ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ພາລະກິດແລະ ທາງເຂົ້າ (6)

ພາລະກິດ ແລະ ທາງເຂົ້າແມ່ນສິ່ງທີ່ເປັນຈິງໂດຍທຳມະຊາດ ແລະ ໝາຍເຖິງພາລະກິດຂອງພຣະເຈົ້າ ແລະ ທາງເຂົ້າຂອງມະນຸດ. ການທີ່ມະນຸດຂາດຄວາມເຂົ້າໃຈໃນໃບໜ້າທີ່ແທ້ຈິງຂອງພຣະເຈົ້າຢ່າງສົມບູນ ແລະ ພາລະກິດຂອງພຣະເຈົ້າ ໄດ້ນໍາຄວາມຫຍຸ້ງຍາກມາສູ່ທາງເຂົ້າຂອງເຂົາ. ຈົນເຖິງປັດຈຸບັນ, ຫຼາຍຄົນຍັງບໍ່ຮູ້ຈັກພາລະກິດທີ່ພຣະເຈົ້າເຮັດໃຫ້ສຳເລັດໃນຍຸກສຸດທ້າຍ ຫຼື ເປັນຫຍັງພຣະເຈົ້າຈຶ່ງທົນຕໍ່ຄວາມອັບອາຍທີ່ຮຸນແຮງເພື່ອມາຢູ່ໃນເນື້ອໜັງ ແລະ ຜ່ານສຸກຜ່ານທຸກກັບມະນຸດ. ມະນຸດບໍ່ຮູ້ຫຍັງເລີຍກ່ຽວກັບເປົ້າໝາຍໃນພາລະກິດຂອງພຣະເຈົ້າ ຫຼື ເປົ້າໝາຍໃນແຜນການຂອງພຣະເຈົ້າສຳລັບຍຸກສຸດທ້າຍ. ດ້ວຍຫຼາກຫຼາຍເຫດຜົນ, ຜູ້ຄົນບໍ່ກະຕືລືລົ້ນ ແລະ ຄຸມເຄືອ[1] ຕໍ່ທາງເຂົ້າທີ່ພຣະເຈົ້າຕ້ອງການ ເຊິ່ງໄດ້ນໍາຄວາມຫຍຸ້ງຍາກຢ່າງໃຫຍ່ຫຼວງມາເຖິງພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ. ຜູ້ຄົນເບິ່ງຄືໄດ້ກາຍເປັນອຸປະສັກທັງໝົດ ແລະ ຈົນເຖິງປັດຈຸບັນ ພວກເຂົາຍັງບໍ່ມີຄວາມເຂົ້າໃຈຢ່າງຊັດເຈນ. ສະນັ້ນ ເຮົາຈຶ່ງຈະເວົ້າກ່ຽວກັບພາລະກິດທີ່ພຣະເຈົ້າປະຕິບັດໃນມະນຸດ ແລະ ເຈດຕະນາອັນຮີບດ່ວນຂອງພຣະເຈົ້າ ເພື່ອວ່າພວກເຈົ້າທຸກຄົນຈະກາຍມາເປັນຄົນຮັບໃຊ້ທີ່ຊື່ສັດຂອງພຣະເຈົ້າ ຜູ້ເຊິ່ງຍອມຕາຍແທນທີ່ຈະປະຕິເສດພຣະເຈົ້າ ແລະ ຍອມທົນຄວາມອັບອາຍທຸກຢ່າງຄືກັບໂຢບ ແລະ ຜູ້ເຊິ່ງມອບທັງໝົດຂອງຂອງພວກເຈົ້າໃຫ້ກັບພຣະເຈົ້າ ແລະ ກາຍມາເປັນມິດສະຫາຍທີ່ພຣະເຈົ້າຮັບເອົາໃນຍຸກສຸດທ້າຍຄືກັບເປໂຕ. ຂໍໃຫ້ອ້າຍເອື້ອຍນ້ອງທຸກຄົນທີ່ເຮັດທຸກສິ່ງໃນອຳນາດຂອງພວກເຂົາ ເພື່ອມອບການເປັນຢູ່ທັງໝົດຂອງພວກເຂົາຕໍ່ຄວາມປະສົງໃນສະຫວັນຂອງພຣະເຈົ້າ, ກາຍມາເປັນຄົນຮັບໃຊ້ທີ່ບໍລິສຸດໃນເຮືອນຂອງພຣະເຈົ້າ ແລະ ໄດ້ຮັບສັນຍາຢ່າງບໍ່ມີຈຳກັດທີ່ພຣະເຈົ້າປະທານໃຫ້ ເພື່ອວ່າຫົວໃຈຂອງພຣະເຈົ້າພຣະບິດາຈະສາມາດຮັບເອົາການຜັກຜ່ອນທີ່ສະຫງົບສຸກໃນອີກບໍ່ດົນ. “ການເຮັດຄວາມປະສົງຂອງພຣະເຈົ້າພຣະບິດາສຳເລັດລົງ” ຄວນເປັນຄຳຂວັນຂອງທຸກຄົນທີ່ຮັກພຣະເຈົ້າ. ຄຳເວົ້າເຫຼົ່ານີ້ຄວນເຮັດໜ້າທີ່ເປັນຄຳຊີ້ນໍາສຳລັບທາງເຂົ້າຂອງມະນຸດ ແລະ ເຂັມທິດທີ່ຊີ້ນໍາການກະທຳຂອງເຂົາ. ນີ້ແມ່ນທ່າທີ່ໆມະນຸດຄວນມີ. ການເຮັດໃຫ້ພາລະກິດທັງໝົດຂອງພຣະເຈົ້າສຳເລັດເທິງແຜ່ນດິນໂລກ ແລະ ການຮ່ວມມືກັບພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ, ນີ້ແມ່ນໜ້າທີ່ຂອງມະນຸດ. ມື້ໜຶ່ງ, ເມື່ອພາລະກິດຂອງພຣະເຈົ້າສຳເລັດແລ້ວ ມະນຸດຈະສັ່ງລາພຣະອົງເມື່ອກັບຄືນຫາພຣະບິດາທີ່ຢູ່ໃນສະຫວັນໃນເວລາທີ່ໄວກ່ອນຄາດໄວ້. ນີ້ບໍ່ແມ່ນຄວາມຮັບຜິດຊອບທີ່ມະນຸດຄວນປະຕິບັດບໍ?

ໃນຍຸກແຫ່ງພຣະກຸລະນາ ເມື່ອພຣະເຈົ້າກັບຄືນສູ່ສະຫວັນຊັ້ນສາມ, ພາລະກິດຂອງພຣະເຈົ້າໃນການໄຖ່ມະນຸດຊາດທັງປວງກໍໄດ້ປິດສາກລົງແທ້ໆແລ້ວ. ທຸກສິ່ງທີ່ຍັງຄົງຢູ່ເທິງແຜ່ນດິນໂລກກໍເປັນໄມ້ກາງແຂນທີ່ພຣະເຢຊູແບກ, ຜ້າຝ້າຍລິນິນສວຍງາມທີ່ພຣະເຢຊູຖືກປົກຄຸມໄວ້ ແລະ ມົງກຸດໜາມ ແລະ ຜ້າຄຸມສີມ່ວງອ່ອນທີ່ພຣະເຢຊູສວມໃສ່ (ສິ່ງເຫຼົ່ານີ້ແມ່ນສິ່ງທີ່ຊາວຢິວເຄີຍໃຊ້ເພື່ອເຍາະເຍີ້ຍພຣະອົງ). ນັ້ນກໍຄື ພາລະກິດຂອງພຣະເຢຊູໃນການຖືກຄຶງເທິງໄມ້ກາງແຂນໄດ້ກໍ່ໃຫ້ເກີດການຮ້ອງໂຫສຳລັບເວລາໃດໜຶ່ງ ແລະ ຫຼັງຈາກນັ້ນກໍສະຫງົບລົງ. ຈາກນັ້ນເປັນຕົ້ນມາ, ສາວົກຂອງພຣະເຢຊູກໍເລີ່ມປະຕິບັດພາລະກິດຂອງພຣະອົງຕໍ່ໄປ ໂດຍລ້ຽງດູ ແລະ ຫົດນໍ້າໃນຄຣິສຕະຈັກທຸກຫົນທຸກແຫ່ງ. ເນື້ອຫາຂອງພາລະກິດຂອງພວກເຂົາເປັນແບບນີ້: ເພື່ອໃຫ້ທຸກຄົນກັບໃຈ, ຍອມຮັບຄວາມບາບຂອງພວກເຂົາ ແລະ ຮັບບັບຕິດສະມາ; ສາວົກທຸກຄົນເຜີຍແຜ່ເລື່ອງລາວຂ້າງໃນກ່ຽວກັບການຖືກຄຶງເທິງໄມ້ກາງແຂນຂອງພຣະເຢຊູ ແລະ ສິ່ງທີ່ເກີດຂຶ້ນແທ້ໆ, ທຸກຄົນບໍ່ສາມາດເຮັດຫຍັງໄດ້ ນອກຈາກລົ້ມລົງຕໍ່ໜ້າພຣະເຢຊູເພື່ອຍອມຮັບຄວາມບາບຂອງພວກເຂົາ ແລະ ຍິ່ງໄປກວ່ານັ້ນ ພວກສາວົກກໍເຜີຍແຜ່ພຣະທຳທີ່ພຣະເຢຊູກ່າວ ແລະ ກົດໝາຍ ແລະ ພຣະບັນຍັດທີ່ພຣະອົງໄດ້ຈັດຕັ້ງຂຶ້ນໄປທຸກຫົນທຸກແຫ່ງ. ຕັ້ງແຕ່ເວລານັ້ນກໍເລີ່ມການສ້າງຕັ້ງຄຣິສຕະຈັກໃນຍຸກແຫ່ງພຣະກະລຸນາ. ສິ່ງທີ່ພຣະເຢຊູເວົ້າໃນລະຫວ່າງຍຸກນັ້ນກໍຍັງແນໃສ່ຊີວິດຂອງມະນຸດ ແລະ ຄວາມປະສົງຂອງພຣະບິດາທີ່ຢູ່ໃນສະຫວັນ. ມັນເປັນພຽງຍ້ອນຍຸກຕ່າງໆທີ່ແຕກຕ່າງກັນ ຄຳເວົ້າ ແລະ ການປະຕິບັດຫຼາຍຢ່າງຈຶ່ງແຕກຕ່າງກັນຫຼາຍຈາກປັດຈຸບັນ. ແຕ່ແກ່ນແທ້ຂອງທັງສອງພາລະກິດກໍຄືກັນ. ທັງສອງພາລະກິດບໍ່ໄດ້ເປັນຫຼາຍກວ່າ ຫຼື ໜ້ອຍກວ່າພາລະກິດຂອງພຣະວິນຍານຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ. ພາລະກິດປະເພດນັ້ນ ແລະ ພຣະທຳເຫຼົ່ານັ້ນສືບຕໍ່ຈົນເຖິງປັດຈຸບັນ ແລະ ນີ້ແມ່ນເຫດຜົນທີ່ວ່າເປັນຫຍັງສິ່ງທີ່ຖືກແບ່ງປັນໃນຄຣິສຕະຈັກແຫ່ງສາສະໜາຂອງປັດຈຸບັນຈຶ່ງຍັງເປັນແບບນັ້ນ ແລະ ບໍ່ໄດ້ປ່ຽນແປງທັງໝົດ. ເມື່ອພາລະກິດຂອງພຣະເຢຊູສຳເລັດລົງ, ເສັ້ນທາງທີ່ຖືກຕ້ອງຂອງພຣະເຢຊູຄຣິດກໍຕິດຢູ່ເທິງແຜ່ນດິນໂລກ, ແຕ່ພຣະເຈົ້າໄດ້ເລີ່ມແຜນການສຳລັບຂັ້ນຕອນອື່ນໃນພາລະກິດຂອງພຣະອົງ, ເລື່ອງການບັງເກີດເປັນມະນຸດໃນຍຸກສຸດທ້າຍ. ສຳລັບມະນຸດແລ້ວ, ການຖືກຄຶງເທິງໄມ້ກາງແຂນຂອງພຣະເຈົ້າສຳເລັດພາລະກິດຂອງການບັງເກີດເປັນມະນຸດຂອງພຣະເຈົ້າ, ໄຖ່ມະນຸດຊາດທັງປວງ ແລະ ເຮັດໃຫ້ພຣະອົງຍຶດກະແຈສູ່ດິນແດນມໍລະນາ. ທຸກຄົນຄິດວ່າພາລະກິດຂອງພຣະເຈົ້າຖືກເຮັດໃຫ້ສຳເລັດຢ່າງສົມບູນແລ້ວ. ໃນຄວາມຈິງ, ສຳລັບພຣະເຈົ້າ ມີພຽງແຕ່ສ່ວນເລັກນ້ອຍຂອງພາລະກິດຂອງພຣະອົງທີ່ຖືກເຮັດໃຫ້ສຳເລັດ. ພຣະອົງພຽງແຕ່ໄຖ່ມະນຸດຊາດ; ພຣະອົງບໍ່ໄດ້ເອົາຊະນະມະນຸດຊາດ ຢ່າເວົ້າເຖິງການປ່ຽນແປງຄວາມຂີ້ຮ້າຍຂອງຊາຕານທີ່ຢູ່ໃນມະນຸດເລີຍ. ນັ້ນຄືເຫດຜົນທີ່ພຣະເຈົ້າເວົ້າວ່າ “ເຖິງແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງເຮົາໄດ້ຜ່ານຄວາມເຈັບປວດແຫ່ງຄວາມຕາຍ, ນັ້ນກໍບໍ່ແມ່ນເປົ້າໝາຍທັງໝົດຂອງການບັງເກີດເປັນມະນຸດຂອງເຮົາ. ພຣະເຢຊູເປັນພຣະບຸດອັນເປັນທີ່ຮັກຂອງເຮົາ ແລະ ຖືກຄຶງເທິງໄມ້ກາງແຂນສຳລັບເຮົາ, ແຕ່ພຣະອົງບໍ່ໄດ້ສຳເລັດພາລະກິດຂອງເຮົາລົງຢ່າງສົມບູນ. ພຣະອົງພຽງແຕ່ປະຕິບັດສ່ວນໜຶ່ງຂອງພາລະກິດນັ້ນ”. ສະນັ້ນ ພຣະເຈົ້າຈຶ່ງເລີ່ມແຜນການຮອບທີສອງເພື່ອສືບຕໍ່ພາລະກິດຂອງການບັງເກີດເປັນມະນຸດ. ເຈດຕະນາສຸດທ້າຍຂອງພຣະເຈົ້າກໍຄືການເຮັດໃຫ້ທຸກຄົນສົມບູນ ແລະ ຊ່ວຍຊີວິດທຸກຄົນຈາກມືຂອງຊາຕານ ເຊິ່ງນັ້ນກໍຄືເຫດຜົນທີ່ວ່າເປັນຫຍັງພຣະເຈົ້າຈຶ່ງກຽມການທີ່ຈະສ່ຽງອັນຕະລາຍມາຢູ່ໃນເນື້ອໜັງອີກຄັ້ງ. ຄວາມໝາຍຂອງ “ການບັງເກີດເປັນມະນຸດ” ກໍຄືເນື້ອໜັງບໍ່ໄດ້ນໍາສະຫງ່າລາສີມາກັບພຣະອົງ (ເພາະພາລະກິດຂອງພຣະເຈົ້າຍັງບໍ່ໄດ້ສຳເລັດເທື່ອ), ແຕ່ພຣະອົງປາກົດໃນຕົວຕົນຂອງພຣະບຸດອັນເປັນທີ່ຮັກ ແລະ ເປັນພຣະຄຣິດ ທີ່ພຣະເຈົ້າພໍໃຈເປັນຢ່າງຍິ່ງ. ນີ້ຄືເຫດຜົນວ່າເປັນຫຍັງສິ່ງນີ້ຈຶ່ງເວົ້າວ່າເປັນສ່ຽງອັນຕະລາຍ. ເນື້ອໜັງມີອຳນາດໜ້ອຍດຽວ ແລະ ຕ້ອງໃຊ້ຢ່າງລະມັດລະວັງເປັນຢ່າງຍິ່ງ[2], ຫ່າງໄກຫຼາຍຈາກສິດອຳນາດຂອງພຣະບິດາທີ່ຢູ່ໃນສະຫວັນ ແລະ ພຣະອົງພຽງແຕ່ປະຕິບັດພັນທະກິດຂອງເນື້ອໜັງເທົ່ານັ້ນ, ເຮັດໃຫ້ພາລະກິດ ແລະ ການຝາກຝັງຂອງພຣະເຈົ້າພຣະບິດາສຳເລັດລົງໂດຍບໍ່ຫຍຸ້ງກັບພາລະກິດອື່ນໆ. ພຣະອົງພຽງແຕ່ສຳເລັດສ່ວນໜຶ່ງຂອງພາລະກິດ. ນີ້ຄືເຫດຜົນທີ່ວ່າເປັນຫຍັງພຣະເຈົ້າຈຶ່ງຖືກເອີ້ນວ່າ “ພຣະຄຣິດ” ເມື່ອມາເທິງແຜ່ນດິນໂລກ. ນີ້ແມ່ນຄວາມໝາຍທີ່ຝັງຢູ່ໃນຕົວ. ເຫດຜົນທີ່ມີການເວົ້າວ່າ ການມາເຖິງແມ່ນມາພ້ອມກັບການລໍ້ລວງກໍເພາະມີພຽງແຕ່ໜຶ່ງໂຄງການຂອງພາລະກິດທີ່ຖືກເຮັດໃຫ້ສຳເລັດ. ຍິ່ງໄປກວ່ານັ້ນ, ເຫດຜົນທີ່ພຣະເຈົ້າພຣະບິດາພຽງແຕ່ເອີ້ນພຣະອົງວ່າ “ພຣະຄຣິດ” ແລະ “ພຣະບຸດອັນເປັນທີ່ຮັກ” ແລະ ບໍ່ໄດ້ມອບສະຫງ່າລາສີທັງໝົດໃຫ້ກັບພຣະອົງ ກໍຍ້ອນເນື້ອໜັງທີ່ບັງເກີດເປັນມະນຸດໄດ້ມາເພື່ອປະຕິບັດໜຶ່ງໂຄງການຂອງພາລະກິດ, ບໍ່ແມ່ນເພື່ອເປັນຕົວແທນໃຫ້ກັບພຣະບິດາທີ່ຢູ່ໃນສະຫວັນ ແຕ່ກົງກັນຂ້າມແມ່ນເພື່ອປະຕິບັດພັນທະກິດຂອງພຣະບຸດອັນເປັນທີ່ຮັກ. ເມື່ອພຣະບຸດອັນເປັນທີ່ຮັກເຮັດໃຫ້ການຝາກຝັງທັງໝົດສຳເລັດລົງ ພຣະອົງກໍຍອມຮັບເພື່ອແບກໄວ້ເທິງບ່າຂອງພຣະອົງ, ພຣະບິດາຈະມອບສະຫງ່າລາສີທັງໝົດໃຫ້ກັບພຣະອົງ ພ້ອມກັບຕົວຕົນຂອງພຣະບິດາ. ຄົນໆໜຶ່ງສາມາດເວົ້າໄດ້ວ່າ ນີ້ແມ່ນກົດລະບຽບໃນສະຫວັນ. ເພາະຜູ້ທີ່ໄດ້ມາໃນເນື້ອໜັງ ແລະ ພຣະບິດາທີ່ຢູ່ໃນສະຫວັນກໍຢູ່ໃນສອງສະຖານະການທີ່ແຕກຕ່າງກັນ, ທັງສອງພຣະອົງພຽງແຕ່ຈ້ອງເບິ່ງກັນ ແລະ ກັນໃນພຣະວິນຍານ, ພຣະບິດາຈັບຕາເບິ່ງພຣະບຸດອັນເປັນທີ່ຮັກ ແຕ່ພຣະບຸດບໍ່ສາມາດເຫັນພຣະບິດາແຕ່ໄກ. ມັນກໍເປັນຍ້ອນໜ້າທີ່ຂອງເນື້ອໜັງແມ່ນນ້ອຍເກີນໄປ ແລະ ພຣະອົງມີຄວາມເປັນໄປໄດ້ທີ່ຈະຖືກຂ້າໃນທຸກເວລາ, ການມາເຖິງຄັ້ງນີ້ຈຶ່ງຖືວ່າມາພ້ອມກັບອັນຕະລາຍຢ່າງໃຫຍ່ຫຼວງ. ສິ່ງນີ້ທຽບເທົ່າກັບການທີ່ພຣະເຈົ້າສະຫຼະພຣະບຸດອັນເປັນທີ່ຮັກຂອງພຣະອົງອີກຄັ້ງ ແລະ ມອບພຣະອົງເຂົ້າສູ່ປາກຂອງເສືອ. ມັນສ່ຽງຕໍ່ຊີວິດທີ່ພຣະເຈົ້າຈະມອບພຣະອົງໃນບ່ອນທີ່ຊາຕານເຈາະຈົງທີ່ສຸດ. ເຖິງແມ່ນໃນຄວາມລໍາບາກທີ່ຮ້າຍແຮງດັ່ງກ່າວ, ພຣະເຈົ້າກໍຍັງມອບພຣະບຸດອັນເປັນທີ່ຮັກຂອງພຣະອົງໃຫ້ກັບຄົນທີ່ຢູ່ໃນບ່ອນສົກກະປົກ ແລະ ບໍ່ມີສິນທຳເພື່ອ “ຍົກ” ພວກເຂົາຂຶ້ນ. ສິ່ງນີ້ແມ່ນເປັນຍ້ອນ ມັນເປັນວິທີດຽວທີ່ຈະເຮັດໃຫ້ພາລະກິດຂອງພຣະເຈົ້າມີຄວາມໝາຍແທ້ໆ ແລະ ເປັນວິທີດຽວທີ່ຈະປະຕິບັດຕາມຄວາມປາຖະໜາຂອງພຣະເຈົ້າພຣະບິດາ ແລະ ເຮັດໃຫ້ສ່ວນສຸດທ້າຍຂອງພາລະກິດຂອງພຣະເຈົ້າສຳເລັດທ່າມກາງມະນຸດຊາດ. ພຣະເຢຊູພຽງແຕ່ເຮັດໃຫ້ຂັ້ນຕອນໜຶ່ງຂອງພາລະກິດຂອງພຣະເຈົ້າພຣະບິດາສຳເລັດ. ຍ້ອນສິ່ງກີດຂວາງຂອງເນື້ອໜັງທີ່ບັງເກີດເປັນມະນຸດ ແລະ ຄວາມແຕກຕ່າງໃນພາລະກິດທີ່ເຮັດໃຫ້ສຳເລັດ, ພຣະເຢຊູເອງກໍບໍ່ຮູ້ຈັກວ່າ ຈະມີການກັບມາເປັນເນື້ອໜັງຄັ້ງທີສອງ. ສະນັ້ນ ບໍ່ມີໃຜທີ່ໄດ້ອ່ານການບັນທຶກຕາມປະຫວັດສາດຂອງພຣະເຈົ້າ ແລ້ວຄົ້ນພົບວ່າພຣະເຢຊູກຳລັງທຳນາຍວ່າ ພຣະເຈົ້າຕ້ອງການບັງເກີດເປັນມະນຸດເປັນຄັ້ງທີສອງເພື່ອເຮັດໃຫ້ພາລະກິດທັງໝົດຂອງພຣະອົງສຳເລັດໃນເນື້ອໜັງ. ຍ້ອນພຣະເຢຊູບໍ່ຮູ້ຈັກແມ່ນແຕ່ເລື່ອງນີ້, ຜູ້ທຳນາຍ ແລະ ຜູ້ຂຽນໜັງສືອະທິບາຍຂໍ້ພຣະຄຳພີກໍຍັງບໍ່ຮູ້ຈັກວ່າ ພຣະເຈົ້າຕ້ອງການກັບຄືນມາເປັນເນື້ອໜັງ ໝາຍເຖິງມາເປັນເນື້ອໜັງອີກຄັ້ງ ເພື່ອປະຕິບັດສ່ວນທີສອງຂອງພາລະກິດຂອງພຣະອົງໃນເນື້ອໜັງ. ສະນັ້ນ ບໍ່ມີໃຜເຂົ້າໃຈວ່າ ພຣະເຈົ້າເຊືອງຕົນເອງໃນເນື້ອໜັງ ເລີ່ມຕັ້ງແຕ່ດົນມາແລ້ວ. ສິ່ງນີ້ແມ່ນເຂົ້າໃຈໄດ້ ເພາະມັນເປັນພຽງຫຼັງຈາກທີ່ພຣະເຢຊູຟື້ນຄືນ ແລະ ກັບສູ່ສະຫວັນ, ພຣະອົງຈຶ່ງຍອມຮັບການຝາກຝັງນີ້, ສະນັ້ນ ການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າຈຶ່ງບໍ່ມີຮາກຖານ ແລະ ບໍ່ມີພື້ນຖານ ແລະ ເປັນຄືກັບນໍ້າທີ່ບໍ່ມີຮາກ, ຍາກທີ່ຈະເຂົ້າໃຈໄດ້. ຍິ່ງໄປກວ່ານັ້ນ, ມັນກໍຍາກທີ່ຈະຊອກຫາບ່ອນອ້າງອີງໃຫ້ກັບມັນໄດ້ ແມ່ນແຕ່ໃນພຣະຄຳພີເຊິ່ງມີຊື່ສຽງຢ່າງສູງ[3]. ຈາກບົດ ແລະ ຂໍ້ທັງໝົດໃນພຣະຄຳພີ, ບໍ່ມີແມ່ນແຕ່ໜຶ່ງປະໂຫຍກ ຫຼື ໜຶ່ງຄຳທີ່ກ່າວເຖິງເລື່ອງນີ້. ແຕ່ການທີ່ພຣະເຢຊູມາເຖິງແຜ່ນດິນໂລກກໍຖືກທຳນາຍໄວ້ດົນແລ້ວ ແລະ ຍິ່ງໄປກວ່ານັ້ນກໍເກີດຂຶ້ນຜ່ານການປະຕິສົນທິໂດຍພຣະວິນຍານບໍລິສຸດ. ເຖິງຢ່າງໃດກໍຕາມ, ພຣະເຈົ້າຍັງເວົ້າວ່າ ມັນສ່ຽງຕໍ່ຊີວິດ. ແລ້ວພຣະເຈົ້າເວົ້າແນວໃດເຖິງປັດຈຸບັນ? ບໍ່ຕ້ອງສົງໄສເລີຍທີ່ພຣະເຈົ້າກ່າວວ່າ ການບັງເກີດເປັນມະນຸດຄັ້ງນີ້ສ່ຽງຕໍ່ອັນຕະລາຍກວ່າທີ່ຢູ່ໃນລະຫວ່າງຍຸກແຫ່ງພຣະກະລຸນາເປັນຫຼາຍພັນເທົ່າ. ໃນຫຼາຍບ່ອນ, ພຣະເຈົ້າໄດ້ທຳນາຍເຖິງການຮັບເອົາກຸ່ມຜູ້ເອົາຊະນະໃນດິນແດນຊິນິມ. ມັນຢູ່ໃນພາກຕະເວັນອອກຂອງແຜ່ນດິນໂລກທີ່ຜູ້ເອົາຊະນະຖືກຮັບເອົາ, ສະນັ້ນ ສະຖານທີ່ໆພຣະເຈົ້າກ້າວຍຽບໃນການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າຈຶ່ງເປັນດິນແດນຊິນິມໂດຍບໍ່ຕ້ອງສົງໄສເລີຍ ເຊິ່ງເປັນບ່ອນທີ່ມັງກອນແດງໃຫຍ່ນອນຂົດຢູ່ແທ້ໆ. ໃນທີ່ນັ້ນ ພຣະເຈົ້າຈະຮັບເອົາເຊື້ອສາຍຂອງມັງກອນແດງໃຫຍ່ ເພື່ອວ່າມັນຈະຖືກເອົາຊະນະ ແລະ ຖືກເຮັດໃຫ້ອັບອາຍແທ້ໆ. ພຣະເຈົ້າຕ້ອງການປຸກຄົນເຫຼົ່ານີ້ທີ່ທົນທຸກຢ່າງຮຸນແຮງ, ປຸກພວກເຂົາທັງໝົດ ແລະ ເຮັດໃຫ້ພວກເຂົາຍ່າງອອກຈາກໝອກ ແລະ ປະຕິເສດມັງກອນແດງໃຫຍ່. ພຣະເຈົ້າຕ້ອງການປຸກພວກເຂົາຈາກຄວາມຝັນຂອງພວກເຂົາ, ເຮັດໃຫ້ພວກເຂົາຮູ້ຈັກແກ່ນແທ້ຂອງມັງກອງແດງໃຫຍ່, ມອບຫົວໃຈທັງໝົດຂອງພວກເຂົາໃຫ້ກັບພຣະເຈົ້າ, ອອກຈາກການກົດຂີ່ຂອງອິດທິພົນມືດ, ຢືນຂຶ້ນໃນພາກຕະເວັນອອກຂອງໂລກ ແລະ ກາຍເປັນສິ່ງພິສູດເຖິງໄຊຊະນະຂອງພຣະເຈົ້າ. ມີພຽງແຕ່ເມື່ອນັ້ນພຣະເຈົ້າຈຶ່ງຈະໄດ້ຮັບສະຫງ່າລາສີ. ຍ້ອນເຫດຜົນນີ້ເທົ່ານັ້ນ, ພຣະເຈົ້າຈຶ່ງນໍາພາລະກິດທີ່ຈົບລົງໃນອິດສະຣາເອັນໄປສູ່ດິນແດນທີ່ມັງກອນແດງໃຫຍ່ນອນຂົດ ແລະ ເກືອບສອງພັນປີຫຼັງຈາກການຈາກໄປ ພຣະເຈົ້າກໍໄດ້ມາຢູ່ໃນເນື້ອໜັງອີກຄັ້ງເພື່ອສືບຕໍ່ພາລະກິດໃນຍຸກແຫ່ງພຣະກະລຸນາ. ໃນສາຍຕາເປົ່າຂອງມະນຸດ, ພຣະເຈົ້າກຳລັງເລີ່ມຕົ້ນພາລະກິດໃໝ່ໃນເນື້ອໜັງ. ແຕ່ສຳລັບພຣະເຈົ້າແລ້ວ, ພຣະອົງກຳລັງສືບຕໍ່ພາລະກິດໃນຍຸກແຫ່ງພຣະກະລຸນາ ພຽງແຕ່ມີໄລຍະເວລາທີ່ແຕກຕ່າງກັນເປັນສອງພັນປີ ແລະ ພຽງແຕ່ມີການປ່ຽນແປງໃນສະຖານທີ່ປະຕິບັດພາລະກິດ ແລະ ໂຄງການຂອງພາລະກິດ. ເຖິງແມ່ນລັກສະນະທາງເນື້ອໜັງທີ່ພຣະເຈົ້າໄດ້ສວມໃສ່ໃນພາລະກິດແຫ່ງປັດຈຸບັນຂ່ອນຄ້າງເປັນບຸກຄົນທີ່ແຕກຕ່າງຈາກພຣະເຢຊູ, ພຣະອົງທັງສອງກໍມີທາດແທ້ ແລະ ຮາກຖານທີ່ຄືກັນ ແລະ ພຣະອົງທັງສອງກໍມາຈາກບໍ່ເກີດດຽວກັນ. ບາງເທື່ອ ພຣະອົງທັງສອງມີຄວາມແຕກຕ່າງກັນຫຼາຍໃນພາຍນອກ, ແຕ່ຄວາມຈິງພາຍໃນຂອງພາລະກິດຂອງພຣະອົງທັງສອງກໍຄືກັນທັງໝົດ. ໃນທີ່ສຸດແລ້ວ, ຍຸກຕ່າງໆກໍແຕກຕ່າງກັນຄືກັບກາງຄືນ ແລະ ກາງເວັນ. ພາລະກິດຂອງພຣະເຈົ້າຈະຍັງບໍ່ປ່ຽນແປງໄດ້ແນວໃດ? ຫຼື ພາລະກິດຈະສາມາດລົບກວນກັນໄດ້ແນວໃດ?

ພຣະເຢຊູມີລັກສະນະຂອງຊາວຢິວ, ສວມໃສ່ເຄື່ອງແຕ່ງຕົວຕາມຊາວຢິວ ແລະ ເຕີບໃຫຍ່ໂດຍກິນອາຫານຂອງຊາວຢິວ. ນີ້ແມ່ນລັກສະນະທຳມະດາຂອງຄວາມເປັນມະນຸດຂອງພຣະອົງ. ແຕ່ເນື້ອໜັງທີ່ບັງເກີດເປັນມະນຸດໃນປັດຈຸບັນມີຮູບຮ່າງຂອງຄົນອາຊີ ແລະ ເຕີບໂຕດ້ວຍອາຫານຂອງຊົນຊາດມັງກອນແດງໃຫຍ່. ສິ່ງເຫຼົ່ານີ້ບໍ່ໄດ້ຂັດກັບເປົ້າໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າ. ກົງກັນຂ້າມ, ພວກມັນເສີມສ້າງກັນ, ເຮັດໃຫ້ຄວາມໝາຍທີ່ແທ້ຈິງຂອງການບັງເກີດເປັນມະນຸດຂອງພຣະເຈົ້າສຳເລັດລົງຢ່າງສົມບູນ. ເພາະເນື້ອໜັງທີ່ບັງເກີດເປັນມະນຸດແມ່ນໝາຍເຖິງ “ບຸດມະນຸດ” ຫຼື “ພຣະຄຣິດ”, ລັກສະນະພາຍນອກຂອງພຣະຄຣິດໃນປັດຈຸບັນບໍ່ສາມາດທຽບເທົ່າໄດ້ກັບພຣະເຢຊູຄຣິດ. ໃນທີ່ສຸດແລ້ວ, ເນື້ອໜັງຖືກເອີ້ນວ່າ “ບຸດມະນຸດ” ແລະ ຢູ່ໃນລັກສະນະຂອງເນື້ອໜັງ. ທຸກຂັ້ນຕອນຂອງພາລະກິດຂອງພຣະເຈົ້າປະກອບມີຄວາມໝາຍທີ່ເລິກເຊິ່ງຫຼາຍ. ເຫດຜົນທີ່ພຣະເຢຊູຖືກປະຕິສົນທິໂດຍພຣະວິນຍານບໍລິສຸດກໍຍ້ອນພຣະອົງຕ້ອງໄຖ່ຄົນບາບ. ພຣະອົງຕ້ອງປາສະຈາກຄວາມບາບ. ແຕ່ໃນເວລາສຸດທ້າຍເທົ່ານັ້ນ ເມື່ອພຣະອົງຖືກບັງຄັບໃຫ້ກາຍເປັນລັກສະນະຂອງເນື້ອໜັງທີ່ມີບາບ ແລະ ຮັບເອົາຄວາມບາບຂອງຄົນບາບ ພຣະອົງຈຶ່ງຊ່ວຍຊີວິດພວກເຂົາຈາກໄມ້ກາງແຂນທີ່ຖືກສາບແຊ່ງທີ່ພຣະເຈົ້າໃຊ້ເພື່ອຕີສອນຜູ້ຄົນ. (ໄມ້ກາງແຂນແມ່ນເຄື່ອງມືຂອງພຣະເຈົ້າສຳລັບສາບແຊ່ງ ແລະ ຕີສອນຜູ້ຄົນ; ການກ່າວເຖິງການສາບແຊ່ງ ແລະ ຕີສອນແມ່ນກ່ຽວກັບການສາບແຊ່ງ ແລະ ຕີສອນຄົນບາບໂດຍສະເພາະ). ເປົ້າໝາຍແມ່ນເພື່ອເຮັດໃຫ້ຄົນບາບທຸກຄົນກັບໃຈ ແລະ ໃຊ້ການຖືກຄຶງເທິງໄມ້ກາງແຂນເພື່ອເຮັດໃຫ້ພວກເຂົາຮັບເອົາຄວາມບາບຂອງພວກເຂົາ. ນັ້ນກໍຄື ເພື່ອເຫັນແກ່ການໄຖ່ມະນຸດຊາດທັງປວງ, ພຣະເຈົ້າບັງເກີດເປັນມະນຸດໃນເນື້ອໜັງທີ່ຖືກປະຕິສົນທິໂດຍພຣະວິນຍານບໍລິສຸດ ແລະ ຮັບເອົາຄວາມບາບຂອງມະນຸດຊາດທັງປວງ. ວິທີທຳມະດາທີ່ຈະບັນລະຍາຍເຖິງສິ່ງນີ້ກໍຄືການມອບເນື້ອໜັງທີ່ບໍລິສຸດເພື່ອແລກປ່ຽນກັບຄົນບາບທຸກຄົນ ເຊິ່ງທຽບເທົ່າກັບການທີ່ພຣະເຢຊູເປັນເຄື່ອງບູຊາໄຖ່ບາບທີ່ຖືກວາງໄວ້ຢູ່ຕໍ່ໜ້າຊາຕານເພື່ອ “ອ້ອນວອນ” ຊາຕານໃຫ້ສົ່ງຄືນມະນຸດຊາດທັງປວງທີ່ໄຮ້ດຽງສາທີ່ມັນໄດ້ຢຽບຍໍ່າໃຫ້ກັບພຣະເຈົ້າ. ສະນັ້ນ ການສຳເລັດຂັ້ນຕອນນີ້ຂອງພາລະກິດແຫ່ງການໄຖ່ບາບຈຶ່ງຈຳເປັນຕ້ອງມີການປະຕິສົນທິໂດຍພຣະວິນຍານບໍລິສຸດ. ນີ້ແມ່ນເງື່ອນໄຂທີ່ຈຳເປັນ, “ສົນທິສັນຍາ” ໃນລະຫວ່າງສົງຄາມລະຫວ່າງພຣະເຈົ້າພຣະບິດາ ແລະ ຊາຕານ. ນັ້ນຄືເຫດຜົນທີ່ວ່າເປັນຫຍັງພຣະເຢຊູຈຶ່ງຖືກມອບໃຫ້ກັບຊາຕານ ແລະ ມີແຕ່ເມື່ອນັ້ນ ຂັ້ນຕອນນີ້ຂອງພາລະກິດຈຶ່ງສຳເລັດລົງ. ເຖິງຢ່າງໃດກໍຕາມ, ພາລະກິດແຫ່ງການໄຖ່ຂອງພຣະເຈົ້າຈຶ່ງມີຄວາມໃຫຍ່ໂຕເຊິ່ງບໍ່ເຄີຍມີມາກ່ອນ ແລະ ຊາຕານກໍບໍ່ມີເຫດຜົນທີ່ຈະຮຽກຮ້ອງ, ສະນັ້ນ ການບັງເກີດເປັນມະນຸດຂອງພຣະເຈົ້າຈຶ່ງບໍ່ຈຳເປັນຕ້ອງມີການປະຕິສົນທິໂດຍພຣະວິນຍານ ຍ້ອນພຣະເຈົ້າບໍລິສຸດ ແລະ ໄຮ້ດຽງສາໂດຍທຳມະຊາດ. ແລ້ວໃນເວລານີ້ ພຣະເຈົ້າທີ່ບັງເກີດເປັນມະນຸດກໍບໍ່ແມ່ນພຣະເຢຊູຂອງຍຸກແຫ່ງພຣະກະລຸນາອີກຕໍ່ໄປ. ແຕ່ພຣະອົງກໍຍັງເປັນເພື່ອຄວາມປະສົງຂອງພຣະເຈົ້າພຣະບິດາ ແລະ ເພື່ອເຮັດໃຫ້ຄວາມປາຖະໜາຂອງພຣະເຈົ້າພຣະບິດາສຳເລັດລົງ. ສິ່ງນີ້ຈະຖືວ່າເປັນການເວົ້າທີ່ບໍ່ມີເຫດຜົນໄດ້ແນວໃດ? ການບັງເກີດເປັນມະນຸດຂອງພຣະເຈົ້າຕ້ອງປະຕິບັດຕາມຊຸດກົດລະບຽບບໍ?

