18. ການຖືກທຳຮ້າຍໂດຍຄວາມເຂົ້າໃຈຜິດ ແລະ ການຕັ້ງທ່າລະວັງຂອງຂ້ອຍ

ໂດຍ ຊູ່ຊິງ, ຈີນ

ເມື່ອບໍ່ດົນມານີ້, ຜູ້ນໍາຄຣິດຕະຈັກຂອງພວກເຮົາໄດ້ສູນເສຍຕໍາແໜ່ງຂອງລາວ ເພາະລາວບໍ່ໄດ້ສະແຫວງຫາຄວາມຈິງ ຫຼື ເຮັດວຽກຕົວຈິງ ແລະ ອ້າຍເອື້ອຍນ້ອງຄົນອື່ນໆກໍເລືອກຂ້ອຍໃຫ້ເຂົ້າມາແທນທີ່ລາວ. ຜົນຂອງການເລືອກຕັ້ງເຮັດໃຫ້ຂ້ອຍກັງວົນ. ການເປັນຜູ້ນຳຈຳເປັນຕ້ອງມີຄວາມເຂົ້າໃຈກ່ຽວກັບຄວາມຈິງ ແລະ ຄວາມສາມາດໃນການແກ້ໄຂຄວາມຫຍຸ້ງຍາກຂອງຄົນອື່ນໃນການເຂົ້າສູ່ຊີວິດຂອງພວກເຂົາ. ມັນຍັງໝາຍເຖິງການຮັບພາລະ ແລະ ການປະຕິບັດວຽກງານຕົວຈິງ. ຂ້ອຍເຄີຍຮັບໃຊ້ເປັນຜູ້ນໍາສອງສາມເທື່ອກ່ອນໜ້ານີ້, ແຕ່ກໍຈົບລົງດ້ວຍການຖືກແທນທີ່ ເພາະຂ້ອຍກໍາລັງສະແຫວງຫາຊື່ ແລະ ສະຖານະ ແລະ ລົ້ມເຫຼວທີ່ຈະເຮັດວຽກງານຕົວຈິງ. ຂ້ອຍຮູ້ວ່າ ຖ້າຂ້ອຍບໍ່ໄດ້ເຮັດວຽກຂອງຂ້ອຍເປັນຢ່າງດີໃນເວລານີ້, ນອກຈາກຈະຂັດຂວາງວຽກງານໃນເຮືອນຂອງພຣະເຈົ້າ ແລະ ທາງເຂົ້າສູ່ຊີວິດຂອງສະມາຊິກໃນຄຣິດຕະຈັກ, ຢ່າງດີທີ່ສຸດ ຂ້ອຍຈະຖືກປົດອອກ ແລະ ທີ່ຮ້າຍແຮງທີ່ສຸດ ຂ້ອຍສາມາດຖືກເປີດໂປງ ແລະ ກໍາຈັດໄດ້. ຂ້ອຍບໍ່ມີຄວາມສົນໃຈໃນການເປັນຜູ້ນຳອີກ, ໃນການສະແຫວງຫາສະຖານະທີ່ສູງສົ່ງກວ່າ; ຂ້ອຍພຽງແຕ່ຕ້ອງການກົ້ມຫົວຂອງຂ້ອຍລົງ ແລະ ເຮັດໜ້າທີ່ຂອງຂ້ອຍຢ່າງຖືກຕ້ອງ. ສະນັ້ນ, ຂ້ອຍຈຶ່ງປະຕິເສດມັນໃນທັນທີ ໂດຍເວົ້າວ່າ “ບໍ່, ຂ້ອຍບໍ່ເໝາະສົມກັບໜ້າວຽກ” ແລະ ຫາຂໍ້ອ້າງທຸກປະເພດ. ຂ້ອຍຮູ້ສຶກໝັ້ນໃຈວ່າ ນັ້ນເປັນສິ່ງທີ່ສົມເຫດສົມຜົນ ແລະ ທີ່ຕະໜັກຕົນເອງທີ່ຄວນເຮັດ, ແຕ່ເມື່ອໄດ້ໂອ້ລົມໃນພາຍຫຼັງກັບອ້າຍເອື້ອຍນ້ອງເທົ່ານັ້ນ ຂ້ອຍຈຶ່ງຮູ້ວ່າການລັງເລທີ່ຈະຮັບບົດບາດການເປັນຜູ້ນຳເປັນຍ້ອນຂ້ອຍຢູ່ພາຍໃຕ້ການຄວບຄຸມຂອງພິດຊາຕານ ເຊັ່ນ: “ຍິ່ງພວກເຂົາຍິ່ງໃຫຍ່ເທົ່າໃດ, ພວກເຂົາກໍ່ຍິ່ງລົ້ມລົງຍາກເທົ່າໃດ” ແລະ “ມັນໂດດດ່ຽວຢູ່ເທິງສຸດ”. ຂ້ອຍຮູ້ສຶກຄືກັບວ່າ ການເປັນຜູ້ນໍາເປັນສິ່ງທີ່ອັນຕະລາຍ, ມັນຈະເຮັດໃຫ້ຂ້ອຍມີຄວາມສ່ຽງທີ່ຈະຖືກເປີດໂປງ ແລະ ຖືກກໍາຈັດໃນທຸກຊ່ວງເວລາ. ຂ້ອຍເຂົ້າໃຈໃນຫຼັກການວ່າການທີ່ຂ້ອຍຮັບເອົາມັນບໍ່ສອດຄ່ອງກັບຄວາມຈິງ ແລະ ຂ້ອຍຍອມຮັບໜ້າທີ່ການເປັນຜູ້ນໍາ, ແຕ່ຂ້ອຍບໍ່ສາມາດສັ່ນຄວາມກະວົນກະວາຍຂອງຂ້ອຍທີ່ຢູ່ອ້ອມຮອບໜ້າທີ່ຂອງຂ້ອຍອອກໄດ້ ເພາະວ່າຂ້ອຍບໍ່ໄດ້ແກ້ໄຂສະພາວະນັ້ນຂອງຂ້ອຍ. ຂ້ອຍຢ້ານວ່າຈະປະຕິບັດທີ່ບໍ່ດີ ແລະ ຖືກປົດອອກ ແລະ ຖືກກຳຈັດ, ສະນັ້ນ ຂ້ອຍຈຶ່ງດຳລົງຊີວິດຢູ່ໃນສະພາບການທີ່ຕັ້ງທ່າລະວັງ ແລະ ເຂົ້າໃຈຜິດ. ໃນຊ່ວງເວລານັ້ນ, ສະພາວະຂອງຂ້ອຍພຽງແຕ່ສືບຕໍ່ເສື່ອມໂຊມລົງ; ຄຳອະທິຖານຂອງຂ້ອຍບໍ່ໄດ້ຮັບການດົນບັນດານ, ຂ້ອຍບໍ່ໄດ້ຮັບແສງສະຫວ່າງໃດໜຶ່ງຈາກການອ່ານພຣະທຳຂອງພຣະເຈົ້າ ແລະ ຂ້ອຍບໍ່ສາມາດຮວບຮວມຄວາມກະຕືລືລົ້ນໃດໜຶ່ງສຳລັບໜ້າທີ່ຂອງຂ້ອຍ. ຂ້ອຍດຳລົງຊີວິດຢູ່ໃນຄວາມມຶນງົງທັງສິ້ນ. ໃນຄວາມເຈັບປວດຂອງຂ້ອຍ, ຂ້ອຍຮ້ອງຫາພຣະເຈົ້າວ່າ: “ໂອ ພຣະເຈົ້າ! ຂ້ານ້ອຍກະບົດຫຼາຍ; ຂ້ານ້ອຍບໍ່ສາມາດຍອມຢູ່ຕໍ່ໜ້າໜ້າທີ່ນີ້ີ. ກະລຸນາຊີ້ນຳຂ້ານ້ອຍ, ເຮັດໃຫ້ຂ້ານ້ອຍຮູ້ຕົນເອງ ແລະ ເຊື່ອຟັງ”.

