16. ເບື້ອງຫຼັງຄວາມງຽບ

ໂດຍ ຫຼີຈື້, ເກຣັກ

ຂ້ອຍເປັນຄົນທີ່ບໍ່ເວົ້າຫຼາຍ ແລະ ມັນບໍ່ເລື້ອຍປານໃດທີ່ຂ້ອຍຈະເປີດໃຈ ແລະ ເວົ້າຈາກໃຈ. ຂ້ອຍຄິດສະເໝີວ່າ ມັນເປັນຍ້ອນຂ້ອຍມີບຸກຄະລິກແບບເກັບໂຕ, ແຕ່ແລ້ວຫຼັງຈາກທີ່ຂ້ອຍໄດ້ຜ່ານຜ່າບາງສິ່ງ ແລະ ເຫັນສິ່ງທີ່ຖືກເປີດເຜີຍໃນພຣະທຳຂອງພຣະເຈົ້າ, ຂ້ອຍຮັບຮູ້ວ່າການເກັບຕົວຢູ່ສະເໝີ ແລະ ບໍ່ເຄີຍແລກປ່ຽນຄຳຄິດເຫັນຂອງຂ້ອຍໂດຍບໍ່ຕັ້ງໃຈ ບໍ່ແມ່ນການເປັນຄົນເກັບໂຕ ແລະ ມັນບໍ່ແມ່ນການກະທຳດ້ວຍເຫດຜົນ. ສິ່ງທີ່ເຊື່ອງຢູ່ພາຍໃນນັ້ນແມ່ນອຸປະນິໄສແຫ່ງຄວາມມີເລ່ຫຼ່ຽມຂອງຊາຕານ.

ຊົ່ວໄລຍະໜຶ່ງກ່ອນໜ້ານີ້, ຂ້ອຍເລີ່ມປະຕິບັດ ໜ້າທີ່ກວດແກ້. ຂ້ອຍເຫັນວ່າອ້າຍເອື້ອຍນ້ອງທີ່ຂ້ອຍເຮັດວຽກຮ່ວມໃນໜ້າທີ່ການກວດແກ້ຂ້ອນຂ້າງມີປະສົບການ; ພວກເຂົາເຂົ້າໃຈຫຼັກການ ແລະ ຂ້ອນຂ້າງມີຄວາມສາມາດດີ. ທຸກຄົນມີການຢັ່ງຮູ້ບາງຢ່າງວ່າຜູ້ໃດເຂົ້າໃຈຄວາມຈິງ ແລະ ໃຜມີພອນສະຫວັນທີ່ແທ້ຈິງ ແລະ ມີການຮຽນຮູ້ທີ່ໝັ້ນຄົງ. ສິ່ງນີ້ເຮັດໃຫ້ຂ້ອຍສັ່ນເລັກນ້ອຍ. ຂ້ອຍມີຄວາມສາມາດລະດັບປານກາງ ແລະ ບໍ່ໄດ້ມີຄວາມເປັນຈິງແຫ່ງຄວາມຈິງ, ດັ່ງນັ້ນ ຖ້າຂ້ອຍສະແດງຄວາມຄິດເຫັນຂອງຕົນໃນການສົນທະນາຂອງພວກເຮົາໂດຍບໍ່ຕັ້ງໃຈ, ນັ້ນຈະບໍ່ເປັນຄືກັບການພະຍາຍາມສອນປາລອຍນ້ຳບໍ? ມັນບໍ່ສຳຄັນວ່າຂ້ອຍເປັນຄົນທີ່ຖືກຕ້ອງ ຫຼື ບໍ່, ແຕ່ຖ້າບໍ່ດັ່ງນັ້ນ, ທຸກຄົນຈະຄິດວ່າຂ້ອຍກຳລັງຈັດຂະບວນໂຕເອງທັງໆທີ່ຂ້ອຍມີຄວາມເຂົ້າໃຈກ່ຽວກັບຄວາມຈິງພຽງຕື້ນໆ. ຂ້ອຍຮູ້ສຶກວ່າມັນຈະເປັນສິ່ງທີ່ໜ້າອາຍແທ້ໆ. ຂ້ອຍເຕືອນຕົວເອງຢູ່ສະເໝີວ່າໃຫ້ເຮັດໂຕຕ່ຳໆ, ໃຫ້ຟັງຫຼາຍກວ່າເວົ້າ. ດັ່ງນັ້ນ, ເມື່ອພວກເຮົາທຸກຄົນສຳຫຼວດບັນຫາຕ່າງໆຮ່ວມກັນ, ຂ້ອຍເກືອບຈະບໍ່ເຄີຍແບ່ງປັນສິ່ງທີ່ຂ້ອຍຄິດ. ມີຄັ້ງໜຶ່ງ ເມື່ອຂ້ອຍໃຫ້ຄຳແນະນຳ ແລະ ທຸກຄົນເຫັນດີວ່າມັນບໍ່ແມ່ນວິທີການທີ່ຖືກຕ້ອງ, ຂ້ອຍຮູ້ສຶກອັບອາບຫຼາຍ ແລະ ຄືກັບວ່າຂ້ອຍບໍ່ຄວນຟ້າວສະເໜີໂຕອອກໄປ ຫຼື ອາດຈະເປັນໄປໄດ້ທີ່ຂ້ອຍຈະເວົ້າບາງສິ່ງທີ່ໜ້າອັບອາຍ, ເຮັດໃຫ້ໂຕເອງເປັນຄົນໂງ່. ຂ້ອຍຮູ້ສຶກຄືກັບວ່າຂ້ອຍຈຳເປັນຕ້ອງດຳເນີນການດ້ວຍຄວາມລະມັດລະວັງ ແລະ ຮັກສາໂຕເອງ. ໃນການສົນທະນາຫຼັງຈາກນັ້ນ, ຂ້ອຍເຮັດໃຫ້ແນ່ໃຈວ່າຈະບໍ່ອາສາໃນສິ່ງທີ່ຂ້ອຍຄິດ, ປ່ອຍໃຫ້ຄົນອື່ນເວົ້າກ່ອນ.

ຕໍ່ມາ ເອື້ອຍນ້ອງຄົນໜຶ່ງເຂົ້າຮ່ວມທີມຂອງພວກເຮົາ ເຊິ່ງເປັນຄົນທີ່ຂ້ອນຂ້າງມີຄວາມສາມາດດີ ແລະ ມີການຢັ່ງຮູ້ແທ້ໆ ແລະ ລາວຖືກມອບໝາຍໃຫ້ເຮັດວຽກກັບຂ້ອຍ. ຄັ້ງໜຶ່ງ ເມື່ອພວກເຮົາກຳລັງສົນທະນາເຖິງບັນຫາໜຶ່ງ, ຂ້ອຍມີຄວາມຄິດບາງຢ່າງທີ່ຂ້ອຍຢາກແບ່ງປັນ, ແຕ່ແລ້ວຂ້ອຍກໍ່ກັງວົນວ່າຖ້າຄວາມຄິດຂອງຂ້ອຍອອກໄປ ແລະ ສິ່ງທີ່ຂ້ອຍເວົ້າບໍ່ສາມາດກວດສອບໄດ້, ເອື້ອຍນ້ອງໃໝ່ຄົນນີ້ອາດຄິດວ່າຂ້ອຍມັກງ່າຍ ແລະ ໄຮ້ດຽງສາ ແລະ ຂ້ອຍຈະຖືກເປີດໂປງສິ່ງທີ່ຂ້ອຍເປັນແທ້ໆ. ແລ້ວຂ້ອຍຈະເຮັດແນວໃດຖ້າລາວເລີ່ມດູຖູກຂ້ອຍ? ຂ້ອຍຕັດສິນໃຈທີ່ຈະລືມມັນໄປ ແລະ ພຽງແຕ່ຟັງສິ່ງທີ່ລາວເວົ້າ. ໃນຂະນະທີ່ພວກເຮົາກຳລັງແກ້ໄຂບັນຫານີ້ໃນອີກສອງສາມວັນຂ້າງໜ້າ, ຂ້ອຍເກືອບຈະບໍ່ໄດ້ແບ່ງປັນມຸມມອງໃດໆຂອງຕົນເອງ, ແຕ່ພຽງແຕ່ເລືອກທີ່ຈະປະຕິບັດຕາມຄວາມຄິດເຫັນຂອງລາວ ໂດຍຄິດວ່າມັນຈະຊ່ວຍໃຫ້ຂ້ອຍພົ້ນຈາກຄວາມອັບອາຍທີ່ອາດເກີດຂຶ້ນ ແລະ ເຮັດໃຫ້ສິ່ງຕ່າງໆງ່າຍຂຶ້ນ. ເນື່ອງຈາກຂ້ອຍບໍ່ໄດ້ເວົ້າຫຍັງຫຼາຍ, ສະພາບແວດລ້ອມການເຮັດວຽກຮ່ວມກັນຂອງພວກເຮົາຮູ້ສຶກວ່າຂ້ອນຂ້າງໜ້າເບື່ອ. ບາງຄັ້ງ ເມື່ອລາວຜະເຊີນກັບບັນຫາ ແລະ ຂ້ອຍຈະບໍ່ແບ່ງປັນຄຳຄິດເຫັນຂອງຂ້ອຍ, ພວກເຮົາພຽງຕິດຢູ່ກັບມັນ. ຜະລິດຕະພາບຂອງພວກເຮົາຕ່ຳ ແລະ ຄວາມກ້າວໜ້າຂອງວຽກໜ້າທົ່ວໄປກໍ່ຊັກຊ້າລົງ. ເມື່ອເວລາຜ່ານໄປ, ຂ້ອຍເວົ້າໜ້ອຍລົງເລື້ອຍໆ ແລະ ເຖິງຂັ້ນວ່າຂ້ອຍບໍ່ມີຄຳຄິດເຫັນ, ຂ້ອຍພຽງແຕ່ຄິດກ່ຽວກັບມັນໃນໃຈຂອງຂ້ອຍຊ້ຳແລ້ວຊ້ຳອີກ, ຄິດດົນ ແລະ ຄິດໜັກກ່ອນທີ່ຈະເປີດປາກຂອງຂ້ອຍ. ຂ້ອຍຮູ້ສຶກຫົດຫູ່ໃຈຫຼາຍ ແລະ ຂ້ອຍບໍ່ໄດ້ບັນລຸຫຍັງຫຼາຍໃນໜ້າທີ່ຂອງຂ້ອຍ; ຂ້ອຍພຽງຕິດຢູ່ໃນສະພາວະນັ້ນ, ຮູ້ສຶກມືດມົນ ແລະ ເດືອດຮ້ອນຜິດປົກກະຕິ. ໃນເວລານີ້ເອງ, ຂ້ອຍມາອະທິຖານຢູ່ຕໍ່ໜ້າພຣະເຈົ້າ, ເວົ້າວ່າ “ພຣະເຈົ້າ, ຂ້ອຍບໍ່ສາມາດຮູ້ສຶກໄດ້ເຖິງການສ່ອງສະຫວ່າງຂອງພຣະວິນຍານບໍລິສຸດໃນໜ້າທີ່ຂອງຂ້ອຍໃນທຸກມື້ນີ້ ແລະ ຂ້ອຍເກືອບຈະບໍ່ມີຄວາມຄືບໜ້າໃນການເຮັດວຽກ. ຂ້ອຍບໍ່ຮູ້ວ່າຂ້ອຍກຳລັງດຳລົງຊີວິດຢູ່ໃນອຸປະນິໄສທີ່ເສື່ອມຊາມອັນໃດທີ່ເຮັດໃຫ້ພຣະອົງລັງກຽດ, ກະລຸນາຊີ້ນຳຂ້ອຍໃຫ້ຮູ້ຈັກຕົວເອງ”.

ມື້ໜຶ່ງເມື່ອຂ້ອຍກຳລັງເຮັດການທົບທວນໂຕເອງໃນການເຝົ້າດ່ຽວຂອງຂ້ອຍ, ທັນໃດນັ້ນ ຄຳວ່າ “ເລ່ຫຼ່ຽມ” ກໍ່ປາກົດຂຶ້ນມາໃນຫົວຂອງຂ້ອຍ. ຂ້ອຍພົບຄຳນີ້ຢູ່ໃນການຄົ້ນຫາພຣະທຳທີ່ກ່ຽວຂ້ອງຈາກພະເຈົ້າ: “ບາງຄົນອາດບໍ່ເຄີຍເປີດເຜີຍ ແລະ ສົນທະນາສິ່ງທີ່ພວກເຂົາຄິດກັບຄົນອື່ນ. ໃນທຸກສິ່ງທີ່ພວກເຂົາເຮັດ, ພວກເຂົາບໍ່ເຄີຍປຶກສາຄົນອື່ນ ແຕ່ກັບປົກປິດໄວ້, ເບິ່ງຄືວ່າພວກເຂົາລະວັງຕົວຈາກຄົນອື່ນໃນທຸກດ້ານ. ພວກເຂົາປົກຄຸມຕົວເອງໃຫ້ແໜ້ນທີ່ສຸດ. ນີ້ບໍ່ແມ່ນຄົນສະຫຼາດແກມໂກງບໍ? ຕົວຢ່າງ: ພວກເຂົາມີຄວາມຄິດທີ່ພວກເຂົາຮູ້ສຶກວ່າພວກເຂົາສະຫຼາດ ແລະ ຄິດວ່າ ‘ຕອນນີ້ ຂ້ອຍຈະເກັບມັນໄວ້ກັບຕົນເອງ, ຖ້າຂ້ອຍແບ່ງປັນໃຫ້, ພວກເຈົ້າອາດໃຊ້ມັນ ແລະ ລັກສຽງຟ້າຮ້ອງຂອງຂ້ອຍໄປ, ຂ້ອຍຈະອົດໃຈຖ້າ’. ຫຼື ຖ້າມີບາງສິ່ງທີ່ພວກເຂົາບໍ່ເຂົ້າໃຈຢ່າງເຕັມທີ່, ພວກເຂົາຈະຄິດວ່າ: ‘ຂ້ອຍຈະບໍ່ເວົ້າຫຍັງໃນຕອນນີ້. ຈະເປັນແນວໃດຖ້າຂ້ອຍເວົ້າ ແລ້ວມີບາງຄົນເວົ້າສູງກວ່າ, ຂ້ອຍຈະບໍ່ເບິ່ງຄືກັບຄົນໂງ່ບໍ? ທຸກຄົນຈະເຫັນທາດແທ້ຂອງຂ້ອຍ, ເຫັນຄວາມອ່ອນແອຂອງຂ້ອຍໃນເລື່ອງນີ້. ຂ້ອຍບໍ່ຄວນເວົ້າຫຍັງ’. ໂດຍບໍ່ຄຳນຶງເຖິງມຸມມອງ ຫຼື ເຫດຜົນ, ໂດຍບໍ່ຄຳນຶງເຖິງແຮງຈູງໃຈເບື້ຶອງຫຼັງ, ພວກເຂົາຢ້ານວ່າທຸກຄົນຈະເຫັນທາດແທ້ຂອງພວກເຂົາ. ພວກເຂົາເຂົ້າຫາໜ້າທີ່ຂອງພວກເຂົາ ແລະ ຜູ້ຄົນ, ສິ່ງຕ່າງໆ ແລະ ເຫດການຕ່າງໆດ້ວຍມຸມມອງ ແລະ ທັດສະນະແບບນີ້. ນີ້ແມ່ນອຸປະນິໄສແບບໃດ? ອຸປະນິໄສທີ່ຄົດໂກງ, ຫຼອກລວງ ແລະ ຊົ່ວຮ້າຍ” (ຄັດຈາກບົດ “ໂດຍການປະຕິບັດຄວາມຈິງເທົ່ານັ້ນ ຄົນໆໜຶ່ງຈຶ່ງສາມາດມີຄວາມເປັນມະນຸດປົກກະຕິໄດ້” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ການອ່ານບົດຄວາມນີ້ເຮັດໃຫ້ຂ້ອຍໜັກໃຈ. ພຣະທຳຂອງພຣະເຈົ້າເປີດໂປງສະພາວະທີ່ແທ້ຈິງຂອງຂ້ອຍຢ່າງສົມບູນ ແລະ ຄຳວ່າ “ອຸປະນິໄສທີ່ຄົດໂກງ, ຫຼອກລວງ ແລະ ຊົ່ວຮ້າຍ” ສາຫັດຫຼາຍ ແລະ ເຮັດໃຫ້ຂ້ອຍບໍ່ສະບາຍໃຈແທ້ໆ. ຂ້ອຍຄິດວ່າ ໂດຍການບໍ່ເວົ້າອອກມາໂດຍກົງ ຫຼື ສະແດງຄຳຄິດເຫັນຂອງຂ້ອຍໂດຍບໍ່ໄດ້ຕັ້ງໃຈ, ເຖິງແມ່ນວ່າມັນຮູ້ສຶກຄືກັບວ່າຂ້ອຍເປັນຄົນມີເຫດຜົນຫຼາຍ, ຄວາມຈິງແລ້ວ ຂ້ອຍເຕັມໄປດ້ວຍກົນອຸບາຍ. ຂ້ອຍມີມຸມມອງ ແລະ ຄຳຄິດເຫັນຂອງຕົວເອງໃນບັນຫາຕ່າງໆທີ່ພວກເຮົາຜະເຊີນ, ແຕ່ເມື່ອຂ້ອຍບໍ່ຮູ້ສຶກເຕັມທີ່ກັບສິ່ງຕ່າງໆ, ຂ້ອຍຢ້ານວ່າສິ່ງທີ່ເວົ້າໄປຈະຖືກປະຕິເສດ, ເສຍໜ້າ ແລະ ຖືກຄົນອື່ນດູຖູກ. ດັ່ງນັ້ນ, ຂ້ອຍຈຶ່ງຖອຍໂຕອອກມາ, ກ່ອນອື່ນແມ່ນຮັບຮູ້ສິ່ງທີ່ຄົນອື່ນຄິດ ແລ້ວຈຶ່ງເອົາສິ່ງຕ່າງໆຈາກບ່ອນນັ້ນມາພິຈາລະນາ. ນັ້ນບໍ່ແມ່ນການເປັນຄົນເຈົ້າເລ່ ແລະ ມີເລ່ຫຼ່ຽມບໍ? ຂ້ອຍຄິດຢູ່ສະເໝີວ່າຄຳນັ້ນໃຊ້ແຕ່ກັບຄົນໃນສັງຄົມຜູ້ທີ່ວາງອຸບາຍຕະຫຼອດເວລາ, ຜູ້ທີ່ທໍລະຍົດ ແລະ ມີເລ່ຫຼ່ຽມເທົ່ານັ້ນ. ໝູ່ເພື່ອນ ແລະ ເພື່ອນຮ່ວມງານທຸກຄົນເຫັນດີເປັນເອກະພາບກັນວ່າຂ້ອຍເປັນຄົນບໍ່ມີເລ່ຫຼ່ຽມ, ຂ້ອຍບໍ່ໄດ້ປິດບັງແຮງຈູງໃຈທີ່ເຊື່ອງໄວ້ໃນການກະທຳຂອງຂ້ອຍ. ຂ້ອຍຊັງຄົນທີ່ມີເລ່ຫຼ່ຽມຄືກັບອ່ຽນ, ຜູ້ທີ່ພະຍາຍາມເບິ່ງວ່າລົມພັດໄປທາງໃດຕະຫຼອດເວລາ. ຂ້ອຍບໍ່ເຄີຍຄິດວ່າຕົວເອງຈະເປັນຫຍັງແບບນັ້ນ. ແຕ່ຕໍ່ມາ ຂ້ອຍເຫັນວ່າ ເຖິງແມ່ນວ່າຂ້ອຍບໍ່ໄດ້ກ່າວຄຳເວົ້າຕົວະຢ່າງກົງໄປກົງມາ ແລະ ຂ້ອຍບໍ່ໄດ້ເຮັດຫຍັງຄືຄົນເຫຼົ່ານັ້ນເຮັດແທ້ໆ, ຂ້ອຍກໍ່ຍັງຖືກຜັກດັນໂດຍທຳມະຊາດທີ່ມີເລ່ຫຼ່ຽມຂອງຂ້ອຍຢູ່. ຂ້ອຍລະມັດລະວັງທີ່ຈະຮັບຮູ້ທຸກສິ່ງທີ່ຂ້ອຍໄດ້ເວົ້າ ແລະ ກະທຳ ແລະ ຂ້ອຍກໍ່ພຽງໄປຕາມກະແສ, ຢ້ານຖືກເບິ່ງວ່າບໍ່ມີຄວາມສາມາດ ແລະ ມີຄົນເບິ່ງທະລຸຜ່ານໂຕຂ້ອຍ. ຂ້ອຍບໍ່ຈິງໃຈທຸກດ້ານ, ປອມຕົວເພື່ອປົກປ້ອງຊື່ສຽງຂອງຂ້ອຍ. ໃນການປະເຊີນໜ້າກັບຄວາມຫຍຸ້ງຍາກໃດໜຶ່ງໃນໜ້າທີ່ຂອງຂ້ອຍ, ຂ້ອຍບໍ່ພຽງແຕ່ບໍ່ເຄີຍແບ່ງປັນສິ່ງທີ່ຂ້ອຍຄິດ, ແຕ່ຂ້ອຍເປັນຄົນມີເລ່ຫຼ່ຽມ ແລະ ຫຼອກລວງ, ປິດບັງຄວາມຄິດເຫັນຂອງຂ້ອຍ ແລະ ບໍ່ຄ່ອຍໃຫ້ຄວາມຄິດຫຍັງກັບຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ໃນທີ່ສຸດ ຂ້ອຍກໍ່ຮັບຮູ້ວ່າ ແທ້ຈິງແລ້ວ ຂ້ອຍເປັນຄົນເຈົ້າເລ່, ມີເລ່ຫຼ່ຽມ. ຂ້ອຍຄິດຢູ່ສະເໝີວ່າ ການບໍ່ເປັນຄົນເວົ້າຫຼາຍເປັນພຽງສ່ວນໜຶ່ງຂອງບຸກຄະລິກຂອງຂ້ອຍ, ຂ້ອຍບໍ່ໄດ້ວິເຄາະອຸປະນິໄສຂອງຊາຕານທີ່ຢູ່ເບື້ອງຫຼັງມັນແທ້ໆ. ເມື່ອນັ້ນເອງຂ້ອຍຈຶ່ງຮູ້ວ່າຂ້ອຍບໍ່ຮູ້ຈັກຕົວເອງດີສ່ຳໃດ.

ມີອີກຂໍ້ຄວາມໜຶ່ງຈາກພຣະທຳຂອງພຣະເຈົ້າທີ່ຂ້ອຍອ່ານເຊິ່ງໄດ້ຊ່ວຍອະທິບາຍສິ່ງຕ່າງໆໃຫ້ກະຈ່າງແຈ້ງສຳລັບຂ້ອຍ. ພຣະເຈົ້າຊົງກ່າວວ່າ: “ຊາຕານເຮັດໃຫ້ຜູ້ຄົນເສື່ອມຊາມຜ່ານການສຶກສາ ແລະ ອິດທິພົນຂອງລັດຖະບານແຫ່ງຊາດ ແລະ ຂອງຄົນທີ່ມີຊື່ສຽງ ແລະ ຍິ່ງໃຫຍ່. ຄຳເວົ້າທີ່ຊົ່ວຮ້າຍຂອງພວກເຂົາໄດ້ກາຍເປັນທຳມະຊາດໃນຂອງມະນຸດ. ‘ທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ’ ແມ່ນຄໍາເວົ້າຂອງຊາຕານທີ່ເປັນທີ່ຮູ້ຈັກກັນດີ ທີ່ຖືກປູກຝັງໃນທຸກຄົນ ແລະ ໄດ້ກາຍເປັນຊີວິດຂອງມະນຸດ. ມີຄໍາເວົ້າອື່ນໆກ່ຽວກັບປັດຊະຍາສໍາລັບການດໍາລົງຊີວິດທີ່ຍັງຄືກັບຄໍາເວົ້ານີ້. ຊາຕານໃຊ້ວັດທະນະທໍາທາງປະເພນີຂອງຊາດເພື່ອສຶກສາອົບຮົມ, ຫຼອກລວງ ແລະ ເຮັໃດຫ້ຜູ້ຄົນເສື່ອມຊາມ, ເຮັດໃຫ້ມະນຸດຊາດຕົກຢູ່ໃນ ແລະ ຖືກອ້ອມໄປດ້ວຍຂຸມນາຮົກແຫ່ງການທໍາລາຍລ້າງທີ່ບໍ່ມີຂອບເຂດ ແລະ ໃນທີ່ສຸດແລ້ວ ຜູ້ຄົນຈະຖືກທໍາລາຍໂດຍພຣະເຈົ້າ ຍ້ອນພວກເຂົາຮັບໃຊ້ຊາຕານ ແລະ ຕໍ່ຕ້ານພຣະເຈົ້າ... ຍັງມີພິດຂອງຊາຕານຫຼາຍໃນຊີວິດຂອງຜູ້ຄົນ ໃນການປະພຶດ ແລະ ພຶດຕິກຳ; ພວກເຂົາເກືອບບໍ່ມີຄວາມຈິງເລີຍ. ຍົກຕົວຢ່າງ: ປັດຊະຍາສໍາລັບການດໍາລົງຊີວິດຂອງພວກເຂົາ, ວິທີທາງຂອງພວກເຂົາໃນການເຮັດສິ່ງຕ່າງໆ ແລະ ຄະຕິຊີວິດຂອງພວກເຂົາແມ່ນລ້ວນແລ້ວແຕ່ເຕັມໄປດ້ວຍພິດຈາກມັງກອນແດງຜູ້ຍິ່ງໃຫຍ່ ແລະ ພວກເຂົາທຸກຄົນແມ່ນມາຈາກຊາຕານ. ສະນັ້ນ, ທຸກສິ່ງທີ່ໄຫຼຜ່ານກະດູກ ແລະ ເລືອດຂອງຜູ້ຄົນແມ່ນທຸກສິ່ງທີ່ເປັນຂອງຊາຕານ... ມະນຸດຊາດຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງ. ພິດຂອງຊາຕານແມ່ນໄຫຼຜ່ານເລືອດຂອງທຸກຄົນ ແລະ ມັນສາມາດເຫັນໄດ້ວ່າ ທໍາມະຊາດຂອງມະນຸດເສື່ອມຊາມ, ຊົ່ວຮ້າຍ ແລະ ຕໍ່ຕ້ານການປ່ຽນແປງ, ເຕັມໄປດ້ວຍ ແລະ ຈົມຢູ່ໃນປັດຊະຍາຂອງຊາຕານ. ທັງໝົດນັ້ນແມ່ນທໍາມະຊາດທີ່ທໍລະຍົດຕໍ່ພຣະເຈົ້າ. ນີ້ຄືເຫດຜົນທີ່ຜູ້ຄົນຕໍ່ຕ້ານພຣະເຈົ້າ ແລະ ຢືນຢູ່ຝ່າຍກົງກັນຂ້າມກັບພຣະເຈົ້າ” (ຄັດຈາກບົດ “ວິທີຮູ້ຈັກທໍາມະຊາດຂອງມະນຸດ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳຂອງພຣະເຈົ້າໄດ້ເວົ້າຢ່າງຊັດເຈນຕໍ່ກັບສ່ວນເລິກທີ່ສຸດຂອງຫົວໃຈຂ້ອຍ. ຂ້ອຍເຫັນວ່າຂ້ອຍສະໜັບສະໜູນປັດຊະຍາຂອງຊາຕານມາໂດຍຕະຫຼອດ: “ເປີດຫູຂອງເຈົ້າ ແລະ ປິດປາກຂອງເຈົ້າ” ແລະ “ຄວາມງຽບຄືທອງຄຳ ແລະ ຄົນທີ່ເວົ້າຫຼາຍກໍເຮັດຜິດພາດຫຼາຍ”. ໂດຍການເປັນ “ຜູ້ຮັບ” ແທນທີ່ຈະເປັນ “ກະບອກສຽງ” ກັບຄົນອື່ນ, ຂ້ອຍບໍ່ຈຳເປັນຕ້ອງເອົາຈຸດອ່ອນຂອງຂ້ອຍມາສະແດງ ຫຼື ເບິ່ງວ່າໂງ່. ໂດຍການບັນຈຸສິ່ງທີ່ຂ້ອຍຢາກເວົ້າ, ຄວາມຄິດທີ່ຜິດພາດຫຼາຍຢ່າງຂອງຂ້ອຍບໍ່ເຄີຍອອກມາໃນທີ່ແຈ້ງ, ດັ່ງນັ້ນ ແນ່ນອນວ່າບໍ່ມີໃຜສາມາດຊີ້ໃຫ້ເຫັນຄວາມຜິດຂອງຂ້ອຍ ຫຼື ບໍ່ເຫັນດີກັບຂ້ອຍ. ດ້ວຍວິທີນັ້ນ ຂ້ອຍຈຶ່ງສາມາດຮັກສາໜ້າຕາໄວ້ໄດ້ ແລະ ນັ້ນເຮັດໃຫ້ຂ້ອຍເຊື່ອຫຼາຍຂຶ້ນວ່າການເຮັດຕາມຄວາມຄິດຂອງ “ຄວາມງຽບຄືທອງຄຳ” ແລະ “ເປີດຫູຂອງເຈົ້າ ແລະ ປິດປາກຂອງເຈົ້າ” ແມ່ນວິທີທີ່ສະຫຼາດທີ່ສຸດເພື່ອຈະຢູ່ລອດໃນໂລກນີ້. ຫຼັງຈາກຍອມຮັບພາລະກິດຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຂ້ອຍຍັງອົດບໍ່ໄດ້ທີ່ຈະປ່ອຍໃຫ້ສິ່ງເຫຼົ່ານີ້ເປັນຕົວກຳນົດປະຕິສຳພັນຂອງຂ້ອຍກັບອ້າຍເອື້ອຍນ້ອງ. ຂ້ອຍຮູ້ສຶກວ່າຕາບໃດທີ່ຂ້ອຍບໍ່ເວົ້າຫຼາຍ ຫຼື ຫຸບປາກຢູ່, ບໍ່ມີໃຜຈະພົບເຫັນຄວາມລົ້ມເຫຼວສ່ວນຕົວ ແລະ ຄວາມບົກຜ່ອງຂອງຂ້ອຍ ແລະ ຂ້ອຍສາມາດປົກປ້ອງພາບລັກຂອງຂ້ອຍໄດ້. ຂ້ອຍດຳລົງຊີວິດຕາມປັດຊະຍາເຫຼົ່ານີ້ຂອງຊາຕານ ແລະ ເມື່ອໃດກໍ່ຕາມທີ່ຂ້ອຍບໍ່ຕ້ອງການແບ່ງປັນມຸມອງຂອງຂ້ອຍເອງ, ຂ້ອຍກຳລັງຄິດໄລ່ຄວາມສູນເສຍ ແລະ ຜົນປະໂຫຍດຂອງຕົວເອງ ແລະ ສິ່ງທີ່ຄົນອື່ນຈະຄິດກັບຂ້ອຍຢູ່ສະເໝີ. ຖ້າຂ້ອຍຄິດວ່າມີໂອກາດທີ່ຂ້ອຍຈະເຮັດໃຫ້ໂຕເອງອັບອາຍ, ຂ້ອຍຈະເລືອກໄປທາງທີ່ປອດໄພ, ບໍ່ເວົ້າ ຫຼື ກະທຳສິ່ງໃດ. ພິດເຫຼົ່ານີ້ຂອງຊາຕານເຮັດໃຫ້ຂ້ອຍເຈົ້າເລ່ ແລະ ມີເລ່ຫຼ່ຽມຫຼາຍຍິ່ງຂຶ້ນ ແລະ ເຮັດໃຫ້ຂ້ອຍຄາດເດົາ ແລະ ປ້ອງກັນຄົນອື່ນຫຼາຍຂຶ້ນຕະຫຼອດເວລາ. ຂ້ອຍຈະບໍ່ລິເລີ່ມທີ່ຈະຕິດຕໍ່ສື່ສານ ແລະ ເປີດໃຈ, ວຽກຂອງຂ້ອຍກັບຄົນອື່ນແມ່ນໜ້າຫົດຫູ່ໃຈ ແລະ ໜ້າເບື່ອແທ້. ບໍ່ມີທາງທີ່ຂ້ອຍສາມາດເຮັດວຽກທີ່ເໝາະສົມໃນໜ້າທີ່ຂອງຂ້ອຍໄດ້ແບບນັ້ນ.

ເມື່ອຮັບຮູ້ສິ່ງນີ້, ຂ້ອຍໄດ້ມາຢູ່ຕໍ່ໜ້າພຣະເຈົ້າໃນຄຳອະທິຖານ, ຂໍໃຫ້ພຣະອົງຊີ້ນຳຂ້ອຍເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມດ້ານນີ້ຂອງຂ້ອຍ. ຫຼັງຈາກນັ້ນ, ຂ້ອຍໄດ້ໃຊ້ຄວາມພະຍາຍາມຢ່າງມີສະຕິໃນການສົນທະນາກັບອ້າຍເອື້ອຍນ້ອງເພື່ອຫັນໜີຈາກແຮງຈູງໃຈສ່ວນຕົວຂອງຂ້ອຍເອງ ແລະ ເລີ່ມສະໝັກໃຈເວົ້າຄວາມຄິດຂອງຕົວເອງໂດຍບໍ່ໄດ້ກັງວົນວ່າມັນຈະເຮັດໃຫ້ຂ້ອຍເບິ່ງເປັນແນວໃດ. ດ້ວຍແນວຄວາມຄິດທີ່ບໍ່ໄດ້ຮັບການພັດທະນາດີຫຼາຍ, ຂ້ອຍຈະນໍາສະເໜີພວກມັນຕໍ່ອ້າຍເອື້ອຍນ້ອງເພື່ອການໂຕ້ວາທີ ແລະ ການສົນທະນາ; ເພື່ອພວກເຮົາຜະເຊີນກັບຄວາມຫຍຸ້ງຍາກໃນໜ້າທີ່ຂອງພວກເຮົາ, ທຸກຄົນຈະອະທິຖານ ແລະ ສະແຫວງຫາພ້ອມກັນ, ທຸກຄົນສື່ສານກັນ. ພວກເຮົາສາມາດພົບເສັ້ນທາງໃນຕໍ່ໜ້າດ້ວຍວິທີນີ້. ແຕ່ເນື່ອງຈາກວ່າຂານ້ອຍໄດ້ຖືກຊາຕານເຮັດໃຫ້ເຊື່ອມຊາມຢ່າງເລິກເຊິ່ງຫຼາຍ, ຍັງມີອີກຫຼາຍຄັ້ງທີ່ຂ້ອຍອົດບໍ່ໄດ້ທີ່ຈະເຮັດຕາມອຸປະນິໄສທີ່ເສື່ອມຊາມຂອງຕົນເອງ. ຄັ້ງໜຶ່ງ ໃນການສົນທະນາເຖິງບັນຫາໃນໜ້າທີ່ຂອງພວກເຮົາ, ມີຜູ້ເບິ່ງແຍງກວດກາສອງຄົນຢູ່ທີ່ນັ້ນໂດຍບັງເອີນ. ຂ້ອຍຄິດກັບໂຕເອງວ່າ “ການແລກປ່ຽນຄຳຄິດເຫັນກັບອ້າຍເອື້ອຍນ້ອງເປັນສິ່ງທີ່ດີ, ແຕ່ມີຜູ້ເບິ່ງແຍງກວດກາຢູ່ທີ່ນີ້, ພວກເຂົາຈະຄິດແນວໃດກັບຄວາມສາມາດຂອງຂ້ອຍຖ້າຄວາມຄິດຂອງຂ້ອຍຜິດ, ຖ້າຄວາມເຂົ້າໃຈຂອງຂ້ອຍຖືກບິດເບືອນ? ແລ້ວຖ້າພວກເຂົາຄິດວ່າຂ້ອຍບໍ່ດີພໍກັບໜ້າທີ່ນີ້ ແລະ ພວກເຂົາຊຸກຂ້ອຍອອກຈາກທີມ, ຄົນອື່ນໆຈະຄິດແນວໃດກັບຂ້ອຍ? ຂ້ອຍຈະບໍ່ສາມາດເງີຍໜ້າຂຶ້ນອີກ”. ດ້ວຍຄວາມກັງວົນເຫຼົ່ານີ້, ຂ້ອຍບໍ່ໄດ້ເວົ້າຫຍັງແມ່ນແຕ່ຄຳດຽວໃນການສົນທະນາທັງໝົດ. ໃນຂະນະທີ່ພວກເຮົາກຳລັງສະຫຼຸບຫຍໍ້ສິ່ງຕ່າງໆ, ຜູ້ກວດກາເບິ່ງແຍງຄົນໜຶ່ງຖາມຂ້ອຍວ່າເປັນຫຍັງຂ້ອຍຈຶ່ງບໍ່ໄດ້ເວົ້າຫຍັງເລີຍ. ຂ້ອຍຮູ້ສຶກອຶດອັດ ແລະ ຮູ້ສຶກຜິດເຊັ່ນກັນ ແລະ ຂ້ອຍບໍ່ຮູ້ວ່າຈະຕອບແນວໃດ. ໃນທີ່ສຸດ ຂ້ອຍກໍ່ເວົ້າວ່າ “ນັ້ນແມ່ນການສະແດງອີກອັນໜຶ່ງຂອງອຸປະນິໄສທີ່ມີເລ່ຫຼ່ຽມຂອງຂ້ອຍ. ຂ້ອຍຢ້ານວ່າຖ້າຂ້ອຍເວົ້າຫຼາຍໂພດ, ຂ້ອຍຈະຫຼົງເວົ້າຜິດຢ່າງແນ່ນອນ, ສະນັ້ນຂ້ອຍບໍ່ກ້າເປີດປາກ”. ແຕ່ຫຼັງຈາກຄວາມຈິງແລ້ວ, ຂ້ອຍຍັງຮູ້ສຶກບໍ່ສະບາຍໃຈ. ເຖິງແມ່ນວ່າຂ້ອຍໄດ້ຮັບຮູ້ຄວາມເສື່ອມຊາມທີ່ຂ້ອຍສະແດງໃຫ້ເຫັນ, ຂ້ອຍຍັງຈະເຮັດສິ່ງດຽວກັນໃນເທື່ອຕໍ່ໄປທີ່ຂ້ອຍພົບຕົວເອງຢູ່ໃນສະຖານະການແບບນັ້ນບໍ? ເມື່ອທົບທວນເລື່ອງນີ້, ຂ້ອຍເຫັນວ່າ ເຖິງແມ່ນວ່າຂ້ອຍມີຄວາມຮູ້ບາງຢ່າງກ່ຽວກັບຕົວເອງ ແລະ ຂ້ອຍໄດ້ຕໍ່ຕ້ານພຣະທຳຂອງພຣະເຈົ້າທີ່ເປີດເຜີຍບັນຫານີ້, ຂ້ອຍກໍ່ຍັງອົດບໍ່ໄດ້ທີ່ຈະດຳລົງຊີວິດຕາມອຸນປະນິໄສທີ່ເສື່ອມຊາມນີ້ເມື່ອຜະເຊີນກັບຄວາມທ້າທາຍ. ຂ້ອຍບໍ່ໄດ້ກັບໃຈ ແລະ ປ່ຽນແປງຢ່າງແທ້ຈິງ. ຂ້ອຍມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ, ຂໍໃຫ້ພຣະອົງຊີ້ນຳຂ້ອຍໃຫ້ຮູ້ຈັກຕົວເອງຢ່າງແທ້ຈິງ.

ຕໍ່ມາ ຂ້ອຍໄດ້ອ່ານບົດຄວາມນີ້ຈາກພຣະທຳຂອງພຣະເຈົ້າ: “ຜູ້ຕໍ່ຕ້ານພຣະຄຣິດເຊື່ອວ່າ ຖ້າພວກເຂົາມັກເວົ້າ ແລະ ມັກເປີດໃຈກັບຄົນອື່ນຢູ່ສະເໝີ, ທຸກຄົນກໍຈະເບິ່ງພວກເຂົາອອກ ແລະ ເຫັນວ່າພວກເຂົາບໍ່ມີຄວາມເລິກລັບ, ແຕ່ເປັນຄົນທຳມະດາເທົ່ານັ້ນ ແລະ ຫຼັງຈາກນັ້ນກໍຈະບໍ່ເຄົາລົບພວກເຂົາອີກຕໍ່ໄປ. ມັນໝາຍຄວາມວ່າແນວໃດ ເມື່ອຄົນອື່ນບໍ່ເຄົາລົບພວກເຂົາ? ມັນໝາຍຄວາມວ່າພວກເຂົາບໍ່ມີພື້ນທີ່ໆສູງສົ່ງໃນຫົວໃຈຂອງຄົນອື່ນອີກຕໍ່ໄປ ແລະ ພວກເຂົາເບິ່ງຄືຂ້ອນຂ້າງປົກກະຕິ, ຂ້ອນຂ້າງງ່າຍ, ຂ້ອນຂ້າງທຳມະດາ. ນີ້ແມ່ນສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິດບໍ່ເຕັມໃຈເຫັນ. ນັ້ນຄືເຫດຜົນທີ່ວ່າ ເມື່ອພວກເຂົາເຫັນ ຄົນອື່ນທີ່ເປັນຄົນເປີດເຜີຍຕົນເອງຢູ່ສະເໝີ ແລະ ເວົ້າວ່າພວກເຂົາຄິດລົບ ແລະ ກະບົດຕໍ່ພຣະເຈົ້າ ແລະ ພວກເຂົາເຮັດຜິດໃນເລື່ອງໃດໃນມື້ວານ ແລະ ມື້ນີ້ ພວກເຂົາຈຶ່ງທົນທຸກ ແລະ ເຈັບປວດຍ້ອນບໍ່ໄດ້ເປັນຄົນທີ່ຊື່ສັດ, ຜູ້ຕໍ່ຕ້ານພຣະຄຣິດຈະບໍ່ເວົ້າສິ່ງດັ່ງກ່າວຈັກເທື່ອ ແຕ່ຈະປົກປິດສິ່ງເຫຼົ່ານັ້ນຢ່າງເລິກລັບຢູ່ພາຍໃນ. ມີບາງຄົນເວົ້າໜ້ອຍ ເພາະພວກເຂົາມີຄວາມສາມາດຕໍ່າ ແລະ ມີຄວາມຄິດທີ່ທຳມະດາ ແລະ ບໍ່ມີຄວາມຄິດຫຼາຍ. ພັກພວກຂອງຜູ້ຕໍ່ຕ້ານພຣະຄຣິດເວົ້າໜ້ອຍເຊັ່ນກັນ, ແຕ່ນີ້ບໍ່ແມ່ນເຫດຜົນ, ກົງກັນຂ້າມ ມັນເປັນບັນຫາໃນອຸປະນິໄສຂອງພວກເຂົາ. ພວກເຂົາເວົ້າໜ້ອຍເມື່ອພວກເຂົາເຫັນຄົນອື່ນ ແລະ ເມື່ອຄົນອື່ນເວົ້າກ່ຽວກັບເລື່ອງໃດໜຶ່ງ, ພວກເຂົາກໍຈະບໍ່ສະແດງຄຳຄິດເຫັນງ່າຍໆ. ເປັນຫຍັງພວກເຂົາຈຶ່ງບໍ່ສະແດງຄຳຄິດເຫັນຂອງພວກເຂົາ? ຢ່າງທຳອິດ, ພວກເຂົາບໍ່ມີຄວາມຈິງຢ່າງແນ່ນອນ ແລະ ບໍ່ສາມາດເບິ່ງສາເຫດຂອງເລື່ອງໃດໜຶ່ງອອກ; ທັນທີທີ່ພວກເຂົາເວົ້າ, ພວກເຂົາກໍເວົ້າຜິດ ແລະ ຄົນອື່ນຈະເບິ່ງເຫັນພວກເຂົາໃນສິ່ງທີ່ພວກເຂົາເປັນ. ສະນັ້ນ ພວກເຂົາຈຶ່ງໄດ້ແຕ່ມິດງຽບ ແລະ ຢູ່ຢ່າງເລິກລັບ, ເຮັດໃຫ້ຄົນອື່ນບໍ່ສາມາດວັດແທກພວກເຂົາຢ່າງຖືກຕ້ອງ ແລະ ເຖິງກັບເຮັດໃຫ້ຜູ້ຄົນເຫຼົ່ານັ້ນຄິດວ່າພວກເຂົາສະຫຼາດ ແລະ ເກັ່ງເປັນພິເສດ. ໃນລັກສະນະນີ້, ບໍ່ມີຜູ້ໃດຈະຄິດວ່າພວກເຂົາບໍ່ສຳຄັນ. ຍິ່ງໄປກວ່ານັ້ນ, ເມື່ອເຫັນພວກເຂົາມີລັກສະນະທ່າທາງທີ່ສະຫງົບ ແລະ ສຸພາບ, ຜູ້ຄົນກໍຈະເຄົາລົບພວກເຂົາຫຼາຍ ແລະ ບໍ່ກ້າເບິ່ງຂ້າມພວກເຂົາ. ນີ້ຄືຄວາມມີເລ່ຫຼ່ຽມ ແລະ ຄວາມຊົ່ວຮ້າຍຂອງຜູ້ຕໍ່ຕ້ານພຣະຄຣິດ; ການທີ່ພວກເຂົາບໍ່ພ້ອມສະແດງຄຳຄິດເຫັນເປັນສ່ວນໜຶ່ງທີ່ຫຸ້ມຫໍ່ອຸປະນິໄສນີ້ຂອງພວກເຂົາ. ພວກເຂົາບໍ່ພ້ອມສະແດງຄຳຄິດເຫັນ ບໍ່ແມ່ນເພາະພວກເຂົາບໍ່ມີຄຳຄິດເຫັນ, ພວກເຂົາມີຄວາມຄິດເຫັນບາງຢ່າງທີ່ບໍ່ຖືກຕ້ອງ ແລະ ບິດເບືອນ, ຄຳຄິດເຫັນທີ່ບໍ່ສອດຄ່ອງກັບຄວາມຈິງເລີຍ ແລະ ແມ່ນແຕ່ຄວາມຄິດເຫັນບາງຢ່າງທີ່ບໍ່ສາມາດເປີດເຜີຍສູ່ສາທາ, ແຕ່ ບໍ່ວ່າພວກເຂົາຈະມີຄວາມຄິດເຫັນໃນລັກສະນະໃດ ພວກເຂົາກໍບໍ່ສະແດງພວກມັນຢ່າງເປັນອິດສະຫຼະ. ພວກເຂົາບໍ່ສະແດງຄຳຄິດເຫັນຢ່າງເປັນອິດສະຫຼະ ບໍ່ແມ່ນເພາະພວກເຂົາຢ້ານວ່າຄົນອື່ນອາດຮັບເອົາຄວາມໄວ້ວາງໃຈສຳລັບພວກເຂົາ, ແຕ່ເພາະພວກເຂົາຕ້ອງການເຊື່ອງພວກມັນ; ພວກເຂົາບໍ່ກ້າເປີດເຜີຍຄຳຄິດເຫັນຂອງພວກເຂົາຢ່າງກົງໄປກົງມາ ຍ້ອນຢ້ານວ່າຄົນອື່ນຈະເຫັນໃນສິ່ງທີ່ພວກເຂົາເປັນ... ພວກເຂົາຮູ້ຕົວເອງເປັນຢ່າງດີ ແລະ ພວກເຂົາມີແຮງຈູງໃຈອື່ນທີ່ໜ້າລັງກຽດ: ພວກເຂົາປາຖະໜາທີ່ຈະໄດ້ຮັບການເຄົາລົບນັບຖືຢ່າງສູງ. ນັ້ນບໍ່ແມ່ນສິ່ງທີ່ເປັນປໍລະປັກທີ່ສຸດບໍ?” (ຄັດຈາກບົດ “ພວກເຂົາປະພຶດຕົວໃນລັກສະນະທີ່ແປກປະຫຼາດ ແລະ ລຶກລັບ, ພວກເຂົາເຮັດຕາມອຳເພີໃຈ ແລະ ຜະເດັດການ, ພວກເຂົາບໍ່ເຄີຍໂອ້ລົມກັບຄົນອື່ນ ແລະ ພວກເຂົາບັງຄັບໃຫ້ຄົນອື່ນເຊື່ອຟັງພວກເຂົາ” ໃນໜັງສືການເປີດໂປງຜູ້ຕໍ່ຕ້ານພຣະຄຣິດ). ພຣະທຳຂອງພຣະເຈົ້າທຸກຂໍ້ໄດ້ໂຈມຕີຂ້ອຍໃນໃຈກາງທີ່ສຳຄັນແທ້ໆ. ຂ້ອຍຍຶດຕິດກັບແນວຄິດທີ່ວ່າ “ຄວາມງຽບຄືທອງຄຳ” ແລະ “ຄົນທີ່ເວົ້າຫຼາຍກໍ່ເຮັດຜິດພາດຫຼາຍ” ຢູ່ສະເໝີ. ເບິ່ງຄືວ່າຂ້ອຍພຽງແຕ່ປົກປ້ອງພາບລັກຂອງຕົວເອງ, ຢ້ານເວົ້າສິ່ງທີ່ຜິດ ແລະ ຖືກຫົວຂວັນ ແລະ ຖືກເຮັດໃຫ້ອັບອາຍ, ແຕ່ປະເດັນຄື ຂ້ອຍຕ້ອງການໄດ້ຮັບສະຖານະໃນສາຍຕາຂອງຄົນອື່ນ. ຂ້ອຍຕ້ອງການໃຫ້ທຸກສິ່ງທີ່ຂ້ອຍເວົ້າ, ທຸກຄຳຄິດເຫັນທີ່ຂ້ອຍສະແດງອອກໄດ້ຮັບການຊົມເຊີຍ ແລະ ການຍອມຮັບຈາກຄົນອື່ນ, ໄດ້ຮັບ “ການຍົກໂປ້” ຈາກພວກເຂົາ. ດ້ວຍເຫດນີ້, ຂ້ອຍຈຶ່ງບໍ່ກົງໄປກົງມາ ແລະ ປິດບັງຕົວຕົນ, ເອົາແຕ່ໃຊ້ສະໝອງຢ່າງໜັກ, ໝົກໝົ້ນຢູ່ກັບທຸກສິ່ງທີ່ຂ້ອຍເວົ້າ ແລະ ເຮັດເພື່ອໃຫ້ຂ້ອຍເບິ່ງຄືວ່າເປັນຄົນທີ່ມີຄວາມຄິດ, ມີຄວາມເຂົ້າໃຈ. ໃນການສົນທະນາກັບຜູ້ຕິດຕາມກວດກາ, ຂ້ອຍໝົກໝົ້ນຢູ່ກັບການປົກປ້ອງພາບລັກ ແລະ ສະຖານະຂອງໂຕເອງເປັນພິເສດ, ດັ່ງນັ້ນ ຂ້ອຍຈຶ່ງບໍ່ກ້າແບ່ງປັນຄຳຄິດເຫັນຂອງຂ້ອຍ, ຄິດວ່າມັນຈະບໍ່ເປັນບັນຫາຖ້າຂ້ອຍຖືກ, ແຕ່ຖ້າຂ້ອຍຜິດ, ຂ້ອຍຈະເປີດເຜີຍການຂາດຄວາມເຂົ້າໃຈຂອງຂ້ອຍ. ແລ້ວຖ້າຜູ້ຕິດຕາມກວດກາບໍ່ປະທັບໃຈ ແລະ ຂ້ອຍສູນເສຍໜ້າທີ່ຂອງຕົນ, ສະຖານະຂອງຂ້ອຍທ່າມກາງຄົນອື່ນໆຈະຖືກທຳລາຍຢ່າງສິ້ນເຊີງ. ເພື່ອປິດບັງແຮງຈູງໃຈທີ່ຊົ່ວຮ້າຍເຫຼົ່ານີ້, ຂ້ອຍພຽງແຕ່ປິດປາກຂອງຕົນ, ຢ້ານທີ່ຈະເປີດເຜີຍຄວາມຄິດ ແລະ ຄຳຄິດເຫັນຂອງຂ້ອຍ, ບໍ່ແມ່ນແຕ່ກ້າທີ່ຈະເວົ້າຄໍາງ່າຍໆ “ຂ້ອຍບໍ່ແນ່ໃຈວ່າຂ້ອຍເຂົ້າໃຈເລື່ອງນີ້”. ນັ້ນເປັນສິ່ງທີ່ໜ້າກຽດຊັງ, ໜ້າອັບອາຍແທ້ໆ! ຂ້ອຍຮັບຮູ້ວ່າ ໃນການຮ່ວມງານກັນກັບຄົນອື່ນໃນໜ້າທີ່ຂອງຂ້ອຍ ແລະ ປະຕິສຳພັນແບບມື້ຕໍ່ມື້ກັບອ້າຍເອື້ອຍນ້ອງ, ພາຍນອກ ຂ້ອຍງຽບ ແລະ ເບິ່ງຄືວ່າຊື່ສັດ, ແຕ່ຂ້າງໃນ ຂ້ອຍກຳລັງປິດບັງຄວາມເຈົ້າເລ່ໄວ້. ຂ້ອຍກຳລັງເຊື່ອງຄວາມຂີ້ຮ້າຍຂອງໂຕເອງ, ກຳລັງປອມຕົວ ແລະ ເຮັດໃຫ້ຄົນອື່ນເຂົ້າໃຈຜິດ. ແມ່ນແຕ່ໃນທີ່ການເຕົ້າໂຮມ ເມື່ອພວກເຮົາກຳລັງສົນທະນາກັນເຖິງຄວາມຈິງ ແລະ ເວົ້າເຖິງບັນຫາຕ່າງໆ, ຂ້ອຍກໍຍັງພະຍາຍາມໄປຕາມກະແສ, ຫວັງທີ່ຈະຮັກສາສະຖານະ ແລະ ພາບລັກຂອງຕົນໃນສາຍຕາຂອງຄົນອື່ນ. ຂ້ອຍຮັກພາບລັກ ແລະ ຊື່ສຽງຂອງຕົນເອງຫຼາຍກວ່າຂ້ອຍຮັກຄວາມຈິງ ແລະ ຄວາມຊອບທຳ, ນີ້ແມ່ນອຸປະນິໄສທີ່ເຈົ້າເລ່ ແລະ ຊົ່ວຮ້າຍຂອງຜູ້ຕໍ່ຕ້ານພຣະຄຣິດທີ່ຂ້ອຍກຳລັງເປີດເຜີຍຢູ່ໂດຍສິ້ນເຊີງ. ຮອດຈຸດນີ້ໃນການໄຕ່ຕອງຂອງຂ້ອຍ, ຂ້ອຍເຫັນວ່າສະພາວະຂອງຂ້ອຍອັນຕະລາຍສ່ຳໃດ. ຂ້ອຍຄິດເຖິງວ່າ ໃນຍຸກແຫ່ງພຣະຄຸນ ພຣະເຈົ້າກ່າວກັບບັນດາຜູ້ທີ່ບໍ່ສາມາດປະຕິບັດພຣະປະສົງຂອງພຣະອົງແນວໃດ: “ແລະ ຫຼັງຈາກນັ້ນ ເຮົາຈະປະກາດຕໍ່ພວກເຂົາວ່າ, ເຮົາບໍ່ເຄີຍຮູ້ຈັກພວກເຈົ້າ: ຈົ່ງໄປຈາກເຮົາເສຍ, ພວກເຈົ້າທີ່ກະທຳການຊົ່ວຊ້າເອີຍ” (ມັດທາຍ 7:23). ຂ້ອຍມີຄວາມເຊື່ອ, ແຕ່ຂ້ອຍບໍ່ໄດ້ນຳເອົາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດ ແລະ ຂ້ອຍບໍ່ໄດ້ດໍາເນີນການປະຕິບັດຕົວຈິງເພື່ອເຮັດໃຫ້ພຣະເຈົ້າພໍໃຈ; ຂ້ອຍບໍ່ສາມາດເປີດໃຈກັບອ້າຍເອື້ອຍນ້ອງໃນການສົນທະນາ ແລະ ເປັນຄົນຊື່ສັດ. ກົງກັນຂ້າມ, ຂ້ອຍປົກປິດດ້ານທີ່ບໍ່ເພິ່ງປາຖະໜາຂອງຂ້ອຍ, ພະຍາຍາມເຮັດທຸກສິ່ງເພື່ອປົກປ້ອງພາບລັກຂອງຂ້ອຍ ແລະ ເຮັດໃຫ້ຄົນອື່ນເຂົ້າໃຈຜິດ ເພື່ອວ່າພວກເຂົາຈະນັບຖືຂ້ອຍ. ຂ້ອຍກຳລັງຕໍ່ສູ້ກັບພຣະເຈົ້າເພື່ອສະຖານະ ແລະ ຂ້ອຍຢູ່ບົນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດໃນການຕໍ່ຕ້ານພຣະເຈົ້າ. ຂ້ອຍຮູ້ວ່າ ຖ້າຂ້ອຍບໍ່ໄດ້ກັບໃຈ, ໃນທີ່ສຸດ ຂ້ອຍກໍ່ຈະຖືກພຣະເຈົ້າກຳຈັດຖິ້ມ. ໃນທີ່ສຸດ ການເຂົ້າໃຈສິ່ງນີ້ເຮັດໃຫ້ຂ້ອຍເຕັມໄປດ້ວຍຄວາມລັງກຽດທຳມະຊາດທີ່ເສື່ອມຊາມຂອງຂ້ອຍ ແລະ ຍັງເຮັດໃຫ້ຂ້ອຍເຫັນວ່າມັນເຕັມໄປດ້ວຍຄວາມອັນຕະລາຍພຽງໃດທີ່ຈະສືບຕໍ່ການສະແຫວງຫາແບບນັ້ນ. ຂ້ອຍຕ້ອງມາຢູ່ຕໍ່ໜ້າພຣະເຈົ້າ ແລະ ກັບໃຈໂດຍໄວທີ່ສຸດ, ປະຖິ້ມເນື້ອນັງ ແລະ ນຳພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດ.

ເມື່ອຂ້ອຍເປີດໃຈກັບອ້າຍເອື້ອຍນ້ອງກ່ຽວກັບສະພາວະຂອງຂ້ອຍຫຼັງຈາກນັ້ນ, ເອື້ອຍນ້ອງຄົນໜຶ່ງສົ່ງຂໍ້ຄວາມກ່ຽວກັບພຣະທຳຂອງພຣະເຈົ້າມາໃຫ້ຂ້ອຍ: “ເມື່ອຜູ້ຄົນເຮັດໜ້າທີ່ຂອງພວກເຂົາ ຫຼື ວຽກງານໃດໜຶ່ງຕໍ່ໜ້າພຣະເຈົ້າ, ຫົວໃຈຂອງພວກເຂົາຕ້ອງບໍລິສຸດຄືກັບຖ້ວຍນໍ້າ ນັ້ນກໍຄື ໃສບໍລິສຸດ, ທ່າທີຂອງພວກເຂົາຕ້ອງຖືກຕ້ອງ. ແມ່ນຫຍັງຄືທ່າທີປະເພດທີ່ຖືກຕ້ອງ? ບໍ່ວ່າເຈົ້າກຳລັງເຮັດຫຍັງກໍຕາມ ເຈົ້າສາມາດແບ່ງປັນກັບຄົນອື່ນສິ່ງໃດກໍຕາມທີ່ຢູ່ໃນຫົວໃຈຂອງເຈົ້າ ແລະ ແນວຄິດຫຍັງກໍຕາມທີ່ເຈົ້າອາດມີ. ຖ້າພວກເຂົາເວົ້າວ່າແນວຄິດຂອງເຈົ້າໃຊ້ການບໍ່ໄດ້ ແລະ ສະເໜີສິ່ງທີ່ແຕກຕ່າງ, ເຈົ້າກໍຮັບຟັງ ແລະ ເວົ້າວ່າ ‘ເປັນຄວາມຄິດທີ່ດີ, ໃຫ້ພວກເຮົາເລີ່ມເຮັດມັນເລີຍ. ແນວຄິດຂອງຂ້ອຍບໍ່ດີ, ຂາດຄວາມເຂົ້າໃຈ, ບໍ່ພັດທະນາ’. ຈາກຄຳເວົ້າ ແລະ ການກະທຳຂອງເຈົ້າ, ທຸກຄົນຈະເຫັນວ່າເຈົ້າມີຫຼັກການທີ່ໃສບໍລິສຸດໃນການປະພຶດຂອງເຈົ້າ, ບໍ່ມີຄວາມມືດມົວໃນຫົວໃຈຂອງເຈົ້າ ແລະ ເຈົ້າປະພຶດ ແລະ ເວົ້າຢ່າງຈິງໃຈ, ອາໄສທ່າທີທີ່ຊື່ສັດ. ເຈົ້າເອີ້ນຈົກຂຸດດິນວ່າເປັນຈົກຂຸດດິນ. ຖ້າມັນບໍ່ແມ່ນ, ມັນກໍບໍ່ແມ່ນ. ບໍ່ມີກົນອຸບາຍ, ບໍ່ມີຄວາມລັບ, ເປັນຄົນທີ່ໂປງໃສແທ້ໆ. ນັ້ນບໍ່ແມ່ນທ່າທີປະເພດນັ້ນບໍ? ນີ້ແມ່ນທ່າທີທີ່ມີຕໍ່ຜູ້ຄົນ, ເຫດຜົນ ແລະ ສິ່ງຕ່າງໆທີ່ເປັນຕົວແທນເຖິງນິໄສຂອງບຸກຄົນນີ້” (ຄັດຈາກບົດ “ໂດຍການປະຕິບັດຄວາມຈິງເທົ່ານັ້ນ ຄົນໆໜຶ່ງຈຶ່ງສາມາດມີຄວາມເປັນມະນຸດປົກກະຕິໄດ້” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ຂ້ອຍອ່ານຂໍ້ຄວາມນີ້ຈາກພຣະທຳຂອງພຣະເຈົ້າເຊັ່ນກັນ: “ພຣະເຈົ້າຂໍໃຫ້ຜູ້ຄົນບໍ່ໃຫ້ຫຼອກລວງ ແຕ່ຈົ່ງເປັນຄົນຊື່ສັດ, ເວົ້າຈາຢ່າງຊື່ສັດ ແລະ ເຮັດສິ່ງທີ່ຊື່ສັດ. ຄວາມໝາຍຄວາມສຳຄັນຂອງພຣະເຈົ້າໃນການເວົ້າສິ່ງນີ້ແມ່ນເພື່ອເຮັດໃຫ້ຜູ້ຄົນມີຄວາມຄ້າຍຄືມະນຸດຢ່າງແທ້ຈິງ ເພື່ອບໍ່ໃຫ້ພວກເຂົາມີຄວາມຄ້າຍຄືຊາຕານ, ຜູ້ທີ່ເວົ້າຄືກັບງູທີ່ລອຍໄປຕາມພື້ນດິນ, ເວົ້າວົກໄປວົນມາຢູ່ສະເໝີ, ບິດເບືອນຄວາມຈິງຂອງເລື່ອງ. ທີ່ເວົ້າເຊັ່ນນີ້ແມ່ນເພື່ອໃຫ້ຄົນທັງວາຈາ ແລະ ການກະທຳ ສາມາດດຳລົງຊີວິດທີ່ມີສັກສີ ແລະ ທ່ຽງທຳ, ບໍ່ມີດ້ານມືດ, ປາສະຈາກຄວາມລະອາຍ, ມີຫົວໃຈທີ່ສະອາດ, ສິ່ງທີ່ຢູ່ພາຍນອກກົມກຽວກັບສິ່ງທີ່ຢູ່ພາຍໃນ; ພວກເຂົາເວົ້າໃນສິ່ງທີ່ພວກເຂົາຄິດໃນໃຈຂອງພວກເຂົາ ແລະ ພວກເຂົາບໍ່ໂກງຄົນອື່ນ ຫຼື ໂກງພຣະເຈົ້າ, ບໍ່ເກັບຫຍັງໄວ້ ດ້ວຍຫົວໃຈຂອງພວກເຂົາທທີ່ຄືກັບດິນແດນບໍລິສຸດ. ນີ້ແມ່ນຈຸດປະສົງຂອງພຣະເຈົ້າໃນການຮຽກຮ້ອງໃຫ້ຜູ້ຄົນເປັນຄົນຊື່ສັດ” (ຄັດຈາກບົດ “ມະນຸດເປັນຜູ້ໄດ້ຮັບຜົນປະໂຫຍດສູງສຸດຈາກແຜນການຄຸ້ມຄອງຂອງພຣະເຈົ້າ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ຂ້ອຍເຫັນໃນຂໍ້ຄວາມເຫຼົ່ານີ້ວ່າພຣະເຈົ້າມັກຄົນຊື່ສັດ. ຄົນຊື່ສັດນັ້ນລຽບງ່າຍ ແລະ ກົງໄປກົງມາ, ປາສະຈາກການຫຼອກລວງ ຫຼື ເລ່ຫຼ່ຽມໃດໆຕໍ່ພຣະເຈົ້າ ແລະ ພວກເຂົາບໍ່ມີເລ່ຫຼ່ຽມກັບຄົນອື່ນ. ພວກເຂົາເວົ້າສິ່ງທີ່ຢູ່ໃນໃຈຂອງຕົນອອກມາໂດຍບໍ່ໄດ້ບິດເບືອນ ເພື່ອໃຫ້ທັງພຣະເຈົ້າ ແລະ ມະນຸດສາມາດເຫັນຫົວໃຈທີ່ແທ້ຈິງຂອງພວກເຂົາ. ນີ້ແມ່ນວິທີທີ່ຄົນໆໜຶ່ງຄວນນຳສະເໜີໂຕເອງ, ຊື່ກົງ ແລະ ບໍ່ຫຼອກລວງ. ຄົນຊື່ສັດຮັກຄວາມຈິງ ແລະ ຮັກສິ່ງທີ່ເປັນບວກ, ດັ່ງນັ້ນ ພວກເຂົາຈຶ່ງໄດ້ຮັບຄວາມຈິງໄດ້ງ່າຍຍິ່ງຂຶ້ນ ແລະ ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນແບບໄດ້. ໃນທາງກົງກັນຂ້າມ, ຂ້ອຍບໍ່ສາມາດເວົ້າແມ່ນແຕ່ຄຳດຽວທີ່ເປັນຄວາມຈິງຈາກຫົວໃຈໃນການປະຕິສຳພັນ ແລະ ການຮ່ວມມືຂອງຂ້ອຍກັບຄົນອື່ນ. ບໍ່ມີຄວາມໂປ່ງໃສໃນຄຳເວົ້າ ແລະ ການກະທຳຂອງຂ້ອຍ ນັ້ນຄື ຂ້ອຍມືດມົນ ແລະ ມີເລ່ຫຼ່ຽມ ແລະ ບໍ່ມີທາງທີ່ຂ້ອຍຈະສາມາດເຂົ້າໃຈ ແລະ ໄດ້ຮັບຄວາມຈິງໄດ້. ໃນຄວາມຈິງແລ້ວ, ພຣະເຈົ້າຮູ້ຄວາມສາມາດຂອງຂ້ອຍທັງຂ້າງໃນ ແລະ ນອກ, ເຊັ່ນດຽວກັນກັບຄວາມເຂົ້າໃຈຂອງຂ້ອຍກ່ຽວກັບຄວາມຈິງນັ້ນເລິກເຊິ່ງພຽງໃດ. ການປອມໂຕອາດສາມາດຫຼອກຄົນອື່ນໄດ້, ແຕ່ມັນບໍ່ມີວັນຫຼອກພຣະເຈົ້າໄດ້. ພຣະເຈົ້າສາມາດເຫັນໄດ້ວ່າມັນຊົ່ວຮ້າຍ ແລະ ໜ້າກຽດຊັງສ່ຳໃດທີ່ຂ້ອຍມັກຫຼີ້ນເກມ ແລະ ບໍ່ຊື່ສັດຢູ່ສະເໝີ, ດັ່ງນັ້ນ ບໍ່ມີທາງທີ່ພຣະອົງຈະປະຕິບັດພາລະກິດເພື່ອຊີ້ນຳຂ້ອຍ. ເຖິງແນວໃດກໍ່ຕາມ, ການນຳຄວາມຈິງເຂົ້າສູ່ການປະຕະບັດຕາມທີ່ພຣະເຈົ້າຮຽກຮ້ອງ ແລະ ການເປັນຄົນຊື່ສັດ, ການເປີດໃຈກັບຄົນອື່ນ ບໍ່ວ່າຂ້ອຍຄິດຜິດ ຫຼື ບໍ່ຢູ່ໃນທັດສະນະຂອງຂ້ອຍ, ມັນຈະບໍ່ເມື່ອຍຫຼາຍສຳລັບຂ້ອຍ ແລະ ມັນກໍ່ເຮັດໃຫ້ພຣະເຈົ້າມີຄວາມສຸກຄືກັນ. ນອກຈາກນັ້ນ, ແມ່ນໂດຍການເປີດປາກຂອງຂ້ອຍເທົ່ານັ້ນ ຂ້ອຍຈຶ່ງສາມາດຮຽນຮູ້ບ່ອນທີ່ຂ້ອຍຜິດ; ຫຼັງຈາກນັ້ນ ຄົນອື່ນຈຶ່ງສາມາດຊີ້ໃຫ້ຂ້ອຍເຫັນ ແລະ ຊ່ວຍຂ້ອຍ, ເຊິ່ງເປັນວິທີດຽວທີ່ເຮັດໃຫ້ຂ້ອຍມີຄວາມກ້າວໜ້າ. ເຖິງແມ່ນວ່າມັນໝາຍຄວາມວ່າຂ້ອຍເສຍໜ້າເລັກນ້ອຍ, ແຕ່ມັນເປັນປະໂຫຍດຫຼາຍສໍາລັບຄວາມເຂົ້າໃຈຂອງຂ້ອຍກ່ຽວກັບຄວາມຈິງ ແລະ ການເຕີບໃຫຍ່ຂອງຂ້ອຍໃນຊີວິດ. ແຕ່ກ່ອນ, ຂ້ອຍຄິດບໍ່ອອກແທ້ໆວ່າຕ້ອງປະພຶດໂຕແນວໃດ. ແຕ່ເມື່ອພຣະເຈົ້າຈັບມືພວກເຮົາເພື່ອສອນພວກເຮົາວິທີເວົ້າ ແລະ ກະທຳ, ພວກເຮົາຈຶ່ງສາມາດມີຊີວິດທີ່ຄ້າຍຄືມະນຸດໄດ້. ຂ້ອຍໄດ້ມາເຂົ້າໃຈເຈດຕະນາທີ່ຈິງໃຈຂອງພຣະເຈົ້າ ແລະ ຂ້ອຍຮູ້ສຶກມີກຳລັງໃຈແທ້ໆ ແລະ ຍັງໄດ້ຮັບເສັ້ນທາງປະຕິບັດອີກດ້ວຍ.