ຫຼາຍຄົນຊອກເບິ່ງໃນພຣະຄຳພີເພື່ອຫາຫຼັກຖານ, ຕ້ອງການຄົ້ນພົບຄຳທຳນາຍກ່ຽວກັບການບັງເກີດເປັນມະນຸດຂອງພຣະເຈົ້າ. ມະນຸດຈະຮູ້ດ້ວຍຄວາມຄິດທີ່ສົບສົນ ແລະ ແຕກຫັກຂອງເຂົາໄດ້ແນວໃດວ່າ ພຣະເຈົ້າໄດ້ເຊົາ “ປະຕິບັດພາລະກິດ” ໃນພຣະຄຳພີເປັນເວລາດົນແລ້ວ ແລະ “ໂດດ” ອອກຈາກພຣະຄຳພີເພື່ອປະຕິບັດພາລະກິດທີ່ພຣະອົງໄດ້ວາງແຜນທີ່ຈະເຮັດມາແຕ່ດົນ ດ້ວຍຄວາມມ່ວນຊື່ນຢ່າງເຖິງໃຈ ແຕ່ພຣະອົງບໍ່ເຄີຍບອກມະນຸດຈັກເທື່ອ? ຜູ້ຄົນຂາດເຫດຜົນຫຼາຍເກີນໄປ. ມີແຕ່ຫຼັງຈາກທີ່ຊີມລົດຊາດອຸປະນິຂອງພຣະເຈົ້າ, ພວກເຂົາກໍຂຶ້ນໄປເທິງເວທີສູງ ແລະ ນັ່ງເທິງ “ລົດລໍ້” ຊັ້ນສູງຢ່າງບໍ່ເປັນທາງການ ເພື່ອກວດສອບພາລະກິດຂອງພຣະເຈົ້າ ໄປໄກຈົນເຖິງກັບເລີ່ມສັ່ງສອນພຣະເຈົ້າດ້ວຍການສົນທະນາທີ່ອວດໂອ້ ແລະ ຍືດຍາວໂດຍບໍ່ມີຫົວມີຫາງ. ມີຫຼາຍຄັ້ງທີ່ “ຊາຍເຖົ້າ” ໃສ່ແວ່ນຕາສຳລັບອ່ານໜັງສື ແລະ ລູບໜວດຂອງເຂົາ ແລ້ວເປີດ “ກາລານຸກົມເກົ່າ” ຫົວສີເຫຼືອງ (ພຣະຄຳພີ) ຂອງເຂົາທີ່ເຂົາໄດ້ອ່ານຊົ່ວຊີວິດ. ເມື່ອຈົ່ມພຶມພໍາພຣະທຳ ແລະ ສາຍຕາເບິ່ງຄືວ່າເຫຼື້ອມແວວວາວ, ບັດນີ້ ເຂົາກໍເປີດໄປທີ່ໜັງສືພຣະນິມິດ ແລະ ບັດນີ້ກໍໄປທີ່ໜັງສືດານີເອນ ແລະ ບັດນີ້ກໍເປັນທີ່ໜັງສືເອຊາຢາ ເຊິ່ງເປັນທີ່ຮູ້ຈັກກັນທົ່ວໄປ. ເມື່ອຈ້ອງເບິ່ງໜ້າເຈ້ຍທີ່ເຕັມໄປດ້ວຍຕົວໜັງສືນ້ອຍໆ, ເຂົາກໍອ່ານຢູ່ໃນໃຈ, ຄວາມຄິດຂອງເຂົາປິ່ນໝູນໂດຍບໍ່ເຊົາຈັກເທື່ອ. ທັນໃດນັ້ນ ມືທີ່ລູບໜວດກໍຢຸດ ແລະ ເລີ່ມດຶງໜວດຂອງລາວ. ຄັ້ງແລ້ວຄັ້ງເລົ່າ ຄົນໜຶ່ງກໍຈະໄດ້ຍິນສຽງໜວດຂາດ. ພຶດຕິກຳທີ່ແປກປະຫຼາດດັ່ງກ່າວເຮັດໃຫ້ຄົນໜຶ່ງມຶນງົງ. “ເປັນຫຍັງຕ້ອງໃຊ້ແຮງແບບນັ້ນ? ເປັນຫຍັງລາວຈຶ່ງໃຈຮ້າຍຫຼາຍ?” ກັບຄືນໄປທີ່ຊາຍເຖົ້າ ບັດນີ້ ຄິ້ວຂອງລາວກໍຕັ້ງຂຶ້ນ. ໃນຂະນະທີ່ຊາຍເຖົ້າສືບຕໍ່ຈ້ອງເບິ່ງໜ້າເຈ້ຍທີ່ເບິ່ງຄືກັບວ່າເກົ່າໂດຍບໍ່ເວັ້ນສາຍຕາ ຄິ້ວງອກໄດ້ຕັ້ງຂຶ້ນສໍ່າກັບຂົນຫ່ານທີ່ຫ່າງຈາກໜັງຕາຫ່ຽວຍ່ານສອງຊັງຕີແມັດ ຄືກັບວ່າບັງເອີນ ແຕ່ກໍສົມບູນຫຼາຍ. ຫຼັງຈາກທີ່ເບິ່ງໜ້າເດີມໆຊໍ້າໄປຊໍ້າມາເປັນຈຳນວນຫຼາຍຄັ້ງ ແລະ ຫຼັງຈາກນັ້ນ ເຂົາກໍບໍ່ສາມາດເຮັດຫຍັງໄດ້ ນອກຈາກໂດດຂຶ້ນ ແລະ ເລີ່ມເວົ້າຂຶ້ນຄືກັບວ່າລົມກັນເລື່ອງບໍ່ສຳຄັນ[4] ກັບຄົນອື່ນ, ເຖິງແມ່ນແສງສະຫວ່າງຈາກຕາຂອງເຂົາຍັງບໍ່ໄດ້ປ່ອຍອອກຈາກກາລານຸກົມ. ທັນໃດນັ້ນ ເຂົາກໍປິດໜ້າປັດຈຸບັນ ແລະ ເປີດໄປ “ໂລກອີກໃບໜຶ່ງ”. ການເຄື່ອນໄຫວຂອງເຂົາຟ້າວຟັ່ງ[5] ແລະ ຢ້ານຫຼາຍ ຈົນເກືອບເຮັດໃຫ້ຄົນອື່ນຕົກໃຈ. ໃນເວລານີ້, ໜູທີ່ໄດ້ອອກຈາກມາຮູຂອງມັນ ແລະ ຫາກໍເລີ່ມຮູ້ສຶກຜ່ອນຄາຍພໍທີ່ຈະເຄື່ອນໄຫວໄປມາຢ່າງເປັນອິດສະຫຼະໃນລະຫວ່າງຄວາມງຽບນີ້ ກໍຕົກໃຈຍ້ອນການເຄື່ອນໄຫວທີ່ບໍ່ໄດ້ຄາດໄວ້ຂອງເຂົາ ຈົນມັນແລ່ນກັບເຂົ້າໄປໃນຮູໂດຍໄວ ແລະ ຫາຍເຂົ້າໄປໃນຮູຄືກັບກຸ່ມຄວັນ,​ບໍ່ປາກົດໃຫ້ເຫັນອີກຈັກເທື່ອ. ບັດນີ້ ມືຊ້າຍທີ່ບໍ່ເຄື່ອນໜັງຂອງຊາຍເຖົ້າກໍສືບຕໍ່ລູບໜວດຂຶ້ນໆລົງໆ. ເຂົາຍັບອອກຈາກບ່ອນນັ່ງ, ປະປຶ້ມໄວ້ເທິງໂຕະ. ຜ່ານປະຕູທີ່ໄຂຢູ່ໜ້ອຍໜຶ່ງ ແລະ ປ້ອງຢ້ຽມທີ່ເປີດໄວ້, ລົມກໍພັດເຂົ້າມາ, ພັດປຶ້ມໃຫ້ປິດໄວ້ໂດຍບໍ່ສົນໃຈ, ແລ້ວກໍເປີດ, ແລ້ວກໍປິດ ແລະ ເປີດອີກຄັ້ງ. ມີຄວາມໂດດດ່ຽວເຫງົາຫງອຍກ່ຽວກັບສາກດັ່ງກ່າວ ແລະ ນອກຈາກສຽງໜ້າເຈ້ຍຂອງປຶ້ມທີ່ພັດໄປມາໂດຍສາຍລົມ, ທຸກສິ່ງເບິ່ງຄືກັບວ່າງຽບລົງ. ດ້ວຍມືເກາະກັນຢູ່ຫຼັງເຂົາ, ເຂົາກໍຍ່າງຊ້າໆໃນຫ້ອງ, ແລ້ວກໍຢຸດ, ແລ້ວກໍເລີ່ມ, ແກວ່ງຫົວຄັ້ງແລ້ວຄັ້ງເລົ່າ, ຄືກັບເວົ້າຊໍ້າແລ້ວອີກວ່າ “ໂອ! ພຣະເຈົ້າເອີຍ! ພຣະອົງຈະເຮັດແບບນັ້ນແທ້ໆບໍ?” ຄັ້ງແລ້ວຄັ້ງເລົ່າ ເຂົາຍັງງຶກຫົວວ່າ “ໂອ ພຣະເຈົ້າເອີຍ! ຜູ້ໃດສາມາດຢັ່ງຮູ້ພາລະກິດຂອງພຣະອົງໄດ້ບໍ? ມັນບໍ່ຍາກບໍທີ່ຈະຄົ້ນຫາຮອຍພຣະບາດຂອງພຣະອົງ? ຂ້ານ້ອຍເຊື່ອວ່າພຣະອົງຈະບໍ່ເຮັດສິ່ງທີ່ບໍ່ມີເຫດຜົນ”. ໃນເວລານີ້, ຄິ້ວຂອງຊາຍເຖົ້າກໍຫຍໍ່ເຂົ້າກັນ, ຕາຂອງເຂົາກໍລັບລົງ, ສະແດງລັກສະນະທີ່ເປັນຕາອາຍ ແລະ ລັກສະນະທີ່ເຈັບປວດເປັນຢ່າງຍິ່ງ, ຄືກັບວ່າເຂົາຕ້ອງການພິຈາລະນາຢ່າງຊ້າໆ. ສິ່ງນີ້ທ້າທາຍ “ຊາຍເຖົ້າແກ່” ຄົນນີ້ແທ້ໆ. ໃນໄລຍະບັ້ນປາຍຊີວິດຂອງເຂົາ, ເຂົາພົບພໍ້ບັນຫານີ້ “ດ້ວຍຄວາມໂຊກຮ້າຍ”. ສາມາດເຮັດຫຍັງໄດ້ກັບບັນຫານີ້? ເຮົາກໍບໍ່ເຂົ້າໃຈ ແລະ ບໍ່ມີອຳນາດທີ່ຈະເຮັດຫຍັງໄດ້. ຜູ້ໃດເຮັດໃຫ້ກາລານຸກົມທີ່ເກົ່າແກ່ນີ້ກາຍເປັນສີເຫຼືອງ? ຜູ້ໃດເຮັດໃຫ້ໜວດ ແລະ ຄິ້ວຂອງເຂົາກາຍເປັນຄືກັບຫິມະສີຂາວທີ່ຢູ່ໃນຈຸດຕ່າງໆເທິງໃບໜ້າຂອງເຂົາຢ່າງໂຫດຮ້າຍ? ມັນເປັນຄືກັບໜວດຂອງເຂົາເປັນຕົວແທນໃຫ້ກັບເບື້ອງຫຼັງຂອງເຂົາ. ແຕ່ຜູ້ໃດຈະຮູ້ວ່າມະນຸດໂງ່ຈ້າເຖິງລະດັບນີ້, ຊອກຫາການສະຖິດຂອງພຣະເຈົ້າໃນກາລານຸກົມທີ່ເກົ່າແກ່? ມີແຜ່ນເຈ້ຍຫຼາຍສໍ່າໃດທີ່ກາລານຸກົມເກົ່າສາມາດມີໄດ້? ມັນສາມາດບັນທຶກການກະທຳທຸກຢ່າງຂອງພຣະເຈົ້າແທ້ໆບໍ? ຜູ້ໃດກ້າຮັບປະກັນສິ່ງນັ້ນໄດ້? ມະນຸດສະແຫວງຫາການປະກົດຕົວຂອງພຣະເຈົ້າແທ້ໆ ແລະ ພະຍາຍາມປະຕິບັດຕາມຄວາມປະສົງຂອງພຣະເຈົ້າໂດຍກະຈາຍຄຳຕາມຫຼັກໄວຍາກອນຫຼາຍເກີນໄປ[6]. ການພະຍາຍາມເຂົ້າສູ່ຊີວິດແບບນີ້ງ່າຍສໍ່າທີ່ເຈົ້າໄດ້ຍິນບໍ? ສິ່ງນີ້ບໍ່ແມ່ນການໃຫ້ເຫດຜົນທີ່ຂັດກັບເຫດຜົນ ແລະ ຈອມປອມບໍ? ເຈົ້າບໍ່ພົບວ່າສິ່ງນີ້ເປັນສິ່ງທີ່ເປັນຕາຫົວບໍ?

ໝາຍເຫດ:

1. “ຄຸມເຄືອ” ບົ່ງບອກວ່າຜູ້ຄົນບໍ່ມີຄວາມເຂົ້າໃຈທີ່ຊັດເຈນໃນພາລະກິດຂອງພຣະເຈົ້າ.

2. “ມີອຳນາດໜ້ອຍດຽວ ແລະ ຕ້ອງໃຊ້ຢ່າງລະມັດລະວັງເປັນຢ່າງຍິ່ງ” ບົ່ງບອກເຖິງວ່າຄວາມຫຍຸ້ງຍາກຂອງເນື້ອໜັງມີຫຼາຍເກີນໄປ ແລະ ພາລະກິດທີ່ຖືກປະຕິບັດກໍຈຳກັດເກີນໄປ.

3. “ມີຊື່ສຽງຢ່າງສູງ” ແມ່ນເວົ້າເພື່ອເຍາະເຍີ້ຍ. ມັນໝາຍເຖິງວ່າ ມີຜູ້ຊ່ຽວຊານຫຼາຍສໍ່າໃດໃນຄວາມເຊື່ອຜິດທີ່ນະມັດສະການໃຫ້ “ກາລານຸກົມເກົ່າ” ສີເຫຼືອງເປັນພຣະເຈົ້າ.

4. “ລົມກັນເລື່ອງບໍ່ສຳຄັນ” ແມ່ນການອຸປະມາເຖິງໃບໜ້າທີ່ຂີ້ຮ້າຍຂອງຜູ້ຄົນ ເມື່ອພວກເຂົາຄົ້ນຄວ້າໃນພາລະກິດຂອງພຣະເຈົ້າ.

5. “ຟ້າວຟັ່ງ” ໝາຍເຖິງການເຄື່ອນໄຫວທີ່ຮ້ອນຮົນ ແລະ ຮີບດ່ວນຂອງ “ຊາຍເຖົ້າ” ເມື່ອເຂົາເບິ່ງພຣະຄຳພີ.

6. “ກະຈາຍຄຳຕາມຫຼັກໄວຍາກອນຫຼາຍເກີນໄປ” ແມ່ນໃຊ້ເພື່ອເຍະເຍີ້ຍຜູ້ຊ່ຽວຊານໃນຄວາມເຊື່ອຜິດ ຜູ້ທີ່ວິເຄາະພຣະທຳ ແຕ່ບໍ່ສະແຫວງຫາຄວາມຈິງ ຫຼື ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ.

​ກ່ອນ​ນີ້ :ພາລະກິດ ແລະ ທາງເຂົ້າ (3)

ຕໍ່​ໄປ:ພາລະກິດ ແລະ ທາງເຂົ້າ (8)

ທ່ານອາດຈະຍັງມັກ