17. ຄວາມສາມາດທີ່ບໍ່ດີບໍ່ແມ່ນຂໍ້ອ້າງ
ໃນອະດີດ, ທຸກຄັ້ງທີ່ຂ້ານ້ອຍຜະເຊີນກັບຄວາມຫຍຸ້ງຍາກບາງຢ່າງເມື່ອກຳລັງປະຕິບັດໜ້າທີ່ຂອງຂ້ານ້ອຍ ຫຼື ເຮັດວຽກຂອງຂ້ານ້ອຍບໍ່ດີ, ຂ້ານ້ອຍກໍຄິດວ່າມັນເປັນເພາະວ່າຄວາມສາມາດຂອງຂ້ານ້ອຍບໍ່ດີເກີນໄປ. ດ້ວຍເຫດນັ້ນ, ຂ້ານ້ອຍມັກມີຊີວິດຢູ່ໃນສະພາວະທີ່ບໍ່ດີ ແລະ ແບບເສີຍໆ. ຂ້ານ້ອຍມັກຈະໃຊ້ຄວາມສາມາດທີ່ຕໍ່າຂອງຂ້ານ້ອຍເປັນຂໍ້ອ້າງຢູ່ເລືື້ອຍໆ ເພື່ອໂຍນໜ້າທີ່ໆຂ້ານ້ອຍຮູ້ສຶກວ່າໜັກໃຫ້ກັບຄົນອື່ນ ແລະ ຮູ້ສຶກວ່າບໍ່ມີຫຍັງຜິດໃນການເຮັດແບບນີ້, ຂ້ານ້ອຍກຳລັງຄິດເຖິງວຽກງານຂອງຄຣິສຕະຈັກ ເມື່ອຂ້ານ້ອຍຂໍໃຫ້ຄົນອື່ນເຮັດບາງຢ່າງ ເພາະວ່າຄວາມສາມາດຂອງຂ້ານ້ອຍບໍ່ດີ ແລະ ຂ້ານ້ອຍບໍ່ສາມາດເຮັດມັນໄດ້ດີ. ເນື່ອງຈາກການອ່ານພຣະທຳຂອງພຣະເຈົ້າເທົ່ານັ້ນ ຂ້ານ້ອຍຈຶ່ງໄດ້ຫັນປ່ຽນມຸມມອງທີ່ຜິດພາດນີ້ ໂດຍຮູ້ວ່າຂ້ານ້ອຍກໍາລັງເບິ່ງສິ່ງຕ່າງໆຜ່ານແນວຄວາມຄິດ ແລະ ຈິນຕະນາການຂອງຂ້ານ້ອຍເອງ. ຂ້ານ້ອຍຍັງໄດ້ຮຽນຮູ້ບາງຢ່າງກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງຂ້ານ້ອຍເອງ.
ມື້ໜຶ່ງ, ຜູ້ນໍາຂອງພວກເຮົາໄດ້ຂໍໃຫ້ພວກເຮົາຂຽນຈົດໝາຍເພື່ອສະໜັບສະໜູນເອື້ອຍຄົນໜຶ່ງ. ເອື້ອຍທີ່ຂ້ານ້ອຍຮ່ວມທີມນໍາກໍຫຍຸ້ງກັບບາງສິ່ງ, ສະນັ້ນລາວຈຶ່ງຂໍໃຫ້ຂ້ານ້ອຍຈັດການກັບເລື່ອງນີ້. ຂ້ານ້ອຍເລີ່ມແກ້ຕົວຢ່າງໄວວາວ່າ: “ຄວາມສາມາດຂອງຂ້ອຍບໍ່ດີເກີນໄປ. ຂ້ອຍບໍ່ເກັ່ງໃນການຂຽນ ແລະ ການດັດແກ້ຂໍ້ຄວາມ. ມັນຈະດີກວ່າຖ້າເຈົ້າຮັບມືກັບມັນໄດ້”. ດັ່ງນັ້ນ, ຂ້ານ້ອຍຈຶ່ງໂຍນແມ່ນຫຍັງກໍ່ຕາມທີ່ຍາກໃຫ້ກັບຄູ່ຮ່ວມງານຂອງຂ້ານ້ອຍໂດຍອັດຕະໂນມັດ. ຫຼັງຈາກນັ້ນ, ລາວໄດ້ເວົ້າກັບຂ້ານ້ອຍວ່າ “ນັບຕັ້ງແຕ່ເວລາທີ່ພວກເຮົາໄດ້ພົບກັນ, ເຈົ້າເວົ້າວ່າຄວາມສາມາດຂອງເຈົ້າບໍ່ດີ. ແຕ່ຫຼັງຈາກທີ່ຢູ່ກັບເຈົ້າເປັນເວລາສອງສາມມື້ ຂ້ອຍໄດ້ສັງເກດເຫັນວ່າເຈົ້າສາມາດຊອກຫາບັນຫາບາງຢ່າງໃນການເຮັດວຽກໄດ້. ຂ້ອຍບໍ່ຄິດວ່າຄວາມສາມາດຂອງເຈົ້າບໍ່ດີ, ແຕ່ເມື່ອໃດກໍຕາມທີ່ເຈົ້າຜະເຊີນກັບຄວາມຫຍຸ້ງຍາກໃນການປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າຈະເວົ້າຢູ່ສະເໝີວ່າຄວາມສາມາດຂອງເຈົ້າບໍ່ດີ ແລະ ບາງຄັ້ງ ເຈົ້າເຖິງກັບໂຍນໜ້າທີ່ຂອງເຈົ້າໃຫ້ກັບຄົນອື່ນ. ຂ້ອຍບໍ່ຮູ້ວ່າແມ່ນຫຍັງຄືແຮງຈູງໃຈຂອງເຈົ້າໃນການສືບຕໍ່ເວົ້າວ່າຄວາມສາມາດຂອງເຈົ້າບໍ່ດີ, ສຳລັບຂ້ອຍແລ້ວ ມັນຮູ້ສຶກຄືກັບວ່າເຈົ້າເປັນຄົນຈອມປອມແທ້ໆ!” ເມື່ອໄດ້ຍິນລາວເວົ້າແບບນີ້, ຂ້ານ້ອຍກໍເວົ້າບໍ່ອອກ, ແຕ່ຫົວໃຈຂອງຂ້ານ້ອຍເຕັມໄປດ້ວຍຄວາມກຽດຊັງຢ່າງທີ່ສຸດ: “ເມື່ອຂ້ານ້ອຍເວົ້າວ່າຄວາມສາມາດຂອງຂ້ານ້ອຍບໍ່ດີ, ຂ້ານ້ອຍກຳລັງເວົ້າຄວາມຈິງ. ເຈົ້າບໍ່ຮູ້ຂໍ້ແທ້ຈິງ ແລະ ເຈົ້າເຂົ້າໃຈຂ້ານ້ອຍຜິດ”. ຫຼັງຈາກນັ້ນ, ຂ້ານ້ອຍຈຶ່ງຄຸ່ນຄິດວ່າເປັນຫຍັງເອື້ອຍຄົນນັ້ນຈຶ່ງເວົ້າແບບນັ້ນ. ຂ້ານ້ອຍບໍ່ໄດ້ເວົ້າຕົວະເມື່ອຂ້ານ້ອຍເວົ້າວ່າຄວາມສາມາດຂອງຂ້ານ້ອຍບໍ່ດີ, ລາວເວົ້າໄດ້ແນວໃດວ່າຂ້ານ້ອຍມີແຮງຈູງໃຈ? ໃນຫົວໃຈຂອງຂ້ານ້ອຍ, ຂ້ານ້ອຍຄິດບໍ່ອອກແທ້ໆ.
ຄັ້ງໜຶ່ງ, ໃນລະຫວ່າງທີ່ຊຸມນຸມກັບເພື່ອນຮ່ວມງານຂອງຂ້ານ້ອຍ, ຂ້ານ້ອຍໄດ້ເປີດໃຈກ່ຽວກັບຄວາມສັບສົນຂອງຂ້ານ້ອຍຕໍ່ອ້າຍເອື້ອຍນ້ອງຄົນອື່ນໆ. ຂ້ານ້ອຍກ່າວເຖິງເຫດຜົນທີ່ວ່າເປັນຫຍັງຂ້ານ້ອຍຈຶ່ງຄິດວ່າຄວາມສາມາດຂອງຂ້ານ້ອຍບໍ່ດີເທື່ອລະຢ່າງ. ຍົກຕົວຢ່າງເຊັ່ນ: ຂ້ານ້ອຍພິມຊ້າແທ້ໆ, ລັກສະນະການຂຽນຂ້ານ້ອຍກໍ່ບໍ່ດີຫຼາຍ. ເມື່ອພວກເຮົາເຮັດວຽກກັບຂໍ້ຄວາມ, ຄູ່ຮ່ວມງານຂອງຂ້ານ້ອຍເຮັດການພິມ ແລະ ການກວດແກ້ເປັນສ່ວນໃຫຍ່ ແລະ ເມື່ອເວົ້າເຖິງວຽກງານໃນຄຣິສຕະຈັກ, ລາວກໍພົບເຫັນບັນຫາຢ່າງໄວແທ້ໆ, ໃນຂະນະທີ່ຂ້ານ້ອຍຊ້າກວ່າ ແລະ ອື່ນໆອີກ. ຫຼັງຈາກທີ່ໄດ້ຍິນສິ່ງທີ່ຂ້ານ້ອຍເວົ້າ, ຜູ້ນໍາຂອງພວກເຮົາ ກໍຄື ອ້າຍຫຼິວໄດ້ເວົ້າວ່າ “ນ້ອງສາວ, ມັນຄືສິ່ງເຫຼົ່ານີ້ບໍທີ່ພວກເຮົາໃຊ້ເພື່ອວັດແທກວ່າຄວາມສາມາດຂອງຄົນໆໜຶ່ງວ່າດີ ຫຼື ບໍ່ດີ? ມັນສອດຄ່ອງກັບຄວາມຈິງບໍ? ມັນສອດຄ່ອງກັບຄວາມປະສົງຂອງພຣະເຈົ້າບໍ? ພວກເຮົາທຸກຄົນຮູ້ວ່າຜູ້ຄົນໃນໂລກໃຫ້ຄ່າແກ່ພອນສະຫວັນ ແລະ ມັນສະໝອງຫຼາຍ. ຜູ້ໃດກໍຕາມທີ່ຫົວໄວ, ຄ່ອງແຄ່ວ ແລະ ຊໍານານໃນການຈັດການກັບບັນຫາຕ່າງໆຂອງໂລກພາຍນອກແມ່ນເປັນຄົນທີ່ມີຄວາມສາມາດທີ່ດີ, ໃນຂະນະທີ່ຄົນທີ່ເວົ້າບໍ່ລະມັດລະວັງ, ບໍ່ມີຄວາມຮູ້ ແລະ ມີການສຶກສາທີ່ບໍ່ດີຖືກເບິ່ງວ່າມີຄວາມສາມາດທີ່ບໍ່ດີ; ນັ້ນຄືວິທີການທີ່ຜູ້ທີ່ບໍ່ມີຄວາມເຊື່ອເບິ່ງມັນ. ພວກເຮົາຜູ້ທີ່ມີຄວາມເຊື່ອໃນພຣະເຈົ້າຄວນເບິ່ງສິ່ງຕ່າງໆໂດຍອີງໃສ່ພຣະທຳຂອງພຣະເຈົ້າ. ພວກເຮົາໄດ້ສະແຫວງຫາຄວາມປະສົງຂອງພຣະເຈົ້າໃນເລື່ອງນີ້ແລ້ວບໍ? ພຣະເຈົ້າວັດແທກວ່າຄວາມສາມາດຂອງຜູ້ຄົນວ່າດີ ຫຼື ບໍ່ດີບົນພື້ນຖານຫຍັງ? ແລ້ວຄວາມສາມາດທີ່ດີ ແລະ ບໍ່ດີແມ່ນຫຍັງແທ້ໆ?” ຂ້ານ້ອຍໄດ້ແກວ່ງຫົວຂອງຂ້ານ້ອຍ ແລະ ອ້າຍຫຼິວກໍເວົ້າຕໍ່ໃນການໂອ້ລົມວ່າ: “ໃຫ້ພວກເຮົາອ່ານຂໍ້ຄວາມໜຶ່ງໃນພຣະທຳຂອງພຣະເຈົ້າທີ່ວ່າ: ‘ພວກເຮົາວັດແທກຄວາມສາມາດຂອງຜູ້ຄົນແນວໃດ? ວິທີການທີ່ຖືກຕ້ອງທີ່ສຸດແມ່ນວັດແທກຄວາມສາມາດຂອງພວກເຂົາໂດຍອີງໃສ່ລະດັບທີ່ພວກເຂົາເຂົ້າໃຈຄວາມຈິງ. ບາງຄົນສາມາດຮຽນຮູ້ຄວາມພິເສດບາງຢ່າງໄດ້ໄວຫຼາຍ, ແຕ່ເມື່ອພວກເຂົາໄດ້ຍິນຄວາມຈິງ, ພວກເຂົາກໍ່ເລີ່ມສັບສົນ ແລະ ພວກເຂົາຫຼັບໄປ, ມັນເຮັດໃຫ້ພວກເຂົາມຶນງົງ, ບໍ່ມີຫຍັງທີ່ພວກເຂົາໄດ້ຍິນນັ້ນເຂົ້າຫູ ແລະ ພວກເຂົາບໍ່ສາມາດເຂົ້າໃຈສິ່ງທີ່ພວກເຂົາໄດ້ຍິນໄດ້, ນັ້ນແມ່ນການມີຄວາມສາມາດຕ່ຳ. ກັບບາງຄົນ, ເຈົ້າບອກກັບພວກເຂົາວ່າ ພວກເຂົາມີຄວາມສາມາດຕ່ຳ ແລະ ພວກເຂົາບໍ່ເຫັນດີນຳ. ພວກເຂົາຄິດວ່າ ການໄດ້ຮັບການສຶກສາສູງ ແລະ ມີຄວາມຮູ້ໝາຍຄວາມວ່າພວກເຂົາມີຄວາມສາມາດດີ. ການສຶກສາທີ່ດີສະແດງໃຫ້ເຫັນຄວາມສາມາດສູງບໍ? ມັນບໍ່ໄດ້ສະແດງໃຫ້ເຫັນ. ຄວາມສາມາດຂອງຜູ້ຄົນຖືກວັດແທກໂດຍອີງໃສ່ລະດັບທີ່ພວກເຂົາເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ. ນີ້ແມ່ນມາດຕະຖານທີ່ສຸດ, ວິທີປະຕິບັດຖືກຕ້ອງທີ່ສຸດ. ບໍ່ມີປະໂຫຍດຫຍັງໃນການພະຍາຍາມວັດແທກຄວາມສາມາດຂອງຜູ້ອື່ນໂດຍວິທີອື່ນ. ບາງຄົນເປັນຄົນເວົ້າເກັ່ງ ແລະ ມີໄຫວພິບ ແລະ ພວກເຂົາເກັ່ງໃນການເຂົ້າກັບຄົນອື່ນແທ້ໆ, ແຕ່ເມື່ອພວກເຂົາອ່ານພຣະທຳຂອງພຣະເຈົ້າ ແລະ ຟັງຄຳເທດສະໜາ, ພວກເຂົາບໍ່ເຂົ້າໃຈຫຍັງເລີຍ. ເມື່ອພວກເຂົາເວົ້າເຖິງປະສົບການ ແລະ ຄຳພະຍານຂອງຕົນເອງ, ພວກເຂົາເປີດເຜີຍຕົວເອງວ່າເປັນພຽງມືສະໝັກຫຼິ້ນ ແລະ ທຸກຄົນສາມາດຮູ້ສຶກໄດ້ວ່າພວກເຂົາບໍ່ມີຄວາມເຂົ້າໃຈຝ່າຍວິນຍານເລີຍ. ຄົນເຫຼົ່ານີ້ບໍ່ແມ່ນຄົນທີ່ມີຄວາມສາມາດດີ’ (ຄັດຈາກບົດ “ການເຂົ້າໃຈຄວາມຈິງເປັນເລື່ອງສຳຄັນຕໍ່ການປະຕິບັດໜ້າທີ່ຂອງຕົນຢ່າງຖືກຕ້ອງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ຈາກພຣະທຳເຫຼົ່ານີ້ຂອງພຣະເຈົ້າ, ພວກເຮົາເຫັນວ່າ ບໍ່ວ່າຄວາມສາມາດຂອງຄົນໆໜຶ່ງຈະດີ ຫຼື ບໍ່ດີແມ່ນຂຶ້ນກັບຄວາມສາມາດຂອງພວກເຂົາໃນການເຂົ້າໃຈພຣະທຳຂອງພຣະເຈົ້າ. ນີ້ບໍ່ແມ່ນສິ່ງທີ່ຜູ້ທີ່ບໍ່ມີຄວາມເຊື່ອໝາຍເຖິງ ເມື່ອພວກພວກເຂົາເວົ້າວ່າຄົນໆໜຶ່ງທີ່ມີຄວາມສາມາດດີ ຫຼື ມີພອນສະຫວັນ ແລະ ສະຫຼາດ. ຜູ້ຄົນທີ່ມີຄວາມສາມາດດີສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າ ເມື່ອພວກເຂົາອ່ານພຣະທຳຂອງພຣະອົງສໍາເລັດ, ພວກເຂົາສາມາດຊອກຫາເສັ້ນທາງເພື່ອປະຕິບັດ ແລະ ເຂົ້າສູ່ຄວາມຈິງ ແລະ ສາມາດປະຕິບັດຕາມສິ່ງທີ່ພຣະເຈົ້າຂໍ. ໃນອີກດ້ານຫນຶ່ງ, ມີຄົນທີ່ເບິ່ງຄືວ່າສະຫຼາດຫຼາຍ ແລະ ເກັ່ງໃນການຈັດການກັບເລື່ອງຕ່າງໆຂອງໂລກພາຍນອກ, ແຕ່ພວກເຂົາສັບສົນໃນທັນທີທີ່ພວກເຂົາຜະເຊີນໜ້າກັບຄວາມຈິງໃນພຣະທຳຂອງພຣະເຈົ້າ. ບໍ່ສາມາດເວົ້າໄດ້ວ່າຜູ້ຄົນດັ່ງກ່າວມີຄວາມສາມາດດີ. ມັນເປັນຄືກັບວ່າຄົນບາງຄົນທີ່ມີຄວາມຮູ້ ແລະ ການສຶກສາ ແມ່ນເບິ່ງຄືມີພອນສະຫວັນ ແລະ ມີສະໝອງໃນພາຍນອກ, ແຕ່ຍັງບໍ່ສາມາດເຂົ້າໃຈຄວາມຈິງໃນພຣະທຳຂອງພຣະເຈົ້າ. ພວກເຂົາບາງຄົນເຖິງກັບມີທັດສະນະຄະຕິທີ່ເປັນຕາຕະຫຼົກກ່ຽວກັບສິ່ງຕ່າງໆ. ແລ້ວດ້ວຍເຫດນັ້ນ, ການມີການສຶກສາສູງ, ຫົວໄວ ແລະ ມີຄວາມສາມາດກໍບໍ່ແມ່ນຕົວແທນຂອງຄວາມສາມາດທີ່ດີ ຫຼື ສິ່ງເຫຼົ່ານີ້ບໍ່ແມ່ນມາດຕະຖານທີ່ຄວາມສາມາດຂອງຄົນໆໜຶ່ງຈະຖືກວັດແທກ. ສິ່ງທີ່ສໍາຄັນກໍຄືວ່າ ຜູ້ຄົນເຂົ້າໃຈຈິດວິນຍານ ຫຼື ບໍ່, ພວກເຂົາສາມາດເຂົ້າໃຈຄວາມຈິງ ຫຼື ບໍ່. ພວກເຮົາບໍ່ສາມາດອີງໃສ່ແນວຄວາມຄິດ ແລະ ຈິນຕະນາການຂອງພວກເຮົາເອງ ເພື່ອວັດແທກເບິ່ງວ່າຄວາມສາມາດຂອງຄົນໆໜຶ່ງດີ ຫຼື ບໍ່ດີ!” ເມື່ອໄດ້ຍິນສິ່ງນີ້, ຂ້ານ້ອຍກໍເຫັນແສງສະຫວ່າງໃນທັນທີ: ປາກົດວ່າຄວາມເຊື່ອຂອງຂ້ານ້ອຍບໍ່ໄດ້ແມ່ນຫຍັງເລີຍນອກຈາກແນວຄວາມຄິດ ແລະ ຈິນຕະນາການຂອງຂ້ານ້ອຍເອງ, ພວກມັນບໍ່ໄດ້ສອດຄ່ອງກັບຄວາມຈິງ.
ຕໍ່ມາ, ເອື້ອຍຄົນໜຶ່ງໄດ້ຄົ້ນພົບຂໍ້ຄວາມສອງຂໍ້ໃນພຣະທຳຂອງພຣະເຈົ້າ ແລະ ຂໍໃຫ້ຂ້ານ້ອຍອ່ານພວກມັນ. ພຣະທຳຂອງພຣະເຈົ້າກ່າວວ່າ: “ວິທີທີ່ພຣະເຈົ້າປະຕິບັດຕໍ່ຜູ້ຄົນບໍ່ໄດ້ຂຶ້ນຢູ່ກັບວ່າພວກເຂົາອາຍຸຈັກປີ, ພວກເຂົາເກີດໃນສະພາບແວດລ້ອມແບບໃດ ຫຼື ພວກເຂົາມີຄວາມສາມາດພິເສດສ່ຳໃດ. ກົງກັນຂ້າມ, ພຣະອົງປະຕິບັດຕໍ່ຜູ້ຄົນໂດຍອີງໃສ່ທັດສະນະຂອງພວກເຂົາທີ່ມີຕໍ່ຄວາມຈິງ ແລະ ທັດສະນະນີ້ກ່ຽວຂ້ອງກັບອຸປະນິໄສຂອງພວກເຂົາ. ຖ້າເຈົ້າມີທັດສະນະທີ່ຖືກຕ້ອງກ່ຽວກັບຄວາມຈິງ, ໜຶ່ງໃນການຍອມຮັບ ແລະ ຄວາມອ່ອນນ້ອມຖ່ອມຕົນ, ເຖິງແມ່ນວ່າເຈົ້າຈະມີຄວາມສາມາດຕ່ຳ, ພຣະເຈົ້າກໍຍັງຈະສ່ອງແສງສະຫວ່າງໃຫ້ເຈົ້າ ແລະ ອະນຸຍາດໃຫ້ເຈົ້າໄດ້ຮັບບາງສິ່ງ. ຖ້າເຈົ້າມີຄວາມສາມາດດີ ແຕ່ອວດດີຢູ່ສະເໝີ, ຄິດຢູ່ຕະຫຼອດວ່າເຈົ້າຖືກ ແລະ ບໍ່ເຕັມໃຈທີ່ຈະຍອມຮັບສິ່ງໃດໜຶ່ງທີ່ຄົນອື່ນເວົ້າ ແລະ ຕໍ່ຕ້ານມັນຢູ່ສະເໝີ, ພຣະເຈົ້າກໍຈະບໍ່ປະຕິບັດພາລະກິດໃນຕົວເຈົ້າ. ພຣະອົງຈະເວົ້າວ່າ ບຸກຄົນນີ້ມີອຸປະນິໄສທີ່ບໍ່ດີ ແລະ ບໍ່ຄູ່ຄວນທີ່ຈະໄດ້ຮັບສິ່ງໃດ ແລະ ພຣະອົງເຖິງກັບຈະເອົາສິ່ງທີ່ເຈົ້າເຄີຍມີໄປ. ນີ້ແມ່ນສິ່ງທີ່ຮູ້ກັນດີວ່າເປັນການຖືກເປີດໂປງ” (ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ພຶດຕິກຳທີ່ດີບໍ່ໄດ້ໝາຍຄວາມວ່າອຸປະນິໄສຂອງຄົນໆໜຶ່ງໄດ້ຮັບການປ່ຽນແປງແລ້ວ). “ເມື່ອຄົນໆໜຶ່ງສາມາດຈິງຈັງ, ຮັບຜິດຊອບ, ອຸທິດ ແລະ ເຮັດວຽກໜັກ, ວຽກງານກໍຈະສຳເລັດໄປຢ່າງແນ່ນອນ. ບາງຄັ້ງ, ເຈົ້າກໍບໍ່ມີໃຈເຊັ່ນນັ້ນ ແລະ ເຈົ້າບໍ່ສາມາດພົບເຫັນ ຫຼື ຄົ້ນພົບຂໍ້ຜິດພາດທີ່ຊັດເຈນຄືກັບກາງເວັນໄດ້. ຖ້າຄົນໆໜຶ່ງມີໃຈເຊັ່ນນັ້ນ, ພ້ອມດ້ວຍການກະຕຸ້ນ ແລະ ການຊີ້ນຳຂອງພຣະວິນຍານບໍລິສຸດ, ພວກເຂົາກໍຈະສາມາດລະບຸບັນຫາໄດ້. ແຕ່ຖ້າພຣະວິນຍານບໍລິສຸດໄດ້ຊີ້ນຳເຈົ້າ ແລະ ມອບຄວາມຕື່ນຕົວເຊັ່ນນັ້ນໃຫ້ເຈົ້າ ໂດຍເຮັດໃຫ້ເຈົ້າຮູ້ສຶກໄດ້ວ່າມີບາງສິ່ງບາງຢ່າງຜິດພາດ ແຕ່ເຈົ້າກັບບໍ່ມີໃຈເຊັ່ນນັ້ນ, ເຈົ້າແມ່ນຍັງຈະບໍ່ສາມາດລະບຸບັນຫາໄດ້ເທົ່ອ. ສິ່ງນີ້ສະແດງໃຫ້ເຫັນຫຍັງ? ມັນສະແດງໃຫ້ເຫັນວ່າ ມັນສຳຄັນຫຼາຍທີ່ຄົນຕ້ອງຮ່ວມມື; ຫົວໃຈຂອງພວກເຂົາແມ່ນສຳຄັນຫຼາຍ ແລະ ບ່ອນທີ່ພວກເຂົາຊີ້ນຳຄວາມຄິດ ແລະ ເຈດຕະນາຂອງພວກເຂົາແມ່ນສຳຄັນຫຼາຍ. ພຣະເຈົ້າກວດກາ ແລະ ສາມາດເຫັນສິ່ງທີ່ຜູ້ຄົນຍຶດຖືໃນໃຈຂອງພວກເຂົາເມື່ອພວກເຂົາປະຕິບັດໜ້າທີ່ຂອງຕົນ ແລະ ພວກເຂົາໃຊ້ພະລັງຫຼາຍສໍ່າໃດ. ມັນສຳຄັນທີ່ຄົນເຮົາທຸ້ມເທທັງໃຈ ແລະ ເຫື່ອແຮງຂອງຕົນໃນສິ່ງທີ່ພວກເຂົາເຮັດ. ການຮ່ວມມືກໍເປັນອົງປະກອບທີ່ສຳຄັນເຊັ່ນດຽວກັນ. ມີພຽງເມື່ອຜູ້ຄົນພະຍາຍາມບໍ່ເສຍໃຈກັບໜ້າທີ່ໆພວກເຂົາໄດ້ປະຕິບັດສຳເລັດ ແລະ ສິ່ງທີ່ພວກເຂົາເຮັດສຳເລັດ ແລະ ບໍ່ຕິດໜີ້ພຣະເຈົ້າເທົ່ານັ້ນ ພວກເຂົາຈິ່ງຈະປະຕິບັດດ້ວຍສຸດຈິດສຸດໃຈ ແລະ ສຸດກຳລັງຂອງພວກເຂົາ” (ຄັດຈາກການສົນທະນາຂອງພຣະເຈົ້າ). ຫຼັງຈາກທີ່ຂ້ານ້ອຍອ່ານພຣະທຳຂອງພຣະເຈົ້າ, ເອື້ອຍຄົນນັ້ນກໍເວົ້າວ່າ “ພຣະທຳຂອງພຣະເຈົ້າສະແດງໃຫ້ເຫັນວ່າທັດສະນະຄະຕິຂອງພວກເຮົາເມື່ອກຳລັງປະຕິບັດໜ້າທີ່ຂອງພວກເຮົາເປັນສິ່ງທີ່ສໍາຄັນຫຼາຍ ນັ້ນກໍຄື ມັນສໍາຄັນຫຼາຍ. ຖ້າພວກເຮົາມີຈິດໃຈທີ່ຖືກຕ້ອງ, ຖ້າພວກເຮົາສາມາດໃຫ້ຫົວໃຈ ແລະ ກຳລັງທັງໝົດຂອງພວກເຮົາໃນການປະຕິບັດໜ້າທີ່ຂອງພວກເຮົາ, ພຣະເຈົ້າຈະເຫັນ ແລະ ຈະປະຕິບັດຕໍ່ພວກເຮົາຕາມທັດສະນະຄະຕິຂອງພວກເຮົາທີ່ມີຕໍ່ໜ້າທີ່ຂອງພວກເຮົາ. ເຖິງແມ່ນວ່າພວກເຮົາຈະມີຄວາມສາມາດທີ່ບໍ່ດີ, ພຣະເຈົ້າຍັງຈະສ່ອງແສງ ແລະ ຊີ້ນໍາພວກເຮົາ. ຖ້າພວກເຮົາມີຄວາມສາມາດທີ່ດີ, ແຕ່ພວກເຮົາບໍ່ມີຈິດໃຈທີ່ຖືກຕ້ອງ ແລະ ບໍ່ເຕັມໃຈທີ່ຈະຈ່າຍລາຄາ ແລະ ຮ່ວມມືກັບພຣະເຈົ້າ ຫຼື ຖ້າພວກເຮົາອວດດີ ແລະ ຍຶດຖືກັບຕົວພວກເຮົາເອງ ຫຼື ເຮັດວຽກພຽງແຕ່ເພື່ອຊື່ສຽງ ແລະ ໂຊກລາບ, ພວກເຮົາຈະບໍ່ພຽງແຕ່ບໍ່ປະຕິບັດໜ້າທີ່ຂອງພວກເຮົາຢ່າງຖືກຕ້ອງເທົ່ານັ້ນ, ແຕ່ຈະຖືກປະຕິເສດໂດຍພຣະເຈົ້າຄືກັນ. ນີ້ແມ່ນຄວາມຊອບທຳຂອງພຣະເຈົ້າ. ຖ້າພວກເຮົາເບິ່ງອ້າຍເອື້ອຍນ້ອງທີ່ຢູ່ອ້ອມຂ້າງພວກເຮົາຜ່ານພຣະທຳຂອງພຣະເຈົ້າ, ພວກເຮົາເຫັນວ່າບາງຄົນມີຄວາມສາມາດທໍາມະດາ ແຕ່ມີແຮງຈູງໃຈທີ່ຖືກຕ້ອງໃນການປະຕິບັດໜ້າທີ່ຂອງພວກເຂົາ; ເມື່ອພົບພໍ້ກັບຄວາມຫຍຸ້ງຍາກ, ພວກເຂົາຈະຮັບເອົາດ້ວຍຕົນເອງເພື່ອສະແຫວງຫາຄວາມຈິງ ແລະ ໃຫ້ຄວາມສຳຄັນກັບການເຂົ້າສູ່ຫຼັກການ ແລະ ພວກເຂົາມີປະສິດທິຜົນຫຼາຍຂຶ້ນໃນການປະຕິບັດໜ້າທີ່ຂອງພວກເຂົາ. ໃນຂະນະທີ່ມີອ້າຍເອື້ອຍນ້ອງບາງຄົນທີ່ໃນສາຍຕາຂອງພວກເຮົາແມ່ນເບິ່ງຄືວ່າມີຄວາມສາມາດທີ່ດີໂດຍສະເພາະ ແລະ ຜູ້ທີ່ມີຄວາມເຂົ້າໃຈອັນບໍລິສຸດກ່ຽວກັບພຣະທຳຂອງພຣະເຈົ້າ, ແຕ່ພວກເຂົາທະນົງຕົວ, ພໍໃຈໃນຕົນເອງ, ບໍ່ຟັງຄໍາແນະນໍາຂອງຄົນອື່ນ ແລະ ຮັບເອົາຄວາມສະຫງ່າລາສີຂອງພຣະເຈົ້າສໍາລັບຕົນເອງ ເມື່ອໃດກໍຕາມທີ່ພວກເຂົາມີຄວາມສໍາເລັດບາງຢ່າງທີ່ເລັກນ້ອຍໃນການປະຕິບັດໜ້າທີ່ຂອງພວກເຂົາ. ພວກເຂົາໂອ້ອວດໃນທຸກໂອກາດທີ່ພວກເຂົາໄດ້ຮັບ, ດິ້ນຮົນເພື່ອຜົນກໍາໄລ ແລະ ຊື່ສຽງ. ບາງຄົນຂັດຂວາງວຽກງານຂອງຄຣິສຕະຈັກ ແລະ ຖືກຕັດສິດຂອງພວກເຂົາໃນການປະຕິບັດໜ້າທີ່ຂອງພວກເຂົາ; ບາງຄົນກາຍມາເປັນຜູ້ຕໍ່ຕ້ານພຣະຄຣິດຫຼັງຈາກທີ່ໄດ້ດຳເນີນການກະທໍາຫຼາຍຢ່າງທີ່ຊົ່ວຮ້າຍ ແລະ ຖືກຂັບໄລ່ອອກຈາກຄຣິສຕະຈັກ. ຂໍ້ແທ້ຈິງເຫຼົ່ານີ້ສະແດງໃຫ້ພວກເຮົາເຫັນວ່າ ຄວາມສາມາດຂອງບຸກຄົນໜຶ່ງດີ ຫຼື ບໍ່ດີ ແມ່ນບໍ່ໄດ້ກໍານົດວ່າພຣະເຈົ້າຍົກຍ້ອງພວກເຂົາ ຫຼື ບໍ່; ສິ່ງທີ່ສຳຄັນກໍຄື ພວກເຂົາສະແຫວງຫາຄວາມຈິງ ແລະ ເຮັດໜ້າທີ່ຂອງພວກເຂົາຢ່າງສຸດຫົວໃຈ ແລະ ຈິດໃຈຂອງພວກເຂົາ ຫຼື ບໍ່”.
ຕໍ່ມາ, ອ້າຍເອື້ອຍນ້ອງໄດ້ສະຫຼຸບປະສົບການຂອງພວກເຂົາເອງ ເພື່ອເວົ້າກ່ຽວກັບອັນຕະລາຍ ແລະ ຜົນຕາມມາຂອງການໃຫ້ນິຍາມພວກເຂົາເອງຕາມແນວຄວາມຄິດ ແລະ ຈິນຕະນາການຂອງພວກເຂົາເອງ. ມີແຕ່ເມື່ອນັ້ນ ຂ້ານ້ອຍຈຶ່ງຮູ້ວ່າການບໍ່ເຂົ້າໃຈຄວາມຈິງເປັນສິ່ງທີ່ໂງ່ສໍ່າໃດ; ຂ້ານ້ອຍບໍ່ໄດ້ສະແຫວງຫາຄວາມຈິງ ແລະ ໃຫ້ນິຍາມຕົນເອງວ່າມີຄວາມສາມາດບໍ່ດີແທນ ໂດຍການດໍາລົງຊີວິດໃນແນວຄວາມຄິດ ແລະ ຈິນຕະນາການຂອງຂ້ານ້ອຍ ຈົນເຖິງຈຸດທີ່ຂ້ານ້ອຍມັກຈະໂຍນໜ້າທີ່ທີ່ຍາກໃຫ້ກັບຄົນອື່ນ. ຂ້ານ້ອຍບໍ່ໄດ້ພະຍາຍາມປັບປຸງ ຫຼື ຂ້ານ້ອຍບໍ່ໄດ້ເພິ່ງພາພຣະເຈົ້າ ຫຼື ຈ່າຍລາຄາແທ້ໆເພື່ອທຳລາຍອຸປະສັກເຫຼົ່ານີ້ ເຊິ່ງເຖິງກັບເຮັດໃຫ້ຂ້ານ້ອຍບໍ່ສາມາດປະຕິບັດໜ້າທີ່ໆຂ້ານ້ອຍສາມາດເຮັດໄດ້. ຂ້ານ້ອຍບໍ່ພຽງແຕ່ບໍ່ສາມາດຝຶກຝົນຢ່າງແທ້ຈິງ ຫຼື ເຕີບໃຫຍ່ຢູ່ໃນຄວາມຈິງ ແລະ ຊີວິດ, ແຕ່ສິ່ງນີ້ມີອິດທິພົນໂດຍກົງຕໍ່ປະສິດທິພາບຂອງຂ້ານ້ອຍໃນການປະຕິບັດໜ້າທີ່ຂອງຂ້ານ້ອຍ. ຂ້ານ້ອຍຄິດເຖິງວ່າເອື້ອຍຄົນນັ້ນທີ່ຂ້ານ້ອຍເຮັດວຽກນຳສາມາດຄົ້ນພົບບັນຫາໄດ້ໄວສໍ່າໃດ. ເຖິງແມ່ນວ່າສິ່ງນີ້ເຊື່ອມໂຍງກັບຄວາມສາມາດໂດຍທຳມະຊາດຂອງລາວ, ສິ່ງທີ່ສໍາຄັນກວ່ານັ້ນກໍຄື ຍ້ອນທັດສະນະຄະຕິທີ່ມີສະຕິຂອງລາວ ແລະ ທີ່ມີຄວາມຮັບຜິດຊອບຕໍ່ໜ້າທີ່ຂອງລາວ, ລາວສາມາດເພິ່ງພາພຣະເຈົ້າ ແລະ ຜະເຊີນກັບຄວາມຫຍຸ້ງຍາກທີ່ຢູ່ຕໍ່ໜ້າ ເມື່ອລາວພົບພໍ້ພວກມັນ. ມີແຕ່ເມື່ອນັ້ນ ລາວຈຶ່ງໄດ້ຮັບແສງສະຫວ່າງ ແລະ ແສງເຍືອງທາງຈາກພຣະວິນຍານບໍລິສຸດ. ໃນທາງກົງກັນຂ້າມ, ຂ້ານ້ອຍພະຍາຍາມຫຼີກເວັ້ນບັນຫາ ເມື່ອຂ້ານ້ອຍພົບກັບພວກມັນ ແລະ ໃຊ້ຄວາມສາມາດທີ່ບໍ່ດີເປັນຂໍ້ອ້າງ ເພື່ອໃຫ້ຕົວເອງຫຼອດຈາກບັນຫາ. ຂ້ານ້ອຍບໍ່ໄດ້ເພິ່ງພາພຣະເຈົ້າ ແລະ ຮັບເອົາດ້ວຍຕົນເອງ ເພື່ອພະຍາຍາມ ແລະ ແກ້ໄຂບັນຫາໂດຍການສະແຫວງຫາຄວາມຈິງທີ່ກ່ຽວຂ້ອງ ເຊິ່ງນັ້ນໝາຍຄວາມວ່າຂ້ານ້ອຍບໍ່ສາມາດຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ. ຈາກສິ່ງນີ້, ຂ້ານ້ອຍເຫັນວ່າພຣະເຈົ້າຍຸຕິທຳ ແລະ ຊອບທຳສຳລັບທຸກຄົນ. ຜ່ານການສົນທະນາ, ຂ້ານ້ອຍຍັງຮັບຮູ້ວ່າພຣະເຈົ້າຂໍໃຫ້ພວກເຮົາອີງໃສ່ສິ່ງທີ່ພວກເຮົາສາມາດເຮັດໄດ້. ມັນບໍ່ແມ່ນກໍລະນີທີ່ພຣະອົງ “ນໍາຝູງເປັດໄປຢູ່ເທິງຮາວ”. ຂ້ານ້ອຍຄວນເຮັດສິ່ງທີ່ຖືກຕ້ອງດ້ວຍຕົວຂ້ານ້ອຍເອງ; ແທນທີ່ຈະໃຫ້ຄວາມສຳຄັນກັບຄວາມສາມາດຂອງຂ້ານ້ອຍ, ຂ້ານ້ອຍຄວນໃຫ້ຄວາມສຳຄັນກັບການໃສ່ກຳລັງທັງໝົດຂອງຂ້ານ້ອຍເຂົ້າໃນການປະຕິບັດໜ້າທີ່ຂອງຂ້ານ້ອຍເທົ່ານັ້ນ. ຂ້ານ້ອຍຄວນສະແຫວງຫາ ແລະ ຕຶກຕອງຫຼັກການແຫ່ງຄວາມຈິງ, ຮຽນຮູ້ຈາກຈຸດແຂງຂອງຄົນອື່ນ, ຮັບຟັງຄໍາແນະນໍາຂອງຄົນອື່ນ ແລະ ປະກອບມັນເຂົ້າໃນສິ່ງທີ່ຂ້ານ້ອຍປະຕິບັດແທ້ໆ ແລະ ເມື່ອເວລາຜ່ານໄປ, ຂ້ານ້ອຍແນ່ໃຈວ່າຈະໄດ້ຮັບຜົນປະໂຫຍດ ແລະ ເຕີບໃຫຍ່ຂຶ້ນ.
