3. ຄວາມແຕກຕ່າງລະຫວ່າງພຣະທຳຂອງພຣະເຈົ້າຕາມທີ່ຜູ້ປະກາດພຣະທຳໄດ້ບອກໄວ້ ແລະ ພຣະທຳທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດໄດ້ສະແດງອອກ
ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:
ໃນຍຸກແຫ່ງພຣະຄຸນ, ພຣະເຢຊູຍັງກໍໄດ້ກ່າວພຣະທໍາຫຼາຍຂໍ້ ແລະ ກະທໍາພາລະກິດຫຼາຍຢ່າງ. ພຣະອົງແຕກຕ່າງຈາກເອຊະຢາແນວໃດ? ພຣະອົງແຕກຕ່າງຈາກເດນິເອນແນວໃດ? ພຣະອົງແມ່ນສາສະດາບໍ? ເປັນຫຍັງຈຶ່ງເວົ້າວ່າ ພຣະອົງເປັນພຣະຄຣິດ? ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງພວກເຂົາ? ພວກເຂົາທຸກຄົນແມ່ນມະນຸດທີ່ກ່າວພຣະທໍາ ແລະ ບໍ່ໜ້ອຍກໍຫຼາຍ ພຣະທໍາຂອງພວກເຂົາກໍປະກົດຄືຄໍາເວົ້າຂອງມະນຸດ. ພວກເຂົາທຸກຄົນກ່າວພຣະທໍາ ແລະ ກະທໍາພາລະກິດ. ສາສະດາຫຼາຍຄົນໃນພຣະສັນຍາເກົ່າສາມາດທໍານວາຍໄດ້ ແລະ ພຣະເຢຊູກໍສາມາດທໍານວາຍໄດ້ເຊັ່ນກັນ. ເຫດໃດຈຶ່ງເປັນດັ່ງນັ້ນ? ຄວາມແຕກຕ່າງໃນນີ້ ແມ່ນອີງຕາມລັກສະນະຂອງພາລະກິດ. ເພື່ອໃຫ້ເຂົ້າໃຈໃນເລຶ່ອງນີ້, ເຈົ້າຕ້ອງບໍ່ຖືເອົາລັກສະນະຂອງເນື້ອໜັງ ແລະ ເຈົ້າບໍ່ຄວນຖືເອົາຄວາມເລິກ ຫຼື ຄວາມຕື້ນຂອງຄໍາເວົ້າຂອງພວກເຂົາ. ກ່ອນອື່ນໝົດ ເຈົ້າຕ້ອງຖືເອົາພາລະກິດຂອງພວກເຂົາ ແລະ ຜົນຂອງພາລະກິດທີ່ພວກເຂົາບັນລຸໃນມະນຸດ. ຄໍາທໍານວາຍທີ່ກ່າວໂດຍສາສະດາໃນເວລານັ້ນບໍ່ໄດ້ສະໜອງຊີວິດຂອງມະນຸດ ແລະ ແຮງດົນໃຈທີ່ໄດ້ຮັບຈາກຜູ້ຄົນຕ່າງໆເຊັ່ນເອຊະຢາ ແລະ ເດນີເອນກໍເປັນຄໍາທໍານວາຍ ແລະ ບໍ່ແມ່ນອນວທາງຂອງຊີວິດ. ຖ້າບໍ່ແມ່ນຍ້ອນການເປີດເຜີຍໂດຍກົງຂອງພຣະເຢໂຮວາ ກໍຈະບໍ່ມີຜູ້ໃດສາມາດກະທໍາພາລະກິດນັ້ນໄດ້ ເຊິ່ງເປັນໄປບໍ່ໄດ້ສໍາລັບມະນຸດ. ພຣະເຢຊູກໍໄດ້ກ່າວພຣະທໍາຢ່າງຫຼວງຫຼາຍເຊັ່ນດຽວກັນ ແຕ່ພຣະທໍາດັ່ງກ່າວແມ່ນແນວທາງຂອງຊີວິດ ທີ່ມະນຸດສາມາດຄົ້ນຫາຫົນທາງນັ້ນເພື່ອນໍາໃຊ້ເຂົ້າໃນການປະຕິບັດ. ເວົ້າໄດ້ວ່າ ປະການທີໜຶ່ງຄື ພຣະອົງສາມາດສະໜອງຊີວິດຂອງມະນຸດ ຍ້ອນວ່າ ພຣະເຢຊູຄືຊີວິດ; ປະການທີສອງຄື ພຣະອົງສາມາດປ່ຽນແປງການອອກນອກເສັ້ນທາງຂອງມະນຸດໄດ້; ປະການທີສາມຄື ພາລະກິດຂອງພຣະອົງສາມາດສືບແທນພາລະກິດຂອງພຣະເຢໂຮວາ ເພື່ອສືບຕໍ່ຍຸກ; ປະການທີສີ່ຄື ພຣະອົງສາມາດເຂົ້າໃຈຄວາມຕ້ອງການພາຍໃນມະນຸດ ແລະ ເຂົ້າໃຈສິ່ງທີ່ມະນຸດຂາດເຂີນ; ປະການທີຫ້າຄື ພຣະອົງສາມາດນໍາທາງໃນຍຸກໃໝ່ ແລະ ສິ້ນສຸດຍຸກເກົ່າ. ນັ້ນແມ່ນເຫດຜົນທີ່ພຣະອົງຖືກເອີ້ນວ່າ ພຣະເຈົ້າ ແລະ ພຣະຄຣິດ; ພຣະອົງບໍ່ພຽງແຕ່ແຕກຕ່າງຈາກເອຊະຢາເທົ່ານັ້ນ ແຕ່ຍັງແຕກຕ່າງຈາກສາສະດາທຸກຄົນອີກດ້ວຍ. ໃຫ້ຍົກເອົາເອຊະຢາເປັນການປຽບທຽບສໍາລັບພາລະກິດຂອງສາສະດາ. ການປຽບທຽບທີໜຶ່ງຄື ລາວບໍ່ສາມາດສະໜອງຊີວິດຂອງມະນຸດ; ການປຽບທຽບທີສອງຄື ລາວບໍ່ສາມາດນໍາທາງໃນຍຸກໃໝ່. ລາວປະຕິບັດວຽກງານພາຍໃຕ້ການນໍາພາຂອງພຣະເຢໂຮວາ ແລະ ບໍ່ແມ່ນເປັນຜູ້ນໍາທາງໃນຍຸກໃໝ່. ການປຽບທຽບທີສາມຄື ຄໍາເວົ້າທີ່ລາວກ່າວແມ່ນເໜືອກວ່າລາວ. ລາວໄດ້ຮັບການເປີດເຜີຍໂດຍກົງຈາກພຣະວິນຍານຂອງພຣະເຈົ້າ ແລະ ຄົນອື່ນຈະບໍ່ເຂົ້າໃຈ ເຖິງວ່າຈະໄດ້ຍິນຄໍາກ່າວເຫຼົ່ານັ້ນ. ພຽງສອງສາມສິ່ງເຫຼົ່ານີ້ເທົ່ານັ້ນກໍພຽງພໍທີ່ຈະພິສູດໃຫ້ເຫັນວ່າ ຄໍາກ່າວຂອງລາວບໍ່ໄດ້ແຕກຕ່າງຈາກການທໍານວາຍ ແລະ ບໍ່ໄດ້ຫຼາຍກວ່າພາກສ່ວນໜຶ່ງຂອງພາລະກິດທີ່ເຮັດແທນພຣະເຢໂຮວາ. ຢ່າງໃດກໍຕາມ, ລາວບໍ່ສາມາດເປັນຕົວແທນພຣະເຢໂຮວາໄດ້ທັງໝົດ. ລາວເປັນພຽງຜູ້ຮັບໃຊ້ພຣະເຢໂຮວາ ກໍຄື ເປັນເຄື່ອງມືຮັບໃຊ້ໃນພາລະກິດຂອງພຣະເຢໂຮວາ. ລາວພຽງປະຕິບັດພາລະກິດຢູ່ໃນຍຸກແຫ່ງພຣະບັນຍັດ ແລະ ຢູ່ໃນຂອບເຂດຂອງພາລະກິດຂອງພຣະເຢໂຮວາເທົ່ານັ້ນ; ລາວບໍ່ໄດ້ປະຕິບັດພາລະກິດອອກນອກຍຸກແຫ່ງພຣະບັນຍັດ. ໃນທາງກົງກັນຂ້າມ, ພາລະກິດຂອງພຣະເຢຊູແມ່ນແຕກຕ່າງ. ພຣະອົງປະຕິບັດເກີນຂອບເຂດຂອງພາລະກິດຂອງພຣະເຢໂຮວາ; ພຣະອົງປະຕິບັດພາລະກິດເປັນພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໄດ້ຜ່ານປະສົບການຂອງການໄຖ່ບາບໂດຍຖືກຄືງໃສ່ໄມ້ກາງແຂນ ເພື່ອໄຖ່ບາບມວນມະນຸດຊາດ. ໝາຍຄວາມວ່າ ພຣະອົງດໍາເນີນພາລະກິດໃໝ່ຢູ່ນອກຂອບເຂດພາລະກິດທີ່ກະທໍາໂດຍພຣະເຢໂຮວາ. ນີ້ແມ່ນການນໍາທາງໃນຍຸກໃໝ່. ນອກຈາກນັ້ນ, ພຣະອົງສາມາດກ່າວເຖິງສິ່ງທີ່ມະນຸດບໍ່ສາມາດບັນລຸຜົນໄດ້. ພາລະກິດຂອງພຣະອົງແມ່ນປະຕິບັດຢູ່ໃນການຄຸ້ມຄອງຂອງພຣະເຈົ້າ ແລະ ປະກອບດ້ວຍມວນມະນຸດທັງໝົດ. ພຣະອົງບໍ່ໄດ້ກະທໍາພາລະກິດຕໍ່ມະນຸດພຽງສອງສາມຄົນ ແລະ ພາລະກິດຂອງພຣະອົງບໍ່ໄດ້ມີໄວ້ເພື່ອນໍາພາມະນຸດພຽງຈໍານວນຈໍາກັດ. ສໍາລັບວີທີທີ່ພຣະເຈົ້າບັງເກີດເປັນມະນຸດ, ວິທີທີ່ພຣະວິນຍານໃຫ້ການເປີດເຜີຍໃນເວລານັ້ນ ແລະ ວິທີທີ່ພຣະວິນຍານລົງມາສູ່ມະນຸດເພື່ອກະທໍາພາລະກິດ, ສິ່ງເຫຼົ່ານີ້ແມ່ນເປັນສິ່ງທີ່ມະນຸດບໍ່ສາມາດເຫັນ ຫຼື ສໍາພັດໄດ້. ມັນເປັນໄປບໍ່ໄດ້ທີ່ສຸດທີ່ຈະໃຊ້ຄວາມຈິງເຫຼົ່ານີ້ເພື່ອເປັນຫຼັກຖານພິສູດວ່າ ພຣະອົງຄືພຣະເຈົ້າຜູ້ບັງເກີດເປັນມະນຸດ. ດ້ວຍເຫດນັ້ນ, ຈຶ່ງສາມາດຈໍາແນກໄດ້ໃນທ່າມກາງພຣະທໍາ ແລະ ພາລະກິດຂອງພຣະເຈົ້າເທົ່ານັ້ນ ເຊິ່ງເປັນສິ່ງທີ່ມະນຸດສາມາດຈໍາຕ້ອງໄດ້. ພຽງສິ່ງນີ້ເທົ່ານັ້ນຄືຄວາມຈິງ. ນີ້ກໍເນື່ອງຈາກວ່າ ເຈົ້າບໍ່ສາມາດເຫັນເລື່ອງຂອງພຣະວິນຍານໄດ້ ແລະ ມີພຽງພຣະເຈົ້າເທົ່ານັ້ນທີ່ຮັບຮູ້ເລຶ່ອງດັ່ງກ່າວຢ່າງຊັດເຈນ ແລະ ແມ່ນແຕ່ພຣະເຈົ້າຜູ້ບັງເກີດເປັນເນື້ອໜັງກໍບໍ່ສາມາດຮູ້ທຸກສິ່ງໄດ້; ເຈົ້າພຽງແຕ່ສາມາດຢືນຢັນວ່າ ພຣະອົງເປັນພຣະເຈົ້າ ຫຼື ບໍ່ ຈາກພາລະກິດທີ່ພຣະອົງໄດ້ກະທໍາເທົ່ານັ້ນ. ຈາກພາລະກິດຂອງພຣະອົງ, ສາມາດເຫັນໄດ້ວ່າ: ສິ່ງທີໜຶ່ງຄື ພຣະອົງສາມາດເປີດຍຸກໃໝ່; ສິ່ງທີສອງຄື ພຣະອົງສາມາດສະໜອງຊີວິດຂອງມະນຸດ ແລະ ສະແດງໃຫ້ມະນຸດເຫັນເສັ້ນທາງເພື່ອປະຕິບັດຕາມ. ສິ່ງນີ້ແມ່ນພຽງພໍທີ່ຈະພິສູດວ່າ ພຣະອົງຄືພຣະເຈົ້າ. ຢ່າງໜ້ອຍສຸດ ພາລະກິດທີ່ພຣະອົງກະທໍາສາມາດເປັນຕົວແທນພຣະວິນຍານຂອງພຣະເຈົ້າທັງໝົດ ແລະ ຈາກພາລະກິດດັ່ງກ່າວນັ້ນ ແມ່ນສາມາດເຫັນໄດ້ວ່າ ພຣະວິນຍານຂອງພຣະເຈົ້າແມ່ນສະຖິດຢູ່ພາຍໃນພຣະອົງ. ຍ້ອນວ່າ ພາລະກິດທີ່ກະທໍາໂດຍພຣະເຈົ້າຜູ້ບັງເກີດເປັນມະນຸດນັ້ນ ສ່ວນໃຫຍແລ້ວແມ່ນເພື່ອນໍາທາງໃນຍຸກໃໝ່, ນໍາພາພາລະກິດໃໝ່ ແລະ ເປີດໂລກໃໝ່, ສິ່ງເຫຼົ່ານີ້ເທົ່ານັ້ນແມ່ນພຽງພໍທີ່ຈະພິສູດໃຫ້ເຫັນວ່າ ພຣະອົງຄືພຣະເຈົ້າ. ສະນັ້ນ, ສິ່ງນີ້ຈຶ່ງເຮັດໃຫ້ພຣະອົງແຕກຕ່າງຈາກເອຊະຢາ, ເດນິເອນ ແລະ ສາສະດາຜູ້ຍິ່ງໃຫຍ່ອື່ນໆ.
(ຄັດຈາກບົດ “ຄວາມແຕກຕ່າງລະຫວ່າງພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໜ້າທີ່ຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ຄຳພະຍາກອນຂອງຜູ້ປະກາດພຣະທຳແມ່ນໄດ້ຮັບການສັ່ງສອນຈາກພຣະເຈົ້າເປັນການສ່ວນຕົວ ນັ້ນກໍຄື: ຄຳທຳນວາຍປະເພດດຽວກັນກັບຂອງເອຊຢາ, ດານີເອນ, ເອັດຊະຣາ, ເຢເຣມີຢາ ແລະ ເອເຊກີເອນ ແມ່ນມາຈາກການສັ່ງສອນໂດຍກົງຂອງພຣະວິນຍານບໍລິສຸດ, ຜູ້ຄົນເຫຼົ່ານີ້ເປັນນັກທຳນວາຍ, ພວກເຂົາໄດ້ຮັບພຣະວິນຍານແຫ່ງການທຳນວາຍ ແລະ ພວກເຂົາທັງໝົດແມ່ນຜູ້ປະກາດພຣະທຳແຫ່ງພຣະສັນຍາເດີມ. ໃນລະຫວ່າງຍຸກແຫ່ງພຣະບັນຍັດ, ຜູ້ຄົນເຫຼົ່ານີ້ ຜູ້ເຊິ່ງໄດ້ຮັບການດົນບັນດານຈາກພຣະເຢໂຮວາ ກໍໄດ້ກ່າວຄຳທຳນວາຍຫຼາຍຢ່າງ ເຊິ່ງໄດ້ຮັບການສັ່ງສອນຈາກພຣະເຢໂຮວາໂດຍກົງ. ແລ້ວເປັນຫຍັງພຣະເຢໂຮວາຈຶ່ງປະຕິບັດພາລະກິດໃນພວກເຂົາ? ເພາະວ່າປະຊາຊົນອິດສະຣາເອັນແມ່ນຜູ້ຄົນທີ່ພຣະເຈົ້າຊົງໄດ້ເລືອກໄວ້ແລ້ວ ນັ້ນກໍຄື ແລະ ພາລະກິດຂອງຜູ້ປະກາດພຣະທຳຕ້ອງຖືກກະທຳທ່າມກາງພວກເຂົາ; ນັ້ນຄືເຫດຜົນທີ່ຜູ້ປະກາດພຣະທໍາສາມາດຮັບການເປີດເຜີຍດັ່ງກ່າວ. ຕາມຄວາມຈິງແລ້ວ ພວກເຂົາເອງກໍບໍ່ເຂົ້າໃຈການເປີດເຜີຍຂອງພຣະເຈົ້າທີ່ມີໃຫ້ພວກເຂົາ. ພຣະວິນຍານບໍລິສຸດກ່າວພຣະທຳເຫຼົ່ານັ້ນຜ່ານປາກຂອງພວກເຂົາ ເພື່ອຜູ້ຄົນໃນອະນາຄົດຈະສາມາດເຂົ້າໃຈເຖິງສິ່ງຕ່າງໆເຫຼົ່ານັ້ນ ແລະ ເຫັນວ່າ ພວກມັນແມ່ນພາລະກິດຂອງພຣະວິນຍານຂອງພຣະເຈົ້າ, ຂອງພຣະວິນຍານບໍລິສຸດຢ່າງແທ້ຈິງ ແລະ ບໍ່ໄດ້ມາຈາກມະນຸດ ແລະ ເພື່ອຢືນຢັນພາລະກິດຂອງພຣະວິນຍານບໍລິສຸດໃຫ້ກັບພວກເຂົາ. ໃນລະຫວ່າງຍຸກແຫ່ງພຣະຄຸນ, ພຣະເຢຊູເອງໄດ້ປະຕິບັດພາລະກິດທັງໝົດນີ້ແທນພວກເຂົາ ແລະ ດ້ວຍເຫດນັ້ນ ຜູ້ຄົນຈຶ່ງບໍ່ກ່າວຄຳທຳນວາຍອີກຕໍ່ໄປ. ແລ້ວພຣະເຢຊູເປັນຜູ້ປະກາດພຣະທຳບໍ? ແນ່ນອນ, ພຣະເຢຊູເປັນຜູ້ປະກາດພຣະທຳ ແຕ່ພຣະອົງກໍຍັງສາມາດປະຕິບັດພາລະກິດຂອງພວກອັກຄະສາວົກອີກດ້ວຍ ນັ້ນກໍຄື ພຣະອົງສາມາດທັງກ່າວຄຳທຳນວາຍ ແລະ ເທດສະໜາ ແລະ ສັ່ງສອນຜູ້ຄົນທົ່ວທັງດິນແດນ. ເຖິງຢ່າງໃດກໍຕາມ, ພາລະກິດທີ່ພຣະອົງຊົງປະຕິບັດ ແລະ ຕົວຕົນທີ່ພຣະອົງຊົງສະແດງໃຫ້ເຫັນນັ້ນບໍ່ແມ່ນສິ່ງດຽວກັນ. ພຣະອົງມາເພື່ອໄຖ່ມວນມະນຸດຊາດ, ໄຖ່ມະນຸດຈາກຄວາມຜິດບາບ; ພຣະອົງເປັນຜູ້ປະກາດພຣະທຳ ແລະ ເປັນອັກຄະສາວົກ, ແຕ່ຫຼາຍກວ່ານັ້ນ ພຣະອົງເປັນພຣະຄຣິດ. ຜູ້ປະກາດພຣະທຳສາມາດກ່າວຄຳທຳນວາຍ ແຕ່ບໍ່ສາມາດເວົ້າໄດ້ວ່າ ຜູ້ປະກາດພຣະທຳນັ້ນເປັນພຣະຄຣິດ. ໃນເວລານັ້ນ, ພຣະເຢຊູກ່າວຄຳທຳນວາຍຫຼາຍຢ່າງ ແລະ ດ້ວຍເຫດນັ້ນ ຈຶ່ງສາມາດເວົ້າໄດ້ວ່າ ພຣະອົງເປັນຜູ້ປະກາດພຣະທຳ ແຕ່ບໍ່ສາມາດເວົ້າໄດ້ວ່າ ພຣະອົງເປັນຜູ້ປະກາດພຣະທຳ ແລະ ບໍ່ແມ່ນພຣະຄຣິດ. ນັ້ນກໍຍ້ອນວ່າ ພຣະອົງເປັນຕົວແທນພຣະເຈົ້າເອງໃນການປະຕິບັດຂັ້ນຕອນຂອງພາລະກິດ ແລະ ຕົວຕົນຂອງພຣະອົງກໍແຕກຕ່າງຈາກຕົວຕົນຂອງເອຊາຢາ ນັ້ນກໍຄື: ພຣະອົງມາເພື່ອເຮັດໃຫ້ພາລະກິດແຫ່ງການໄຖ່ບາບສຳເລັດລົງ ແລະ ພຣະອົງຍັງຊົງຈັດກຽມຊີວິດຂອງມະນຸດອີກດ້ວຍ ແລະ ພຣະວິນຍານຂອງພຣະເຈົ້າກໍປາກົດໃນພຣະອົງໂດຍກົງ. ໃນພາລະກິດທີ່ພຣະອົງປະຕິບັດ, ບໍ່ໄດ້ມີການດົນບັນດານຈາກພຣະວິນຍານຂອງພຣະເຈົ້າ ຫຼື ຄຳສັ່ງສອນຈາກພຣະເຢໂຮວາ. ກົງກັນຂ້າມ, ພຣະວິນຍານປະຕິບັດພາລະກິດໂດຍກົງ ເຊິ່ງນີ້ແມ່ນພຽງພໍທີ່ພິສູດໃຫ້ເຫັນວ່າ ພຣະເຢຊູບໍ່ເໝືອນກັບຜູ້ປະກາດພຣະທຳ. ພາລະກິດທີ່ພຣະອົງປະຕິບັດນັ້ນແມ່ນພາລະກິດແຫ່ງການໄຖ່ບາບ, ຕໍ່ມາຈຶ່ງແມ່ນການກ່າວຄຳທຳນວາຍ. ພຣະອົງເປັນຜູ້ປະກາດພຣະທຳ, ອັກຄະສາວົກ ແລະ ຫຼາຍກວ່ານັ້ນ ພຣະອົງເປັນພຣະຜູ້ໄຖ່. ໃນຂະນະດຽວກັນນັ້ນ, ຜູ້ທຳນວາຍພຽງແຕ່ສາມາດກ່າວຄຳທຳນວາຍ ແລະ ບໍ່ສາມາດເປັນຕົວແທນພຣະວິນຍານຂອງພຣະເຈົ້າໄດ້ໃນການປະຕິບັດພາລະກິດ. ເພາະວ່າ ພຣະເຢຊູປະຕິບັດພາລະກິດຫຼາຍຢ່າງເຊິ່ງບໍ່ເຄີຍມີມະນຸດຄົນໃດປະຕິບັດມາກ່ອນ ແລະ ຍ້ອນວ່າພຣະອົງປະຕິບັດພາລະກິດແຫ່ງການໄຖ່ມະນຸດຊາດ, ສະນັ້ນ ພຣະອົງຈຶ່ງແຕກຕ່າງຈາກຄົນແບບເອຊາຢາ.
(ຄັດຈາກບົດ “ກ່ຽວກັບພຣະຄຳພີ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ໃນຂັ້ນຕອນສຸດທ້າຍຂອງພາລະກິດ, ຜົນແມ່ນຖືກບັນລຸຜ່ານພຣະທຳ. ຜ່ານທາງພຣະທຳ, ມະນຸດຈຶ່ງໄດ້ເຂົ້າໃຈຄວາມເລິກລັບຫຼາຍຢ່າງ ແລະ ພາລະກິດທີ່ພຣະເຈົ້າໄດ້ປະຕິບັດຜ່ານຄົນຮຸ່ນອະດີດ; ຜ່ານທາງພຣະທຳ, ມະນຸດຈຶ່ງໄດ້ຮັບແສງສະຫວ່າງໂດຍພຣະວິນຍານບໍລິສຸດ; ຜ່ານພຣະທຳ, ມະນຸດຈຶ່ງເຂົ້າໃຈຄວາມເລິກລັບຕ່າງໆທີ່ຄົນຮຸ່ນຜ່ານມາບໍ່ເຄີຍເປີດເຜີຍໄດ້ຈັກເທື່ອ ພ້ອມທັງພາລະກິດຂອງຜູ້ປະກາດພຣະທຳ ແລະ ອັກຄະສາວົກໃນອະດີດ ແລະ ຫຼັກການທີ່ພວກເຂົາປະຕິບັດພາລະກິດກໍລ້ວນແລ້ວແຕ່ຜ່ານທາງພຣະທໍາ; ຜ່ານທາງພຣະທຳ ມະນຸດຈຶ່ງເຂົ້າໃຈເຖິງອຸປະນິໄສຂອງພຣະເຈົ້າ ພ້ອມທັງເຂົ້າໃຈຄວາມກະບົດ ແລະ ການຕໍ່ຕ້ານຂອງມະນຸດ ແລະ ມາຮູ້ຈັກທາດແທ້ຂອງຕົນເອງ. ຜ່ານທາງຂັ້ນຕອນເຫຼົ່ານີ້ຂອງພາລະກິດ ແລະ ຜ່ານທາງພຣະທຳທັງໝົດທີ່ໄດ້ກ່າວອອກມາ, ມະນຸດຈຶ່ງມາເຂົ້າໃຈພາລະກິດຂອງພຣະວິນຍານ, ເຂົ້າໃຈພາລະກິດຂອງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າໄດ້ປະຕິບັດ ແລະ ຍິ່ງໄປກວ່ານັ້ນກໍຄື