ພາລະກິດ ແລະ ທາງເຂົ້າ (7)
ມະນຸດໄດ້ໃຊ້ເວລາຈົນເຖິງປັດຈຸບັນຈິ່ງຮູ້ວ່າ ສິ່ງທີ່ມະນຸດຂາດຫາຍໄປນັ້ນບໍ່ແມ່ນພຽງແຕ່ການສະໜອງຊີວິດທາງຈິດວິນຍານ ແລະ ປະສົບການໃນການຮູ້ຈັກພຣະເຈົ້າເທົ່ານັ້ນ ແຕ່ສໍາຄັນໄປກວ່ານັ້ນ ແມ່ນການປ່ຽນແປງອຸປະນິໄສຂອງພວກເຂົາ. ເນື່ອງຈາກມະນຸດບໍ່ມີຄວາມຮູ້ຢ່າງສິ້ນເຊີງກ່ຽວກັບປະຫວັດສາດ ແລະ ວັດທະນະທໍາບູຮານຂອງເຊື້ອຊາດຕົນເອງ ດ້ວຍເຫດນັ້ນ ພວກເຂົາຈິ່ງບໍ່ມີຄວາມຮູ້ແມ່ນແຕ່ໜ້ອຍດຽວກ່ຽວກັບພາລະກິດຂອງພຣະເຈົ້າ. ມະນຸດຫວັງຢ່າງເລິກໆໃນໃຈວ່າ ມະນຸດຈະສາມາດຕິດພັນກັບພຣະເຈົ້າ ແຕ່ເນື່ອງຈາກວ່າເນື້ອໜັງຂອງມະນຸດເສື່ອມຊາມຫຼາຍເກີນໄປ ພ້ອມກັບການຕາຍດ້ານ ແລະ ຄວາມໂງ່ຈ້າ, ສິ່ງນີ້ຈິ່ງເຮັດໃຫ້ເຂົາບໍ່ມີຄວາມຮູ້ຫຍັງເລີຍກ່ຽວກັບພຣະເຈົ້າ. ພຣະເຈົ້າສະເດັດມາໃນທ່າມກາງມະນຸດໃນປັດຈຸບັນ ເພື່ອຈຸດປະສົງໃນການປ່ຽນແປງຄວາມຄິດ ແລະ ຈິດວິນຍານຂອງຜູ້ຄົນ ພ້ອມກັບພາບລັກຂອງພຣະເຈົ້າໃນຫົວໃຈຂອງພວກເຂົາທີ່ພວກເຂົາມີເປັນເວລາຫຼາຍລ້ານປີ. ພຣະອົງຈະຖືເອົາໂອກາດນີ້ເຮັດໃຫ້ມະນຸດສົມບູນ. ນັ້ນກໍຄື ພຣະອົງຈະປ່ຽນວິທີທີ່ພວກເຂົາຮູ້ຈັກພຣະອົງ ແລະ ປ່ຽນທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະອົງໂດຍຜ່ານຄວາມຮູ້ຂອງມະນຸດ, ເຮັດໃຫ້ມະນຸດສ້າງຈຸດເລີ່ມຕົ້ນໃໝ່ໃນການມາຮູ້ຈັກພຣະເຈົ້າຢ່າງມີໄຊຊະນະ ແລະ ດ້ວຍວິທີນີ້ ຈິ່ງຈະບັນລຸການເລີ່ມຕົ້ນໃໝ່ ແລະ ການປ່ຽນແປງຈິດວິນຍານຂອງມະນຸດ. ການຈັດການ ແລະ ການລົງວິໄນແມ່ນວິທີການ, ໃນຂະນະທີ່ການເອົາຊະນະ ແລະ ການເລີ່ມຕົ້ນໃໝ່ແມ່ນເປົ້າໝາຍ. ການກໍາຈັດຄວາມຄິດແບບງົມງວາຍທີ່ມະນຸດມີກ່ຽວກັບພຣະເຈົ້າເລື່ອນລອຍແມ່ນເປັນເຈດຕະນາຂອງພຣະເຈົ້າມາຕະຫຼອດ ແລະ ໃນບໍ່ດົນມານີ້ກໍໄດ້ກາຍເປັນປະເດັນສຸກເສີນຂອງພຣະອົງ. ຫວັງວ່າທຸກຄົນຈະເບິ່ງຢ່າງລະອຽດໃນການຄໍານຶງເຖິງສະຖານະການນີ້. ປ່ຽນວິທີທີ່ແຕ່ລະຄົນມີປະສົບການ ເພື່ອວ່າ ເຈດຕະນາອັນຮີບດ່ວນນີ້ຂອງພຣະເຈົ້າອາດຈະເກີດໝາກຜົນໂດຍໄວ ແລະ ເພື່ອວ່າ ຂັ້ນຕອນສຸດທ້າຍແຫ່ງພາລະກິດຂອງພຣະອົງເທິງແຜ່ນດິນໂລກອາດຈະນໍາໄປສູ່ຄວາມສໍາເລັດຢ່າງສົມບູນ. ຈົ່ງມອບຄວາມຈົງຮັກພັກດີທີ່ເຈົ້າສົມຄວນມອບໃຫ້ກັບພຣະເຈົ້າ ແລະ ຈົ່ງປອບໃຈພຣະເຈົ້າເປັນເທື່ອສຸດທ້າຍ. ຫວັງວ່າໃນທ່າມກາງອ້າຍເອື້ອຍນ້ອງ ຈະບໍ່ມີຜູ້ໃດໜີຄວາມຮັບຜິດຊອບນີ້ ຫຼື ພຽງແຕ່ເຮັດພໍເປັນພິທີ. ພຣະເຈົ້າສະເດັດມາໃນເນື້ອໜັງໃນຄັ້ງນີ້ແມ່ນເພື່ອສະໜອງຕໍ່ຄໍາເຊື້ອເຊີນ ແລະ ຍ້ອນສະພາບຂອງມະນຸດ. ນັ້ນກໍຄື ພຣະອົງສະເດັດມາ ເພື່ອສະໜອງໃຫ້ແກ່ມະນຸດດ້ວຍສິ່ງທີ່ມະນຸດຕ້ອງການ. ບໍ່ວ່າມະນຸດຈະມີຄວາມສາມາດ ຫຼື ໄດ້ຮັບການລ້ຽງດູມາແບບໃດກໍຕາມ ສຸດທ້າຍ ພຣະອົງຈະເຮັດໃຫ້ເຂົາສາມາດເຫັນພຣະທໍາຂອງພຣະເຈົ້າ, ຜ່ານພຣະທໍາຂອງພຣະອົງ ຈະເຮັດໃຫ້ເຫັນການມີຢູ່ ແລະ ການສະແດງອອກຂອງພຣະເຈົ້າ ແລະ ຍອມຮັບເອົາການທີ່ພຣະເຈົ້າເຮັດໃຫ້ເຂົາສົມບູນ, ປ່ຽນແປງຄວາມຄິດ ແລະ ແນວຄວາມຄິດຂອງມະນຸດ ເພື່ອວ່າ ໃບໜ້າດັ່ງເດີມຂອງພຣະເຈົ້າຈະຖືກຝັງເລິກລົງໃນຫົວໃຈຂອງມະນຸດຢ່າງໝັ້ນຄົງ. ນີ້ແມ່ນຄວາມປາດຖະໜາພຽງຢ່າງດຽວຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກ. ບໍ່ວ່າທໍາມະຊາດຂອງມະນຸດຈະຍິ່ງໃຫຍ່, ທາດແທ້ຂອງມະນຸດຈະຕໍ່າຕ້ອຍ ຫຼື ຄວາມປະພຶດຂອງມະນຸດໃນອະດີດຈະເປັນແນວໃດກໍຕາມ, ພຣະເຈົ້າກໍບໍ່ສົນໃຈສິ່ງເຫຼົ່ານີ້. ພຣະອົງຫວັງພຽງແຕ່ວ່າ ມະນຸດຈະເລີ່ມສ້າງພາບລັກຂອງພຣະເຈົ້າທີ່ພວກເຂົາມີໃນໃຈຂອງພວກເຂົາຂຶ້ນມາໃໝ່ຢ່າງສົມບູນ ແລະ ມາຮູ້ຈັກທາດແທ້ຂອງມະນຸດຊາດ ເຊິ່ງດ້ວຍເຫດນັ້ນ ຈິ່ງຈະມີການປ່ຽນແປງທັດສະນະຄະຕິທາງການນຶກຄິດຂອງມະນຸດ ແລະ ເພື່ອທີ່ຈະສາມາດປາດຖະໜາຫາພຣະເຈົ້າຈາກສ່ວນເລິກ ແລະ ປຸກຄວາມຕິດພັນກັບພຣະອົງຕະຫຼອດໄປ. ນີ້ແມ່ນສິ່ງດຽວທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ.
ຄວາມຮູ້ເປັນເວລາຫຼາຍພັນປີກ່ຽວກັບວັດທະນະທໍາບູຮານ ແລະ ປະຫວັດສາດ ແມ່ນໄດ້ປິດຄວາມຄິດ, ແນວຄວາມຄິດ ແລະ ທັດສະນະຄະຕິທາງດ້ານຈິດໃຈຂອງມະນຸດຢ່າງແໜ້ນໜາ ເຊິ່ງເຮັດໃຫ້ພວກເຂົາໜຽວແໜນ ແລະ ເປັນສານທີ່ບໍ່ສາມາດເສື່ອມສະຫຼາຍ[1]. ມະນຸດດໍາລົງຊີວິດຢູ່ໃນວົງຈອນສິບແປດຂອງນະຮົກ ຄືກັບວ່າ ພວກເຂົາຖືກພຣະເຈົ້າຂັບໄລ່ໃຫ້ໄປຢູ່ຄຸກໃຕ້ດິນ ໂດຍບໍ່ໃຫ້ເຫັນແສງສະຫວ່າງອີກເລີຍ. ຄວາມຄິດແບບສັກດີນາໄດ້ກົດຂີ່ຜູ້ຄົນຈົນພວກເຂົາເກືອບບໍ່ສາມາດຫາຍໃຈ ແລະ ຫາຍໃຈບໍ່ໄດ້. ພວກເຂົາບໍ່ມີເຫື່ອແຮງແມ່ນແຕ່ໜ້ອຍດຽວທີ່ຈະຕໍ່ຕ້ານ; ພວກເຂົາໄດ້ແຕ່ອົດທົນ ແລະ ອົດກັ້ນຢ່າງງຽບໆ... ບໍ່ເຄີຍມີຜູ້ໃດກ້າທີ່ຈະຕໍ່ສູ້ ຫຼື ລຸກຂຶ້ນສູ້ເພື່ອຄວາມຊອບທໍາ ແລະ ຄວາມຍຸຕິທໍາ; ແຕ່ລະມື້ ແລະ ແຕ່ລະປີຜູ້ຄົນດໍາລົງຊີວິດຢູ່ຮ້າຍກວ່າສັດ ພາຍໃຕ້ການທໍາຮ້າຍ ແລະ ການຂົ່ມເຫັງຂອງຫຼັກການສັກດີນາ. ພວກເຂົາບໍ່ເຄີຍຄິດທີ່ຈະສະແຫວງຫາພຣະເຈົ້າ ເພື່ອມີຄວາມສຸກຢູ່ໃນໂລກມະນຸດ. ມັນຄືກັບວ່າ ຜູ້ຄົນຖືກຕີລົງຈົນເຖິງຈຸດທີ່ວ່າພວກເຂົາຄືກັບໃບໄມ້ຫຼົ່ນໃນລະດູໃບໄມ້ຫຼົ່ນ, ແຫ່ວແຫ້ງ, ຫ່ຽວ ແລະ ເຫຼືອງ-ສີນໍ້າຕານ. ຜູ້ຄົນໄດ້ສູນເສຍຄວາມຊົງຈໍາຂອງພວກເຂົາແຕ່ດົນນານ; ພວກເຂົາດໍາລົງຊີວິດໃນນະຮົກ ຢ່າງສິ້ນຫວັງທີ່ເອີ້ນວ່າ ໂລກມະນຸດ, ລໍຖ້າການມາເຖິງຂອງຍຸກສຸດທ້າຍ ເພື່ອວ່າ ພວກເຂົາອາດຈະດັບສູນໄປພ້ອມກັນກັບນະຮົກນີ້ ຄືກັບວ່າ ຍຸກສຸດທ້າຍທີ່ພວກເຂົາປາດຖະໜາແມ່ນມື້ທີ່ມະນຸດຈະໄດ້ຮັບຄວາມສະຫງົບຢ່າງມີຄວາມສຸກ. ຫຼັກການຂອງສັກດີນາ ແມ່ນໄດ້ນໍາເອົາຊີວິດມະນຸດໄປສູ່ “ແດນມໍລະນາ” ເຮັດໃຫ້ກໍາລັງຕໍ່ຕ້ານຂອງມະນຸດອ່ອນແອລົງ. ການກົດຂີ່ທຸກຮູບແບບໄດ້ຍູ້ມະນຸດຕົກລົງສູ່ແດນມໍລະນາເລິກຍິ່ງຂຶ້ນເລື້ອຍໆ ແລະ ຫ່າງໄກອອກຈາກພຣະເຈົ້າເທື່ອລະກ້າວ. ຈົນເຖິງປັດຈຸບັນນີ້ ເຂົາໄດ້ກາຍເປັນຄົນແປກໜ້າຕໍ່ພຣະເຈົ້າຢ່າງສິ້ນເຊີງ ແລະ ຟ້າວລົບຫຼີກພຣະອົງເວລາພວກເຂົາພົບກັນ. ມະນຸດບໍ່ສົນໃຈພຣະອົງ ແລະ ປ່ອຍໃຫ້ພຣະອົງຢືນຢູ່ຂ້າງໜຶ່ງຜູ້ດຽວ ຄືກັບວ່າ ມະນຸດບໍ່ເຄີຍຮູ້ຈັກພຣະອົງ ແລະ ບໍ່ເຄີຍພົບເຫັນພຣະອົງມາກ່ອນ. ເຖິງຢ່າງໃດກໍຕາມ ພຣະເຈົ້າໄດ້ລໍຖ້າມະນຸດຜ່ານການເດີນທາງອັນຍາວໄກຂອງຊີວິດມະນຸດ, ບໍ່ເຄີຍໂຍນຄວາມໂມໂຫທີ່ບໍ່ສາມາດຄວບຄຸມໄດ້ຂອງພຣະອົງໃສ່ມະນຸດ. ພຣະອົງພຽງແຕ່ລໍຖ້າຢ່າງງຽບໆ ເພື່ອໃຫ້ມະນຸດສໍານຶກຜິດ ແລະ ເລີ່ມຕົ້ນໃໝ່. ແຕ່ດົນນານມາແລ້ວ ພຣະເຈົ້າໄດ້ສະເດັດລົງມາໂລກມະນຸດເພື່ອແບ່ງປັນຄວາມທຸກຂອງໂລກມະນຸດກັບມະນຸດ. ພຣະອົງໄດ້ອາໄສຢູ່ກັບມະນຸດເປັນເວລາຫຼາຍປີ ແຕ່ບໍ່ມີໃຜໄດ້ຄົ້ນພົບການມີຢູ່ຂອງພຣະອົງ. ພຣະເຈົ້າໄດ້ແຕ່ອົດທົນຢູ່ຢ່າງງຽບໆຕໍ່ຄວາມທຸກທໍລະມານຂອງຄວາມສົກກະປົກໃນໂລກມະນຸດ ໃນຂະນະທີ່ດໍາເນີນພາລະກິດທີ່ພຣະອົງໄດ້ນໍາມາສູ່ຜູ້ຄົນ. ພຣະອົງສືບຕໍ່ອົດກັ້ນເພື່ອຄວາມປະສົງຂອງພຣະເຈົ້າພຣະບິດາ ແລະ ເພື່ອຄວາມຕ້ອງການຂອງມະນຸດຊາດ, ພຣະອົງປະສົບກັບຄວາມທຸກທີ່ມະນຸດບໍ່ເຄີຍປະສົບມາກ່ອນ. ຢູ່ຕໍ່ໜ້າມະນຸດ ພຣະອົງໄດ້ລໍຖ້າເຂົາຢ່າງງຽບໆ ແລະ ຢູ່ຕໍ່ໜ້າມະນຸດ ພຣະອົງໄດ້ຖ່ອມຕົວພຣະອົງເອງ ເພື່ອຄວາມປະສົງຂອງພຣະເຈົ້າພຣະບິດາ ແລະ ພ້ອມນັ້ນກໍເພື່ອຄວາມຕ້ອງການຂອງມະນຸດຊາດອີກດ້ວຍ. ຄວາມຮູ້ກ່ຽວກັບວັດທະນະທໍາບູຮານໄດ້ລັກເອົາມະນຸດຢ່າງລັບໆຈາກການສະຖິດຂອງພຣະເຈົ້າ ແລະ ມອບເຂົາໃຫ້ແກ່ກະສັດຂອງພວກຜີຮ້າຍ ແລະ ລູກຫຼານຂອງມັນ. ໜັງສືທັງ 4 ແລະ ວັນນະຄະດີຊັ້ນຍອດທັງ 5[ກ] ໄດ້ເອົາຄວາມຄິດ ແລະ ແນວຄວາມຄິດຂອງມະນຸດເຂົ້າສູ່ອີກຍຸກແຫ່ງການກະບົດ ເຮັດໃຫ້ມະນຸດເຊີດຊູຜູ້ທີ່ຂຽນໜັງສື ແລະ ວັນນະຄະດີຊັ້ນຍອດຂອງສາລະບັນເພີ່ມຍິ່ງຂຶ້ນ ແລະ ຜົນຕາມມາກໍຄື ເຮັດໃຫ້ແນວຄວາມຄິດຂອງເຂົາກ່ຽວກັບພຣະເຈົ້າຮ້າຍແຮງຂຶ້ນກວ່າເກົ່າ. ກະສັດຂອງພວກຜີຮ້າຍໄດ້ໂຍນພຣະເຈົ້າອອກຈາກຫົວໃຈຂອງມະນຸດຢ່າງໄຮ້ຄວາມປານີ ໂດຍທີ່ພວກເຂົາບໍ່ຮູ້ຕົວ ແລະ ຫຼັງຈາກນັ້ນ ມັນເອງກໍມາຢູ່ໃນຫົວໃຈຂອງມະນຸດດ້ວຍຄວາມດີອົກດີໃຈຢ່າງມີໄຊຊະນະ. ນັບແຕ່ເວລານັ້ນມາ ມະນຸດແມ່ນຖືກຄອບງຳໂດຍວິນຍານທີ່ຂີ້ເຮິ ແລະ ຊົ່ວຮ້າຍ ແລະ ດ້ວຍໃບໜ້າຂອງກະສັດຂອງພວກຜີຮ້າຍ. ຄວາມກຽດຊັງພຣະເຈົ້າເຕັມຢູ່ໃນເອິກຂອງເຂົາ ແລະ ຄວາມປອງຮ້າຍຢ່າງຊົ່ວຊ້າຂອງກະສັດຂອງພວກຜີຮ້າຍກໍແຜ່ລ່າມພາຍໃນມະນຸດແຕ່ລະມື້ ຈົນເຂົາຖືກກືນກິນຢ່າງສົມບູນ. ມະນຸດບໍ່ມີອິດສະຫຼະອີກຕໍ່ໄປ ແລະ ບໍ່ມີທາງຫຼຸດພົ້ນອອກຈາກການພົວພັນຢ່າງແໜ້ນຂອງກະສັດຂອງພວກຜີຮ້າຍໄດ້. ມະນຸດບໍ່ມີທາງເລືອກນອກຈາກຖືກຈັບກຸມຢູ່ກັບບ່ອນ, ຍອມຈໍານົນຕໍ່ມັນ ແລະ ລົ້ມລົງຍອມອ່ອນນ້ອມຢູ່ຕໍ່ໜ້າມັນ. ດົນນານມາແລ້ວ ເມື່ອຫົວໃຈ ແລະ ຈິດວິນຍານຂອງມະນຸດຍັງຢູ່ໃນໄວເດັກ, ກະສັດຂອງພວກຜີຮ້າຍໄດ້ປູກເມັດພືດຂອງກ້ອນເນື້ອແຫ່ງລັດທິເທວະນິຍົມໃສ່ໃນຫົວໃຈ ແລະ ຈິດວິນຍານຂອງເຂົາ, ສອນຄວາມຄິດຜິດໆໃຫ້ກັບເຂົາເຊັ່ນ: “ການສຶກສາວິທະຍາສາດ ແລະ ເຕັກໂນໂລຊີ; ຮັບຮູ້ນະໂຍບາຍ 4 ທັນສະໄໝ; ແລະ ໃນໂລກນີ້ບໍ່ມີພຣະເຈົ້າ”. ບໍ່ພຽງແຕ່ເທົ່ານັ້ນ ມັນຍັງປະກາດຊໍ້າແລ້ວຊໍ້າອີກວ່າ: “ໃຫ້ພວກເຮົາອາໄສແຮງງານອັນດຸໝັ່ນຂອງພວກເຮົາເພື່ອສ້າງບ້ານເກີດເມືອງນອນທີ່ສວຍງາມ” ໂດຍຮ້ອງຂໍໃຫ້ທຸກຄົນກຽມພ້ອມແຕ່ໄວເດັກ ເພື່ອຮັບໃຊ້ປະເທດຊາດຂອງພວກເຂົາຢ່າງຊື່ສັດ. ມະນຸດຖືກນໍາມາຢູ່ຕໍ່ໜ້າມັນໂດຍທີ່ບໍ່ຮູ້ຕົວ ເຊິ່ງມັນແອບອ້າງສິດເອົາຄວາມດີຄວາມຊອບໃຫ້ກັບຕົວເອງໂດຍບໍ່ລັງເລໃຈ (ໝາຍເຖິງຄວາມດີຄວາມຊອບຂອງພຣະເຈົ້າສໍາລັບການຖືມະນຸດຊາດທັງໝົດຢູ່ໃນມືຂອງພຣະອົງ). ມັນບໍ່ເຄີຍມີຄວາມຮູ້ສຶກລະອາຍໃຈ. ຍິ່ງໄປກວ່ານັ້ນ, ມັນຍັງໄດ້ຈັບກຸມເອົາຄົນຂອງພຣະເຈົ້າ ແລະ ລາກພວກເຂົາກັບໄປເຮືອນຂອງມັນ ໂດຍບໍ່ລະອາຍໃຈ, ກົງກັນຂ້າມມັນໂດດຂຶ້ນໂຕະຄືກັບໂຕໜູ ແລະ ໃຫ້ມະນຸດບູຊາມັນຄືກັບພຣະເຈົ້າ. ຈັ່ງແມ່ນມັນຊ່າງສິ້ນຄິດແທ້ໆ! ມັນຮ້ອງຢ່າງອັບປະຍົດທີ່ໜ້າຕົກໃຈອອກມາວ່າ: “ບໍ່ມີພຣະເຈົ້າໃນໂລກ. ລົມມາຈາກການວິວັດທະນາການອີງຕາມກົດເກນທາງທໍາມະຊາດ; ຝົນຕົກເມື່ອມີອາຍນໍ້າທີ່ປະທະກັບຄວາມເຢັນ ແລ້ວກັ່ນເປັນລະອອງນໍ້າທີ່ຕົກລົງສູ່ແຜ່ນດິນໂລກ; ແຜ່ນດິນໄຫວແມ່ນການສັ່ນສະເທືອນຂອງພື້ນແຜ່ນດິນໂລກຍ້ອນການປ່ຽນແປງທາງພູມສາດ; ຄວາມແຫ້ງແລ້ງແມ່ນມາຈາກຄວາມແຫ້ງໃນອາກາດທີ່ເກີດຈາກການແຕກຂອງພະລັງປະລະມະນູໃນໜ້າພື້ນຂອງດວງຕາເວັນ. ນີ້ແມ່ນປະກົດການທາງທໍາມະຊາດ. ແລ້ວໃນທຸກສິ່ງນີ້ ມີສ່ວນໃດທີ່ເປັນການກະທໍາຂອງພຣະເຈົ້າບໍ?” ມີຜູ້ຄົນເຖິງກັບຮ້ອງອອກເປັນຄໍາຖະແຫຼງການຄືກັບຄໍາຖະແຫຼງການດັ່ງຕໍ່ໄປນີ້ທີ່ບໍ່ຄວນຮ້ອງອອກມາ ວ່າ: “ໃນບູຮານຕະການມາ ມະນຸດແມ່ນວິວັດທະນາການມາຈາກທະນີ ແລະ ໂລກໃນປັດຈຸບັນແມ່ນສືບທອດມາຈາກສັງຄົມບູຮານປະມານພັນລ້ານປີຜ່ານມາ. ປະເທດຊາດຈະຮຸ່ງເຮືອງ ຫຼື ລົ້ມຈົມ ທັງໝົດແມ່ນອາໄສມືຂອງປະຊາຊົນ”. ໃນເບື້ອງຫຼັງແລ້ວ ມັນເຮັດໃຫ້ມະນຸດຫ້ອຍມັນໄວ້ຢູ່ເທິງຝາ ແລະ ວາງມັນໄວ້ເທິງໂຕະ ເພື່ອບູຊາ ແລະ ຖວາຍເຄື່ອງບູຊາໃຫ້ກັບມັນ. ໃນຂະນະດຽວກັນມັນກໍຮ້ອງວ່າ: “ບໍ່ມີພຣະເຈົ້າ”, ມັນແຕ່ງຕັ້ງມັນເອງເປັນພຣະເຈົ້າ ໂດຍຍູ້ພຣະເຈົ້າອອກຈາກຂອບເຂດຂອງແຜ່ນດິນໂລກຢ່າງຮຸນແຮງ ໃນຂະນະທີ່ຢືນຢູ່ບ່ອນຂອງພຣະເຈົ້າ ແລະ ຮັບໜ້າທີ່ເປັນກະສັດຂອງພວກຜີຮ້າຍ. ຈັ່ງແມ່ນໄຮ້ເຫດຜົນແທ້ໆ! ມັນເຮັດໃຫ້ຄົນກຽດຊັງມັນຈົນເຂົ້າກະດູກດໍາ. ເບິ່ງຄືກັບວ່າ ພຣະເຈົ້າ ແລະ ມັນຄືຄູ່ສັດຕູສາບານກັນ ແລະ ທັງສອງບໍ່ສາມາດຢູ່ຮ່ວມກັນໄດ້. ມັນວາງອຸບາຍຂັບໄລ່ພຣະເຈົ້າໜີ ໃນຂະນະທີ່ມັນໄປມາຢ່າງເປັນອິດສະຫຼະ ແລະ ຢູ່ເໜືອກົດໝາຍ[2]. ຈັ່ງແມ່ນມັນເປັນກະສັດຂອງພວກຜີຮ້າຍແທ້ໆ! ຈະສາມາດອົດທົນຕໍ່ການມີຢູ່ຂອງມັນໄດ້ແນວໃດ? ມັນຈະບໍ່ເຊົາຈົນກວ່າມັນໄດ້ເຮັດໃຫ້ພາລະກິດຂອງພຣະເຈົ້າພິນາດລົງ ແລະ ປ່ອຍໃຫ້ພາລະກິດທັງໝົດນັ້ນຢູ່ໃນຄວາມສັບສົນວຸ້ນວາຍຢ່າງສິ້ນເຊີງ[3] ຄືກັບວ່າ ມັນຕ້ອງການຕໍ່ຕ້ານພຣະເຈົ້າຈົນເຖິງທີ່ສຸດ ຈົນກວ່າວ່າ ປາຈະຕາຍ ຫຼື ແຫຈະຂາດ, ຕັ້ງຕົນເປັນປໍລະປັກຕໍ່ພຣະເຈົ້າຢ່າງຕັ້ງໃຈ ແລະ ຫຍັບເຂົ້າໃກ້ພຣະອົງຫຼາຍຂຶ້ນ. ໃບໜ້າທີ່ເປັນຕາຊັງຂອງມັນ ແມ່ນຖືກຖອດໜ້າກາກອອກຢ່າງສິ້ນເຊີງແຕ່ດົນນານແລ້ວ, ຕອນນີ້ ມັນມີຮອຍຊໍ້າ ແລະ ຖືກຕີ[4] ແລະ ໃນສະພາບທີ່ໂສກເສົ້າເສຍໃຈ ມັນກໍຍັງບໍ່ລົດລະຄວາມກຽດຊັງຂອງມັນຕໍ່ພຣະເຈົ້າ ຄືກັບວ່າ ໂດຍກືນກິນພຣະເຈົ້າພຽງໃນຄໍາດຽວ ມັນກໍຈະສາມາດບັນເທົາຄວາມກຽດຊັງທີ່ຂັງຢູ່ໃນໃຈຂອງມັນໄດ້ແລ້ວ. ພວກເຮົາຈະສາມາດອົດທົນກັບມັນຜູ້ເປັນສັດຕູທີ່ເປັນຕາຊັງຂອງພຣະເຈົ້ານີ້ໄດ້ແນວໃດ! ມີແຕ່ການກໍາຈັດ ແລະ ການທໍາລາຍລ້າງມັນຢ່າງສິ້ນເຊີງເທົ່ານັ້ນທີ່ຈະເຮັດໃຫ້ຄວາມປາດຖະໜາຂອງຊີວິດພວກເຮົາເກີດໝາກຜົນ. ມັນໄດ້ຮັບອະນຸຍາດໃຫ້ແລ່ນອາລະວາດໄດ້ແນວໃດ? ມັນໄດ້ເຮັດໃຫ້ມະນຸດເສື່ອຊາມຈົນເຖິງລະດັບທີ່ວ່າ ມະນຸດບໍ່ຮູ້ຈັກຕາເວັນແຫ່ງສະຫວັນ ແລະ ໄດ້ກາຍເປັນຄົນຕາຍດ້ານ ແລະ ຂາດຄວາມຮູ້ສຶກ. ມະນຸດໄດ້ສູນເສຍເຫດຜົນຂອງມະນຸດປົກກະຕິ. ເປັນຫຍັງຈຶ່ງບໍ່ເສຍສະຫຼະຊີວິດທັງໝົດຂອງພວກເຮົາເພື່ອທໍາລາຍ ແລະ ຈູດເຜົາມັນ ເພື່ອກໍາຈັດຄວາມກັງວົນໃນອະນາຄົດ ແລະ ເຮັດໃຫ້ພາລະກິດຂອງພຣະເຈົ້າໄປເຖິງຈຸດແຫ່ງຄວາມງົດງາມທີ່ບໍ່ເຄີຍເກີດຂຶ້ນມາກ່ອນໄວຂຶ້ນ? ກຸ່ມຄົນຊົ່ວດັ່ງກ່າວນີ້ໄດ້ມາຢູ່ທ່າມກາງໂລກມະນຸດ ແລະ ເຮັດໃຫ້ມີຄວາມວຸ້ນວາຍ. ພວກເຂົາໄດ້ນໍາເອົາມະນຸດທຸກຄົນໄປໄວ້ຢູ່ເທິງໜ້າຜາ ແລະ ວາງກົນອຸບາຍຢ່າງລັບໆ ເພື່ອຍູ້ພວກເຂົາລົງໃຫ້ແຕກຫັກເປັນເສດສ່ວນ ແລະ ກິນຊາກສົບຂອງພວກເຂົາ. ພວກເຂົາຫວັງຢ່າງໄຮ້ປະໂຫຍດທີ່ຈະມ້າງເພແຜນການຂອງພຣະເຈົ້າ ແລະ ຕໍ່ສູ້ກັບພຣະອົງ ໂດຍເດີມພັນທຸກສິ່ງດ້ວຍການໂຍນໝາກຄະລອກເທື່ອດຽວ[5]. ສິ່ງນີ້ບໍ່ໄດ້ງ່າຍເລີຍ! ຄວາມຈິງແລ້ວ, ໄມ້ກາງແຂນໄດ້ກຽມໄວ້ແລ້ວສໍາລັບກະສັດຂອງພວກຜີຮ້າຍທີ່ມີຄວາມຜິດອາຊະຍາກໍາທີ່ຮ້າຍແຮງທີ່ສຸດ. ພຣະເຈົ້າບໍ່ໄດ້ຢູ່ກັບໄມ້ກາງແຂນ, ພຣະອົງໄດ້ໂຍນຖິ້ມມັນໄວ້ທາງຂ້າງເພື່ອຜີຮ້າຍແລ້ວ. ພຣະເຈົ້າໄດ້ຮັບໄຊຊະນະແຕ່ດົນມາແລ້ວ ແລະ ບໍ່ໄດ້ຮູ້ສຶກໂສກເສົ້າກັບຄວາມບາບຂອງມະນຸດຊາດອີກຕໍ່ໄປ, ແຕ່ພຣະອົງຈະນໍາເອົາຄວາມລອດພົ້ນມາສູ່ມະນຸດຊາດທັງໝົດ.
ຈາກເບື້ອງເທິງຫາເບື້ອງລຸ່ມ ແລະ ຈາກຕອນເລີ່ມຕົ້ນຫາຕອບຈົບ, ຊາຕານໄດ້ລົບກວນພາລະກິດຂອງພຣະເຈົ້າ ແລະ ປະພຶດໃນທາງກົງກັນຂ້າມກັບພຣະອົງ. ການເວົ້າກ່ຽວກັບ “ມໍລະດົກທາງວັດທະນະທໍາບູຮານ”, ການໃຫ້ຄຸນຄ່າ “ຄວາມຮູ້ກ່ຽວກັບວັດທະນາທໍາບູຮານ”, “ການສັ່ງສອນຂອງລັດທິເຕົ໋າ ແລະ ຂົງຈື້” ແລະ “ວັນນະຄະດີຊັ້ນຍອດຂອງຂົງຈື້ ແລະ ພິທີການຂອງສັກດີນາ” ທຸກສິ່ງນີ້ໄດ້ນໍາພາມະນຸດໄປສູ່ນະຮົກ. ວິທະຍາສາດ ແລະ ເຕັກໂນໂລຊີທີ່ທັນສະໄໝໃນປັດຈຸບັນ ພ້ອມກັບອຸດສາຫະກໍາ, ກະສິກໍາ ແລະ ທຸລະກິດທີ່ມີການພັດທະນາຢ່າງສູງ ແມ່ນບໍ່ມີໃຫ້ເຫັນຢູ່ຈັກບ່ອນເລີຍ. ກົງກັນຂ້າມ, ທຸກສິ່ງທີ່ມັນເຮັດແມ່ນເນັ້ນໃສ່ພິທິການຂອງສັກດີນາທີ່ເຜີຍແຜ່ໂດຍ “ທະນີ” ຂອງສະໄໝບູຮານເພື່ອຈົງໃຈລົບກວນ, ຕໍ່ຕ້ານ ແລະ ທໍາລາຍພາລະກິດຂອງພຣະເຈົ້າ. ມັນບໍ່ພຽງແຕ່ສືບຕໍ່ເຮັດໃຫ້ມະນຸດເຈັບປວດຈົນຮອດປັດຈຸບັນ ແຕ່ມັນຍັງຕ້ອງການກືນກິນ[6] ມະນຸດທັງໝົດ. ການເຜີຍແຜ່ຄໍາສອນດ້ານສົມບັດສິນທໍາ ແລະ ຈັນຍາບັນຂອງສັກດີນາ ແລະ ການຖ່າຍທອດຄວາມຮູ້ກ່ຽວກັບວັດທະນະທໍາບູຮານໄດ້ສົ່ງຜົນກະທົບຕໍ່ມະນຸດແຕ່ດົນນານມາແລ້ວ ແລະ ໄດ້ຫັນປ່ຽນມະນຸດໄປເປັນມານຮ້າຍທັງໃຫຍ່ ແລະ ນ້ອຍ. ມີຄົນຈໍານວນໜ້ອຍທີ່ຈະຍິນດີຕ້ອນຮັບພຣະເຈົ້າ ແລະ ຕ້ອນຮັບການສະເດັດມາຂອງພຣະເຈົ້າຢ່າງດີອົກດີໃຈ. ໃບໜ້າຂອງມະນຸດທຸກຄົນແມ່ນເຕັມໄປດ້ວຍເຈດຕະນາຄາດຕະກໍາ ແລະ ຢູ່ທຸກບ່ອນກໍມີແຕ່ລົມຫາຍໃຈແຫ່ງການເຂັ່ນຂ້າກະຈາຍໄປທົ່ວອາກາດ. ພວກເຂົາຕ້ອງການຢາກຂັບໄລ່ພຣະເຈົ້າອອກຈາກດິນແດນແຫ່ງນີ້; ພວກເຂົາຈັດແຈງໂຕເອງໃນຖັນແຖວຂອງການຕໍ່ສູ້ເພື່ອ “ທໍາລາຍລ້າງ” ພຣະເຈົ້າດ້ວຍມີດ ແລະ ງ້າວທີ່ຢູ່ໃນມື. ໃນທົ່ວດິນແດນແຫ່ງຜີຮ້າຍນີ້, ມະນຸດຖືກສອນຢູ່ຕະຫຼອດວ່າ ບໍ່ມີພຣະເຈົ້າ, ມີແຕ່ພະທຽມແຜ່ລາມໄປທົ່ວ ແລະ ໃນອາກາດກໍກະຈາຍໄປດ້ວຍກິ່ນອາຍແຫ່ງຄວາມວິນວຽນປວດຮາກຈາກການຈູດເຈ້ຍ ແລະ ທູບ ເຊິ່ງຄວັນກຸ້ມຈົນຫາຍໃຈບໍ່ອອກ. ມັນຄືກັບວ່າ ເປັນກິ່ນເໝັນຂອງຂີ້ຕົມທີ່ປົກຫຸ້ມດ້ວຍການບິດມ້ວນໂຕຂອງງູພິດໃຫຍ່, ເປັນກິ່ນທີ່ເໝັນຫຼາຍຈົນຜູ້ຄົນບໍ່ສາມາດເຊົາຮາກໄດ້. ນອກຈາກນີ້ແລ້ວ, ຍັງສາມາດໄດ້ຍິນສຽງຄ່ອຍໆຂອງພວກຜີສາດທີ່ຊົ່ວຮ້າຍສວດຄໍາພີ ເຊິ່ງຄືກັບວ່າ ເປັນສຽງດັງມາແຕ່ໄກໆໃນນະຮົກ, ເປັນສຽງດັງຫຼາຍຈົນຜູ້ຄົນບໍ່ສາມາດເຊົາສັ່ນເຊັນໄດ້. ທົ່ວດິນແດນແຫ່ງນີ້ ມີຮູບປັ້ນບູຊາທຸກສີຂອງສາຍຮຸ້ງກະຈາຍໄປທົ່ວ ເຊິ່ງຜັນປ່ຽນດິນແດນນີ້ໄປເປັນໂລກແຫ່ງຄວາມເບິກບານ ໃນຂະນະທີ່ກະສັດຂອງພວກຜີຮ້າຍຫົວເຍາະເຍີ້ຍຢູ່ຢ່າງຊົ່ວຊ້າ ຄືກັບວ່າ ແຜນການທີ່ຊົ່ວຮ້າຍຂອງມັນໄດ້ປະສົບຜົນສໍາເລັດແລ້ວ. ໃນຂະນະດຽວກັນນັ້ນ, ມະນຸດແມ່ນຍັງບໍ່ຮູ້ຫຍັງເລີຍ ແລະ ເຂົາບໍ່ຮູ້ເລີຍວ່າ ຜີຮ້າຍໄດ້ເຮັດໃຫ້ເຂົາເສື່ອມຊາມຈົນເຖິງລະດັບທີ່ວ່າ ເຂົາໄດ້ກາຍເປັນຄົນໄຮ້ສະຕິ ແລະ ໄດ້ແຕ່ເຮັດເປັນຄໍຕົກຍອມຮັບໃນຄວາມພ່າຍແພ້. ມັນປາດຖະໜາທີ່ຈະກວາດລ້າງທຸກສິ່ງທີ່ເປັນຂອງພຣະເຈົ້າດ້ວຍການໂຈມຕີຄັ້ງດຽວ ແລະ ເພື່ອເສື່ມຊາມພຣະອົງ ແລະ ສັງຫານພຣະອົງອີກຄັ້ງ; ມັນຕັ້ງໃຈທໍາລາຍ ແລະ ລົບກວນພາລະກິດຂອງພຣະອົງ. ມັນສາມາດເຮັດໃຫ້ພຣະເຈົ້າມີສະຖານະທຽບເທົ່າກັບມັນໄດ້ແນວໃດ? ມັນສາມາດທົນຕໍ່ການທີ່ພຣະເຈົ້າ “ແຊກແຊງ” ວຽກງານຂອງມັນໃນທ່າມກາງມະນຸດໄດ້ແນວໃດ? ມັນສາມາດຍອມໃຫ້ພຣະເຈົ້າເປີດໜ້າກາກອອກຈາກໃບໜ້າອັນເປັນຕາຊັງຂອງມັນໄດ້ແນວໃດ? ມັນສາມາດຍອມໃຫ້ພຣະເຈົ້າເຮັດໃຫ້ວຽກງານຂອງມັນແຕກກະຈາຍໄດ້ແນວໃດ? ຜີຮ້າຍນີ້ ທີ່ເຕັມໄປດ້ວຍຄວາມໂມໂຫຢ່າງແຮງ ສາມາດຍອມໃຫ້ພຣະເຈົ້າຄວບຄຸມສະໜາມໜ້າບ້ານຂອງມັນຢູ່ເທິງແຜ່ນດິນໂລກໄດ້ແນວໃດ? ມັນຈະສາມາດເຕັມໃຈຂາບລົງຕໍ່ລິດທານຸພາບອັນສູງສົ່ງຂອງພຣະອົງໄດ້ແນວໃດ? ໃບໜ້າທີ່ເປັນຕາຊັງຂອງມັນຖືກເປີດເຜີຍຕາມສິ່ງທີ່ມັນເປັນ ດັ່ງນັ້ນຜູ້ຄົນຈິ່ງບໍ່ຮູ້ວ່າ ຈະຫົວ ຫຼື ຈະໄຫ້ດີ ແລະ ມັນກໍຍາກທີ່ຈະເວົ້າເຖິງສິ່ງນີ້ແທ້ໆ. ນີ້ບໍ່ແມ່ນທາດແທ້ຂອງມັນບໍ? ດ້ວຍຈິດວິນຍານທີ່ຂີ້ຮ້າຍ, ມັນຍັງເຊື່ອວ່າ ມັນງາມຈົນເຫຼືອເຊື່ອ. ກຸ່ມຜູ້ສົມຮູ້ຮ່ວມຄິດໃນອາຊະຍາກໍານີ້[7]! ພວກເຂົາມາຢູ່ໂລກມະນຸດເພື່ອເພີດເພີນກັບຄວາມສຸກ ແລະ ສ້າງຄວາມວຸ້ນວາຍ, ກໍ່ຄວາມວຸ້ນວາຍຢ່າງແຮງຈົນໂລກກາຍເປັນໂລກທີ່ບໍ່ມີຄວາມແນ່ນອນ ແລະ ບໍ່ໝັ້ນຄົງ; ຫົວໃຈຂອງມະນຸດກໍເຕັມໄປດ້ວຍຄວາມຕື່ນຕົກໃຈ ແລະ ຄວາມບໍ່ສະບາຍໃຈ; ພວກເຂົາໄດ້ລໍ້ຫລິ້ນກັບມະນຸດຫຼາຍເກີນໄປຈົນລັກສະນະຂອງເຂົາໄດ້ກາຍເປັນສັດຮ້າຍທີ່ໄຮ້ມະນຸດສະທໍາແຫ່ງທົ່ງຫຍ້າທີ່ຂີ້ຮ້າຍທີ່ສຸດ ແລະ ຈາກສິ່ງນັ້ນ ຮ່ອງຮອຍສຸດທ້າຍຂອງມະນຸດຜູ້ທີ່ບໍລິສຸດດັ່ງເດີມກໍໄດ້ສູນເສຍໄປ. ຍິ່ງໄປກວ່ານັ້ນ ພວກເຂົາຍັງປາດຖະໜາທີ່ຈະຮັບເອົາອໍານາດອະທິປະໄຕຢູ່ເທິງແຜ່ນດິນໂລກ. ພວກເຂົາຂັດຂວາງພາລະກິດຂອງພຣະເຈົ້າຢ່າງໜັກຈົນວ່າພາລະກິດນັ້ນເກືອບບໍ່ສາມາດເຄື່ອນໄຫວໄປຂ້າງໜ້າໄດ້ ແລະ ພວກເຂົາໄດ້ປິດກັ້ນມະນຸດຢ່າງໜາແໜ້ນດັ່ງກໍາແພງທອງແດງ ແລະ ເຫຼັກ. ເມື່ອໄດ້ເຮັດບາບໜາສາຫັດຢ່າງໜັກ ແລະ ສ້າງຄວາມພິນາດຢ່າງຫຼວງຫຼາຍ ແລ້ວພວກເຂົາຍັງຄາດຫວັງທີ່ຈະໄດ້ຮັບສິ່ງອື່ນນອກຈາກການຂ້ຽນຕີຢູ່ບໍ? ພວກຜີສາດ ແລະ ວິນຍານຊົ່ວຮ້າຍໄດ້ແລ່ນອາລະວາດຢູ່ເທິງແຜ່ນດິນໂລກເປັນເວລາດົນນານ ແລະ ໄດ້ປິດກັ້ນຄວາມປະສົງ ແລະ ຄວາມພະຍາຍາມຢ່າງເຈັບປວດຂອງພຣະເຈົ້າຢ່າງປຶກໜາຈົນບໍ່ສາມາດເຈາະຜ່ານພວກມັນໄດ້. ຈັ່ງແມ່ນເປັນຄວາມຜິດບາບຂອງມະນຸດແທ້ໆ! ພຣະເຈົ້າຈະບໍ່ຮູ້ສຶກກັງວົນໃຈໄດ້ແນວໃດ? ພຣະເຈົ້າຈະບໍ່ຮູ້ສຶກໂກດຮ້າຍໄດ້ແນວໃດ? ພວກເຂົາໄດ້ຂັດຂວາງ ແລະ ຕໍ່ຕ້ານພາລະກິດຂອງພຣະເຈົ້າຢ່າງຮ້າຍແຮງ: ຊ່າງກະບົດແທ້ໆ! ແມ່ນແຕ່ພວກຜີສາດທັງໃຫຍ່ ແລະ ນ້ອຍຍັງພາກັນປະພຶດຄືໝາຈິ້ງຈອກຢູ່ໃຕ້ຕີນຂອງສິງ ແລະ ຕິດຕາມກະແສຄວາມຊົ່ວຮ້າຍ ສ້າງຄວາມວຸ້ນວາຍຢູ່ທຸກບ່ອນທີ່ພວກເຂົາໄປ. ເຖິງຈະຮູ້ຄວາມຈິງ ແຕ່ພວກເຂົາກໍຈົງໃຈຕໍ່ຕ້ານສິ່ງນັ້ນ, ພວກລູກຊາຍແຫ່ງການກະບົດເອີຍ! ມັນຄືກັບວ່າ ບັດນີ້ກະສັດແຫ່ງນະຮົກຂອງພວກເຂົາໄດ້ຂຶ້ນຄອງບັນລັງຂອງກະສັດແລ້ວ, ພວກເຂົາຈຶ່ງໄດ້ພໍໃຈ ແລະ ພູມໃຈກັບໂຕເອງ, ພາກັນປະຕິບັດຕໍ່ຄົນອື່ນດ້ວຍຄວາມດູໝິ່ນ. ມີຈັກຄົນທ່າມກາງພວກເຂົາທີ່ສະແຫວງຫາຄວາມຈິງ ແລະ ເຮັດຕາມຄວາມຊອບທໍາ? ພວກເຂົາທຸກຄົນລ້ວນແລ້ວແຕ່ເປັນສັດຮ້າຍທີ່ບໍ່ມີຫຍັງດີໄປກວ່າໝູ ແລະ ໝາທີ່ຢູ່ໃນແຖວໜ້າຂອງຝູງແມງວັນທີ່ເໝັນເນົ່າ, ແກວງຫົວຂອງພວກມັນຢ່າງພາກພູມໃຈກັບໂຕເອງ ແລະ ສ້າງບັນຫາທຸກປະເພດ[8]. ພວກມັນເຊື່ອວ່າ ກະສັດແຫ່ງນະຮົກຂອງພວກມັນແມ່ນກະສັດທີ່ຍິ່ງໃຫຍ່ທີ່ສຸດ ໂດຍທີ່ບໍ່ຮູ້ວ່າ ພວກມັນເອງບໍ່ແມ່ນສິ່ງອື່ນໃດນອກຈາກແມງວັນທີ່ເໝັນເນົ່າ. ແຕ່ເຖິງຢ່າງນັ້ນ ພວກມັນກໍຍັງຖືໂອກາດໃຊ້ອໍານາດຂອງໝູ ແລະ ໝາທີ່ພວກຖືວ່າເປັນພໍ່ແມ່ເພື່ອໃສ່ຮ້າຍປ້າຍສີຕໍ່ການມີຢູ່ຂອງພຣະເຈົ້າ. ພວກແມງວັນໂຕນ້ອຍໆຄິດວ່າ ພໍ່ແມ່ຂອງພວກມັນໃຫຍ່ຊໍ່າກັບແຂ້ວປາວານ[9]. ພວກມັນບໍ່ຮູ້ເລີຍວ່າ ໃນຂະນະທີ່ພວກມັນເອງເປັນໂຕນ້ອຍໆ ແຕ່ພໍ່ແມ່ຂອງພວກມັນຄືໝູ ແລະ ໝາສົກກະປົກທີ່ໃຫຍ່ກວ່າພວກມັນຫຼາຍກວ່າຮ້ອຍລ້ານເທົ່າ? ການບໍ່ຮູ້ເຖິງຄວາມຕໍ່າຕ້ອຍຂອງພວກມັນ, ພວກມັນອາໄສກິ່ນເໝັນຂອງຄວາມເນົ່າເປື່ອຍຈາກພວກໝູ ແລະ ໝາເຫຼົ່ານັ້ນເພື່ອແລ່ນອາລະວາດໄປທົ່ວ ແລະ ມີແນວຄິດຢ່າງສິ້ນຫວັງທີ່ຈະໃຫ້ກໍາເນີດລູກຫຼານຮຸ່ນໃໝ່ໃນອະນາຄົດ. ມັນຊ່າງໜ້າອັບອາຍທີ່ສຸດ! ການມີປີກສີຂຽວຕິດຢູ່ບ່າຂອງພວກມັນ (ນີ້ໝາຍເຖິງຄໍາກ່າວອ້າງຂອງພວກມັນໃນການເຊື່ອພຣະເຈົ້າ), ພວກມັນທະນົງຕົວ ແລະ ໂອ້ອວດກັບຄວາມສວຍງາມ ແລະ ສະເໜ່ຂອງພວກມັນຢູ່ທຸກບ່ອນ ໃນຂະນະທີ່ພວກມັນໂຍນຄວາມບໍ່ບໍລິສຸດທີ່ຢູ່ໃນຮ່າງກາຍຂອງພວກມັນຢ່າງລັບໆໃຫ້ກັບມະນຸດ. ຍິ່ງໄປກວ່ານັ້ນ ພວກມັນຍັງພໍໃຈຫຼາຍກັບໂຕເອງ ຄືກັບວ່າ ພວກມັນສາມາດໃຊ້ປີກສີຮຸ້ງສອງປີກເພື່ອປົກປິດຄວາມບໍ່ບໍລິສຸດຂອງພວກມັນ ແລະ ດ້ວຍວິທີເຫຼົ່ານີ້ ພວກມັນຈິ່ງນໍາເອົາການກົດຂີ່ຂົ່ມເຫັງຂອງພວກມັນມາເປັນພາລະໃນການມີຢູ່ຂອງພຣະເຈົ້າທີ່ແທ້ຈິງ (ນີ້ໝາຍເຖິງສິ່ງທີ່ເກີດຂຶ້ນຢູ່ເບື້ອງຫຼັງໂລກສາສະໜາ). ມະນຸດຈະຮູ້ໄດ້ແນວໃດວ່າ ເຖິງວ່າປີກຂອງແມງວັນອາດຈະງົດງາມ ແລະ ເປັນຕາຫຼົງໄຫຼ ແຕ່ ແທ້ຈິງແລ້ວ ແມງວັນເອງກໍເປັນພຽງສິ່ງມີຊີວິດໂຕນ້ອຍໆທີ່ມີທ້ອງເຕັມໄປດ້ວຍສິ່ງເປິເປື້ອນ ແລະ ຮ່າງກາຍປົກຄຸມໄປດ້ວຍເຊື້ອໂລກ? ໂດຍອາໄສກໍາລັງຂອງໝູ ແລະ ໝາທີ່ພວກມັນຖືວ່າເປັນພໍ່ແມ່ຂອງພວກມັນ, ພວກມັນແລ່ນອາລະວາດທົ່ວດິນແດນ (ນີ້ໝາຍເຖິງວິທີທີ່ເຈົ້າໜ້າທີ່ທາງສາດສະໜາ ຜູ້ທີ່ຂົ່ມເຫັງພຣະເຈົ້າອາໄສການສະໜັບສະໜູນຢ່າງເຂັ້ມແຂງຈາກລັດຖະບານຂອງປະເທດເພື່ອກະບົດຕໍ່ພຣະເຈົ້າທີ່ແທ້ຈິງ ແລະ ຕໍ່ຄວາມຈິງ) ຢ່າງເປັນອິດສະຫຼະໃນຄວາມໂຫດຮ້າຍຂອງພວກມັນ. ມັນຄືກັບວ່າ ຜີຂອງພວກຟາຣີຊາຍທີ່ເປັນຊາວຢິວໄດ້ກັບຄືນມາປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ພ້ອມກັບພຣະເຈົ້າ, ໄດ້ກັບສູ່ຮັງເກົ່າຂອງພວກເຂົາ. ພວກເຂົາໄດ້ເລີ່ມພາລະກິດແຫ່ງການກົດຂີ່ຂົ່ມເຫັງຂອງພວກເຂົາອີກຄັ້ງ ໂດຍສືບຕໍ່ພາລະກິດຂອງພວກເຂົາທີ່ໄດ້ປະຕິບັດມາເປັນເວລາຫຼາຍພັນປີ. ໃນທີ່ສຸດ ກຸ່ມຄົນທີ່ເສື່ອມຊາມນີ້ຈະດັບສູນຢູ່ເທິງແຜ່ນດິນໂລກຢ່າງແນ່ນອນ! ມັນປາກົດວ່າ ພາຍຫຼັງຫຼາຍສະຫັດສະຫວັດ ວິນຍານທີ່ສົກກະປົກຍິ່ງມີເລ່ລ່ຽມ ແລະ ມາຍາຫຼາຍຂຶ້ນ. ພວກເຂົາຄິດເຖິງວິທີທີ່ຈະທໍາລາຍພາລະກິດຂອງພຣະເຈົ້າຢ່າງລັບໆຕະຫຼອດ. ດ້ວຍເລ່ລ່ຽມ ແລະ ກົນອຸບາຍຢ່າງຫຼວງຫູາຍ, ພວກເຂົາປາດຖະໜາທີ່ຈະເຮັດໃຫ້ມີເຫດການໂສກອະນາດຕະກໍາແຫ່ງຫຼາຍພັນປີຜ່ານມາເກີດຂຶ້ນອີກຄັ້ງໃນບ້ານເກີດເມືອງນອນຂອງພວກເຂົາ ໂດຍກະຕຸ້ນພຣະເຈົ້າເກືອບເຖິງຈຸດທີ່ຈະຮ້ອງໄຫ້ອອກມາເປັນສຽງດັງໆ. ພຣະອົງເກືອບຈະຢັບຢັ້ງຕົວພຣະອົງບໍ່ໄດ້ຈາກການກັບໄປສະຫວັນຊັ້ນສາມເພື່ອທໍາລາຍລ້າງພວກເຂົາ. ສໍາລັບມະນຸດທີ່ຈະຮັກພຣະເຈົ້າ ເຂົາຕ້ອງເຂົ້າໃຈຄວາມປະສົງຂອງພຣະອົງ, ຮູ້ຈັກຄວາມສຸກ ແລະ ຄວາມໂສກເສົ້າຂອງພຣະອົງ ແລະ ເຂົ້າໃຈໃນສິ່ງທີ່ພຣະອົງກຽດຊັງ. ການເຮັດແບບນີ້ຈະກະຕຸ້ນການເຂົ້າສູ່ຂອງມະນຸດຫຼາຍຂຶ້ນ. ຍິ່ງການເຂົ້າສູ່ຂອງມະນຸດໄວສໍ່າໃດ ຄວາມປະສົງຂອງພຣະເຈົ້າກໍຍິ່ງເປັນທີ່ພໍໃຈຫຼາຍຊໍ່ານັ້ນ, ຍິ່ງມະນຸດເບິ່ງເຫັນກະສັດຂອງພວກຜີຮ້າຍຊັດເຈດສໍ່າໃດ ເຂົາກໍຍິ່ງເຂົ້າໃກ້ພຣະເຈົ້າຫຼາຍຊໍ່ານັ້ນ ເພື່ອວ່າ ຄວາມປາດຖະໜາຂອງພຣະອົງອາດຈະຖືກເຮັດໃຫ້ເກີດໝາກຜົນ.
ໝາຍເຫດ:
1. “ເປັນສານທີ່ບໍ່ສາມາດເສື່ອມສະຫຼາຍ” ແມ່ນມີເຈດຕະນາເຍາະເຍີ້ຍ ເຊິ່ງໝາຍຄວາມວ່າ ຜູ້ຄົນມີຄວາມເຂັ້ມງວດໃນດ້ານຄວາມຮູ້, ວັດທະນະທໍາ ແລະ ທັດສະນະຄະຕິທາງດ້ານຈິດວິນຍານຂອງພວກເຂົາ.
2. “ໄປມາຢ່າງເປັນອິດສະຫຼະ ແລະ ຢູ່ເໜືອກົດໝາຍ” ບົ່ງບອກວ່າ ຜີຮ້າຍແມ່ນເປັນບ້າ ແລະ ແລ່ນອາລະວາດ.
3. “ຄວາມສັບສົນວຸ້ນວາຍຢ່າງສິ້ນເຊີງ” ໝາຍເຖິງການປະພຶດຢ່າງໂຫດຮ້າຍຂອງຜີຮ້າຍແມ່ນສິ່ງທີ່ທົນບໍ່ໄດ້.
4. “ຮອຍຊໍ້າ ແລະ ຖືກຕີ” ໝາຍເຖິງໃບໜ້າທີ່ຂີ້ຮ້າຍຂອງກະສັດຂອງພວກຜີຮ້າຍ.
5. “ເດີມພັນທຸກສິ່ງດ້ວຍການໂຍນໝາກຄະລອກເທື່ອດຽວ” ໝາຍເຖິງການທຸ້ມເງິນທັງໝົດຂອງບຸກຄົນໃສ່ການພະນັນບາດດຽວເພື່ອຫວັງຈະເອົາຊະນະໃນທີ່ສຸດ. ນີ້ແມ່ນຄໍາອຸປະມາສໍາລັບແຜນອຸບາຍທີ່ຮ້າຍກາດ ແລະ ຊົ່ວຊ້າຂອງຜີຮ້າຍ. ສໍານວນນີ້ແມ່ນໃຊ້ເພື່ອເປັນການເຍາະເຍີ້ຍ.
6. “ກືນກິນ” ໝາຍເຖິງພຶດຕິກໍາທີ່ໂຫດຮ້າຍຂອງກະສັດຂອງພວກຜີຮ້າຍທີ່ປຸ້ນເອົາຜູ້ຄົນທັງໝົດ.
7. “ຜູ້ສົມຮູ້ຮ່ວມຄິດໃນອາຊະຍາກໍາ” ແມ່ນປະເພດດຽວກັນກັບ “ກຸ່ມອັນຕະພານ”.
8. “ສ້າງບັນຫາທຸກປະເພດ” ໝາຍເຖິງການທີ່ຜູ້ຄົນທີ່ເປັນຜີສາດກໍ່ຄວາມວຸ້ນວາຍ, ກີດຂວາງ ແລະ ຕໍ່ຕ້ານພາລະກິດຂອງພຣະເຈົ້າ.
9. “ແຂ້ວປາວານ” ແມ່ນໃຊ້ເພື່ອເປັນການເຍາະເຍີ້ຍ. ມັນຄືຄໍາອຸປະມາທີ່ປຽບທຽບແມງວັນທີ່ເປັນໂຕນ້ອຍໆ ຈົນເຮັດໃຫ້ໝູ ແລະ ໝາປາກົດເບິ່ງຄືກັບວ່າ ໃຫຍ່ຊໍ່າກັບປາວານສໍາລັບພວກມັນ.
ກ. ໜັງສືທັງ 4 ແລະ ວັນນະຄະດີຊັ້ນຍອດທັງ 5 ແມ່ນໜັງສືແຫ່ງລັດທິຂົງຈື້ໃນປະເທດຈີນ.