ຫຼັງຈາກນັ້ນ, ເມື່ອເຮັດວຽກຮ່ວມກັບອ້າຍເອື້ອຍນ້ອງ ຫຼື ສື່ສານກັບຜູ້ຕິດຕາມກວດກາໃນໜ້າທີ່ຂອງຂ້ອຍ, ຂ້ອຍເລີ່ມເຮັດວຽກເພື່ອເປີດເຜີຍ ແລະ ບໍ່ເປັນຄວາມລັບ, ຢຸດປົກປ້ອງຊື່ສຽງ ແລະ ສະຖານະຂອງຂ້ອຍ. ຂ້ອຍພະຍາຍາມແບ່ງປັນສິ່ງທີ່ຂ້ອຍຄິດແທ້ໆ, ກົງໄປກົງມາກັບອ້າຍເອື້ອຍນ້ອງ. ຂ້ອຍສາມາດບອກອ້າຍເອື້ອຍນ້ອງໄດ້ຢ່າງເປີດເຜີຍວ່າ ຄວາມຄິດຂອງຂ້ອຍບໍ່ໄດ້ຜ່ານການພິຈາລະນາເປັນຢ່າງດີ, ຄວາມເຂົ້າໃຈຂອງຂ້ອຍຕື້ນ ຫຼື ຄວາມຄິດຂອງຂ້ອຍລຽບງ່າຍ ແລະ ພວກເຂົາຍິນດີແກ້ໄຂສິ່ງທີ່ຂາດ. ການຝຶກເຮັດສິ່ງນີ້ເຮັດໃຫ້ຂ້ອຍເປັນອິດສະຫຼະແທ້ໆ. ນອກເໜືອຈາກນັ້ນ, ການເວົ້າບາງສິ່ງບາງຢ່າງທີ່ຜິດພາດບໍ່ໄດ້ເຮັດໃຫ້ອັບອາຍ; ໃນຄວາມເປັນຈິງ, ມັນເປັນການປອມຕົວຕະຫຼອດເວລາ ແລະ ສ້າງໜ້າປອມໆເພື່ອໃຫ້ຄົນອື່ນຊົມເຊີຍຂ້ອຍເປັນການກະທຳຂອງຄົນໜ້າຊື່ໃຈຄົດ ແລະ ໄຮ້ຢາງອາຍ. ບໍ່ດົນ, ຂ້ອຍເລີ່ມເຮັດວຽກຮ່ວມກັບເອື້ອຍທີ່ຢູ່ໃນທີມດົນນານທີ່ສຸດ. ລາວເຮັດໄດ້ດີຫຼາຍໃນວຽກງານຂອງພວກເຮົາ ແລະ ໃນການສົນທະນາເຖິງຄວາມຈິງ, ສະນັ້ນຂ້ອຍຈຶ່ງບໍ່ເຕັມໃຈທີ່ຈະສະແດງມຸມມອງຂອງຂ້ອຍໃນວຽກຂອງຂ້ອຍກັບລາວເພື່ອວ່າຂ້ອຍຈະບໍ່ເປີດເຜີຍຂໍ້ບົກພ່ອງຂອງຂ້ອຍ ແລະ ຂ້ອຍເບິ່ງຄືວ່າມີເຫດຜົນຫຼາຍຂຶ້ນ. ເມື່ອຄວາມຄິດນັ້ນປາກົດຫົວຂອງມັນຂຶ້ນ, ຂ້ອຍຮັບຮູ້ໄດ້ທັນທີວ່າ ຂ້ອຍຕ້ອງການປອມຕົວອີກຄັ້ງ, ດັ່ງນັ້ນ ຂ້ອຍຈຶ່ງອະທິຖານຫາພຣະເຈົ້າ ແລະ ປະຖິ້ມຕົວເອງ. ໃນການສົນທະນາວຽກຂອງຂ້ອຍກັບເອື້ອຍຄົນນັ້ນນັບແຕ່ນັ້ນເປັນຕົ້ນມາ, ຂ້ອຍບໍ່ໄດ້ຍັບຢັ້ງຕົວເອງອີກຕໍ່ໄປ, ແຕ່ສະໝັກໃຈແບ່ງປັນທັດສະນະຂອງຂ້ອຍ. ການສົນທະນາຮ່ວມກັນເຫຼົ່ານີ້ຊ່ວຍໃຫ້ຂ້ອຍເຫັນວ່າທັດສະນະຂອງຂ້ອຍຖືກຕ້ອງແທ້ ຫຼື ບໍ່, ແລະ ມັນອາດຈະມີຂໍ້ບົກພ່ອງຢູ່ບ່ອນໃດ. ລາວສາມາດເຫັນຈຸດອ່ອນຂອງຂ້ອຍ ແລະ ໃຫ້ຄຳແນະນຳແກ່ຂ້ອຍຕາມຄວາມເໝາະສົມ. ການຮ່ວມມືປະເພດນີ້ເຮັດໃຫ້ຂ້ອຍມີຄວາມຄືບໜ້າໃນວຽກງານຂອງຂ້ອຍ ແລະ ຢູ່ໃນຂອບເຂດຂອງການເຂົ້າໃຈຫຼັກການ. ປະສົບການຂອງຂ້ອຍແມ່ນໂດຍການສື່ສານດ້ວຍຄວາມສະໝັກໃຈ ແລະ ມີການສົນທະນາກັບຄົນອື່ນ, ເປັນຄົນຊື່ສັດ ແລະ ການເຮັດໜ້າທີ່ຂອງຂ້ອຍຕໍ່ໜ້າພຣະເຈົ້າໂດຍກົງ, ຄວາມມືດໃນຫົວໃຈຂອງຂ້ອຍກໍ່ຈາງຫາຍໄປເລັກນ້ອຍ ແລະ ຂ້ອຍຮູ້ສຶກສະບາຍໃຈຫຼາຍຂຶ້ນ. ຂ້ອຍຍັງເລີ່ມເຮັດໄດ້ດີຫຼາຍໃນໜ້າທີ່ຂອງຂ້ອຍ. ຂ້ອຍຂອບໃຈຈາກໃຈຈິງສໍາລັບການຊີ້ນໍາຂອງພຣະເຈົ້າ!