ເຂົ້າໃຈອຸປະນິໄສທັງໝົດຂອງພຣະອົງ. ຄວາມຮູ້ຂອງເຈົ້າກ່ຽວກັບພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າໃນຫົກພັນປີຍັງຖືກໄດ້ຮັບຜ່ານທາງພຣະທຳ. ຄວາມຮູ້ກ່ຽວກັບແນວຄິດຜ່ານມາຂອງເຈົ້າ ແລະ ຄວາມສຳເລັດໃນການປະຖິ້ມແນວຄິດດັ່ງກ່າວນັ້ນກໍບໍ່ແມ່ນຍ້ອນພຣະທຳບໍ? ໃນຂັ້ນຕອນທີ່ຜ່ານມາ, ພຣະເຢຊູສ້າງໝາຍສຳຄັນ ແລະ ສິ່ງອັດສະຈັນ, ແຕ່ໃນຂັ້ນຕອນນີ້ແມ່ນບໍ່ມີໝາຍສຳຄັນ ແລະ ສິ່ງອັດສະຈັນໃດໆ. ຄວາມເຂົ້າໃຈຂອງເຈົ້າທີ່ວ່າ ເປັນຫຍັງພຣະອົງຈຶ່ງບໍ່ເປີດເຜີຍໝາຍສຳຄັນ ແລະ ສິ່ງອັດສະຈັນ ແມ່ນບໍ່ໄດ້ຖືກບັນລຸຜ່ານທາງພຣະທຳເຊັ່ນກັນບໍ? ສະນັ້ນ ພຣະທຳທີ່ກ່າວໃນຂັ້ນຕອນນີ້ຈຶ່ງຢູ່ເໜືອພາລະກິດທີ່ອັກຄະສາວົກ ແລະ ຜູ້ປະກາດພຣະທຳໃນຍຸກອະດີດປະຕິບັດກັນ. ແມ່ນແຕ່ການທຳນວາຍຂອງຜູ້ປະກາດພຣະທຳທີ່ໄດ້ທໍານວາຍໄວ້ກໍບໍ່ສາມາດບັນລຸຜົນນີ້ໄດ້. ຜູ້ປະກາດພຣະທຳກ່າວພຽງແຕ່ຄຳທຳນວາຍ, ພວກເຂົາກ່າວເຖິງສິ່ງທີ່ຈະເກີດຂຶ້ນໃນອະນາຄົດ, ແຕ່ບໍ່ແມ່ນກ່ຽວກັບພາລະກິດທີ່ພຣະເຈົ້າປາຖະໜາຈະປະຕິບັດໃນເວລານັ້ນ ຫຼື ພວກເຂົາບໍ່ໄດ້ກ່າວເພື່ອນໍາພາຊີວິດມະນຸດ ຫຼື ເພື່ອມອບຄວາມຈິງໃຫ້ກັບມະນຸດ ຫຼື ເພື່ອເປີດເຜີຍຄວາມເລິກລັບໃຫ້ກັບພວກເຂົາ, ແລ້ວແຮງໄກທີ່ພວກເຂົາຈະມອບຊີວິດໃຫ້ກັບມະນຸດ. ຈາກບັນດາພຣະທຳທີ່ໄດ້ກ່າວໃນຂັ້ນຕອນນີ້, ມີການທຳນວາຍ ແລະ ຄວາມຈິງ, ແຕ່ພຣະທຳເຫຼົ່ານີ້ແມ່ນເຮັດໜ້າທີ່ເພື່ອມອບຊີວິດໃຫ້ກັບມະນຸດເປັນຫຼັກ. ພຣະທຳໃນປັດຈຸບັນບໍ່ຄືກັນກັບຄຳທຳນວາຍຂອງຜູ້ປະກາດພຣະທຳ. ນີ້ແມ່ນຂັ້ນຕອນຂອງພາລະກິດສຳລັບຊີວິດຂອງມະນຸດ, ເພື່ອປ່ຽນແປງອຸປະນິໄສຂອງມະນຸດ ແລະ ບໍ່ແມ່ນເພື່ອກ່າວຄຳທຳນວາຍ.
(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)