນ້ອງຜູ້ທີ່ຮັບໃຊ້ພຣະຜູ້ເປັນເຈົ້າທຸກຄົນ. ທຸກສິ່ງທີ່ເພິ່ນກ່າວຕໍ່ຜູ້ຄົນ ເຊິ່ງເປັນການສັ່ງສອນ ແລະ ຄວາມຄິດບວກ ແມ່ນສິ່ງທີ່ຖືກຕ້ອງແລ້ວ ແຕ່ມັນບໍ່ໄດ້ເປັນຕົວແທນໃຫ້ກັບຖ້ອຍຄຳຂອງພຣະວິນຍານບໍລິສຸດ ແລະ ມັນບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້. ມັນຄືຄວາມເຂົ້າໃຈທີ່ຊົ່ວຮ້າຍ ແລະ ການໝິ່ນປະໝາດທີ່ໃຫຍ່ຫຼວງ ທີ່ຜູ້ຄົນຈະເຫັນການບັນທຶກກ່ຽວກັບປະສົບການຂອງມະນຸດ ແລະ ຈົດໝາຍຂອງມະນຸດເປັນພຣະທຳທີ່ພຣະວິນຍານບໍລິສຸດກ່າວຕໍ່ຄຣິສຕະຈັກ! ນັ້ນເປັນສິ່ງທີ່ຖືກຕ້ອງ ໂດຍສະເພາະເມື່ອເວົ້າເຖິງຈົດໝາຍທີ່ເປົາໂລຂຽນຂຶ້ນສຳລັບຄຣິສຕະຈັກ, ຍ້ອນຈົດໝາຍຂອງເພິ່ນຖືກຂຽນຂຶ້ນສຳລັບອ້າຍເອື້ອຍນ້ອງ ໂດຍອີງຕາມສະພາບການ ແລະ ສະຖານະການຂອງແຕ່ລະຄຣິສຕະຈັກໃນເວລານັ້ນ ແລະ ເພື່ອທີ່ຈະຕັກເຕືອນອ້າຍເອື້ອຍນ້ອງຂອງພຣະຜູ້ເປັນເຈົ້າ ເພື່ອພວກເຂົາຈະສາມາດຮັບພຣະຄຸນຂອງພຣະເຢຊູເຈົ້າ. ຈົດໝາຍຂອງເພິ່ນແມ່ນເພື່ອຈູງໃຈອ້າຍເອື້ອຍນ້ອງໃນເວລານັ້ນ. ສາມາດເວົ້າໄດ້ວ່າ ສິ່ງນີ້ເປັນພາລະກິດຂອງເພິ່ນເອງ ແລະ ຍັງເປັນພາລະທີ່ພຣະວິນຍານບໍລິສຸດມອບໃຫ້ເພິ່ນ; ຢ່າງໃດກໍຕາມ, ເພິ່ນກໍເປັນອັກຄະສາວົກທີ່ນໍາພາຄຣິສຕະຈັກໃນເວລານັ້ນ ຜູ້ເຊິ່ງຂຽນຈົດໝາຍຂຶ້ນສຳລັບຄຣິສຕະຈັກ ແລະ ຕັກເຕືອນພວກເຂົາ, ນັ້ນຄືໜ້າທີ່ຂອງເພິ່ນ. ຕົວຕົນຂອງເພິ່ນເປັນພຽງແຕ່ຕົວຕົນຂອງອັກຄະສາວົກທີ່ປະຕິບັດພາລະກິດ ແລະ ເພິ່ນເປັນພຽງອັກຄະສາວົກທີ່ຖືກພຣະເຈົ້າສົ່ງມາ; ເພິ່ນບໍ່ແມ່ນຜູ້ປະກາດພຣະທຳ ຫຼື ເປັນຜູ້ທຳນວາຍ. ສຳລັບເພິ່ນແລ້ວ, ພາລະກິດຂອງເພິ່ນເອງ ແລະ ຊີວິດຂອງອ້າຍເອື້ອຍນ້ອງເປັນສິ່ງທີ່ສຳຄັນທີ່ສຸດ. ສະນັ້ນ ເພິ່ນຈຶ່ງບໍ່ສາມາດກ່າວແທນພຣະວິນຍານບໍລິສຸດໄດ້. ຄຳເວົ້າຂອງເພິ່ນບໍ່ແມ່ນພຣະທຳຂອງພຣະວິນຍານບໍລິສຸດແລ້ວແຮງໄກທີ່ຈະເວົ້າວ່າ ພຣະທໍາເຫຼົ່ານັ້ນແມ່ນພຣະທຳຂອງພຣະເຈົ້າ, ນັ້ນກໍຍ້ອນວ່າ ເປົາໂລບໍ່ໄດ້ເປັນຫຍັງຫຼາຍໄປກວ່າສິ່ງຊົງສ້າງຂອງພຣະເຈົ້າ ແລະ ເພິ່ນບໍ່ແມ່ນການບັງເກີດເປັນມະນຸດຂອງພຣະເຈົ້າຢ່າງແນ່ນອນ. ຕົວຕົນຂອງເພິ່ນບໍ່ຄືກັບຕົວຕົນຂອງພຣະເຢຊູ. ພຣະທຳຂອງພຣະເຢຊູແມ່ນພຣະທຳຂອງພຣະວິນຍານບໍລິສຸດ, ພຣະທໍາດັ່ງກ່າວຄືພຣະທຳຂອງພຣະເຈົ້າ, ຍ້ອນຕົວຕົນຂອງພຣະອົງຄືຕົວຕົນຂອງພຣະຄຣິດ ເຊິ່ງເປັນພຣະບຸດຂອງພຣະເຈົ້າ. ເປົາໂລຈະສາມາດເທົ່າທຽມກັບພຣະອົງໄດ້ແນວໃດ? ຖ້າຜູ້ຄົນເຫັນຈົດໝາຍ ຫຼື ຄຳເວົ້າຂອງເປົາໂລເປັນຖ້ອຍຄຳຂອງພຣະວິນຍານບໍລິສຸດ ແລະ ບູຊາສິ່ງເຫຼົ່ານັ້ນໃຫ້ເປັນພຣະເຈົ້າ, ສາມາດເວົ້າໄດ້ພຽງຄໍາດຽວວ່າ ພວກເຂົາບໍ່ຮູ້ຈັກແຍກແຍະເລີຍ. ຖ້າຈະເວົ້າໃຫ້ແຮງກວ່ານັ້ນ, ສິ່ງນີ້ບໍ່ແມ່ນເປັນການໝິ່ນປະໝາດບໍ? ມະນຸດຈະສາມາດເວົ້າແທນພຣະເຈົ້າໄດ້ແນວໃດ? ຜູ້ຄົນສາມາດຂາບກົ້ມລົງຕໍ່ໜ້າບົດບັນທຶກຂອງເພິ່ນ ແລະ ຄຳເວົ້າທີ່ເພິ່ນເວົ້າ ຄືກັບວ່າສິ່ງເຫຼົ່ານັ້ນເປັນໜັງສຶສັກສິດ ຫຼື ເປັນໜັງສືຈາກສະຫວັນໄດ້ແນວໃດ? ມະນຸດສາມາດກ່າວພຣະທຳຂອງພຣະເຈົ້າໄດ້ງ່າຍດາຍແບບນັ້ນແທ້ບໍ? ມະນຸດຈະສາມາດເວົ້າແທນພຣະເຈົ້າໄດ້ແນວໃດ? ແລ້ວເຈົ້າເດຄິດແນວໃດ, ຈົດໝາຍທີ່ເພິ່ນຂຽນຂຶ້ນສຳລັບຄຣິສຕະຈັກຈະບໍ່ຖືກເປິເປື້ອນໄປດ້ວຍຄວາມຄິດຂອງເພິ່ນເອງບໍ? ພວກມັນບໍ່ຖືກເປິເປື້ອນໄປດ້ວຍຄວາມຄິດຂອງມະນຸດບໍ? ເພິ່ນຂຽນຈົດໝາຍສຳລັບຄຣິສຕະຈັກ ໂດຍອີງຕາມປະສົບການສ່ວນຕົວຂອງເພິ່ນ ແລະ ຄວາມຮູ້ຂອງເພິ່ນ. ຕົວຢ່າງຄື ເປົາໂລຂຽນຈົດໝາຍສະບັບໜຶ່ງກ່ຽວກັບຄຣິສຕະຈັກທີ່ກາລາເຕຍ ເຊິ່ງປະກອບມີຄວາມຄິດເຫັນບາງຢ່າງ ແລະ ເປໂຕຂຽນຈົດໝາຍອີກສະບັບ ເຊິ່ງກໍມີມຸມມອງອີກດ້ານໜຶ່ງ. ແມ່ນໃຜໃນພວກເຂົາທີ່ມາຈາກພຣະວິນຍານບໍວິສຸດ? ບໍ່ມີໃຜສາມາດເວົ້າໄດ້ຢ່າງແນ່ນອນ. ສະນັ້ນ ຈຶ່ງພຽງແຕ່ສາມາດເວົ້າໄດ້ວ່າ ພວກເຂົາທັງສອງແບກພາລະໃຫ້ກັບຄຣິສຕະຈັກ ແຕ່ຈົດໝາຍຂອງພວກເຂົາສະແດງເຖິງວຸດທິພາວະຂອງພວກເຂົາ, ພວກເຂົາສະແດງເຖິງການຈັດກຽມ ແລະ ສົ່ງເສີມທີ່ພວກເຂົາມີຕໍ່ອ້າຍເອື້ອຍນ້ອງ ແລະ ພາລະທີ່ພວກເຂົາມີຕໍ່ຄຣິສຕະຈັກ ແລະ ພວກເຂົາພຽງແຕ່ສະແດງໃຫ້ເຫັນເຖິງພາລະກິດຂອງມະນຸດ; ພວກເຂົາບໍ່ໄດ້ມາຈາກພຣະວິນຍານບໍລິສຸດທັງໝົດ. ຖ້າເຈົ້າເວົ້າວ່າ ຈົດໝາຍຂອງເພິ່ນແມ່ນພຣະທຳຂອງພຣະວິນຍານບໍລິສຸດ, ເຈົ້າກໍບໍ່ສົມເຫດສົມຜົນ ແລະ ເຈົ້າກຳລັງເຮັດຜິດດ້ວຍການໝິ່ນປະໝາດ! ຈົດໝາຍຂອງເປົາໂລ ແລະ ຈົດໝາຍອື່ນໆໃນພຣະສັນຍາໃໝ່ແມ່ນທຽບເທົ່າກັບຊີວະປະຫວັດຂອງບຸກຄົນຝ່າຍວິນຍານເມື່ອບໍ່ດົນມານີ້. ພວກມັນທຽບເທົ່າກັບໜັງສືຂອງ ວອສແມນນີ່ ຫຼື ປະສົບການຂອງລໍເຣັນ ແລະ ອື່ນໆອີກ. ງ່າຍໆກໍຄືໜັງສືຂອງບຸກຄົນຝ່າຍວິນຍານເມື່ອບໍ່ດົນມານີ້ບໍ່ໄດ້ຖືກຮວບຮວມເຂົ້າໃນພຣະສັນຍາໃໝ່ ແຕ່ທາດແທ້ຂອງຜູ້ຄົນເຫຼົ່ານີ້ແມ່ນເໝືອນກັນ ນັ້ນກໍຄື ພວກເຂົາເປັນຄົນທີ່ພຣະວິນຍານບໍລິສຸດໄດ້ນໍາໃຊ້ໃນໄລຍະເວລາໃດໜຶ່ງ ແລະ ພວກເຂົາບໍ່ໄດ້ເປັນຕົວແທນຂອງພຣະເຈົ້າໂດຍກົງ.
(ຄັດຈາກບົດ “ກ່ຽວກັບພຣະຄຳພີ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ວິທີການປະຕິບັດຂອງມະນຸດ ແລະ ຄວາມຮູ້ຂອງເຂົາກ່ຽວກັບຄວາມຈິງແມ່ນລ້ວນແລ້ວແຕ່ໃຊ້ໄດ້ກັບຂອບເຂດໃດໜຶ່ງ. ເຈົ້າບໍ່ສາມາດເວົ້າວ່າ ເສັ້ນທາງທີ່ມະນຸດກຳລັງຍ່າງແມ່ນຄວາມປະສົງຂອງພຣະວິນຍານບໍລິສຸດຢ່າງສົມບູນ, ຍ້ອນມະນຸດພຽງແຕ່ສາມາດໄດ້ຮັບແສງສະຫວ່າງໂດຍພຣະວິນຍານບໍລິສຸດ ແລະ ບໍ່ສາມາດຖືກເຕີ່ມເຕັມດ້ວຍພຣະວິນຍານບໍລິສຸດຢ່າງສົມບູນ. ສິ່ງທີ່ມະນຸດສາມາດຜະເຊີນໄດ້ແມ່ນລ້ວນແລ້ວແຕ່ຢູ່ພາຍໃນຂອບເຂດຂອງຄວາມເປັນມະນຸດທີ່ທຳມະດາ ແລະ ບໍ່ສາມາດເກີນກວ່າຂອບເຂດຂອງຄວາມຄິດໃນຈິດໃຈທີ່ທຳມະດາຂອງມະນຸດ. ທຸກຄົນທີ່ສາມາດດໍາລົງຢູ່ໃນຄວາມເປັນຈິງຂອງປະສົບການຈິງຢູ່ໃນຂອບເຂດນີ້. ເມື່ອພວກເຂົາມີປະສົບການກັບຄວາມຈິງ ມັນກໍເປັນປະສົບການໃນຊີວິດຂອງມະນຸດທໍາມະດາທີ່ຢູ່ໄດ້ຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດຢູ່ສະເໝີ; ມັນບໍ່ແມ່ນວິທີການມີປະສົບການທີ່ຫັນເຫມາຈາກຊີວິດຂອງມະນຸດທໍາມະດາ. ພວກເຂົາຜະເຊີນກັບຄວາມຈິງທີ່ໄດ້ຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດເທິງພື້ນຖານຂອງການໃຊ້ຊີວິດຂອງມະນຸດຂອງພວກເຂົາ. ຍິ່ງໄປກວ່ານັ້ນ ຄວາມຈິງນີ້ມີຄວາມຫຼາກຫຼາຍຈາກບຸກຄົນສູ່ບຸກຄົນ ແລະ ຄວາມເລິກຂອງຄວາມຈິງນັ້ນກໍຂຶ້ນກັບສະພາວະຂອງບຸກຄົນ. ຄົນໃດໜຶ່ງພຽງແຕ່ສາມາດເວົ້າໄດ້ວ່າ ເສັ້ນທາງທີ່ພວກເຂົາຍ່າງແມ່ນຊີວິດທີ່ທຳມະດາຂອງມະນຸດທີ່ສະແຫວງຫາຄວາມຈິງ ແລະ ມັນອາດຖືກເອີ້ນໄດ້ວ່າ ເສັ້ນທາງທີ່ຄົນທຳມະດາຍ່າງ ຜູ້ເຊິ່ງໄດ້ຮັບແສງສະຫວ່າງຂອງພຣະວິນຍານບໍລິສຸດ. ເຈົ້າບໍ່ສາມາດເວົ້າວ່າ ເສັ້ນທາງທີ່ພວກເຂົາຍ່າງແມ່ນເສັ້ນທາງທີ່ພຣະວິນຍານບໍລິສຸດເລືອກ. ໃນປະສົບການຂອງມະນຸດທີ່ທໍາມະດາ, ຍ້ອນວ່າ ຄົນທີ່ສະແຫວງຫາບໍ່ຄືກັນ, ພາລະກິດຂອງພຣະວິນຍານບໍລິສຸດຈຶ່ງບໍ່ຄືກັນ. ນອກຈາກນັ້ນ ຍ້ອນສະພາບແວດລ້ອມທີ່ຜູ້ຄົນຜະເຊີນ ແລະ ຂອບເຂດຂອງປະສົບການຂອງພວກເຂົາບໍ່ຄືກັນ ແລະ ຍ້ອນການເຈືອປົນທາງດ້ານຈິດໃຈ ແລະ ຄວາມຄິດຂອງພວກເຂົາ, ປະສົບການຂອງພວກເຂົາຈຶ່ງປະປົນຈົນເຖິງລະດັບທີ່ແຕກຕ່າງກັນ. ແຕ່ລະຄົນເຂົ້າໃຈຄວາມຈິງຕາມສະພາບການສ່ວນຕົວທີ່ແຕກຕ່າງກັນຂອງພວກເຂົາ. ຄວາມເຂົ້າໃຈຂອງພວກເຂົາໃນຄວາມໝາຍທີ່ແທ້ຈິງຂອງຄວາມຈິງແມ່ນບໍ່ຄົບຖ້ວນ ແລະ ເປັນພຽງໜຶ່ງ ຫຼື ສອງສາມລັກສະນະຂອງຄວາມຈິງ. ຂອບເຂດຄວາມຈິງທີ່ມະນຸດຜະເຊີນແມ່ນແຕກຕ່າງກັນໃນແຕ່ລະບຸກຄົນ ຕາມສະພາບການຂອງແຕ່ລະຄົນ. ດ້ວຍວິທີນີ້ ຄວາມຮູ້ແຫ່ງຄວາມຈິງອັນດຽວກັນ ເຊິ່ງຖືກສະແດງອອກໂດຍຄົນທີ່ແຕກຕ່າງກັນຈຶ່ງບໍ່ຄືກັນ. ນີ້ໝາຍຄວາມວ່າ ປະສົບການຂອງມະນຸດມີຂໍ້ຈຳກັດຢູ່ສະເໝີ ແລະ ບໍ່ສາມາດເປັນຕົວແທນໃຫ້ແກ່ຄວາມປະສົງຂອງພຣະວິນຍານບໍລິສຸດໄດ້ຢ່າງຄົບຖ້ວນ ຫຼື ພາລະກິດຂອງມະນຸດກໍບໍ່ສາມາດຮັບຮູ້ໄດ້ວ່າເປັນພາລະກິດຂອງພຣະເຈົ້າ, ເຖິງແມ່ນວ່າ ສິ່ງທີ່ມະນຸດສະແດງອອກສອດຄ່ອງຢ່າງໃກ້ຄຽງຫຼາຍກັບຄວາມປະສົງຂອງພຣະເຈົ້າ ແລະ ເຖິງແມ່ນວ່າ ປະສົບການຂອງມະນຸດໃກ້ຄຽງຫຼາຍກັບພາລະກິດໃນການເຮັດໃຫ້ສົມບູນທີ່ພຣະວິນຍານບໍລິສຸດປະຕິບັດຢູ່. ມະນຸດພຽງແຕ່ສາມາດເປັນຄົນຮັບໃຊ້ຂອງພຣະເຈົ້າ, ປະຕິບັດພາລະກິດທີ່ພຣະເຈົ້າຝກາຝັງໃຫ້ແກ່ພວກເຂົາ. ມະນຸດພຽງແຕ່ສາມາດສະແດງຄວາມຮູ້ທີ່ຖືກສ່ອງແສງໂດຍພຣະວິນຍານບໍລິສຸດເທົ່ານັ້ນ ແລະ ຄວາມຈິງທີ່ໄດ້ຮັບຈາກປະສົບການສ່ວນຕົວຂອງເຂົາ. ມະນຸດບໍ່ມີຄຸນສົມບັດ ແລະ ບໍ່ບັນລຸເງື່ອນໄຂທີ່ຈະເປັນທາງອອກໃຫ້ກັບພຣະວິນຍານບໍລິສຸດ. ເຂົາບໍ່ມີສິດທີ່ຈະເວົ້າວ່າ ພາລະກິດຂອງເຂົາແມ່ນພາລະກິດຂອງພຣະເຈົ້າ.
(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ການສົນທະນາຂອງມະນຸດແຕກຕ່າງຈາກພຣະທຳຂອງພຣະເຈົ້າ. ສິ່ງທີ່ມະນຸດສົນທະນາສື່ເຖິງຄວາມເຂົ້າໃຈ ແລະ ປະສົບການສ່ວນຕົວຂອງພວກເຂົາ, ສະແດງເຖິງຄວາມເຂົ້າໃຈ ແລະ ປະສົບການຂອງພວກເຂົາບົນພື້ນຖານຂອງພາລະກິດຂອງພຣະເຈົ້າ. ໜ້າທີ່ຂອງພວກເຂົາແມ່ນເພື່ອຄົ້ນຫາສິ່ງທີ່ພວກເຂົາຄວນປະຕິບັດ ຫຼື ເຂົ້າສູ່ ຫຼັງຈາກພຣະເຈົ້າປະຕິບັດພາລະກິດ ຫຼື ກ່າວ, ແລ້ວມອບໝາຍໃຫ້ກັບຜູ້ຕິດຕາມ. ດ້ວຍເຫດນັ້ນ ພາລະກິດຂອງມະນຸດຈຶ່ງເປັນຕົວແທນໃຫ້ແກ່ທາງເຂົ້າ ແລະ ການປະຕິບັດຂອງເຂົາ. ແນ່ນອນ ພາລະກິດດັ່ງກ່າວແມ່ນປະສົມກັບບົດຮຽນ ແລະ ປະສົບການຂອງມະນຸດ ຫຼື ຄວາມຄິດບາງຢ່າງຂອງມະນຸດ. ບໍ່ວ່າພຣະວິນຍານບໍລິສຸດຈະປະຕິບັດພາລະກິດແນວໃດກໍຕາມ, ບໍ່ວ່າພຣະອົງຈະປະຕິບັດພາລະກິດໃນມະນຸດ ຫຼື ໃນພຣະເຈົ້າທີ່ບັງເກີດເປັນມະນຸດ ຄົນປະຕິບັດພາລະກິດສະແດງເຖິງສິ່ງທີ່ພວກເຂົາເປັນຢູ່ສະເໝີ. ເຖິງແມ່ນ ພຣະວິນຍານບໍລິສຸດເປັນຜູ້ປະຕິບັດພາລະກິດ, ພາລະກິດກໍຈະຖືກຄົ້ນພົບໃນສິ່ງທີ່ມະນຸດເປັນໂດຍທຳມະຊາດ, ຍ້ອນພຣະວິນຍານບໍລິສຸດບໍ່ປະຕິບັດພາລະກິດໂດຍປາສະຈາກພື້ນຖານ. ເວົ້າໄດ້ອີກຢ່າງໜຶ່ງກໍຄື ພາລະກິດບໍ່ໄດ້ມາຈາກຄວາມວ່າງເປົ່າ, ແຕ່ປະຕິບັດໂດຍສອດຄ່ອງກັບສະພາບຕົວຈິງ ແລະ ເງື່ນໄຂທີ່ເປັນຈິງຢູ່ສະເໝີ. ມີພຽງແຕ່ວິທີນີ້ເທົ່ານັ້ນ ອຸປະນິໄສຂອງມະນຸດ ແລະ ແນວຄິດເດີມຂອງເຂົາ ແລະ ຄວາມຄິດເດີມຂອງເຂົາຈຶ່ງຈະສາມາດໄດ້ຮັບການປ່ຽນແປງ. ສິ່ງທີ່ມະນຸດສະແດງອອກແມ່ນສິ່ງທີ່ເຂົາເຫັນ, ມີປະສົບການກັບ ແລະ ສາມາດຈິນຕະນາການໄດ້ ແລະ ມັນສາມາດເຂົ້າເຖິງໄດ້ໂດຍຄວາມຄິດຂອງມະນຸດ, ເຖິງແມ່ນວ່າມັນຄືທິດສະດີ ຫຼື ແນວຄິດ. ພາລະກິດຂອງມະນຸດບໍ່ສາມາດເກີນຂອບເຂດປະສົບການຂອງມະນຸດ ຫຼື ສິ່ງທີ່ມະນຸດເຫັນ ຫຼື ສິ່ງທີ່ມະນຸດສາມາດຈິນຕະນາການ ຫຼື ຄົ້ນຄິດຂຶ້ນໄດ ບໍ່ວ່ຂະໜາດຂອງພາລະກິດນັ້ນຈະສໍ່າໃດກໍຕາມ. ທຸກສິ່ງທີ່ພຣະເຈົ້າສະແດງອອກແມ່ນສິ່ງທີ່ເປັນພຣະເຈົ້າເອງ ແລະ ສິ່ງນີ້ແມ່ນບໍ່ສາມາດບັນລຸໄດ້ໂດຍມະນຸດ ນັ້ນກໍຄື ນອກເໜືອການຢັ່ງເຖິງຈາກຄວາມຄິດຂອງມະນຸດ. ພຣະອົງສະແດງພາລະກິດແຫ່ງການນໍາພາມະນຸດຊາດທັງໝົດຂອງພຣະອົງ ແລະ ສິ່ງນີ້ບໍ່ກ່ຽວຂ້ອງກັບລາຍລະອຽດຂອງປະສົບການມະນຸດ, ແຕ່ກົງກັນຂ້າມ ແມ່ນກ່ຽວຂ້ອງກັບການຄຸ້ມຄອງຂອງພຣະອົງເອງ. ສິ່ງທີ່ມະນຸດສະແດງອອກປະສົບການຂອງພວກເຂົາ ໃນຂະນະທີ່ສິ່ງທີ່ພຣະເຈົ້າສະແດງອອກແມ່ນອຸປະນິໄສໂດຍທຳມະຊາດຂອງພຣະອົ, ຢູ່ນອກເໜືອການຢັ່ງເຖິງຂອງມະນຸດ. ປະສົບການຂອງມະນຸດແມ່ນຄວາມເຂົ້າໃຈຂອງເຂົາ ແລະ ຄວາມຮູ້ທີ່ໄດ້ຮັບບົນພື້ນຖານການສະແດງອອກຂອງພຣະເຈົ້າກ່ຽວກັບການເປັນຢູ່ຂອງພຣະອົງ. ຄວາມເຂົ້າໃຈ ແລະ ຄວາມຮູ້ດັ່ງກ່າວແມ່ນເອີ້ນວ່າ ການເປັນຢູ່ຂອງມະນຸດ ແລະ ພື້ນຖານການສະແດງອອກຂອງພວກເຂົາແມ່ນອຸປະນິໄສ ແລະ ຄວາມສາມາດທີ່ເປັນທຳມະຊາດຂອງມະນຸດ, ດ້ວຍເຫດນີ້ ພວກມັນຈຶ່ງຖືກເອີ້ນວ່າ ການເປັນຢູ່ຂອງມະນຸດ. ມະນຸດສາມາດສົນທະນາໃນສິ່ງທີ່ພວກເຂົາມີປະສົບການ ແລະ ເຫັນ. ບໍ່ມີຜູ້ໃດສາມາດສົນທະນາໃນສິ່ງທີ່ພວກເຂົາບໍ່ໄດ້ມີປະສົບການ, ບໍ່ໄດ້ເຫັນ ຫຼື ຄວາມຄິດຂອງພວກເຂົາບໍ່ສາມາດຢັ່ງເຖິງໄດ້, ນັ້ນກໍຄື ພວກເຂົາບໍ່ມີການເປັນຢູ່ເຫຼົ່ານັ້ນຢູ່ພາຍໃນພວກເຂົາ. ຖ້າສິ່ງທີ່ສະແດງອອກບໍ່ໄດ້ມາຈາກປະສົບການຂອງເຂົາ, ແລ້ວມັນກໍແມ່ນຈິນຕະນາການ ຫຼື ທິດສະດີຂອງເຂົາ. ເວົ້າງ່າຍໆກໍຄື ບໍ່ມີຄວາມເປັນຈິງໃດໆໃນຄຳເວົ້າຂອງເຂົາເລີຍ. ຖ້າເຈົ້າບໍ່ເຄີຍຕິດຕໍ່ພົວພັນກັບສິ່ງທີ່ຢູ່ໃນສັງຄົມ ເຈົ້າຈະບໍ່ສາມາດສົນທະນາໄດ້ຢ່າງຊັດເຈນກ່ຽວກັບຄວາມສຳພັນທີ່ຊັບຊ້ອນຂອງສັງຄົມ. ຖ້າເຈົ້າບໍ່ມີຄອບຄົວ ແຕ່ຄົນອື່ນກຳລັງລົມກັນກ່ຽວກັບບັນຫາຄອບຄົວ, ເຈົ້າບໍ່ສາມາດເຂົ້າໃຈສິ່ງສ່ວນໃຫຍ່ທີ່ພວກເຂົາກຳລັງລົມກັນ. ສະນັ້ນ ສິ່ງທີ່ມະນຸດສົນທະນາ ແລະ ພາລະກິດທີ່ເຂົາປະຕິບັດແມ່ນເປັນຕົວແທນໃຫ້ແກ່ເປັນຢູ່ພາຍໃນຕົວເຂົາ.
(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)