ຫຼັງຈາກນັ້ນ, ການທີ່ເອື້ອຍຄົນນັ້ນວິພາກວິຈານຂ້ານ້ອຍກໍສະທ້ອນຢູ່ໃນຫູຂອງຂ້ານ້ອຍ: “ຂ້ອຍບໍ່ຮູ້ວ່າແມ່ນຫຍັງຄືແຮງຈູງໃຈຂອງເຈົ້າໃນການສືບຕໍ່ຢູ່ສະເໝີກ່ຽວກັບວ່າຄວາມສາມາດຂອງເຈົ້າດີ ຫຼື ບໍ່”. ລາວເວົ້າຖືກ, ຂ້ານ້ອຍໄວຢູ່ສະເໝີທີ່ຈະເວົ້າວ່າຄວາມສາມາດຂອງຂ້ານ້ອຍບໍ່ດີ. ແມ່ນຫຍັງຄືແຮງຈູງໃຈ ແລະ ອຸປະນິໄສທີ່ເສື່ອມຊາມທີ່ກຳລັງຄວບຄຸມຂ້ານ້ອຍຢ່າງລັບໆ?
ມື້ໜຶ່ງ, ຂ້ານ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າທີ່ວ່າ: “ເຈົ້າຄວນກວດສອບຕົວເຈົ້າເອງຢ່າງຮອບຄອບເພື່ອເບິ່ງວ່າເຈົ້າເປັນຄົນທີ່ຖືກຕ້ອງ ຫຼື ບໍ່. ເປົ້າໝາຍ ແລະ ເຈດຕະນາຂອງເຈົ້າຖືກສ້າງຂຶ້ນຮ່ວມກັບເຮົາໃນໃຈບໍ? ຄຳເວົ້າ ແລະ ການກະທຳທັງໝົດຂອງເຈົ້າຖືກເວົ້າ ແລະ ກະທຳຢູ່ຕໍ່ໜ້າເຮົາບໍ? ເຮົາກວດສອບຄວາມຄິດ ແລະ ແນວຄິດທັງໝົດຂອງເຈົ້າ. ເຈົ້າບໍ່ຮູ້ສຶກຜິດບໍ? ເຈົ້າຕັ້ງໜ້າຜິດໆເພື່ອໃຫ້ຄົນອື່ນເຫັນ ແລະ ເຈົ້າຮັບເອົາອາກາດແຫ່ງຄວາມຊອບທຳໃນຕົວເອງຢ່າງໃຈເຢັນ; ເຈົ້າເຮັດສິ່ງນີ້ເພື່ອປົກປ້ອງຕົວເອງ. ເຈົ້າເຮັດສິ່ງນີ້ເພື່ດປົກປິດຄວາມຊົ່ວຂອງເຈົ້າ ແລະ ເຈົ້າເຖິງຂັ້ນຄິດຫາວິທີທີ່ຈະຜັກດັນຄວາມຊົ່ວຮ້າຍນັ້ນໃຫ້ແກ່ຄົນອື່ນ. ການທໍລະຍົດຈັ່ງແມ່ນມີຢູ່ໃນໃຈເຈົ້າ!” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 13). ຫຼັງຈາກທີ່ໄດ້ອ່ານພຣະທຳຂອງພຣະເຈົ້າ, ຂ້ານ້ອຍກໍເລີ່ມຄິດໄຕ່ຕອງກ່ຽວກັບຕົນເອງວ່າ: ເມື່ອຜະເຊີນກັບໜ້າທີ່ໜຶ່ງທີ່ຂ້ານ້ອຍບໍ່ເຄີຍເຮັດມາກ່ອນ, ສິ່ງທໍາອິດທີ່ຂ້ານ້ອຍຈະເຮັດກໍຄືບອກອ້າຍເອື້ອຍນ້ອງຄົນອື່ນໆວ່າຄວາມສາມາດຂອງຂ້ານ້ອຍບໍ່ດີ, ເພາະຂ້ານ້ອຍຢ້ານວ່າພວກເຂົາຈະດູຖູກຂ້ານ້ອຍ ຖ້າຂ້ານ້ອຍເຮັດໜ້າທີ່ບໍ່ດີ. ຂ້ານ້ອຍເຮັດແບບນີ້ເພື່ອຊື່ສຽງ ແລະ ສະຖານະຂອງຂ້ານ້ອຍເອງ. ຄວາມໝາຍກໍຄື ມັນບໍ່ແມ່ນຄວາມຜິດຂອງຂ້ານ້ອຍ ຖ້າຂ້ານ້ອຍເຮັດມັນບໍ່ດີ; ມັນບໍ່ແມ່ນວ່າຂ້ານ້ອຍບໍ່ໄດ້ໃສ່ກຳລັງທັງໝົດຂອງຂ້ານ້ອຍໃນມັນ, ແຕ່ມັນເກີນຄວາມສາມາດຂອງຂ້ານ້ອຍ. ເມື່ອໃດກໍຕາມທີ່ຂ້ານ້ອຍພົບຄວາມຫຍຸ້ງຍາກໃດໜຶ່ງໃນການປະຕິບັດໜ້າທີ່ຂອງຂ້ານ້ອຍ, ຂ້ານ້ອຍບໍ່ເຕັມໃຈທີ່ຈະທົນທຸກ ແລະ ຈ່າຍລາຄາເພື່ອຜະເຊີນກັບມັນແບບເຊິ່ງໜ້າ. ຂ້ານ້ອຍຢ້ານຄວາມຮັບຜິດຊອບເຊັ່ນກັນ. ສະນັ້ນ ຂ້ານ້ອຍຈຶ່ງພຽງແຕ່ໃຊ້ຄວາມສາມາດທີ່ບໍ່ດີຂອງຂ້ານ້ອຍເປັນຂໍ້ອ້າງເພື່ອໂຍນໜ້າທີ່ຂອງຂ້ານ້ອຍໃຫ້ກັບຄົນອື່ນ, ເພື່ອເຮັດໃຫ້ພວກເຂົາຄິດວ່າຂ້ານ້ອຍມີເຫດຜົນ ແລະ ຮູ້ຈັກຕົນເອງ. ເກືອບທຸກຄັ້ງທີ່ຂ້ານ້ອຍຕ້ອງທົນທຸກັບຄວາມລຳບາກ ແລະ ຈ່າຍລາຄາ ຫຼື ຕ້ອງແບກຮັບຄວາມຮັບຜິດຊອບ, ຂ້ານ້ອຍຈະຖອຍຫຼັງ. ໃນຄວາມເປັນຈິງແລ້ວ, ຂ້ານ້ອຍດໍາລົງຊີວິດໂດຍປັດຊະຍາການພົວພັນລະຫວ່າງບຸກຄົນຂອງຊາຕານທີ່ວ່າ “ຄົນມີເຫດຜົນດີໃນການປົກປ້ອງຕົນເອງ, ສະແຫວງຫາພຽງທີ່ຈະບໍ່ເຮັດຜິດເທົ່ານັ້ນ”. ມັນເບິ່ງຄືວ່າສະຫຼາດພໍສົມຄວນສຳລັບການໃຊ້ວິທີການທີ່ຫຼອກລວງຂອງຂ້ານ້ອຍເອງເພື່ອຫຼີກເວັ້ນຄວາມຮັບຜິດຊອບ, ແຕ່ໃນຄວາມເປັນຈິງແລ້ວ ຂ້ານ້ອຍພາດໂອກາດຫຼາຍຄັ້ງທີ່ຈະສະແຫວງຫາ ແລະ ເຂົ້າໃຈຄວາມຈິງ. ໃນຄວາມເປັນຈິງ, ຄວາມສາມາດທີ່ພຣະເຈົ້າມອບໃຫ້ພວກເຮົາແຕ່ລະຄົນແມ່ນເໝາະສົມສຳລັບຈຸດປະສົງ; ແຕ່ຂ້ານ້ອຍບໍ່ໄດ້ໃຊ້ຫົວໃຈ ແລະ ກຳລັງທັງໝົດຂອງຂ້ານ້ອຍໂດຍອີງໃສ່ສິ່ງທີ່ຂ້ານ້ອຍສາມາດບັນລຸໄດ້, ເພື່ອຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ ແລະ ເຮັດໜ້າທີ່ຂອງຂ້ານ້ອຍເປັນຢ່າງດີ; ກົງກັນຂ້າມ, ຂ້ານ້ອຍໃຊ້ຄວາມສາມາດທີ່ບໍ່ດີຂອງຂ້ານ້ອຍເປັນຂໍ້ອ້າງສໍາລັບການບໍ່ປະຕິບັດຄວາມຈິງ, ເພື່ອພະຍາຍາມເວົ້າຕົວະ ແລະ ຫຼອກລວງພຣະເຈົ້າ. ນີ້ບໍ່ແມ່ນສິ່ງທີ່ມີເລ່ຫຼ່ຽມຫຼາຍ ແລະ ຊົ່ວຮ້າຍຫຼາຍບໍ? ແລ້ວຖ້າແບບນັ້ນ ຂ້ານ້ອຍຈະຖືກຊີ້ນໍາໂດຍພຣະເຈົ້າໄດ້ແນວໃດ?