ຂ້ອຍອ່ານຂໍ້ຄວາມນີ້ໃນພຣະທຳຂອງພຣະເຈົ້າຫຼັງຈາກຄຳອະທິຖານຂອງຂ້ອຍ: “ເຮົາພໍໃຈໃນຄົນທີ່ບໍ່ມີຄວາມສົງໄສກ່ຽວກັບຄົນອື່ນ ແລະ ເຮົາມັກຄົນທີ່ຍອມຮັບຄວາມຈິງດ້ວຍຄວາມເຕັມໃຈ; ສຳລັບມະນຸດສອງປະເພດນີ້ ເຮົາສະແດງຄວາມຫ່ວງໃຍຢ່າງໃຫຍ່ຫຼວງ ຍ້ອນໃນສາຍຕາຂອງເຮົາ ພວກເຂົາເປັນມະນຸດທີ່ຊື່ສັດ. ຖ້າເຈົ້າເປັນຄົນຫຼອກລວງ ແລ້ວເຈົ້າກໍຈະມີຫົວໃຈທີ່ບໍ່ເຊື່ອໃຜ ແລະ ສົງໄສຕໍ່ທຸກຄົນ ແລະ ທຸກເລື່ອງ ແລະ ດ້ວຍເຫດນັ້ນ ຄວາມເຊື່ອທີ່ເຈົ້າມີຕໍ່ເຮົາແມ່ນເກີດຂຶ້ນເທິງພື້ນຖານຂອງຄວາມສົງໄສ. ເຮົາບໍ່ສາມາດຮັບຮູ້ຄວາມເຊື່ອດັ່ງກ່າວໄດ້. ການຂາດຄວາມເຊື່ອທີ່ແທ້ຈິງ ເຈົ້າກໍຈະຍິ່ງປາສະຈາກຄວາມຮັກທີ່ແທ້ຈິງ. ແລ້ວຖ້າເຈົ້າສາມາດສົງໄສພຣະເຈົ້າ ແລະ ຄາດເດົາກ່ຽວກັບພຣະອົງຕາມໃຈມັກ ແລ້ວເຈົ້າກໍເປັນຄົນທີ່ຫຼອກລວງທີ່ສຸດຢ່າງບໍ່ຕ້ອງສົງໄສ. ເຈົ້າຄາດຄະເນວ່າ ພຣະເຈົ້າສາມາດເປັນຄືກັບມະນຸດໄດ້ ຫຼື ບໍ່: ນັ້ນ ຄືຄວາມຜິດບາບທີ່ຍົກໂທດໃຫ້ບໍ່ໄດ້, ເປັນຄົນທີ່ມີບຸກຄະລິກຕໍ່າ, ປາສະຈາກຄວາມຍຸຕິທຳ ແລະ ເຫດຜົນ, ຂາດຄວາມສຳນຶກແຫ່ງຄວາມຊອບທໍາ, ຕົກຢູ່ໃນກົນລະຍຸດທີ່ຊົ່ວຊ້າ, ມີເລ່ລ່ຽມ ແລະ ສະຫຼາດແກມໂກງ, ເປັນທີ່ພໍໃຈຂອງສິ່ງຊົ່ວຮ້າຍ ແລະ ຄວາມມືດມົງ ແລະ ອື່ນໆອີກ. ເຫດຜົນທີ່ມະນຸດມີຄວາມຄິດດັ່ງກ່າວບໍ່ແມ່ນຍ້ອນມະນຸດບໍ່ມີຄວາມຮູ້ແມ່ນແຕ່ໜ້ອຍດຽວກ່ຽວກັບພຣະເຈົ້າບໍ? ຄວາມເຊື່ອປະເພດນີ້ບໍ່ມີຫຍັງນອກຈາກຄວາມຜິດບາບ! ເຖິງກັບມີບາງຄົນທີ່ເຊື່ອວ່າ ຄົນທີ່ເຮັດໃຫ້ເຮົາພໍໃຈແມ່ນຄົນປະຈົບປະແຈງ ແລະ ຄົນລູບແຂ່ງເລຍຂາແທ້ໆ ແລະ ຄົນທີ່ບໍ່ມີທັກສະດັ່ງກ່າວກໍຈະບໍ່ຖືກຕ້ອນຮັບໃນເຮືອນຂອງພຣະເຈົ້າ ແລະ ຈະສູນເສຍຕໍາແໜ່ງຂອງພວກເຂົາໃນທີ່ນັ້ນ. ສິ່ງນີ້ແມ່ນຄວາມຮູ້ທັງໝົດທີ່ພວກເຈົ້າໄດ້ຮັບຫຼັງຈາກຊ່ວງເວລາທີ່ຜ່ານມາບໍ? ນີ້ແມ່ນສິ່ງທີ່ພວກເຈົ້າໄດ້ຮັບບໍ? ແລ້ວຄວາມຮູ້ຂອງພວກເຈົ້າທີ່ກ່ຽວກັບເຮົາບໍ່ໄດ້ຢຸດຕິລົງພຽງທີ່ຄວາມເຂົ້າໃຈຜິດເຫຼົ່ານີ້; ຮ້າຍແຮງໄປກວ່ານັ້ນກໍຄືການໝິ່ນປະໝາດທີ່ພວກເຈົ້າມີຕໍ່ພຣະວິນຍານຂອງພຣະເຈົ້າ ແລະ ການປະນາມສະຫວັນ. ນີ້ຄືເຫດຜົນທີ່ເຮົາເວົ້າວ່າ ຄວາມເຊື່ອປະເພດດັ່ງກ່າວຂອງພວກເຈົ້າຈະພຽງແຕ່ເຮັດໃຫ້ພວກເຈົ້າຫ່າງເຫີນຈາກເຮົາ ແລະ ຕໍ່ຕ້ານເຮົາຫຼາຍຍິ່ງຂຶ້ນ” (ຄັດຈາກບົດ “ວິທີທີ່ຈະຮູ້ຈັກພຣະເຈົ້າເທິງແຜ່ນດິນໂລກ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະທຳແຫ່ງການພິພາກສາ ແລະ ການເປີດເຜີຍຂອງພຣະເຈົ້າໂຈມຕີຄວາມຢ້ານກົວໃນຫົວໃຈຂອງຂ້ອຍ ໂດຍສະເພາະໃນສ່ວນທີ່ພຣະອົງເວົ້າວ່າ “ແລ້ວຄວາມຮູ້ຂອງພວກເຈົ້າທີ່ກ່ຽວກັບເຮົາບໍ່ໄດ້ຢຸດຕິລົງພຽງທີ່ຄວາມເຂົ້າໃຈຜິດເຫຼົ່ານີ້; ຮ້າຍແຮງໄປກວ່ານັ້ນກໍຄືການໝິ່ນປະໝາດທີ່ພວກເຈົ້າມີຕໍ່ພຣະວິນຍານຂອງພຣະເຈົ້າ ແລະ ການປະນາມສະຫວັນ”. ນັ້ນເປັນສິ່ງທີ່ສະເທືອນຄວາມຮູ້ສຶກສຳລັບຂ້ອຍຫຼາຍ. ການຢູ່ໃນສະພາວະແຫ່ງການປ້ອງກັນ ແລະ ການຫຼົງຜິດນັ້ນຄືການທີ່ຂ້ອຍຕໍ່ຕ້ານ ແລະ ໝິ່ນປະໝາດພຣະເຈົ້າ. ຂ້ອຍຄິດວ່າ ຕະຫຼອດເວລາເຫຼົ່ານັ້ນ ຂ້ອຍຖືກປົດຈາກບົດບາດການເປັນຜູ້ນໍາໄດ້ແນວໃດ, ມັນເປັນເພາະຂ້ອຍບໍ່ໄດ້ສະແຫວງຫາຄວາມຈິງ, ແຕ່ຂ້ອຍພຽງໄລ່ຕາມຊື່ ແລະ ສະຖານະເທົ່ານັ້ນ, ພະຍາຍາມເຮັດໃຫ້ຜູ້ຄົນເຊີດຊູຂ້ອຍ ແລະ ນັບຖືຂ້ອຍ. ຂ້ອຍຢູ່ໃນເສັ້ນທາງທີ່ຂັດກັບພຣະເຈົ້າ. ຫຼັງຈາກທີ່ໄດ້ຖືກປົດອອກຈາກຕໍາແໜ່ງຂອງຂ້ອຍ, ມັນຄືພຣະທຳຂອງພຣະເຈົ້າທີ່ນໍາພາຂ້ອຍໃຫ້ເຂົ້າໃຈຄວາມປະສົງຂອງພຣະອົງ; ມັນຄືພຣະທຳຂອງພຣະເຈົ້າທີ່ຊີ້ນໍາຂ້ອຍອອກຈາກຄວາມລົ້ມເຫຼວ ແລະ ຄວາມຄິດລົບຂອງຂ້ອຍ. ແມ່ນແຕ່ຫຼັງຈາກນັ້ນ, ພຣະເຈົ້າຍັງໃຫ້ໂອກາດຂ້ອຍສືບຕໍ່ເຮັດໜ້າທີ່ຂອງຂ້ອຍ ເພື່ອສະແຫວງຫາຄວາມຈິງ ແລະ ຮັບເອົາຄວາມລອດພົ້ນຂອງພຣະອົງໃນລະຫວ່າງທີ່ປະຕິບັດໜ້າທີ່ຂອງຂ້ອຍ. ຂ້ອຍຮູ້ວ່າພຣະເຈົ້າບໍ່ມີເຈດຕະນາຈະເປີດໂປງ ແລະ ກໍາຈັດຂ້ອຍ, ແຕ່ຂ້ອຍເຕັມໄປດ້ວຍການຄາດເດົາ ແລະ ຄວາມສົງໄສ, ຄິດວ່າພຣະເຈົ້າຈະໃຊ້ການບໍລິການຂອງຂ້ອຍໃນຖານະທີ່ເປັນຜູ້ນໍາເພື່ອເປີດໂປງ ແລະ ກໍາຈັດຂ້ອຍຖິ້ມ. ນັ້ນຄືຄວາມເຂົ້າໃຈຜິດທັງສິ້ນກ່ຽວກັບພຣະເຈົ້າ, ມັນຄືການໝິ່ນປະໝາດ! ໃນທີ່ສຸດ ສິ່ງນີ້ກໍກະຕຸ້ນຫົວໃຈທີ່ກະບົດຂອງຂ້ອຍໜ້ອຍໜຶ່ງ ແລະ ຂ້ອຍເຫັນວ່າ ເຖິງວ່າຂ້ອຍຈະຖືກປົດສອງສາມຄັ້ງ, ຂ້ອຍກໍບໍ່ເຄີຍໃຊ້ປະສົບການເຫຼົ່ານັ້ນໃຫ້ເປັນໂອກາດໃນການສະແຫວງຫາຄວາມຈິງ ແລະ ໄຕ່ຕອງກ່ຽວກັບຕົນເອງ. ກົງກັນຂ້າມ, ຄວາມເຂົ້າໃຈຜິດຂອງຂ້ອຍກ່ຽວກັບພຣະເຈົ້າ ແລະ ການຕັ້ງທ່າລະວັງຂອງຂ້ອຍແມ່ນເພີ່ມຂຶ້ນ. ຂ້ອຍເຕັມໄປດ້ວຍຄວາມຮູ້ສຶກຜິດ ແລະ ເສຍໃຈ.

ຂ້ອຍໄດ້ອ່ານອີກຂໍ້ຄວາມໃນພຣະທຳຂອງພຣະເຈົ້າຫຼັງຈາກນັ້ນ: “ໃນຊ່ວງເວລາທີ່ຄົນເສື່ອມຊາມໄດ້ຮັບສະຖານະ, ບໍ່ວ່າພວກເຂົາຈະເປັນໃຜກໍຕາມ, ຕໍ່ມາພວກເຂົາກາຍເປັນຜູ້ຕໍ່ຕ້ານພຣະຄຣິດບໍ? (ຖ້າພວກເຂົາບໍ່ສະແຫວງຫາຄວາມຈິງ, ພວກເຂົາກໍຈະກາຍເປັນຜູ້ຕໍ່ຕ້ານພຣະຄຣິດ, ແຕ່ຖ້າພວກເຂົາສະແຫວງຫາຄວາມຈິງ, ພວກເຂົາກໍຈະບໍ່ກາຍເປັນຜູ້ຕໍ່ຕ້ານພຣະຄຣິດ). ສິ່ງນີ້ບໍ່ແມ່ນຄວາມເດັດຂາດເລີຍ. ສະນັ້ນ, ບັນດາຜູ້ທີ່ຍ່າງບົນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດຍ່າງບົນເສັ້ນທາງນັ້ນຍ້ອນສະຖານະບໍ? ສິ່ງນັ້ນເກີດຂຶ້ນເມື່ອຜູ້ຄົນບໍ່ຍ່າງບົນເສັ້ນທາງທີ່ຖືກຕ້ອງ. ພວກເຂົາມີເສັ້ນທາງທີ່ດີໃຫ້ຍ່າງຕາມ, ແຕ່ພວກເຂົາບໍ່ຍ່າງຕາມມັນ; ກົງກັນຂ້າມ, ພວກເຂົາຢືນຢັນທີ່ຈະຍ່າງບົນເສັ້ນທາງທີ່ຊົ່ວຮ້າຍ. ນີ້ແມ່ນຄ້າຍຄືກັນກັບວິທີການທີ່ຄົນກິນ: ບາງຄົນບໍ່ຍອມບໍລິໂພກອາຫານທີ່ບຳລຸງລ້ຽງຮ່າງກາຍ ແລະ ຄ້ຳຈູນການມີຊີວິດແບບປົກກະຕິຂອງພວກເຂົາ, ແຕ່ກົງກັນຂ້າມ ກັບຢືນຢັນທີ່ຈະບໍລິໂພກສິ່ງທີ່ທໍາຮ້າຍພວກເຂົາ, ເຊິ່ງໃນທີ່ສຸດກໍຈະເຮັດໃຫ້ຕົວເອງຊຸດໂຊມລົງ. ນີ້ບໍ່ແມ່ນທາງເລືອກຂອງພວກເຂົາເອງບໍ? ບາງຄົນທີ່ເຄີຍເປັນຜູ້ນຳ ແລະ ຖືກກຳຈັດຫຼັງຈາກນັ້ນໄດ້ເຜີຍແຜ່ຫຍັງອອກໄປ? ‘ຈົ່ງຢ່າເປັນຜູ້ນຳ ແລະ ຢ່າປ່ອຍໃຫ້ຕົວເອງໄດ້ຮັບສະຖານະ. ຄົນຕົກຢູ່ໃນອັນຕະລາຍໃນເວລາທີ່ພວກເຂົາໄດ້ຮັບສະຖານະໃດໜຶ່ງ ແລະ ພຣະເຈົ້າຈະເປີດໂປງພວກເຂົາ! ເມື່ອພວກເຂົາຖືກເປີດໂປງ, ພວກເຂົາຈະບໍ່ຄູ່ຄວນແມ່ນແຕ່ເປັນຜູ້ເຊື່ອທຳມະດາ ແລະ ຈະບໍ່ມີໂອກາດໃດອີກຕໍ່ໄປ’. ຈະເວົ້າວ່າສິ່ງນັ້ນເປັນສິ່ງປະເພດໃດ? ຢ່າງດີທີ່ສຸດ, ມັນສະແດງເຖິງຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າ; ຢ່າງຮ້າຍທີ່ສຸດ, ມັນເປັນການໝິ່ນປະໝາດພຣະອົງ. ຖ້າເຈົ້າບໍ່ຍ່າງບົນເສັ້ນທາງທີ່ຖືກຕ້ອງ, ບໍ່ສະແຫວງຫາຄວາມຈິງ ແລະ ບໍ່ເດີນຕາມທາງຂອງພຣະເຈົ້າ, ແຕ່ກົງກັນຂ້າມ ເຈົ້າຢືນຢັນທີ່ຈະໄປຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດ ແລະ ຈົບລົງບົນເສັ້ນທາງຂອງໂປໂລ, ໃນທີ່ສຸດກໍ່ພົບກັບຜົນຮັບດຽວກັນ, ຈຸດຈົບດຽວກັນຄືກັບໂປໂລ, ຍັງຕຳນິພຣະເຈົ້າ ແລະ ເວົ້າວ່າການພິພາກສາຂອງພຣະເຈົ້ານັ້ນບໍ່ຊອບທຳ, ແລ້ວເຈົ້າບໍ່ແມ່ນບົດຄວາມທີ່ແທ້ຈິງຂອງຜູ້ຕໍ່ຕ້ານພຣະຄຣິດບໍ? ພຶດຕິກໍາດັ່ງກ່າວຖືກສາບແຊ່ງ!” (ຄັດຈາກບົດ “ເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງຄົນໆໜຶ່ງ, ຄົນນັ້ນຕ້ອງມີເສັ້ນທາງແຫ່ງການປະຕິບັດໂດຍສະເພາະ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ຂໍ້ຄວາມນີ້ໃນພຣະທຳຂອງພຣະເຈົ້າສະແດງໃຫ້ຂ້ອຍເຫັນວ່າ ເມື່ອຜູ້ຄົນເດີນໄປຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດ ແລະ ຖືກກຳຈັດ, ມັນບໍ່ແມ່ນຍ້ອນວ່າພວກເຂົາທຳລາຍດ້ວຍກັບດັກຂອງສະຖານະ. ມັນຖືກຝັງໄວ້ໃນຄວາມລົ້ມເຫຼວທີ່ຈະສະແຫວງຫາຄວາມຈິງ; ມັນຖືກຝັງໄວ້ໃນການສະແຫວງຫາຊື່ສຽງ ແລະ ຜົນປະໂຫຍດຢູ່ສະເໝີ, ໃນການໂອ້ອວດ ແລະ ການຕ້ອງການຮັບເອົາການຍ້ອງຍໍ, ບາງຄັ້ງເຖິງກັບຢູ່ໃນຈຸດທີ່ເຮັດສິ່ງຊົ່ວຮ້າຍ ແລະ ຂັດຂວາງວຽກງານຂອງຄຣິດຕະຈັກ. ລອງເບິ່ງໃກ້ໆ, ຂ້ອຍໄດ້ເຫັນວ່າຄວາມລົ້ມເຫລວທີ່ຜ່ານມາຂອງຂ້ອຍບໍ່ໄດ້ເປັນຍ້ອນຕໍາແຫນ່ງຂອງຂ້ອຍ, ແຕ່ເປັນເພາະຂ້ອຍມີອຸປະນິໄສທີ່ອວດດີ ແລະ ບໍ່ໄດ້ສະແຫວງຫາຄວາມຈິງໃນໜ້າທີ່ຂອງຂ້ອຍ. ກົງກັນຂ້າມ, ຂ້ອຍກຳລັງສະແຫວງຫາຊື່ ແລະ ສະຖານະ ແລະ ບໍ່ໄດ້ເຊີດຊູໜ້າທີ່ຂອງຂ້ອຍຢ່າງຖືກຕ້ອງ. ອ້າຍເອື້ອຍນ້ອງຄົນອື່ນອີກຫຼາຍຄົນມີຕຳແໜ່ງຂອງຜູ້ນໍາເຊັ່ນກັນ, ແຕ່ພວກເຂົາໄດ້ເດີນໄປໃນເສັ້ນທາງທີ່ຖືກຕ້ອງ. ພວກເຂົາໃຫ້ຄວາມສຳຄັນກັບການໄຕ່ຕອງຕົນເອງ ແລະ ການຮູ້ຈັກຕົນເອງ ເມື່ອພວກເຂົາເປີດເຜີຍຄວາມເສື່ອມຊາມ, ປະສົບກັບຄວາມຫຼົ້ມເຫຼວ ຫຼື ກະທຳການຝ່າຝືນ; ພວກເຂົາໃຫ້ຄວາມສຳຄັນກັບການສະແຫວງຫາຄວາມຈິງ ເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງ, ເຮັດສິ່ງຕ່າງໆຕາມຄວາມຈິງ-ຫຼັກການ. ພວກເຂົາຍັງປະສົບຜົນສຳເລັດຫຼາຍຂຶ້ນເລື້ອຍໆໃນວຽກງານຂອງພວກເຂົາຕະຫຼອດເວລາ. ການມີສະຖານະສະແດງໃຫ້ເຫັນເຖິງທາດແທ້ຂອງຄົນໆໜຶ່ງແທ້ໆ. ສຳລັບບາງຄົນທີ່ສະແຫວງຫາຄວາມຈິງ, ບໍ່ວ່າພວກເຂົາຈະມີຕໍາແໜ່ງທີ່ສູງສໍ່າໃດກໍຕາມ, ພວກເຂົາຈະບໍ່ຖືກກະຕຸ້ນໃຫ້ເຮັດສິ່ງທີ່ຊົ່ວຮ້າຍ, ແຕ່ສຳລັບຄົນທີ່ບໍ່ສະແຫວງຫາຄວາມຈິງ, ພວກເຂົາຈະຖືກກຳຈັດໃນທີ່ສຸດ ເຖິງແມ່ນວ່າພວກເຂົາບໍ່ໄດ້ຢູ່ໃນຕໍາແໜ່ງທີ່ມີອຳນາດ. ການຮັບເອົາຄວາມເຂົ້າໃຈກ່ຽວກັບທຸກສິ່ງນີ້ຍັງຊ່ວຍໃຫ້ຂ້ອຍຮັບຮູ້ວ່າເປັນຫຍັງຂ້ອຍຈຶ່ງຕໍ່ຕ້ານການຖືກເລືອກໃຫ້ເປັນຜູ້ນໍາຫຼາຍ ແລະ ເປັນຫຍັງຂ້ອຍຈຶ່ງມີຂໍ້ອ້າງທີ່ຈະບໍ່ຮັບເອົາໜ້າທີ່ນັ້ນ. ຫຼັກໆແລ້ວ ມັນເປັນເພາະວ່າ ເຖິງແມ່ນວ່າຫຼັງຈາກການຖືກປົດສອງສາມຄັ້ງ, ຂ້ອຍຍັງບໍ່ໄດ້ສະແຫວງຫາຄວາມຈິງ ຫຼື ໄຕ່ຕອງເຖິງຮາກຂອງຄວາມລົ້ມເຫຼວຂອງຂ້ອຍ, ແຕ່ກົງກັນຂ້າມ ຂ້ອຍຄິດວ່າມັນຄືສະຖານະທີ່ຂ້ອຍມີ ເຊິ່ງເຮັດໃຫ້ຂ້ອຍສະດຸດລົ້ມຄັ້ງແລ້ວຄັ້ງເລົ່າ. ຂ້ອຍຍັງຍຶດຕິດກັບຄວາມເຊື່ອຜິດໆ ເຊັ່ນ: “ຍິ່ງພວກເຂົາຍິ່ງໃຫຍ່ເທົ່າໃດ, ພວກເຂົາກໍ່ຍິ່ງລົ້ມລົງຍາກເທົ່າໃດ” ແລະ “ມັນໂດດດ່ຽວຢູ່ເທິງສຸດ” ຄືກັບວ່າພວກມັນເປັນຄວາມຈິງ. ດັ່ງນັ້ນ ເມື່ອອ້າຍເອື້ອຍນ້ອງເລືອກໃຫ້ຂ້ອຍເປັນຜູ້ນໍາອີກຄັ້ງ, ຂ້ອຍຈຶ່ງບໍ່ຍອມ ແລະ ຮັບເອົາມັນຢ່າງມີຄວາມສຸກ, ແຕ່ພັດພະຍາຍາມປົກປ້ອງຕົນເອງແທນ, ຢ້ານວ່າຖ້າຫາກວ່າຂ້ອຍຮັບໃຊ້ເປັນຜູ້ນໍາ ຂ້ອຍຈະຖືກເປີດໂປງ ແລະ ຖືກປົດອີກຄັ້ງ ຫຼື ຂ້ອຍຈະຈົບລົງໂດຍການເຮັດການຊົ່ວຮ້າຍ ແລະ ຖືກຂັບໄລ່. ຂ້ອຍຊ່າງໂງ່ແທ້ໆ!