ກ່ອນນີ້: 15. ຫຼັງຈາກຄຳເວົ້າຕົວະ

ຕໍ່ໄປ: 17. ຄວາມສາມາດທີ່ບໍ່ດີບໍ່ແມ່ນຂໍ້ອ້າງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ໂດຍ ໜູລີ່, ຈີນຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

ພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ພຣະເຢຊູເຈົ້າແມ່ນພຣະເຈົ້າອົງດຽວກັນບໍ?

ເມື່ອມະນຸດຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ, ພຣະເຈົ້າກໍໄດ້ເລີ່ມແຜນການຄຸ້ມຄອງຂອງພຣະອົງເພື່ອຄວາມລອດພົ້ນຂອງມະນຸດຊາດ....

Woe to Those Who Crucify God Once Again

During the last days, God has been incarnated in China to work, and has expressed millions of words, conquering and saving a group of people with His word and ushering in the new age of judgment beginning with the house of God.

ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເກີດຂຶ້ນໄດ້ແນວໃດ?

ຄືກັນກັບຄຣິສຕະຈັກຕ່າງໆຂອງສາດສະໜາຄຣິດ, ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເກີດຂຶ້ນຍ້ອນພາລະກິດຂອງພຣະເຈົ້າຜູ້ທີ່ກາຍມາເປັນເນື້ອໜັງ....

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້