ພຣະທຳຂອງພຣະເຈົ້າກ່າວວ່າ “‘ເຖິງແມ່ນວ່າເຮົາມີຄວາມສາມາດຕ່ຳ, ເຮົາກໍມີຫົວໃຈທີ່ຊື່ສັດ’. ເມື່ອຄົນສ່ວນຫຼາຍໄດ້ຍິນປະໂຫຍກນີ້, ພວກເຂົາຮູ້ສຶກດີ, ບໍ່ແມ່ນບໍ? ເລື່ອງນີ້ກ່ຽວຂ້ອງກັບຄວາມຕ້ອງການຂອງພຣະເຈົ້າຕໍ່ຜູ້ຄົນ. ຄວາມຕ້ອງການໃດ? ຖ້າຜູ້ຄົນຂາດຄວາມສາມາດ, ມັນບໍ່ແມ່ນຈຸດຈົບຂອງໂລກ, ແຕ່ພວກເຂົາຕ້ອງມີຫົວໃຈທີ່ຊື່ສັດ ແລະ ດ້ວຍເຫດນັ້ນຈຶ່ງຈະສາມາດໄດ້ຮັບການສັນລະເສີນຈາກພຣະເຈົ້າໄດ້. ບໍ່ວ່າເຈົ້າຈະຢູ່ໃນສະຖານະການໃດ, ເຈົ້າຕ້ອງເປັນຄົນຊື່ສັດ, ເວົ້າຢ່າງຊື່ສັດ, ປະຕິບັດຢ່າງຊື່ສັດ, ສາມາດປະຕິບັດໜ້າທີ່ຂອງເຈົ້າຢ່າງສຸດຈິດໃຈ ແລະ ຢ່າງຊື່ສັດ ແລະ ເຈົ້າຕ້ອງບໍ່ຫຼີກລ່ຽງວຽກຂອງເຈົ້າ, ເຈົ້າເລ່ ຫຼື ຫຼອກລວງ, ມີເລ່ຫຼ່ຽມ, ພະຍາຍາມເອົາຊະນະຄົນອື່ນ ຫຼື ເວົ້າກັບໄປວົນມາ; ເຈົ້າຕ້ອງເປັນຄົນທີ່ຮັກຄວາມຈິງ ແລະ ສະແຫວງຫາຄວາມຈິງ... ເຈົ້າເວົ້າວ່າ ‘ຄວາມສາມາດຂອງຂ້ານ້ອຍຕ່ຳ, ແຕ່ຂ້ານ້ອຍມີໃຈທີ່ຊື່ສັດ’. ແນວໃດກໍຕາມ, ເມື່ອໜ້າທີ່ຕົກຢູ່ກັບເຈົ້າ, ເຈົ້າຢ້ານທົນທຸກ ຫຼື ຢ້ານວ່າເຈົ້າບໍ່ສາມາດເຮັດມັນໄດ້ດີ, ເຈົ້າຈະຕ້ອງແບກຫາບຄວາມຮັບຜິດຊອບ, ດັ່ງນັ້ນ ເຈົ້າຈິ່ງແກ້ໂຕເພື່ອຫຼີກເວັ້ນ ແລະ ແນະນຳໃຫ້ຄົນອື່ນເຮັດມັນ. ນີ້ແມ່ນການສະແດງອອກຂອງຄົນຊື່ສັດບໍ? ຊັດເຈນວ່າບໍ. ແລ້ວຄົນຊື່ສັດຄວນປະພຶດຕົນແນວໃດ? ພວກເຈົ້າຄວນຍອມຮັບ ແລະ ເຊື່ອຟັງ, ແລ້ວອຸທິດຕົນຢ່າງເຕັມທີ່ໃນການເຮັດໜ້າທີ່ຂອງຕົນເອງຢ່າງສຸດຄວາມສາມາດ, ພະຍາຍາມບັນລຸຄວາມປະສົງຂອງພຣະເຈົ້າ. ສິ່ງນີ້ໄດ້ຖືກສະແດງອອກໃນຫຼາຍວິທີ. ວິທີໜຶ່ງແມ່ນ ເຈົ້າສາມາດຍອມຮັບໜ້າທີ່ຂອງເຈົ້າດ້ວຍຄວາມຊື່ສັດ, ບໍ່ຄິດເຖິງສິ່ງອື່ນໃດ ແລະ ບໍ່ສອງຈິດສອງໃຈກ່ຽວກັບມັນ. ບໍ່ວາງແຜນເພື່ອຜົນປະໂຫຍດຂອງຕົວເຈົ້າເອງ. ນີ້ແມ່ນການສະແດງອອກຂອງຄວາມຊື່ສັດ. ອີກວິທີໜຶ່ງແມ່ນທຸ້ມເທສຸດກຳລັງ ແລະ ສຸດໃຈຂອງເຈົ້າໃຫ້ກັບມັນ. ເຈົ້າເວົ້າວ່າ ‘ນີ້ແມ່ນທຸກສິ່ງທີ່ຂ້ານ້ອຍສາມາດເຮັດໄດ້; ຂ້ານ້ອຍຈະແນະນຳມັນທັງໝົດ ແລະ ອຸທິດໃຫ້ແກ່ພຣະເຈົ້າຢ່າງສົມບູນ’. ນີ້ແມ່ນການສະແດງອອກຂອງຄວາມຊື່ສັດບໍ? ເຈົ້າອຸທິດທັງໝົດທີ່ເຈົ້າມີ ແລະ ທັງໝົດທີ່ເຈົ້າສາມາດເຮັດໄດ້, ນີ້ແມ່ນການສະແດງອອກຂອງຄວາມຊື່ສັດ” (ຄັດຈາກບົດ “ຜູ້ຄົນສາມາດມີຄວາມສຸກໄດ້ຢ່າງແທ້ຈິງໂດຍການເປັນຄົນຊື່ສັດເທົ່ານັ້ນ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳຂອງພຣະເຈົ້າໄດ້ສະເໜີເສັ້ນທາງໃນການປະຕິບັດໃຫ້ແກ່ຂ້ານ້ອຍ: ພຣະເຈົ້າບໍ່ສົນໃຈວ່າຄວາມສາມາດຂອງຜູ້ຄົນດີ ຫຼື ບໍ່ດີ; ສິ່ງທີ່ສຳຄັນກໍຄືພວກເຂົາມີຫົວໃຈທີ່ຊື່ສັດ ຫຼື ບໍ່, ພວກເຂົາສາມາດຍອມຮັບຄວາມຈິງໄດ້ ຫຼື ບໍ່ ແລະ ນຳມັນໄປປະຕິບັດໄດ້ ຫຼື ບໍ່. ເຖິງແມ່ນວ່າຄວາມສາມາດຂອງຂ້ານ້ອຍບໍ່ດີ ແລະ ຂ້ານ້ອຍຂ້ອນຂ້າງຊ້າຫຼາຍກວ່າໃນການເຂົ້າໃຈຄວາມຈິງ ແລະ ບາງຄັ້ງກໍປະຕິບັດຕາມຫຼັກຄໍາສອນ, ຖ້າຫົວໃຈຂອງຂ້ານ້ອຍຊື່ສັດ ແລະ ຂ້ານ້ອຍສະແຫວງຫາຄວາມຈິງຢູ່ສະເໝີເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງຂ້ານ້ອຍໃນຂະນະທີ່ຂ້ານ້ອຍປະຕິບັດໜ້າທີ່ຂອງຂ້ານ້ອຍ, ຖ້າຂ້ານ້ອຍເຮັດທຸກຢ່າງທີ່ຂ້ານ້ອຍສາມາດເຮັດໄດ້ເພື່ອປະຕິບັດຕາມສິ່ງທີ່ພຣະເຈົ້າຂໍ, ແລ້ວຂ້ານ້ອຍກໍຈະໄດ້ຮັບການຊີ້ນໍາ ແລະ ພອນຈາກພຣະເຈົ້າ ແລະ ຈະຄ່ອຍໆສາມາດເຂົ້າໃຈຄວາມຈິງໄດ້. ໃນຂະນະທີ່ຂ້ານ້ອຍເຂົ້າສູ່ຄວາມຈິງ, ຂ້ານ້ອຍຈະສາມາດຊົດເຊີຍຂໍ້ບົກຜ່ອງຂອງຂ້ານ້ອຍກ່ຽວກັບຄວາມສາມາດທີ່ບໍ່ດີຂອງຂ້ານ້ອຍ ແລະ ຂ້ານ້ອຍຈະເຂົ້າໃຈ ແລະ ເຫັນສິ່ງຕ່າງໆໄດ້ດີຂຶ້ນເລື້ອຍໆ. ຫຼັງຈາກທີ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ຂ້ານ້ອຍກໍເລີ່ມເພິ່ງພາພຣະເຈົ້າເພື່ອໃຫ້ດີຂຶ້ນເມື່ອຂ້ານ້ອຍປະຕິບັດໜ້າທີ່ຂອງຂ້ານ້ອຍ. ຂ້ານ້ອຍບໍ່ໂຍນສິ່ງທີ່ບໍ່ຊັດເຈນສຳລັບຂ້ານ້ອຍ, ສິ່ງທີ່ຂ້ານ້ອຍບໍ່ເຂົ້າໃຈໃຫ້ກັບຄົນອື່ນອີກຕໍ່ໄປ, ແຕ່ພະຍາຍາມຢ່າງໜັກເພື່ອສະແຫວງຫາ ແລະ ເຮັດພວກມັນດ້ວຍຕົນເອງ. ຂອບໃຈພຣະເຈົ້າ! ເມື່ອຂ້ານ້ອຍປະຕິບັດຕາມທີ່ພຣະເຈົ້າຂໍ, ຂ້ານ້ອຍກໍສາມາດເຫັນບັນຫາໃນໜ້າທີ່ຂອງຂ້ານ້ອຍເຊັ່ນກັນ ແລະ ເຖິງແມ່ນວ່າມີບາງຄັ້ງທີ່ບັນຫາທີ່ຂ້ອນຂ້າງສັບສົນຍັງບໍ່ຊັດເຈນຕໍ່ຂ້ານ້ອຍ, ໂດຍການຄົ້ນຫາຫຼັກການແຫ່ງຄວາມຈິງກັບອ້າຍເອື້ອຍນ້ອງ, ພວກມັນຈະຄ່ອຍໆຊັດແຈ້ງຂຶ້ນສຳລັບຂ້ານ້ອຍ ແລະ ຂ້ານ້ອຍຮູ້ສຶກເບົາຂຶ້ນ ແລະ ມີອິດສະຫຼະຫຼາຍຂຶ້ນ ເມື່ອຂ້ານ້ອຍປະຕິບັດໜ້າທີ່ຂອງຂ້ານ້ອຍ.
ເນື່ອງຈາກການປະສົບກັບສະພາບແວດລ້ອມທີ່ພຣະເຈົ້າສ້າງຂຶ້ນສຳລັບຂ້ານ້ອຍ, ຂ້ານ້ອຍໄດ້ຮັບຄວາມຮູ້ບາງຢ່າງກ່ຽວກັບຄວາມເສື່ອມຊາມ ແລະ ຂໍ້ບົກຜ່ອງຂອງຂ້ານ້ອຍ ແລະ ຮູ້ຈັກວິທີຜະເຊີນກັບບັນຫາທີ່ກ່ຽວຂ້ອງກັບຄວາມສາມາດຂອງຂ້ານ້ອຍ. ເມື່ອຂ້ານ້ອຍປະຕິບັດໜ້າທີ່ຂອງຂ້ານ້ອຍໃນອະດີດ, ຂ້ານ້ອຍບໍ່ໄດ້ໃຫ້ຄວາມສຳຄັນກັບການສະແຫວງຫາຄວາມຈິງ ຫຼື ຂ້ານ້ອຍບໍ່ໄດ້ພະຍາຍາມແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງຂ້ານ້ອຍ. ຂ້ານ້ອຍໄດ້ເຫັນສິ່ງຕ່າງໆຜ່ານແນວຄວາມຄິດ ແລະ ຈິນຕະນາການຂອງຂ້ານ້ອຍເອງ ເຊິ່ງເຮັດໃຫ້ຂ້ານ້ອຍມັກອະທິບາຍດ້ວຍຕົນເອງ ແລະ ພະຍາຍາມນໍາສິ່ງຕ່າງໆອອກໄປ ໂດຍເວົ້າວ່າຄວາມສາມາດຂອງຂ້ານ້ອຍບໍ່ດີ. ການປະຕິບັດໜ້າທີ່ຂອງຂ້ານ້ອຍເຕັມໄປດ້ວຍການເຮັດພໍເປັນພິທີ, ຂ້ານ້ອຍຍົກຊູວຽກງານຂອງຄຣິສຕະຈັກ ແລະ ທົນທຸກກັບການສູນເສຍໃນຊີວິດຂອງຂ້ານ້ອຍເອງ. ຕອນນີ້ ຂ້ານ້ອຍເຂົ້າໃຈວ່າຄວາມສາມາດຂອງທຸກຄົນຖືກກຳນົດໄວ້ລ່ວງໜ້າໂດຍພຣະເຈົ້າ ແລະ ເປັນສ່ວນໜຶ່ງໃນເຈດຕະນາທີ່ມີສະຫງ່າລາສີຂອງພຣະເຈົ້າ. ຂ້ານ້ອຍບໍ່ຄວນຖືກຈຳກັດວ່າຄວາມສາມາດຂອງຂ້ານ້ອຍດີ ຫຼື ບໍ່ດີ. ໃນອະນາຄົດ, ຂ້ານ້ອຍຈະພະຍາຍາມສະແຫວງຫາຄວາມຈິງໃນທຸກສິ່ງ, ປະຕິບັດດ້ວຍຫຼັກການ ແລະ ເປັນຄົນທີ່ຊື່ສັດ ເພື່ອເຮັດໃຫ້ພຣະເຈົ້າພໍໃຈ.