ຂ້ອຍໄດ້ອ່ານສິ່ງນີ້ຢູ່ໃນພຣະທຳຂອງພຣະເຈົ້າເຊັ່ນກັນ: “ລະຫວ່າງໜ້າທີ່ຂອງມະນຸດ ແລະ ເລື່ອງທີ່ວ່າພວກເຂົາຈະໄດ້ຮັບພອນ ຫຼື ວ່າຄໍາສາບແຊ່ງນັ້ນ ແມ່ນບໍ່ກ່ຽວຂ້ອງກັນ. ໜ້າທີ່ແມ່ນສິ່ງທີ່ມະນຸດຄວນປະຕິບັດ; ມັນແມ່ນວຽກງານທີ່ສະຫວັນສົ່ງມາ ແລະ ບໍ່ຄວນອີງໃສ່ຜົນຕອບແທນ, ເງື່ອນໄຂ ແລະ ເຫດຜົນ. ເມື່ອນັ້ນເທົ່ານັ້ນ ຈຶ່ງຖືວ່າ ເຂົາໄດ້ປະຕິບັດຕໍ່ໜ້າທີ່ຂອງຕົນ. ການໄດ້ຮັບພອນແມ່ນເວລາທີ່ຄົນເຮົາຖືກເຮັດໃຫ້ສົມບູນ ແລະ ມີຄວາມສຸກກັບພອນຂອງພຣະເຈົ້າຫຼັງຈາກໄດ້ປະສົບກັບການພິພາກສາ. ການຖືກສາບແຊ່ງແມ່ນເວລາທີ່ໃຈຂອງບາງຄົນບໍ່ປ່ຽນແປງຫລັງຈາກປະສົບກັບການຂ້ຽນຕີ ແລະ ການພິພາກສາ, ມັນແມ່ນເວລາທີ່ພວກເຂົາບໍ່ໄດ້ປະສົບກັບການຖືກເຮັດໃຫ້ສົມບູນ ນອກຈາກຖືກລົງໂທດ. ແຕ່ຢ່າງໃດກໍຕາມ ບໍ່ວ່າພວກເຂົາຈະໄດ້ຮັບພອນ ຫຼື ຖືກສາບແຊ່ງກໍຕາມ, ສິ່ງມີຊີວິດທີ່ຖືກສ້າງຂຶ້ນກໍຄວນສໍາເລັດໜ້າທີ່ຂອງຕົນ, ປະຕິບັດສິ່ງທີ່ພວກເຂົາຄວນປະຕິບັດ ແລະ ເຮັດໃນສິ່ງທີ່ພວກເຂົາສາມາດເຮັດໄດ້; ນີ້ຄືສິ່ງທີ່ໜ້ອຍທີ່ສຸດທີ່ຄົນທີ່ສະແຫວງຫາພຣະເຈົ້າຄວນເຮັດ. ເຈົ້າບໍ່ຄວນປະຕິບັດໜ້າທີ່ຂອງເຈົ້າພຽງແຕ່ຢາກໄດ້ຮັບພອນ ແລະ ເຈົ້າບໍ່ຄວນປະຕິເສດທີ່ຈະກະທໍາເພາະຢ້ານຖືກສາບແຊ່ງ. ເຮົາຂໍບອກພວກເຈົ້າກ່ຽວກັບສິ່ງນີ້ວ່າ: ການປະຕິບັດໜ້າຂອງມະນຸດແມ່ນສິ່ງທີ່ເຂົາຄວນເຮັດ ແລະ ຖ້າເຂົາບໍ່ສາມາດປະຕິບັດໜ້າທີ່ຂອງຕົນໄດ້ ນັ້ນແມ່ນຄວາມກະບົດຂອງເຂົາ” (ຄັດຈາກບົດ “ຄວາມແຕກຕ່າງລະຫວ່າງພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໜ້າທີ່ຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຂ້ອຍສາມາດເຫັນໄດ້ຈາກພຣະທຳຂອງພຣະເຈົ້າວ່າ ໜ້າທີ່ຂອງຄົນໆໜຶ່ງບໍ່ແມ່ນປັດໄຈທີ່ຕັດສິນໃຈວ່າ ໃນທີ່ສຸດແລ້ວ ພວກເຂົາຈະໄດ້ຮັບພອນ ຫຼື ຖືກສາບແຊ່ງ; ກົງກັນຂ້າມ, ຫຼັກໆແລ້ວ ນັ້ນແມ່ນອີງໃສ່ການທີ່ພວກເຂົາໄດ້ສະແຫວງຫາຄວາມຈິງໃນໜ້າທີ່ຂອງພວກເຂົາ ຫຼື ບໍ່, ພວກເຂົາຈົບລົງດ້ວຍການຮັບເອົາຄວາມຈິງ ແລະ ບັນລຸການປ່ຽນແປງໃນອຸປະນິໄສ ຫຼື ບໍ່. ຂ້ອຍຮູ້ສຶກລະອາຍໃຈເນື່ອງຈາກພຣະທຳຂອງພຣະເຈົ້າ ແລະ ຂ້ອຍເຫັນວ່າໃນຕະຫຼອດປີທັງໝົດທີ່ຂ້ອຍມີຄວາມເຊື່ອ, ຂ້ອຍພຽງແຕ່ໄລ່ຕາມອະນາຄົດ ແລະ ປາຍທາງສ່ວນຕົວຂອງຂ້ອຍຢ່າງບ້າປ່ວງ. ໃນຕອນທໍາອິດ, ຂ້ອຍຄິດວ່າການມີຕໍາແໜ່ງຜູ້ນໍາໃນເຮືອນຂອງພຣະເຈົ້າຈະໄດ້ຮັບຄວາມນັບຖືຈາກຄົນອື່ນ ແລະ ການຮອງຮັບຈາກພຣະເຈົ້າ, ຂ້ອຍຈະຈົບລົງດ້ວຍການໄດ້ຮັບພອນ ແລະ ການມີຈຸດໝາຍປາຍທາງທີ່ດີ. ສິ່ງນັ້ນໄດ້ກະຕຸ້ນໃຫ້ຂ້ອຍເອງພະຍາຍາມຢ່າງກະຕືລືລົ້ນ, ທົນທຸກສຳລັບໜ້າທີ່ຂອງຂ້ອຍ. ແຕ່ຫຼັງຈາກຖືກປົດຫຼາຍຄັ້ງ, ຂ້ອຍກໍຢ້ານທີ່ຈະຖືກເປີດໂປງ ແລະ ຖືກກຳຈັດໃນຖານະເປັນຜູ້ນຳ, ສະນັ້ນ ຂ້ອຍຈຶ່ງລັງເລທີ່ຈະຮັບເອົາໜ້າທີ່ນັ້ນ. ຂ້ອຍຮູ້ວ່າຂ້ອຍກຳລັງເຮັດໜ້າທີ່ຂອງຂ້ອຍໃນວິທີການດຳເນີນການ, ເພື່ອຮັບເອົາຈຸດໝາຍປາຍທາງທີ່ດີຈາກພຣະເຈົ້າ. ຂ້ອຍເຖິງກັບຕ້ອງການໃຫ້ພຣະເຈົ້າຮັບປະກັນເປັນສ່ວນຕົວວ່າຂ້ອຍສາມາດຖືກຊ່ວຍໃຫ້ລອດພົ້ນກ່ອນທີ່ຂ້ອຍຈະເຕັມໃຈເສຍສະຫຼະບາງຢ່າງ ແລະ ສະຫຼະຄວາມພະຍາຍາມບາງຢ່າງ. ຂ້ອຍປະຕິເສດການຝາກຝັງຂອງພຣະເຈົ້າສຳລັບຂ້ອຍ ເພື່ອປົກປ້ອງຕົນເອງ, ບິດເບືອນເຫດຜົນ ແລະ ຊອກຫາຂໍ້ອ້າງ ໂດຍເວົ້າວ່າຂ້ອຍຢ້ານທີ່ຈະຂວາງຫົນທາງຂອງວຽກງານໃນຄຣິດຕະຈັກ. ຂ້ອຍເຖິງກັບຄິດວ່າຂ້ອຍມີເຫດຜົນຢ່າງສົມບູນ, ມັນກົງກັນຂ້າມຢ່າງສິ້ນເຊີງ! ໃນຈຸດນັ້ນ, ຂ້ອຍຮູ້ສຶກບໍ່ດີຫຼາຍ ເມື່ອຂ້ອຍໄດ້ອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າ: “ການປະຕິບັດໜ້າຂອງມະນຸດແມ່ນສິ່ງທີ່ເຂົາຄວນເຮັດ ແລະ ຖ້າເຂົາບໍ່ສາມາດປະຕິບັດໜ້າທີ່ຂອງຕົນໄດ້ ນັ້ນແມ່ນຄວາມກະບົດຂອງເຂົາ”. ມັນເປັນພຽງແຕ່ຂໍ້ແທ້ຈິງທີ່ວ່າ ຂ້ອຍຂາດຄວາມຈິງ-ຄວາມເປັນຈິງ ແລະ ວຸດທິພາວະຂອງຂ້ອຍມີບໍ່ພຽງພໍ. ການທີ່ພຣະເຈົ້າມອບໂອກາດໃຫ້ຂ້ອຍໄດ້ເຮັດໜ້າທີ່ເປັນຜູ້ນໍາບໍ່ແມ່ນເພາະວ່າຂ້ອຍສາມາດທີ່ຈະຮັບບົດບາດນັ້ນ, ແຕ່ມີຄວາມຫວັງວ່າຂ້ອຍຈະສະແຫວງຫາຄວາມຈິງຜ່ານການປະຕິບັດໜ້າທີ່ຂອງຂ້ອຍ, ຂ້ອຍຈະແກ້ໄຂຂໍ້ບົກຜ່ອງສ່ວນຕົວຂອງຂ້ອຍ ແລະ ສາມາດປະຕິບັດໜ້າທີ່ຂອງຂ້ອຍໃຫ້ເປັນທີ່ພໍໃຈ. ແຕ່ກົງກັນຂ້າມ, ຂ້ອຍເຫັນແກ່ຕົວ ແລະ ເປັນຕາລັງກຽດ, ພຽງແຕ່ຄິດເຖິງຕົນເອງ, ຢ້ານວ່າຖ້າຂ້ອຍຖືກເປີດໂປງ ແລະ ຖືກປ່ຽນແທນໃນຖານະຜູ້ນຳ, ຂ້ອຍຈະສູນເສຍຜົນໄດ້ຮັບ ແລະ ຈຸດໝາຍປາຍທາງທີ່ດີ. ແລ້ວດ້ວຍເຫດນັ້ນ ຂ້ອຍຈຶ່ງໃຊ້ສະໝອງຂອງຂ້ອຍຢ່າງໜັກເພື່ອອອກຈາກມັນ. ຂ້ອຍກະບົດຢ່າງບໍ່ໜ້າເຊື່ອ, ຂ້ອຍຈະສາມາດອ້າງວ່າມີການຍອມຕໍ່ພຣະເຈົ້າແມ່ນແຕ່ໜ້ອຍດຽວໄດ້ແນວໃດ?

ຂ້ອຍໄດ້ອ່ານຂໍ້ຄວາມອີກສອງສາມຂໍ້ໃນພຣະທຳຂອງພຣະເຈົ້າໃນການສະແຫວງຫາຂອງຂ້ອຍ. “ພາລະກິດຂອງເປໂຕແມ່ນການປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າ. ລາວບໍ່ໄດ້ປະຕິບັດພາລະກິດໃນບົດບາດຂອງອັກຄະສາວົກ, ແຕ່ໃນເສັ້ນທາງຂອງການສະແຫວງຫາຄວາມຮັກສໍາລັບພຣະເຈົ້າ. ເສັ້ນທາງແຫ່ງພາລະກິດຂອງໂປໂລແມ່ນປະກອບດ້ວຍການສະແຫວງຫາເພື່ອຜົນປະໂຫຍດສ່ວນຕົວຂອງລາວ: ການສະແຫວງຫາຂອງລາວແມ່ນບໍ່ໄດ້ເຫັນແກ່ຫຍັງເລີຍ ນອກຈາກຄວາມຫວັງສຳລັບອະນາຄົດຂອງລາວ ແລະ ຄວາມປາຖະໜາສຳລັບຈຸດໝາຍປາຍທາງທີ່ດີ. ລາວບໍ່ຍອມຮັບເອົາການຫຼໍ່ຫຼອມໃນລະຫວ່າງປະຕິບັດພາລະກິດຂອງລາວ ຫຼື ລາວບໍ່ຍອມຮັບເອົາການລິຮານ ແລະ ການຈັດການ. ລາວເຊື່ອວ່າ ຕາບໃດທີ່ພາລະກິດທີ່ລາວເຮັດນັ້ນສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ ແລະ ທຸກສິ່ງທີ່ລາວເຮັດນັ້ນເປັນທີ່ພໍໃຈພຣະເຈົ້າ, ແລ້ວໃນທີ່ສຸດ ລາງວັນກໍຈະເປັນຂອງລາວ. ບໍ່ມີປະສົບການສ່ວນຕົວໃນພາລະກິດຂອງລາວ, ພາລະກິດນັ້ນແມ່ນລ້ວນແລ້ວແຕ່ເພື່ອຕົວມັນເອງ ແລະ ບໍ່ໄດ້ປະຕິບັດໃນທ່າມກາງການສະແຫວງຫາເພື່ອປ່ຽນແປງ. ທຸກສິ່ງທີ່ຢູ່ໃນພາລະກິດຂອງລາວແມ່ນປະຕິບັດໃນຮູບແບບທຸລະກິດ, ມັນບໍ່ໄດ້ປະຕິບັດໃນຮູບແບບໜ້າທີ່ ຫຼື ການຍິນຍອມຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າ. ໃນລະຫວ່າງເສັ້ນທາງແຫ່ງພາລະກິດຂອງໂປໂລນັ້ນ, ບໍ່ມີການປ່ຽນແປງໃນອຸປະນິໄສເດີມຂອງລາວ. ພາລະກິດຂອງລາວແມ່ນເປັນການບໍລິການຄົນອື່ນເທົ່ານັ້ນ ແລະ ບໍ່ສາມາດນໍາການປ່ຽນແປງມາສູ່ອຸປະນິໄສຂອງລາວໄດ້. ໂປໂລປະຕິບັດພາລະກິດຂອງລາວໂດຍກົງ ໂດຍບໍ່ໄດ້ຖືກເຮັດໃຫ້ສົມບູນ ຫຼື ຖືກຈັດການ ແຕ່ລາວຖືກຜັກດັນໂດຍລາງວັນ. ເປໂຕແມ່ນແຕກຕ່າງ: ລາວເປັນຄົນທີ່ຜະເຊີນກັບການລິຮານ ແລະ ການຈັດການ ແລະ ໄດ້ຜະເຊີນກັບການຫຼໍ່ຫຼອມ. ໂດຍພື້ນຖານແລ້ວ ຈຸດປະສົງ ແລະ ແຮງຜັກດັນຂອງພາລະກິດຂອງເປໂຕແຕກຕ່າງຈາກໂປໂລ” (ຄັດຈາກບົດ “ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). “ໃນຖານະທີ່ເປັນສິ່ງຖືກສ້າງຂອງພຣະເຈົ້າ, ມະນຸດຄວນສະແຫວງຫາເພື່ອປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າ ແລະ ສະແຫວງຫາເພື່ອຮັກພຣະເຈົ້າໂດຍບໍ່ຕັດສິນໃຈເປັນຢ່າງອື່ນ ຍ້ອນພຣະເຈົ້າສົມຄວນໄດ້ຮັບຄວາມຮັກຂອງມະນຸດ. ຄົນທີ່ສະແຫວງຫາເພື່ອຮັກພຣະເຈົ້າບໍ່ຄວນສະແຫວງຫາຜົນປະໂຫຍດສ່ວນຕົວ ຫຼື ສິ່ງທີ່ພວກເຂົາປາຖະໜາເປັນການສ່ວນຕົວ; ນີ້ຄືວິທີການສະແຫວງຫາທີ່ຖືກຕ້ອງທີ່ສຸດ. ຖ້າສິ່ງທີ່ເຈົ້າສະແຫວງຫາແມ່ນຄວາມຈິງ, ສິ່ງທີ່ເຈົ້ານໍາເຂົ້າສູ່ການປະຕິບັດກໍແມ່ນຄວາມຈິງ ແລະ ສິ່ງທີ່ເຈົ້າບັນລຸກໍຄືການປ່ຽນແປງໃນອຸປະນິໄສຂອງເຈົ້າ, ແລ້ວເສັ້ນທາງທີ່ເຈົ້າຍ່າງກໍເປັນເສັ້ນທາງທີ່ຖືກຕ້ອງ. ຖ້າສິ່ງທີ່ເຈົ້າສະແຫວງຫາຄືຄວາມສຸກທາງເນື້ອໜັງ ແລະ ສິ່ງທີ່ເຈົ້ານໍາເຂົ້າສູ່ການປະຕິບັດແມ່ນຄວາມຈິງຈາກແນວຄິດຂອງເຈົ້າເອງ ແລະ ຖ້າບໍ່ມີການປ່ຽນແປງໃນອຸປະນິໄສຂອງເຈົ້າ ແລະ ເຈົ້າບໍ່ເຊື່ອຟັງພຣະເຈົ້າທີ່ສະຖິດຢູ່ໃນເນື້ອໜັງເລີຍ ແລະ ເຈົ້າຍັງດຳລົງຊີວິດຢູ່ກັບຄວາມເລື່ອນລອຍ, ແລ້ວສິ່ງທີ່ເຈົ້າສະແຫວງຫາກໍຈະນໍາພາເຈົ້າໄປສູ່ນະຮົກຢ່າງແນ່ນອນ, ຍ້ອນວ່າເສັ້ນທາງທີ່ເຈົ້າຍ່າງນັ້ນເປັນເສັ້ນທາງແຫ່ງຄວາມລົ້ມເຫຼວ. ບໍ່ວ່າເຈົ້າຈະຖືກເຮັດໃຫ້ສົມບູນ ຫຼື ຖືກລົບລ້າງ ແມ່ນຂຶ້ນຢູ່ກັບການສະແຫວງຫາຂອງເຈົ້າເອງ ເຊິ່ງໝາຍຄວາມວ່າ ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນຢູ່ກັບເສັ້ນທາງທີ່ມະນຸດຍ່າງ” (ຄັດຈາກບົດ “ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ການອ່ານຂໍ້ຄວາມເຫຼົ່ານີ້ຊ່ວຍໃຫ້ຂ້ອຍເຂົ້າໃຈເສັ້ນທາງຂອງເປໂຕສູ່ຄວາມສໍາເລັດ ແລະ ເສັ້ນທາງຂອງໂປໂລສູ່ຄວາມລົ້ມເຫຼວໄດ້ດີຂຶ້ນ. ຂ້ອຍເຫັນວ່າເປໂຕພະຍາຍາມເຮັດໜ້າທີ່ຂອງສິ່ງທີ່ຖືກສ້າງ ແລະ ເພິ່ນຍອມຕໍ່ພຣະເຈົ້າ ບໍ່ວ່າໜ້າທີ່ຂອງເພິ່ນຈະນໍາເອົາພອນມາໃຫ້ກັບເພິ່ນ ຫຼື ບໍ່. ເພິ່ນເຮັດໜ້າທີ່ເປັນພະຍານທີ່ກຶກກ້ອງສໍາລັບພຣະເຈົ້າ, ເຊື່ອຟັງເຖິງຂັ້ນເສຍຊີວິດ. ໃນທາງກົງກັນຂ້າມ, ໂປໂລໄດ້ສະແຫວງຫາພອນ ແລະ ລາງວັນ ແລະ ວຽກງານທີ່ໜັກຂອງເພິ່ນແມ່ນເພື່ອຮັບເອົາມົງກຸດແຫ່ງຄວາມຊອບທຳ. ເພິ່ນໃຊ້ວຽກງານຂອງເພິ່ນໃຫ້ເປັນທຶນເພື່ອແລກປ່ຽນກັບພຣະເຈົ້າ, ເດີນຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດ ແລະ ໃນທີ່ສຸດກໍໄດ້ຮັບການລົງໂທດຈາກພຣະເຈົ້າ. ເມື່ອຂ້ອຍໄຕ່ຕອງກ່ຽວກັບຕົນເອງ, ຂ້ອຍກໍເຫັນວ່າໃນຄວາມເຊື່ອຂອງຂ້ອຍ, ຂ້ອຍບໍ່ໄດ້ພະຍາຍາມເຮັດໜ້າທີ່ຂອງສິ່ງທີ່ຖືກສ້າງ, ແຕ່ຂ້ອຍໄດ້ເຮັດມັນເພື່ອພອນ ແລະ ຈຸດໝາຍປາຍທາງທີ່ດີ. ຂ້ອຍຍັງຕ້ອງການທີ່ຈະຈ່າຍໃນລາຄາທີ່ໜ້ອຍທີ່ສຸດເທົ່າທີ່ເປັນໄປໄດ້ເພື່ອແລກປ່ຽນກັບພອນແຫ່ງອານາຈັກສະຫວັນ. ເມື່ອຂ້ອຍໄດ້ເຫັນວ່າໜ້າທີ່ຂອງການເປັນຜູ້ນໍາກ່ຽວຂ້ອງກັບຄວາມຮັບຜິດຊອບທີ່ຍິ່ງໃຫຍ່, ຂ້ອຍກໍຄິດວ່າ ຖ້າຂ້ອຍຈົບລົງດ້ວຍການຢືນຂວາງພາລະກິດໃນເຮືອນຂອງພຣະເຈົ້າ, ຂ້ອຍຈະສູນເສຍໂອກາດຂອງຂ້ອຍໃນຜົນໄດ້ຮັບ ແລະ ຈຸດໝາຍປາຍທາງທີ່ດີ. ນັ້ນຄືເຫດຜົນທີ່ຂ້ອຍຕໍ່ຕ້ານສິ່ງນັ້ນແທ້ໆ. ຂ້ອຍບໍ່ໄດ້ຢູ່ໃນເສັ້ນທາງແຫ່ງຄວາມລົ້ມເຫຼວຄືກັບໂປໂລແທ້ໆບໍ? ຜ່ານຄວາມເຊື່ອຂອງຂ້ອຍ, ຂ້ອຍໄດ້ເພີດເພີນກັບຄວາມຈິງຫຼາຍຢ່າງທີ່ພຣະເຈົ້າໄດ້ກ່າວອອກ, ແຕ່ວ່າມັນບໍ່ເຄີຍເກີດຂຶ້ນກັບຂ້ອຍທີ່ຕ້ອງໃຫ້ບາງສິ່ງຄືນ. ກົງກັນຂ້າມ, ຂ້ອຍພຽງແຕ່ພະຍາຍາມຄິດວ່າອະນາຄົດຂອງຂ້ອຍເອງຈະເປັນແນວໃດ, ຄຳນວນ ແລະ ພະຍາຍາມຫຼອກລວງພຣະເຈົ້າ. ຂ້ອຍເປັນຄົນທີ່ເຫັນແກ່ຕົວຫຼາຍ, ເປັນຕາກຽດຊັງ, ມີເລ່ຫຼ່ຽມ ແລະ ຊົ່ວຮ້າຍ! ຫຼັງຈາກທີ່ຂ້ອຍໄດ້ຮັບຮູ້ທຸກສິ່ງນີ້, ຂ້ອຍບໍ່ຕ້ອງການດໍາລົງຊີວິດແບບນັ້ນອີກຕໍ່ໄປ, ແຕ່ຕ້ອງການທີ່ຈະປະຕິບັດຕາມຕົວຢ່າງຂອງເປໂຕຢ່າງແທ້ຈິງ ແລະ ກ້າວໄປສູ່ເສັ້ນທາງແຫ່ງການສະແຫວງຫາຄວາມຈິງ, ເພື່ອມອບຕົນເອງໃຫ້ກັບພຣະເຈົ້າ ແລະ ຍອມຢູ່ໃຕ້ການປົກຄອງ ແລະ ການຈັດແຈງຂອງພະອົງ.

ຂ້ອຍຂອບໃຈພຣະເຈົ້າສໍາລັບການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະອົງ ເຊິ່ງໄດ້ແກ້ໄຂແນວຄິດທີ່ບໍ່ຖືກຕ້ອງຂອງຂ້ອຍທີ່ວ່າ “ມັນໂດດດ່ຽວຢູ່ເທິງສຸດ” ແລະ ເຮັດໃຫ້ຂ້ອຍເຫັນຢ່າງຊັດເຈນວ່າຂ້ອຍຢູ່ໃນເສັ້ນທາງທີ່ບໍ່ຖືກຕ້ອງໃນຄວາມເຊື່ອຂອງຂ້ອຍ, ເສັ້ນທາງແຫ່ງການສະແຫວງຫາພອນ ແລະ ຮັບເອົາຄວາມເຂົ້າໃຈບາງຢ່າງກ່ຽວກັບທຳມະຊາດແບບຊາຕານທີ່ມີເລ່ຫຼ່ຽມຂອງຂ້ອຍ. ຈາກນັ້ນເປັນຕົ້ນມາ, ຂ້ອຍກໍເຊົາພະຍາຍາມອອກຈາກໜ້າທີ່ຂອງຂ້ອຍໃນຖານະຜູ້ນໍາ ແລະ ແບກຮັບຄວາມຮັບຜິດຊອບດັ່ງກ່າວ. ຂ້ອຍເລີ່ມໃຫ້ຄວາມສຳຄັນກັບການສະແຫວງຫາຄວາມຈິງ ແລະ ການສະແຫວງຫາເພື່ອເຮັດໜ້າທີ່ຂອງຂ້ອຍໃນຖານະສິ່ງທີ່ຖືກສ້າງ.

ກ່ອນນີ້: 17. ຄວາມສາມາດທີ່ບໍ່ດີບໍ່ແມ່ນຂໍ້ອ້າງ

ຕໍ່ໄປ: 19. ຂ້ອຍໄດ້ຮຽນຮູ້ວິທີປະຕິບັດຕໍ່ຜູ້ຄົນຢ່າງເໝາະສົມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ໂດຍ ໜູລີ່, ຈີນຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

ເບິ່ງການປາກົດຂອງພຣະເຈົ້າໃນການພິພາກສາ ແລະ ການຕີສອນຂອງພຣະອົງ

ຄືກັບຄົນຫຼາຍລ້ານຄົນທີ່ຕິດຕາມພຣະເຢຊູຄຣິດເຈົ້າ, ພວກເຮົາປະຕິບັດຕາມພຣະບັນຍັດ ແລະ ຂໍ້ຄຳສັ່ງຂອງພຣະຄຳພີ, ຮັບພຣະຄຸນທີ່ອຸດົມສົມບູນຂອງພຣະເຢຊູຄຣິດເຈົ້າ ແລະ ເຕົ້າໂຮມກັນ, ອະທິຖານ, ສັນລະເສີນ ແລະ ຮັບໃຊ້ໃນນາມພຣະເຢຊູຄຣິດເຈົ້າ. ພວກເຮົາເຮັດທຸກສິ່ງນີ້ພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະຜູ້ເປັນເຈົ້າ. ພວກເຮົາອ່ອນແອຕະຫຼອດ ແລະ ພວກເຮົາກໍເຂັ້ມແຂງຕະຫຼອດເຊັ່ນກັນ.

Woe to Those Who Crucify God Once Again

During the last days, God has been incarnated in China to work, and has expressed millions of words, conquering and saving a group of people with His word and ushering in the new age of judgment beginning with the house of God.

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້